ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ທຸກ​ຍາກ​ໃນ​ຕອນ​ຕົ້ນ ຮັ່ງມີ​ໃນ​ຕອນ​ປາຍ

ທຸກ​ຍາກ​ໃນ​ຕອນ​ຕົ້ນ ຮັ່ງມີ​ໃນ​ຕອນ​ປາຍ

ຂ້ອຍ​ເກີດ​ຢູ່​ກະຕູບ​ນ້ອຍໆທີ່​ເມືອງ​ລິບ​ເບີ​ຕີ້ ເຊິ່ງ​ເປັນ​ເມືອງ​ນ້ອຍໆໃນ​ລັດ​ອິນເດຍ​ນາ ປະເທດ​ສະຫະລັດ​ອາ​ເມຣິ​ກາ. ພໍ່​ແມ່​ຂອງ​ຂ້ອຍ​ມີ​ລູກ​ຫຼາຍ​ຄົນ ກ່ອນ​ຂ້ອຍ​ເກີດ​ພວກ​ເພິ່ນ​ມີ​ລູກ​ຊາຍ​ໜຶ່ງ​ຄົນ​ແລະ​ລູກ​ສາວ​ສອງ​ຄົນ ແລະ​ຫຼັງ​ຂ້ອຍ​ເກີດ​ກໍ​ມີ​ລູກ​ຊາຍ​ອີກ​ສອງ​ຄົນ​ແລະ​ລູກ​ສາວ​ອີກ​ໜຶ່ງ​ຄົນ.

ກະຕູບ​ນ້ອຍໆທີ່​ຂ້ອຍ​ເກີດ

ຕອນ​ສະໄໝ​ຮຽນ ຊີວິດ​ຂ້ອຍ​ກໍ​ບໍ່​ໄດ້​ມີ​ຫຍັງ​ປ່ຽນ​ແປງ​ຫຼາຍ. ຖ້າ​ເຈົ້າ​ຮຽນ​ຢູ່​ໂຮງ​ຮຽນ​ດຽວ​ກັບ​ຂ້ອຍ ໝູ່​ຕັ້ງ​ແຕ່​ສະໄໝ​ປະຖົມ​ຈົນ​ເຖິງ​ມັດທະຍົມ​ກໍ​ມີ​ແຕ່​ໜ້າ​ເກົ່າໆ ເຈົ້າ​ຮູ້ຈັກ​ຊື່​ເກືອບ​ທຸກ​ຄົນ​ໃນ​ເມືອງ​ແລະ​ເຂົາ​ເຈົ້າ​ກໍ​ຮູ້ຈັກ​ຊື່​ເຈົ້າ​ຄື​ກັນ.

ຂ້ອຍ​ຝຶກ​ເຮັດ​ວຽກ​ໃນ​ສວນ​ຕັ້ງ​ແຕ່​ຍັງ​ນ້ອຍ ພໍ່​ແມ່​ຂ້ອຍ​ມີ​ລູກ 7 ຄົນ

ເມືອງ​ລິບ​ເບີ​ຕີ້​ເປັນ​ເມືອງ​ທີ່​ອ້ອມ​ຮອບ​ດ້ວຍ​ສວນ​ຂະໜາດ​ນ້ອຍ ແລະ​ສ່ວນ​ໃຫຍ່​ແລ້ວ​ຈະ​ປູກ​ສາລີ​ເປັນ​ຫຼັກ. ຕັ້ງ​ແຕ່​ຂ້ອຍ​ເກີດ ພໍ່​ກໍ​ເຮັດ​ວຽກ​ເປັນ​ລູກ​ຈ້າງ​ໃນ​ສວນ. ເມື່ອ​ຂ້ອຍ​ໃຫຍ່​ເປັນ​ໄວຮຸ່ນ ຂ້ອຍ​ກໍ​ເລີ່ມ​ຮຽນ​ຂັບ​ລົດ​ໄຖ​ແລະ​ກໍ​ເຮັດ​ວຽກ​ໃນ​ສວນ​ຄື​ກັນ.

ພໍ່​ຂອງ​ຂ້ອຍ​ອາຍຸ​ຫຼາຍ​ແລ້ວ. ຕອນ​ຂ້ອຍ​ເກີດ​ເພິ່ນ​ກໍ​ອາຍຸ 56 ປີ​ແລ້ວ ແລະ​ແມ່​ກໍ​ອາຍຸ 35 ປີ. ແຕ່​ພໍ່​ກໍ​ຍັງ​ແຂງແຮງ​ແລະ​ສຸຂະພາບ​ດີ​ຢູ່. ເພິ່ນ​ເປັນ​ຄົນ​ມັກ​ເຮັດ​ວຽກ​ແລະ​ກໍ​ຍັງ​ສອນ​ໃຫ້​ລູກໆດຸ​ໝັ່ນ​ເຮັດ​ວຽກ​ຄື​ກັນ. ເຖິງ​ວ່າ​ພໍ່​ຈະ​ຫາ​ເງິນ​ໄດ້​ບໍ່​ຫຼາຍ ແຕ່​ເພິ່ນ​ກໍ​ໃຫ້​ພວກ​ເຮົາ​ມີ​ເຮືອນ​ຢູ່ ມີ​ເຄື່ອງ​ນຸ່ງ​ຫົ່ມ ແລະ​ອາຫານ​ຢ່າງ​ພຽງ​ພໍ ແລະ​ເພິ່ນ​ຍັງ​ມີ​ເວລາ​ໃຫ້​ພວກ​ເຮົາ​ສະເໝີ. ເພິ່ນ​ຕາຍ​ຕອນ​ອາຍຸ 93 ປີ ແລະ​ແມ່​ຕາຍ​ຕອນ​ອາຍຸ 86 ປີ. ພວກ​ເພິ່ນ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ນ້ອງ​ຊາຍ​ຂອງ​ຂ້ອຍ​ຄົນ​ໜຶ່ງ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ກໍ​ເປັນ​ຜູ້​ເຖົ້າ​ແກ່​ທີ່​ສັດ​ຊື່​ຕັ້ງ​ແຕ່​ປີ 1972.

ຕອນ​ຍັງ​ນ້ອຍ

ແມ່​ຂ້ອຍ​ເປັນ​ຄົນ​ເຄັ່ງ​ສາສະໜາ. ເພິ່ນ​ພາ​ພວກ​ເຮົາ​ໄປ​ໂບດ​ຄລິດ​ສະ​ຈັກ​ບັບ​ຕິ​ສ​ທຸກ​ວັນ​ອາທິດ. ຕອນ​ອາຍຸ 12 ປີ ຂ້ອຍ​ໄດ້​ຍິນ​ຄຳ​ສອນ​ເລື່ອງ​ຕີເອການຸພາບ​ຄັ້ງ​ທຳອິດ. ຂ້ອຍ​ກໍ​ເລີຍ​ຖາມ​ແມ່​ວ່າ: “ພະ​ເຍຊູ​ຈະ​ເປັນ​ທັງ​ພະ​ບຸດ​ແລະ​ພະ​ບິດາ​ໃນ​ເວລາ​ດຽວ​ກັນ​ໄດ້​ແນວ​ໃດ?” ແມ່​ຕອບ​ວ່າ: “ລູກ​ເອີຍ ມັນ​ເປັນ​ເລື່ອງ​ເລິກ​ລັບ. ເຮົາ​ບໍ່​ມີ​ທາງ​ເຂົ້າ​ໃຈ​ດອກ.” ມັນ​ກໍ​ເລີຍ​ເປັນ​ເລື່ອງ​ເລິກ​ລັບ​ສຳລັບ​ຂ້ອຍ. ຈົນ​ຂ້ອຍ​ອາຍຸ 14 ປີ ຂ້ອຍ​ກໍ​ຮັບ​ບັບເຕມາ​ໃນ​ຫ້ວຍ​ນໍ້າ​ແຖວ​ບ້ານ. ເຂົາ​ເຈົ້າ​ຈຸ່ມ​ຂ້ອຍ​ລົງ​ໃນ​ນໍ້າ 3 ເທື່ອ ທຳອິດ​ແມ່ນ​ໃນ​ນາມ​ພະ​ບິດາ ທີ​ສອງ​ໃນ​ນາມ​ພະ​ບຸດ ແລະ​ທີ​ສາມ​ໃນ​ນາມ​ພະ​ວິນຍານ​ບໍລິສຸດ!

ປີ 1952 ຕອນ​ຂ້ອຍ​ອາຍຸ 17 ກ່ອນ​ໄປ​ເປັນ​ທະຫານ

ຕອນ​ທີ່​ຂ້ອຍ​ຮຽນ​ມໍ​ປາຍ ໝູ່​ຂ້ອຍ​ຄົນ​ໜຶ່ງ​ທີ່​ເປັນ​ນັກ​ມວຍ​ໄດ້​ຊວນ​ຂ້ອຍ​ໃຫ້​ລອງ​ຕີ​ມວຍ​ເບິ່ງ. ຂ້ອຍ​ຈຶ່ງ​ເລີ່ມ​ຝຶກ​ຊ້ອມ​ແລະ​ເປັນ​ສະມາຊິກ​ຂອງ​ຄ້າຍ​ມວຍ​ຊື່​ເດິ ໂກ​ເດິ​ນ ໂກລບ. ຂ້ອຍ​ຊົກ​ບໍ່​ຄ່ອຍ​ເກັ່ງ ຂຶ້ນ​ຊົກ​ບໍ່​ເທົ່າ​ໃດ​ເທື່ອ​ກະ​ເຊົາ. ຕໍ່​ມາ​ຂ້ອຍ​ກໍ​ຖືກ​ເກນ​ເຂົ້າ​ກອງທັບ​ສະຫະລັດ​ອາ​ເມຣິ​ກາ​ແລະ​ຖືກ​ສົ່ງ​ໄປ​ເຢຍລະມັນ. ຜູ້​ບັນຊາ​ການ​ສົ່ງ​ຂ້ອຍ​ໄປ​ຮຽນ​ຢູ່​ວິທະຍາໄລ​ທະຫານ​ເພາະ​ເຂົາ​ເຈົ້າ​ຄິດ​ວ່າ​ຂ້ອຍ​ຄົງ​ຈະ​ເປັນ​ຫົວ​ໜ້າ​ທີ່​ດີ​ໄດ້. ເຂົາ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ມີ​ອາຊີບ​ເປັນ​ທະຫານ ແຕ່​ຂ້ອຍ​ບໍ່​ຢາກ​ເປັນ. ເມື່ອ​ເປັນ​ທະຫານ​ໄດ້​ສອງ​ປີ​ຂ້ອຍ​ກໍ​ລາ​ອອກ ຕອນ​ນັ້ນ​ເປັນ​ປີ 1956. ຫຼັງ​ຈາກ​ນັ້ນ​ບໍ່​ດົນ ຂ້ອຍ​ກໍ​ໄດ້​ເຂົ້າ​ຮ່ວມ​ກັບ​ກອງທັບ​ອີກ​ແບບ​ໜຶ່ງ​ເຊິ່ງ​ແຕກຕ່າງ​ກັນ​ຢ່າງ​ສິ້ນ​ເຊີງ.

1954-1956 ຂ້ອຍ​ເປັນ​ທະຫານ​ຢູ່​ກອງທັບ​ສະຫະລັດ​ອາ​ເມຣິ​ກາ 2 ປີ

ການ​ເລີ່ມ​ຕົ້ນ​ຊີວິດ​ໃໝ່

ກ່ອນ​ຮຽນ​ຄວາມ​ຈິງ ຂ້ອຍ​ມີ​ຄວາມ​ຄິດ​ຜິດໆກ່ຽວ​ກັບ​ການ​ເປັນ​ລູກ​ຜູ້​ຊາຍ​ຕົວ​ຈິງ ເພາະ​ຂ້ອຍ​ໄດ້​ຮັບ​ອິດທິພົນ​ຈາກ​ຮູບ​ເງົາ​ແລະ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ. ຂ້ອຍ​ຄິດ​ວ່າ​ຜູ້​ຊາຍ​ທີ່​ເວົ້າ​ເລື່ອງ​ຄຳພີ​ໄບເບິນ​ບໍ່​ແມ່ນ​ຜູ້​ຊາຍ​ແທ້ ແຕ່​ເມື່ອ​ຂ້ອຍ​ໄດ້​ຮຽນ​ບາງ​ຢ່າງ ຊີວິດ​ຂ້ອຍ​ກໍ​ປ່ຽນ​ໄປ. ມື້​ໜຶ່ງ ຕອນ​ທີ່​ຂ້ອຍ​ຂັບ​ລົດ​ສີ​ແດງ​ຄັນ​ງາມ​ຂອງ​ຂ້ອຍ​ເຂົ້າ​ໄປ​ໃນ​ເມືອງ ມີ​ຜູ້​ຍິງ​ສອງ​ຄົນ​ກວັກ​ມື​ເອີ້ນ​ຂ້ອຍ ເຂົາ​ເຈົ້າ​ເປັນ​ນ້ອງ​ສາວ​ຂອງ​ອ້າຍ​ເຂີຍ​ແລະ​ກໍ​ເປັນ​ພະຍານ​ພະ​ເຢໂຫວາ. ກ່ອນ​ໜ້າ​ນີ້​ຂ້ອຍ​ເຄີຍ​ຮັບ​ວາລະສານ​ຫໍສັງເກດການ ແລະ​ຕື່ນ​ເຖີດ! ນຳ​ເຂົາ​ເຈົ້າ ແຕ່​ຂ້ອຍ​ຮູ້ສຶກ​ວ່າ​ຫໍສັງເກດການ ຂ້ອນ​ຂ້າງ​ເຂົ້າ​ໃຈ​ຍາກ. ແລ້ວ​ຕອນ​ນີ້​ເຂົາ​ເຈົ້າ​ກໍ​ຊວນ​ຂ້ອຍ​ໄປ​ສຶກສາ​ປຶ້ມ​ປະຈຳ​ປະຊາຄົມ ເຊິ່ງ​ເປັນ​ການ​ປະຊຸມ​ກຸ່ມ​ນ້ອຍໆເພື່ອ​ສຶກສາ​ຄຳພີ​ໄບເບິນ​ຢູ່​ເຮືອນ​ຂອງ​ເຂົາ​ເຈົ້າ. ຂ້ອຍ​ບອກ​ເຂົາ​ເຈົ້າ​ວ່າ​ຈະ​ຄິດ​ເບິ່ງ​ກ່ອນ. ເຂົາ​ເຈົ້າ​ກໍ​ຍິ້ມ​ແລະ​ເວົ້າ​ວ່າ: “ເຈົ້າ​ສັນຍາ​ໄດ້​ບໍ​ວ່າ​ຈະ​ໄປ?” ຂ້ອຍ​ບອກ​ວ່າ: “ຂ້ອຍ​ສັນຍາ.”

ຂ້ອຍ​ເສຍໃຈ​ທີ່​ເວົ້າ​ແບບ​ນັ້ນ ແຕ່​ຂ້ອຍ​ບໍ່​ຢາກ​ຜິດ​ຄຳ​ສັນຍາ. ໃນ​ຄືນ​ນັ້ນ​ຂ້ອຍ​ກໍ​ເລີຍ​ໄປ​ປະຊຸມ. ຂ້ອຍ​ປະທັບ​ໃຈ​ເດັກ​ນ້ອຍ​ຫຼາຍ​ທີ່​ສຸດ. ບໍ່​ໜ້າ​ເຊື່ອ​ເລີຍ​ວ່າ​ເຂົາ​ເຈົ້າ​ຈະ​ຮູ້​ເລື່ອງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ປານ​ນັ້ນ! ເຖິງ​ວ່າ​ຂ້ອຍ​ຈະ​ໄປ​ໂບດ​ກັບ​ແມ່​ທຸກ​ວັນ​ອາທິດ ແຕ່​ຂ້ອຍ​ກໍ​ເກືອບ​ຈະ​ບໍ່​ຮູ້​ຫຍັງ​ເລີຍ. ຕອນ​ນີ້​ຂ້ອຍ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ແທ້ໆ ຂ້ອຍ​ກໍ​ເລີຍ​ຕົກ​ລົງ​ສຶກສາ​ຄຳພີ​ໄບເບິນ. ສິ່ງ​ທຳອິດ​ທີ່​ຂ້ອຍ​ໄດ້​ຮຽນ​ຄື ພະເຈົ້າ​ອົງ​ຍິ່ງໃຫຍ່​ສູງ​ສຸດ​ຊື່​ພະ​ເຢໂຫວາ. ຫຼາຍ​ປີ​ກ່ອນ​ໜ້າ​ນັ້ນ ຂ້ອຍ​ເຄີຍ​ຖາມ​ແມ່​ວ່າ​ພະຍານ​ພະ​ເຢໂຫວາ​ແມ່ນ​ໃຜ ແມ່​ຕອບ​ວ່າ: “ໂອ້ ເຂົາ​ເຈົ້າ​ນະມັດສະການ​ຜູ້​ຊາຍ​ເຖົ້າໆທີ່​ຊື່​ເຢໂຫວາ.” ແຕ່​ຕອນ​ນີ້​ຂ້ອຍ​ຮູ້ສຶກ​ວ່າ​ຕາ​ຂອງ​ຂ້ອຍ​ສະຫວ່າງ​ແລ້ວ!

ຂ້ອຍ​ກ້າວ​ໜ້າ​ໄວ ເພາະ​ຂ້ອຍ​ຮູ້​ວ່າ​ຂ້ອຍ​ໄດ້​ພົບ​ຄວາມ​ຈິງ​ແລ້ວ. ຫຼັງ​ຈາກ​ປະຊຸມ​ເທື່ອ​ທຳອິດ​ພຽງ​ແຕ່ 9 ເດືອນ ຂ້ອຍ​ກໍ​ຮັບ​ບັບເຕມາ​ໃນ​ເດືອນ​ມີນາ ປີ 1957. ຄວາມ​ຄິດ​ຂອງ​ຂ້ອຍ​ໄດ້​ປ່ຽນ​ໄປ. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮຽນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ເລື່ອງ​ການ​ເປັນ​ຜູ້​ຊາຍ​ທີ່​ແທ້​ຈິງ. ພະ​ເຍຊູ​ເປັນ​ຜູ້​ຊາຍ​ທີ່​ສົມບູນ​ແບບ ເພິ່ນ​ທັງ​ແຂງແຮງ​ແລະ​ມີ​ກຳລັງ​ຫຼາຍ​ກວ່າ​ຜູ້​ຊາຍ​ທຸກ​ຄົນ​ເທິງ​ໂລກ​ນີ້ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ໄປ​ສູ້​ກັບ​ໃຜ. ກົງ​ກັນ​ຂ້າມ ເພິ່ນ​ຍອມ ‘ທົນ​ທຸກ​ທໍລະມານ’ ຕາມ​ທີ່​ໄດ້​ບອກ​ໄວ້​ລ່ວງ​ໜ້າ. (ເອຊາອີ 53:2, 7) ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ລູກ​ສິດ​ແທ້​ຂອງ​ພະ​ເຍຊູ​ຕ້ອງ “ມີ​ໃຈ​ອ່ອນ​ຫວານ​ກັບ​ຄົນ​ທັງ​ປວງ.”—2 ຕີໂມເຕ 2:24

ຂ້ອຍ​ເລີ່ມ​ເປັນ​ໄພໂອເນຍ​ໃນ​ປີ​ຕໍ່​ມາ​ເຊິ່ງ​ກໍ​ຄື​ປີ 1958. ບໍ່​ດົນ​ຂ້ອຍ​ກໍ​ຢຸດ​ໄປ​ໄລຍະ​ໜຶ່ງ. ຍ້ອນ​ຫຍັງ? ຍ້ອນ​ຂ້ອຍ​ໄດ້​ຕັດສິນ​ໃຈ​ແຕ່ງ​ດອງ​ກັບ​ກ​ລໍ​ເຣຍ ເຊິ່ງ​ເປັນ​ໜຶ່ງ​ໃນ​ຜູ້​ຍິງ​ທີ່​ຊວນ​ຂ້ອຍ​ໃຫ້​ສຶກສາ​ຄຳພີ​ໄບເບິນ! ຂ້ອຍ​ບໍ່​ເຄີຍ​ເສຍໃຈ​ທີ່​ຕັດສິນ​ໃຈ​ແບບ​ນີ້. ກ​ລໍ​ເຣຍ​ເປັນ​ຄື​ກັບ​ເພັດ​ທີ່​ມີ​ຄ່າ​ຫຼາຍ ແລະ​ທຸກ​ມື້​ນີ້​ລາວ​ກໍ​ຍັງ​ເປັນ​ເພັດ​ຢູ່. ສຳລັບ​ຂ້ອຍ​ແລ້ວ​ລາວ​ມີ​ຄ່າ​ຫຼາຍ​ກວ່າ​ໂຮບ ໄດມ໋ອນ ເຊິ່ງ​ເປັນ​ເພັດ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ເມັດ​ໜຶ່ງ​ໃນ​ໂລກ ແລະ​ຂ້ອຍ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ແຕ່ງ​ດອງ​ກັບ​ລາວ! ຕອນ​ນີ້​ຂ້ອຍ​ຈະ​ໃຫ້​ກ​ລໍ​ເຣຍ​ເລົ່າ​ເລື່ອງ​ຕົວ​ເອງ​ສູ່​ຟັງ:

“ຂ້ອຍ​ມີ​ອ້າຍ​ເອື້ອຍ​ນ້ອງ 16 ຄົນ. ແມ່​ຂອງ​ຂ້ອຍ​ເປັນ​ພະຍານ​ທີ່​ສັດ​ຊື່ ເພິ່ນ​ຕາຍ​ຕອນ​ຂ້ອຍ​ອາຍຸ 14 ປີ. ຫຼັງ​ຈາກ​ນັ້ນ ພໍ່​ກໍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ. ເນື່ອງ​ຈາກ​ແມ່​ຕາຍ​ແລ້ວ ພໍ່​ກໍ​ເລີຍ​ໄປ​ລົມ​ກັບ​ຜູ້​ອຳນວຍ​ການ​ໂຮງ​ຮຽນ. ຕອນ​ນັ້ນ ເອື້ອຍ​ຂ້ອຍ​ຮຽນ​ຢູ່​ມໍ​ປາຍ​ປີ​ສຸດ​ທ້າຍ ພໍ່​ຈຶ່ງ​ຂໍຮ້ອງ​ອາຈານ​ວ່າ​ໃຫ້​ຂ້ອຍ​ກັບ​ເອື້ອຍ​ສະ​ຫຼັບ​ມື້​ກັນ​ໄປ​ໂຮງ​ຮຽນ​ໄດ້​ບໍ່ ເພື່ອ​ຈະ​ມີ​ຄົນ​ໜຶ່ງ​ຢູ່​ເຮືອນ​ເອົາ​ນ້ອງ​ແລະ​ເຮັດ​ຂອງ​ກິນ​ຖ້າ ເມື່ອ​ພໍ່​ກັບ​ມາ​ຈາກ​ວຽກ​ຕອນ​ແລງ​ກໍ​ຈະ​ໄດ້​ກິນ​ເຂົ້າ​ພ້ອມ​ກັນ. ຜູ້​ອຳນວຍ​ການ​ກໍ​ອະນຸຍາດ ເຮົາ​ກໍ​ເລີຍ​ເຮັດ​ແບບ​ນັ້ນ​ຈົນ​ເອື້ອຍ​ຮຽນ​ຈົບ. ມີ​ພະຍານ​ສອງ​ຄອບຄົວ​ມາ​ສຶກສາ​ໃຫ້​ເຮົາ ແລະ​ໃນ​ຄອບຄົວ​ຂອງ​ເຮົາ​ມີ 11 ຄົນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ມັກ​ການ​ປະກາດ ເຖິງ​ວ່າ​ຂ້ອຍ​ຈະ​ຂີ້​ອາຍ​ຫຼາຍ ແຕ່​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ​ອ້າຍ​ແຊມ ຜົວ​ຂອງ​ຂ້ອຍ​ກໍ​ຊ່ວຍ​ເຫຼືອ​ຂ້ອຍ​ສະເໝີ.”

ກ​ລໍ​ເຣຍ​ແລະ​ຂ້ອຍ​ແຕ່ງ​ດອງ​ກັນ​ໃນ​ເດືອນ​ກຸມພາ ປີ 1959. ພວກ​ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ເປັນ​ໄພໂອເນຍ​ນຳ​ກັນ. ໃນ​ເດືອນ​ກໍລະກົດ​ຂອງ​ປີ​ນັ້ນ ພວກ​ເຮົາ​ກໍ​ໄດ້​ຂຽນ​ໃບ​ສະໝັກ​ເຂົ້າ​ເບເທນ. ພວກ​ເຮົາ​ຢາກ​ເຮັດ​ວຽກ​ຮັບໃຊ້​ຢູ່​ສຳນັກງານ​ໃຫຍ່​ແທ້ໆ! ພີ່​ນ້ອງ​ໄຊ​ມ໋ອນ ເຄ​ຣກເກີ ເປັນ​ຜູ້​ສຳ​ພາດ​ພວກ​ເຮົາ. ໃນ​ຕອນ​ນັ້ນ​ລາວ​ບອກ​ວ່າ​ເບເທນ​ຍັງ​ບໍ່​ທັນ​ຮັບ​ຄູ່​ຜົວ​ເມຍ​ເທື່ອ. ແຕ່​ພວກ​ເຮົາ​ກໍ​ຍັງ​ຢາກ​ຮັບໃຊ້​ຢູ່​ເບເທນ​ຢູ່ ເຖິງ​ວ່າ​ຕ້ອງ​ໃຊ້​ເວລາ​ຫຼາຍ​ປີ​ກ່ອນ​ທີ່​ຈະ​ໄດ້​ເຮັດ​ວຽກ​ຢູ່​ທີ່​ນັ້ນ.

ເຮົາ​ຂຽນ​ຈົດ​ໝາຍ​ເຖິງ​ສຳນັກງານ​ໃຫຍ່​ແລະ​ຂໍ​ໃຫ້​ສົ່ງ​ພວກ​ເຮົາ​ໄປ​ໃນ​ເຂດ​ທີ່​ມີ​ຄວາມ​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ເຂົາ​ເຈົ້າ​ໃຫ້​ເຮົາ​ມີ​ທາງ​ເລືອກ​ດຽວ​ເທົ່າ​ນັ້ນ​ກໍ​ຄື​ເມືອງ​ພາຍ ບ​ລັບ ລັດ​ອາ​ກັນ​ຊໍ. ໃນ​ຕອນ​ນັ້ນ​ເມືອງ​ພາຍ ບ​ລັບ​ມີ​ແຕ່​ສອງ​ປະຊາຄົມ​ເທົ່າ​ນັ້ນ​ກໍ​ຄື​ປະຊາຄົມ​ພີ່​ນ້ອງ​ຜິວ​ຂາວ ແລະ​ປະຊາຄົມ​ພີ່​ນ້ອງ​ຜິວ​ດຳ. ພວກ​ເຮົາ​ຖືກ​ສົ່ງ​ໄປ​ປະຊາຄົມ​ພີ່​ນ້ອງ​ຜິວ​ດຳ ເຊິ່ງ​ມີ​ຜູ້​ປະກາດ​ພຽງ​ແຕ່ 14 ຄົນ.

ຄວາມ​ຫຍຸ້ງຍາກ​ຍ້ອນ​ການ​ແບ່ງ​ແຍກ​ເຊື້ອ​ຊາດ​ແລະ​ສີ​ຜິວ

ເຈົ້າ​ອາດ​ແປກ​ໃຈ​ວ່າ​ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ແຍກ​ຜູ້​ປະກາດ​ຜິວ​ຂາວ​ແລະ​ຜິວ​ດຳ. ຄຳຕອບ​ກໍ​ຄື ຕອນ​ນັ້ນ​ເຮົາ​ບໍ່​ມີ​ທາງ​ເລືອກ​ເພາະ​ມັນ​ເປັນ​ເລື່ອງ​ຜິດ​ກົດ​ໝາຍ​ທີ່​ຈະ​ໃຫ້​ຄົນ​ຜິວ​ຂາວ​ແລະ​ຜິວ​ດຳ​ຢູ່​ຮ່ວມ​ກັນ ແລະ​ອາດ​ເກີດ​ຄວາມ​ຮຸນແຮງ​ຂຶ້ນ​ໄດ້. ໃນ​ຫຼາຍ​ບ່ອນ ພີ່​ນ້ອງ​ຢ້ານ​ວ່າ​ຫໍ​ປະຊຸມ​ຈະ​ຖືກ​ທຳລາຍ​ຖ້າ​ຫາກ​ທັງ​ຄົນ​ຜິວ​ຂາວ​ແລະ​ຜິວ​ດຳ​ມາ​ປະຊຸມ​ນຳ​ກັນ. ແລ້ວ​ເຫດການ​ນັ້ນ​ກໍ​ເກີດ​ຂຶ້ນ​ແທ້ໆ. ຖ້າ​ພີ່​ນ້ອງ​ຜິວ​ດຳ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ໃນ​ເຂດ​ຂອງ​ຄົນ​ຜິວ​ຂາວ ເຂົາ​ເຈົ້າ​ອາດ​ຖືກ​ຈັບ​ແລະ​ຖືກ​ຕີ. ດັ່ງ​ນັ້ນ ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ໃຫ້​ສຳເລັດ ເຮົາ​ຈຶ່ງ​ເຊື່ອ​ຟັງ​ກົດ​ໝາຍ​ແລະ​ຫວັງ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ຈະ​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ.

ວຽກ​ປະກາດ​ຂອງ​ເຮົາ​ບໍ່​ງ່າຍ​ສະເໝີ​ໄປ ຕອນ​ທີ່​ເຮົາ​ປະກາດ​ໃນ​ເຂດ​ຂອງ​ຄົນ​ຜິວ​ດຳ ບາງ​ເທື່ອ​ກໍ​ໄປ​ເຄາະ​ຖືກ​ເຮືອນ​ຂອງ​ຄົນ​ຜິວ​ຂາວ. ເຮົາ​ຕ້ອງ​ຕັດສິນ​ໃຈ​ທັນທີ​ວ່າ​ຈະ​ສະເໜີ​ຄຳພີ​ໄບເບິນ​ສັ້ນໆ ຫຼື​ພຽງ​ແຕ່​ຂໍ​ໂທດ​ແລ້ວ​ກໍ​ໄປ. ນີ້​ຄື​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ນັ້ນ.

ຕອນ​ທີ່​ເຮົາ​ເປັນ​ໄພໂອເນຍ​ເຮົາ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ລ້ຽງ​ຕົວ​ເອງ. ວຽກ​ສ່ວນ​ໃຫຍ່​ທີ່​ເຮົາ​ເຮັດ​ໄດ້​ເງິນ 3 ໂດລາ​ຕໍ່​ມື້. ກ​ລໍ​ເຣຍ​ເຮັດ​ວຽກ​ແມ່​ບ້ານ​ສອງ​ສາມ​ບ່ອນ ແລະ​ຂ້ອຍ​ກໍ​ໄດ້​ຮັບ​ອະນຸຍາດ​ໃຫ້​ຊ່ວຍ​ລາວ​ຢູ່​ບ່ອນ​ໜຶ່ງ ເພື່ອ​ລາວ​ຈະ​ເຮັດ​ວຽກ​ແລ້ວ​ໂດຍ​ໃຊ້​ເວລາ​ເຄິ່ງ​ໜຶ່ງ. ຄອບຄົວ​ນັ້ນ​ລ້ຽງ​ອາຫານ​ສວຍ​ເຮົາ. ກ​ລໍ​ເຣຍ​ແລະ​ຂ້ອຍ​ແບ່ງ​ກັນ​ກິນ​ກ່ອນ​ຈະ​ໄປ. ແຕ່​ລະ​ອາທິດ ກ​ລໍ​ເຣຍ​ໄດ້​ລີດ​ເຄື່ອງ​ໃຫ້​ຄອບຄົວ​ໜຶ່ງ. ສ່ວນ​ຂ້ອຍ​ກໍ​ເຮັດ​ວຽກ​ຢູ່​ໃນ​ສວນ ອະນາໄມ​ປ່ອງ​ຢ້ຽມ​ແລະ​ເບິ່ງ​ແຍງ​ວຽກ​ອື່ນໆອ້ອມ​ແອ້ມ​ເຮືອນ. ເຮົາ​ໄດ້​ເຮັດ​ອະນາໄມ​ປ່ອງ​ຢ້ຽມ​ໃຫ້​ເຮືອນ​ຫຼັງ​ໜຶ່ງ​ທີ່​ເປັນ​ຄອບຄົວ​ຄົນ​ຜິວ​ຂາວ. ກ​ລໍ​ເຣຍ​ອະນາໄມ​ທາງ​ໃນ ສ່ວນ​ຂ້ອຍ​ກໍ​ອະນາໄມ​ທາງ​ນອກ. ຍ້ອນ​ຕ້ອງ​ເຮັດ​ໝົດ​ມື້ ເຈົ້າ​ຂອງ​ເຮືອນ​ເລີຍ​ລ້ຽງ​ອາຫານ​ສວຍ​ເຮົາ. ກ​ລໍ​ເຣຍ​ກິນ​ຢູ່​ໃນ​ເຮືອນ ແຕ່​ກິນ​ແຍກ​ຈາກ​ເຈົ້າ​ຂອງ​ເຮືອນ ສ່ວນ​ຂ້ອຍ​ກິນ​ຢູ່​ບ່ອນ​ມ້ຽນ​ລົດ ແຕ່​ກໍ​ບໍ່​ເປັນ​ຫຍັງ ມັນ​ເປັນ​ອາຫານ​ທີ່​ດີ​ຫຼາຍ. ຄອບຄົວ​ນີ້​ນິດໄສ​ດີ ແຕ່​ວ່າ​ເຂົາ​ເຈົ້າ​ກໍ​ຍັງ​ໄດ້​ຮັບ​ອິດທິພົນ​ຈາກ​ຄົນ​ອ້ອມ​ຂ້າງ. ຂ້ອຍ​ຈື່​ໄດ້​ເທື່ອ​ໜຶ່ງ​ຕອນ​ທີ່​ເຮົາ​ໄປ​ໃສ່​ນໍ້າມັນ​ຢູ່​ປໍ້າ ເມື່ອ​ໃສ່​ແລ້ວ ຂ້ອຍ​ກໍ​ຖາມ​ພະນັກງານ​ຜູ້​ຊາຍ​ຜິວ​ຂາວ​ວ່າ​ຂໍ​ໃຫ້​ກ​ລໍ​ເຣຍ​ເຂົ້າ​ຫ້ອງ​ນໍ້າ​ໄດ້​ບໍ. ລາວ​ແນມ​ເບິ່ງ​ໜ້າ​ຂ້ອຍ​ດ້ວຍ​ຄວາມ​ໃຈ​ຮ້າຍ​ແລ້ວ​ເວົ້າ​ວ່າ: “ປະຕູ​ມັນ​ລ໋ອກ.”

ນໍ້າໃຈ​ທີ່​ເຮົາ​ຈື່​ໄດ້​ບໍ່​ລືມ

ເຮົາ​ມີ​ຊ່ວງ​ເວລາ​ທີ່​ໜ້າ​ຍິນດີ​ກັບ​ພີ່​ນ້ອງ ແລະ​ເຮົາ​ກໍ​ຮັກ​ວຽກ​ຮັບໃຊ້​ຂອງ​ເຮົາ​ແທ້ໆ! ທຳອິດ​ທີ່​ເຮົາ​ໄປ​ຮອດ​ເມືອງ​ພາຍ ບ​ລັບ ເຮົາ​ໄດ້​ພັກ​ຢູ່​ກັບ​ພີ່​ນ້ອງ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ຮັບໃຊ້​ປະຊາຄົມ​ໃນ​ຕອນ​ນັ້ນ. ເມຍ​ຂອງ​ລາວ​ຍັງ​ບໍ່​ທັນ​ຢູ່​ໃນ​ຄວາມ​ຈິງ​ເທື່ອ ແລະ​ກ​ລໍ​ເຣຍ​ກໍ​ເລີ່ມ​ສຶກສາ​ໃຫ້​ກັບ​ເມຍ​ຂອງ​ລາວ. ໃນ​ເວລາ​ດຽວ​ກັນ ຂ້ອຍ​ກໍ​ໄດ້​ສຶກສາ​ໃຫ້​ກັບ​ລູກ​ສາວ​ແລະ​ລູກ​ເຂີຍ​ຂອງ​ລາວ. ແມ່​ກັບ​ລູກ​ສາວ​ທັງ​ສອງ​ຄົນ​ຕັດສິນ​ໃຈ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.

ເຮົາ​ມີ​ໝູ່​ທີ່​ໜ້າ​ຮັກ​ຫຼາຍ​ຄົນ​ໃນ​ປະຊາຄົມ​ຄົນ​ຜິວ​ຂາວ ເຂົາ​ເຈົ້າ​ເຊີນ​ພວກ​ເຮົາ​ໄປ​ກິນ​ເຂົ້າ​ແລງ​ນຳ​ຢູ່​ເຮືອນ ແຕ່​ເຮົາ​ຕ້ອງ​ໄປ​ຕອນ​ຄໍ່າ​ຈຶ່ງ​ບໍ່​ມີ​ຜູ້​ໃດ​ເຫັນ​ວ່າ​ພວກ​ເຮົາ​ຢູ່​ນຳ​ກັນ. ກຸ່ມ​ຄູ​ຄ​ລັກ​ຄ​ລານ (Ku Klux Klan ຫຼື KKK) ເປັນ​ອົງການ​ທີ່​ສົ່ງເສີມ​ການ​ແບ່ງ​ແຍກ​ສີ​ຜິວ​ແລະ​ຄວາມ​ຮຸນແຮງ​ທີ່​ກຳລັງ​ມີ​ອິດທິພົນ​ຫຼາຍ​ແທ້ໆ. ໃນ​ຄືນ​ວັນ​ຮາໂລວີນ ຂ້ອຍ​ຈື່​ໄດ້​ວ່າ​ຂ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ​ນັ່ງ​ຢູ່​ທີ່​ໜ້າ​ລະບຽງ​ເຮືອນ​ຂອງ​ລາວ ລາວ​ພູມ​ໃຈ​ໃນ​ໝວກ​ແລະ​ຊຸດ​ຂາວ​ທີ່​ລາວ​ໃສ່​ເຊິ່ງ​ຄື​ກັບ​ກຸ່ມ KKK. ແຕ່​ພີ່​ນ້ອງ​ກໍ​ບໍ່​ໄດ້​ໃຫ້​ເຫດການ​ທີ່​ບໍ່​ດີ​ນັ້ນ​ມາ​ປິດ​ກັ້ນ​ການ​ສະແດງ​ນໍ້າໃຈ​ຕໍ່​ກັນ. ໃນ​ລະດູ​ຮ້ອນ​ໜຶ່ງ ເຮົາ​ຕ້ອງການ​ເງິນ​ເພື່ອ​ຈະ​ໄປ​ປະຊຸມ​ພາກ ແລະ​ເພື່ອ​ເຮົາ​ຈະ​ສາມາດ​ໄປ​ປະຊຸມ​ໄດ້ ພີ່​ນ້ອງ​ຄົນ​ໜຶ່ງ​ຈຶ່ງ​ຊ່ວຍ​ຊື້​ລົດ​ຝອດ​ຮຸ່ນ​ປີ 1950 ຂອງ​ເຮົາ. ໃນ​ເດືອນ​ຕໍ່​ມາ ມີ​ຢູ່​ມື້​ໜຶ່ງ​ທີ່​ເຮົາ​ຮູ້ສຶກ​ເມື່ອຍ​ຫຼາຍ​ເພາະ​ຍ່າງ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ ມື້​ນັ້ນ​ອາກາດ​ກໍ​ຮ້ອນໆແລະ​ເຮົາ​ກໍ​ສຶກສາ​ໃຫ້​ຫຼາຍ​ຄົນ. ເມື່ອ​ກັບ​ມາ​ຮອດ​ເຮືອນ ເຮົາ​ຕົກໃຈ​ຫຼາຍ​ທີ່​ເຫັນ​ລົດ​ຂອງ​ເຮົາ​ຈອດ​ຢູ່​ໜ້າ​ເຮືອນ​ແລະ​ມີ​ຂໍ້​ຄວາມ​ໜຶ່ງ​ເໜັບ​ຢູ່​ໜ້າ​ແວ່ນ​ລົດ​ວ່າ: “ຂ້ອຍ​ຄືນ​ລົດ​ໃຫ້​ເຈົ້າ ນີ້​ເປັນ​ຂອງ​ຂວັນ​ຈາກ​ຂ້ອຍ. ພີ່​ນ້ອງ​ຂອງ​ເຈົ້າ.”

ອີກ​ປະສົບການ​ໜຶ່ງ​ທີ່​ເປັນ​ນໍ້າໃຈ​ຂອງ​ພີ່​ນ້ອງ​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ປະທັບ​ໃຈ. ໃນ​ປີ 1962 ຂ້ອຍ​ຖືກ​ເຊີນ​ເຂົ້າ​ໂຮງ​ຮຽນ​ພາ​ລາຊະກິດ​ຢູ່​ເມືອງ​ເຊົາ ແລນ​ຊິງ ລັດ​ນິວຢອກ. ເປັນ​ການ​ຝຶກ​ອົບ​ຮົບ​ໜຶ່ງ​ເດືອນ​ເຕັມໆສຳລັບ​ຜູ້​ດູ​ແລ​ປະຊາຄົມ ຜູ້​ດູ​ແລ​ໝວດ ແລະ​ຜູ້​ດູ​ແລ​ພາກ. ໃນ​ຕອນ​ນັ້ນ​ຂ້ອຍ​ບໍ່​ມີ​ວຽກ​ເຮັດ​ແລະ​ກໍ​ມີ​ເງິນ​ໜ້ອຍ​ດຽວ. ຂ້ອຍ​ໄດ້​ໄປ​ສຳ​ພາດ​ວຽກ​ຢູ່​ບໍລິສັດ​ໂທລະສັບ​ແຫ່ງ​ໜຶ່ງ​ໃນ​ເມືອງ​ພາຍ ບ​ລັບ. ຖ້າ​ເຂົາ​ເຈົ້າ​ຮັບ​ຂ້ອຍ ຂ້ອຍ​ກໍ​ຈະ​ເປັນ​ຄົນ​ຜິວ​ດຳ​ຄົນ​ທຳອິດ​ທີ່​ໄດ້​ເຮັດ​ວຽກ​ໃນ​ບໍລິສັດ​ນັ້ນ. ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ຮັບ​ຂ້ອຍ​ເຂົ້າ​ເຮັດ​ວຽກ. ແລ້ວ​ຂ້ອຍ​ຈະ​ເຮັດ​ແນວ​ໃດ​ດີ? ຂ້ອຍ​ບໍ່​ມີ​ເງິນ​ໄປ​ນິວຢອກ. ຂ້ອຍ​ໄດ້​ຄິດ​ຄັກ​ແລ້ວ​ວ່າ​ຈະ​ຮັບ​ວຽກ​ນີ້​ແລະ​ຈະ​ປະຕິເສດ​ຄຳ​ເຊີນ​ເຂົ້າ​ໂຮງ​ຮຽນ. ເມື່ອ​ຂ້ອຍ​ພ້ອມ​ທີ່​ຈະ​ຂຽນ​ຈົດ​ໝາຍ​ແຈ້ງ​ເບເທນ ກໍ​ມີ​ບາງ​ຢ່າງ​ທີ່​ເກີດ​ຂຶ້ນ​ເຊິ່ງ​ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ເລີຍ.

ໃນ​ປະຊາຄົມ​ຂອງ​ເຮົາ​ມີ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເຊິ່ງ​ຜົວ​ຂອງ​ລາວ​ບໍ່​ໄດ້​ຮຽນ​ຄວາມ​ຈິງ ລາວ​ມາ​ເຄາະ​ປະຕູ​ເຮືອນ​ຕັ້ງ​ແຕ່​ເຊົ້າ​ແລະ​ເອົາ​ຊອງ​ຈົດ​ໝາຍ​ໃຫ້​ຂ້ອຍ ໃນ​ນັ້ນ​ມີ​ເງິນ​ເຕັມ​ຊອງ​ເລີຍ. ທີ່​ຈິງ ລາວ​ແລະ​ພວກ​ລູກໆໄດ້​ຕື່ນ​ຕັ້ງ​ແຕ່​ເຊົ້າໆໄປ​ເຮັດ​ວຽກ​ຢູ່​ສວນ​ຝ້າຍ ເຂົາ​ເຈົ້າ​ເຮັດ​ວຽກ​ຫຼົກ​ຫຍ້າ. ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ເພື່ອ​ຈະ​ມີ​ເງິນ​ພໍ​ໃຫ້​ຂ້ອຍ​ໄປ​ນິວຢອກ​ໄດ້. ພີ່​ນ້ອງ​ຍິງ​ຄົນ​ນັ້ນ​ບອກ​ວ່າ: “ໄປ​ໂຮງ​ຮຽນ​ແລະ​ຮຽນ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ແລ້ວ​ກັບ​ມາ​ສອນ​ພວກ​ເຮົາ​ເ​ດີ້!” ຈາກ​ນັ້ນ ຂ້ອຍ​ກໍ​ຖາມ​ບໍລິສັດ​ໂທລະສັບ​ວ່າ​ຂ້ອຍ​ຂໍ​ເລື່ອນ​ເຮັດ​ວຽກ​ອີກ 5 ອາທິດ​ໄດ້​ບໍ? ຄຳຕອບ​ຊັດເຈນ​ຄື: “ບໍ່!” ແຕ່​ກໍ​ບໍ່​ເປັນ​ຫຍັງ ເພາະ​ວ່າ​ຂ້ອຍ​ໄດ້​ຕັດສິນ​ໃຈ​ໄວ້​ແລ້ວ. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ບໍ່​ໄດ້​ເຮັດ​ວຽກ​ນັ້ນ!

ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ຊົງ​ຈຳ​ຂອງ​ກ​ລໍ​ເຣຍ​ໃນ​ຊ່ວງ​ທີ່​ຢູ່​ເມືອງ​ພາຍ ບ​ລັບ. ລາວ​ບອກ​ວ່າ: “ຂ້ອຍ​ຕົກ​ຫຼຸມ​ຮັກ​ເຂດ​ວຽກ​ຮັບໃຊ້​ນີ້! ຂ້ອຍ​ມີ​ນັກ​ສຶກສາ 15 ເຖິງ 20 ຄົນ. ຕອນ​ເຊົ້າ​ຂ້ອຍ​ອອກ​ປະກາດ​ຕາມ​ບ້ານ​ເຮືອນ ແລະ​ນຳ​ການ​ສຶກສາ​ໃນ​ເຄິ່ງ​ມື້​ທີ່​ເຫຼືອ. ບາງ​ເທື່ອ​ກໍ​ຈົນ​ຮອດ 11 ໂມງ​ກາງຄືນ. ວຽກ​ຮັບໃຊ້​ເປັນ​ວຽກ​ທີ່​ມ່ວນ​ຫຼາຍ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ທີ່​ນີ້. ຂ້ອຍ​ຍອມ​ຮັບ​ວ່າ​ຂ້ອຍ​ບໍ່​ຢາກ​ປ່ຽນ​ວຽກ​ມອບ​ໝາຍ ແລະ​ບໍ່​ຢາກ​ເຮັດ​ວຽກ​ເດີນ​ໝວດ ແຕ່​ພະ​ເຢໂຫວາ​ຄິດ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ຂ້ອຍ​ເຮັດ​ຫຍັງ.” ແລ້ວ​ພະອົງ​ກໍ​ເຮັດ​ແບບ​ນັ້ນ​ແທ້ໆ.

ເປັນ​ຜູ້​ດູ​ແລ​ເດີນ​ທາງ

ຕອນ​ທີ່​ເຮົາ​ຮັບໃຊ້​ເປັນ​ໄພໂອເນຍ​ຢູ່​ເມືອງ​ພາຍ ບ​ລັບ ໃນ​ທີ່​ສຸດ​ເຮົາ​ກໍ​ຖືກ​ແຕ່ງ​ຕັ້ງ​ເປັນ​ໄພໂອເນຍ​ພິເສດ. ທີ່​ຈິງ ເຮົາ​ກໍ​ຄາດ​ໝາຍ​ໄວ້​ແລ້ວ​ວ່າ​ຈະ​ເປັນ​ແບບ​ນັ້ນ. ຍ້ອນ​ຫຍັງ? ຍ້ອນ​ເຮົາ​ຮູ້​ວ່າ​ຜູ້​ດູ​ແລ​ພາກ​ຢາກ​ໃຫ້​ເຮົາ​ຊ່ວຍ​ປະຊາຄົມ​ໃນ​ລັດ​ເ​ທັກ​ຊັດ ແລະ​ລາວ​ຢາກ​ໃຫ້​ເຮົາ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ຫັ້ນ. ເຮົາ​ກໍ​ເຫັນ​ດີ​ນຳ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຖ້າ​ແລ້ວ​ຖ້າ​ອີກ ໂດຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຄຳຕອບ ເຮົາ​ໄປ​ເບິ່ງ​ຕູ້​ຈົດ​ໝາຍ​ເລື້ອຍໆ ແຕ່​ກໍ​ບໍ່​ເຫັນ​ຫຍັງ. ໃນ​ທີ່​ສຸດ ຈົດ​ໝາຍ​ກໍ​ມາ ເຮົາ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ເດີນ​ໝວດ! ຕອນ​ນັ້ນ​ເປັນ​ເດືອນ​ມັງກອນ​ປີ 1965 ພີ່​ນ້ອງ​ລີອອນ ວີ​ເ​ວີ ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ດູ​ແລ​ໝວດ​ຄື​ກັນ ເຊິ່ງ​ປັດຈຸບັນ​ລາວ​ເປັນ​ຜູ້​ປະສານ​ງານ​ໃນ​ຄະນະ​ກຳມະການ​ສາຂາ​ຢູ່​ສະຫະລັດ​ອາ​ເມຣິ​ກາ.

ຂ້ອຍ​ກັງວົນ​ຫຼາຍ​ຕອນ​ທີ່​ຈະ​ເປັນ​ຜູ້​ດູ​ແລ​ໝວດ. ໜຶ່ງ​ປີ​ກ່ອນ​ໜ້າ​ນັ້ນ ຜູ້​ດູ​ແລ​ພາກ​ຊື່ ເຈມ ເອ. ທອມ​ສັນ ຈູ​ເນ​ຍ ໄດ້​ພິຈາລະນາ​ຄຸນສົມບັດ​ຂອງ​ຂ້ອຍ. ລາວ​ບອກ​ຢ່າງ​ກະລຸນາ​ວ່າ​ຂ້ອຍ​ຕ້ອງ​ປັບ​ປຸງ​ຫຍັງ​ແດ່ ແລະ​ເວົ້າ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ທີ່​ຜູ້​ດູ​ແລ​ໝວດ​ຕ້ອງ​ມີ. ບໍ່​ດົນ​ຫຼັງ​ຈາກ​ທີ່​ຂ້ອຍ​ເລີ່ມ​ເດີນ​ໝວດ ຂ້ອຍ​ຈຶ່ງ​ຮູ້​ວ່າ​ຕົວ​ເອງ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ​ຫຼາຍ​ແທ້ໆ. ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ພີ່​ນ້ອງ ທອມ​ສັນ​ເປັນ​ຜູ້​ດູ​ແລ​ພາກ​ຄົນ​ທຳອິດ​ທີ່​ຂ້ອຍ​ເຮັດ​ວຽກ​ນຳ. ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ພີ່​ນ້ອງ​ທີ່​ສັດ​ຊື່​ຄົນ​ນີ້.

ຂ້ອຍ​ຍັງ​ບໍ່​ລືມ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່​ນ້ອງ​ທີ່​ມີ​ປະສົບການ

ໃນ​ສະໄໝ​ນັ້ນ​ຜູ້​ດູ​ແລ​ໝວດ​ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ພຽງ​ແຕ່​ໜ້ອຍ​ດຽວ. ພາຍ​ໃນ​ໜຶ່ງ​ອາທິດ​ຂ້ອຍ​ຕ້ອງ​ສັງເກດ​ເບິ່ງ​ວິທີ​ທີ່​ຜູ້​ດູ​ແລ​ໝວດ​ເຮັດ​ວຽກ​ຕອນ​ທີ່​ໄປ​ຢາມ​ປະຊາຄົມ​ໜຶ່ງ. ແລ້ວ​ອາທິດ​ຕໍ່​ມາ​ລາວ​ຈະ​ສັງເກດ​ເບິ່ງ​ວິທີ​ທີ່​ຂ້ອຍ​ຢາມ​ອີກ​ປະຊາຄົມ​ໜຶ່ງ ແລະ​ລາວ​ກໍ​ຈະ​ໃຫ້​ຂໍ້​ສະເໜີ​ແນະ​ແລະ​ຄຳ​ແນະນຳ. ແຕ່​ຫຼັງ​ຈາກ​ທີ່​ເຮົາ​ກັບ​ໄປ​ເຂດ​ມອບ​ໝາຍ ຂ້ອຍ​ກໍ​ຍັງ​ຈື່​ສິ່ງ​ທີ່​ຂ້ອຍ​ເວົ້າ​ກັບ​ກ​ລໍ​ເຣຍ​ໄດ້​ວ່າ: “ລາວ​ຕ້ອງ​ໄປ​ຕອນ​ນີ້​ແທ້ໆຫວາ?” ໃນ​ຕອນ​ນັ້ນ ຂ້ອຍ​ໄດ້​ຮຽນ​ຮູ້​ບາງ​ສິ່ງ​ທີ່​ສຳຄັນ. ທີ່​ຈິງ​ແລ້ວ​ມີ​ພີ່​ນ້ອງ​ທີ່​ດີ​ຫຼາຍ​ຄົນ​ທີ່​ພ້ອມ​ຈະ​ຊ່ວຍ​ເຈົ້າ​ໄດ້​ສະເໝີ ຖ້າ​ເຈົ້າ​ຢາກ​ໃຫ້​ຊ່ວຍ. ຂ້ອຍ​ຍັງ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຈາກ​ພີ່​ນ້ອງ​ທີ່​ມີ​ປະສົບການ ເຊັ່ນ: ພີ່​ນ້ອງ​ເຈ. ອາ. ບຣາວ ເຊິ່ງ​ຕໍ່​ມາ​ກໍ​ໄດ້​ເປັນ​ຜູ້​ດູ​ແລ​ໝວດ ແລະ​ພີ່​ນ້ອງ​ເຟຣດ ຣັກ​ເຊິ່ງ​ເປັນ​ສະມາຊິກ​ຄອບຄົວ​ເບເທນ.

ໃນ​ສະໄໝ​ນັ້ນ​ການ​ແບ່ງ​ແຍກ​ສີ​ຜິວ​ມີ​ຢູ່​ທົ່ວ​ທຸກ​ບ່ອນ. ມີ​ເທື່ອ​ໜຶ່ງ​ທີ່​ພວກ KKK ໄດ້​ເດີນ​ຂະບວນ​ໃນ​ເມືອງ​ໜຶ່ງ​ທີ່​ເຮົາ​ໄປ​ຢາມ​ຢູ່​ລັດ​ເ​ທັນ​ເ​ນັດ​ຊີ. ຂ້ອຍ​ຍັງ​ຈື່​ໄດ້​ຕອນ​ທີ່​ພວກ​ເຮົາ​ຢູ່​ຮ້ານ​ອາຫານ​ເພື່ອ​ພັກ​ບຶດ​ໜຶ່ງ​ຈາກ​ວຽກ​ຮັບໃຊ້. ຕອນ​ທີ່​ຂ້ອຍ​ຍ່າງ​ໄປ​ເຂົ້າ​ຫ້ອງ​ນໍ້າ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ສັກ​ລາຍ​ເຕັມ​ໂຕ​ເປັນ​ຕາ​ຢ້ານ​ຍ່າງ​ນຳ​ຫຼັງ​ຂ້ອຍ​ໄປ​ຫ້ອງ​ນໍ້າ ແຕ່​ບໍ່​ດົນ ພີ່​ນ້ອງ​ຜິວ​ຂາວ​ຄົນ​ໜຶ່ງ​ທີ່​ໂຕ​ໃຫຍ່​ກວ່າ​ພວກ​ເຮົາ​ຫຼາຍ​ຍ່າງ​ເຂົ້າ​ມາ​ແລ້ວ​ຖາມ​ຂ້ອຍ​ວ່າ: “ພີ່​ນ້ອງ​ເຮີດ ທຸກ​ຢ່າງ​ໂອ​ເຄ​ບໍ?” ເມື່ອ​ເຫັນ​ແບບ​ນັ້ນ​ຜູ້​ຊາຍ​ທີ່​ນຳ​ຂ້ອຍ​ມາ​ກໍ​ຟ້າວ​ອອກ​ໄປ​ໂດຍ​ບໍ່​ທັນ​ໃຊ້​ຫ້ອງ​ນໍ້າ​ຊໍ້າ. ຫຼາຍ​ປີ​ຜ່ານ​ໄປ ຂ້ອຍ​ໄດ້​ເຫັນ​ວ່າ​ແທ້ໆແລ້ວ​ບັນຫາ​ເລື່ອງ​ການ​ແບ່ງ​ແຍກ​ສີ​ຜິວ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ສີ​ຜິວ ແຕ່​ເປັນ​ຍ້ອນ​ຄວາມ​ບາບ​ຂອງ​ພວກ​ເຮົາ​ທຸກ​ຄົນ. ຂ້ອຍ​ຍັງ​ໄດ້​ຮຽນ​ຮູ້​ວ່າ​ພີ່​ນ້ອງ​ຂອງ​ເຮົາ​ກໍ​ຄື​ພີ່​ນ້ອງ​ຂອງ​ເຮົາ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ສີ​ຜິວ​ຫຍັງ ແລະ​ຖ້າ​ຈຳເປັນ​ເຂົາ​ເຈົ້າ​ກໍ​ຍອມ​ຕາຍ​ແທນ​ເຈົ້າ​ໄດ້.

ຮັ່ງມີ​ຕອນ​ທ້າຍ

ເຮົາ​ເຮັດ​ວຽກ​ເດີນ​ໝວດ 12 ປີ ແລະ​ເຮັດ​ວຽກ​ເປັນ​ຜູ້​ດູ​ແລ​ພາກ​ອີກ 21 ປີ. ຕະຫຼອດ​ເວລາ​ຫຼາຍ​ປີ​ນັ້ນ ເຮົາ​ພົບ​ແຕ່​ເລື່ອງ​ດີໆ ໄດ້​ຮັບ​ພອນ​ທີ່​ເຮັດ​ໃຫ້​ຮັ່ງມີ​ຫຼາຍ​ຢ່າງ ແລະ​ເຕັມ​ໄປ​ດ້ວຍ​ປະສົບການ​ທີ່​ໃຫ້​ກຳລັງ​ໃຈ. ແຕ່​ຍັງ​ມີ​ພອນ​ອື່ນໆທີ່​ຍັງ​ລໍ​ຖ້າ​ພວກ​ເຮົາ​ຢູ່. ໃນ​ເດືອນ​ສິງ​ຫາ ປີ 1997 ຝັນ​ທີ່​ເຮົາ​ລໍ​ຖ້າ​ມາ​ຫຼາຍ​ປີ​ກໍ​ເປັນ​ຈິງ. ເຮົາ​ຖືກ​ເຊີນ​ເຂົ້າ​ເບເທນ​ໃນ​ສະຫະລັດ​ອາ​ເມຣິ​ກາ. ນັ້ນ​ເປັນ​ເວລາ 38 ປີ ຫຼັງ​ຈາກ​ທີ່​ເຮົາ​ຂຽນ​ໃບ​ສະໝັກ​ເທື່ອ​ທຳອິດ. ເດືອນ​ຕໍ່​ມາ​ເຮົາ​ກໍ​ຮັບໃຊ້​ໃນ​ເບເທນ. ຂ້ອຍ​ຄິດ​ວ່າ​ພີ່​ນ້ອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ເບເທນ​ຢາກ​ໃຫ້​ຂ້ອຍ​ຊ່ວຍ​ວຽກ​ໃນ​ໄລຍະ​ສັ້ນໆ ແຕ່​ບໍ່​ໄດ້​ເປັນ​ແບບ​ນັ້ນ.

ກລໍເຣຍ​ເປັນ​ຄື​ກັບ​ເພັດ​ທີ່​ມີ​ຄ່າ​ຫຼາຍ ແລະ​ທຸກ​ມື້​ນີ້​ລາວ​ກໍ​ຍັງ​ເປັນ​ເພັດ​ຢູ່

ວຽກ​ມອບ​ໝາຍ​ທຳອິດ​ຂອງ​ຂ້ອຍ​ແມ່ນ​ຢູ່​ໃນ​ພະແນກ​ການ​ຮັບໃຊ້. ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ແທ້ໆ! ພີ່​ນ້ອງ​ໃນ​ພະແນກ​ນີ້​ຈະ​ໄດ້​ຮັບ​ຄຳຖາມ​ຈາກ​ຄະນະ​ຜູ້​ເຖົ້າ​ແກ່ ຜູ້​ດູ​ແລ​ໝວດ ແລະ​ຜູ້​ດູ​ພາກ​ທົ່ວ​ປະເທດ ຄຳຖາມ​ທີ່​ສົ່ງ​ມາ​ກໍ​ເປັນ​ຄຳຖາມ​ທີ່​ຍາກໆແລະ​ເປັນ​ເລື່ອງ​ລະອຽດ​ອ່ອນ. ຂ້ອຍ​ເຫັນ​ຄຸນຄ່າ​ໃນ​ຄວາມ​ອົດ​ທົນ​ແລະ​ການ​ຊ່ວຍ​ເຫຼືອ​ຂອງ​ພີ່​ນ້ອງ​ທີ່​ຝຶກ​ອົບຮົມ​ຂ້ອຍ. ຖ້າ​ຂ້ອຍ​ໄດ້​ຮັບ​ວຽກ​ມອບ​ໝາຍ​ນີ້​ອີກ​ຄັ້ງ ຂ້ອຍ​ຈະ​ຍັງ​ຕ້ອງ​ຮຽນ​ຮູ້​ອີກ​ຫຼາຍ​ຢ່າງ​ຈາກ​ພີ່​ນ້ອງ​ເຫຼົ່າ​ນັ້ນ.

ກ​ລໍ​ເຣຍ​ແລະ​ຂ້ອຍ​ຮັກ​ຊີວິດ​ໃນ​ເບເທນ. ເຮົາ​ມັກ​ຕື່ນ​ແຕ່​ເຊົ້າໆ ແລະ​ນິດໄສ​ນີ້​ເປັນ​ປະໂຫຍດ​ແທ້ໆກັບ​ຊີວິດ​ໃນ​ເບເທນ. ຫຼັງ​ຈາກ​ໜຶ່ງ​ປີ​ຕໍ່​ມາ ຂ້ອຍ​ເລີ່ມ​ຮັບໃຊ້​ເປັນ​ຜູ້​ຊ່ວຍ​ຄະນະ​ກຳມະການ​ຝ່າຍ​ການ​ຮັບໃຊ້​ຂອງ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ. ໃນ​ປີ 1999 ຂ້ອຍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ. ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍ​ສິ່ງ​ຈາກ​ວຽກ​ມອບ​ໝາຍ​ນີ້ ແລະ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ຂ້ອຍ​ໄດ້​ຮຽນ​ຮູ້​ກໍ​ຄື​ປະມຸກ​ຂອງ​ປະຊາຄົມ​ຄລິດສະຕຽນ​ແມ່ນ​ພະ​ເຍຊູ​ບໍ່​ແມ່ນ​ມະນຸດ.

ຕັ້ງ​ແຕ່​ປີ 1999 ຂ້ອຍ​ໄດ້​ຮັບ​ສິດທິ​ພິເສດ​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ

ເມື່ອ​ຂ້ອຍ​ຄິດ​ເຖິງ​ຊີວິດ​ຂອງ​ຕົວ​ເອງ ບາງ​ເທື່ອ​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ເປັນ​ຄື​ກັບ​ຜູ້​ພະຍາກອນ​ອາໂມດ. ພະ​ເຢໂຫວາ​ສັງເກດ​ເຫັນ​ອາໂມດ​ເຊິ່ງ​ເປັນ​ຄົນ​ລ້ຽງ​ແກະ​ທີ່​ຖ່ອມ​ຕົວ ລາວ​ເຮັດ​ວຽກ​ເກັບ​ໝາກ​ເດື່ອ​ເຊິ່ງ​ເປັນ​ວຽກ​ທີ່​ຕໍ່າ​ຕ້ອຍ​ແລະ​ເປັນ​ອາຫານ​ຂອງ​ຄົນ​ທຸກ​ຍາກ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ແຕ່ງ​ຕັ້ງ​ໃຫ້​ລາວ​ເປັນ​ຜູ້​ພະຍາກອນ​ແລະ​ພະອົງ​ກໍ​ອວຍ​ພອນ​ໃຫ້​ລາວ​ຫຼາຍ​ຢ່າງ​ຕອນ​ທີ່​ລາວ​ເຮັດ​ວຽກ​ມອບ​ໝາຍ. (ອາໂມດ 7:14, 15) ພະ​ເຢໂຫວາ​ກໍ​ສັງເກດ​ເຫັນ​ຂ້ອຍ​ເຊິ່ງ​ເປັນ​ລູກ​ຊາວ​ໄຮ່​ຊາວ​ສວນ​ໃນ​ເມືອງ​ລິບ​ເບີ​ຕີ້ ລັດ​ອິນເດຍ​ນາ​ຄື​ກັນ. ພະອົງ​ໄດ້​ອວຍ​ພອນ​ຂ້ອຍ​ຢ່າງ​ລົ້ນ​ເຫຼືອ ເຊິ່ງ​ທີ່​ເລົ່າ​ມາ​ທັງ​ໝົດ​ນັ້ນ​ກໍ​ຍັງ​ເລົ່າ​ບໍ່​ໝົດ! (ສຸພາສິດ 10:22) ຊີວິດ​ຂອງ​ຂ້ອຍ​ອາດ​ເບິ່ງ​ຄື​ວ່າ​ທຸກ​ຍາກ​ໃນ​ຕອນ​ຕົ້ນ ແຕ່​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ໃນ​ຕອນ​ປາຍ​ຂ້ອຍ​ຮັ່ງມີ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຄິດ​ອີກ!