ພຽງຄັ້ງດຽວຄວາມກະລຸນາຂອງຄລິດສະຕຽນເຮັດໃຫ້ປ່ຽນຊີວິດ
ຄອບຄົວຂອງຈອນຢູ່ໃນເມືອງນ້ອຍໆເມືອງໜຶ່ງຂອງກຸຈຣາດ ປະເທດອິນເດຍ ພໍ່ຂອງຈອນຮັບບັບເຕມາເປັນພະຍານພະເຢໂຫວາໃນທ້າຍຊຸມປີ 1950. ແຕ່ຈອນ ແມ່ ແລະອ້າຍເອື້ອຍນ້ອງຂອງລາວອີກ 5 ຄົນເປັນກາໂຕລິກທີ່ເຄັ່ງຫຼາຍ. ເຂົາເຈົ້າຈຶ່ງຕໍ່ຕ້ານຄວາມເຊື່ອຂອງພໍ່.
ມື້ໜຶ່ງ ພໍ່ບອກໃຫ້ຈອນໄປສົ່ງຈົດໝາຍໃຫ້ພີ່ນ້ອງໃນປະຊາຄົມ. ຕອນເຊົ້າຂອງມື້ນັ້ນ ຈອນເປີດຖັງໂລຫະຂະໜາດໃຫຍ່ ແລ້ວຖັງນັ້ນໄດ້ບາດມືລາວ. ແຕ່ລາວກໍຍັງຢາກເຮັດຕາມທີ່ພໍ່ບອກ ລາວຈຶ່ງໃຊ້ເສດຜ້າພັນແຜຫ້າມເລືອດໄວ້ ແລ້ວອອກໄປສົ່ງຈົດໝາຍ.
ເມື່ອຈອນມາຮອດກໍໄດ້ໃຫ້ຈົດໝາຍກັບເມຍຂອງພີ່ນ້ອງເຊິ່ງເປັນພະຍານພະເຢໂຫວາຄືກັນ. ລາວສັງເກດເຫັນມືຂອງຈອນບາດແລະຢາກຈະຊ່ວຍ. ລາວຈຶ່ງເອົາກ່ອງຢາອອກມາ ແລ້ວລ້າງບາດແລະພັນບາດໃຫ້ຈອນໃໝ່ ແລະເຮັດນໍ້າຊາຮ້ອນໆໃຫ້ດື່ມ. ໃນລະຫວ່າງນັ້ນ ລາວກໍລົມກັບຈອນເລື່ອງຄຳພີໄບເບິນແບບເປັນກັນເອງ.
ຍ້ອນຄວາມກະລຸນາຂອງລາວ ອະຄະຕິຂອງຈອນທີ່ມີຕໍ່ພະຍານພະເຢໂຫວາກໍປ່ຽນໄປ. ຈອນຈຶ່ງຖາມ 2 ຄຳຖາມກ່ຽວກັບຄວາມເຊື່ອທີ່ພະຍານພະເຢໂຫວາກັບກາໂຕລິກເຊື່ອບໍ່ຄືກັນ. ຈອນຖາມວ່າພະເຍຊູເປັນພະເຈົ້າບໍ ແລະຄລິດສະຕຽນຄວນອະທິດຖານເຖິງແມ່ມາລີບໍ. ພີ່ນ້ອງຄົນນີ້ເຄີຍຮຽນພາສາກຸຈຣາດຕິ ລາວຈຶ່ງຕອບຈອນເປັນພາສານີ້ເຊິ່ງເປັນພາສາທີ່ຈອນໃຊ້. ລາວໃຫ້ຈອນເບິ່ງຄຳຕອບຈາກຄຳພີໄບເບິນແລະໃຫ້ປຶ້ມເຫຼັ້ມນ້ອຍຊື່ “ຂ່າວປະເສີດເລື່ອງລາຊະອານາຈັກນີ້.”
ຕໍ່ມາເມື່ອຈອນອ່ານປຶ້ມເຫຼັ້ມນັ້ນ ລາວຮູ້ວ່ານີ້ແມ່ນຄວາມຈິງ ລາວໄປຫາຄຸນພໍ່ແລະຖາມຄຳຖາມ 2 ຂໍ້ແບບດຽວກັນກັບທີ່ຖາມພີ່ນ້ອງຄົນນັ້ນ ຄຸນພໍ່ໃຈຮ້າຍຫຼາຍຈຶ່ງດຶກຄຳພີໄບເບິນໃສ່ລາວ ແລະຮ້ອງວ່າ: “ເຈົ້າກາຍເປັນຊາຕານແລ້ວ! ຊີ້ໃຫ້ເບິ່ງດຸວ່າບ່ອນໃດໃນຄຳພີໄບເບິນບອກວ່າພະເຍຊູບໍ່ແມ່ນພະເຈົ້າ ບ່ອນໃດບອກວ່າບໍ່ໃຫ້ນະມັດສະການແມ່ມາລີ. ຊີ້ໃຫ້ເບິ່ງແມ!” ຈອນຕົກໃຈຫຼາຍທີ່ຄຸນພໍ່ເຮັດແບບນີ້ ລາວເວົ້າກັບຄຸນພໍ່ວ່າລາວຈະບໍ່ມີວັນກັບໄປໂບດອີກ ແລະລາວກໍເຮັດແບບທີ່ເວົ້າແທ້ໆ.
ຈອນເລີ່ມສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ ລາວຕອບຮັບຄວາມຈິງແລະເລີ່ມຮັບໃຊ້ພະເຢໂຫວາ. ຕໍ່ມາ ຄົນອື່ນໆໃນຄອບຄົວກໍເຮັດຄືກັນ. ຕອນນີ້ກໍຜ່ານມາ 60 ປີແລ້ວ ນິ້ວມືຂອງຈອນກໍຍັງເປັນຮອຍແປ້ວຢູ່ ນີ້ເຮັດໃຫ້ລາວຈື່ວ່າຄວາມກະລຸນາຂອງຄລິດສະຕຽນເທື່ອນັ້ນເຮັດໃຫ້ລາວມີໂອກາດໃຊ້ຊີວິດເພື່ອຮັບໃຊ້ພະເຢໂຫວາ.—2 ໂກລິນໂທ 6:4, 6