ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ​ຮັກ​ຄົນ​ທີ່ “ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ]”

ພະ​ເຢໂຫວາ​ຮັກ​ຄົນ​ທີ່ “ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ]”

“ແຕ່​ວ່າ​ອັນ​ທີ່​ຢູ່​ໃນ​ດິນ​ດີ​ເປັນ​ຄົນ​ທັງ​ຫຼາຍ​ທີ່ . . . ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ].”—ລືກາ 8:15

ເພງ: 68, 72

1, 2. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ໄດ້​ກຳລັງ​ໃຈ​ຈາກ​ພີ່​ນ້ອງ​ທີ່​ຍັງ​ປະກາດ​ຕໍ່ໆໄປ​ໃນ​ເຂດ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ຟັງ? (ເບິ່ງ​ຮູບ​ທຳອິດ) (ຂ) ພະ​ເຍຊູ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ປະກາດ “ໃນ​ເມືອງ” ຂອງ​ເພິ່ນ​ເອງ? (ເບິ່ງ​ໄຂ​ເງື່ອນ)

ເຊີຈີໂອ​ກັບ​ໂອລິນດ້າ​ເປັນ​ຄູ່​ຜົວ​ເມຍ​ໄພໂອເນຍ​ໃນ​ປະເທດ​ອາເມຣິກາ ເຊິ່ງ​ມີ​ອາຍຸ​ຫຼາຍ​ກວ່າ 80 ປີ​ແລ້ວ. ເມື່ອ​ບໍ່​ດົນ​ມາ​ນີ້​ເຂົາ​ເຈົ້າ​ຮູ້ສຶກ​ເຈັບ​ຂາ ໄປ​ໃສ​ມາ​ໃສ​ກໍ​ຍາກ. ແຕ່​ຕອນ​ເຊົ້າ 7 ໂມງ​ເຂົາ​ເຈົ້າ​ກໍ​ຍັງ​ຍ່າງ​ໄປ​ເດີ່ນ​ສາທາລະນະ​ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ຄົນ​ຫຼາຍ ແລະ​ກໍ​ເຮັດ​ແບບ​ນີ້​ມາ​ຫຼາຍ​ປີ​ແລ້ວ. ເຂົາ​ເຈົ້າ​ຈະ​ຢູ່​ໃກ້​ກັບ​ປ້າຍ​ລົດ​ເມ​ແລະ​ສະເໜີ​ປຶ້ມ​ໃຫ້​ຄົນ​ທີ່​ຍ່າງ​ກາຍ​ໄປ​ມາ. ເຖິງ​ວ່າ​ຫຼາຍ​ຄົນ​ຈະ​ບໍ່​ສົນ​ໃຈ ແຕ່​ເຊີຈີໂອ​ກັບ​ໂອລິນດ້າ​ກໍ​ຍັງ​ຢືນ​ຢູ່​ບ່ອນ​ນັ້ນ ແລະ​ກໍ​ຍິ້ມ​ໃຫ້​ກັບ​ຄົນ​ທີ່​ແນມ​ເບິ່ງ​ເຂົາ​ເຈົ້າ. ແລ້ວ​ຕອນ​ບ່າຍ​ເຂົາ​ເຈົ້າ​ກໍ​ຈະ​ຄ່ອຍໆຍ່າງ​ເມືອ​ເຮືອນ. ຕອນ 7 ໂມງ​ເຊົ້າ​ໃນ​ມື້​ຕໍ່​ມາ ເຂົາ​ເຈົ້າ​ກໍ​ຈະ​ໄປ​ທີ່​ປ້າຍ​ລົດ​ເມ​ອີກ. ເຂົາ​ເຈົ້າ​ປະກາດ​ຕອນ​ເຊົ້າ​ແບບ​ນີ້​ອາທິດ​ລະ 6 ມື້ ຕະຫຼອດ​ທັງ​ປີ.

2 ຍັງ​ມີ​ພີ່​ນ້ອງ​ອີກ​ຫຼາຍ​ຄົນ​ທີ່​ສັດ​ຊື່​ຄື​ກັບ​ເຊີຈີໂອ​ແລະ​ໂອລິນດ້າ ເຊິ່ງ​ປະກາດ​ໃນ​ເຂດ​ຂອງ​ຕົວ​ເອງ​ມາ​ຫຼາຍ​ປີ​ທັງໆທີ່​ບໍ່​ຄ່ອຍ​ມີ​ຄົນ​ຟັງ. ເຈົ້າ​ກໍ​ອາດ​ເປັນ​ໜຶ່ງ​ໃນ​ນັ້ນ. ດັ່ງ​ນັ້ນ ເຮົາ​ຂໍ​ຊົມ​ເຊີຍ​ເຈົ້າ​ເພາະ​ເຖິງ​ວ່າ​ຈະ​ບໍ່​ງ່າຍ ແຕ່​ເຈົ້າ​ກໍ​ຍັງ​ອົດ​ທົນ​ແລະ​ປະກາດ​ຕໍ່​ໄປ. * (ເບິ່ງ​ໄຂ​ເງື່ອນ) ຕົວຢ່າງ​ຂອງ​ເຈົ້າ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຫຼາຍ​ຄົນ​ລວມ​ທັງ​ພີ່​ນ້ອງ​ທີ່​ມີ​ປະສົບການ​ມາ​ຫຼາຍ​ປີ ຂໍ​ສັງເກດ​ສິ່ງ​ທີ່​ຜູ້​ດູ​ແລ​ໝວດ​ບາງ​ຄົນ​ເວົ້າ ມີ​ຄົນ​ໜຶ່ງ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ເຮັດ​ວຽກ​ຮັບໃຊ້​ກັບ​ພີ່​ນ້ອງ​ທີ່​ສັດ​ຊື່ ຂ້ອຍ​ຮູ້ສຶກ​ໄດ້​ຮັບ​ກຳລັງ​ຈາກ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ.” ສ່ວນ​ຄົນ​ໜຶ່ງ​ບອກ​ວ່າ: “ຄວາມ​ສັດ​ຊື່​ຂອງ​ເຂົາ​ເຈົ້າ​ເສີມ​ກຳລັງ​ໃຈ​ຂ້ອຍ​ໃຫ້​ອອກ​ຄວາມ​ພະຍາຍາມ​ແລະ​ກ້າຫານ​ໃນ​ວຽກ​ຮັບໃຊ້.” ແລະ​ອີກ​ຄົນ​ໜຶ່ງ​ກໍ​ເວົ້າ​ວ່າ: “ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ປະທັບ​ໃຈ​ແທ້ໆ.”

3. ເຮົາ​ຈະ​ພິຈາລະນາ 3 ຄຳຖາມ​ຫຍັງ ແລະ​ຍ້ອນ​ຫຍັງ?

3 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຕອບ​ຄຳຖາມ 3 ຂໍ້​ເຊິ່ງ​ກໍ​ຄື: (1) ເປັນ​ຫຍັງ​ບາງ​ຄັ້ງ​ເຮົາ​ອາດ​ຮູ້ສຶກ​ໝົດ​ກຳລັງໃຈ? (2) ການ​ເກີດ​ໝາກ​ໝາຍ​ເຖິງ​ຫຍັງ? (3) ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເກີດ​ໝາກ​ດ້ວຍ​ຄວາມ​ພຽນ​ອົດ​ທົນຕໍ່ໆໄປ? ຄຳຕອບ​ຂອງ​ຄຳຖາມ 3 ຂໍ້​ນີ້​ຈະ​ເສີມ​ກຳລັງ​ໃຈ​ເຮົາ​ໃຫ້​ເຮັດ​ວຽກ​ປະກາດ​ຕໍ່ໆໄປ​ເຊິ່ງ​ເປັນ​ວຽກ​ທີ່​ພະ​ເຍຊູ​ມອບ​ໝາຍ​ໃຫ້​ເຮົາ​ເຮັດ.

ເປັນ​ຫຍັງ​ເຮົາ​ອາດ​ໝົດ​ກຳລັງ​ໃຈ​ໄດ້?

4. (ກ) ການ​ທີ່​ຊາວ​ຢິວ​ບໍ່​ຟັງ​ຂ່າວ​ສານ​ເຮັດ​ໃຫ້​ໂປໂລ​ຮູ້ສຶກ​ແນວ​ໃດ? (ຂ) ເປັນ​ຫຍັງ​ໂປໂລ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ?

4 ເຈົ້າ​ເຄີຍ​ຮູ້ສຶກ​ໝົດ​ກຳລັງ​ໃຈ​ຍ້ອນ​ຄົນ​ໃນ​ເຂດ​ຂອງ​ເຈົ້າ​ບໍ່​ຢາກ​ຟັງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ບໍ? ຖ້າ​ເຄີຍ ເຈົ້າ​ຄົງ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ໂປໂລ. ລາວ​ປະກາດ​ມາ​ເປັນ​ເວລາ 30 ປີ​ແລ້ວ ແລະ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ. (ກິດຈະການ 14:21; 2 ໂກລິນໂທ 3:2, 3) ແຕ່​ລາວ​ພັດ​ບໍ່​ສາມາດ​ຊ່ວຍ​ຄົນ​ຢິວ​ຫຼາຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ໄດ້. ຄົນ​ຢິວ​ສ່ວນ​ໃຫຍ່​ບໍ່​ຟັງ​ແລະ​ບາງ​ຄົນ​ກໍ​ເຖິງ​ກັບ​ຂົ່ມເຫງ​ລາວ​ດ້ວຍ​ຊໍ້າ. (ກິດຈະການ 14:19; 17:1, 4, 5, 13) ການ​ທີ່​ເຂົາ​ເຈົ້າ​ເຮັດ​ແບບ​ນັ້ນ​ເຮັດ​ໃຫ້​ໂປໂລ​ຮູ້ສຶກ​ແນວ​ໃດ? ລາວ​ບອກ​ວ່າ: “ເຮົາ​ມີ​ຄວາມ​ທຸກ​ຫຼາຍ​ແລະ​ຮ້ອນ​ໃຈ [ປວດ​ໃຈ] ເລື້ອຍ​ບໍ່​ຂາດ.” (ໂລມ 9:1-3) ເປັນ​ຫຍັງ​ລາວ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ? ກໍ​ຍ້ອນ​ລາວ​ຮັກ​ວຽກ​ປະກາດ​ແລະ​ຮັກ​ຜູ້​ຄົນ​ແທ້ໆ. ໂປໂລ​ເປັນ​ຫ່ວງ​ຊາວ​ຢິວ​ແທ້ໆແລະ​ລາວ​ຮູ້ສຶກ​ເສຍໃຈ​ເມື່ອ​ເຂົາ​ເຈົ້າ​ປະຕິເສດ​ຄວາມ​ເມດຕາ​ຂອງ​ພະເຈົ້າ.

5. (ກ) ອັນ​ໃດ​ກະຕຸ້ນ​ໃຫ້​ເຮົາ​ປະກາດ? (ຂ) ເປັນ​ຫຍັງ​ເຮົາ​ອາດ​ຮູ້ສຶກ​ໝົດ​ກຳລັງ​ໃຈ​ໃນ​ບາງ​ຄັ້ງ?

5 ຄື​ກັບ​ໂປໂລ ເຮົາ​ປະກາດ​ກັບ​ຜູ້​ຄົນ​ກໍ​ເພາະ​ເຮົາ​ເປັນ​ຫ່ວງ​ແລະ​ຢາກ​ຊ່ວຍ​ເຂົາ​ເຈົ້າ. (ມັດທາຍ 22:39; 1 ໂກລິນໂທ 11:1) ຈາກ​ປະສົບການ​ຂອງ​ເຮົາ​ເຮັດ​ໃຫ້​ຮູ້​ວ່າ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ​ກໍ​ຄື​ການ​ຮັບໃຊ້​ພະ​ເຢໂຫວາ. ເຮົາ​ຢາກ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຫັນ​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ຈະ​ດີ​ກວ່າ​ນີ້​ຫຼາຍ​ສໍ່າ​ໃດ​ຖ້າ​ເຂົາ​ເຈົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ! ດັ່ງ​ນັ້ນ ເຮົາ​ຈຶ່ງ​ຢາກ​ໃຫ້​ເຂົາ​ເຈົ້າ​ໄດ້​ຮຽນ​ຄວາມ​ຈິງ​ເລື່ອງ​ພະ​ເຢໂຫວາ​ແລະ​ໃຈ​ປະສົງ​ຂອງ​ພະອົງ​ທີ່​ມີ​ຕໍ່​ມະນຸດ. ການ​ເຮັດ​ແບບ​ນີ້​ກໍ​ຄື​ກັບ​ເຮົາ​ກຳລັງ​ໃຫ້​ຂອງ​ຂວັນ​ທີ່​ດີ​ເລີດ​ແລະ​ຂໍຮ້ອງ​ເຂົາ​ເຈົ້າ​ວ່າ: ‘ຮັບ​ເອົາ​ໄວ້​ເດີ້’ ເມື່ອ​ເຂົາ​ເຈົ້າ​ບໍ່​ເອົາ ເຮົາ​ກໍ​ຮູ້ສຶກ ‘ປວດ​ໃຈ’ ຄື​ກັບ​ໂປໂລ. ເຮົາ​ຮູ້ສຶກ​ເຈັບ​ປວດ​ໃຈ​ບໍ່​ແມ່ນ​ຍ້ອນ​ເຮົາ​ຂາດ​ຄວາມ​ເຊື່ອ ແຕ່​ຍ້ອນ​ເຮົາ​ຮັກ​ຜູ້​ຄົນ. ເຖິງ​ວ່າ​ບາງ​ຄັ້ງ​ເຮົາ​ອາດ​ຮູ້ສຶກ​ໝົດ​ກຳລັງ​ໃຈ ແຕ່​ເຮົາ​ກໍ​ຍັງ​ປະກາດ​ຕໍ່ໆໄປ. ເຮົາ​ອາດ​ຮູ້ສຶກ​ຄື​ກັບ​ເອເລ​ນ້າ​ເຊິ່ງ​ເປັນ​ໄພໂອເນຍ​ມາ​ຫຼາຍ​ກວ່າ 25 ປີ​ແລ້ວ ລາວ​ບອກ​ວ່າ: “ເຖິງ​ວ່າ​ການ​ປະກາດ​ຈະ​ເປັນ​ວຽກ​ທີ່​ຍາກ ແຕ່​ກໍ​ບໍ່​ມີ​ວຽກ​ໃດ​ທີ່​ຂ້ອຍ​ຢາກ​ເຮັດ​ຫຼາຍ​ກວ່າ​ວຽກ​ນີ້​ອີກ​ແລ້ວ!”

ການ​ເກີດ​ໝາກ​ໝາຍ​ເຖິງ​ຫຍັງ?

6. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ?

6 ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ ເຮົາ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ວຽກ​ຮັບໃຊ້​ບໍ່​ວ່າ​ຈະ​ປະກາດ​ຢູ່​ໃສ​ກໍ​ຕາມ? ເພື່ອ​ຈະ​ຕອບ​ຄຳຖາມ​ທີ່​ສຳຄັນ​ນີ້ ຂໍ​ເຮົາ​ພິຈາລະນາ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ 2 ເລື່ອງ​ທີ່​ເວົ້າ​ເຖິງ​ການ “ເກີດ​ໝາກ.” (ມັດທາຍ 13:23) ຕົວຢ່າງ​ປຽບ​ທຽບ​ທຳອິດ​ທີ່​ເຮົາ​ຈະ​ເບິ່ງ​ແມ່ນ​ເລື່ອງ​ເຄືອ​ອະງຸ່ນ.

7. (ກ) ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ໃຜ​ເປັນ “ຜູ້​ບົວລະບັດ” “ເຄືອ​ອະງຸ່ນ” ແລະ “ກິ່ງ”? (ຂ) ຄຳຖາມ​ຫຍັງ​ທີ່​ເຮົາ​ຈະ​ໄດ້​ຮັບ​ຄຳຕອບ?

7 ອ່ານ​ໂຢຮັນ 15:1-5, 8. ໃນ​ຕົວຢ່າງ​ປຽບ​ທຽບ ພະ​ເຍຊູ​ອະທິບາຍ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ບົວລະບັດ” ພະ​ເຍຊູ​ເປັນ “ເຄືອ​ອະງຸ່ນ” ແລະ​ລູກ​ສິດ​ເປັນ “ກິ່ງ.” * (ເບິ່ງ​ໄຂ​ເງື່ອນ.) ແລ້ວ​ພະ​ເຍຊູ​ກໍ​ບອກ​ລູກ​ສິດ​ວ່າ: “ໃນ​ການ​ນີ້​ພະ​ບິດາ​ຂອງ​ເຮົາ​ມີ​ລັດ​ສະໝີ​ຄື​ວ່າ​ໃຫ້​ທ່ານ​ທັງ​ຫຼາຍ​ເກີດ​ໝາກ​ຫຼາຍ ແລະ​ທ່ານ​ທັງ​ຫຼາຍ​ຈະ​ເປັນ​ລູກ​ສິດ​ຂອງ​ເຮົາ.” ການ​ເກີດ​ໝາກ​ໝາຍ​ເຖິງ​ຫຍັງ? ໃນ​ຕົວຢ່າງ​ປຽບ​ທຽບ​ນີ້ ພະ​ເຍຊູ​ບໍ່​ໄດ້​ບອກ​ວ່າ​ໝາກ​ແມ່ນ​ຫຍັງ ແຕ່​ເພິ່ນ​ບອກ​ບາງ​ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຊອກ​ຫາ​ຄຳຕອບ​ສຳລັບ​ຄຳຖາມ​ນີ້​ໄດ້.

8. (ກ) ເປັນ​ຫຍັງ​ການ “ເກີດ​ໝາກ” ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ບໍ່​ໄດ້​ໝາຍ​ເຖິງ​ການ​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ​ໃໝ່? (ຂ) ພະ​ເຢໂຫວາ​ຈະ​ຂໍ​ໃຫ້​ເຮົາ​ເຮັດ​ຫຍັງ​ເທົ່າ​ນັ້ນ?

8 ພະ​ເຍຊູ​ເວົ້າ​ເຖິງ​ພໍ່​ຂອງ​ເພິ່ນ​ວ່າ: “ກິ່ງ​ທຸກ​ກິ່ງ​ທີ່​ບໍ່​ເກີດ​ໝາກ​ໃນ​ເຮົາ​ພະເຈົ້າ​ຕັດ​ເສຍ.” ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ເຮົາ​ຈະ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໄດ້​ກໍ​ຕໍ່​ເມື່ອ​ເຮົາ​ເກີດ​ໝາກ​ເທົ່າ​ນັ້ນ. (ມັດທາຍ 13:23; 21:43) ແຕ່​ຈາກ​ຕົວຢ່າງ​ປຽບ​ທຽບ​ນີ້ ການ​ເກີດ​ໝາກ​ບໍ່​ໄດ້​ໝາຍ​ເຖິງ​ການ​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ​ໃໝ່. (ມັດທາຍ 28:19) ເພາະ​ຖ້າ​ເປັນ​ແນວ​ນັ້ນ ພະຍານ​ທີ່​ສັດ​ຊື່​ທີ່​ບໍ່​ໄດ້​ຊ່ວຍ​ໃຜ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ​ກໍ​ຈະ​ໝາຍ​ເຖິງ​ກິ່ງ​ທີ່​ບໍ່​ເກີດ​ໝາກ. ແຕ່​ນັ້ນ​ບໍ່​ແມ່ນ​ເລື່ອງ​ຈິງ! ຍ້ອນ​ຫຍັງ? ຍ້ອນ​ເຮົາ​ບໍ່​ສາມາດ​ບັງຄັບ​ໃຫ້​ຜູ້​ໃດ​ເຂົ້າ​ມາ​ເປັນ​ລູກ​ສິດ​ໄດ້. ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ຄວາມ​ຮັກ ພະອົງ​ບໍ່​ເຄີຍ​ຂໍ​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້ ແຕ່​ພະອົງ​ຈະ​ຂໍ​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເທົ່າ​ນັ້ນ.—ພະບັນຍັດ 30:11-14

9. (ກ) ເຮົາ​ຈະ​ເກີດ​ໝາກ​ໄດ້​ແນວ​ໃດ? (ຂ) ຕົວຢ່າງ​ປຽບ​ທຽບ​ຕໍ່​ໄປ​ແມ່ນ​ເລື່ອງ​ຫຍັງ?

9 ແລ້ວ​ການ​ເກີດ​ໝາກ​ໝາຍ​ເຖິງ​ຫຍັງ? ມັນ​ຕ້ອງ​ເປັນ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້. ແລ້ວ​ວຽກ​ຫຍັງ​ທີ່​ພະ​ເຢໂຫວາ​ໃຫ້​ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະອົງ​ເຮັດ? ວຽກ​ນັ້ນ​ກໍ​ຄື​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. * (ເບິ່ງ​ໄຂ​ເງື່ອນ.) (ມັດທາຍ 24:14) ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຜູ້​ຫວ່ານ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ປຽບ​ທຽບ​ຕໍ່​ໄປ​ນຳ​ກັນ.

10. (ກ) ເມັດ​ເຂົ້າ​ແລະ​ດິນ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ແມ່ນ​ຫຍັງ? (ຂ) ຕົ້ນ​ເຂົ້າ​ຈະ​ເກີດ​ຜົນ​ເປັນຫຍັງ?

10 ອ່ານ​ລືກາ 8:5-8, 11-15. ໃນ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຜູ້​ຫວ່ານ ພະ​ເຍຊູ​ບອກ​ວ່າ​ເຂົ້າ​ປູກ​ກໍ​ຄື “ພະ​ຄຳ​ຂອງ​ພະເຈົ້າ” ຫຼື​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ດິນ​ກໍ​ຄື​ຫົວໃຈ​ຂອງ​ຄົນ. ເຂົ້າ​ປູກ​ທີ່​ຕົກ​ລົງ​ດິນ​ດີ​ກໍ​ຈະ​ເກີດ​ຮາກ​ເປັນ​ຕົ້ນ​ອ່ອນ​ແລະ​ກາຍ​ເປັນ​ຕົ້ນ​ເຂົ້າ​ທີ່​ໃຫຍ່​ເຕັມທີ. ຈາກ​ນັ້ນ “ເຂົ້າ​ໄດ້​ງອກ​ຂຶ້ນ​ແລະ​ໄດ້​ເກີດ​ໝາກ 100 ທໍ່.” ແລ້ວ​ຕົ້ນ​ເຂົ້າ​ນີ້​ຈະ​ເກີດ​ຜົນ​ເປັນ​ຫຍັງ? ຈະ​ເກີດ​ເປັນ​ຕົ້ນ​ກ້າ​ບໍ? ບໍ່ ມັນ​ຈະ​ເກີດ​ເປັນ​ເມັດ​ເຂົ້າ. ເມື່ອ​ເມັດ​ເຂົ້າ​ແຕກ​ໜໍ່​ແລະ​ໃຫຍ່​ຂຶ້ນ​ມັນ​ກໍ​ຈະ​ເປັນ​ຕົ້ນ​ເຂົ້າ. ຕົວຢ່າງ​ປຽບ​ທຽບ​ນີ້​ບອກ​ວ່າ​ເຂົ້າ​ເມັດ​ໜຶ່ງ​ຈະ​ເກີດ​ເມັດ​ເຂົ້າ 100 ເມັດ. ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ໃນ​ວຽກ​ຮັບໃຊ້?

ເຮົາ​ຈະ “ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ]” ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 11)

11. (ກ) ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຜູ້​ຫວ່ານ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ວຽກ​ຮັບໃຊ້? (ຂ) ເຮົາ​ຈະ​ເຮັດ​ໃຫ້​ເມັດ​ເຂົ້າ​ໃໝ່​ເກີດ​ຂຶ້ນ​ໄດ້​ແນວ​ໃດ?

11 ເມື່ອ​ພໍ່​ແມ່​ຄລິດສະຕຽນ​ຫຼື​ພີ່​ນ້ອງ​ສອນ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ໃຫ້​ກັບ​ເຮົາ​ເປັນ​ຄັ້ງ​ທຳອິດ ເຂົາ​ເຈົ້າ​ກໍ​ກຳລັງ​ຫວ່ານ​ເມັດ​ເຂົ້າ​ລົງ​ໃນ​ດິນ​ດີ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເຫັນ​ເຮົາ​ຮັບ​ເອົາ​ຄວາມ​ຈິງ. ເມັດ​ເຂົ້າ​ນັ້ນ​ກໍ​ຄ່ອຍໆເຕີບ​ໃຫຍ່​ຈົນ​ພ້ອມ​ທີ່​ຈະ​ເກີດ​ດອກ​ອອກ​ຜົນ. ຄື​ກັບ​ຕົ້ນ​ເຂົ້າ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ມັນ​ບໍ່​ໄດ້​ອອກ​ໝາກ​ມາ​ເປັນ​ຕົ້ນກ້າ​ໃໝ່ ແຕ່​ມັນ​ຈະ​ອອກ​ຮວງ​ເປັນ​ເມັດ​ເຂົ້າ​ໃໝ່ ເຊັ່ນ​ດຽວ​ກັນ ການ​ເກີດ​ໝາກ​ຂອງ​ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ການ​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ​ໃໝ່ ແຕ່​ເປັນ​ເມັດ​ເຂົ້າ​ໃໝ່. * (ເບິ່ງ​ໄຂ​ເງື່ອນ) ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ທຸກ​ຄັ້ງ​ທີ່​ເຮົາ​ບອກ​ຄົນ​ອື່ນ​ເລື່ອງ​ລາຊະອານາຈັກ ມັນ​ກໍ​ຄື​ກັບ​ວ່າ​ເຮົາ​ໄດ້​ເຮັດ​ໃຫ້​ເມັດ​ເຂົ້າ​ທີ່​ຢູ່​ໃນ​ໃຈ​ຂອງ​ເຮົາ​ເພີ່ມ​ຫຼາຍ​ຂຶ້ນ​ແລະ​ຫວ່ານ​ເມັດ​ເຂົ້າ​ນັ້ນ​ອອກ​ໄປ. (ລືກາ 6:45; 8:1) ຕາບ​ໃດ​ທີ່​ເຮົາ​ຍັງ​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢູ່ ເຮົາ​ກໍ​ກຳລັງ “ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ].”

12. (ກ) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຄືອ​ອະງຸ່ນ​ແລະ​ຜູ້​ຫວ່ານ? (ຂ) ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

12 ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຄືອ​ອະງຸ່ນ​ແລະ​ຜູ້​ຫວ່ານ? ເຮົາ​ຮຽນ​ຮູ້​ວ່າ​ການ “ເກີດ​ໝາກ” ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວ່າ​ຜູ້​ຄົນ​ຈະ​ຟັງ​ຂ່າວ​ສານ​ຫຼື​ບໍ່ ແຕ່​ມັນ​ຂຶ້ນ​ຢູ່​ກັບ​ວ່າ​ເຮົາ​ຍັງ​ປະກາດ​ຕໍ່ໆໄປ​ບໍ່. ໂປໂລ​ເວົ້າ​ບາງ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ວ່າ: “ຄົນ​ທຸກ​ຄົນ​ຈະ​ໄດ້​ບຳເໜັດ​ຂອງ​ຕົນ​ເອງ​ຕາມ​ການ​ທີ່​ໄດ້​ກະທຳ​ໄວ້​ເອງ.” (1 ໂກລິນໂທ 3:8) ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ເຮົາ​ຈາກ​ວຽກ​ທີ່​ເຮົາ​ເຮັດ ບໍ່​ແມ່ນ​ຈາກ​ຜົນ​ຂອງ​ວຽກ​ນັ້ນ. ພີ່​ນ້ອງ​ເມທິວດາ​ເຊິ່ງ​ເປັນ​ໄພໂອເນຍ​ມາ 20 ປີ​ແລ້ວ​ບອກ​ວ່າ: “ການ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ໃຫ້​ລາງວັນ​ສຳລັບ​ຄວາມ​ພະຍາຍາມ​ຂອງ​ເຮົາ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ.”

ເຮົາ​ຈະ​ເກີດ​ໝາກ​ດ້ວຍ​ຄວາມ​ພຽນ​ອົດ​ທົນ​ໄດ້​ແນວ​ໃດ?

13, 14. ຕາມ​ທີ່​ບອກ​ໄວ້​ໃນ​ໂລມ 10:1, 2 ອັນ​ໃດ​ເປັນ​ເຫດຜົນ​ທີ່​ໂປໂລ​ບໍ່​ເຊົາ​ປະກາດ?

13 ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້ “ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ]”? ຂໍ​ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ໂປໂລ​ນຳ​ກັນ. ເຮົາ​ຮູ້​ວ່າ​ໂປໂລ​ທໍ້​ໃຈ​ຍ້ອນ​ຊາວ​ຢິວ​ປະຕິເສດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ ແຕ່​ລາວ​ກໍ​ບໍ່​ໄດ້​ເຊົາ​ປະກາດ​ກັບ​ເຂົາ​ເຈົ້າ. ລາວ​ອະທິບາຍ​ຄວາມ​ຮູ້ສຶກ​ຂອງ​ລາວ​ທີ່​ມີ​ຕໍ່​ຊາວ​ຢິວ​ວ່າ: “ຄວາມ​ປາຖະໜາ​ໃນ​ໃຈ​ເຮົາ​ແລະ​ຄວາມ​ອ້ອນ​ວອນ​ແກ່​ພະເຈົ້າ​ສຳລັບ​ພວກ​ຍິດສະລາເອນ​ເປັນ​ເພື່ອ​ເຂົາ​ຈະ​ໄດ້​ພົ້ນ. ເພາະ​ວ່າ​ເຮົາ​ເປັນ​ພິຍານ​ຝ່າຍ​ເຂົາ​ວ່າ ເຂົາ​ມີ​ໃຈ​ຮ້ອນຮົນ​ສຳລັບ​ພະເຈົ້າ ແຕ່​ວ່າ​ບໍ່​ເປັນ​ຕາມ​ຄວາມ​ຮູ້.” (ໂລມ 10:1, 2) ແລ້ວ​ເປັນ​ຫຍັງ​ໂປໂລ​ຈຶ່ງ​ປະກາດ​ຕໍ່​ໄປ?

14 ເຫດຜົນ​ທຳອິດ ໂປໂລ​ບອກ​ວ່າ​ທີ່​ລາວ​ປະກາດ​ກັບ​ຊາວ​ຢິວ​ກໍ​ຍ້ອນ ‘ຄວາມ​ປາຖະໜາ​ໃນ​ໃຈ​ລາວ.’ ລາວ​ຢາກ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ລອດ. (ໂລມ 11:13, 14) ສອງ ລາວ​ບອກ​ວ່າ: ລາວ ‘ອ້ອນ​ວອນ​ແກ່​ພະເຈົ້າ​ສຳລັບ​ພວກ​ຍິດສະລາເອນ​ເພື່ອ​ເຂົາ​ຈະ​ໄດ້​ພົ້ນ.’ ໂປໂລ​ອ້ອນ​ວອນ​ຕໍ່​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ໃຫ້​ຊາວ​ຢິວ​ແຕ່​ລະ​ຄົນ​ຍອມ​ຮັບ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. ສາມ ໂປໂລ​ບອກ​ວ່າ: “ເຂົາ​ມີ​ໃຈ​ຮ້ອນຮົນ​ສຳລັບ​ພະເຈົ້າ.” ໂປໂລ​ເຫັນ​ສິ່ງ​ທີ່​ດີ​ໃນ​ຕົວ​ຜູ້​ຄົນ​ແລະ​ຄວາມ​ສາມາດ​ທີ່​ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໄດ້. ລາວ​ຮູ້​ວ່າ​ຊາວ​ຢິວ​ທີ່​ກະຕືລືລົ້ນ​ເຫຼົ່າ​ນີ້​ອາດ​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ​ທີ່​ກະຕືລືລົ້ນ​ຄື​ກັບ​ລາວ.

15. ເຮົາ​ຈະ​ຮຽນ​ແບບ​ໂປໂລ​ໄດ້​ແນວ​ໃດ? ຂໍ​ຍົກ​ຕົວຢ່າງ.

15 ເຮົາ​ຈະ​ຮຽນ​ແບບ​ໂປໂລ​ໄດ້​ແນວ​ໃດ? ທຳອິດ ເຮົາ​ຕ້ອງ​ຢາກ​ຊອກ​ຫາ​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.” ສອງ ເຮົາ​ຕ້ອງ​ຂໍ​ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ຈິງ​ໃຈ​ໃຫ້​ຟັງ​ເມື່ອ​ເຮົາ​ປະກາດ​ກັບ​ເຂົາ​ເຈົ້າ. (ກິດຈະການ 13:48; 16:14, ລ.ມ.) ນັ້ນ​ເປັນ​ສິ່ງ​ທີ່​ພີ່​ນ້ອງ​ຊິວ​ວາ​ນ້າ​ເຊິ່ງ​ເປັນ​ໄພໂອເນຍ​ມາ​ເກືອບ 30 ປີ​ແລ້ວ​ໄດ້​ເຮັດ. ລາວ​ບອກ​ວ່າ: “ກ່ອນ​ທີ່​ຂ້ອຍ​ຈະ​ໄປ​ປະກາດ​ໃນ​ເຂດ ຂ້ອຍ​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ ຂໍ​ພະອົງ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ຄິດ​ໃນ​ແງ່​ບວກ.” ເຮົາ​ຍັງ​ສາມາດ​ອະທິດຖານ​ຂໍ​ໃຫ້​ທູດ​ສະຫວັນ​ຊ່ວຍ​ເຮົາ​ໃຫ້​ຊອກ​ຫາ​ຄົນ​ທີ່​ຢາກ​ຟັງ​ໄດ້​ນຳ. (ມັດທາຍ 10:11-13; ຄຳປາກົດ 14:6) ພີ່​ນ້ອງ​ໂຣເບີດ​ເຊິ່ງ​ເປັນ​ໄພໂອເນຍ​ມາ​ຫຼາຍ​ກວ່າ 30 ປີ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ຕື່ນ​ເຕັ້ນ​ແທ້ໆທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ທູດ​ສະຫວັນ​ທີ່​ຮູ້​ວ່າ​ສະພາບການ​ໃນ​ຊີວິດ​ຂອງ​ຄົນ​ທີ່​ເຮົາ​ຈະ​ໄປ​ປະກາດ​ນຳ​ເປັນ​ແນວ​ໃດ.” ສາມ ເຮົາ​ຕ້ອງ​ພະຍາຍາມ​ຊອກ​ຫາ​ສິ່ງ​ດີໆໃນ​ຕົວ​ຜູ້​ຄົນ​ແລະ​ຄວາມ​ສາມາດ​ທີ່​ເຂົາ​ເຈົ້າ​ຈະ​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໄດ້. ພີ່​ນ້ອງ​ຄຣາວ ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ທີ່​ຮັບ​ບັບເຕມາ​ຫຼາຍ​ກວ່າ 50 ປີ​ບອກ​ວ່າ: “ຂ້ອຍ​ຊອກ​ຫາ​ສັນຍານ​ບາງ​ຢ່າງ​ທີ່​ບອກ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ຈິງ​ໃຈ ອາດ​ຈະ​ເປັນ​ຮອຍ​ຍິ້ມ ສາຍ​ຕາ​ທີ່​ອ່ອນ​ໂຍນ ຫຼື​ຄຳຖາມ​ທີ່​ຈິງ​ໃຈ.” ຖ້າ​ເຮົາ​ເຮັດ​ທັງ​ສາມ​ຢ່າງ​ນີ້ ເຮົາ​ກໍ​ສາມາດ “ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ]” ຄື​ກັບ​ໂປໂລ​ໄດ້.

“ຢ່າ​ໃຫ້​ມື​ຂອງ​ເຈົ້າ​ເຊົາ​ເມື່ອຍ”

16, 17. (ກ) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຜູ້​ເທສະໜາ​ປ່າວ​ປະກາດ 11:6? (ຂ) ວຽກ​ປະກາດ​ຂອງ​ເຮົາ​ສົ່ງ​ຜົນ​ຕໍ່​ຄົນ​ທີ່​ກຳລັງ​ເບິ່ງ​ເຮົາ​ແນວ​ໃດ?

16 ເຖິງ​ວ່າ​ບໍ່​ມີ​ໃຜ​ຟັງ​ກໍ​ຕາມ ແຕ່​ເຮົາ​ກໍ​ບໍ່​ຄວນ​ລືມ​ວ່າ​ການ​ປະກາດ​ຂອງ​ເຮົາ​ມີ​ຜົນ​ກະທົບ​ຕໍ່​ຜູ້​ຄົນ​ຫຼາຍ​ສໍ່າ​ໃດ. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 11:6) ຫຼາຍ​ຄົນ​ກຳລັງ​ສັງເກດ​ເບິ່ງ​ເຮົາ​ຢູ່. ເຂົາ​ເຈົ້າ​ສັງເກດ​ເບິ່ງ​ກ່ຽວກັບ​ການ​ນຸ່ງ​ຖື​ທີ່​ຮຽບຮ້ອຍ ຄວາມ​ສຸພາບ​ແລະ​ຄວາມ​ເປັນ​ມິດ​ຂອງ​ເຮົາ. ສິ່ງ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ປະທັບ​ໃຈ ແລະ​ອາດ​ເຖິງ​ກັບ​ເຮັດ​ໃຫ້​ຄົນ​ທີ່​ເຄີຍ​ເບິ່ງ​ເຮົາ​ໃນ​ແງ່​ລົບ​ເລີ່ມ​ປ່ຽນ​ຄວາມ​ຄິດ​ແລະ​ເບິ່ງ​ເຮົາ​ໃນ​ແງ່​ບວກ. ເຊີຈີໂອ​ກັບ​ໂອລິນດ້າ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ຕົ້ນ​ພົບ​ວ່າ​ນີ້​ເປັນ​ເລື່ອງ​ຈິງ.

17 ເຊີຈີໂອ​ບອກ​ວ່າ: “ເນື່ອງ​ຈາກ​ຄວາມ​ເຈັບ​ປ່ວຍ ມີ​ໄລຍະ​ໜຶ່ງ​ທີ່​ເຮົາ​ກໍ​ບໍ່​ໄດ້​ໄປ​ເດີ່ນ​ສາທາລະນະ. ເມື່ອ​ເຮົາ​ກັບ​ໄປ ຄົນ​ແຖວ​ນັ້ນ​ກໍ​ມາ​ຖາມ​ເຮົາ​ວ່າ: ‘ຫາຍ​ໄປ​ດົນ​ແທ້ ພວກ​ເຮົາ​ຄິດ​ຮອດ​ເຈົ້າ​ເດີ້.’” ໂອລິນດ້າ​ຍິ້ມ​ແລ້ວ​ບອກ​ວ່າ: “ຄົນ​ຂັບ​ລົດ​ຫຼາຍ​ຄົນ​ໂບກ​ມື​ໃຫ້​ເຮົາ​ແລະ​ບາງ​ຄົນ​ກໍ​ຮ້ອງ​ມາ​ວ່າ ‘ກັບ​ມາ​ແລ້ວ​ຫວາ ສຸດ​ຍອດ​ເລີຍ!’ ແລະ​ເຂົາ​ເຈົ້າ​ຍັງ​ຂໍ​ວາລະສານ​ກັບ​ເຮົາ​ນຳ.” ເຊີຈີໂອ​ກັບ​ໂອລິນດ້າ​ຮູ້ສຶກ​ແປກ​ໃຈ​ເມື່ອ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ເຂົາ​ເຈົ້າ​ຢູ່​ລໍ້​ວາງ​ສະແດງ​ໜັງສື ແລ້ວ​ເອົາ​ຊໍ່​ດອກ​ໄມ້​ໃຫ້​ແລະ​ຂອບໃຈ​ສຳລັບ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ.

18. ເປັນ​ຫຍັງ​ເຈົ້າ​ຕັ້ງ​ໃຈ​ທີ່​ຈະ “ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ]”?

18 ຖ້າ​ເຈົ້າ ‘ບໍ່​ໃຫ້​ມື​ຂອງ​ເຈົ້າ​ເຊົາ​ເມື່ອຍ’ ຈາກ​ການ​ບອກ​ຜູ້​ຄົນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ເຈົ້າ​ຈະ​ເປັນ​ສ່ວນ​ສຳຄັນ​ໃນ​ການ “ເປັນ​ພິຍານ​ແກ່​ພວກ​ຕ່າງ​ປະເທດ​ທັງ​ປວງ.” (ມັດທາຍ 24:14) ສິ່ງ​ສຳຄັນ​ທີ່​ສຸດ​ກໍ​ຄື ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ​ເມື່ອ​ເຈົ້າ​ຮູ້​ວ່າ​ກຳລັງ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. ພະອົງ​ຮັກ​ທຸກ​ຄົນ​ທີ່ “ເກີດ​ໝາກ​ດ້ວຍ​ຄວາມ​ພຽນ [ອົດ​ທົນ]”!

^ ຂໍ້ 2 ແມ່ນ​ແຕ່​ພະ​ເຍຊູ​ກໍ​ຍັງ​ບອກ​ວ່າ​ການ​ປະກາດ “ໃນ​ເມືອງ” ຂອງ​ເພິ່ນ​ເອງ​ເປັນ​ເລື່ອງ​ຍາກ ເຊິ່ງ​ມີ​ການ​ບັນທຶກ​ເລື່ອງ​ນີ້​ໃນ​ພະທຳ​ກິດຕິຄຸນ​ທັງ​ສີ່.—ມັດທາຍ 13:57; ມາລະໂກ 6:4; ລືກາ 4:24; ໂຢຮັນ 4:44

^ ຂໍ້ 7 ເຖິງ​ວ່າ​ກິ່ງ​ໃນ​ຕົວຢ່າງ​ປຽບ​ທຽບ​ນີ້​ຈະ​ເວົ້າ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ ແຕ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ກໍ​ສາມາດ​ໄດ້​ຮັບ​ບົດຮຽນ​ຈາກ​ຕົວຢ່າງ​ປຽບ​ທຽບ​ນີ້​ໄດ້​ຄື​ກັນ.

^ ຂໍ້ 9 ຄຳ​ວ່າ “ເກີດ​ໝາກ” ຍັງ​ໝາຍ​ເຖິງ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ” ນຳ​ອີກ. ແນວ​ໃດ​ກໍ​ຕາມ ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ​ຈະ​ແນ​ໃສ່​ການ​ເກີດ “ໝາກ​ແຫ່ງ​ສົບ​ປາກ” ຫຼື​ການ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ.—ຄາລາຊີ 5:22, 23, ລ.ມ.; ເຫບເລີ 13:15

^ ຂໍ້ 11 ບາງ​ຄັ້ງ ພະ​ເຍຊູ​ກໍ​ໃຊ້​ຕົວຢ່າງ​ເລື່ອງ​ຜູ້​ຫວ່ານ​ແລະ​ການ​ກ່ຽວ​ເພື່ອ​ປຽບ​ທຽບ​ກັບ​ການ​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ.