ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 42

ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເປັນ​ຫຍັງ​ກໍ​ໄດ້​ຕາມ​ທີ່​ພະອົງ​ຕ້ອງການ

ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເປັນ​ຫຍັງ​ກໍ​ໄດ້​ຕາມ​ທີ່​ພະອົງ​ຕ້ອງການ

“ພະເຈົ້າ . . . ກະຕຸ້ນ​ພວກ​ເຈົ້າ​ໃຫ້​ມີ​ທັງ​ຄວາມ​ຕ້ອງການ​ແລະ​ກຳລັງ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ.”—ຟີລິບ 2:13, ລ.ມ.

ເພງ 104 ພະລັງ​ບໍລິສຸດ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ?

ພະ​ເຢໂຫວາ​ສາມາດ​ເປັນ​ຫຍັງ​ກໍ​ໄດ້​ເພື່ອ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ ເຊັ່ນ: ພະອົງ​ເປັນ​ຄູ ຜູ້​ໃຫ້​ກຳລັງ​ໃຈ ແລະ​ຜູ້​ປະກາດ​ຂ່າວ​ດີ. ນີ້​ເປັນ​ພຽງ​ບາງ​ຢ່າງ​ທີ່​ພະອົງ​ເປັນ. (ເອຊາ. 48:17; 2 ໂກ. 7:6; ຄລາ. 3:8) ແຕ່​ຫຼາຍ​ເທື່ອ ພະອົງ​ກໍ​ໃຊ້​ມະນຸດ​ໃຫ້​ເຮັດ​ສິ່ງ​ຕ່າງໆທີ່​ພະອົງ​ຕ້ອງການ. (ມັດ. 24:14; 28:19, 20; 2 ໂກ. 1:3, 4) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ເຮົາ​ມີ​ສະຕິ​ປັນຍາ​ແລະ​ກຳລັງ​ເພື່ອ​ເຮົາ​ຈະ​ສາມາດ​ເປັນ​ຫຍັງ​ກໍ​ໄດ້​ທີ່​ຈະ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ. ທັງ​ໝົດ​ນີ້​ເປັນ​ຄວາມ​ໝາຍ​ຂອງ​ຊື່​ພະ​ເຢໂຫວາ​ຕາມ​ທີ່​ນັກ​ວິຊາການ​ຫຼາຍ​ຄົນ​ໄດ້​ຄົ້ນ​ຄວ້າ.

2. (ກ) ເປັນ​ຫຍັງ​ບາງ​ເທື່ອ​ເຮົາ​ອາດ​ສົງໄສ​ວ່າ​ພະ​ເຢໂຫວາ​ຍັງ​ໃຊ້​ເຮົາ​ຢູ່​ຫຼື​ບໍ່? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຮົາ​ທຸກ​ຄົນ​ຢາກ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ໃຊ້​ໄດ້​ເພື່ອ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ. ແຕ່​ບາງ​ຄົນ​ອາດ​ສົງໄສ​ວ່າ​ພະ​ເຢໂຫວາ​ຍັງ​ໃຊ້​ພວກ​ເຂົາ​ຢູ່​ຫຼື​ບໍ່. ຍ້ອນ​ຫຍັງ? ຍ້ອນ​ພວກ​ເຂົາ​ຮູ້ສຶກ​ວ່າ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ໄດ້​ຫຼາຍ​ເພາະ​ອາຍຸ​ຫຼາຍ​ຂຶ້ນ ສະພາບການ​ໃນ​ຊີວິດ ຫຼື​ຮູ້ສຶກ​ບໍ່​ຄ່ອຍ​ມີ​ຄວາມ​ສາມາດ. ສ່ວນ​ບາງ​ຄົນ​ກໍ​ອາດ​ຮູ້ສຶກ​ວ່າ​ພວກ​ເຂົາ​ຮັບໃຊ້​ພະ​ເຢໂຫວາ​ພໍ​ແລ້ວ​ແລະ​ບໍ່​ຕ້ອງການ​ເຮັດ​ຫຼາຍ​ກວ່າ​ນັ້ນ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ພະ​ເຢໂຫວາ​ສາມາດ​ໃຫ້​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ແນວ​ໃດ​ເພື່ອ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ. ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ຕົວຢ່າງ​ຂອງ​ບຸກຄົນ​ໃນ​ຄຳພີ​ໄບເບິນ​ທັງ​ຊາຍ​ແລະ​ຍິງ​ທີ່​ພະອົງ​ໃຫ້​ພວກ​ເຂົາ​ມີ​ຄວາມ​ຕ້ອງການ​ແລະ​ກຳລັງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ. ສຸດ​ທ້າຍ ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ເອງ​ຈະ​ຍອມ​ໃຫ້​ພະ​ເຢໂຫວາ​ໃຊ້​ເຮົາ​ແນວ​ໃດ.

ພະ​ເຢໂຫວາ​ໃຫ້​ສິ່ງ​ທີ່​ເຮົາ​ຕ້ອງ​ມີ​ແນວ​ໃດ?

3. ຕາມ​ຟີລິບ 2:13 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ຕ້ອງການ ທີ່​ຈະ​ລົງ​ມື​ເຮັດ​ແນວ​ໃດ?

3 ອ່ານ​ຟີລິບ 2:13. * *ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ຕ້ອງການ ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ. ພະອົງ​ເຮັດ​ແນວ​ໃດ? ບາງ​ເທື່ອ​ເຮົາ​ຮູ້​ວ່າ​ມີ​ຄວາມ​ຈຳເປັນ​ໃດ​ໜຶ່ງ​ໃນ​ປະຊາຄົມ ຫຼື​ຜູ້​ດູ​ແລ​ອ່ານ​ຈົດ​ໝາຍ​ຈາກ​ສຳນັກງານ​ສາຂາ​ທີ່​ບອກ​ເຮົາ​ໃຫ້​ຮູ້​ວ່າ​ມີ​ຄວາມ​ຈຳເປັນ​ໃນ​ເຂດ​ຂອງ​ປະຊາຄົມ​ອື່ນ. ໃນ​ກໍລະນີ​ນີ້​ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ຊ່ວຍ​ຫຍັງ​ໄດ້​ບໍ?’ ຫຼື​ເຮົາ​ອາດ​ຖືກ​ເຊີນ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ທີ່​ຍາກ ແຕ່​ເຮົາ​ກໍ​ສົງໄສ​ວ່າ​ຈະ​ເຮັດ​ໄດ້​ດີ​ບໍ່. ຫຼື​ເມື່ອ​ເຮົາ​ອ່ານ​ຂໍ້​ຄຳພີ ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຈະ​ໃຊ້​ຂໍ້​ນີ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ?’ ພະ​ເຢໂຫວາ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ເຮັດ​ສິ່ງ​ເຫຼົ່າ​ນີ້. ແຕ່​ຖ້າ​ພະອົງ​ເຫັນ​ວ່າ​ເຮົາ​ຄິດ​ຈະ​ເຮັດ​ຫຍັງ ພະອົງ​ກໍ​ຈະ​ໃຫ້​ເຮົາ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ລົງ​ມື​ເຮັດ.

4. ພະ​ເຢໂຫວາ​ອາດ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ມີ​ກຳລັງ ທີ່​ຈະ​ລົງ​ມື​ເຮັດ?

4 ພະ​ເຢໂຫວາ​ຍັງ​ໃຫ້​ກຳລັງ ກັບ​ເຮົາ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ. (ເອຊາ. 40:29) ພະອົງ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ຫຼາຍ​ຂຶ້ນ. (ອົບ. 35:30-35) ພະ​ເຢໂຫວາ​ອາດ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ເຮັດ​ວຽກ​ບາງ​ຢ່າງ​ຜ່ານ​ທາງ​ອົງການ​ຂອງ​ພະອົງ. ໃຫ້​ເຈົ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ ຖ້າ​ບໍ່​ແນ່​ໃຈ​ວ່າ​ຈະ​ເຮັດ​ວຽກ​ມອບ​ໝາຍ​ແນວ​ໃດ. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດ​ຂໍ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ຈາກ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ. (2 ໂກ. 4:7; ລືກາ 11:13, ລ.ມ.) ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທັງ​ຊາຍ​ແລະ​ຍິງ​ທີ່​ພະ​ເຢໂຫວາ​ໄດ້​ໃຫ້​ພວກ​ເຂົາ​ມີ​ຄວາມ​ຕ້ອງການ​ແລະ​ກຳລັງ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ. ຕອນ​ທີ່​ເຮົາ​ພິຈາລະນາ​ຕົວຢ່າງ​ເຫຼົ່າ​ນີ້ ຂໍ​ໃຫ້​ຄິດ​ວ່າ​ເຈົ້າ​ຈະ​ໃຫ້​ພະ​ເຢໂຫວາ​ໃຊ້​ເຈົ້າ​ຄື​ກັບ​ພວກ​ເຂົາ​ແນວ​ໃດ.

ພະ​ເຢໂຫວາ​ຊ່ວຍ​ໃຫ້​ຜູ້​ຊາຍ​ສາມາດ​ເປັນ​ຫຍັງ​ໄດ້​ແດ່?

5. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ໃຊ້​ໂມເຊ​ແລະ​ຕອນ​ທີ່​ພະອົງ​ເລີ່ມ​ໃຊ້​ລາວ​ໃຫ້​ຊ່ວຍ​ປະຊາຊົນ​ຂອງ​ພະອົງ?

5 ພະ​ເຢໂຫວາ​ຊ່ວຍ​ໂມເຊ​ໃຫ້​ເປັນ​ຜູ້​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ລອດ. ແຕ່​ພະອົງ​ໃຊ້​ລາວ​ຕອນ​ໃດ? ຕອນ​ທີ່​ໂມເຊ​ຄິດ​ວ່າ​ຕົວ​ເອງ​ພ້ອມ​ແລ້ວ​ເພາະ “ໄດ້​ຮຽນ​ຮູ້​ວິຊາ​ປັນຍາ​ແຫ່ງ​ຊາວ​ເອຄີບໂຕ​ທັງ​ໝົດ” ບໍ? (ກິດ. 7:22-25) ບໍ່. ພະ​ເຢໂຫວາ​ໃຊ້​ໂມເຊ​ຫຼັງ​ຈາກ​ທີ່​ພະອົງ​ຊ່ວຍ​ລາວ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ອ່ອນ​ໂຍນ. (ກິດ. 7:30, 34-36) ພະ​ເຢໂຫວາ​ຊ່ວຍ​ໂມເຊ​ໃຫ້​ກ້າ​ໄປ​ເວົ້າ​ກັບ​ຜູ້​ປົກຄອງ​ທີ່​ມີ​ອຳນາດ​ຫຼາຍ​ທີ່​ສຸດ​ໃນ​ເອຢິບ. (ອົບ. 9:13-19) ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ໃຊ້​ໂມເຊ​ແລະ​ຕອນ​ທີ່​ພະອົງ​ເລີ່ມ​ໃຊ້​ລາວ? ພະ​ເຢໂຫວາ​ໃຊ້​ຄົນ​ທີ່​ພະຍາຍາມ​ຮຽນ​ແບບ​ພະອົງ​ແລະ​ໝາຍ​ເພິ່ງ​ກຳລັງ​ຈາກ​ພະອົງ.—ຟີລິບ 4:13

6. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ໃຊ້​ບາເຣຊີລາຍ​ໃຫ້​ຊ່ວຍ​ກະສັດ​ດາວິດ?

6 ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ພະ​ເຢໂຫວາ​ໄດ້​ໃຊ້​ບາເຣຊີລາຍ​ໃຫ້​ຊ່ວຍ​ກະສັດ​ດາວິດ. ຕອນ​ທີ່​ດາວິດ​ແລະ​ຄົນ​ຂອງ​ລາວ​ໜີ​ຈາກ​ອາບຊາໂລມ ພວກ​ເຂົາ “ຢາກ​ກິນ​ເຂົ້າ​ເມື່ອຍ​ຢູ່​ແລະ​ຢາກ​ກິນ​ນ້ຳ.” ບາເຣຊີລາຍ​ເຖົ້າ​ແລ້ວ ແຕ່​ລາວ​ກໍ​ສ່ຽງ​ຊີວິດ​ກັບ​ຄົນ​ອື່ນໆເພື່ອ​ຊ່ວຍ​ດາວິດ​ກັບ​ຄົນ​ຂອງ​ລາວ​ໃຫ້​ມີ​ສິ່ງ​ຈຳເປັນ. ບາເຣຊີລາຍ​ບໍ່​ໄດ້​ຄິດ​ວ່າ ໂອ້​ຂ້ອຍ​ເຖົ້າ​ແລ້ວ ພະ​ເຢໂຫວາ​ບໍ່​ໃຊ້​ຂ້ອຍ​ດອກ ແທນ​ທີ່​ຈະ​ຄິດ​ແບບ​ນັ້ນ ລາວ​ໄດ້​ໃຊ້​ສິ່ງ​ທີ່​ລາວ​ມີ​ເພື່ອ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຢ່າງ​ໃຈ​ກວ້າງ. (2 ຊາມ. 17:27-29) ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ເລື່ອງ​ນີ້? ບໍ່​ວ່າ​ເຮົາ​ຈະ​ອາຍຸ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ ພະ​ເຢໂຫວາ​ກໍ​ອາດ​ຈະ​ໃຊ້​ເຮົາ​ໃຫ້​ຊ່ວຍ​ເຫຼືອ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ທີ່​ຂາດ​ສິ່ງ​ຈຳເປັນ​ບໍ່​ວ່າ​ພວກ​ເຂົາ​ຈະ​ຢູ່​ໃນ​ຫຼື​ນອກ​ປະເທດ. (ສຸພາ. 3:27, 28; 19:17) ຖ້າ​ເຮົາ​ບໍ່​ສາມາດ​ໄປ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ໂດຍ​ກົງ ເຮົາ​ກໍ​ອາດ​ຈະ​ບໍລິຈາກ​ເງິນ​ສຳລັບ​ວຽກ​ງານ​ທົ່ວ​ໂລກ​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.—2 ໂກ. 8:14, 15; 9:11

7. ພະ​ເຢໂຫວາ​ໃຊ້​ຊີເມໂອນ​ແນວ​ໃດ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ອາດ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ?

7 ພະ​ເຢໂຫວາ​ສັນຍາ​ກັບ​ຊີເມໂອນ​ຊາຍ​ສູງ​ອາຍຸ​ທີ່​ພັກດີ​ໃນ​ເຢຣຶຊາເລມ​ວ່າ ລາວ​ຈະ​ບໍ່​ຕາຍ​ກ່ອນ​ທີ່​ຈະ​ເຫັນ​ເມຊີ. ຄຳ​ສັນຍາ​ນັ້ນ​ຕ້ອງ​ເຮັດ​ໃຫ້​ລາວ​ມີ​ກຳລັງ​ໃຈ​ຫຼາຍ​ແທ້ໆ ເພາະ​ລາວ​ລໍ​ຖ້າ​ມາ​ຫຼາຍ​ປີ​ເພື່ອ​ຈະ​ເຫັນ​ເມຊີ. ໃນ​ທີ່​ສຸດ​ພະ​ເຢໂຫວາ​ກໍ​ຕອບ​ແທນ​ຄວາມ​ເຊື່ອ​ແລະ​ຄວາມ​ອົດ​ທົນ​ຂອງ​ຊີເມໂອນ. ມື້​ໜຶ່ງ “ພະ​ວິນຍານ [“ພະລັງ​ຂອງ​ພະເຈົ້າ,” ລ.ມ.]” ກໍ​ພາ​ລາວ​ມາ​ວິຫານ ແລ້ວ​ລາວ​ກໍ​ເຫັນ​ແອ​ນ້ອຍ​ເຍຊູ ແລະ​ພະ​ເຢໂຫວາ​ໄດ້​ໃຊ້​ລາວ​ໃຫ້​ພະຍາກອນ​ວ່າ​ແອ​ນ້ອຍ​ຄົນ​ນີ້​ຈະ​ເປັນ​ພະ​ຄລິດ. (ລືກາ 2:25-35) ເຖິງ​ວ່າ​ຊີເມໂອນ​ອາດ​ຈະ​ຕາຍ​ກ່ອນ​ທີ່​ພະ​ຄລິດ​ເລີ່ມ​ເຮັດ​ວຽກ​ຮັບໃຊ້ ແຕ່​ລາວ​ກໍ​ດີ​ໃຈ​ຫຼາຍ​ທີ່​ພະ​ເຢໂຫວາ​ໃຊ້​ລາວ​ແບບ​ນັ້ນ ແລະ​ລາວ​ຈະ​ໄດ້​ຮັບ​ສິ່ງ​ດີໆຫຼາຍ​ຢ່າງ​ໃນ​ອະນາຄົດ! ໃນ​ໂລກ​ໃໝ່ ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຈະ​ເຫັນ​ວິທີ​ທີ່​ທຸກ​ຄົນ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ພອນ​ຕ່າງໆຈາກ​ການ​ປົກຄອງ​ຂອງ​ພະ​ເຍຊູ. (ຕົ້ນ. 22:18) ເຮົາ​ເອງ​ກໍ​ດີ​ໃຈ​ຄື​ກັນ​ສຳລັບ​ສິດທິ​ພິເສດ​ຕ່າງໆທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ເຮັດ.

8. ພະ​ເຢໂຫວາ​ອາດ​ໃຊ້​ເຮົາ​ຄື​ກັບ​ທີ່​ພະອົງ​ໃຊ້​ບານາບາ​ແນວ​ໃດ?

8 ໃນ​ສະຕະວັດ​ທຳອິດ ມີ​ຊາຍ​ໃຈ​ກວ້າງ​ຄົນ​ໜຶ່ງ​ທີ່​ພ້ອມ​ໃຫ້​ພະ​ເຢໂຫວາ​ໃຊ້​ລາວ ລາວ​ຊື່​ໂຢເຊບ. (ກິດ. 4:36, 37, ລ.ມ.) ອາດ​ເປັນ​ຍ້ອນ​ໂຢເຊບ​ມັກ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ ພວກ​ອັກຄະສາວົກ​ຈຶ່ງ​ເອີ້ນ​ລາວ​ວ່າ ບານາບາ ເຊິ່ງ​ມີ​ຄວາມ​ໝາຍ​ວ່າ: “ຜູ້​ໃຫ້​ກຳລັງ​ໃຈ.” ຕົວຢ່າງ: ເມື່ອ​ໂຊໂລ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ພີ່​ນ້ອງ​ຫຼາຍ​ຄົນ​ໄດ້​ຢ້ານ​ລາວ​ເພາະ​ລາວ​ເຄີຍ​ຂົ່ມເຫງ​ຄົນ​ທີ່​ເຊື່ອ​ໃນ​ພະ​ເຍຊູ. ແຕ່​ບານາບາ​ເຊິ່ງ​ເປັນ​ຄົນ​ອົບອຸ່ນ​ໄດ້​ໄປ​ຊ່ວຍ​ໂຊໂລ​ແລະ​ໃຫ້​ກຳລັງ​ໃຈ​ລາວ. ໂຊໂລ​ຄົງ​ຕ້ອງ​ຮູ້ສຶກ​ຂອບໃຈ​ບານາບາ​ຫຼາຍ​ແທ້ໆ. (ກິດ. 9:21, 26-28) ຕໍ່​ມາ​ເມື່ອ​ຜູ້​ດູ​ແລ​ໃນ​ເມືອງ​ເຢຣຶຊາເລມ​ເຫັນ​ວ່າ​ຈຳເປັນ​ຕ້ອງ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ທີ່​ຢູ່​ເມືອງ​ອັນຕີອົກ​ໃນ​ແຂວງ​ຊີລີ​ເຊິ່ງ​ຢູ່​ຫ່າງ​ໄກ ພວກ​ເຂົາ​ໄດ້​ສົ່ງ​ໃຜ​ໄປ? ບານາບາ. ພວກ​ເຂົາ​ເລືອກ​ຖືກ​ແລ້ວ! ຄຳພີ​ໄບເບິນ​ບອກ​ວ່າ ບານາບາ “ໃຫ້​ກຳລັງ​ໃຈ​ທຸກ​ຄົນ ແລະ​ບອກ​ພວກ​ເຂົາ​ໃຫ້​ພັກດີ​ຕໍ່​ຜູ້​ເປັນ​ນາຍ​ຢ່າງ​ສຸດ​ຫົວໃຈ​ຕໍ່ໆໄປ.” (ກິດ. 11:22-24, ລ.ມ.) ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ພະ​ເຢໂຫວາ​ສາມາດ​ໃຊ້​ເຮົາ​ໃຫ້​ເປັນ “ຜູ້​ໃຫ້​ກຳລັງ​ໃຈ” ພີ່​ນ້ອງ​ຄລິດສະຕຽນ. ຕົວຢ່າງ: ພະອົງ​ອາດ​ໃຊ້​ເຮົາ​ໃຫ້​ປອບ​ໃຈ​ຜູ້​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ​ເຊິ່ງ​ຕາຍ​ຈາກ​ໄປ ຫຼື​ພະອົງ​ອາດ​ກະຕຸ້ນ​ເຮົາ​ໃຫ້​ໄປ​ຢາມ​ຫຼື​ໂທລະສັບ​ຫາ​ຜູ້​ທີ່​ເຈັບ​ປ່ວຍ ຫຼື​ຜູ້​ທີ່​ຊຶມເສົ້າ. ເຈົ້າ​ຈະ​ຍອມ​ໃຫ້​ພະ​ເຢໂຫວາ​ໃຊ້​ເຈົ້າ​ຄື​ກັບ​ທີ່​ພະອົງ​ໃຊ້​ບານາບາ​ບໍ?—1 ເທ. 5:14

9. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ພີ່​ນ້ອງ​ວາຊິລີ​ໃຫ້​ເປັນ​ຜູ້​ດູ​ແລ​ທີ່​ດີ?

9 ພະ​ເຢໂຫວາ​ຊ່ວຍ​ພີ່​ນ້ອງ​ຊາຍ​ທີ່​ຊື່​ວາຊິລີ​ໃຫ້​ເປັນ​ຜູ້​ດູ​ແລ​ທີ່​ດີ. ວາຊິລີ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ດູ​ແລ​ຕອນ​ລາວ​ອາຍຸ 26 ປີ ແຕ່​ລາວ​ຢ້ານ​ວ່າ​ບໍ່​ມີ​ປະສົບການ​ພຽງ​ພໍ​ທີ່​ຈະ​ຊ່ວຍ​ປະຊາຄົມ​ທາງ​ດ້ານ​ຄວາມ​ເຊື່ອ ໂດຍ​ສະເພາະ​ຄົນ​ທີ່​ປະສົບ​ບັນຫາ. ແຕ່​ລາວ​ກໍ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ທີ່​ດີ​ຈາກ​ປະສົບການ​ຂອງ​ຜູ້​ດູ​ແລ​ແລະ​ຈາກ​ໂຮງ​ຮຽນ​ພະ​ລາຊະກິດ. ວາຊິລີ​ໄດ້​ອອກ​ຄວາມ​ພະຍາຍາມ​ຫຼາຍ​ເຊັ່ນ: ລາວ​ຕັ້ງ​ເປົ້າ​ໝາຍ​ນ້ອຍໆໄວ້​ຫຼາຍ​ຢ່າງ. ເມື່ອ​ລາວ​ເຮັດ​ຕາມ​ເປົ້າ​ໝາຍ​ແຕ່​ລະ​ຢ່າງ​ໄດ້ ລາວ​ກໍ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ. ຕອນ​ນີ້​ລາວ​ບອກ​ວ່າ: “ສິ່ງ​ທີ່​ຂ້ອຍ​ຢ້ານ​ໃນ​ຕອນ​ນັ້ນ​ພັດ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ໃນ​ຕອນ​ນີ້. ເວລາ​ທີ່​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ພົບ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ໃນ​ປະຊາຄົມ ນັ້ນ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.” ພີ່​ນ້ອງ​ຊາຍ​ທັງ​ຫຼາຍ​ເອີຍ ຖ້າ​ເຈົ້າ​ຮຽນ​ແບບ​ວາຊິລີ​ແລະ​ເຕັມ​ໃຈ​ໃຫ້​ພະ​ເຢໂຫວາ​ໃຊ້​ເຈົ້າ ພະອົງ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ວຽກ​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ​ໄດ້.

ພະ​ເຢໂຫວາ​ຊ່ວຍ​ໃຫ້​ຜູ້​ຍິງ​ສາມາດ​ເປັນ​ຫຍັງ​ໄດ້​ແດ່?

10. ອາບີຄາລີ​ໄດ້​ເຮັດ​ຫຍັງ ແລະ​ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ລາວ?

10 ດາວິດ​ແລະ​ຄົນ​ຂອງ​ລາວ​ກຳລັງ​ຖືກ​ກະສັດ​ຊາອຶລ​ໄລ່​ຂ້າ ແລະ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. ຄົນ​ຂອງ​ດາວິດ​ໄປ​ຂໍ​ອາຫານ​ຈາກ​ນາບາລ​ເຊິ່ງ​ເປັນ​ຄົນ​ອິດສະລາແອນ​ທີ່​ຮັ່ງມີ. ທີ່​ພວກ​ເຂົາ​ກ້າ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ປົກ​ປ້ອງ​ຝູງ​ແກະ​ຂອງ​ນາບາລ​ໃນ​ຖິ່ນ​ທຸລະກັນດານ. ແຕ່​ນາບາລ​ເຫັນ​ແກ່​ຕົວ​ແລະ​ບໍ່​ໃຫ້​ຫຍັງ​ພວກ​ເຂົາ​ເລີຍ. ດາວິດ​ໃຈ​ຮ້າຍແຮງ​ແລະ​ຢາກ​ຂ້າ​ນາບາລ​ກັບ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ລາວ. (1 ຊາມ. 25:3-13, 22) ແຕ່​ນາງ​ອາບີຄາລີ​ເມຍ​ຂອງ​ນາບາລ​ທີ່​ທັງ​ງາມ​ແລະ​ສະຫຼາດ​ໄດ້​ສະແດງ​ຄວາມ​ກ້າຫານ​ໂດຍ​ໄປ​ຫາ​ດາວິດ ໝູບ​ລົງ​ຕີນ ແລະ​ໂນ້ມນ້າວ​ດາວິດ​ບໍ່​ໃຫ້​ຂ້າ​ຄົນ​ຍ້ອນ​ຢາກ​ແກ້ແຄ້ນ. ລາວ​ບອກ​ດາວິດ​ໃຫ້​ຝາກ​ເລື່ອງ​ນີ້​ໄວ້​ກັບ​ພະ​ເຢໂຫວາ. ດາວິດ​ປະທັບ​ໃຈ​ຄຳ​ເວົ້າ​ທີ່​ສະແດງ​ຄວາມ​ຖ່ອມ​ແລະ​ການ​ກະທຳ​ທີ່​ສຸຂຸມ​ຮອບຄອບ​ຂອງ​ອາບີຄາລີ. ດາວິດ​ຮູ້​ເລີຍ​ວ່າ​ພະ​ເຢໂຫວາ​ໄດ້​ສົ່ງ​ລາວ​ມາ​ຫາ. (1 ຊາມ. 25:23-28, 32-34) ອາບີຄາລີ​ພັດທະນາ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ສາມາດ​ໃຊ້​ລາວ​ໄດ້. ຄ້າຍ​ຄື​ກັນ ພະ​ເຢໂຫວາ​ກໍ​ໃຊ້​ພີ່​ນ້ອງ​ຍິງ​ຄລິດສະຕຽນ​ທີ່​ຮູ້ຈັກ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ແລະ​ສຸຂຸມ​ຮອບຄອບ​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ພວກ​ເຂົາ​ແລະ​ຄົນ​ອື່ນໆໃນ​ປະຊາຄົມ.—ສຸພາ. 24:3; ຕິໂຕ 2:3-5

11. ພວກ​ລູກ​ສາວ​ຂອງ​ຊາລຶມ​ໄດ້​ເຮັດ​ຫຍັງ ແລະ​ໃຜ​ກຳລັງ​ຮຽນ​ແບບ​ເຂົາ​ເຈົ້າ​ໃນ​ທຸກ​ມື້​ນີ້?

11 ໃນ​ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ພະ​ເຢໂຫວາ​ໄດ້​ໃຊ້​ພວກ​ລູກ​ສາວ​ຂອງ​ຊາລຶມ​ໃຫ້​ເຮັດ​ວຽກ​ສ້ອມ​ແປງ​ກຳແພງ​ເມືອງ​ເຢຣຶຊາເລມ. (ນເຫ. 2:20; 3:12) ເຖິງ​ວ່າ​ພວກ​ເຂົາ​ຈະ​ເປັນ​ລູກ​ເຈົ້າ​ລູກ​ນາຍ ແຕ່​ພວກ​ເຂົາ​ກໍ​ຍັງ​ເຕັມ​ໃຈ​ເຮັດ​ວຽກ​ທີ່​ຍາກ​ແລະ​ອັນຕະລາຍ. (ນເຫ. 4:15-18) ກົງ​ກັນ​ຂ້າມ ພວກ​ຄົນ​ສຳຄັນ​ຊາວ​ເມືອງ​ເທໂກອີດ “ບໍ່​ຍອມ​ລົດ​ຕົວ​ລົງ​ມາ” ເຮັດ​ວຽກ​ນີ້! (ນເຫ. 3:5, ລ.ມ.) ລອງ​ຄິດ​ເບິ່ງ​ວ່າ​ພວກ​ລູກ​ສາວ​ຂອງ​ຊາລຶມ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ໄດ້​ສ້າງ​ກຳແພງ​ແລ້ວ​ພາຍ​ໃນ​ເວລາ​ພຽງ​ແຕ່ 52 ມື້! (ນເຫ. 6:15) ໃນ​ສະໄໝ​ຂອງ​ເຮົາ ພີ່​ນ້ອງ​ຍິງ​ຫຼາຍ​ຄົນ​ເຕັມ​ໃຈ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃນ​ຮູບ​ແບບ​ພິເສດ​ບໍ່​ວ່າ​ຈະ​ເປັນ​ວຽກ​ກໍ່​ສ້າງ​ຫຼື​ສ້ອມ​ແປງ​ຕຶກ​ອາຄານ​ຕ່າງໆທີ່​ອຸທິດ​ໃຫ້​ພະ​ເຢໂຫວາ. ວຽກ​ເຫຼົ່າ​ນີ້​ສຳເລັດ​ຍ້ອນ​ຄວາມ​ສາມາດ ຄວາມ​ຫ້າວຫັນ ແລະ​ຄວາມ​ພັກດີ​ຂອງ​ພວກ​ເຂົາ.

12. ພະ​ເຢໂຫວາ​ສາມາດ​ໃຊ້​ເຮົາ​ຄື​ກັບ​ທີ່​ໃຊ້​ທາບີທາ​ແນວ​ໃດ?

12 ພະ​ເຢໂຫວາ​ໄດ້​ກະຕຸ້ນ​ທາບີທາ​ໃຫ້ “ເຮັດ​ສິ່ງ​ດີໆຫຼາຍ​ຢ່າງ​ແລະ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ” ໂດຍ​ສະເພາະ​ແມ່​ໝ້າຍ. (ກິດ. 9:36, ລ.ມ.) ເນື່ອງ​ຈາກ​ລາວ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ເອື້ອເຟື້ອ​ແລະ​ມັກ​ຊ່ວຍ​ເຫຼືອ​ຄົນ​ອື່ນ ເມື່ອ​ລາວ​ຕາຍ ພີ່​ນ້ອງ​ຫຼາຍ​ຄົນ​ໄດ້​ໂສກ​ເສົ້າ​ເສຍໃຈ​ຫຼາຍ. ແລະ​ຕອນ​ທີ່​ເປໂຕ​ປຸກ​ລາວ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ ພີ່​ນ້ອງ​ກໍ​ພາ​ກັນ​ດີ​ໃຈ​ຫຼາຍ. (ກິດ. 9:39-41) ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ທາບີທາ? ບໍ່​ວ່າ​ຈະ​ອາຍຸ​ໜ້ອຍ​ຫຼື​ຫຼາຍ ຊາຍ​ຫຼື​ຍິງ ເຮົາ​ກໍ​ສາມາດ​ເຮັດ​ຫຼາຍ​ຢ່າງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ.—ເຫບ. 13:16

13. ພະ​ເຢໂຫວາ​ໃຊ້​ຣູດ​ເຊິ່ງ​ເປັນ​ຄົນ​ຂີ້​ອາຍ​ແນວ​ໃດ ແລະ​ຣູດ​ໄດ້​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້?

13 ຣູດ​ເຊິ່ງ​ເປັນ​ພີ່​ນ້ອງ​ຍິງ​ທີ່​ຂີ້​ອາຍ​ຢາກ​ເປັນ​ມິດຊັນນາລີ. ຕອນ​ຍັງ​ນ້ອຍ ລາວ​ມັກ​ແລ່ນ​ໄປ​ແຈກ​ແຜ່ນ​ພັບ​ຢູ່​ເຮືອນ​ຫຼັງ​ນັ້ນ​ຫຼັງ​ນີ້. ລາວ​ບອກ​ວ່າ: “ຂ້ອຍ​ມັກ​ວຽກ​ນີ້​ແທ້ໆ.” ແຕ່​ການ​ເວົ້າ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກັບ​ເຈົ້າ​ຂອງ​ເຮືອນ​ແລະ​ລົມ​ແບບ​ເຊິ່ງໆໜ້າ​ກັບ​ຄົນ​ອື່ນ​ເປັນ​ເລື່ອງ​ຍາກ​ຫຼາຍ​ສຳລັບ​ລາວ. ເຖິງ​ວ່າ​ລາວ​ຈະ​ຂີ້​ອາຍ ແຕ່​ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ​ຕັ້ງ​ແຕ່​ອາຍຸ 18 ປີ. ໃນ​ປີ 1946 ລາວ​ໄດ້​ເຂົ້າ​ໂຮງ​ຮຽນ​ກິລຽດ ແລະ​ຕໍ່​ມາ​ກໍ​ຮັບໃຊ້​ຢູ່​ຮາວາຍ​ແລະ​ຍີ່ປຸ່ນ. ພະ​ເຢໂຫວາ​ໃຊ້​ລາວ​ເຕັມທີ​ໃນ​ການ​ປະກາດ​ຂ່າວ​ດີ​ກັບ​ຜູ້​ຄົນ​ໃນ​ປະເທດ​ເຫຼົ່າ​ນັ້ນ. ຫຼັງ​ຈາກ​ເຮັດ​ວຽກ​ຮັບໃຊ້​ມາ​ເກືອບ 80 ປີ ຣູດ​ບອກ​ວ່າ: “ພະ​ເຢໂຫວາ​ເສີມ​ກຳລັງ​ຂ້ອຍ​ໃຫ້​ເຂັ້ມແຂງ​ສະເໝີ. ພະອົງ​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະ​ຄວາມ​ອາຍ. ຂ້ອຍ​ເຊື່ອ​ໝັ້ນ​ວ່າ​ພະ​ເຢໂຫວາ​ສາມາດ​ໃຊ້​ໃຜ​ກໍ​ໄດ້​ທີ່​ໄວ້​ວາງໃຈ​ພະອົງ.”

ຍອມ​ໃຫ້​ພະ​ເຢໂຫວາ​ໃຊ້​ເຈົ້າ

14. ຕາມ​ໂກໂລດ 1:29 ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ຢາກ​ໃຫ້​ພະ​ເຢໂຫວາ​ໃຊ້​ເຮົາ?

14 ຕະຫຼອດ​ປະຫວັດສາດ ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ຮັບໃຊ້​ພະອົງ​ເປັນ​ຫຍັງ​ກໍ​ໄດ້. ແລ້ວ​ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຫຍັງ​ໄດ້​ແດ່? ຫຼັກໆແລ້ວ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ເຕັມ​ໃຈ​ແລະ​ຄວາມ​ພະຍາຍາມ​ຂອງ​ເຈົ້າ. (ອ່ານ​ໂກໂລດ 1:29) ຖ້າ​ເຈົ້າ​ພ້ອມ​ທີ່​ຈະ​ໃຫ້​ພະ​ເຢໂຫວາ​ໃຊ້​ເຈົ້າ ພະອົງ​ກໍ​ຈະ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຜູ້​ປະກາດ​ທີ່​ດຸ​ໝັ່ນ​ຫ້າວຫັນ ເປັນ​ຄູ​ສອນ​ທີ່​ມີ​ປະສິດທິພາບ ເປັນ​ຄົນ​ທີ່​ໃຫ້​ກຳລັງ​ໃຈ​ໄດ້​ດີ ເປັນ​ຄົນ​ເຮັດ​ວຽກ​ເກັ່ງ ເປັນ​ໝູ່​ທີ່​ມັກ​ຊ່ວຍ​ເຫຼືອ​ຫຼື​ເປັນ​ຫຍັງ​ກໍ​ໄດ້​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ.

15. ຕາມ 1 ຕີໂມເຕ 4:12, 15 ພີ່​ນ້ອງ​ຊາຍ​ໜຸ່ມ​ຄວນ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ພວກ​ເຂົາ​ໃຫ້​ເຮັດ​ຫຍັງ?

15 ແລ້ວ​ເຈົ້າ​ເດ​ພີ່​ນ້ອງ​ຊາຍ​ໜຸ່ມ? ຕອນ​ນີ້​ເຮົາ​ຕ້ອງການ​ຄົນ​ທີ່​ມີ​ກຳລັງ​ຫຼາຍ​ຄື​ເຈົ້າ​ໃຫ້​ມາ​ເຮັດ​ໜ້າ​ທີ່​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ໃນ​ຫຼາຍ​ປະຊາຄົມ​ມີ​ຜູ້​ດູ​ແລ​ຫຼາຍ​ຄົນ ແຕ່​ບໍ່​ຄ່ອຍ​ມີ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ເຈົ້າ​ຈະ​ເຮັດ​ໃຫ້​ຕົວ​ເອງ​ມີ​ຄວາມ​ຕ້ອງການ​ຫຼາຍ​ຂຶ້ນ​ທີ່​ຈະ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ໄດ້​ບໍ? ພີ່​ນ້ອງ​ຊາຍ​ບາງ​ຄົນ​ບອກ​ວ່າ: “ຂ້ອຍ​ເປັນ​ພຽງ​ແຕ່​ຜູ້​ປະກາດ​ລ້າໆກໍ​ພໍ​ໃຈ​ແລ້ວ.” ຖ້າ​ຫາກ​ວ່າ​ເຈົ້າ​ຄິດ​ແບບ​ນັ້ນ​ຄື​ກັນ ກໍ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ແລະ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ເພື່ອ​ຮັບໃຊ້​ພະອົງ. (ຜູ້ປ. 12:1) ພີ່​ນ້ອງ​ຊາຍ​ໜຸ່ມ​ເອີຍ ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຈົ້າ!—ອ່ານ 1 ຕີໂມເຕ 4:12, 15

16. ເຮົາ​ຄວນ​ຂໍ​ຫຍັງ​ຈາກ​ພະ​ເຢໂຫວາ​ແລະ​ຍ້ອນ​ຫຍັງ?

16 ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຫຍັງ​ກໍ​ໄດ້​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ. ດັ່ງ​ນັ້ນ ໃຫ້​ຂໍ​ພະອົງ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຕ້ອງການ ທີ່​ຈະ​ເຮັດ​ວຽກ​ຂອງ​ພະອົງ​ແລະ​ຈາກ​ນັ້ນ​ກໍ​ຂໍ​ພະອົງ​ໃຫ້​ກຳລັງ ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ. ບໍ່​ວ່າ​ເຈົ້າ​ຈະ​ໜຸ່ມ​ຫຼື​ເຖົ້າ​ແລ້ວ ກໍ​ຂໍ​ໃຫ້​ເຈົ້າ​ໃຊ້​ເວລາ ກຳລັງ ແລະ​ສິ່ງ​ທີ່​ເຈົ້າ​ມີ​ເຊັ່ນ: ຄວາມ​ສາມາດ​ແລະ​ຊັບ​ສິນ​ເງິນ​ຄຳ​ເພື່ອ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ. (ຜູ້ປ. 9:10) ຖ້າ​ເຈົ້າ​ໄດ້​ຮັບ​ໂອກາດ​ທີ່​ມີ​ຄ່າ​ໃນ​ການ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຂໍ​ຢ່າ​ຟ້າວ​ປະຕິເສດ​ເພາະ​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄວາມ​ສາມາດ. ເປັນ​ສິດທິ​ພິເສດ​ແທ້ໆທີ່​ຈະ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເຖິງ​ວ່າ​ຈະ​ເປັນ​ສິ່ງ​ນ້ອຍໆເພື່ອ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ​ໃນ​ສະຫວັນ​ເຊິ່ງ​ພະອົງ​ສົມຄວນ​ໄດ້​ຮັບ!

ເພງ 127 ຂ້ອຍ​ຄວນ​ເປັນ​ຄົນ​ແບບ​ໃດ

^ ຂໍ້ 5 ເຈົ້າ​ຮູ້ສຶກ​ວ່າ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ໄດ້​ຫຼາຍ​ເທົ່າ​ທີ່​ຢາກ​ເຮັດ​ບໍ? ເຈົ້າ​ສົງໄສ​ບໍ​ວ່າ​ພະ​ເຢໂຫວາ​ຍັງ​ໃຊ້​ເຈົ້າ​ຢູ່​ຫຼື​ບໍ່? ຫຼື​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນີ້​ກໍ​ໄດ້? ໃນ​ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ຫຼາຍ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຕ້ອງການ​ແລະ​ກຳລັງ​ທີ່​ຈະ​ເປັນ​ຫຍັງ​ກໍ​ໄດ້​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ.

^ ຂໍ້ 3 ເຖິງ​ວ່າ​ຈະ​ເປັນ​ຈົດ​ໝາຍ​ທີ່​ໂປໂລ​ຂຽນ​ເຖິງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ແຕ່​ຂໍ້​ນີ້​ກໍ​ໃຊ້​ໄດ້​ກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ.

^ ຂໍ້ 3 ຟີລິບ 2:13 (ລ.ມ.): “ພະເຈົ້າ​ເປັນ​ຜູ້​ທີ່​ກະຕຸ້ນ​ພວກ​ເຈົ້າ​ໃຫ້​ມີ​ທັງ​ຄວາມ​ຕ້ອງການ​ແລະ​ກຳລັງ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ.”