ຫໍສັງເກດການສະບັບສຶກສາ ພະຈິກ 2019

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 30 ທັນວາ 2019–2 ກຸມພາ 2020.

ໃຫ້​ສະໜິດ​ກັນ​ຫຼາຍ​ຂຶ້ນ​ກ່ອນ​ທີ່​ຈຸດ​ຈົບ​ຈະ​ມາ​ເຖິງ

ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ເຢເຣມີ​ທີ່​ມີ​ໝູ່​ທີ່​ດີ​ຊ່ວຍ​ລາວ​ໃຫ້​ລອດ​ຊີວິດ​ໃນ​ໄລຍະ​ກ່ອນ​ການ​ທຳລາຍ​ເມືອງ​ເຢຣຶຊາເລມ.

ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ແນວ​ໃດ?

ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ ແຕ່​ເຮົາ​ຕ້ອງ​ເຮັດ 4 ຢ່າງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ.

ເຈົ້າ​ໄດ້​ເບິ່ງ​ແຍງ​ຮັກສາ ‘ຄວາມ​ເຊື່ອ​ທີ່​ເປັນ​ໂລ້​ໃຫຍ່’ ຂອງ​ເຈົ້າ​ຢູ່​ບໍ?

ຄວາມ​ເຊື່ອ​ຂອງ​ເຮົາ​ເປັນ​ຄື​ໂລ້​ທີ່​ປ້ອງກັນ​ເຮົາ. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ແນ່​ໃຈ​ວ່າ​ຄວາມ​ເຊື່ອ​ທີ່​ເປັນ​ໂລ້​ໃຫຍ່​ຂອງ​ເຮົາ​ຍັງ​ຢູ່​ໃນ​ສະພາບ​ດີ?

ບົດຮຽນ​ທີ່​ເຮົາ​ໄດ້​ຈາກ​ພະທຳ​ພວກເລວີ

ພະທຳ​ພວກເລວີ​ມີ​ກົດ​ໝາຍ​ຕ່າງໆ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ຊາດ​ອິດສະລາແອນ​ບູຮານ. ເນື່ອງ​ຈາກ​ເຮົາ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ນັ້ນ ແຕ່​ກົດ​ໝາຍ​ນັ້ນ​ຍັງ​ເປັນ​ປະໂຫຍດ​ຕໍ່​ເຮົາ​ໃນ​ທຸກ​ມື້​ນີ້.

“ຂໍ​ໃຫ້​ຈັດການ​ສິ່ງ​ທີ່​ພວກ​ເຈົ້າ​ເລີ່ມ​ໄວ້​ໃຫ້​ສຳເລັດ”

ເຖິງ​ວ່າ​ເຮົາ​ຈະ​ຕັດສິນ​ໃຈ​ດີ​ແລ້ວ ແຕ່​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້. ລອງ​ເບິ່ງ​ຄຳ​ແນະນຳ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໃຫ້​ສຳເລັດ.

ເຈົ້າ​ຮູ້​ບໍ?

ພໍ່​ບ້ານ​ໃນ​ສະໄໝ​ຄຳພີ​ໄບເບິນ​ມີ​ໜ້າ​ທີ່​ຫຍັງ?