ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 48

“ຂໍ​ໃຫ້​ຈັດການ​ສິ່ງ​ທີ່​ພວກ​ເຈົ້າ​ເລີ່ມ​ໄວ້​ໃຫ້​ສຳເລັດ”

“ຂໍ​ໃຫ້​ຈັດການ​ສິ່ງ​ທີ່​ພວກ​ເຈົ້າ​ເລີ່ມ​ໄວ້​ໃຫ້​ສຳເລັດ”

“ຂໍ​ໃຫ້​ຈັດການ​ສິ່ງ​ທີ່​ພວກ​ເຈົ້າ​ເລີ່ມ​ໄວ້​ໃຫ້​ສຳເລັດ.”—2 ໂກ. 8:11, ລ.ມ.

ເພງ 35 “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ”

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ຍອມ​ໃຫ້​ເຮົາ​ເຮັດ​ຫຍັງ?

ພະ​ເຢໂຫວາ​ຍອມ​ໃຫ້​ເຮົາ​ເລືອກ​ໄດ້​ວ່າ​ຈະ​ໃຊ້​ຊີວິດ​ແບບ​ໃດ. ພະອົງ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ເລືອກ​ຢ່າງ​ດີ ແລະ​ພະອົງ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ປະສົບ​ຜົນ​ສຳເລັດ​ຖ້າ​ເຮົາ​ຕັດສິນ​ໃຈ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ. (ເພງ. 119:173) ດັ່ງ​ນັ້ນ ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ສະຫຼາດ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ຕັດສິນ​ໃຈ​ໄດ້​ດີ​ຂຶ້ນ.—ເຫບ. 5:14

2. ຫຼັງ​ຈາກ​ທີ່​ເຮົາ​ຕັດສິນ​ໃຈ​ແລ້ວ ເຮົາ​ອາດ​ເຈິ​ບັນຫາ​ຫຍັງ?

2 ເຖິງ​ວ່າ​ເຮົາ​ຈະ​ຕັດສິນ​ໃຈ​ດີ​ແລ້ວ ແຕ່​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້. ຕົວຢ່າງ: ພີ່​ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຕັດສິນ​ໃຈ​ຈະ​ອ່ານ​ຄຳພີ​ໄບເບິນ​ໃຫ້​ຈົບ​ໝົດ​ເຫຼັ້ມ ແຕ່​ເມື່ອ​ອ່ານ​ໄດ້​ບໍ່​ເທົ່າ​ໃດ​ອາທິດ​ລາວ​ກໍ​ເຊົາ​ອ່ານ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຕັດສິນ​ໃຈ​ທີ່​ຈະ​ເປັນ​ໄພໂອເນຍ​ປະຈຳ ແຕ່​ລາວ​ກໍ​ເລື່ອນ​ຕະຫຼອດ​ບໍ່​ໄດ້​ເລີ່ມ​ຈັກ​ເທື່ອ. ຄະນະ​ຜູ້​ດູ​ແລ​ຕັດສິນ​ໃຈ​ວ່າ​ຈະ​ບຳລຸງ​ລ້ຽງ​ພີ່​ນ້ອງ​ໃຫ້​ຫຼາຍ​ຂຶ້ນ ແຕ່​ຜ່ານ​ໄປ​ຫຼາຍ​ເດືອນ​ແລ້ວ​ກໍ​ຍັງ​ບໍ່​ໄດ້​ເຮັດ​ຈັກ​ເທື່ອ. ສະຖານະການ​ເຫຼົ່າ​ນີ້​ອາດ​ແຕກຕ່າງ​ກັນ ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ຄື​ກັນ​ກໍ​ຄື​ພວກ​ເຂົາ​ໄດ້​ຕັດສິນ​ໃຈ​ແລ້ວ ແຕ່​ຍັງ​ບໍ່​ໄດ້​ເຮັດ​ໃຫ້​ສຳເລັດ. ຄລິດສະຕຽນ​ສະຕະວັດ​ທຳອິດ​ໃນ​ເມືອງ​ໂກລິນໂທ​ກໍ​ເຈິ​ບັນຫາ​ທີ່​ຄ້າຍ​ຄື​ກັນ. ໃຫ້​ເຮົາ​ມາ​ພິຈາລະນາ​ວ່າ ເຮົາ​ສາມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພວກ​ເຂົາ.

3. ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ໄດ້​ຕັດສິນ​ໃຈ​ເຮັດ​ຫຍັງ ແຕ່​ເກີດ​ຫຍັງ​ຂຶ້ນ?

3 ປະມານ​ປີ ຄ.ສ 55 ຄລິດສະຕຽນ​ໃນ​ເມືອງ​ໂກລິນໂທ​ໄດ້​ຕັດສິນ​ໃຈ​ໃນ​ເລື່ອງ​ໜຶ່ງ​ທີ່​ສຳຄັນ. ພວກ​ເຂົາ​ຮູ້​ວ່າ​ພີ່​ນ້ອງ​ໃນ​ເມືອງ​ເຢຣຶຊາເລມ​ແລະ​ຢູເດ​ທຸກ​ຍາກ​ແລະ​ລຳບາກ​ຫຼາຍ ແລະ​ຫຼາຍ​ປະຊາຄົມ​ໄດ້​ພາ​ກັນ​ລວບລວມ​ເງິນ​ບໍລິຈາກ​ເພື່ອ​ຊ່ວຍ​ພີ່​ນ້ອງ​ຢູ່​ຫັ້ນ. ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ໃຈ​ດີ​ແລະ​ມີ​ຄວາມ​ເອື້ອເຟື້ອ​ເພື່ອ​ແຜ່​ຫຼາຍ ພວກ​ເຂົາ​ຈຶ່ງ​ຕັດສິນ​ໃຈ​ທີ່​ຈະ​ຊ່ວຍ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ຄື​ກັນ​ແລະ​ໄດ້​ຖາມ​ອັກຄະສາວົກ​ໂປໂລ​ວ່າ ພວກ​ເຂົາ​ສາມາດ​ຊ່ວຍ​ຫຍັງ​ໄດ້​ແດ່. ໂປໂລ​ສົ່ງ​ຄຳ​ແນະນຳ​ໄປ​ຫາ​ພວກ​ເຂົາ​ແລະ​ແຕ່ງ​ຕັ້ງ​ຕິໂຕ​ໃຫ້​ຊ່ວຍ​ເກັບ​ກຳ​ເງິນ​ບໍລິຈາກ. (1 ໂກ. 16:1; 2 ໂກ. 8:6) ສອງ​ສາມ​ເດືອນ​ຜ່ານ​ໄປ ໂປໂລ​ກໍ​ຮູ້​ວ່າ​ພີ່​ນ້ອງ​ໃນ​ປະຊາຄົມ​ໂກລິນໂທ​ບໍ່​ໄດ້​ເຮັດ​ຕາມ​ທີ່​ບອກ​ໄວ້. ຜົນ​ກໍ​ຄື ພວກ​ເຂົາ​ລວບລວມ​ເງິນ​ບໍລິຈາກ​ບໍ່​ທັນ​ທີ່​ຈະ​ສົ່ງ​ໄປ​ເມືອງ​ເຢຣຶຊາເລມ​ພ້ອມ​ກັບ​ປະຊາຄົມ​ອື່ນໆ.—2 ໂກ. 9:4, 5

4. ຕາມ 2 ໂກລິນໂທ 8:7, 10, 11 ໂປໂລ​ສະໜັບສະໜູນ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ໃຫ້​ເຮັດ​ຫຍັງ?

4 ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ຕັດສິນ​ໃຈ​ໄດ້​ດີ ແລະ​ໂປໂລ​ກໍ​ຊົມ​ເຊີຍ​ພວກ​ເຂົາ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ຢາກ​ສະແດງ​ຄວາມ​ເອື້ອເຟື້ອ. ແຕ່​ໂປໂລ​ຍັງ​ຕ້ອງ​ສະໜັບສະໜູນ​ພວກ​ເຂົາ​ໃຫ້​ເຮັດ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໃຫ້​ສຳເລັດ​ຄື​ກັນ. (ອ່ານ 2 ໂກລິນໂທ 8:7, 10, 11) ປະສົບການ​ຂອງ​ພວກ​ເຂົາ​ສອນ​ເຮົາ​ໃຫ້​ຮູ້​ວ່າ ແມ່ນ​ແຕ່​ຄລິດສະຕຽນ​ທີ່​ສັດ​ຊື່​ກໍ​ຍັງ​ເຫັນ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໃຫ້​ສຳເລັດ.

5. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

5 ຄື​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ໂກລິນໂທ ເຮົາ​ອາດ​ພົບ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຕັດສິນ​ໃຈ​ໄວ້​ແລ້ວ​ໃຫ້​ສຳເລັດ. ຍ້ອນ​ຫຍັງ? ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ເຮົາ​ອາດ​ເລື່ອນ​ມື້​ເລື່ອນ​ຍາມ​ຕະຫຼອດ. ຫຼື​ອາດ​ມີ​ເຫດການ​ທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ​ເຊິ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້. (ຜູ້ປ. 9:11; ໂລມ 7:18) ດັ່ງ​ນັ້ນ ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ເຮັດ​ກ່ອນ​ຕັດສິນ​ໃຈ​ຫຼື​ເພື່ອ​ປ່ຽນ​ການ​ຕັດສິນ​ໃຈ​ຂອງ​ເຮົາ? ແລະ​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ຕັດສິນ​ໃຈ​ໄວ້​ຕັ້ງ​ແຕ່​ທຳອິດ​ໃຫ້​ສຳເລັດ​ໄດ້​ແນວ​ໃດ?

ວິທີ​ທີ່​ຊ່ວຍ​ໃຫ້​ຕັດສິນ​ໃຈ​ໄດ້​ຢ່າງ​ຖືກຕ້ອງ

6. ຕອນ​ໃດ​ທີ່​ເຮົາ​ອາດ​ຈະ​ຕ້ອງ​ຕັດສິນ​ໃຈ​ໃໝ່?

6 ເຮົາ​ຈະ​ບໍ່​ປ່ຽນ​ການ​ຕັດສິນ​ໃຈ​ທີ່​ສຳຄັນ​ບາງ​ເລື່ອງ ເຊັ່ນ: ເຮົາ​ຕັດສິນ​ໃຈ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຕັ້ງ​ໃຈ​ທີ່​ຈະ​ສັດ​ຊື່​ຕໍ່​ຄູ່​ແຕ່ງ​ດອງ​ຂອງ​ເຮົາ. (ມັດ. 16:24; 19:6) ແຕ່​ກໍ​ມີ​ບາງ​ເລື່ອງ​ທີ່​ເຮົາ​ອາດ​ຈະ​ຕ້ອງ​ຕັດສິນ​ໃຈ​ໃໝ່. ຍ້ອນ​ຫຍັງ? ຍ້ອນ​ວ່າ​ສະພາບການ​ປ່ຽນ​ໄປ. ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ດີ​ທີ່​ສຸດ?

7. ເຮົາ​ຄວນ​ອະທິດຖານ​ຂໍ​ຫຍັງ ແລະ​ຍ້ອນ​ຫຍັງ?

7 ອະທິດຖານ​ຂໍ​ສະຕິ​ປັນຍາ. ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ຢາໂກໂບ​ຂຽນ​ວ່າ: “ຖ້າ​ໃຜ​ໃນ​ພວກ​ເຈົ້າ​ຂາດ​ສະຕິ​ປັນຍາ ໃຫ້​ພະຍາຍາມ​ຂໍ​ຈາກ​ພະເຈົ້າ​ຕໍ່ໆໄປ . . . ເພາະ​ພະເຈົ້າ​ເຕັມ​ໃຈ​ໃຫ້​ທຸກ​ຄົນ​ຢ່າງ​ໃຈ​ກວ້າງ.” (ຢໂກ. 1:5, ລ.ມ.) ໃນ​ບາງ​ເລື່ອງ​ເຮົາ​ຕ້ອງ​ຍອມ​ຮັບ​ວ່າ ເຮົາ “ຂາດ​ສະຕິ​ປັນຍາ.” ດັ່ງ​ນັ້ນ ເຮົາ​ຕ້ອງ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຮົາ​ທັງ​ຕອນ​ທີ່​ຕັດສິນ​ໃຈ ແລະ​ຕອນ​ທີ່​ຕ້ອງ​ປ່ຽນ​ການ​ຕັດສິນ​ໃຈ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ.

8. ເຮົາ​ຄວນ​ຄົ້ນ​ຄວ້າ​ແນວ​ໃດ​ກ່ອນ​ທີ່​ຈະ​ຕັດສິນ​ໃຈ?

8 ຄົ້ນ​ຄວ້າ​ຢ່າງ​ລະອຽດ. ໃຫ້​ເຮົາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ ອ່ານ​ປຶ້ມ​ຕ່າງໆທີ່​ມາ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ ແລະ​ລົມ​ກັບ​ຄົນ​ທີ່​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ເຈົ້າ​ໄດ້. (ສຸພາ. 20:18) ທັງ​ໝົດ​ນີ້​ເປັນ​ສິ່ງ​ສຳຄັນ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ອນ​ຕັດສິນ​ໃຈ​ທີ່​ຈະ​ປ່ຽນ​ວຽກ ຍ້າຍ​ເຮືອນ​ຫຼື​ເລືອກ​ວ່າ​ຈະ​ຮຽນ​ຫຍັງ​ເພື່ອ​ຈະ​ມີ​ເງິນ​ລ້ຽງ​ດູ​ຕົວ​ເອງ​ແລະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຕໍ່ໆໄປ.

9. ຖ້າ​ເຮົາ​ສັດ​ຊື່​ຕໍ່​ຕົວ​ເອງ​ຈະ​ເປັນ​ປະໂຫຍດ​ແນວ​ໃດ?

9 ຄິດ​ເຖິງ​ເຫດຜົນ​ຂອງ​ເຈົ້າ. ພະ​ເຢໂຫວາ​ສົນ​ໃຈ​ເຫດຜົນ​ທີ່​ເຮົາ​ເຮັດ​ສິ່ງ​ຕ່າງໆ. (ສຸພາ. 16:2) ພະອົງ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ສັດ​ຊື່​ໃນ​ທຸກ​ເລື່ອງ. ດັ່ງ​ນັ້ນ ເຮົາ​ຕ້ອງ​ສັດ​ຊື່​ຕໍ່​ຕົວ​ເອງ​ແລະ​ຕໍ່​ຄົນ​ອື່ນ​ກ່ຽວ​ກັບ​ເຫດຜົນ​ທີ່​ເຮົາ​ຕັດສິນ​ໃຈ. ຖ້າ​ເຮົາ​ບໍ່​ສັດ​ຊື່​ແທ້ໆ ມັນ​ກໍ​ຍາກ​ທີ່​ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໃຫ້​ສຳເລັດ. ຕົວຢ່າງ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ອາດ​ຕັດສິນ​ໃຈ​ເປັນ​ໄພໂອເນຍ​ປະຈຳ. ແຕ່​ຫຼັງ​ຈາກ​ນັ້ນ ລາວ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ເວລາ​ໃຫ້​ໄດ້​ຄົບ​ຊົ່ວ​ໂມງ ແລະ​ຮູ້ສຶກ​ບໍ່​ມີ​ຄວາມ​ສຸກ​ກັບ​ວຽກ​ຮັບໃຊ້. ລາວ​ອາດ​ຄິດ​ວ່າ​ເຫດຜົນ​ທີ່​ລາວ​ເປັນ​ໄພໂອເນຍ​ກໍ​ຍ້ອນ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ແຕ່​ອາດ​ເປັນ​ໄປ​ໄດ້​ບໍ​ທີ່​ແທ້​ຈິງ​ແລ້ວ​ເຫດຜົນ​ທີ່​ລາວ​ເຮັດ​ກໍ​ເພື່ອ​ຢາກ​ໃຫ້​ພໍ່​ແມ່​ຫຼື​ຄົນ​ອື່ນ​ພໍ​ໃຈ?

10. ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ເພື່ອ​ຈະ​ປ່ຽນ​ແປງ​ຕົວ​ເອງ?

10 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ທີ່​ຕັດສິນ​ໃຈ​ເຊົາ​ສູບ​ຢາ. ທຳອິດ ລາວ​ກໍ​ບໍ່​ສູບ​ຢາ​ປະມານ​ໜຶ່ງ​ຫຼື​ສອງ​ອາທິດ ແຕ່​ຫຼັງ​ຈາກ​ນັ້ນ​ລາວ​ກໍ​ກັບ​ໄປ​ສູບ​ຢາ​ອີກ. ແຕ່​ໃນ​ທີ່​ສຸດ ລາວ​ກໍ​ເຊົາ​ສູບ​ຢາ​ໄດ້! ສິ່ງ​ທີ່​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ນິດໄສ​ທີ່​ບໍ່​ດີ​ໄດ້​ກໍ​ຄື ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.—ໂກໂລ. 1:10; 3:23

11. ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ເປົ້າ​ໝາຍ​ຊັດເຈນ?

11 ຕັ້ງ​ເປົ້າ​ໝາຍ​ທີ່​ຊັດເຈນ. ຖ້າ​ເປົ້າ​ໝາຍ​ຂອງ​ເຈົ້າ​ຊັດເຈນ ເຈົ້າ​ກໍ​ແຮ່ງ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໃຫ້​ສຳເລັດ​ໄດ້​ງ່າຍ​ຂຶ້ນ. ຕົວຢ່າງ: ເຈົ້າ​ອາດ​ຕັດສິນ​ໃຈ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ແຕ່​ຖ້າ​ເຈົ້າ​ບໍ່​ມີ​ຕາ​ຕະລາງ​ທີ່​ຊັດເຈນ ເຈົ້າ​ກໍ​ອາດ​ຈະ​ເຮັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້​ບໍ່​ໄດ້. * ຫຼື​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ອາດ​ຕັດສິນ​ໃຈ​ທີ່​ຈະ​ບຳລຸງ​ລ້ຽງ​ພີ່​ນ້ອງ​ໃຫ້​ຫຼາຍ​ຂຶ້ນ ແຕ່​ເມື່ອ​ເວລາ​ຜ່ານ​ໄປ​ພວກ​ເຂົາ​ກໍ​ບໍ່​ໄດ້​ເຮັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້. ດັ່ງ​ນັ້ນ ເພື່ອ​ຈະ​ເຮັດ​ໃຫ້​ສຳເລັດ ພວກ​ເຂົາ​ອາດ​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ເຫຼົ່າ​ນີ້ ເຊັ່ນ: “ເຮົາ​ໄດ້​ກຳນົດ​ແລ້ວ​ບໍ​ວ່າ​ຈະ​ໄປ​ບຳລຸງ​ລ້ຽງ​ພີ່​ນ້ອງ​ໃດ​ແດ່? ເຮົາ​ໄດ້​ກຳນົດ​ເວລາ​ທີ່​ແນ່ນອນ​ແລ້ວ​ບໍ​ວ່າ​ຈະ​ໄປ​ຢາມ​ພວກ​ເຂົາ​ຕອນ​ໃດ?”

12. ເຮົາ​ອາດ​ຈຳເປັນ​ຕ້ອງ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

12 ເບິ່ງ​ຕາມ​ຄວາມ​ເປັນ​ຈິງ. ບໍ່​ມີ​ໃຜ​ທີ່​ຈະ​ມີ​ເວລາ ຊັບ​ສິນ​ເງິນ​ຄຳ​ຫຼື​ກຳລັງ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢາກ​ເຮັດ​ໄດ້. ດັ່ງ​ນັ້ນ ເຮົາ​ຕ້ອງ​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ​ແລະ​ມີ​ເຫດຜົນ. ຖ້າ​ຈຳເປັນ ເຈົ້າ​ອາດ​ຕ້ອງ​ຕັດສິນ​ໃຈ​ໃໝ່​ເມື່ອ​ເຈົ້າ​ຮູ້​ວ່າ​ເຈົ້າ​ບໍ່​ສາມາດ​ເຮັດ​ໄດ້. (ຜູ້ປ. 3:6) ສົມມຸດ​ວ່າ ເຈົ້າ​ທວນ​ຄືນ​ການ​ຕັດສິນ​ໃຈ​ແລ້ວ ໄດ້​ປັບ​ປ່ຽນ​ຕາມ​ທີ່​ຈຳເປັນ​ແລ້ວ ແລະ​ກໍ​ຮູ້ສຶກ​ວ່າ​ເຈົ້າ​ສາມາດ​ເຮັດ​ຕາມ​ທີ່​ຕັ້ງ​ໃຈ​ໄດ້. ຕອນ​ນີ້​ໃຫ້​ເຈົ້າ​ມາ​ເບິ່ງ 5 ຂັ້ນ​ຕອນ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ຕັດສິນ​ໃຈ​ໄວ້​ແລ້ວ​ໃຫ້​ສຳເລັດ.

ຂັ້ນ​ຕອນ​ທີ່​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ຕັດສິນ​ໃຈ​ໄວ້​ໄດ້​ສຳເລັດ

13. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ກຳລັງ​ທີ່​ຈຳເປັນ​ທີ່​ຈະ​ເຮັດ​ສິ່ງ​ທີ່​ເຈົ້າ​ໄດ້​ຕັດສິນ​ໃຈ?

13 ອະທິດຖານ​ຂໍ​ກຳລັງ​ໃຫ້​ລົງ​ມື​ເຮັດ. ພະເຈົ້າ​ສາມາດ​ໃຫ້​ເຈົ້າ​ມີ “ກຳລັງ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ” ແລະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຕັດສິນ​ໃຈ​ໄດ້​ສຳເລັດ. (ຟີລິບ 2:13, ລ.ມ.) ໃຫ້​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ໃຫ້​ເຈົ້າ​ມີ​ກຳລັງ​ທີ່​ຈຳເປັນ​ຕ້ອງ​ມີ. ເຖິງ​ເບິ່ງ​ຄື​ວ່າ​ຄຳ​ອະທິດຖານ​ຂອງ​ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ຄຳຕອບ​ກໍ​ຂໍ​ໃຫ້​ເຈົ້າ​ອະທິດຖານ​ຕໍ່ໆໄປ. ຄື​ກັບ​ທີ່​ພະ​ເຍຊູ​ບອກ​ວ່າ: “ໃຫ້​ຂໍ​ຕໍ່​ໄປ​ເລື້ອຍໆແລ້ວ​ຈະ​ໄດ້​ຮັບ [ພະລັງ​ບໍລິສຸດ].”—ລືກາ 11:9, 13, ລ.ມ.

14. ຫຼັກ​ການ​ໃນ​ສຸພາສິດ 21:5 ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ເຮັດ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໃຫ້​ສຳເລັດ?

14 ວາງ​ແຜນ. (ອ່ານ​ສຸພາສິດ 21:5) ເພື່ອ​ຈະ​ເຮັດ​ວຽກ​ໃຫ້​ສຳເລັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້ ເຈົ້າ​ຕ້ອງ​ວາງ​ແຜນ​ແລະ​ເຮັດ​ຕາມ​ແຜນທີ່​ວາງ​ໄວ້. ຄ້າຍ​ຄື​ກັນ ເມື່ອ​ເຈົ້າ​ໄດ້​ຕັດສິນ​ໃຈ​ແລ້ວ ກໍ​ໃຫ້​ຂຽນ​ອອກ​ມາ​ວ່າ​ຈະ​ເຮັດ​ຫຍັງ​ແດ່. ໃຫ້​ແບ່ງ​ວຽກ​ໃຫຍ່ໆອອກ​ເປັນ​ວຽກ​ຍ່ອຍ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ຄວາມ​ກ້າວ​ໜ້າ​ໄດ້​ງ່າຍ​ຂຶ້ນ. ໂປໂລ​ສະໜັບສະໜູນ​ຄລິດສະຕຽນ​ເມືອງ​ໂກລິນໂທ​ໃຫ້​ແບ່ງ​ເງິນ​ເພື່ອ​ຈະ​ບໍລິຈາກ​ໄວ້ “ໃນ​ມື້​ທຳອິດ​ຂອງ​ທຸກ​ອາທິດ” ແທນ​ທີ່​ຈະ​ລໍ​ຖ້າ​ເກັບ​ເງິນ​ບາດ​ດຽວ​ຕອນ​ທີ່​ໂປໂລ​ມາ​ຮອດ. (1 ໂກ. 16:2, ລ.ມ.) ການ​ແບ່ງ​ວຽກ​ໃຫຍ່​ອອກ​ມາ​ເປັນ​ວຽກ​ຍ່ອຍ​ຍັງ​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ຮູ້ສຶກ​ວ່າ​ມັນ​ໜັກ​ເກີນ​ໄປ.

15. ຫຼັງ​ຈາກ​ວາງ​ແຜນ​ແລ້ວ ເຮົາ​ຄວນ​ເຮັດ​ຫຍັງ?

15 ເມື່ອ​ເຈົ້າ​ວາງ​ແຜນ​ຢ່າງ​ຊັດເຈນ​ແລະ​ຂຽນ​ອອກ​ມາ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລົງ​ມື​ເຮັດ​ໄດ້​ງ່າຍ​ຂຶ້ນ. (1 ໂກ. 14:40) ຕົວຢ່າງ: ຄະນະ​ຜູ້​ດູ​ແລ​ອາດ​ມອບ​ໝາຍ​ໃຫ້​ຜູ້​ດູ​ແລ​ຄົນ​ໜຶ່ງ​ຈົດ​ບັນທຶກ​ເລື່ອງ​ທີ່​ຄະນະ​ຜູ້​ດູ​ແລ​ຕັດສິນ​ໃຈ​ເຊັ່ນ ໃຜ​ແດ່​ທີ່​ຖືກ​ມອບ​ໝາຍ​ໃຫ້​ເຮັດ​ແລະ​ຈະ​ເຮັດ​ໃຫ້​ແລ້ວ​ມື້​ໃດ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ຜູ້​ດູ​ແລ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ຕັດສິນ​ໃຈ​ໄວ້​ໄດ້​ງ່າຍ​ຂຶ້ນ. (1 ໂກ. 9:26) ໃນ​ຊີວິດ​ປະຈຳ​ວັນ ເຈົ້າ​ກໍ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ. ຕົວຢ່າງ: ເຈົ້າ​ອາດ​ຂຽນ​ລາຍການ​ອອກ​ມາ​ວ່າ​ຈະ​ເຮັດ​ຫຍັງ​ແດ່​ໃນ​ແຕ່​ລະ​ມື້ ແລະ​ຈັດ​ລຳດັບ​ວ່າ​ຈະ​ເຮັດ​ຫຍັງ​ກ່ອນ. ການ​ເຮັດ​ແບບ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໄດ້​ສຳເລັດ ແຕ່​ຍັງ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ແລ້ວ​ໄວ​ກວ່າ​ທີ່​ກຳນົດ​ອີກ.

16. ອັນ​ໃດ​ຄື​ສິ່ງ​ຈຳເປັນ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຕັດສິນ​ໃຈ​ໄວ້​ໃຫ້​ສຳເລັດ ແລະ​ໂລມ 12:11 ສະໜັບສະໜູນ​ເລື່ອງ​ນີ້​ແນວ​ໃດ?

16 ອອກ​ຄວາມ​ພະຍາຍາມ. ຕ້ອງ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ເຮັດ​ຕາມ​ແຜນ​ແລະ​ເຮັດ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໃຫ້​ສຳເລັດ. (ອ່ານ​ໂລມ 12:11) ໂປໂລ​ບອກ​ຕີໂມເຕ​ໃຫ້ “ໃສ່​ໃຈ” ຕົວ​ເອງ​ແລະ “ມຸ່ງ​ໝັ້ນ” ທີ່​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ. ຄຳ​ແນະນຳ​ນີ້​ຂອງ​ໂປໂລ​ຍັງ​ໃຊ້​ໄດ້​ກັບ​ເປົ້າ​ໝາຍ​ອື່ນໆຂອງ​ຄລິດສະຕຽນ.—1 ຕີໂມ. 4:13, 16, ລ.ມ.

17. ເອເຟດ 5:15, 16 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຮັດ​ຕາມ​ແຜນທີ່​ວາງ​ໄວ້?

17 ຈັດ​ເວລາ​ດີໆ. (ອ່ານ​ເອເຟດ 5:15, 16) ກຳນົດ​ເວລາ​ແລະ​ຢ່າ​ປ່ຽນ. ຢ່າ​ມີ​ແຕ່​ຖ້າ​ເວລາ​ທີ່​ເໝາະ​ສົມ​ແລ້ວ​ຈຶ່ງ​ເຮັດ ເພາະ​ເຈົ້າ​ອາດ​ຈະ​ບໍ່​ມີ​ເວລາ​ນັ້ນ​ເລີຍ. (ຜູ້ປ. 11:4) ລະວັງ​ທີ່​ຈະ​ບໍ່​ໃຫ້​ສິ່ງ​ທີ່​ບໍ່​ສຳຄັນ​ມາ​ຍາດ​ເວລາ​ແລະ​ກຳລັງ​ຂອງ​ເຮົາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ສຳຄັນ​ກວ່າ. (ຟີລິບ 1:10) ຖ້າ​ເປັນ​ໄປ​ໄດ້ ໃຫ້​ເລືອກ​ເວລາ​ຕອນ​ທີ່​ຄົນ​ອື່ນ​ຈະ​ບໍ່​ມາ​ລົບກວນ​ເຈົ້າ. ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເຈົ້າ​ຕ້ອງການ​ສະມາທິ. ນອກ​ຈາກ​ນັ້ນ ໃຫ້​ປິດ​ໂທລະສັບ​ແລະ​ກວດ​ເບິ່ງ​ອີເມວ​ຫຼື​ສື່​ສັງຄົມ​ອອນລາຍ​ຕາມ​ຫຼັງ. *

18-19. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຕັດສິນ​ໃຈ​ໄວ້​ໄດ້​ສຳເລັດ​ເຖິງ​ວ່າ​ຈະ​ບໍ່​ງ່າຍ?

18 ຄິດ​ເຖິງ​ຜົນ​ທີ່​ຈະ​ໄດ້​ຮັບ. ຄື​ກັບ​ການ​ເດີນ​ທາງ. ຖ້າ​ເຈົ້າ​ຢາກ​ໄປ​ໃຫ້​ເຖິງ​ຈຸດ​ໝາຍ​ແທ້ໆ ເຈົ້າ​ຕ້ອງ​ເດີນ​ທາງ​ຕໍ່ໆໄປ​ເຖິງ​ວ່າ​ຈະ​ຕ້ອງ​ປ່ຽນ​ເສັ້ນ​ທາງ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ຄິດ​ເຖິງ​ຜົນ​ທີ່​ຈະ​ໄດ້​ຮັບ ເຮົາ​ຕ້ອງ​ບໍ່​ຍອມ​ແພ້​ງ່າຍໆເຖິງ​ວ່າ​ເຮົາ​ຈະ​ເຮັດ​ບໍ່​ສຳເລັດ​ຫຼື​ອອກ​ນອກ​ເສັ້ນ​ທາງ.—ຄລາ. 6:9

19 ການ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ​ແລະ​ເຮັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້​ອາດ​ເປັນ​ເລື່ອງ​ຍາກ. ແຕ່​ພະ​ເຢໂຫວາ​ຈະ​ໃຫ້​ສະຕິ​ປັນຍາ​ແລະ​ກຳລັງ​ກັບ​ເຮົາ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຕັ້ງ​ໃຈ​ໄວ້​ໄດ້​ສຳເລັດ.

ເພງ 65 ກ້າວ​ໜ້າ​ຕໍ່ໆໄປ!

^ ຂໍ້ 5 ເຈົ້າ​ເຄີຍ​ຕັດສິນ​ໃຈ​ແລ້ວ​ມາ​ເສຍໃຈ​ພາຍ​ຫຼັງ​ບໍ? ຫຼື​ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ​ແລະ​ເຮັດ​ຕາມ​ນັ້ນ​ບໍ? ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ບັນຫາ​ເຫຼົ່າ​ນີ້​ແລະ​ຊ່ວຍ​ໃຫ້​ເຮັດ​ສິ່ງ​ທີ່​ເຈົ້າ​ຕັ້ງ​ໃຈ​ໄວ້​ສຳເລັດ.

^ ຂໍ້ 11 ເພື່ອ​ຈະ​ວາງ​ແຜນການ​ອ່ານ​ຄຳພີ​ໄບເບິນ​ໄດ້ ເຈົ້າ​ອາດ​ຈະ​ໃຊ້ “ຕາ​ຕະລາງ​ການ​ອ່ານ​ຄຳພີ​ໄບເບິນ” ທີ່​ຢູ່​ໃນ​ເວັບໄຊ jw.org®.

^ ຂໍ້ 17 ເບິ່ງ​ຄຳ​ແນະນຳ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຈັດ​ເວລາ ໃນ​ບົດ​ຄວາມ “20 ວິທີ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ” ໃນ​ຕື່ນ​ເຖີດ! ເມສາ 2010 (ພາສາ​ໄທ).