ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ຍິນດີ—ຄຸນ​ລັກສະນະ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພະເຈົ້າ

ຄວາມ​ຍິນດີ—ຄຸນ​ລັກສະນະ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພະເຈົ້າ

ຜູ້​ຄົນ​ຢາກ​ມີ​ຄວາມ​ສຸກ ແຕ່​ເນື່ອງ​ຈາກ​ຕອນ​ນີ້​ເປັນ​ສະໄໝ​ສຸດ​ທ້າຍ ເຮົາ​ທຸກ​ຄົນ​ຈຶ່ງ​ປະສົບ​ກັບ​ບັນຫາ​ທີ່ “ຫຍຸ້ງຍາກ​ລຳບາກ.” (2 ຕີໂມເຕ 3:1, ລ.ມ.) ບາງ​ຄົນ​ໝົດ​ຄວາມ​ຍິນດີ​ຍ້ອນ​​ປະສົບ​ກັບ​ການ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ເຈັບ​ປ່ວຍ ບໍ່​ມີ​ວຽກ​ເຮັດ ຫຼື​ສູນ​ເສຍ​ຄົນ​ທີ່​ຮັກ. ສ່ວນ​ບາງ​ຄົນ​ໝົດ​ຄວາມ​ຍິນດີ​ຍ້ອນ​ມີ​ເລື່ອງ​​ອຸກ​ໃຈ​ຫຼື​ເສຍໃຈ. ແມ່ນ​ແຕ່​ຜູ້​ນະມັດສະການ​ພະ​ເຢໂຫວາ​ກໍ​ອາດ​ທໍ້​ໃຈ​ແລະ​ໝົດ​ຄວາມ​ຍິນດີ​ໄດ້. ຖ້າ​ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ເຈົ້າ ເຈົ້າ​ຈະ​ກັບ​ມາ​ມີ​ຄວາມ​ຍິນດີ​ອີກ​ໄດ້​ແນວ​ໃດ?

ເພື່ອ​ຕອບ​ຄຳຖາມ​ນີ້ ທຳອິດ​ເຮົາ​ຕ້ອງ​ເຂົ້າ​ໃຈ​ກ່ອນ​ວ່າ​ຄວາມ​ຍິນດີ​ແທ້​ແມ່ນ​ຫຍັງ ແລະ​ເບິ່ງ​ວ່າ​ບາງ​ຄົນ​ຍັງ​ຮັກສາ​ຄວາມ​ຍິນດີ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ປະສົບ​ກັບ​ບັນຫາ​ທີ່​ຫຍຸ້ງຍາກ. ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ຮັກສາ​ແລະ​ເພີ່ມ​ຄວາມ​ຍິນດີ​ໃຫ້​ຫຼາຍ​ຂຶ້ນ.

ຄວາມ​ຍິນດີ​ແມ່ນ​ຫຍັງ?

ຄວາມ​ຍິນດີ​ບໍ່​ຄື​ກັບ​ຄວາມ​ເບີກບານ​ມ່ວນ​ຊື່ນ​ແລະ​ອາລົມ​ດີ. ຂໍ​ໃຫ້​ນຶກ​ພາບ​ວ່າ: ຕອນ​ທີ່​ຄົນ​ໜຶ່ງ​ເມົາ ລາວ​ອາດ​ເຮຮາ​ມ່ວນ​ຊື່ນ​ແລະ​ຫົວ​ເອົາ​ແທ້​ເອົາ​ວ່າ. ແຕ່​ເມື່ອ​ສວ່າງ​ເມົາ ລາວ​ກໍ​ເຊົາ​ຫົວ ແລະ​ຍັງ​ພົບ​ວ່າ​ຕົວ​ເອງ​ຍັງ​ຄົງ​ມີ​ບັນຫາ​ຫຼາຍ​ຢ່າງ. ຄວາມ​ມ່ວນ​ຊື່ນ​ຂອງ​ລາວ​ເປັນ​ພຽງ​ສິ່ງ​ທີ່​ມີ​ຢູ່​ຊົ່ວຄາວ ມັນ​ຈຶ່ງ​ບໍ່​ແມ່ນ​ຄວາມ​ຍິນດີ​ແທ້.—ສຸພາສິດ 14:13

ຄວາມ​ຍິນດີ​ເປັນ​ຄວາມ​ຮູ້ສຶກ​ທີ່​ແຮງ​ກ້າ​ທີ່​ເກີດ​ຂຶ້ນ​ໃນ​ຫົວໃຈ​ຂອງ​ເຮົາ​ເມື່ອ​ເຮົາ​ໄດ້​ຮັບ​ສິ່ງ​ດີໆຫຼື​ຄາດ​ຫວັງ​ວ່າ​ຈະ​ໄດ້​ຮັບ​ສິ່ງ​ດີ​ບາງ​ຢ່າງ. ການ​ມີ​ຄວາມ​ຍິນດີ​ໝາຍ​ເຖິງ​ການ​ມີ​ຄວາມ​ສຸກ​ບໍ່​ວ່າ​ເຮົາ​ຈະ​ປະສົບ​ເລື່ອງ​ທີ່​ດີ​ຫຼື​ຮ້າຍ. (1 ເທຊະໂລນີກ 1:6) ທີ່​ຈິງ ເຖິງ​ວ່າ​ເຮົາ​ອາດ​ຜິດ​ຫວັງ​ໃນ​ບາງ​ເລື່ອງ​ແຕ່​ເຮົາ​ຍັງ​ຄົງ​ມີ​ຄວາມ​ຍິນດີ​ໄດ້. ຕົວຢ່າງ​ເຊັ່ນ: ພວກ​ອັກຄະສາວົກ​ຖືກ​ທຳ​ຮ້າຍ​ຍ້ອນ​ປະກາດ​ເລື່ອງ​ພະ​ເຍຊູ ແຕ່​ເຂົາ​ເຈົ້າ​ກໍ “ອອກ​ໄປ​ຈາກ​ຕໍ່​ໜ້າ​ພວກ​ຕະລາການ​ໃຫຍ່​ແລະ​ມີ​ຄວາມ​ຍິນດີ ເພາະ​ເຂົາ​ເປັນ​ທີ່​ຖື​ວ່າ​ເປັນ​ຜູ້​ສົມຄວນ​ຈະ​ຖືກ​ການ​ນິນທາ​ເພາະ​ນາມ​ຊື່ (ແຫ່ງ​ພະ​ເຍຊູ).” (ກິດຈະການ 5:41) ເຂົາ​ເຈົ້າ​ບໍ່​ໄດ້​ດີ​ໃຈ​ທີ່​ຖືກ​ທຳ​ຮ້າຍ ແຕ່​ເຂົາ​ເຈົ້າ​ມີ​ຄວາມ​ຍິນດີ​ເພາະ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ​ໄວ້​ໄດ້.

ເຮົາ​ບໍ່​ໄດ້​ມີ​ຄວາມ​ຍິນດີ​ມາ​ຕັ້ງ​ແຕ່​ເກີດ​ຫຼື​ມີ​ໂດຍ​ອັດຕະໂນມັດ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຄວາມ​ຍິນດີ​ແທ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. ພະລັງ​ຂອງ​ພະເຈົ້າ​ຊ່ວຍ​ເຮົາ​ໃຫ້​ພັດທະນາ “ລັກສະນະ​ນິດໄສ​ໃໝ່” ເຊິ່ງ​ລວມ​ເຖິງ​ຄວາມ​ຍິນດີ. (ເອເຟດ 4:24, ລ.ມ.; ຄາລາຊີ 5:22) ເມື່ອ​ເຮົາ​ມີ​ຄວາມ​ຍິນດີ ເຮົາ​ກໍ​ຈະ​ຮັບ​ມື​ກັບ​ບັນຫາ​ໄດ້​ງ່າຍ​ຂຶ້ນ.

ຕົວຢ່າງ​ທີ່​ເຮົາ​ຢາກ​ຮຽນ​ແບບ

ພະ​ເຢໂຫວາ​ຢາກ​ເຫັນ​ສິ່ງ​ດີ​ເກີດ​ຂຶ້ນ​ເທິງ​ໂລກ ບໍ່​ແມ່ນ​ສິ່ງ​ຊົ່ວ​ຮ້າຍ​ຄື​ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້. ເຖິງ​ວ່າ​ຫຼາຍ​ຄົນ​ຈະ​ເຮັດ​ຊົ່ວ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ເຄີຍ​ໝົດ​ຄວາມ​ຍິນດີ. ຄຳພີ​ໄບເບິນ​ບອກ​ວ່າ: “ລິດເດດ​ກັບ​ຄວາມ​ຍິນດີ​ກໍ​ຢູ່​ໃນ​ບ່ອນ​ຢູ່​ຂອງ​ພະອົງ.” (1 ຂ່າວຄາວ 16:27) ນອກ​ຈາກ​ນັ້ນ ພະອົງ​ຍິນດີ​ເພາະ​ຜູ້​ຮັບໃຊ້​ຂອງ​ພະອົງ​ເຮັດ​ສິ່ງ​ທີ່​ດີ.—ສຸພາສິດ 27:11

ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ໂດຍ​ທີ່​ເຮົາ​ຮັກສາ​ຄວາມ​ຍິນດີ​ໄວ້ ເຖິງ​ວ່າ​ຈະ​ມີ​ບາງ​ຢ່າງ​ບໍ່​ເປັນ​ໄປ​ຕາມ​ທີ່​ເຮົາ​ຄາດ​ຫວັງ. ແທນ​ທີ່​ຈະ​ກັງວົນ​ແຕ່​ເລື່ອງ​ຂອງ​ຕົວ​ເອງ ເຮົາ​ຄວນ​ຈົດຈໍ່​ກັບ​ສິ່ງ​ດີໆທີ່​ເຮົາ​ມີ​ຢູ່​ໃນ​ຕອນ​ນີ້​ແລະ​ລໍ​ຖ້າ​ຢ່າງ​ອົດ​ທົນ​ເພື່ອ​ສິ່ງ​ທີ່​ດີ​ກວ່າ​ໃນ​ອະນາຄົດ. *—ເບິ່ງ​ໄຂ​ເງື່ອນ.

ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ຍັງ​ຮັກສາ​ຄວາມ​ຍິນດີ​ໄວ້​ໄດ້​ເຖິງ​ວ່າ​ຈະ​ປະສົບ​ບັນຫາ​ຫຼາຍ​ຢ່າງ. ອັບລາຫາມ​ຍັງ​ຮັກສາ​ຄວາມ​ຍິນດີ​ໄວ້​ໄດ້​ເຖິງ​ວ່າ​ຊີວິດ​ຈະ​ຕົກ​ຢູ່​ໃນ​ອັນຕະລາຍ​ຫຼື​ເມື່ອ​ມີ​ຄົນ​ອື່ນ​ສ້າງ​ບັນຫາ​ໃຫ້​ລາວ. (ຕົ້ນເດີມ 12:10-20; 14:8-16; 16:4, 5; 20:1-18; 21:8, 9) ລາວ​ເຮັດ​ໄດ້​ແນວ​ໃດ? ໂດຍ​ຄິດ​ເຖິງ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ໃໝ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ເມຊີ. (ຕົ້ນເດີມ 22:15-18; ເຫບເລີ 11:10) ພະ​ເຍຊູ​ບອກ​ວ່າ: “ອັບລາຫາມ​ພໍ່​ຂອງ​ພວກ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ຈະ​ໄດ້​ເຫັນ​ວັນ​ທີ່​ເຮົາ​ຈະ​ມາ ແລ້ວ​ເຂົາ​ກໍ​ໄດ້​ເຫັນ​ວັນ​ນັ້ນ​ແລະ​ມີ​ຄວາມ​ສຸກ.” (ໂຢຮັນ 8:56 , ລ.ມ.) ເຮົາ​ຮຽນ​ແບບ​ອັບລາຫາມ​ໄດ້​ໂດຍ​ຄິດ​ເຖິງ​ຄວາມ​ຍິນດີ​ທີ່​ເຮົາ​ຈະ​ມີ​ໃນ​ອະນາຄົດ​ສະເໝີ.—ໂລມ 8:21

ໂປໂລ​ກັບ​ສີລາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ຮັກສາ​ຄວາມ​ຍິນດີ​ໄວ້​ໄດ້​ເຖິງ​ວ່າ​ຈະ​ປະສົບ​ບັນຫາ​ຫຼາຍ​ຢ່າງ. ຕົວຢ່າງ: ຫຼັງ​ຈາກ​ທີ່​ໂປໂລ​ກັບ​ສີລາ​ຖືກ​ຂ້ຽນ​ແລະ​ຖືກ​ຂັງ​ຄຸກ ເຂົາ​ເຈົ້າ “ໄດ້​ອ້ອນ​ວອນ​ແລະ​ລຳ [ຮ້ອງ​ເພງ] ສັນລະເສີນ​ພະເຈົ້າ.” (ກິດຈະການ 16:23-25) ເຂົາ​ເຈົ້າ​ອົດ​ທົນ​ຕໍ່​ຄວາມ​ທຸກ​ທີ່​ປະສົບ​ໄດ້ ເພາະ​ເຂົາ​ເຈົ້າ​ຄິດ​ເຖິງ​ຄຳ​ສັນຍາ​ຂອງ​ພະເຈົ້າ​ກ່ຽວ​ກັບ​ອະນາຄົດ. ການ​ທີ່​ເຂົາ​ເຈົ້າ​ຮູ້​ວ່າ​ຕ້ອງ​ທົນ​ທຸກ​ເພາະ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຍິນດີ. ເຮົາ​ກໍ​ສາມາດ​ຮຽນ​ແບບ​ໂປໂລ​ກັບ​ສີລາ​ໄດ້​ຄື​ກັນ​ເມື່ອ​ເຮົາ​ຄິດ​ເຖິງ​ຜົນ​ດີ​ທີ່​ເກີດ​ຈາກ​ການ​ຮັບໃຊ້​ພະເຈົ້າ​ຢ່າງ​ສັດ​ຊື່.—ຟີລິບ 1:12-14

ທຸກ​ມື້​ນີ້​ມີ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຫຼາຍ​ຄົນ​ທີ່​ຍັງ​ສາມາດ​ຮັກສາ​ຄວາມ​ຍິນດີ​ໄວ້​ໄດ້​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ. ຕົວຢ່າງ: ໃນ​ເດືອນ​ພະຈິກ ປີ 2013 ພາຍຸ​ໃຕ້​ຝຸ່ນ​ໄຮ​ຢ້ຽນ​ທຳລາຍ​ເຮືອນ​ຊານ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ຟີລິບປິນ​ຫຼາຍ​ກວ່າ 1.000 ຄອບຄົວ. ເຮືອນ​ຂອງ​ພີ່​ນ້ອງ​ຈ໋ອດ​ໃນ​ເມືອງ​ແທກ​ໂລບ​ອນ​ກໍ​ຖືກ​ທຳລາຍ​ຄື​ກັນ. ລາວ​ບອກ​ວ່າ: “ເຖິງ​ວ່າ​ຈະ​ປະສົບ​ເລື່ອງ​ແບບ​ນີ້ ແຕ່​ພີ່​ນ້ອງ​ກໍ​ມີ​ຄວາມ​ສຸກ ມັນ​ອະທິບາຍ​ບໍ່​ຖືກ​ວ່າ​ພວກ​ເຮົາ​ຮູ້ສຶກ​ຍິນດີ​ສໍ່າ​ໃດ.” ເຖິງ​ວ່າ​ຈະ​ມີ​ບັນຫາ​ທີ່​ໜັກ​ຫຼາຍ ແຕ່​ຖ້າ​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ເຮົາ​ແລະ​ຮູ້ສຶກ​ເຫັນ​ຄຸນຄ່າ​ໃນ​ສິ່ງ​ເຫຼົ່າ​ນັ້ນ​ສະເໝີ ເຮົາ​ກໍ​ຈະ​ຮັກສາ​ຄວາມ​ຍິນດີ​ໄວ້​ໄດ້. ແລ້ວ​ມີ​ຫຍັງ​ອີກ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ​ເຊິ່ງ​ເຮັດ​ໃຫ້​ເຮົາ​ຍິນດີ?

ເຫດຜົນ​ທີ່​ເຮົາ​ຍິນດີ

ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ​ນັ້ນ​ກໍ​ຄື​ການ​ທີ່​ເຮົາ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ເຮົາ​ໄດ້​ມາ​ຮູ້ຈັກ​ກະສັດ​ຜູ້​ຍິ່ງໃຫຍ່​ທີ່​ສຸດ​ໃນ​ເອກະພົບ. ພະອົງ​ເປັນ​ທັງ​ພໍ່ ເປັນ​ທັງ​ພະເຈົ້າ ແລະ​ເປັນ​ທັງ​ໝູ່​ຂອງ​ເຮົາ.—ຄຳເພງ 71:17, 18

ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮູ້ສຶກ​ຂອບໃຈ​ທີ່​ພະ​ເຢໂຫວາ​ໃຫ້​ຊີວິດ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ສາມາດ​ມີ​ຄວາມ​ສຸກ​ກັບ​ຊີວິດ. (ຜູ້​ເທສະໜາ​ປ່າວ​ປະກາດ 3:12, 13) ແລະ​ຍ້ອນ​ພະອົງ​ຊັກ​ນຳ​ເຮົາ​ໃຫ້​ມາ​ຮູ້ຈັກ​ພະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໃຈ​ຈຸດ​ປະສົງ​ທີ່​ພະອົງ​ມີ​ຕໍ່​ເຮົາ ແລະ​ຮູ້​ວ່າ​ຈະ​ໃຊ້​ຊີວິດ​ແນວ​ໃດ. (ໂກໂລດ 1:9, 10) ແຕ່​ຄົນ​ສ່ວນ​ຫຼາຍ​ບໍ່​ເຂົ້າ​ໃຈ​ວ່າ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ​ຄື​ຫຍັງ. ເພື່ອ​ເນັ້ນ​ເຖິງ​ຄວາມ​ແຕກຕ່າງ​ນີ້ ໂປໂລ​ຂຽນ​ວ່າ: “ສິ່ງ​ທີ່​ຕາ​ບໍ່​ໄດ້​ເຫັນ ຫູ​ບໍ່​ໄດ້​ຍິນ ແລະ​ເກີນ​ຄວາມ​ເຂົ້າ​ໃຈ​ມະນຸດ ສິ່ງ​ເຫຼົ່າ​ນັ້ນ​ແຫຼະ​ທີ່​ພະເຈົ້າ​ກຽມ​ໄວ້​ໃຫ້​ຄົນ​ທີ່​ຮັກ​ພະອົງ ພະເຈົ້າ​ເປີດ​ເຜີຍ​ສິ່ງ​ເຫຼົ່າ​ນັ້ນ​ກັບ​ເຮົາ​ດ້ວຍ​ພະລັງ​ຂອງ​ພະອົງ.” (1 ໂກລິນໂທ 2:9, 10, ລ.ມ.) ການ​ເຂົ້າ​ໃຈ​ຈຸດ​ປະສົງ​ແລະ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ.

ທີ່​ຈິງ ພະ​ເຢໂຫວາ​ຍັງ​ເຮັດ​ເພື່ອ​ເຮົາ​ຫຼາຍ​ກວ່າ​ນັ້ນ​ອີກ. ພະອົງ​ເຮັດ​ໃຫ້​ເຮົາ​ສາມາດ​ໄດ້​ຮັບ​ການ​ອະໄພ​ບາບ. (1 ໂຢຮັນ 2:12) ພະອົງ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ໃນ​ໂລກ​ໃໝ່​ເຊິ່ງ​ໃກ້​ເຂົ້າ​ມາ​ແລ້ວ. (ໂລມ 12:12) ແມ່ນ​ແຕ່​ຕອນ​ນີ້ ພະ​ເຢໂຫວາ​ກໍ​ຍັງ​ໃຫ້​ເຮົາ​ມີ​ໝູ່​ຢ່າງ​ຫຼວງ​ຫຼາຍ​ທີ່​ມາ​ນະມັດສະການ​ພະອົງ​ນຳ​ກັນ​ກັບ​ເຮົາ. (ຄຳເພງ 133:1) ແລະ​ພະອົງ​ຍັງ​ປົກ​ປ້ອງ​ເຮົາ​ຈາກ​ຊາຕານ​ແລະ​ພວກ​ຜີ​ປີສາດ. (ຄຳເພງ 91:11) ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ທີ່​ດີ​ເລີດ​ຫຼາຍ​ຢ່າງ​ກັບ​ເຮົາ​ແທ້ໆ ຖ້າ​ເຮົາ​ຄິດ​ເຖິງ​ສິ່ງ​ເຫຼົ່າ​ນີ້​ສະເໝີ ເຮົາ​ກໍ​ຈະ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ.—ຟີລິບ 4:4

ວິທີ​ທີ່​ເຮົາ​ຈະ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ

ຄລິດສະຕຽນ​ທີ່​ມີ​ຄວາມ​ຍິນດີ​ຢູ່​ແລ້ວ​ຈະ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ​ອີກ​ໄດ້​ບໍ? ພະ​ເຍຊູ​ບອກ​ວ່າ: “ຄຳ​ທັງ​ຫຼາຍ​ນີ້​ເຮົາ​ໄດ້​ກ່າວ​ແກ່​ພວກ​ທ່ານ​ເພື່ອ​ຄວາມ​ຍິນດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ທ່ານ ແລະ​ເພື່ອ​ຄວາມ​ຍິນດີ​ຂອງ​ທ່ານ​ທັງ​ຫຼາຍ​ຈະ​ຄົບ​ເຕັມ​ໄດ້.” (ໂຢຮັນ 15:11) ຂໍ້​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ​ໄດ້. ເຮົາ​ອາດ​ປຽບ​ທຽບ​ຄວາມ​ຍິນດີ​ຂອງ​ເຮົາ​ຄື​ກັບ​ໄຟ. ຖ້າ​ເຮົາ​ຕ້ອງການ​ໃຫ້​ໄຟ​ແຮງ​ຂຶ້ນ ເຮົາ​ກໍ​ຕ້ອງ​ໃສ່​ຟືນ​ເພີ່ມ​ຂຶ້ນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະລັງ​ບໍລິສຸດ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ. ດັ່ງ​ນັ້ນ ຖ້າ​ເຮົາ​ຢາກ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ ເຮົາ​ກໍ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ​ຕໍ່ໆໄປ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ອ່ານ​ແລະ​ຄິດ​ຕຶກຕອງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະລັງ​ບໍລິສຸດ.—ຄຳເພງ 1:1, 2; ລືກາ 11:13

ອີກ​ຢ່າງ​ໜຶ່ງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ​ກໍ​ຄື​ການ​ທຸ່ມ​ເທ​ຕົວ​ເອງ​ໃນ​ການ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. (ຄຳເພງ 35:27; 112:1) ເປັນ​ຫຍັງ​ສິ່ງ​ນີ້​ເຮັດ​ໃຫ້​ມີ​ຄວາມ​ຍິນດີ​ໄດ້? ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຖືກ​ສ້າງ​ໃຫ້ ‘ຢ້ານຢຳ​ພະເຈົ້າ ແລະ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫຼາຍ​ຂອງ​ພະອົງ. ເຫດ​ວ່າ​ການ​ນີ້​ເປັນ​ສັບພະ​ທຸກ​ສິ່ງ​ແກ່​ມະນຸດ.’ (ຜູ້​ເທສະໜາ​ປ່າວ​ປະກາດ 12:13) ເຮົາ​ຖືກ​ອອກ​ແບບ​ມາ​ເພື່ອ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ເມື່ອ​ເຮົາ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຈະ​ມີ​ຄວາມ​ສຸກ​ແທ້​ໃນ​ຊີວິດ. *—ເບິ່ງ​ໄຂ​ເງື່ອນ.

ປະໂຫຍດ​ຂອງ​ການ​ມີ​ຄວາມ​ຍິນດີ

ເມື່ອ​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ​ເຮົາ​ຈະ​ໄດ້​ປະໂຫຍດ​ອື່ນໆອີກ​ຫຼາຍ​ຢ່າງ ເຊັ່ນ: ພະ​ເຢໂຫວາ​ຈະ​ພໍ​ໃຈ​ເຮົາ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ຮັບໃຊ້​ພະອົງ​ດ້ວຍ​ຄວາມ​ຍິນດີ​ຕໍ່ໆໄປ​ເຖິງ​ວ່າ​ຈະ​ປະສົບ​ກັບ​ບັນຫາ. (ພະບັນຍັດ 16:15; 1 ເທຊະໂລນີກ 5:16-18) ແລະ​ຍ້ອນ​ເຮົາ​ມີ​ຄວາມ​ຍິນດີ​ແທ້ ເຮົາ​ຈະ​ບໍ່​ຄິດ​ວ່າ​ການ​ມີ​ຊັບ​ສິນ​ເງິນ​ຄຳ​ຫຼາຍໆເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ແຕ່​ເຮົາ​ຈະ​ພະຍາຍາມ​ເສຍ​ສະລະ​ຫຼາຍ​ຂຶ້ນ​ເພື່ອ​ລັດຖະບານ​ຂອງ​ພະເຈົ້າ. (ມັດທາຍ 13:44) ແລະ​ເມື່ອ​ເຮົາ​ເຫັນ​ຜົນ​ດີ​ຈາກ​ການ​ເຮັດ​ເພື່ອ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ ຈະ​ຮູ້ສຶກ​ດີ​ກັບ​ຕົວ​ເອງ​ຫຼາຍ​ຂຶ້ນ ແລະ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.—ກິດຈະການ 20:35; ຟີລິບ 1:3-5

ນອກ​ຈາກ​ນັ້ນ ເມື່ອ​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ມີ​ສຸຂະພາບ​ທີ່​ດີ​ຂຶ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ໃຈ​ຊື່ນ​ບານ​ເປັນ​ຢາ​ວິເສດ.” (ສຸພາສິດ 17:22, ລ.ມ.) ນັກ​ວິໄຈ​ດ້ານ​ສຸຂະພາບ​ຄົນ​ໜຶ່ງ​ຈາກ​ມະຫາ​ວິທະຍາໄລ​ເນ​ບາ​ສະ​ກ້າ​ໃນ​ປະເທດ​ສະຫະລັດ​ເວົ້າ​ບາງ​ຢ່າງ​ທີ່​ກົງ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ຂໍ້​ນີ້​ບອກ​ໄວ້. ລາວ​ບອກ​ວ່າ: “ຖ້າ​ເຈົ້າ​ມີ​ຄວາມ​ສຸກ​ແລະ​ພໍ​ໃຈ​ກັບ​ຊີວິດ​ໃນ​ຕອນ​ນີ້ ເຈົ້າ​ກໍ​ມີ​ແນວ​ໂນ້ມ​ທີ່​ຈະ​ມີ​ສຸຂະພາບ​ທີ່​ດີ​ຂຶ້ນ​ໃນ​ອະນາຄົດ.”

ດັ່ງ​ນັ້ນ ເຖິງ​ວ່າ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ມີ​ແຕ່​ຄວາມ​ເຄັ່ງ​ຕຶງ ເຮົາ​ກໍ​ມີ​ສາມາດ​ຄວາມ​ຍິນດີ​ແທ້​ໄດ້​ຖ້າ​ເຮົາ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ ສຶກສາ​ສ່ວນ​ຕົວ ແລະ​ຄິດ​ຕຶກຕອງ​ຄຳພີ​ໄບເບິນ. ຖ້າ​ເຮົາ​ຄິດ​ເຖິງ​ສິ່ງ​ດີ​ຕ່າງໆທີ່​ພະ​ເຢໂຫວາ​ໃຫ້​ເຮົາ ຖ້າ​ເຮົາ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ ແລະ​ພະຍາຍາມ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ ເຮົາ​ກໍ​ຈະ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ພະທຳ​ຄຳເພງ 64:10 ທີ່​ບອກ​ວ່າ: “ຄົນ​ຊອບທຳ​ຈະ​ຊົມຊື່ນ​ຍິນດີ​ໃນ​ພະ​ເຢໂຫວາ​ແລະ​ປົງ​ໃຈ​ໃນ​ພະອົງ.”

^ ຂໍ້ 10 ໃນ​ອະນາຄົດ​ເຮົາ​ຈະ​ເວົ້າ​ເຖິງ​ຄວາມ​ອົດ​ທົນ​ອົດ​ກັ້ນ​ໃນ​ບົດ​ຄວາມ​ຊຸດ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.”

^ ຂໍ້ 20 ເພື່ອ​ຈະ​ຮູ້​ວິທີ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ ເບິ່ງ​ຂອບ “ ວິທີ​ອື່ນໆທີ່​ເຮັດ​ໃຫ້​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ.