ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຈື່​ໄດ້​ບໍ?

ເຈົ້າ​ຈື່​ໄດ້​ບໍ?

ເຈົ້າ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ຈາກ​ຫໍສັງເກດການ 2019 ໄດ້​ບໍ?

ຄຳ​ສັນຍາ​ຂອງ​ພະເຈົ້າ​ທີ່​ວ່າ: “ບໍ່​ມີ​ອາວຸດ​ໃດ​ທີ່​ສ້າງ​ຂຶ້ນ​ມາ​ຕໍ່​ສູ້​ເຈົ້າ​ຈະ​ທຳ​ຮ້າຍ​ເຈົ້າ​ໄດ້” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເອຊາ. 54:17, ລ.ມ.)

ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ປົກ​ປ້ອງ​ເຮົາ​ຈາກ “ລົມ​ແດງ​ພັດ​ຂອງ​ພວກ​ຜູ້​ຂົ່ມເຫງ.” (ເອຊາ 25:4, 5) ພວກ​ສັດຕູ​ຈະ​ບໍ່​ມີ​ທາງ​ເຮັດ​ໃຫ້​ເຮົາ​ເສຍຫາຍ​ຖາວອນ​ໄດ້.—ຫ​19.01 ໜ້າ 6-7.

ພະເຈົ້າ​ໄດ້​ເຮັດ​ແນວ​ໃດ​ກັບ​ຊາວ​ການາອານ​ແລະ​ຊາວ​ອິດສະລາແອນ​ທີ່​ບໍ່​ເຊື່ອ​ຟັງ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຍຸຕິທຳ?

ພະເຈົ້າ​ໄດ້​ຕັດສິນ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທີ່​ໜ້າ​ລັງກຽດ​ຫຼື​ເຮັດ​ບໍ່​ດີ​ຕໍ່​ຜູ້​ຍິງ​ແລະ​ເດັກ​ນ້ອຍ​ທີ່​ບໍ່​ມີ​ທາງ​ສູ້. ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຂົາ​ເຈົ້າ ຖ້າ​ເຂົາ​ເຈົ້າ​ພັກດີ​ຕໍ່​ພະອົງ​ແລະ​ປະຕິບັດ​ຕໍ່​ກັນ​ຢ່າງ​ຍຸຕິທຳ.—ຫ​19.02 ໜ້າ 22-23.

ເຮົາ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ເຮົາ​ຢູ່​ໃນ​ສະຖານະການ​ທີ່​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຕ່າງ​ຈາກ​ເຮົາ​ອະທິດຖານ?

ເຮົາ​ອາດ​ຈະ​ມິດ​ຢູ່​ແລະ​ສະແດງ​ຄວາມ​ນັບຖື. ເຮົາ​ຈະ​ບໍ່​ມີ​ສ່ວນ​ຮ່ວມ​ໂດຍ​ເວົ້າ “ອາແມນ” ແລະ​ເຮົາ​ຈະ​ບໍ່​ຈັບ​ມື​ກັບ​ຄົນ​ອື່ນ​ຕອນ​ອະທິດຖານ​ເພາະ​ນີ້​ສະແດງ​ວ່າ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ຄຳ​ອະທິດຖານ​ນັ້ນ. ເຮົາ​ອາດ​ເລືອກ​ອະທິດຖານ​ເອງ​ໃນ​ໃຈ.—ຫ​19.03 ໜ້າ 31.

ເປັນ​ຫຍັງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ຈຶ່ງ​ເປັນ​ຄວາມ​ຜິດ​ທີ່​ຮ້າຍແຮງ?

ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ການ​ເຮັດ​ຜິດ​ຕໍ່​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ ຕໍ່​ປະຊາຄົມ ຕໍ່​ກົດ​ໝາຍ​ບ້ານ​ເມືອງ ແລະ​ຕໍ່​ພະເຈົ້າ. ໃນ​ປະເທດ​ທີ່​ມີ​ກົດ​ໝາຍ​ກຳນົດ​ໄວ້​ວ່າ​ຕ້ອງ​ລາຍງານ​ເລື່ອງ​ນີ້ ຜູ້​ເຖົ້າ​ແກ່​ກໍ​ຕ້ອງ​ເຮັດ​ຕາມ​ຂໍ້​ກຳນົດ​ນັ້ນ.—ຫ​19.05 ໜ້າ 9-10.

ເຈົ້າ​ຈະ​ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

ວິທີ​ສຳຄັນ​ຄື: ອະທິດຖານ​ເຖິງ​ພະ​ເຢໂຫວາ ຄິດ​ຕຶກຕອງ​ກ່ຽວ​ກັບ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ທີ່​ເຮົາ​ຕ້ອງ​ປ່ຽນ ແລະ​ເລືອກ​ໝູ່​ທີ່​ດີ.—ຫ​19.06 ໜ້າ 11.

ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ກຽມ​ພ້ອມ​ຮັບ​ມື​ກັບ​ການ​ຂົ່ມເຫງ​ຕັ້ງ​ແຕ່​ຕອນ​ນີ້?

ເຮົາ​ຕ້ອງ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ. ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ຈະ​ບໍ່​ຖິ້ມ​ເຮົາ ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ອະທິດຖານ​ເປັນ​ປະຈຳ ໝັ້ນ​ໃຈ​ວ່າ​ຄຳ​ສັນຍາ​ຕ່າງໆກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເປັນ​ຈິງ ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ເປັນ​ປະຈຳ.—ຫ​19.07 ໜ້າ 2-4.

ມີ​ສິ່ງ​ໃດ​ແດ່​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ຈະ​ຊ່ວຍ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ?

ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຄວນ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພວກ​ເຂົາ ໃຫ້​ພວກ​ເຂົາ​ເຫັນ​ການ​ປະພຶດ​ທີ່​ດີ​ຂອງ​ເຈົ້າ ໃຫ້​ອົດ​ທົນ​ແລະ​ໃຫ້​ເຮັດ​ດີ​ຕໍ່​ພວກ​ເຂົາ​ແຕ່​ຕ້ອງ​ໜັກແໜ້ນ​ໃນ​ຄວາມ​ເຊື່ອ.—ຫ​19.08 ໜ້າ 15-17.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ສົດ​ຊື່ນ​ຄື​ກັບ​ທີ່​ພະ​ເຍຊູ​ສັນຍາ​ໃນ​ມັດທາຍ 11:28?

ເພາະ​ເຮົາ​ມີ​ຜູ້​ດູ​ແລ​ທີ່​ດີ​ທີ່​ສຸດ ໝູ່​ທີ່​ດີ​ທີ່​ສຸດ ແລະ​ວຽກ​ທີ່​ດີ​ທີ່​ສຸດ.—ຫ​19.09 ໜ້າ 23.

ພະເຈົ້າ​ຈະ​ໃຫ້​ເຮົາ​ມີ​ຄວາມ​ຕ້ອງການ​ແລະ​ກຳລັງ​ທີ່​ຈະ​ລົງ​ມື​ເຮັດ​ແນວ​ໃດ? (ຟລປ. 2:13)

ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ ພະເຈົ້າ​ກໍ​ຈະ​ໃຫ້​ເຮົາ​ມີ​ກຳລັງ​ໂດຍ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຕ້ອງການ​ແລະ​ກຳລັງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ. ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ຫຼາຍ​ຂຶ້ນ.—ຫ​19.10 ໜ້າ 21.

ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ດີ​ທີ່​ສຸດ?

ມີ 5 ຂັ້ນ​ຕອນ​ຄື: ຄົ້ນ​ຄວ້າ​ຢ່າງ​ລະອຽດ ອະທິດຖານ​ຂໍ​ສະຕິ​ປັນຍາ ຄິດ​ເຖິງ​ເຫດຜົນ​ຂອງ​ເຈົ້າ ຕັ້ງ​ເປົ້າ​ໝາຍ​ທີ່​ຊັດເຈນ ແລະ​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ.—ຫ​19.11 ໜ້າ 27-29.

ຄວາມ​ຄິດ​ເລື່ອງ​ວິນຍານ​ອະມະຕະ​ມາ​ຈາກ​ສິ່ງ​ທີ່​ຊາຕານ​ເວົ້າ​ກັບ​ເອວາ​ບໍ?

ບໍ່​ແມ່ນ. ຊາຕານ​ບອກ​ວ່າ​ເອວາ​ຈະ​ບໍ່​ຕາຍ ແຕ່​ເບິ່ງ​ຄື​ຕາຍ​ຊື່ໆບໍ່​ໄດ້​ຕາຍ​ແທ້. ຄຳ​ສອນ​ຂອງ​ສາສະໜາ​ປອມ​ຕ່າງໆຄົງ​ຈະ​ຖືກ​ກວາດ​ລ້າງ​ໝົດ​ຕອນ​ນ້ຳ​ຖ້ວມ​ໂລກ. ເບິ່ງ​ຄື​ວ່າ​ຄວາມ​ເຊື່ອ​ເລື່ອງ​ວິນຍານ​ອະມະຕະ​ໜ້າ​ຈະ​ເກີດ​ຂຶ້ນ​ກ່ອນ​ທີ່​ພະເຈົ້າ​ຈະ​ເຮັດ​ໃຫ້​ຜູ້​ຄົນ​ກະຈັດກະຈາຍ​ໄປ​ຕອນ​ທີ່​ກຳລັງ​ສ້າງ​ຫໍ​ບາເບນ.—ຫ​19.12 ໜ້າ 15.