ບົດຄວາມສຶກສາທີ 49
“ມີເວລາສຳລັບ” ເຮັດວຽກແລະພັກຜ່ອນ
“ໄປ໋ . . . ໄປບ່ອນທີ່ຫ່າງໄກຈາກຜູ້ຄົນ ເພື່ອຈະໄດ້ພັກຜ່ອນໜ້ອຍໜຶ່ງ.”—ມຣກ. 6:31
ເພງ 143 ອົດທົນເຝົ້າລະວັງແລະເຮັດວຽກຕໍ່ໄປ
ໃຈຄວາມສຳຄັນ *
1. ຫຼາຍຄົນຮູ້ສຶກແນວໃດກັບການເຮັດວຽກ?
ຄົນສ່ວນຫຼາຍໃນບ່ອນທີ່ເຈົ້າຢູ່ຮູ້ສຶກແນວໃດກັບການເຮັດວຽກ? ໃນຫຼາຍປະເທດ ຜູ້ຄົນເຮັດວຽກໜັກຂຶ້ນແລະດົນກວ່າແຕ່ກ່ອນ. ພວກເຂົາເຮັດວຽກຫຼາຍໂພດຈົນບໍ່ມີເວລາພັກຜ່ອນ ບໍ່ມີເວລາໃຫ້ຄອບຄົວ ຫຼືແມ່ນແຕ່ບໍ່ມີເວລາຮຽນຮູ້ກ່ຽວກັບພະເຈົ້າ. (ຜູ້ປ. 2:23) ສ່ວນບາງຄົນກໍຂີ້ຄ້ານແອວຍາວແລະຫາຂໍ້ແກ້ຕົວເພື່ອຈະບໍ່ເຮັດວຽກ.—ສຸພາ. 26:13, 14
2-3. ພະເຢໂຫວາແລະພະເຢຊູເປັນຕົວຢ່າງແນວໃດໃນເລື່ອງການເຮັດວຽກ?
2 ຂໍໃຫ້ເຮົາມາພິຈາລະນາວິທີທີ່ພະເຢໂຫວາແລະພະເຢຊູເບິ່ງການເຮັດວຽກເຊິ່ງແຕກຕ່າງຈາກຄົນສ່ວນຫຼາຍທົ່ວໂລກ. ເຮົາຮູ້ວ່າພະເຢໂຫວາມັກເຮັດວຽກ ເພາະພະເຢຊູບອກວ່າ: “ພະເຈົ້າຜູ້ເປັນພໍ່ຂອງຂ້ອຍຍັງເຮັດວຽກຢູ່ຈົນເຖິງຕອນນີ້ ແລະຂ້ອຍກໍຍັງເຮັດວຽກຢູ່ຄືກັນ.” (ຢຮ. 5:17) ຂໍໃຫ້ຄິດເຖິງວຽກທັງໝົດທີ່ພະເຢໂຫວາເຮັດຕອນທີ່ພະອົງສ້າງທູດສະຫວັນນັບບໍ່ຖ້ວນແລະຈັກກະວານອັນກວ້າງໃຫຍ່ໄພສານ. ເຮົາຍັງເຫັນສິ່ງທີ່ສວຍງາມຫຼາຍຢ່າງເຊິ່ງເປັນຜົນງານທີ່ພະອົງສ້າງເທິງໂລກ. ດັ່ງນັ້ນ ເຮົາເຫັນດີກັບຜູ້ຂຽນຄຳເພງທີ່ບອກວ່າ: “ໂອ້ພະເຢໂຫວາກິດຈະການທັງຫຼາຍຂອງພະອົງມີຫຼາຍແທ້ໆ. ພະອົງໄດ້ກະທຳການທັງປວງນັ້ນດ້ວຍຄວາມປັນຍາ. ແຜ່ນດິນເຕັມໄປດ້ວຍຊັບສົມບັດຂອງພະອົງ.”—ເພງ. 104:24
3 ພະເຢຊູຮຽນແບບພໍ່ຂອງເພິ່ນ. ພະເຢຊູຊ່ວຍພະເຢໂຫວາຕອນທີ່ “ສ້າງທ້ອງຟ້າ.” ເພິ່ນຢູ່ກັບພະເຢໂຫວາແລະ “ເປັນນາຍຊ່າງ” ຂອງພະອົງ. (ສຸພາ. 8:27-31, ລ.ມ.) ເປັນເວລາດົນຫຼັງຈາກນັ້ນ ຕອນທີ່ພະເຢຊູຢູ່ເທິງໂລກເພິ່ນກໍເຮັດວຽກເກັ່ງຫຼາຍຄືກັນ. ພະເຢຊູບອກວ່າ ວຽກທີ່ພະເຢໂຫວາໃຫ້ເພິ່ນເຮັດ ເປັນຄືກັບອາຫານ ແລະທຸກສິ່ງທີ່ເພິ່ນເຮັດຢູ່ເທິງໂລກກໍພິສູດວ່າພະເຈົ້າໄດ້ສົ່ງເພິ່ນມາ.—ຢຮ. 4:34; 5:36; 14:10
4. ເຮົາໄດ້ຮຽນຮູ້ຫຍັງຈາກພະເຢໂຫວາແລະພະເຢຊູໃນເລື່ອງການພັກຜ່ອນ?
4 ຈາກຕົວຢ່າງຂອງພະເຢໂຫວາແລະພະເຢຊູໃນການເຮັດວຽກໜັກ ນີ້ໝາຍຄວາມວ່າເຮົາບໍ່ຕ້ອງພັກເລີຍບໍ? ບໍ່ແມ່ນແນວນັ້ນ. ທີ່ຈິງ ພະເຢໂຫວາບໍ່ເມື່ອຍຈັກເທື່ອ ສະນັ້ນພະອົງບໍ່ຕ້ອງພັກຫຼັງຈາກເຮັດສິ່ງໃດສິ່ງໜຶ່ງ. ແຕ່ຄຳພີໄບເບິນບອກວ່າ ຫຼັງຈາກພະເຢໂຫວາສ້າງສະຫວັນແລະແຜ່ນດິນໂລກ “ພະອົງໄດ້ເຊົາການແລະໄດ້ຊື່ນໃຈ.” (ອົບ. 31:17) ນີ້ໝາຍຄວາມວ່າ ພະເຢໂຫວາໄດ້ຢຸດເຮັດວຽກແລະໄດ້ຊື່ນຊົມຍິນດີກັບສິ່ງທີ່ພະອົງສ້າງ. ແລະເຖິງວ່າພະເຢຊູໄດ້ເຮັດວຽກໜັກຕອນທີ່ຢູ່ແຜ່ນດິນໂລກ ແຕ່ເພິ່ນກໍຍັງຫາເວລາພັກຜ່ອນແລະກິນເຂົ້າຊຸມກັນກັບໝູ່.—ມທ. 14:13; ລກ. 7:34
5. ປະຊາຊົນຂອງພະເຈົ້າຫຼາຍຄົນມີບັນຫາເລື່ອງຫຍັງ?
5 ຄຳພີໄບເບິນສະໜັບສະໜູນປະຊາຊົນຂອງພະເຈົ້າໃຫ້ມີຄວາມສຸກໃນການເຮັດວຽກ. ພວກເຂົາຕ້ອງເປັນຄົນດຸໝັ່ນບໍ່ແມ່ນຂີ້ຄ້ານ. (ສຸພາ. 15:19) ບາງເທື່ອເຈົ້າອາດກຳລັງເຮັດວຽກເພື່ອຫາລ້ຽງຄອບຄົວ ແລະທຸກຄົນທີ່ເປັນລູກສິດຂອງພະຄລິດກໍມີໜ້າທີ່ເຮັດວຽກປະກາດຂ່າວດີ. ເຖິງວ່າຈະເປັນແບບນັ້ນ ເຈົ້າກໍຕ້ອງພັກຜ່ອນໃຫ້ພຽງພໍຄືກັນ. ບາງເທື່ອເຈົ້າຮູ້ສຶກວ່າມີບັນຫາໃນການແບ່ງເວລາໃຫ້ສົມດຸນເພື່ອເຮັດວຽກອາຊີບ ວຽກປະກາດແລະການພັກຜ່ອນແມ່ນບໍ? ແລ້ວເຮົາຈະຮູ້ໄດ້ແນວໃດວ່າເຮົາຕ້ອງເຮັດວຽກຫຼາຍສ່ຳໃດແລະພັກຜ່ອນຫຼາຍສ່ຳໃດ?
ຕ້ອງມີຄວາມສົມດຸນ
6. ມາຣະໂກ 6:30-34 ສະແດງໃຫ້ເຫັນແນວໃດວ່າພະເຢຊູສົມດຸນໃນເລື່ອງການເຮັດວຽກແລະການພັກຜ່ອນ?
6 ເປັນເລື່ອງສຳຄັນທີ່ຈະສົມດຸນໃນເລື່ອງການເຮັດວຽກ. ກະສັດຊາໂລໂມນໄດ້ຮັບການດົນໃຈໃຫ້ຂຽນວ່າ: “ມີເວລາສຳລັບ . . . ທຸກຢ່າງ.” ລາວໝາຍເຖິງການປູກ ການສ້າງ ການຮ້ອງໄຫ້ ການຫົວ ການເຕັ້ນ ແລະກິດຈະກຳອື່ນໆ. (ຜູ້ປ. 3:1-8) ເຫັນໄດ້ແຈ້ງວ່າມີສິ່ງສຳຄັນ 2 ຢ່າງໃນຊີວິດເຮົາຄື ການເຮັດວຽກແລະການພັກຜ່ອນ. ພະເຢຊູກໍມີຄວາມສົມດຸນໃນເລື່ອງນີ້. ໃນໂອກາດໜຶ່ງ ຕອນທີ່ພວກອັກຄະສາວົກກັບມາຈາກການປະກາດ ພວກເຂົາຫຍຸ້ງຫຼາຍຈົນ “ບໍ່ມີເວລາທີ່ຈະກິນເຂົ້າ.” ພະເຢຊູຈຶ່ງບອກວ່າ: “ໄປ໋ ພວກເຮົາໄປບ່ອນທີ່ຫ່າງໄກຈາກຜູ້ຄົນ ເພື່ອຈະໄດ້ພັກຜ່ອນໜ້ອຍໜຶ່ງ.” (ອ່ານມາຣະໂກ 6:30-34) ເຖິງວ່າພະເຢຊູແລະພວກລູກສິດຂອງເພິ່ນບໍ່ໄດ້ພັກຜ່ອນຕາມທີ່ຕ້ອງການ ແຕ່ເພິ່ນຮູ້ວ່າພວກລູກສິດທຸກຄົນຈຳເປັນຕ້ອງໄດ້ພັກຜ່ອນ.
7. ການຮຽນກ່ຽວກັບກົດໝາຍວັນຊະບາໂຕຊ່ວຍເຮົາແນວໃດ?
7 ບາງເທື່ອ ເຮົາກໍຕ້ອງພັກຜ່ອນຫຼືປ່ຽນກິດຈະວັດປະຈຳວັນ. ເຮົາເຫັນເລື່ອງນີ້ໄດ້ຈາກວັນຊະບາໂຕທີ່ມີທຸກອາທິດ ເຊິ່ງເປັນການຈັດກຽມທີ່ສຳຄັນທີ່ພະເຈົ້າໃຫ້ປະຊາຊົນຂອງພະອົງໃນສະໄໝບູຮານ. ເຖິງວ່າເຮົາບໍ່ໄດ້ຢູ່ພາຍໃຕ້ກົດໝາຍຂອງໂມເຊ ແຕ່ເຮົາກໍຈະໄດ້ຮັບປະໂຫຍດຈາກການຮຽນກ່ຽວກັບວັນຊະບາໂຕ. ການຮຽນເລື່ອງນີ້ຈະຊ່ວຍເຮົາໃຫ້ເບິ່ງການເຮັດວຽກແລະການພັກຜ່ອນໄດ້ຢ່າງຖືກຕ້ອງ.
ວັນຊະບາໂຕເປັນວັນສຳລັບພັກຜ່ອນແລະການນະມັດສະການ
8. ຕາມອົບພະຍົບ 31:12-15 ວັນຊະບາໂຕມີເພື່ອຫຍັງ?
8 ຄຳພີໄບເບິນບອກວ່າ: ຫຼັງຈາກທີ່ພະເຈົ້າສ້າງສິ່ງຕ່າງໆແລ້ວໃນ “ວັນ” ທີຫົກ ພະອົງກໍຢຸດສ້າງສິ່ງຕ່າງໆເທິງແຜ່ນດິນໂລກ. (ຕົ້ນ. 2:2) ແຕ່ພະເຢໂຫວາມັກເຮັດວຽກແລະພະອົງກໍ “ຍັງເຮັດວຽກຢູ່.” (ຢຮ. 5:17) ວັນຊະບາໂຕມີຮູບແບບຄ້າຍຄືກັບວັນທີ່ພະເຢໂຫວາຢຸດພັກທີ່ເວົ້າເຖິງໃນປຶ້ມຕົ້ນເດີມ. ພະເຈົ້າບອກວ່າ ວັນຊະບາໂຕເປັນສິ່ງເຕືອນໃຈລະຫວ່າງພະອົງກັບຊາວອິດສະຣາເອນ. ວັນນັ້ນຕ້ອງເປັນວັນ “ເຊົາການ [“ວັນຢຸດພັກ”, ລ.ມ.] ວັນບໍລິສຸດສຳລັບພະເຢໂຫວາ.” (ອ່ານອົບພະຍົບ 31:12-15) ນີ້ໝາຍຄວາມວ່າ ທຸກຄົນຕ້ອງບໍ່ເຮັດວຽກໃນມື້ນັ້ນບໍ່ວ່າຈະເປັນເດັກນ້ອຍ ທາດ ຫຼືແມ່ນແຕ່ສັດລ້ຽງ. (ອົບ. 20:10) ກົດໝາຍນີ້ເຮັດໃຫ້ຜູ້ຄົນໃຊ້ເວລາໃນການນະມັດສະການພະເຢໂຫວາຫຼາຍຂຶ້ນ.
9. ບາງຄົນໃນສະໄໝພະເຢຊູມີຄວາມຄິດທີ່ບໍ່ສົມດຸນແນວໃດເລື່ອງວັນຊະບາໂຕ?
9 ວັນຊະບາໂຕເປັນສິ່ງທີ່ດີສຳລັບປະຊາຊົນຂອງພະເຈົ້າ ແຕ່ພວກຜູ້ນຳສາສະໜາຫຼາຍຄົນໃນສະໄໝພະເຢຊູພັດເຄັ່ງຄັດວັນຊະບາໂຕຫຼາຍໂພດ. ພວກເຂົາບອກວ່າ ການເດັດຮວງເຂົ້າຫຼືປິ່ນປົວຄົນເຈັບເປັນການເຮັດຜິດກົດວັນຊະບາໂຕ. (ມຣກ. 2:23-27; 3:2-5) ແຕ່ພະເຈົ້າບໍ່ໄດ້ຄິດແບບນັ້ນແລະພະເຢຊູກໍເຮັດໃຫ້ຄົນທີ່ຟັງເພິ່ນເຂົ້າໃຈເລື່ອງນີ້ຈະແຈ້ງ.
10. ເຮົາໄດ້ຮຽນຮູ້ຫຍັງກ່ຽວກັບຄວາມຄິດຂອງພະເຢຊູຈາກມັດທາຍ 12:9-12 ເລື່ອງວັນຊະບາໂຕ?
10 ພະເຢຊູແລະລູກສິດຂອງເພິ່ນທີ່ເປັນຄົນຢິວຖືວັນຊະບາໂຕເພາະພວກເຂົາຢູ່ພາຍໃຕ້ກົດໝາຍຂອງໂມເຊ. * ແຕ່ທາງຄຳເວົ້າແລະການກະທຳຂອງພະເຢຊູສະແດງໃຫ້ເຫັນວ່າ ການຖືວັນຊະບາໂຕເປັນເລື່ອງທີ່ຕ້ອງເຮັດແບບມີເຫດຜົນ ການເຮັດດີແລະການຊ່ວຍເຫຼືອຄົນອື່ນໃນວັນຊະບາໂຕເປັນສິ່ງທີ່ເຮັດໄດ້. ເພິ່ນບອກຢ່າງຈະແຈ້ງວ່າ: “ການເຮັດຄວາມດີໃນວັນຊະບາໂຕກໍບໍ່ມີຫຍັງຜິດ.” (ອ່ານມັດທາຍ 12:9-12) ນອກຈາກນັ້ນ ພະເຢຊູບໍ່ໄດ້ຄິດວ່າການເຮັດດີແລະການຊ່ວຍເຫຼືອຄົນອື່ນເປັນການລະເມີດກົດວັນຊະບາໂຕ ເພາະມື້ນັ້ນປະຊາຊົນຂອງ ພະເຈົ້າຈະພັກຜ່ອນຈາກການເຮັດວຽກໜັກ ພວກເຂົາຈຶ່ງສາມາດຈົດຈໍ່ກັບການນະມັດສະການພະເຈົ້າຫຼາຍຂຶ້ນ. ພະເຢຊູໃຫຍ່ມາໃນຄອບຄົວທີ່ໃຊ້ເວລາໃນວັນຊະບາໂຕເພື່ອໃກ້ຊິດກັບພະເຈົ້າຫຼາຍຂຶ້ນ. ເຮົາຮູ້ເລື່ອງນີ້ໄດ້ເມື່ອເຮົາອ່ານເລື່ອງຂອງພະເຢຊູຕອນທີ່ເພິ່ນຢູ່ເມືອງນາຊາເຣັດບ້ານເກີດຂອງເພິ່ນທີ່ວ່າ: “ເພິ່ນເຂົ້າໄປໃນບ່ອນປະຊຸມຂອງຊາວຢິວໃນວັນຊະບາໂຕຄືກັບທີ່ເຄີຍເຮັດຜ່ານມາ ແລະຢືນຂຶ້ນເພື່ອຈະອ່ານພະຄຳພີ.”—ລກ. 4:15-19
ເຈົ້າຄິດແນວໃດຕໍ່ການເຮັດວຽກ?
11. ໃຜເປັນຕົວຢ່າງທີ່ດີໃຫ້ພະເຢຊູໃນເລື່ອງການເຮັດວຽກໜັກ?
11 ຕອນທີ່ໂຢເຊັບສອນພະເຢຊູໃຫ້ເປັນຊ່າງໄມ້ ລາວຄົງຕ້ອງສອນນຳວ່າພະເຢໂຫວາຄິດແນວໃດຕໍ່ການເຮັດວຽກ. (ມທ. 13:55, 56) ພະເຢຊູຄົງເຫັນໂຢເຊັບເຮັດວຽກໜັກທຸກມື້ເພື່ອຫາລ້ຽງຄອບຄົວທີ່ມີຫຼາຍຄົນ. ໜ້າສັງເກດ ໃນເວລາຕໍ່ມາພະເຢຊູໄດ້ບອກພວກລູກສິດວ່າ: “ຄົນງານຄວນຈະໄດ້ຄ່າຈ້າງ.” (ລກ. 10:7) ເຫັນໄດ້ແຈ້ງວ່າ ພະເຢຊູໄດ້ຜ່ານການເຮັດວຽກໜັກມາແລ້ວ.
12. ມີຂໍ້ຄຳພີຫຍັງແດ່ທີ່ເວົ້າເຖິງການເຮັດວຽກໜັກ?
12 ອັກຄະສາວົກໂປໂລກໍເຮັດວຽກໜັກຄືກັນ. ເຖິງວ່າວຽກຫຼັກຂອງລາວແມ່ນການປະກາດເລື່ອງພະເຢຊູແລະສິ່ງທີ່ເພິ່ນສອນ ແຕ່ລາວກໍຕ້ອງເຮັດວຽກຫາລ້ຽງຕົວເອງນຳ. ຄົນທີ່ຢູ່ໃນເມືອງເທຊະໂລນິກຮູ້ວ່າໂປໂລ “ເຮັດວຽກໜັກທັງເວັນທັງຄືນ” ເພື່ອລາວຈະບໍ່ເປັນ “ພາລະ” ໃຫ້ຄົນອື່ນ. (2 ທຊ. 3:8; ກຈກ. 20:34, 35) ໂປໂລອາດໝາຍເຖິງການເປັນຊ່າງຫຍິບເຕັ້ນ. ຕອນທີ່ຢູ່ເມືອງໂກຣິນໂທ ລາວພັກຢູ່ບ້ານອາກີລາແລະປີຊະກີລາ ແລະ “ເຮັດວຽກນຳກັນ ເພາະພວກເຂົາມີອາຊີບເປັນຊ່າງຫຍິບເຕັ້ນຄືກັນ.” ທີ່ໂປໂລບອກວ່າເຮັດວຽກ “ທັງເວັນທັງຄືນ” ບໍ່ໄດ້ໝາຍຄວາມວ່າລາວເຮັດວຽກບໍ່ຢຸດເລີຍ. ມີບາງມື້ທີ່ໂປໂລບໍ່ໄດ້ຫຍິບເຕັ້ນເຊັ່ນ ວັນຊະບາໂຕ. ລາວໃຊ້ມື້ນັ້ນເພື່ອປະກາດກັບຊາວຢິວທີ່ພັກວຽກໃນມື້ນັ້ນຄືກັນ.—ກຈກ. 13:14-16, 42-44; 16:13; 18:1-4
13. ເຮົາໄດ້ຮຽນຮູ້ຈາກຕົວຢ່າງຂອງໂປໂລ?
13 ອັກຄະສາວົກໂປໂລເປັນຕົວຢ່າງທີ່ດີ. ລາວຕ້ອງເຮັດວຽກອາຊີບ ແຕ່ລາວກໍ “ເຮັດວຽກສັກສິດ” ເຊິ່ງກໍຄືການ “ປະກາດຂ່າວດີຂອງພະເຈົ້າ” ເປັນປະຈຳ. (ຣມ. 15:16; 2 ກຣ. 11:23) ລາວຍັງສະໜັບສະໜູນຄົນອື່ນໃຫ້ເຮັດຄືກັນ. ນີ້ເຮັດໃຫ້ອາກີລາແລະປີຊະກີລາເປັນ ‘ເພື່ອນຮ່ວມງານຂອງລາວໃນການຮັບໃຊ້ພະຄລິດເຢຊູ.’ (ຣມ. 12:11; 16:3) ໂປໂລຍັງກະຕຸ້ນພີ່ນ້ອງໃນເມືອງໂກຣິນໂທ “ໃຫ້ທຸ່ມເທກັບວຽກຂອງຜູ້ເປັນນາຍທີ່ມີໃຫ້ເຮັດຢ່າງຫຼວງຫຼາຍ.” (1 ກຣ. 15:58; 2 ກຣ. 9:8) ພະເຢໂຫວາເຖິງກັບດົນໃຈໃຫ້ອັກຄະສາວົກໂປໂລຂຽນວ່າ: “ຖ້າຜູ້ໃດບໍ່ຢາກເຮັດວຽກ ກໍຢ່າໃຫ້ລາວກິນເຂົ້າ.”—2 ທຊ. 3:10
14. ຄຳເວົ້າຂອງພະເຢຊູໃນໂຢຮັນ 14:12 ໝາຍຄວາມວ່າແນວໃດ?
14 ວຽກທີ່ສຳຄັນທີ່ສຸດໃນສະໄໝສຸດທ້າຍຄື ການປະກາດຂ່າວດີແລະສອນຄົນໃຫ້ເປັນລູກສິດ. ທີ່ຈິງ ພະເຢຊູບອກລ່ວງໜ້າວ່າລູກສິດຈະເຮັດວຽກທີ່ຍິ່ງໃຫຍ່ກວ່າທີ່ເພິ່ນເຮັດ! (ອ່ານໂຢຮັນ 14:12) ເພິ່ນບໍ່ໄດ້ໝາຍຄວາມວ່າເຮົາຕ້ອງເຮັດການອັດສະຈັນຄືກັບເພິ່ນ. ແຕ່ໝາຍຄວາມວ່າ ລູກສິດຂອງເພິ່ນຈະປະກາດແລະສອນໃນເຂດທີ່ກວ້າງໃຫຍ່ກວ່າ ໄດ້ພໍ້ກັບຜູ້ຄົນຫຼາຍກວ່າ ແລະໃຊ້ເວລາດົນກວ່າທີ່ເພິ່ນປະກາດ.
15. ມີຄຳຖາມຫຍັງແດ່ທີ່ເຮົາຄວນຖາມຕົວເອງແລະຍ້ອນຫຍັງ?
15 ຖ້າເຈົ້າເຮັດວຽກອາຊີບ ຂໍໃຫ້ຖາມຕົວເອງວ່າ: ‘ເພື່ອນຮ່ວມງານເບິ່ງວ່າຂ້ອຍເປັນຄົນດຸໝັ່ນບໍ? ຂ້ອຍເຮັດວຽກສຸດຄວາມສາມາດແລະເຮັດແລ້ວທັນເວລາບໍ?’ ຖ້າແມ່ນ ນາຍຈ້າງກໍຈະໄວ້ໃຈເຈົ້າຫຼາຍຂຶ້ນ ແລະຜູ້ຄົນໃນບ່ອນເຮັດວຽກຂອງເຈົ້າກໍຈະເຕັມໃຈຟັງຂ່າວດີຫຼາຍຂຶ້ນ. ນອກຈາກນັ້ນ ຂໍໃຫ້ເຈົ້າຖາມຕົວເອງກ່ຽວກັບວຽກຮັບໃຊ້ວ່າ: ‘ພີ່ນ້ອງເບິ່ງວ່າຂ້ອຍເປັນຄົນດຸໝັ່ນໃນວຽກປະກາດບໍ? ຂ້ອຍກຽມຕົວຢ່າງດີກ່ອນໄປປະກາດບໍ? ຂ້ອຍຮີບກັບໄປຢາມຄົນທີ່ສົນໃຈບໍ? ແລະ
ຂ້ອຍຮັບໃຊ້ໃນຫຼາຍໆແບບເປັນປະຈຳບໍ?’ ຖ້າແມ່ນ ເຈົ້າກໍຈະມີຄວາມສຸກໃນວຽກຮັບໃຊ້ຂອງເຈົ້າ.ເຈົ້າຄິດແນວໃດຕໍ່ການພັກຜ່ອນ?
16. ພະເຢຊູແລະພວກອັກຄະສາວົກເບິ່ງເລື່ອງການພັກຜ່ອນຕ່າງຈາກຜູ້ຄົນໃນທຸກມື້ນີ້ແນວໃດ?
16 ພະເຢຊູຮູ້ວ່າບາງເທື່ອເພິ່ນແລະພວກອັກຄະສາວົກກໍຈຳເປັນຕ້ອງໄດ້ພັກຜ່ອນ. ແຕ່ຫຼາຍຄົນໃນສະໄໝນັ້ນແລະສະໄໝນີ້ເປັນຄືກັບຊາຍເສດຖີຄົນໜຶ່ງໃນຕົວຢ່າງປຽບທຽບຂອງພະເຢຊູທີ່ເວົ້າກັບຕົວເອງຢ່າງໝັ້ນໃຈວ່າ: “ຂ້ອຍຈະໃຊ້ຊີວິດແບບສະບາຍ ກິນ ດື່ມ ແລະມີຄວາມສຸກກັບຊີວິດ.” (ລກ. 12:19; 2 ຕມ. 3:4) ລາວຄິດວ່າສິ່ງສຳຄັນທີ່ສຸດໃນຊີວິດຄືຕ້ອງພັກຜ່ອນຢ່ອນໃຈແລະມີຄວາມມ່ວນຊື່ນ. ກົງກັນຂ້າມ ພະເຢຊູແລະພວກອັກຄະສາວົກບໍ່ໄດ້ເບິ່ງວ່າການພັກຜ່ອນຢ່ອນໃຈເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດ.
17. ເຮົາໃຊ້ເວລາທີ່ເຮົາພັກວຽກເຮັດຫຍັງແດ່?
17 ໃນທຸກມື້ນີ້ ເຮົາພະຍາຍາມຮຽນແບບພະເຢຊູໂດຍໃຊ້ເວລາທີ່ເຮົາພັກວຽກບໍ່ພຽງແຕ່ເພື່ອພັກຜ່ອນເທົ່ານັ້ນ ແຕ່ເພື່ອເຮັດສິ່ງທີ່ດີໂດຍໄປປະກາດແລະໄປປະຊຸມ. ທີ່ຈິງເຮົາເບິ່ງວ່າການສອນຄົນໃຫ້ເປັນລູກສິດແລະການໄປປະຊຸມເປັນເລື່ອງສຳຄັນຫຼາຍ ເຮົາພະຍາຍາມຢ່າງສຸດຄວາມສາມາດເພື່ອຈະເຮັດກິດຈະກຳທີ່ສັກສິດນີ້ເປັນປະຈຳ. (ຮຣ. 10:24, 25) ບໍ່ວ່າເຮົາຈະໄປທ່ຽວຫຼືພັກຜ່ອນຢູ່ໃສ ເຮົາກໍຈະບໍ່ຂາດການປະຊຸມແລະຈະຊອກຫາໂອກາດປະກາດກັບຜູ້ຄົນທີ່ເຮົາພົບ.—2 ຕມ. 4:2
18. ພະເຢຊູຄລິດກະສັດຂອງເຮົາຢາກໃຫ້ເຮົາເຮັດຫຍັງ?
18 ເຮົາດີໃຈທີ່ພະເຢຊູຄລິດກະສັດຂອງເຮົາມີເຫດຜົນ ແລະຊ່ວຍເຮົາໃຫ້ຄິດຢ່າງສົມດຸນໃນເລື່ອງການເຮັດວຽກແລະການພັກຜ່ອນ! (ຮຣ. 4:15) ເພິ່ນຢາກໃຫ້ເຮົາໄດ້ພັກຜ່ອນຕາມທີ່ຄວນຈະພັກ ຢາກໃຫ້ເຮົາເຮັດວຽກໜັກເພື່ອຫາລ້ຽງຕົວເອງ ແລະຢາກໃຫ້ເຮົາມີສ່ວນຮ່ວມໃນການເຮັດວຽກສອນຄົນໃຫ້ເປັນລູກສິດຢ່າງມີຄວາມສຸກ. ໃນບົດຄວາມຕໍ່ໄປ ເຮົາຈະພິຈາລະນາສິ່ງທີ່ພະເຢຊູເຮັດເພື່ອຊ່ວຍເຮົາໃຫ້ຫຼຸດພົ້ນຈາກການເປັນທາດຂອງບາບ.
ເພງ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
^ ຂໍ້ 5 ຄຳພີໄບເບິນສອນວິທີທີ່ເຮົາຈະເປັນຄົນສົມດຸນໃນເລື່ອງການເຮັດວຽກແລະການພັກຜ່ອນ. ບົດຄວາມນີ້ຈະໃຊ້ຕົວຢ່າງເລື່ອງວັນຊະບາໂຕທີ່ຊາວອິດສະຣາເອນຕ້ອງເຮັດໃນແຕ່ລະອາທິດເພື່ອຊ່ວຍເຮົາໃຫ້ຮູ້ວ່າເຮົາເບິ່ງການເຮັດວຽກແລະການພັກຜ່ອນຢ່າງຖືກຕ້ອງຫຼືບໍ່.
^ ຂໍ້ 10 ພວກລູກສິດໄດ້ນັບຖືກົດໝາຍເລື່ອງວັນຊະບາໂຕຫຼາຍ ພວກເຂົາເຮັດເຖິງຂັ້ນວ່າຢຸດກຽມງານສົບຂອງພະເຢຊູຈົນກວ່າຈະຜ່ານວັນຊະບາໂຕ.—ລກ. 23:55, 56