ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ໄດ້ຮັບການອວຍພອນຈາກການເຮັດຕາມສິ່ງທີ່ພະເຢໂຫວາບອກ

ໄດ້ຮັບການອວຍພອນຈາກການເຮັດຕາມສິ່ງທີ່ພະເຢໂຫວາບອກ

ຂ້ອຍ​ກັບ​ຜົວ ແລະ​ອ້າຍ​ກັບ​ເມຍ​ຂອງ​ລາວ​ໄດ້​ຮັບ​ເຊີນ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ພິເສດ​ຢ່າງ​ໜຶ່ງ. ເຮົາ​ບອກ​ທັນທີ​ວ່າ: “ພວກ​ເຮົາ​ຈະ​ໄປ!” ເປັນ​ຫຍັງ​ເຮົາ​ຕອບ​ຮັບ​ວຽກ​ມອບ​ໝາຍ​ນີ້ ແລະ​ພະ​ເຢໂຫວາ​ອວຍ​ພອນ​ເຮົາ​ແນວ​ໃດ? ທຳອິດ ຂໍ​ໃຫ້​ຂ້ອຍ​ເລົ່າ​ກ່ຽວ​ກັບ​ຊີວິດ​ຄວາມ​ເປັນ​ມາ​ຂອງ​ຂ້ອຍ​ກ່ອນ.

ຂ້ອຍ​ເກີດ​ປີ 1923 ທີ່​ເມືອງ​ແຮັມສະເວີດ ໃນ​ຢ໋ອກເຊີ ປະເທດ​ອັງກິດ. ຂ້ອຍ​ມີ​ອ້າຍ​ຊື່ ບ໋ອບ. ຕອນ​ຂ້ອຍ​ອາຍຸ 9 ປີ ພໍ່​ຂອງ​ເຮົາ​ໄດ້​ຮັບ​ປຶ້ມ​ຈຳນວນ​ໜຶ່ງ​ທີ່​ອະທິບາຍ​ວ່າ​ສາສະໜາ​ປອມ​ຫຼອກ​ລວງ​ຜູ້​ຄົນ​ແນວ​ໃດ. ພໍ່​ປະທັບ​ໃຈ​ຫຼາຍ​ກັບ​ສິ່ງ​ທີ່​ໄດ້​ອ່ານ ແລະ​ພໍ່​ບໍ່​ມັກ​ຫົວ​ໜ້າ​ສາສະໜາ​ທີ່​ສອນ​ຢ່າງ​ໜຶ່ງ​ແຕ່​ເຮັດ​ອີກ​ຢ່າງ​ໜຶ່ງ. ບໍ່​ເທົ່າ​ໃດ​ປີ​ຕໍ່​ມາ ພີ່​ນ້ອງ ບ໋ອບ ອັກກິນສັນ​ມາ​ທີ່​ເຮືອນ​ຂອງ​ເຮົາ​ແລະ​ເປີດ​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ຄຳ​ບັນລະຍາຍ​ຂອງ​ພີ່​ນ້ອງ​ຣັດເທີຝອດ​ໃຫ້​ຟັງ. ເຮົາ​ຈຶ່ງ​ຮູ້​ວ່າ​ຄຳ​ບັນລະຍາຍ​ນີ້​ກັບ​ປຶ້ມ​ທີ່​ພໍ່​ອ່ານ​ມາ​ຈາກ​ຄົນ​ກຸ່ມ​ດຽວ​ກັນ. ພໍ່​ແມ່​ຂອງ​ຂ້ອຍ​ເຊີນ ບ໋ອບ ອັກກິນສັນ​ມາ​ກິນ​ເຂົ້າ​ແລງ​ທຸກ​ມື້ ແລະ​ໃຫ້​ລາວ​ຕອບ​ຄຳຖາມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ຫຼາຍ​ຂໍ້. ລາວ​ເຊີນ​ພວກ​ເຮົາ​ໄປ​ປະຊຸມ​ທີ່​ຈັດ​ຢູ່​ເຮືອນ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ຢູ່​ຫ່າງ​ອອກ​ໄປ​ບໍ່​ເທົ່າ​ໃດ​ກິໂລແມັດ. ເຮົາ​ເລີ່ມ​ໄປ​ປະຊຸມ​ເປັນ​ປະຈຳ ແລະ​ມີ​ການ​ຕັ້ງ​ປະຊາຄົມ​ນ້ອຍໆໃນ​ເມືອງ​ແຮັມສະເວີດ. ບໍ່​ດົນ​ກໍ​ມີ​ຜູ້​ຮັບໃຊ້​ໂຊນ (ປັດຈຸບັນ​ເອີ້ນ​ວ່າ​ຜູ້​ດູ​ແລ​ໝວດ) ໄດ້​ມາ​ພັກ​ກັບ​ພວກ​ເຮົາ ແລະ​ກໍ​ມີ​ໄພໂອເນຍ​ຈາກ​ປະຊາຄົມ​ໃກ້​ຄຽງ​ມາ​ກິນ​ເຂົ້າ​ຮ່ວມ​ກັນ. ພີ່​ນ້ອງ​ເຫຼົ່າ​ນັ້ນ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຂ້ອຍ​ແທ້ໆ.

ໄລຍະ​ນັ້ນ​ຄອບຄົວ​ຂອງ​ເຮົາ​ເລີ່ມ​ເປີດ​ທຸລະກິດ ແຕ່​ພໍ່​ບອກ​ອ້າຍ​ຂ້ອຍ​ວ່າ: “ຖ້າ​ລູກ​ຢາກ​ເປັນ​ໄພໂອເນຍ ເຮົາ​ຕ້ອງ​ເຊົາ​ເຮັດ​ທຸລະກິດ.” ອ້າຍ​ບ໋ອບ​ກໍ​ເຫັນ​ດີ​ນຳ ຕອນ​ອາຍຸ 21 ປີ​ລາວ​ກໍ​ອອກ​ຈາກ​ເຮືອນ​ເພື່ອ​ເປັນ​ໄພໂອເນຍ. ແລະ​ອີກ 2 ປີ​ຕໍ່​ມາ ຂ້ອຍ​ກໍ​ເປັນ​ໄພໂອເນຍ​ຕອນ​ອາຍຸ 16 ປີ. ໃນ​ວັນ​ເສົາ​ອາທິດ​ຂ້ອຍ​ຮັບໃຊ້​ກັບ​ພີ່​ນ້ອງ​ຄົນ​ອື່ນໆ ແຕ່​ສ່ວນ​ຫຼາຍ​ວັນ​ຈັນ​ຫາ​ວັນ​ສຸກ​ຂ້ອຍ​ຕ້ອງ​ໄປ​ຮັບໃຊ້​ຄົນ​ດຽວ. ຂ້ອຍ​ໃຊ້​ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ​ແບບ​ກະເປົ໋າ​ຫິ້ວ​ແລະ​ບັດ​ໃຫ້​ຄຳ​ພະຍານ​ບັດ​ນ້ອຍໆທີ່​ມີ​ຂໍ້​ຄວາມ​ສັ້ນໆຈາກ​ຄຳພີ​ໄບເບິນ. ພະ​ເຢໂຫວາ​ອວຍ​ພອນ​ຂ້ອຍ​ໃຫ້​ມີ​ນັກ​ສຶກສາ​ຄົນ​ໜຶ່ງ​ທີ່​ກ້າວ​ໜ້າ​ຫຼາຍ. ໃນ​ທີ່​ສຸດ​ຫຼາຍ​ຄົນ​ໃນ​ຄອບຄົວ​ຂອງ​ນັກ​ສຶກສາ​ຄົນ​ນັ້ນ​ກໍ​ເຂົ້າ​ມາ​ໃນ​ຄວາມ​ຈິງ. ປີ​ຕໍ່​ມາ​ຂ້ອຍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ຄູ່​ກັບ​ພີ່​ນ້ອງ​ແມຣີ ເຮັນແຊວ ແລະ​ພວກ​ເຮົາ​ກໍ​ຖືກ​ສົ່ງ​ໃຫ້​ໄປ​ຮັບໃຊ້​ໃນ​ເມືອງ​ແຊັດເຊີ​ເຊິ່ງ​ເປັນ​ເຂດ​ທີ່​ຍັງ​ບໍ່​ມີ​ການ​ມອບ​ໝາຍ.

ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ 2 ຜູ້​ຍິງ​ກໍ​ຕ້ອງ​ເຮັດ​ວຽກ​ເພື່ອ​ສະໜັບສະໜູນ​ສົງຄາມ. ພວກ​ນັກ​ເທດ​ນັກ​ບວດ​ໄດ້​ຮັບ​ການ​ຍົກ​ເວັ້ນ​ບໍ່​ໄດ້​ໄປ​ເຮັດ​ສົງຄາມ ດັ່ງ​ນັ້ນ ເຮົາ​ຄິດ​ວ່າ​ເຮົາ​ກໍ​ເປັນ​ໄພໂອເນຍ​ພິເສດ ຄົງ​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນ​ຄື​ກັນ ແຕ່​ສານ​ບໍ່​ເຫັນ​ດີ​ນຳ ແລະ​ຕັດສິນ​ໃຫ້​ຂ້ອຍ​ຕິດ​ຄຸກ 31 ມື້. ປີ​ຕໍ່​ມາ ຕອນ​ທີ່​ຂ້ອຍ​ອາຍຸ 19 ປີ ຂ້ອຍ​ຕ້ອງ​ໄປ​ສານ​ຫຼາຍ​ກວ່າ 2 ເທື່ອ​ເພາະ​ສະຕິ​ຮູ້ສຶກ​ຜິດ​ຊອບ​ລົບກວນ​ຂ້ອຍ​ບໍ່​ໃຫ້​ເຂົ້າ​ຮ່ວມ​ສົງຄາມ. ແນວ​ໃດ​ກໍ​ຕາມ ທັງ​ສອງ​ເທື່ອ​ນັ້ນ​ເຂົາ​ເຈົ້າ​ກໍ​ຍອມ​ປ່ອຍ​ຂ້ອຍ​ໄປ. ປະສົບການ​ທັງ​ໝົດ​ນີ້ ເຮັດ​ຂ້ອຍ​ຮູ້​ວ່າ​ພະລັງ​ບໍລິສຸດ​ໄດ້​ຊ່ວຍ​ຂ້ອຍ ແລະ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ຄົງ​ແລະ​ເຂັ້ມແຂງ​ຂຶ້ນ.—ເອຊາອີ 41:10, 13

ເພື່ອນ​ຮ່ວມ​ງານ​ຄົນ​ໃໝ່

ອາເທີ ແມັດທິວ​ແລະ​ຂ້ອຍ​ໄດ້​ພົບ​ກັນ​ໃນ​ປີ 1946. ອາເທີ​ຫາ​ກໍ​ຕິດ​ຄຸກ​ມາ 3 ເດືອນ​ເພາະ​ລາວ​ບໍ່​ຮ່ວມ​ເຮັດ​ສົງຄາມ ແຕ່​ບໍ່​ດົນ​ລາວ​ກໍ​ຖືກ​ປ່ອຍ​ຕົວ ແລະ​ໄປ​ຮັບໃຊ້​ກັບ​ເດນ​ນິດ​ນ້ອງ​ຊາຍ​ຂອງ​ລາວ​ເຊິ່ງ​ເປັນ​ໄພໂອເນຍ​ພິເສດ​ໃນ​ແຮັມສະເວີດ. ພໍ່​ຂອງ​ເຂົາ​ເຈົ້າ​ໄດ້​ສອນ​ເລື່ອງ​ພະ​ເຢໂຫວາ​ໃຫ້​ຕັ້ງ​ແຕ່​ຍັງ​ນ້ອຍໆ ແລະ​ເຂົາ​ເຈົ້າ​ຮັບ​ບັບເຕມາ​ຕອນ​ທີ່​ເປັນ​ໄວຮຸ່ນ. ບໍ່​ດົນ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ເປັນ​ໄພໂອເນຍ​ນຳ​ກັນ ເດນ​ນິດ​ກໍ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ປະເທດ​ອຽກລັງ ດັ່ງ​ນັ້ນ ອາເທີ​ຈຶ່ງ​ຮັບໃຊ້​ຄົນ​ດຽວ. ພໍ່​ແມ່​ຂອງ​ຂ້ອຍ​ປະທັບ​ໃຈ​ອາເທີ​ເຊິ່ງ​ເປັນ​ໄພໂອເນຍ​ທີ່​ດຸ​ໝັ່ນ. ເຂົາ​ເຈົ້າ​ຈຶ່ງ​ຊວນ​ອາເທີ​ມາ​ຢູ່​ນຳ. ຕອນ​ທີ່​ຂ້ອຍ​ກັບ​ໄປ​ຢາມ​ພໍ່​ແມ່ ຂ້ອຍ​ກັບ​ອາເທີ​ມັກ​ຈະ​ຊ່ວຍ​ກັນ​ລ້າງ​ຖ້ວຍ​ຫຼັງ​ຈາກ​ກິນ​ເຂົ້າ​ແລ້ວ. ສຸດ​ທ້າຍ ເຮົາ​ກໍ​ເລີ່ມ​ສົ່ງ​ຈົດ​ໝາຍ​ຫາ​ກັນ. ໃນ​ລະຫວ່າງ​ປີ 1948 ອາເທີ​ຕ້ອງ​ຕິດ​ຄຸກ​ອີກ 3 ເດືອນ. ພວກ​ເຮົາ​ໄດ້​ແຕ່ງ​ດອງ​ໃນ​ເດືອນ ມັງກອນ ປີ 1949 ແລະ​ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ພະຍາຍາມ​ຮັບໃຊ້​ເຕັມ​ເວລາ​ຕໍ່​ໄປ​ເລື້ອຍໆ. ເຮົາ​ໃຊ້​ເງິນ​ຢ່າງ​ປະຢັດ ແລະ​ໃຊ້​ມື້​ພັກ​ເພື່ອ​ຫາ​ລາຍ​ໄດ້​ເສີມ​ໂດຍ​ເຮັດ​ວຽກ​ເກັບ​ໝາກ​ໄມ້. ເຮົາ​ເປັນ​ໄພໂອເນຍ​ຕໍ່​ໄປ​ໄດ້ ຍ້ອນ​ພະ​ເຢໂຫວາ​ອວຍ​ພອນ​ເຮົາ.

ໃນ​ແຮັມສະເວີດ​ບໍ່​ດົນ​ຫຼັງ​ຈາກ​ແຕ່ງ​ດອງ​ໃນ​ປີ 1949

ຜ່ານ​ໄປ​ປີ​ປາຍ ເຮົາ​ກໍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄປ​ທີ່​ອຽກລັງ​ເໜືອ ໂດຍ​ໄປ​ທີ່​ເມືອງ​ອາ​ມາ​ກ່ອນ ແລະ​ຕໍ່​ມາ​ກໍ​ໄປ​ເມືອງ​ນິວລີ ທັງ​ສອງ​ເມືອງ​ສ່ວນ​ຫຼາຍ​ເປັນ​ເຂດ​ກາໂຕລິກ ຄົນ​ຢູ່​ທີ່​ນັ້ນ​ມີ​ອະຄະຕິ​ທາງ​ສາສະໜາ​ຢ່າງ​ຮຸນແຮງ. ດັ່ງ​ນັ້ນ ເຮົາ​ຕ້ອງ​ປະກາດ​ຢ່າງ​ລະ​ມັດ​ລະວັງ ແລະ​ຕັດສິນ​ໃຈ​ຢ່າງ​ດີ. ເຮົາ​ຈັດການ​ປະຊຸມ​ຢູ່​ບ້ານ​ຂອງ​ພີ່​ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ເຊິ່ງ​ຫ່າງ​ຈາກ​ບ່ອນ​ທີ່​ເຮົາ​ຢູ່ 16 ກິໂລແມັດ​ແລະ​ມີ​ປະມານ 8 ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ. ບາງ​ເທື່ອ​ເຮົາ​ກໍ​ນອນ​ຄ້າງ​ຄືນ​ຢູ່​ຫັ້ນ. ເຮົາ​ນອນ​ຢູ່​ພື້ນ​ແລະ​ຕື່ນ​ມາ​ກໍ​ກິນ​ອາຫານ​ເຊົ້າ​ນຳ​ກັນ. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ຕອນ​ນີ້​ມີ​ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ຢູ່​ໃນ​ເຂດ​ນີ້.

“ພວກ​ເຮົາ​ຈະ​ໄປ!”

ບ໋ອບ​ອ້າຍ​ຂ້ອຍ​ແລະ​ເອື້ອຍ​ໃພ້​ຊື່​ລາຕີ​ເປັນ​ໄພໂອເນຍ​ພິເສດ​ທີ່​ຮັບໃຊ້​ໃນ​ອຽກລັງ​ເໜືອ. ໃນ​ປີ 1952 ພວກ​ເຮົາ 4 ຄົນ​ເຂົ້າ​ຮ່ວມ​ປະຊຸມ​ພາກ​ໃນ​ເມືອງ​ເບວແຟັດ. ພີ່​ນ້ອງ​ຊາຍ​ທ້ອງຖິ່ນ​ຄົນ​ໜຶ່ງ​ໃຈ​ດີ​ໃຫ້​ເຮົາ​ທັງ 4 ຄົນ​ພັກ​ຢູ່​ບ້ານ​ຂອງ​ລາວ​ຮ່ວມ​ກັບ​ພີ່​ນ້ອງ​ເພລ ຮິວສ​ເຊິ່ງ​ເປັນ​ເປັນ​ຜູ້​ດູ​ແລ​ໃນ​ສາຂາ​ອັງກິດ. ມີ​ຄືນ​ໜຶ່ງ​ເຮົາ​ໄດ້​ພິຈາລະນາ​ປຶ້ມ​ທາງ​ຂອງ​ພະເຈົ້າ​ເປັນ​ຄວາມ​ຮັກ (ພາສາ​ອັງກິດ) ເຊິ່ງ​ອອກ​ແບບ​ມາ​ເພື່ອ​ຄົນ​ໃນ​ອຽກລັງ​ໂດຍ​ສະເພາະ. ເພລ ຮິວສ ອະທິບາຍ​ວ່າ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ປະກາດ​ກັບ​ຄົນ​ກາໂຕລິກ​ໃນ​ສາທາລະນະ​ລັດ​ອຽກລັງ. ພວກ​ພີ່​ນ້ອງ​ຖືກ​ບັງຄັບ​ໃຫ້​ອອກ​ຈາກ​ບ່ອນ​ຢູ່​ອາໄສ ແລະ​ພວກ​ຫົວ​ໜ້າ​ສາສະໜາ​ກໍ​ຍົວະ​ເຍົ້າ​ຜູ້​ຄົນ​ໃຫ້​ທຳ​ຮ້າຍ​ພີ່​ນ້ອງ​ຂອງ​ເຮົາ. ເພລ ຮິວສ​ເວົ້າ​ວ່າ: “ເຮົາ​ຢາກ​ໄດ້​ຄູ່​ສົມລົດ​ທີ່​ມີ​ລົດ​ເພື່ອ​ໄປ​ແຈກ​ຈ່າຍ​ປຶ້ມ​ຫົວ​ນ້ອຍໆນີ້​ທົ່ວ​ປະເທດ.” * (ເບິ່ງ​ໄຂ​ເງື່ອນ) ຕອນ​ນັ້ນ​ແຫຼະ​ທີ່​ເຮົາ​ບອກ​ວ່າ: “ພວກ​ເຮົາ​ຈະ​ໄປ!”

ໄພໂອເນຍ​ຄົນ​ອື່ນໆຢູ່​ເທິງ​ລົດ​ຈັກ​ສາມ​ລໍ້

ໃນ​ດູ​ບະ​ແລງ ບ່ອນ​ໜຶ່ງ​ທີ່​ພີ່​ນ້ອງ​ໄພໂອເນຍ​ສາມາດ​ພັກ​ໄດ້​ຕະຫຼອດ​ແມ່ນ​ເຮືອນ​ຂອງ​ມາ ຣັດແລນ ເຊິ່ງ​ເປັນ​ພີ່​ນ້ອງ​ຍິງ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ມາ​ຫຼາຍ​ປີ. ມີ​ໄລຍະ​ໜຶ່ງ​ເຮົາ​ກໍ​ໄດ້​ໄປ​ພັກ​ທີ່​ນັ້ນ​ຄື​ກັນ ແລະ​ເຮົາ​ໄດ້​ຂາຍ​ສົມບັດ​ບາງ​ຢ່າງ​ທີ່​ເຮົາ​ມີ. ຈາກ​ນັ້ນ​ເຮົາ​ທັງ 4 ຄົນ​ກໍ​ຂີ່​ລົດ​ຈັກ​ສາມ​ລໍ້​ຂອງ​ບ໋ອບ​ເພື່ອ​ໄປ​ຊອກ​ຊື້​ລົດ​ໃຫຍ່. ເຮົາ​ພົບ​ລົດ​ມື​ສອງ​ທີ່​ມີ​ສະພາບ​ດີ​ຄັນ​ໜຶ່ງ ແຕ່​ເຮົາ​ຂໍ​ຜູ້​ຂາຍ​ຂັບ​ລົດ​ມາ​ສົ່ງ​ໃຫ້​ເຮົາ​ເພາະ​ວ່າ​ພວກ​ເຮົາ​ຂັບ​ລົດ​ໃຫຍ່​ບໍ່​ເປັນ​ຈັກ​ຄົນ. ອາເທີ​ໃຊ້​ເວລາ​ໃນ​ຕອນ​ແລງ​ນັ່ງ​ຢູ່​ເທິງ​ຕຽງ​ທຳ​ທ່າ​ໃສ່​ເກຍ​ຂັບ​ລົດ. ເຊົ້າ​ມື້​ຕໍ່​ມາ ຕອນ​ທີ່​ລາວ​ພະຍາຍາມ​ຂັບ​ລົດ​ອອກ​ຈາກ​ບ່ອນ​ມ້ຽນ​ລົດ ພີ່​ນ້ອງ​ມິວດຣິດ ວິວລິດ ຜ່ານ​ມາ​ທາງ​ນັ້ນ​ພໍ​ດີ (ເຊິ່ງ​ຕໍ່​ມາ​ພີ່​ນ້ອງ​ຄົນ​ນີ້​ແຕ່ງ​ດອງ​ກັບ​ຈອນ ບຣາ). ລາວ​ຂັບ​ລົດ​ເປັນ! ລາວ​ສອນ​ພວກ​ເຮົາ​ຂັບ​ລົດ ແລະ​ຫຼັງ​ຈາກ​ນັ້ນ​ພວກ​ເຮົາ​ກໍ​ພ້ອມ​ທີ່​ຈະ​ອອກ​ເດີນ​ທາງ.

ລົດ​ໃຫຍ່​ແລະ​ລົດ​ເຮືອນ​ຂອງ​ເຮົາ

ຈາກ​ນັ້ນ ເຮົາ​ຕ້ອງ​ຊອກ​ຫາ​ບ່ອນ​ພັກ. ພີ່​ນ້ອງ​ບອກ​ພວກ​ເຮົາ​ວ່າ​ຢ່າ​ຢູ່​ໃນ​ລົດ​ເຮືອນ​ເພາະ​ອາດ​ຖືກ​ພວກ​ທີ່​ຕໍ່​ຕ້ານ​ຈູດ​ໄຟ​ເຜົາ​ໄດ້. ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ຊອກ​ຫາ​ບ້ານ​ທີ່​ຈະ​ພັກ ແຕ່​ກໍ​ບໍ່​ມີ​ຈັກ​ຫຼັງ. ໃນ​ຄືນ​ນັ້ນ​ພວກ​ເຮົາ​ທັງ 4 ຄົນ​ຈຶ່ງ​ໄດ້​ນອນ​ໃນ​ລົດ. ມື້​ຕໍ່​ມາ​ບ່ອນ​ພັກ​ທີ່​ເຮົາ​ຫາ​ໄດ້​ມີ​ແຕ່​ລົດ​ເຮືອນ​ຄັນ​ນ້ອຍໆທີ່​ມີ​ຕຽງ​ນອນ​ສອງ​ຊັ້ນ ແລະ​ມັນ​ກໍ​ໄດ້​ກາຍ​ມາ​ເປັນ​ເຮືອນ​ຂອງ​ເຮົາ. ແຕ່​ໜ້າ​ແປກ​ໃຈ​ທີ່​ພວກ​ເຮົາ​ບໍ່​ມີ​ບັນຫາ​ໃນ​ການ​ຈອດ​ລົດ​ຢູ່​ບໍລິເວນ​ພື້ນ​ທີ່​ຂອງ​ເຈົ້າ​ຂອງ​ຟາມ​ທີ່​ໃຈ​ດີ. ພວກ​ເຮົາ​ໄປ​ປະກາດ​ໃນ​ເຂດ​ໜຶ່ງ​ເຊິ່ງ​ຫ່າງ​ໄກ​ຈາກ​ລົດ​ເຮືອນ​ປະມານ 16-24 ກິໂລແມັດ. ຫຼັງ​ຈາກ​ຍ້າຍ​ໄປ​ເຂດ​ໃໝ່ ພວກ​ເຮົາ​ກໍ​ຈະ​ກັບ​ມາ​ຢາມ​ຜູ້​ຄົນ​ທີ່​ຢູ່​ບໍລິເວນ​ທີ່​ເຮົາ​ຈອດ​ລົດ​ໄວ້.

ພວກ​ເຮົາ​ໄດ້​ປະກາດ​ທົ່ວ​ພາກ​ຕາເວັນ​ອອກ​ສຽງ​ໃຕ້​ຂອງ​ສາທາລະນະ​ລັດ​ອຽກລັງ​ເຊິ່ງ​ບໍ່​ຄ່ອຍ​ມີ​ການ​ຕໍ່​ຕ້ານ. ເຮົາ​ໄດ້​ໃຫ້​ປຶ້ມ​ເຫຼັ້ມ​ນ້ອຍ​ຫຼາຍ​ກວ່າ 20.000 ເຫຼັ້ມ ແລະ​ໄດ້​ສົ່ງ​ລາຍ​ຊື່​ຜູ້​ທີ່​ສົນ​ໃຈ​ທັງ​ໝົດ​ໃຫ້​ກັບ​ສຳນັກງານ​ສາຂາ​ອັງກິດ. ເປັນ​ພອນ​ແທ້ໆທີ່​ຕອນ​ນີ້​ມີ​ພະຍານ​ພະ​ເຢໂຫວາ​ໜຶ່ງ​ຮ້ອຍ​ຄົນ​ໃນ​ເຂດ​ນີ້!

ກັບ​ໄປ​ອັງກິດ​ແລ້ວ​ໄປ​ສະກັອດແລນ​ຕໍ່

ບໍ່​ເທົ່າ​ໃດ​ປີ​ຕໍ່​ມາ ເຮົາ​ກໍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄປ​ພາກ​ໃຕ້​ຂອງ​ລອນດອນ. ບໍ່​ເທົ່າ​ໃດ​ອາທິດ​ຫຼັງ​ຈາກ​ນັ້ນ ພີ່​ນ້ອງ​ຈາກ​ສຳນັກງານ​ສາຂາ​ອັງກິດ​ໄດ້​ໂທ​ຫາ​ອາເທີ ແລະ​ຂໍ​ໃຫ້​ລາວ​ເລີ່ມ​ວຽກ​ເດີນ​ໝວດ​ໃນ​ຕອນ​ເຊົ້າ​ມື້​ຕໍ່​ມາ! ເຮົາ​ຖືກ​ຝຶກ​ຊ້ອມ​ໜຶ່ງ​ອາທິດ ແລ້ວ​ເຮົາ​ກໍ​ເລີ່ມ​ເດີນ​ໝວດ​ໃນ​ສະກ໋ອດແລນ ອາເທີ​ບໍ່​ຄ່ອຍ​ມີ​ເວລາ​ຫຼາຍ​ໃນ​ການ​ກຽມ​ຄຳ​ບັນລະຍາຍ​ຂອງ​ລາວ ແຕ່​ລາວ​ກໍ​ເຕັມ​ໃຈ​ເຮັດ​ວຽກ​ມອບ​ໝາຍ​ທຸກ​ຢ່າງ​ເຖິງ​ວ່າ​ວຽກ​ນັ້ນ​ຈະ​ຍາກ​ຫຼາຍ​ສໍ່າ​ໃດ​ກໍ​ຕາມ. ຕົວຢ່າງ​ທີ່​ດີ​ຂອງ​ລາວ​ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ​ແທ້ໆ. ເຮົາ​ມັກ​ເຮັດ​ວຽກ​ເດີນ​ໝວດ ເປັນ​ເວລາ​ຫຼາຍ​ປີ​ທີ່​ເຮົາ​ຮັບໃຊ້​ຢູ່​ໃນ​ເຂດ​ທີ່​ຍັງ​ບໍ່​ມີ​ການ​ມອບ​ໝາຍ ເມື່ອ​ເຮົາ​ເດີນ​ໝວດ​ເຮົາ​ກໍ​ມີ​ຄວາມ​ສຸກ​ກັບ​ການ​ໄດ້​ຢູ່​ຮ່ວມ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ.

ເມື່ອ​ອາເທີ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງ​ຮຽນ​ກິລຽດ​ໃນ​ປີ 1962 ເຮົາ​ຕ້ອງ​ໄດ້​ຕັດສິນ​ໃຈ​ຄັ້ງ​ໃຫຍ່ ເພາະ​ຫຼັກ​ສູດ​ນີ້​ໃຊ້​ເວລາ 10 ເດືອນ ແຕ່​ຂ້ອຍ​ບໍ່​ໄດ້​ໄປ​ກັບ​ລາວ​ເພາະ​ບໍ່​ໄດ້​ຖືກ​ເຊີນ. ເຮົາ​ຈຶ່ງ​ເຫັນ​ດີ​ວ່າ​ອາເທີ​ຄວນ​ຕອບ​ຮັບ​ຄຳ​ເຊີນ​ນີ້. ເນື່ອງ​ຈາກ​ຂ້ອຍ​ຈະ​ບໍ່​ມີ​ຄູ່​ໄພໂອເນຍ ສຳນັກງານ​ສາຂາ​ຈຶ່ງ​ສົ່ງ​ຂ້ອຍ​ກັບ​ໄປ​ເປັນ​ໄພໂອເນຍ​ພິເສດ​ໃນ​ແຮັມສະເວີດ. ພໍ​ຮອດ​ໜຶ່ງ​ປີ​ອາເທີ​ກໍ​ກັບ​ມາ ລາວ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ຜູ້​ດູ​ແລ​ພາກ ເຊິ່ງ​ເຂດ​ທີ່​ເຮົາ​ຕ້ອງ​ຮັບ​ຜິດ​ຊອບ​ມີ​ສະກ໋ອດແລນ ທາງ​ເໜືອ​ຂອງ​ອັງກິດ ແລະ​ອຽກລັງ​ເໜືອ

ເຂດ​ມອບ​ໝາຍ​ໃໝ່​ໃນ​ອຽກລັງ

ໃນ​ປີ 1964 ອາເທີ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ຜູ້​ຮັບໃຊ້​ສາຂາ​ໃນ​ສາທາລະນະ​ລັດ​ອຽກລັງ. ທຳອິດ​ຂ້ອຍ​ກັງວົນ​ເລື່ອງ​ການ​ໄປ​ເບເທນ ເພາະ​ຂ້ອຍ​ມັກ​ຮັບໃຊ້​ແບບ​ເດີນ​ທາງ. ແຕ່​ເມື່ອ​ຄິດ​ຄືນ​ຫຼັງ ຂ້ອຍ​ຮູ້ສຶກ​ຂອບໃຈ​ຫຼາຍ​ສຳລັບ​ສິດທິ​ພິເສດ​ທີ່​ໄດ້​ຮັບໃຊ້​ໃນ​ເບເທນ. ຂ້ອຍ​ເຊື່ອ​ວ່າ​ຖ້າ​ເຮົາ​ຕອບ​ຮັບ​ວຽກ​ຮັບ​ມອບ​ໝາຍ​ເຖິງ​ວ່າ​ເຮົາ​ຈະ​ບໍ່​ມັກ​ວຽກ​ນັ້ນ ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຮົາ​ສະເໝີ. ໃນ​ເບເທນ​ຂ້ອຍ​ເຮັດ​ວຽກ​ຫ້ອງ​ການ ແພ໋ກ​ໜັງສື ແຕ່ງ​ກິນ ແລະ​ອາ​ນະ​ໄມ. ບາງ​ເທື່ອ​ຂ້ອຍ​ກໍ​ໄດ້​ໄປ​ກັບ​ຜົວ​ເຊິ່ງ​ເຮັດ​ວຽກ​ເປັນ​ຜູ້​ດູ​ແລ​ພາກ ເຮົາ​ຈຶ່ງ​ໄດ້​ພົບ​ພີ່​ນ້ອງ​ທົ່ວ​ປະເທດ. ການ​ເຮັດ​ວຽກ​ນີ້​ແລະ​ການ​ໄດ້​ເຫັນ​ນັກ​ສຶກສາ​ກ້າວ​ໜ້າ​ໃນ​ຄວາມ​ຈິງ​ເຮັດ​ໃຫ້​ເຮົາ​ຜູກ​ພັນ​ກັບ​ພີ່​ນ້ອງ​ຂອງ​ເຮົາ​ໃນ​ອຽກລັງ. ນີ້​ເປັນ​ພອນ​ແທ້ໆ!

ເຫດການ​ທີ່​ສຳຄັນ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ອຽກລັງ

ການ​ປະຊຸມ​ນານາ​ຊາດ​ຄັ້ງ​ທຳອິດ​ໃນ​ອຽກລັງ​ຈັດ​ຂຶ້ນ​ຢູ່​ດູ​ບະ​ແລງ​ປີ 1965. * (ເບິ່ງ​ໄຂ​ເງື່ອນ) ເຖິງ​ວ່າ​ຈະ​ມີ​ການ​ຕໍ່​ຕ້ານ​ທີ່​ຮຸນແຮງ ແຕ່​ການ​ປະຊຸມ​ໃຫຍ່​ເທື່ອ​ນີ້​ກໍ​ປະສົບ​ຜົນ​ສຳເລັດ​ຫຼາຍ. ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ມີ 3.948 ຄົນ ແລະ​ມີ 65 ຄົນ​ຮັບ​ບັບເຕມາ. ພີ່​ນ້ອງ​ທີ່​ເປັນ​ຕົວ​ແທນ​ຈາກ​ຕ່າງ​ປະເທດ​ຈຳນວນ 3.500 ຄົນ​ພັກ​ຢູ່​ເຮືອນ​ຂອງ​ຊາວ​ເມືອງ​ດູ​ບະ​ແລງ. ເຈົ້າ​ຂອງ​ເຮືອນ​ທີ່​ໃຫ້​ພັກ​ໄດ້​ຮັບ​ຈົດ​ໝາຍ​ຂອບໃຈ​ຈາກ​ພີ່​ນ້ອງ ແລະ​ເຂົາ​ເຈົ້າ​ກໍ​ຊົມ​ເຊີຍ​ການ​ປະພຶດ​ທີ່​ດີ​ຂອງ​ພີ່​ນ້ອງ​ຄື​ກັນ ການ​ປະຊຸມ​ເທື່ອ​ນີ້​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ທີ່​ດີ​ແທ້ໆໃນ​ອຽກລັງ.

ອາເທີ​ທັກທາຍ​ພີ່​ນ້ອງ​ນາທານ ນໍ ຕອນ​ທີ່​ມາ​ຮອດ​ປະຊຸມ​ພາກ​ໃນ​ປີ 1965

ອາເທີ​ໄດ້​ອອກ “ໜັງສື​ຂອງ​ຂ້ອຍ​ກ່ຽວ​ກັບ​ເລື່ອງ​ໃນ​ຄຳພີ​ໄບເບິນ” ໃນ​ພາສາ​ເກລິກ​ປີ 1983

ໃນ​ປີ 1966 ທັງ​ອຽກລັງ​ເໜືອ​ແລະ​ໃຕ້​ໄດ້​ເປັນ​ລວມ​ເປັນ​ໜຶ່ງ​ດຽວ​ເຊິ່ງ​ຢູ່​ພາຍ​ໃຕ້​ການ​ດູ​ແລ​ຂອງ​ສຳນັກງານ​ສາຂາ​ດູ​ບະ​ແລງ. ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ນີ້​ແຕກຕ່າງ​ກັນ​ຫຼາຍ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ເກາະ​ອື່ນໆໂດຍ​ທົ່ວໄປ ເພາະ​ຜູ້​ຄົນ​ມີ​ການ​ແບ່ງ​ແຍກ​ຍ້ອນ​ການ​ເມືອງ​ແລະ​ສາສະໜາ. ເຮົາ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ເຫັນ​ຄົນ​ກາໂຕລິກ​ຫຼາຍ​ຄົນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່​ນ້ອງ​ທີ່​ເຄີຍ​ເປັນ​ໂປຣແຕສະຕັງ.

ວຽກ​ມອບ​ໝາຍ​ທີ່​ປ່ຽນ​ແປງ​ຢ່າງ​ສິ້ນ​ເຊີງ

ໃນ​ປີ 2011 ຊີວິດ​ຂອງ​ເຮົາ​ກໍ​ປ່ຽນ​ໄປ ເມື່ອ​ສຳນັກ​ສາຂາ​ອັງກິດ​ແລະ​ອຽກລັງ​ໄດ້​ຍຸບ​ລວມ​ກັນ ເຮົາ​ຈຶ່ງ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຢູ່​ເບເທນ​ລອນດອນ. ຕອນ​ນັ້ນ ອາເທີ​ເລີ່ມ​ເປັນ​ພະຍາດ​ພາ​ກິນ​ສັນ (ພະຍາດ​ເສັ້ນ​ປະສາດ​ກະຕຸກ​ເຊິ່ງ​ເກີດ​ຈາກ​ການ​ເສື່ອມ​ຂອງ​ສະໝອງ). ໜ້າ​ເສົ້າໃຈ ວັນ​ທີ 20 ພຶດສະພາ 2015 ຜົວ​ທີ່​ຮັກ​ຂອງ​ຂ້ອຍ​ກໍ​ຕາຍ​ຈາກ​ໄປ​ຕອນ​ອາຍຸ 66 ປີ.

ຕັ້ງ​ແຕ່​ນັ້ນ​ມາ ຫົວໃຈ​ຂ້ອຍ​ແຕກ​ສະ​ຫຼາຍ ຂ້ອຍ​ຮູ້ສຶກ​ຊຶມເສົ້າ​ແລະ​ເສຍໃຈ​ຫຼາຍ. ທີ່​ຜ່ານ​ມາ​ອາເທີ​ຢູ່​ຂ້າງໆຂ້ອຍ​ສະເໝີ. ຂ້ອຍ​ຄິດ​ຮອດ​ລາວ​ຫຼາຍ​ແທ້ໆ! ແຕ່​ເຈົ້າ​ຮູ້​ບໍ ເມື່ອ​ຜ່ານ​ສະພາບການ​ແບບ​ນີ້​ເຈົ້າ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ສິ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ຮູ້​ວ່າ​ພີ່​ນ້ອງ​ຄົນ​ອື່ນໆຮັກ​ອາເທີ​ຫຼາຍ​ສໍ່າ​ໃດ. ຂ້ອຍ​ໄດ້​ຮັບ​ຈົດ​ໝາຍ​ຈາກ​ພີ່​ນ້ອງ​ຈາກ​ອຽກລັງ ອັງກິດ ແລະ​ສະຫະລັດ​ອາເມຣິກາ. ຈົດ​ໝາຍ​ເຫຼົ່າ​ນີ້​ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ ບໍ່​ວ່າ​ຈະ​ເປັນ​ຈົດ​ໝາຍ​ຈາກ​ເດນ​ນິດ​ນ້ອງ​ຊາຍ​ຂອງ​ອາເທີ ເມວິດ​ເມຍ​ຂອງ​ລາວ ແລະ​ຣູດ​ກັບ​ຈູດີ້​ເຊິ່ງ​ເປັນ​ຫຼານ​ສາວ​ຂອງ​ຂ້ອຍ ສິ່ງ​ທີ່​ເຂົາ​ເຈົ້າ​ຂຽນ​ໄດ້​ຊ່ວຍ​ຂ້ອຍ​ຫຼາຍ​ເກີນ​ກວ່າ​ທີ່​ຈະ​ພັນລະນາ​ໄດ້.

ຂໍ້​ພະ​ຄຳພີ​ທີ່​ໃຫ້​ກຳ​ໃຈ​ຂ້ອຍ​ຫຼາຍ​ແມ່ນ​ເອຊາອີ 30:18 ທີ່​ບອກ​ວ່າ: ‘ພະ​ເຢໂຫວາ​ຈະ​ຄອຍ​ຖ້າ​ຢູ່​ເພື່ອ​ຈະ​ໄດ້​ໂຜດ​ພະ​ຄຸນ​ໃຫ້​ທ່ານ​ທັງ​ຫຼາຍ​ແລະ​ເພາະ​ເຫດ​ນັ້ນ​ພະອົງ​ຈະ​ສະເດັດ​ຂຶ້ນ​ໄປ​ສູງ​ຈຶ່ງ​ໄດ້​ອີ່ດູ​ແກ່​ພວກ​ທ່ານ. ເຫດ​ວ່າ​ພະ​ເຢໂຫວາ​ແມ່ນ​ພະເຈົ້າ​ຜູ້​ຕັດສິນ. ຄົນ​ທັງ​ປວງ​ທີ່​ປົງ​ໃຈ​ໃນ​ພະອົງ​ກໍ​ເປັນ​ສຸກ​ຫຼາຍ.’ ຂໍ້​ນີ້​ໃຫ້​ກຳລັງ​ໃຈ​ຂ້ອຍ​ແທ້ໆທີ່​ຮູ້​ວ່າ​ພະ​ເຢໂຫວາ​ອົດ​ທົນ​ຄອຍ​ຖ້າ​ທີ່​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ຂອງ​ພວກ​ເຮົາ​ແລະ​ຈະ​ໃຫ້​ວຽກ​ມອບ​ໝາຍ​ທີ່​ໜ້າ​ຕື່ນ​ເຕັ້ນ​ກັບ​ພວກ​ເຮົາ​ໃນ​ໂລກ​ໃໝ່​ຂອງ​ພະອົງ.

ເມື່ອ​ຄິດ​ເຖິງ​ຊີວິດ​ທີ່​ຜ່ານ​ມາ ຂ້ອຍ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊີ້​ນຳ​ແລະ​ອວຍ​ພອນ​ວຽກ​ປະກາດ​ໃນ​ປະເທດ​ອຽກລັງ. ຂ້ອຍ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ເປັນ​ໜຶ່ງ​ໃນ​ຫຼາຍໆຄົນ​ທີ່​ໄດ້​ຊ່ວຍ​ໃນ​ວຽກ​ນີ້. ເປັນ​ຄວາມ​ຈິງ​ທີ່​ວ່າ​ການ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ການ​ອວຍ​ພອນ​ສະເໝີ.

^ ຂໍ້ 12 ເບິ່ງ​ປຶ້ມ​ປະຈຳ​ປີ​ຂອງ​ພະຍານ​ພະ​ເຢໂຫວາ 1988 (ພາສາ​ອັງກິດ) ໜ້າ 101-102.

^ ຂໍ້ 22 ເບິ່ງ​ປຶ້ມ​ປະຈຳ​ປີ​ຂອງ​ພະຍານ​ພະ​ເຢໂຫວາ 1988 ໜ້າ 109-112.