ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລົດຮົບແລະມົງກຸດຈະປົກປ້ອງເຈົ້າ

ລົດຮົບແລະມົງກຸດຈະປົກປ້ອງເຈົ້າ

“ການ​ນັ້ນ​ຈະ​ບັງເກີດ​ມາ​ຖ້າ​ພວກ​ທ່ານ​ຟັງ​ຄວາມ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ດ້ວຍ​ໃຈ​ສັດ​ຊື່.”—ຊາກາລີ 6:15

ເພງ: 61, 22

1, 2. ສະພາບການ​ຂອງ​ຊາວ​ຢິວ​ໃນ​ເມືອງ​ເຢຣຶຊາເລມ​ເປັນ​ແນວ​ໃດ​ຫຼັງ​ຈາກ​ທີ່​ຊາກາລີ​ເຫັນ​ນິມິດ​ທີ 7?

ຫຼັງ​ຈາກ​ທີ່​ຊາກາລີ​ເຫັນ​ນິມິດ​ທີ 7 ລາວ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຕ້ອງ​ຄິດ. ລາວ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ​ແທ້ໆທີ່​ໄດ້​ຍິນ​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ສັດ​ຊື່ ແຕ່​ກໍ​ຍັງ​ບໍ່​ມີ​ຫຍັງ​ປ່ຽນ​ແປງ​ເລີຍ. ຫຼາຍ​ຄົນ​ຍັງ​ເຮັດ​ຊົ່ວ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ສັດ​ຊື່ ແລະ​ການ​ສ້າງ​ວິຫານ​ໃນ​ເມືອງ​ເຢຣຶຊາເລມ​ກໍ​ຍັງ​ບໍ່​ແລ້ວ. ເປັນ​ຫຍັງ​ຊາວ​ຢິວ​ຈຶ່ງ​ຖິ້ມ​ວຽກ​ທີ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ເຮັດ? ເຂົາ​ເຈົ້າ​ກັບ​ມາ​ເມືອງ​ເຢຣຶຊາເລມ​ພຽງ​ເພື່ອ​ຢາກ​ເຮັດ​ໃຫ້​ຊີວິດ​ດີ​ຂຶ້ນ​ບໍ?

2 ຊາກາລີ​ຮູ້​ວ່າ​ຊາວ​ຢິວ​ທີ່​ກັບ​ໄປ​ເມືອງ​ເຢຣຶຊາເລມ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ. ເຂົາ​ເຈົ້າ​ເປັນ​ຄົນ​ທີ່ “ພະເຈົ້າ​ທ່ຽງ​ແທ້​ກະຕຸ້ນ​ຄວາມ​ຄິດ​ຈິດ​ໃຈ” ໃຫ້​ຖິ້ມ​ບ້ານ​ແລະ​ທຸລະກິດ​ການ​ຄ້າ​ໃນ​ບາບີໂລນ. (ເອເຊດຣາເຊ 1:2, 3, 5, ລ.ມ.) ເຂົາ​ເຈົ້າ​ອອກ​ຈາກ​ບ່ອນ​ທີ່​ລຶ້ງ​ເຄີຍ​ເພື່ອ​ຍ້າຍ​ໄປ​ດິນແດນ​ທີ່​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ບໍ່​ເຄີຍ​ເຫັນ. ຖ້າ​ການ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ບໍ່​ສຳຄັນ​ສຳລັບ​ເຂົາ​ເຈົ້າ ເຂົາ​ເຈົ້າ​ກໍ​ຄົງ​ຈະ​ບໍ່​ໄປ​ເພາະ​ຕ້ອງ​ເດີນ​ທາງ​ໄກ​ເຖິງ 1.600 ກິໂລແມັດ​ເຊິ່ງ​ທັງ​ອັນຕະລາຍ​ແລະ​ຍາກ​ລຳບາກ.

3, 4. ຊາວ​ຢິວ​ທີ່​ກັບ​ມາ​ບ້ານ​ເກີດ​ມີ​ຂໍ້​ທ້າທາຍ​ຫຍັງ​ແດ່?

3 ລອງ​ນຶກ​ພາບ​ການ​ເດີນ​ທາງ​ທີ່​ແສນ​ຍາວ​ໄກ​ຈາກ​ບາບີໂລນ​ໄປ​ເຢຣຶຊາເລມ. ຜູ້​ຄົນ​ມີ​ເວລາ​ຫຼາຍ​ທີ່​ຈະ​ຄິດ​ແລະ​ລົມ​ກັນ​ກ່ຽວ​ກັບ​ບ້ານ​ໃນ​ອະນາຄົດ​ຂອງ​ເຂົາ​ເຈົ້າ. ຜູ້​ເຖົ້າ​ຜູ້​ແກ່​ຄົງ​ເລົ່າ​ໃຫ້​ເຂົາ​ເຈົ້າ​ຟັງ​ວ່າ​ເມືອງ​ເຢຣຶຊາເລມ​ແລະ​ວິຫານ​ຢູ່​ທີ່​ນັ້ນ​ເຄີຍ​ສວຍ​ງາມ​ສໍ່າ​ໃດ. (ເອເຊດຣາເຊ 3:12) ຖ້າ​ເຈົ້າ​ເດີນ​ທາງ​ໄປ​ກັບ​ເຂົາ​ເຈົ້າ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ເມືອງ​ເຢຣຶຊາເລມ​ຄັ້ງ​ທຳອິດ​ເຊິ່ງ​ເປັນ​ບ້ານ​ໃໝ່​ຂອງ​ເຈົ້າ? ເຈົ້າ​ຄົງ​ຈະ​ເສົ້າໃຈ​ເມື່ອ​ເຫັນ​ຊາກ​ອາຄານ​ທີ່​ຖືກ​ທຳລາຍ​ຮົກ​ເຮື້ອ​ໄປ​ດ້ວຍ​ປ່າ​ຫຍ້າ ກຳແພງ​ເມືອງ​ຫັກ​ພັງ ປ້ອມ​ທີ່​ແຂງ​ແກ່ນ​ແລະ​ປະຕູ​ໃຫຍ່​ກໍ​ບໍ່​ມີ​ອີກ​ແລ້ວ ເຈົ້າ​ອາດ​ຄິດ​ເຖິງ​ກຳແພງ​ເມືອງ​ທີ່​ສູງ​ໃຫຍ່​ຂອງ​ບາບີໂລນ. ເຖິງ​ວ່າ​ຈະ​ເປັນ​ແບບ​ນັ້ນ ຊາວ​ຢິວ​ກໍ​ບໍ່​ໄດ້​ທໍ້​ໃຈ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ໃນ​ລະຫວ່າງ​ການ​ເດີນ​ທາງ​ອັນ​ແສນ​ຍາວ​ໄກ ພະ​ເຢໂຫວາ​ໄດ້​ຊ່ວຍ​ແລະ​ປົກ​ປ້ອງ​ເຂົາ​ເຈົ້າ. ເມື່ອ​ເຂົາ​ເຈົ້າ​ມາ​ຮອດ​ເມືອງ​ເຢຣຶຊາເລມ ເຂົາ​ເຈົ້າ​ໄດ້​ສ້າງ​ແທ່ນ​ບູຊາ​ທີ່​ວິຫານ​ແລະ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ທຸກ​ມື້. (ເອເຊດຣາເຊ 3:1, 2) ເຂົາ​ເຈົ້າ​ກະຕືລືລົ້ນ​ຫຼາຍ​ແລະ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ອັນ​ໃດ​ມາ​ເຮັດ​ໃຫ້​ເຂົາ​ເຈົ້າ​ທໍ້​ໃຈ​ໄດ້.

4 ນອກ​ຈາກ​ວຽກ​ຟື້ນຟູ​​ວິຫານ​ແລ້ວ ຊາວ​ຢິວ​ຍັງ​ຕ້ອງ​ໄດ້​ສ້າງ​ເມືອງ​ແລະ​ເຮືອນ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຕ້ອງ​ປູກ​ພືດ​ເພື່ອ​ຄອບຄົວ​ຈະ​ມີ​ອາຫານ​ກິນ. (ເອເຊດຣາເຊ 2:70) ເບິ່ງ​ຄື​ວ່າ​ວຽກ​ຂອງ​ເຂົາ​ເຈົ້າ​ມີ​ຫຼາຍ​ແທ້ໆ. ຕໍ່​ມາ ພວກ​ສັດຕູ​ກໍ​ມາ​ຕໍ່​ຕ້ານ. ການ​ຕໍ່​ຕ້ານ​ນີ້​ເກີດ​ຂຶ້ນ​ເປັນ​ເວລາ 15 ປີ ແລະ​ຊາວ​ຢິວ​ກໍ​ເລີ່ມ​ຄ່ອຍໆທໍ້​ຖອຍ​ໃຈ. (ເອເຊດຣາເຊ 4:1-4) ມີ​ຂໍ້​ທ້າທາຍ​ຢ່າງ​ໜຶ່ງ​ອີກ​ທີ່​ຕ້ອງ​ຮັບ​ມື​ຄື ໃນ​ປີ 522 ກະສັດ​ເປເຣເຊ​ໄດ້​ສັ່ງ​ໃຫ້​ຢຸດ​ການ​ກໍ່​ສ້າງ​ໃນ​ເມືອງ​ເຢຣຶຊາເລມ​ແລະ​ເບິ່ງ​ຄື​ວ່າ​ເມືອງ​ນີ້​ຈະ​ບໍ່​ໄດ້​ຮັບ​ການ​ຟື້ນຟູ​ແລ້ວ.—ເອເຊດຣາເຊ 4:21-24

5. ພະ​ເຢໂຫວາ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ແນວ​ໃດ?

5 ພະ​ເຢໂຫວາ​ຮູ້​ວ່າ​ປະຊາຊົນ​ຂອງ​ພະອົງ​ຕ້ອງການ​ການ​ເສີມ​ກຳລັງ​ແລະ​ຄວາມ​ກ້າຫານ. ພະອົງ​ຈຶ່ງ​ໃຫ້​ນິດ​ມິດ​ສຸດ​ທ້າຍ​ແກ່​ຊາກາລີ​ເພື່ອ​ຮັບຮອງ​ກັບ​ປະຊາຊົນ​ວ່າ​ພະອົງ​ຮັກ​ເຂົາ​ເຈົ້າ​ແລະ​ເຫັນ​ຄຸນຄ່າ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ຮັບໃຊ້​ພະອົງ. ພະອົງ​ສັນຍາ​ວ່າ​ຈະ​ປົກ​ປ້ອງ​ເຂົາ​ເຈົ້າ​ຖ້າ​ເຂົາ​ເຈົ້າ​ກັບ​ມາ​ເຮັດ​ວຽກ​ທີ່​ພະອົງ​ມອບ​ໝາຍ​ໃຫ້. ໃນ​ເລື່ອງ​ການ​ສ້າງ​ວິຫານ ພະ​ເຢໂຫວາ​ບອກ​ວ່າ: “ການ​ນັ້ນ​ຈະ​ບັງເກີດ​ມາ​ຖ້າ​ພວກ​ທ່ານ​ຟັງ​ຄວາມ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ດ້ວຍ​ໃຈ​ສັດ​ຊື່.”—ຊາກາລີ 6:15

ກອງທັບ​ທູດ​ສະຫວັນ​ທີ່​ມີ​ອຳນາດ

6. (ກ) ນິມິດ​ທີ 8 ຂອງ​ຊາກາລີ​ໄດ້​ເລີ່ມ​ຕົ້ນ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ) (ຂ) ເປັນ​ຫຍັງ​ມ້າ​ຈຶ່ງ​ມີ​ສີ​ແຕກຕ່າງ​ກັນ?

6 ນິມິດ​ທີ 8 ເຊິ່ງ​ເປັນ​ນິມິດ​ສຸດ​ທ້າຍ​ຂອງ​ຊາກາລີ​ອາດ​ເປັນ​ນິມິດ​ທີ່​ເສີມ​ສ້າງ​ຄວາມ​ເຊື່ອ​ຫຼາຍ​ທີ່​ສຸດ. (ອ່ານ​ຊາກາລີ 6:1-3) ລອງ​ນຶກ​ພາບ​ວ່າ​ຊາກາລີ​ເຫັນ​ຫຍັງ​ແດ່. ລາວ​ເຫັນ​ລົດ​ຮົບ 4 ຄັນ​ແລ່ນ “ອອກ​ມາ​ຈາກ​ຫວ່າງ​ກາງ​ພູ 2 ໜ່ວຍ” ທີ່​ເປັນ​ທອງ​ເຫຼືອງ. ມ້າ​ທີ່​ດຶງ​ລົດ​ຮົບ​ນັ້ນ​ມີ​ສີ​ແຕກຕ່າງ​ກັນ​ເຊິ່ງ​ເຮັດ​ໃຫ້​ແຍກ​ອອກ​ວ່າ​ລົດ​ຮົບ​ຄັນ​ໃດ​ເປັນ​ຄັນ​ໃດ. ຊາກາລີ​ຖາມ​ວ່າ: “ພວກ​ນີ້​ແມ່ນ​ສິ່ງ​ໃດ?” (ຊາກາລີ 6:4) ພວກ​ເຮົາ​ກໍ​ຢາກ​ຮູ້​ຄື​ກັນ​ເພາະ​ນິມິດ​ນີ້​ມີ​ຜົນ​ກະທົບ​ກັບ​ເຮົາ.

7, 8. (ກ) ພູເຂົາ 2 ໜ່ວຍ​ໝາຍ​ເຖິງ​ຫຍັງ? (ຂ) ເປັນ​ຫຍັງ​ພູເຂົາ​ຈຶ່ງ​ເຮັດ​ດ້ວຍ​ທອງ​ເຫຼືອງ?

7 ໃນ​ຄຳພີ​ໄບເບິນ ບາງ​ຄັ້ງ​ມີ​ການ​ໃຊ້​ຄຳ​ວ່າ​ພູເຂົາ​ເມື່ອ​ກ່າວ​ເຖິງ​ການ​ປົກຄອງ​ຫຼື​ລັດຖະບານ. ພູເຂົາ​ທີ່​ຊາກາລີ​ເຫັນ​ນັ້ນ​ຄ້າຍ​ຄື​ກັບ​ພູ​ສອງ​ໜ່ວຍ​ທີ່​ເຮົາ​ອ່ານ​ໃນ​ຄຳ​ພະຍາກອນ​ດານຽນ. ພູເຂົາ​ໜ່ວຍ​ໜຶ່ງ​ໝາຍ​ເຖິງ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເຊິ່ງ​ເປັນ​ການ​ປົກຄອງ​ທົ່ວ​ທັງ​ເອກະພົບ​ຕະຫຼອດ​ໄປ ແລະ​ອີກ​ໜ່ວຍ​ໜຶ່ງ​ໝາຍ​ເຖິງ​ລາຊະອານາຈັກ​ເມຊີ​ທີ່​ມີ​ພະ​ເຍຊູ​ເປັນ​ກະສັດ. (ດານຽນ 2:35, 45) ຕັ້ງ​ແຕ່​ລະດູ​ໃບ​ໄມ້​ຫຼົ່ນ​ໃນ​ປີ 1914 ຕອນ​ທີ່​ພະ​ເຍຊູ​ເປັນ​ກະສັດ ພູເຂົາ​ສອງ​ໜ່ວຍ​ນີ້​ມີ​ມາ​ດົນ​ແລ້ວ​ແລະ​ມີ​ບົດບາດ​ພິເສດ​ທີ່​ຈະ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະເຈົ້າ​ທີ່​ມີ​ຕໍ່​ແຜ່ນດິນ​ໂລກ​ສຳເລັດ.

ພະ​ເຢໂຫວາ​ຍັງ​ໃຊ້​ທູດ​ສະຫວັນ​ໃຫ້​ປົກ​ປ້ອງ​ແລະ​ເສີມ​ກຳລັງ​ປະຊາຊົນ​ຂອງ​ພະອົງ

8 ເປັນ​ຫຍັງ​ພູເຂົາ​ຈຶ່ງ​ເຮັດ​ດ້ວຍ​ທອງ​ເຫຼືອງ? ທອງ​ເຫຼືອງ​ເປັນ​ໂລຫະ​ທີ່​ມີ​ຄ່າ​ຫຼາຍ​ແລະ​ເງົາ​ງາມ. ທີ່​ຈິງ ພະ​ເຢໂຫວາ​ບອກ​ໃຫ້​ຊາວ​ອິດສະລາແອນ​ໃຊ້​ທອງ​ເຫຼືອງ​ເມື່ອ​ສ້າງ​ທັບ​ອາໄສ​ແລະ​ຕອນ​ທີ່​ສ້າງ​ວິຫານ​ໃນ​ເມືອງ​ເຢຣຶຊາເລມ. (ອົບພະຍົບ 27:1-3; 1 ກະສັດ 7:13-16) ການ​ທີ່​ພູເຂົາ​ເຮັດ​ຈາກ​ທອງ​ເຫຼືອງ​ເປັນ​ການ​ເນັ້ນ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຂອງ​ການ​ປົກຄອງ​ສູງ​ສຸດ​ຂອງ​ພະ​ເຢໂຫວາ​ເໜືອ​ເອກະພົບ​ແລະ​ຂອງ​ລາຊະອານາຈັກ​ເມຊີ ເຊິ່ງ​ເຮັດ​ໃຫ້​ມະນຸດ​ຮູ້ສຶກ​ປອດໄພ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ການ​ອວຍ​ພອນ.

9. ລົດ​ຮົບ​ແລະ​ຄົນ​ຂີ່​ມ້າ​ໝາຍ​ເຖິງ​ຫຍັງ ແລະ​ວຽກ​ມອບ​ໝາຍ​ຂອງ​ເຂົາ​ເຈົ້າ​ແມ່ນ​ຫຍັງ?

9 ລົດ​ຮົບ​ແລະ​ຄົນ​ຂີ່​ມ້າ​ໝາຍ​ເຖິງ​ຫຍັງ? ລົດ​ຮົບ​ແລະ​ຄົນ​ຂີ່​ມ້າ​ໝາຍ​ເຖິງ​ທູດ​ສະຫວັນ ເຊິ່ງ​ອາດ​ເປັນ​ທູດ​ສະຫວັນ​ທີ່​ມາ​ຈາກ​ຫຼາຍ​ກຸ່ມ. (ອ່ານ​ຊາກາລີ 6:5-8) ພວກ​ທູດ​ສະຫວັນ​ໄດ້​ເຂົ້າ​ໄປ ‘ຕໍ່​ໜ້າ​ພະເຈົ້າ​ແຫ່ງ​ບັນດາ​ແຜ່ນດິນ​ໂລກ’ ແລະ​ອອກ​ໄປ​ພ້ອມ​ກັບ​ວຽກ​ມອບ​ໝາຍ​ພິເສດ. ເຂົາ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ໄປ​ເຂດ​ຕ່າງໆເພື່ອ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໂດຍ​ສະເພາະ​ໄປ​ບາບີໂລນ​ເຊິ່ງ​ກໍ​ຄື “ປະເທດ​ທິດ​ອຸດອນ.” ໃນ​ນິມິດ​ນີ້ ພະ​ເຢໂຫວາ​ໃຫ້​ປະຊາຊົນ​ຂອງ​ພະອົງ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ເປັນ​ທາດ​ຂອງ​ບາບີໂລນ​ອີກ​ຕໍ່​ໄປ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ປະຊາຊົນ​ທີ່​ສ້າງ​ວິຫານ​ໃນ​ສະໄໝ​ຂອງ​ຊາກາລີ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ສໍ່າ​ໃດ​ທີ່​ຮູ້​ວ່າ​ພວກ​ສັດຕູ​ຈະ​ບໍ່​ສາມາດ​ຢຸດ​ຢັ້ງ​ເຂົາ​ເຈົ້າ​ໄດ້.

10. ຄຳ​ພະຍາກອນ​ຂອງ​ຊາກາລີ​ກ່ຽວ​ກັບ​ລົດ​ຮົບ​ແລະ​ຜູ້​ຂີ່​ມ້າ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

10 ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ຍັງ​ໃຊ້​ທູດ​ສະຫວັນ​ໃຫ້​ປົກ​ປ້ອງ​ແລະ​ເສີມ​ກຳລັງ​ປະຊາຊົນ​ຂອງ​ພະອົງ. (ມາລາກີ 3:6; ເຫບເລີ 1:7, 14) ຕັ້ງ​ແຕ່​ປີ 1919 ເມື່ອ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຖືກ​ປົດ​ປ່ອຍ​ຈາກ​ບາບີໂລນ​ໃຫຍ່ ສັດຕູ​ຂອງ​ເຂົາ​ເຈົ້າ​ກໍ​ໄດ້​ພະຍາຍາມ​ຢ່າງ​ໜັກ​ຫຼາຍ​ທີ່​ຈະ​ບໍ່​ໃຫ້​ການ​ນະມັດສະການ​ແທ້​ເຕີບ​ໃຫຍ່​ແລະ​ຂະຫຍາຍ​ຕົວ. (ຄຳປາກົດ 18:4) ແຕ່​ພວກ​ມັນ​ກໍ​ເຮັດ​ບໍ່​ສຳເລັດ. ເນື່ອງ​ຈາກ​ມີ​ທູດ​ສະຫວັນ​ຄອຍ​ປົກ​ປ້ອງ​ອົງການ​ຂອງ​ພະ​ເຢໂຫວາ ພວກ​ເຮົາ​ຈຶ່ງ​ບໍ່​ຕ້ອງ​ຢ້ານ​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ຕົກ​ເປັນ​ຊະເລີຍ​ຂອງ​ສາສະໜາ​ປອມ​ອີກ. (ຄຳເພງ 34:7) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ແລະ​ມີ​ວຽກ​ມາກ​ມາຍ​ໃຫ້​ເຮັດ​ຕໍ່ໆໄປ​ໃນ​ຂະນະ​ທີ່​ເຮົາ​ນະມັດສະການ​ພະ​ເຢໂຫວາ. ຄຳ​ພະຍາກອນ​ຂອງ​ຊາກາລີ​ຊ່ວຍ​ພວກ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ຄຸ້ມຄອງ​ໃຫ້​ປອດໄພ​ດ້ວຍ​ພູເຂົາ​ສອງ​ໜ່ວຍ​ນີ້.

11. ເປັນ​ຫຍັງ​ເຮົາ​ບໍ່​ຕ້ອງ​ຢ້ານ​ຕອນ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຖືກ​ໂຈມຕີ?

11 ອີກ​ບໍ່​ດົນ ອຳນາດ​ທາງ​ການ​ເມືອງ​ຂອງ​ໂລກ​ຊາຕານ​ທັງໝົດ​ຈະ​ລວມ​ຕົວ​ກັນ​ເພື່ອ​ທຳລາຍ​ປະຊາຊົນ​ຂອງ​ພະເຢໂຫວາ. (ເອເຊກຽນ 38:2, 10-12; ດານຽນ 11:40, 44, 45; ຄຳປາກົດ 19:19) ໃນ​ຄຳ​ພະຍາກອນ​ຂອງ​ເອເຊກຽນ ເຮົາ​ເຫັນ​ອຳນາດ​ຕ່າງໆເຫຼົ່າ​ນີ້​ເຂົ້າ​ມາ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ຄື​ກັບ​ເມກ​ທີ່​ປົກ​ຄຸມ​ທົ່ວ​ທັງ​ໂລກ. ເຂົາ​ເຈົ້າ​ຂີ່​ມ້າ​ມາ​ດ້ວຍ​ຄວາມ​ໂມໂຫ​ຮ້າຍ​ເພື່ອ​ຈະ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ. (ເອເຊກຽນ 38:15, 16) * (ເບິ່ງ​ໄຂ​ເງື່ອນ) ເຮົາ​ຕ້ອງ​ຢ້ານ​ເຂົາ​ເຈົ້າ​ບໍ? ບໍ່! ກອງທັບ​ຂອງ​ພະ​ເຢໂຫວາ​ຢູ່​ຝ່າຍ​ເຮົາ. ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ແລະ​ຈະ​ທຳລາຍ​ໃຜ​ກໍ​ຕາມ​ທີ່​ຕໍ່​ຕ້ານ​ການ​ປົກຄອງ​ຂອງ​ພະອົງ. (2 ເທຊະໂລນີກ 1:7, 8) ມື້​ນັ້ນ​ຄົງ​ຈະ​ສຸດ​ຍອດ​ແທ້ໆ! ແຕ່​ໃຜ​ຈະ​ເປັນ​ຜູ້​ນຳ​ກອງທັບ​ທາງ​ພາກ​ສະຫວັນ​ຂອງ​ພະ​ເຢໂຫວາ?

ພະ​ເຢໂຫວາ​ສວມ​ມົງກຸດ​ໃຫ້​ກະສັດ​ແລະ​ປະໂລຫິດ​ຂອງ​ພະອົງ

12, 13. (ກ) ພະ​ເຢໂຫວາ​ໄດ້​ບອກ​ຊາກາລີ​ໃຫ້​ເຮັດ​ຫຍັງ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ “ໜໍ່” ໝາຍ​ເຖິງ​ພະ​ເຍຊູ?

12 ຊາກາລີ​ເປັນ​ພຽງ​ຄົນ​ດຽວ​ທີ່​ເຫັນ 8 ນິມິດ​ເຫຼົ່າ​ນັ້ນ. ຕໍ່​ມາ ລາວ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ຄົນ​ອື່ນ​ຈະ​ເຫັນ​ແລະ​ໜູນ​ກຳລັງ​ໃຈ​ຄົນ​ທີ່​ໄປ​ສ້າງ​ວິຫານ​ຂອງ​ພະເຈົ້າ. (ອ່ານ​ຊາກາລີ 6:9-12) ພະ​ເຢໂຫວາ​ບອກ​ຊາກາລີ​ໃຫ້​ເກັບ​ເງິນ​ແລະ​ຄຳ​ຈາກ​ເຫນດາຍ ໂຕເບຍ ແລະ​ເຢດາຢາ​ທີ່​ຫາ​ກໍ​ກັບ​ມາ​ຈາກ​ບາບີໂລນ ແລະ​ໃຊ້​ວັດຖຸ​ເຫຼົ່າ​ນີ້​ເຮັດ “ກະໂຈມ [“ມົງກຸດ”, ລ.ມ.].” (ຊາກາລີ 6:11) ຊາກາລີ​ເຮັດ​ມົງກຸດ​ນີ້​ໃຫ້​ໂຊໂຣບາເບນ​ຜູ້​ສຳເລັດ​ລາຊະການ​ທີ່​ມາ​ຈາກ​ຕະກູນ​ຢູດາ​ແລະ​ເປັນ​ເຊື້ອ​ສາຍ​ຂອງ​ດາວິດ​ບໍ? ບໍ່​ແມ່ນ. ພະ​ເຢໂຫວາ​ບອກ​ຊາກາລີ​ໃຫ້​ເອົາ​ມົງກຸດ​ໄປ​ສວມ​ໃຫ້​ປະໂລຫິດ​ໃຫຍ່​ໂຢຊວຍ​. ນີ້​ຄົງ​ເຮັດ​ໃຫ້​ຄົນ​ທີ່​ຢູ່​ໃນ​ເຫດການ​ນັ້ນ​ແປກ​ໃຈ.

13 ການ​ສວມ​ມົງກຸດ​ຂອງ​ປະໂລຫິດ​ໃຫຍ່​ໂຢຊວຍ​ໄດ້​ເຮັດ​ໃຫ້​ລາວ​ກາຍ​ເປັນ​ກະສັດ​ບໍ? ບໍ່. ໂຢຊວຍ​ບໍ່​ແມ່ນ​ເຊື້ອ​ສາຍ​ຂອງ​ດາວິດ ດັ່ງ​ນັ້ນ ລາວ​ຈຶ່ງ​ບໍ່​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ກະສັດ​ໄດ້. ການ​ສວມ​ມົງກຸດ​ຂອງ​ລາວ​ເປັນ​ພາບ​ສະແດງ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຜູ້​ທີ່​ຈະ​ມາ​ເປັນ “ໜໍ່” ເຊິ່ງ​ຈະ​ເປັນ​ກະສັດ​ແລະ​ປະໂລຫິດ​ຕະຫຼອດ​ໄປ​ໃນ​ອະນາຄົດ. ຄຳພີ​ໄບເບິນ​ບອກ​ວ່າ​ໜໍ່​ນັ້ນ​ຄື​ພະ​ເຍຊູ.—ເອຊາອີ 11:1, ລ.ມ.; ມັດທາຍ 2:23

14. ພະ​ເຍຊູ​ເຮັດ​ຫຍັງ​ໃນ​ຖານະ​ເປັນ​ກະສັດ​ແລະ​ປະໂລຫິດ​ໃຫຍ່?

14 ພະ​ເຍຊູ​ເປັນ​ທັງ​ກະສັດ​ແລະ​ປະໂລຫິດ​ໃຫຍ່. ເພິ່ນ​ຈະ​ເປັນ​ຜູ້​ນຳ​ກອງທັບ​ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ແລະ​ເພິ່ນ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ຮູ້ສຶກ​ປອດໄພ​ໃນ​ໂລກ​ທີ່​ມີ​ແຕ່​ຄວາມ​ຮຸນແຮງ​ນີ້. (ເຢເຣມີ 23:5, 6) ອີກ​ບໍ່​ດົນ ພະ​ເຍຊູ​ຄລິດ​ຈະ​ເອົາ​ຊະນະ​ຊາດ​ຕ່າງໆເພາະ​ເພິ່ນ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ຕໍ່​ສູ້​ເພື່ອ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ. (ຄຳປາກົດ 17:12-14; 19:11, 14, 15) ແຕ່​ກ່ອນ​ຈະ​ຮອດ​ມື້​ນັ້ນ ພະ​ເຍຊູ​ຫຼື​ໜໍ່​ມີ​ວຽກ​ທີ່​ຍິ່ງໃຫຍ່​ທີ່​ຕ້ອງ​ເຮັດ.

ເພິ່ນ​ຈະ​ສ້າງ​ວິຫານ

15, 16. (ກ) ໃຜ​ຊຳຮະ​ແລະ​ຟື້ນຟູ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້ ແລະ​ເພິ່ນ​ເຮັດ​ແນວ​ໃດ? (ຂ) ໂລກ​ຈະ​ເປັນ​ແນວ​ໃດ​ເມື່ອ​ສິ້ນ​ສຸດ​ການ​ປົກຄອງ​ພັນ​ປີ​ຂອງ​ພະ​ເຍຊູ?

15 ໃນ​ຖານະ​ທີ່​ເປັນ​ກະສັດ​ແລະ​ປະໂລຫິດ​ໃຫຍ່ ພະ​ເຍຊູ​ໄດ້​ຮັບ​ມອບ​ໝາຍ​ໃຫ້ “ກໍ່​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ.” (ອ່ານ​ຊາກາລີ 6:13) ໃນ​ປີ 1919 ເພິ່ນ​ເລີ່ມ​ເຮັດ​ວຽກ​ກໍ່​ສ້າງ​ນີ້​ໂດຍ​ປົດ​ປ່ອຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ອິດທິພົນ​ຂອງ​ສາສະໜາ​ປອມ​ເຊິ່ງ​ກໍ​ຄື​ບາບີໂລນ​ໃຫຍ່ ແລະ​ຟື້ນຟູ​ປະຊາຄົມ ລວມ​ທັງ​ແຕ່ງ​ຕັ້ງ “ທາດ​ສັດ​ຊື່​ແລະ​ສຸຂຸມ” ເຊິ່ງ​ກໍ​ຄື​ກຸ່ມ​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ທີ່​ຊີ້​ນຳ​ການ​ນະມັດສະການ​ທີ່​ບໍລິສຸດ​ເທິງ​ໂລກ. (ມັດທາຍ 24:45, ລ.ມ.) ພະ​ເຍຊູ​ຍັງ​ຊຳຮະ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ສະອາດ​ແລະ​ຍັງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ນະມັດສະການ​ໃນ​ວິທີ​ທີ່​ສະອາດ.—ມາລາກີ 3:1-3

16 ພະ​ເຍຊູ​ແລະ 144.000 ຄົນ​ທີ່​ທັງ​ເປັນ​ກະສັດ​ແລະ​ປະໂລຫິດ​ຈະ​ປົກຄອງ​ເປັນ​ເວລາ 1.000 ປີ. ໃນ​ໄລຍະ​ນັ້ນ ພວກ​ເພິ່ນ​ຈະ​ຊ່ວຍ​ຄົນ​ທີ່​ສັດ​ຊື່​ໃຫ້​ກາຍ​ເປັນ​ຄົນ​ທີ່​ສົມບູນ​ແບບ. ເມື່ອ​ວຽກ​ນີ້​ສຳເລັດ ມີ​ພຽງ​ແຕ່​ຜູ້​ນະມັດສະການ​ແທ້​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຈະ​ເຫຼືອ​ຢູ່​ແຜ່ນດິນ​ໂລກ. ໃນ​ທີ່​ສຸດ ການ​ນະມັດສະການ​ແທ້​ກໍ​ຈະ​ໄດ້​ຮັບ​ການ​ຟື້ນຟູ​ຢ່າງ​ເຕັມ​ຮູບ​ແບບ​ແທ້ໆ!

ມີ​ສ່ວນ​ຮ່ວມ​ໃນ​ວຽກ​ກໍ່​ສ້າງ

17. ພະ​ເຢໂຫວາ​ໃຫ້​ຄວາມ​ໝັ້ນ​ໃຈ​ຫຍັງ​ກັບ​ຊາວ​ຢິວ ແລະ​ສິ່ງ​ນັ້ນ​ສົ່ງ​ຜົນ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ?

17 ຂ່າວ​ສານ​ຂອງ​ຊາກາລີ​ສົ່ງ​ຜົນ​ຕໍ່​ຊາວ​ຢິວ​ໃນ​ຕອນ​ນັ້ນ​ແນວ​ໃດ? ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ຊ່ວຍ​ແລະ​ປົກ​ປ້ອງ​ເຂົາ​ເຈົ້າ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສ້າງ​ວິຫານ​ສຳເລັດ. ຄຳ​ສັນຍາ​ນີ້​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ. ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ສົງໄສ​ວ່າ​ຄົນ​ໜ້ອຍ​ດຽວ​ຈະ​ສາມາດ​ເຮັດ​ວຽກ​ຢ່າງ​ຫຼວງ​ຫຼາຍ​ນີ້​ໄດ້​ແນວ​ໃດ? ດັ່ງ​ນັ້ນ ຊາກາລີ​ໄດ້​ບອກ​ເຂົາ​ເຈົ້າ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ຈະ​ກຳຈັດ​ຄວາມ​ຢ້ານ​ແລະ​ຄວາມ​ສົງໄສ​ອອກ​ໄປ. ຄື​ກັບ​ເຫນດາຍ ໂຕເບຍ ແລະ​ເຢດາຢາ​ໄດ້​ມາ​ຊ່ວຍ​ເຂົາ​ເຈົ້າ ພະ​ເຢໂຫວາ​ບອກ​ວ່າ: ຄົນ​ອື່ນໆກໍ​ຍັງ​ຈະ “ມາ​ແລະ​ຊ່ອຍ​ກໍ່​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ.” (ອ່ານ​ຊາກາລີ 6:15) ຊາວ​ຢິວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ສະໜັບສະໜູນ​ວຽກ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈຶ່ງ​ກ້າຫານ​ກັບ​ໄປ​ສ້າງ​ວິຫານ​ຂຶ້ນ​ໃໝ່ ເຖິງ​ວ່າ​ກະສັດ​ເປເຣເຊ​ໄດ້​ສັ່ງ​ຫ້າມ​ວຽກ​ນີ້​ເປັນ​ທາງ​ການ​ແລ້ວ. ການ​ສັ່ງ​ຫ້າມ​ນີ້​ເປັນ​ເໝືອນ​ພູເຂົາ​ໃຫຍ່​ທີ່​ຂວາງ​ທາງ​ເຂົາ​ເຈົ້າ ແຕ່​ພະ​ເຢໂຫວາ​ກໍ​ກຳຈັດ​ມັນ. ໃນ​ທີ່​ສຸດ ວິຫານ​ກໍ​ສ້າງ​ສຳເລັດ​ໃນ​ປີ 515 ກ່ອນ ຄ.ສ. (ເອເຊດຣາເຊ 6:22; ຊາກາລີ 4:6, 7) ນອກ​ຈາກ​ນັ້ນ ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ຍັງ​ໝາຍ​ເຖິງ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນັ້ນ​ເຊິ່ງ​ກຳລັງ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ.

ພະ​ເຢໂຫວາ​ບໍ່​ມີ​ວັນ​ລືມ​ຄວາມ​ຮັກ​ທີ່​ເຮົາ​ສະແດງ​ຕໍ່​ພະອົງ (ເບິ່ງ​ຂໍ້ 18, 19)

18. ຊາກາລີ 6:15 ກຳລັງ​ສຳເລັດ​ເປັນ​ຈິງ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

18 ໃນ​ທຸກ​ມື້​ນີ້​ມີ​ຫຼາຍ​ລ້ານ​ຄົນ​ນະມັດສະການ​ພະ​ເຢໂຫວາ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ໃຫ້ “ຂອງ​ທີ່​ມີ​ຄ່າ” ກັບ​ພະ​ເຢໂຫວາ​ເຊັ່ນ: ເວລາ ກຳລັງ ແລະ​ຊັບ​ສິນ​ຂອງ​ເຂົາ​ເຈົ້າ. ໂດຍ​ວິທີ​ນີ້ ເຂົາ​ເຈົ້າ​ໄດ້​ສະໜັບສະໜູນ​ການ​ນະມັດສະການ​ທີ່​ບໍລິສຸດ. (ສຸພາສິດ 3:9, ລ.ມ.) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ການ​ສະໜັບສະໜູນ​ທີ່​ພັກດີ​ຂອງ​ເຮົາ. ຂໍ​ໃຫ້​ນຶກ​ເຖິງ​ເຫນດາຍ ໂຕເບຍ ແລະ​ເຢດາຢາ​ທີ່​ໄດ້​ນຳ​ເງິນ​ແລະ​ຄຳ​ມາ​ໃຫ້​ຊາກາລີ​ເຮັດ​ມົງກຸດ. ມົງກຸດ​ນັ້ນ​ເປັນ “ທີ່​ລະນຶກ​ຄຶດ​ຮອດ” ຫຼື ເຮັດ​ໃຫ້​ຄິດ​ເຖິງ​ການ​ບໍລິຈາກ​ຂອງ​ເຂົາ​ເຈົ້າ​ເພື່ອ​ການ​ນະມັດສະການ​ແທ້. (ຊາກາລີ 6:14) ພະ​ເຢໂຫວາ​ຈະ​ບໍ່​ມີ​ວັນ​ລືມ​ວຽກ​ທີ່​ເຮົາ​ເຮັດ​ແລະ​ຄວາມ​ຮັກ​ທີ່​ເຮົາ​ສະແດງ​ຕໍ່​ພະອົງ.—ເຫບເລີ 6:10

ພວກ​ເຮົາ​ມີ​ຄວາມ​ສຸກ​ແທ້ໆ ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ອົງການ​ທີ່​ໝັ້ນ​ຄົງ​ປອດໄພ​ແລະ​ຈະ​ຄົງ​ຢູ່​ຕະຫຼອດ​ໄ

19. ນິມິດ​ຂອງ​ຊາກາລີ​ສົ່ງ​ຜົນ​ຕໍ່​ເຈົ້າ​ແນວ​ໃດ?

19 ໃນ​ສະໄໝ​ສຸດ​ທ້າຍ ປະຊາຊົນ​ຂອງ​ພະເຈົ້າ​ກໍ​ສາມາດ​ເຮັດ​ວຽກ​ໃຫຍ່​ນີ້​ໄດ້. ນີ້​ເປັນ​ໄປ​ໄດ້​ເພາະ​ພະ​ເຢໂຫວາ​ອວຍ​ພອນ​ແລະ​ມີ​ພະ​ເຍຊູ​ຄລິດ​ເປັນ​ຜູ້​ຊີ້​ນຳ. ພວກ​ເຮົາ​ມີ​ຄວາມ​ສຸກ​ແທ້ໆທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ອົງການ​ທີ່​ໝັ້ນ​ຄົງ​ປອດໄພ​ແລະ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ເຮົາ​ຮູ້​ວ່າ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເລື່ອງ​ການ​ນະມັດສະການ​ບໍລິສຸດ​ຈະ​ເປັນ​ຈິງ. ດັ່ງ​ນັ້ນ ຂໍ​ໃຫ້​ເຫັນ​ຄຸນຄ່າ​ທີ່​ເຈົ້າ​ໄດ້​ຢູ່​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ ແລະ​ຂໍ​ໃຫ້ ‘ຟັງ​ຄວາມ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.’ ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ຜູ້​ທີ່​ເປັນ​ກະສັດ​ແລະ​ປະໂລຫິດ​ໃຫຍ່​ຂອງ​ເຮົາ ແລະ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ທູດ​ສະຫວັນ​ນຳ. ຂໍ​ໃຫ້​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ສະໜັບສະໜູນ​ການ​ນະມັດສະການ​ແທ້. ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ປອດໄພ​ຈາກ​ລະບົບ​ຊົ່ວ​ຂອງ​ໂລກ​ນີ້​ທັງ​ໃນ​ຕອນ​ນີ້​ແລະ​ຕະຫຼອດ​ໄປ!

^ ຂໍ້ 11 ສຳລັບ​ຂໍ້​ມູນ​ເພີ່ມ​ຕື່ມ​ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ພຶດສະພາ 2015 ໜ້າ 27-28.