ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 52

ພໍ່​ແມ່ ສອນ​ລູກ​ຂອງ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ

ພໍ່​ແມ່ ສອນ​ລູກ​ຂອງ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ

‘ລູກ​ທັງ​ຫຼາຍ​ເປັນ​ມູນ​ມາ​ແຕ່​ພະ​ເຢໂຫວາ.’—ເພງ. 127:3

ເພງ 134 ລູກ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຈົ້າ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ໃຫ້​ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ?

ພະ​ເຢໂຫວາ​ສ້າງ​ຜົວ​ເມຍ​ຄູ່​ທຳອິດ​ໃຫ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ມີ​ລູກ. ຄຳພີ​ໄບເບິນ​ບອກ​ວ່າ: ‘ລູກ​ທັງ​ຫຼາຍ​ເປັນ​ມູນ​ມາ​ແຕ່​ພະ​ເຢໂຫວາ.’ (ເພງ. 127:3) ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ລອງ​ນຶກ​ພາບ​ວ່າ​ໝູ່​ສະໜິດ​ເອົາ​ເງິນ​ຈຳນວນ​ຫຼວງ​ຫຼາຍ​ມາ​ຝາກ​ໄວ້​ນຳ​ເຈົ້າ. ເຈົ້າ​ຮູ້ສຶກ​ແນວ​ໃດ? ເຈົ້າ​ຄື​ຊິ​ຮູ້ສຶກ​ເປັນ​ກຽດ​ທີ່​ລາວ​ໄວ້​ໃຈ​ເຈົ້າ ແຕ່​ເຈົ້າ​ກໍ​ອາດ​ກັງວົນ​ວ່າ​ຈະ​ຮັກສາ​ມັນ​ແນວ​ໃດ. ພະ​ເຢໂຫວາ​ໝູ່​ສະໜິດ​ຂອງ​ເຮົາ​ໄດ້​ໃຫ້​ຜູ້​ທີ່​ເປັນ​ພໍ່​ແມ່​ເບິ່ງ​ແຍງ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ກວ່າ​ເງິນ. ພະອົງ​ໃຫ້​ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ເບິ່ງ​ແຍງ​ລູກ​ຢ່າງ​ດີ​ແລະ​ມີ​ຄວາມ​ສຸກ.

2. ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ແດ່?

2 ໃຜ​ຄວນ​ຕັດສິນ​ໃຈ​ວ່າ​ຈະ​ມີ​ລູກ ແລະ​ຈະ​ມີ​ຕອນ​ໃດ? ແລະ​ພໍ່​ແມ່​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຊ່ວຍ​ລູກ​ໃຫ້​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ? ໃຫ້​ເຮົາ​ມາ​ພິຈາລະນາ​ບາງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ໃຫ້​ຜົວ​ເມຍ​ຄລິດສະຕຽນ​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ.

ນັບຖື​ການ​ຕັດສິນ​ໃຈ​ຂອງ​ຄູ່​ແຕ່ງ​ດອງ

3. (ກ) ໃຜ​ຄວນ​ຕັດສິນ​ໃຈ​ຖ້າ​ຄູ່​ຜົວ​ເມຍ​ຈະ​ມີ​ລູກ? (ຂ) ໝູ່​ເພື່ອນ​ແລະ​ຄອບຄົວ​ຂອງ​ຄູ່​ຜົວ​ເມຍ​ຄວນ​ຄິດ​ເຖິງ​ຫຼັກ​ການ​ຫຍັງ​ໃນ​ຄຳພີ​ໄບເບິນ?

3 ໃນ​ບາງ​ວັດທະນະທຳ ຜູ້​ຄົນ​ຄິດ​ວ່າ​ຄູ່​ແຕ່ງ​ດອງ​ໃໝ່​ຄວນ​ຈະ​ມີ​ລູກ​ໃຫ້​ໄວ​ເທົ່າ​ທີ່​ເປັນ​ໄປ​ໄດ້. ຄູ່​ຜົວ​ເມຍ​ອາດ​ຖືກ​ກົດ​ດັນ​ຈາກ​ຄອບຄົວ​ແລະ​ຄົນ​ໄອື່ນໆໃຫ້​ເຮັດ​ຕາມ​ທຳນຽມ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່ ເຈດໂຣ​ທີ່​ຢູ່​ໃນ​ອາຊີ​ບອກ​ວ່າ: “ໃນ​ປະຊາຄົມ ບາງ​ຄົນ​ທີ່​ມີ​ລູກ​ມັກ​ກົດ​ດັນ​ຄູ່​ທີ່​ບໍ່​ມີ​ລູກ​ໃຫ້​ມີ​ລູກ.” ພີ່​ນ້ອງ​ອີກ​ຄົນ​ໜຶ່ງ​ໃນ​ອາຊີ​ຊື່ ເຈບຟຣີ​ບອກ​ວ່າ: “ບາງ​ຄົນ​ບອກ​ຄູ່​ຜົວ​ເມຍ​ທີ່​ບໍ່​ມີ​ລູກ​ວ່າ ຖ້າ​ເຈົ້າ​ບໍ່​ມີ​ລູກ​ໃຜ​ຈະ​ມາ​ລ້ຽງ​ເຈົ້າ​ຍາມ​ເຖົ້າ.” ເຖິງ​ຢ່າງ​ໃດ​ກໍ​ຕາມ ຜົວ​ເມຍ​ແຕ່​ລະ​ຄູ່​ຄວນ​ຕັດສິນ​ໃຈ​ເອົາ​ເອງ​ວ່າ​ຈະ​ມີ​ລູກ​ຫຼື​ບໍ່. ນີ້​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພວກ​ເຂົາ. (ຄລຕ. 6:5) ແນ່ນອນ​ວ່າ​ໝູ່​ເພື່ອນ​ແລະ​ຄອບຄົວ​ຢາກ​ໃຫ້​ຄູ່​ແຕ່ງ​ດອງ​ໃໝ່​ມີ​ຄວາມ​ສຸກ ແຕ່​ພວກ​ເຂົາ​ຕ້ອງ​ຈື່​ໄວ້​ວ່າ​ການ​ເລືອກ​ທີ່​ຈະ​ມີ​ລູກ​ຫຼື​ບໍ່​ນັ້ນ​ແມ່ນ​ຂຶ້ນ​ກັບ​ຄູ່​ຜົວ​ເມຍ​ເປັນ​ຄົນ​ຕັດສິນ​ໃຈ.—1 ທຊ. 4:11

4-5. ຄູ່​ຜົວ​ເມຍ​ຕ້ອງ​ພິຈາລະນາ​ສອງ​ຄຳຖາມ​ຫຍັງ​ແດ່ ແລະ​ຕອນ​ໃດ​ຈຶ່ງ​ດີ​ທີ່​ສຸດ​ທີ່​ຄູ່​ຜົວ​ເມຍ​ຈະ​ລົມ​ກັນ​ເລື່ອງ​ນີ້? ຂໍ​ໃຫ້​ອະທິບາຍ.

4 ຄູ່​ຜົວ​ເມຍ​ທີ່​ຕັດສິນ​ໃຈ​ວ່າ​ຈະ​ມີ​ລູກ​ຄວນ​ພິຈາລະນາ 2 ຄຳຖາມ​ທີ່​ສຳຄັນ​ຄື: ທຳອິດ ພວກ​ເຂົາ​ຈະ​ເອົາ​ລູກ​ເມື່ອ​ໃດ? ທີ​ສອງ ພວກ​ເຂົາ​ຢາກ​ມີ​ລູກ​ຈັກ​ຄົນ? ເວລາ​ໃດ​ດີ​ທີ່​ສຸດ​ທີ່​ຄູ່​ຜົວ​ເມຍ​ຈະ​ລົມ​ກັນ​ເລື່ອງ​ນີ້? ແລະ​ເປັນ​ຫຍັງ​ສອງ​ຄຳຖາມ​ນີ້​ຈຶ່ງ​ສຳຄັນ?

5 ສ່ວນ​ຫຼາຍ​ແລ້ວ ກ່ອນ​ແຕ່ງ​ດອງ​ຄູ່​ຜົວ​ເມຍ​ຄວນ​ຈະ​ລົມ​ກັນ​ເລື່ອງ​ການ​ມີ​ລູກ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ເປັນ​ສິ່ງ​ສຳຄັນ​ທີ່​ພວກ​ເຂົາ​ທັງ​ສອງ​ຈະ​ຄິດ​ຄື​ກັນ​ໃນ​ເລື່ອງ​ນີ້. ນອກ​ຈາກ​ນັ້ນ ພວກ​ເຂົາ​ຈະ​ຕ້ອງ​ລົມ​ກັນ​ນຳ​ວ່າ​ພ້ອມ​ທີ່​ຈະ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້​ຫຼື​ບໍ່. ບາງ​ຄູ່​ໄດ້​ຕັດສິນ​ໃຈ​ທີ່​ຈະ​ລໍ​ຖ້າ​ຢ່າງ​ໜ້ອຍ​ໜຶ່ງ​ຫຼື​ສອງ​ປີ​ຫຼັງ​ຈາກ​ທີ່​ແຕ່ງ​ດອງ​ກ່ອນ​ຈະ​ມີ​ລູກ​ເພາະ​ເມື່ອ​ມີ​ລູກ​ພວກ​ເຂົາ​ຈະ​ຕ້ອງ​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ເບິ່ງ​ແຍງ​ລູກ. ພວກ​ເຂົາ​ມີ​ເຫດຜົນ​ທີ່​ຈະ​ລໍ​ຖ້າ​ໜ້ອຍ​ໜຶ່ງ​ເພາະ​ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ປັບ​ເຂົ້າ​ຫາ​ກັນ​ແລະ​ຊ່ວຍ​ໃຫ້​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ.—ອຟຊ. 5:33

6. ໃນ​ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ບາງ​ຄູ່​ໄດ້​ຕັດສິນ​ໃຈ​ແນວ​ໃດ?

6 ສ່ວນ​ຄລິດສະຕຽນ​ຄົນ​ອື່ນ​ມັກ​ຮຽນ​ແບບ​ຕົວຢ່າງ​ຂອງ​ລູກ​ຊາຍ​ສາມ​ຄົນ​ຂອງ​ໂນອາ​ແລະ​ລູກໃພ້​ຂອງ​ລາວ ເພາະ​ທັງ​ສາມ​ຄູ່​ນີ້​ບໍ່​ໄດ້​ມີ​ລູກ​ທັນທີ. (ຕົ້ນ. 6:18; 9:18, 19; 10:1; 2 ປຕ. 2:5) ພະ​ເຢຊູ​ປຽບ​ທຽບ​ສະໄໝ​ຂອງ​ເຮົາ​ຄື​ກັບ “ສະໄໝ​ຂອງ​ໂນອາ” ແລະ​ແນ່ນອນ​ວ່າ​ເຮົາ​ກຳລັງ​ຢູ່​ໃນ “ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ.” (ມທ. 24:37; 2 ຕມ. 3:1) ດ້ວຍ​ເຫດຜົນ​ເຫຼົ່າ​ນີ້ ບາງ​ຄູ່​ຈຶ່ງ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ຟ້າວ​ເອົາ​ລູກ​ເພື່ອ​ພວກ​ເຂົາ​ຈະ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ຕອນ​ທີ່​ຕັດສິນ​ໃຈ​ວ່າ​ຈະ​ມີ​ລູກ​ແລະ​ຈະ​ມີ​ຈັກ​ຄົນ ຄູ່​ຜົວ​ເມຍ​ທີ່​ສະຫຼາດ​ຈະ “ຄິດ​ໄລ່​ເບິ່ງ​ຄ່າ​ໃຊ້​ຈ່າຍ” (ເບິ່ງ​ຂໍ້ 7) *

7. ຫຼັກ​ການ​ໃນ​ລູກາ 14:28, 29 ແລະ​ສຸພາສິດ 21:5 ຈະ​ຊ່ວຍ​ຄູ່​ຜົວ​ເມຍ​ແນວ​ໃດ?

7 ຕອນ​ທີ່​ຕັດສິນ​ໃຈ​ວ່າ​ຈະ​ມີ​ລູກ​ແລະ​ຈະ​ມີ​ຈັກ​ຄົນ ຄູ່​ຜົວ​ເມຍ​ທີ່​ສະຫຼາດ​ຈະ “ຄິດ​ໄລ່​ເບິ່ງ​ຄ່າ​ໃຊ້​ຈ່າຍ.” (ອ່ານ​ລູກາ 14:28, 29) ຜົວ​ເມຍ​ທີ່​ມີ​ປະສົບການ​ຄູ່​ໜຶ່ງ​ບອກ​ວ່າ ການ​ລ້ຽງ​ລູກ​ບໍ່​ພຽງ​ແຕ່​ຕ້ອງ​ໃຊ້​ເງິນ ແຕ່​ຍັງ​ຕ້ອງ​ໃຊ້​ເວລາ​ແລະ​ກຳລັງ​ຫຼາຍ. ດັ່ງ​ນັ້ນ ເປັນ​ເລື່ອງ​ສຳຄັນ​ທີ່​ຜົວ​ເມຍ​ຄວນ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້: ‘ເຮົາ​ຕ້ອງ​ເຮັດ​ວຽກ​ທັງ​ສອງ​ຄົນ​ບໍ​ເພື່ອ​ຈະ​ມີ​ເງິນ​ພໍ​ຊື້​ສິ່ງ​ຈຳເປັນ​ໃນ​ຄອບຄົວ? ເຮົາ​ທັງ​ສອງ​ເຂົ້າ​ໃຈ​ກົງ​ກັນ​ບໍ​ວ່າ​ຕ້ອງ​ມີ​ສິ່ງ​ຈຳເປັນ​ຫຍັງ​ແດ່? ຖ້າ​ເຮົາ​ທັງ​ສອງ​ເຮັດ​ວຽກ​ແລ້ວ​ໃຜ​ຈະ​ເບິ່ງ​ແຍງ​ລູກ? ເຮົາ​ຢາກ​ໃຫ້​ໃຜ​ມີ​ຜົນ​ຕໍ່​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ລູກ?’ ເມື່ອ​ຜົວ​ເມຍ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ເຫຼົ່າ​ນີ້​ພວກ​ເຂົາ​ກໍ​ກຳລັງ​ໃຊ້​ຫຼັກ​ການ​ໃນ​ສຸພາສິດ 21:5.—ອ່ານ.

ຜົວ​ທີ່​ສະແດງ​ຄວາມ​ຮັກ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ເມຍ (ເບິ່ງ​ຂໍ້ 8)

8. ຄູ່​ຜົວ​ເມຍ​ຄວນ​ຄິດ​ເຖິງ​ຄວາມ​ຫຍຸ້ງຍາກ​ຫຍັງ​ແດ່​ຖ້າ​ມີ​ລູກ ແລະ​ຜົວ​ທີ່​ສະແດງ​ຄວາມ​ຮັກ​ຈະ​ເຮັດ​ຫຍັງ​ແດ່?

8 ພໍ່​ແລະ​ແມ່​ຕ່າງ​ກໍ​ຕ້ອງ​ໄດ້​ໃຊ້​ເວລາ​ແລະ​ກຳລັງ​ຫຼາຍ​ກັບ​ລູກ​ແຕ່​ລະ​ຄົນ ດັ່ງ​ນັ້ນ ຖ້າ​ຄູ່​ຜົວ​ເມຍ​ມີ​ລູກ​ຫຼາຍ​ຄົນ​ທີ່​ອາຍຸ​ໄລ່ເລ່ຍ​ກັນ ມັນ​ກໍ​ຍາກ​ທີ່​ຈະ​ເອົາໃຈໃສ່​ລູກ​ແຕ່​ລະ​ຄົນ​ຕາມ​ທີ່​ຈຳເປັນ. ບາງ​ຄູ່​ທີ່​ມີ​ລູກ​ນ້ອຍ​ຫຼາຍ​ຄົນ​ບອກ​ວ່າ​ພວກ​ເຂົາ​ຮູ້ສຶກ​ໜັກ​ໃຈ. ສ່ວນ​ຜູ້​ເປັນ​ແມ່​ເດ​ລາວ​ມີ​ແຮງ​ທາງ​ຮ່າງກາຍ​ແລະ​ຈິດ​ໃຈ​ພໍ​ທີ່​ຈະ​ສຶກສາ​ສ່ວນ​ຕົວ ອະທິດຖານ ແລະ​ໄປ​ປະກາດ​ເປັນ​ປະຈຳ​ບໍ? ແລະ​ມັນ​ຍັງ​ອາດ​ຍາກ​ທີ່​ລາວ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ແລະ​ຮັບ​ປະໂຫຍດ​ຢ່າງ​ເຕັມທີ. ຜົວ​ທີ່​ສະແດງ​ຄວາມ​ຮັກ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ເມຍ​ເບິ່ງ​ແຍງ​ລູກ​ຕອນ​ທີ່​ໄປ​ປະຊຸມ​ແລະ​ຢູ່​ເຮືອນ ເຊັ່ນ: ລາວ​ອາດ​ຊ່ວຍ​ເມຍ​ເຮັດ​ວຽກ​ເຮືອນ. ລາວ​ຈະ​ເຮັດ​ວຽກ​ໜັກ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ທຸກ​ຄົນ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ນະມັດສະການ​ປະຈຳ​ຄອບຄົວ ແລະ​ພາ​ຄອບຄົວ​ໄປ​ປະກາດ​ເປັນ​ປະຈຳ.

ສອນ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ

9-10. ພໍ່​ແມ່​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຊ່ວຍ​ລູກ?

9 ພໍ່​ແມ່​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ? ພວກ​ເຂົາ​ຈະ​ປົກ​ປ້ອງ​ລູກ​ຈາກ​ອັນຕະລາຍ​ຂອງ​ໂລກ​ຊົ່ວ​ນີ້​ໄດ້​ແນວ​ໃດ? ເຮົາ​ຈະ​ພິຈາລະນາ​ບາງ​ສິ່ງ​ທີ່​ພໍ່​ແມ່​ສາມາດ​ເຮັດ​ໄດ້.

10 ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ມາໂນອາ​ກັບ​ເມຍ​ທີ່​ມີ​ລູກ​ຊາຍ​ຊື່ ຊາມຊອນ. ຕອນ​ທີ່​ມາໂນອາ​ກັບ​ເມຍ​ຮູ້​ວ່າ​ກຳລັງ​ຈະ​ມີ​ລູກ ລາວ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ຂໍ​ຄຳ​ແນະນຳ​ໃນ​ການ​ລ້ຽງ​ລູກ.

11. ຕາມ​ທີ່​ຂຽນ​ໄວ້​ໃນ​ຜູ້ຕັດສິນ 13:8 ພໍ່​ແມ່​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ມາໂນອາ​ແນວ​ໃດ?

11 ນິຮາດ​ແລະ​ອາລ໌ມາ ຈາກ​ປະເທດ​ບົດສະນີ-ແຮກເຊໂກວິນາ​ໄດ້​ຮຽນ​ແບບ​ຕົວຢ່າງ​ຂອງ​ມາໂນອາ. ພວກ​ເຂົາ​ບອກ​ວ່າ: “ຄື​ກັບ​ມາໂນອາ ພວກ​ເຮົາ​ອ້ອນ​ວອນ​ຂໍ​ພະ​ເຢໂຫວາ​ສອນ​ແລະ​ຊ່ວຍ​ເຮົາ​ໃຫ້​ເປັນ​ພໍ່​ແມ່​ທີ່​ດີ. ແລະ​ພະ​ເຢໂຫວາ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ພວກ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ ສິ່ງ​ພິມ​ຕ່າງໆຂອງ​ອົງການ ການ​ປະຊຸມ​ປະຈຳ​ປະຊາຄົມ​ແລະ​ການ​ປະຊຸມ​ໃຫຍ່.”—ອ່ານ​ຜູ້ຕັດສິນ 13:8

12. ໂຢເຊັບ​ແລະ​ມາຣີ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ​ແນວ​ໃດ?

12 ສອນ​ໂດຍ​ວາງ​ຕົວຢ່າງ. ສິ່ງ​ທີ່​ເຈົ້າ​ເວົ້າ​ກໍ​ສຳຄັນ ແຕ່​ສິ່ງ​ທີ່​ເຈົ້າ​ເຮັດ​ຈະ​ມີ​ຜົນ​ຕໍ່​ລູກ​ຂອງ​ເຈົ້າ​ຫຼາຍ​ກວ່າ. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ມາຣີ​ແລະ​ໂຢເຊັບ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ລູກໆ ເຊິ່ງ​ລວມ​ທັງ​ພະ​ເຢຊູ. ໂຢເຊັບ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ລ້ຽງ​ຄອບຄົວ. ນອກ​ຈາກ​ນັ້ນ ໂຢເຊັບ​ຍັງ​ສະໜັບສະໜູນ​ຄອບຄົວ​ໃຫ້​ຮັກ​ການ​ນະມັດສະການ​ພະ​ເຢໂຫວາ. (ບັນຍັດ. 4:9, 10) ເຖິງ​ວ່າ​ກົດ​ໝາຍ​ຈະ​ບໍ່​ໄດ້​ກຳນົດ​ໃຫ້​ໂຢເຊັບ​ພາ​ຄອບຄົວ​ໄປ​ເຢຣູຊາເລັມ “ເປັນ​ປະຈຳ​ທຸກ​ປີ” ເພື່ອ​ສະຫຼອງ​ປັດສະຄາ ແຕ່​ລາວ​ກໍ​ເຮັດ​ແບບ​ນັ້ນ. (ລກ. 2:41, 42) ພໍ່​ບາງ​ຄົນ​ໃນ​ສະໄໝ​ຂອງ​ລາວ​ອາດ​ຄິດ​ວ່າ​ການ​ເດີນ​ທາງ​ເປັນ​ຄອບຄົວ​ມີ​ຄວາມ​ຫຍຸ້ງຍາກ ເສຍ​ເວລາ ແລະ​ກໍ​ເປືອງ​ເງິນ. ແຕ່​ໂຢເຊັບ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ເສີມ​ສ້າງ​ຄວາມ​ເຊື່ອ​ແລະ​ສອນ​ລູກ​ໃຫ້​ເຮັດ​ແບບ​ນັ້ນ​ຄື​ກັນ ແລະ​ມາຣີ​ກໍ​ຮູ້ຈັກ​ຂໍ້​ຄຳພີ​ເປັນ​ຢ່າງ​ດີ. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ມາຣີ​ສອນ​ລູກ​ໃຫ້​ຮັກ​ຄຳ​ສອນ​ຂອງ​ພະເຈົ້າ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ​ຂອງ​ລາວ.

13. ພໍ່​ແມ່​ຄູ່​ໜຶ່ງ​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂຢເຊັບ​ແລະ​ມາຣີ​ແນວ​ໃດ?

13 ນິຮາດ​ແລະ​ອາລ໌ມາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ຮຽນ​ແບບ​ຕົວຢ່າງ​ຂອງ​ໂຢເຊັບ​ແລະ​ມາຣີ. ຕົວຢ່າງ​ນັ້ນ​ຊ່ວຍ​ພວກ​ເຂົາ​ໃຫ້​ສອນ​ລູກ​ຊາຍ​ໃຫ້​ຮັກ​ແລະ​ຮັບໃຊ້​ພະເຈົ້າ​ໄດ້​ແນວ​ໃດ? ພວກ​ເຂົາ​ບອກ​ວ່າ: “ໃນ​ການ​ໃຊ້​ຊີວິດ ພວກ​ເຮົາ​ພະຍາຍາມ​ສະແດງ​ໃຫ້​ລູກ​ເຫັນ​ວ່າ​ມັນ​ດີ​ສ່ຳ​ໃດ​ທີ່​ຈະ​ເຮັດ​ຕາມ​ຫຼັກ​ການ​ຂອງ​ພະ​ເຢໂຫວາ.” ນິຮາດ​ບອກ​ຕື່ມ​ວ່າ: “ຖ້າ​ເຈົ້າ​ຢາກ​ໃຫ້​ລູກ​ເປັນ​ແບບ​ໃດ ເຈົ້າ​ກໍ​ຕ້ອງ​ເປັນ​ແບບ​ນັ້ນ.”

14. ເປັນ​ຫຍັງ​ພໍ່​ແມ່​ຕ້ອງ​ຮູ້ຈັກ​ໝູ່​ຂອງ​ລູກ?

14 ຊ່ວຍ​ລູກ​ໃຫ້​ເລືອກ​ໝູ່​ທີ່​ດີ. ທັງ​ພໍ່​ແລະ​ແມ່​ຈຳເປັນ​ຕ້ອງ​ຮູ້​ວ່າ​ໝູ່​ຂອງ​ລູກ​ແມ່ນ​ໃຜ​ແລະ​ພວກ​ເຂົາ​ກຳລັງ​ເຮັດ​ຫຍັງ​ຢູ່. ນັ້ນ​ລວມ​ເຖິງ​ການ​ທີ່​ພໍ່​ແມ່​ຕ້ອງ​ຮູ້​ວ່າ​ລູກ​ກຳລັງ​ຕິດ​ຕໍ່​ກັບ​ໃຜ​ໃນ​ສື່​ສັງຄົມ​ອອນລາຍ​ແລະ​ໂທ​ລົມ​ກັບ​ໃຜ ເພາະ​ການ​ຄົບຫາ​ເຫຼົ່າ​ນັ້ນ​ສາມາດ​ສົ່ງ​ຜົນ​ຕໍ່​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ລູກ.—1 ກຣ. 15:33

15. ພໍ່​ແມ່​ສາມາດ​ຮຽນ​ຮູ້​ຫຍັງ​ໄດ້​ຈາກ​ຕົວຢ່າງ​ຂອງ​ເຈດຊີ້?

15 ພໍ່​ແມ່​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ຖ້າ​ພວກ​ເຂົາ​ບໍ່​ລຶ້ງ​ເຄີຍ​ກັບ​ການ​ໃຊ້​ຄອມພິວເຕີ ແທັບເລັດ​ຫຼື​ມື​ຖື? ພໍ່​ຄົນ​ໜຶ່ງ​ຊື່ ເຈດຊີ້​ທີ່​ຢູ່​ປະເທດ​ຟີລິບປິນ​ບອກ​ວ່າ: “ພວກ​ເຮົາ​ບໍ່​ຄ່ອຍ​ຮູ້​ກ່ຽວ​ກັບ​ເລື່ອງ​ເຕັກໂນໂລຊີ ແຕ່​ພວກ​ເຮົາ​ກໍ​ຍັງ​ສອນ​ລູກ​ໃຫ້​ຮູ້ຈັກ​ອັນຕະລາຍ​ຈາກ​ການ​ໃຊ້​ເຄື່ອງ​ເອເລັກໂຕຣນິກ.” ເຈດຊີ້​ບໍ່​ໄດ້​ຫ້າມ​ລູກ​ບໍ່​ໃຫ້​ຫຼິ້ນ​ເຄື່ອງ​ເຫຼົ່າ​ນັ້ນ​ຍ້ອນ​ລາວ​ເອງ​ບໍ່​ລຶ້ງ​ເຄີຍ. ລາວ​ບອກ​ວ່າ: “ຂ້ອຍ​ສະໜັບສະໜູນ​ລູກ​ໃຫ້​ໃຊ້​ເຄື່ອງ​ເອເລັກໂຕຣນິກ​ເພື່ອ​ຮຽນ​ພາສາ​ໃໝ່ ກຽມ​ສຳລັບ​ການ​ປະຊຸມ ແລະ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້.” ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ເຄີຍ​ອ່ານ​ແລະ​ລົມ​ກັບ​ລູກ​ກ່ຽວ​ກັບ​ຄຳ​ແນະນຳ​ທີ່​ເໝາະ​ສົມ​ໃນ​ການ​ສົ່ງ​ຂໍ້​ຄວາມ​ແລະ​ການ​ເອົາ​ຮູບ​ລົງ​ອິນເຕີເນັດ​ບໍ​ເຊິ່ງ​ເຈົ້າ​ສາມາດ​ຊອກ​ຫາ​ຂໍ້​ມູນ​ໃນ​ເວັບໄຊ jw.org® ສ່ວນ​ຂອງ “ໄວ​ລຸ້ນ”? ເຈົ້າ​ເຄີຍ​ເບິ່ງ​ວິດີໂອ​ກັບ​ລູກ​ແລ້ວ​ບໍ​ເລື່ອງ​ໃຜ​ຄຸມ​ໃຜ—ເຈົ້າ​ຫຼື​ເຄື່ອງ? ແລະ​ເລື່ອງ​ໃຊ້​ໂຊຊຽວເນັດເວີກ​ຢ່າງ​ສະຫຼາດ? * (ພາສາ​ໄທ). ວິດີໂອ​ເຫຼົ່າ​ນັ້ນ​ສາມາດ​ຊ່ວຍ​ລູກ​ໃນ​ການ​ໃຊ້​ເຄື່ອງ​ເອເລັກໂຕຣນິກ​ຢ່າງ​ສະຫຼາດ​ສຸຂຸມ.—ສຸພາ. 13:20

16. ພໍ່​ແມ່​ຫຼາຍ​ຄົນ​ໄດ້​ເຮັດ​ຫຍັງ ແລະ​ຜົນ​ເປັນ​ແນວ​ໃດ?

16 ພໍ່​ແມ່​ຫຼາຍ​ຄົນ​ຈັດ​ຫາ​ໂອກາດ​ໃຫ້​ລູກ​ໄດ້​ຄົບຫາ​ກັບ​ຜູ້​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຕົວຢ່າງ: ພໍ່​ແມ່​ຄູ່​ໜຶ່ງ​ຊື່ ເນນີ​ແລະ​ໂບມີນ​ຢູ່​ໃນ​ປະເທດ​ກົດດີວົວ​ມັກ​ເຊີນ​ຜູ້​ດູ​ແລ​ໝວດ​ມາ​ພັກ​ຢູ່​ເຮືອນ. ເນນີ​ບອກ​ວ່າ: “ນີ້​ສົ່ງ​ຜົນ​ດີ​ຕໍ່​ລູກ​ຊາຍ​ກົກ​ຂອງ​ເຮົາ​ຫຼາຍ. ລາວ​ເລີ່ມ​ເປັນ​ໄພໂອເນຍ ແລະ​ຕອນ​ນີ້​ກໍ​ເປັນ​ຜູ້​ດູ​ແລ​ໝວດ​ສົມທົບ.” ເຈົ້າ​ສາມາດ​ຈັດ​ໂອກາດ​ໃຫ້​ມີ​ການ​ຄົບຫາ​ແບບ​ນີ້​ບໍ?

17-18. ພໍ່​ແມ່​ຄວນ​ເລີ່ມ​ສອນ​ລູກ​ຕັ້ງ​ແຕ່​ຕອນ​ໃດ?

17 ໃຫ້​ເລີ່ມ​ສອນ​ລູກ​ຕັ້ງ​ແຕ່​ຍັງ​ນ້ອຍໆ. ຖ້າ​ພໍ່​ແມ່​ສອນ​ລູກ​ຕັ້ງ​ແຕ່​ອາຍຸ​ນ້ອຍ​ກໍ​ແຮ່ງ​ດີ. (ສຸພາ. 22:6) ຂໍ​ໃຫ້​ຄິດ​ເຖິງ​ຕີ​ໂມ​ທຽວ ເຊິ່ງ​ຕອນ​ທີ່​ໃຫຍ່​ແລ້ວ​ກໍ​ໄດ້​ເດີນ​ທາງ​ໄປ​ກັບ​ອັກຄະສາວົກ​ໂປໂລ. ຢູນິເກ​ແມ່​ຂອງ​ຕີ​ໂມ​ທຽວ ແລະ​ໂລ​ອີ​ແມ່​ຕູ້​ຂອງ​ລາວ​ໄດ້​ສອນ​ລາວ “ຕັ້ງ​ແຕ່​ເປັນ​ແອ​ນ້ອຍ.”—2 ຕມ. 1:5; 3:15

18 ພໍ່​ແມ່​ອີກ​ຄູ່​ໜຶ່ງ​ໃນ​ປະເທດ​ກົດດີວົວ​ຊື່ ຈອນ-ຄລອດ ແລະ​ພີດສ໌​ໄດ້​ລ້ຽງ​ລູກ 6 ຄົນ​ໃຫ້​ເປັນ​ຜູ້​ທີ່​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ. ສິ່ງ​ໃດ​ຊ່ວຍ​ພວກ​ເຂົາ​ໃຫ້​ປະສົບ​ຜົນ​ສຳເລັດ​ແບບ​ນີ້? ພວກ​ເຂົາ​ໄດ້​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ຢູນິເກ ແລະ​ໂລ​ອີ. ພວກ​ເຂົາ​ບອກ​ວ່າ “ເຮົາ​ສອນ​ຄຳພີ​ໄບເບິນ​ໃຫ້​ລູກ​ຕັ້ງ​ແຕ່​ເປັນ​ແອ​ນ້ອຍ ບໍ່​ດົນ​ຫຼັງ​ຈາກ​ລູກ​ເກີດ.”—ບັນຍັດ. 6:6, 7

19. ຄຳ​ວ່າ “ສອນ” ລູກ​ໃນ​ຄຳພີ​ໄບເບິນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

19 ຄຳ​ວ່າ “ສອນ” ລູກ​ໃນ​ຄຳພີ​ໄບເບິນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໃນ​ພະບັນຍັດ 6:7 ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ສອນ” ໝາຍ​ເຖິງ “ການ​ສອນ​ຫຼາຍໆເທື່ອ​ເພື່ອ​ໃຫ້​ເຂົ້າ​ໃຈ” ດັ່ງ​ນັ້ນ ພໍ່​ແມ່​ຕ້ອງ​ໃຊ້​ເວລາ​ກັບ​ລູກ​ເປັນ​ປະຈຳ. ບາງ​ຄັ້ງ ພໍ່​ແມ່​ອາດ​ຮູ້ສຶກ​ທໍ້​ໃຈ​ທີ່​ສອນ​ລູກ​ເລື່ອງ​ເກົ່າໆຫຼາຍ​ເທື່ອ ແຕ່​ພໍ່​ແມ່​ຈະ​ເຫັນ​ວ່າ​ນີ້​ເປັນ​ວິທີ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ​ແລະ​ເອົາ​ໄປ​ນຳ​ໃຊ້​ໃນ​ຊີວິດ​ໄດ້.

ພໍ່​ແມ່​ຕ້ອງ​ເລືອກ​ວິທີ​ສອນ​ລູກ​ແຕ່​ລະ​ຄົນ (ເບິ່ງ​ຂໍ້ 20) *

20. ຄຳເພງ 127:4 ຊ່ວຍ​ພໍ່​ແມ່​ໃນ​ການ​ສອນ​ລູກ​ແນວ​ໃດ?

20 ຮູ້ຈັກ​ລູກ​ເປັນ​ຢ່າງ​ດີ. ຄຳເພງ 127 ສົມ​ທຽບ​ລູກ​ເປັນ​ຄື​ກັບ​ລູກທະນູ. (ອ່ານ​ຄຳເພງ 127:4) ຄື​ກັບ​ລູກທະນູ​ທີ່​ເຮັດ​ຈາກ​ວັດຖຸ​ທີ່​ແຕກຕ່າງ​ກັນ​ແລະ​ມີ​ຂະໜາດ​ຕ່າງ​ກັນ ລູກ​ແຕ່​ລະ​ຄົນ​ຈຶ່ງ​ບໍ່​ຄື​ກັນ. ສະນັ້ນ ພໍ່​ແມ່​ຕ້ອງ​ເລືອກ​ວິທີ​ສອນ​ລູກ​ແຕ່​ລະ​ຄົນ. ປັດຈຸບັນ ພໍ່​ແມ່​ຄູ່​ໜຶ່ງ​ໃນ​ປະເທດ​ອິດສະຣາເອນ​ທີ່​ປະສົບ​ຜົນ​ສຳເລັດ​ໃນ​ການ​ລ້ຽງ​ລູກ​ສອງ​ຄົນ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ບອກ​ເຖິງ​ສິ່ງ​ທີ່​ຊ່ວຍ​ພວກ​ເຂົາ​ວ່າ: “ເຮົາ​ໄດ້​ແຍກ​ສຶກສາ​ກັບ​ລູກ​ແຕ່​ລະ​ຄົນ.” ເຖິງ​ຢ່າງ​ໃດ​ກໍ​ຕາມ ຫົວ​ໜ້າ​ຄອບຄົວ​ແຕ່​ລະ​ຄົນ​ຈະ​ຕັດສິນ​ໃຈ​ເອງ​ວ່າ​ຈະ​ແຍກ​ສຶກສາ​ກັບ​ລູກ​ຫຼື​ບໍ່.

ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ

21. ພໍ່​ແມ່​ສາມາດ​ຄາດ​ໝາຍ​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ເຮັດ​ຫຍັງ?

21 ພໍ່​ແມ່​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ຈະ​ສອນ​ລູກ ແຕ່​ລູກ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ. ພະອົງ​ພ້ອມ​ທີ່​ຈະ​ຊ່ວຍ​ພໍ່​ແມ່​ສະເໝີ. ພະອົງ​ເຕັມ​ໃຈ​ຟັງ​ຄຳ​ອະທິດຖານ​ຂອງ​ພໍ່​ແມ່ ແລະ​ພະອົງ​ຕອບ​ຄຳ​ອະທິດຖານ​ເຫຼົ່າ​ນັ້ນ​ໂດຍ​ທາງ​ຄຳພີ​ໄບເບິນ ສື່​ແລະ​ສິ່ງ​ພິມ​ຕ່າງໆຂອງ​ອົງການ ຕົວຢ່າງ​ແລະ​ຄຳ​ແນະນຳ​ຂອງ​ພໍ່​ແມ່​ທີ່​ມີ​ປະສົບການ​ໃນ​ປະຊາຄົມ.

22. ໃນ​ບັນດາ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ພໍ່​ແມ່​ຈະ​ໃຫ້​ລູກ​ແມ່ນ​ຫຍັງ?

22 ມີ​ຄຳ​ເວົ້າ​ທີ່​ບອກ​ວ່າ​ການ​ລ້ຽງ​ລູກ​ເປັນ​ໂຄງການ​ດຳເນີນ 20 ປີ ແຕ່​ພໍ່​ແມ່​ບໍ່​ເຄີຍ​ເຊົາ​ທີ່​ຈະ​ເປັນ​ພໍ່​ແມ່. ໃນ​ບັນດາ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ພໍ່​ແມ່​ຈະ​ໃຫ້​ລູກ​ຄື​ຄວາມ​ຮັກ ເວລາ ແລະ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ລູກ​ແຕ່​ລະ​ຄົນ​ຈະ​ເຮັດ​ຕາມ​ການ​ສອນ​ໃນ​ແບບ​ທີ່​ແຕກຕ່າງ​ກັນ. ແຕ່​ຫຼາຍ​ຄົນ​ທີ່​ເຕີບ​ໃຫຍ່​ໃນ​ຄອບຄົວ​ທີ່​ພໍ່​ແມ່​ຮັກ​ພະ​ເຢໂຫວາ​ກໍ​ຮູ້ສຶກ​ຄື​ກັບ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່ ໂຈແອນນາ​ທີ່​ຢູ່​ໃນ​ອາຊີ​ເຊິ່ງ​ບອກ​ວ່າ: “ເມື່ອ​ຄິດ​ຄືນ​ຫຼັງ​ເຖິງ​ຄຳ​ສອນ​ທີ່​ພໍ່​ແມ່​ສອນ​ຂ້ອຍ ຂ້ອຍ​ຢາກ​ຂອບໃຈ​ພໍ່​ແມ່​ຫຼາຍ​ແທ້ໆທີ່​ຝຶກ​ແລະ​ສອນ​ຂ້ອຍ​ໃຫ້​ຮັກ​ພະ​ເຢໂຫວາ. ພໍ່​ແມ່​ບໍ່​ພຽງ​ແຕ່​ໃຫ້​ຂ້ອຍ​ເກີດ​ມາ ແຕ່​ໄດ້​ເຮັດ​ໃຫ້​ຂ້ອຍ​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ.” (ສຸພາ. 23:24, 25) ຄລິດສະຕຽນ​ຫຼາຍ​ລ້ານ​ຄົນ​ກໍ​ຮູ້ສຶກ​ແບບ​ນີ້​ຄື​ກັນ.

ເພງ 59 ມາ​ສັນລະເສີນ​ພະ​ເຢໂຫວາ​ຮ່ວມ​ກັນ

^ ຂໍ້ 5 ຄູ່​ຜົວ​ເມຍ​ຄວນ​ມີ​ລູກ​ບໍ? ຖ້າ​ພວກ​ເຂົາ​ຢາກ​ມີ ແລ້ວ​ຈະ​ເອົາ​ລູກ​ຈັກ​ຄົນ? ແລະ​ພວກ​ເຂົາ​ຈະ​ສອນ​ລູກ​ໃຫ້​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ? ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ຕົວຢ່າງ​ຂອງ​ພໍ່​ແມ່​ໃນ​ປັດຈຸບັນ ແລະ​ຈະ​ເບິ່ງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໃຫ້​ຕອບ​ຄຳຖາມ​ເຫຼົ່າ​ນັ້ນ.

^ ຂໍ້ 15 ເບິ່ງ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ 1 ບົດ​ທີ 36 ແລະ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ 2 ບົດ​ທີ 11 (ພາສາ​ໄທ).

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ຜົວ​ເມຍ​ຄລິດສະຕຽນ​ກຳລັງ​ລົມ​ກັນ​ວ່າ​ຈະ​ເອົາ​ລູກ​ຫຼື​ບໍ່ ໂດຍ​ເວົ້າ​ເຖິງ​ຄວາມ​ສຸກ​ແລະ​ໜ້າ​ທີ່​ທີ່​ຈະ​ຕ້ອງ​ຮັບ​ຜິດ​ຊອບ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ພໍ່​ແມ່​ແຍກ​ສຶກສາ​ໃຫ້​ລູກ​ຍ້ອນ​ລູກ​ມີ​ອາຍຸ​ແລະ​ຄວາມ​ສາມາດ​ແຕກຕ່າງ​ກັນ.