ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຕອນ​ທີ່​ຊາຕານ​ບອກ​ເອວາ​ວ່າ​ລາວ​ຈະ​ບໍ່​ຕາຍ​ຖ້າ​ລາວ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ຊາຕານ​ກຳລັງ​ສ້າງ​ຄວາມ​ຄິດ​ກ່ຽວ​ກັບ​ວິນຍານ​ອະມະຕະ​ທີ່​ຄົນ​ທົ່ວໄປ​ເຊື່ອ​ໃນ​ປັດຈຸບັນ​ບໍ?

ບໍ່​ແມ່ນ. ຊາຕານ​ບໍ່​ໄດ້​ບອກ​ເອວາ​ວ່າ​ຖ້າ​ລາວ​ກິນ​ໝາກ​ໄມ້​ທີ່​ພະເຈົ້າ​ຫ້າມ ລາວ​ຈະ​ຕາຍ​ພຽງ​ແຕ່​ຮ່າງກາຍ​ແຕ່​ຍັງ​ມີ​ວິນຍານ​ເຫຼືອ​ຢູ່ (ເຊິ່ງ​ບາງ​ຄົນ​ໃນ​ປັດຈຸບັນ​ເອີ້ນ​ວ່າ​ວິນຍານ​ອະມະຕະ) ທີ່​ມີ​ຊີວິດ​ຢູ່​ອີກ​ບ່ອນ​ໜຶ່ງ. ຊາຕານ​ເວົ້າ​ຜ່ານ​ທາງ​ງູ​ວ່າ ຖ້າ​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ນັ້ນ ‘ລາວ​ຈະ​ບໍ່​ຕາຍ​ດອກ.’ ມັນ​ໝາຍ​ຄວາມ​ວ່າ ເອວາ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ ແລະ​ຈະ​ມີ​ຄວາມ​ສຸກ​ກັບ​ຊີວິດ​ທີ່​ດີ​ກວ່າ​ຢູ່​ເທິງ​ແຜ່ນດິນ​ໂລກ​ໂດຍ​ທີ່​ບໍ່​ຕ້ອງ​ໝາຍ​ເພິ່ງ​ພະເຈົ້າ.—ຕົ້ນ. 2:17; 3:3-5

ຖ້າ​ຄຳ​ສອນ​ຕົວະ​ກ່ຽວ​ກັບ​ວິນຍານ​ອະມະຕະ​ບໍ່​ໄດ້​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ສວນ​ເອເດນ ແລ້ວ​ຄຳ​ສອນ​ນີ້​ກຳເນີດ​ຂຶ້ນ​ເມື່ອ​ໃດ? ເຮົາ​ບໍ່​ຮູ້​ແຈ້ງ. ແຕ່​ເຮົາ​ຮູ້​ວ່າ​ການ​ນະມັດສະການ​ປອມ​ທັງ​ໝົດ​ຖືກ​ກວາດ​ລ້າງ​ຕອນ​ນ້ຳ​ຖ້ວມ​ໂລກ​ໃນ​ສະໄໝ​ໂນອາ. ຄວາມ​ເຊື່ອ​ຜິດໆທີ່​ມີ​ກ່ອນ​ນ້ຳ​ຖ້ວມ​ໂລກ​ບໍ່​ໄດ້​ຖືກ​ເຜີຍ​ແຜ່​ຕໍ່​ໄປ​ເພາະ​ຄົນ​ທີ່​ລອດ​ມີ​ແຕ່​ໂນອາ​ກັບ​ຄອບຄົວ​ເຊິ່ງ​ເປັນ​ຜູ້​ນະມັດສະການ​ແທ້.

ສະນັ້ນ ຄຳ​ສອນ​ເລື່ອງ​ວິນຍານ​ອະມະຕະ​ທີ່​ເຊື່ອ​ໃນ​ປັດຈຸບັນ​ຕ້ອງ​ເກີດ​ຂຶ້ນ​ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ. ຕອນ​ທີ່​ພະເຈົ້າ​ໄດ້​ເຮັດ​ໃຫ້​ພາສາ​ສັບສົນ​ວຸ່ນວາຍ​ຢູ່​ເມືອງ​ບາເບນ ແລະ​ຜູ້​ຄົນ​ກໍ​ໄດ້ ‘ພັດ​ພາກ​ຈາກ​ທີ່​ນັ້ນ​ໄປ​ທົ່ວ​ເທິງ​ພື້ນ​ແຜ່ນດິນ​ໂລກ’ ພວກ​ເຂົາ​ຄົງ​ຈະ​ເອົາ​ຄວາມ​ເຊື່ອ​ເລື່ອງ​ວິນຍານ​ອະມະຕະ​ໄປ​ນຳ. (ຕົ້ນ. 11:8, 9) ບໍ່​ວ່າ​ຄຳ​ສອນ​ຕົວະ​ນີ້​ຈະ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ໃສ ແຕ່​ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ຊາຕານ​ມານ​ຮ້າຍ “ພໍ່​ຂອງ​ການ​ຕົວະ” ຕ້ອງ​ຢູ່​ເບື້ອງ​ຫຼັງ​ຂອງ​ຄວາມ​ເຊື່ອ​ນີ້​ແລະ​ມັນ​ດີ​ໃຈ​ທີ່​ເຫັນ​ຄວາມ​ເຊື່ອ​ນີ້​ຖືກ​ແພ່​ລາມ​ໄປ​ທົ່ວ​ໂລກ.—ຢຮ. 8:44