ໄວໜຸ່ມທັງຫຼາຍ ຈົ່ງຢືນຢັດຕໍ່ສູ້ພະຍາມານ
“ຈົ່ງເອົາເຄື່ອງອາວຸດຂອງພະເຈົ້າທັງສິ້ນສົບໃສ່ ເພື່ອທ່ານທັງຫຼາຍຈະຢັ້ງຢືນຕໍ່ສູ້ການອຸບາຍຂອງພະຍາມານໄດ້.”—ເອເຟດ 6:11
1, 2. (ກ) ເປັນຫຍັງໄວໜຸ່ມຄລິດສະຕຽນສາມາດເອົາຊະນະຊາຕານແລະພວກຜີປີສາດໄດ້? (ເບິ່ງຮູບທຳອິດ) (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
ອັກຄະສາວົກໂປໂລປຽບທຽບຄລິດສະຕຽນເປັນຄືກັບທະຫານ. ເຮົາກຳລັງຢູ່ໃນສົງຄາມແລະສັດຕູຂອງເຮົາກໍມີແທ້. ໃນສົງຄາມນີ້ເຮົາບໍ່ໄດ້ຕໍ່ສູ້ກັບມະນຸດ ແຕ່ເຮົາຕໍ່ສູ້ກັບຊາຕານແລະພວກຜີປີສາດ. ພວກມັນເປັນນັກຮົບທີ່ມີປະສົບການມາຫຼາຍພັນປີແລະຊຳນານໃນການຕໍ່ສູ້ເປັນຢ່າງດີ. ເບິ່ງຄືວ່າເຮົາບໍ່ສາມາດເອົາຊະນະສົງຄາມນີ້ໄດ້ ໂດຍສະເພາະຖ້າເຮົາເປັນໄວໜຸ່ມ. ໄວໜຸ່ມຈະສາມາດເອົາຊະນະສັດຕູທີ່ມີພະລັງຫຼາຍນີ້ໄດ້ບໍ? ເອົາຊະນະໄດ້ແທ້! ຍ້ອນຫຍັງ? ຍ້ອນເຂົາເຈົ້າໄດ້ຮັບພະລັງຈາກພະເຢໂຫວາ ແລະເຂົາເຈົ້າຍັງໄດ້ໃສ່ “ເຄື່ອງອາວຸດຂອງພະເຈົ້າ” ຄືກັບທະຫານທີ່ຖືກຝຶກມາຢ່າງດີເຊິ່ງພ້ອມສຳລັບການສູ້ຮົບ.—ອ່ານເອເຟດ 6:10-12
2 ເມື່ອໂປໂລປຽບທຽບເລື່ອງນີ້ ລາວອາດຄິດເຖິງເຄື່ອງອາວຸດຄົບຊຸດທີ່ທະຫານໂລມໃສ່. (ກິດຈະການ 28:16) ໃນບົດຄວາມນີ້ ເຮົາຈະພິຈາລະນາຕົວຢ່າງປຽບທຽບນີ້ນຳກັນ ແລະເຮົາຈະມາເບິ່ງຕົວຢ່າງຂອງໄວໜຸ່ມບາງຄົນທີ່ເວົ້າເຖິງ ຄວາມຫຍຸ້ງຍາກແລະປະໂຫຍດຂອງການໃສ່ເຄື່ອງອາວຸດຂອງພະເຈົ້າແຕ່ລະອັນ.
ຈົ່ງ “ເອົາຄວາມຈິງຄາດແອວໄວ້”
3, 4. ຄວາມຈິງໃນຄຳພີໄບເບິນປຽບຄືກັບສາຍແອວຂອງທະຫານໂລມແນວໃດ?
3 ອ່ານເອເຟດ 6:14. ສາຍແອວຂອງທະຫານໂລມເຮັດມາຈາກແຜ່ນໂລຫະຫຼາຍແຜ່ນເຊິ່ງຊ່ວຍປ້ອງກັນແອວແລະຊ່ວຍຮັດເສື້ອເກາະປ້ອງກັນເອິກໃຫ້ແໜ້ນ. ນອກຈາກນັ້ນ ສາຍແອວບາງເສັ້ນຍັງມີບ່ອນຫ້ອຍທັງດາບຍາວແລະດາບສັ້ນນຳ. ເນື່ອງຈາກສາຍແອວຮັດແໜ້ນດີຈຶ່ງເຮັດໃຫ້ທະຫານຮູ້ສຶກໝັ້ນໃຈເມື່ອອອກໄປສູ້ຮົບ.
ຄວາມຈິງທີ່ເຮົາຮຽນຈາກພະຄຳຂອງພະເຈົ້າປົກປ້ອງເຮົາຈາກຄຳສອນຕົວະ
4 ຄືກັບສາຍແອວ ຄວາມຈິງທີ່ເຮົາຮຽນຈາກພະຄຳຂອງພະເຈົ້າປົກປ້ອງເຮົາຈາກຄຳສອນຕົວະ. (ໂຢຮັນ 8:31, 32; 1 ໂຢຮັນ 4:1) ແຮ່ງເຮົາຮຽນຮູ້ທີ່ຈະຮັກຄວາມຈິງໃນຄຳພີໄບເບິນຫຼາຍເທົ່າໃດ ມັນກໍແຮ່ງງ່າຍຂຶ້ນທີ່ເຮົາຈະໃຊ້ຊີວິດຕາມມາດຕະຖານຂອງພະເຈົ້າ ຫຼືໃສ່ “ເຄື່ອງເຫຼັກອັດປ້ອງອົກ.” (ຄຳເພງ 111:7, 8; 1 ໂຢຮັນ 5:3) ນອກຈາກນັ້ນ ແຮ່ງເຮົາເຂົ້າໃຈຄວາມຈິງໃນຄຳພີໄບເບິນ ເຮົາກໍແຮ່ງໝັ້ນໃຈແລະພ້ອມທີ່ຈະປົກປ້ອງຄວາມຈິງເມື່ອມີຄົນມາຕໍ່ຕ້ານເຮົາ.—1 ເປໂຕ 3:15
5. ເປັນຫຍັງເຮົາຄວນເວົ້າຄວາມຈິງສະເໝີ?
5 ຄວາມຈິງຈາກພະຄຳຂອງພະເຈົ້າເປັນສິ່ງສຳຄັນສຳລັບເຮົາ ເຮົາຕ້ອງເຊື່ອຟັງສິ່ງທີ່ຄຳພີໄບເບິນບອກແລະເວົ້າຄວາມຈິງຢູ່ສະເໝີ. ການຕົວະເປັນສິ່ງໜຶ່ງທີ່ຊາຕານໃຊ້ໄດ້ຜົນຫຼາຍທີ່ສຸດ. ການຕົວະທຳລາຍທັງຄົນທີ່ເວົ້າຕົວະແລະຄົນທີ່ເຊື່ອ. (ໂຢຮັນ 8:44) ເຖິງວ່າເຮົາຈະບໍ່ສົມບູນແບບ ແຕ່ເຮົາກໍພະຍາຍາມຢ່າງເຕັມທີທີ່ຈະບໍ່ເວົ້າຕົວະ. (ເອເຟດ 4:25) ນີ້ບໍ່ແມ່ນເລື່ອງງ່າຍ. ອາບີເກວອາຍຸ 18 ປີບອກວ່າ: “ບາງເທື່ອການເວົ້າຄວາມຈິງອາດຈະເບິ່ງຄືມີຜົນເສຍຕໍ່ເຮົາ ໂດຍສະເພາະຖ້າເວົ້າຕົວະແລ້ວມັນເຮັດໃຫ້ເອົາຕົວລອດໄດ້.” ແລ້ວເປັນຫຍັງລາວຈຶ່ງພະຍາຍາມເວົ້າຄວາມຈິງສະເໝີ? ລາວບອກວ່າ: “ເມື່ອຂ້ອຍເວົ້າຄວາມຈິງ ມັນເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈທີ່ເຮັດໃຫ້ພະເຈົ້າພໍໃຈ. ພໍ່ແມ່ແລະໝູ່ກໍຮູ້ວ່າຂ້ອຍເປັນຄົນທີ່ໄວ້ໃຈໄດ້.” ວິກຕໍເຣຍອາຍຸ 23 ປີບອກວ່າ: “ເມື່ອເຈົ້າເວົ້າຄວາມຈິງແລະຍຶດໝັ້ນກັບຄວາມເຊື່ອ ເຈົ້າອາດຖືກຂົ່ມເຫງ. ແຕ່ການເວົ້າຄວາມຈິງເປັນປະໂຫຍດສະເໝີ ເຊັ່ນ: ເຈົ້າຈະມີຄວາມໝັ້ນໃຈໃນຕົວເອງ ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ ແລະຄົນທີ່ຮັກເຈົ້າກໍຈະນັບຖືເຈົ້າ.” ເຈົ້າເຫັນບໍວ່າເປັນຫຍັງຈຶ່ງສຳຄັນທີ່ຈະເອົາ “ຄວາມຈິງຄາດແອວໄວ້” ສະເໝີ?
ຈົ່ງ “ເອົາຄວາມຊອບທຳເປັນເຄື່ອງເຫຼັກອັດປ້ອງອົກໄວ້”
6, 7. ເປັນຫຍັງມາດຕະຖານອັນຊອບທຳຈຶ່ງປຽບທຽບໄດ້ກັບເສື້ອເກາະປ້ອງກັນເອິກ?
6 ເສື້ອເກາະຂອງທະຫານໂລມມັກຈະເຮັດມາຈາກແຜ່ນເຫຼັກຍາວຫຼາຍແຜ່ນທີ່ເອົາມາດັດໃຫ້ໂຄ້ງເຂົ້າກັບຫຸ່ນຂອງທະຫານ. ແຜ່ນເຫຼັກເຫຼົ່ານີ້ຈະຍຶດຕິດກັບແຜ່ນໜັງໂດຍມີຂໍເກາະໄວ້ ແລະຢູ່ທີ່ບ່າໄຫຼ່ກໍຈະມີແຜ່ນເຫຼັກຍຶດຕິດກັບແຜ່ນໜັງຄືກັນ. ເຖິງວ່າເສື້ອເກາະຈະເຮັດໃຫ້ທະຫານເຄື່ອນໄຫວບໍ່ສະດວກ ແລະຍັງຕ້ອງກວດເບິ່ງຢູ່ເລື້ອຍໆວ່າຍັງຢູ່ໃນສະພາບທີ່ດີຫຼືບໍ່ ຢູ່ຄົບທຸກອັນບໍ່ ແລະຢູ່ໃນບ່ອນຂອງມັນບໍ່ ແຕ່ເສື້ອ
ເກາະກໍຊ່ວຍປ້ອງກັນຫົວໃຈແລະອະໄວຍະວະອື່ນໆຂອງທະຫານໄວ້ຈາກດາບຫຼືລູກທະນູ!ເຮົາບໍ່ມີສະຕິປັນຍາພຽງພໍທີ່ຈະປົກປ້ອງຫົວໃຈຂອງຕົວເອງໄດ້
7 ມາດຕະຖານອັນຊອບທຳຂອງພະເຢໂຫວາສົມທຽບໄດ້ກັບເສື້ອເກາະປ້ອງກັນເອິກເຊິ່ງປົກປ້ອງ “ຫົວໃຈ” ຫຼືຕົວຕົນທີ່ແທ້ຈິງຂອງເຮົາ. (ສຸພາສິດ 4:23, ລ.ມ.) ທະຫານຄົງບໍ່ຍອມປ່ຽນເສື້ອເກາະເຫຼັກໄປເປັນເສື້ອເກາະທີ່ເຮັດຈາກວັດສະດຸທີ່ອ່ອນແອກວ່າ. ຄ້າຍຄືກັນ ເຮົາຈະບໍ່ຍອມປ່ຽນມາດຕະຖານທີ່ຖືກຕ້ອງຂອງພະເຢໂຫວາໄປເປັນສິ່ງທີ່ເຮົາຄິດວ່າຖືກຕ້ອງ. ເຮົາບໍ່ມີສະຕິປັນຍາພຽງພໍທີ່ຈະປົກປ້ອງຫົວໃຈຂອງຕົວເອງໄດ້. (ສຸພາສິດ 3:5, 6) ນັ້ນເປັນເຫດຜົນທີ່ເຮົາຕ້ອງກວດສອບຢູ່ສະເໝີວ່າ “ເຄື່ອງເຫຼັກອັດປ້ອງອົກ” ຂອງເຮົາຍັງປົກປ້ອງຫົວໃຈຂອງເຮົາຢູ່ຫຼືບໍ່.
8. ເປັນຫຍັງເຮົາຈຶ່ງຄວນເຊື່ອຟັງມາດຕະຖານຂອງພະເຢໂຫວາ?
8 ເຈົ້າເຄີຍຮູ້ສຶກວ່າມາດຕະຖານຂອງພະເຢໂຫວາເຮັດໃຫ້ເຈົ້າບໍ່ມີອິດສະຫຼະ ຫຼືປິດກັ້ນເຈົ້າໄວ້ຈາກສິ່ງທີ່ເຈົ້າຢາກເຮັດບໍ? ແດນຽວອາຍຸ 21 ປີບອກວ່າ: “ຍ້ອນຂ້ອຍເຮັດຕາມມາດຕະຖານຂອງຄຳພີໄບເບິນ ທັງອາຈານແລະໝູ່ຢູ່ໂຮງຮຽນກໍເລີຍພາກັນເຍາະເຍີ້ຍຂ້ອຍ ນີ້ເຮັດໃຫ້ຂ້ອຍໝົດຄວາມໝັ້ນໃຈແລະຮູ້ສຶກບໍ່ດີ.” ແຕ່ຕອນນີ້ລາວຮູ້ສຶກແນວໃດ? ລາວບອກວ່າ: “ຂ້ອຍໄດ້ເຫັນປະໂຫຍດຈາກການໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາ. ໝູ່ຂອງຂ້ອຍບາງຄົນຕິດຢາເສບຕິດ ແລະບາງຄົນກໍອອກໂຮງຮຽນ. ເປັນເລື່ອງໜ້າເສົ້າທີ່ເຫັນເຂົາເຈົ້າມີຊີວິດແບບນັ້ນ. ພະເຢໂຫວາປົກປ້ອງພວກເຮົາໄວ້ແທ້ໆ.” ແມດິສັນອາຍຸ 15 ປີບອກວ່າ: “ເປັນເລື່ອງຍາກສຳລັບຂ້ອຍທີ່ຈະຍຶດໝັ້ນໃນມາດຕະຖານຂອງພະເຢໂຫວາ ແລະບໍ່ເຮັດຕາມໃນສິ່ງທີ່ໝູ່ຄິດວ່າມັນຄັກຫຼືມ່ວນຊື່ນ.” ແລ້ວລາວເຮັດແນວໃດ? ລາວບອກວ່າ: “ຂ້ອຍເຕືອນຕົວເອງວ່າຂ້ອຍເປັນພະຍານພະເຢໂຫວາ ແລະການລໍ້ໃຈເປັນພຽງສິ່ງທີ່ຊາຕານໃຊ້ເພື່ອໂຈມຕີຂ້ອຍເທົ່ານັ້ນ. ເມື່ອຂ້ອຍເອົາຊະນະມັນໄດ້ ຂ້ອຍກໍພູມໃຈໃນຕົວເອງແທ້ໆ!”
“ຈົ່ງເອົາຄວາມຈັດແຈ່ງໃນຄຳປະເສີດແຫ່ງຄວາມສຸກສຳລານເປັນເກີບສົບໃສ່ຕີນ”
9-11. (ກ) ເກີບທີ່ເປັນສ່ວນໜຶ່ງຂອງເຄື່ອງອາວຸດຄົບຊຸດຈາກພະເຈົ້າແມ່ນຫຍັງ? (ຂ) ສິ່ງໃດຈະຊ່ວຍເຮົາໃຫ້ຮູ້ສຶກວ່າເປັນເລື່ອງງ່າຍຂຶ້ນທີ່ຈະປະກາດ?
9 ອ່ານເອເຟດ 6:15. ທະຫານໂລມຈະບໍ່ອອກໄປສູ້ຮົບຖ້າບໍ່ໄດ້ໃສ່ເກີບ. ເກີບຂອງເຂົາເຈົ້າເຮັດມາຈາກໜັງເຊິ່ງມີສາມຊັ້ນ ມັນຈຶ່ງແຂງແຮງຫຼາຍແລະກໍຍັງໃສ່ສະບາຍນຳອີກ. ນີ້ເຮັດໃຫ້ພວກທະຫານຍ່າງດ້ວຍຄວາມໝັ້ນໃຈແລະບໍ່ມື່ນລົ້ມ.
10 ຄືກັບເກີບທີ່ເຮັດໃຫ້ທະຫານໂລມໄປສູ້ຮົບໃນສົງຄາມໄດ້ ເກີບທີ່ເປັນສ່ວນໜຶ່ງຂອງເຄື່ອງອາວຸດຄົບຊຸດຈາກພະເຈົ້າກໍຊ່ວຍເຮົາໃຫ້ປະກາດ “ຄຳປະເສີດແຫ່ງຄວາມສຸກສຳລານ.” (ເອຊາອີ 52:7; ໂລມ 10:15) ບາງຄັ້ງ ເຮົາກໍຕ້ອງໃຊ້ຄວາມກ້າຫຼາຍເພື່ອຈະປະກາດ. ໂບອາຍຸ 20 ປີບອກວ່າ: “ຂ້ອຍຢ້ານທີ່ຈະປະກາດກັບໝູ່ໃນຫ້ອງຮຽນ. ຂ້ອຍຮູ້ສຶກວ່າເປັນເລື່ອງໜ້າອາຍ. ເມື່ອເບິ່ງຄືນຫຼັງ ຂ້ອຍບໍ່ຮູ້ວ່າເປັນຫຍັງຂ້ອຍຄິດແບບນັ້ນ. ຕອນນີ້ຂ້ອຍມີຄວາມສຸກທີ່ໄດ້ປະກາດກັບໝູ່.”
11 ຄລິດສະຕຽນທີ່ເປັນໄວໜຸ່ມຫຼາຍຄົນພົບວ່າເປັນເລື່ອງງ່າຍຫຼາຍທີ່ຈະປະກາດຖ້າເຂົາເຈົ້າໄດ້ກຽມຕົວ.org ທີ່ຈະຊ່ວຍເຂົາເຈົ້າໄດ້.” ການກຽມຕົວປະກາດຢ່າງດີກໍເປັນຄືກັບການໃສ່ “ເກີບ” ທີ່ພໍດີກັບຕີນຂອງເຈົ້າ.
ລ່ວງໜ້າ. ເຈົ້າຈະກຽມຕົວແນວໃດ? ຈູເລຍອາຍຸ 16 ປີບອກວ່າ: “ຂ້ອຍເອົາປຶ້ມທີ່ຈະປະກາດໃສ່ໃນກະເປົ໋າໄປໂຮງຮຽນນຳ ຂ້ອຍຈະຟັງຄວາມຄິດເຫັນແລະຄວາມເຊື່ອທີ່ໝູ່ໃນຫ້ອງຮຽນເລົ່າສູ່ຟັງ. ແລ້ວຄິດເຖິງສິ່ງທີ່ຈະຊ່ວຍເຂົາເຈົ້າໄດ້. ເມື່ອຂ້ອຍກຽມຕົວດີ ຂ້ອຍກໍສາມາດເວົ້າເລື່ອງທີ່ເປັນປະໂຫຍດກັບເຂົາເຈົ້າໄດ້ແທ້ໆ.” ເມັກເຄນຊີອາຍຸ 23 ປີບອກວ່າ: “ຖ້າເຈົ້າເປັນຄົນທີ່ກະລຸນາແລະຕັ້ງໃຈຟັງ ເຈົ້າຈະເຂົ້າໃຈວ່າໝູ່ຄິດແນວໃດ. ຂ້ອຍຕ້ອງອ່ານປຶ້ມຂອງອົງການທຸກຢ່າງທີ່ກ່ຽວກັບໄວໜຸ່ມກ່ອນ ເຊິ່ງເຮັດໃຫ້ຂ້ອຍສາມາດຊີ້ໃຫ້ໝູ່ເບິ່ງສິ່ງທີ່ຢູ່ໃນຄຳພີໄບເບິນຫຼືໃນເວັບໄຊ jw“ຈົ່ງເອົາຄວາມເຊື່ອເປັນໂລ້”
12, 13. ‘ລູກສອນໄຟ’ ທີ່ຊາຕານໃຊ້ຍິງເຈົ້າແມ່ນຫຍັງ?
12 ອ່ານເອເຟດ 6:16. ທະຫານໂລມຕ້ອງຖືໂລ້ສີ່ຫຼ່ຽມຂະໜາດໃຫຍ່. ມັນຈະບັງຕັ້ງແຕ່ບ່າໄຫຼ່ຈົນຮອດຫົວເຂົ່າແລະປ້ອງກັນທະຫານຈາກດາບ ຫອກ ແລະລູກທະນູ.
13 ‘ລູກສອນໄຟ’ ຫຼືລູກທະນູໄຟທີ່ຊາຕານໃຊ້ຍິງເຈົ້າ
ແມ່ນຫຍັງ? ມັນອາດໂຈມຕີເຈົ້າດ້ວຍຄຳຕົວະກ່ຽວກັບພະເຢໂຫວາ. ຊາຕານຢາກໃຫ້ເຈົ້າຮູ້ສຶກວ່າພະເຢໂຫວາບໍ່ຮັກເຈົ້າແລະບໍ່ມີໃຜສົນໃຈເຈົ້າ. ໄອດ້າອາຍຸ 19 ປີບອກວ່າ: “ຂ້ອຍຮູ້ສຶກວ່າພະເຢໂຫວາບໍ່ຢາກເຂົ້າໃກ້ຂ້ອຍແລະບໍ່ຢາກເປັນໝູ່ກັບຂ້ອຍ.” ລາວເຮັດແນວໃດເມື່ອຮູ້ສຶກແບບນີ້? “ການປະຊຸມຊ່ວຍໃຫ້ຄວາມເຊື່ອຂອງຂ້ອຍເຂັ້ມແຂງຂຶ້ນຫຼາຍ. ແຕ່ກ່ອນຂ້ອຍມີແຕ່ນັ່ງຢູ່ຊື່ໆແລະບໍ່ເຄີຍຕອບ ຍ້ອນຂ້ອຍຄິດວ່າຄົງບໍ່ມີໃຜຢາກໄດ້ຍິນສຽງຂອງຂ້ອຍ. ແຕ່ຕອນນີ້ ຂ້ອຍກຽມຕົວສຳລັບການປະຊຸມແລະພະຍາຍາມຕອບ 2 ຫຼື 3 ເທື່ອ. ມັນເປັນເລື່ອງຍາກ ແຕ່ເມື່ອຂ້ອຍເຮັດແບບນັ້ນຂ້ອຍກໍຮູ້ສຶກດີຂຶ້ນຫຼາຍ ແລະພີ່ນ້ອງກໍໃຫ້ກຳລັງໃຈຂ້ອຍຫຼາຍແທ້ໆ! ທຸກເທື່ອທີ່ກັບມາຈາກການປະຊຸມ ຂ້ອຍຮູ້ສຶກວ່າພະເຢໂຫວາຮັກຂ້ອຍ.”14. ເຮົາຮຽນຫຍັງຈາກປະສົບການຂອງໄອດ້າ?
14 ໂລ້ຂອງທະຫານຈະຂະໜາດສໍ່າເກົ່າສະເໝີ. ແຕ່ເຮົາໄດ້ຮຽນຈາກປະສົບການຂອງໄອດ້າວ່າຄວາມເຊື່ອບໍ່ໄດ້ເປັນແບບນັ້ນ. ຄວາມເຊື່ອຂອງເຮົາສາມາດໃຫຍ່ຂຶ້ນຫຼືນ້ອຍລົງໄດ້ ສາມາດເຂັ້ມແຂງຫຼືອ່ອນແອໄດ້ຂຶ້ນຢູ່ກັບເຮົາເລືອກ. (ມັດທາຍ 14:31; 2 ເທຊະໂລນີກ 1:3) ສຳລັບເຮົາ “ຄວາມເຊື່ອເປັນໂລ້” ທີ່ຈະປົກປ້ອງເຮົາ. ດັ່ງນັ້ນ ເຮົາຕ້ອງເຮັດໃຫ້ຄວາມເຊື່ອຂອງເຮົາເຕີບໂຕແລະເຂັ້ມແຂງຂຶ້ນຢູ່ສະເໝີ!
“ໝວກເຫຼັກແຫ່ງຄວາມພົ້ນ”
15, 16. ຄວາມຫວັງຂອງເຮົາຄືກັບໝວກແນວໃດ?
15 ອ່ານເອເຟດ 6:17. ທະຫານໂລມໃສ່ໝວກເພື່ອປົກປ້ອງຫົວ ຄໍ ແລະໜ້າຂອງເຂົາເຈົ້າ. ໝວກບາງອັນຈະມີຫູຈັບເພື່ອທະຫານຈະຖືໄດ້.
16 ຄືກັບໝວກທີ່ປົກປ້ອງສະໝອງຂອງທະຫານ “ຄວາມໄວ້ໃຈ [“ຄວາມຫວັງ,” ລ.ມ.] ແຫ່ງຄວາມພົ້ນ” ກໍປົກປ້ອງຄວາມຄິດຂອງເຮົາຄືກັນ. (1 ເທຊະໂລນີກ 5:8; ສຸພາສິດ 3:21) ຄວາມຫວັງຊ່ວຍເຮົາໃຫ້ຈົດຈໍ່ໄປທີ່ຄຳສັນຍາຂອງພະເຈົ້າແລະຊ່ວຍໃຫ້ເຮົາບໍ່ທໍ້ໃຈເມື່ອມີບັນຫາ. (ຄຳເພງ 27:1, 14; ກິດຈະການ 24:15) ແຕ່ຖ້າເຮົາຢາກໃຫ້ຄວາມຫວັງປົກປ້ອງເຮົາ ເຮົາກໍຕ້ອງເຮັດໃຫ້ຄວາມຫວັງນີ້ເປັນຈິງກັບເຮົາ. ເຮົາຕ້ອງໃສ່ “ໝວກ” ຢູ່ຫົວ ບໍ່ແມ່ນຖືໄວ້!
17, 18. (ກ) ຊາຕານໃຊ້ອຸບາຍແນວໃດເພື່ອໃຫ້ເຮົາຖອດໝວກ? (ຂ) ເຮົາຈະບໍ່ຕິດກັບດັກຂອງຊາຕານໄດ້ແນວໃດ?
17 ຊາຕານໃຊ້ອຸບາຍແນວໃດເພື່ອໃຫ້ເຮົາຖອດໝວກ? ຂໍຄິດເຖິງຕົວຢ່າງຂອງພະເຍຊູ. ຊາຕານຮູ້ວ່າພະເຍຊູຈະໄດ້ເປັນຜູ້ປົກຄອງຂອງມະນຸດ. ແຕ່ທຳອິດພະເຍຊູຕ້ອງຖືກທໍລະມານແລະຕາຍກ່ອນ. ຫຼັງຈາກນັ້ນ ເພິ່ນຈະຕ້ອງຄອຍຖ້າເວລາທີ່ພະເຢໂຫວາຈະໃຫ້ເພິ່ນເປັນກະສັດ. ດັ່ງນັ້ນ ຊາຕານຈຶ່ງສະເໜີໂອກາດໃຫ້ພະເຍຊູໄດ້ເປັນຜູ້ປົກຄອງໄວຂຶ້ນ ໂດຍສັນຍາກັບພະເຍຊູວ່າຖ້າເພິ່ນຂາບໄຫວ້ມັນແຕ່ເທື່ອດຽວ ມັນຈະໃຫ້ເພິ່ນເປັນຜູ້ປົກຄອງໂລກທັນທີ. (ລືກາ 4:5-7) ຊາຕານຍັງຮູ້ອີກວ່າພະເຢໂຫວາສັນຍາທີ່ຈະໃຫ້ສິ່ງທີ່ດີເລີດກັບເຮົາໃນໂລກໃໝ່. ແຕ່ຈົນກວ່າຄຳສັນຍາຈະເປັນຈິງເຮົາຕ້ອງຄອຍຖ້າແລະຕ້ອງເຈິກັບບັນຫາຫຼາຍຢ່າງ. ດັ່ງນັ້ນ ຊາຕານຈຶ່ງສະເໜີຊີວິດທີ່ສະດວກສະບາຍໃຫ້ເຮົາໃນຕອນນີ້. ມັນຢາກໃຫ້ເຮົາເອົາຄວາມສະດວກສະບາຍມາກ່ອນລາຊະອານາຈັກຂອງພະເຈົ້າ.—ມັດທາຍ 6:31-33
18 ໄວໜຸ່ມຄລິດສະຕຽນຫຼາຍຄົນບໍ່ໄດ້ຕິດກັບດັກຂອງຊາຕານ. ຕົວຢ່າງເຊັ່ນ: ເຄຍນ້າອາຍຸ 20 ປີບອກວ່າ: “ຂ້ອຍຮູ້ວ່າລາຊະອານາຈັກເປັນພຽງຄວາມຫວັງດຽວເທົ່ານັ້ນທີ່ຈະສາມາດແກ້ໄຂບັນຫາທຸກຢ່າງຂອງເຮົາໄດ້.” ຄວາມຫວັງນີ້ສົ່ງຜົນຕໍ່ຄວາມຄິດແລະຊີວິດຂອງລາວແນວໃດ? ຄວາມຫວັງນີ້ຊ່ວຍລາວໃຫ້ຈື່ວ່າສິ່ງຕ່າງໆຂອງໂລກນີ້ເປັນພຽງຊົ່ວຄາວ. ແທນທີ່ຈະໃຊ້ຄວາມພະຍາຍາມທັງໝົດຂອງລາວກັບວຽກອາຊີບໃນ
ລະບົບນີ້ ເຄຍນ້າໄດ້ໃຊ້ເວລາແລະກຳລັງຂອງລາວເພື່ອຮັບໃຊ້ພະເຢໂຫວາ.“ຈົ່ງຖືດາບຂອງພະວິນຍານທີ່ເປັນພະຄຳຂອງພະເຈົ້າ”
19, 20. ເຮົາຈະໃຊ້ຄຳພີໄບເບິນຢ່າງຊຳນານໄດ້ແນວໃດ?
19 ດາບຂອງທະຫານໂລມມີຄວາມຍາວປະມານ 50 ຊັງຕີແມັດ. ເຂົາເຈົ້າມີຄວາມຊຳນານຫຼາຍໃນການໃຊ້ດາບເພາະໄດ້ຝຶກຝົນທຸກມື້.
20 ອັກຄະສາວົກໂປໂລບອກວ່າພະຄຳຂອງພະເຈົ້າເປັນຄືກັບດາບ. ພະເຢໂຫວາໃຫ້ຄຳພີໄບເບິນກັບເຮົາ. ແຕ່ເຮົາຕ້ອງຮຽນຮູ້ທີ່ຈະໃຊ້ຢ່າງຊຳນານເພື່ອຈະປົກປ້ອງຄວາມເຊື່ອຫຼືເພື່ອປັບຄວາມຄິດຂອງເຮົາ. (2 ໂກລິນໂທ 10:4, 5; 2 ຕີໂມເຕ 2:15) ເຮົາຈະປັບປຸງທັກສະຂອງເຮົາໄດ້ແນວໃດ? ເຊບັດສະຕຽນອາຍຸ 21 ບອກວ່າ: “ເມື່ອອ່ານຄຳພີໄບເບິນຂ້ອຍຈະຈົດຂໍ້ຄຳພີບົດລະໜຶ່ງຂໍ້ ເພື່ອລວບລວມຂໍ້ພະຄຳພີທີ່ຂ້ອຍມັກທີ່ສຸດເອົາໄວ້.” ນີ້ຊ່ວຍລາວໃຫ້ເຂົ້າໃຈຄວາມຄິດຂອງພະເຢໂຫວາຫຼາຍຂຶ້ນ. ແດນຽວບອກວ່າ: “ເມື່ອອ່ານຄຳພີໄບເບິນ ຂ້ອຍກໍຈະເລືອກຂໍ້ຄຳພີທີ່ຈະຊ່ວຍຄົນທີ່ພົບໃນເຂດປະກາດ. ຂ້ອຍພົບວ່າຜູ້ຄົນຕອບຮັບດີຫຼາຍ ເມື່ອເຂົາເຈົ້າເຫັນວ່າເຮົາຮັກສິ່ງທີ່ຢູ່ໃນຄຳພີໄບເບິນແລະຢາກຊ່ວຍເຂົາເຈົ້າແທ້ໆ!”
21. ເປັນຫຍັງເຮົາບໍ່ຄວນຢ້ານຊາຕານແລະພວກຜີປີສາດ?
21 ໃນບົດຄວາມນີ້ ເຮົາໄດ້ຮຽນຮູ້ຈາກຕົວຢ່າງຂອງໄວໜຸ່ມຫຼາຍຄົນວ່າ ເຮົາບໍ່ຈຳເປັນຕ້ອງຢ້ານຊາຕານແລະພວກຜີປີສາດ. ແມ່ນຢູ່ວ່າພວກມັນມີພະລັງອຳນາດຫຼາຍ ແຕ່ພວກມັນກໍທຽບກັບພະເຢໂຫວາບໍ່ໄດ້ເລີຍ ແລະພວກມັນບໍ່ສາມາດມີຊີວິດຕະຫຼອດໄປໄດ້. ພວກມັນຈະຖືກຂັງໄວ້ແລະຈະບໍ່ສາມາດທຳຮ້າຍຜູ້ໃດໄດ້ໃນໄລຍະການປົກຄອງໜຶ່ງພັນປີຂອງພະຄລິດ ແລະຫຼັງຈາກນັ້ນພວກມັນຈະຖືກທຳລາຍ. (ຄຳປາກົດ 20:1-3, 7-10) ເຮົາຮູ້ຈັກສັດຕູຂອງເຮົາ ຮູ້ຈັກອຸບາຍ ແລະເປົ້າໝາຍຂອງມັນ. ດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ເຮົາສາມາດຢືນຢັດຕໍ່ສູ້ແລະເອົາຊະນະມັນໄດ້!