ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 51

ເຈົ້າ​ຮູ້ຈັກ​ພະ​ເຢໂຫວາ​ດີ​ສ່ຳ​ໃດ?

ເຈົ້າ​ຮູ້ຈັກ​ພະ​ເຢໂຫວາ​ດີ​ສ່ຳ​ໃດ?

“ຄົນ​ທັງ​ຫຼາຍ​ທີ່​ຮູ້ຈັກ​ນາມ​ຊື່​ຂອງ​ພະອົງ​ກໍ​ຈະ​ປົງ​ໃຈ​ໃນ​ພະອົງ ເຫດ​ວ່າ​ໂອ້​ພະ​ເຢໂຫວາ​ພະອົງ​ບໍ່​ປະ​ຄົນ​ທັງ​ຫຼາຍ​ທີ່​ຊອກ​ຫາ​ພະອົງ.”—ເພງ. 9:10

ເພງ 56 ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ເຈົ້າ​ເອງ

ໃຈ​ຄວາມ​ສຳຄັນ *

1-2. ຕາມ​ປະສົບການ​ຂອງ​ແອນ​ເຈ​ລິ​ໂຕ້ ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ຫຍັງ?

ພໍ່​ແມ່​ຂອງ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ​ບໍ? ຖ້າ​ແມ່ນ ເຈົ້າ​ຕ້ອງ​ຈື່​ໄວ້​ວ່າ​ເຈົ້າ​ບໍ່​ສາມາດ​ສືບ​ທອດ​ເອົາ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ຈາກ​ພໍ່​ແມ່​ຂອງ​ເຈົ້າ​ໄດ້. ບໍ່​ວ່າ​ພໍ່​ແມ່​ຂອງ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ບໍ່ ເຮົາ​ທຸກ​ຄົນ​ຕ້ອງ​ສ້າງ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ດ້ວຍ​ຕົວ​ເອງ.

2 ຂໍ​ໃຫ້​ເບິ່ງ​ປະສົບການ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ແອນ​ເຈ​ລິ​ໂຕ້. ຄອບຄົວ​ຂອງ​ລາວ​ເປັນ​ພະຍານ​ພະ​ເຢໂຫວາ. ຕອນ​ທີ່​ລາວ​ອາຍຸ​ນ້ອຍ​ກວ່າ​ນີ້ ລາວ​ບໍ່​ໄດ້​ຮູ້ສຶກ​ໃກ້​ຊິດ​ກັບ​ພະເຈົ້າ. ລາວ​ຍອມ​ຮັບ​ວ່າ: “ຂ້ອຍ​ຮັບໃຊ້​ພະ​ເຢໂຫວາ​ກໍ​ຍ້ອນ​ຢາກ​ເຮັດ​ຕາມ​ທີ່​ຄອບຄົວ​ພາ​ເຮັດ.” ແຕ່​ຕໍ່​ມາ​ແອນ​ເຈ​ລິ​ໂຕ້​ກໍ​ຕັດສິນ​ໃຈ​ໃຊ້​ເວລາ​ຫຼາຍ​ຂຶ້ນ​ໃນ​ການ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ ແລະ​ລາວ​ກໍ​ເລີ່ມ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍໆ. ຜົນ​ເປັນ​ແນວ​ໃດ? ລາວ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ວິທີ​ດຽວ​ທີ່​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ກໍ​ຄື ຂ້ອຍ​ຕ້ອງ​ຮູ້ຈັກ​ພະອົງ​ດ້ວຍ​ຕົວ​ເອງ.” ປະສົບການ​ຂອງ​ແອນ​ເຈ​ລິ​ໂຕ້​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຄຳຖາມ​ສຳຄັນ​ທີ່​ວ່າ: ການ​ຮູ້ຈັກ​ພະ​ເຢໂຫວາ​ຊື່ໆກັບ​ການ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ​ແຕກຕ່າງ​ກັນ​ແນວ​ໃດ? ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮູ້ຈັກ​ພະອົງ​ເປັນ​ຢ່າງ​ດີ?

3. ການ​ຮູ້ຈັກ​ພະ​ເຢໂຫວາ​ຊື່ໆແລະ​ການ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ​ແຕກຕ່າງ​ກັນ​ແນວ​ໃດ?

3 ເຮົາ​ອາດ​ຄິດ​ວ່າ​ເຮົາ​ຮູ້ຈັກ​ພະ​ເຢໂຫວາ​ເພາະ​ເຮົາ​ຮູ້​ຊື່​ພະອົງ​ແລະ​ຮູ້​ວ່າ​ພະອົງ​ເວົ້າ​ຫຼື​ເຮັດ​ຫຍັງ​ມາ​ແດ່​ແລ້ວ. ແຕ່​ການ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ​ຕ້ອງ​ມີ​ຫຼາຍ​ກວ່າ​ຫັ້ນ. ເຮົາ​ຕ້ອງ​ໃຊ້​ເວລາ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຂອງ​ພະອົງ ແລ້ວ​ເຮົາ​ກໍ​ຈະ​ເລີ່ມ​ເຂົ້າ​ໃຈ​ເຫດຜົນ​ທີ່​ພະອົງ​ເວົ້າ​ແລະ​ເຮັດ​ສິ່ງ​ຕ່າງໆ. ຄວາມ​ເຂົ້າ​ໃຈ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະອົງ​ພໍ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ຄິດ ສິ່ງ​ທີ່​ເຮົາ​ຕັດສິນ​ໃຈ ແລະ​ສິ່ງ​ທີ່​ເຮົາ​ເຮັດ​ຫຼື​ບໍ່. ເມື່ອ​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ ເຮົາ​ກໍ​ຕ້ອງ​ເຮັດ​ຕາມ​ນັ້ນ.

4. ການ​ຮຽນ​ຮູ້​ຕົວຢ່າງ​ຂອງ​ບຸກຄົນ​ໃນ​ຄຳພີ​​ໄບເບິນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

4 ບາງ​ຄົນ​ອາດ​ເວົ້າ​ເຍາະ​ເຍີ້ຍ​ໃສ່​ເຮົາ​ທີ່​ເຮົາ​ຢາກ​ຮັບໃຊ້​ພະ​ເຢໂຫວາ ແລະ​ພວກ​ເຂົາ​ອາດ​ຕໍ່​ຕ້ານ​ເຮົາ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ເລີ່ມ​ໄປ​ປະຊຸມ. ແຕ່​ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ ພະອົງ​ຈະ​ບໍ່​ປະ​ຖິ້ມ​ເຮົາ​ຈັກ​ເທື່ອ. ການ​ໄວ້​ວາງໃຈ​ນັ້ນ​ເປັນ​ພື້ນຖານ​ຂອງ​ສາຍ​ສຳພັນ​ລະຫວ່າງ​ເຮົາ​ກັບ​ພະອົງ​ເຊິ່ງ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ. ແລ້ວ​ເຮົາ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ດີ​ສ່ຳ​ນັ້ນ​ໄດ້​ແທ້​ບໍ? ໄດ້​ແທ້! ຕົວຢ່າງ​ຂອງ​ໂມເຊ​ແລະ​ກະສັດ​ດາວິດ​ທີ່​ເປັນ​ຄົນ​ບໍ່​ສົມບູນ​ແບບ​ພິສູດ​ແລ້ວ​ວ່າ​ເລື່ອງ​ນີ້​ເປັນ​ໄປ​ໄດ້. ຕອນ​ທີ່​ເຮົາ​ຮຽນ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ເຮັດ ເຮົາ​ຈະ​ຕອບ​ຄຳຖາມ 2 ຂໍ້​ທີ່​ວ່າ: ພວກ​ເຂົາ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ​ໄດ້​ແນວ​ໃດ? ແລະ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພວກ​ເຂົາ?

ໂມເຊ​ເຫັນ “ພະເຈົ້າ​ທີ່​ມະນຸດ​ເບິ່ງ​ບໍ່​ເຫັນ”

5. ໂມເຊ​ໄດ້​ເລືອກ​ທີ່​ຈະ​ເຮັດ​ຫຍັງ?

5 ໂມເຊ​ເລືອກ​ຮັບໃຊ້​ພະເຈົ້າ. ຕອນ​ໂມເຊ​ອາຍຸ 40 ປີ ລາວ​ເລືອກ​ຢູ່​ກັບ​ຊາວ​ເຮັບເຣີ​ທີ່​ເປັນ​ຄົນ​ຂອງ​ພະເຈົ້າ​ແທນ​ທີ່​ຈະ​ໃຫ້​ຄົນ​ອື່ນ​ຖື​ວ່າ​ລາວ​ເປັນ “ລູກ​ຂອງ​ລູກ​ສາວ​ຟາໂຣ.” (ຮຣ. 11:24) ໂມເຊ​ຖິ້ມ​ຕຳແໜ່ງ​ທີ່​ມີ​ໜ້າ​ມີ​ຕາ. ຕອນ​ທີ່​ໂມເຊ​ເລືອກ​ຢູ່​ຝ່າຍ​ຄົນ​ອິດສະຣາເອນ ລາວ​ຮູ້​ວ່າ​ກະສັດ​ຟາໂຣ​ຕ້ອງ​ໃຈ​ຮ້າຍ​ຫຼາຍ. ຟາໂຣ​ເປັນ​ກະສັດ​ທີ່​ມີ​ອຳນາດ​ຫຼາຍ​ແລະ​ຄົນ​ເອຢິບ​ກໍ​ຖື​ວ່າ​ຟາໂຣ​ເປັນ​ພະເຈົ້າ​ອົງ​ໜຶ່ງ. ນີ້​ສະແດງ​ວ່າ​ໂມເຊ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແທ້ໆ! ໂມເຊ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ ແລະ​ນີ້​ເປັນ​ເຫດຜົນ​ທີ່​ໂມເຊ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ.—ສຸພາ. 3:5

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂມເຊ?

6 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຄື​ກັບ​ໂມເຊ ເຮົາ​ທຸກ​ຄົນ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ໜຶ່ງ​ຄື: ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຢູ່​ກັບ​ປະຊາຊົນ​ຂອງ​ພະອົງ​ຫຼື​ບໍ່? ເພື່ອ​ຈະ​ຮັບໃຊ້​ພະເຈົ້າ ເຮົາ​ອາດ​ຕ້ອງ​ເສຍ​ສະລະ​ຫຼາຍ​ຢ່າງ ແລະ​ເຮົາ​ອາດ​ຈະ​ຖືກ​ຕໍ່​ຕ້ານ​ຈາກ​ຜູ້​ທີ່​ບໍ່​ຮູ້ຈັກ​ພະ​ເຢໂຫວາ. ແຕ່​ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ຊ່ວຍ​ເຫຼືອ​ເຮົາ!

7-8. ໂມເຊ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຫຍັງ​ເລື້ອຍໆ?

7 ໂມເຊ​ໄດ້​ຮຽນ​ຮູ້​ເລື້ອຍໆກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ພະອົງ. ຕົວຢ່າງ​ເຊັ່ນ: ເມື່ອ​ພະ​ເຢໂຫວາ​ຂໍ​ໃຫ້​ໂມເຊ​ນຳ​ພາ​ຊາດ​ອິດສະຣາເອນ​ອອກ​ຈາກ​ເອຢິບ ລາວ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ແລະ​ບອກ​ພະ​ເຢໂຫວາ​ຫຼາຍ​ເທື່ອ​ວ່າ​ລາວ​ບໍ່​ມີ​ຄວາມ​ສາມາດ. ວິທີ​ທີ່​ພະ​ເຢໂຫວາ​ຕອບ​ໂມເຊ​ຊ່ວຍ​ໃຫ້​ລາວ​ເຫັນ​ວ່າ​ພະອົງ​ເຫັນ​ອົກ​ເຫັນ​ໃຈ ແທ້ໆ. (ອົບ. 4:10-16) ຜົນ​ກໍ​ຄື ໂມເຊ​ສາມາດ​ບອກ​ຄຳ​ພິພາກສາ​ຕໍ່​ໜ້າ​ຟາໂຣ​ໄດ້. ຈາກ​ນັ້ນ ໂມເຊ​ກໍ​ເຫັນ​ພະ​ເຢໂຫວາ​ໃຊ້​ພະລັງ​ອຳນາດ ຂອງ​ພະອົງ​ເມື່ອ​ພະອົງ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ລອດ ແລະ​ທຳລາຍ​ຟາໂຣ​ກັບ​ກອງທັບ​ຂອງ​ພວກ​ເຂົາ​ໃນ​ທະເລ​ແດງ.—ອົບ. 14:26-31; ເພງ. 136:15

8 ຫຼັງ​ຈາກ​ໂມເຊ​ນຳ​ພາ​ຊາດ​ອິດສະຣາເອນ​ອອກ​ຈາກ​ເອຢິບ ພວກ​ເຂົາ​ກໍ​ຈົ່ມ​ເລື່ອງ​ນັ້ນ​ເລື່ອງ​ນີ້​ຕະຫຼອດ​ເວລາ. ແຕ່​ໂມເຊ​ເຫັນ​ວ່າ​ພະ​ເຢໂຫວາ​ອົດ​ທົນ​ອົດ​ກັ້ນ ກັບ​ປະຊາຊົນ​ທີ່​ພະອົງ​ຊ່ວຍ​ຈາກ​ການ​ເປັນ​ທາດ. (ເພງ. 78:40-43) ນອກ​ຈາກ​ນັ້ນ ໂມເຊ​ຍັງ​ເຫັນ​ວ່າ​ພະ​ເຢໂຫວາ​ຖ່ອມ​ຕົວ ຫຼາຍ​ຕອນ​ທີ່​ພະອົງ​ປ່ຽນ​ໃຈ​ຕາມ​ທີ່​ໂມເຊ​ຮ້ອງ​ຂໍ.—ອົບ. 32:9-14

9. ຕາມ​ເຮັບເຣີ 11:27 ໂມເຊ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ?

9 ຫຼັງ​ຈາກ​ທີ່​ອອກ​ຈາກ​ເອຢິບ ໂມເຊ​ກໍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຈົນ​ຮູ້ສຶກ​ວ່າ​ລາວ​ສາມາດ​ເຫັນ​ພະອົງ​ຜູ້​ເປັນ​ພໍ່​ຢູ່​ໃນ​ສະຫວັນ. (ອ່ານ​ເຮັບເຣີ 11:27) ຄຳພີ​ໄບເບິນ​ເວົ້າ​ເຖິງ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ຂອງ​ໂມເຊ​ກັບ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ໄດ້​ປາກ​ກັບ​ທ່ານ​ໂມເຊ​ຕໍ່​ໜ້າ​ກັນ​ເໝືອນ​ຄົນ​ຜູ້​ໜຶ່ງ​ເວົ້າ​ກັນ​ກັບ​ສ່ຽວ​ແຫ່ງ​ຕົນ.”—ອົບ. 33:11

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ?

10 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ການ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ​ບໍ່​ພຽງ​ແຕ່​ເປັນ​ການ​ຮຽນ​ຮູ້​ເລື່ອງ​ຄຸນ​ລັກສະນະ​ຂອງ​ພະອົງ ແຕ່​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ພະອົງ​ຕ້ອງການ​ນຳ. ໃນ​ທຸກ​ມື້​ນີ້ ພະອົງ​ຕ້ອງການ “ໃຫ້​ຄົນ​ທຸກ​ຊະນິດ​ລອດ​ແລະ​ໄດ້​ຮັບ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ຄວາມ​ຈິງ.” (1 ຕມ. 2:3, 4) ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໄດ້​ກໍ​ຄື​ສອນ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ເລື່ອງ​ຂອງ​ພະອົງ.

11. ເມື່ອ​ເຮົາ​ສອນ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ ເຮົາ​ໄດ້​ຮູ້ຈັກ​ພະອົງ​ດີ​ຂຶ້ນ​ແນວ​ໃດ?

11 ເມື່ອ​ເຮົາ​ສອນ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຮູ້ຈັກ​ພະອົງ​ດີ​ຂຶ້ນ. ຕົວຢ່າງ: ເຮົາ​ເຫັນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ເຫັນ​ອົກ​ເຫັນ​ໃຈ ຕອນ​ທີ່​ພະອົງ​ຊີ້​ນຳ​ເຮົາ​ໃຫ້​ພົບ​ຄົນ​ທີ່​ຢາກ​ເປັນ​ໝູ່​ກັບ​ພະອົງ. (ຢຮ. 6:44; ກຈກ. 13:48) ເຮົາ​ໄດ້​ເຫັນ​ພະລັງ ຂອງ​ຄຳພີ​ໄບເບິນ​ເມື່ອ​ຄົນ​ທີ່​ເຮົາ​ສອນ​ປ່ຽນ​ແປງ​ຕົວ​ເອງ​ແລະ​ເລີ່ມ​ມີ​ລັກສະນະ​ນິດໄສ​ໃໝ່. (ກລຊ. 3:9, 10) ນອກ​ຈາກ​ນັ້ນ ເຮົາ​ຍັງ​ເຫັນ​ຫຼັກ​ຖານ​ວ່າ ພະ​ເຢໂຫວາ​ອົດ​ທົນ​ອົດ​ກັ້ນ ກັບ​ຜູ້​ຄົນ​ຫຼາຍ​ໂດຍ​ໃຫ້​ໂອກາດ​ຄົນ​ໃນ​ເຂດ​ປະກາດ​ຂອງ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ແລະ​ລອດ​ຊີວິດ.—ຣມ. 10:13-15

12. ຕາມ​ອົບພະຍົບ 33:13 ໂມເຊ​ຂໍ​ຫຍັງ ແລະ​ຍ້ອນ​ຫຍັງ?

12 ໂມເຊ​ເຫັນ​ຄຸນຄ່າ​ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ພະ​ເຢໂຫວາ. ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ໂມເຊ​ໃຫ້​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ເຊິ່ງ​ເຮັດ​ໃຫ້​ລາວ​ຮູ້ຈັກ​ພະອົງ​ເປັນ​ຢ່າງ​ດີ ແຕ່​ລາວ​ກໍ​ຍັງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຮູ້ຈັກ​ຫຼາຍ​ຂຶ້ນ​ອີກ. (ອ່ານ​ອົບພະຍົບ 33:13) ຕອນ​ທີ່​ໂມເຊ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ລາວ​ອາຍຸ​ຫຼາຍ​ກວ່າ 80 ປີ​ແລ້ວ ແຕ່​ລາວ​ກໍ​ຮູ້​ວ່າ​ລາວ​ຕ້ອງ​ຮຽນ​ຮູ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ທີ່​ຢູ່​ໃນ​ສະຫວັນ.

13. ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ພະ​ເຢໂຫວາ​ແມ່ນ​ຫຍັງ?

13 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ ເຮົາ​ກໍ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ພະ​ເຢໂຫວາ. ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ກໍ​ໂດຍ​ການ​ລົມ​ກັບ​ພະອົງ​ໃນ​ຄຳ​ອະທິດຖານ.

14. ເປັນ​ຫຍັງ​ການ​ອະທິດຖານ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

14 ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ສະໜິດ​ກັບ​ໃຜ​ຄົນ​ໜຶ່ງ ເຈົ້າ​ກໍ​ຈະ​ລົມ​ກັບ​ລາວ​ເລື້ອຍໆ. ດັ່ງ​ນັ້ນ ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ ເຈົ້າ​ກໍ​ຕ້ອງ​ອະທິດຖານ​ເຖິງ​ພະອົງ​ເລື້ອຍໆ ແລະ​ບອກ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ກັບ​ພະອົງ. (ອຟຊ. 6:18) ຄຣິດສ໌ຕ້າ​ທີ່​ຢູ່​ໃນ​ປະເທດ​ຕວກກີ​ບອກ​ວ່າ: “ທຸກ​ເທື່ອ​ຂ້ອຍ​ບອກ​ຄວາມ​ຄິດ​ຂອງ​ຂ້ອຍ​ຕອນ​ທີ່​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ໄດ້​ເຫັນ​ວ່າ​ພະອົງ​ຊ່ວຍ​ຂ້ອຍ ນີ້​ເຮັດ​ໃຫ້​ຂ້ອຍ​ຮັກ​ແລະ​ໄວ້​ວາງໃຈ​ພະອົງ​ຫຼາຍ​ຂຶ້ນ. ແລະ​ເມື່ອ​ຂ້ອຍ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ແລະ​ໝູ່​ຂອງ​ຂ້ອຍ​ແທ້ໆ.”

ຄົນ​ທີ່​ພະ​ເຢໂຫວາ​ພໍ​ໃຈ

15. ພະ​ເຢໂຫວາ​ເວົ້າ​ເຖິງ​ດາວິດ​ແນວ​ໃດ?

15 ຕອນ​ທີ່​ກະສັດ​ດາວິດ​ເກີດ ພໍ່​ແມ່​ຂອງ​ລາວ​ແລະ​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ລາວ​ລ້ວນ​ແຕ່​ເປັນ​ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ. ແຕ່​ດາວິດ​ບໍ່​ພຽງ​ແຕ່​ນະມັດສະການ​ພະ​ເຢໂຫວາ​ຍ້ອນ​ເປັນ​ປະເພນີ​ຂອງ​ຄອບຄົວ. ລາວ​ມີ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ເປັນ​ສ່ວນ​ຕົວ ແລະ​ພະ​ເຢໂຫວາ​ກໍ​ຮັກ​ລາວ​ເປັນ​ພິເສດ. ພະ​ເຢໂຫວາ​ບອກ​ວ່າ​ດາວິດ “ເປັນ​ຄົນ​ທີ່​ເຮົາ​ພໍ​ໃຈ.” (ກຈກ. 13:22) ເປັນ​ຫຍັງ​ດາວິດ​ຈຶ່ງ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໄດ້​ຫຼາຍ​ປານ​ນີ້?

16. ເມື່ອ​ດາວິດ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ລາວ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ພະອົງ?

16 ດາວິດ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຈາກ​ສິ່ງ​ທີ່​ພະອົງ​ສ້າງ. ຕອນ​ດາວິດ​ຍັງ​ນ້ອຍ ລາວ​ລ້ຽງ​ແກະ​ໃຫ້​ພໍ່​ຂອງ​ລາວ​ຕະຫຼອດ ບາງ​ເທື່ອ​ອາດ​ເປັນ​ຕອນ​ນັ້ນ​ທີ່​ລາວ​ເລີ່ມ​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ. ຕົວຢ່າງ: ເມື່ອ​ດາວິດ​ເບິ່ງ​ທ້ອງຟ້າ​ຕອນ​ກາງຄືນ ລາວ​ບໍ່​ພຽງ​ແຕ່​ເຫັນ​ດວງ​ດາວ​ຫຼາຍ​ພັນ​ດວງ ແຕ່​ລາວ​ຍັງ​ເຫັນ​ຄຸນ​ລັກສະນະ​ຂອງ​ຜູ້​ສ້າງ​ດາວ​ເຫຼົ່າ​ນັ້ນ​ນຳ. ລາວ​ຖືກ​ກະຕຸ້ນ​ໃຫ້​ຂຽນ​ວ່າ: “ຟ້າ​ສະຫວັນ​ທັງ​ຫຼາຍ​ເລົ່າ​ເລື່ອງ​ລັດ​ສະໝີ​ຂອງ​ພະເຈົ້າ ແລະ​ພື້ນ​ອາກາດ​ປ່າວ​ປະກາດ​ກິດຈະການ​ແຫ່ງ​ມື​ຂອງ​ພະອົງ.” (ເພງ. 19:1, 2) ເມື່ອ​ດາວິດ​ຄິດ​ຕຶກຕອງ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ສ້າງ​ມະນຸດ ລາວ​ກໍ​ເຫັນ​ສະຕິ​ປັນຍາ​ອັນ​ເລີດ​ລ້ຳ​ຂອງ​ພະ​ເຢໂຫວາ. (ເພງ. 139:14) ເມື່ອ​ດາວິດ​ໄດ້​ຄິດ​ຕຶກຕອງ​ເຖິງ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ສ້າງ ລາວ​ກໍ​ແຮ່ງ​ຮູ້ສຶກ​ຖ່ອມ​ຕົວ​ລົງ.—ເພງ. 139:6

17. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ການ​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ສ້າງ?

17 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຕ້ອງ​ສົນ​ໃຈ​ສິ່ງ​ທີ່​ພະເຈົ້າ​ສ້າງ. ໃຫ້​ໃຊ້​ເວລາ​ສັງເກດ​ເບິ່ງ​ສິ່ງ​ທີ່​ສວຍ​ງາມ​ທີ່​ຢູ່​ເທິງ​ໂລກ​ແລະ​ເບິ່ງ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ມະຫັດສະຈັນ​ຫຼາຍ​ສ່ຳ​ໃດ! ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຈົ້າ​ໃຫ້​ລອງ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຕົ້ນ​ໄມ້​ໃບ​ຫຍ້າ ສັດ​ສາ​ວາ​ສິ່ງ​ແລະ​ມະນຸດ​ເຮົາ ເພື່ອ​ຈະ​ເບິ່ງ​ວ່າ​ສິ່ງ​ເຫຼົ່າ​ນີ້​ສອນ​ເຈົ້າ​ໃຫ້​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ. ເຈົ້າ​ຈະ​ເຫັນ​ວ່າ​ໃນ​ແຕ່​ລະ​ມື້​ເຈົ້າ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ພໍ່​ທີ່​ຮັກ. (ຣມ. 1:20) ແລະ​ເຈົ້າ​ກໍ​ຈະ​ເຫັນ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະອົງ​ຫຼາຍ​ຂຶ້ນ​ທຸກ​ມື້.

18. ຕາມ​ຄຳເພງ​ບົດ 18 ດາວິດ​ຮູ້​ຫຍັງ?

18 ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ. ຕົວຢ່າງ: ເມື່ອ​ດາວິດ​ປົກ​ປ້ອງ​ແກະ​ຂອງ​ພໍ່​ຈາກ​ໂຕ​ສິງ​ແລະ​ໝີ ລາວ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຂ້າ​ສັດ​ປ່າ​ເຫຼົ່າ​ນີ້​ໄດ້. ຕອນ​ທີ່​ລາວ​ຕໍ່​ສູ້​ຊະນະ​ຍັກ​ໂຄລີອາດ ລາວ​ກໍ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ. (1 ຊາມ. 17:37) ຕອນ​ທີ່​ໜີ​ຈາກ​ກະສັດ​ຊາອືລ​ທີ່​ຂີ້​ອິດສາ ດາວິດ​ກໍ​ຮູ້​ເລີຍ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ຊີວິດ​ລາວ. (ເພງ. 18, ຂໍ້​ຄວາມ​ຫົວ​ບົດ) ຄົນ​ຍິ່ງ​ຈະ​ຄິດ​ວ່າ​ຄວາມ​ສຳເລັດ​ທຸກ​ຢ່າງ​ມາ​ຈາກ​ຕົວ​ເອງ ແຕ່​ດາວິດ​ເປັນ​ຄົນ​ຖ່ອມ​ຕົວ ລາວ​ຈຶ່ງ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ຊ່ວຍ​ລາວ​ມາ​ຕະຫຼອດ.—ເພງ. 138:6

19. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ດາວິດ?

19 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ແຕ່​ເຮົາ​ຕ້ອງ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ຕອນ​ໃດ​ແລະ​ໂດຍ​ວິທີ​ໃດ. ຖ້າ​ເຮົາ​ຖ່ອມ​ຕົວ​ແລະ​ຮູ້​ວ່າ​ຕົວ​ເອງ​ມີ​ຂີດ​ຈຳກັດ ເຮົາ​ກໍ​ຈະ​ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້ ແລະ​ທຸກ​ເທື່ອ​ທີ່​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ກໍ​ຈະ​ເຂັ້ມແຂງ​ຫຼາຍ​ຂຶ້ນ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ໄອແຊັກ​ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ເກາະ​ຟິຈິ​ເປັນ​ເວລາ​ຫຼາຍ​ປີ​ກໍ​ເຫັນ​ວ່າ​ນີ້​ເປັນ​ເລື່ອງ​ຈິງ. ລາວ​ບອກ​ວ່າ: “ເມື່ອ​ຄິດ​ຄືນ​ຫຼັງ ຂ້ອຍ​ກໍ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຂ້ອຍ​ແນວ​ໃດ​ແດ່​ຕັ້ງ​ແຕ່​ຕອນ​ທີ່​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ຈົນ​ມາ​ຮອດ​ຕອນ​ນີ້. ນັ້ນ​ເຮັດ​ໃຫ້​ພະ​ເຢໂຫວາ​ເປັນ​ຈິງ​ສຳລັບ​ຂ້ອຍ.”

20. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ສາຍ​ສຳພັນ​ທີ່​ດາວິດ​ມີ​ກັບ​ພະ​ເຢໂຫວາ?

20 ດາວິດ​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ. ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ສາມາດ​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະອົງ. (ຕົ້ນ. 1:26) ແຮ່ງ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ແຮ່ງ​ຈະ​ຮຽນ​ແບບ​ພະອົງ​ໄດ້​ຫຼາຍ​ຂຶ້ນ. ດາວິດ​ຮູ້ຈັກ​ຄຸນ​ລັກສະນະ​ຂອງ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຢ່າງ​ດີ ລາວ​ຈຶ່ງ​ຮຽນ​ແບບ​ພະອົງ​ເມື່ອ​ຕິດ​ຕໍ່​ພົວ​ພັນ​ກັບ​ຄົນ​ອື່ນ. ເຖິງ​ວ່າ​ດາວິດ​ໄດ້​ເຮັດ​ບາບ​ຕໍ່​ພະ​ເຢໂຫວາ​ຕອນ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ນາງ​ບາດເຊບາ ແລ້ວ​ຂ້າ​ຜົວ​ຂອງ​ລາວ ແຕ່​ພະ​ເຢໂຫວາ​ເລືອກ​ທີ່​ຈະ​ເມດຕາ​ດາວິດ. (2 ຊາມ. 11:1-4, 15) ນີ້​ກໍ​ເພາະ​ດາວິດ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ເຄີຍ​ເມດຕາ​ຄົນ​ອື່ນ. ຍ້ອນ​ດາວິດ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ລາວ​ຈຶ່ງ​ເປັນ​ກະສັດ​ອົງ​ໜຶ່ງ​ທີ່​ຊາດ​ອິດສະຣາເອນ​ຮັກ​ຫຼາຍ ແລະ​ພະ​ເຢໂຫວາ​ໄດ້​ຍົກ​ດາວິດ​ໃຫ້​ເປັນ​ຕົວຢ່າງ​ແກ່​ກະສັດ​ອິດສະຣາເອນ​ອົງ​ອື່ນໆ.—1 ກະ. 15:11; 2 ກະ. 14:1-3

21. ຕາມ​ເອເຟໂຊ 4:24 ແລະ 5:1 ເມື່ອ​ເຮົາ “ຮຽນ​ແບບ​ພະເຈົ້າ” ຜົນ​ຈະ​ເປັນ​ແນວ​ໃດ?

21 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຕ້ອງ “ຮຽນ​ແບບ​ພະເຈົ້າ.” ການ​ເຮັດ​ແບບ​ນີ້​ບໍ່​ພຽງ​ແຕ່​ເປັນ​ປະໂຫຍດ​ຕໍ່​ເຮົາ ແຕ່​ຍັງ​ຊ່ວຍ​ໃຫ້​ເຮົາ​ຮູ້ຈັກ​ພະເຈົ້າ​ຫຼາຍ​ຂຶ້ນ. ເມື່ອ​ເຮົາ​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະເຈົ້າ ເຮົາ​ກໍ​ກຳລັງ​ພິສູດ​ວ່າ​ເຮົາ​ເປັນ​ລູກ​ຂອງ​ພະອົງ.—ອ່ານ​ເອເຟ​ໂຊ 4:24; 5:1

ພະຍາຍາມ​ຮູ້ຈັກ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ

22-23. ຖ້າ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ຜົນ​ຈະ​ເປັນ​ແນວ​ໃດ?

22 ເຮົາ​ໄດ້​ເຫັນ​ແລ້ວ​ວ່າ ພະ​ເຢໂຫວາ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້ຈັກ​ພະອົງ​ໂດຍ​ທາງ​ສິ່ງ​ທີ່​ພະອົງ​ສ້າງ​ແລະ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ພະເຈົ້າ​ທີ່​ສັດ​ຊື່​ຫຼາຍ​ຄົນ​ທີ່​ເຮົາ​ສາມາດ​ຮຽນ​ແບບ​ໄດ້ ເຊັ່ນ: ໂມເຊ​ແລະ​ດາວິດ. ພະ​ເຢໂຫວາ​ເຮັດ​ສ່ວນ​ຂອງ​ພະອົງ​ແລ້ວ​ເພື່ອ​ໃຫ້​ເຮົາ​ຮູ້ຈັກ​ພະອົງ. ດັ່ງ​ນັ້ນ ມັນ​ກໍ​ຂຶ້ນ​ກັບ​ເຮົາ​ວ່າ​ຈະ​ເປີດ​ຫູ ເປີດ​ຕາ ແລະ​ເປີດ​ໃຈ​ເພື່ອ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ໃຫ້​ດີ​ທີ່​ສຸດ​ບໍ?

23 ເຮົາ​ຈະ​ບໍ່​ເຊົາ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ. (ຜູ້ປ. 3:11) ສິ່ງ​ທີ່​ສຳຄັນ​ບໍ່​ແມ່ນ​ວ່າ​ເຮົາ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ ແຕ່​ສິ່ງ​ສຳຄັນ​ຄື​ເຮົາ​ໄດ້​ເຮັດ​ຫຍັງ​ກັບ​ຄວາມ​ຮູ້​ນັ້ນ. ຖ້າ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ແລະ​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ ພະອົງ​ກໍ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ເຮົາ. (ຢກບ. 4:8) ພະອົງ​ຮັບຮອງ​ກັບ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ​ວ່າ ພະອົງ​ຈະ​ບໍ່​ມີ​ວັນ​ຖິ້ມ​ຄົນ​ທີ່​ພະຍາຍາມ​ຮູ້ຈັກ​ພະອົງ.

ເພງ 80 “ລອງ​ຊີມ​ແລ້ວ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ”

^ ຂໍ້ 5 ຫຼາຍ​ຄົນ​ເຊື່ອ​ວ່າ​ມີ​ພະເຈົ້າ ແຕ່​ພວກ​ເຂົາ​ບໍ່​ຮູ້ຈັກ​ພະເຈົ້າ​ແທ້ໆ. ການ​ຮູ້ຈັກ​ພະ​ເຢໂຫວາ​ໝາຍ​ເຖິງ​ຫຍັງ ແລະ​ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂມເຊ​ແລະ​ກະສັດ​ດາວິດ​ກ່ຽວ​ກັບ​ວິທີ​ທີ່​ຈະ​ມີ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພະ​ເຢໂຫວາ? ເຮົາຈະ​ຕອບ​ຄຳຖາມ​ເຫຼົ່າ​ນັ້ນ​ໃນ​ບົດຄວາມ​ນີ້.