ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົ່ງ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ “ຮັກ​ເຊິ່ງ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ [ຕໍ່ໆ​ໄປ]”!

ຈົ່ງ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ “ຮັກ​ເຊິ່ງ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ [ຕໍ່ໆ​ໄປ]”!

“ຮັກ​ເຊິ່ງ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ [ຕໍ່ໆໄປ].”—ເຫບເລີ 13:1, ທ.ປ.

ເພງ: 72, 119

1, 2. ເປັນ​ຫຍັງ​ໂປໂລ​ຈຶ່ງ​ຂຽນ​ຈົດ​ໝາຍ​ເຖິງ​ຄລິດສະຕຽນ​ຊາວ​ເຫບເລີ?

ໃນ​ປີ ຄ.ສ. 61 ປະຊາຄົມ​ຕ່າງໆທົ່ວ​ປະເທດ​ອິດສະລາແອນ​ມີ​ຄວາມ​ສຸກ​ໃນ​ໄລຍະ​ເວລາ​ທີ່​ມີ​ຄວາມ​ສະຫງົບ​ສຸກ​ໃນ​ລະດັບ​ໜຶ່ງ. ເຖິງ​ວ່າ​ອັກຄະສາວົກ​ໂປໂລ​ຖືກ​ກັກ​ຂັງ​ຢູ່​ເມືອງ​ໂລມ ແຕ່​ລາວ​ກໍ​ຫວັງ​ວ່າ​ອີກ​ບໍ່​ດົນ​ຈະ​ຖືກ​ປ່ອຍ​ຕົວ. ຕີໂມເຕ​ເປັນ​ເພື່ອນ​ຮ່ວມ​ເດີນ​ທາງ​ກັບ​ໂປໂລ​ເຊິ່ງ​ຫາ​ກໍ​ຖືກ​ປ່ອຍ​ຕົວ​ຈາກ​ຄຸກ ທັງ​ໂປໂລ​ແລະ​ຕີໂມເຕ​ຄາດ​ຫວັງ​ວ່າ​ຈະ​ໄດ້​ໄປ​ຢາມ​ພີ່​ນ້ອງ​ໃນ​ແຂວງ​ຢູເດ​ນຳ​ກັນ. (ເຫບເລີ 13:23) ມີ​ເວລາ​ພຽງ​ແຕ່​ຫ້າ​ປີ​ເທົ່າ​ນັ້ນ​ທີ່​ຄລິດສະຕຽນ​ໃນ​ແຂວງ​ຢູເດ ແລະ​ໂດຍ​ສະເພາະ​ແມ່ນ​ຄລິດສະຕຽນ​ທີ່​ຢູ່​ໃນ​ເມືອງ​ເຢຣຶຊາເລມ​ຈະ​ຕ້ອງ​ໄດ້​ເຮັດ​ບາງ​ຢ່າງ​ໂດຍ​ບໍ່​ຕ້ອງ​ລັງເລ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ກ່ອນ​ໜ້າ​ນີ້​ພະ​ເຍຊູ​ໄດ້​ບອກ​ພວກ​ລູກ​ສິດ​ວ່າ ທັນທີ​ທີ່​ເຂົາ​ເຈົ້າ​ເຫັນ​ກອງ​ທະຫານ​ມາ​ລ້ອມ​ເມືອງ​ເຢຣຶຊາເລມ ເຂົາ​ເຈົ້າ​ຕ້ອງ​ໜີ​ອອກ​ຈາກ​ເມືອງ​ນັ້ນ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້.—ລືກາ 21:20-24

2 ນັບ​ຕັ້ງ​ແຕ່​ພະ​ເຍຊູ​ໃຫ້​ຄຳ​ເຕືອນ​ນັ້ນ ເວລາ​ກໍ​ຜ່ານ​ໄປ​ໄດ້ 28 ປີ​ແລ້ວ. ໃນ​ລະຫວ່າງ​ນັ້ນ ຄລິດສະຕຽນ​ໃນ​ປະເທດ​ອິດສະລາແອນ​ໄດ້​ຮັກສາ​ຄວາມ​ສັດ​ຊື່​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ​ຢ່າງ​ໜັກ​ໜ່ວງ​ແລະ​ມີ​ອຸປະສັກ​ຕ່າງໆນາໆ. (ເຫບເລີ 10:32-34) ແຕ່​ໂປໂລ​ຕ້ອງການ​ກຽມ​ເຂົາ​ເຈົ້າ​ສຳລັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ເຂົາ​ເຈົ້າ​ກຳລັງ​ຈະ​ປະສົບ​ກັບ​ການ​ທົດ​ສອບ​ຢ່າງ​ໜຶ່ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ເຊື່ອ. (ມັດທາຍ 24:20, 21; ເຫບເລີ 12:4) ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ອົດ​ທົນ​ແລະ​ມີ​ຄວາມ​ເຊື່ອ​ຫຼາຍ​ກວ່າ​ແຕ່​ກ່ອນ​ເພື່ອ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ທີ່​ໃຫ້​ໜີ ແລະ​ຊີວິດ​ຂອງ​ເຂົາ​ເຈົ້າ​ກໍ​ຂຶ້ນ​ກັບ​ການ​ເຮັດ​ຕາມ​ນັ້ນ. (ອ່ານ​ເຫບເລີ 10:36-39) ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ດົນ​ໃຈ​ໃຫ້​ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ຮັກ. ຈົດ​ໝາຍ​ສະບັບ​ນັ້ນ ຕອນ​ນີ້​ຖືກ​ເອີ້ນ​ວ່າ​ພະທຳ​ເຫບເລີ ເຊິ່ງ​ຂຽນ​ຂຶ້ນ​ກໍ​ເພື່ອ​ເສີມ​ສ້າງ​ເຂົາ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ.

3. ເປັນ​ຫຍັງ​ເຮົາ​ຄວນ​ສົນ​ໃຈ​ພະທຳ​ເຫບເລີ?

3 ເນື່ອງ​ຈາກ​ໃນ​ທຸກ​ມື້​ນີ້​ເຮົາ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ຄວນ​ສົນ​ໃຈ​ພະທຳ​ເຫບເລີ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ສະພາບການ​ຂອງ​ເຮົາ​ຄ້າຍໆກັບ​ສະພາບການ​ຂອງ​ຄລິດສະຕຽນ​ໃນ​ແຂວງ​ຢູເດ. ເຮົາ​ມີ​ຊີວິດ​ຢູ່​ໃນ “ວິກິດການ​ເຊິ່ງ​ຍາກ​ຈະ​ຮັບ​ມື​ໄດ້” ແລະ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ໄດ້​ອົດ​ທົນ​ກັບ​ອຸປະສັກ​ຕ່າງໆທີ່​ໜັກ​ໜ່ວງ​ຫຼື​ການ​ຂົ່ມເຫງ​ທີ່​ຮຸນແຮງ. (2 ຕີໂມເຕ 3:1, 12, ລ.ມ.) ແຕ່​ໂດຍ​ລວມ​ແລ້ວ​ພວກ​ເຮົາ​ເກືອບ​ໝົດ​ທຸກ​ຄົນ​ມີ​ຄວາມ​ສຸກ​ກັບ​ສະພາບການ​ທີ່​ສະຫງົບ​ສຸກ​ແລະ​ບໍ່​ໄດ້​ປະສົບ​ກັບ​ການ​ຂົ່ມເຫງ​ໂດຍ​ກົງ. ດັ່ງ​ນັ້ນ ຄ້າຍໆກັບ​ຄລິດສະຕຽນ​ໃນ​ສະໄໝ​ຂອງ​ໂປໂລ ພວກ​ເຮົາ​ຕ້ອງ​ກຽມ​ພ້ອມ? ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ອີກ​ບໍ່​ດົນ ເຮົາ​ຈະ​ປະສົບ​ກັບ​ການ​ທົດ​ສອບ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ!—ອ່ານ​ລືກາ 21:34-36

4. ຂໍ້​ພະ​ຄຳພີ​ປະຈຳ​ປີ 2016 ແມ່ນ​ຂໍ້​ໃດ ແລະ​ເປັນ​ຫຍັງ​ຂໍ້​ນີ້​ຈຶ່ງ​ເໝາະ​ສົມ?

4 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ກຽມ​ຕົວ​ສຳລັບ​ເຫດການ​ນີ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ? ໃນ​ພະທຳ​ເຫບເລີ ໂປໂລ​ໄດ້​ເວົ້າ​ເຖິງ​ຫຼາຍ​ສິ່ງ​ທີ່​ຈະ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ. ຂໍ້​ເຕືອນ​ໃຈ​ຂໍ້​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ແມ່ນ​ຢູ່​ໃນ​ເຫບເລີ 13:1 (ທ.ປ.) ເຊິ່ງ​ສະໜັບສະໜູນ​ເຮົາ​ໃຫ້ “ຮັກ​ເຊິ່ງ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ [ຕໍ່ໆໄປ].” ດັ່ງ​ນັ້ນ ພະ​ຄຳພີ​ຂໍ້​ນີ້​ຈຶ່ງ​ຖືກ​ເລືອກ​ໃຫ້​ເປັນ​ຂໍ້​ພະ​ຄຳພີ​ປະຈຳ​ປີ 2016.

ຂໍ້​ພະ​ຄຳພີ​ສຳລັບ​ປີ 2016 ແມ່ນ: “ຮັກ​ເຊິ່ງ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ [ຕໍ່ໆໄປ].”—ເຫບເລີ 13:1, ທ.ປ.

ຄວາມ​ຮັກ​ສັນ​ພີ່​ນ້ອງ​ເປັນ​ຄວາມ​ຮັກ​ແບບ​ໃດ?

5. ຄວາມ​ຮັກ​ສັນ​ພີ່​ນ້ອງ​ເປັນ​ຄວາມ​ຮັກ​ແບບ​ໃດ?

5 ຄວາມ​ຮັກ​ສັນ​ພີ່​ນ້ອງ​ເປັນ​ຄວາມ​ຮັກ​ແບບ​ໃດ? ເປັນ​ຄວາມ​ຮູ້ສຶກ​ທີ່​ອົບອຸ່ນ​ແລະ​ແຮງ​ກ້າ​ລະຫວ່າງ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ທີ່​ໃກ້​ຊິດ. (ໂຢຮັນ 11:36) ພວກ​ເຮົາ​ບໍ່​ໄດ້​ເຮັດ​ທຳ​ທ່າ​ວ່າ​ເປັນ​ພີ່​ນ້ອງ​ກັນ ແຕ່​ພວກ​ເຮົາ​ເປັນ​ພີ່​ນ້ອງ​ກັນ​ແທ້ໆ. (ມັດທາຍ 23:8) ໂປໂລ​ເວົ້າ​ວ່າ: ‘ຝ່າຍ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ນັ້ນ​ຈົ່ງ​ຮັກ​ກັນ​ດ້ວຍ​ຄວາມ​ອົບອຸ່ນ. ຝ່າຍ​ການ​ທີ່​ນັບຖື​ກັນ​ແລະ​ກັນ​ນັ້ນ​ຈົ່ງ​ນຳ​ໜ້າ.’ (ໂລມ 12:10) ຄຳ​ເວົ້າ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຄວາມ​ຮັກ​ທີ່​ແຮງ​ກ້າ​ຕໍ່​ພີ່​ນ້ອງ​ຂອງ​ເຮົາ​ຫຼາຍ​ສໍ່າ​ໃດ. ຄວາມ​ຮັກ​ສັນ​ພີ່​ນ້ອງ​ບວກ​ກັບ​ຄວາມ​ຮັກ​ທີ່​ອາໄສ​ຫຼັກ​ການ​ຂອງ​ຄລິດສະຕຽນ​ຊ່ວຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃຫ້​ເປັນ​ເພື່ອນ​ທີ່​ໃກ້​ຊິດ​ກັນ​ແລະ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ.

6. ຄລິດສະຕຽນ​ແທ້​ເຂົ້າ​ໃຈ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ຮັກ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ?

6 ສຳນວນ​ທີ່​ວ່າ “ຮັກ​ເຊິ່ງ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ” ສ່ວນ​ຫຼາຍ​ແລ້ວ​ແມ່ນ​ພົບ​ເຫັນ​ໃນ​ໜັງສື​ຂອງ​ອົງການ​ຂອງ​ເຮົາ​ເທົ່າ​ນັ້ນ. ສຳລັບ​ຄົນ​ຢິວ​ໃນ​ສະໄໝ​ກ່ອນ ຄຳ​ວ່າ “ພີ່​ນ້ອງ” ຕາມ​ປົກກະຕິ​ແລ້ວ​ໝາຍ​ເຖິງ​ຍາດ​ພີ່​ນ້ອງ​ແລະ​ບາງ​ຄັ້ງ​ກໍ​ໝາຍ​ເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ຄົນ​ໃນ​ຄອບຄົວ. ແຕ່​ຄຳ​ນີ້​ບໍ່​ເຄີຍ​ໝາຍ​ເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ຄົນ​ຢິວ. ແນວ​ໃດ​ກໍ​ຕາມ ເນື່ອງ​ຈາກ​ເປັນ​ຄລິດສະຕຽນ​ແທ້ ດັ່ງ​ນັ້ນ​ຄຳ​ວ່າ “ພີ່​ນ້ອງ” ຂອງ​ເຮົາ​ຈຶ່ງ​ໝາຍ​ເຖິງ​ຄລິດສະຕຽນ​ແທ້​ຄົນ​ໃດ​ຄົນ​ໜຶ່ງ ບໍ່​ວ່າ​ລາວ​ຈະ​ມາ​ຈາກ​ປະເທດ​ໃດ​ກໍ​ຕາມ. (ໂລມ 10:12) ພະ​ເຢໂຫວາ​ສອນ​ເຮົາ​ໃຫ້​ຮັກ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ. (1 ເທຊະໂລນີກ 4:9) ແຕ່​ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ຕໍ່ໆໄປ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ຕໍ່ໆໄປ?

7. (ກ) ອັນ​ໃດ​ຄື​ເຫດຜົນ​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ​ທີ່​ຈະ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ? (ຂ) ຂໍ​ໃຫ້​ຍົກ​ອີກ​ເຫດຜົນ​ໜຶ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ແລະ​ກັນ​ເຂັ້ມແຂງ​ຂຶ້ນ.

7 ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ເຮັດ​ເຊັ່ນ​ນັ້ນ. ເຮົາ​ບໍ່​ສາມາດ​ຮັກ​ພະ​ເຢໂຫວາ​ໄດ້​ແທ້ໆ ຖ້າ​ຫາກ​ເຮົາ​ບໍ່​ຮັກ​ພີ່​ນ້ອງ​ຂອງ​ເຮົາ. (1 ໂຢຮັນ 4:7, 20, 21) ອີກ​ເຫດຜົນ​ໜຶ່ງ​ກໍ​ຍ້ອນ​ວ່າ​ເຮົາ​ຕ້ອງການ​ເຊິ່ງ​ກັນ​ແລະ​ກັນ ໂດຍ​ສະເພາະ​ໃນ​ລະຫວ່າງ​ເວລາ​ທີ່​ຍາກ​ລຳບາກ. ເມື່ອ​ໂປໂລ​ຂຽນ​ຈົດ​ໝາຍ​ເຖິງ​ຄລິດສະຕຽນ​ທີ່​ຢູ່​ໃນ​ເມືອງ​ເຫບເລີ ລາວ​ຮູ້​ວ່າ​ອີກ​ບໍ່​ດົນ​ບາງ​ຄົນ​ຈະ​ຕ້ອງ​ປະ​ເຮືອນ​ຊານ​ແລະ​ວັດຖຸ​ສິ່ງ​ຂອງ​ຂອງ​ເຂົາ​ເຈົ້າ. ພະ​ເຍຊູ​ພັນລະນາ​ໄວ້​ວ່າ​ເວລາ​ນັ້ນ​ຈະ​ຍາກ​ລຳບາກ​ແທ້ໆ. (ມາລະໂກ 13:14-18; ລືກາ 21:21-23) ດັ່ງ​ນັ້ນ ກ່ອນ​ທີ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄລິດສະຕຽນ​ເຫຼົ່າ​ນັ້ນ​ຕ້ອງ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ແລະ​ກັນ​ເຂັ້ມແຂງ​ຂຶ້ນ.—ໂລມ 12:9

ເຮົາ​ຕ້ອງ​ເຮັດ​ໃຫ້​ຄວາມ​ຮັກ​ສັນ​ພີ່​ນ້ອງ​ເຂັ້ມແຂງ​ຂຶ້ນ​ຕັ້ງ​ແຕ່​ຕອນ​ນີ້ ເພາະ​ຄວາມ​ຮັກ​ເຊັ່ນ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ອຸປະສັກ​ຕ່າງໆທີ່​ເຮົາ​ອາດ​ປະສົບ​ໃນ​ອະນາຄົດ

8. ກ່ອນ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ ເຮົາ​ຕ້ອງ​ເຮັດ​ຫຍັງ​ຕັ້ງ​ແຕ່​ຕອນ​ນີ້?

8 ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ມະນຸດ​ກຳລັງ​ຈະ​ເກີດ​ຂຶ້ນ. (ມາລະໂກ 13:19; ຄຳປາກົດ 7:1-3) ເຮົາ​ຕ້ອງ​ເຊື່ອ​ຟັງ​ຄຳ​ແນະນຳ​ທີ່​ວ່າ: “ພວກ​ຂອງ​ເຮົາ​ເອີຍ ຈົ່ງ​ມາ​ຈົ່ງ​ເຂົ້າ​ໄປ​ໃນ​ສ້ວມ [ຫ້ອງ] ທັງ​ຫຼາຍ​ຂອງ​ເຈົ້າ​ແລະ​ຈົ່ງ​ງັບ​ປະຕູ. ຈົ່ງ​ລີ້​ຕົວ​ສັກ​ໜ້ອຍ​ຈົນ​ເຖິງ​ຄວາມ​ຄຽດ​ຈະ​ໄດ້​ຫາຍ​ໄປ​ແລ້ວ.” (ເອຊາອີ 26:20) ‘ຫ້ອງ​ທັງ​ຫຼາຍ’ ອາດ​ໝາຍ​ເຖິງ​ປະຊາຄົມ​ຕ່າງໆຂອງ​ເຮົາ ເຊິ່ງ​ເປັນ​ສະຖານ​ທີ່​ທີ່​ເຮົາ​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່​ນ້ອງ​ຊາຍ​ຍິງ. ແຕ່​ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ພົບ​ກັນ​ເປັນ​ປະຈຳ​ເທົ່າ​ນັ້ນ. ໂປໂລ​ເຕືອນ​ຄລິດສະຕຽນ​ຊາວ​ເຫບເລີ​ວ່າ ເຂົາ​ເຈົ້າ​ຄວນ​ໜູນ​ກຳລັງ​ໃຈ​ກັນ​ແລະ​ກັນ​ໃຫ້​ສະແດງ​ຄວາມ​ຮັກ​ແລະ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ກັນ​ແລະ​ກັນ. (ເຫບເລີ 10:24, 25) ເຮົາ​ຕ້ອງ​ເຮັດ​ໃຫ້​ຄວາມ​ຮັກ​ສັນ​ພີ່​ນ້ອງ​ເຂັ້ມແຂງ​ຂຶ້ນ​ຕັ້ງ​ແຕ່​ຕອນ​ນີ້ ເພາະ​ຄວາມ​ຮັກ​ເຊັ່ນ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ອຸປະສັກ​ຕ່າງໆທີ່​ເຮົາ​ອາດ​ປະສົບ​ໃນ​ອະນາຄົດ.

9. (ກ) ໃນ​ທຸກ​ມື້​ນີ້ ມີ​ໂອກາດ​ໃດ​ແດ່​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ? (ຂ) ຂໍ​ໃຫ້​ຍົກ​ຕົວຢ່າງ​ໃນ​ວິທີ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ.

9 ເຮົາ​ມີ​ຫຼາຍ​ໂອກາດ​ທີ່​ຈະ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ແມ່ນ​ແຕ່​ໃນ​ຕອນ​ນີ້ ກ່ອນ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ. ພີ່​ນ້ອງ​ຂອງ​ເຮົາ​ຫຼາຍ​ຄົນ​ປະສົບ​ກັບ​ຄວາມ​ລຳບາກ​ເນື່ອງ​ຈາກ​ແຜ່ນດິນ​ໄຫວ ນໍ້າ​ຖ້ວມ ພາຍຸ​ເຮຣິເຄນ ຊຶນາມິ ຫຼື​ໄພ​ທຳມະຊາດ​ອື່ນໆ ແລະ​ພີ່​ນ້ອງ​ບາງ​ຄົນ​ກໍ​ໄດ້​ອົດ​ທົນ​ກັບ​ການ​ຂົ່ມເຫງ. (ມັດທາຍ 24:6-9) ນອກ​ຈາກ​ນັ້ນ​ຍັງ​ປະສົບ​ກັບ​ບັນຫາ​ທາງ​ເສດຖະກິດ​ໃນ​ແຕ່​ມື້​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ການ​ດຳລົງ​ຊີວິດ​ໃນ​ໂລກ​ທີ່​ເສື່ອມຊາມ. (ຄຳປາກົດ 6:5, 6) ແນວ​ໃດ​ກໍ​ຕາມ ແຮ່ງ​ພີ່​ນ້ອງ​ຂອງ​ເຮົາ​ປະສົບ​ກັບ​ບັນຫາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ມີ​ໂອກາດ​ຫຼາຍ​ເທົ່າ​ນັ້ນ​ທີ່​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ​ຫຼາຍ​ສໍ່າ​ໃດ. ເຖິງ​ວ່າ​ຜູ້​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ກັນ ແຕ່​ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ຕໍ່ໆໄປ. (ມັດທາຍ 24:12) [1]—ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ​.

ເຮົາ​ຈະ​ໃຫ້​ຄວາມ​ຮັກ​ສັນ​ພີ່​ນ້ອງ​ມີ​ຢູ່​ຕໍ່ໆໄປ​ໄດ້​ແນວ​ໃດ?

10. ຕອນ​ນີ້ ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ແດ່?

10 ເຖິງ​ວ່າ​ຈະ​ມີ​ບັນຫາ​ຕ່າງໆ ແຕ່​ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ຕໍ່ໆໄປ? ເຮົາ​ສາມາດ​ພິສູດ​ແນວ​ໃດ​ວ່າ​ເຮົາ​ມີ​ຄວາມ​ຮູ້ສຶກ​ແບບ​ນີ້​ຕໍ່​ພີ່​ນ້ອງ​ຂອງ​ເຮົາ? ຫຼັງ​ຈາກ​ທີ່​ເວົ້າ​ວ່າ ໃຫ້ “ຮັກ​ເຊິ່ງ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ” ອັກຄະສາວົກ​ໂປໂລ​ໄດ້​ລະບຸ​ໄວ້​ວ່າ​ມີ​ຫຼາຍ​ຂອບ​ເຂດ​ທີ່​ຄລິດສະຕຽນ​ສາມາດ​ສະແດງ​ຄວາມ​ຮັກ​ເຊັ່ນ​ນີ້​ໄດ້. ຕອນ​ນີ້​ໃຫ້​ເຮົາ​ພິຈາລະນາ​ນຳ​ກັນ​ໃນ​ຫົກ​ຂອບ​ເຂດ.

11, 12. ການ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

11 “ການ​ຮັບ​ລ້ຽງ​ແຂກ . . . ຢ່າ​ລືມ​ເສຍ.” (ອ່ານ​ເຫບເລີ 13:2) ຄຳ​ວ່າ “ການ​ຮັບ​ລ້ຽງ​ແຂກ” ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ? ຄຳ​ເວົ້າ​ທີ່​ໂປໂລ​ໃຊ້​ມີ​ຄວາມ​ໝາຍ​ຕາມ​ຕົວ​ວ່າ “ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ.” ບາງ​ທີ​ສຳນວນ​ນີ້​ເຕືອນ​ເຮົາ​ໃຫ້​ຄິດ​ເຖິງ​ເລື່ອງ​ຂອງ​ອັບລາຫາມ​ແລະ​ໂລດ. ທັງ​ສອງ​ຄົນ​ນີ້​ໄດ້​ສະແດງ​ຄວາມ​ກະລຸນາ​ຕໍ່​ແຂກ​ທີ່​ເປັນ​ຄົນ​ແປກ​ໜ້າ​ເຊິ່ງ​ໄດ້​ມາ​ຢ້ຽມ​ຢາມ​ເຂົາ​ເຈົ້າ. ໃນ​ທີ່​ສຸດ ອັບລາຫາມ​ແລະ​ໂລດ​ກໍ​ໄດ້​ຮູ້​ວ່າ​ຄົນ​ແປກ​ໜ້າ​ເຫຼົ່າ​ນັ້ນ​ທີ່​ຈິງ​ແລ້ວ​ເປັນ​ພວກ​ທູດ​ສະຫວັນ. (ຕົ້ນເດີມ 18:2-5; 19:1-3) ຕົວຢ່າງ​ເຫຼົ່າ​ນີ້​ກະຕຸ້ນ​ຄລິດສະຕຽນ​ໃນ​ເມືອງ​ເຫບເລີ​ໃຫ້​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ໂດຍ​ການ​ເປັນ​ຄົນ​ມີ​ນໍ້າໃຈ​ຕ້ອນຮັບ​ແຂກ.

12 ເຮົາ​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ຕໍ່​ຄົນ​ອື່ນ​ໄດ້​ແນວ​ໃດ? ເຮົາ​ສາມາດ​ເຊີນ​ພີ່​ນ້ອງ​ຊາຍ​ຍິງ​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ເຮົາ​ຫຼື​ເພື່ອ​ໜູນ​ກຳລັງ​ໃຈ​ບາງ​ຄົນ. ເຖິງ​ວ່າ​ເຮົາ​ບໍ່​ຮູ້ຈັກ​ຜູ້​ດູ​ແລ​ໝວດ​ແລະ​ເມຍ​ເປັນ​ຢ່າງ​ດີ ແຕ່​ເຮົາ​ກໍ​ສາມາດ​ເຊີນ​ເຂົາ​ເຈົ້າ​ກິນ​ເຂົ້າ​ນຳ​ຕອນ​ທີ່​ມາ​ຢາມ​ປະຊາຄົມ​ຂອງ​ເຮົາ. (3 ໂຢຮັນ 5-8) ເຮົາ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ອາຫານ​ຫຼາຍໆຢ່າງ​ຫຼື​ໃຊ້​ເງິນ​ຫຼາຍໆ. ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ເພື່ອ​ໜູນ​ກຳລັງ​ໃຈ​ພີ່​ນ້ອງ ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ປະທັບ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ມີ. ເຮົາ​ບໍ່​ຄວນ​ເຊີນ​ສະເພາະ​ຄົນ​ທີ່​ສາມາດ​ຕອບ​ແທນ​ເຮົາ​ຄືນ​ໃນ​ທາງ​ໃດ​ໜຶ່ງ. (ລືກາ 10:42; 14:12-14) ສຳຄັນ​ແທ້ໆທີ່​ເຮົາ​ຈະ​ບໍ່​ມີ​ວຽກ​ຫຍຸ້ງ​ຫຼາຍ​ເກີນ​ໄປ​ຈົນ​ລືມ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ!

13, 14. ເຮົາ​ສາມາດ “ຄຶດ​ເຖິງ​ຄົນ​ທັງ​ຫຼາຍ​ທີ່​ຕ້ອງ​ຈຳຈອງ​ຢູ່” ໂດຍ​ວິທີ​ໃດ?

13 “ຈົ່ງ​ຄຶດ​ເຖິງ​ຄົນ​ທັງ​ຫຼາຍ​ທີ່​ຕ້ອງ​ຈຳຈອງ​ຢູ່.” (ອ່ານ​ເຫບເລີ 13:3) ເມື່ອ​ໂປໂລ​ຂຽນ​ຂໍ້​ນີ້ ລາວ​ກຳລັງ​ກ່າວ​ເຖິງ​ພີ່​ນ້ອງ​ທີ່​ຖືກ​ຄຸກ​ເນື່ອງ​ຈາກ​ເຮັດ​ຕາມ​ຫຼັກ​ຂອງ​ຄວາມ​ເຊື່ອ. ໂປໂລ​ຊົມ​ເຊີຍ​ພີ່​ນ້ອງ​ໃນ​ປະຊາຄົມ​ເພາະ​ວ່າ​ເຂົາ​ເຈົ້າ​ໄດ້ “ສຳແດງ​ຄວາມ​ອີ່ດູ​ແກ່​ຄົນ​ທັງ​ຫຼາຍ​ທີ່​ຈຳຈອງ​ຢູ່.” (ເຫບເລີ 10:34) ພີ່​ນ້ອງ​ບາງ​ຄົນ​ໄດ້​ຊ່ວຍ​ເຫຼືອ​ໂປໂລ​ໃນ​ໄລຍະ​ສີ່​ປີ​ທີ່​ລາວ​ຖືກ​ກັກ​ຂັງ ແຕ່​ພີ່​ນ້ອງ​ຄົນ​ອື່ນໆກໍ​ຢູ່​ຫ່າງ​ໄກ​ຈາກ​ທີ່​ນັ້ນ​ຫຼາຍ. ເຂົາ​ເຈົ້າ​ຈະ​ຊ່ວຍ​ໂປໂລ​ໄດ້​ແນວ​ໃດ? ເຂົາ​ເຈົ້າ​ສາມາດ​ອະທິດຖານ​ຢ່າງ​ຈິງ​ຈັງ​ເພື່ອ​ລາວ​ໄດ້.—ຟີລິບ 1:12-14; ເຫບເລີ 13:18, 19

ເຮົາ​ສາມາດ​ອະທິດຖານ​ເພື່ອ​ພີ່​ນ້ອງ​ຊາຍ​ຍິງ ແລະ​ແມ່ນ​ແຕ່​ເດັກ​ນ້ອຍ​ເຊິ່ງ​ຖືກ​ຄຸກ​ຢູ່​ປະເທດ​ເອຣີເຕຣ

14 ໃນ​ທຸກ​ມື້​ນີ້​ມີ​ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ທີ່​ຖືກ​ຄຸກ​ເນື່ອງ​ຈາກ​ເຂົາ​ເຈົ້າ​ເຮັດ​ຕາມ​ຫຼັກ​ຂອງ​ຄວາມ​ເຊື່ອ. ພີ່​ນ້ອງ​ຊາຍ​ຍິງ​ທີ່​ຢູ່​ໃກ້​ສາມາດ​ຊ່ວຍ​ເຫຼືອ​ຄົນ​ເຫຼົ່າ​ນັ້ນ​ໂດຍ​ໃຫ້​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ຈຳເປັນ. ແຕ່​ພວກ​ເຮົາ​ຫຼາຍ​ຄົນ​ຢູ່​ຫ່າງ​ໄກ​ຈາກ​ຄົນ​ເຫຼົ່າ​ນັ້ນ​ທີ່​ຢູ່​ໃນ​ຄຸກ. ເຮົາ​ຈະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ແລະ​ບໍ່​ລືມ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ຄວາມ​ຮັກ​ສັນ​ພີ່​ນ້ອງ​ຈະ​ກະຕຸ້ນ​ເຮົາ​ໃຫ້​ອະທິດຖານ​ຢ່າງ​ຈິງ​ຈັງ​ເພື່ອ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ: ເຮົາ​ສາມາດ​ອະທິດຖານ​ສຳລັບ​ພີ່​ນ້ອງ​ຊາຍ​ຍິງ ແລະ​ແມ່ນ​ແຕ່​ເດັກ​ນ້ອຍ​ເຊິ່ງ​ຖືກ​ຄຸກ​ຢູ່​ປະເທດ​ເອຣີເຕຣ ເຊິ່ງ​ລວມ​ເຖິງ​ພີ່​ນ້ອງ​ເປົາໂລ ເອຢາຂູ ພີ່​ນ້ອງ​ໄອແຊັກ ໂມໂກສ ແລະ​ພີ່​ນ້ອງ​ເນ​ເກ​ເດ ເທັກເລມາຣິອຳ ທີ່​ຍັງ​ຖືກ​ຂັງ​ຢູ່​ຫຼັງ​ຈາກ​ເວລາ​ຜ່ານ​ໄປ​ໄດ້ 20 ປີ​ແລ້ວ.

15. ເຮົາ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ສາຍ​ສົມລົດ​ຂອງ​ເຮົາ​ໂດຍ​ວິທີ​ໃດ?

15 “ການ​ເອົາ​ຜົວ​ເອົາ​ເມຍ​ຈົ່ງ​ໃຫ້​ເປັນ​ທີ່​ນັບຖື​ແຕ່​ຄົນ​ທັງ​ປວງ.” (ອ່ານ​ເຫບເລີ 13:4) ເຮົາ​ຍັງ​ສາມາດ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ໂດຍ​ການ​ເປັນ​ຄົນ​ສະອາດ​ທາງ​ດ້ານ​ສິນລະທຳ. (1 ຕີໂມເຕ 5:1, 2) ຕົວຢ່າງ​ເຊັ່ນ: ຖ້າ​ເຮົາ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ເຮົາ​ຈະ​ທຳລາຍ​ຄົນ​ນັ້ນ​ແລະ​ຄອບຄົວ​ຂອງ​ລາວ. ຄວາມ​ໄວ້​ໃຈ​ທີ່​ເຮົາ​ມີ​ໃນ​ທ່າມກາງ​ພີ່​ນ້ອງ​ກໍ​ຈະ​ໄດ້​ຮັບ​ຄວາມ​ເສຍຫາຍ. (1 ເທຊະໂລນີກ 4:3-8) ຂໍ​ໃຫ້​ຄິດ​ເບິ່ງ​ວ່າ ຜູ້​ເປັນ​ເມຍ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ຮູ້​ວ່າ​ຜົວ​ເບິ່ງ​ພາບ​ໂປ້. ລາວ​ຈະ​ຮູ້ສຶກ​ວ່າ​ຜົວ​ຮັກ​ລາວ​ແລະ​ນັບຖື​ການ​ຈັດ​ຕຽມ​ເລື່ອງ​ຊີວິດ​ສົມລົດ​ບໍ?—ມັດທາຍ 5:28

16. ການ​ມີ​ຄວາມ​ພໍ​ໃຈ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ?

16 “ມີ​ສິ່ງ​ຂອງ​ມາກ​ໜ້ອຍ​ເທົ່າ​ໃດ ຈົ່ງ . . . ອີ່ມ​ໃຈ [ພໍ​ໃຈ] ດ້ວຍ​ເທົ່າ​ນັ້ນ.” (ອ່ານ​ເຫບເລີ 13:5) ຄວາມ​ໄວ້​ໃຈ​ໃນ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ອີ່ມ​ໃຈ ນັ້ນ​ຄື​ພໍ​ໃຈ​ກັບ​ສິ່ງ​ທີ່​ເຮົາ​ມີ​ຢູ່. ສິ່ງ​ນີ້​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ? ເມື່ອ​ເຮົາ​ມີ​ຄວາມ​ພໍ​ໃຈ ເຮົາ​ຈະ​ຈື່​ໄວ້​ວ່າ​ພີ່​ນ້ອງ​ຊາຍ​ຍິງ​ສຳຄັນ​ກວ່າ​ເງິນ​ຄຳ​ຫຼື​ວັດຖຸ​ສິ່ງ​ຂອງ. (1 ຕີໂມເຕ 6:6-8) ເຮົາ​ຈະ​ບໍ່​ຊອກ​ຫາ​ຂໍ້​ຜິດ​ພາດ​ຂອງ​ພີ່​ນ້ອງ​ຫຼື​ຈົ່ມ​ກ່ຽວ​ກັບ​ສະພາບການ​ໃນ​ຊີວິດ​ຂອງ​ເຮົາ. ນອກ​ຈາກ​ນັ້ນ ເຮົາ​ຈະ​ບໍ່​ອິດສາ​ຄົນ​ອື່ນ ຫຼື​ເປັນ​ຄົນ​ໂລບ. ແທນ​ທີ່​ຈະ​ເປັນ​ຄົນ​ແບບ​ນັ້ນ ເມື່ອ​ເຮົາ​ມີ​ຄວາມ​ອີ່ມ​ໃຈ ເຮົາ​ກໍ​ຈະ​ເປັນ​ຄົນ​ເອື້ອເຟື້ອ.—1 ຕີໂມເຕ 6:17-19

17. ການ​ເປັນ​ຄົນ​ກ້າຫານ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ?

17 ໃຫ້​ມີ​ຄວາມ “ກ້າ [ຫານ].” (ອ່ານ​ເຫບເລີ 13:6) ການ​ວາງໃຈ​ໃນ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ກ້າຫານ​ທີ່​ຈະ​ອົດ​ທົນ​ຕໍ່​ກັບ​ອຸປະສັກ​ຕ່າງໆທີ່​ໜັກ​ໜ່ວງ. ຄວາມ​ກ້າຫານ​ນີ້​ຊ່ວຍ​ເຮົາ​ໃຫ້​ມີ​ທັດສະນະ​ໃນ​ດ້ານ​ບວກ. ເມື່ອ​ເຮົາ​ເບິ່ງ​ໃນ​ດ້ານ​ບວກ ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ໂດຍ​ການ​ໜູນ​ກຳລັງ​ໃຈ​ແລະ​ປອບ​ໂຍນ​ພີ່​ນ້ອງ​ຂອງ​ເຮົາ. (1 ເທຊະໂລນີກ 5:14, 15) ແມ່ນ​ແຕ່​ໃນ​ລະຫວ່າງ​ທີ່​ມີ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ເຮົາ​ສາມາດ​ມີ​ຄວາມ​ກ້າຫານ​ໄດ້​ເພາະ​ຮູ້​ວ່າ​ຄວາມ​ລອດ​ຂອງ​ເຮົາ​ໃກ້​ເຂົ້າ​ມາ​ແລ້ວ.—ລືກາ 21:25-28

ເຮົາ​ສາມາດ​ມີ​ຄວາມ​ກ້າຫານ​ໄດ້​ເພາະ​ຮູ້​ວ່າ​ຄວາມ​ລອດ​ຂອງ​ເຮົາ​ໃກ້​ເຂົ້າ​ມາ​ແລ້ວ

18. ເຮົາ​ສາມາດ​ເສີມ​ສ້າງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ຕໍ່​ກັບ​ຜູ້​ເຖົ້າ​ແກ່​ໂດຍ​ວິທີ​ໃດ?

18 “ທ່ານ​ທັງ​ຫຼາຍ​ຈົ່ງ​ຈື່ [ຄຶດ​ເຖິງ] ຄົນ​ທັງ​ຫຼາຍ​ທີ່​ໄດ້​ບັງຄັບ [ນຳ​ໜ້າ] ພວກ​ທ່ານ.” (ອ່ານ​ເຫບເລີ 13:7, 17) ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຂອງ​ເຮົາ​ໄດ້​ໃຊ້​ເວລາ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ​ເພື່ອ​ເຮັດ​ວຽກ​ໜັກ​ສຳລັບ​ພວກ​ເຮົາ. ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ເຮັດ ເຮົາ​ກໍ​ຈະ​ຮັກ​ແລະ​ຮູ້​ຄຸນຄ່າ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ. ເຮົາ​ບໍ່​ຕ້ອງການ​ເຮັດ​ໃຫ້​ເຂົາ​ເຈົ້າ​ຂາດ​ຄວາມ​ຍິນດີ​ຫຼື​ຮູ້ສຶກ​ລຳບາກ​ໃຈ​ຍ້ອນ​ສິ່ງ​ທີ່​ເຮົາ​ເຮັດ. ແຕ່​ເຮົາ​ຕ້ອງການ​ທີ່​ຈະ​ເຊື່ອ​ຟັງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເຕັມ​ໃຈ. ໂດຍ​ວິທີ​ນີ້​ເຮົາ​ກໍ “ຄຳນຶງ​ເຖິງ​ພວກ​ເຂົາ​ເປັນ​ພິເສດ​ດ້ວຍ​ຄວາມ​ຮັກ​ເນື່ອງ​ຈາກ​ການ​ງານ​ຂອງ​ພວກ​ເຂົາ.”—1 ເທຊະໂລນີກ 5:13, ລ.ມ.

ເຈົ້າ​ຮູ້​ຄຸນຄ່າ​ໃນ​ວຽກ​ທີ່​ຜູ້​ເຖົ້າ​ແກ່​ເຮັດ​ເພື່ອ​ເຮົາ​ບໍ? (ເບິ່ງ​ຂໍ້ 18)

ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ຕໍ່ໆໄປ​ໃຫ້​ຫຼາຍ​ກວ່າ​ອີກ

19, 20. ໃນ​ຂອບ​ເຂດ​ໃດ​ແດ່​ທີ່​ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ຕໍ່ໆໄປ​ໃນ​ວິທີ​ທີ່​ຍິ່ງໃຫຍ່​ກວ່າ?

19 ເປັນ​ທີ່​ຮັບ​ຮູ້​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ສັນ​ພີ່​ນ້ອງ ເຊິ່ງ​ກໍ​ເປັນ​ແບບ​ນີ້​ຄື​ກັນ​ໃນ​ສະໄໝ​ຂອງ​ໂປໂລ. ແຕ່​ໂປໂລ​ໜູນ​ກຳລັງ​ໃຈ​ພີ່​ນ້ອງ​ໃຫ້​ສະແດງ​ຄວາມ​ຮັກ​ໃນ​ວິທີ​ທີ່​ຍິ່ງໃຫຍ່​ກວ່າ. ລາວ​ເວົ້າ​ວ່າ: “ໃຫ້ [ເຮັດ​ເຊັ່ນ​ນັ້ນ​ຕໍ່ໆໄປ] . . . ຫຼາຍ​ກວ່າ​ອີກ.” (1 ເທຊະໂລນີກ 4:9, 10) ເຫັນ​ໄດ້​ແຈ້ງ​ວ່າ​ຍັງ​ມີ​ວິທີ​ທີ່​ຈະ​ປັບ​ປຸງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ໃຫ້​ດີ​ຂຶ້ນ​ໄດ້!

20 ດັ່ງ​ນັ້ນ ເມື່ອ​ເຮົາ​ແນມ​ເບິ່ງ​ປ້າຍ​ຂອງ​ຂໍ້​ພະ​ຄຳພີ​ປະຈຳ​ປີທີ່​ຕິດ​ໄວ້​ຢູ່​ຝາ​ຂອງ​ຫໍ​ປະຊຸມ​ໃນ​ລະຫວ່າງ​ປີ​ນີ້ ຂໍ​ໃຫ້​ເຮົາ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຄຳຖາມ​ຕ່າງໆຕໍ່​ໄປ​ນີ້: ຂ້ອຍ​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ຫຼາຍ​ຂຶ້ນ​ໄດ້​ບໍ? ຂ້ອຍ​ຈະ​ຊ່ວຍ​ພີ່​ນ້ອງ​ທີ່​ຖືກ​ຄຸກ​ໄດ້​ແນວ​ໃດ? ຂ້ອຍ​ສະແດງ​ຄວາມ​ນັບຖື​ຕໍ່​ສາຍ​ສົມລົດ​ບໍ​ເຊິ່ງ​ເປັນ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ? ສິ່ງ​ໃດ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ອີ່ມ​ໃຈ​ຢ່າງ​ແທ້​ຈິງ? ຂ້ອຍ​ຈະ​ໄວ້​ໃຈ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ຕໍ່​ກັບ​ຜູ້​ທີ່​ກຳລັງ​ນຳ​ໜ້າ​ໃນ​ປະຊາຄົມ ຂ້ອຍ​ຈະ​ເຊື່ອ​ຟັງ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ຖ້າ​ເຮົາ​ພະຍາຍາມ​ພັດທະນາ​ຕົວ​ເອງ​ໃນ​ຫົກ​ຂອບ​ເຂດ​ນີ້ ຂໍ້​ພະ​ຄຳພີ​ປະຈຳ​ປີ​ນີ້​ຈະ​ບໍ່​ໄດ້​ເປັນ​ພຽງ​ແຕ່​ປ້າຍ​ທີ່​ຕິດ​ໄວ້​ຢູ່​ຝາ​ຂອງ​ຫໍ​ປະຊຸມ​ເທົ່າ​ນັ້ນ ແຕ່​ຈະ​ເປັນ​ສິ່ງ​ທີ່​ເຕືອນ​ໃຈ​ເຮົາ​ໃຫ້​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ໂປໂລ​ທີ່​ວ່າ: ໃຫ້ “ຮັກ​ເຊິ່ງ​ກັນ​ແລະ​ກັນ​ສັນ​ພີ່​ນ້ອງ [ຕໍ່ໆໄປ].”—ເຫບເລີ 13:1, ທ.ປ.

^ [1] (ຂໍ້ 9) ສຳລັບ​ຕົວຢ່າງ​ຕ່າງໆກ່ຽວ​ກັບ​ວິທີ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ສັນ​ພີ່​ນ້ອງ​ໃນ​ເວລາ​ທີ່​ປະສົບ​ກັບ​ໄພ​ທຳມະຊາດ ຂໍ​ໃຫ້​ເບິ່ງ​ຫໍສັງເກດການ 15 ກໍລະກົດ 2002 ໜ້າ 8-9 ແລະ​ປຶ້ມ​Jehovah’s Witnesses—Proclaimers Of God’s Kingdom ບົດ​ທີ 19.