ບົດຄວາມສຶກສາທີ 47
ບົດຮຽນທີ່ເຮົາໄດ້ຈາກພະທຳພວກເລວີ
“ພະຄຳພີທຸກຕອນ ພະເຈົ້າດົນໃຈໃຫ້ຂຽນຂຶ້ນມາ ມີປະໂຫຍດ.”—2 ຕີໂມ. 3:16, ລ.ມ.
ເພງ 98 ພະຄຳພີຂຽນຂຶ້ນໂດຍການດົນໃຈຈາກພະເຈົ້າ
ໃຈຄວາມສຳຄັນ *
1-2. ເປັນຫຍັງຄລິດສະຕຽນໃນທຸກມື້ນີ້ຄວນສົນໃຈພະທຳພວກເລວີ?
ອັກຄະສາວົກໂປໂລເຕືອນຕີໂມເຕໝູ່ຂອງລາວວ່າ “ພະຄຳພີທຸກຕອນ ພະເຈົ້າດົນໃຈໃຫ້ຂຽນຂຶ້ນມາ ມີປະໂຫຍດ.” (2 ຕີໂມ. 3:16, ລ.ມ.) ນັ້ນລວມເຖິງພະທຳພວກເລວີນຳ. ເຈົ້າຄິດວ່າຄຳພີໄບເບິນເປັນປຶ້ມແນວໃດ? ບາງຄົນຄິດວ່າມັນເປັນປຶ້ມທີ່ມີກົດໝາຍຫຼາຍຢ່າງເຊິ່ງໃຊ້ບໍ່ໄດ້ໃນທຸກມື້ນີ້ ແຕ່ຄລິດສະຕຽນແທ້ບໍ່ຄິດແບບນັ້ນ.
2 ພະທຳພວກເລວີຂຽນໄດ້ປະມານ 3.500 ປີແລ້ວ ແຕ່ພະເຢໂຫວາກໍຍັງເກັບຮັກສາມັນໄວ້ເພື່ອ “ສັ່ງສອນພວກເຮົາ.” (ໂລມ 15:4) ພະທຳພວກເລວີຊ່ວຍເຮົາໃຫ້ເຂົ້າໃຈຄວາມຄິດແລະຄວາມຮູ້ສຶກຂອງພະເຢໂຫວາ ດັ່ງນັ້ນ ເຮົາຄວນສົນໃຈຢາກຮຽນຮູ້ພະທຳນີ້. ແທ້ໆແລ້ວ ມີບົດຮຽນຫຼາຍຢ່າງທີ່ເຮົາສາມາດຮຽນຮູ້ໄດ້ຈາກພະທຳນີ້ທີ່ໄດ້ຮັບການດົນໃຈ. ແຕ່ເຮົາຈະມາພິຈາລະນາບົດຮຽນ 4 ຢ່າງນຳກັນ.
ເຮົາຕ້ອງເຮັດຫຍັງເພື່ອໃຫ້ພະເຢໂຫວາພໍໃຈ
3. ເປັນຫຍັງຈຶ່ງຕ້ອງມີການຖວາຍເຄື່ອງບູຊາໃນວັນໄຖ່ບາບຂອງແຕ່ລະປີ?
3 ບົດຮຽນທີ 1: ເຮົາຕ້ອງເຮັດສິ່ງທີ່ພະເຢໂຫວາພໍໃຈເພື່ອພະອົງຈະຍອມຮັບເຄື່ອງບູຊາຂອງເຮົາ. ໃນວັນໄຖ່ບາບຂອງແຕ່ລະປີ ຊາວອິດສະລາແອນຈະມາລວມຕົວກັນແລະປະໂລຫິດໃຫຍ່ຈະຖວາຍສັດເປັນເຄື່ອງບູຊາ. ເຄື່ອງບູຊາເຫຼົ່ານັ້ນຊ່ວຍເຕືອນຊາວອິດສະລາແອນວ່າ ພວກເຂົາຕ້ອງໄດ້ຮັບການໄຖ່ບາບ! ແຕ່ກ່ອນທີ່ປະໂລຫິດໃຫຍ່ຈະເອົາເລືອດຂອງສັດທີ່ເປັນເຄື່ອງບູຊາເຂົ້າໄປໃນຫ້ອງບໍລິສຸດທີ່ສຸດເພື່ອຂໍອະໄພບາບໃຫ້ຄົນໝົດຊາດ ທຳອິດລາວຕ້ອງເຮັດສິ່ງໜຶ່ງທີ່ສຳຄັນຫຼາຍກວ່ານັ້ນ.
4. ຕາມພວກເລວີ 16:12, 13 ປະໂລຫິດໃຫຍ່ໄດ້ເຮັດຫຍັງແດ່ຕອນທີ່ເຂົ້າໄປໃນຫ້ອງບໍລິສຸດທີ່ສຸດເທື່ອທຳອິດໃນວັນໄຖ່ບາບ? (ເບິ່ງຮູບໜ້າປົກ)
ພວກເລວີ 16:12, 13. ລອງນຶກພາບເຖິງສິ່ງທີ່ເກີດຂຶ້ນໃນວັນໄຖ່ບາບ: ປະໂລຫິດໃຫຍ່ເຂົ້າໄປໃນເຕັ້ນສັກສິດ. ລາວຕ້ອງເຂົ້າໄປຫ້ອງບໍລິສຸດທີ່ສຸດສາມເທື່ອໃນມື້ນັ້ນ. ຕອນທີ່ລາວເຂົ້າໄປເທື່ອທຳອິດ ມືໜຶ່ງລາວຈະຈັບພາຊະນະທີ່ໃສ່ເຄື່ອງຫອມ ແລະອີກມືໜຶ່ງລາວຈະຈັບພາຊະນະຄຳທີ່ໃສ່ຖ່ານໄຟສຳລັບເຜົາເຄື່ອງຫອມ. ເມື່ອຍ່າງໄປຮອດຜ້າກັ້ງໜ້າຫ້ອງບໍລິສຸດທີ່ສຸດ ລາວກໍຢຸດ ຈາກນັ້ນລາວກໍຍ່າງເຂົ້າຫ້ອງບໍລິສຸດທີ່ສຸດດ້ວຍຄວາມເຄົາລົບນັບຖືແລະໄປຢືນຢູ່ຕໍ່ໜ້າຫີບສັນຍາເຊິ່ງເປັນຄືກັບການຢືນຢູ່ຕໍ່ໜ້າພະເຢໂຫວາ! ຕອນນີ້ປະໂລຫິດໃຫຍ່ຈະຄ່ອຍໆໂຮຍເຄື່ອງຫອມລົງໃນຖ່ານໄຟເຊິ່ງເຮັດໃຫ້ມີກິ່ນຫອມກະຈາຍໄປທົ່ວຫ້ອງ. * ຫຼັງຈາກນັ້ນລາວກໍອອກໄປ ແລ້ວກັບເຂົ້າມາໃນຫ້ອງບໍລິສຸດທີ່ສຸດພ້ອມກັບເລືອດຂອງສັດທີ່ໃຊ້ເປັນເຄື່ອງບູຊາໄຖ່ບາບ. ຂໍໃຫ້ສັງເກດວ່າ ປະໂລຫິດໃຫຍ່ໄດ້ເຜົາເຄື່ອງຫອມກ່ອນ ທີ່ຈະຖວາຍເລືອດຂອງສັດທີ່ໃຊ້ເປັນເຄື່ອງບູຊາໄຖ່ບາບ.
4 ອ່ານ5. ເຮົາໄດ້ຮຽນຮູ້ຫຍັງຈາກການໃຊ້ເຄື່ອງຫອມໃນວັນໄຖ່ບາບ?
5 ເຮົາໄດ້ຮຽນຮູ້ຫຍັງຈາກການໃຊ້ເຄື່ອງຫອມໃນວັນໄຖ່ບາບ? ຄຳພີໄບເບິນບອກວ່າຄຳອະທິດຖານຂອງຜູ້ນະມັດສະການພະເຢໂຫວາທີ່ສັດຊື່ເປັນຄືກັບເຄື່ອງຫອມ. (ເພງ. 141:2; ຄຳປ. 5:8) ໃນວັນໄຖ່ບາບ ປະໂລຫິດໃຫຍ່ຖືເຄື່ອງຫອມຢືນຢູ່ຕໍ່ໜ້າພະເຢໂຫວາດ້ວຍຄວາມນັບຖື. ຄ້າຍຄືກັນ ຕອນທີ່ເຮົາອະທິດຖານເຖິງພະເຢໂຫວາເຮົາກໍຄວນສະແດງຄວາມນັບຖື. ເຮົາຮູ້ສຶກເກງຂາມແລະຂອບໃຈຫຼາຍແທ້ໆທີ່ພະເຢໂຫວາເຊິ່ງເປັນຜູ້ສ້າງເອກະພົບຍອມໃຫ້ເຮົາສະໜິດແລະໃກ້ຊິດກັບພະອົງຄືກັບພໍ່ແລະລູກ. (ຢໂກ. 4:8) ນອກຈາກນັ້ນ ພະອົງຍັງຍອມຮັບເຮົາໃຫ້ເປັນໝູ່ຂອງພະອົງ! (ເພງ. 25:14) ເຮົາຮູ້ສຶກເປັນສິດທິພິເສດຫຼາຍແທ້ໆຈົນບໍ່ຢາກເຮັດໃຫ້ພະອົງຜິດຫວັງ.
6. ເຮົາໄດ້ຮຽນຮູ້ຫຍັງຈາກການທີ່ປະໂລຫິດໃຫຍ່ເຜົາເຄື່ອງຫອມກ່ອນຖວາຍເຄື່ອງບູຊາ?
6 ຂໍໃຫ້ຈື່ໄວ້ວ່າ ປະໂລຫິດໃຫຍ່ຕ້ອງເຜົາເຄື່ອງຫອມກ່ອນ ຖວາຍເຄື່ອງບູຊາ. ໂດຍວິທີນີ້ ລາວກໍເຮັດໃຫ້ແນ່ໃຈວ່າພະເຢໂຫວາຈະພໍໃຈລາວຕອນທີ່ລາວຖວາຍເຄື່ອງບູຊາ. ເຮົາໄດ້ຮຽນຮູ້ຫຍັງຈາກເລື່ອງນີ້? ຕອນທີ່ພະເຍຊູຢູ່ແຜ່ນດິນໂລກ ກ່ອນທີ່ເພິ່ນຈະຖວາຍຊີວິດເປັນເຄື່ອງບູຊາ ເພິ່ນກໍຕ້ອງເຮັດບາງສິ່ງທີ່ສຳຄັນກວ່າຊ່ວຍມະນຸດໃຫ້ລອດ. ສິ່ງນັ້ນແມ່ນຫຍັງ? ເພິ່ນຕ້ອງສັດຊື່ພັກດີແລະເຊື່ອຟັງພະເຢໂຫວາຕະຫຼອດຊີວິດເພື່ອພະເຢໂຫວາຈະຍອມຮັບເຄື່ອງບູຊາໄຖ່ຂອງເພິ່ນ. ໂດຍການເຮັດແບບນີ້ພະເຍຊູຍັງພິສູດໃຫ້ເຫັນວ່າ ການໃຊ້ຊີວິດຕາມແນວທາງຂອງພະເຢໂຫວາເປັນສິ່ງທີ່ຖືກຕ້ອງ. ແລະພະເຍຊູຍັງພິສູດໃຫ້ເຫັນວ່າ ການປົກຄອງຂອງພະເຢໂຫວາພໍ່ຂອງເພິ່ນຖືກຕ້ອງຊອບທຳແລະຍຸຕິທຳ.
7. ເປັນຫຍັງການໃຊ້ຊີວິດຂອງພະເຍຊູຕອນທີ່ຢູ່ເທິງໂລກເຮັດໃຫ້ພະເຢໂຫວາພໍໃຈຫຼາຍ?
7 ຕະຫຼອດຊີວິດທີ່ຢູ່ເທິງແຜ່ນດິນໂລກ ພະເຍຊູເຮັດຕາມມາດຕະຖານອັນຊອບທຳຂອງພະເຢໂຫວາໄດ້ຢ່າງຮອບດ້ານ. ບໍ່ມີສິ່ງໃດສາມາດທຳລາຍຄວາມຕັ້ງໃຈຂອງພະເຍຊູທີ່ຈະພິສູດວ່າການປົກຄອງຂອງພະເຢໂຫວາດີທີ່ສຸດ ບໍ່ວ່າຈະເປັນການລໍ້ໃຈ ຄວາມຍາກລຳບາກຫຼືແມ່ນແຕ່ການຕາຍຢ່າງທໍລະມານ. (ຟີລິບ 2:8) ເມື່ອພະເຍຊູປະສົບກັບການທົດສອບຢ່າງໜັກເພິ່ນໄດ້ອະທິດຖານ “ດ້ວຍຮ້ອງສຽງດັງແລະນ້ຳຕາໄຫຼ.” (ເຫບ. 5:7) ຄຳອະທິດຖານທີ່ຈິງໃຈຂອງເພິ່ນສະແດງວ່າເພິ່ນສັດຊື່ພັກດີຕໍ່ພະເຢໂຫວາ ແລະນີ້ໄດ້ເຮັດໃຫ້ເພິ່ນຕັ້ງໃຈຫຼາຍຂຶ້ນທີ່ຈະເຊື່ອຟັງພະອົງ. ສຳລັບພະເຢໂຫວາແລ້ວ ຄຳອະທິດຖານຂອງພະເຍຊູເປັນຄືກັບເຄື່ອງຫອມທີ່ມີກິ່ນຫອມຫຼາຍ. ການໃຊ້ຊີວິດຂອງພະເຍຊູເຮັດໃຫ້ພະເຢໂຫວາພໍ່ ຂອງເພິ່ນພໍໃຈຫຼາຍແທ້ໆແລະຍັງໄດ້ພິສູດວ່າການປົກຄອງຂອງພະເຢໂຫວາດີທີ່ສຸດ.
8. ເຮົາຈະຮຽນແບບການໃຊ້ຊີວິດຂອງພະເຍຊູໄດ້ແນວໃດ?
8 ເຮົາສາມາດຮຽນແບບພະເຍຊູໄດ້ໂດຍເຮັດສຸດຄວາມສາມາດທີ່ຈະເຊື່ອຟັງພະເຢໂຫວາແລະສັດຊື່ຕໍ່ພະອົງຕະຫຼອດຊີວິດ. ເມື່ອເຈິການທົດສອບ ເຮົາຈະອະທິດຖານດ້ວຍໃຈແຮງກ້າເພື່ອຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາເພາະເຮົາຢາກໃຫ້ພະອົງພໍໃຈ. ການເຮັດແບບນີ້ສະແດງວ່າ ເຮົາກຳລັງສະໜັບສະໜູນການປົກຄອງຂອງພະອົງ. ເຮົາຮູ້ວ່າພະເຢໂຫວາຈະບໍ່ຟັງຄຳອະທິດຖານຂອງເຮົາຖ້າເຮົາເຮັດສິ່ງທີ່ພະອົງກຽດຊັງ. ແຕ່ຖ້າເຮົາໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາ ເຮົາກໍໝັ້ນໃຈໄດ້ວ່າຄຳອະທິດຖານຈາກຫົວໃຈຂອງເຮົາຈະເປັນຄືກັບເຄື່ອງຫອມທີ່ມີກິ່ນຫອມຫຼາຍສຳລັບພະອົງແລະເຮົາຍັງໝັ້ນໃຈໄດ້ວ່າ ຖ້າເຮົາສັດຊື່ພັກດີຕໍ່ພະອົງເຮົາກໍຈະເຮັດໃຫ້ພະອົງພໍໃຈແນ່ນອນ.—ສຸພາ. 27:11
ເຮົາຮັບໃຊ້ພະເຢໂຫວາຍ້ອນເຮົາຂອບໃຈພະອົງແລະຮັກພະອົງ
9. ເປັນຫຍັງຊາວອິດສະລາແອນຈຶ່ງຖວາຍເຄື່ອງບູຊາໂມທະນາພະຄຸນ?
9 ບົດຮຽນທີ 2: ເຮົາຮັບໃຊ້ພະເຢໂຫວາຍ້ອນເຮົາຂອບໃຈພະອົງ. ໃຫ້ເຮົາມາເບິ່ງເຄື່ອງບູຊາໂມທະນາພະຄຸນເຊິ່ງເປັນສິ່ງສຳຄັນໃນການນະມັດສະການຂອງຊາວອິດສະລາແອນໃນສະໄໝບູຮານ. * ໃນພະທຳພວກເລວີເຮົາຮຽນຮູ້ວ່າ ຊາວອິດສະລາແອນຈະເອົາເຄື່ອງບູຊາໂມທະນາພະຄຸນເພື່ອ “ເປັນການຕອບຄຸນ.” (ເລວີ. 7:11-13, 16-18) ພວກເຂົາເຮັດແບບນັ້ນບໍ່ແມ່ນວ່າຈຳເປັນຕ້ອງເຮັດ ແຕ່ເຮັດຍ້ອນພວກເຂົາຢາກເຮັດ. ດັ່ງນັ້ນ ເຄື່ອງບູຊາໂມທະນາພະຄຸນຈຶ່ງເປັນເຄື່ອງບູຊາທີ່ເຮັດດ້ວຍຄວາມເຕັມໃຈແລະເຮັດຍ້ອນຮັກພະເຢໂຫວາພະເຈົ້າ ຂອງພວກເຂົາ. ຄົນທີ່ຖວາຍເຄື່ອງບູຊາ ຄອບຄົວຂອງພວກເຂົາແລະພວກປະໂລຫິດຈະຕ້ອງກິນຊີ້ນຂອງສັດທີ່ເອົາໄປຖວາຍ. ແຕ່ມີບາງສ່ວນຂອງສັດພວກເຂົາຈະບໍ່ກິນ ເພາະຕ້ອງໃຫ້ສ່ວນເຫຼົ່ານັ້ນກັບພະເຢໂຫວາຜູ້ດຽວ. ນັ້ນແມ່ນສ່ວນໃດ?
10. ເຄື່ອງບູຊາໂມທະນາພະຄຸນທີ່ເວົ້າໃນພວກເລວີ 3:6, 12, 14-16 ຄ້າຍຄືກັບການຮັບໃຊ້ທີ່ພະເຍຊູໃຫ້ພະເຢໂຫວາແນວໃດ?
10 ບົດຮຽນທີ 3: ເຮົາໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາເພາະເຮົາຮັກພະອົງ. ພະເຢໂຫວາເບິ່ງວ່າໄຂມັນເປັນສ່ວນທີ່ດີທີ່ສຸດຂອງສັດ. ນອກຈາກນັ້ນ ພະອົງຍັງບອກວ່າມີບາງສ່ວນມີຄ່າເປັນພິເສດນັ້ນຄື ໝາກໄຂ່ຫຼັງ. (ອ່ານພວກເລວີ 3:6, 12, 14-16) ດັ່ງນັ້ນ ພະເຢໂຫວາຈະພໍໃຈເປັນພິເສດເມື່ອຊາວອິດສະລາແອນເອົາໝາກໄຂ່ຫຼັງແລະໄຂມັນມາຖວາຍໃຫ້ພະອົງ. ຄົນທີ່ຖວາຍເຄື່ອງບູຊາແບບນີ້ສະແດງວ່າລາວຢາກໃຫ້ສິ່ງທີ່ດີທີ່ສຸດກັບພະອົງ. ຄ້າຍຄືກັນ ພະເຍຊູເຕັມໃຈທີ່ຈະໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາໂດຍເຮັດທຸກສິ່ງທີ່ເຮັດໄດ້ເພື່ອຮັບໃຊ້ພະອົງເພາະວ່າຮັກພະອົງ. (ໂຢ. 14:31) ການເຮັດຕາມໃຈປະສົງຂອງພະເຈົ້າເປັນສິ່ງທີ່ເຮັດໃຫ້ພະເຍຊູມີຄວາມສຸກ ແລະເພິ່ນກໍຮັກກົດໝາຍຂອງພະເຈົ້າຫຼາຍ. (ເພງ. 40:8) ພະເຢໂຫວາຮູ້ສຶກພໍໃຈຫຼາຍແທ້ໆທີ່ເຫັນພະເຍຊູຮັບໃຊ້ພະອົງຢ່າງເຕັມອົກເຕັມໃຈ!
11. ການຮັບໃຊ້ຂອງເຮົາເປັນຄືກັບເຄື່ອງບູຊາໂມທະນາພະຄຸນແນວໃດ ແລະເລື່ອງນີ້ໃຫ້ກຳລັງໃຈເຮົາແນວໃດ?
11 ການຮັບໃຊ້ພະເຢໂຫວາເປັນຄືກັບເຄື່ອງບູຊາໂມທະນາພະຄຸນເພາະມັນສະແດງວ່າເຮົາຮູ້ສຶກແນວໃດຕໍ່ພະອົງ. ເຮົາໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາຍ້ອນເຮົາຮັກພະອົງສຸດຫົວໃຈ. ເມື່ອພະເຢໂຫວາເຫັນຫຼາຍລ້ານຄົນເຕັມໃຈຮັບໃຊ້ຍ້ອນຮັກພະອົງແລະມາດຕະຖານຂອງພະອົງ ພະອົງຕ້ອງພໍໃຈຫຼາຍແທ້ໆ! ເຮົາຈະໄດ້ກຳລັງໃຈຖ້າເຮົາຈື່ວ່າ ພະເຢໂຫວາບໍ່ພຽງແຕ່ເບິ່ງແລະເຫັນຄ່າສິ່ງທີ່ເຮົາເຮັດ ແຕ່ພະອົງຍັງເບິ່ງເຫດຜົນທີ່ເຮົາເຮັດນຳ. ຕົວຢ່າງ: ຖ້າເຈົ້າເຖົ້າແລ້ວແລະບໍ່ສາມາດຮັບໃຊ້ໄດ້ຫຼາຍຕາມທີ່ເຈົ້າຢາກເຮັດ ໃຫ້ເຈົ້າໝັ້ນໃຈວ່າພະເຢໂຫວາເຂົ້າໃຈຂີດຈຳກັດຂອງເຈົ້າ. ເຈົ້າອາດຮູ້ສຶກວ່າຮັບໃຊ້ໄດ້ໜ້ອຍດຽວ ແຕ່ພະເຢໂຫວາເຫັນຄວາມຮັກທີ່ຢູ່ໃນຫົວໃຈຂອງເຈົ້າເຊິ່ງກະຕຸ້ນເຈົ້າໃຫ້ເຮັດສິ່ງທີ່ເຈົ້າສາມາດເຮັດ ໄດ້. ພະອົງພໍໃຈຫຼາຍທີ່ເຈົ້າໃຫ້ສິ່ງທີ່ດີທີ່ສຸດກັບພະອົງ.
12. ພະເຢໂຫວາຮູ້ສຶກແນວໃດຕໍ່ເຄື່ອງບູຊາໂມທະນາພະຄຸນ ແລະເລື່ອງນີ້ໃຫ້ກຳລັງໃຈເຮົາແນວໃດ?
12 ເຮົາໄດ້ຮຽນຮູ້ຫຍັງຈາກເຄື່ອງບູຊາໂມທະນາພະຄຸນ? ເມື່ອໄຟໄດ້ເຜົາສ່ວນທີ່ດີທີ່ສຸດຂອງສັດ ຄວັນກໍລອຍຂຶ້ນໄປແລະພະເຢໂຫວາກໍພໍໃຈ. ດັ່ງນັ້ນ ເຈົ້າສາມາດໝັ້ນໃຈໄດ້ວ່າ ພະເຢໂຫວາກໍພໍໃຈເຈົ້າຄືກັນເມື່ອເຈົ້າເຮັດດີທີ່ສຸດໃນວຽກຮັບໃຊ້ຂອງພະອົງດ້ວຍຄວາມເຕັມໃຈ. (ໂກໂລ. 3:23) ລອງນຶກພາບວ່າພະເຢໂຫວາພໍໃຈເຈົ້າ. ພະອົງເຫັນຄວາມຮັກທີ່ເຈົ້າມີຕໍ່ວຽກຮັບໃຊ້ພະອົງບໍ່ວ່າເຈົ້າຈະເຮັດໄດ້ຫຼາຍຫຼືໜ້ອຍ ພະອົງເຫັນຄຸນຄ່າສິ່ງທີ່ເຈົ້າເຮັດແລະພະອົງຈະຈື່ສິ່ງທີ່ເຈົ້າເຮັດເພື່ອພະອົງຕະຫຼອດໄປ.—ມັດ. 6:20; ເຫບ. 6:10
ພະເຢໂຫວາອວຍພອນອົງການຂອງພະອົງ
13. ຕາມພວກເລວີ 9:23, 24 ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າພະອົງຍອມຮັບພວກປະໂລຫິດທີ່ຖືກແຕ່ງຕັ້ງ?
13 ບົດຮຽນທີ 4: ພະເຢໂຫວາກຳລັງອວຍພອນອົງການຂອງພະອົງສ່ວນທີ່ຢູ່ເທິງໂລກ. ຂໍໃຫ້ເຮົາມາເບິ່ງສິ່ງທີ່ເກີດຂຶ້ນປີ 1512 ກ່ອນ ຄ.ສ ຕອນທີ່ມີການຕັ້ງເຕັ້ນສັກສິດຂຶ້ນຢູ່ຕີນພູເຂົາຊີນາອີ. (ອົບ. 40:17, ລ.ມ.) ຕອນນັ້ນໂມເຊເປັນປະທານໃນພິທີແຕ່ງຕັ້ງອາໂລນແລະລູກຊາຍຂອງອາໂລນໃຫ້ເປັນປະໂລຫິດ. ຊາວອິດສະລາແອນໝົດຊາດມາເຕົ້າໂຮມກັນເພື່ອເບິ່ງພວກປະໂລຫິດຖວາຍສັດເປັນເຄື່ອງບູຊາເທື່ອທຳອິດ. (ເລວີ. 9:1-5) ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າພະອົງຍອມຮັບພວກປະໂລຫິດທີ່ຫາກໍຖືກແຕ່ງຕັ້ງ? ຕອນທີ່ອາໂລນແລະໂມເຊອວຍພອນປະຊາຊົນ ພະເຢໂຫວາກໍສົ່ງໄຟ ຈາກສະຫວັນລົງມາເຜົາເຄື່ອງຖວາຍຢູ່ແທ່ນບູຊາ.—ອ່ານພວກເລວີ 9:23, 24
14. ການທີ່ພະເຢໂຫວາຍອມຮັບອາໂລນແລະລູກຊາຍຂອງລາວສຳຄັນກັບເຮົາແນວໃດ?
14 ການທີ່ພະເຢໂຫວາສົ່ງໄຟລົງມາຈາກສະຫວັນບອກໃຫ້ຮູ້ຫຍັງ? ສິ່ງນີ້ບອກໃຫ້ຮູ້ວ່າພະເຢໂຫວາເຫັນດີແລະສະໜັບສະໜູນທີ່ອາໂລນແລະລູກຊາຍຂອງລາວຖືກເລືອກໃຫ້ເປັນປະໂລຫິດ. ຕອນທີ່ຊາວອິດສະລາແອນເຫັນຫຼັກຖານທີ່ພະເຢໂຫວາສະໜັບສະໜູນພວກປະໂລຫິດ ພວກເຂົາກໍຮູ້ວ່າຈຳເປັນຕ້ອງສະໜັບສະໜູນພວກປະໂລຫິດຄືກັນ. ເລື່ອງນີ້ສຳຄັນກັບເຮົາແນວໃດ? ປະໂລຫິດໃນສະໄໝອິດສະລາແອນເປັນພາບໝາຍເຖິງຕຳແໜ່ງປະໂລຫິດທີ່ຍິ່ງໃຫຍ່ກວ່າ. ພະຄລິດເປັນປະໂລຫິດໃຫຍ່ທີ່ໃຫຍ່ກວ່າແລະຍັງມີ 144.000 ຄົນທີ່ຈະຮັບໃຊ້ໃນຖານະປະໂລຫິດແລະກະສັດໃນສະຫວັນ.—ເຫບ. 4:14; 8:3-5; 10:1
15-16. ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າພະອົງຍອມຮັບທາດທີ່ສັດຊື່ແລະສຸຂຸມ?
15 ໃນປີ 1919 ພະເຍຊູໄດ້ແຕ່ງຕັ້ງຜູ້ຖືກເຈີມກຸ່ມນ້ອຍໆໃຫ້ເປັນ “ທາດທີ່ສັດຊື່ແລະສຸຂຸມ.” ທາດກຸ່ມນີ້ນຳໜ້າໃນການປະກາດຂ່າວດີແລະໄດ້ “ແຈກຢາຍອາຫານຕາມເວລາທີ່ເໝາະສົມ” ໃຫ້ພີ່ນ້ອງຄລິດສະຕຽນ. (ມັດ. 24:45, ລ.ມ.) ເຮົາເຫັນຫຼັກຖານທີ່ຊັດເຈນບໍວ່າພະເຢໂຫວາຍອມຮັບທາດທີ່ສັດຊື່ແລະສຸຂຸມ?
16 ຊາຕານກັບຄົນທີ່ຕິດຕາມມັນກຳລັງພະຍາຍາມຢຸດວຽກຂອງທາດທີ່ສັດຊື່ແລະສຸຂຸມ. ຖ້າບໍ່ໄດ້ຮັບການຊ່ວຍເຫຼືອຈາກພະເຢໂຫວາ ພວກເຂົາກໍຄົງຈະເຮັດວຽກນີ້ຕໍ່ໄປບໍ່ໄດ້. ທາດທີ່ສັດຊື່ແລະສຸຂຸມຍັງສາມາດໃຫ້ອາຫານທາງດ້ານຄວາມເຊື່ອກັບພີ່ນ້ອງຄລິດສະຕຽນຕໍ່ໆໄປໄດ້ ເຖິງວ່າຈະປະສົບກັບສົງຄາມໂລກ 2 ຄັ້ງ ຖືກກົດຂີ່ຂົ່ມເຫງຢ່າງບໍ່ຢຸດຢ່ອນ ບັນຫາເສດຖະກິດໂລກ ແລະຖືກປະຕິບັດຢ່າງບໍ່ເປັນທຳ. ລອງຄິດເບິ່ງວ່າຕອນນີ້ເຮົາມັດ. 24:14) ແນ່ນອນ ພະເຢໂຫວາກຳລັງຊີ້ນຳແລະອວຍພອນອົງການຂອງພະອົງໃນທຸກມື້ນີ້.
ມີປຶ້ມແລະສື່ຕ່າງໆຢ່າງຫຼວງຫຼາຍກວ່າ 900 ພາສາແລະທຸກຢ່າງກໍຟຣີ! ນີ້ເປັນຫຼັກຖານຊັດເຈນວ່າພະເຢໂຫວາກຳລັງສະໜັບສະໜູນທາດທີ່ສັດຊື່ແລະສຸຂຸມ. ການເຮັດວຽກປະກາດກໍຍັງເປັນຫຼັກຖານທີ່ສະແດງວ່າພະເຢໂຫວາອວຍພອນ. ຄວາມຈິງກ່ຽວກັບຂ່າວດີກຳລັງປະກາດ “ທົ່ວແຜ່ນດິນໂລກ” ແທ້ໆ. (17. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາສະໜັບສະໜູນອົງການຂອງພະອົງ?
17 ເຮົາຄວນຖາມຕົວເອງວ່າ: ‘ຂ້ອຍຮູ້ສຶກຂອບໃຈທີ່ໄດ້ຢູ່ໃນອົງການຂອງພະເຢໂຫວາໃນສ່ວນທີ່ຢູ່ເທິງໂລກບໍ?’ ໃນສະໄໝຂອງໂມເຊແລະອາໂລນ ພະເຢໂຫວາໄດ້ສົ່ງໄຟລົງມາຈາກສະຫວັນເພື່ອສະແດງວ່າພະອົງຍອມຮັບຄົນທີ່ພະອົງແຕ່ງຕັ້ງ. ຄ້າຍຄືກັນ ພະອົງໃຫ້ຫຼັກຖານທີ່ເຫັນຢ່າງຊັດເຈນວ່າພະອົງກຳລັງໃຊ້ອົງການຂອງພະອົງໃນທຸກມື້ນີ້. ເຮົາຄວນຮູ້ສຶກຂອບໃຈພະເຢໂຫວາທີ່ເຮົາໄດ້ຢູ່ໃນອົງການຂອງພະອົງ. (1 ເທ. 5:18, 19) ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາສະໜັບສະໜູນອົງການຂອງພະອົງ? ໂດຍການເຮັດຕາມສິ່ງທີ່ເຮົາໄດ້ຮຽນຈາກຄຳພີໄບເບິນທີ່ຢູ່ໃນປຶ້ມແລະສື່ຕ່າງໆຂອງອົງການ ການປະຊຸມປະຊາຄົມ ການປະຊຸມໝວດແລະການປະຊຸມພາກ. ນອກຈາກນັ້ນ ເຮົາຍັງສະແດງໃຫ້ເຫັນໂດຍການໄປປະກາດແລະສອນຜູ້ຄົນໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາເຮັດໄດ້.—1 ໂກ. 15:58
18. ເຈົ້າຕັ້ງໃຈຈະເຮັດຫຍັງ?
18 ໃຫ້ເຮົາຕັ້ງໃຈເອົາບົດຮຽນທີ່ເຮົາໄດ້ຮຽນຈາກພະທຳພວກເລວີໄປນຳໃຊ້ໃນຊີວິດ. ຂໍໃຫ້ເຮົາເຮັດສິ່ງທີ່ພະເຢໂຫວາພໍໃຈເພື່ອພະອົງຈະຍອມຮັບເຄື່ອງບູຊາຂອງເຮົາ. ຂໍໃຫ້ເຮົາຮັບໃຊ້ພະເຢໂຫວາເພາະເຮົາຮູ້ສຶກຂອບໃຈພະອົງ. ຂໍໃຫ້ເຮົາໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາເພາະເຮົາຮັກພະອົງສຸດຫົວໃຈ ແລະຂໍໃຫ້ເຮົາເຮັດທຸກສິ່ງທີ່ເຮົາເຮັດໄດ້ເພື່ອສະໜັບສະໜູນອົງການທີ່ພະອົງກຳລັງອວຍພອນໃນທຸກມື້ນີ້. ໂດຍການເຮັດສິ່ງເຫຼົ່ານີ້ ເຮົາກໍກຳລັງເຮັດໃຫ້ພະເຢໂຫວາເຫັນວ່າເຮົາເຫັນຄຸນຄ່າສິດທິພິເສດທີ່ໄດ້ຮັບໃຊ້ເປັນພະຍານຂອງພະອົງ!
ເພງ 96 ປຶ້ມຄຳພີໄບເບິນປຽບເໝືອນຊັບສົມບັດ
^ ຂໍ້ 5 ພະທຳພວກເລວີມີກົດໝາຍຕ່າງໆທີ່ພະເຢໂຫວາໃຫ້ກັບຊາດອິດສະລາແອນບູຮານ. ເນື່ອງຈາກເຮົາເປັນຄລິດສະຕຽນ ເຮົາຈຶ່ງບໍ່ໄດ້ຢູ່ພາຍໃຕ້ກົດໝາຍນັ້ນ ແຕ່ກົດໝາຍນັ້ນຍັງເປັນປະໂຫຍດຕໍ່ເຮົາໃນທຸກມື້ນີ້. ໃນບົດຄວາມນີ້ ເຮົາຈະພິຈາລະນາບົດຮຽນທີ່ມີຄ່າທີ່ເຮົາຈະໄດ້ຮຽນຈາກພະທຳພວກເລວີ.
^ ຂໍ້ 4 ເຄື່ອງຫອມທີ່ເຜົາໃນເຕັ້ນສັກສິດຖືວ່າເປັນສິ່ງທີ່ສັກສິດ ແລະໃນສະໄໝອິດສະລາແອນບູຮານຈະມີການໃຊ້ເຄື່ອງຫອມເຂົ້າໃນການນະມັດສະການພະເຢໂຫວາເທົ່ານັ້ນ. (ອົບ. 30:34-38) ແຕ່ບໍ່ມີບັນທຶກວ່າ ຄລິດສະຕຽນໃນສະຕະວັດທຳອິດເຜົາເຄື່ອງຫອມເພື່ອນະມັດສະການພະເຢໂຫວາ.
^ ຂໍ້ 9 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບເຄື່ອງບູຊາໂມທະນາພະຄຸນ ເບິ່ງປຶ້ມການຢັ່ງເຫັນເຂົ້າໃຈພະຄຳພີ (ພາສາອັງກິດ) ເຫຼັ້ມ 2 ໜ້າ 526.
^ ຂໍ້ 54 ຄຳອະທິບາຍຮູບພາບ: ໃນວັນໄຖ່ບາບ ປະໂລຫິດໃຫຍ່ຂອງຊາວອິດສະລາແອນຈະເຂົ້າໄປໃນຫ້ອງບໍລິສຸດທີ່ສຸດກັບເຄື່ອງຫອມແລະຖ່ານໄຟ ລາວໂຮຍເຄື່ອງຫອມລົງໃນຖ່ານໄຟເຊິ່ງເຮັດໃຫ້ມີກິ່ນຫອມກະຈາຍໄປທົ່ວຫ້ອງ. ຫຼັງຈາກນັ້ນລາວກໍອອກໄປ ແລ້ວກັບເຂົ້າມາໃນຫ້ອງບໍລິສຸດທີ່ສຸດພ້ອມກັບເລືອດຂອງສັດທີ່ໃຊ້ເປັນເຄື່ອງບູຊາໄຖ່ບາບ.
^ ຂໍ້ 56 ຄຳອະທິບາຍຮູບພາບ: ຊາວອິດສະລາແອນຄົນໜຶ່ງເອົາແກະໄປໃຫ້ປະໂລຫິດຖວາຍເຄື່ອງບູຊາໂມທະນາພະຄຸນ ລາວກັບຄອບຄົວຮູ້ສຶກຂອບໃຈພະເຢໂຫວາ.
^ ຂໍ້ 58 ຄຳອະທິບາຍຮູບພາບ: ຕອນທີ່ພະເຍຊູເຮັດວຽກຮັບໃຊ້ຢູ່ເທິງໂລກ ເພິ່ນສະແດງໃຫ້ເຫັນວ່າຮັກພະເຢໂຫວາສຸດຫົວໃຈໂດຍເຮັດຕາມຄຳສັ່ງຂອງພະອົງແລະຊ່ວຍລູກສິດໃຫ້ເຮັດແບບດຽວກັນ.
^ ຂໍ້ 60 ຄຳອະທິບາຍຮູບພາບ: ພີ່ນ້ອງຍິງສູງອາຍຸຄົນໜຶ່ງມີບັນຫາສຸຂະພາບ ແຕ່ລາວກໍໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາໂດຍຂຽນຈົດໝາຍປະກາດເລື່ອງຂອງພະອົງ.
^ ຂໍ້ 62 ຄຳອະທິບາຍຮູບພາບ: ໃນເດືອນກຸມພາ 2019 ພີ່ນ້ອງເກຣ໌ຣິດ ເລິດຊ໌ ເຊິ່ງເປັນສະມາຊິກຄະນະກຳມະການປົກຄອງໄດ້ປະກາດວ່າຄຳພີໄບເບິນສະບັບແປໂລກໃໝ່ ສະບັບປັບປຸງໃນພາສາເຢຍລະມັນອອກແລ້ວ ນີ້ເຮັດໃຫ້ຜູ້ເຂົ້າຮ່ວມປະຊຸມຮູ້ສຶກຂອບໃຈແລະຕື່ນເຕັ້ນຫຼາຍແທ້ໆ. ທຸກມື້ນີ້ ພີ່ນ້ອງຢູ່ປະເທດເຢຍລະມັນກໍເປັນຄືກັບພີ່ນ້ອງຍິງສອງຄົນນີ້ ພວກເຂົາດີໃຈທີ່ໃຊ້ຄຳພີໄບເບິນອອກໃໝ່ນີ້ໃນການປະກາດ.