ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຊ້​ຊີວິດ​ຕາມ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຕໍ່ໆໄປ!

ໃຊ້​ຊີວິດ​ຕາມ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຕໍ່ໆໄປ!

“ໃຫ້​ພວກ​ເຈົ້າ​ໃຊ້​ຊີວິດ​ຕາມ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ.”—ຄາລາຊີ 5:16, ລ.ມ.

ເພງ: 22, 75

1, 2. ພີ່​ນ້ອງ​ຄົນ​ໜຶ່ງ​ໄດ້​ຮູ້​ຫຍັງ​ກ່ຽວ​ກັບ​ຕົວ​ເອງ ແລະ​ລາວ​ລົງ​ມື​ເຮັດ​ແນວ​ໃດ?

ໂຣ​ເບີດ​ຮັບ​ບັບເຕມາ​ຕອນ​ອາຍຸ 15 ປີ ແຕ່​ລາວ​ກໍ​ບໍ່​ໄດ້​ໃຫ້​ຄວາມ​ຈິງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ເຄີຍ​ເຮັດ​ຫຍັງ​ຜິດ ຂ້ອຍ​ກໍ​ເຮັດ​ທຸກ​ຢ່າງ​ຕາມ​ກິດຈະວັດ. ຂ້ອຍ​ເບິ່ງ​ຄື​ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ຂ້ອຍ​ໄປ​ປະຊຸມ​ເປັນ​ປະຈຳ ແລະ​ຂ້ອຍ​ກໍ​ສະໝັກ​ເປັນ​ໄພໂອເນຍ​ສົບ​ທົບ 2-3 ເທື່ອ​ຕໍ່​ປີ. ແຕ່​ຂ້ອຍ​ຮູ້ສຶກ​ວ່າ​ມີ​ບາງ​ຢ່າງ​ຂາດ​ຫາຍ​ໄປ.”

2 ໂຣ​ເບີດ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ຂາດ​ຫາຍ​ໄປ​ນັ້ນ​ຄື​ຫຍັງ​ຈົນ​ຫຼັງ​ຈາກ​ລາວ​ແຕ່ງ​ດອງ ຕອນ​ທີ່​ລາວ​ກັບ​ເມຍ​ຫຼິ້ນ​ເກມ​ຖາມ​ຄຳຖາມ​ຈາກ​ຄຳພີ​ໄບເບິນ ເມຍ​ຂອງ​ລາວ​ຮູ້ຈັກ​ຄຳພີ​ໄບເບິນ​ຫຼາຍ​ກວ່າ​ລາວ​ແລະ​ຕອບ​ຄຳຖາມ​ໄດ້​ງ່າຍໆ. ແຕ່​ຫຼາຍ​ເທື່ອ​ໂຣ​ເບີດ​ຕອບ​ບໍ່​ຄ່ອຍ​ໄດ້​ແລະ​ຮູ້ສຶກ​ອາຍ. ລາວ​ບອກ​ວ່າ: “ມັນ​ຄື​ກັບ​ວ່າ​ຂ້ອຍ​ບໍ່​ຮູ້​ຫຍັງ​ເລີຍ ຂ້ອຍ​ຄິດ​ໃນ​ໃຈ​ວ່າ ‘ຂ້ອຍ​ຈະ​ໃຫ້​ເມຍ​ນຳ​ໜ້າ​ຂ້ອຍ​ເລື່ອງ​ຄວາມ​ເຊື່ອ​ບໍ​ນິ? ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈັກ​ຢ່າງ!’” ແລ້ວ​ລາວ​ກໍ​ໄດ້​ລົງ​ມື​ເຮັດ. ໂຣ​ເບີດ​ເລົ່າ​ວ່າ: “ຂ້ອຍ​ສຶກສາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ ສຶກສາ​ຫຼາຍ​ອີ່​ຫຼີ ແລະ​ເມື່ອ​ເຮັດ​ແບບ​ນີ້​ຂ້ອຍ​ກໍ​ຮູ້ສຶກ​ດີ​ຂຶ້ນ. ຂ້ອຍ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ ແລະ​ທີ່​ສຳຄັນ​ທີ່​ສຸດ​ຄື​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.”

3. (ກ) ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ເລື່ອງ​ຂອງ​ໂຣ​ເບີດ? (ຂ) ມີ​ຈຸດ​ສຳຄັນ​ຫຍັງ​ແດ່​ທີ່​ເຮົາ​ຈະ​ເບິ່ງ​ນຳ​ກັນ?

3 ເລື່ອງ​ຂອງ​ໂຣ​ເບີດ​ໃຫ້​ບົດຮຽນ​ທີ່​ສຳຄັນ​ກັບ​ເຮົາ​ຫຼາຍ​ແທ້ໆ. ເຮົາ​ອາດ​ມີ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ ແລະ​ອອກ​ປະກາດ​ເລື້ອຍໆ ແຕ່​ນີ້​ກໍ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ເຖິງ​ວ່າ​ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຢູ່​ແລ້ວ ແຕ່​ເມື່ອ​ເຮົາ​ກວດ​ສອບ​ຕົວ​ເອງ ເຮົາ​ກໍ​ຈະ​ເຫັນ​ວິທີ​ທີ່​ຈະ​ປັບ​ປຸງ​ໄດ້. (ຟີລິບ 3:16) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຕອບ​ຄຳຖາມ 3 ຂໍ້​ທີ່​ສຳຄັນ: (1) ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ແລະ​ສະໜິດ​ກັບ​ພະອົງ? (2) ເຮົາ​ຈະ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? (3) ການ​ສະໜິດ​ກັບ​ພະເຈົ້າ​ສົ່ງ​ຜົນ​ຕໍ່​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ​ແນວ​ໃດ?

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ແລະ​ສະໜິດ​ກັບ​ພະອົງ?

4. ຄຳ​ແນະນຳ​ໃນ​ເອເຟດ 4:23, 24 ໃຊ້​ກັບ​ໃຜ?

4 ກ່ອນ​ຈະ​ຮັບ​ບັບເຕມາ ເຮົາ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ຫຼາຍ​ຢ່າງ​ເຊິ່ງ​ສົ່ງ​ຜົນ​ຕໍ່​ທຸກ​ແງ່​ມຸມ​ຂອງ​ຊີວິດ ແຕ່​ການ​ປ່ຽນ​ແປງ​ນັ້ນ​ບໍ່​ໄດ້​ຈົບ​ຢູ່​ທີ່​ການ​ຮັບ​ບັບເຕມາ. ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ “ປ່ຽນ​ຄວາມ​ຄິດ​ຈິດ​ໃຈ​ໃໝ່​ຢ່າງ​ຕໍ່​ເນື່ອງ.” (ເອເຟດ 4:23, 24, ລ.ມ.) ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ. ເຖິງ​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ ເຮົາ​ກໍ​ຕ້ອງ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຢູ່​ສະເໝີ.—ຟີລິບ 3:12, 13

5. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຫຼື​ບໍ່?

5 ບໍ່​ວ່າ​ເຮົາ​ຈະ​ຍັງ​ໜຸ່ມ​ຫຼື​ເຖົ້າ​ແລ້ວ ເຮົາ​ຕ້ອງ​ກວດ​ສອບ​ຕົວ​ເອງ​ຢ່າງ​ສັດ​ຊື່. ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: “ຂ້ອຍ​ຮູ້ສຶກ​ໄດ້​ບໍ​ວ່າ​ຂ້ອຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້​ນຳ​ແລະ​ສະໜິດ​ກັບ​ພະອົງ​ຫຼາຍ​ຂຶ້ນ? ຂ້ອຍ​ຄື​ກັບ​ພະ​ເຍຊູ​ຫຼາຍ​ຂຶ້ນ​ບໍ? ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ຂ້ອຍ​ຢູ່​ທີ່​ການ​ປະຊຸມ​ບົ່ງ​ບອກ​ວ່າ​ຂ້ອຍ​ເປັນ​ຄົນ​ແນວ​ໃດ? ເລື່ອງ​ທີ່​ຂ້ອຍ​ເວົ້າ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ອັນ​ໃດ​ຄື​ສິ່ງ​ທີ່​ຂ້ອຍ​ຕ້ອງການ​ແທ້ໆໃນ​ຊີວິດ? ນິດໄສ​ການ​ສຶກສາ​ສ່ວນ​ຕົວ ການ​ແຕ່ງ​ຕົວ ແລະ​ວິທີ​ທີ່​ຂ້ອຍ​ຕອບ​ຮັບ​ຄຳ​ແນະນຳ​ບົ່ງ​ບອກ​ວ່າ​ຂ້ອຍ​ເປັນ​ຄົນ​ແນວ​ໃດ? ເມື່ອ​ຂ້ອຍ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດ ຂ້ອຍ​ເຮັດ​ແນວ​ໃດ? ຂ້ອຍ​ພະຍາຍາມ​ຈະ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ບໍ?” (ເອເຟດ 4:13) ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ສໍ່າ​ໃດ.

6. ມີ​ອັນ​ໃດ​ອີກ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຫຼື​ບໍ່?

6 ບາງ​ຄັ້ງ ເຮົາ​ຕ້ອງ​ໃຫ້​ຄົນ​ອື່ນ​ຊ່ວຍ​ເພື່ອ​ຈະ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ແລະ​ສະໜິດ​ກັບ​ພະອົງ​ຫຼື​ບໍ່. ໂປໂລ​ບອກ​ວ່າ​ຄົນ​ທີ່​ຄິດ​ແບບ​ໂລກ​ຈະ​ບໍ່​ເຂົ້າ​ໃຈ​ວ່າ​ການ​ໃຊ້​ຊີວິດ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ. ແຕ່​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຈະ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພະອົງ ເຂົາ​ເຈົ້າ​ຮູ້​ວ່າ​ພະເຈົ້າ​ບໍ່​ຍອມ​ຮັບ​ການ​ໃຊ້​ຊີວິດ​ແບບ​ໂລກ. (1 ໂກລິນໂທ 2:14-16; 3:1-3) ຜູ້​ເຖົ້າ​ແກ່​ທີ່​ມີ​ຈິດ​ໃຈ​ຢ່າງ​ພະ​ຄລິດ​ຈະ​ສັງເກດ​ເຫັນ​ໄດ້​ດີ ເມື່ອ​ພີ່​ນ້ອງ​ບາງ​ຄົນ​ເລີ່ມ​ໃຊ້​ຊີວິດ​ແບບ​ຄົນ​ທົ່ວໄປ​ໃນ​ໂລກ​ແລະ​ເຂົາ​ເຈົ້າ​ຈະ​ພະຍາຍາມ​ຊ່ວຍ​ພີ່​ນ້ອງ. ຖ້າ​ຜູ້​ເຖົ້າ​ແກ່​ພະຍາຍາມ​ຊ່ວຍ​ເຮົາ ເຮົາ​ຈະ​ຍອມ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເຂົາ​ເຈົ້າ​ບໍ? ຖ້າ​ເຮົາ​ເຮັດ​ຕາມ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢາກ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ.—ຜູ້​ເທສະໜາ​ປ່າວ​ປະກາດ 7:5, 9

ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ

7. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ການ​ມີ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ຍັງ​ບໍ່​ພຽງ​ພໍ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ?

7 ການ​ມີ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ຍັງ​ບໍ່​ພໍ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ກະສັດ​ຊາໂລໂມນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ແລະ​ສິ່ງ​ທີ່​ລາວ​ຂຽນ​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ນຳ. ແຕ່​ຕໍ່​ມາ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ກໍ​ອ່ອນ​ລົງ​ແລະ​ລາວ​ກໍ​ບໍ່​ໄດ້​ຮັກສາ​ຄວາມ​ສັດ​ຊື່. (1 ກະສັດ 4:29, 30; 11:4-6) ດັ່ງ​ນັ້ນ ນອກ​ຈາກ​ການ​ມີ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ແລ້ວ ເຮົາ​ຍັງ​ຕ້ອງ​ເຮັດ​ຫຍັງ​ອີກ? ເຮົາ​ຕ້ອງ​ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຕໍ່ໆໄປ. (ໂກໂລດ 2:6, 7) ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ?

8, 9. (ກ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ? (ຂ) ຕອນ​ທີ່​ເຮົາ​ສຶກສາ​ແລະ​ຄິດ​ຕຶກຕອງ ເຮົາ​ຄວນ​ມີ​ເປົ້າ​ໝາຍ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

8 ໃນ​ສະຕະວັດ​ທຳອິດ ໂປໂລ​ສະໜັບສະໜູນ​ຄລິດສະຕຽນ​ໃຫ້ “ພະຍາຍາມ​ກ້າວ​ໜ້າ​ໄປ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ໃຫຍ່.” (ເຫບເລີ 6:1, ລ.ມ.) ເຮົາ​ຈະ​ໃຊ້​ຄຳ​ແນະນຳ​ນີ້​ແນວ​ໃດ​ໃນ​ທຸກ​ມື້​ນີ້? ວິທີ​ໜຶ່ງ​ກໍ​ຄື​ສຶກສາ​ປຶ້ມ​ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເພາະ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວິທີ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ໃນ​ຊີວິດ. ຖ້າ​ເຈົ້າ​ສຶກສາ​ປຶ້ມ​ນີ້​ຈົບ​ແລ້ວ​ກໍ​ຍັງ​ມີ​ປຶ້ມ​ອື່ນໆອີກ​ທີ່​ເຈົ້າ​ສາມາດ​ໃຊ້​ສຶກສາ​ຄົ້ນ​ຄວ້າ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (ໂກໂລດ 1:23) ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຮົາ​ຮຽນ​ແລະ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ນຳ​ເອົາ​ໄປ​ໃຊ້​ໃນ​ຊີວິດ.

9 ຕອນ​ທີ່​ເຮົາ​ສຶກສາ​ແລະ​ຄິດ​ຕຶກຕອງ ເປົ້າ​ໝາຍ​ຂອງ​ເຮົາ​ຄື​ຢາກ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ຫຼາຍ​ຂຶ້ນ. (ຄຳເພງ 40:8; 119:97) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ປະຕິເສດ​ທຸກ​ຢ່າງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ສະໜິດ​ກັບ​ພະ​ເຢໂຫວາ.—ຕິໂຕ 2:11, 12

10. ໄວ​ໜຸ່ມ​ຈະ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

10 ຖ້າ​ເຈົ້າ​ເປັນ​ໄວ​ໜຸ່ມ ເຈົ້າ​ມີ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້​ບໍ? ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຮັບໃຊ້​ຢູ່​ເບເທນ​ມັກ​ລົມ​ກັບ​ໄວ​ໜຸ່ມ​ທີ່​ຈະ​ຮັບ​ບັບເຕມາ​ຢູ່​ການ​ປະຊຸມ​ໝວດ​ແລະ​ຖາມ​ເຂົາ​ເຈົ້າ​ວ່າ​ມີ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້​ແນວ​ໃດ. ລາວ​ສັງເກດ​ເຫັນ​ວ່າ​ຫຼາຍ​ຄົນ​ໄດ້​ຄິດ​ວາງ​ແຜນ​ຢ່າງ​ດີ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ແບບ​ໃດ​ໃນ​ອະນາຄົດ. ບາງ​ຄົນ​ວາງ​ແຜນ​ຮັບໃຊ້​ແບບ​ເຕັມ​ເວລາ ແລະ​ບາງ​ຄົນ​ກໍ​ຢາກ​ຮັບໃຊ້​ໃນ​ເຂດ​ທີ່​ມີ​ຄວາມ​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ແຕ່​ບາງ​ຄົນ​ກໍ​ບໍ່​ຮູ້​ວ່າ​ຈະ​ຕອບ​ຄຳຖາມ​ນີ້​ແນວ​ໃດ. ເປັນ​ໄປ​ໄດ້​ບໍ​ທີ່​ເຂົາ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ມີ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້? ຖ້າ​ເຈົ້າ​ເປັນ​ໄວ​ໜຸ່ມ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໄປ​ປະຊຸມ​ໄປ​ປະກາດ​ພຽງ​ເພາະ​ພໍ່​ແມ່​ຢາກ​ໃຫ້​ເຮັດ​ບໍ? ຫຼື​ຂ້ອຍ​ພະຍາຍາມ​ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ດ້ວຍ​ຕົວ​ເອງ?’ ແນ່ນອນ ເຮົາ​ທຸກ​ຄົນ​ຄວນ​ມີ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້​ບໍ່​ວ່າ​ເຮົາ​ຈະ​ຍັງ​ໜຸ່ມ​ຫຼື​ເຖົ້າ​ແລ້ວ. ເປົ້າ​ໝາຍ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ຜູ້​ເທສະໜາ​ປ່າວ​ປະກາດ 12:1, 13

11. (ກ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ? (ຂ) ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ໃຜ​ໃນ​ຄຳພີ​ໄບເບິນ?

11 ເມື່ອ​ເຮົາ​ຮູ້​ແລ້ວ​ວ່າ​ຕ້ອງ​ປັບ​ປຸງ​ຈຸດ​ໃດ ເຮົາ​ກໍ​ຕ້ອງ​ເລີ່ມ​ປ່ຽນ. ສິ່ງ​ນີ້​ສຳຄັນ​ຫຼາຍ​ເພາະ​ມັນ​ມີ​ຜົນ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ຊີວິດ​ຫຼື​ຕາຍ​ກໍ​ໄດ້. (ໂລມ 8:6-8) ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ໄດ້​ຢ່າງ​ສົມບູນ​ແບບ​ແລະ​ພະອົງ​ກໍ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ ແຕ່​ເຮົາ​ກໍ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ດ້ວຍ​ຕົວ​ເອງ. ພີ່​ນ້ອງ ຈອນ ບຣາ ເຊິ່ງ​ເຄີຍ​ຮັບໃຊ້​ເປັນ​ຄະນະ​ກຳມະການ​ປົກຄອງ​ເຄີຍ​ອອກ​ຄວາມ​ເຫັນ​ກ່ຽວ​ກັບ​ລືກາ 13:24 ວ່າ: “ຫຼາຍ​ຄົນ​ຜ່ານ​ເຂົ້າ​ປະຕູ​ແຄບ​ກໍ​ບໍ່​ໄດ້​ເພາະ​ເຂົາ​ເຈົ້າ​ບໍ່​ດຸ​ໝັ່ນ​ພໍ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ.” ເຮົາ​ຕ້ອງ​ເປັນ​ຄື​ກັບ​ຢາໂຄບ​ທີ່​ປໍ້າ​ສູ້​ກັບ​ທູດ​ສະຫວັນ​ແລະ​ບໍ່​ຍອມ​ແພ້​ຈົນ​ໄດ້​ຮັບ​ພອນ. (ຕົ້ນເດີມ 32:26-28) ເຖິງ​ວ່າ​ການ​ສຶກສາ​ຄຳພີ​ໄບເບິນ​ຈະ​ມ່ວນ ແຕ່​ເຮົາ​ບໍ່​ຄວນ​ຄາດ​ໝາຍ​ວ່າ​ການ​ອ່ານ​ຄຳພີ​ໄບເບິນ​ຈະ​ມ່ວນ​ຄື​ກັບ​ການ​ອ່ານ​ນິຍາຍ. ເຮົາ​ຕ້ອງ​ຂຸດ​ຄົ້ນ​ຫາ​ຄວາມ​ຈິງ​ທີ່​ມີ​ຄ່າ​ທີ່​ໃຫ້​ປະໂຫຍດ​ກັບ​ເຮົາ.

12, 13. (ກ) ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ໂລມ 15:5? (ຂ) ຕົວຢ່າງ​ແລະ​ຄຳ​ແນະນຳ​ຂອງ​ເປໂຕ​ຊ່ວຍ​ເຮົາ​ແນວ​ໃດ? (ຄ) ເຈົ້າ​ຈະ​ເຮັດ​ຫຍັງ​ເພື່ອ​ຈະ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ? (ເບິ່ງ​ຂອບ “ ວິທີ​ທີ່​ເຈົ້າ​ຈະ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ.”)

12 ເມື່ອ​ເຮົາ​ພະຍາຍາມ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ ພະລັງ​ບໍລິສຸດ​ຈະ​ຊ່ວຍ​ໃຫ້​ເຮົາ​ປ່ຽນ​ວິທີ​ຄິດ ເຮົາ​ກໍ​ຈະ​ຄ່ອຍໆຮຽນ​ຮູ້​ທີ່​ຈະ​ຄິດ​ແບບ​ພະ​ຄລິດ. (ໂລມ 15:5) ພະລັງ​ບໍລິສຸດ​ສາມາດ​ຊ່ວຍ​ເຮົາ​ໃຫ້​ກຳຈັດ​ຄວາມ​ຕ້ອງການ​ທີ່​ຜິດໆແລະ​ພັດທະນາ​ຄຸນ​ລັກສະນະ​ທີ່​ພະເຈົ້າ​ພໍ​ໃຈ. (ຄາລາຊີ 5:16, 22, 23) ຖ້າ​ເຮົາ​ເຫັນ​ວ່າ​ຕົວ​ເອງ​ກຳລັງ​ໃຫ້​ຄວາມ​ສຳຄັນ​ກັບ​ສິ່ງ​ຝ່າຍ​ວັດຖຸ​ຫຼື​ຄວາມ​ມ່ວນ​ຊື່ນ​ຫຼາຍ​ເກີນ​ໄປ ເຮົາ​ບໍ່​ຄວນ​ຍອມ​ແພ້. ເຮົາ​ຕ້ອງ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ເລື້ອຍໆເພື່ອ​ຊ່ວຍ​ເຮົາ​ໃຫ້​ປັບ​ຄວາມ​ຄິດ​ແລະ​ໃຫ້​ຄວາມ​ສຳຄັນ​ກັບ​ສິ່ງ​ທີ່​ຖືກຕ້ອງ. (ລືກາ 11:13) ຂໍ​ໃຫ້​ຄິດ​ເຖິງ​ອັກຄະສາວົກ​ເປໂຕ ລາວ​ບໍ່​ໄດ້​ຄິດ​ແບບ​ພະ​ຄລິດ​ສະເໝີ. (ມັດທາຍ 16:22, 23; ລືກາ 22:34, 54-62; ຄາລາຊີ 2:11-14) ແຕ່​ລາວ​ບໍ່​ຍອມ​ແພ້ ແລະ​ພະ​ເຢໂຫວາ​ກໍ​ຊ່ວຍ​ລາວ. ເປໂຕ​ຄ່ອຍໆຮຽນ​ຮູ້​ທີ່​ຈະ​ຄິດ​ແບບ​ພະ​ຄລິດ ແລະ​ເຮົາ​ກໍ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ.

13 ຕໍ່​ມາ​ເປໂຕ​ເວົ້າ​ເຖິງ​ຄຸນ​ລັກສະນະ​ຕ່າງໆທີ່​ເຮົາ​ຄວນ​ຈະ​ມີ. (ອ່ານ 2 ເປໂຕ 1:5-8) ເຮົາ​ຕ້ອງ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຈະ​ຝຶກ​ໃຫ້​ມີ​ການ​ຄວບຄຸມ​ຕົວ​ເອງ ຄວາມ​ອົດ​ທົນ ຄວາມ​ຮັກ​ຕໍ່​ພີ່​ນ້ອງ ແລະ​ຄຸນ​ລັກສະນະ​ອື່ນໆ. ໃຫ້​ເຮົາ​ຖາມ​ຕົວ​ເອງ​ທຸກ​ມື້​ວ່າ: ‘ມື້​ນີ້​ຂ້ອຍ​ຈະ​ສະແດງ​ຄຸນ​ລັກສະນະ​ຫຍັງ​ເພື່ອ​ຈະ​ຊ່ວຍ​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?’

ໃຊ້​ຫຼັກ​ການ​ຄຳພີ​ໄບເບິນ​ທຸກ​ມື້

14. ການ​ສະໜິດ​ກັບ​ພະເຈົ້າ​ສົ່ງ​ຜົນ​ຕໍ່​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ​ແນວ​ໃດ?

14 ຖ້າ​ເຮົາ​ຄິດ​ຄື​ກັບ​ພະ​ຄລິດ ສິ່ງ​ນີ້​ຈະ​ສົ່ງ​ຜົນ​ຕໍ່​ການ​ປະພຶດ​ຂອງ​ເຮົາ​ເມື່ອ​ຢູ່​ບ່ອນ​ເຮັດ​ວຽກ​ແລະ​ໂຮງ​ຮຽນ ຕໍ່​ວິທີ​ທີ່​ເຮົາ​ເວົ້າ​ແລະ​ການ​ຕັດສິນ​ໃຈ​ໃນ​ແຕ່​ລະ​ມື້. ການ​ຕັດສິນ​ໃຈ​ຂອງ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ພະຍາຍາມ​ຮຽນ​ແບບ​ພະ​ຄລິດ. ເນື່ອງ​ຈາກ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ ເຮົາ​ບໍ່​ຢາກ​ໃຫ້​ສິ່ງ​ໃດ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ເມື່ອ​ເຮົາ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ ການ​ສະໜິດ​ກັບ​ພະ​ເຢໂຫວາ​ຈະ​ຊ່ວຍ​ໃຫ້​ເຮົາ​ຕ້ານ​ທານ​ການ​ລໍ້​ໃຈ​ໄດ້. ກ່ອນ​ທີ່​ເຮົາ​ຈະ​ຕັດສິນ​ໃຈ ເຮົາ​ຕ້ອງ​ຢຸດ​ຄິດ​ແລະ​ຖາມ​ຕົວ​ເອງ​ວ່າ: ‘ຫຼັກ​ການ​ຂໍ້​ໃດ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ຂ້ອຍ​ໄດ້? ພະ​ເຍຊູ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ກັບ​ສະຖານະການ​ນີ້? ສິ່ງ​ໃດ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ? ’ເຮົາ​ຕ້ອງ​ຝຶກ​ຄິດ​ແບບ​ນີ້​ຈົນ​ເປັນ​ນິດໄສ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ສະຖານະການ​ນຳ​ກັນ ແລະ​ເບິ່ງ​ວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຂໍ້​ໃດ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ.

15, 16. ການ​ຄິດ​ແບບ​ພະ​ຄລິດ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ກ່ຽວ​ກັບ (ກ) ການ​ເລືອກ​ຄູ່​ແຕ່ງ​ດອງ? (ຂ) ການ​ເລືອກ​ໝູ່?

15 ການ​ເລືອກ​ຄູ່​ແຕ່ງ​ດອງ. ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຢູ່ 2 ໂກລິນໂທ 6:14, 15. (ອ່ານ) ໂປໂລ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ບໍ່​ໄດ້​ເບິ່ງ​ສິ່ງ​ຕ່າງໆຄື​ກັບ​ຄົນ​ທີ່​ຄິດ​ແບບ​ໂລກ​ເບິ່ງ. ຫຼັກ​ການ​ນີ້​ຊ່ວຍ​ເຈົ້າ​ແນວ​ໃດ​ເມື່ອ​ຕ້ອງ​ເລືອກ​ຄູ່​ແຕ່ງ​ດອງ?

16 ການ​ເລືອກ​ໝູ່. ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຢູ່ 1 ໂກລິນໂທ 15:33. (ອ່ານ) ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຈະ​ບໍ່​ເປັນ​ໝູ່​ກັບ​ຄົນ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ລາວ​ອ່ອນແອ​ລົງ. ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ໃຊ້​ຫຼັກ​ການ​ຂໍ້​ນີ້​ໄດ້​ແນວ​ໃດ​ໃນ​ສະຖານະການ​ຕ່າງໆ ເຊັ່ນ: ຫຼັກ​ການ​ນີ້​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ເລື່ອງ​ການ​ໃຊ້​ເຄືອ​ຂ່າຍ​ສັງຄົມ​ອອນ​ລາຍ? ຫຼັກ​ການ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ແນວ​ໃດ​ວ່າ​ຄວນ​ຫຼິ້ນ​ເກມ​ອອນ​ລາຍ​ກັບ​ຄົນ​ແປກ​ໜ້າ​ຫຼື​ບໍ່?

ການ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ​ຂອງ​ຂ້ອຍ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ສະໜິດ​ກັບ​ພະເຈົ້າ​ບໍ? (ເບິ່ງ​ຂໍ້ 17)

17-19. ການ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຊ່ວຍ​ເຈົ້າ​ແນວ​ໃດ (ກ) ໃຫ້​ຫຼີກ​ລ່ຽງ​ກິດຈະກຳ​ທີ່​ບໍ່​ເປັນ​ປະໂຫຍດ? (ຂ) ໃຫ້​ມີ​ເປົ້າ​ໝາຍ​ທີ່​ດີ? (ຄ) ເມື່ອ​ມີ​ບັນຫາ​ກັບ​ຄົນ​ອື່ນ?

17 ກິດຈະກຳ​ທີ່​ເປັນ​ອັນຕະລາຍ​ຕໍ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຈົ້າ. ເຮົາ​ພົບ​ຄຳ​ເຕືອນ​ນີ້​ໃນ​ເຫບເລີ 6:1. (ອ່ານ) ຈາກ​ຂໍ້​ນີ້ “ການ​ທີ່​ຕາຍ​ແລ້ວ” ອັນ​ໃດ​ທີ່​ເຮົາ​ຄວນ​ຫຼີກ​ລ່ຽງ? ການ​ກະທຳ​ເຫຼົ່າ​ນີ້​ຄື​ກິດຈະກຳ​ທີ່​ບໍ່​ມີ​ປະໂຫຍດ​ເຊິ່ງ​ບໍ່​ໄດ້​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຄຳ​ເຕືອນ​ໃນ​ຂໍ້​ນີ້​ຊ່ວຍ​ເຮົາ​ໃຫ້​ຕອບ​ຄຳຖາມ ເຊັ່ນ: ‘ກິດຈະກຳ​ນີ້​ເປັນ​ປະໂຫຍດ​ຫຼື​ບໍ່? ຂ້ອຍ​ຄວນ​ລົງ​ທຶນ​ໃນ​ທຸລະກິດ​ນີ້​ບໍ? ເປັນ​ຫຍັງ​ຂ້ອຍ​ບໍ່​ຄວນ​ເຂົ້າ​ຮ່ວມ​ກຸ່ມ​ທີ່​ພະຍາຍາມ​ຈະ​ປ່ຽນ​ແປງ​ໂລກ?’

ການ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ​ຂອງ​ຂ້ອຍ​ຈະ​ຊ່ວຍ​ຂ້ອຍ​ຕັ້ງ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້​ບໍ? (ເບິ່ງ​ຂໍ້ 18)

18 ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້. ຕອນ​ທີ່​ພະ​ເຍຊູ​ບັນລະຍາຍ​ຢູ່​ເທິງ​ພູເຂົາ ເພິ່ນ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກ່ຽວ​ກັບ​ການ​ຕັ້ງ​ເປົ້າ​ໝາຍ. (ມັດທາຍ 6:33) ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຈະ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຫຼັກ​ການ​ຂໍ້​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຕອບ​ຄຳຖາມ​ເຊັ່ນ: ‘ຖ້າ​ຂ້ອຍ​ຮຽນ​ຈົບ​ມັດທະຍົມ ຂ້ອຍ​ຄວນ​ຮຽນ​ຕໍ່​ມະຫາ​ວິທະຍາໄລ​ບໍ? ຂ້ອຍ​ຄວນ​ເຮັດ​ວຽກ​ນີ້​ບໍ?’

ການ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ​ຂອງ​ຂ້ອຍ​ຈະ​ຊ່ວຍ​ຂ້ອຍ​ຢູ່​ຢ່າງ​ສະຫງົບ​ສຸກ​ກັບ​ຄົນ​ອື່ນ​ບໍ? (ເບິ່ງ​ຂໍ້ 19)

19 ມີ​ບັນຫາ​ກັບ​ຄົນ​ອື່ນ. ຄຳ​ແນະນຳ​ທີ່​ໂປໂລ​ໃຫ້​ກັບ​ຄລິດສະຕຽນ​ໃນ​ໂລມ​ຈະ​ຊ່ວຍ​ເຮົາ​ໄດ້​ເມື່ອ​ມີ​ບັນຫາ​ກັບ​ຄົນ​ອື່ນ. (ໂລມ 12:18) ພວກ​ເຮົາ​ທີ່​ເປັນ​ຜູ້​ຕິດ​ຕາມ​ພະ​ຄລິດ​ຕ້ອງ “ມີ​ຄວາມ​ສຸກ​ສຳລານ [“ຢູ່​ຢ່າງ​ສະຫງົບ​ສຸກ,” ລ.ມ.]” ກັບ​ທຸກ​ຄົນ. ເຮົາ​ມີ​ທ່າທີ​ແນວ​ໃດ​ເມື່ອ​ມີ​ບັນຫາ​ກັບ​ຄົນ​ອື່ນ? ເຮົາ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ຍອມ​ຮັບ​ຄວາມ​ຄິດ​ຂອງ​ຄົນ​ອື່ນ? ເຮົາ​ເປັນ​ທີ່​ຮູ້ຈັກ​ບໍ​ວ່າ​ເຮົາ​ເປັນ​ຄົນ​ທີ່​ສ້າງ​ສັນຕິສຸກ?—ຢາໂກໂບ 3:18

20. ເປັນ​ຫຍັງ​ເຈົ້າ​ຢາກ​ໃຊ້​ຊີວິດ​ຕາມ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຕໍ່ໆໄປ?

20 ຕົວຢ່າງ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ ເຊິ່ງ​ພິສູດ​ວ່າ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ຖ້າ​ເຮົາ​ເປັນ​ຄົນ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ແລະ​ສະໜິດ​ກັບ​ພະອົງ ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ແລະ​ຄວາມ​ສະຫງົບ​ໃຈ. ໂຣ​ເບີດ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ​ບອກ​ວ່າ: “ເມື່ອ​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຂ້ອຍ​ກໍ​ເປັນ​ຜົວ​ແລະ​ພໍ່​ທີ່​ດີ​ຂຶ້ນ. ຂ້ອຍ​ມີ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ.” ຖ້າ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ​ຕໍ່ໆໄປ ເຮົາ​ຍັງ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ. ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ຕອນ​ນີ້ ແລະ​ໃນ​ອະນາຄົດ​ເຮົາ​ຈະ​ໄດ້ ‘ຊີວິດ​ແທ້.’—1 ຕີໂມເຕ 6:19