ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 41

ສັດ​ຊື່​ຕໍ່ໆ​ໄປ​ໃນ​ໄລຍະ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່”

ສັດ​ຊື່​ຕໍ່ໆ​ໄປ​ໃນ​ໄລຍະ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່”

“ຄົນ​ບໍລິສຸດ​ທັງ​ປວງ​ຂອງ​ພະ​ເຢໂຫວາ​ຈົ່ງ​ຮັກ​ພະ​ເຢໂຫວາ​ເຖີ້ນ ພະ​ເຢໂຫວາ​ປົກ​ປ້ອງ​ກັ້ນ​ຮັກສາ​ຄົນ​ສັດ​ຊື່​ທັງ​ຫຼາຍ.”—ເພງ. 31:23

ເພງ 129 ເຮົາ​ຈະ​ອົດ​ທົນ​ຕໍ່​ໄປ

ໃຈ​ຄວາມ​ສຳຄັນ *

1-2. (ກ) ອີກ​ບໍ່​ດົນ​ພວກ​ຜູ້​ນຳ​ຂອງ​ໂລກ​ຈະ​ປະກາດ​ຫຍັງ? (ຂ) ເຮົາ​ຕ້ອງ​ຮູ້​ຄຳຕອບ​ຂອງ​ຄຳຖາມ​ຫຍັງ?

ລອງ​ນຶກ​ພາບ​ວ່າ​ພວກ​ຜູ້​ນຳ​ຂອງ​ໂລກ​ຫາ​ກໍ​ປະກາດ​ວ່າ: “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ!” ເຊິ່ງ​ເປັນ​ເຫດການ​ທີ່​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຂຶ້ນ. ພວກ​ເຂົາ​ອາດ​ໂອ້​ອວດ​ວ່າ ໂລກ​ປອດໄພ​ແທ້ໆເຊິ່ງ​ບໍ່​ເຄີຍ​ປອດໄພ​ແບບ​ນີ້​ມາ​ກ່ອນ. ພວກ​ຜູ້​ນຳ​ຂອງ​ໂລກ​ຢາກ​ໃຫ້​ເຮົາ​ຄິດ​ວ່າ​ພວກ​ເຂົາ​ສາມາດ​ຄວບຄຸມ​ສະຖານະການ​ແລະ​ແກ້ໄຂ​ບັນຫາ​ຕ່າງໆຂອງ​ໂລກ​ໄດ້​ແລ້ວ. ແຕ່​ພວກ​ເຂົາ​ບໍ່​ສາມາດ​ຄວບຄຸມ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ຈາກ​ນັ້ນ​ໄດ້! ເປັນ​ຫຍັງ? ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: ໃນ​ຕອນ​ນັ້ນ “ຄວາມ​ພິນາດ​ຈະ​ເກີດ​ກັບ​ພວກ​ເຂົາ​ທັນທີ . . . ແລະ​ພວກ​ເຂົາ​ຈະ​ບໍ່​ມີ​ທາງ​ໜີ​ພົ້ນ​ໄດ້​ເລີຍ.”—1 ເທ. 5:3, ລ.ມ.

2 ມີ​ຄຳຖາມ​ສຳຄັນ​ທີ່​ເຮົາ​ຕ້ອງ​ຮູ້​ຄຳຕອບ​ຄື: ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ໄລຍະ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່”? ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃນ​ຕອນ​ນັ້ນ? ແລະ​ເຮົາ​ຈະ​ກຽມ​ຕົວ​ເອງ​ໃຫ້​ພ້ອມ​ໃນ​ຕອນ​ນີ້​ໄດ້​ແນວ​ໃດ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່​ສະເໝີ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່?—ມັດ. 24:21, ລ.ມ.

ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ໄລຍະ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່”?

3. ຕາມ​ຄຳປາກົດ 17:5, 15-18 ພະເຈົ້າ​ຈະ​ທຳລາຍ “ບາບີໂລນ​ໃຫຍ່” ແນວ​ໃດ?

3 ອ່ານ​ຄຳປາກົດ 17:5, 15-18. “ບາບີໂລນ​ໃຫຍ່” ຈະ​ຖືກ​ທຳລາຍ! ດັ່ງ​ທີ່​ໄດ້​ເວົ້າ​ຂ້າງ​ເທິງ ພວກ​ຜູ້​ນຳ​ຂອງ​ໂລກ​ຈະ​ບໍ່​ສາມາດ​ຄວບຄຸມ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ເວລາ​ນັ້ນ​ໄດ້. ເປັນ​ຫຍັງ? ເພາະ “ພະເຈົ້າ [ຈະ] ໄດ້​ໂຜດ​ໃຫ້​ເຂົາ​ກະທຳ​ຕາມ​ນ້ຳໃຈ [“ຄວາມ​ຄິດ,” ລ.ມ.] ຂອງ​ພະອົງ.” ຄວາມ​ຄິດ​ນີ້​ແມ່ນ​ຫຍັງ? ແມ່ນ​ການ​ທຳລາຍ​ກຸ່ມ​ສາສະໜາ​ປອມ​ທັງ​ໝົດ​ເຊິ່ງ​ລວມ​ເຖິງ​ຄລິດ​ສາສະໜາ​ຈັກ. * ພະເຈົ້າ​ຈະ​ເອົາ​ຄວາມ​ຄິດ​ຂອງ​ພະອົງ​ໃສ່​ໃຫ້ “ເຂົາ 10 ອັນ” ຂອງ “ສັດ​ຮ້າຍ​ຕົວ​ໜຶ່ງ​ສີ​ແດງ​ຈັດ.” ເຂົາ 10 ອັນ​ແມ່ນ​ອຳນາດ​ທາງ​ການ​ເມືອງ​ທັງ​ໝົດ​ທີ່​ສະໜັບສະໜູນ “ສັດ​ຮ້າຍ” ເຊິ່ງ​ສັດ​ຮ້າຍ​ແມ່ນ​ອົງການ​ສະຫະປະຊາຊາດ. (ຄຳປ. 17:3, 11-13; 18:8) ເມື່ອ​ອຳນາດ​ທາງ​ການ​ເມືອງ​ເຫຼົ່າ​ນັ້ນ​ໂຈມຕີ​ສາສະໜາ​ປອມ ນັ້ນ​ກໍ​ຈະ​ເປັນ​ສັນຍານ​ບອກ​ວ່າ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ໄດ້​ເລີ່ມ​ຂຶ້ນ​ແລ້ວ. ເຫດການ​ນີ້​ຈະ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ແລະ​ເປັນ​ຕາ​ຢ້ານ​ຫຼາຍ​ເຊິ່ງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ທຸກ​ຄົນ​ເທິງ​ໂລກ.

4. (ກ) ຊາດ​ຕ່າງໆອາດ​ຈະ​ໃຊ້​ເຫດຜົນ​ຫຍັງ​ໃນ​ການ​ໂຈມຕີ​ສາສະໜາ​ປອມ? (ຂ) ຄົນ​ທີ່​ເຄີຍ​ເປັນ​ສະມາຊິກ​ຂອງ​ສາສະໜາ​ອາດ​ຈະ​ເຮັດ​ຫຍັງ?

4 ເຮົາ​ບໍ່​ຮູ້​ວ່າ​ຊາດ​ຕ່າງໆອາດ​ຈະ​ໃຊ້​ເຫດຜົນ​ຫຍັງ​ໃນ​ການ​ໂຈມຕີ​ບາບີໂລນ​ໃຫຍ່. ພວກ​ເຂົາ​ອາດ​ບອກ​ວ່າ ສາສະໜາ​ຂອງ​ໂລກ​ເປັນ​ອຸປະສັກ​ຂັດ​ຂວາງ​ສັນຕິພາບ​ແລະ​ພະຍາຍາມ​ມີ​ອິດທິພົນ​ຕໍ່​ສິ່ງ​ທີ່​ລັດຖະບານ​ເຮັດ ຫຼື​ພວກ​ເຂົາ​ອາດ​ບອກ​ວ່າ ອົງການ​ສາສະໜາ​ເຫຼົ່າ​ນັ້ນ​ຮັ່ງມີ​ແລະ​ມີ​ຊັບ​ສົມບັດ​ຫຼາຍ​ເກີນ​ໄປ. (ຄຳປ. 18:3, 7) ຕອນ​ທີ່​ພວກ​ເຂົາ​ໂຈມຕີ​ສາສະໜາ​ປອມ ພວກ​ເຂົາ​ອາດ​ບໍ່​ໄດ້​ທຳລາຍ​ສະມາຊິກ ຂອງ​ສາສະໜາ​ທຸກ​ຄົນ. ແຕ່​ເບິ່ງ​ຄື​ວ່າ​ໃນ​ການ​ໂຈມຕີ​ນັ້ນ ພວກ​ເຂົາ​ຈະ​ທຳລາຍ​ອົງການ​ສາສະໜາ. ຕອນ​ນັ້ນ ຄົນ​ທີ່​ເຄີຍ​ເປັນ​ສະມາຊິກ​ຂອງ​ສາສະໜາ​ກໍ​ຈະ​ຮູ້​ວ່າ​ຜູ້​ນຳ​ສາສະໜາ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ສັນຍາ​ໄວ້ ດັ່ງ​ນັ້ນ ພວກ​ເຂົາ​ອາດ​ບອກ​ວ່າ​ຕົວ​ເອງ​ບໍ່​ໄດ້​ກ່ຽວ​ຂ້ອງ​ຫຍັງ​ກັບ​ສາສະໜາ​ເຫຼົ່າ​ນັ້ນ.

5. ພະ​ເຢໂຫວາ​ສັນຍາ​ຫຍັງ​ກ່ຽວ​ກັບ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່ ແລະ​ຍ້ອນ​ຫຍັງ?

5 ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ການ​ທຳລາຍ​ບາບີໂລນ​ໃຫຍ່​ຈະ​ໃຊ້​ເວລາ​ດົນ​ສ່ຳ​ໃດ ແຕ່​ເຮົາ​ຮູ້​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ເວລາ​ສັ້ນໆ. (ຄຳປ. 18:10, 21) ພະ​ເຢໂຫວາ​ສັນຍາ​ວ່າ​ພະອົງ​ຈະ “ຕັດ​ວັນ​ທັງ​ຫຼາຍ​ນັ້ນ​ໃຫ້​ສັ້ນ​ເຂົ້າ” ເພື່ອ “ຄົນ​ທັງ​ຫຼາຍ​ທີ່​ເລືອກ​ໄວ້” ແລະ​ສາສະໜາ​ແທ້​ຈະ​ລອດ​ຜ່ານ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່. (ມໂກ. 13:19, 20) ແຕ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ຈົນ​ຮອດ​ສົງຄາມ​ອະລະມະເຄໂດນ?

ສົ່ງເສີມ​ການ​ນະມັດສະການ​ແທ້​ຕໍ່ໆໄປ

6. ເປັນ​ຫຍັງ​ການ​ແຍກ​ອອກ​ຈາກ​ສາສະໜາ​ປອມ​ຍັງ​ບໍ່​ພຽງ​ພໍ?

6 ດັ່ງ​ທີ່​ໄດ້​ພິຈາລະນາ​ໃນ​ບົດ​ຄວາມ​ກ່ອນ ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ນະມັດສະການ​ພະອົງ​ແຍກ​ຕົວ​ອອກ​ຈາກ​ສາສະໜາ​ປອມ. ແຕ່​ເທົ່າ​ນັ້ນ​ຍັງ​ບໍ່​ພຽງ​ພໍ ເຮົາ​ຕ້ອງ​ຕັ້ງ​ໃຈ​ສົ່ງເສີມ​ສາສະໜາ​ແທ້ ເຊິ່ງ​ກໍ​ຄື​ການ​ນະມັດສະການ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ 2 ວິທີ​ທີ່​ເຮົາ​ເຮັດ​ໄດ້.

ຂໍ​ໃຫ້​ເຮົາ​ຢ່າ​ຂາດ​ການ​ປະຊຸມ​ເຖິງ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ລຳບາກ (ເບິ່ງ​ຂໍ້ 7) *

7. (ກ) ເຮົາ​ຈະ​ເຮັດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ຂ) ເປັນ​ຫຍັງ​ເຫບເລີ 10:24, 25 ບອກ​ວ່າ​ເຮົາ​ຕ້ອງ​ປະຊຸມ​ກັນ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ໂດຍ​ສະເພາະ​ຕອນ​ນີ້?

7 ວິທີ​ທຳອິດ​ຄື ເຮົາ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ​ຕໍ່​ໄປ. ເຮົາ​ບໍ່​ຍອມ​ຮັບ​ຄ່າ​ນິຍົມ​ແລະ​ມາດຕະຖານ​ຂອງ​ໂລກ​ນີ້. ຕົວຢ່າງ: ເຮົາ​ຈະ​ບໍ່​ຍອມ​ຮັບ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທຸກ​ຮູບ​ແບບ ເຊິ່ງ​ລວມ​ເຖິງ​ການ​ແຕ່ງ​ດອງ​ລະຫວ່າງ​ເພດ​ດຽວ​ກັນ ແລະ​ການ​ໃຊ້​ຊີວິດ​ແບບ​ຮັກ​ຮ່ວມ​ເພດ. (ມັດ. 19:4, 5; ໂລມ 1:26, 27) ວິທີ​ທີ​ສອງ​ຄື ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່​ນ້ອງ​ຄລິດສະຕຽນ​ຕໍ່​ໄປ. ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ ເຮົາ​ຈະ​ນະມັດສະການ​ພະ​ເຢໂຫວາ​ຢູ່​ຫໍ​ປະຊຸມ ເມື່ອ​ຈຳເປັນ​ກໍ​ປະຊຸມ​ຢູ່​ເຮືອນ​ສ່ວນ​ຕົວ ຫຼື​ຢູ່​ບ່ອນ​ລັບໆ. ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ເຮົາ​ກໍ​ຈະ​ບໍ່​ເຊົາ​ໄປ​ປະຊຸມ. ທີ່​ຈິງ ເຮົາ​ຕ້ອງ​ປະຊຸມ​ຮ່ວມ​ກັນ​ໃຫ້ “ມາກ​ກວ່າ​ນັ້ນ​ອີກ​ເພາະ [ເຮົາ] ເຫັນ​ວ່າ​ວັນ​ນັ້ນ​ພວມ​ຫຍັບ​ເຂົ້າ​ມາ.”—ອ່ານ​ເຫບເລີ 10:24, 25

8. ຂ່າວ​ສານ​ທີ່​ເຮົາ​ປະກາດ​ອາດ​ຈະ​ປ່ຽນ​ໄປ​ແນວ​ໃດ​ໃນ​ອະນາຄົດ?

8 ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່ ຂ່າວ​ສານ​ທີ່​ເຮົາ​ປະກາດ​ອາດ​ຈະ​ປ່ຽນ​ໄປ. ຕອນ​ນີ້​ເຮົາ​ປະກາດ​ຂ່າວ​ດີ​ແລະ​ພະຍາຍາມ​ໄປ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ. ແຕ່​ໃນ​ຕອນ​ນັ້ນ ເຮົາ​ອາດ​ຕ້ອງ​ປະກາດ​ຂ່າວ​ສານ​ແບບ​ກົງໆແລະ​ຮຸນແຮງ​ປານ​ໝາກ​ເຫັບ​ຕົກ​ຫ່າ​ໃຫຍ່. (ຄຳປ. 16:21) ເຮົາ​ອາດ​ຕ້ອງ​ປະກາດ​ວ່າ ອີກ​ບໍ່​ດົນ​ໂລກ​ຂອງ​ຊາຕານ​ຈະ​ຖືກ​ທຳລາຍ. ເມື່ອ​ເຖິງ​ເວລາ​ເຮົາ​ກໍ​ຈະ​ຮູ້​ວ່າ​ຈະ​ປະກາດ​ຂ່າວ​ສານ​ຫຍັງ​ແລະ​ໃຊ້​ວິທີ​ໃດ. ເຮົາ​ຈະ​ໃຊ້​ວິທີ​ເກົ່າ​ທີ່​ເຮັດ​ມາ​ຫຼາຍ​ກວ່າ​ຮ້ອຍ​ປີ​ບໍ່ ຫຼື​ຈະ​ປ່ຽນ​ເປັນ​ວິທີ​ອື່ນ? ເຮົາ​ຕ້ອງ​ຖ້າ​ເບິ່ງ​ຕໍ່​ໄປ. ບໍ່​ວ່າ​ຈະ​ເປັນ​ແນວ​ໃດ ກໍ​ເບິ່ງ​ຄື​ວ່າ​ເຮົາ​ໄດ້​ຮັບ​ສິດທິ​ພິເສດ​ທີ່​ຈະ​ປະກາດ​ຄຳ​ພິພາກສາ​ຂອງ​ພະ​ເຢໂຫວາ​ຢ່າງ​ກ້າຫານ.—ເອເຊກ. 2:3-5

9. ຊາດ​ຕ່າງໆອາດ​ພະຍາຍາມ​ເຮັດ​ຫຍັງ​ຕໍ່​ກັບ​ຂ່າວ​ສານ​ທີ່​ເຮົາ​ປະກາດ ແຕ່​ເຮົາ​ສາມາດ​ໝັ້ນ​ໃຈ​ຫຍັງ​ໄດ້?

9 ມີ​ຄວາມ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ສຸດ​ວ່າ ຂ່າວ​ສານ​ທີ່​ເຮົາ​ປະກາດ​ຈະ​ຍົວະ​ໃຫ້​ຊາດ​ຕ່າງໆພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ປະກາດ​ເລີຍ. ຄື​ກັບ​ຕອນ​ນີ້​ທີ່​ເຮົາ​ເພິ່ງ​ພະ​ເຢໂຫວາ​ໃຫ້​ພະອົງ​ຊ່ວຍ​ໃນ​ເຮັດ​ວຽກ​ຮັບໃຊ້ ໃນ​ຕອນ​ນັ້ນ​ເຮົາ​ກໍ​ຕ້ອງ​ເພິ່ງ​ພະອົງ​ຄື​ກັນ. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ກັບ​ເຮົາ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພະອົງ​ໄດ້​ສຳເລັດ.—ມີເກ 3:8

ກຽມ​ພ້ອມ​ສະເໝີ​ສຳລັບ​ການ​ຖືກ​ໂຈມຕີ

10. ຕາມ​ທີ່​ບອກ​ໄວ້​ໃນ​ລືກາ 21:25-28 ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເຮັດ​ໃຫ້​ຜູ້​ຄົນ​ສ່ວນ​ຫຼາຍ​ຮູ້ສຶກ​ແນວ​ໃດ?

10 ອ່ານ​ລືກາ 21:25-28. ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່ ຜູ້​ຄົນ​ຈະ​ຕົກໃຈ​ແຮງ​ເມື່ອ​ເຫັນ​ວ່າ​ທຸກ​ສິ່ງ​ທີ່​ພວກ​ເຂົາ​ເຄີຍ​ຄິດ​ວ່າ​ຈະ​ເພິ່ງ​ພາ​ໄດ້​ຕະຫຼອດ​ໄປ​ກຳລັງ​ຖືກ​ທຳລາຍ. ພວກ​ເຂົາ​ຈະ​ມີ “ຄວາມ​ທຸກ​ເດືອດຮ້ອນ” ແລະ​ຢ້ານ​ວ່າ​ຕົວ​ເອງ​ຈະ​ຕາຍ​ໃນ​ໄລຍະ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ຂອງ​ປະຫວັດສາດ​ມະນຸດ. (ຊໂຟ. 1:14, 15, ລ.ມ.) ໃນ​ຕອນ​ນັ້ນ ແມ່ນ​ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ກໍ​ຈະ​ມີ​ຊີວິດ​ທີ່​ຍາກ​ລຳບາກ​ຂຶ້ນ. ເນື່ອງ​ຈາກ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ ເຮົາ​ອາດ​ຕ້ອງ​ປະສົບ​ບັນຫາ​ທີ່​ຫຍຸ້ງຍາກ​ຫຼາຍ​ຢ່າງ ແລະ​ເຮົາ​ອາດ​ຈະ​ຂາດ​ບາງ​ສິ່ງ​ທີ່​ຈຳເປັນ.

11. (ກ) ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ຊາດ​ຕ່າງໆ? (ຂ) ເປັນ​ຫຍັງ​ເຮົາ​ບໍ່​ຕ້ອງ​ຢ້ານ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່?

11 ໃນ​ຕອນ​ນັ້ນ ຄົນ​ຂອງ​ສາສະໜາ​ທີ່​ຖືກ​ທຳລາຍ​ອາດ​ໃຈ​ຮ້າຍ​ຫຼາຍ​ທີ່​ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ຖືກ​ທຳລາຍ​ນຳ. ພວກ​ເຂົາ​ຈະ​ສະແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ​ວ່າ​ບໍ່​ພໍ​ໃຈ​ແຮງ ບາງ​ທີ​ອາດ​ຈະ​ສະແດງ​ຜ່ານ​ທາງ​ອິນເຕີເນັດ. ຊາດ​ຕ່າງໆແລະ​ຜູ້​ນຳ​ຂອງ​ພວກ​ເຂົາ​ຄື​ຊາຕານ​ຈະ​ກຽດ​ຊັງ​ເຮົາ​ຫຼາຍ ເພາະ​ເຮົາ​ເປັນ​ສາສະໜາ​ດຽວ​ທີ່​ຍັງ​ເຫຼືອ​ຢູ່. ພວກ​ເຂົາ​ບໍ່​ສາມາດ​ທຳລາຍ​ທຸກ​ສາສະໜາ​ໃຫ້​ໝົດ​ໄປ​ຈາກ​ໂລກ​ໄດ້. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ພວກ​ເຂົາ. ຕອນ​ນັ້ນ ຊາດ​ຕ່າງໆຈະ​ກາຍ​ເປັນ​ໂຄກ​ແຫ່ງ​ມາໂຄກ. * ພວກ​ເຂົາ​ຈະ​ຮ່ວມ​ມື​ກັນ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຢ່າງ​ສຸດ​ກຳລັງ. (ເອເຊກ. 38:2, 14-16) ເນື່ອງ​ຈາກ​ເຮົາ​ບໍ່​ຮູ້​ລາຍ​ລະອຽດ​ທັງ​ໝົດ ເຮົາ​ຈຶ່ງ​ອາດ​ກັງວົນ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ແດ່​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່. ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ຄື: ເຮົາ​ບໍ່​ຕ້ອງ​ຢ້ານ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່ ເພາະ​ພະ​ເຢໂຫວາ​ຈະ​ບອກ​ວິທີ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ຊີວິດ. (ເພງ. 34:19) ເຮົາ​ຈະ​ສາມາດ “ເບິ່ງ​ທາງ​ເທິງ [“ຢືນ​ໂຕ​ຊື່,” ລ.ມ.] ແລະ​ເງີຍ​ຫົວ​ຂຶ້ນ” ເພາະ​ເຮົາ​ຮູ້​ວ່າ ‘ຄວາມ​ພົ້ນ​ຂອງ​ເຮົາ​ກໍ​ມາ​ໃກ້​ແລ້ວ.’ *

12. “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ໄດ້​ກຽມ​ເຮົາ​ໃຫ້​ພ້ອມ​ແນວ​ໃດ​ສຳລັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ?

12 “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ໄດ້​ກຽມ​ເຮົາ​ໃຫ້​ພ້ອມ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່. (ມັດ. 24:45, ລ.ມ.) ພວກ​ເຂົາ​ໄດ້​ເຮັດ​ໄປ​ແລ້ວ​ຫຼາຍ​ວິທີ. ຕົວຢ່າງ​ໜຶ່ງ​ຄື: ການ​ປະຊຸມ​ພາກ​ປີ 2016-2018 ໄດ້​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນ​ລັກສະນະ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ໃຫ້​ຫຼາຍ​ຂຶ້ນ​ເມື່ອ​ວັນ​ຂອງ​ພະ​ເຢໂຫວາ​ໃກ້​ເຂົ້າ​ມາ. ໃຫ້​ເຮົາ​ມາ​ທວນ​ຄືນ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ນຳ​ກັນ​ສັ້ນໆ.

ເສີມ​ສ້າງ​ຄວາມ​ພັກດີ ຄວາມ​ອົດ​ທົນ​ແລະ​ຄວາມ​ກ້າຫານ​ຂອງ​ເຈົ້າ​ຢູ່​ເລື້ອຍໆ

ກຽມ​ຕົວ​ຕັ້ງ​ແຕ່​ຕອນ​ນີ້​ເພື່ອ​ຈະ​ລອດ​ຊີວິດ​ຜ່ານ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່” (ເບິ່ງ​ຂໍ້ 13-16) *

13. ເຮົາ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ຕັ້ງ​ແຕ່​ດຽວ​ນີ້?

13 ຄວາມ​ພັກດີ: ຫົວ​ຂໍ້​ການ​ປະຊຸມ​ພາກ​ປີ 2016 ຄື “ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ!” ການ​ປະຊຸມ​ນີ້​ສອນ​ເຮົາ​ວ່າ ຖ້າ​ເຮົາ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ພັກດີ​ຕໍ່​ພະອົງ. ເຮົາ​ໄດ້​ຮັບ​ການ​ເຕືອນ​ຈາກ​ການ​ປະຊຸມ​ນີ້​ວ່າ ເຮົາ​ຈະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ​ໄດ້​ໂດຍ​ອະທິດຖານ​ຈາກ​ຫົວໃຈ​ແລະ​ດຸ​ໝັ່ນ​ສຶກສາ​ຄຳພີ​ໄບເບິນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ພະລັງ​ທີ່​ຈະ​ເອົາ​ຊະນະ​ໄດ້​ເຖິງ​ວ່າ​ຈະ​ຖືກ​ການ​ທົດ​ສອບ​ທີ່​ຍາກ​ທີ່​ສຸດ. ແຮ່ງ​ໂລກ​ຂອງ​ຊາຕານ​ໃກ້​ຈະ​ຖືກ​ທຳລາຍ ເຮົາ​ກໍ​ແຮ່ງ​ຄາດ​ໝາຍ​ໄດ້​ເລີຍ​ວ່າ​ຄວາມ​ພັກດີ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ການ​ປົກຄອງ​ຂອງ​ພະອົງ​ຈະ​ຖືກ​ທົດ​ສອບ​ຫຼາຍ​ຂຶ້ນ ແລະ​ຜູ້​ຄົນ​ກໍ​ຈະ​ເວົ້າ​ໃສ່​ເຮົາ​ບໍ່​ເຊົາ. (2 ເປ. 3:3, 4) ສິ່ງ​ນີ້​ອາດ​ເກີດ​ຂຶ້ນ​ໂດຍ​ສະເພາະ​ເມື່ອ​ເຮົາ​ຮັກສາ​ຄວາມ​ເປັນ​ກາງ​ທາງ​ການ​ເມືອງ ເຮົາ​ຕ້ອງ​ເສີມ​ສ້າງ​ຄວາມ​ພັກດີ​ໃຫ້​ຫຼາຍ​ຂຶ້ນ​ໃນ​ຕອນ​ນີ້​ເພື່ອ​ເຮົາ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່.

14. (ກ) ຈະ​ມີ​ການ​ປ່ຽນ​ແປງ​ຫຍັງ​ກ່ຽວ​ກັບ​ພີ່​ນ້ອງ​ຊາຍ​ທີ່​ນຳ​ໜ້າ​ເທິງ​ໂລກ? (ຂ) ເປັນ​ຫຍັງ​ເຮົາ​ຕ້ອງ​ພັກດີ​ໃນ​ຕອນ​ນັ້ນ?

14 ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ມີ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ພີ່​ນ້ອງ​ຊາຍ​ທີ່​ນຳ​ໜ້າ​ເທິງ​ໂລກ. ໃນ​ຕອນ​ນັ້ນ ຜູ້​ຖືກ​ເຈີມ​ທີ່​ຍັງ​ເຫຼືອ​ທຸກ​ຄົນ​ຈະ​ຖືກ​ຮັບ​ໄປ​ສະຫວັນ​ເພື່ອ​ຮ່ວມ​ເຮັດ​ສົງຄາມ​ອະລະມະເຄໂດນ. (ມັດ. 24:31; ຄຳປ. 2:26, 27) ນີ້​ໝາຍ​ຄວາມ​ວ່າ​ຄະນະ​ກຳມະການ​ປົກຄອງ​ຈະ​ບໍ່​ຢູ່​ໂລກ​ກັບ​ເຮົາ​ແລ້ວ. ແຕ່​ຊົນ​ຝູງ​ໃຫຍ່​ຈະ​ຍັງ​ໄດ້​ຮັບ​ການ​ຈັດ​ລະບຽບ. ພີ່​ນ້ອງ​ທີ່​ເປັນ​ແກະ​ອື່ນ​ເຊິ່ງ​ມີ​ຄຸນສົມບັດ​ທີ່​ເໝາະ​ສົມ​ຈະ​ນຳ​ໜ້າ​ພວກ​ເຮົາ. ໃນ​ຕອນ​ນັ້ນ​ເຮົາ​ຈະ​ຕ້ອງ​ສະແດງ​ຄວາມ​ພັກດີ​ໂດຍ​ສະໜັບສະໜູນ​ພີ່​ນ້ອງ​ທີ່​ນຳ​ໜ້າ​ເຫຼົ່າ​ນັ້ນ ແລະ​ເຮັດ​ຕາມ​ການ​ຊີ້​ນຳ​ທີ່​ພວກ​ເຂົາ​ໄດ້​ຮັບ​ຈາກ​ພະເຈົ້າ. ຖ້າ​ເຮົາ​ຢາກ​ລອດ ເຮົາ​ກໍ​ຕ້ອງ​ເຮັດ!

15. ເຮົາ​ຈະ​ມີ​ຄວາມ​ອົດ​ທົນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ​ເຮັດ​ຕັ້ງ​ແຕ່​ດຽວ​ນີ້?

15 ຄວາມ​ອົດ​ທົນ: ຫົວ​ຂໍ້​ການ​ປະຊຸມ​ພາກ​ປີ 2017 ຄື: “ຢ່າ​ຍອມ​ແພ້!” ການ​ປະຊຸມ​ນີ້​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ການ​ທົດ​ສອບ​ໄດ້​ຫຼາຍ​ຂຶ້ນ. ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຄວາມ​ອົດ​ທົນ​ຂອງ​ເຮົາ​ຂຶ້ນ​ຢູ່​ກັບ​ການ​ທີ່​ເຮົາ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ສະຖານະການ. (ໂລມ 12:12) ຂໍ​ໃຫ້​ເຮົາ​ຢ່າ​ລືມ​ຄຳ​ສັນຍາ​ຂອງ​ພະ​ເຍຊູ​ທີ່​ວ່າ: “ຜູ້​ໃດ​ທີ່​ຈະ​ອົດ​ທົນ​ເຖິງ​ທີ່​ສຸດຜູ້​ນັ້ນ​ຈະ​ພົ້ນ.” (ມັດ. 24:13) ຄຳ​ສັນຍາ​ນີ້​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ຮັກສາ​ຄວາມ​ສັດ​ຊື່​ບໍ່​ວ່າ​ເຮົາ​ຈະ​ປະສົບ​ບັນຫາ​ແບບ​ໃດ​ກໍ​ຕາມ. ຖ້າ​ເຮົາ​ອົດ​ທົນ​ກັບ​ການ​ທົດ​ສອບ​ທຸກ​ຢ່າງ​ຕັ້ງ​ແຕ່​ຕອນ​ນີ້ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ​ກ່ອນ​ທີ່​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ​ຂຶ້ນ.

16. ຄວາມ​ກ້າຫານ​ມາ​ຈາກ​ໃສ ແລະ​ເຮົາ​ຈະ​ກ້າຫານ​ຫຼາຍ​ຂຶ້ນ​ຕັ້ງ​ແຕ່​ຕອນ​ນີ້​ໄດ້​ແນວ​ໃດ?

16 ຄວາມ​ກ້າຫານ: ຫົວ​ຂໍ້​ການ​ປະຊຸມ​ພາກ​ປີ 2018 ຄື “ຂໍ​ໃຫ້​ກ້າຫານ!” ການ​ປະຊຸມ​ນີ້​ຊ່ວຍ​ເຮົາ​ໃຫ້​ຈື່​ສະເໝີ​ວ່າ​ຄວາມ​ກ້າຫານ​ບໍ່​ໄດ້​ເກີດ​ຈາກ​ຄວາມ​ສາມາດ​ຂອງ​ເຮົາ​ເອງ. ຄື​ກັບ​ຄວາມ​ອົດ​ທົນ ຄວາມ​ກ້າຫານ​ທີ່​ແທ້​ຈິງ​ກໍ​ເກີດ​ຈາກ​ການ​ທີ່​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ. ເຮົາ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ໂດຍ​ການ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ແລະ​ຄິດ​ຕຶກຕອງ​ວ່າ​ພະ​ເຢໂຫວາ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ແນວ​ໃດ​ໃນ​ອະດີດ. (ເພງ. 68:20; 2 ເປ. 2:9) ເມື່ອ​ຊາດ​ຕ່າງໆໂຈມຕີ​ເຮົາ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່ ເຮົາ​ຈະ​ຕ້ອງ​ກ້າຫານ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ​ໃຫ້​ຫຼາຍ​ກວ່າ​ແຕ່​ກ່ອນ. (ເພງ. 112:7, 8; ເຫບ. 13:6) ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ຕັ້ງ​ແຕ່​ຕອນ​ນີ້ ເຮົາ​ກໍ​ຈະ​ມີ​ຄວາມ​ກ້າຫານ​ທີ່​ຈຳເປັນ​ຕອນ​ທີ່​ໂຄກ​ມາ​ໂຈມຕີ. *

ຄອຍ​ຖ້າ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດ

ອີກ​ບໍ່​ດົນ​ພະ​ເຍຊູ​ແລະ​ກອງທັບ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ສະຫວັນ​ຈະ​ມາ​ທຳລາຍ​ສັດຕູ​ຂອງ​ພະເຈົ້າ​ໃນ​ສົງຄາມ​ອະລະມະເຄໂດນ! (ເບິ່ງ​ຂໍ້ 17)

17. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຢ້ານ​ສົງຄາມ​ອະລະມະເຄໂດນ? (ເບິ່ງ​ຮູບ​ໜ້າ​ປົກ)

17 ດັ່ງ​ທີ່​ບອກ​ໄວ້​ໃນ​ບົດ​ຄວາມ​ກ່ອນ ພວກ​ເຮົາ​ສ່ວນ​ຫຼາຍ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ. ແຕ່​ເຮົາ​ຍັງ​ຫວັງ​ວ່າ​ຈະ​ລອດ​ຜ່ານ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່. ສົງຄາມ​ອະລະມະເຄໂດນ​ຈະ​ທຳລາຍ​ໂລກ​ຊົ່ວ​ໃຫ້​ໝົດ​ສ້ຽງ ແຕ່​ເຮົາ​ບໍ່​ຕ້ອງ​ຢ້ານ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ນີ້​ແມ່ນ​ສົງຄາມ​ຂອງ​ພະ​ເຢໂຫວາ. (ສຸພາ. 1:33; ເອເຊກ. 38:18-20; ຊກາ. 14:3) ເມື່ອ​ພະ​ເຢໂຫວາ​ອອກ​ຄຳ​ສັ່ງ ພະ​ເຍຊູ​ກໍ​ຈະ​ນຳ​ກອງທັບ​ຂອງ​ພະເຈົ້າ​ອອກ​ໄປ​ຕໍ່​ສູ້. ພະ​ເຍຊູ​ກັບ​ຜູ້​ຖືກ​ເຈີມ​ແລະ​ທູດ​ສະຫວັນ​ຈຳນວນ​ມະຫາສານ​ຈະ​ຄຽງບ່າຄຽງໄຫຼ່​ກັນ​ໄປ​ຕໍ່​ສູ້​ກັບ​ຊາຕານ ພວກ​ຜີ​ປີສາດ ແລະ​ກອງທັບ​ຂອງ​ມັນ​ທີ່​ຢູ່​ເທິງ​ໂລກ.—ດາ. 12:1; ຄຳປ. 6:2; 17:14

18. (ກ) ພະ​ເຢໂຫວາ​ຮັບຮອງ​ຫຍັງ​ກັບ​ເຮົາ? (ຂ) ຄຳປາກົດ 7:9, 13-17 ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຍັງ​ກ່ຽວ​ກັບ​ອະນາຄົດ?

18 ພະ​ເຢໂຫວາ​ຮັບຮອງ​ກັບ​ເຮົາ​ວ່າ: “ບໍ່​ມີ​ອາວຸດ​ອັນ​ໃດ​ທີ່​ສ້າງ​ຂຶ້ນ​ມາ​ຕໍ່​ສູ້​ເຈົ້າ​ຈະ​ທຳ​ຮ້າຍ​ເຈົ້າ​ໄດ້.” (ເອຊາ. 54:17, ລ.ມ.) “ຝູງ​ຄົນ​ເປັນ​ອັນ​ມາກ” ຫຼື​ຊົນ​ຝູງ​ໃຫຍ່​ເຊິ່ງ​ເປັນ​ຜູ້​ນະມັດສະການ​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ລອດ​ຊີວິດ “ຈາກ​ຄວາມ​ທຸກ​ທໍລະມານ​ມາກ​ຫຼາຍ [ຫຼື “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່,” ລ.ມ.]” ຫຼັງ​ຈາກ​ນັ້ນ ພວກ​ເຂົາ​ກໍ​ຈະ​ຮັບໃຊ້​ພະອົງ​ຕໍ່ໆໄປ. (ອ່ານ​ຄຳປາກົດ 7:9, 13-17) ຄຳພີ​ໄບເບິນ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ກ່ຽວ​ກັບ​ອະນາຄົດ! ເຮົາ​ຮູ້​ວ່າ “ພະ​ເຢໂຫວາ​ປົກ​ປ້ອງ​ກັ້ນ​ຮັກສາ​ຄົນ​ສັດ​ຊື່​ທັງ​ຫຼາຍ.” (ເພງ. 31:23) ທຸກ​ຄົນ​ທີ່​ຮັກ​ແລະ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ພະອົງ​ພິສູດ​ວ່າ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ.—ເອເຊກ. 38:23

19. ສິ່ງ​ທີ່​ດີ​ເລີດ​ອັນ​ໃດ​ທີ່​ລໍ​ຖ້າ​ເຮົາ​ຢູ່​ໃນ​ອະນາຄົດ​ອັນ​ໃກ້​ນີ້?

19 ລອງ​ຄິດ​ເບິ່ງ​ວ່າ​ຂໍ້​ຄວາມ​ໃນ 2 ຕີໂມເຕ 3:2-5 ຈະ​ຂຽນ​ແນວ​ໃດ​ກ່ຽວ​ກັບ​ຜູ້​ຄົນ​ໃນ​ໂລກ​ໃໝ່​ທີ່​ບໍ່​ໄດ້​ຮັບ​ອິດທິພົນ​ຂອງ​ຊາຕານ. (ເບິ່ງ​ຂອບ “ ຜູ້​ຄົນ​ໃນ​ສະໄໝ​ນັ້ນ​ເປັນ​ແນວ​ໃດ?”) ພີ່​ນ້ອງ ຈອດສ໌ ແກນກັດສ໌ * ເຊິ່ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ບອກ​ວ່າ: “ໂລກ​ນີ້​ຄື​ຊິ​ເປັນ​ຕາ​ຢູ່​ຫຼາຍ​ແທ້ໆ ເພາະ​ທຸກ​ຄົນ​ນະມັດສະການ​ພະ​ເຢໂຫວາ! ອີກ​ບໍ່​ດົນ​ເຈົ້າ​ກໍ​ຈະ​ມີ​ສິດທິ​ພິເສດ​ຢູ່​ໃນ​ໂລກ​ໃໝ່ ເຈົ້າ​ຈະ​ມີ​ຊີວິດ​ຍືນ​ຍາວ​ເທົ່າ​ທີ່​ພະ​ເຢໂຫວາ​ມີ​ຊີວິດ​ຢູ່. ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.” ນີ້​ເປັນ​ຄວາມ​ຫວັງ​ທີ່​ດີ​ເລີດ​ແທ້ໆ!

ເພງ 122 ຂໍ​ໃຫ້​ຢືນຢັດ​ໝັ້ນ​ຄົງ!

^ ຂໍ້ 5 ເຮົາ​ຮູ້​ວ່າ​ອີກ​ບໍ່​ດົນ​ທຸກ​ຄົນ​ຈະ​ຕ້ອງ​ປະສົບ​ກັບ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່.” ໃນ​ຕອນ​ນັ້ນ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ? ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ? ແລະ​ເຮົາ​ຕ້ອງ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ໄດ້?

^ ຂໍ້ 3 ການ​ອະທິບາຍ​ສຳນວນ: ຄລິດ​ສາສະໜາ​ຈັກ​ຄື ສາສະໜາ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ ແຕ່​ບໍ່​ໄດ້​ສອນ​ຜູ້​ຄົນ​ໃຫ້​ນະມັດສະການ​ພະ​ເຢໂຫວາ​ຕາມ​ມາດຕະຖານ​ຂອງ​ພະອົງ.

^ ຂໍ້ 11 ການ​ອະທິບາຍ​ສຳນວນ: ໂຄກ​ແຫ່ງ​ມາໂຄກ (ເອີ້ນ​ສັ້ນໆວ່າ ໂຄກ) ໝາຍ​ເຖິງ​ກຸ່ມ​ຊາດ​ຕ່າງໆທີ່​ລວມ​ຕົວ​ກັນ​ມາ​ໂຈມຕີ​ຜູ້​ນະມັດສະການ​ພະ​ເຢໂຫວາ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່.

^ ຂໍ້ 11 ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ເຫດການ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ສົງຄາມ​ອະລະມະເຄໂດນ ເບິ່ງ​ປຶ້ມ​ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ! ບົດ​ທີ 21. ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ໂຈມຕີ​ຂອງ​ໂຄກ​ແຫ່ງ​ມາໂຄກ​ແລະ​ວິທີ​ທີ່​ພະ​ເຢໂຫວາ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ໃນ​ສົງຄາມ​ອະລະມະເຄໂດນ ເບິ່ງ​ຫໍສັງເກດການ 15 ກໍລະກົດ 2015 ໜ້າ 9-15.

^ ຂໍ້ 16 ການ​ປະຊຸມ​ພາກ​ປີ 2019 ມີ​ຫົວ​ຂໍ້​ຊື່​ວ່າ “ຄວາມ​ຮັກ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ” ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ຈະ​ລອດ​ໄດ້​ຢ່າງ​ປອດໄພ​ພາຍ​ໃຕ້​ການ​ປົກ​ປ້ອງ​ດ້ວຍ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ.—1 ໂກ. 13:8

^ ຂໍ້ 19 ເບິ່ງ​ບົດ​ຄວາມ “ຜົນ​ແຫ່ງ​ກິດຈະການ​ທີ່​ເຂົາ​ໄດ້​ກະທຳ​ຈະ​ຕິດ​ຕາມ​ເຂົາ​ໄປ” ໃນ​ຫໍສັງເກດການ 1 ທັນວາ 1994 (ພາສາ​ໄທ).

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່ ພະຍານ​ພະ​ເຢໂຫວາ​ກຸ່ມ​ນ້ອຍໆປະຊຸມ​ຢ່າງ​ກ້າຫານ​ຢູ່​ໃນ​ປ່າ.

^ ຂໍ້ 67 ຄຳ​ອະທິບາຍ​ຮູບ​ພາບ: ຊົນ​ຝູງ​ໃຫຍ່​ເຊິ່ງ​ເປັນ​ຜູ້​ນະມັດສະການ​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ລອດ​ຜ່ານ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ຢ່າງ​ມີ​ຄວາມ​ສຸກ!