ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນິມິດຂອງຊາກາລີສົ່ງຜົນຕໍ່ເຈົ້າແນວໃດ?

ນິມິດຂອງຊາກາລີສົ່ງຜົນຕໍ່ເຈົ້າແນວໃດ?

“ຈົ່ງ​ຫຼົບ​ມາ​ຫາ​ເຮົາ . . . ແລະ​ເຮົາ​ຈະ​ຫຼົບ​ມາ​ຫາ​ພວກ​ທ່ານ.”—ຊາກາລີ 1:3.

ເພງ: 89, 86

1-3. (ກ) ຕອນ​ທີ່​ຊາກາລີ​ເລີ່ມ​ພະຍາກອນ ປະຊາຊົນ​ຂອງ​ພະ​ເຢໂຫວາ​ມີ​ສະພາບການ​ແນວ​ໃດ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ບອກ​ໃຫ້​ປະຊາຊົນ​ກັບ​ມາ​ຫາ​ພະອົງ?

ມ້ວນ​ໜັງສື​ມ້ວນ​ໜຶ່ງ​ລອຍ​ຢູ່ ຜູ້​ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ໃນ​ຖັງ ແລະ​ຜູ້​ຍິງ 2 ຄົນ​ບິນ​ຢູ່​ທ່າມກາງ​ສາຍ​ລົມ​ມີ​ປີກ​ຄື​ກັບ​ປີກ​ນົກ​ຊູມ​ຫຼື​ນົກ​ກະສາ. ນີ້​ເປັນ​ນິມິດ​ບາງ​ຢ່າງ​ທີ່​ໜ້າ​ຕື່ນ​ເຕັ້ນ​ທີ່​ຊາກາລີ​ໄດ້​ເຫັນ. (ຊາກາລີ 5:1, 7-9) ເປັນ​ຫຍັງ​ພະ​ເຢໂຫວາ​ໃຫ້​ຜູ້​ພະຍາກອນ​ຂອງ​ພະອົງ​ເຫັນ​ນິມິດ​ທີ່​ໜ້າ​ງຶດງໍ້​ເຫຼົ່າ​ນີ້? ສະພາບການ​ຂອງ​ຊາວ​ອິດສະລາແອນ​ໃນ​ສະໄໝ​ນັ້ນ​ເປັນ​ແນວ​ໃດ? ແລະ​ທຸກ​ມື້​ນີ້​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ນິມິດ​ເຫຼົ່າ​ນີ້?

2 ໃນ​ປີ 537 ກ່ອນ ຄ.ສ. ເປັນ​ປີ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ຍິນດີ​ຫຼາຍ. ເພາະ​ກ່ອນ​ໜ້າ​ນີ້​ເຂົາ​ເຈົ້າ​ເປັນ​ຊະເລີຍ​ໃນ​ບາບີໂລນ​ເປັນ​ເວລາ​ເຖິງ 70 ປີ ແຕ່​ຕອນ​ນີ້​ເຂົາ​ເຈົ້າ​ເປັນ​ອິດ​ສະຫຼະ​ແລ້ວ! ເຂົາ​ເຈົ້າ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ກັບ​ໄປ​ເມືອງ​ເຢຣຶຊາເລມ​ເພື່ອ​ຟື້ນຟູ​ວິຫານ​ແລະ​ການ​ນະມັດສະການ​ພະ​ເຢໂຫວາ. ໜຶ່ງ​ປີ​ຕໍ່​ມາ ຊາວ​ອິດ​ສະລະ​ແອນ​ກໍ​ວາງ​ຮາກ​ຖານ​ຂອງ​ວິຫານ​ໄດ້​ສຳເລັດ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ແລະ ‘ໂຫ່​ຮ້ອງ​ສຽງ​ດັງ​ຈົນ​ໄດ້​ຍິນ​ແຕ່​ຫ່າງ​ໄກ.’ (ເອເຊດຣາເຊ 3:10-13) ແຕ່​ການ​ຕໍ່​ຕ້ານ​ການ​ສ້າງ​ວິຫານ​ກໍ​ຮຸນແຮງ​ຂຶ້ນ​ເລື້ອຍໆ. ຊາວ​ອິດສະລາແອນ​ເລີ່ມ​ທໍ້​ໃຈ​ແລະ​ຢຸດ​ສ້າງ​ວິຫານ ແລ້ວ​ຫັນ​ໄປ​ສົນ​ໃຈ​ແຕ່​ການ​ສ້າງ​ເຮືອນ​ຂອງ​ຕົວ​ເອງ ແລະ​ເຮັດ​ໄຮ່​ເຮັດ​ນາ​ຈົນ 16 ປີ​ຕໍ່​ມາ ວິຫານ​ຂອງ​ພະ​ເຢໂຫວາ​ກໍ​ຍັງ​ສ້າງ​ບໍ່​ແລ້ວ. ປະຊາຊົນ​ຂອງ​ພະເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ເຕືອນ ເພື່ອ​ຈະ​ກັບ​ມາ​ຫາ​ພະອົງ​ແລະ​ຢຸດ​ຄິດ​ເຖິງ​ແຕ່​ເລື່ອງ​ຂອງ​ຕົວ​ເອງ. ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ກ້າຫານ​ແລະ​ທຸ່ມ​ເທ​ໃຫ້​ກັບ​ການ​ນະມັດສະການ​ພະອົງ.

ພະ​ເຢໂຫວາ​ຈະ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ​ຖ້າ​ເຮົາ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະອົງ

3 ດັ່ງ​ນັ້ນ ໃນ​ປີ 520 ກ່ອນ ຄ.ສ. ພະ​ເຢໂຫວາ​ໄດ້​ສົ່ງ​ຊາກາລີ​ຜູ້​ພະຍາກອນ​ຂອງ​ພະອົງ​ມາ​ຊ່ວຍ​ປະຊາຊົນ​ໃຫ້​ຈື່​ເຫດຜົນ​ທີ່​ພະອົງ​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ​ບາບີໂລນ. ໜ້າ​ສົນ​ໃຈ​ທີ່​ຊື່​ຂອງ​ຊາກາລີ​ມີ​ຄວາມ​ໝາຍ​ວ່າ: “ພະ​ເຢໂຫວາ​ລະນຶກ​ເຖິງ.” ເຖິງ​ວ່າ​ຊາວ​ອິດສະລາແອນ​ຈະ​ລືມ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ເຂົາ​ເຈົ້າ ແຕ່​ພະອົງ​ບໍ່​ເຄີຍ​ລືມ​ເຂົາ​ເຈົ້າ. (ອ່ານ​ຊາກາລີ 1:3, 4) ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຊ່ວຍ​ເຂົາ​ເຈົ້າ​ຟື້ນຟູ​ການ​ນະມັດສະການ​ແທ້. ແຕ່​ພະອົງ​ກໍ​ເຕືອນ​ເຂົາ​ເຈົ້າ​ຄື​ກັນ​ວ່າ​ພະອົງ​ຈະ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຂົາ​ເຈົ້າ​ຖ້າ​ເຂົາ​ເຈົ້າ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະອົງ. ໃຫ້​ເຮົາ​ມາ​ເບິ່ງ​ນິມິດ​ທີ 6 ແລະ 7 ຂອງ​ຊາກາລີ​ນຳ​ກັນ. ເຮົາ​ຈະ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ກະຕຸ້ນ​ຊາວ​ອິດສະລາແອນ​ແນວ​ໃດ? ແລະ​ນິມິດ​ທັງ​ສອງ​ຢ່າງ​ນີ້​ຈະ​ຊ່ວຍ​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

ການ​ພິພາກສາ​ຂອງ​ພະເຈົ້າ​ຕໍ່​ຄົນ​ຂີ້​ລັກ

4. ໃນ​ນິມິດ​ທີ 6 ຊາກາລີ​ເຫັນ​ຫຍັງ? ເປັນ​ຫຍັງ​ມ້ວນ​ໜັງສື​ມີ​ການ​ຂຽນ​ທັງ​ສອງ​ເບື້ອງ? (ເບິ່ງ​ຮູບ​ທີ 1)

4 ບົດ​ທີ 5 ຂອງ​ພະທຳ​ຊາກາລີ​ເລີ່ມ​ຕົ້ນ​ດ້ວຍ​ນິມິດ​ທີ່​ແປກ​ປະຫຼາດ. (ອ່ານ​ຊາກາລີ 5:1, 2) ຊາກາລີ​ເຫັນ​ມ້ວນ​ໜັງສື​ທີ່​ລອຍ​ຢູ່​ເທິງ​ອາກາດ. ມ້ວນ​ໜັງສື​ນີ້​ຍາວ 9 ແມັດ ແລະ​ກວ້າງ 4,5 ແມັດ. ມ້ວນ​ໜັງສື​ໄດ້​ເປີດ​ອອກ ແລະ​ມີ​ຂໍ້​ຄວາມ​ຖືກ​ຂຽນ​ໃນ​ນັ້ນ. (ຊາກາລີ 5:3) ເປັນ​ຂ່າວ​ສານ​ການ​ພິພາກສາ​ທີ່​ຮຸນແຮງ. ໃນ​ສະໄໝ​ບູຮານ ປົກກະຕິ​ແລ້ວ​ຜູ້​ຄົນ​ຈະ​ຂຽນ​ຂໍ້​ຄວາມ​ໃສ່​ມ້ວນ​ໜັງສື​ພຽງ​ເບື້ອງ​ດຽວ. ແຕ່​ຂ່າວ​ສານ​ນີ້​ສຳຄັນ​ຫຼາຍ​ເຖິງ​ຂະໜາດ​ມີ​ການ​ຂຽນ​ໃສ່​ທັງ​ສອງ​ເບື້ອງ​ຂອງ​ມ້ວນ​ໜັງສື.

ຄລິດສະຕຽນ​ຕ້ອງ​ຫຼີກ​ລ່ຽງ​ການ​ລັກ​ທຸກ​ຮູບ​ແບບ (ເບິ່ງ​ຂໍ້ 5-7)

5, 6. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ການ​ລັກ​ທຸກ​ຮູບ​ແບບ?

5 ອ່ານ​ຊາກາລີ 5:3, 4. ມະນຸດ​ທຸກ​ຄົນ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ກັບ​ການ​ກະທຳ​ຂອງ​ຕົວ​ເອງ​ຕໍ່​ພະ​ເຢໂຫວາ ໂດຍ​ສະເພາະ​ຄົນ​ທີ່​ເປັນ​ປະຊາຊົນ​ຂອງ​ພະອົງ ເພາະ​ເຂົາ​ເຈົ້າ​ຖືກ​ເອີ້ນ​ຕາມ​ນາມ​ຊື່​ຂອງ​ພະອົງ. ເຂົາ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮູ້​ວ່າ​ການ​ລັກ​ຈະ​ເຮັດ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເສື່ອມ​ເສຍ. (ສຸພາສິດ 30:8, 9) ບາງ​ຄົນ​ອາດ​ຄິດ​ວ່າ​ບໍ່​ຜິດ​ທີ່​ຈະ​ລັກ​ຖ້າ​ເຂົ້າ​ເຈົ້າ​ມີ​ເຫດຜົນ​ທີ່​ດີ. ແຕ່​ບໍ່​ວ່າ​ຈະ​ມີ​ເຫດຜົນ​ດີ​ສໍ່າ​ໃດ​ກໍ​ຕາມ ຄົນ​ທີ່​ລັກ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຢາກ​ໄດ້​ແລະ​ຄວາມ​ໂລບ​ຂອງ​ເຂົາ​ເຈົ້າ​ສຳຄັນ​ຫຼາຍ​ກວ່າ​ພະ​ເຢໂຫວາ ນາມ​ຊື່​ຂອງ​ພະອົງ ແລະ​ກົດ​ໝາຍ​ຂອງ​ພະອົງ.

6 ເຈົ້າ​ສັງເກດ​ບໍ​ວ່າ​ໃນ​ຊາກາລີ 5:3, 4 ບອກ​ວ່າ​ຄວາມ​ດ່າ​ຫຼື​ຄຳ​ສາບ​ແຊ່ງ ‘ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຂີ້​ລັກ’ ແລະ “ມັນ​ຈະ​ຢູ່​ກາງ​ເຮືອນ​ຜູ້​ນັ້ນ​ແລະ​ຈະ​ໄໝ້​ເຮືອນ”? ນີ້​ໝາຍ​ຄວາມ​ວ່າ ພະ​ເຢໂຫວາ​ຈະ​ເປີດໂປງ​ແລະ​ພິພາກສາ​ການ​ເຮັດ​ຜິດ​ທຸກ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະອົງ. ເຖິງ​ວ່າ​ຄົນ​ທີ່​ລັກ​ຈະ​ປິດ​ບັງ​ສິ່ງ​ທີ່​ລາວ​ເຮັດ​ຈາກ​ຕຳ​ຫຼວດ ນາຍ​ຈ້າງ ຜູ້​ເຖົ້າ​ແກ່ ຫຼື​ພໍ່​ແມ່​ໄດ້ ແຕ່​ລາວ​ປິດ​ບັງ​ພະ​ເຢໂຫວາ​ບໍ່​ໄດ້. ພະເຈົ້າ​ຈະ​ເປີດໂປງ​ການ​ລັກ​ທຸກ​ຮູບ​ແບບ​ຢ່າງ​ແນ່ນອນ. (ເຫບເລີ 4:13) ເຮົາ​ດີ​ໃຈ​ແທ້ໆທີ່​ໄດ້​ຢູ່​ກັບ​ຄົນ​ທີ່​ພະຍາຍາມ​ທີ່​ຈະ​ເປັນ​ຄົນ​ສັດ​ຊື່ “ໃນ​ທຸກ​ເລື່ອງ.”—ເຫບເລີ 13:18, ລ.ມ.

7. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ນິມິດ​ເລື່ອງ​ມ້ວນ​ໜັງສື​ທີ່​ລອຍ​ຢູ່?

7 ພະ​ເຢໂຫວາ​ກຽດ​ຊັງ​ການ​ລັກ​ບໍ່​ວ່າ​ຈະ​ຢູ່​ໃນ​ຮູບ​ແບບ​ໃດ​ກໍ​ຕາມ. ພວກ​ເຮົາ​ຮູ້ສຶກ​ເປັນ​ກຽດ​ແທ້ໆທີ່​ໄດ້​ຮູ້ຈັກ​ແລະ​ໄດ້​ເຊື່ອ​ຟັງ​ຫຼັກ​ການ​ຕ່າງໆຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ ແລະ​ໄດ້​ໃຊ້​ຊີວິດ​ໃນ​ແບບ​ທີ່​ບໍ່​ໄດ້​ເຮັດ​ໃຫ້​ນາມ​ຊື່​ຂອງ​ພະ​ເຢໂຫວາ​ເສື່ອມ​ເສຍ. ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຖືກ​ພິພາກສາ​ໃນ​ເວລາ​ທີ່​ພະອົງ​ຈະ​ມາ​ຈັດການ​ຄົນ​ທີ່​ບໍ່​ເຊື່ອ​ຟັງ.

ຮັກສາ​ຄຳ​ສັນຍາ​ຂອງ​ເຈົ້າ “ທຸກ​ວັນໆ”

8-10. (ກ) ການ​ສາບານ​ແມ່ນ​ຫຍັງ? (ຂ) ຄຳ​ສາບານ​ຫຍັງ​ທີ່​ເຊເດເຊຍເຊ​ບໍ່​ໄດ້​ເຮັດ​ຕາມ?

8 ຕໍ່​ມາ ມ້ວນ​ໜັງສື​ທີ່​ລອຍ​ຢູ່​ກໍ​ສົ່ງ​ຂ່າວ​ສານ​ທີ່​ເປັນ​ຄຳ​ເຕືອນ​ໃຫ້​ຄົນ​ທີ່ “ສາບານ​ຕົວະ” ໃນ​ນາມ​ຊື່​ພະເຈົ້າ. (ຊາກາລີ5:⁠4) ການ​ສາບານ​ແມ່ນ​ການ​ເວົ້າ​ຢືນຢັນ​ວ່າ​ສິ່ງ​ນັ້ນ​ເປັນ​ເລື່ອງ​ຈິງ ຫຼື​ເປັນ​ຄຳ​ສັນຍາ​ທີ່​ຈິງ​ຈັງ​ວ່າ​ຈະ​ເຮັດ​ຫຼື​ບໍ່​ເຮັດ​ບາງ​ຢ່າງ.

9 ການ​ສາບານ​ໃນ​ນາມ​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ເລື່ອງ​ທີ່​ຈິງ​ຈັງ​ຫຼາຍ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຊເດເຊຍເຊ​ກະສັດ​ອົງ​ສຸດ​ທ້າຍ​ທີ່​ປົກຄອງ​ເມືອງ​ເຢຣຶຊາເລມ. ເຊເດເຊຍເຊ​ໄດ້​ສາບານ​ໂດຍ​ອ້າງ​ຊື່​ຂອງ​ພະ​ເຢໂຫວາ​ວ່າ​ລາວ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ກະສັດ​ບາບີໂລນ ແຕ່​ລາວ​ບໍ່​ໄດ້​ຮັກສາ​ສັນຍາ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ເຊເດເຊຍເຊ​ຈະ “ຕາຍ​ໃນ​ບ່ອນ​ຢູ່​ຂອງ​ກະສັດ​ນັ້ນ​ທີ່​ໄດ້​ຕັ້ງ​ທ່ານ​ໄວ້​ເປັນ​ກະສັດ ແລະ​ທີ່​ທ່ານ​ໄດ້​ປະໝາດ​ຄຳ​ສາບານ​ແລະ​ໄດ້​ຜິດ​ລ່ວງ​ຄຳ​ສັນຍາ​ໄວ້ ທ່ານ​ຈະ​ຕາຍ​ໃກ້​ກະສັດ​ນັ້ນ​ໃນ​ກາງ​ເມືອງ​ບາບີໂລນ.”—ເອເຊກຽນ 17:⁠16

10 ກະສັດ​ເຊເດເຊຍເຊ​ໄດ້​ສາບານ​ໃນ​ນາມ​ຊື່​ຂອງ​ພະ​ເຢໂຫວາ ແລະ​ພະອົງ​ກໍ​ຄາດ​ໝາຍ​ວ່າ​ລາວ​ຈະ​ເຮັດ​ຕາມ. (2 ຂ່າວຄາວ 36:13) ແຕ່​ເຊເດເຊຍເຊ​ບໍ່​ຮັກສາ​ສັນຍາ​ແລະ​ໄດ້​ຂໍ​ໃຫ້​ເອຢິບ​ຊ່ວຍ​ລາວ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ບາບີໂລນ. ສຸດ​ທ້າຍ ເອຢິບ​ກໍ​ບໍ່​ສາມາດ​ຊ່ວຍ​ລາວ​ໄດ້.—ເອເຊກຽນ 17: 11-15, 17, 18

11, 12. (ກ) ຄຳ​ສັນຍາ​ຫຍັງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ? (ຂ) ການ​ອຸທິດ​ຕົວ​ຂອງ​ເຮົາ​ຄວນ​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ການ​ໃຊ້​ຊີວິດ​ຂອງ​ເຮົາ?

11 ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຊເດເຊຍເຊ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຟັງ​ຕອນ​ທີ່​ເຮົາ​ສັນຍາ. ເພື່ອ​ຈະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ ເຮົາ​ຕ້ອງ​ເຮັດ​ຕາມ​ທີ່​ສັນຍາ​ໄວ້. (ຄຳເພງ 76:11) ຄຳ​ສັນຍາ​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ແມ່ນ​ຄຳ​ສັນຍາ​ເລື່ອງ​ການ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ. ເມື່ອ​ເຮົາ​ອຸທິດ​ຕົວ​ໃຫ້​ພະອົງ ກໍ​ເທົ່າ​ກັບ​ວ່າ​ເຮົາ​ສັນຍາ​ວ່າ​ຈະ​ຮັບໃຊ້​ພະອົງ​ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ເຮົາ​ກໍ​ຕາມ.

12 ເຮົາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ທີ່​ຈິງ ເຮົາ​ຖືກ​ທົດ​ສອບ​ທັງ​ໃນ​ເລື່ອງ​ໃຫຍ່​ແລະ​ເລື່ອງ​ນ້ອຍ “ທຸກ​ວັນໆ.” ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຫຼາຍ​ສໍ່າ​ໃດ​ກໍ​ໂດຍ​ວິທີ​ທີ່​ເຮົາ​ຮັບ​ມື​ກັບ​ການ​ທົດ​ສອບ. (ຄຳເພງ 61:8) ຕົວຢ່າງ​ເຊັ່ນ: ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ບາງ​ຄົນ​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງ​ຮຽນ​ມາ​ຈີບ​ເຈົ້າ? ເຈົ້າ​ຈະ​ປະຕິເສດ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ​ບໍ? (ສຸພາສິດ 23:26) ຖ້າ​ເຈົ້າ​ເປັນ​ຄົນ​ດຽວ​ໃນ​ຄອບຄົວ​ທີ່​ນະມັດສະການ​ພະ​ເຢໂຫວາ ເຈົ້າ​ຈະ​ອະທິດຖານ​ຂໍ​ພະອົງ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ການ​ປະພຶດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄລິດສະຕຽນ​ຕະຫຼອດ​ເວລາ​ບໍ? ບໍ່​ວ່າ​ເຈົ້າ​ຈະ​ຢູ່​ໃນ​ສະພາບການ​ໃດ​ກໍ​ຕາມ ເຈົ້າ​ຂອບໃຈ​ພະ​ເຢໂຫວາ​ທຸກໆມື້​ບໍ​ສຳລັບ​ຄວາມ​ຮັກ​ແລະ​ການ​ຊີ້​ນຳ​ຈາກ​ພະອົງ? ເຈົ້າ​ຈັດ​ເວລາ​ໄວ້​ເພື່ອ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້​ບໍ? ທີ່​ຈິງ ເຮົາ​ໄດ້​ສັນຍາ​ວ່າ​ຈະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເມື່ອ​ເຮົາ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ. ເມື່ອ​ເຮົາ​ເຊື່ອ​ຟັງ​ແລະ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ ເຮົາ​ກໍ​ສະແດງ​ໃຫ້​ພະອົງ​ເຫັນ​ວ່າ​ເຮົາ​ເປັນ​ຂອງ​ພະອົງ​ແລະ​ຮັກ​ພະອົງ. ການ​ນະມັດສະການ​ພະເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີວິດ​ເຮົາ. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ເຮົາ​ມີ​ອະນາຄົດ​ທີ່​ດີ​ເລີດ ຖ້າ​ເຮົາ​ສັດ​ຊື່​ຕໍ່​ພະອົງ.—ພະບັນຍັດ 10:12, 13

ຕົວຢ່າງ​ຂອງ​ພະ​ເຢໂຫວາ ພະອົງ​ສອນ​ເຮົາ​ວ່າ​ເຮົາ​ຄວນ​ຮັກສາ​ສັນຍາ

13. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ນິມິດ​ທີ 6 ຂອງ​ຊາກາລີ?

13 ນິມິດ​ທີ 6 ຂອງ​ຊາກາລີ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ເຮົາ​ຈະ​ບໍ່​ລັກ​ຫຼື​ບໍ່​ເຮັດ​ຜິດ​ຄຳ​ສັນຍາ. ເຮົາ​ຍັງ​ໄດ້​ຮູ້​ວ່າ ເຖິງ​ວ່າ​ຊາວ​ອິດສະລາແອນ​ໄດ້​ເຮັດ​ຜິດ​ຫຼາຍ​ຢ່າງ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ຮັກສາ​ສັນຍາ​ແລະ​ບໍ່​ປະ​ຖິ້ມ​ເຂົາ​ເຈົ້າ. ພະອົງ​ເຂົ້າ​ໃຈ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຕົກ​ຢູ່​ໃນ​ສະພາບການ​ທີ່​ຍາກ​ລຳບາກ​ຍ້ອນ​ມີ​ສັດຕູ​ຢູ່​ອ້ອມ​ຂ້າງ. ຈາກ​ຕົວຢ່າງ​ຂອງ​ພະ​ເຢໂຫວາ ພະອົງ​ສອນ​ເຮົາ​ວ່າ​ເຮົາ​ຄວນ​ຮັກສາ​ສັນຍາ ແລະ​ເຮົາ​ກໍ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້. ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ກໍ​ຄື​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ກ່ຽວ​ກັບ​ອະນາຄົດ. ອີກ​ບໍ່​ດົນ ພະອົງ​ຈະ​ທຳລາຍ​ຄວາມ​ຊົ່ວ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້. ເຮົາ​ສາມາດ​ອ່ານ​ເລື່ອງ​ຄວາມ​ຫວັງ​ນີ້​ໄດ້​ໃນ​ນິມິດ​ຕໍ່​ໄປ​ທີ່​ຊາກາລີ​ເຫັນ.

ພະ​ເຢໂຫວາ​ຈະ​ກຳຈັດ​ຄວາມ​ຊົ່ວ

14, 15. (ກ) ໃນ​ນິມິດ​ທີ 7 ຊາກາລີ​ເຫັນ​ຫຍັງ? (ເບິ່ງ​ຮູບ​ທີ 2) (ຂ) ຜູ້​ຍິງ​ທີ່​ຢູ່​ໃນ​ຖັງ​ໝາຍ​ເຖິງ​ຫຍັງ? ເປັນ​ຫຍັງ​ທູດ​ສະຫວັນ​ຈຶ່ງ​ອັດ​ປາກ​ຖັງ​ໄວ້?

14 ຫຼັງ​ຈາກ​ຊາກາລີ​ເຫັນ​ມ້ວນ​ໜັງສື​ທີ່​ລອຍ​ຢູ່ ທູດ​ສະຫວັນ​ອົງ​ໜຶ່ງ​ບອກ​ລາວ​ວ່າ: “ຈົ່ງ​ແຫງນ​ຕາ​ເບິ່ງ.” ແລ້ວ​ຊາກາລີ​ກໍ​ເຫັນ​ຖັງ “ເອຟາ.” (ອ່ານ​ຊາກາລີ 5:5-8) ຖັງ​ນີ້​ມີ​ຝາ​ວົງ​ມົນ​ທີ່​ເຮັດ​ຈາກ​ຊືນ. ເມື່ອ​ຝາ​ເປີດ​ອອກ ຊາກາລີ​ກໍ​ເຫັນ ‘ຜູ້​ຍິງ​ຜູ້​ໜຶ່ງ​ນັ່ງ​ຢູ່​ໃນ​ຫັ້ນ.’ ທູດ​ສະຫວັນ​ໄດ້​ອະທິບາຍ​ກັບ​ຊາກາລີ​ວ່າ​ຜູ້​ຍິງ​ທີ່​ນັ່ງ​ຢູ່​ໃນ​ຖັງ​ເອຟາ​ນັ້ນ​ແມ່ນ “ຄວາມ​ຊົ່ວ​ຮ້າຍ.” ຂໍ​ຄິດ​ເຖິງ​ຄວາມ​ຢ້ານ​ກົວ​ຂອງ​ຊາກາລີ​ທີ່​ເຫັນ​ຜູ້​ຍິງ​ຄົນ​ນັ້ນ​ພະຍາຍາມ​ທີ່​ຈະ​ອອກ​ມາ​ຈາກ​ຖັງ​ນັ້ນ! ແຕ່​ທູດ​ສະຫວັນ​ກໍ​ຟ້າວ​ຊຸກ​ຜູ້​ຍິງ​ຄົນ​ນັ້ນ​ເຂົ້າ​ໄປ​ຄືນ​ແລະ​ອັດ​ຖັງ​ໄວ້​ດ້ວຍ​ຝາ​ທີ່​ໜັກ. ເລື່ອງ​ນີ້​ໝາຍ​ເຖິງ​ຫຍັງ?

15 ນິມິດ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະອົງ. ຖ້າ​ພະ​ເຢໂຫວາ​ເຫັນ​ວ່າ​ມີ​ບາງ​ຢ່າງ​ທີ່​ບໍ່​ດີ ພະອົງ​ຈະ​ກຳຈັດ​ມັນ​ທັນທີ. (1 ໂກລິນໂທ 5:13) ທູດ​ສະຫວັນ​ກໍ​ສະແດງ​ໃຫ້​ເຫັນ​ເລື່ອງ​ນີ້​ຕອນ​ທີ່​ເອົາ​ຝາ​ທີ່​ໜັກ​ມາ​ອັດ​ປາກ​ຖັງ​ທັນທີ.

ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຮັກສາ​ການ​ນະ​ມັດ​ການ​ໃຫ້​ສະອາດ (ເບິ່ງ​ຂໍ້ 16-18)

16. (ກ) ເກີດ​ຫຍັງ​ຂຶ້ນ​ກັບ​ຖັງ​ເອຟາ? (ເບິ່ງ​ຮູບ​ທີ 3) (ຂ) ຍິງ​ທີ່​ມີ​ປີກ​ໄດ້​ເອົາ​ຖັງ​ນັ້ນ​ໄປ​ໃສ?

16 ຕໍ່​ມາ ຊາກາລີ​ເຫັນ​ຜູ້​ຍິງ​ສອງ​ຄົນ​ທີ່​ມີ​ປີກ​ແຂງແຮງ​ຄື​ປີກ​ຂອງ​ນົກ​ກະສາ. (ອ່ານ​ຊາກາລີ 5:9-11) ຜູ້​ຍິງ​ສອງ​ຄົນ​ນີ້​ແຕກຕ່າງ​ກັນ​ຫຼາຍ​ຈາກ​ຍິງ​ຊົ່ວ​ທີ່​ຢູ່​ໃນ​ຖັງ. ໂດຍ​ໃຊ້​ປີກ​ທີ່​ແຂງແຮງ ເຂົາ​ເຈົ້າ​ຍົກ​ຖັງ​ທີ່​ມີ “ຄວາມ​ຊົ່ວ​ຮ້າຍ” ຢູ່​ພາຍ​ໃນ​ຂຶ້ນ​ແລະ​ບິນ​ໄປ. ເຂົາ​ເຈົ້າ​ຈະ​ເອົາ​ຖັງ​ທີ່​ມີ​ຍິງ​ຊົ່ວ​ໄປ​ໃສ? ເຂົາ​ເຈົ້າ​ຈະ​ເອົາ​ຖັງ​ໄປ “ປະເທດ​ຊີນານ” ເຊິ່ງ​ກໍ​ຄື​ບາບີໂລນ. ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ພາ​ຍິງ​ຊົ່ວ​ໄປ​ທີ່​ນັ້ນ?

17, 18. (ກ) ເປັນ​ຫຍັງ​ບາບີໂລນ​ຈຶ່ງ​ເປັນ​ສະຖານ​ທີ່​ທີ່​ເໝາະ​ສົມ​ກັບ​ຄວາມ​ຊົ່ວ​ຮ້າຍ? (ຂ) ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

17 ຊາວ​ອິດສະລາແອນ​ທີ່​ຢູ່​ໃນ​ສະໄໝ​ຂອງ​ຊາກາລີ​ເຂົ້າ​ໃຈ​ດີ​ວ່າ​ເປັນ​ຫຍັງ​ບາບີໂລນ​ຈຶ່ງ​ເປັນ​ສະຖານ​ທີ່​ທີ່​ເໝາະ​ສົມ​ກັບ “ຄວາມ​ຊົ່ວ​ຮ້າຍ.” ເຂົາ​ເຈົ້າ​ຮູ້​ດີ​ວ່າ​ນັ້ນ​ເປັນ​ເມືອງ​ທີ່​ຊົ່ວ​ຮ້າຍ​ເຊິ່ງ​ເຕັມ​ໄປ​ດ້ວຍ​ການ​ເຮັດ​ຜິດ​ສິນລະທຳ​ແລະ​ນະມັດສະການ​ພະ​ປອມ. ຊາກາລີ​ແລະ​ຊາວ​ຢິວ​ຄົນ​ອື່ນໆທີ່​ເຄີຍ​ອາໄສ​ຢູ່​ໃນ​ທີ່​ນັ້ນ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ໃນ​ທຸກໆມື້​ເພື່ອ​ຈະ​ຕ້ານ​ທານ​ອິດທິພົນ​ຂອງ​ສາສະໜາ​ນອກ​ຮີດ. ດັ່ງ​ນັ້ນ ນິມິດ​ນີ້​ຈຶ່ງ​ຮັບຮອງ​ກັບ​ເຮົາ​ວ່າ​ພະ​ເຢໂຫວາ​ຈະ​ຮັກສາ​ການ​ນະມັດສະການ​ຂອງ​ພະອົງ​ໃຫ້​ສະອາດ​ຢູ່​ສະເໝີ.

18 ນິມິດ​ນີ້​ຍັງ​ເຕືອນ​ຊາວ​ຢິວ​ວ່າ​ເຂົາ​ເຈົ້າ​ມີ​ໜ້າ​ທີ່​ທີ່​ຈະ​ເຮັດ​ໃຫ້​ການ​ນະ​ມັດ​ການ​ພະເຈົ້າ​ບໍລິສຸດ​ຢູ່​ສະເໝີ. ປະຊາຊົນ​ຂອງ​ພະເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຄວາມ​ຊົ່ວ​ມີ​ຢູ່​ໃນ​ທ່າມກາງ​ເຂົາ​ເຈົ້າ​ບໍ່​ວ່າ​ຈະ​ເປັນ​ຕອນ​ນີ້​ຫຼື​ໃນ​ອະນາຄົດ. ທຸກ​ມື້​ນີ້ ພະ​ເຢໂຫວາ​ໄດ້​ຊັກ​ນຳ​ເຮົາ​ໃຫ້​ມາ​ຢູ່​ໃນ​ອົງການ​ທີ່​ບໍລິສຸດ​ຂອງ​ພະອົງ ເຊິ່ງ​ເປັນ​ບ່ອນ​ທີ່​ພວກ​ເຮົາ​ໄດ້​ຮັບ​ຄວາມ​ຮັກ​ແລະ​ການ​ປົກ​ປ້ອງ​ຈາກ​ພະອົງ. ດັ່ງ​ນັ້ນ ເຮົາ​ແຕ່​ລະ​ຄົນ​ຈຶ່ງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຊ່ວຍ​ກັນ​ຮັກສາ​ຄວາມ​ສະອາດ​ດ້ານ​ການ​ນະມັດສະການ​ຢູ່​ສະເໝີ ແລະ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະ​ເຢໂຫວາ.

ປະຊາຊົນ​ທີ່​ບໍລິສຸດ​ສະອາດ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ

19. ນິມິດ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຊາກາລີ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ເຮົາ​ໃນ​ທຸກ​ມື້​ນີ້?

19 ນິມິດ​ທີ 6 ແລະ 7 ຂອງ​ຊາກາລີ​ເປັນ​ຄຳ​ເຕືອນ​ທີ່​ຮຸນແຮງ​ຕໍ່​ຄົນ​ທີ່​ເຮັດ​ຊົ່ວ. ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ຄວາມ​ຊົ່ວ​ມີ​ຢູ່​ຕໍ່​ໄປ. ໃນ​ຖານະ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ກຽດ​ຊັງ​ຄວາມ​ຊົ່ວ. ນິມິດ​ທັງ​ສອງ​ເລື່ອງ​ນີ້​ຮັບຮອງ​ກັບ​ເຮົາ​ວ່າ​ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ພໍ່​ທີ່​ຮັກ​ຂອງ​ເຮົາ​ພໍ​ໃຈ ພະອົງ​ຈະ​ບໍ່​ສາບ​ແຊ່ງ​ເຮົາ ແຕ່​ຈະ​ປົກ​ປ້ອງ​ແລະ​ອວຍ​ພອນ​ເຮົາ. ເຖິງ​ວ່າ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັກສາ​ຄວາມ​ສະອາດ​ໃນ​ໂລກ​ທີ່​ຊົ່ວ​ຮ້າຍ​ນີ້ ແຕ່​ຖ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ຈະ​ເຮັດ​ໄດ້! ແຕ່​ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ການ​ນະມັດສະການ​ແທ້​ຈະ​ມີ​ຢູ່​ຕໍ່​ໄປ? ແລະ​ໃນ​ຂະນະ​ທີ່​ເຮົາ​ເຂົ້າ​ໃກ້​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລື້ອຍໆ ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ອົງການ​ຂອງ​ພະອົງ? ເຮົາ​ຈະ​ໄດ້​ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.