ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້ຮັກດ້ວຍການກະທຳແລະດ້ວຍຄວາມຈິງໃຈ

ໃຫ້ຮັກດ້ວຍການກະທຳແລະດ້ວຍຄວາມຈິງໃຈ

“ຢ່າ​ໃຫ້​ເຮົາ​ຮັກ​ດ້ວຍ​ລົມ​ປາກ​ເທົ່າ​ນັ້ນ ແຕ່​ໃຫ້​ຮັກ​ດ້ວຍ​ການ​ກະທຳ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ.”—1 ໂຢຮັນ 3:18, ລ.ມ.

ເພງ: 106, 100

1. ຄວາມ​ຮັກ​ແບບ​ທີ່​ສູງ​ສົ່ງ​ທີ່​ສຸດ​ແມ່ນ​ຄວາມ​ຮັກ​ແບບ​ໃດ? ຂໍ​ໃຫ້​ອະທິບາຍ (ເບິ່ງ​ຮູບ​ທຳອິດ)

ພະ​ເຢໂຫວາ​ເປັນ​ບໍ່​ເກີດ​ຂອງ​ຄວາມ​ຮັກ. (1 ໂຢຮັນ 4:7) ຄວາມ​ຮັກ​ແບບ​ທີ່​ສູງ​ສົ່ງ​ທີ່​ສຸດ​ແມ່ນ​ຄວາມ​ຮັກ​ທີ່​ອາໄສ​ຫຼັກ​ການ​ທີ່​ຖືກຕ້ອງ. ໃນ​ຄຳພີ​ໄບເບິນ​ຄຳ​ພາສາ​ເກັຣກ​ເອີ້ນ​ຄວາມ​ຮັກ​ນີ້​ວ່າ​ອະກາເປ. ຄວາມ​ຮັກ​ແບບ​ນີ້​ອາດ​ເປັນ​ຄວາມ​ຮູ້ສຶກ​ມັກ​ແລະ​ຮັກ​ໃຜ​ຄົນ​ໜຶ່ງ ແລະ​ເປັນ​ຄວາມ​ຮູ້ສຶກ​ອົບອຸ່ນ​ທີ່​ມີ​ຕໍ່​ຄົນ​ນັ້ນ. ຄວາມ​ຮັກ​ແບບ​ນີ້​ເປັນ​ຫຼາຍ​ກວ່າ​ຄວາມ​ຮູ້ສຶກ​ເຊິ່ງ​ສະແດງ​ອອກ​ໂດຍ​ການ​ກະທຳ​ທີ່​ບໍ່​ເຫັນ​ແກ່​ຕົວ​ເພື່ອ​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ. ຄວາມ​ຮັກ​ແບບ​ນີ້​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄົນ​ອື່ນ. ຄວາມ​ຮັກ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ວ່າ​ຊີວິດ​ມີ​ຄວາມ​ໝາຍ.

2, 3. ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ​ແນວ​ໃດ?

2 ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ມະນຸດ​ຕັ້ງ​ແຕ່​ກ່ອນ​ທີ່​ພະອົງ​ຈະ​ສ້າງ​ອາດາມ​ແລະ​ເອວາ​ດ້ວຍ​ຊໍ້າ. ພະອົງ​ໄດ້​ສ້າງ​ໃຫ້​ໂລກ​ນີ້​ມີ​ທຸກ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮົາ​ຈະ​ມີ​ຊີວິດ​ຢູ່. ຫຼາຍ​ກວ່າ​ນັ້ນ​ອີກ ພະອົງ​ຍັງ​ເຮັດ​ໃຫ້​ໂລກ​ເປັນ​ຄື​ບ້ານ​ທີ່​ເຮົາ​ທຸກ​ຄົນ​ຈະ​ຢູ່​ອາໄສ​ແລະ​ມີ​ຄວາມ​ສຸກ​ກັບ​ຊີວິດ​ໄດ້​ແທ້ໆ. ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ພະອົງ​ເອງ ແຕ່​ພະອົງ​ເຮັດ​ເພື່ອ​ພວກ​ເຮົາ. ຫຼັງ​ຈາກ​ທີ່​ສ້າງ​ໂລກ​ແລ້ວ ພະອົງ​ກໍ​ໄດ້​ສ້າງ​ມະນຸດ​ແລະ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ.

3 ຕໍ່​ມາ ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ​ຕໍ່​ມະນຸດ​ໃນ​ວິທີ​ທີ່​ຍິ່ງໃຫຍ່​ທີ່​ສຸດ. ເຖິງ​ວ່າ​ອາດາມ​ແລະ​ເອວາ​ກະ​ບົດ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ໝັ້ນ​ໃຈ​ວ່າ​ຈະ​ມີ​ລູກ​ຫຼານ​ບາງ​ຄົນ​ຂອງ​ເຂົາ​ເຈົ້າ​ຮັກ​ພະອົງ ພະອົງ​ຈຶ່ງ​ໄດ້​ໃຫ້​ລູກ​ຊາຍ​ມາ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ລອດ. (ຕົ້ນເດີມ 3:15; 1 ໂຢຮັນ 4:10) ທີ່​ຈິງ ຕອນ​ທີ່​ພະ​ເຢໂຫວາ​ສັນຍາ​ເລື່ອງ​ຄ່າໄຖ່ ກໍ​ເບິ່ງ​ຄື​ວ່າ​ຄ່າໄຖ່​ມີ​ຜົນ​ແລ້ວ​ຕັ້ງ​ແຕ່​ຕອນ​ນັ້ນ. ຫຼັງ​ຈາກ 4.000 ປີ ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ລູກ​ຊາຍ​ຄົນ​ດຽວ​ຂອງ​ພະອົງ​ເພື່ອ​ຊ່ວຍ​ມະນຸດ. (ໂຢຮັນ 3:16) ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ແທ້ໆສຳລັບ​ຄວາມ​ຮັກ​ຂອງ​ພະອົງ​ທີ່​ມີ​ຕໍ່​ເຮົາ!

ສະແດງ​ຄວາມ​ຮັກ​ເຖິງ​ວ່າ​ບໍ່​ແມ່ນ​ເລື່ອງ​ງ່າຍ

4. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ມະນຸດ​ບໍ່​ສົມບູນ​ແບບ​ຈະ​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ​ໄດ້?

4 ເຮົາ​ທີ່​ເປັນ​ມະນຸດ​ບໍ່​ສົມບູນ​ແບບ​ຈະ​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ​ໄດ້​ບໍ? ໄດ້​ແທ້ ເພາະ​ພະ​ເຢໂຫວາ​ສ້າງ​ເຮົາ​ຕາມ​ແບບ​ຂອງ​ພະອົງ ເຮົາ​ຈຶ່ງ​ສາມາດ​ຮຽນ​ແບບ​ພະອົງ​ໄດ້. ເຖິງ​ວ່າ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ ແຕ່​ເຮົາ​ສາມາດ​ເຮັດ​ໄດ້. ຕົວຢ່າງ: ອາເບນ​ສະແດງ​ຄວາມ​ຮັກ​ແບບ​ບໍ່​ເຫັນ​ແກ່​ຕົວ​ຕໍ່​ພະເຈົ້າ​ໂດຍ​ຖວາຍ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ລາວ​ມີ​ໃຫ້​ກັບ​ພະອົງ. (ຕົ້ນເດີມ 4:3, 4) ໂນເອ​ກໍ​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ​ເມື່ອ​ລາວ​ປະກາດ​ຂ່າວ​ສານ​ຂອງ​ພະເຈົ້າ​ຕໍ່ໆໄປ​ເປັນ​ເວລາ​ຫຼາຍ​ປີ​ເຖິງ​ວ່າ​ບໍ່​ມີ​ໃຜ​ຟັງ. (2 ເປໂຕ 2:5) ແລະ​ອັບລາຫາມ​ກໍ​ຮັກ​ພະເຈົ້າ​ຫຼາຍ​ກວ່າ​ທຸກ​ສິ່ງ​ໂດຍ​ເຕັມ​ໃຈ​ສະລະ​ອີຊາກ​ລູກ​ຊາຍ​ທີ່​ຮັກ​ຂອງ​ລາວ. (ຢາໂກໂບ 2:21) ຄື​ກັບ​ຊາຍ​ທີ່​ສັດ​ຊື່​ເຫຼົ່າ​ນີ້ ເຮົາ​ກໍ​ຢາກ​ສະແດງ​ຄວາມ​ຮັກ​ຄື​ກັນ​ເຖິງ​ວ່າ​ບໍ່​ແມ່ນ​ເລື່ອງ​ງ່າຍ.

ຮັກ​ແທ້​ຄື​ຫຍັງ?

5. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແທ້​ໃນ​ວິທີ​ໃດ​ແດ່?

5 ຄຳພີ​ໄບເບິນ​ໄດ້​ບອກ​ເຮົາ​ກ່ຽວ​ກັບ​ການ​ສະແດງ​ຄວາມ​ຮັກ​ແທ້​ວ່າ: “ຢ່າ​ໃຫ້​ເຮົາ​ຮັກ​ດ້ວຍ​ລົມ​ປາກ​ເທົ່າ​ນັ້ນ ແຕ່​ໃຫ້​ຮັກ​ດ້ວຍ​ການ​ກະທຳ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ.” (1 ໂຢຮັນ 3:18, ລ.ມ.) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຄວນ​ສະແດງ​ຄວາມ​ຮັກ​ດ້ວຍ​ຄຳ​ເວົ້າ​ຂອງ​ເຮົາ​ເລີຍ​ບໍ? ບໍ່​ແມ່ນ. (1 ເທຊະໂລນີກ 4:18) ຖ້າ​ຢາກ​ສະແດງ​ຄວາມ​ຮັກ​ແທ້ ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ເວົ້າ​ວ່າ: “ຂ້ອຍ​ຮັກ​ເຈົ້າ” ເຮົາ​ຕ້ອງ​ເຮັດ​ຕາມ​ທີ່​ເວົ້າ​ແທ້ໆ. ຕົວຢ່າງ: ຖ້າ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ​ບໍ່​ມີ​ອາຫານ​ກິນ​ຫຼື​ບໍ່​ມີ​ເຄື່ອງ​ນຸ່ງ ຄຳ​ເວົ້າ​ທີ່​ໃຫ້​ກຳລັງ​ໃຈ​ຢ່າງ​ດຽວ​ກໍ​ຄົງ​ຈະ​ບໍ່​ພໍ ເຮົາ​ຕ້ອງ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ນຳ. (ຢາໂກໂບ 2:15, 16) ຄ້າຍ​ຄື​ກັນ ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຄົນ​ອື່ນໆ ເຮົາ​ຈະ​ບໍ່​ພຽງ​ແຕ່​ອະທິດຖານ​ໃຫ້​ມີ​ຄົນ​ຫຼາຍ​ຂຶ້ນ​ມາ​ຊ່ວຍ​ເຮົາ​ປະກາດ ແຕ່​ເຮົາ​ຕ້ອງ​ດຸ​ໝັ່ນ​ອອກ​ໄປ​ປະກາດ​ນຳ.—ມັດທາຍ 9:38

6, 7. (ກ) ‘ຄວາມ​ຮັກ​ທີ່​ບໍ່​ຫນ້າ​ຊື່​ໃຈ​ຄົດ’ ເປັນ​ຄວາມ​ຮັກ​ແບບ​ໃດ? (ຂ) ມີ​ຕົວຢ່າງ​ຂອງ​ໃຜ​ແດ່​ທີ່​ສະແດງ​ຄວາມ​ຮັກ​ຈອມ​ປອມ?

6 ອັກຄະສາວົກ​ໂຢຮັນ​ບອກ​ວ່າ​ເຮົາ​ຕ້ອງ​ຮັກ “ດ້ວຍ​ການ​ກະທຳ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ.” ອັກຄະສາວົກ​ໂປໂລ​ບອກ​ອີກ​ວ່າ​ຄວາມ​ຮັກ​ຂອງ​ເຮົາ​ຕ້ອງ “ປາສະຈາກ​ໜ້າ​ຊື່​ໃຈ​ຄົດ” ຫຼື ‘ບໍ່​ໜ້າ​ຊື່​ໃຈ​ຄົດ.’ (ໂລມ 12:9; 2 ໂກລິນໂທ 6:6) ບາງ​ຄົນ​ອາດ​ທຳ​ທ່າ​ເຮັດ​ຄື​ວ່າ​ຮັກ ຄົນ​ແບບ​ນີ້​ໃສ່​ໜ້າ​ກາກ​ເຂົ້າ​ຫາ​ຄົນ​ອື່ນ. ແຕ່​ຄວາມ​ຮັກ​ທີ່​ລາວ​ສະແດງ​ເປັນ​ຄວາມ​ຮັກ​ແທ້​ແລະ​ຈິງ​ໃຈ​ບໍ? ອັນ​ໃດ​ຄື​ເຈຕະນາ​ຂອງ​ລາວ? ຄວາມ​ຮັກ​ທີ່​ບໍ່​ຈິງ​ໃຈ​ບໍ່​ໄດ້​ເອີ້ນ​ວ່າ​ຄວາມ​ຮັກ ຄວາມ​ຮັກ​ຈອມ​ປອມ​ບໍ່​ມີ​ຄ່າ​ຫຍັງ​ເລີຍ.

7 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຄວາມ​ຮັກ​ຈອມ​ປອມ. ເມື່ອ​ຊາຕານ​ລົມ​ກັບ​ເອວາ​ໃນ​ສວນ​ເອເດນ ສິ່ງ​ທີ່​ຊາຕານ​ເວົ້າ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ມັນ​ຢາກ​ໃຫ້​ເອວາ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ ແຕ່​ສິ່ງ​ທີ່​ມັນ​ເຮັດ​ພັດ​ກົງ​ກັນ​ຂ້າມ. (ຕົ້ນເດີມ 3:4, 5) ເມື່ອ​ດາວິດ​ເປັນ​ກະສັດ ລາວ​ມີ​ໝູ່​ຄົນ​ໜຶ່ງ​ຊື່​ອາກີໂຕເຟນ ແຕ່​ອາກີໂຕເຟນ​ທໍລະຍົດ​ດາວິດ​ເພື່ອ​ຜົນ​ປະໂຫຍດ​ຂອງ​ຕົວ​ເອງ ເຊິ່ງ​ການ​ກະທຳ​ຂອງ​ລາວ​ເຮັດ​ໃຫ້​ເຫັນ​ວ່າ​ລາວ​ບໍ່​ໄດ້​ເປັນ​ເພື່ອນ​ແທ້. (2 ຊາເມືອນ 15:31) ໃນ​ທຸກ​ມື້​ນີ້ ຜູ້​ອອກ​ຫາກ​ຫຼື​ຄົນ​ທີ່​ທໍລະຍົດ​ພະເຈົ້າ ລວມ​ທັງ​ຄົນ​ອື່ນໆທີ່​ສ້າງ​ຄວາມ​ແຕກ​ແຍກ​ໃນ​ປະຊາຄົມ​ກໍ​ໃຊ້ “ຄຳ​ຍົກ​ຍໍ [ແລະ] ຄຳ​ອ່ອນ​ຫວານ.” (ໂລມ 16:17, 18) ເຂົາ​ເຈົ້າ​ອາດ​ເຮັດ​ທຳ​ທ່າ​ວ່າ​ຫ່ວງໃຍ​ຄົນ​ອື່ນ ແຕ່​ຄວາມ​ຈິງ​ແລ້ວ​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ເຫັນ​ແກ່​ຕົວ.

8. ຄຳຖາມ​ຫຍັງ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

8 ຄວາມ​ຮັກ​ຈອມ​ປອມ​ເປັນ​ສິ່ງ​ທີ່​ໜ້າ​ລັງກຽດ​ຫຼາຍ​ເພາະ​ເປັນ​ການ​ຫຼອກ​ລວງ​ຄົນ​ອື່ນ. ເຮົາ​ອາດ​ຕົວະ​ມະນຸດ​ໄດ້ ແຕ່​ເຮົາ​ຕົວະ​ພະ​ເຢໂຫວາ​ບໍ່​ໄດ້. ພະ​ເຍຊູ​ບອກ​ວ່າ​ພວກ​ຄົນ​ໜ້າ​ຊື່​ໃຈ​ຄົດ​ຈະ​ຕ້ອງ​ຖືກ​ລົງໂທດ “ຢ່າງ​ໜັກ​ທີ່​ສຸດ.” (ມັດທາຍ 24:51, ລ.ມ.) ເນື່ອງ​ຈາກ​ເຮົາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ບໍ່​ຢາກ​ເປັນ​ຄົນ​ທີ່​ໜ້າ​ຊື່​ໃຈ​ຄົດ. ດັ່ງ​ນັ້ນ ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຄວາມ​ຮັກ​ຂອງ​ຂ້ອຍ​ເປັນ​ຮັກ​ແທ້​ບໍ ຫຼື​ຂ້ອຍ​ເປັນ​ຄົນ​ເຫັນ​ແກ່​ຕົວ​ແລະ​ຫຼອກ​ລວງ​ຄົນ​ອື່ນ?’ ໃຫ້​ເຮົາ​ມາ​ເບິ່ງ 9 ວິທີ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ທີ່ ‘ບໍ່​ໜ້າ​ຊື່​ໃຈ​ຄົດ.’

ວິທີ​ສະແດງ​ຄວາມ​ຮັກ “ດ້ວຍ​ການ​ກະທຳ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ”

9. ຄວາມ​ຮັກ​ແທ້​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ?

9 ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ຄົນ​ອື່ນ​ເຖິງ​ວ່າ​ບໍ່​ມີ​ໃຜ​ສັງເກດ​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ. ເຮົາ​ຄວນ​ເຕັມ​ໃຈ​ເຮັດ​ຄວາມ​ດີ​ແລະ​ເຮັດ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ຄົນ​ອື່ນ​ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ເຫັນ​ກໍ​ຕາມ. (ອ່ານ​ມັດທາຍ 6:1-4) ອານາເນຍ​ແລະ​ສະຟີລາ​ບໍ່​ໄດ້​ຄິດ​ແບບ​ນັ້ນ​ເມື່ອ​ເຂົາ​ເຈົ້າ​ບໍລິຈາກ. ເຂົາ​ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຂົາ​ເຈົ້າ​ເຮັດ​ຫຍັງ ແລະ​ເຖິງ​ກັບ​ຕົວະ​ວ່າ​ໄດ້​ບໍລິຈາກ​ເງິນ​ຫຼາຍ​ກວ່າ​ທີ່​ເຂົາ​ເຈົ້າ​ໃຫ້​ແທ້ໆ. ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ຖືກ​ລົງໂທດ​ຍ້ອນ​ຄວາມ​ໜ້າ​ຊື່​ໃຈ​ຄົດ​ຂອງ​ຕົວ​ເອງ. (ກິດຈະການ 5:1-10) ແຕ່​ຖ້າ​ເຮົາ​ຮັກ​ພີ່​ນ້ອງ​ຂອງ​ເຮົາ​ແທ້ໆ ເຮົາ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ເຂົາ​ເຈົ້າ ແລະ​ເຮົາ​ຈະ​ບໍ່​ຄິດ​ວ່າ​ຕ້ອງ​ມີ​ຄົນ​ມາ​ເຫັນ​ຄວາມ​ດີ​ທີ່​ເຮົາ​ເຮັດ. ເຮົາ​ສາມາດ​ຮຽນ​ຈາກ​ພີ່​ນ້ອງ​ທີ່​ຊ່ວຍ​ຄະນະ​ກຳມະການ​ປົກຄອງ​ໃນ​ການ​ຈັດ​ກຽມ​ອາຫານ​ທາງ​ດ້ານ​ຄວາມ​ເຊື່ອ. ເຂົາ​ເຈົ້າ​ບໍ່​ໄດ້​ໃຫ້​ຄົນ​ອື່ນ​ມາ​ສົນ​ໃຈ​ທີ່​ຕົວ​ເຂົາ​ເຈົ້າ ເຂົາ​ເຈົ້າ​ບໍ່​ໃຫ້​ຄົນ​ອື່ນ​ຮູ້​ສິ່ງ​ໃດໆກໍ​ຕາມ​ທີ່​ເຂົາ​ເຈົ້າ​ກຳລັງ​ເຮັດ

ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ຄົນ​ອື່ນ​ເຖິງ​ວ່າ​ບໍ່​ມີ​ໃຜ​ສັງເກດ​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ

10. ເຮົາ​ຈະ​ໃຫ້​ກຽດ​ຄົນ​ອື່ນ​ໄດ້​ແນວ​ໃດ?

10 ໃຫ້​ຄວາມ​ນັບຖື​ຫຼື​ໃຫ້​ກຽດ​ຄົນ​ອື່ນ. (ອ່ານ​ໂລມ 12:10) ພະ​ເຍຊູ​ໃຫ້​ກຽດ​ພວກ​ອັກຄະສາວົກ​ໂດຍ​ລ້າງ​ຕີນ​ໃຫ້​ເຂົາ​ເຈົ້າ. (ໂຢຮັນ 13:3-5, 12-15) ເຮົາ​ຄວນ​ພະຍາຍາມ​ຢ່າງ​ຈິງ​ຈັງ​ເພື່ອ​ຈະ​ເປັນ​ຄົນ​ຖ່ອມ​ໃຈ​ຄື​ກັບ​ພະ​ເຍຊູ​ແລະ​ຮັບໃຊ້​ຄົນ​ອື່ນ. ແຕ່​ພວກ​ອັກຄະສາວົກ​ຍັງ​ບໍ່​ເຂົ້າ​ໃຈ​ເລື່ອງ​ນີ້​ຢ່າງ​ເຕັມທີ​ໃນ​ສິ່ງ​ທີ່​ພະ​ເຍຊູ​ໄດ້​ເຮັດ ຈົນ​ເຖິງ​ຕອນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. (ໂຢຮັນ 13:7) ເຮົາ​ໃຫ້​ກຽດ​ຄົນ​ອື່ນ​ໂດຍ​ບໍ່​ຄິດ​ວ່າ​ເຮົາ​ດີ​ກວ່າ​ເຂົາ​ເຈົ້າ​ຍ້ອນ​ເຮົາ​ມີ​ການ​ສຶກສາ​ທີ່​ດີ​ກວ່າ ລວຍ​ກວ່າ ຫຼື​ໄດ້​ສິດທິ​ພິເສດ​ໃນ​ອົງການ​ຂອງ​ພະເຈົ້າ. (ໂລມ 12:3) ນອກ​ຈາກ​ນັ້ນ ເຮົາ​ບໍ່​ອິດສາ​ເມື່ອ​ຄົນ​ອື່ນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ ແຕ່​ເຮົາ​ຍິນດີ​ກັບ​ເຂົາ​ເຈົ້າ​ເຖິງ​ວ່າ​ເຮົາ​ຮູ້ສຶກ​ວ່າ​ຕົວ​ເຮົາ​ເອງ​ກໍ​ຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ຄື​ກັນ.

11. ເປັນ​ຫຍັງ​ເຮົາ​ຕ້ອງ​ຊົມ​ເຊີຍ​ຈາກ​ໃຈ​ຈິງ?

11 ຊົມ​ເຊີຍ​ຈາກ​ໃຈ​ຈິງ. ເຮົາ​ຄວນ​ຊອກ​ຫາ​ໂອກາດ​ທີ່​ຈະ​ຊົມ​ເຊີຍ​ຄົນ​ອື່ນ. ເຮົາ​ທຸກ​ຄົນ​ຮູ້​ວ່າ​ຄຳ​ຊົມ​ເຊີຍ​ເປັນ “ສິ່ງ​ດີໆເຊິ່ງ​ໃຫ້​ກຳລັງ​ໃຈ.” (ເອເຟດ 4:29, ລ.ມ.) ດັ່ງ​ນັ້ນ ເຮົາ​ຕ້ອງ​ແນ່​ໃຈ​ວ່າ​ຄຳ​ຊົມ​ເຊີຍ​ຂອງ​ເຮົາ​ນັ້ນ​ມາ​ຈາກ​ໃຈ​ແທ້ໆບໍ່​ແມ່ນ​ເວົ້າ​ເພື່ອ​ຍ້ອງ​ຍໍ​ປະ​ຈົບ​ປະ​ແຈງ. ເຮົາ​ບໍ່​ຄວນ​ເວົ້າ​ຫຼື​ຊົມ​ເຊີຍ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ເຮົາ​ບໍ່​ໄດ້​ຄິດ​ແບບ​ນັ້ນ ແລະ​ບໍ່​ຄວນ​ຫຼີກ​ລ່ຽງ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ທີ່​ຈຳເປັນ​ຖ້າ​ເຮົາ​ມີ​ໜ້າ​ທີ່​ທີ່​ຈະ​ຕ້ອງ​ເຮັດ. (ສຸພາສິດ 29:5) ເຮົາ​ຈະ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ​ຖ້າ​ເຮົາ​ຊົມ​ເຊີຍ​ຄົນ​ອື່ນ​ຕໍ່​ໜ້າ​ແຕ່​ລັບ​ຫຼັງ​ກໍ​ເວົ້າ​ຂວັນ​ເຂົາ​ເຈົ້າ. ອັກຄະສາວົກ​ໂປໂລ​ມີ​ຄວາມ​ຮັກ​ແທ້ ເມື່ອ​ລາວ​ຂຽນ​ຈົດ​ໝາຍ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂກລິນໂທ ລາວ​ຊົມ​ເຊີຍ​ພີ່​ນ້ອງ​ທີ່​ເຮັດ​ສິ່ງ​ດີໆ. (1 ໂກລິນໂທ 11:2) ແຕ່​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງ​ໃຫ້​ຄຳ​ແນະນຳ ໂປໂລ​ກໍ​ອະທິບາຍ​ເຫດຜົນ​ກັບ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ນຸ້ມ​ນວນ​ແລະ​ຈະ​ແຈ້ງ.—1 ໂກລິນໂທ 11:20-22

ເຮົາ​ສະແດງ​ຄວາມ​ຮັກ​ແລະ​ມີ​ນໍ້າໃຈ​ເອື້ອເຟື້ອ​ໂດຍ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ເມື່ອ​ເຂົາ​ເຈົ້າ​ຕ້ອງການ (ເບິ່ງ​ຂໍ້ 12)

12. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແທ້​ແນວ​ໃດ​ຕອນ​ທີ່​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ?

12 ມີ​ນໍ້າໃຈ​ຕ້ອນຮັບ​ແຂກ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ເອື້ອເຟື້ອ​ຕໍ່​ພີ່​ນ້ອງ​ຂອງ​ເຮົາ. (ອ່ານ 1 ໂຢຮັນ 3:17) ແຕ່​ເຮົາ​ຕ້ອງ​ມີ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ການ​ມີ​ນໍ້າໃຈ​ຕ້ອນຮັບ​ແຂກ. ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຊີນ​ຄົນ​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ສະເພາະ​ໝູ່​ສະໜິດ ຫຼື​ຄົນ​ທີ່​ສຳຄັນ​ໃນ​ປະຊາຄົມ​ເທົ່າ​ນັ້ນ​ບໍ? ຂ້ອຍ​ເຊີນ​ສະເພາະ​ຄົນ​ທີ່​ຈະ​ໃຫ້​ຜົນ​ປະໂຫຍດ​ກັບ​ຂ້ອຍ​ໄດ້​ເທົ່າ​ນັ້ນ​ບໍ? ຫຼື​ຂ້ອຍ​ຈະ​ເປັນ​ຄົນ​ເອື້ອເຟື້ອ​ຕໍ່​ພີ່​ນ້ອງ​ທີ່​ບໍ່​ສະໜິດ ຫຼື​ຄົນ​ທີ່​ບໍ່​ສາມາດ​ເຮັດ​ບາງ​ຢ່າງ​ເພື່ອ​ຕອບ​ແທນ​ຂ້ອຍ​ໄດ້?’ (ລືກາ 14:12-14) ລອງ​ຄິດ​ເຖິງ​ສະຖານະການ​ເຫຼົ່າ​ນີ້: ຖ້າ​ພີ່​ນ້ອງ​ມີ​ບັນຫາ​ເພາະ​ຕັດສິນ​ໃຈ​ບໍ່​ສະຫຼາດ​ມາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຮົາ ເຮົາ​ຈະ​ເຮັດ​ແນວ​ໃດ? ຫຼື​ຖ້າ​ບາງ​ຄົນ​ທີ່​ເຮົາ​ເຊີນ​ມາ​ເຮືອນ​ບໍ່​ເຄີຍ​ຂອບໃຈ​ເຮົາ​ເລີຍ​ເດ ເຮົາ​ຍັງ​ຈະ​ຊວນ​ລາວ​ອີກ​ບໍ? ພະ​ເຢໂຫວາ​ບອກ​ເຮົາ​ວ່າ: “ໃຫ້​ຍິນດີ​ຕ້ອນຮັບ​ກັນ​ໂດຍ​ບໍ່​ຈົ່ມ.” (1 ເປໂຕ 4:9, ລ.ມ.) ເຮົາ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ເຮັດ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ.—ກິດຈະການ 20:35

13. (ກ) ເມື່ອ​ໃດ​ທີ່​ເຮົາ​ຈະ​ຕ້ອງ​ມີ​ຄວາມ​ອົດ​ທົນ​ຫຼາຍ​ຂຶ້ນ? (ຂ) ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ຄົນ​ທີ່​ອ່ອນແອ?

13 ຊ່ວຍ​ຄົນ​ທີ່​ອ່ອນແອ. ຄຳ​ສັ່ງ​ຈາກ​ຄຳພີ​ໄບເບິນ​ທີ່​ໃຫ້ ‘ຊ່ອຍ​ຄົນ​ທີ່​ອ່ອນແອ ແລະ​ອົດ​ທົນ​ນຳ​ທຸກໆຄົນ’ ຈະ​ພິສູດ​ຄວາມ​ຮັກ​ແທ້​ຂອງ​ເຮົາ. (1 ເທຊະໂລນີກ 5:14, ທ.ປ.) ພີ່​ນ້ອງ​ຫຼາຍ​ຄົນ​ອາດ​ເຄີຍ​ເປັນ​ຄົນ​ອ່ອນແອ​ແລະ​ຕໍ່​ມາ​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ສ່ວນ​ບາງ​ຄົນ​ຍັງ​ຈຳເປັນ​ທີ່​ເຮົາ​ຈະ​ຕ້ອງ​ອົດ​ທົນ​ແລະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຕໍ່ໆໄປ. ແຕ່​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ເຮົາ​ອາດ​ຈະ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ໃຫ້​ກຳລັງ​ໃຈ ຊວນ​ລາວ​ໄປ​ປະກາດ​ນຳ​ເຮົາ ຫຼື​ໃຊ້​ເວລາ​ຟັງ​ລາວ. ເຮົາ​ບໍ່​ຄວນ​ຄິດ​ວ່າ​ພີ່​ນ້ອງ​ຄົນ​ນີ້​ຄົນ​ນັ້ນ​ເປັນ​ຄົນ “ເຂັ້ມແຂງ” ຫຼື “ອ່ອນແອ” ແຕ່​ເຮົາ​ຄວນ​ຈື່​ວ່າ​ທຸກ​ຄົນ​ກໍ​ມີ​ທັງ​ຈຸດ​ແຂງ​ແລະ​ຈຸດ​ອ່ອນ ແມ່ນ​ແຕ່​ອັກຄະສາວົກ​ໂປໂລ​ກໍ​ຍັງ​ຍອມ​ຮັບ​ວ່າ​ລາວ​ກໍ​ອ່ອນແອ. (2 ໂກລິນໂທ 12:9, 10) ເຮົາ​ທຸກ​ຄົນ​ຕ້ອງ​ຊ່ວຍ​ເຫຼືອ​ກັນ​ແລະ​ໃຫ້​ກຳລັງ​ໃຈ​ເຊິ່ງ​ກັນ​ແລະ​ກັນ.

14. ເຮົາ​ຄວນ​ເຕັມ​ໃຈ​ເຮັດ​ຫຍັງ​ເພື່ອ​ຮັກສາ​ສັນຕິສຸກ​ກັບ​ພີ່​ນ້ອງ​ຂອງ​ເຮົາ?

14 ສ້າງ​ສັນຕິສຸກ. ສັນຕິສຸກ​ທີ່​ເຮົາ​ມີ​ກັບ​ພີ່​ນ້ອງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ. ເຖິງ​ວ່າ​ເຮົາ​ຮູ້ສຶກ​ວ່າ​ບາງ​ຄົນ​ອາດ​ເຂົ້າ​ໃຈ​ເຮົາ​ຜິດ​ຫຼື​ປະຕິບັດ​ກັບ​ເຮົາ​ແບບ​ບໍ່​ຍຸຕິທຳ ເຮົາ​ກໍ​ຄວນ​ເຮັດ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ສ້າງ​ສັນຕິສຸກ​ແລະ​ຢູ່​ຢ່າງ​ສະຫງົບ​ສຸກ​ກັບ​ທຸກ​ຄົນ. (ອ່ານ​ໂລມ 12:17, 18) ຖ້າ​ເຮົາ​ເຮັດ​ໃຫ້​ບາງ​ຄົນ​ເຈັບ​ໃຈ ເຮົາ​ກໍ​ຕ້ອງ​ຂໍ​ໂທດ​ລາວ ແຕ່​ຄຳ​ຂໍ​ໂທດ​ຕ້ອງ​ມາ​ຈາກ​ໃຈ​ຈິງ. ຕົວຢ່າງ: ແທນ​ທີ່​ຈະ​ບອກ​ວ່າ: “ຂ້ອຍ​ຂໍ​ໂທດ​ເດີ ທີ່​ເຈົ້າ​ຮູ້ສຶກ​ແບບ​ນັ້ນ” ຄົງ​ຈະ​ດີ​ກວ່າ​ທີ່​ຈະ​ຍອມ​ຮັບ​ຜິດ​ແລະ​ເວົ້າ​ວ່າ: “ຂ້ອຍ​ຂໍ​ໂທດ​ເດີ ທີ່​ເວົ້າ​ໃຫ້​ເຈົ້າ​ເຈັບ​ໃຈ.” ສັນຕິສຸກ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ໃນ​ຊີວິດ​ຄູ່. ຜົວ​ເມຍ​ບໍ່​ຄວນ​ທຳ​ທ່າ​ເຮັດ​ຄື​ຮັກ​ກັນ​ເມື່ອ​ຢູ່​ຕໍ່​ໜ້າ​ຄົນ​ອື່ນ ແຕ່​ເມື່ອ​ຢູ່​ນຳ​ກັນ​ສອງ​ຄົນ​ພັດ​ບໍ່​ລົມ​ກັນ ເວົ້າ​ດູຖູກ​ກັນ ຫຼື​ໃຊ້​ຄວາມ​ຮຸນແຮງ​ຕໍ່​ກັນ.

15. ເຮົາ​ຈະ​ໃຫ້​ອະໄພ​ຈາກ​ໃຈ​ຈິງ​ໄດ້​ແນວ​ໃດ?

15 ໃຫ້​ອະໄພ​ຢ່າງ​ໃຈ​ກວ້າງ. ຖ້າ​ມີ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ເຄືອງ​ໃຈ ເຮົາ​ຕ້ອງ​ໃຫ້​ອະໄພ​ແລະ​ບໍ່​ເກັບ​ຄວາມ​ເຈັບ​ນັ້ນ​ໄວ້. ເຮົາ​ຄວນ​ເຮັດ​ແບບ​ນີ້​ເຖິງ​ວ່າ​ຄົນ​ນັ້ນ​ບໍ່​ຮູ້​ຕົວ​ວ່າ​ເຮັດ​ໃຫ້​ເຮົາ​ເຄືອງ​ໃຈ. ເຮົາ​ໃຫ້​ອະໄພ​ຢ່າງ​ໃຈ​ກວ້າງ​ໂດຍ ‘ອົດ​ທົນ​ກັນ​ແລະ​ກັນ​ໃນ​ຄວາມ​ຮັກ ເອົາໃຈໃສ່​ຖື​ຮັກສາ​ຈິດ​ໃຈ​ອັນ​ດຽວ​ກັນ​ແຫ່ງ​ພະ​ວິນຍານ​ໄວ້​ດ້ວຍ​ເຄື່ອງ​ຜູກ​ມັດ​ແຫ່ງ​ຄວາມ​ສຸກ​ສຳລານ.’ (ເອເຟດ 4:2, 3) ເພື່ອ​ເຮົາ​ຈະ​ໃຫ້​ອະໄພ​ຈາກ​ໃຈ​ແທ້ໆ ເຮົາ​ຕ້ອງ​ເຊົາ​ຄິດ​ເຖິງ​ສິ່ງ​ທີ່​ຄົນ​ນັ້ນ​ໄດ້​ເຮັດ​ກັບ​ເຮົາ. ຄວາມ​ຮັກ “ບໍ່​ຈົດ​ຈຳ​ເລື່ອງ​ທີ່​ເຮັດ​ໃຫ້​ເຈັບ​ໃຈ.” (1 ໂກລິນໂທ 13:4, 5, ລ.ມ.) ທີ່​ຈິງ ຖ້າ​ເຮົາ​ຍັງ​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້ ນັ້ນ​ຈະ​ທຳລາຍ​ຄວາມ​ສຳພັນ​ທີ່​ເຮົາ​ມີ​ກັບ​ພີ່​ນ້ອງ​ລວມ​ເຖິງ​ພະ​ເຢໂຫວາ​ນຳ. (ມັດທາຍ 6:14, 15) ຖ້າ​ເຮົາ​ອະທິດຖານ​ເພື່ອ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ເຄືອງ​ໃຈ ນັ້ນ​ກໍ​ສະແດງ​ວ່າ​ເຮົາ​ໃຫ້​ອະໄພ​ລາວ​ແທ້ໆ.—ລືກາ 6:27, 28

16. ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ກັບ​ສິດທິ​ພິເສດ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ?

16 ເສຍ​ສະລະ​ຜົນ​ປະໂຫຍດ​ສ່ວນ​ຕົວ. ເມື່ອ​ເຮົາ​ໄດ້​ຮັບ​ສິດທິ​ພິເສດ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ແທ້​ຕໍ່​ຄົນ​ອື່ນ​ໄດ້​ໂດຍ​ບໍ່ ‘ຫາ​ຜົນ​ປະໂຫຍດ​ໃສ່​ຕົວ​ເອງ ແຕ່​ໃຫ້​ເຫັນ​ແກ່​ປະໂຫຍດ​ຂອງ​ຄົນ​ອື່ນ.’ (1 ໂກລິນໂທ 10:24, ທ.ປ.) ຕົວຢ່າງ: ໃນ​ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ ພີ່​ນ້ອງ​ໃນ​ພະແນກ​ຕ້ອນຮັບ​ສາມາດ​ເຂົ້າ​ໄປ​ໃນ​ຫ້ອງ​ປະຊຸມ​ກ່ອນ​ພີ່​ນ້ອງ​ຄົນ​ອື່ນ ແລະ​ເຂົາ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຢາກ​ຈອງ​ບ່ອນ​ນັ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ຕົວ​ເອງ​ແລະ​ຄອບຄົວ ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຂົາ​ເຈົ້າ​ພັດ​ເລືອກ​ທີ່​ຈະ​ນັ່ງ​ບ່ອນ​ທີ່​ບໍ່​ຄ່ອຍ​ດີ​ໃນ​ສ່ວນ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ນັ່ງ. ໂດຍ​ການ​ເຮັດ​ແບບ​ນີ້ ເຂົາ​ເຈົ້າ​ກໍ​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ. ເຈົ້າ​ຈະ​ຮຽນ​ແບບ​ຕົວຢ່າງ​ທີ່​ດີ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

17. ຖ້າ​ຄລິດສະຕຽນ​ຄົນ​ໜຶ່ງ​ເຮັດ​ບາບ​ຮ້າຍແຮງ​ຄວາມ​ຮັກ​ແທ້​ຈະ​ກະຕຸ້ນ​ລາວ​ໃຫ້​ເຮັດ​ຫຍັງ?

17 ສາລະພາບ​ບາບ​ແລະ​ເຊົາ​ເຮັດ​ຜິດ​ແບບ​ລັບໆ. ພີ່​ນ້ອງ​ບາງ​ຄົນ​ໄດ້​ເຮັດ​ບາບ​ຮ້າຍແຮງ​ແລະ​ພະຍາຍາມ​ປົກ​ປິດ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ ນັ້ນ​ອາດ​ເປັນ​ຍ້ອນ​ເຂົາ​ເຈົ້າ​ອາຍ​ຫຼື​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ຜິດ​ຫວັງ. (ສຸພາສິດ 28:13) ແຕ່​ການ​ປົກ​ປິດ​ບາບ​ເປັນ​ການ​ບໍ່​ສະແດງ​ຄວາມ​ຮັກ ເພາະ​ມັນ​ສົ່ງ​ຜົນ​ເສຍ​ຕໍ່​ຄົນ​ທີ່​ເຮັດ​ບາບ​ແລະ​ຄົນ​ອື່ນໆ. ຍ້ອນ​ຫຍັງ? ຍ້ອນ​ພະ​ເຢໂຫວາ​ອາດ​ຈະ​ບໍ່​ອວຍ​ພອນ​ປະຊາຄົມ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ພະອົງ​ແລະ​ປະຊາຄົມ​ກໍ​ຈະ​ບໍ່​ມີ​ຄວາມ​ສະຫງົບ​ສຸກ. (ເອເຟດ 4:30) ດັ່ງ​ນັ້ນ ຖ້າ​ຄລິດສະຕຽນ​ຄົນ​ໜຶ່ງ​ເຮັດ​ບາບ​ຮ້າຍແຮງ ຄວາມ​ຮັກ​ແທ້​ຈະ​ກະຕຸ້ນ​ລາວ​ໃຫ້​ລົມ​ເລື່ອງ​ນັ້ນ​ກັບ​ຜູ້​ເຖົ້າ​ແກ່​ເພື່ອ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ.—ຢາໂກໂບ 5:14, 15

18. ຄວາມ​ຮັກ​ແທ້​ສຳຄັນ​ຫຼາຍ​ສໍ່າ​ໃດ?

18 ຄວາມ​ຮັກ​ເປັນ​ຄຸນ​ລັກສະນະ​ທີ່​ຍິ່ງໃຫຍ່​ທີ່​ສຸດ. (1 ໂກລິນໂທ 13:13) ຄວາມ​ຮັກ​ຊ່ວຍ​ໃຫ້​ຜູ້​ຄົນ​ເຫັນ​ວ່າ​ໃຜ​ເປັນ​ຜູ້​ຕິດ​ຕາມ​ແທ້​ຂອງ​ພະ​ເຍຊູ​ແລະ​ໃຜ​ເປັນ​ຜູ້​ຮຽນ​ແບບ​ພະ​ເຢໂຫວາ​ເຊິ່ງ​ເປັນ​ບໍ່​ເກີດ​ຂອງ​ຄວາມ​ຮັກ. (ເອເຟດ 5:1, 2) ໂປໂລ​ບອກ​ວ່າ​ຖ້າ​ລາວ​ບໍ່​ມີ​ຄວາມ​ຮັກ ລາວ​ກໍ​ບໍ່​ມີ​ຄ່າ​ຫຍັງ. (1 ໂກລິນໂທ 13:2) ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ສະແດງ​ຄວາມ​ຮັກ​ຕໍ່ໆໄປ ບໍ່​ພຽງ​ແຕ່ “ດ້ວຍ​ລົມ​ປາກ” ແຕ່ “ດ້ວຍ​ການ​ກະທຳ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ.”