ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົ່ງ​ຮູ້ຈັກ​ສັດຕູ​ຂອງ​ເຈົ້າ

ຈົ່ງ​ຮູ້ຈັກ​ສັດຕູ​ຂອງ​ເຈົ້າ

“ພວກ​ເຮົາ​ບໍ່​ເປັນ​ຜູ້​ບໍ່​ຮູ້ຈັກ​ອຸບາຍ​ຂອງ​ຊາຕານ​ນັ້ນ.”—2 ໂກລິນໂທ 2:11

ເພງ: 150, 32

1. ຫຼັງ​ຈາກ​ອາດາມ​ແລະ​ເອວາ​ເຮັດ​ບາບ ພະ​ເຢໂຫວາ​ໄດ້​ເປີດ​ເຜີຍ​ກ່ຽວ​ກັບ​ສັດຕູ​ຂອງ​ເຮົາ​ແນວ​ໃດ?

ອາດາມ​ຮູ້​ດີ​ວ່າ​ງູ​ເວົ້າ​ບໍ່​ໄດ້. ດັ່ງ​ນັ້ນ ຕອນ​ທີ່​ງູ​ເວົ້າ​ກັບ​ເອວາ ອາດາມ​ກໍ​ຮູ້​ວ່າ​ແທ້ໆແລ້ວ​ຜູ້​ທີ່​ເວົ້າ​ກໍ​ຄື​ກາຍ​ວິນຍານ. (ຕົ້ນເດີມ 3:1-6) ແຕ່​ອາດາມ​ແລະ​ເອວາ​ບໍ່​ຮູ້​ວ່າ​ກາຍ​ວິນຍານ​ນັ້ນ​ແມ່ນ​ໃຜ. ແນວ​ໃດ​ກໍ​ຕາມ ອາດາມ​ກໍ​ຍັງ​ເລືອກ​ທີ່​ຈະ​ຢູ່​ຝ່າຍ​ຄົນ​ແປກ​ໜ້າ​ແລະ​ກະບົດ​ຕໍ່​ພໍ່​ທີ່​ຮັກ​ຂອງ​ລາວ​ທີ່​ຢູ່​ເທິງ​ສະຫວັນ. (1 ຕີໂມເຕ 2:14) ທັນໃດ​ນັ້ນ ພະ​ເຢໂຫວາ​ກໍ​ເລີ່ມ​ເປີດ​ເຜີຍ​ຫຼາຍ​ຂຶ້ນ​ເລື່ອງ​ສັດຕູ​ທີ່​ຊົ່ວ​ຮ້າຍ​ແລະ​ສັນຍາ​ວ່າ​ຈະ​ທຳລາຍ​ມັນ​ໃນ​ທີ່​ສຸດ. ພະ​ເຢໂຫວາ​ຍັງ​ເຕືອນ​ວ່າ​ກາຍ​ວິນຍານ​ທີ່​ເວົ້າ​ຜ່ານ​ທາງ​ງູ​ນັ້ນ​ຈະ​ຕໍ່​ຕ້ານ​ທຸກ​ຄົນ​ທີ່​ຮັກ​ພະເຈົ້າ.—ຕົ້ນເດີມ 3:15

2, 3. ເປັນ​ຫຍັງ​ພະ​ເຢໂຫວາ​ເປີດ​ເຜີຍ​ເລື່ອງ​ຊາຕານ​ພຽງ​ແຕ່​ໜ້ອຍ​ດຽວ​ກ່ອນ​ເມຊີ​ຈະ​ມາ?

2 ພະ​ເຢໂຫວາ​ບໍ່​ເຄີຍ​ບອກ​ຊື່​ຂອງ​ທູດ​ສະຫວັນ​ທີ່​ກະບົດ​ຕໍ່​ພະອົງ. * (ເບິ່ງ​ໄຂ​ເງື່ອນ) ເກືອບ 2.500 ປີ​ຫຼັງ​ຈາກ​ທີ່​ມີ​ການ​ກະບົດ​ໃນ​ສວນ​ເອເດນ ພະ​ເຢໂຫວາ​ກໍ​ໄດ້​ເປີດ​ເຜີຍ​ວ່າ​ໃຜ​ເປັນ​ຜູ້​ກະບົດ. (ໂຢບ 1:6) ມັນ​ເປັນ​ທີ່​ຮູ້ຈັກ​ໃນ​ຊື່ “ຊາຕານ” ເຊິ່ງ​ມີ​ຄວາມ​ໝາຍ​ວ່າ: “ຜູ້​ຕໍ່​ຕ້ານ.” ໃນ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ມີ​ພຽງ 3 ພະທຳ​ເທົ່າ​ນັ້ນ​ທີ່​ເວົ້າ​ເຖິງ​ຊາຕານ​ເຊິ່ງ​ກໍ​ຄື 1 ຂ່າວຄາວ ໂຢບ ແລະ​ຊາກາລີ. ເປັນ​ຫຍັງ​ຈຶ່ງ​ມີ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ສັດຕູ​ນີ້​ພຽງ​ແຕ່​ໜ້ອຍ​ດຽວ​ກ່ອນ​ທີ່​ເມຊີ​ຈະ​ມາ?

3 ໃນ​ພະ​ຄຳພີ​ພາກ​ພາສາ​ເຫບເລີ ພະ​ເຢໂຫວາ​ບໍ່​ໄດ້​ບອກ​ລາຍ​ລະອຽດ​ຫຼາຍ​ກ່ຽວ​ກັບ​ຊາຕານ​ແລະ​ສິ່ງ​ທີ່​ມັນ​ເຮັດ. ທີ່​ຈິງ ຈຸດ​ປະສົງ​ຫຼັກ​ຂອງ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ກໍ​ຄື​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້ຈັກ​ຜູ້​ທີ່​ຈະ​ມາ​ເປັນ​ເມຊີ​ແລະ​ຕິດ​ຕາມ​ເພິ່ນ. (ລືກາ 24:44; ຄາລາຊີ 3:24) ເມື່ອ​ເມຊີ​ມາ​ຮອດ​ແລ້ວ ພະ​ເຢໂຫວາ​ໄດ້​ໃຊ້​ເມຊີ​ແລະ​ລູກ​ສິດ​ຂອງ​ເພິ່ນ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຊາຕານ​ແລະ​ທູດ​ສະຫວັນ​ອົງ​ອື່ນໆທີ່​ເຂົ້າ​ຮ່ວມ​ກັບ​ມັນ. * (ເບິ່ງ​ໄຂ​ເງື່ອນ) ນີ້​ເປັນ​ເລື່ອງ​ເໝາະ​ສົມ​ເພາະ​ພະ​ເຢໂຫວາ​ຈະ​ໃຊ້​ພະ​ເຍຊູ​ແລະ​ຜູ້​ຖືກ​ເຈີມ​ທຳລາຍ​ຊາຕານ​ແລະ​ພວກ​ຂອງ​ມັນ.—ໂລມ 16:20; ຄຳປາກົດ 17:14; 20:10

ເຮົາ​ມີ​ພະ​ເຢໂຫວາ ພະ​ເຍຊູ ແລະ​ທູດ​ສະຫວັນ​ທີ່​ສັດ​ຊື່​ຄອຍ​ຊ່ວຍ​ເຫຼືອ​ເຮົາ

4. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຢ້ານ​ຊາຕານ?

4 ອັກຄະສາວົກ​ເປໂຕ​ພັນລະນາ​ວ່າ​ຊາຕານ​ພະຍາມານ​ເປັນ “ສິງ​ຕົວ​ໜຶ່ງ​ທີ່​ຮ້ອງ​ຫະນາດ” ແລະ​ໂຢຮັນ​ເອີ້ນ​ມັນ​ວ່າ: “ງູ” ຫຼື “ມັງກອນ​ໃຫຍ່.” (1 ເປໂຕ 5:8; ຄຳປາກົດ 12:9) ແຕ່​ເຮົາ​ບໍ່​ຄວນ​ຢ້ານ​ຊາຕານ ເພາະ​ມັນ​ມີ​ພະລັງ​ອຳນາດ​ຈຳກັດ. (ອ່ານ​ຢາໂກໂບ 4:7) ເຮົາ​ມີ​ພະ​ເຢໂຫວາ ພະ​ເຍຊູ ແລະ​ທູດ​ສະຫວັນ​ທີ່​ສັດ​ຊື່​ປົກ​ປ້ອງ​ເຮົາ. ເຮົາ​ສາມາດ​ຕ້ານ​ທານ​ສັດຕູ​ຂອງ​ເຮົາ​ໄດ້. ແຕ່​ເຮົາ​ຕ້ອງ​ຮູ້​ຄຳຕອບ​ຂອງ 3 ຄຳຖາມ​ທີ່​ສຳຄັນ​ຄື: ຊາຕານ​ມີ​ອິດທິພົນ​ຫຼາຍ​ສໍ່າ​ໃດ? ຊາຕານ​ພະຍາຍາມ​ຊັກ​ຈູງ​ຜູ້​ຄົນ​ແນວ​ໃດ? ແລະ​ມີ​ສິ່ງ​ໃດ​ແດ່​ທີ່​ຊາຕານ​ເຮັດ​ບໍ່​ໄດ້? ໃຫ້​ເຮົາ​ມາ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ແລະ​ເບິ່ງ​ວ່າ​ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່.

ຊາຕານ​ມີ​ອິດທິພົນ​ຫຼາຍ​ສໍ່າ​ໃດ?

5, 6. ເປັນ​ຫຍັງ​ລັດຖະບານ​ຂອງ​ມະນຸດ​ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ແບບ​ທີ່​ມະນຸດ​ຕ້ອງການ​ຫຼາຍ​ທີ່​ສຸດ​ໄດ້?

5 ທູດ​ສະຫວັນ​ຫຼາຍ​ອົງ​ຮ່ວມ​ມື​ກັບ​ຊາຕານ​ໃນ​ການ​ກະບົດ​ຕໍ່​ພະເຈົ້າ. ກ່ອນ​ນໍ້າ​ຖ້ວມ​ໂລກ ຊາຕານ​ໄດ້​ລໍ້​ລວງ​ທູດ​ສະຫວັນ​ເຫຼົ່າ​ນັ້ນ​ໃຫ້​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ. ຄຳພີ​ໄບເບິນ​ພັນລະນາ​ເລື່ອງ​ນີ້​ໃນ​ຮູບ​ແບບ​ສັນຍາ​ລັກ​ເມື່ອ​ບອກ​ວ່າ ຕອນ​ທີ່​ມັງກອນ​ຖືກ​ໄລ່​ລົງ​ມາ​ຈາກ​ສະຫວັນ ມັນ​ໄດ້​ພາ​ດາວ 1 ໃນ 3 ສ່ວນ​ລົງ​ໄປ​ກັບ​ມັນ​ນຳ. (ຕົ້ນເດີມ 6:1-4; ຢູເດ 6; ຄຳປາກົດ 12:3, 4) ເມື່ອ​ທູດ​ສະຫວັນ​ເຫຼົ່າ​ນັ້ນ​ຖືກ​ຕັດ​ຂາດ​ຈາກ​ຄອບຄົວ​ຂອງ​ພະເຈົ້າ ພວກ​ມັນ​ເລືອກ​ໃຫ້​ຊາຕານ​ປົກຄອງ. ເຮົາ​ບໍ່​ຄວນ​ຄິດ​ວ່າ​ທູດ​ສະຫວັນ​ທີ່​ກະບົດ​ເຫຼົ່າ​ນີ້​ເປັນ​ກຸ່ມ​ທີ່​ບໍ່​ມີ​ລະບົບ​ລະບຽບ. ໃນ​ບ່ອນ​ຢູ່​ຂອງ​ຊາຕານ​ແລະ​ພວກ​ຜີ​ປີສາດ​ເຊິ່ງ​ເປັນ​ບ່ອນ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ ຊາຕານ​ໄດ້​ຕັ້ງ​ລັດຖະບານ​ຂອງ​ຕົນ​ເອງ​ຂຶ້ນ​ເພື່ອ​ຮຽນ​ແບບ​ລັດຖະບານ​ຂອງ​ພະເຈົ້າ. ມັນ​ແຕ່ງ​ຕັ້ງ​ຕົວ​ເອງ​ເປັນ​ກະສັດ ແລະ​ຈັດ​ລະບົບ​ລະບຽບ​ໃຫ້​ພວກ​ຜີ​ປີສາດ ໃຫ້ ອຳນາດ​ພວກ​ມັນ ແລະ​ໃຫ້​ພວກ​ມັນ​ປົກຄອງ​ໂລກ.

6 ຊາຕານ​ໃຊ້​ອົງການ​ຂອງ​ມັນ​ຄວບຄຸມ​ລັດຖະບານ​ທັງ​ໝົດ​ຂອງ​ມະນຸດ. ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້​ໄດ້ ເພາະ​ຕອນ​ທີ່​ຊາຕານ​ໄດ້​ໃຫ້​ພະ​ເຍຊູ​ເບິ່ງ “ປະເທດ​ທັງ​ປວງ​ແຫ່ງ​ແຜ່ນດິນ​ໂລກ” ມັນ​ກໍ​ເວົ້າ​ກັບ​ເພິ່ນ​ວ່າ: “ອຳນາດ​ຄຸ້ມຄອງ​ອັນ​ນີ້​ທັງ​ໝົດ​ແລະ​ລັດ​ສະໝີ​ແຫ່ງ​ແຜ່ນດິນ​ທັງ​ຫຼາຍ​ນີ້​ເຮົາ​ຈະ​ໃຫ້​ແກ່​ພະອົງ ເຫດ​ວ່າ​ເປັນ​ທີ່​ມອບ​ໄວ້​ແກ່​ເຮົາ ແລະ​ເຮົາ​ຢາກ​ປະທານ​ໃຫ້​ແກ່​ຜູ້​ໃດ ເຮົາ​ປະທານ​ໃຫ້​ແກ່​ຜູ້​ນັ້ນ.” (ລືກາ 4:5, 6) ເຖິງ​ວ່າ​ຈະ​ມີ​ຫຼາຍ​ລັດຖະບານ​ທີ່​ໄດ້​​ເຮັດ​ສິ່ງ​ດີໆເພື່ອ​ພົນລະເມືອງ​ຂອງ​ຕົນ​ເອງ ແລະ​ຜູ້​ປົກຄອງ​ທີ່​ຈິງ​ໃຈ​ບາງ​ຄົນ​ກໍ​ຢາກ​ຊ່ວຍ​ປະຊາຊົນ​ແທ້ໆ ແຕ່​ກໍ​ບໍ່​ມີ​ຜູ້​ປົກຄອງ​ຄົນ​ໃດ​ສາມາດ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ແບບ​ທີ່​ມະນຸດ​ຕ້ອງການ​ຫຼາຍ​ທີ່​ສຸດ​ໄດ້.—ຄຳເພງ 146:3, 4; ຄຳປາກົດ 12:12

7. ນອກ​ຈາກ​ລັດຖະບານ​ຂອງ​ມະນຸດ​ແລ້ວ​ຊາຕານ​ຍັງ​ໃຊ້​ສາສະໜາ​ປອມ​ແລະ​ໂລກ​ທຸລະກິດ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

7 ຊາຕານ​ແລະ​ພວກ​ຜີ​ປີສາດ​ໄດ້​ໃຊ້​ສາສະໜາ​ປອມ​ແລະ​ໂລກ​ທຸລະກິດ​ລໍ້​ລວງ “ທົ່ວ​ແຜ່ນດິນ​ໂລກ” ຫຼື​ມະນຸດ​ທຸກ​ຄົນ. (ຄຳປາກົດ 12:9) ຊາຕານ​ໃຊ້​ສາສະໜາ​ປອມ​ເຜີຍ​ແຜ່​ເລື່ອງ​ຕົວະ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ມັນ​ເຖິງ​ກັບ​ພະຍາຍາມ​ປົກ​ປິດ​ຊື່​ຂອງ​ພະເຈົ້າ. (ເຢເຣມີ 23:26, 27) ຜົນ​ກໍ​ຄື ຜູ້​ຄົນ​ທີ່​ສັດທາ​ໃນ​ພະເຈົ້າ​ຄິດ​ວ່າ​ເຂົາ​ເຈົ້າ​ກຳລັງ​ນະມັດສະການ​ພະເຈົ້າ ແຕ່​ແທ້ໆແລ້ວ​ເຂົາ​ເຈົ້າ​ກຳລັງ​ນະມັດສະການ​ພວກ​ຜີ​ປີສາດ. (1 ໂກລິນໂທ 10:20; 2 ໂກລິນໂທ 11:13-15) ຊາຕານ​ຍັງ​ໃຊ້​ໂລກ​ທຸລະກິດ​ເຜີຍ​ແຜ່​ຄຳ​ຕົວະ ເຊັ່ນ: ຕົວະ​ວ່າ​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ​ເຮັດ​ໃຫ້​ຜູ້​ຄົນ​ມີ​ຄວາມ​ສຸກ. (ສຸພາສິດ 18:11) ຄົນ​ທີ່​ເຊື່ອ​ຄຳ​ຕົວະ​ນີ້​ຈະ​ໃຊ້​ຊີວິດ​ເພື່ອ​ສະແຫວງ​ຫາ “ເຂົ້າ​ຂອງ​ເງິນ​ຄຳ” ຫຼາຍ​ກວ່າ​ພະເຈົ້າ. (ມັດທາຍ 6:24) ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ເຄີຍ​ຮັກ​ພະເຈົ້າ ແຕ່​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ວັດຖຸ​ສິ່ງ​ຂອງ​ກໍ​ແຮງ​ກ້າ​ຫຼາຍ​ຈົນ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ໝົດ​ໄປ.—ມັດທາຍ 13:22; 1 ໂຢຮັນ 2:15, 16

ເຮົາ​ຕ້ອງ​ເລືອກ​ວ່າ​ຈະ​ຢູ່​ຝ່າຍ​ພະ​ເຢໂຫວາ ຫຼື​ຝ່າຍ​ຊາຕານ

8, 9. (ກ) ບົດຮຽນ​ສອງ​ຢ່າງ​ອັນ​ໃດ​ທີ່​ເຮົາ​ຮຽນ​ໄດ້​ຈາກ​ການ​ກະທຳ​ຂອງ​ອາດາມ ເອວາ ແລະ​ທູດ​ສະຫວັນ​ທີ່​ກະບົດ? (ຂ) ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ໄດ້​ຮູ້​ວ່າ​ຊາຕານ​ຄວບຄຸມ​ໂລກ​ນີ້?

8 ເຮົາ​ໄດ້​ຮຽນ 2 ບົດຮຽນ​ທີ່​ສຳຄັນ​ຈາກ​ການ​ກະທຳ​ຂອງ​ອາດາມ ເອວາ ແລະ​ທູດ​ສະຫວັນ​ທີ່​ກະບົດ​ຄື: ທຳອິດ ເຮົາ​ໄດ້​ຮຽນ​ວ່າ​ມີ​ພຽງ 2 ຝ່າຍ​ເທົ່າ​ນັ້ນ​ໃຫ້​ເລືອກ​ແລະ​ເຮົາ​ຕ້ອງ​ເລືອກ​ພຽງ​ຝ່າຍ​ດຽວ. ເຮົາ​ຕ້ອງ​ເລືອກ​ວ່າ​ຈະ​ຢູ່​ຝ່າຍ​ພະ​ເຢໂຫວາ ຫຼື​ຝ່າຍ​ຊາຕານ. (ມັດທາຍ 7:13) ສອງ ເຮົາ​ຮຽນ​ວ່າ​ຄົນ​ທີ່​ເຂົ້າ​ຮ່ວມ​ກັບ​ຊາຕານ​ເກືອບ​ຈະ​ບໍ່​ໄດ້​ຮັບ​ຜົນ​ດີ​ຫຍັງ​ເລີຍ. ອາດາມ​ແລະ​ເອວາ​ໄດ້​ມີ​ໂອກາດ​ຕັດສິນ​ໃຈ​ເອງ​ວ່າ​ອັນ​ໃດ​ຖືກ​ແລະ​ອັນ​ໃດ​ຜິດ ແລະ​ພວກ​ຜີ​ປີສາດ​ກໍ​ມີ​ອຳນາດ​ຫຼາຍ​ກວ່າ​ລັດຖະບານ​ມະນຸດ. (ຕົ້ນເດີມ 3:22) ແຕ່​ການ​ເລືອກ​ຢູ່​ຝ່າຍ​ຊາຕານ​ຈະ​ໄດ້​ຮັບ​ຜົນ​ເສຍ​ຢູ່​ສະເໝີ. ນັ້ນ​ບໍ່​ແມ່ນ​ຜົນ​ປະໂຫຍດ​ທີ່​ແທ້​ຈິງ!—ໂຢບ 21:7-17; ຄາລາຊີ 6:7, 8

9 ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ໄດ້​ຮູ້​ວ່າ​ຊາຕານ​ຄວບຄຸມ​ໂລກ​ນີ້? ເພາະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ລັດຖະບານ​ແລະ​ກະຕຸ້ນ​ເຮົາ​ໃຫ້​ປະກາດ​ຂ່າວ​ດີ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ນັບຖື​ລັດຖະບານ. (1 ເປໂຕ 2:17) ພະອົງ​ຄາດ​ໝາຍ​ໃຫ້​ເຮົາ​ເຊື່ອ​ຟັງ​ກົດ​ໝາຍ​ບ້ານ​ເມືອງ​ຖ້າ​ກົດ​ໝາຍ​ນັ້ນ​ບໍ່​ຂັດ​ກັບ​ຫຼັກ​ການ​ຂອງ​ພະອົງ. (ໂລມ 13:1-4) ເຮົາ​ຍັງ​ຮູ້​ວ່າ​ເຮົາ​ຕ້ອງ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ບໍ່​ສະໜັບສະໜູນ​ພັກ​ການ​ເມືອງ​ຫຼື​ຜູ້​ນຳ​ຄົນ​ໃດ. (ໂຢຮັນ 17:15, 16; 18:36) ເຮົາ​ຮູ້​ວ່າ​ຊາຕານ​ພະຍາຍາມ​ປົກ​ປິດ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ຢາກ​ທຳລາຍ​ຊື່ສຽງ​ຂອງ​ພະອົງ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເພື່ອ​ສອນ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ຂອງ​ເຮົາ. ເຮົາ​ພູມ​ໃຈ​ທີ່​ຖືກ​ເອີ້ນ​ຕາມ​ນາມ​ຊື່​ຂອງ​ພະອົງ​ແລະ​ໃຊ້​ຊື່​ຂອງ​ພະອົງ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ກວ່າ​ການ​ຮັກ​ເງິນ​ຄຳ​ຫຼື​ວັດຖຸ​ສິ່ງ​ຂອງ.—ເອຊາອີ 43:10; 1 ຕີໂມເຕ 6:6-10

ຊາຕານ​ພະຍາຍາມ​ຊັກ​ຈູງ​ຄົນ​ອື່ນ​ແນວ​ໃດ?

10-12. (ກ) ຊາຕານ​ໃຊ້​ຫຍັງເປັນເຫຍື່ອ​ລໍ້​ທູດ​ສະຫວັນ? (ຂ) ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ສິ່ງ​ທີ່​ທູດ​ສະຫວັນ​ຊົ່ວ​ເຮັດ?

10 ຊາຕານ​ໃຊ້​ວິທີ​ທີ່​ໄດ້​ຜົນ​ໃນ​ການ​ຊັກ​ຈູງ​ຄົນ​ອື່ນ. ເພື່ອ​ຈະ​ໃຫ້​ຜູ້​ຄົນ​ເຮັດ​ໃນ​ສິ່ງ​ທີ່​ມັນ​ຕ້ອງການ ມັນ​ໄດ້​ໃຊ້​ເຫຍື່ອ​ລໍ້​ແລະ​ບາງ​ເທື່ອ​ກໍ​ໃຊ້​ການ​ຂົ່ມເຫງ.

11 ຊາຕານ​ໃຊ້​ເຫຍື່ອ​ລໍ້​ທູດ​ສະຫວັນ​ຫຼາຍ​ອົງ. ມັນ​ອາດ​ສັງເກດ​ເຂົາ​ເຈົ້າ​ມາ​ດົນ​ແລ້ວ​ເພື່ອ​ຈະ​ຮູ້​ວ່າ​ຕ້ອງ​ໃຊ້​ເຫຍື່ອ​ແບບ​ໃດ​ລໍ້​ເຂົາ​ເຈົ້າ. ທູດ​ສະຫວັນ​ບາງ​ອົງ​ໄດ້​ຕິດ​ກັບດັກ​ແລະ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ. ລູກ​ຂອງ​ເຂົາ​ເຈົ້າ​ເປັນ​ຄົນ​ຮ່າງ​ຍັກ​ທີ່​ມັກ​ໃຊ້​ຄວາມ​ຮຸນແຮງ​ເພື່ອ​ທຳ​ຮ້າຍ​ຄົນ​ອື່ນ. (ຕົ້ນເດີມ 6:1-4) ນອກ​ຈາກ​ຈະ​ໃຊ້​ການ​ຜິດ​ສິນລະທຳ​ທາງ​ເພດ​ເພື່ອ​ລໍ້​ພວກ​ທູດ​ສະຫວັນ​ແລ້ວ ຊາຕານ​ຍັງ​ສັນຍາ​ກັບ​ເຂົາ​ເຈົ້າ​ວ່າ​ຈະ​ໃຫ້​ມີ​ອຳນາດ​ເໜືອ​ມະນຸດ. ໂດຍ​ວິທີ​ນີ້ ຊາຕານ​ອາດ​ເຄີຍ​ພະຍາຍາມ​ຂັດ​ຂວາງ​ບໍ່​ໃຫ້​ຄຳ​ພະຍາກອນ​ຂອງ​ພະ​ເຢໂຫວາ​ເລື່ອງ “ເຊື້ອ​ສາຍ​ຂອງ​ຜູ້​ຍິງ” ສຳເລັດ​ເປັນ​ຈິງ. (ຕົ້ນເດີມ 3:15) ແຕ່​ພະ​ເຢໂຫວາ​ບໍ່​ຍອມ​ໃຫ້​ມັນ​ເຮັດ​ໄດ້​ສຳເລັດ. ພະອົງ​ເຮັດ​ໃຫ້​ນໍ້າ​ຖ້ວມ​ໂລກ​ເຊິ່ງ​ທຳລາຍ​ແຜນການ​ຂອງ​ຊາຕານ​ແລະ​ພວກ​ຜີ​ປີສາດ.

ຊາຕານ​ພະຍາຍາມ​ລໍ້​ໃຈ​ເຮົາໂດຍ​ໃຊ້​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຄວາມ​ຍິ່ງ ແລະ​ເລື່ອງ​ທີ່​ເໜືອ​ທຳມະຊາດ (ເບິ່ງ​ຂໍ້ 12,13)

12 ເຮົາ​ຮຽນ​ໄດ້​ຫຍັງ​ຈາກ​ເລື່ອງ​ນີ້? ການ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ຄວາມ​ຍິ່ງ​ເປັນ​ເຫຍື່ອ​ລໍ້​ທີ່​ໃຊ້​ໄດ້​ຜົນ​ຫຼາຍ​ແທ້ໆ. ທູດ​ສະຫວັນ​ທີ່​ເຂົ້າ​ຮ່ວມ​ກັບ​ຊາຕານ​ເຄີຍ​ໃຊ້​ຊີວິດ​ຢູ່​ກັບ​ພະເຈົ້າ​ໃນ​ສະຫວັນ​ເປັນ​ເວລາ​ຫຼາຍ​ປີ! ເຖິງ​ຢ່າງ​ນັ້ນ ພວກ​ມັນ​ກໍ​ຍັງ​ຍອມ​ໃຫ້​ຄວາມ​ຕ້ອງການ​ທີ່​ຜິດໆພັດທະນາ​ຂຶ້ນ​ໃນ​ຫົວໃຈ​ແລະ​ປ່ອຍ​ໃຫ້​ຄວາມ​ຕ້ອງການ​ນັ້ນ​ຮຸນແຮງ​ຂຶ້ນ​ເລື້ອຍໆ. ເຮົາ​ຕ້ອງ​ຈື່​ໄວ້​ສະເໝີ​ວ່າ​ບໍ່​ສຳຄັນ​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ສໍ່າ​ໃດ ຄວາມ​ຕ້ອງການ​ທີ່​ຜິດໆສາມາດ​ເກີດ​ຂຶ້ນ​ໃນ​ຫົວໃຈ​ຂອງ​ເຮົາ​ໄດ້. (1 ໂກລິນໂທ 10:12) ນີ້​ເປັນ​ເຫດຜົນ​ທີ່​ເຮົາ​ຕ້ອງ​ກວດ​ສອບ​ຫົວໃຈ​ຂອງ​ເຮົາ​ຢູ່​ສະເໝີ​ແລະ​ກຳຈັດ​ຄວາມ​ຄິດ​ທີ່​ຜິດ​ສິນລະທຳ​ທາງ​ເພດ​ແລະ​ຄວາມ​ຍິ່ງ​ທຸກ​ຢ່າງ​ອອກ​ໄປ!—ຄາລາຊີ 5:26; ອ່ານ​ໂກໂລດ 3:5

13. ເຫຍື່ອ​ອີກ​ຢ່າງ​ໜຶ່ງ​ທີ່​ຊາຕານ​ໃຊ້​ແມ່ນ​ຫຍັງ ແລະ​ເຮົາ​ຈະ​ຫຼີກ​ລ່ຽງ​ໄດ້​ແນວ​ໃດ?

13 ເຫຍື່ອ​ລໍ້​ອີກ​ຢ່າງ​ໜຶ່ງ​ທີ່​ຊາຕານ​ໃຊ້​ຄື​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ກ່ຽວ​ກັບ​ເລື່ອງ​ເລິກ​ລັບ. ທຸກ​ມື້​ນີ້ ຊາຕານ​ພະຍາຍາມ​ເຮັດ​ໃຫ້​ຜູ້​ຄົນ​ສົນ​ໃຈ​ເລື່ອງ​ຜີ​ປີສາດ​ໂດຍ​ໃຊ້​ສາສະໜາ​ປອມ​ແລະ​ຄວາມ​ບັນເທີງ. ໃນ​ພາບພະຍົນ ວິດີໂອ​ເກມ ແລະ​ຄວາມ​ບັນເທີງ​ຕ່າງໆເຮັດ​ໃຫ້​ເບິ່ງ​ຄື​ວ່າ​ສິ່ງ​ເລິກ​ລັບ​ເປັນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ແລະ​ໜ້າ​ຄົ້ນ​ຫາ. ເຮົາ​ຈະ​ຫຼີກ​ລ່ຽງ​ເຫຍື່ອ​ລໍ້​ນີ້​ໄດ້​ແນວ​ໃດ? ເຮົາ​ບໍ່​ຄວນ​ຄາດ​ໝາຍ​ວ່າ​ອົງການ​ຂອງ​ພະເຈົ້າ​ຈະ​ມີ​ລາຍ​ຊື່​ຄວາມ​ບັນເທີງ​ທີ່​ດີ​ແລະ​ບໍ່​ດີ​ໃຫ້​ເຮົາ. ເຮົາ​ຕ້ອງ​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເພື່ອ​ຈະ​ສາມາດ​ຕັດສິນ​ໃຈ​ເລືອກ​ໄດ້​ຢ່າງ​ຖືກຕ້ອງ​ຕາມ​ຫຼັກ​ການ​ຂອງ​ພະ​ເຢໂຫວາ. (ເຫບເລີ 5:14) ແລະ​ຖ້າ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພະ​ເຢໂຫວາ “ປາສະຈາກ​ໜ້າ​ຊື່​ໃຈ​ຄົດ” ເຮົາ​ກໍ​ຈະ​ເລືອກ​ຢ່າງ​ສະຫຼາດ. (ໂລມ 12:9) ຄົນ​ໜ້າ​ຊື່​ໃຈ​ຄົດ​ມັກ​ເວົ້າ​ຢ່າງ​ໜຶ່ງ​ແຕ່​ເຮັດ​ອີກ​ຢ່າງ​ໜຶ່ງ. ດັ່ງ​ນັ້ນ ເມື່ອ​ເຮົາ​ເລືອກ​ຄວາມ​ບັນເທີງ​ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໄດ້​ເຮັດ​ຕາມ​ຫຼັກ​ການ​ດຽວ​ກັນ​ກັບ​ທີ່​ຂ້ອຍ​ສອນ​ຄົນ​ອື່ນ​ບໍ? ນັກ​ສຶກສາ​ຂອງ​ຂ້ອຍ​ຫຼື​ຄົນ​ທີ່​ຂ້ອຍ​ກັບ​ໄປ​ຢາມ​ຈະ​ຄິດ​ແນວ​ໃດ​ກ່ຽວ​ກັບ​ໜັງ​ທີ່​ຂ້ອຍ​ເບິ່ງ​ຫຼື​ເພງ​ທີ່​ຂ້ອຍ​ຟັງ?’ ເມື່ອ​ເຮົາ​ເຮັດ​ຕາມ​ຫຼັກ​ການ​ທີ່​ເຮົາ​ສອນ​ຄົນ​ອື່ນ ມັນ​ຈະ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ປະຕິເສດ​ເຫຍື່ອ​ລໍ້​ຂອງ​ຊາຕານ.—1 ໂຢຮັນ 3:18

ຊາຕານ​ພະຍາຍາມ​ຂົ່ມເຫງ​ເຮົາ​ໂດຍ​ທາງ​ການ​ສັ່ງ​ຫ້າມ​ຈາກ​ລັດຖະບານ ຄວາມ​ກົດ​ດັນ​ຈາກ​ໝູ່​ຢູ່​ໂຮງ​ຮຽນ ການ​ຕໍ່​ຕ້ານ​ຈາກ​ຄອບຄົວ (ເບິ່ງ​ຂໍ້ 14)

14. ຊາຕານ​ພະຍາຍາມ​ຂົ່ມເຫງ​ເຮົາ​ແນວ​ໃດ ແລະ​ເຮົາ​ຈະ​ຢືນຢັນ​ໝັ້ນ​ຄົງ​ໄດ້​ແນວ​ໃດ?

14 ຊາຕານ​ຍັງ​ພະຍາຍາມ​ຂົ່ມເຫງ​ແລະ​ເຮັດ​ໃຫ້​ເຮົາ​ຢ້ານ ເພື່ອ​ເຮົາ​ຈະ​ເຊົາ​ພັກດີ​ຕໍ່​ພະ​ເຢໂຫວາ. ຕົວຢ່າງ: ມັນ​ອາດ​ກະຕຸ້ນ​ລັດຖະບານ​ໃຫ້​ສັ່ງ​ຫ້າມ​ວຽກ​ປະກາດ​ຂອງ​ເຮົາ. ມັນ​ຍັງ​ເຮັດ​ໃຫ້​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ໝູ່​ຢູ່​ໂຮງ​ຮຽນ​ເຍາະ​ເຍີ້ຍ​ເຮົາ​ທີ່​ເຮົາ​ເຮັດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ. (1 ເປໂຕ 4:4) ຊາຕານ​ຍັງ​ກະຕຸ້ນ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ໃນ​ຄອບຄົວ​ເຊິ່ງ​ອາດ​ຫວັງ​ດີ​ມາ​ຫ້າມ​ເຮົາ​ບໍ່​ໃຫ້​ໄປ​ປະຊຸມ. (ມັດທາຍ 10:36) ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ຢືນຢັດ​ຕໍ່​ສູ້​ກັບ​ການ​ຂົ່ມເຫງ​ຂອງ​ຊາຕານ? ເຮົາ​ບໍ່​ຄວນ​ແປກ​ໃຈ​ເມື່ອ​ຖືກ​ຂົ່ມເຫງ ເພາະ​ເຮົາ​ຮູ້​ວ່າ​ຊາຕານ​ກຳລັງ​ຕໍ່​ສູ້​ກັບ​ເຮົາ. (ຄຳປາກົດ 2:10; 12:17) ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ຈື່​ວ່າ​ປະເດັນ​ສຳຄັນ​ທີ່​ຢູ່​ເບື້ອງ​ຫຼັງ​ເລື່ອງ​ນີ້​ຄື: ຊາຕານ​ກ່າວ​ຫາ​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ກໍ​ຕໍ່​ເມື່ອ​ຢູ່​ໃນ​ສະພາບການ​ທີ່​ສະດວກ​ສະບາຍ ແຕ່​ຖ້າ​ເຮົາ​ມີ​ບັນຫາ​ເຮົາ​ກໍ​ຈະ​ເຊົາ​ຮັບໃຊ້​ພະອົງ. (ໂຢບ 1:9-11; 2:4, 5) ສະນັ້ນ ເຮົາ​ຕ້ອງ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ ແລະ​ຂໍ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ເຮົາ.—ເຫບເລີ 13:5

ສິ່ງ​ທີ່​ຊາຕານ​ເຮັດ​ບໍ່​ໄດ້

15. ຊາຕານ​ສາມາດ​ບັງຄັບ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ​ໄດ້​ບໍ? ຂໍ​ອະທິບາຍ.

15 ຊາຕານ​ບໍ່​ສາມາດ​ບັງຄັບ​ຜູ້​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ເຂົາ​ເຈົ້າ​ບໍ່​ຢາກ​ເຮັດ​ໄດ້. (ຢາໂກໂບ 1:14) ຫຼາຍ​ຄົນ​ໃນ​ໂລກ​ນີ້​ບໍ່​ຮູ້​ວ່າ​ຕົວ​ເອງ​ກຳລັງ​ຢູ່​ຝ່າຍ​ຊາຕານ. ແຕ່​ຄົນ​ທີ່​ຮຽນ​ຮູ້​ຄວາມ​ຈິງ​ຈະ​ຕ້ອງ​ເລືອກ​ວ່າ​ຈະ​ຢູ່​ຝ່າຍ​ພະ​ເຢໂຫວາ​ຫຼື​ຝ່າຍ​ຊາຕານ. (ກິດຈະການ 3:17; 17:30) ຖ້າ​ເຮົາ​ຕັດສິນ​ໃຈ​ເຊື່ອ​ຟັງ​ພະ​ເຢໂຫວາ ຊາຕານ​ກໍ​ບໍ່​ສາມາດ​ທຳລາຍ​ຄວາມ​ພັກດີ​ຂອງ​ເຮົາ​ໄດ້.—ໂຢບ 2:3; 27:5

16, 17. (ກ) ມີ​ຫຍັງ​ອີກ​ທີ່​ຊາຕານ​ກັບ​ພວກ​ຜີ​ປີສາດ​ເຮັດ​ບໍ່​ໄດ້? (ຂ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຢ້ານ​ທີ່​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ດ້ວຍ​ສຽງ​ດັງ?

16 ຍັງ​ມີ​ສິ່ງ​ອື່ນໆອີກ​ທີ່​ຊາຕານ​ແລະ​ພວກ​ຜີ​ປີສາດ​ເຮັດ​ບໍ່​ໄດ້. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບໍ່​ເຄີຍ​ບອກ​ວ່າ​ພວກ​ມັນ​ສາມາດ​ຮູ້​ຄວາມ​ຄິດ​ຫຼື​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ເຮົາ. ມີ​ພຽງ​ແຕ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເທົ່າ​ນັ້ນ​ທີ່​ຮູ້. (1 ຊາເມືອນ 16:7; ມາລະໂກ 2:8) ແລ້ວ​ເຮົາ​ຄວນ​ຢ້ານ​ວ່າ​ຊາຕານ​ກັບ​ຜີ​ປີສາດ​ຈະ​ໄດ້​ຍິນ​ສິ່ງ​ທີ່​ເຮົາ​ເວົ້າ ຫຼື​ອະທິດຖານ​ອອກ​ສຽງ ແລ້ວ​ໃຊ້​ເລື່ອງ​ເຫຼົ່າ​ນີ້​ມາ​ຈັດການ​ເຮົາ​ບໍ? ບໍ່! ຍ້ອນ​ຫຍັງ? ຂໍ​ຄິດ​ເຖິງ​ຕົວຢ່າງ​ປຽບ​ທຽບ​ນີ້ ເຮົາ​ບໍ່​ຢ້ານ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ເພາະ​ຢ້ານ​ວ່າ​ຊາຕານ​ຈະ​ເຫັນ. ດັ່ງ​ນັ້ນ ເຮົາ​ກໍ​ບໍ່​ຄວນ​ຢ້ານ​ທີ່​ຈະ​ອະທິດຖານ​ອອກ​ສຽງ​ເພາະ​ຢ້ານ​ວ່າ​ຊາຕານ​ຈະ​ໄດ້​ຍິນ. ຄຳພີ​ໄບເບິນ​ບອກ​ຫຼາຍ​ເທື່ອ​ວ່າ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ອະທິດຖານ​ດ້ວຍ​ສຽງ​ດັງ ແລະ​ເຮົາ​ກໍ​ບໍ່​ເຄີຍ​ອ່ານ​ເຈິ​ວ່າ​ເຂົາ​ເຈົ້າ​ຢ້ານ​ວ່າ​ຊາຕານ​ຈະ​ໄດ້​ຍິນ. (1 ກະສັດ 8:22, 23; ໂຢຮັນ 11:41, 42; ກິດຈະການ 4:23, 24) ຖ້າ​ເຮົາ​ເວົ້າ​ແລະ​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ຢ່າງ​ສຸດ​ຄວາມ​ສາມາດ ເຮົາ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ປ່ອຍ​ໃຫ້​ຊາຕານ​ມາ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.—ອ່ານ​ຄຳເພງ 34:7

17 ເຮົາ​ຕ້ອງ​ຮູ້ຈັກ​ສັດຕູ​ຂອງ​ເຮົາ ແຕ່​ເຮົາ​ບໍ່​ຄວນ​ຢ້ານ​ມັນ. ເຖິງ​ວ່າ​ເຮົາ​ຈະ​ບໍ່​ສົມບູນ​ແບບ ແຕ່​ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເຮົາ​ສາມາດ​ເອົາ​ຊະນະ​ຊາຕານ​ໄດ້! (1 ໂຢຮັນ 2:14) ຖ້າ​ເຮົາ​ຕໍ່​ສູ້​ຊາຕານ ມັນ​ກໍ​ຈະ​ປົບ​ໜີ​ໄປ​ຈາກ​ເຮົາ. (ຢາໂກໂບ 4:7; 1 ເປໂຕ 5:9) ໃນ​ທຸກ​ມື້​ນີ້ ເບິ່ງ​ຄື​ວ່າ​ຊາຕານ​ຈະ​ໂຈມຕີ​ໄວຮຸ່ນ​ເປັນ​ພິເສດ. ແລ້ວ​ຄົນ​ທີ່​ເປັນ​ໄວຮຸ່ນ​ຈະ​ຕ້ານ​ທານ​ການ​ໂຈມຕີ​ຂອງ​ຊາຕານ​ໄດ້​ແນວ​ໃດ? ເຮົາ​ຈະ​ພິຈາລະນາ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

^ ຂໍ້ 2 ຄຳພີ​ໄບເບິນ​ເປີດ​ເຜີຍ​ຊື່​ຂອງ​ທູດ​ສະຫວັນ​ບາງ​ອົງ. (ຜູ້ຕັດສິນ 13:18; ດານຽນ 8:16; ລືກາ 1:19; ຄຳປາກົດ 12:7) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ຕັ້ງ​ຊື່​ດາວ​ແຕ່​ລະ​ດວງ​ນຳ​ອີກ. (ຄຳເພງ 147:4) ດັ່ງ​ນັ້ນ​ຈຶ່ງ​ມີ​ເຫດຜົນ​ທີ່​ເຮົາ​ຈະ​ຄິດ​ວ່າ​ພະ​ເຢໂຫວາ​ຕັ້ງ​ຊື່​ໃຫ້​ກັບ​ທູດ​ສະຫວັນ​ທັງ​ໝົດ ລວມ​ເຖິງ​ທູດ​ສະຫວັນ​ທີ່​ພາຍ​ຫຼັງ​ໄດ້​ກາຍ​ມາ​ເປັນ​ຊາຕານ.

^ ຂໍ້ 3 ຄຳ​ວ່າ “ຊາຕານ” ມີ​ພຽງ 18 ຄັ້ງ​ໃນ​ພະ​ຄຳພີ​ພາກ​ພາສາ​ເຫບເລີ ແຕ່​ພະ​ຄຳພີ​ພາກ​ພາສາ​ເກັຣກ​ມີ​ຫຼາຍ​ກວ່າ 30 ຄັ້ງ.