ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 50

ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ຮັບ​ການ​ປົດ​ປ່ອຍ​ເປັນ​ອິດ​ສະຫຼະ

ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ຮັບ​ການ​ປົດ​ປ່ອຍ​ເປັນ​ອິດ​ສະຫຼະ

“ຈົ່ງ​ປ່າວ​ປະກາດ​ອິດ​ສະຫຼະ​ພາບ​ໃນ​ປະເທດ​ສຳລັບ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ທີ່​ນັ້ນ.”—ເລວີ. 25:10

ເພງ 22 ລັດຖະບານ​ຂອງ​ພະເຈົ້າ​ກໍ່​ຕັ້ງ​ແລ້ວ—ຂໍ​ໃຫ້​ມາ​ເຖີດ!

ໃຈ​ຄວາມ​ສຳຄັນ *

1-2. (ກ) ປີ​ທີ່​ໜ້າ​ຍິນດີ​ແມ່ນ​ຫຍັງ? (ເບິ່ງ​ຂອບ “ ປີ​ທີ່​ໜ້າ​ຍິນດີ​ແມ່ນ​ຫຍັງ?”) (ຂ) ພະ​ເຢຊູ​ເວົ້າ​ເລື່ອງ​ຫຍັງ​ໃນ​ລູກາ 4:16-18?

ຫຼາຍ​ປະເທດ​ມີ​ການ​ຈັດ​ງານ​ສະເຫຼີມສະຫຼອງ​ເມື່ອ​ກະສັດ​ຫຼື​ລາຊີນີ​ປົກຄອງ​ຄົບ​ຮອບ 50 ປີ. ອາດ​ຈະ​ມີ​ການ​ສະຫຼອງ​ໜຶ່ງ​ມື້ ຫຼື​ເປັນ​ອາທິດ ຫຼື​ອາດ​ຈະ​ດົນ​ກວ່າ​ນັ້ນ. ແຕ່​ໃນ​ທີ່​ສຸດ​ເມື່ອ​ການ​ສະຫຼອງ​ນັ້ນ​ຈົບ​ລົງ​ໄດ້​ບໍ່​ດົນ ຜູ້​ຄົນ​ກໍ​ລືມ.

2 ຊາວ​ອິດສະຣາເອນ​ບູຮານ​ກໍ​ສະເຫຼີມສະຫຼອງ​ຄົບ​ຮອບ​ທຸກໆ 50 ປີ​ເຊິ່ງ​ເປັນ​ເທສະການ​ທີ່​ຍິ່ງໃຫຍ່​ທີ່​ໃຊ້​ເວລາ​ໝົດ​ປີ. ການ​ສະຫຼອງ​ນີ້​ເອີ້ນ​ວ່າ: ‘ປີ​ທີ່​ໜ້າ​ຍິນດີ’. ປີ​ທີ່​ໜ້າ​ຍິນດີ​ໃນ​ສະໄໝ​ບູຮານ​ນີ້​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ. ແຕ່​ເປັນ​ຫຍັງ​ປີ​ທີ່​ໜ້າ​ຍິນດີ​ນີ້​ຈຶ່ງ​ສຳຄັນ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້? ເພາະ​ມັນ​ເຕືອນ​ເຮົາ​ໃຫ້​ຄິດ​ເຖິງ​ການ​ຈັດ​ກຽມ​ອັນ​ດີ​ເລີດ​ຂອງ​ພະ​ເຢໂຫວາ​ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ຕະຫຼອດ​ໄປ ແລະ​ເຮົາ​ສາມາດ​ໄດ້​ຮັບ​ປະໂຫຍດ​ຕັ້ງ​ແຕ່​ຕອນ​ນີ້ ເຊິ່ງ​ພະ​ເຢຊູ​ກໍ​ໄດ້​ເວົ້າ​ເຖິງ​ການ​ປົດ​ປ່ອຍ​ນີ້​ຄື​ກັນ.—ອ່ານ​ລູກາ 4:16-18

ປີ​ທີ່​ໜ້າ​ຍິນດີ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ມີ​ຄວາມ​ສຸກ​ເພາະ​ຄົນ​ທີ່​ເຄີຍ​ເປັນ​ທາດ​ສາມາດ​ໄດ້​ດິນ​ຄືນ​ແລະ​ໄດ້​ຢູ່​ກັບ​ຄອບຄົວ​ຂອງ​ຕົວ​ເອງ (ເບິ່ງ​ຂໍ້ 3) *

3. ຕາມ​ພວກເລວີ 25:8-12 ປີ​ທີ່​ໜ້າ​ຍິນດີ​ມີ​ປະໂຫຍດ​ຕໍ່​ຊາວ​ອິດສະຣາເອນ​ແນວ​ໃດ?

3 ເຮົາ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ທີ່​ພະ​ເຢຊູ​ເວົ້າ​ເຖິງ ໂດຍ​ພິຈາລະນາ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ເລື່ອງ​ປີ​ທີ່​ໜ້າ​ຍິນດີ​ທີ່​ພະອົງ​ໃຫ້​ກັບ​ຊາວ​ອິດສະຣາເອນ​ບູຮານ. ພະ​ເຢໂຫວາ​ບອກ​ຊາວ​ອິດສະຣາເອນ​ວ່າ: “ຕັ້ງ​ປີ​ທີ 50 ນັ້ນ​ໄວ້​ເປັນ​ບໍລິສຸດ​ແລະ​ຈົ່ງ​ປ່າວ​ປະກາດ​ອິດ​ສະຫຼະ​ພາບ​ໃນ​ປະເທດ​ສຳລັບ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ທີ່​ນັ້ນ. ປີ​ນີ້​ຈະ​ເປັນ​ປີ​ຍິນດີ​ສຳລັບ​ພວກ​ທ່ານ ຄົນ​ທຸກ​ຄົນ​ຈົ່ງ​ຄືນ​ໄປ​ອີກ​ໃນ​ດິນ​ມູນ​ແຫ່ງ​ຕົນ ທຸກ​ຄົນ​ຈົ່ງ​ຫຼົບ​ໄປ​ໃນ​ຄອບຄົວ​ແຫ່ງ​ຕົນ.” (ອ່ານ​ພວກເລວີ 25:8-12) ບົດ​ຄວາມ​ກ່ອນ​ໜ້າ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ວັນ​ຊະບາໂຕ​ມີ​ປະໂຫຍດ​ແນວ​ໃດ​ຕໍ່​ຊາວ​ອິດສະຣາເອນ. ແລ້ວ​ປີ​ທີ່​ໜ້າ​ຍິນດີ​ນີ້​ເດ ພວກ​ເຂົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ? ສົມມຸດ​ວ່າ ຄົນ​ອິດສະຣາເອນ​ຜູ້​ໜຶ່ງ​ມີ​ໜີ້​ສິນ​ແລະ​ຈຳເປັນ​ຕ້ອງ​ຂາຍ​ດິນ​ໄຊ້​ໜີ້. ແຕ່​ໃນ​ປີ​ທີ່​ໜ້າ​ຍິນດີ​ນີ້ ລາວ​ຈະ​ໄດ້​ດິນ​ຄືນ. ດັ່ງ​ນັ້ນ ລາວ​ອາດ​ຈະ​ໄດ້ ‘ຄືນ​ໄປ​ຢູ່​ໃນ​ດິນ​ມູນ​ຂອງ​ຕົນ​ອີກ.’ ມູນ​ມໍລະດົກ​ທີ່​ລາວ​ຈະ​ໃຫ້​ກັບ​ລູກ​ຫຼານ​ກໍ​ຈະ​ບໍ່​ຕົກ​ເປັນ​ຂອງ​ຄົນ​ອື່ນ. ຫຼື​ຖ້າ​ຄົນ​ໜຶ່ງ​ມີ​ໜີ້​ສິນ​ຫຼາຍ​ໂພດ​ຈົນ​ຕ້ອງ​ຂາຍ​ລູກ​ແລະ​ຕົວ​ເອງ​ໄປ​ເປັນ​ທາດ​ເພື່ອ​ໄຊ້​ໜີ້​ສິນ ໃນ​ປີ​ທີ່​ໜ້າ​ຍິນດີ​ນີ້ ທາດ​ຄົນ​ນັ້ນ​ກໍ​ຈະ​ກັບ​ໄປ​ຢູ່​ກັບ ‘ຄອບຄົວ​ຂອງ​ຕົນ.’ ດັ່ງ​ນັ້ນ ຈຶ່ງ​ບໍ່​ມີ​ໃຜ​ຕ້ອງ​ເປັນ​ທາດ​ຕະຫຼອດ​ຊີວິດ​ໂດຍ​ບໍ່​ມີ​ຄວາມ​ຫວັງ! ພະ​ເຢໂຫວາ​ເປັນ​ຫ່ວງ​ປະຊາຊົນ​ຂອງ​ພະອົງ​ຫຼາຍ​ແທ້ໆ!

4-5. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ປີ​ທີ່​ໜ້າ​ຍິນດີ​ຂອງ​ຊາວ​ອິດສະຣາເອນ​ບູຮານ?

4 ຜົນ​ປະໂຫຍດ​ອີກ​ຢ່າງ​ໜຶ່ງ​ຂອງ​ປີ​ທີ່​ໜ້າ​ຍິນດີ​ແມ່ນ​ຫຍັງ? ພະ​ເຢໂຫວາ​ເວົ້າ​ວ່າ: “ບໍ່​ມີ​ຄົນ​ຈົນ​ໃນ​ທ່າມກາງ​ພວກ​ທ່ານ ເຫດ​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ເປັນ​ອັນ​ບໍລິບູນ​ໃຫ້​ເຈົ້າ ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ປະທານ​ເປັນ​ມູນ​ໃຫ້​ເຈົ້າ​ມີ​ໄວ້.” (ບັນຍັດ. 15:4) ນີ້​ແຕກຕ່າງ​ກັນ​ຫຼາຍ​ແທ້ໆກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ທຸກ​ມື້​ນີ້ ເຊັ່ນ: ຄົນ​ລວຍ​ກໍ​ແຮ່ງ​ລວຍ​ຂຶ້ນ ຄົນ​ທຸກ​ກໍ​ແຮ່ງ​ທຸກ​ລົງ!

5 ເນື່ອງ​ຈາກ​ເຮົາ​ເປັນ​ຄລິດສະຕຽນ​ເຮົາ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ ເຮົາ​ຈຶ່ງ​ບໍ່​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ປີ​ທີ່​ໜ້າ​ຍິນດີ​ເຊິ່ງ​ກ່ຽວ​ກັບ​ການ​ເປັນ​ທາດ ການ​ຍົກ​ໜີ້​ສິນ ແລະ​ການ​ຄືນ​ທີ່​ດິນ. (ຣມ. 7:4; 10:4; ອຟຊ. 2:15) ແຕ່​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ປີ​ທີ່​ໜ້າ​ຍິນດີ. ຍ້ອນ​ຫຍັງ? ຍ້ອນ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ຄື​ກັນ ເຮົາ​ກໍ​ຄວນ​ຈະ​ສົນ​ໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້​ຊາວ​ອິດສະຣາເອນ​ບູຮານ.

ພະ​ເຢຊູ​ປະກາດ​ເລື່ອງ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ

6. ມະນຸດ​ຕ້ອງ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຫຍັງ?

6 ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ຍ້ອນ​ເຮົາ​ເປັນ​ທາດ​ຂອງ​ບາບ​ທີ່​ໂຫດ​ຮ້າຍ​ຫຼາຍ. ຜົນ​ຂອງ​ບາບ​ເຮັດ​ໃຫ້​ເຮົາ​ເຖົ້າ​ແກ່ ເຈັບ​ປ່ວຍ ແລະ​ກໍ​ຕາຍ. ຫຼາຍ​ຄົນ​ເຫັນ​ຫຼັກ​ຖານ​ເລື່ອງ​ນີ້​ຈະ​ແຈ້ງ​ຕອນ​ທີ່​ແຍງ​ແວ່ນ​ຫຼື​ຕອນ​ທີ່​ໄປ​ຫາ​ໝໍ​ເມື່ອ​ເຈັບ​ປ່ວຍ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮູ້ສຶກ​ທໍ້​ໃຈ​ເມື່ອ​ເຮົາ​ເຮັດ​ບາບ. ອັກຄະສາວົກ​ໂປໂລ​ຍອມ​ຮັບ​ວ່າ ລາວ “ຕົກ​ຢູ່​ໃຕ້​ບັງຄັບ​ກົດ​ຂອງ​ບາບ​ທີ່​ຢູ່​ໃນ​ຮ່າງກາຍ” ແລະ​ຍັງ​ບອກ​ອີກ​ວ່າ: “ຂ້ອຍ​ຈັ່ງ​ແມ່ນ​ເປັນ​ຕາ​ໜ້າ​ສົມ​ເພດ ຜູ້​ໃດ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ໄດ້​ນີ້?”—ຣມ. 7:23, 24

7. ເອຊາອີ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ການ​ປົດ​ປ່ອຍ​ແນວ​ໃດ?

7 ເຮົາ​ດີ​ໃຈ​ຫຼາຍ​ແທ້ໆທີ່​ພະເຈົ້າ​ໄດ້​ຈັດ​ກຽມ​ວິທີ​ທີ່​ຈະ​ປົດ​ປ່ອຍ​ເຮົາ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ບາບ. ພະ​ເຢຊູ​ມີ​ບົດບາດ​ສຳຄັນ​ເລື່ອງ​ນີ້. ຫຼາຍ​ກວ່າ 700 ປີ​ກ່ອນ​ທີ່​ພະ​ເຢຊູ​ຈະ​ມາ​ແຜ່ນດິນ​ໂລກ ຜູ້​ພະຍາກອນ​ເອຊາອີ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ການ​ປົດ​ປ່ອຍ​ທີ່​ຍິ່ງໃຫຍ່​ໃນ​ອະນາຄົດ​ທີ່​ດີ​ກວ່າ​ປີ​ທີ່​ໜ້າ​ຍິນດີ​ໃນ​ສະໄໝ​ຊາວ​ອິດສະຣາເອນ. ລາວ​ຂຽນ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃຫ້​ພະລັງ​ຂອງ​ພະອົງ​ກັບ​ຂ້ອຍ ພະ​ເຢໂຫວາ​ແຕ່ງ​ຕັ້ງ​ຂ້ອຍ​ໃຫ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ອ່ອນ​ນ້ອມ ໃຫ້​ຮັກສາ​ຄົນ​ທີ່​ມີ​ຫົວໃຈ​ຊອກ​ຊ້ຳ ໃຫ້​ປະກາດ​ເລື່ອງ​ການ​ປົດ​ປ່ອຍ​ແກ່​ພວກ​ຊະເລີຍ.” (ເອຊາ. 61:1, ລ.ມ.) ຄຳ​ພະຍາກອນ​ນີ້​ໝາຍ​ເຖິງ​ໃຜ?

8. ຄຳ​ພະຍາກອນ​ຂອງ​ເອຊາອີ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ໝາຍ​ເຖິງ​ໃຜ?

8 ຄຳ​ພະຍາກອນ​ສຳຄັນ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ນີ້​ເລີ່ມ​ສຳເລັດ​ເປັນ​ຈິງ​ຫຼັງ​ຈາກ​ພະ​ເຢຊູ​ເລີ່ມ​ເຮັດ​ວຽກ​ຮັບໃຊ້. ຕອນ​ໄປ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ຢູ່​ນາຊາເຣັດ​ເມືອງ​ທີ່​ເພິ່ນ​ເກີດ ເພິ່ນ​ອ່ານ​ຄຳ​ພະຍາກອນ​ຂອງ​ເອຊາອີ​ຫຼາຍ​ຂໍ້​ໃຫ້​ຊາວ​ຢິວ​ທີ່​ມາ​ເຕົ້າ​ໂຮມ​ກັນ​ຟັງ ແລະ​ບອກ​ວ່າ​ຄຳ​ພະຍາກອນ​ນີ້​ໝາຍ​ເຖິງ​ຕົວ​ເພິ່ນ​ເອງ ເພິ່ນ​ອ່ານ​ວ່າ: “ພະ​ເຢໂຫວາ​ໃຫ້​ພະລັງ​ຂອງ​ພະອົງ​ກັບ​ຂ້ອຍ ພະອົງ​ແຕ່ງ​ຕັ້ງ​ຂ້ອຍ​ໃຫ້​ປະກາດ​ຂ່າວ​ດີ​ແກ່​ຄົນ​ທຸກ​ຍາກ ໃຫ້​ປະກາດ​ເລື່ອງ​ການ​ປົດ​ປ່ອຍ​ແກ່​ພວກ​ຊະເລີຍ ໃຫ້​ບອກ​ຄົນ​ຕາ​ບອດ​ວ່າ​ລາວ​ຈະ​ເຫັນ​ຮຸ່ງ ໃຫ້​ປົດ​ປ່ອຍ​ຄົນ​ທີ່​ຖືກ​ກົດ​ຂີ່ ແລະ​ໃຫ້​ປະກາດ​ວ່າ​ເຖິງ​ເວລາ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ​ແລ້ວ.” (ລກ. 4:16-19) ພະ​ເຢຊູ​ເຮັດ​ໃຫ້​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ​ແນວ​ໃດ?

ຄົນ​ກຸ່ມ​ທຳອິດ​ທີ່​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ

ພະ​ເຢຊູ​ປະກາດ​ເລື່ອງ​ການ​ປົດ​ປ່ອຍ​ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ຢູ່​ເມືອງ​ນາຊາເຣັດ (ເບິ່ງ​ຂໍ້ 8-9)

9. ຫຼາຍ​ຄົນ​ໃນ​ສະໄໝ​ພະ​ເຢຊູ​ຢາກ​ໄດ້​ອິດ​ສະຫຼະ​ແບບ​ໃດ?

9 ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ທີ່​ເອຊາອີ​ບອກ​ລ່ວງ​ໜ້າ​ແລະ​ທີ່​ພະ​ເຢຊູ​ອ່ານ​ນັ້ນ​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ສະໄໝ​ຂອງ​ເພິ່ນ. ເຮົາ​ເຊື່ອ​ເລື່ອງ​ນີ້​ຍ້ອນ​ພະ​ເຢຊູ​ເອງ​ບອກ​ວ່າ: “ມື້​ນີ້ ເລື່ອງ​ທີ່​ຂ້ອຍ​ອ່ານ​ຈາກ​ພະ​ຄຳພີ​ຂໍ້​ນີ້​ກໍ​ເປັນ​ຈິງ​ແລ້ວ.” (ລກ. 4:21) ຫຼາຍ​ຄົນ​ທີ່​ໄດ້​ຍິນ​ພະ​ເຢຊູ​ອ່ານ​ຕອນ​ນັ້ນ​ຄົງ​ຫວັງ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ທາງ​ການ​ເມືອງ ເພາະ​ພວກ​ເຂົາ​ຢາກ​ເປັນ​ອິດ​ສະຫຼະ​ຈາກ​ການ​ປົກຄອງ​ຂອງ​ໂຣມ. ພວກ​ເຂົາ​ອາດ​ຄິດ​ຄື​ກັບ​ຜູ້​ຊາຍ​ສອງ​ຄົນ​ທີ່​ບອກ​ວ່າ: “ພວກ​ເຮົາ​ເຄີຍ​ຫວັງ​ວ່າ​ເພິ່ນ​ຈະ​ມາ​ປົດ​ປ່ອຍ​ຄົນ​ອິດສະຣາເອນ​ໃຫ້​ເປັນ​ອິດ​ສະຫຼະ.” (ລກ. 24:13, 21) ແຕ່​ເຮົາ​ຮູ້​ວ່າ​ພະ​ເຢຊູ​ບໍ່​ໄດ້​ບອກ​ໃຫ້​ພວກ​ລູກ​ສິດ​ຕໍ່​ຕ້ານ​ການ​ປົກຄອງ​ທີ່​ກົດ​ຂີ່​ຂອງ​ໂຣມ ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເພິ່ນ​ໄດ້​ບອກ​ພວກ​ລູກ​ສິດ​ວ່າ “ສິ່ງ​ໃດ​ທີ່​ເປັນ​ຂອງ​ເຊຊາ​ກໍ​ໃຫ້​ແກ່​ເຊຊາ.” (ມທ. 22:21) ແລ້ວ​ພະ​ເຢຊູ​ປົດ​ປ່ອຍ​ຜູ້​ຄົນ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຫຍັງ?

10. ພະ​ເຢຊູ​ປົດ​ປ່ອຍ​ມະນຸດ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຫຍັງ?

10 ພະ​ເຢຊູ​ລູກ​ຊາຍ​ຂອງ​ພະເຈົ້າ​ປົດ​ປ່ອຍ​ຜູ້​ຄົນ​ໃຫ້​ເປັນ​ອິດ​ສະຫຼະ​ໃນ 2 ວິທີ​ຄື: ວິທີ​ທຳອິດ ເພິ່ນ​ປົດ​ປ່ອຍ​ຜູ້​ຄົນ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຄຳ​ສອນ​ຜິດໆຂອງ​ຜູ້​ນຳ​ສາສະໜາ. ຊາວ​ຢິວ​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ເປັນ​ທາດ​ຂອງ​ທຳນຽມ​ແລະ​ຄວາມ​ເຊື່ອ​ທີ່​ຜິດໆ. (ມທ. 5:31-37; 15:1-11) ຜູ້​ນຳ​ສາສະໜາ​ອ້າງ​ວ່າ​ກຳລັງ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບໃຊ້​ພະເຈົ້າ ແຕ່​ຕົວ​ເອງ​ພັດ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກ​ເຂົາ​ເປັນ​ຄື​ກັບ​ຄົນ​ຕາ​ບອດ. ນອກ​ຈາກ​ນັ້ນ ພວກ​ເຂົາ​ໄດ້​ປະຕິເສດ​ເມຊີ​ອາ​ແລະ​ຄວາມ​ຈິງ​ທີ່​ເພິ່ນ​ສອນ ພວກ​ເຂົາ​ບໍ່​ໄດ້​ຮູ້ຈັກ​ພະເຈົ້າ ນີ້​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ຄື​ກັບ​ຄົນ​ຕາ​ບອດ​ແລະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ. (ຢຮ. 9:1, 14-16, 35-41) ເນື່ອງ​ຈາກ​ພະ​ເຢຊູ​ສອນ​ຄວາມ​ຈິງ​ແລະ​ເປັນ​ຕົວຢ່າງ​ທີ່​ດີ ເພິ່ນ​ຈຶ່ງ​ເຮັດ​ໃຫ້​ຄົນ​ຖ່ອມ​ຕົວ​ຮູ້​ວ່າ​ພວກ​ເຂົາ​ສາມາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຄຳ​ສອນ​ທີ່​ຜິດໆ.—ມຣກ. 1:22; 2:23–3:5

11. ວິທີ​ທີ​ສອງ​ທີ່​ພະ​ເຢຊູ​ປົດ​ປ່ອຍ​ຜູ້​ຄົນ​ໃຫ້​ເປັນ​ອິດ​ສະຫຼະ​ແມ່ນ​ຫຍັງ?

11 ວິທີ​ທີ​ສອງ ພະ​ເຢຊູ​ປົດ​ປ່ອຍ​ຜູ້​ຄົນ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ການ​ເປັນ​ທາດ​ຂອງ​ບາບ. ເນື່ອງ​ຈາກ​ພະ​ເຢຊູ​ສະລະ​ຊີວິດ​ເປັນ​ຄ່າໄຖ່ ພະ​ເຢໂຫວາ​ຈຶ່ງ​ໃຫ້​ອະໄພ​ບາບ​ຄົນ​ທີ່​ຍອມ​ຮັບ​ຄ່າໄຖ່​ແລະ​ສະແດງ​ຄວາມ​ເຊື່ອ. (ຮຣ. 10:12-18) ພະ​ເຢຊູ​ບອກ​ວ່າ: “ຖ້າ​ລູກ​ຂອງ​ພະເຈົ້າ​ປົດ​ປ່ອຍ​ພວກ​ເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ ພວກ​ເຈົ້າ​ກໍ​ຈະ​ເປັນ​ອິດ​ສະຫຼະ​ແທ້ໆ.” (ຢຮ. 8:36) ອິດ​ສະຫຼະ​ນີ້​ດີ​ກວ່າ​ອິດ​ສະຫຼະ​ທີ່​ຊາວ​ອິດສະຣາເອນ​ໄດ້​ຮັບ​ໃນ​ປີ​ທີ່​ໜ້າ​ຍິນດີ! ຕົວຢ່າງ​ເຊັ່ນ: ຄົນ​ທີ່​ເປັນ​ອິດ​ສະຫຼະ​ໃນ​ປີ​ທີ່​ໜ້າ​ຍິນດີ​ອາດ​ຕົກ​ເປັນ​ທາດ​ອີກ ແລະ​ມື້​ໜຶ່ງ​ພວກ​ເຂົາ​ກໍ​ຕ້ອງ​ຕາຍ ແຕ່​ອິດ​ສະຫຼະ​ທີ່​ໄດ້​ຮັບ​ຈາກ​ພະ​ເຢຊູ​ຈະ​ມີ​ຜົນ​ຕະຫຼອດ​ໄປ.

12. ໃຜ​ເປັນ​ຄົນ​ກຸ່ມ​ທຳອິດ​ທີ່​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ທີ່​ພະ​ເຢຊູ​ບອກ?

12 ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33 ພະ​ເຢໂຫວາ​ເຈີມ​ພວກ​ອັກຄະສາວົກ​ແລະ​ຊາຍ​ຍິງ​ທີ່​ສັດ​ຊື່​ດ້ວຍ​ພະລັງ​ບໍລິສຸດ. ພະອົງ​ຮັບ​ເອົາ​ພວກ​ເຂົາ​ໃຫ້​ເປັນ​ລູກ​ເພື່ອ​ໃນ​ອະນາຄົດ​ພວກ​ເຂົາ​ຈະ​ຖືກ​ປຸກ​ໄປ​ສະຫວັນ​ແລະ​ໄປ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ. (ຣມ. 8:2, 15-17) ນີ້​ເປັນ​ຄົນ​ກຸ່ມ​ທຳອິດ​ທີ່​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ທີ່​ພະ​ເຢຊູ​ປະກາດ​ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ຢູ່​ເມືອງ​ນາຊາເຣັດ. ພວກ​ເຂົາ​ບໍ່​ຕ້ອງ​ເປັນ​ທາດ​ຂອງ​ຄຳ​ສອນ​ທີ່​ຜິດໆຂອງ​ພວກ​ຜູ້​ນຳ​ສາສະໜາ​ແລະ​ທຳນຽມ​ທີ່​ບໍ່​ຖືກຕ້ອງ​ຕາມ​ຫຼັກ​ພະ​ຄຳພີ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ເບິ່ງ​ວ່າ​ພວກ​ເຂົາ​ເປັນ​ອິດ​ສະຫຼະ​ຈາກ​ບາບ​ທີ່​ເຮັດ​ໃຫ້​ຕ້ອງ​ຕາຍ. ປີ​ທີ່​ໜ້າ​ຍິນດີ​ຂອງ​ຄລິດສະຕຽນ​ເລີ່ມ​ໃນ​ປີ ຄ.ສ 33 ເມື່ອ​ລູກ​ສິດ​ຂອງ​ພະ​ຄລິດ​ໄດ້​ຮັບ​ການ​ເຈີມ ແລະ​ຈະ​ສິ້ນ​ສຸດ​ໃນ​ຕອນ​ຈົບ​ຂອງ​ສະໄໝ​ພັນ​ປີ​ທີ່​ພະ​ເຢຊູ​ປົກຄອງ. ແລ້ວ​ຈະ​ມີ​ສິ່ງ​ດີໆຫຍັງ​ແດ່​ທີ່​ຈະ​ເກີດ​ຂຶ້ນ​ຕັ້ງ​ແຕ່​ຕອນ​ນີ້​ຈົນ​ເຖິງ​ຕອນ​ຈົບ​ຂອງ​ສະໄໝ​ພັນ​ປີ?

ຫຼາຍ​ລ້ານ​ຄົນ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ

13-14. ນອກ​ຈາກ​ຜູ້​ຖືກ​ເຈີມ​ແລ້ວ ມີ​ໃຜ​ອີກ​ທີ່​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ທີ່​ພະ​ເຢຊູ​ບອກ?

13 ໃນ​ທຸກ​ມື້​ນີ້​ຫຼາຍ​ລ້ານ​ຄົນ​ຈາກ​ທຸກ​ປະເທດ​ທົ່ວ​ໂລກ​ທີ່​ຈິງ​ໃຈ​ໄດ້​ເຂົ້າ​ມາ​ເປັນ​ສ່ວນ​ຂອງ “ແກະ​ອື່ນ.” (ຢຮ. 10:16) ພະ​ເຢໂຫວາ​ບໍ່​ໄດ້​ເລືອກ​ພວກ​ເຂົາ​ໃຫ້​ໄປ​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ​ເທິງ​ສະຫວັນ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ ພວກ​ເຂົາ​ຈະ​ມີ​ໂອກາດ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ. ເຈົ້າ​ກໍ​ມີ​ຄວາມ​ຫວັງ​ແບບ​ນັ້ນ​ແມ່ນ​ບໍ?

14 ຕອນ​ນີ້​ເຈົ້າ​ໄດ້​ຮັບ​ປະໂຫຍດ​ບາງ​ຢ່າງ​ແບບ​ດຽວ​ກັນ​ກັບ​ຜູ້​ຖືກ​ເຈີມ ໂດຍ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ ເຈົ້າ​ຈຶ່ງ​ສາມາດ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ເຈົ້າ​ໄດ້. ຍ້ອນ​ແນວ​ນັ້ນ​ເຈົ້າ​ຈຶ່ງ​ມີ​ຖານະ​ທີ່​ດີ​ຕໍ່​ພະ​ເຢໂຫວາ​ແລະ​ບໍ່​ມີ​ຫຍັງ​ມາ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ. (ອຟຊ. 1:7; ພນມ. 7:14, 15) ນອກ​ຈາກ​ນັ້ນ ໃຫ້​ຄິດ​ເຖິງ​ພອນ​ຕ່າງໆທີ່​ເຈົ້າ​ໄດ້​ຮັບ​ຍ້ອນ​ໄດ້​ຫຼຸດ​ພົ້ນ​ຈາກ​ຄຳ​ສອນ​ປອມ. ພະ​ເຢຊູ​ບອກ​ວ່າ: “ພວກ​ເຈົ້າ​ຈະ​ຮູ້ຈັກ​ຄວາມ​ຈິງ ແລ້ວ​ຄວາມ​ຈິງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ອິດ​ສະຫຼະ.” (ຢຮ. 8:32) ຈັ່ງ​ແມ່ນ​ເຮົາ​ມີ​ຄວາມ​ສຸກ​ແທ້ໆທີ່​ມີ​ອິດ​ສະຫຼະ​ແບບ​ນີ້!

15. ເຮົາ​ຈະ​ໄດ້​ຮັບ​ພອນ​ແລະ​ອິດ​ສະຫຼະ​ຫຍັງ​ແດ່​ໃນ​ອະນາຄົດ?

15 ເຈົ້າ​ຈະ​ມີ​ອິດ​ສະຫຼະ​ຫຼາຍ​ກວ່າ​ນີ້​ອີກ​ໃນ​ອະນາຄົດ. ອີກ​ບໍ່​ດົນ ພະ​ເຢຊູ​ຈະ​ທຳລາຍ​ສາສະໜາ​ປອມ​ແລະ​ການ​ປົກຄອງ​ຂອງ​ມະນຸດ​ທີ່​ສໍ້​ໂກງ. ພະ​ເຢໂຫວາ​ພະເຈົ້າ​ຈະ​ປົກ​ປ້ອງ​ຄຸ້ມຄອງ “ຄົນ​ຝູງ​ໃຫຍ່” ທີ່​ຮັບໃຊ້​ພະອົງ ແລະ​ພະອົງ​ຈະ​ໃຫ້​ພວກ​ເຂົາ​ມີ​ຄວາມ​ສຸກ​ກັບ​ພອນ​ຕ່າງໆຢ່າງ​ຫຼວງ​ຫຼາຍ​ໃນ​ໂລກ​ທີ່​ເປັນ​ອຸທິຍານ. (ພນມ. 7:9, 14) ຄົນ​ຈຳນວນ​ຫຼາຍ​ຈະ​ຖືກ​ປຸກ​ໃຫ້​ມີ​ຊີວິດ​ອີກ​ແລະ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຜົນ​ເສຍຫາຍ​ທຸກ​ຢ່າງ​ທີ່​ມາ​ຈາກ​ບາບ​ຂອງ​ອາດາມ.—ກຈກ. 24:15

16. ມະນຸດ​ຈະ​ມີ​ອິດ​ສະຫຼະ​ທີ່​ດີ​ເລີດ​ແນວ​ໃດ​ໃນ​ອະນາຄົດ?

16 ໃນ​ໄລຍະ​ສະໄໝ​ພັນ​ປີ​ທີ່​ພະ​ເຢຊູ​ປົກຄອງ ເພິ່ນ​ແລະ​ຜູ້​ທີ່​ປົກຄອງ​ຮ່ວມ​ກັບ​ເພິ່ນ​ຈະ​ຊ່ວຍ​ມະນຸດ​ໃຫ້​ເປັນ​ຄົນ​ສົມບູນ​ແບບ​ທາງ​ຮ່າງກາຍ​ແລະ​ຈິດ​ໃຈ ແລະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ. ໃນ​ຕອນ​ນັ້ນ​ຈະ​ມີ​ການ​ຟື້ນຟູ​ແລະ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ຄື​ກັບ​ປີ​ທີ່​ໜ້າ​ຍິນດີ​ຂອງ​ຊາວ​ອິດສະຣາເອນ. ທຸກ​ຄົນ​ໃນ​ໂລກ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ພັກດີ​ຈະ​ເປັນ​ມະນຸດ​ທີ່​ສົມບູນ​ແບບ​ແລະ​ບໍ່​ມີ​ບາບ​ອີກ​ເລີຍ.

ໃນ​ໂລກ​ໃໝ່​ພວກ​ເຮົາ​ຈະ​ເຮັດ​ວຽກ​ທີ່​ມີ​ປະໂຫຍດ​ແລະ​ເຮັດ​ໃຫ້​ມີ​ຄວາມ​ສຸກ. (ເບິ່ງ​ຂໍ້ 17)

17. ຕາມ​ເອຊາອີ 65:21-23 ບອກ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ເປັນ​ແນວ​ໃນ​ອະນາຄົດ? (ເບິ່ງ​ຮູບ​ໜ້າ​ປົກ)

17 ອ່ານ​ເອຊາອີ 65:21-23. ຄຳ​ພະຍາກອນ​ນີ້​ບອກ​ວ່າ​ຊີວິດ​ຢູ່​ໃນ​ໂລກ​ຈະ​ເປັນ​ແນວ​ໃດ​ໃນ​ອະນາຄົດ. ເມື່ອ​ຢູ່​ໃນ​ໂລກ​ໃໝ່​ເຮົາ​ຈະ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ​ບໍ? ບໍ່​ແມ່ນ. ຄຳພີ​ໄບເບິນ​ບອກ​ວ່າ ໃນ​ຕອນ​ນັ້ນ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ເຮັດ​ວຽກ​ທີ່​ມີ​ປະໂຫຍດ​ແລະ​ເຮັດ​ໃຫ້​ມີ​ຄວາມ​ສຸກ. ໃນ​ຕອນ​ສິ້ນ​ສຸດ​ຂອງ​ສະໄໝ​ພັນ​ປີ​ທີ່​ພະ​ເຢຊູ​ປົກຄອງ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ຕອນ​ນັ້ນ “ສິ່ງ​ທີ່​ພະເຈົ້າ​ສ້າງ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ການ​ເປັນ​ທາດ​ຂອງ​ຄວາມ​ເນົ່າ​ເປື່ອຍ ແລະ​ມີ​ເສລີ​ພາບ​ທີ່​ງົດງາມ​ແບບ​ທີ່​ລູກ​ຂອງ​ພະເຈົ້າ​ມີ.”—ຣມ. 8:21

18. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ຈະ​ມີ​ອະນາຄົດ​ທີ່​ມີ​ຄວາມ​ສຸກ?

18 ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ໃຫ້​ຊາວ​ອິດສະຣາເອນ​ມີ​ຄວາມ​ສົມດຸນ​ໃນ​ການ​ເຮັດ​ວຽກ​ແລະ​ການ​ພັກຜ່ອນ ພະອົງ​ກໍ​ຈະ​ເຮັດ​ແບບ​ນັ້ນ​ຄື​ກັນ​ໃນ​ສະໄໝ​ການ​ປົກຄອງ​ພັນ​ປີ​ຂອງ​ພະ​ຄລິດ. ຢູ່​ທີ່​ນັ້ນ​ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ຈະ​ມີ​ເວລາ​ສຳລັບ​ນະມັດສະການ​ພະເຈົ້າ. ການ​ນະມັດສະການ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ຕອນ​ນີ້ ແລະ​ຈະ​ເປັນ​ແນວ​ນັ້ນ​ໃນ​ໂລກ​ໃໝ່​ທີ່​ກຳລັງ​ຈະ​ມາ​ເຖິງ. ເຮົາ​ມີ​ເຫດຜົນ​ທີ່​ຈະ​ໝັ້ນ​ໃຈ​ວ່າ ທຸກ​ຄົນ​ທີ່​ສັດ​ຊື່​ຈະ​ມີ​ຄວາມ​ສຸກ​ໃນ​ສະໄໝ​ການ​ປົກຄອງ​ໜຶ່ງ​ພັນ​ປີ​ຂອງ​ພະ​ຄລິດ ເພາະ​ຕອນ​ນັ້ນ​ທຸກ​ຄົນ​ຈະ​ມີ​ວຽກ​ເຮັດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ແລະ​ໄດ້​ຮັບໃຊ້​ພະເຈົ້າ.

ເພງ 142 ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ຂອງ​ເຮົາ

^ ຂໍ້ 5 ພະ​ເຢໂຫວາ​ຊ່ວຍ​ໃຫ້​ຊາວ​ອິດສະຣາເອນ​ບູຮານ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ໂດຍ​ໃຫ້​ມີ​ປີ​ທີ່​ໜ້າ​ຍິນດີ. ຄລິດສະຕຽນ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ ແຕ່​ປີ​ທີ່​ໜ້າ​ຍິນດີ​ກໍ​ມີ​ຄວາມ​ສຳຄັນ​ສຳລັບ​ເຮົາ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເບິ່ງ​ວ່າ​ປີ​ທີ່​ໜ້າ​ຍິນດີ​ໃນ​ສະໄໝ​ອິດສະຣາເອນ​ບູຮານ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້​ເຮົາ​ແນວ​ໃດ ແລະ​ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ​ແດ່.

^ ຂໍ້ 61 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ລະຫວ່າງ​ປີ​ທີ່​ໜ້າ​ຍິນດີ ຜູ້​ຊາຍ​ທີ່​ເຄີຍ​ເປັນ​ທາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ ພວກ​ເຂົາ​ສາມາດ​ໄດ້​ດິນ​ຄືນ​ແລະ​ໄດ້​ຢູ່​ກັບ​ຄອບຄົວ​ຂອງ​ຕົວ​ເອງ.