ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພີ່​ນ້ອງ​ຣັດເທີຝອດ​ບັນລະຍາຍ​ໃນ​ການ​ປະຊຸມ​ໃຫຍ່​ຢູ່​ເມືອງ​ຊີ​ດາ​ພອຍ ລັດ​ໂອຮາຍໂອ ປີ 1919

1919—ໜຶ່ງຮ້ອຍປີແລ້ວ

1919—ໜຶ່ງຮ້ອຍປີແລ້ວ

ສົງຄາມ​ໂລກ​ຄັ້ງ​ທີ 1 ສິ້ນ​ສຸດ​ລົງ​ໃນ​ປີ 1919 ເຊິ່ງ​ສົງຄາມ​ນີ້​ໄດ້​ກິນ​ເວລາ​ໄປ 4 ປີ. ຊາດ​ຕ່າງໆໄດ້​ເຊົາ​ສູ້​ຮົບ​ກັນ​ຕອນ​ທ້າຍ​ປີ 1918 ແລະ​ໃນ​ວັນ​ທີ 18 ມັງກອນ 1919 ກໍ​ໄດ້​ມີ​ການ​ຈັດ​ກອງ​ປະຊຸມ​ສັນຕິພາບ​ປາຣີ​ຂຶ້ນ. ຜົນ​ສຳເລັດ​ໜຶ່ງ​ຂອງ​ການ​ປະຊຸມ​ນີ້​ກໍ​ຄື ສົນທິສັນຍາ​ແວກຊາຍ​ໄດ້​ຍຸ​ຕິ​ສົງຄາມ​ນີ້​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ຝ່າຍ​ພັນທະມິດ​ກັບ​ເຢຍລະມັນ. ມີ​ການ​ລົງ​ນາມ​ໃນ​ສົນທິສັນຍາ​ນີ້​ໃນ​ວັນ​ທີ 28 ມິຖຸນາ 1919.

ນອກ​ຈາກ​ນັ້ນ ສົນທິສັນຍາ​ແວກຊາຍ​ເປັນ​ພື້ນຖານ​ໃນ​ການ​ສ້າງ​ຕັ້ງ​ອົງການ​ສັນນິບາດ​ຊາດ​ທີ່​ມີ​ຈຸດ​ປະສົງ​ຄື “ສົ່ງເສີມ​ການ​ຮ່ວມ​ມື​ລະຫວ່າງ​ຊາດ​ແລະ​ບັນລຸ​ສັນຕິພາບ​ແລະ​ຄວາມ​ໝັ້ນ​ຄົງ​ລະຫວ່າງ​ຊາດ.” ສາສະໜາ​ຄລິດ​ຫຼາຍ​ນິກາຍ​ໄດ້​ສະໜັບສະໜູນ​ອົງການ​ນີ້. ສະພາ​ສະຫະພັນ​ແຫ່ງ​ຄລິດຕະຈັກ​ຂອງ​ພະ​ຄລິດ​ໃນ​ອາເມຣິກາ​ໄດ້​ຍົກຍ້ອງ​ອົງການ​ສັນນິບາດ​ຊາດ​ວ່າ ເປັນ“ການ​ສະແດງ​ອອກ​ທາງ​ການ​ເມືອງ​ຂອງ​ລາຊະອານາຈັກ​ພະເຈົ້າ​ເທິງ​ໂລກ.” ສະພາ​ນີ້​ຍັງ​ໄດ້​ສະໜັບສະໜູນ​ອົງການ​ສັນນິບາດ​ຊາດ​ໂດຍ​ສົ່ງ​ຕົວ​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ປາຣີ​ນຳ. ໜຶ່ງ​ໃນ​ຕົວ​ແທນ​ນັ້ນ​ບອກ​ວ່າ ການ​ປະຊຸມ​ນີ້​ເປັນ “ການ​ບຸກ​ເບີກ​ຍຸກ​ໃໝ່​ຂອງ​ປະຫວັດສາດ​ໂລກ.”

ຍຸກ​ໃໝ່​ຂອງ​ມະນຸດ​ເລີ່ມ​ຕົ້ນ​ແລ້ວ ແຕ່​ຍຸກ​ໃໝ່​ນັ້ນ​ຈະ​ບໍ່​ໄດ້​ມາ​ຈາກ​ມະນຸດ​ທີ່​ກ່ຽວ​ຂ້ອງ​ກັບ​ກອງ​ປະຊຸມ​ສັນຕິພາບ​ຄັ້ງ​ນັ້ນ. ໃນ​ປີ 1919 ເປັນ​ການ​ເລີ່ມ​ຍຸກ​ໃໝ່​ໃນ​ວຽກ​ປະກາດ​ເຊິ່ງ​ພະ​ເຢໂຫວາ​ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ປະກາດ​ໄດ້​ຫຼາຍ​ກວ່າ​ທີ່​ເຄີຍ​ເຮັດ​ໃນ​ອະດີດ. ແຕ່​ກ່ອນ​ອື່ນ ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່.

ການ​ຕັດສິນ​ໃຈ​ທີ່​ຍາກ​ຫຼາຍ

ກ. ໂຈເຊບ ເອັບຟ໌. ຣັດເທີຝອດ

ໃນ​ວັນ​ເສົາ​ຂອງ​ວັນ​ທີ 4 ມັງກອນ 1919 ໄດ້​ມີ​ການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ປະຈຳ​ປີ​ຂອງ​ສະມາຄົມ​ວັອດສ໌ທາວເວີ້ ໄບເບິນ ແອນ ແທຣກ. ໃນ​ຕອນ​ນັ້ນ ພີ່ນ້ອງ ໂຈເຊບ ເອັບຟ໌. ຣັດເທີຝອດ​ທີ່​ນຳ​ໜ້າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ຊາຍ​ອີກ 7 ຄົນ​ໄດ້​ເຂົ້າ​ຄຸກ​ໃນ​ເມືອງ​ອັດ​ລັງ​ຕາ ລັດ​ຈໍ​ເຈຍ ສະຫະລັດ​ອາເມຣິກາ​ຢ່າງ​ບໍ່​ຍຸຕິທຳ. ບັນຫາ​ກໍ​ຄື ຕ້ອງ​ຕັດສິນ​ໃຈ​ວ່າ​ຄວນ​ເລືອກ​ພີ່​ນ້ອງ​ທີ່​ຢູ່​ໃນ​ຄຸກ​ກັບ​ມາ​ເປັນ​ຄະນະ​ກຳມະການ​ຂອງ​ສະມາຄົມ​ອີກ​ບໍ ຫຼື​ຈະ​ເລືອກ​ຄົນ​ໃໝ່​ແທນ?

ຂ. ອີວານເດີ ເຈ. ຄາວເວີດ

ຕອນ​ທີ່​ຢູ່​ໃນ​ຄຸກ ພີ່​ນ້ອງ​ຣັດເທີຝອດ​ເປັນ​ຫ່ວງ​ອະນາຄົດ​ຂອງ​ອົງການ ເມື່ອ​ລາວ​ຮູ້​ວ່າ​ມີ​ພີ່​ນ້ອງ​ບາງ​ຄົນ​ຢາກ​ເລືອກ​ຄົນ​ອື່ນ​ມາ​ເປັນ​ປະທານ​ສະມາຄົມ. ດ້ວຍ​ເຫດ​ນີ້ ລາວ​ຈຶ່ງ​ຂຽນ​ຈົດ​ໝາຍ​ເຖິງ​ຄົນ​ທີ່​ເຂົ້າ​ຮ່ວມ​ປະຊຸມ​ເພື່ອ​ເລືອກ​ຕັ້ງ ແລະ​ສະເໜີ​ໃຫ້​ພີ່​ນ້ອງ​ອີ​ວານ​ເດີ ເຈ. ຄາວເວີດ​ເປັນ​ປະທານ. ພີ່​ນ້ອງ​ຣັດເທີຝອດ​ບອກ​ວ່າ​ພີ່​ນ້ອງ​ອີ​ວານ​ເດີ​ເປັນ​ຄົນ “ໃຈ​ເຢັນ” “ສຸຂຸມ” ແລະ “ພັກດີ​ຕໍ່​ຜູ້​ເປັນ​ນາຍ.” ແຕ່​ພີ່ນ້ອງ​ຫຼາຍ​ຄົນ​ມີ​ຄຳ​ສະເໜີ​ທີ່​ຕ່າງ​ກັນ​ກໍ​ຄື​ໃຫ້​ເລື່ອນ​ການ​ເລືອກ​ຕັ້ງ​ອອກ​ເປັນ​ເວລາ 6 ເດືອນ ແລະ​ທີມ​ງານ​ທີ່​ປົກ​ປ້ອງ​ພີ່​ນ້ອງ​ໃນ​ຄຸກ​ທາງ​ດ້ານ​ກົດ​ໝາຍ​ກໍ​ເຫັນ​ດີ​ນຳ. ບັນຍາກາດ​ການ​ປະຊຸມ​ໃນ​ຕອນ​ນັ້ນ​ຕຶງ​ຄຽດ​ຫຼາຍ.

ຄ. ຣິຊາດ ເອັດຈ໌. ບາເບີ

ແຕ່​ມີ​ບາງ​ສິ່ງ​ເກີດ​ຂຶ້ນ​ເຊິ່ງ​ຕໍ່​ມາ​ພີ່​ນ້ອງ​ຣິຊາດ ເອັດຈ໌. ບາ​ເບີ ໄດ້​ອະທິບາຍ​ວ່າ​ສິ່ງ​ທີ່​ເກີດ​ຂຶ້ນ​ນັ້ນ​ເປັນ​ຄື​ກັບ ‘ເອົາ​ນ້ຳ​ມາ​ມອດ​ໄຟ.’ ພີ່​ນ້ອງ​ຄົນ​ໜຶ່ງ​ຢູ່​ໃນ​ການ​ປະຊຸມ​ເວົ້າ​ຂຶ້ນ​ວ່າ: “ຂ້ອຍ​ບໍ່​ແມ່ນ​ນັກ​ກົດ​ໝາຍ ແຕ່​ຂ້ອຍ​ກໍ​ຮູ້​ວ່າ​ການ​ເປັນ​ຄົນ​ພັກດີ​ໃນ​ສະຖານະການ​ນີ້​ເປັນ​ແນວ​ໃດ. ຍ້ອນ​ພະເຈົ້າ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ພັກດີ ສະນັ້ນ ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ສະແດງ​ຄວາມ​ພັກດີ​ກໍ​ຄື ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່​ໂດຍ​ໃຫ້​ພີ່​ນ້ອງ​ຣັດເທີຝອດ​ເປັນ​ປະທານ​ອີກ​ເທື່ອ​ໜຶ່ງ.”—ເພງ. 18:25

ງ. ອາເລັກຊັນເດີ ເອັດຈ໌. ແມັກມິວແລນ

ພີ່​ນ້ອງ​ອາ​ເລັກ​ຊັນ​ເດີ ເອັດຈ໌. ແມັກມິວແລນ​ທີ່​ເຂົ້າ​ຄຸກ​ໃນ​ຕອນ​ນັ້ນ​ຄື​ກັນ​ເລົ່າ​ວ່າ ມື້​ຕໍ່​ມາ ພີ່​ນ້ອງ​ຣັດເທີຝອດ​ໄດ້​ເຄາະ​ຝາ​ຫ້ອງ​ຂັງ​ລາວ​ແລະ​ບອກ​ວ່າ: “ເດ່​ມື​ອອກ​ມາ” ແລ້ວ​ກໍ​ເອົາ​ໂທ​ລະ​ສານ​ໃສ່​ມື​ລາວ. ເມື່ອ​ເຫັນ​ຂໍ້​ຄວາມ​ສັ້ນໆ ລາວ​ກໍ​ເຂົ້າ​ໃຈ​ເລີຍ​ວ່າ​ແມ່ນ​ຜົນ​ຂອງ​ການ​ເລືອກ​ຕັ້ງ. ຂໍ້​ຄວາມ​ນັ້ນ​ບອກ​ວ່າ: “ຣັດເທີຝອດ ວາຍສ໌ ແວນ ບາເບີ ແອນເດີສັນ ບູລີ ແລະ​ສະ​ປິວ ກຳມະການ ສາມ​ຄົນ​ທຳອິດ ເຈົ້າ​ໜ້າ​ທີ່ ຮັກ​ທຸກ​ຄົນ.” ນີ້​ໝາຍ​ຄວາມ​ວ່າ​ຄະນະ​ກຳມະການ​ຊຸດ​ທຳອິດ​ຖືກ​ເລືອກ​ກັບ​ມາ​ທັງ​ໝົດ ແລະ​ພີ່​ນ້ອງ​ໂຈເຊບ ຣັດເທີຝອດ ແລະ​ວິນລຽມ ແວນ ເອັມ​ເບີກ​ກໍ​ຍັງ​ເປັນ​ເຈົ້າ​ໜ້າ​ທີ່​ທີ່​ເຮັດ​ວຽກ​ບໍລິຫານ​ຄື​ເກົ່າ. ດັ່ງນັ້ນ ພີ່​ນ້ອງ​ຣັດເທີຝອດ​ກໍ​ຍັງ​ສືບ​ຕໍ່​ເປັນ​ປະທານ​ຕໍ່​ໄປ.

ຖືກ​ປ່ອຍ​ໂຕ!

ຕອນ​ທີ່​ພີ່​ນ້ອງ 8 ຄົນ​ຍັງ​ຢູ່​ໃນ​ຄຸກ ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ສັດ​ຊື່​ກໍ​ໄດ້​ໄປ​ລ່າ​ລາຍ​ຊື່​ປະຊາຊົນ​ເພື່ອ​ຂໍ​ໃຫ້​ປ່ອຍ​ໂຕ​ພວກ​ເຂົາ. ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ກ້າຫານ​ເຫຼົ່າ​ນີ້​ໄດ້​ລາຍ​ເຊັນ​ຫຼາຍ​ກວ່າ 700.000 ຄົນ. ແຕ່​ໃນ​ວັນ​ພຸດ​ທີ 26 ມີນາ 1919 ພີ່​ນ້ອງ​ຣັດເທີຝອດ​ແລະ​ພີ່​ນ້ອງ​ຄົນ​ອື່ນໆທີ່​ມີ​ໜ້າ​ທີ່​ສຳຄັນ​ກໍ​ໄດ້​ຖືກ​ປ່ອຍ​ໂຕ ກ່ອນ​ທີ່​ຈະ​ຍື່ນ​ໃບ​ຄຳ​ຮ້ອງ​ນີ້​ຊ້ຳ.

ພີ່​ນ້ອງ​ຣັດເທີຝອດ​ເວົ້າ​ກັບ​ພີ່​ນ້ອງ​ທີ່​ມາ​ຕ້ອນຮັບ​ລາວ​ວ່າ: “ຂ້ອຍ​ໝັ້ນ​ໃຈ​ວ່າ ປະສົບການ​ທີ່​ຜ່ານ​ມາ​ນີ້​ເປັນ​ການ​ກຽມ​ເຮົາ​ໃຫ້​ພ້ອມ​ສຳລັບ​ສິ່ງ​ທີ່​ຍາກ​ກວ່າ . . . ທີ່​ພວກ​ເຈົ້າ​ຕໍ່​ສູ້​ບໍ່​ແມ່ນ​ເພື່ອ​ຊ່ວຍ​ພີ່​ນ້ອງ​ໃຫ້​ອອກ​ຈາກ​ຄຸກ​ເທົ່າ​ນັ້ນ ແຕ່​ຈຸດ​ປະສົງ​ທີ່​ແທ້​ຈິງ​ກໍ​ຄື . . . ເຈົ້າ​ຕໍ່​ສູ້​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ ແລະ​ຄົນ​ທີ່​ຕໍ່​ສູ້​ແບບ​ນີ້​ຈະ​ໄດ້​ຮັບ​ພອນ​ທີ່​ດີ​ເລີດ​ແນ່ນອນ.”

ເຫດການ​ທີ່​ເກີດ​ຂຶ້ນ​ຕອນ​ທີ່​ມີ​ການ​ພິຈາລະນາ​ຄະດີ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊີ້​ນຳ. ໃນ​ວັນ​ທີ 14 ພຶດສະພາ 1919 ສານ​ອຸທອນ​ໄດ້​ລົງ​ຄຳ​ພິພາກສາ​ວ່າ: “ຈຳ​ເລີຍ​ໃນ​ຄະດີ​ນີ້​ຖືກ​ຕັດສິນ . . . ຢ່າງ​ບໍ່​ເປັນ​ທຳ ດັ່ງ​ນັ້ນ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ລົບ​ລ້າງ​ຄຳ​ຕັດສິນ​ນັ້ນ.” ພີ່​ນ້ອງ​ເຫຼົ່າ​ນີ້​ຖືກ​ຕັດສິນ​ວ່າ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ທາງ​ອາຍາ ຖ້າ​ຫາກ​ວ່າ​ພີ່​ນ້ອງ​ໄດ້​ຮັບ​ແຕ່​ການ​ໃຫ້​ອະໄພ​ຫຼື​ຜ່ອນ​ໂທດ ເຂົາ​ເຈົ້າ​ກໍ​ຍັງ​ມີ​ປະຫວັດ​ອາ​ຊະ​ຍາ​ກຳ​ຕິດ​ໂຕ​ຢູ່. ຕັ້ງ​ແຕ່​ນີ້​ບໍ່​ມີ​ການ​ສັ່ງ​ຟ້ອງ​ເຂົາ​ເຈົ້າ​ອີກ. ດັ່ງ​ນັ້ນ ຈັດຈ໌ ຣັດເທີຝອດ *ກໍ​ບໍ່​ໄດ້​ເສຍ​ສິດ​ເປັນ​ທະນາຍ​ຄວາມ​ແລະ​ສາມາດ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ສານ​ສູງ​ສຸດ​ຂອງ​ສະຫະລັດ​ອາເມຣິກາ ເຊິ່ງ​ລາວ​ໄດ້​ເຮັດ​ຫຼາຍ​ເທື່ອ​ອີກ​ຫຼັງ​ຈາກ​ຖືກ​ປ່ອຍ​ໂຕ.

ຕັ້ງ​ໃຈ​ປະກາດ

ພີ່​ນ້ອງ​ແມັກມິວແລນ​ເລົ່າ​ວ່າ: “ເຮົາ​ບໍ່​ໄດ້​ນັ່ງ​ຂີ້​ຄ້ານ​ແອວ​ຍາວ ມີ​ແຕ່​ຖ້າ​ໃຫ້​ຜູ້​ເປັນ​ນາຍ​ພາ​ເຮົາ​ໄປ​ສະຫວັນ ເຮົາ​ຮູ້​ວ່າ​ເຮົາ​ຕ້ອງ​ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ຜູ້​ເປັນ​ນາຍ​ຕ້ອງການ​ໃຫ້​ເຮົາ​ເຮັດ​ແທ້ໆ.”

ແຕ່​ໃນ​ຕອນ​ນັ້ນ ພີ່​ນ້ອງ​ໃນ​ສຳນັກງານ​ໃຫຍ່​ກໍ​ຍັງ​ບໍ່​ສາມາດ​ເຮັດ​ວຽກ​ແບບ​ທີ່​ເຄີຍ​ເຮັດ​ມາ​ຫຼາຍ​ປີ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຕອນ​ທີ່​ພີ່​ນ້ອງ​ຫຼາຍ​ຄົນ​ເຂົ້າ​ຄຸກ ແມ່​ພິມ​ຂອງ​ຈັກ​ພິມ​ປຶ້ມ​ໄດ້​ຖືກ​ທຳລາຍ​ໝົດ​ແລ້ວ. ນີ້​ເຮັດ​ໃຫ້​ທໍ້​ໃຈ​ຫຼາຍ​ແທ້ໆ ແລະ​ພີ່​ນ້ອງ​ບາງ​ຄົນ​ເລີຍ​ສົງໄສ​ວ່າ​ວຽກ​ປະກາດ​ຂອງ​ເຮົາ​ຄື​ຊິ​ຈົບ​ລົງ​ພຽງ​ເທົ່າ​ນີ້.

ຍັງ​ມີ​ໃຜ​ຢູ່​ບໍ​ທີ່​ສົນ​ໃຈ​ຟັງ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກັບ​ນັກ​ສຶກສາ​ຄຳພີ​ໄບເບິນ? ເພື່ອ​ຈະ​ຕອບ​ຄຳຖາມ​ນີ້ ພີ່​ນ້ອງ​ຣັດເທີຝອດ​ຕັດສິນ​ໃຈ​ໃຫ້​ມີ​ຄຳ​ບັນລະຍາຍ. ທຸກ​ຄົນ​ກໍ​ຖືກ​ເຊີນ​ໃຫ້​ມາ​ຟັງ. ພີ່​ນ້ອງ​ແມັກມິວແລນ​ບອກ​ວ່າ: “ຖ້າ​ບໍ່​ມີ​ໃຜ​ມາ​ຟັງ ກໍ​ສະແດງ​ວ່າ​ເຮົາ​ເຮັດ​ວຽກ​ປະກາດ​ສຳເລັດ​ແລ້ວໆ.”

ໜັງສື​ພິມ​ໂຄສະນາ​ຄຳ​ບັນລະຍາຍ​ຂອງ​ພີ່​ນ້ອງ​ຣັດເທີຝອດ​ເລື່ອງ “ຄວາມ​ຫວັງ​ສຳລັບ​ມະນຸດ​ຊາດ​ທີ່​ທຸກ​ລຳບາກ” ໃນ​ລັອດ ແອງເຈີລິດສ໌ ລັດ​ຄາລິຟໍເນຍ ປີ 1919.

ເມື່ອ​ຮອດ​ວັນ​ອາທິດ​ທີ 4 ພຶດສະພາ 1919 ເຖິງ​ວ່າ​ພີ່​ນ້ອງ​ຣັດເທີຝອດ​ຈະ​ປ່ວຍ​ໜັກ ແຕ່​ລາວ​ກໍ​ບັນລະຍາຍ​ເລື່ອງ “ຄວາມ​ຫວັງ​ສຳລັບ​ມະນຸດ​ຊາດ​ທີ່​ທຸກ​ລຳບາກ” ຢູ່​ລັອດ ແອງເຈີລິດສ໌ ລັດ​ຄາລິຟໍເນຍ ມີ​ປະມານ 3.500 ຄົນ​ມາ​ຟັງ ແລະ​ອີກ​ຫຼາຍ​ຮ້ອຍ​ຄົນ​ຕ້ອງ​ກັບ​ໄປ​ເພາະ​ສະຖານ​ທີ່​ເຕັມ​ແລ້ວ. ໃນ​ມື້​ຕໍ່​ມາ​ກໍ​ມີ 1.500 ຄົນ​ມາ​ຟັງ​ຄຳ​ບັນຍາຍ​ເພີ່ມ​ອີກ. ຕອນ​ນີ້​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຮູ້​ຄຳຕອບ​ແລ້ວ​ວ່າ ມີ​ຄົນ​ສົນ​ໃຈ ຟັງ​ຂ່າວ​ດີ​ອີ່ຫຼີ!

ສິ່ງ​ທີ່​ພີ່​ນ້ອງ​ເຮັດ​ຕໍ່​ໄປ​ແມ່ນ​ມີ​ຜົນ​ຕໍ່​ວຽກ​ປະກາດ​ຂອງ​ພະຍານ​ພະ​ເຢໂຫວາ​ຈົນ​ຮອດ​ປັດຈຸບັນ​ນີ້.

ມີ​ຄວາມ​ພ້ອມ​ທີ່​ຈະ​ຂະຫຍາຍ​ຕົວ​ໃນ​ອະນາຄົດ

ຫໍສັງເກດການ (ພາສາ​ອັງກິດ) ສະບັບ 1 ສິງ​ຫາ 1919 ປະກາດ​ວ່າ: ໃນ​ຕົ້ນ​ເດືອນ​ກັນ​ຍາ​ຈະ​ມີ​ການ​ປະຊຸມ​ໃຫຍ່​ຢູ່​ເມືອງ​ຊີ​ດາ​ພອຍ ລັດ​ໂອຮາຍໂອ. ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ຍັງ​ໜຸ່ມ​ຄົນ​ໜຶ່ງ​ຊື່ ຄລາເຣັນສ໌ ບີ. ບີ​ທີ ຈາກ​ມິດຊູຣີ ບອກ​ວ່າ: “ທຸກ​ຄົນ​ຮູ້ສຶກ​ວ່າ​ຕ້ອງ​ໄປ​ໃຫ້​ໄດ້.” ການ​ປະຊຸມ​ນີ້​ມີ​ຜູ້​ຄົນ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 6.000 ຄົນ ເຊິ່ງ​ຫຼາຍ​ເກີນ​ກວ່າ​ທີ່​ຄາດ​ຄິດ​ໄວ້ ແລະ​ຍັງ​ມີ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ​ອີກ​ຢ່າງ​ໜຶ່ງ​ຄື ມີ​ຄົນ​ຮັບ​ບັບເຕມາ​ຫຼາຍ​ກວ່າ 200 ຄົນ​ຢູ່​ທະເລ​ສາບ​ເອຣີ.

ໜ້າ​ປົກ​ວາລະສານ​ເດິ ໂກເດິນ ເອຈ ສະບັບ​ທຳອິດ 1 ຕຸລາ 1919

ໃນ​ວັນ​ທີ 5 ກັນ​ຍາ 1919 ເຊິ່ງ​ເປັນ​ມື້​ທີ 5 ຂອງ​ການ​ປະຊຸມ ຕອນ​ທີ່​ພີ່​ນ້ອງ​ຣັດເທີຝອດ​ບັນລະຍາຍ​ເລື່ອງ “ເຖິງ​ຜູ້​ຮ່ວມ​ເຮັດ​ວຽກ” ລາວ​ປະກາດ​ວ່າ: ມີ​ການ​ພິມ​ວາລະສານ​ໃໝ່​ທີ່​ຊື່ ເດິ ໂກເດິນ ເອຈ * (The Golden Age). ວາລະສານ​ນີ້​ຈະ “ບອກ​ເຫດການ​ສຳຄັນໆທີ່​ເກີດ​ຂຶ້ນ​ໃນ​ປັດຈຸບັນ​ແລະ​ຈະ​ອະທິບາຍ​ຕາມ​ຫຼັກ​ຄຳພີ​ໄບເບິນ​ວ່າ​ເປັນ​ຫຍັງ​ເຫດການ​ເຫຼົ່າ​ນັ້ນ​ຈຶ່ງ​ເກີດ​ຂຶ້ນ.”

ມີ​ການ​ສະໜັບສະໜູນ​ໃຫ້​ນັກ​ສຶກສາ​ຄຳພີ​ໄບເບິນ​​ທຸກ​ຄົນ​ໃຊ້​ວາລະສານ​ໃໝ່​ນີ້​ປະກາດ​ຢ່າງ​ກ້າຫານ. ໃນ​ຈົດ​ໝາຍ​ໄດ້​ອະທິບາຍ​ວິທີ​ກຽມ​ເພື່ອ​ວຽກ​ປະກາດ​ວ່າ: “ໃຫ້​ທຸກ​ຄົນ​ທີ່​ຮັບ​ບັບເຕມາ​ແລ້ວ​ຈື່​ໄວ້​ວ່າ ນີ້​ເປັນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່​ແທ້ໆທີ່​ໄດ້​ຮັບໃຊ້​ພະເຈົ້າ ແລະ​ສວຍ​ໂອກາດ​ໃນ​ຕອນ​ນີ້​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ໃຫ້​ຄຳ​ປະກາດ​ອັນ​ໃຫຍ່​ຫຼວງ​ໃນ​ຂອບ​ເຂດ​ທົ່ວ​ໂລກ.” ມີ​ພີ່​ນ້ອງ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ໃນ​ການ​ປະກາດ! ໃນ​ເດືອນ​ທັນວາ ຜູ້​ປະກາດ​ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ກະຕືລືລົ້ນ​ໄດ້​ຮັບ​ຈຳນວນ​ການ​ຈອງ​ວາລະສານ​ໃໝ່​ນີ້​ຫຼາຍ​ກວ່າ 50.000 ລາຍ.

ພີ່​ນ້ອງ​ໃນ​ບຸກລິນ ນິວຢອກ ກັບ​ລົດ​ບັນທຸກ​ທີ່​ມີ​ວາລະສານ​ເດິ ໂກເດິນ ເອຈ

ໃນ​ທ້າຍ​ປີ 1919 ພະ​ເຢໂຫວາ​ໄດ້​ຈັດ​ລະບຽບ​ປະຊາຊົນ​ຂອງ​ພະອົງ​ໃໝ່​ແລະ​ພວກ​ເຂົາ​ໄດ້​ຮັບ​ກຳລັງ​ທີ່​ຈະ​ຮັບໃຊ້​ພະອົງ. ນອກ​ຈາກ​ນັ້ນ ຄຳ​ພະຍາກອນ​ທີ່​ສຳຄັນ​ຫຼາຍ​ເລື່ອງ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ກໍ​ໄດ້​ເກີດ​ຂຶ້ນ​ແທ້. ດັ່ງ​ທີ່​ເວົ້າ​ໄວ້​ໃນ​ມາລາກີ 3:1-4 ການ​ທົດ​ສອບ​ແລະ​ການ​ຫຼໍ່ຫຼອມ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ສຳເລັດ​ແລ້ວ ປະຊາຊົນ​ຂອງ​ພະ​ເຢໂຫວາ​ຖືກ​ປົດ​ປ່ອຍ​ຈາກ​ການ​ເປັນ​ຊະເລີຍ​ຂອງ “ບາບີໂລນ​ໃຫຍ່” ແລະ​ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ.” * (ຄຳປ. 18:2, 4; ມັດ. 24:45, ລ.ມ.) ຕອນ​ນີ້ ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ພວກ​ເຂົາ​ເຮັດ.

^ ຂໍ້ 13 ພີ່​ນ້ອງ​ຣັດເທີຝອດ​ເປັນ​ທະນາຍ​ຄວາມ​ແລະ​ເປັນ​ຜູ້​ພິພາກສາ ລາວ​ເປັນ​ທີ່​ຮູ້ຈັກ​ໃນ​ຊື່​ວ່າ: “ຈັດຈ໌ ຣັດເທີຝອດ”

^ ຂໍ້ 22 ປີ 1937 ເດິ ໂກເດິນ ເອຈ ປ່ຽນ​ຊື່​ເປັນ​ຄອນໂຊເລເຊິນ (Consolation) ແລະ​ປີ 1946 ປ່ຽນ​ຊື່​ເປັນ​ຕື່ນ​ເຖີດ!

^ ຂໍ້ 24 ເບິ່ງ​ຫໍສັງເກດການ 15 ກໍລະກົດ 2013 (ພາສາ​ໄທ) ໜ້າ 10-12, 21-23; ມີນາ 2016 ໜ້າ 29-31