ເລື່ອງຊີວິດຈິງ
ການຮຽນຈາກຕົວຢ່າງທີ່ດີຊ່ວຍຂ້ອຍໃຫ້ໄດ້ຮັບພອນຫຼາຍຢ່າງ
ຕອນຂ້ອຍຍັງນ້ອຍ ການປະກາດເປັນເລື່ອງທີ່ຍາກຫຼາຍສຳລັບຂ້ອຍ. ເມື່ອໃຫຍ່ຂຶ້ນຂ້ອຍໄດ້ຮັບວຽກມອບໝາຍທີ່ຂ້ອຍຄິດວ່າເຮັດບໍ່ໄດ້. ບັດນີ້ຂ້ອຍຊິເລົ່າສູ່ຟັງກ່ຽວກັບຕົວຢ່າງທີ່ດີທີ່ຊ່ວຍຂ້ອຍໃຫ້ເອົາຊະນະຄວາມຢ້ານແລະມີຄວາມສຸກກັບພອນຫຼາຍຢ່າງໃນໄລຍະ 58 ປີທີ່ເຮັດວຽກຮັບໃຊ້ເຕັມເວລາ.
ຂ້ອຍເກີດຢູ່ເມືອງເກເບັກ ແຂວງເກເບັກປະເທດການາດາເຊິ່ງປະຊາຊົນເວົ້າພາສາຝຣັ່ງ. ພໍ່ຂ້ອຍຊື່ລຸຍ ແມ່ຂ້ອຍຊື່ເຊເລຍ ຂ້ອຍໃຫຍ່ມາໃນຄອບຄົວທີ່ອົບອຸ່ນແລະຮັກກັນ. ພໍ່ຂ້ອຍເປັນຄົນຂີ້ອາຍແລະແມ່ມັກອ່ານໜັງສື. ຂ້ອຍມັກໃນການຂຽນແລະໃຝ່ຝັນວ່າມື້ໜຶ່ງຂ້ອຍຈະເປັນນັກຂ່າວ.
ຕອນຂ້ອຍອາຍຸ 12 ປີ ຜູ້ໜຶ່ງທີ່ເຮັດວຽກນຳກັນກັບພໍ່ຊື່ ໂຣດັອບ ຊູຊີແລະໝູ່ຂອງລາວອີກຄົນໜຶ່ງໄດ້ມາຢາມເຮືອນເຮົາ. ພວກເຂົາເປັນພະຍານພະເຢໂຫວາ. ຂ້ອຍບໍ່ຄ່ອຍຮູ້ກ່ຽວກັບເລື່ອງຂອງພະຍານພະເຢໂຫວາ ແລະບໍ່ໄດ້ຢາກຮູ້ວ່າພວກເຂົາເຊື່ອຫຍັງ. ແຕ່ຂ້ອຍມັກທີ່ພວກເຂົາໃຊ້ຄຳພີໄບເບິນຕອບຄຳຖາມຢ່າງມີເຫດຜົນ. ພໍ່ແມ່ຂອງຂ້ອຍກໍຮູ້ສຶກປະທັບໃຈແລະໄດ້ຕົກລົງສຶກສາຄຳພີໄບເບິນ.
ຕອນນັ້ນຂ້ອຍເຂົ້າໂຮງຮຽນສາສະໜາກາໂຕລິກ. ມີເທື່ອໜຶ່ງຂ້ອຍໄດ້ລົມກັບໝູ່ກ່ຽວກັບເລື່ອງທີ່ຂ້ອຍໄດ້ຮຽນຈາກຄຳພີໄບເບິນ. ພໍດີອາຈານຫຼາຍຄົນຢູ່ໂຮງຮຽນເຊິ່ງເປັນຄຸນພໍ່ມາໄດ້ຍິນ ແທນທີ່ພວກເຂົາຈະໃຊ້ຄຳພີໄບເບິນພິສູດວ່າສິ່ງທີ່ຂ້ອຍລົມກັບໝູ່ບໍ່ຖືກຕ້ອງ ອາຈານຄົນໜຶ່ງພັດເວົ້າປະນາມຂ້ອຍຕໍ່ໜ້າໝູ່ທຸກຄົນໃນຫ້ອງຮຽນວ່າເປັນຄົນຫົວດື້! ສະຖານະການຕອນນັ້ນຕຶງຄຽດຫຼາຍ ແຕ່ກໍມີຜົນດີເພາະມັນຊ່ວຍໃຫ້ຂ້ອຍເຫັນວ່າຄຳສອນສາສະໜາທີ່ໂຮງຮຽນສອນນັ້ນບໍ່ເປັນໄປຕາມຄຳພີໄບເບິນ. ຂ້ອຍຮູ້ວ່າຂ້ອຍບໍ່ຄວນຢູ່ໂຮງຮຽນນັ້ນຕໍ່ໄປ. ພໍ່ແມ່ຂ້ອຍກໍເຫັນດີ ຂ້ອຍກໍເລີຍຍ້າຍໂຮງຮຽນ.
ຮຽນຮູ້ທີ່ຈະຮັກວຽກປະກາດ
ຂ້ອຍຍັງສືບຕໍ່ສຶກສາຄຳພີໄບເບິນ ແຕ່ຂ້ອຍກ້າວໜ້າຊ້າຫຼາຍເພາະຂ້ອຍຢ້ານທີ່ຈະໄປປະກາດຕາມເຮືອນ. ຕອນນັ້ນສາສະໜາກາໂຕລິກມີອິດທິພົນຫຼາຍແລະໄດ້ຕໍ່ຕ້ານວຽກປະກາດຂອງເຮົາ. ມໍຣິດສ໌ ດູເປລຊິດເຊິ່ງ
ເປັນເຈົ້າແຂວງເກເບັກໄດ້ມີຄວາມສຳພັນທາງການເມືອງຢ່າງແໜ້ນແຟ້ນກັບສາສະໜາກາໂຕລິກ. ລາວໄດ້ສົ່ງເສີມໃຫ້ພວກຕໍ່ຕ້ານກໍ່ກວນແລະໂຈມຕີພະຍານພະເຢໂຫວາ. ຕອນນັ້ນພະຍານພະເຢໂຫວາຕ້ອງມີຄວາມກ້າຫານຫຼາຍແທ້ໆທີ່ຈະປະກາດ.ມີພີ່ນ້ອງຊາຍຄົນໜຶ່ງທີ່ຊ່ວຍຂ້ອຍໃຫ້ເອົາຊະນະຄວາມຢ້ານໄດ້ ລາວຊື່ ຈອນ ເຣ ລາວຈົບມາຈາກໂຮງຮຽນກິລຽດລຸ້ນທີ 9. ລາວມີປະສົບການຫຼາຍ ເປັນຄົນຖ່ອມຕົວ ອ່ອນໂຍນ ແລະເຂົ້າຫາໄດ້ງ່າຍ. ລາວບໍ່ຄ່ອຍມາແນະນຳຂ້ອຍແບບກົງໆ ແຕ່ຕົວຢ່າງທີ່ດີຂອງລາວມີຜົນຕໍ່ຂ້ອຍຫຼາຍ. ຈອນພະຍາຍາມຝຶກເວົ້າພາສາຝຣັ່ງ ດັ່ງນັ້ນ ຂ້ອຍຈຶ່ງໄປປະກາດກັບລາວເລື້ອຍໆເພື່ອຊ່ວຍລາວໃນເລື່ອງນີ້. ການໃຊ້ເວລາກັບຈອນຊ່ວຍຂ້ອຍໃຫ້ເອົາຈິງເອົາຈັງແລະຕັດສິນໃຈຮັບໃຊ້ພະເຢໂຫວາ. ຫຼັງຈາກເວລາຜ່ານໄປ 10 ປີທີ່ໄດ້ພົບກັບພະຍານພະເຢໂຫວາ ຂ້ອຍກໍຮັບບັບເຕມາວັນທີ 26 ພຶດສະພາ 1951.
ໃນປະຊາຄົມນ້ອຍໆຂອງເຮົາໃນເມືອງເກເບັກ ພີ່ນ້ອງສ່ວນຫຼາຍເປັນໄພໂອເນຍ. ພວກເຂົາເປັນແຮງກະຕຸ້ນທີ່ເຮັດໃຫ້ຂ້ອຍເປັນໄພໂອເນຍນຳ. ຕອນນັ້ນ ເວລາທີ່ໄປປະກາດຕາມເຮືອນ ພວກເຮົາໃຊ້ແຕ່ຄຳພີໄບເບິນ. ເນື່ອງຈາກບໍ່ມີປຶ້ມອື່ນໆທີ່ຊ່ວຍ ເຮົາຈຶ່ງຕ້ອງໃຊ້ຄຳພີໄບເບິນໃຫ້ເກັ່ງຂຶ້ນ. ຂ້ອຍຈຶ່ງພະຍາຍາມລຶ້ງເຄີຍກັບຂໍ້ຄຳພີຕ່າງໆທີ່ໃຊ້ເພື່ອອະທິບາຍຄວາມຈິງ. ແຕ່ຫຼາຍຄົນກໍບໍ່ຢາກອ່ານຄຳພີໄບເບິນຖ້າບໍ່ແມ່ນສະບັບທີ່ຮັບຮອງໂດຍສາສະໜາກາໂຕລິກ.
ໃນປີ 1952 ຂ້ອຍໄດ້ແຕ່ງດອງກັບຊີໂມນ ພາທຣີ ລາວເປັນພີ່ນ້ອງຍິງທີ່ສັດຊື່ເຊິ່ງຢູ່ປະຊາຄົມດຽວກັນກັບຂ້ອຍໃນເມືອງເກເບັກ. ເຮົາຍ້າຍໄປເມືອງມອນທຣີອໍ ແລະພາຍໃນ 1 ປີຫຼັງແຕ່ງດອງ ພະເຈົ້າກໍອວຍພອນໃຫ້ເຮົາມີລູກສາວຄົນໜຶ່ງຊື່ ລິດສ໌. ເຖິງວ່າກ່ອນແຕ່ງດອງຂ້ອຍຕ້ອງເຊົາເປັນໄພໂອເນຍໄລຍະໜຶ່ງ ແຕ່ຂ້ອຍກັບຊີໂມນກໍພະຍາຍາມໃຊ້ຊີວິດແບບຮຽບງ່າຍເພື່ອເຮົາທັງຄອບຄົວຈະສາມາດຮ່ວມກິດຈະກຳກັບປະຊາຄົມໃຫ້ຫຼາຍເທົ່າທີ່ຈະເຮັດໄດ້.
ຫຼັງຈາກ 10 ປີຜ່ານໄປຂ້ອຍກໍເລີ່ມຄິດຢ່າງຈິງຈັງອີກເທື່ອໜຶ່ງກ່ຽວກັບການເປັນໄພໂອເນຍ. ໃນປີ 1962 ຕອນທີ່ຂ້ອຍເຂົ້າໂຮງຮຽນພະລາຊະກິດຫຼັກສູດໜຶ່ງເດືອນສຳລັບຜູ້ດູແລເຊິ່ງຈັດຂຶ້ນຢູ່ເບເທນ ປະເທດການາດາ ຂ້ອຍໄດ້ພັກຫ້ອງດຽວກັບພີ່ນ້ອງ ກາມີນ ວາເລັດ. ຂ້ອຍປະທັບໃຈຄວາມຫ້າວຫັນທີ່ລາວມີຕໍ່ວຽກປະກາດເພາະລາວກໍແຕ່ງດອງແລະມີລູກແລ້ວ. ໃນຕອນນັ້ນເກືອບຈະບໍ່ມີພີ່ນ້ອງຈັກຄົນໃນເກເບັກທີ່ທັງເປັນໄພໂອເນຍແລະລ້ຽງລູກໄປນຳ ແຕ່ກາມີນກໍ
ຕັ້ງເປົ້າໝາຍທີ່ຈະເຮັດແບບນັ້ນ. ໃນໄລຍະທີ່ຢູ່ນຳກັນ ລາວໄດ້ຊ່ວຍຂ້ອຍໃຫ້ຄິດເຖິງສະພາບການຂອງຕົວເອງ. ຫຼັງຈາກບໍ່ເທົ່າໃດເດືອນ ຂ້ອຍກໍເຫັນວ່າຕົວເອງສາມາດເປັນໄພໂອເນຍປະຈຳໄດ້ອີກເທື່ອໜຶ່ງ. ບາງຄົນກໍເວົ້າທຳນອງວ່າ ຂ້ອຍຄິດດີລະຫວາທີ່ຈະເຮັດແບບນັ້ນ ແຕ່ຂ້ອຍກໍຍັງກ້າວຕໍ່ໄປເພາະຂ້ອຍໝັ້ນໃຈວ່າພະເຢໂຫວາຈະອວຍພອນຄວາມພະຍາຍາມຂອງຂ້ອຍທີ່ຢາກປະກາດໃຫ້ຫຼາຍຂຶ້ນ.ກັບມາເມືອງເກເບັກໃນຖານະໄພໂອເນຍພິເສດ
ໃນປີ 1964 ຂ້ອຍກັບຊີໂມນໄດ້ຮັບການແຕ່ງຕັ້ງໃຫ້ເປັນໄພໂອເນຍພິເສດແລະໄດ້ຮັບມອບໝາຍໃຫ້ຢູ່ເມືອງເກເບັກເຊິ່ງເປັນບ້ານເກີດຂອງເຮົາສອງຄົນ ເຮົາໄດ້ຮັບໃຊ້ຢູ່ຫັ້ນອີກສອງສາມປີ. ເມື່ອເວລາຜ່ານໄປ ການຕໍ່ຕ້ານກໍບໍ່ມີຫຼາຍຄືແຕ່ກ່ອນ ແຕ່ບາງຄົນກໍຍັງຕໍ່ຕ້ານເຮົາຢູ່.
ໃນມື້ໜຶ່ງເຊິ່ງເປັນວັນເສົາຕອນບ່າຍ ຂ້ອຍໄດ້ຖືກຕຳຫຼວດຈັບຢູ່ເມືອງແຊນ-ມາຣີເຊິ່ງເປັນເມືອງນ້ອຍໆທີ່ບໍ່ໄກຈາກເກເບັກ. ຕຳຫຼວດໄດ້ເອົາຂ້ອຍໄປຫ້ອງການຕຳຫຼວດແລະກັກຂັງຂ້ອຍໄວ້ໃນຂໍ້ຫາປະກາດຕາມເຮືອນໂດຍບໍ່ໄດ້ຮັບອະນຸຍາດ. ຈາກນັ້ນ ລາວກໍພາຂ້ອຍໄປຫາຜູ້ພິພາສາຄົນໜຶ່ງຊື່ ບາຢາຊົງເຊິ່ງເບິ່ງເປັນຕາຢ້ານຫຼາຍ. ກ່ອນຂຶ້ນສານ ຜູ້ພິພາກສາຄົນນີ້ຖາມຂ້ອຍວ່າ ໃຜຈະເປັນທະນາຍໃຫ້ເຈົ້າ ຂ້ອຍຕອບລາວວ່າເປັນ ພີ່ນ້ອງເກລນ ຮາວ * ທີ່ເປັນພະຍານພະເຢໂຫວາເຊິ່ງເປັນທະນາຍທີ່ມີຊື່ສຽງ ແລ້ວລາວກໍຕົກໃຈແລະຮ້ອງຂຶ້ນວ່າ: “ໂອ້ຍ ຕາຍແລ້ວ! ລາວຫວາ!” ເກລນ ຮາວມີຊື່ສຽງວ່າໄດ້ຊ່ວຍພະຍານພະເຢໂຫວາຊະນະຄະດີມາຫຼາຍເທື່ອແລ້ວ. ຈາກນັ້ນບໍ່ດົນ ສານກໍແຈ້ງມາວ່າຂໍ້ກ່າວຫາຂອງຂ້ອຍຖືກຍົກເລີກແລ້ວ.
ການຕໍ່ຕ້ານໃນເກເບັກເຮັດໃຫ້ຍາກທີ່ຈະຊອກຫາບ່ອນເຊົ່າເພື່ອປະຊຸມນຳກັນ. ປະຊາຄົມນ້ອຍໆຂອງເຮົາຕ້ອງປະຊຸມຢູ່ອູ່ແປງລົດເກົ່າໆເຊິ່ງບໍ່ມີເຄື່ອງເຮັດອາຍອຸ່ນ ດັ່ງນັ້ນ ພີ່ນ້ອງກໍເລີຍເອົາເຄື່ອງນັ້ນມາເພື່ອເຮັດໃຫ້ອຸ່ນຂຶ້ນຕອນທີ່ອາກາດໜາວຫຼາຍ. ກ່ອນເລີ່ມປະຊຸມປະມານ 2-3 ຊົ່ວໂມງ ເຮົາມັກຈະມານັ່ງອ້ອມເຄື່ອງເຮັດອາຍອຸ່ນແລະເລົ່າປະສົບການດີໆເພື່ອໃຫ້ກຳລັງໃຈກັນ.
ຂ້ອຍມີຄວາມສຸກແທ້ໆທີ່ເຫັນວ່າວຽກປະກາດໄດ້ກ້າວໜ້າຕະຫຼອດຫຼາຍປີທີ່ຜ່ານມາ. ໃນຊຸມປີ 1960 ທັງຂົງເຂດເກິກ ນອດ ເມືອງເກເບັກແລະແຫຼມກັດສ໌ເປ ລວມກັນແລ້ວກໍມີແຕ່ປະຊາຄົມນ້ອຍໆບໍ່ເທົ່າໃດປະຊາຄົມ ແຕ່ຕອນນີ້ມີຫຼາຍກວ່າສອງໝວດແລະພີ່ນ້ອງກໍມີຫໍປະຊຸມທີ່ສວຍງາມ.
ໄດ້ຮັບເຊີນໃຫ້ເຮັດວຽກເດີນໝວດ
ຊີໂມນແລະຂ້ອຍຖືກເຊີນໃຫ້ເຮັດວຽກເດີນໝວດໃນປີ 1970. ຈາກນັ້ນ ໃນປີ 1973 ຂ້ອຍກໍໄດ້ຮັບມອບໝາຍໃຫ້ເປັນຜູ້ດູແລພາກ. ຕະຫຼອດເວລານັ້ນ ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງຈາກພີ່ນ້ອງລໍຣີເອ ໂຊມົວ * ກັບພີ່ນ້ອງເດວິດ ສະເປລນ *ເຊິ່ງມີປະສົບການຫຼາຍ. ຕອນນັ້ນທັງສອງຄົນເປັນຜູ້ແລໝວດ ຫຼັງຈາກຈົບການປະຊຸມໃຫຍ່ແຕ່ລະເທື່ອ ພີ່ນ້ອງເດວິດ ສະເປລນແລະຂ້ອຍມັກຈະລົມກັນແລະແນະນຳກັນວ່າຈະປັບປຸງການສອນຂອງເຮົາແນວໃດແດ່ໃຫ້ດີຂຶ້ນ. ຂ້ອຍຈື່ໄດ້ວ່າມີເທື່ອໜຶ່ງພີ່ນ້ອງເດວິດໄດ້ບອກຂ້ອຍວ່າ: “ເລອົງ ຂ້ອຍມັກຄຳບັນລະຍາຍສຸດທ້າຍຂອງເຈົ້າ ເຈົ້າບັນລະຍາຍໄດ້ດີຫຼາຍ ແຕ່ຂ້ອຍຄິດວ່າເນື້ອໃນທີ່ເຈົ້າບັນລະຍາຍ ນັ້ນສາມາດແບ່ງບັນລະຍາຍໄດ້ອີກຕັ້ງ 3 ເລື່ອງ!” ຂ້ອຍມັກໃສ່ຂໍ້ມູນຫຼາຍເກີນໄປໃນຄຳບັນລະຍາຍ. ຂ້ອຍຕ້ອງຮຽນຮູ້ທີ່ຈະເຮັດໃຫ້ມັນກະທັດຮັດຫຼາຍກວ່ານີ້.
ຜູ້ດູແລພາກມີໜ້າທີ່ໃຫ້ກຳລັງໃຈຜູ້ດູແລໝວດ. ແຕ່ພີ່ນ້ອງຫຼາຍຄົນໃນເກເບັກຮູ້ຈັກຂ້ອຍດີ ເມື່ອຂ້ອຍໄປຢາມໝວດໃດ ພີ່ນ້ອງໃນໝວດນັ້ນກໍຢາກໄປປະກາດກັບຂ້ອຍ. ເຖິງວ່າການໄປປະກາດກັບພວກເຂົາຈະມ່ວນ ແຕ່ກໍເຮັດໃຫ້ຂ້ອຍບໍ່ມີເວລາໃຫ້ຜູ້ດູແລໝວດຢ່າງເຕັມທີ. ມີເທື່ອໜຶ່ງຜູ້ດູແລໝວດຄົນໜຶ່ງເຊິ່ງຮັກຂ້ອຍຫຼາຍມາເຕືອນຂ້ອຍວ່າ: “ເປັນເລື່ອງທີ່ດີທີ່ເຈົ້າໃຫ້ເວລາກັບພີ່ນ້ອງ ແຕ່ຂໍຢ່າລືມວ່າອາທິດນີ້ເຈົ້າມາຢາມຂ້ອຍ. ຂ້ອຍກໍຢາກໄດ້ກຳລັງໃຈຄືກັນເດີ້!” ຄຳເຕືອນນີ້ໄດ້ຊ່ວຍຂ້ອຍໃຫ້ມີຄວາມສົມດຸນຫຼາຍຂຶ້ນ.
ໃນປີ 1976 ມີເລື່ອງທີ່ເສົ້າໃຈເກີດຂຶ້ນຢ່າງບໍ່ຄາດຄິດ ຊີໂມນເມຍສຸດທີ່ຮັກຂອງຂ້ອຍໄດ້ເຈັບປ່ວຍໜັກແລະຕາຍຈາກໄປ. ຄວາມຮັກຕໍ່ພະເຢໂຫວາແລະນ້ຳໃຈເສຍສະລະຂອງຊີໂມນເຮັດໃຫ້ລາວເປັນຄູ່ຄອງທີ່ດີຫຼາຍ. ການຫຍຸ້ງຢູ່ກັບວຽກຮັບໃຊ້ເຮັດໃຫ້ຂ້ອຍຜ່ານຄວາມໂສກເສົ້າຄັ້ງນັ້ນມາໄດ້ ແລະຂອບໃຈພະເຢໂຫວາທີ່ຊ່ວຍຂ້ອຍດ້ວຍຄວາມຮັກໃນໄລຍະທີ່ຫຍຸ້ງຍາກນັ້ນ. ຕໍ່ມາ ຂ້ອຍກໍແຕ່ງດອງກັບຄາໂຣລີນ ເອນລຽດ ລາວເປັນໄພໂອເນຍທີ່ເວົ້າພາສາອັງກິດເຊິ່ງຍ້າຍມາຮັບໃຊ້ໃນເຂດເກເບັກທີ່ຕ້ອງການຜູ້ປະກາດ. ຄາໂຣລີນເປັນຄົນທີ່ເຂົ້າກັບຄົນໄດ້ງ່າຍແລະສົນໃຈຄົນອື່ນແທ້ໆໂດຍສະເພາະກັບຄົນທີ່ຂີ້ອາຍແລະມັກເຫງົາ. ລາວຊ່ວຍຂ້ອຍໄດ້ຫຼາຍອີ່ຫຼີຕອນທີ່ເຮັດວຽກເດີນໝວດນຳກັນ.
ປີທີ່ສຳຄັນຫຼາຍ
ໃນເດືອນມັງກອນ ປີ 1978 ຂ້ອຍໄດ້ຮັບເຊີນໃຫ້ເປັນຜູ້ສອນໂຮງຮຽນໄພໂອເນຍລຸ້ນທຳອິດຢູ່ເກເບັກ. ຂ້ອຍຮູ້ສຶກກັງວົນຫຼາຍເພາະໂຮງຮຽນນີ້ເປັນເລື່ອງໃໝ່ສຳລັບຜູ້ສອນແລະນັກຮຽນ. ແຕ່ດີທີ່ນັກຮຽນຫຼາຍຄົນໃນລຸ້ນນີ້ເປັນໄພໂອເນຍທີ່ມີປະສົບການ. ເຖິງແມ່ນວ່າຂ້ອຍເປັນຜູ້ສອນ ຂ້ອຍກໍຍັງໄດ້ຮຽນຫຼາຍຢ່າງຈາກພວກເຂົາ.
ຕໍ່ມາໃນປີດຽວກັນ ຢູ່ສະໜາມກິລາໂອແລັມປິກເມືອງມອນທຣີອໍໄດ້ມີການປະຊຸມນານາຊາດ “ຄວາມເຊື່ອທີ່ມີໄຊ”
ເຊິ່ງເປັນການປະຊຸມໃຫຍ່ທີ່ສຸດທີ່ເຄີຍຈັດໃນແຂວງເກເບັກ. ການປະຊຸມນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 80.000 ຄົນ. ຂ້ອຍໄດ້ຮັບມອບໝາຍໃຫ້ຢູ່ໃນພະແນກບໍລິການຂ່າວ. ຂ້ອຍໄດ້ລົມກັບສື່ມວນຊົນຫຼາຍຄົນແລະຕື່ນເຕັ້ນທີ່ໄດ້ເຫັນສື່ຕ່າງໆລາຍງານຂ່າວໃນແງ່ດີ. ມີການສຳພາດກ່ຽວກັບການປະຊຸມຄັ້ງນີ້ທາງໂທລະພາບແລະວິທະຍຸລວມກັນຫຼາຍກວ່າ 20 ຊົ່ວໂມງ ແລະມີການລົງບົດຄວາມກ່ຽວກັບການປະຊຸມນີ້ຫຼາຍຮ້ອຍເທື່ອ. ນີ້ເປັນການປະກາດຄັ້ງຍິ່ງໃຫຍ່ແທ້ໆ!ຍ້າຍໄປເຂດໃໝ່
ຂ້ອຍມີການປ່ຽນແປງຄັ້ງໃຫຍ່ໃນປີ 1996. ຫຼັງຈາກຮັບໃຊ້ໃນເຂດພາສາຝຣັ່ງໃນເກເບັກຕັ້ງແຕ່ຮັບບັບເຕມາ ຂ້ອຍກໍໄດ້ຮັບມອບໝາຍໃຫ້ຍ້າຍໄປເປັນຜູ້ດູແລພາກພາສາອັງກິດໃນເມືອງໂຕຣອນໂຕ. ຂ້ອຍຮູ້ສຶກຢ້ານທີ່ຈະບັນລະຍາຍ ເພາະຂ້ອຍເວົ້າພາສາອັງກິດບໍ່ເກັ່ງ. ຂ້ອຍຈຳເປັນຕ້ອງອະທິດຖານຫຼາຍຂຶ້ນແລະເພິ່ງພະເຢໂຫວາໃຫ້ຫຼາຍຂຶ້ນ.
ເມື່ອເບິ່ງຄືນຫຼັງ ຂ້ອຍສາມາດບອກໄດ້ວ່າຂ້ອຍມີຄວາມສຸກຫຼາຍໃນ 2 ປີທີ່ຂ້ອຍຮັບໃຊ້ຢູ່ໂຕຣອນໂຕ. ຄາໂຣລີນຊ່ວຍຂ້ອຍຢ່າງອົດທົນໃຫ້ໝັ້ນໃຈທີ່ຈະເວົ້າພາສາອັງກິດແລະພີ່ນ້ອງກໍໄດ້ໃຫ້ກຳລັງໃຈຫຼາຍຄືກັນ. ບໍ່ດົນຂ້ອຍກັບຄາໂຣລີນກໍມີໝູ່ໃໝ່ຫຼາຍຄົນ.
ນອກຈາກການກຽມສ່ວນແລະກິດຈະກຳອື່ນໆສຳລັບການປະຊຸມໃຫຍ່ຕອນທ້າຍອາທິດແລ້ວ ຂ້ອຍກໍມັກໄປປະກາດຕາມບ້ານເຮືອນປະມານ 1 ຊົ່ວໂມງໃນວັນສຸກຕອນແລງ. ບາງຄົນຄິດວ່າ: ‘ເປັນຫຍັງຕ້ອງໄປປະກາດກ່ອນການປະຊຸມໃຫຍ່ຕອນທ້າຍອາທິດເຊິ່ງວຽກກໍຫຍຸ້ງຫຼາຍຢູ່ແລ້ວ?’ ແຕ່ຂ້ອຍຮູ້ສຶກວ່າການໄດ້ລົມກັບຄົນໃນເຂດແລະມີຄົນຟັງຊ່ວຍໃຫ້ຂ້ອຍມີກຳລັງໃຈ. ແລະແມ່ນແຕ່ຕອນນີ້ ຂ້ອຍກໍຮູ້ສຶກມີຄວາມສຸກຫຼາຍຂຶ້ນທຸກຄັ້ງທີ່ໄດ້ໄປປະກາດ.
ໃນປີ 1998 ຂ້ອຍກັບຄາໂຣລີນໄດ້ຮັບມອບໝາຍໃຫ້ເປັນໄພໂອເນຍພິເສດຢູ່ມອນທຣີອໍ. ຕະຫຼອດຫຼາຍປີ ຂ້ອຍໄດ້ເຮັດວຽກມອບໝາຍຫຼາຍຢ່າງລວມເຖິງການຈັດການປະກາດສາທາລະນະແບບພິເສດ ແລະການຕິດຕໍ່ສື່ຕ່າງໆ ເພື່ອແກ້ໄຂຄວາມເຂົ້າໃຈຜິດກ່ຽວກັບພະຍານພະເຢໂຫວາ. ຕອນນີ້ຂ້ອຍກັບຄາໂຣລີນມີຄວາມສຸກທີ່ໄດ້ປະກາດກັບຄົນຕ່າງປະເທດທີ່ຫາກໍຍ້າຍມາຢູ່ການາດາເຊິ່ງຢາກຮູ້ເລື່ອງຄຳພີໄບເບິນຫຼາຍຂຶ້ນ.
ຕະຫຼອດ 68 ປີທີ່ຜ່ານມາຕັ້ງແຕ່ຂ້ອຍຮັບບັບເຕມາ ຂ້ອຍຮູ້ສຶກວ່າໄດ້ຮັບພອນຫຼາຍອີ່ຫຼີ. ການຮຽນຮູ້ທີ່ຈະຮັກວຽກຮັບໃຊ້ແລະຊ່ວຍຄົນໃຫ້ຫຼາຍທີ່ສຸດໃຫ້ມາຮຽນຮູ້ເລື່ອງພະເຈົ້າເຮັດໃຫ້ຂ້ອຍມີຄວາມສຸກຫຼາຍແທ້ໆ. ເມື່ອລິດສ໌ລູກສາວຂອງຂ້ອຍໃຫຍ່ແລ້ວ ລາວກັບຜົວກໍເລີ່ມເປັນໄພໂອເນຍປະຈຳ. ຂ້ອຍມີຄວາມສຸກທີ່ເຫັນລາວຍັງກະຕືລືລົ້ນໃນວຽກຮັບໃຊ້. ຂ້ອຍຂອບໃຈພີ່ນ້ອງແທ້ໆທີ່ເປັນຕົວຢ່າງທີ່ດີແລະໃຫ້ຄຳແນະນຳເຊິ່ງຊ່ວຍຂ້ອຍໃຫ້ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນແລະໄດ້ຮັບໃຊ້ພະອົງໃນຫຼາຍຮູບແບບ. ຂ້ອຍເຫັນແລ້ວວ່າເພື່ອຈະເຮັດວຽກມອບໝາຍຢ່າງສັດຊື່ຕໍ່ໆໄປໄດ້ ເຮົາຕ້ອງເພິ່ງພະລັງບໍລິສຸດຂອງພະເຢໂຫວາເທົ່ານັ້ນ. (ເພງ. 51:11) ຂ້ອຍຂອບໃຈພະເຢໂຫວາທີ່ໃຫ້ຂ້ອຍມີສິດທິພິເສດທີ່ມີຄ່າໃນການສັນລະເສີນຊື່ຂອງພະອົງ.—ເພງ. 54:6