ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜູ້​ຄົນ​ຕ້ອງ​ໄດ້​ຍິນ​ຄຳ​ເຕືອນ ໃນ​ຂະນະ​ທີ່ “ພາຍຸ” ຂອງ​ພະເຈົ້າ​ກຳລັງ​ໃກ້​ເຂົ້າ​ມາ!

ທຸກ​ຄັ້ງ​ທີ່​ພະເຈົ້າ​ຕັດສິນ​ລົງໂທດ—ພະອົງ​ໃຫ້​ເວລາ​ໃນ​ການ​ເຕືອນ​ພໍ​ບໍ?

ທຸກ​ຄັ້ງ​ທີ່​ພະເຈົ້າ​ຕັດສິນ​ລົງໂທດ—ພະອົງ​ໃຫ້​ເວລາ​ໃນ​ການ​ເຕືອນ​ພໍ​ບໍ?

ຜູ້​ພະຍາກອນ​ອາກາດ​ກວດ​ເບິ່ງ​ສະພາບ​ອາກາດ​ໃນ​ຈໍ​ຣາດາ. ລາວ​ເຫັນ​ພາຍຸ​ທີ່​ອັນຕະລາຍ​ກຳລັງ​ເຂົ້າ​ມາ​ໃກ້​ພື້ນ​ທີ່​ທີ່​ມີ​ປະຊາກອນ​ໜາ​ແໜ້ນ. ເນື່ອງ​ຈາກ​ລາວ​ເປັນ​ຫ່ວງ​ຄວາມ​ປອດໄພ​ຂອງ​ປະຊາຊົນ​ຢູ່​ຫັ້ນ ລາວ​ຈຶ່ງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລາວ​ເຮັດ​ໄດ້​ເພື່ອ​ເຕືອນ​ພວກ​ເຂົາ​ກ່ອນ​ທີ່​ຈະ​ຊ້າ​ເກີນ​ໄປ.

ຄ້າຍ​ຄື​ກັນ ຕອນ​ນີ້​ພະ​ເຢໂຫວາ​ກໍ​ກຳລັງ​ເຕືອນ​ທຸກ​ຄົນ​ທົ່ວ​ໂລກ​ວ່າ​ມີ “ພາຍຸ” ທີ່​ອັນຕະລາຍ​ກວ່າ​ພາຍຸ​ໃດໆເທົ່າ​ທີ່​ເຄີຍ​ໄດ້​ຍິນ​ໃນ​ພະຍາກອນ​ອາກາດ​ກຳລັງ​ໃກ້​ເຂົ້າ​ມາ. ແຕ່​ພະອົງ​ເຕືອນ​ເຮົາ​ແນວ​ໃດ? ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ໃຫ້​ເວລາ​ພຽງ​ພໍ​ທີ່​ຜູ້​ຄົນ​ຈະ​ເຮັດ​ຕາມ​ຄຳ​ເຕືອນ​ນັ້ນ? ເພື່ອ​ຈະ​ຮູ້​ຄຳຕອບ ທຳອິດ​ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ເຕືອນ​ບາງ​ຢ່າງ​ທີ່​ພະ​ເຢໂຫວາ​ເຄີຍ​ເຕືອນ​ຜູ້​ຄົນ​ໃນ​ອະດີດ.

ເມື່ອ​ພະເຈົ້າ​ເຕືອນ​ລ່ວງ​ໜ້າ

ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໄດ້​ເຕືອນ​ກ່ຽວ​ກັບ “ພາຍຸ” ຕ່າງໆເຊິ່ງ​ກໍ​ຄື​ການ​ຕັດສິນ​ລົງໂທດ​ທີ່​ພະອົງ​ຈະ​ເຮັດ​ຕໍ່​ຜູ້​ທີ່​ຈົງໃຈ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ. (ສຸພາ. 10:25; ຢເຣ. 30:23) ໃນ​ແຕ່​ລະ​ເທື່ອ ພະ​ເຢໂຫວາ​ໄດ້​ເຕືອນ​ຜູ້​ທີ່​ບໍ່​ເຊື່ອ​ຟັງ​ໃຫ້​ຮູ້​ລ່ວງ​ໜ້າ ແລະ​ບອກ​ພວກ​ເຂົາ​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ເພື່ອ​ຈະ​ເຊື່ອ​ຟັງ​ພະອົງ. (2 ກະ. 17:12-15; ນເຫ. 9:29, 30) ເພື່ອ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຮູ້​ເລື່ອງ​ນີ້ ພະອົງ​ໄດ້​ໃຊ້​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃຫ້​ໄປ​ປະກາດ​ຄຳ​ຕັດສິນ​ລົງໂທດ ແລະ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ພວກ​ເຂົາ​ຕ້ອງ​ເຮັດ​ຕາມ​ທີ່​ພະອົງ​ບອກ​ທັນທີ.—ອາໂມດ 3:7

ໂນເອ​ກໍ​ເປັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຄົນ​ໜຶ່ງ​ທີ່​ພະເຈົ້າ​ໃຊ້. ລາວ​ໄດ້​ເຕືອນ​ຜູ້​ຄົນ​ໃນ​ສະໄໝ​ນັ້ນ​ທີ່​ເຮັດ​ຜິດ​ສິນລະທຳ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ​ວ່າ​ນ້ຳ​ຈະ​ຖ້ວມ​ໂລກ. (ຕົ້ນ. 6:9-13, 17) ນອກ​ຈາກ​ນັ້ນ ໂນເອ​ຍັງ​ບອກ​ພວກ​ເຂົາ​ວ່າ​ຕ້ອງ​ເຮັດ​ຫຍັງ​ແດ່​ຈຶ່ງ​ຈະ​ລອດ ລາວ​ປະກາດ​ເລື່ອງ​ນັ້ນ​ຫຼາຍ​ແທ້ໆຈົນ​ຄຳພີ​ໄບເບິນ​ບອກ​ວ່າ​ລາວ​ເປັນ “ຄົນ​ປ່າວ​ປະກາດ​ຄວາມ​ຊອບທຳ.”—2 ເປ. 2:5

ກ່ອນ​ນ້ຳ​ຖ້ວມ​ໂລກ​ເຖິງ​ວ່າ​ໂນເອ​ຈະ​ພະຍາຍາມ​ປະກາດ​ຫຼາຍ​ສ່ຳ​ໃດ ແຕ່​ຜູ້​ຄົນ​ກໍ​ບໍ່​ສົນໃຈ​ຄຳ​ເຕືອນ​ນີ້​ທີ່​ມາ​ຈາກ​ພະເຈົ້າ ແລະ​ພວກ​ເຂົາ​ກໍ​ບໍ່​ມີ​ຄວາມ​ເຊື່ອ. ສຸດ​ທ້າຍ ພວກ​ເຂົາ​ກໍ​ຕາຍ​ຕອນ​ທີ່ “ນ້ຳ​ມາ​ຖ້ວມ​ແລະ​ກວາດ​ເຂົາ​ໄປ​ເສຍ​ທັງ​ໝົດ.” (ມັດ. 24:39; ເຫບ. 11:7) ຕອນ​ທີ່​ນ້ຳ​ໃກ້​ຈະ​ຖ້ວມ ພວກ​ເຂົາ​ກໍ​ຕຳໜິ​ພະເຈົ້າ​ບໍ່​ໄດ້​ວ່າ​ພະອົງ​ບໍ່​ເຕືອນ​ລ່ວງ​ໜ້າ.

ແຕ່​ບາງ​ເທື່ອ ພະ​ເຢໂຫວາ​ກໍ​ເຕືອນ​ຜູ້​ຄົນ​ບໍ່​ດົນ​ກ່ອນ​ທີ່ “ພາຍຸ” ເຊິ່ງ​ເປັນ​ການ​ຕັດສິນ​ລົງໂທດ​ຂອງ​ພະອົງ​ຈະ​ເກີດ​ຂຶ້ນ. ເຖິງ​ຈະ​ເປັນ​ແບບ​ນັ້ນ ພະອົງ​ກໍ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ທຸກ​ຄົນ​ມີ​ເວລາ​ພໍ​ທີ່​ຈະ​ເຮັດ​ຕາມ​ຄຳ​ເຕືອນ​ນັ້ນ. ຕົວຢ່າງ: ໃນ​ຕອນ​ທີ່​ເອຢິບ​ປະສົບ​ໄພ​ພິບັດ 10 ຢ່າງ ພະ​ເຢໂຫວາ​ໄດ້​ເຕືອນ​ລ່ວງ​ໜ້າ​ຕະຫຼອດ ເຊັ່ນ: ກ່ອນ​ທີ່​ໄພ​ພິບັດ​ທີ 7 ເຊິ່ງ​ກໍ​ຄື​ພາຍຸ​ໝາກ​ເຫັບ​ທີ່​ກໍ່​ຄວາມ​ເສຍຫາຍ​ຢ່າງ​ຮຸນແຮງ​ຈະ​ເກີດ​ຂຶ້ນ ພະ​ເຢໂຫວາ​ໄດ້​ສົ່ງ​ໂມເຊ​ກັບ​ອາໂລນ​ໄປ​ເຕືອນ​ຟາໂລ​ແລະ​ຄົນ​ຮັບໃຊ້​ຂອງ​ລາວ​ກ່ຽວ​ກັບ​ໄພ​ພິບັດ​ນີ້. ແຕ່​ເນື່ອງ​ຈາກ​ພາຍຸ​ນີ້​ຈະ​ມາ​ມື້​ອື່ນ ພວກ​ເຂົາ​ມີ​ເວລາ​ພຽງ​ພໍ​ທີ່​ຈະ​ຊອກ​ບ່ອນ​ຫຼົບ​ແລະ​ໜີ​ໄດ້​ບໍ? ຄຳພີ​ໄບເບິນ​ບອກ​ວ່າ: “ຝ່າຍ​ຂ້າລາຊະການ​ທຸກ​ຄົນ​ຂອງ​ກະສັດ​ຟາໂລ​ທີ່​ໄດ້​ຢ້ານ​ພະ​ຄຳ​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ຂ້າ​ໃຊ້​ກັບ​ສັດ​ທັງ​ຫຼາຍ​ຂອງ​ເຂົາ​ເຂົ້າ​ມາ​ໃນ​ເຮືອນ​ໃນ​ບ້ານ ແລະ​ຜູ້​ທີ່​ບໍ່​ໄດ້​ເອົາໃຈໃສ່​ໃນ​ພະ​ຄຳ​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ຂ້າ​ໃຊ້​ກັບ​ສັດ​ທັງ​ຫຼາຍ​ຂອງ​ເຂົາ​ຢູ່​ໃນ​ທົ່ງ​ນາ.” (ອົບ. 9:18-21) ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ໃຫ້​ເວລາ​ຫຼາຍ​ພໍ​ທີ່​ຈະ​ເຊື່ອ​ຟັງ​ພະອົງ ແລະ​ຄົນ​ທີ່​ເຮັດ​ຕາມ​ທັນທີ​ກໍ​ບໍ່​ຕ້ອງ​ປະສົບ​ກັບ​ຄວາມ​ເສຍຫາຍ​ຄື​ກັບ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ຄຳ​ເຕືອນ.

ຄ້າຍ​ຄື​ກັນ ຟາໂລ​ກັບ​ຄົນ​ຮັບໃຊ້​ຂອງ​ລາວ​ກໍ​ໄດ້​ຮັບ​ຄຳ​ເຕືອນ​ກ່ອນ​ໄພ​ພິບັດ​ທີ 10 ຈະ​ເກີດ​ຂຶ້ນ ແຕ່​ພວກ​ເຂົາ​ໂງ່​ຫຼາຍ​ທີ່​ບໍ່​ສົນ​ໃຈ​ຄຳ​ເຕືອນ​ນີ້. (ອົບ. 4:22, 23) ຜົນ​ກໍ​ຄື​ລູກ​ຊາຍ​ກົກ​ຂອງ​ພວກ​ເຂົາ​ຕ້ອງ​ຕາຍ ໜ້າ​ເສຍດາຍ​ແທ້ໆ! (ອົບ. 11:4-10; 12:29) ແຕ່​ພວກ​ເຂົາ​ມີ​ເວລາ​ພໍ​ທີ່​ຈະ​ເຮັດ​ຕາມ​ຄຳ​ເຕືອນ​ນັ້ນ​ບໍ? ພໍ​ແທ້! ໂມເຊ​ໄດ້​ໄປ​ເຕືອນ​ຊາວ​ອິດສະລາແອນ​ນຳ​ວ່າ​ໄພ​ພິບັດ​ທີ 10 ກຳລັງ​ຈະ​ເກີດ​ຂຶ້ນ ແລະ​ບອກ​ພວກ​ເຂົາ​ວ່າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຊ່ວຍ​ຄອບຄົວ​ໃຫ້​ລອດ. (ອົບ. 12:21-28) ມີ​ຈັກ​ຄົນ​ທີ່​ເຊື່ອ​ຟັງ​ຄຳ​ເຕືອນ​ຂອງ​ໂມເຊ? ມີ​ປະມານ 3 ລ້ານ​ຄົນ​ທີ່​ລວມ​ທັງ​ຄົນ​ອິດສະລາແອນ​ແລະ “ຄົນ​ອື່ນໆຈຳນວນ​ຫຼາຍ” ເຊິ່ງ​ເປັນ​ຄົນ​ເອຢິບ​ແລະ​ຄົນ​ຊາດ​ອື່ນ ພວກ​ເຂົາ​ທັງ​ໝົດ​ນີ້​ໄດ້​ຖືກ​ລະ​ເວັ້ນ​ຈາກ​ການ​ຕັດສິນ​ລົງໂທດ​ຂອງ​ພະ​ເຢໂຫວາ​ແລະ​ໄດ້​ອອກ​ຈາກ​ເອຢິບ.—ອົບ. 12:38, ລ.ມ.

ຈາກ​ຕົວຢ່າງ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ພະ​ເຢໂຫວາ​ເຮັດ​ໃຫ້​ແນ່​ໃຈ​ສະເໝີ​ວ່າ​ຜູ້​ຄົນ​ມີ​ເວລາ​ພໍ​ທີ່​ຈະ​ເຮັດ​ຕາມ​ຄຳ​ເຕືອນ​ຂອງ​ພະອົງ. (ບັນຍັດ. 32:4) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ແບບ​ນັ້ນ? ອັກຄະສາວົກ​ເປໂຕ​ບອກ​ວ່າ ພະ​ເຢໂຫວາ “ບໍ່​ຢາກ​ໃຫ້​ຄົນ​ໜຶ່ງ​ຄົນ​ໃດ​ຈິບຫາຍ ແຕ່​ວ່າ​ຈະ​ໃຫ້​ຄົນ​ທັງ​ປວງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່.” (2 ເປ. 3:9) ພະອົງ​ຮັກ​ແລະ​ຫ່ວງໃຍ​ຜູ້​ຄົນ. ພະອົງ​ຢາກ​ໃຫ້​ພວກ​ເຂົາ​ກັບ​ໃຈ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ພະອົງ​ບອກ​ກ່ອນ​ທີ່​ການ​ຕັດສິນ​ລົງໂທດ​ຈະ​ມາ​ຮອດ.—ເອຊາ. 48:17, 18; ໂລມ 2:4

ເຮັດ​ຕາມ​ຄຳ​ເຕືອນ​ຂອງ​ພະເຈົ້າ​ໃນ​ປັດຈຸບັນ

ປັດຈຸບັນ​ນີ້​ກໍ​ຄື​ກັນ ທຸກ​ຄົນ​ຕ້ອງ​ເຊື່ອ​ຟັງ​ຄຳ​ເຕືອນ​ທີ່​ກຳລັງ​ປະກາດ​ໄປ​ທົ່ວ​ໂລກ. ຕອນ​ທີ່​ພະ​ເຍຊູ​ຢູ່​ເທິງ​ແຜ່ນດິນ​ໂລກ ເພິ່ນ​ໄດ້​ເຕືອນ​ວ່າ​ລະບົບ​ຊົ່ວ​ນີ້​ຈະ​ຖືກ​ທຳລາຍ​ໃນ​ໄລຍະ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່.” (ມັດ. 24:21, ລ.ມ.) ນອກ​ຈາກ​ນັ້ນ ພະ​ເຍຊູ​ຍັງ​ໃຫ້​ຄຳ​ພະຍາກອນ​ເລື່ອງ​ໜຶ່ງ​ແລະ​ບອກ​ລາຍ​ລະອຽດ​ນຳ​ວ່າ ຜູ້​ທີ່​ຕິດ​ຕາມ​ເພິ່ນ​ຈະ​ຕ້ອງ​ເຫັນ​ແລະ​ປະສົບ​ກັບ​ເຫດການ​ຫຍັງ​ແດ່​ກ່ອນ​ທີ່​ການ​ຕັດສິນ​ລົງໂທດ​ນັ້ນ​ຈະ​ເກີດ​ຂຶ້ນ. ພະ​ເຍຊູ​ໄດ້​ເວົ້າ​ເຖິງ​ເຫດການ​ສຳຄັນ​ຫຼາຍ​ຢ່າງ​ທີ່​ເຮົາ​ເຫັນ​ວ່າ​ກຳລັງ​ເກີດ​ຂຶ້ນ​ໃນ​ທຸກ​ມື້​ນີ້.—ມັດ. 24:3-12; ລືກາ 21:10-13

ຕາມ​ຄຳ​ພະຍາກອນ​ນັ້ນ ພະ​ເຢໂຫວາ​ກຳລັງ​ຊວນ​ທຸກ​ຄົນ​ໃຫ້​ເລືອກ​ຮັບໃຊ້​ແລະ​ເຊື່ອ​ຟັງ​ພະອົງ. ພະອົງ​ຢາກ​ໃຫ້​ຄົນ​ທີ່​ມີ​ໃຈ​ເຊື່ອ​ຟັງ​ມີ​ຊີວິດ​ທີ່​ດີ​ຂຶ້ນ​ໃນ​ຕອນ​ນີ້ ແລະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ຢູ່​ໂລກ​ໃໝ່​ໃນ​ອະນາຄົດ. (2 ເປ. 3:13) ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຕ່າງໆຂອງ​ພະ​ເຢໂຫວາ ພະອົງ​ຈຶ່ງ​ໃຫ້​ຮູ້ຈັກ​ຂ່າວ​ສານ​ທີ່​ຊ່ວຍ​ໃຫ້​ລອດ​ຊີວິດ​ເຊິ່ງ​ກໍ​ຄື “ຄຳ​ປະເສີດ​ນີ້ [“ຂ່າວ​ດີ,” ລ.ມ.] ແຫ່ງ​ແຜ່ນດິນ​ຂອງ​ພະເຈົ້າ” ທີ່​ພະ​ເຍຊູ​ບອກ​ໄວ້​ລ່ວງ​ໜ້າ​ວ່າ “ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ ເພື່ອ​ຈະ​ເປັນ​ພິຍານ​ແກ່​ພວກ​ຕ່າງ​ປະເທດ​ທັງ​ປວງ.” (ມັດ. 24:14) ພະເຈົ້າ​ໃຫ້​ຜູ້​ນະມັດສະການ​ແທ້​ຂອງ​ພະອົງ​ໄປ​ບອກ​ຄຳ “ພິຍານ” ຫຼື​ປະກາດ​ຂ່າວ​ສານ​ຈາກ​ພະເຈົ້າ​ໃນ​ຫຼາຍ​ກວ່າ 240 ດິນແດນ. ພະ​ເຢໂຫວາ​ຢາກ​ໃຫ້​ມີ​ຜູ້​ຄົນ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ເຮັດ​ຕາມ​ຄຳ​ເຕືອນ​ແລະ​ໜີ​ໃຫ້​ພົ້ນ​ຈາກ “ພາຍຸ” ເຊິ່ງ​ເປັນ​ການ​ຕັດສິນ​ລົງໂທດ​ອັນ​ຊອບທຳ​ຂອງ​ພະອົງ.—ຊໂຟ. 1:14, 15; 2:2, 3

ປະເດັນ​ບໍ່​ໄດ້​ຢູ່​ທີ່​ວ່າ​ພະ​ເຢໂຫວາ​ໃຫ້​ເວລາ​ພຽງ​ພໍ​ທີ່​ຜູ້​ຄົນ​ຈະ​ເຮັດ​ຕາມ​ຄຳ​ເຕືອນ​ຫຼື​ບໍ່ ເພາະ​ຫຼັກ​ຖານ​ສະແດງ​ໃຫ້​ເຫັນ​ພໍ​ແຮງ​ແລ້ວ​ວ່າ​ພະ​ເຢໂຫວາ​ໃຫ້​ເວລາ​ພຽງ​ພໍ​ມາ​ຕະຫຼອດ. ແຕ່​ປະເດັນ​ທີ່​ສຳຄັນ​ກໍ​ຄື: ຜູ້​ຄົນ​ຈະ​ເຮັດ​ຕາມ​ຄຳ​ເຕືອນ​ຕອນ​ທີ່​ຍັງ​ມີ​ເວລາ​ຢູ່​ບໍ? ຂໍ​ໃຫ້​ເຮົາ​ທຸກ​ຄົນ​ທີ່​ເປັນ​ຄົນ​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ພະຍາຍາມ​ຕໍ່ໆໄປ​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຊ່ວຍ​ໄດ້​ໃຫ້​ລອດ​ຜ່ານ​ຈຸດ​ຈົບ​ຂອງ​ລະບົບ​ຊົ່ວ​ນີ້.