ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳພີ​ໄບເບິນ​ບອກ​ວ່າ​ຢ່າງ​ໜ້ອຍ​ຕ້ອງ​ມີ​ພະຍານ​ສອງ​ຄົນ​ເພື່ອ​ຢັ້ງຢືນ​ເຫດການ​ໃດ​ໜຶ່ງ. (ຈົດເຊັນ. 35:30; ບັນຍັດ. 17:6; 19:15; ມທ. 18:16; 1 ຕມ. 5:19) ແຕ່​ໃນ​ກົດ​ໝາຍ​ຂອງ​ໂມເຊ​ບອກ​ວ່າ ຖ້າ​ຜູ້​ຊາຍ​ຄົນ​ໜຶ່ງ​ຂົ່ມຂືນ​ຜູ້​ຍິງ “ໃນ​ທົ່ງ​ນາ” ເຊິ່ງ​ຜູ້​ຍິງ​ນັ້ນ​ມີ​ຄູ່​ໝັ້ນ​ແລ້ວ​ແລະ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ ຜູ້​ຍິງ​ຈະ​ບໍ່​ມີ​ຄວາມ​ຜິດ ແຕ່​ຜູ້​ຊາຍ​ຄົນ​ນັ້ນ​ມີ​ຄວາມ​ຜິດ. ເປັນ​ຫຍັງ​ຈຶ່ງ​ແບບ​ນັ້ນ​ທັງໆທີ່​ບໍ່​ມີ​ພະຍານ​ຮູ້​ເຫັນ​ເຫດການ​ນີ້​ເລີຍ?

ພະບັນຍັດ 22:25-27 ບໍ່​ມີ​ຈຸດ​ປະສົງ​ພິສູດ​ຄວາມ​ຜິດ​ຂອງ​ຜູ້​ຊາຍ ເພາະ​ຕາມ​ແວດ​ບົດ​ລາວ​ມີ​ຄວາມ​ຜິດ​ຢູ່​ແລ້ວ. ແຕ່​ຂໍ້​ບັນຍັດ​ນີ້​ຢາກ​ເນັ້ນ​ວ່າ​ຜູ້​ຍິງ​ນັ້ນ​ບໍ່​ມີ​ຄວາມ​ຜິດ. ຂໍ​ໃຫ້​ມາ​ເບິ່ງ​ແວດ​ບົດ​ນຳ​ກັນ.

ຂໍ້​ກ່ອນ​ໜ້າ​ນີ້​ເວົ້າ​ເຖິງ​ຜູ້​ຊາຍ​ທີ່​ມີ​ເພດ​ສຳພັນ​ຢູ່ “ໃນ​ເມືອງ” ກັບ​ຜູ້​ຍິງ​ທີ່​ມີ​ຄູ່​ໝັ້ນ​ແລ້ວ. ການ​ເຮັດ​ແບບ​ນັ້ນ​ສະແດງ​ວ່າ​ລາວ​ຫຼິ້ນ​ຊູ້ ເພາະ​ໃນ​ສະໄໝ​ນັ້ນ ຜູ້​ຍິງ​ທີ່​ມີ​ຄູ່​ໝັ້ນ​ກໍ​ຖື​ວ່າ​ແຕ່ງ​ດອງ​ແລ້ວ. ແຕ່​ໃນ​ກໍລະນີ​ທີ່ “ຜູ້​ຍິງ​ບໍ່​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທັງໆທີ່​ຢູ່​ໃນ​ເມືອງ” ເດ? ຖ້າ​ລາວ​ຮ້ອງ ຄົນ​ອື່ນ​ທີ່​ໄດ້​ຍິນ​ກໍ​ຈະ​ມາ​ຊ່ວຍ​ລາວ. ແຕ່​ຍ້ອນ​ລາວ​ບໍ່​ໄດ້​ຮ້ອງ ສະແດງ​ວ່າ​ລາວ​ກໍ​ມີ​ສ່ວນ​ໃນ​ການ​ຫຼິ້ນ​ຊູ້ ແລ້ວ​ທັງ​ສອງ​ກໍ​ຖືກ​ຕັດສິນ​ວ່າ​ເຮັດ​ຜິດ.—ບັນຍັດ. 22:23, 24, ລ.ມ.

ຂໍ້​ບັນຍັດ​ຕໍ່​ໄປ​ນີ້​ເວົ້າ​ເຖິງ​ເຫດການ​ໃໝ່: “ຖ້າ​ຜູ້​ຊາຍ​ນັ້ນ​ພົບ​ຜູ້​ສາວ​ທີ່​ປະຕິຍານ​ໄວ້​ແລ້ວ​ນັ້ນ​ໃນ​ທົ່ງ​ນາ ແລະ​ໄດ້​ກຸມ​ເອົາ​ນອນ​ນຳ​ລາວ ເມື່ອ​ນັ້ນ​ຜູ້​ຊາຍ​ທີ່​ໄດ້​ນອນ​ນຳ​ລາວ​ຈະ​ຖືກ​ໂທດ​ປະຫານ​ຊີວິດ​ຜູ້​ດຽວ ແລະ​ຈົ່ງ​ປ່ອຍ​ຜູ້​ສາວ. ບໍ່​ມີ​ບາບ​ໂທດ​ສົມຄວນ​ຕາຍ​ຖືກ​ຜູ້​ສາວ ເຫດ​ວ່າ​ເປັນ​ຢ່າງ​ດຽວ​ກັນ​ກັບ​ຄົນ​ຜູ້​ໜຶ່ງ​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ເພື່ອນ​ບ້ານ​ຈຶ່ງ​ຂ້າ​ມັນ ການ​ນີ້​ເປັນ​ຢ່າງ​ນັ້ນ. ເຫດ​ວ່າ​ຜູ້​ຊາຍ​ໄດ້​ພົບ​ຜູ້​ສາວ​ໃນ​ທົ່ງ​ນາ. ຜູ້​ສາວ​ທີ່​ປະຕິຍານ​ໄວ້​ແລ້ວ​ນັ້ນ​ໄດ້​ຮ້ອງ​ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ມາ​ຊ່ອຍ​ລາວ​ໃຫ້​ພົ້ນ.”—ບັນຍັດ. 22:25-27

ໃນ​ເຫດການ​ນີ້ ຜູ້​ພິພາກສາ​ເຊື່ອ​ຄຳ​ໃຫ້​ການ​ຂອງ​ຜູ້​ຍິງ. ເຊື່ອ​ແບບ​ໃດ? ພວກ​ເຂົາ​ສັນນິຖານ​ວ່າ​ລາວ “ໄດ້​ຮ້ອງ​ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ມາ​ຊ່ອຍ​ລາວ​ໃຫ້​ພົ້ນ.” ສະແດງ​ວ່າ​ລາວ​ບໍ່​ມີ​ສ່ວນ​ໃນ​ການ​ຫຼິ້ນ​ຊູ້. ແຕ່​ຜູ້​ຊາຍ​ມີ​ຄວາມ​ຜິດ​ໃນ​ສະຖານ​ເຮັດ​ການ​ຂົ່ມຂືນ​ແລະ​ຫຼິ້ນ​ຊູ້​ເພາະ​ລາວ “ໄດ້​ກຸມ​ເອົາ​ນອນ​ນຳ” ຜູ້​ຍິງ​ທີ່​ມີ​ຄູ່​ໝັ້ນ​ແລ້ວ.

ດັ່ງ​ນັ້ນ ເຖິງ​ວ່າ​ຂໍ້​ບັນຍັດ​ນີ້​ເນັ້ນ​ວ່າ​ຜູ້​ຍິງ​ນັ້ນ​ບໍ່​ມີ​ຄວາມ​ຜິດ ແຕ່​ຍັງ​ຊີ້​ໃຫ້​ເຫັນ​ວ່າ​ຜູ້​ຊາຍ​ກະທຳ​ຜິດ​ຂົ່ມຂືນ​ແລະ​ຫຼິ້ນ​ຊູ້. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ຜູ້​ພິພາກສາ​ຈະ “ສືບສວນ​ຢ່າງ​ລະອຽດ” ເພື່ອ​ຈະ​ຕັດສິນ​ໃຫ້​ສອດຄ່ອງ​ກັບ​ມາດຕະຖານ​ທີ່​ພະ​ເຢໂຫວາ​ເຄີຍ​ກຳນົດ​ໃຫ້​ຊາດ​ອິດສະຣາເອນ​ຢ່າງ​ຈະ​ແຈ້ງ​ຫຼາຍ​ຄັ້ງ.—ບັນຍັດ. 13:14, ລ.ມ.; 17:4; ອົບ. 20:14