ເຫດຜົນທີ່ເຮົາຕ້ອງ “ເກີດໝາກຫຼາຍ” ຕໍ່ໆໄປ
“ໃນການນີ້ພະບິດາຂອງເຮົາມີລັດສະໝີຄືວ່າໃຫ້ທ່ານທັງຫຼາຍເກີດໝາກຫຼາຍ ແລະທ່ານທັງຫຼາຍຈະເປັນລູກສິດຂອງເຮົາ.”—ໂຢຮັນ 15:8
1, 2. (ກ) ພະເຍຊູໄດ້ລົມເລື່ອງຫຍັງກັບພວກລູກສິດໃນຄືນກ່ອນທີ່ເພິ່ນຈະຕາຍ? (ເບິ່ງຮູບທຳອິດ) (ຂ) ເປັນຫຍັງຈຶ່ງສຳຄັນສຳລັບເຮົາທີ່ຈະຈື່ເຫດຜົນທີ່ເຮົາຕ້ອງປະກາດ? (ຄ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
ໃນຄືນກ່ອນທີ່ພະເຍຊູຈະຕາຍ ເພິ່ນໄດ້ເວົ້າກັບພວກອັກຄະສາວົກເປັນເວລາດົນ. ເພິ່ນເຮັດໃຫ້ເຂົາເຈົ້າໝັ້ນໃຈວ່າເພິ່ນຮັກເຂົາເຈົ້າຫຼາຍ. ເພິ່ນຍັງເລົ່າຕົວຢ່າງປຽບທຽບເລື່ອງເຄືອອະງຸ່ນໃຫ້ເຂົາເຈົ້າຟັງນຳ ເຊິ່ງເຮົາໄດ້ພິຈາລະນາໄປແລ້ວໃນບົດຄວາມກ່ອນ. ພະເຍຊູຢາກໃຫ້ກຳລັງໃຈລູກສິດຂອງເພິ່ນເພື່ອເຂົາເຈົ້າຈະ “ເກີດໝາກຫຼາຍ [ຕໍ່ໆໄປ]” ນັ້ນໝາຍຄວາມວ່າເຂົາເຈົ້າຕ້ອງອົດທົນໃນການປະກາດຂ່າວສານເລື່ອງລາຊະອານາຈັກ.—ໂຢຮັນ 15:8
2 ພະເຍຊູບໍ່ໄດ້ບອກພຽງແຕ່ສິ່ງທີ່ພວກລູກສິດຕ້ອງເຮັດເທົ່ານັ້ນ ແຕ່ເພິ່ນຍັງບອກດ້ວຍວ່າເປັນຫຍັງເຂົາເຈົ້າຕ້ອງເຮັດ. ເພິ່ນໃຫ້ເຫດຜົນທີ່ເຂົາເຈົ້າຕ້ອງປະກາດຕໍ່ໆໄປ. ເປັນສິ່ງທີ່ສຳຄັນທີ່ເຮົາຈະຈື່ໄວ້ຄືກັນວ່າເປັນຫຍັງເຮົາຕ້ອງປະກາດຕໍ່ໆໄປ. ການຄິດແບບນີ້ຈະກະຕຸ້ນເຮົາໃຫ້ອົດທົນຕອນທີ່ເຮົາປະກາດແກ່ “ພວກຕ່າງປະເທດທັງປວງ.” (ມັດທາຍ 24:13, 14) ໃນບົດຄວາມນີ້ ເຮົາຈະພິຈາລະນານຳກັນ 4 ເຫດຜົນຈາກຄຳພີໄບເບິນວ່າເປັນຫຍັງເຮົາຈຶ່ງຕ້ອງປະກາດ. ຈາກນັ້ນ ເຮົາຈະພິຈາລະນາກ່ຽວກັບຂອງຂວັນ 4 ຢ່າງທີ່ພະເຈົ້າໃຫ້ກັບເຮົາ ເພື່ອເຮົາຈະສາມາດເກີດໝາກຕໍ່ໆໄປ.
ເຮົາຍົກຍ້ອງສັນລະເສີນພະເຢໂຫວາ
3. (ກ) ຕາມບັນທຶກໃນໂຢຮັນ 15:8 ອັນໃດເປັນເຫດຜົນທີ່ສຳຄັນທີ່ສຸດທີ່ເຮົາປະກາດ? (ຂ) ໝາກອະງຸ່ນໃນຕົວຢ່າງປຽບທຽບໝາຍເຖິງຫຍັງ ແລະເປັນຫຍັງການປຽບທຽບນີ້ຈຶ່ງເໝາະສົມ?
3 ເຫດຜົນສຳຄັນທີ່ສຸດທີ່ເຮົາຕ້ອງປະກາດກໍຄືເຮົາຢາກຍົກຍ້ອງສັນລະເສີນພະເຢໂຫວາແລະເຮັດໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ. (ອ່ານໂຢຮັນ 15:1, 8) ເມື່ອພະເຍຊູເວົ້າເຖິງຕົວຢ່າງປຽບທຽບເລື່ອງເຄືອອະງຸ່ນ ເພິ່ນປຽບທຽບວ່າພະເຢໂຫວາເປັນຜູ້ບົວລະບັດຫຼືຊາວສວນທີ່ປູກເຄືອອະງຸ່ນ. ຕົວເພິ່ນເອງເປັນເຄືອອະງຸ່ນ ແລະຜູ້ທີ່ຕິດຕາມເພິ່ນເປັນກິ່ງກ້ານ. (ໂຢຮັນ 15:5) ໃນຕົວຢ່າງປຽບທຽບ ໝາກອະງຸ່ນເປັນຄືກັບໝາກທີ່ເກີດຈາກພວກລູກສິດຂອງພະເຍຊູ ຫຼືຈາກວຽກປະກາດທີ່ເຂົາເຈົ້າເຮັດ. ພະເຍຊູບອກພວກອັກຄະສາວົກວ່າ: “ໃນການນີ້ພະບິດາຂອງເຮົາມີລັດສະໝີຄືວ່າໃຫ້ທ່ານທັງຫຼາຍເກີດໝາກຫຼາຍ” ຕໍ່ໆໄປ. ຖ້າເຄືອອະງຸ່ນໃຫ້ໝາກທີ່ດີ ຊາວສວນກໍຈະໄດ້ຮັບຄຳຊົມເຊີຍ. ຄ້າຍຄືກັນ ຖ້າເຮົາປະກາດຂ່າວສານເລື່ອງລາຊະອານາຈັກສຸດຄວາມສາມາດຂອງເຮົາ ເຮົາກໍກຳລັງຍົກຍ້ອງສັນລະເສີນພະເຢໂຫວາ.—ມັດທາຍ 25:20-23
ຖ້າເຮົາປະກາດຂ່າວສານເລື່ອງລາຊະອານາຈັກສຸດຄວາມສາມາດຂອງເຮົາ ເຮົາກໍກຳລັງຍົກຍ້ອງສັນລະເສີນພະເຢໂຫວາ
4. (ກ) ເຮົາເຮັດໃຫ້ນາມຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍສຸດໄດ້ແນວໃດ? (ຂ) ເຈົ້າຮູ້ສຶກແນວໃດທີ່ໄດ້ມີສິດທິພິເສດໃນການເຮັດໃຫ້ນາມຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດ?
4 ນາມຊື່ຂອງພະເຈົ້າບໍລິສຸດຢູ່ແລ້ວ. ເຮົາບໍ່ສາມາດເຮັດໃຫ້ນາມຊື່ຂອງພະອົງບໍລິສຸດຫຼາຍຂຶ້ນກວ່ານີ້ໄດ້. ແລ້ວເຮົາຈະເຮັດໃຫ້ນາມຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດໂດຍການປະກາດໄດ້ແນວໃດ? ຂໍສັງເກດສິ່ງທີ່ເອຊາອີບອກທີ່ວ່າ: “ພະເຢໂຫວາແຫ່ງກອງທັບທັງຫຼາຍຈົ່ງນັບຖືພະອົງເປັນບໍລິສຸດ.” (ເອຊາອີ 8:13) ຖ້າເຮົາເບິ່ງວ່ານາມຊື່ນີ້ຍິ່ງໃຫຍ່ທີ່ສຸດເໜືອຊື່ທັງປວງແລະຊ່ວຍຄົນອື່ນໃຫ້ເຂົ້າໃຈວ່ານາມຊື່ນີ້ບໍລິສຸດ ເຮົາກໍກຳລັງເຮັດໃຫ້ນາມຊື່ຂອງພະເຢໂຫວາເປັນທີ່ນັບຖືອັນບໍລິສຸດ. (ມັດທາຍ 6:9) ຕົວຢ່າງ ເມື່ອເຮົາສອນຜູ້ຄົນໃຫ້ຮູ້ຄວາມຈິງກ່ຽວກັບຄຸນລັກສະນະຂອງພະເຢໂຫວາແລະໃຈປະສົງຂອງພະອົງທີ່ຢາກໃຫ້ມະນຸດມີຊີວິດຕະຫຼອດໄປໃນອຸທິຍານ ເຮົາກໍຊ່ວຍເຂົາເຈົ້າໃຫ້ເຫັນວ່າສິ່ງຊົ່ວທັງໝົດທີ່ຊາຕານໃສ່ຮ້າຍພະເຢໂຫວາເປັນເລື່ອງຕົວະ. (ຕົ້ນເດີມ 3:1-5) ເຮົາຍັງເຮັດໃຫ້ນາມຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດນຳເມື່ອເຮົາຊ່ວຍຜູ້ຄົນໃຫ້ຮູ້ວ່າພະເຢໂຫວາສົມຄວນໄດ້ຮັບ “ການຍົກຍ້ອງສັນລະເສີນ ຄວາມນັບຖື ແລະລິດອຳນາດ.” (ຄຳປາກົດ 4:11, ລ.ມ.) ພີ່ນ້ອງຣູນເຊິ່ງເປັນໄພໂອເນຍມາ 16 ປີແລ້ວບອກວ່າ: “ຂ້ອຍເຫັນຄຸນຄ່າແທ້ໆທີ່ຮູ້ວ່າຂ້ອຍມີສິດທິພິເສດທີ່ໄດ້ບອກຜູ້ຄົນເລື່ອງຜູ້ສ້າງເອກະພົບ ມັນເຮັດໃຫ້ຂ້ອຍຢາກປະກາດຕໍ່ໆໄປ.”
ເຮົາຮັກພະເຢໂຫວາແລະພະເຍຊູ
5. (ກ) ໃນໂຢຮັນ 15:9, 10 ເວົ້າເຖິງເຫດຜົນຫຍັງທີ່ເຮົາຕ້ອງປະກາດ? (ຂ) ພະເຍຊູຊ່ວຍພວກລູກສິດແນວໃດໃຫ້ເຂົ້າໃຈວ່າເຂົາເຈົ້າຕ້ອງມີຄວາມອົດທົນ?
5 ອ່ານໂຢຮັນ 15:9, 10. ເຫດຜົນທີສອງທີ່ເຮົາຕ້ອງປະກາດກໍຄືເຮົາຮັກພະເຢໂຫວາແລະພະເຍຊູ. (ມາລະໂກ 12:30; ໂຢຮັນ 14:15) ພະເຍຊູບອກພວກລູກສິດຂອງເພິ່ນວ່າເຂົາເຈົ້າຄວນ ‘ຕັ້ງຢູ່ໃນຄວາມຮັກຂອງເພິ່ນ.’ ເປັນຫຍັງພະເຍຊູຈຶ່ງເວົ້າແບບນີ້? ເພາະເພິ່ນຮູ້ວ່າຜູ້ທີ່ຕິດຕາມເພິ່ນຈະຕ້ອງມີຄວາມອົດທົນເພື່ອຈະໃຊ້ຊີວິດແບບຄລິດສະຕຽນແທ້ໄດ້. ໃນໂຢຮັນ 15:4-10 ພະເຍຊູໃຊ້ຄຳວ່າ “ຕັ້ງຢູ່” ຫຼາຍເທື່ອເພື່ອຊ່ວຍພວກລູກສິດໃຫ້ເຂົ້າໃຈວ່າເຂົາເຈົ້າຕ້ອງມີຄວາມອົດທົນ.
6. ເຮົາຈະສະແດງໃຫ້ເຫັນໄດ້ແນວໃດວ່າເຮົາຢາກຕັ້ງຢູ່ໃນຄວາມຮັກຂອງພະຄລິດ?
6 ເຮົາຈະສະແດງໃຫ້ເຫັນໄດ້ແນວໃດວ່າເຮົາຢາກເປັນທີ່ຮັກແລະໄດ້ຮັບການຍອມຮັບຈາກພະຄລິດຢູ່ສະເໝີ? ກໍໂດຍການເຊື່ອຟັງເພິ່ນ. ພະເຍຊູພຽງແຕ່ຂໍໃຫ້ເຮົາຮຽນແບບເພິ່ນເທົ່ານັ້ນ. ເພິ່ນເວົ້າວ່າ: “ເຫດວ່າເຮົາໄດ້ປະທານແບບຢ່າງໃຫ້ແກ່ທ່ານທັງຫຼາຍເພື່ອທ່ານຈະກະທຳເໝືອນດັ່ງເຮົາໄດ້ກະທຳແກ່ທ່ານ.” ພະເຍຊູເປັນຕົວຢ່າງທີ່ດີໃຫ້ກັບພວກເຮົາແທ້ໆ.—ໂຢຮັນ 3:15
7. ການເຊື່ອຟັງກ່ຽວຂ້ອງກັບຄວາມຮັກແນວໃດ?
7 ພະເຍຊູເຮັດໃຫ້ເຫັນຊັດເຈນວ່າການເຊື່ອຟັງກ່ຽວຂ້ອງກັບຄວາມຮັກເມື່ອເພິ່ນບອກວ່າ: “ຜູ້ທີ່ມີຄຳສັ່ງທັງຫຼາຍຂອງເຮົາແລະຖືຮັກສາຄຳສັ່ງນັ້ນເປັນຜູ້ນັ້ນທີ່ຮັກເຮົາ.” (ໂຢຮັນ 14:21) ຄຳສັ່ງຂອງພະເຍຊູມາຈາກພໍ່ຂອງເພິ່ນ. ດັ່ງນັ້ນ ເມື່ອເຮົາເຊື່ອຟັງຄຳສັ່ງຂອງພະເຍຊູໃນເລື່ອງການປະກາດ ເຮົາກໍສະແດງວ່າເຮົາຮັກພະເຢໂຫວາ. (ມັດທາຍ 17:5; ໂຢຮັນ 8:28) ເມື່ອເຮົາສະແດງວ່າເຮົາຮັກພະເຢໂຫວາແລະພະເຍຊູ ເຮົາກໍຈະເປັນທີ່ຮັກຂອງພວກເພິ່ນສະເໝີ.
ເຮົາຢາກເຕືອນຜູ້ຄົນ
8, 9. (ກ) ເຫດຜົນທີສາມທີ່ເຮົາຕ້ອງປະກາດແມ່ນຫຍັງ? (ຂ) ເອເຊກຽນ 3:18, 19 ແລະ 18:23 ກະຕຸ້ນພວກເຮົາແນວໃດໃຫ້ປະກາດຕໍ່ໆໄປ?
8 ເຫດຜົນທີສາມທີ່ເຮົາຕ້ອງປະກາດກໍຄືເຮົາຢາກເຕືອນຜູ້ຄົນກ່ຽວກັບວັນຂອງພະເຢໂຫວາທີ່ກຳລັງໃກ້ເຂົ້າມາ. ຄຳພີໄບເບິນບອກວ່າໂນເອເປັນ ‘ຜູ້ປະກາດ.’ (ອ່ານ 2 ເປໂຕ 2:5) ກ່ອນນໍ້າຖ້ວມໂລກ ຂ່າວສານທີ່ໂນເອປະກາດຄົງຕ້ອງມີຄຳເຕືອນກ່ຽວກັບເລື່ອງການທຳລາຍຄົນຊົ່ວທີ່ກຳລັງຈະມາເຖິງນຳ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ກໍເພາະພະເຍຊູບອກເຮົາວ່າ: “ໃນຄາວວັນກ່ອນນໍ້າຖ້ວມໂລກທັງສິ້ນນັ້ນ ເຂົາໄດ້ກິນແລະດື່ມ ແລະເອົາຜົວເອົາເມຍແລະມອບໃຫ້ເປັນຜົວເປັນເມຍຈົນເຖິງວັນນັ້ນທີ່ທ່ານໂນເອໄດ້ເຂົ້າໄປໃນນາວາ ແລະເຂົາບໍ່ທັນຮູ້ຈັກອີ່ສັງຈົນເຖິງນໍ້າມາຖ້ວມແລະກວາດເຂົາໄປເສຍທັງໝົດໃນເວລານັ້ນເປັນຢ່າງໃດ ເມື່ອບຸດມະນຸດຈະສະເດັດມາກໍຈະເປັນຢ່າງນັ້ນ.” (ມັດທາຍ 24:38, 39) ເຖິງວ່າຄົນສ່ວນໃຫຍ່ຈະບໍ່ສົນ ໃຈ ແຕ່ໂນເອກໍຍັງປະກາດຄຳເຕືອນຂອງພະເຢໂຫວາຢ່າງສັດຊື່.
9 ທຸກມື້ນີ້ເຮົາປະກາດຂ່າວສານເລື່ອງລາຊະອານາຈັກເພື່ອໃຫ້ຜູ້ຄົນມີໂອກາດຮຽນຮູ້ສິ່ງທີ່ພະເຈົ້າຈະເຮັດເພື່ອມະນຸດໃນອະນາຄົດ. ຄືກັບພະເຢໂຫວາ ເຮົາກໍຢາກໃຫ້ຜູ້ຄົນສົນໃຈຂ່າວສານແລະ “ມີຊີວິດຢູ່ຕໍ່ໄປ.” (ເອເຊກຽນ 18:23, ລ.ມ.) ເມື່ອເຮົາໄປປະກາດຕາມບ້ານເຮືອນ ແລະບ່ອນສາທາລະນະ ເຮົາກໍກຳລັງເຕືອນຜູ້ຄົນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ວ່າ ລາຊະອານາຈັກຂອງພະເຈົ້າຈະມາແລະຈະທຳລາຍໂລກຊົ່ວນີ້.—ເອເຊກຽນ 3:18, 19; ດານຽນ 2:44; ຄຳປາກົດ 14:6, 7
ເຮົາຮັກຜູ້ຄົນ
10. (ກ) ໃນມັດທາຍ 22:39 ບອກເຫດຜົນຫຍັງທີ່ເຮົາຕ້ອງປະກາດ? (ຂ) ໂປໂລກັບສີລາຊ່ວຍຜູ້ຄຸມຄຸກໃນເມືອງຟີລິບແນວໃດ?
10 ເຫດຜົນທີສີ່ທີ່ເຮົາຕ້ອງປະກາດຕໍ່ໄປກໍຄືເຮົາຮັກຜູ້ຄົນ. (ມັດທາຍ 22:39) ຄວາມຮັກນີ້ຊ່ວຍເຮົາໃຫ້ປະກາດຕໍ່ໆໄປເພາະເຮົາຮູ້ວ່າຜູ້ຄົນອາດປ່ຽນຄວາມຄິດເມື່ອເຂົາເຈົ້າມີສະພາບການທີ່ປ່ຽນໄປ. ຕົວຢ່າງ ຜູ້ຕໍ່ຕ້ານໄດ້ຈັບໂປໂລແລະສີລາເຂົ້າຄຸກໃນເມືອງຟີລິບ. ແຕ່ຕອນກາງຄືນມີແຜ່ນດິນໄຫວເຮັດໃຫ້ປະຕູຄຸກເປີດອອກ. ຜູ້ຄຸມຄຸກຢ້ານວ່ານັກໂທດຈະໜີໄປໝົດລາວຈຶ່ງຄິດຈະຂ້າຕົວຕາຍ. ແຕ່ໂປໂລຫ້າມລາວໄວ້ແລະຮ້ອງວ່າ: “ຢ່າກະທຳຮ້າຍແກ່ຕົວເອງ!” ຜູ້ຄຸມຄຸກຖາມວ່າ: ‘ຂ້າພະເຈົ້າຕ້ອງກະທຳແນວໃດເພື່ອຈະໄດ້ພົ້ນ?’ ໂປໂລກັບສີລາບອກລາວວ່າ: “ຈົ່ງເຊື່ອໃນພະອົງເຈົ້າເຍຊູ ແລະເຈົ້າຈະໄດ້ພົ້ນ.”—ກິດຈະການ 16:25-34
11, 12. (ກ) ເລື່ອງຂອງຜູ້ຄຸມຄຸກສອນຫຍັງເຮົາກ່ຽວກັບວຽກປະກາດ? (ຂ) ເປັນຫຍັງເຮົາຈຶ່ງຢາກປະກາດຕໍ່ໆໄປ?
11 ເລື່ອງຂອງຜູ້ຄຸມຄຸກສອນຫຍັງເຮົາກ່ຽວກັບວຽກປະກາດ? ຂໍສັງເກດວ່າຜູ້ຄຸມຄຸກໄດ້ປ່ຽນຄວາມຄິດແລະຂໍຄວາມຊ່ວຍເຫຼືອກໍຫຼັງຈາກທີ່ແຜ່ນດິນໄຫວແລ້ວ. ຄ້າຍຄືກັນ ບາງຄົນທີ່ບໍ່ຢາກຟັງຂ່າວສານຈາກຄຳພີໄບເບິນກໍອາດປ່ຽນຄວາມຄິດແລະສະແຫວງຫາຄວາມຊ່ວຍເຫຼືອເມື່ອມີເລື່ອງບໍ່ດີເກີດຂຶ້ນໃນຊີວິດ. ຕົວຢ່າງ ບາງຄົນຮູ້ສຶກຕົກໃຈທີ່ຕ້ອງອອກຈາກວຽກ ຫຼືຜິດຫວັງຫຼາຍທີ່ຕ້ອງຢ່າຮ້າງ. ບາງຄົນກໍເສຍໃຈຫຼາຍຍ້ອນຮູ້ວ່າຕົວເອງເປັນພະຍາດຮ້າຍແຮງ ຫຼືຄົນໃກ້ຊິດຕາຍ. ເມື່ອເຈິກັບເລື່ອງເຫຼົ່ານີ້ ຜູ້ຄົນອາດເລີ່ມມີຄຳຖາມກ່ຽວກັບຊີວິດເຊິ່ງເຂົາເຈົ້າບໍ່ເຄີຍຄິດມາກ່ອນ. ເຂົາເຈົ້າອາດສົງໄສວ່າ: ‘ຂ້ອຍຈະເຮັດແນວໃດເພື່ອຈະລອດ?’ ເຂົາເຈົ້າອາດຢາກຟັງຂ່າວສານເລື່ອງຄວາມຫວັງເປັນຄັ້ງທຳອິດໃນຊີວິດກໍໄດ້.
12 ຖ້າເຮົາປະກາດຢ່າງສັດຊື່ຕໍ່ໆໄປ ເຮົາກໍຢູ່ພ້ອມສະເໝີເມື່ອຜູ້ຄົນພ້ອມທີ່ຈະຍອມຮັບການປອບໂຍນຈາກເຮົາ. (ເອຊາອີ 61:1) ພີ່ນ້ອງຊາຣອດເຕ້ເຊິ່ງເປັນໄພໂອເນຍມາ 38 ປີແລ້ວບອກວ່າ: “ຜູ້ຄົນໃນທຸກມື້ນີ້ພົບກັບການສູນເສຍ ເຂົາເຈົ້າກໍຢາກໄດ້ຍິນຂ່າວດີ.” ພີ່ນ້ອງອິດເວີເຊິ່ງເປັນໄພໂອເນຍມາ 34 ປີບອກວ່າ: “ໃນທຸກມື້ນີ້ ຜູ້ຄົນຮູ້ສຶກທໍ້ໃຈຫຼາຍຂຶ້ນເລື້ອຍໆ ຂ້ອຍຢາກຊ່ວຍເຂົາເຈົ້າແທ້ໆ. ສິ່ງນີ້ກະຕຸ້ນຂ້ອຍໃຫ້ອອກໄປປະກາດ.” ເຫັນໄດ້ແຈ້ງວ່າຄວາມຮັກທີ່ມີຕໍ່ຜູ້ຄົນເປັນເຫດຜົນທີ່ດີເລີດທີ່ເຮົາຈະປະກາດຕໍ່ໆໄປ!
ຂອງຂວັນທີ່ຊ່ວຍເຮົາໃຫ້ອົດທົນ
13, 14. (ກ) ໂຢຮັນ 15:11 ເວົ້າເຖິງຂອງຂວັນຫຍັງ? (ຂ) ເຮົາຈະມີຄວາມສຸກຄວາມຍິນດີແບບດຽວກັບທີ່ພະເຍຊູມີໄດ້ແນວໃດ? (ຄ) ຄວາມສຸກຄວາມຍິນດີນີ້ຊ່ວຍເຮົາໃນວຽກຮັບໃຊ້ແນວໃດ?
13 ໃນຄືນກ່ອນທີ່ພະເຍຊູຕາຍ ເພິ່ນຍັງເວົ້າເຖິງຂອງຂວັນທີ່ຈະຊ່ວຍພວກອັກຄະສາວົກໃຫ້ເກີດໝາກຕໍ່ໆໄປ. ຂອງຂວັນເຫຼົ່ານີ້ແມ່ນຫຍັງ ແລະຈະຊ່ວຍເຮົາໃນທຸກມື້ນີ້ໄດ້ແນວໃດ?
14 ຄວາມສຸກຄວາມຍິນດີ. ການປະກາດເປັນພາລະໂຢຮັນ 15:11) ເປັນໄປໄດ້ແນວໃດ? ຂໍໃຫ້ຈື່ວ່າໃນຕົວຢ່າງປຽບທຽບຂອງພະເຍຊູ ເພິ່ນປຽບທຽບຕົວເອງເປັນເຄືອອະງຸ່ນແລະລູກສິດເປັນກິ່ງກ້ານ. ກິ່ງກ້ານໄດ້ຮັບນໍ້າແລະສານອາຫານກໍຕໍ່ເມື່ອມັນຕິດຢູ່ກັບເຄືອອະງຸ່ນ. ຄ້າຍຄືກັນ ເຮົາຈະມີຄວາມສຸກຄວາມຍິນດີຄືກັບພະເຍຊູກໍຕໍ່ເມື່ອເຮົາເປັນໜຶ່ງດຽວກັບເພິ່ນແລະຕິດຕາມເພິ່ນຢ່າງໃກ້ຊິດເທົ່ານັ້ນ ເຊິ່ງເປັນຄວາມສຸກຄວາມຍິນດີທີ່ໄດ້ເຮັດຕາມສິ່ງທີ່ພະເຈົ້າຕ້ອງການ. (ໂຢຮັນ 4:34; 17:13; 1 ເປໂຕ 2:21) ແຮນນີເປັນໄພໂອເນຍມາ 40 ກວ່າປີແລ້ວບອກວ່າ: “ຄວາມສຸກທີ່ຂ້ອຍໄດ້ຮັບຈາກການເຮັດວຽກຮັບໃຊ້ ກະຕຸ້ນຂ້ອຍໃຫ້ຮັບໃຊ້ພະເຢໂຫວາຕໍ່ໆໄປ.” ຄວາມສຸກຄວາມຍິນດີຈະເຮັດໃຫ້ເຮົາເຂັ້ມແຂງໃນການປະກາດຕໍ່ໆໄປເຖິງວ່າຄົນສ່ວນໃຫຍ່ຈະບໍ່ຟັງ.—ມັດທາຍ 5:10-12
ຂອງເຮົາບໍ? ບໍ່ເລີຍ. ຫຼັງຈາກທີ່ພະເຍຊູເວົ້າຕົວຢ່າງປຽບທຽບເລື່ອງເຄືອອະງຸ່ນ ເພິ່ນບອກວ່າເມື່ອເຮົາປະກາດເຮົາຈະມີຄວາມຍິນດີຄືກັບເພິ່ນ. (ອ່ານ15. (ກ) ໃນໂຢຮັນ 14:27 ໄດ້ເວົ້າເຖິງຂອງຂວັນອັນໃດ? (ຂ) ຄວາມສະຫງົບສຸກຂອງພະເຍຊູຊ່ວຍເຮົາໃຫ້ປະກາດຕໍ່ໄປແນວໃດ?
15 ຄວາມສະຫງົບສຸກ. (ອ່ານໂຢຮັນ 14:27.) ໃນຕອນແລງກ່ອນພະເຍຊູຕາຍ ເພິ່ນບອກພວກອັກຄະສາວົກວ່າ: “ເຮົາປະທານຄວາມສຸກສຳລານ [ຄວາມສະຫງົບສຸກ, ລ.ມ.] ຂອງເຮົາໃຫ້ແກ່ທ່ານທັງຫຼາຍ.” ຄວາມສະຫງົບສຸກຂອງພະເຍຊູຊ່ວຍເຮົາໃຫ້ປະກາດຕໍ່ໄປແນວໃດ? ເມື່ອເຮົາປະກາດຕໍ່ໆໄປ ເຮົາຈະຮູ້ສຶກສະຫງົບສຸກເພາະຮູ້ວ່າເຮົາກຳລັງເຮັດໃຫ້ພະເຢໂຫວາແລະພະເຍຊູມີຄວາມສຸກ. (ຄຳເພງ 149:4; ໂລມ 5:3, 4; ໂກໂລດ 3:15) ພີ່ນ້ອງອຸບເຊິ່ງເປັນໄພໂອເນຍມາແລ້ວ 45 ປີບອກວ່າ: “ເຖິງວຽກປະກາດຈະເຮັດໃຫ້ເມື່ອຍ ແຕ່ມັນກໍເຮັດໃຫ້ຂ້ອຍມີຄວາມອີ່ມໃຈພໍໃຈແລະຮູ້ສຶກວ່າຊີວິດມີຄວາມໝາຍແທ້ໆ.” ເຮົາຮູ້ສຶກຂອບໃຈທີ່ໄດ້ພົບຄວາມສະຫງົບສຸກທີ່ຖາວອນ!
16. (ກ) ໂຢຮັນ 15:15 ເວົ້າເຖິງຂອງຂວັນຫຍັງ? (ຂ) ພວກອັກຄະສາວົກຍັງເປັນໝູ່ຂອງພະເຍຊູໄດ້ແນວໃດ?
16 ໄດ້ເປັນໝູ່ກັບພະເຍຊູ. ຫຼັງຈາກພະເຍຊູບອກວ່າຢາກໃຫ້ພວກລູກສິດມີຄວາມສຸກ ເພິ່ນກໍອະທິບາຍວ່າເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ເຂົາເຈົ້າຈະສະແດງຄວາມຮັກແບບບໍ່ເຫັນແກ່ຕົວ. (ໂຢຮັນ 15:11-13) ແລ້ວເພິ່ນກໍເວົ້າຕໍ່ວ່າ: “ເຮົາໄດ້ເອີ້ນທ່ານທັງຫຼາຍວ່າສ່ຽວ.” ການໄດ້ເປັນສ່ຽວຫຼືໝູ່ຂອງພະເຍຊູຖືວ່າເປັນຂອງຂວັນທີ່ມີຄ່າແທ້ໆ! ແຕ່ພວກອັກຄະສາວົກຈະເປັນໝູ່ຂອງພະເຍຊູຕໍ່ໄປໄດ້ແນວໃດ? ພະເຍຊູບອກວ່າ: “ໄປແລະເກີດໝາກ [ຕໍ່ໆໄປ].” (ອ່ານໂຢຮັນ 15:14-16) ຫຼືຈະເວົ້າອີກຢ່າງໜຶ່ງກໍຄືໃຫ້ປະກາດຕໍ່ໆໄປ. ປະມານ 2 ປີກ່ອນໜ້ານັ້ນ ພະເຍຊູບອກພວກ ອັກຄະສາວົກວ່າ: “ເມື່ອທ່ານທັງຫຼາຍໄປ ຈົ່ງເທສະໜາປ່າວປະກາດວ່າ ‘ແຜ່ນດິນ [“ລັດຖະບານ,” ລ.ມ.] ສະຫວັນຫຍັບເຂົ້າມາໃກ້ແລ້ວ.’” (ມັດທາຍ 10:7) ດັ່ງນັ້ນ ໃນຄືນສຸດທ້າຍກ່ອນທີ່ພະເຍຊູຕາຍ ເພິ່ນໄດ້ໃຫ້ກຳລັງໃຈພວກລູກສິດເພື່ອເຂົາເຈົ້າຈະສາມາດອົດທົນໃນການເຮັດວຽກປະກາດໄດ້. (ມັດທາຍ 24:13; ມາລະໂກ 3:14) ແນ່ນອນ ພະເຍຊູຮູ້ວ່າບໍ່ງ່າຍທີ່ຈະເຮັດຕາມຄຳສັ່ງຂອງເພິ່ນ. ແຕ່ເຂົາເຈົ້າສາມາດເຮັດໄດ້ແລະຍັງເປັນໝູ່ຂອງພະເຍຊູໄດ້ຕໍ່ໄປ. ໂດຍວິທີໃດ? ກໍໂດຍການຊ່ວຍເຫຼືອຈາກຂອງຂວັນອີກຢ່າງໜຶ່ງ.
17, 18. (ກ) ໂຢຮັນ 15:7 ໄດ້ເວົ້າເຖິງຂອງຂວັນອັນໃດ? (ຂ) ຂອງຂວັນນີ້ຊ່ວຍພວກລູກສິດຂອງພະເຍຊູແນວໃດ? (ຄ) ຂອງຂວັນຫຍັງແດ່ທີ່ເສີມກຳລັງໃຫ້ເຮົາໃນທຸກມື້ນີ້?
17 ຄຳອະທິດຖານໄດ້ຮັບຄຳຕອບ. ພະເຍຊູບອກວ່າ: “ທ່ານທັງຫຼາຍຈະຂໍສິ່ງໃດທີ່ທ່ານຢາກໄດ້ແລະສິ່ງນັ້ນຈະບັງເກີດມາແກ່ທ່ານ.” (ໂຢຮັນ 15:7, 16) ຄຳສັນຍາຂອງພະເຍຊູເສີມກຳລັງພວກອັກຄະສາວົກຫຼາຍແທ້ໆ! * (ເບິ່ງໄຂເງື່ອນ.) ເຂົາເຈົ້າຍັງບໍ່ເຂົ້າໃຈເຕັມທີ່ວ່າອີກບໍ່ດົນພະເຍຊູຈະຕາຍ. ແຕ່ການຕາຍຂອງເພິ່ນບໍ່ໄດ້ໝາຍຄວາມວ່າເຂົາເຈົ້າຈະບໍ່ໄດ້ຮັບການຊ່ວຍເຫຼືອອີກຕໍ່ໄປ. ພະເຢໂຫວາຢູ່ພ້ອມທີ່ຈະຕອບຄຳອະທິດຖານແລະຊ່ວຍເຂົາເຈົ້າໃນວຽກປະກາດ. ບໍ່ດົນຫຼັງຈາກທີ່ພະເຍຊູຕາຍ ພວກອັກຄະສາວົກໄດ້ອ້ອນວອນຂໍພະເຢໂຫວາຊ່ວຍໃຫ້ເຂົາເຈົ້າກ້າຫານແລະພະອົງກໍຕອບຄຳອະທິດຖານຂອງເຂົາເຈົ້າ.—ກິດຈະການ 4:29, 31
18 ທຸກມື້ນີ້ກໍຄືກັນ ເມື່ອເຮົາອົດທົນໃນວຽກປະກາດ ເຮົາກໍຍັງເປັນໝູ່ກັບພະເຍຊູ. ເຮົາໝັ້ນໃຈໄດ້ວ່າພະເຢໂຫວາພ້ອມຈະຕອບຄຳອະທິດຖານເພື່ອຊ່ວຍເຮົາເມື່ອເຈິກັບຄວາມຫຍຸ້ງຍາກໃນການປະກາດ. (ຟີລິບ 4:13) ເຮົາຮູ້ສຶກຂອບໃຈຫຼາຍແທ້ໆທີ່ພະເຢໂຫວາຕອບຄຳອະທິດຖານຂອງເຮົາແລະເຮົາຍັງໄດ້ເປັນໝູ່ກັບພະເຍຊູ. ພະເຢໂຫວາໃຫ້ຂອງຂວັນເຫຼົ່ານີ້ເພື່ອເສີມກຳລັງເຮົາແລະເຮັດໃຫ້ເຮົາເກີດໝາກຕໍ່ໆໄປ.—ຢາໂກໂບ 1:17
19. (ກ) ເປັນຫຍັງເຮົາຕ້ອງປະກາດຕໍ່ໆໄປ? (ຂ) ອັນໃດຊ່ວຍເຮົາໃຫ້ເຮັດວຽກທີ່ພະເຈົ້າມອບໝາຍໄດ້ສຳເລັດ?
19 ໃນບົດຄວາມນີ້ ເຮົາໄດ້ຮຽນ 4 ເຫດຜົນທີ່ເຮົາຕ້ອງປະກາດຕໍ່ໆໄປຄື: ເພື່ອຍົກຍ້ອງສັນລະເສີນພະເຢໂຫວາ ເພື່ອສະແດງວ່າເຮົາຮັກພະເຢໂຫວາແລະພະເຍຊູ ເພື່ອເຕືອນຜູ້ຄົນ ແລະເພື່ອສະແດງວ່າເຮົາຮັກຜູ້ຄົນ. ເຮົາຍັງໄດ້ຮຽນກ່ຽວກັບຂອງຂວັນ 4 ຢ່າງຄື: ຄວາມສຸກຄວາມຍິນດີ ຄວາມສະຫງົບສຸກ ໄດ້ເປັນໝູ່ກັບພະເຍຊູ ແລະຄຳອະທິດຖານໄດ້ຮັບຄຳຕອບ. ຂອງຂວັນເຫຼົ່ານີ້ເສີມກຳລັງເຮົາໃຫ້ເຮັດວຽກທີ່ພະເຈົ້າມອບໝາຍໄດ້ສຳເລັດ. ພະເຢໂຫວາມີຄວາມສຸກຫຼາຍເມື່ອເຫັນເຮົາເຮັດວຽກໜັກເພື່ອຈະ “ເກີດໝາກຫຼາຍ [ຕໍ່ໆໄປ]”!
^ ຂໍ້ 17 ຕອນທີ່ພະເຍຊູລົມກັບພວກອັກຄະສາວົກ ເພິ່ນໄດ້ເຕືອນເຂົາເຈົ້າຫຼາຍຄັ້ງວ່າພະເຢໂຫວາຈະຕອບຄຳອະທິດຖານຂອງເຂົາເຈົ້າ.—ໂຢຮັນ 14:13; 15:7, 16; 16:23