ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າຮູ້ບໍ?

ເຈົ້າຮູ້ບໍ?

ເປັນ​ຫຍັງ​ພະ​ເຍຊູ​ຕຳໜິ​ການ​ສາບານ?

ກົດ​ໝາຍ​ຂອງ​ໂມເຊ​ຍອມ​ໃຫ້​ປະຊາຊົນ​ສາບານ​ໂດຍ​ເວົ້າ​ທຳນອງ​ນີ້​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະເຈົ້າ” ຫຼື “ຂ້ອຍ​ຂໍ​ສາບານ​ໃນ​ນາມ​ຊື່​ຂອງ​ພະ​ເຢໂຫວາ.” ແຕ່​ໃນ​ສະໄໝ​ຂອງ​ພະ​ເຍຊູ ການ​ສາບານ​ກາຍ​ເປັນ​ເລື່ອງ​ທຳມະດາ​ເຊິ່ງ​ຊາວ​ຢິວ​ມັກ​ຈະ​ສາບານ​ເກືອບ​ທຸກ​ເລື່ອງ​ທີ່​ເຂົາ​ເຈົ້າ​ເວົ້າ. ເຂົາ​ເຈົ້າ​ສາບານ​ເພື່ອ​ຢາກ​ໃຫ້​ຄຳ​ເວົ້າ​ຂອງ​ຕົວ​ເອງ​ໜ້າ​ເຊື່ອ​ຖື​ຫຼາຍ​ຂຶ້ນ ແຕ່​ພະ​ເຍຊູ​ຕຳໜິ​ການ​ສາບານ​ແບບ​ນີ້ 2 ເທື່ອ. ພະ​ເຍຊູ​ບອກ​ວ່າ: “ໃຫ້​ຖ້ອຍຄຳ​ຂອງ​ທ່ານ​ທັງ​ຫຼາຍ​ເປັນ​ຢ່າງ​ນີ້ ແມ່ນ​ກໍ​ວ່າ​ແມ່ນ ບໍ່​ແມ່ນ​ກໍ​ວ່າ​ບໍ່​ແມ່ນ.”—ມັດທາຍ 5:33-37; 23:16-22

ຕາມ​ທີ່​ບອກ​ໄວ້​ໃນ​ວັດຈະນານຸກົມ​ເທວະ​ວິທະຍາ​ຂອງ​ພະ​ຄຳພີ​ພາກ​ພັນທະສັນຍາ​ໃໝ່ (Theological Dictionary of the New Testament) ແລະ​ພະ​ຄຳພີ​ທາ​ມຸດ (Talmud) ບອກ​ລາຍ​ລະອຽດ​ວ່າ​ຄຳ​ສາບານ​ໃດ​ທີ່​ຕ້ອງ​ເຮັດ​ຕາມ​ແລະ​ຄຳ​ສາບານ​ໃດ​ທີ່​ບໍ່​ຕ້ອງ​ເຮັດ​ຕາມ ນີ້​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ຊາວ​ຢິວ​ມັກ​ສາບານ​ຫຼາຍ​ສໍ່າ​ໃດ.

ພະ​ເຍຊູ​ບໍ່​ແມ່ນ​ຄົນ​ດຽວ​ທີ່​ຕຳໜິ​ການ​ກະທຳ​ແບບ​ນີ້. ຕົວຢ່າງ: ຟລາວິອຸດ ໂຢເຊຟຸດ​ນັກ​ປະຫວັດສາດ​ຊາວ​ຢິວ​ຂຽນ​ກ່ຽວ​ກັບ​ນິກາຍ​ໜຶ່ງ​ຂອງ​ສາສະໜາ​ຢິວ​ວ່າ​ເຂົາ​ເຈົ້າ​ຫ້າມ​ບໍ່​ໃຫ້​ສາບານ. ສະມາຊິກ​ນິກາຍ​ນີ້​ເຊື່ອ​ວ່າ​ການ​ສາບານ​ຊົ່ວ​ຮ້າຍ​ກວ່າ​ການ​ຕົວະ ແລະ​ຖ້າ​ໃຜ​ສາບານ​ເພື່ອ​ຈະ​ໃຫ້​ຄົນ​ອື່ນ​ເຊື່ອ​ຖື ຄົນ​ນັ້ນ​ຈະ​ຕ້ອງ​ຕົວະ​ແນ່ນອນ. ປຶ້ມ​ຂອງ​ຊາວ​ຢິວ​ຊື່ ປັນຍາ​ຂອງ​ສີ​ລັດ​ຫຼື​ອີກ​ຊື່​ໜຶ່ງ​ຄື​ແອັກຄລີຊີແອດທິຄັດ (Ecclesiasticus) ເຊິ່ງ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ (23:11) ບອກ​ວ່າ: “ຄົນ​ທີ່​ມັກ​ສາບານ​ເປັນ​ຄົນ​ທີ່​ຊົ່ວ​ແທ້ໆ.” ພະ​ເຍຊູ​ຕຳໜິ​ການ​ສາບານ​ໃນ​ເລື່ອງ​ທີ່​ບໍ່​ສຳຄັນ ດັ່ງ​ນັ້ນ ຖ້າ​ເຮົາ​ເວົ້າ​ຄວາມ​ຈິງ​ສະເໝີ ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ສາບານ​ເພື່ອ​ໃຫ້​ຄຳ​ເວົ້າ​ຂອງ​ເຮົາ​ໜ້າ​ເຊື່ອ​ຖື.