ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 43

ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ

ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ

“ພະ​ເຢໂຫວາ​ແມ່ນ​ພະເຈົ້າ​ທີ່​ຕ້ອງການ​ໃຫ້​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ.”—ນາຫູມ 1:2, ລ.ມ.

ເພງ 51 ເຮົາ​ອຸທິດ​ຕົວ​ໃຫ້​ພະເຈົ້າ!

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ?

ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ເພາະ​ພະອົງ​ເປັນ​ຜູ້​ສ້າງ​ເຮົາ​ແລະ​ໃຫ້​ຊີວິດ​ກັບ​ເຮົາ. (ຄຳປ. 4:11) ເລື່ອງ​ນີ້​ອາດ​ບໍ່​ງ່າຍ ເຖິງ​ວ່າ​ເຮົາ​ຈະ​ຮັກ​ແລະ​ນັບຖື​ພະ​ເຢໂຫວາ ແຕ່​ສິ່ງ​ອື່ນ​ກໍ​ອາດ​ກາຍ​ມາ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຈົນ​ເຮົາ​ບໍ່​ໄດ້​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ. ເຮົາ​ຕ້ອງ​ຮູ້​ວ່າ​ເລື່ອງ​ນີ້​ອາດ​ເກີດ​ຂຶ້ນ​ກັບ​ເຮົາ​ໄດ້​ແນວ​ໃດ. ທຳອິດ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ການ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ໝາຍ​ເຖິງ​ຫຍັງ.

2. ຕາມ​ອົບພະຍົບ 34:14 ຖ້າ​ເຮົາ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ເຮົາ​ຈະ​ເຮັດ​ຫຍັງ?

2 ໃນ​ຄຳພີ​ໄບເບິນ ການ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ກັບ​ການ​ຮັກ​ພະອົງ​ຢ່າງ​ເລິກ​ເຊິ່ງ. ແຕ່​ການ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ ໝາຍ​ເຖິງ​ເຮົາ​ຈະ​ບໍ່​ແບ່ງ​ຫົວໃຈ​ຂອງ​ເຮົາ​ໃຫ້​ໃຜ​ຫຼື​ສິ່ງ​ໃດ​ກໍ​ຕາມ​ນອກ​ຈາກ​ພະອົງ.—ອ່ານ​ອົບພະຍົບ 34:14

3. ເປັນ​ຫຍັງ​ເຮົາ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ຮັກ​ພະ​ເຢໂຫວາ?

3 ເຮົາ​ມີ​ເຫດຜົນ​ທີ່​ຈະ​ຮັກ​ແລະ​ນະມັດສະການ​ພະ​ເຢໂຫວາ. ຍ້ອນ​ຫຍັງ? ຍ້ອນ​ເຮົາ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະອົງ ແລະ​ປະທັບ​ໃຈ​ຄຸນ​ລັກສະນະ​ທີ່​ດີ​ງາມ​ຂອງ​ພະອົງ. ເຮົາ​ຮູ້​ວ່າ​ພະອົງ​ມັກ​ຫຍັງ​ແລະ​ບໍ່​ມັກ​ຫຍັງ ແລະ​ເຮົາ​ກໍ​ຮູ້ສຶກ​ຄື​ກັບ​ພະອົງ. ເຮົາ​ຮູ້​ວ່າ​ພະອົງ​ມີ​ຈຸດ​ປະສົງ​ແນວ​ໃດ​ກ່ຽວ​ກັບ​ມະນຸດ​ແລະ​ເຮົາ​ກໍ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະອົງ. ເຮົາ​ຮູ້ສຶກ​ມີ​ກຽດ​ຫຼາຍ​ແທ້ໆທີ່​ພະອົງ​ໃຫ້​ໂອກາດ​ເຮົາ​ເປັນ​ໝູ່​ກັບ​ພະອົງ. (ເພງ. 25:14) ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ພະ​ຜູ້​ສ້າງ​ໄດ້​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ.—ຢໂກ. 4:8

4. (ກ) ຊາຕານ​ໃຊ້​ຫຍັງ​ເພື່ອ​ເຮັດ​ໃຫ້​ເຮົາ​ຮັກ​ພະ​ເຢໂຫວາ​ໜ້ອຍ​ລົງ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ຊາຕານ​ຄວບຄຸມ​ໂລກ​ນີ້ ດັ່ງ​ນັ້ນ​ມັນ​ຈຶ່ງ​ໃຊ້​ສິ່ງ​ຕ່າງໆທີ່​ຄົນ​ເຮົາ​ສົນ​ໃຈ​ແລະ​ຢາກ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ສຳຄັນ​ໃນ​ຊີວິດ. (ເອເຟ. 2:1-3; 1 ໂຢ. 5:19) ເປົ້າ​ໝາຍ​ຂອງ​ມັນ​ຄື ມັນ​ຢາກ​ໃຫ້​ເຮົາ​ຮັກ​ສິ່ງ​ອື່ນ​ນຳ​ເພື່ອ​ທີ່​ເຮົາ​ຈະ​ບໍ່​ຮັກ​ແລະ​ບໍ່​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ສອງ​ວິທີ​ທີ່​ຊາຕານ​ໃຊ້. ວິທີ​ທຳອິດ​ຄື ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ຮັກ​ເງິນ ແລະ​ວິທີ​ທີ່​ສອງ​ຄື ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເລືອກ​ການ​ພັກຜ່ອນ​ຢ່ອນ​ໃຈ​ທີ່​ບໍ່​ດີ.

ລະວັງ​ການ​ຮັກ​ເງິນ

5. ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ກາຍ​ເປັນ​ຄົນ​ຮັກ​ເງິນ?

5 ເປັນ​ເລື່ອງ​ທຳມະຊາດ​ທີ່​ເຮົາ​ທຸກ​ຄົນ​ຢາກ​ມີ​ອາຫານ​ພໍ​ຢູ່​ພໍ​ກິນ ມີ​ເຄື່ອງ​ນຸ່ງ​ຫົ່ມ ແລະ​ມີ​ບ່ອນ​ຢູ່​ທີ່​ສະບາຍ ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ກາຍ​ເປັນ​ຄົນ​ຮັກ​ເງິນ. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ເປັນ​ຄົນ “ມັກ​ເງິນ​ຄຳ” ແລະ​ພວກ​ເຂົາ​ກໍ​ຮັກ​ສິ່ງ​ຕ່າງໆທີ່​ເງິນ​ຊື້​ໄດ້. (2 ຕີໂມ. 3:2) ພະ​ເຍຊູ​ຮູ້​ວ່າ​ລູກ​ສິດ​ຂອງ​ເພິ່ນ​ອາດ​ຖືກ​ລໍ້​ໃຈ​ໃຫ້​ເປັນ​ຄົນ​ຮັກ​ເງິນ. ເພິ່ນ​ຈຶ່ງ​ເຕືອນ​ວ່າ: “ບໍ່​ມີ​ຜູ້​ໃດ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ເຈົ້ານາຍ 2 ທ່ານ​ໄດ້ ເຫດ​ວ່າ​ເພິ່ນ​ຈະ​ຊັງ​ນາຍ​ຜູ້​ນີ້​ແລະ​ຮັກ​ນາຍ​ຜູ້​ນັ້ນ ຫຼື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປະໝາດ​ນາຍ​ຜູ້​ນັ້ນ. ທ່ານ​ທັງ​ຫຼາຍ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ​ແລະ​ຂ້າ​ໃຊ້​ຂອງ​ເຂົ້າ​ຂອງ​ເງິນ​ຄຳ​ກໍ​ບໍ່​ໄດ້.” (ມັດ. 6:24) ດັ່ງ​ນັ້ນ ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ແລ້ວ​ພະຍາຍາມ​ທຸ່ມ​ເທ​ເວລາ​ແລະ​ກຳລັງ​ຂອງ​ຕົນ​ເພື່ອ​ຈະ​ເປັນ​ຄົນ​ຮັ່ງມີ​ໃນ​ໂລກ​ນີ້ ລາວ​ກໍ​ກຳລັງ​ພະຍາຍາມ​ຮັບໃຊ້​ນາຍ 2 ຄົນ. ລາວ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ.

ຄລິດສະຕຽນ​ເມືອງ​ລະໂອດີເຊ​ບາງ​ຄົນ​ຄິດ​ວ່າ​ຕົວ​ເອງ​ເປັນ​ແບບ​ນີ້ . . . ແຕ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເບິ່ງ​ພວກ​ເຂົາ​ແບບ​ໃດ? (ເບິ່ງ​ຂໍ້ 6)

6. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ໃຫ້​ປະຊາຄົມ​ເມືອງ​ລະໂອດີເຊ?

6 ຕອນ​ທ້າຍ​ສະຕະວັດ​ທຳອິດ ຄລິດສະຕຽນ​ປະຊາຄົມ​ເມືອງ​ລະໂອດີເຊ​ອວດ​ວ່າ: “ເຮົາ​ເປັນ​ຄົນ​ມັ່ງ​ມີ ເຮົາ​ໄດ້​ກະທຳ​ໃຫ້​ຕົວ​ມັ່ງ​ມີ​ມາກ​ຂຶ້ນ ແລະ​ບໍ່​ຕ້ອງການ​ສິ່ງ​ໜຶ່ງ​ສິ່ງ​ໃດ.” ແຕ່​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ ພວກ​ເຂົາ​ເປັນ ‘ຄົນ​ທຸກ​ຍາກ ຄົນ​ທຸກ​ເວທະນາ ຈົນ ຕາ​ບອດ ແລະ​ເປືອຍ​ກາຍ​ຢູ່.’ ພະ​ເຍຊູ​ເວົ້າ​ໃຫ້​ພວກ​ເຂົາ​ແບບ​ນັ້ນ ບໍ່​ແມ່ນ​ຍ້ອນ​ພວກ​ເຂົາ​ລວຍ ແຕ່​ຍ້ອນ​ພວກ​ເຂົາ​ຮັກ​ເງິນ​ຫຼາຍ​ຈົນ​ທຳລາຍ​ສາຍ​ສຳພັນ​ຂອງ​ຕົວ​ເອງ​ກັບ​ພະ​ເຢໂຫວາ. (ຄຳປ. 3:14-17) ຖ້າ​ເຮົາ​ສັງເກດ​ເຫັນ​ວ່າ​ເຮົາ​ເລີ່ມ​ຮັກ​ເງິນ ໃຫ້​ເຮົາ​ຮີບ​ກຳຈັດ​ມັນ​ທັນທີ. (1 ຕີໂມ. 6:7, 8) ຖ້າ​ເຮົາ​ບໍ່​ເຮັດ​ແບບ​ນັ້ນ ເຮົາ​ກໍ​ອາດ​ຈະ​ເລີ່ມ​ຮັກ​ສິ່ງ​ອື່ນ​ຫຼາຍ​ເກີນ​ໄປ ເຊິ່ງ​ນີ້​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ​ເພາະ​ພະອົງ “ຕ້ອງການ​ໃຫ້​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ.” (ບັນຍັດ. 4:24, ລ.ມ.) ແລ້ວ​ເງິນ​ຈະ​ກາຍ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ​ຫຼາຍ​ເກີນ​ໄປ​ໄດ້​ແນວ​ໃດ?

7-9. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ປະສົບການ​ຂອງ​ຜູ້​ດູ​ແລ​ທີ່​ຊື່​ເດວິດ?

7 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ເດວິດ​ເຊິ່ງ​ເປັນ​ຜູ້​ດູ​ແລ​ທີ່​ດຸ​ໝັ່ນ​ຫ້າວຫັນ​ຄົນ​ໜຶ່ງ​ໃນ​ສະຫະລັດ​ອາເມຣິກາ. ລາວ​ເລົ່າ​ວ່າ ລາວ​ເຄີຍ​ເປັນ​ລູກ​ຈ້າງ​ທີ່​ດຸ​ໝັ່ນ​ແລະ​ເຮັດ​ວຽກ​ເກັ່ງ. ລາວ​ຖືກ​ເລື່ອນ​ຕຳແໜ່ງ ໄດ້​ເງິນ​ເດືອນ​ຫຼາຍ​ຂຶ້ນ ແລະ​ຍັງ​ເປັນ​ຄົນ​ໜຶ່ງ​ທີ່​ເກັ່ງ​ທີ່​ສຸດ​ຂອງ​ປະເທດ​ໃນ​ຂະແໜງ​ການ​ທີ່​ລາວ​ເຮັດ​ວຽກ. ລາວ​ບອກ​ວ່າ: “ຕອນ​ນັ້ນ​ຂ້ອຍ​ຄິດ​ວ່າ​ຄວາມ​ສຳເລັດ​ທຸກ​ຢ່າງ​ນີ້​ແມ່ນ​ຍ້ອນ​ພະ​ເຢໂຫວາ​ອວຍ​ພອນ​ຂ້ອຍ.” ແຕ່​ເປັນ​ແບບ​ນັ້ນ​ແທ້ໆບໍ?

8 ເດວິດ​ເລີ່ມ​ເຫັນ​ວ່າ​ວຽກ​ທີ່​ລາວ​ເຮັດ​ສົ່ງ​ຜົນ​ເສຍ​ຕໍ່​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ຕອນ​ທີ່​ກຳລັງ​ປະຊຸມ ຫຼື​ແມ່ນ​ແຕ່​ຕອນ​ທີ່​ກຳລັງ​ປະກາດ ຂ້ອຍ​ກໍ​ຍັງ​ຄິດ​ແຕ່​ເລື່ອງ​ວຽກ​ຂອງ​ຂ້ອຍ.” ລາວ​ຍັງ​ບອກ​ອີກ​ວ່າ: “ກໍ​ແມ່ນ​ຢູ່​ວ່າ​ຂ້ອຍ​ໄດ້​ເງິນ​ເດືອນ​ຫຼາຍ ແຕ່​ຂ້ອຍ​ຮູ້ສຶກ​ເຄັ່ງ​ຕຶງ​ຫຼາຍ​ຂຶ້ນ​ເລື້ອຍໆ ແລະ​ຂ້ອຍ​ກັບ​ເມຍ​ກໍ​ຍັງ​ມາ​ຜິດ​ກັນ​ອີກ.”

9 ເດວິດ​ຮູ້​ວ່າ​ລາວ​ຕ້ອງ​ກວດ​ສອບ​ເບິ່ງ​ວ່າ​ສິ່ງ​ໃດ​ສຳຄັນ​ທີ່​ສຸດ​ສຳລັບ​ລາວ. ລາວ​ບອກ​ວ່າ: “ຂ້ອຍ​ຕັດສິນ​ໃຈ​ວ່າ​ຕ້ອງ​ປ່ຽນ​ແປງ​ການ​ໃຊ້​ຊີວິດ.” ລາວ​ຕ້ອງການ​ປ່ຽນ​ຕາ​ຕະລາງ​ເຮັດ​ວຽກ​ຂອງ​ລາວ ລາວ​ຈຶ່ງ​ໄປ​ບອກ​ຫົວ​ໜ້າ ແຕ່​ຜົນ​ເປັນ​ແນວ​ໃດ? ລາວ​ຕົກ​ວຽກ! ລາວ​ໄດ້​ເຮັດ​ແນວ​ໃດ? ລາວ​ບອກ​ວ່າ: “ມື້​ຕໍ່​ມາ ຂ້ອຍ​ໄດ້​ສະໝັກ​ເປັນ​ໄພໂອເນຍ​ສົມທົບ​ແບບ​ຕໍ່​ເນື່ອງ.” ເພື່ອ​ຈະ​ຫາ​ລ້ຽງ​ຊີບ ເດວິດ​ແລະ​ເມຍ​ໄດ້​ເລີ່ມ​ເຮັດ​ວຽກ​ອະນາໄມ. ບໍ່​ດົນ ລາວ​ກໍ​ສະໝັກ​ເປັນ​ໄພໂອເນຍ​ປະຈຳ. ຕໍ່​ມາ​ເມຍ​ຂອງ​ລາວ​ກໍ​ສະໝັກ​ເປັນ​ໄພໂອເນຍ​ຄື​ກັນ. ເຖິງ​ວ່າ​ວຽກ​ທີ່​ພວກ​ເຂົາ​ເຮັດ​ຈະ​ເປັນ​ວຽກ​ທີ່​ຫຼາຍ​ຄົນ​ເບິ່ງ​ວ່າ​ຕ່ຳ​ຕ້ອຍ ແຕ່​ມັນ​ກໍ​ບໍ່​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ພວກ​ເຂົາ. ເຖິງ​ວ່າ​ລາຍ​ໄດ້​ຂອງ​ພວກ​ເຂົາ​ຈະ​ຫຼຸດ​ລົງ​ເຫຼືອ​ພຽງ​ແຕ່ 1 ສ່ວນ 10 ຂອງ​ເງິນ​ເດືອນ​ທີ່​ເຄີຍ​ໄດ້ ແຕ່​ພວກ​ເຂົາ​ກໍ​ມີ​ສິ່ງ​ຈຳເປັນ​ແລະ​ມີ​ເງິນ​ພໍ​ໃຊ້​ຈ່າຍ. ພວກ​ເຂົາ​ຕ້ອງການ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ໃນ​ທີ່​ສຸດ ພວກ​ເຂົາ​ກໍ​ໄດ້​ປະສົບ​ດ້ວຍ​ຕົວ​ເອງ​ວ່າ​ພະ​ເຢໂຫວາ​ເບິ່ງ​ແຍງ​ຄົນ​ທີ່​ເຮັດ​ແບບ​ນັ້ນ​ແທ້ໆ.—ມັດ. 6:31-33

10. ເຮົາ​ຈະ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ?

10 ບໍ່​ວ່າ​ເຮົາ​ຈະ​ມີ​ເງິນ​ໜ້ອຍ​ຫຼື​ຫຼາຍ ເຮົາ​ຕ້ອງ​ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ. ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ກາຍ​ເປັນ​ຄົນ​ຮັກ​ເງິນ ແລະ​ບໍ່​ໃຫ້​ວຽກ​ອາຊີບ​ສຳຄັນ​ກວ່າ​ການ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຈົ້າ​ເປັນ​ແບບ​ນັ້ນ​ຫຼື​ບໍ່? ເຈົ້າ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຕອນ​ທີ່​ປະຊຸມ​ແລະ​ປະກາດ ຂ້ອຍ​ມັກ​ຄິດ​ເຖິງ​ແຕ່​ເລື່ອງ​ວຽກ​ຫຼາຍ​ບໍ່? ຂ້ອຍ​ກັງວົນ​ຕະຫຼອດ​ບໍ​ວ່າ​ຢ້ານ​ບໍ່​ມີ​ເງິນ​ພໍ​ໃຊ້? ເລື່ອງ​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ​ເຮັດ​ໃຫ້​ຂ້ອຍ​ກັບ​ຄູ່​ມັກ​ຜິດ​ກັນ​ບໍ? ຂ້ອຍ​ເຕັມ​ໃຈ​ເຮັດ​ວຽກ​ທີ່​ຄົນ​ອື່ນ​ເບິ່ງ​ວ່າ​ຕ່ຳ​ຕ້ອຍ​ເພື່ອ​ຈະ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ?’ (1 ຕີໂມ. 6:9-12) ເມື່ອ​ພິຈາລະນາ​ຄຳຖາມ​ເຫຼົ່າ​ນີ້ ຂໍ​ໃຫ້​ເຈົ້າ​ຈື່​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ ແລະ​ພະອົງ​ສັນຍາ​ກັບ​ຄົນ​ທີ່​ຮັກ​ແລະ​ອຸທິດ​ຕົວ​ໃຫ້​ພະອົງ​ວ່າ: “ເຮົາ​ຈະ​ບໍ່​ປະ​ເຈົ້າ​ເສຍ​ສັກ​ເທື່ອ ແລະ​ເຮົາ​ຈະ​ບໍ່​ຖິ້ມ​ເຈົ້າ​ເສຍ​ສັກ​ເທື່ອ.” ເຊິ່ງ​ນີ້​ເປັນ​ເຫດຜົນ​ທີ່​ໂປໂລ​ຂຽນ​ວ່າ: “ທ່ານ​ທັງ​ຫຼາຍ​ຈົ່ງ​ກະທຳ​ປາສະຈາກ​ຄວາມ​ໂລບ [“ຢ່າ​ໃຊ້​ຊີວິດ​ແບບ​ຄົນ​ຮັກ​ເງິນ,” ລ.ມ.].”—ເຫບ. 13:5, 6

ເລືອກ​ຄວາມ​ບັນເທີງ​ຢ່າງ​ສະຫຼາດ

11. ສິ່ງ​ທີ່​ເລືອກ​ເພື່ອ​ພັກຜ່ອນ​ຢ່ອນ​ໃຈ​ອາດ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ?

11 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ ແລະ​ການ​ພັກຜ່ອນ​ຢ່ອນ​ໃຈ​ກໍ​ເປັນ​ສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ທີ່​ຈິງ ຄຳພີ​ໄບເບິນ​ບອກ​ວ່າ: “ບໍ່​ມີ​ສິ່ງ​ໜຶ່ງ​ສິ່ງ​ໃດ​ອັນ​ດີ​ສຳລັບ​ມະນຸດ​ເທົ່າ​ເວັ້ນ​ໄວ້​ແຕ່​ກິນ​ແຕ່​ດື່ມ​ແລະ​ແຕ່​ໃຫ້​ຈິດ​ໃຈ​ແຫ່ງ​ຕົນ​ຊົມຊື່ນ​ຍິນດີ​ໃນ​ຄວາມ​ສຳບາຍ​ໃນ​ການ​ງານ​ແຫ່ງ​ຕົນ.” (ຜູ້ປ. 2:24) ແຕ່​ສ່ວນ​ຫຼາຍ​ສິ່ງ​ທີ່​ຄົນ​ໃນ​ໂລກ​ເຮັດ​ເພື່ອ​ພັກຜ່ອນ​ຢ່ອນ​ໃຈ​ມັກ​ສົ່ງ​ຜົນ​ບໍ່​ດີ​ຕໍ່​ເຮົາ. ສິ່ງ​ເຫຼົ່າ​ນັ້ນ​ມັກ​ເຮັດ​ໃຫ້​ມາດຕະຖານ​ດ້ານ​ສິນລະທຳ​ຫຼຸດ​ລົງ ແລະ​ເຮັດ​ໃຫ້​ຜູ້​ຄົນ​ຍອມ​ຮັບ​ຫຼື​ເຖິງ​ຂັ້ນ​ມັກ​ສິ່ງ​ທີ່​ຄຳພີ​ໄບເບິນ​ຕຳໜິ.

ໃຜ​ແຕ່ງ​ຄວາມ​ບັນເທີງ​ຫຼື​ການ​ພັກຜ່ອນ​ຢ່ອນ​ໃຈ​ໃຫ້​ເຈົ້າ? (ເບິ່ງ​ຂໍ້ 11-14) *

12. ຕາມ 1 ໂກລິນໂທ 10:21, 22 ເປັນ​ຫຍັງ​ເຮົາ​ຄວນ​ລະວັງ​ໃນ​ການ​ເລືອກ​ຄວາມ​ບັນເທີງ?

12 ຖ້າ​ເຮົາ​ຢາກ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ ເຮົາ​ຈະ​ກິນ​ຈາກ ‘ຈອກ​ຂອງ​ພະ​ເຢໂຫວາ’ ແລະ​ຈາກ “ຈອກ​ຂອງ​ຜີ​ທັງ​ຫຼາຍ” ນຳ​ກັນ​ບໍ່​ໄດ້. (ອ່ານ 1 ໂກລິນໂທ 10:21, 22) ເນື່ອງ​ຈາກ​ການ​ກິນ​ເຂົ້າ​ກັບ​ຄົນໆໜຶ່ງ​ເປັນ​ສັນຍາ​ລັກ​ເຖິງ​ມິດຕະພາບ. ສະນັ້ນ ຖ້າ​ເຮົາ​ເລືອກ​ຄວາມ​ບັນເທີງ​ທີ່​ສົ່ງເສີມ​ຄວາມ​ຮຸນແຮງ ເລື່ອງ​ຜີ​ປີສາດ ການ​ເຮັດ​ຜິດ​ສິນລະທຳ ຫຼື​ຄວາມ​ຕ້ອງການ​ແລະ​ຄວາມ​ຄິດ​ທີ່​ບໍ່​ດີ​ອື່ນໆ ກໍ​ເປັນ​ຄື​ກັບ​ການ​ທີ່​ເຮົາ​ກຳລັງ​ກິນ​ເຂົ້າ​ນຳ​ສັດຕູ​ຂອງ​ພະເຈົ້າ​ແລະ​ກິນ​ອາຫານ​ທີ່​ພວກ​ມັນ​ເຮັດ. ການ​ເຮັດ​ແບບ​ນັ້ນ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ເຮົາ​ແລະ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ນຳ.

13-14. ຕາມ​ຢາໂກໂບ 1:14, 15 ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ຄວາມ​ບັນເທີງ​ທີ່​ເຮົາ​ເລືອກ? ຂໍ​ຍົກ​ຕົວຢ່າງ.

13 ຄວາມ​ບັນເທີງ​ເປັນ​ຄື​ກັບ​ອາຫານ​ແນວ​ໃດ? ຕອນ​ທີ່​ເຮົາ​ກິນ ເຮົາ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ເອົາ​ອາຫານ​ແບບ​ໃດ​ເຂົ້າ​ປາກ​ເຮົາ. ແຕ່​ເມື່ອ​ກືນ​ລົງ​ໄປ​ແລ້ວ ເຮົາ​ກໍ​ເລືອກ​ບໍ່​ໄດ້​ວ່າ​ອາຫານ​ນັ້ນ​ຈະ​ສົ່ງ​ຜົນ​ຕໍ່​ຮ່າງກາຍ​ເຮົາ​ແນວ​ໃດ. ອາຫານ​ທີ່​ດີ​ກໍ​ເຮັດ​ໃຫ້​ສຸຂະພາບ​ດີ​ຂຶ້ນ ແຕ່​ອາຫານ​ທີ່​ບໍ່​ດີ​ກໍ​ເຮັດ​ໃຫ້​ເສຍ​ສຸຂະພາບ ເຖິງ​ວ່າ​ເຮົາ​ອາດ​ຈະ​ບໍ່​ໄດ້​ເຫັນ​ຜົນ​ນັ້ນ​ທັນທີ ແຕ່​ມັນ​ຈະ​ມີ​ຜົນ​ຕໍ່​ເຮົາ​ແນ່ນອນ.

14 ຄ້າຍ​ກັນ ຕອນ​ທີ່​ເຮົາ​ເລືອກ​ຄວາມ​ບັນເທີງ ເຮົາ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ເອົາ​ຫຍັງ​ເຂົ້າ​ໄປ​ໃນ​ຄວາມ​ຄິດ​ຂອງ​ເຮົາ. ແຕ່​ຫຼັງ​ຈາກ​ເຮົາ​ເລືອກ​ແລ້ວ ເຮົາ​ກໍ​ຄວບຄຸມ​ບໍ່​ໄດ້​ວ່າ​ມັນ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ຄິດ​ແລະ​ຈິດ​ໃຈ​ຂອງ​ເຮົາ​ແນວ​ໃດ. ຄວາມ​ບັນເທີງ​ທີ່​ດີ​ຈະ​ມີ​ຜົນ​ດີ​ຕໍ່​ເຮົາ ແຕ່​ຄວາມ​ບັນເທີງ​ທີ່​ບໍ່​ດີ​ຈະ​ມີ​ຜົນ​ເສຍ​ຕໍ່​ເຮົາ. (ອ່ານ​ຢາໂກໂບ 1:14, 15) ເຮົາ​ອາດ​ຈະ​ບໍ່​ໄດ້​ເຫັນ​ຜົນ​ເສຍ​ຈາກ​ຄວາມ​ບັນເທີງ​ທີ່​ບໍ່​ດີ​ທັນທີ ແຕ່​ເຮົາ​ຈະ​ເຫັນ​ຜົນ​ທີ່​ຕາມ​ມາ​ແນ່ນອນ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ: “ຢ່າ​ຖືກ​ລໍ້​ລວງ ຄົນ​ຈະ​ຫົວຂວັນ​ໃສ່ [ຫຼື “ຫຼອກ,” ລ.ມ.] ພະເຈົ້າ​ກໍ​ບໍ່​ໄດ້. ເຫດ​ວ່າ​ຄົນ​ຜູ້​ໜຶ່ງ​ໄດ້​ຫວ່ານ​ກ້າ​ເມັດ​ຢ່າງ​ໃດ ເພິ່ນ​ຈະ​ກ່ຽວ​ເກັບ​ໝາກ​ຢ່າງ​ນັ້ນ​ດ້ວຍ ເພາະ​ວ່າ​ຜູ້​ທີ່​ຫວ່ານ​ສຳລັບ​ເນື້ອ​ໜັງ​ຂອງ​ຕົນ​ເອງ​ຈະ​ກ່ຽວ​ເກັບ​ສິ່ງ​ທີ່​ເປື່ອຍ​ເນົ່າ.” (ຄລາ. 6:7, 8) ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ບໍ່​ເລືອກ​ຄວາມ​ບັນເທີງ​ທຸກ​ຮູບ​ແບບ​ທີ່​ສົ່ງເສີມ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ!—ເພງ. 97:10

15. ພະ​ເຢໂຫວາ​ໃຫ້​ຂອງ​ຂວັນ​ຫຍັງ​ກັບ​ເຮົາ​ທີ່​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ສຸກ?

15 ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ມີ​ຄວາມ​ສຸກ​ທີ່​ໄດ້​ເບິ່ງ​ລາຍການ​ໂທລະທັດ JW ເຊິ່ງ​ເປັນ​ສະຖານີ​ໂທລະທັດ​ທາງ​ອິນເຕີເນັດ​ຂອງ​ເຮົາ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່ ແມຣີລິນ​ບອກ​ວ່າ: “ລາຍການ​ໂທລະທັດ JW ຊ່ວຍ​ຂ້ອຍ​ໃຫ້​ຄິດ​ໃນ​ແງ່​ບວກ​ຫຼາຍ​ຂຶ້ນ ແລະ​ຂ້ອຍ​ສາມາດ​ເບິ່ງ​ລາຍການ​ນີ້​ໄດ້​ໝົດ​ທຸກ​ເລື່ອງ​ໂດຍ​ບໍ່​ຕ້ອງ​ເລືອກ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ບໍ່​ດີ. ຕອນ​ທີ່​ຂ້ອຍ​ຮູ້ສຶກ​ທໍ້​ໃຈ ຂ້ອຍ​ຈະ​ເບິ່ງ​ຄຳ​ບັນລະຍາຍ​ຫຼື​ລາຍການ​ທີ່​ມາ​ຈາກ​ການ​ນະມັດສະການ​ຕອນ​ເຊົ້າ​ເຊິ່ງ​ຊ່ວຍ​ຂ້ອຍ​ໃຫ້​ມີ​ກຳລັງ​ໃຈ​ຫຼາຍ. ນັ້ນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ​ຫຼາຍ​ຂຶ້ນ. ລາຍການ​ໂທລະທັດ JW ປ່ຽນ​ຊີວິດ​ຂ້ອຍ​ເລີຍ.” ເຈົ້າ​ກຳລັງ​ຮັບ​ປະໂຫຍດ​ຈາກ​ຂອງ​ຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ບໍ? ນອກ​ຈາກ​ລາຍການ​ປະຈຳ​ເດືອນ ໃນ​ລາຍການ​ໂທລະທັດ JW ຍັງ​ມີ​ລາຍການ​ທີ່​ເປັນ​ສຽງ ວິດີໂອ ແລະ​ເພງ​ຕ່າງໆເຊິ່ງ​ເຈົ້າ​ສາມາດ​ເບິ່ງ​ຫຼື​ຟັງ​ຕອນ​ໃດ​ກໍ​ໄດ້.

16-17. ເປັນ​ຫຍັງ​ເຮົາ​ຕ້ອງ​ຄວບຄຸມ​ເວລາ​ທີ່​ໃຊ້​ໃນ​ການ​ພັກຜ່ອນ​ຢ່ອນ​ໃຈ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

16 ເຮົາ​ຕ້ອງ​ລະວັງ​ບໍ່​ພຽງ​ແຕ່​ເລືອກ​ວ່າ​ຈະ​ເຮັດ​ສິ່ງ​ທີ່​ພັກຜ່ອນ​ຢ່ອນ​ໃຈ​ແບບ​ໃດ ແຕ່​ເຮົາ​ຕ້ອງ​ລະວັງ​ນຳ​ວ່າ​ຈະ​ໃຊ້​ເວລາ​ກັບ​ມັນ​ຫຼາຍ​ສ່ຳ​ໃດ. ຖ້າ​ບໍ່​ເຮັດ​ແບບ​ນັ້ນ ເຮົາ​ອາດ​ຈະ​ໃຊ້​ເວລາ​ກັບ​ການ​ພັກຜ່ອນ​ຢ່ອນ​ໃຈ​ຫຼາຍ​ກວ່າ​ການ​ຮັບໃຊ້​ພະ​ເຢໂຫວາ. ຫຼາຍ​ຄົນ​ຮູ້ສຶກ​ວ່າ​ການ​ຄວບຄຸມ​ເວລາ​ທີ່​ໃຊ້​ກັບ​ການ​ພັກຜ່ອນ​ຢ່ອນ​ໃຈ​ເປັນ​ເລື່ອງ​ຍາກ​ຫຼາຍ. ພີ່​ນ້ອງ​ຍິງ​ທີ່​ຊື່ ອາບີເກວ​ອາຍຸ 18 ປີ​ບອກ​ວ່າ: “ຫຼັງ​ຈາກ​ທີ່​ເມື່ອຍ​ມາ​ໝົດ​ມື້ ການ​ເບິ່ງ​ໂທລະທັດ​ຊ່ວຍ​ໃຫ້​ຂ້ອຍ​ຮູ້ສຶກ​ຜ່ອນຄາຍ. ແຕ່​ຖ້າ​ບໍ່​ລະວັງ ຂ້ອຍ​ອາດ​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ​ໄປ​ກັບ​ການ​ເບິ່ງ​ໂທລະທັດ.” ພີ່​ນ້ອງ​ຊາຍ​ຊື່ ຊາມູເອນ​ບອກ​ວ່າ: “ບາງ​ເທື່ອ ຂ້ອຍ​ເບິ່ງ​ວິດີໂອ​ສັ້ນ​ຫຼາຍໆເລື່ອງ​ຕໍ່​ກັນ​ທາງ​ອິນເຕີເນັດ. ທຳອິດ​ຂ້ອຍ​ກໍ​ເບິ່ງ​ເລື່ອງ​ດຽວ ແຕ່​ເວລາ​ກໍ​ຜ່ານ​ໄປ​ເປັນ 3-4 ຊົ່ວ​ໂມງ​ແບບ​ຂ້ອຍ​ບໍ່​ຮູ້​ໂຕ​ເລີຍ.”

17 ເຈົ້າ​ຈະ​ຄວບຄຸມ​ເວລາ​ທີ່​ໃຊ້​ໃນ​ການ​ພັກຜ່ອນ​ຢ່ອນ​ໃຈ​ໄດ້​ແນວ​ໃດ? ທຳອິດ ໃຫ້​ກວດ​ເບິ່ງ​ວ່າ​ເຈົ້າ​ໃຊ້​ເວລາ​ກັບ​ສິ່ງ​ນັ້ນ​ຫຼາຍ​ສ່ຳ​ໃດ. ເປັນ​ຫຍັງ​ບໍ່​ລອງ​ຈົດ​ຈັກ​ອາທິດ​ໜຶ່ງ​ເບິ່ງ​ດຸ? ລອງ​ຈົດ​ໄວ້​ໃນ​ປະຕິທິນ​ວ່າ​ເຈົ້າ​ໃຊ້​ເວລາ​ໃນ​ການ​ເບິ່ງ​ໂທລະທັດ ຫຼິ້ນ​ອິນເຕີເນັດ ແລະ​ຫຼິ້ນ​ເກມ​ໃນ​ໂທລະສັບ​ຫຼາຍ​ສ່ຳ​ໃດ. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ໄດ້​ໃຊ້​ເວລາ​ຫຼາຍ​ເກີນ​ໄປ ກໍ​ລອງ​ຈັດ​ຕາ​ຕະລາງ​ໃໝ່. ໃຫ້​ວາງ​ແຜນທີ່​ຈະ​ເຮັດ​ສິ່ງ​ທີ່​ສຳຄັນ​ກ່ອນ ແລ້ວ​ຈຶ່ງ​ໄປ​ໃຊ້​ເວລາ​ກັບ​ການ​ພັກຜ່ອນ​ຢ່ອນ​ໃຈ. ທີ​ສອງ ໃຫ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ທີ່​ຈະ​ເຮັດ​ຕາມ​ຕາ​ຕະລາງ​ທີ່​ຈັດ​ໄວ້. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ມີ​ເວລາ​ແລະ​ກຳລັງ​ທີ່​ຈະ​ສຶກສາ​ສ່ວນ​ຕົວ ນະມັດສະການ​ປະຈຳ​ຄອບຄົວ ໄປ​ປະຊຸມ​ປະຈຳ​ປະຊາຄົມ ໄປ​ປະກາດ​ແລະ​ສອນ​ຄວາມ​ຈິງ​ໃຫ້​ຄົນ​ອື່ນ. ແລ້ວ​ເຈົ້າ​ຄົງ​ຈະ​ບໍ່​ຮູ້ສຶກ​ຜິດ​ຕອນ​ທີ່​ພັກຜ່ອນ​ຢ່ອນ​ໃຈ.

ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ຕໍ່ໆໄປ

18-19. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ?

18 ຫຼັງ​ຈາກ​ທີ່​ອັກຄະສາວົກ​ເປໂຕ​ຂຽນ​ກ່ຽວ​ກັບ​ຈຸດ​ຈົບ​ຂອງ​ໂລກ​ຊາຕານ​ແລະ​ໂລກ​ໃໝ່​ທີ່​ກຳລັງ​ຈະ​ມາ​ຮອດ ລາວ​ບອກ​ວ່າ: “ພວກ​ພີ່​ນ້ອງ​ທີ່​ຮັກ​ເອີຍ ພວມ​ທ່ານ​ທັງ​ຫຼາຍ​ຄອຍ​ຖ້າ​ສິ່ງ​ທັງ​ຫຼາຍ​ນັ້ນ ຈົ່ງ​ເອົາໃຈໃສ່​ໃຫ້​ເປັນ​ທີ່​ພົບ​ຢູ່​ໃນ​ຄວາມ​ສຸກ​ສຳລານ​ປາສະຈາກ​ຜິດ​ແລະ​ປາສະຈາກ​ຕິຕຽນ​ໄດ້​ຕໍ່​ໜ້າ​ພະອົງ.” (2 ເປ. 3:14) ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ແລະ​ພະຍາຍາມ​ໃຫ້​ດີ​ທີ່​ສຸດ​ທີ່​ຈະ​ໃຊ້​ຊີວິດ​ແລະ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ.

19 ຊາຕານ​ແລະ​ໂລກ​ຂອງ​ມັນ​ຈະ​ພະຍາຍາມ​ແບບ​ບໍ່​ຢຸດ​ບໍ່​ເຊົາ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເອົາ​ສິ່ງ​ອື່ນ​ສຳຄັນ​ກ່ອນ​ພະ​ເຢໂຫວາ. (ລືກາ 4:13) ແຕ່​ເຮົາ​ຈະ​ບໍ່​ແບ່ງ​ຫົວໃຈ​ຂອງ​ເຮົາ​ໃຫ້​ໃຜ​ຫຼື​ສິ່ງ​ໃດ​ກໍ​ຕາມ​ນອກ​ຈາກ​ພະອົງ. ສະນັ້ນ ເຮົາ​ຕັ້ງ​ໃຈ​ຈະ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ເຊິ່ງ​ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ສົມຄວນ​ໄດ້​ຮັບ!

ເພງ 30 ພະອົງ​ເປັນ​ພະເຈົ້າ ເປັນ​ພໍ່​ແລະ​ເພື່ອນ​ຂອງ​ຂ້ອຍ

^ ຂໍ້ 5 ເຮົາ​ອຸທິດ​ຊີວິດ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ເຮົາ​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ​ແທ້ໆບໍ? ເຮົາ​ຈະ​ຮູ້​ຄຳຕອບ​ນີ້​ໄດ້​ຈາກ​ສິ່ງ​ທີ່​ເຮົາ​ເລືອກ. ຂໍ​ໃຫ້​ເຮົາ​ພິຈາລະນາ 2 ເລື່ອງ​ທີ່​ເຮົາ​ຕ້ອງ​ຕັດສິນ​ໃຈ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ ເຮົາ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ແທ້ໆບໍ.

^ ຂໍ້ 53 ຄຳ​ອະທິບາຍ​ຮູບ​ພາບ: ເຮົາ​ຄື​ຊິ​ບໍ່​ຢາກ​ກິນ​ອາຫານ​ທີ່​ບໍ່​ດີ​ຈາກ​ບ່ອນ​ແຕ່ງ​ກິນ​ທີ່​ເປິ​ເປື້ອນ ແລ້ວ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ເບິ່ງ​ຄວາມ​ບັນເທີງ​ທີ່​ມີ​ຄວາມ​ຮຸນແຮງ ຜີ​ປີສາດ​ແລະ​ເລື່ອງ​ທີ່​ຜິດ​ສິນລະທຳ?