ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 45

ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ແນວ​ໃດ?

ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ແນວ​ໃດ?

“ເຮົາ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້​ດ້ວຍ​ພະອົງ​ຜູ້​ຊູ​ແຮງ​ຂອງ​ເຮົາ.”—ຟີລິບ 4:13

ເພງ 104 ພະລັງ​ບໍລິສຸດ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1-2. (ກ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ໄດ້​ໃນ​ແຕ່​ລະ​ມື້? ຂໍ​ອະທິບາຍ. (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ເຈົ້າ​ເຄີຍ​ເວົ້າ​ແບບ​ນີ້​ບໍ​ທີ່​ວ່າ: “ເມື່ອ​ຄິດ​ເຖິງ​ບັນຫາ​ທີ່​ເຄີຍ​ປະສົບ ຂ້ອຍ​ຮູ້​ເລີຍ​ວ່າ​ຂ້ອຍ​ຄື​ຊິ​ບໍ່​ມີ​ທາງ​ຜ່ານ​ບັນຫາ​ນັ້ນ​ໄດ້​ດ້ວຍ​ຕົວ​ເອງ”? ພວກ​ເຮົາ​ຫຼາຍ​ຄົນ​ກໍ​ເຄີຍ​ເວົ້າ​ແບບ​ນີ້. ບາງ​ເທື່ອ​ເຈົ້າ​ອາດ​ເວົ້າ​ແບບ​ນີ້​ຫຼັງ​ຈາກ​ທີ່​ເຈົ້າ​ສາມາດ​ຮັບ​ມື​ກັບ​ຄວາມ​ເຈັບ​ປ່ວຍ​ຮ້າຍແຮງ​ຫຼື​ຄົນ​ທີ່​ຮັກ​ຕາຍ. ເມື່ອ​ເບິ່ງ​ຄືນ​ຫຼັງ ເຈົ້າ​ກໍ​ເຫັນ​ວ່າ ທີ່​ເຈົ້າ​ສາມາດ​ອົດ​ທົນ​ແລະ​ຜ່ານ​ມັນ​ໄປ​ໄດ້​ໃນ​ແຕ່​ລະ​ມື້​ກໍ​ຍ້ອນ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ.”—2 ໂກ. 4:7-9, ລ.ມ.

2 ເຮົາ​ຍັງ​ໝາຍ​ເພິ່ງ​ພະລັງ​ບໍລິສຸດ​ໃຫ້​ຊ່ວຍ​ເຮົາ​ຮັບ​ມື​ກັບ​ອິດທິພົນ​ຊົ່ວ​ຂອງ​ໂລກ​ນີ້. (1 ໂຢ. 5:19) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ຕໍ່​ສູ້​ກັບ “ກອງທັບ​ປີສາດ​ຊົ່ວ.” (ເອເຟ. 6:12, ລ.ມ.) ຕອນ​ນີ້​ເຮົາ​ຈະ​ພິຈາລະນາ 2 ວິທີ​ທີ່​ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ເຫຼົ່າ​ນີ້ ແລະ​ເຮົາ​ຈະ​ພິຈາລະນາ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ.

ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ

3. ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ໄດ້​ແມ່ນ​ຫຍັງ?

3 ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ທີ່​ຈະ​ເຮັດ​ວຽກ​ມອບ​ໝາຍ​ຕ່າງໆໄດ້​ສຳເລັດ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ. ອັກຄະສາວົກ​ໂປໂລ​ຮູ້​ວ່າ​ທີ່​ລາວ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ໄດ້​ເຖິງ​ແມ່ນ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ ກໍ​ຍ້ອນ​ລາວ​ໝາຍ​ເພິ່ງ “ລິດເດດ​ຂອງ​ພະ​ຄລິດ.” (2 ໂກ. 12:9) ໃນ​ລະຫວ່າງ​ການ​ເດີນ​ທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ 2 ໂປໂລ​ບໍ່​ພຽງ​ແຕ່​ເຮັດ​ວຽກ​ໜັກ​ໃນ​ການ​ປະກາດ ແຕ່​ລາວ​ຍັງ​ເຮັດ​ວຽກ​ຫາ​ເງິນ​ລ້ຽງ​ຕົວ​ເອງ. ລາວ​ພັກ​ຢູ່​ບ້ານ​ຂອງ​ອາກີລາ​ແລະ​ປຣີສີລາ​ໃນ​ເມືອງ​ໂກລິນໂທ. ພວກ​ເຂົາ​ທັງ​ສອງ​ເປັນ​ຊ່າງ​ຫຍິບ​ເຕັ້ນ. ເນື່ອງ​ຈາກ​ໂປໂລ​ກໍ​ເປັນ​ຊ່າງ​ຫຍິບ​ເຕັ້ນ​ຄື​ກັນ ບາງ​ມື້​ລາວ​ກໍ​ໄປ​ເຮັດ​ວຽກ​ກັບ​ພວກ​ເຂົາ. (ກິດ. 18:1-4) ພະລັງ​ບໍລິສຸດ​ຊ່ວຍ​ໂປໂລ​ໃຫ້​ມີ​ກຳລັງ​ທີ່​ຈະ​ເຮັດ​ທັງ​ວຽກ​ອາຊີບ​ແລະ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ໄດ້.

4. ຕາມ 2 ໂກລິນໂທ 12:7 ສ່ວນ ຂ-9 ໂປໂລ​ຕ້ອງ​ຕໍ່​ສູ້​ກັບ​ຫຍັງ?

4 ອ່ານ 2 ໂກລິນໂທ 12:7 ສ່ວນ ຂ-9. ໃນ​ຂໍ້​ເຫຼົ່າ​ນີ້ ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ເວົ້າ​ວ່າ​ລາວ​ຕ້ອງ​ຕໍ່​ສູ້​ກັບ ‘ສ້ຽນ​ໃນ​ເນື້ອ​ໜັງ’? ຖ້າ​ເຈົ້າ​ມີ​ສ້ຽນ​ປັກ​ຢູ່​ຕາມ​ຕົນ​ໂຕ ເຈົ້າ​ຈະ​ເຈັບ​ປວດ​ຫຼາຍ​ແທ້ໆ. ດັ່ງ​ນັ້ນ ໂປໂລ​ໝາຍ​ຄວາມ​ວ່າ​ລາວ​ມີ​ບັນຫາ​ສ່ວນ​ຕົວ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ. ລາວ​ເອີ້ນ​ບັນຫາ​ນີ້​ວ່າ “ທູດ​ຂອງ​ຊາຕານ” ທີ່​ມັກ “ຊົກ [ຫຼື “ສ້າງ​ຄວາມ​ເຈັບ​ປວດ,” ລ.ມ.]” ໃຫ້​ລາວ. ບາງ​ເທື່ອ​ຊາຕານ​ຫຼື​ພວກ​ຜີ​ປີສາດ​ອາດ​ບໍ່​ໄດ້​ເປັນ​ສາເຫດ​ເຮັດ​ໃຫ້​ໂປໂລ​ມີ​ບັນຫາ​ໂດຍ​ກົງ​ເຊິ່ງ​ເປັນ​ຄື​ກັບ​ວ່າ​ພວກ​ມັນ​ເອົາ​ສ້ຽນ​ມາ​ປັກ​ໃສ່​ລາວ. ແຕ່​ເມື່ອ​ພວກ​ມັນ​ເຫັນ​ບັນຫາ​ຂອງ​ໂປໂລ ພວກ​ມັນ​ກໍ​ອາດ​ພະຍາຍາມ​ເຮັດ​ໃຫ້​ບັນຫາ​ນັ້ນ​ຮ້າຍແຮງ​ກວ່າ​ເກົ່າ​ຄື​ກັບ​ກຳລັງ​ເນັ້ນ​ສ້ຽນ​ໃຫ້​ເລິກ​ລົງ​ໄປ​ອີກ​ເພື່ອ​ເພີ່ມ​ຄວາມ​ເຈັບ​ປວດ​ໃຫ້​ໂປໂລ. ໂປໂລ​ໄດ້​ເຮັດ​ແນວ​ໃດ?

5. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ໂປໂລ​ແນວ​ໃດ?

5 ໃນ​ຕອນ​ທຳອິດ​ໂປໂລ​ຢາກ​ໃຫ້​ພະ​ເຢໂຫວາ​ກຳຈັດ “ສ້ຽນ” ອອກ​ໄປ. ລາວ​ບອກ​ວ່າ: “ເຮົາ​ໄດ້​ອ້ອນ​ວອນ​ຂໍ​ເຊີນ​ພະອົງ​ເຈົ້າ [ພະ​ເຢໂຫວາ] ເຖິງ 3 ເທື່ອ​ເພື່ອ​ມັນ​ຈະ​ໄປ​ເສຍ​ຈາກ​ເຮົາ.” ເຖິງ​ວ່າ​ໂປໂລ​ຈະ​ອະທິດຖານ​ຫຼາຍ​ເທື່ອ ແຕ່​ສ້ຽນ​ນັ້ນ​ກໍ​ຍັງ​ມີ​ຢູ່. ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ໂປໂລ​ບໍ? ບໍ່​ແມ່ນ​ແບບ​ນັ້ນ. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ. ເຖິງ​ວ່າ​ພະອົງ​ບໍ່​ໄດ້​ກຳຈັດ​ບັນຫາ​ຂອງ​ໂປໂລ ແຕ່​ພະອົງ​ຊ່ວຍ​ໃຫ້​ລາວ​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ໄດ້. ພະອົງ​ບອກ​ວ່າ: “ເມື່ອ​ເຈົ້າ​ອ່ອນແອ ພະລັງ​ອຳນາດ​ຂອງ​ເຮົາ​ກໍ​ສະແດງ​ໄດ້​ຢ່າງ​ເຕັມທີ.” (2 ໂກ. 12:8, 9, ລ.ມ.) ຍ້ອນ​ພະ​ເຢໂຫວາ​ຊ່ວຍ ໂປໂລ​ຈຶ່ງ​ສາມາດ​ມີ​ຄວາມ​ສຸກ​ແລະ​ສະຫງົບ​ໃຈ​ໄດ້!—ຟີລິບ 4:4-7

6. (ກ) ພະ​ເຢໂຫວາ​ອາດ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວ​ໃດ? (ຂ) ມີ​ຄຳ​ຮັບຮອງ​ຫຍັງ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ອ້າງ​ເຖິງ​ໃນ​ຂໍ້​ນີ້​ເຮັດ​ໃຫ້​ເຈົ້າ​ມີ​ກຳລັງ?

6 ເຈົ້າ​ເຄີຍ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຈົ້າ​ຫຼຸດ​ພົ້ນ​ຈາກ​ບັນຫາ​ຄື​ກັບ​ໂປໂລ​ບໍ? ຖ້າ​ເຈົ້າ​ອະທິດຖານ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ບັນຫາ​ຫຼາຍ​ເທື່ອ​ແລ້ວ ແຕ່​ບັນຫາ​ນັ້ນ​ກໍ​ຍັງ​ມີ​ຢູ່​ຫຼື​ເຖິງ​ກັບ​ຮ້າຍແຮງ​ກວ່າ​ເກົ່າ ເຈົ້າ​ກັງວົນ​ວ່າ​ພະ​ເຢໂຫວາ​ອາດ​ບໍ່​ພໍ​ໃຈ​ເຈົ້າ​ບໍ? ຖ້າ​ແມ່ນ ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ໂປໂລ. ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ລາວ ແລະ​ພະອົງ​ກໍ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແນ່ນອນ! ພະ​ເຢໂຫວາ​ອາດ​ບໍ່​ໄດ້​ກຳຈັດ​ບັນຫາ​ໃຫ້​ໝົດ​ໄປ ແຕ່​ພະອົງ​ຈະ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ກັບ​ບັນຫາ​ນັ້ນ​ໄດ້. (ເພງ. 61:3, 4) ເຈົ້າ​ອາດ​ຈະ “ລົ້ມ​ລົງ” ແຕ່​ພະ​ເຢໂຫວາ​ຈະ​ບໍ່​ຖິ້ມ​ເຈົ້າ.—2 ໂກ. 4:8, 9; ຟີລິບ 4:13

ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ

7-8. (ກ) ພະລັງ​ບໍລິສຸດ​ປຽບ​ຄື​ກັບ​ລົມ​ແນວ​ໃດ? (ຂ) ເປໂຕ​ເວົ້າ​ເຖິງ​ວິທີ​ການ​ເຮັດ​ວຽກ​ຂອງ​ພະລັງ​ບໍລິສຸດ​ແນວ​ໃດ?

7 ພະລັງ​ບໍລິສຸດ​ຍັງ​ຊ່ວຍ​ເຮົາ​ໃນ​ວິທີ​ໃດ​ອີກ? ຄື​ກັບ​ລົມ​ທີ່​ພັດ​ເຮືອ​ໃຫ້​ແລ່ນ​ໄປ​ຖືກ​ທິດ​ທາງ​ແລະ​ສາມາດ​ແລ່ນ​ຜ່າ​ພາຍຸ​ໃຫຍ່​ໄປ​ຮອດ​ຝັ່ງ​ໄດ້​ຢ່າງ​ປອດໄພ ພະລັງ​ບໍລິສຸດ​ກໍ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ຜ່າ​ບັນຫາ​ຕ່າງໆແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ຈົນ​ໄດ້​ເຂົ້າ​ໂລກ​ໃໝ່​ທີ່​ພະເຈົ້າ​ສັນຍາ​ໄວ້.

8 ເນື່ອງ​ຈາກ​ອັກຄະສາວົກ​ເປໂຕ​ເປັນ​ຊາວ​ປະມົງ ລາວ​ຈຶ່ງ​ຮູ້ຈັກ​ການ​ແລ່ນ​ເຮືອ​ເປັນ​ຢ່າງ​ດີ. ນີ້​ອາດ​ເປັນ​ເຫດຜົນ​ທີ່​ລາວ​ໃຊ້​ສຳນວນ​ທີ່​ເບິ່ງ​ຄື​ກ່ຽວ​ຂ້ອງ​ກັບ​ການ​ແລ່ນ​ເຮືອ​ເມື່ອ​ເວົ້າ​ເຖິງ​ວິທີ​ການ​ເຮັດ​ວຽກ​ຂອງ​ພະລັງ​ບໍລິສຸດ. ລາວ​ຂຽນ​ວ່າ: “ຄຳ​ທຳນວາຍ​ບໍ່​ໄດ້​ມາ​ຈາກ​ນ້ຳໃຈ​ແຫ່ງ​ມະນຸດ​ສັກ​ເທື່ອ ແຕ່​ວ່າ​ຄົນ​ບໍລິສຸດ​ທັງ​ຫຼາຍ​ຂອງ​ພະເຈົ້າ​ໄດ້​ກ່າວ​ແລ້ວ​ຕາມ​ພະ​ວິນຍານ​ບໍລິສຸດ​ໄດ້​ກະທຳ [“ຊີ້​ນຳ,” ລ.ມ.] ໃຫ້​ເຂົາ​ກ່າວ​ນັ້ນ.”—2 ເປ. 1:21

9. ເປໂຕ​ເຮັດ​ໃຫ້​ເຫັນ​ພາບ​ຫຍັງ​ເມື່ອ​ລາວ​ໃຊ້​ຄຳ​ວ່າ “ຊີ້​ນຳ”?

9 ເມື່ອ​ເປໂຕ​ໃຊ້​ຄຳ​ວ່າ “ຊີ້​ນຳ” ລາວ​ເຮັດ​ໃຫ້​ເຫັນ​ພາບ​ຫຍັງ? ລືກາ​ຜູ້​ຂຽນ​ພະທຳ​ກິດຈະການ​ກໍ​ໃຊ້​ຄຳ​ດຽວ​ກັນ​ໃນ​ພາສາ​ເກັຣກ​ທີ່​ອະທິບາຍ​ວ່າ​ເຮືອ​ລອຍ “ໄປ​ຕາມ” ລົມ. (ກິດ. 27:15) ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ບອກ​ວ່າ: ເມື່ອ​ເປໂຕ​ຂຽນ​ວ່າ​ຜູ້​ຂຽນ​ຄຳພີ​ໄບເບິນ​ຖືກ “ຊີ້​ນຳ” ໂດຍ​ພະລັງ​ບໍລິສຸດ ລາວ​ກໍ​ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ເຫັນ​ພາບ​ກ່ຽວ​ກັບ​ການ​ແລ່ນ​ເຮືອ​ໃບ. ເປໂຕ​ບອກ​ວ່າ​ຄື​ກັບ​ລົມ​ທີ່​ພາ​ໃຫ້​ເຮືອ​ແລ່ນ​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ ພະລັງ​ບໍລິສຸດ​ກໍ​ຊີ້​ນຳ​ຜູ້​ຂຽນ​ຄຳພີ​ໄບເບິນ​ໃຫ້​ເຮັດ​ວຽກ​ຂອງ​ພວກ​ເຂົາ​ໄດ້​ສຳເລັດ. ນັກ​ວິຊາການ​ຄົນ​ນີ້​ຍັງ​ບອກ​ອີກ​ວ່າ: ຜູ້​ຂຽນ​ຄຳພີ​ໄບເບິນ​ຕ້ອງ “ພື​ໃບ​ເຮືອ​ອອກ” ໄວ້ ພະ​ເຢໂຫວາ​ເຮັດ​ສ່ວນ​ຂອງ​ພະອົງ​ໂດຍ​ໃຫ້ “ລົມ” ຫຼື​ພະລັງ​ບໍລິສຸດ​ກັບ​ພວກ​ເຂົາ ແລະ​ຜູ້​ຂຽນ​ຄຳພີ​ໄບເບິນ​ກໍ​ເຮັດ​ສ່ວນ​ຂອງ​ຕົວ​ເອງ​ໂດຍ​ເຮັດ​ຕາມ​ທີ່​ພະລັງ​ບໍລິສຸດ​ຊີ້​ນຳ.

ສິ່ງ​ທີ 1: ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ເປັນ​ປະຈຳ

ສິ່ງ​ທີ 2: ເຮັດ​ກິດຈະກຳ​ເຫຼົ່າ​ນັ້ນ​ຢ່າງ​ເຕັມທີ​ແລະ​ສຸດ​ຄວາມ​ສາມາດ (ເບິ່ງ​ຂໍ້ 11) *

10-11. ມີ 2 ສິ່ງ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ແນ່​ໃຈ​ວ່າ​ພະລັງ​ບໍລິສຸດ​ຊີ້​ນຳ​ເຮົາ? ຂໍ​ຍົກ​ຕົວຢ່າງ.

10 ແນ່ນອນ​ວ່າ ໃນ​ປັດຈຸບັນ​ນີ້​ພະ​ເຢໂຫວາ​ບໍ່​ໄດ້​ໃຊ້​ພະລັງ​ບໍລິສຸດ​ຊີ້​ນຳ​ຜູ້​ຄົນ​ໃຫ້​ຂຽນ​ຄຳພີ​ໄບເບິນ​ອີກ​ແລ້ວ. ແຕ່​ພະອົງ​ກໍ​ຍັງ​ໃຊ້​ພະລັງ​ບໍລິສຸດ​ຊີ້​ນຳ​ຜູ້​ຮັບໃຊ້​ຂອງ​ພະອົງ​ຢູ່ ແລະ​ພະອົງ​ກໍ​ຍັງ​ເຮັດ​ສ່ວນ​ຂອງ​ພະອົງ. ແຕ່​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພະລັງ​ບໍລິສຸດ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ຍັງ​ເຮັດ​ສ່ວນ​ຂອງ​ເຮົາ​ຢູ່. ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

11 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້. ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ລົມ ນັກ​ແລ່ນ​ເຮືອ​ໃບ​ຕ້ອງ​ເຮັດ 2 ສິ່ງ. ທຳອິດ ລາວ​ຕ້ອງ​ເອົາ​ເຮືອ​ຂອງ​ລາວ​ໃຫ້​ຢູ່​ໃນ​ທິດ​ທາງ​ຂອງ​ກະແສ​ລົມ ເພາະ​ເຮືອ​ຈະ​ໄປ​ໃສ​ບໍ່​ໄດ້​ຖ້າ​ເຮືອ​ຍັງ​ຈອດ​ຢູ່​ທ່າ​ເຮືອ​ເຊິ່ງ​ບໍ່​ມີ​ລົມ. ທີ​ສອງ ລາວ​ຕ້ອງ​ຍົກ​ໃບ​ເຮືອ​ຂຶ້ນ​ແລະ​ພື​ອອກ​ໃຫ້​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ເຫັນ​ໄດ້​ແຈ້ງ​ວ່າ ເຖິງ​ວ່າ​ຈະ​ມີ​ລົມ​ພັດ ແຕ່​ເຮືອ​ຂອງ​ລາວ​ຈະ​ໄປ​ທາງ​ໜ້າ​ໄດ້​ຖ້າ​ໃບ​ເຮືອ​ນັ້ນ​ຮັບ​ລົມ. ຄ້າຍ​ຄື​ກັນ ເຮົາ​ຈະ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ໄດ້​ຖ້າ​ເຮົາ​ມີ​ພະລັງ​ບໍລິສຸດ​ຂອງ​ພະອົງ​ຊ່ວຍ. ເພື່ອ​ຈະ​ໃຫ້​ພະລັງ​ບໍລິສຸດ​ຊີ້​ນຳ​ເຮົາ ເຮົາ​ຕ້ອງ​ເຮັດ 2 ສິ່ງ​ຄື: ທຳອິດ ເຮົາ​ຕ້ອງ​ໃຫ້​ໂຕ​ເຮົາ​ຢູ່​ໃນ​ທິດ​ທາງ​ຂອງ​ພະລັງ​ບໍລິສຸດ​ໂດຍ​ເຮັດ​ກິດຈະກຳ​ຕ່າງໆທີ່​ພະລັງ​ຂອງ​ພະເຈົ້າ​ຊີ້​ນຳ. ທີ​ສອງ ເຮົາ​ຕ້ອງ “ພື​ໃບ​ເຮືອ” ອອກ​ໃຫ້​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ໂດຍ​ເຮັດ​ກິດຈະກຳ​ເຫຼົ່າ​ນັ້ນ​ຢ່າງ​ເຕັມທີ​ແລະ​ສຸດ​ຄວາມ​ສາມາດ. (ເພງ. 119:32) ເມື່ອ​ເຮົາ​ເຮັດ​ຕາມ 2 ສິ່ງ​ນີ້ ພະລັງ​ບໍລິສຸດ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕໍ່ໆໄປ​ຈົນ​ເຂົ້າ​ໂລກ​ໃໝ່.

12. ຕອນ​ນີ້​ເຮົາ​ຈະ​ພິຈາລະນາ​ຫຍັງ?

12 ຈົນ​ຮອດ​ຕອນ​ນີ້ ເຮົາ​ໄດ້​ພິຈາລະນາ​ໄປ​ແລ້ວ​ກ່ຽວ​ກັບ 2 ວິທີ​ທີ່​ພະລັງ​ບໍລິສຸດ​ຊ່ວຍ​ເຮົາ. ວິທີ​ທຳອິດ ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ແລະ​ຮັກສາ​ຄວາມ​ສັດ​ຊື່​ໄດ້​ເມື່ອ​ປະສົບ​ບັນຫາ. ວິທີ​ທີ​ສອງ ພະລັງ​ບໍລິສຸດ​ຍັງ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ແລະ​ຊ່ວຍ​ເຮົາ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ຕອນ​ນີ້​ເຮົາ​ຈະ​ພິຈາລະນາ 4 ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພະລັງ​ບໍລິສຸດ​ຢ່າງ​ເຕັມທີ.

ວິທີ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ

13. ຕາມ 2 ຕີໂມເຕ 3:16, 17 ຄຳພີ​ໄບເບິນ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ ແຕ່​ເຮົາ​ຕ້ອງ​ເຮັດ​ຫຍັງ?

13 ທຳອິດ ສຶກສາ​ຄຳພີ​ໄບເບິນ. (ອ່ານ 2 ຕີໂມເຕ 3:16, 17) * ໃນ​ພາສາ​ເກັຣກ​ຄຳ​ທີ່​ແປ​ວ່າ “ພະເຈົ້າ​ດົນ​ໃຈ” ມີ​ຄວາມ​ໝາຍ​ຕາມ​ຕົວ​ອັກສອນ​ວ່າ “ພະເຈົ້າ​ເປົ່າ​ລົມ​ໃສ່.” ພະເຈົ້າ​ໃຊ້​ພະລັງ​ບໍລິສຸດ “ເປົ່າ” ຄວາມ​ຄິດ​ຂອງ​ພະອົງ​ເຂົ້າ​ໄປ​ໃນ​ຄວາມ​ຄິດ​ຜູ້​ຂຽນ​ຄຳພີ​ໄບເບິນ. ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ ຄຳ​ສອນ​ຂອງ​ພະເຈົ້າ​ກໍ​ຈະ​ເຂົ້າ​ໄປ​ໃນ​ຄວາມ​ຄິດ​ແລະ​ຈິດ​ໃຈ​ຂອງ​ເຮົາ. ຄວາມ​ຄິດ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ເຫຼົ່າ​ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ປ່ຽນ​ແປງ​ຊີວິດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. (ເຫບ. 4:12) ແຕ່​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ ເຮົາ​ຕ້ອງ​ຈັດ​ເວລາ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ ແລະ​ຄິດ​ຕຶກຕອງ​ຢ່າງ​ເລິກ​ເຊິ່ງ​ໃນ​ສິ່ງ​ທີ່​ອ່ານ ແລ້ວ​ພະ​ຄຳ​ຂອງ​ພະເຈົ້າ​ຈະ​ສົ່ງ​ຜົນ​ຕໍ່​ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ເຮັດ.

14. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ການ​ປະຊຸມ​ຄລິດສະຕຽນ​ເປັນ​ບ່ອນ​ທີ່​ມີ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ? (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ​ຢູ່​ທີ່​ການ​ປະຊຸມ?

14 ທີ​ສອງ ນະມັດສະການ​ພະເຈົ້າ​ນຳ​ກັນ. (ເພງ. 22:22) ການ​ປະຊຸມ​ຄລິດສະຕຽນ​ເປັນ​ບ່ອນ​ທີ່​ມີ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. (ຄຳປ. 2:29) ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນັ້ນ? ກໍ​ເພາະ​ວ່າ​ຕອນ​ທີ່​ເຮົາ​ປະຊຸມ​ຮ່ວມ​ກັບ​ພີ່​ນ້ອງ​ຄລິດສະຕຽນ ເຮົາ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ ເຮົາ​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ​ທີ່​ມີ​ເນື້ອ​ໃນ​ຈາກ​ຄຳພີ​ໄບເບິນ ເຮົາ​ຟັງ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ທີ່​ບັນລະຍາຍ​ໂດຍ​ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພະລັງ​ບໍລິສຸດ. ນອກ​ຈາກ​ນັ້ນ ພະລັງ​ບໍລິສຸດ​ກໍ​ຍັງ​ຊ່ວຍ​ພີ່​ນ້ອງ​ຍິງ​ໃຫ້​ກຽມ​ຕົວ​ແລະ​ເຮັດ​ສ່ວນ​ຂອງ​ພວກ​ເຂົາ. ແຕ່​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ ເຮົາ​ຕ້ອງ​ກຽມ​ຕົວຢ່າງ​ດີ​ເພື່ອ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຊຸມ. ໂດຍ​ວິທີ​ນີ້ ເມື່ອ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ ເຮົາ​ກໍ​ພ້ອມ​ທີ່​ຈະ​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ​ຄື​ກັບ​ເຮືອ​ທີ່​ພື​ໃບ​ເຮືອ​ອອກ​ໄວ້​ພ້ອມ​ທີ່​ຈະ​ຮັບ​ລົມ.

15. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ​ຕອນ​ໄປ​ປະກາດ?

15 ທີ​ສາມ ປະກາດ. ເມື່ອ​ເຮົາ​ໃຊ້​ຄຳພີ​ໄບເບິນ​ໃນ​ການ​ປະກາດ​ແລະ​ການ​ສອນ ເຮົາ​ກໍ​ໃຫ້​ພະລັງ​ບໍລິສຸດ​ຊ່ວຍ​ເຮົາ. (ໂລມ 15:18, 19) ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ໄປ​ປະກາດ​ເປັນ​ປະຈຳ​ແລະ​ໃຊ້​ຄຳພີ​ໄບເບິນ​ທຸກ​ຄັ້ງ​ທີ່​ເປັນ​ໄປ​ໄດ້. ວິທີ​ໜຶ່ງ​ທີ່​ຊ່ວຍ​ເຈົ້າ​ໃຫ້​ສົນທະນາ​ກັບ​ຜູ້​ຄົນ​ໄດ້​ດີ​ເມື່ອ​ໄປ​ປະກາດ​ຄື ໂດຍ​ໃຊ້​ຕົວຢ່າງ​ການ​ສົນທະນາ​ຈາກ​ຄູ່​ມື​ການ​ປະຊຸມ ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້.

16. ວິທີ​ທີ່​ກົງ​ທີ່​ສຸດ​ທີ່​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ແມ່ນ​ຫຍັງ?

16 ທີ​ສີ່ ອະທິດຖານ​ເຖິງ​ພະ​ເຢໂຫວາ. (ມັດ. 7:7-11; ລືກາ 11:13) ວິທີ​ທີ່​ກົງ​ທີ່​ສຸດ​ທີ່​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ກໍ​ຄື​ການ​ອະທິດຖານ​ຂໍ​ຈາກ​ພະ​ເຢໂຫວາ. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ສາມາດ​ຂັດ​ຂວາງ​ຄຳ​ອະທິດຖານ​ຂອງ​ເຮົາ​ບໍ່​ໃຫ້​ໄປ​ຫາ​ພະ​ເຢໂຫວາ​ຫຼື​ຂັດ​ຂວາງ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ບໍ່​ໃຫ້​ມາ​ຫາ​ເຮົາ ບໍ່​ວ່າ​ຈະ​ເປັນ​ຄຸກ​ຫຼື​ແມ່ນ​ແຕ່​ຊາຕານ​ກໍ​ບໍ່​ສາມາດ​ຂັດ​ຂວາງ​ໄດ້. (ຢໂກ. 1:17) ເຮົາ​ຄວນ​ອະທິດຖານ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພະລັງ​ບໍລິສຸດ​ຢ່າງ​ເຕັມທີ? ເພື່ອ​ຈະ​ໄດ້​ຄຳຕອບ ໃຫ້​ເຮົາ​ມາ​ພິຈາລະນາ​ຄຳ​ອະທິດຖານ​ຈາກ​ຕົວຢ່າງ​ປຽບ​ທຽບ​ທີ່​ມີ​ແຕ່​ໃນ​ພະທຳ​ກິດຕິຄຸນ​ລືກາ. *

ອະທິດຖານ​ເລື້ອຍໆ

17. ເຮົາ​ໄດ້​ບົດຮຽນ​ຫຍັງ​ໃນ​ເລື່ອງ​ການ​ອະທິດຖານ​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ໃນ​ລືກາ 11:5-9, 13?

17 ອ່ານ​ລືກາ 11:5-9, 13. ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ຄວນ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ແນວ​ໃດ. ໃນ​ຕົວຢ່າງ​ປຽບ​ທຽບ ຊາຍ​ຄົນ​ໜຶ່ງ​ໄດ້​ຮັບ​ສິ່ງ​ທີ່​ຈຳເປັນ “ເພາະ​ເຫດການ​ກວນ​ຂອງ​ສ່ຽວ​ນັ້ນ.” ລາວ​ບໍ່​ໄດ້​ຢ້ານ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໝູ່​ຂອງ​ລາວ​ເຖິງ​ວ່າ​ຈະ​ເດິກ​ຫຼາຍ​ແລ້ວ. * ພະ​ເຍຊູ​ໃຊ້​ຕົວຢ່າງ​ນີ້​ເຂົ້າ​ໃນ​ການ​ອະທິດຖານ​ແນວ​ໃດ? ເພິ່ນ​ບອກ​ວ່າ: “ຈົ່ງ​ຂໍ​ແລະ​ເຂົາ​ຈະ​ປະທານ​ໃຫ້​ແກ່​ທ່ານ ຈົ່ງ​ຊອກ​ຫາ​ແລະ​ທ່ານ​ຈະ​ພົບ ຈົ່ງ​ເຄາະ​ແລະ​ເຂົາ​ຈະ​ໄຂ​ໃຫ້​ທ່ານ.” ຈາກ​ເລື່ອງ​ນີ້​ເຮົາ​ໄດ້​ບົດຮຽນ​ຫຍັງ? ເພື່ອ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ ເຮົາ​ຕ້ອງ​ອະທິດຖານ​ເລື້ອຍໆ.

18. ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ?

18 ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ຍັງ​ຊ່ວຍ​ໃຫ້​ເຮົາ​ເຫັນ​ວ່າ ເປັນ​ຫຍັງ​ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ. ຜູ້​ຊາຍ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຢາກ​ເປັນ​ເຈົ້າ​ພາບ​ທີ່​ດີ. ລາວ​ຈຶ່ງ​ຮູ້ສຶກ​ວ່າ​ຕ້ອງ​ລ້ຽງ​ອາຫານ​ແຂກ​ຕອນ​ເດິກ ແຕ່​ວ່າ​ລາວ​ກໍ​ບໍ່​ມີ​ຫຍັງ​ໃຫ້​ແຂກ​ກິນ​ເລີຍ. ພະ​ເຍຊູ​ບອກ​ວ່າ​ເພື່ອນ​ບ້ານ​ໃຫ້​ເຂົ້າຈີ່​ກັບ​ຊາຍ​ຄົນ​ນັ້ນ​ຍ້ອນ​ລາວ​ຊູຊີ​ຂໍ​ບໍ່​ເລີກ​ບໍ່​ແລ້ວ. ພະ​ເຍຊູ​ກຳລັງ​ສອນ​ຫຍັງ​ເຮົາ? ຖ້າ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ຍັງ​ເຕັມ​ໃຈ​ຊ່ວຍ​ເຫຼືອ​ເພື່ອນ​ບ້ານ​ຢ່າງ​ອົດ​ທົນ ແລ້ວ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ເດ​ຈະ​ແຮ່ງ​ຢາກ​ຊ່ວຍ​ເຫຼືອ​ເຮົາ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຮົາ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຂອງ​ພະອົງ​ຢ່າງ​ອົດ​ທົນ! ດັ່ງ​ນັ້ນ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ເມື່ອ​ເຮົາ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ ພະອົງ​ຈະ​ໃຫ້​ກັບ​ເຮົາ​ແນ່ນອນ.—ເພງ. 10:17; 66:19

19. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ຈະ​ຊະນະ​ຊາຕານ​ໄດ້?

19 ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ເຖິງ​ແມ່ນ​ຊາຕານ​ຈະ​ໂຈມຕີ​ເຮົາ​ຢ່າງ​ບໍ່​ຢຸດ​ຢ່ອນ ແຕ່​ເຮົາ​ກໍ​ຈະ​ຊະນະ​ມັນ​ແນ່ນອນ. ຍ້ອນ​ຫຍັງ? ຍ້ອນ​ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃນ​ສອງ​ວິທີ. ທຳອິດ ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ກັບ​ບັນຫາ. ທີ​ສອງ ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ຈົນ​ເຂົ້າ​ໂລກ​ໃໝ່. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ການ​ຊ່ວຍ​ເຫຼືອ​ຂອງ​ພະລັງ​ບໍລິສຸດ!

ເພງ 41 ຂໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ

^ ຂໍ້ 5 ບົດ​ຄວາມ​ນີ້​ຈະ​ອະທິບາຍ​ວ່າ​ພະລັງ​​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ແນວ​ໃດ ແລະ​ຍັງ​ບອກ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ພະລັງ​ບໍລິສຸດ.

^ ຂໍ້ 13 2 ຕີໂມເຕ 3:16, 17 (ລ.ມ.): “ພະ​ຄຳພີ​ທຸກ​ຕອນ​ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ ມີ​ປະໂຫຍດ​ສຳລັບ​ສອນ ຕັກ​ເຕືອນ ແກ້ໄຂ​ສິ່ງ​ຕ່າງໆໃຫ້​ຮຽບຮ້ອຍ ແລະ​ສັ່ງ​ສອນ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ເພື່ອ​ຄົນ​ຂອງ​ພະເຈົ້າ​ຈະ​ມີ​ຄວາມ​ສາມາດ​ພຽງ​ພໍ ແລະ​ມີ​ຄວາມ​ພ້ອມ​ສຳລັບ​ວຽກ​ທີ່​ດີ​ທຸກ​ຢ່າງ.”

^ ຂໍ້ 16 ລືກາ​ເນັ້ນ​ວ່າ​ການ​ອະທິດຖານ​ເປັນ​ສ່ວນ​ສຳຄັນ​ໃນ​ຊີວິດ​ຂອງ​ພະ​ເຍຊູ ລາວ​ເນັ້ນ​ເລື່ອງ​ນີ້​ຫຼາຍ​ກວ່າ​ຜູ້​ຂຽນ​ພະທຳ​ກິດຕິຄຸນ​ຄົນ​ອື່ນໆ.—ລືກາ 3:21; 5:16; 6:12; 9:18, 28, 29; 18:1; 22:41, 44

^ ຂໍ້ 17 ເບິ່ງ​ຂໍ້​ມູນ​ສຳລັບ​ສຶກສາ​ໃນ​ລືກາ 11:8 ໃນ​ແຫຼ່ງ​ອ້າງອີງ​ສຳລັບ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ປະຊຸມ ກໍລະກົດ 2018 ໜ້າ 4 (ພາສາ​ໄທ).

^ ຂໍ້ 61 ຄຳ​ອະທິບາຍ​ຮູບ​ພາບ: ສິ່ງ​ທີ 1: ພີ່​ນ້ອງ​ຄູ່​ໜຶ່ງ​ມາ​ຫໍ​ປະຊຸມ. ພວກ​ເຂົາ​ມາ​ປະຊຸມ​ຮ່ວມ​ກັນ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ສິ່ງ​ທີ 2: ພວກ​ເຂົາ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ. ສອງ​ສິ່ງ​ນີ້​ກ່ຽວ​ຂ້ອງ​ກັບ​ກິດຈະກຳ​ອື່ນໆທີ່​ພິຈາລະນາ​ໃນ​ບົດ​ຄວາມ​ນີ້ ເຊັ່ນ: ການ​ສຶກສາ​ຄຳພີ​ໄບເບິນ ການ​ປະກາດ ແລະ​ການ​ອະທິດຖານ.