“ຂອບໃຈພະເຈົ້າສຳລັບທຸກສິ່ງທຸກຢ່າງ”
ເຈົ້າຖືວ່າຕົວເອງເປັນຄົນທີ່ຮູ້ບຸນຄຸນບໍ? ນີ້ເປັນຄຳຖາມທີ່ເຮົາທຸກຄົນຕ້ອງຄິດເຖິງ. ຄຳພີໄບເບິນບອກລ່ວງໜ້າກ່ຽວກັບສະໄໝຂອງເຮົາວ່າ ຫຼາຍຄົນຈະ “ອະກະຕັນຍູ.” (2 ຕມ. 3:2) ເຈົ້າອາດຈະເຈິຄົນທີ່ຄາດໝາຍໃຫ້ຄົນອື່ນເຮັດທຸກຢ່າງໃຫ້ຕະຫຼອດ ແລະພວກເຂົາອາດຮູ້ສຶກວ່າບໍ່ຈຳເປັນຕ້ອງຂອບໃຈໃນສິ່ງທີ່ຄົນອື່ນເຮັດໃຫ້. ເຈົ້າຄືຊິຮູ້ສຶກອຶດອັດທີ່ໄດ້ຢູ່ກັບຄົນແບບນີ້ແມ່ນບໍ?
ກົງກັນຂ້າມ ຄຳພີໄບເບິນບອກຜູ້ຮັບໃຊ້ພະເຢໂຫວາໃຫ້ “ສະແດງຄວາມຂອບໃຈ.” ເຮົາຕ້ອງ “ຂອບໃຈພະເຈົ້າສຳລັບທຸກສິ່ງທຸກຢ່າງ.” (ກລຊ. 3:15; 1 ທຊ. 5:18) ທີ່ຈິງ ເປັນສິ່ງທີ່ດີທີ່ເຮົາຈະເປັນຄົນສຳນຶກບຸນຄຸນ. ມີຫຼາຍເຫດຜົນທີ່ເຮົາຕ້ອງເປັນແບບນັ້ນ.
ການສຳນຶກບຸນຄຸນຊ່ວຍເຮົາໃຫ້ຮູ້ສຶກດີຕໍ່ຕົວເອງ
ເຫດຜົນໜຶ່ງທີ່ເຮົາຄວນເປັນຄົນສຳນຶກບຸນຄຸນກໍຄື ມັນຊ່ວຍເຮົາໃຫ້ຮູ້ສຶກດີຕໍ່ຕົວເອງ. ເມື່ອຄົນໜຶ່ງເວົ້າຂອບໃຈຄົນອື່ນ ລາວມັກຈະຮູ້ສຶກດີໃຈແລະຄົນທີ່ໄດ້ຮັບຄຳຂອບໃຈຈາກລາວກໍດີໃຈຄືກັນ. ເປັນຫຍັງການສະແດງຄວາມຂອບໃຈເຮັດໃຫ້ເຮົາແລະຄົນອື່ນມີຄວາມສຸກ? ໃຫ້ເຮົາມາເບິ່ງຕົວຢ່າງນີ້: ເມື່ອບາງຄົນເຕັມໃຈເຮັດບາງຢ່າງໃຫ້ເຈົ້າກໍຍ້ອນລາວຮູ້ສຶກວ່າເຈົ້າສົມຄວນໄດ້ຮັບສິ່ງນັ້ນ ເມື່ອເຈົ້າຮູ້ແບບນັ້ນ ເຈົ້າກໍຮູ້ສຶກດີແລະມີຄວາມສຸກ. ລອງນຶກເຖິງເຫດການຂອງລຶດ ໂບອາດສະແດງນ້ຳໃຈເອື້ອເຟື້ອຕໍ່ລຶດ ນີ້ຄົງເຮັດໃຫ້ລຶດດີໃຈຫຼາຍແທ້ໆທີ່ຮູ້ວ່າມີຄົນຫ່ວງໃຍລາວ.—ລຶດ 2:10-13
ເປັນສິ່ງທີ່ເໝາະສົມທີ່ຈະສຳນຶກບຸນຄຸນຕໍ່ພະເຈົ້າ. ເຈົ້າອາດຈະເຄີຍຄິດເຖິງສິ່ງດີຕ່າງໆທີ່ພະເຢໂຫວາເຮັດໃຫ້ເຈົ້າມາແລ້ວແລະຍັງເຮັດໃຫ້ເຈົ້າຢູ່. (ບັນຍັດ. 8:17, 18; ກຈກ. 14:17) ແຕ່ແທນທີ່ຈະຄິດເຖິງສິ່ງນັ້ນແຕ່ບຶດດຽວ ເຈົ້າໜ້າຈະໃຊ້ເວລາຄິດຕຶກຕອງ ເຖິງພອນຕ່າງໆທີ່ພະເຢໂຫວາໃຫ້ເຈົ້າແລ້ວເຈົ້າຈະຮັກພະອົງຫຼາຍຂຶ້ນ. ການຄິດຕຶກຕອງເຖິງສິ່ງດີຕ່າງໆຂອງພະເຈົ້າທີ່ເປັນຜູ້ສ້າງຈະເຮັດໃຫ້ເຈົ້າຮູ້ສຶກສຳນຶກບຸນຄຸນພະອົງແລະເຈົ້າກໍຈະຮູ້ວ່າພະອົງຮັກແລະຖືວ່າເຈົ້າມີຄ່າຫຼາຍສ່ຳໃດ.—1 ຢຮ. 4:9
ນອກຈາກການຄິດຕຶກຕອງເຖິງນ້ຳໃຈເອື້ອເຟື້ອຂອງພະເຢໂຫວາແລະພອນຕ່າງໆທີ່ພະອົງໃຫ້ເຮົາ ເຮົາຕ້ອງສະແດງຄວາມຂອບໃຈພະອົງນຳ. (ເພງ. 100:4, 5) ມີການເວົ້າວ່າ: “ການສຳນຶກບຸນຄຸນເປັນສ່ວນປະກອບທີ່ສຳຄັນທີ່ເຮັດໃຫ້ມະນຸດມີຄວາມສຸກ.”
ການສຳນຶກບຸນຄຸນເຮັດໃຫ້ສະໜິດກັນຫຼາຍຂຶ້ນ
ອີກເຫດຜົນໜຶ່ງທີ່ເຮົາຕ້ອງເປັນຄົນສຳນຶກບຸນຄຸນກໍຄືມັນຊ່ວຍເຮົາໃຫ້ສະໜິດກັບໝູ່ຫຼາຍຂຶ້ນ. ເຮົາທຸກຄົນຢາກຮູ້ສຶກວ່າມີຄ່າ. ເມື່ອເຈົ້າຂອບໃຈຄົນອື່ນສຳລັບສິ່ງດີໆທີ່ລາວເຮັດດ້ວຍຄວາມຈິງໃຈ ເຈົ້າທັງສອງກໍຮູ້ສຶກສະໜິດກັນຫຼາຍຂຶ້ນ. (ຣມ. 16:3, 4) ນອກຈາກນັ້ນ ຄົນທີ່ສຳນຶກບຸນຄຸນຈະບໍ່ພຽງແຕ່ຊ່ວຍເຫຼືອຄົນອື່ນ ແຕ່ລາວຈະສັງເກດຕອນທີ່ຄົນອື່ນເຮັດດີກັບລາວແລະຄວາມຮູ້ສຶກນີ້ກໍກະຕຸ້ນລາວໃຫ້ເຮັດດີຄືນ. ແນ່ນອນວ່າການຊ່ວຍເຫຼືອຄົນອື່ນເຮັດໃຫ້ມີຄວາມສຸກຫຼາຍ ຄືກັບທີ່ພະເຢຊູບອກວ່າ: “ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.” (ກຈກ. 20:35)
ໂຣເບີດ ເອັມມອນສ໌ທີ່ເປັນຜູ້ອຳນວຍການຄົນໜຶ່ງໃນໂຄງການຂອງມະຫາວິທະຍາໄລຄາລິຟໍເນຍເຊິ່ງແມ່ນໂຄງການທີ່ສຶກສາເລື່ອງ ການສຳນຶກບຸນຄຸນບອກວ່າ: “ເພື່ອຈະເປັນຄົນສຳນຶກບຸນຄຸນ ເຮົາຕ້ອງເຂົ້າໃຈວ່າເຮົາແຕ່ລະຄົນຕ້ອງອາໄສເຊິ່ງກັນແລະກັນ ບາງເທື່ອເຮົາເປັນຜູ້ໃຫ້ແລະບາງເທື່ອເຮົາເປັນຜູ້ຮັບ.” ຄວາມຈິງກໍຄືຊີວິດຂອງເຮົາຂຶ້ນກັບຄົນອື່ນໃນຫຼາຍດ້ານເຊັ່ນ: ພວກເຂົາອາດໃຫ້ອາຫານຫຼືຢາປົວພະຍາດ. (1 ກຣ. 12:21) ຄົນທີ່ສຳນຶກບຸນຄຸນຈະຮູ້ຄຸນຄ່າຕໍ່ສິ່ງທີ່ຄົນອື່ນເຮັດໃຫ້ລາວ. ມັນກາຍເປັນນິດໄສຂອງເຈົ້າແລ້ວບໍທີ່ຈະສະແດງຄວາມຂອບໃຈຕໍ່ສິ່ງທີ່ຄົນອື່ນເຮັດເພື່ອເຈົ້າ?
ການສຳນຶກບຸນຄຸນຊ່ວຍເຮົາໃຫ້ເບິ່ງຊີວິດໃນແງ່ບວກ
ອີກເຫດຜົນໜຶ່ງທີ່ເຮົາຕ້ອງເປັນຄົນສຳນຶກບຸນຄຸນກໍຄື ມັນຊ່ວຍເຮົາໃຫ້ມີຄວາມຄິດໃນແງ່ບວກແທນທີ່ຈະຄິດໃນແງ່ລົບ. ຄວາມຄິດຂອງເຮົາເປັນຄືກັບເຄື່ອງກັ່ນຕອງທີ່ຊ່ວຍເຮົາໃຫ້ໃສ່ໃຈກັບສິ່ງທີ່ດີ ສ່ວນສິ່ງທີ່ບໍ່ດີມັນກໍກັ່ນຕອງອອກໄປ ແລ້ວເຮົາກໍຈະເບິ່ງແຕ່ສິ່ງທີ່ດີແທນທີ່ຈະເບິ່ງແຕ່ບັນຫາ. ຖ້າເຮົາເປັນຄົນສຳນຶກບຸນຄຸນ ເຮົາກໍຈະເຫັນສິ່ງດີໆໃນຊີວິດຫຼາຍຂຶ້ນ ແລະນັ້ນກໍເຮັດໃຫ້ເຮົາຮູ້ຈັກສຳນຶກບຸນຄຸນຫຼາຍຂຶ້ນ. ການທີ່ເຮົາເບິ່ງສິ່ງຕ່າງໆດ້ວຍຄວາມສຳນຶກບຸນຄຸນຈະຊ່ວຍເຮົາໃຫ້ເຮັດຕາມທີ່ອັກຄະສາວົກໂປໂລບອກວ່າ: “ຂໍໃຫ້ມີຄວາມສຸກສະເໝີທີ່ໄດ້ຮັບໃຊ້ຜູ້ເປັນນາຍ.”—ຟລປ. 4:4
ການເປັນຄົນສຳນຶກບຸນຄຸນຊ່ວຍເຮົາບໍ່ໃຫ້ຄິດໃນແງ່ລົບ. ມັນຍາກທີ່ຈະອິດສາ ໂສກເສົ້າຫຼືໃຈຮ້າຍຕອນທີ່ສຳນຶກບຸນຄຸນ. ນອກຈາກນັ້ນ ຄົນທີ່ສຳນຶກບຸນຄຸນຈະບໍ່ເປັນຄົນນິຍົມວັດຖຸ. ລາວຈະເຫັນຄ່າສິ່ງທີ່ລາວມີແລະບໍ່ພະຍາຍາມທີ່ຈະໄດ້ວັດຖຸສິ່ງຂອງໃຫ້ຫຼາຍຂຶ້ນ.—ຟລປ. 4:12
ຄິດເຖິງສິ່ງດີໆທີ່ຈະໄດ້ຮັບ!
ໃນຖານະທີ່ເປັນຄລິດສະຕຽນ ເຮົາຮູ້ວ່າຊາຕານຢາກໃຫ້ເຮົາທໍ້ໃຈແລະຍອມແພ້ກັບບັນຫາທີ່ເຮົາປະສົບໃນສະໄໝສຸດທ້າຍ. ມັນຢາກເຮັດໃຫ້ເຮົາຄິດໃນແງ່ລົບແລະມັກຈົ່ມ ແລະຖ້າເຮົາເປັນຄົນແບບນັ້ນ ຄົນອື່ນກໍຈະບໍ່ຢາກຟັງຂ່າວດີທີ່ເຮົາປະກາດ. ແຕ່ການເປັນຄົນສຳນຶກບຸນຄຸນກ່ຽວຂ້ອງກັບຜົນທີ່ເກີດຈາກພະລັງຂອງພະເຈົ້າ ເຊັ່ນ: ຄວາມຍິນດີທີ່ພະເຈົ້າໃຫ້ເຮົາ ແລະຄວາມເຊື່ອໃນຄຳສັນຍາທຸກຢ່າງຂອງພະອົງ.—ຄລຕ. 5:22, 23
ເຈົ້າເປັນຄົນຂອງພະເຢໂຫວາ ເຈົ້າຄົງຈະເຫັນດີກັບສິ່ງທີ່ບົດຄວາມນີ້ເວົ້າກ່ຽວກັບການຂອບໃຈແລະການສຳນຶກບຸນຄຸນ. ເຈົ້າຍັງຮູ້ວ່າບໍ່ງ່າຍທີ່ຈະສຳນຶກບຸນຄຸນແລະຄິດໃນແງ່ບວກ ແຕ່ຢ່າຟ້າວທໍ້ໃຈ. ເຈົ້າສາມາດ ຝຶກຝົນຕົວເອງໃຫ້ເປັນຄົນທີ່ຮູ້ຈັກສຳນຶກບຸນຄຸນໄດ້. ແນວໃດ? ໃຫ້ໃຊ້ເວລາທຸກມື້ທີ່ຈະຄິດເຖິງສິ່ງດີໆໃນຊີວິດເພື່ອເຈົ້າຈະສຳນຶກບຸນຄຸນໄດ້. ແຮ່ງເຈົ້າເຮັດແບບນັ້ນຫຼາຍເທົ່າໃດ ເຈົ້າກໍແຮ່ງຮູ້ຈັກສຳນຶກບຸນຄຸນໄດ້ງ່າຍຂຶ້ນ. ນີ້ຈະເຮັດໃຫ້ເຈົ້າມີຄວາມສຸກຫຼາຍກວ່າຄົນທີ່ຈົມຢູ່ກັບບັນຫາ. ໃຫ້ຄິດເຖິງສິ່ງດີຕ່າງໆທີ່ພະເຈົ້າແລະຄົນອື່ນເຮັດໃຫ້ເຈົ້າມີກຳລັງໃຈແລະມີຄວາມສຸກ ເຈົ້າອາດຈະເລີ່ມຂຽນສິ່ງນັ້ນໄວ້ໃນປຶ້ມບັນທຶກສ່ວນຕົວ ເຈົ້າອາດຈະຂຽນສອງຫຼືສາມສິ່ງທີ່ເຮັດໃຫ້ເຈົ້າຮູ້ສຶກຂອບໃຈແລະສຳນຶກບຸນຄຸນໃນມື້ນັ້ນ.
ຄົນທີ່ສຶກສາກ່ຽວກັບເລື່ອງນີ້ບອກວ່າ: “ການຝຶກຕົວເອງໃຫ້ຮູ້ຈັກສຳນຶກບຸນຄຸນເປັນປະຈຳສາມາດປ່ຽນວິທີການເຮັດວຽກຂອງຈຸລັງປະສາດໃຫ້ຄິດແງ່ບວກໄດ້ງ່າຍຂຶ້ນ.” ຄົນທີ່ສຳນຶກບຸນຄຸນເປັນຄົນທີ່ມີຄວາມສຸກຫຼາຍແທ້ໆ. ດັ່ງນັ້ນ ໃຫ້ຄິດເຖິງສິ່ງດີໆທີ່ເຈົ້າໄດ້ຮັບ ມີຄວາມສຸກກັບສິ່ງທີ່ເຈົ້າປະສົບ ແລະສະແດງຄວາມຂອບໃຈສະເໝີ! ແທນທີ່ຈະເບິ່ງຂ້າມສິ່ງດີໆທີ່ໄດ້ຮັບ “ຂໍໃຫ້ຂອບໃຈພະເຢໂຫວາເພາະພະອົງດີແທ້ໆ” ແລະ “ຂອບໃຈພະເຈົ້າສຳລັບທຸກສິ່ງທຸກຢ່າງ.”—1 ຂ່າວ. 16:34, ລ.ມ.; 1 ທຊ. 5:18