ບົດຄວາມສຶກສາທີ 5
“ພວກເຮົາຈະໄປນຳພວກທ່ານ”
“ພວກເຮົາຈະໄປນຳພວກທ່ານ ເຫດວ່າພວກເຮົາໄດ້ຍິນຂ່າວວ່າພະເຈົ້າສະຖິດຢູ່ຝ່າຍພວກທ່ານ.”—ຊກາ. 8:23
ເພງ 26 ເຈົ້າໄດ້ເຮັດດີກັບເຮົາເຊັ່ນກັນ
ໃຈຄວາມສຳຄັນ *
1. ພະເຢໂຫວາບອກວ່າຈະເກີດຫຍັງຂຶ້ນໃນສະໄໝຂອງເຮົາ?
ພະເຢໂຫວາບອກລ່ວງໜ້າກ່ຽວກັບສະໄໝຂອງເຮົາວ່າ: “ຊາວປະເທດທັງປວງ 10 ຄົນຈະຈັບຊາຍເສື້ອ ແມ່ນແລ້ວຈະກຳເອົາຊາຍເສື້ອຂອງຊາວຢູເດ [ຄົນຢິວ] ຜູ້ໜຶ່ງຈຶ່ງກ່າວວ່າ ‘ພວກເຮົາຈະໄປນຳພວກທ່ານ ເຫດວ່າພວກເຮົາໄດ້ຍິນຂ່າວວ່າພະເຈົ້າສະຖິດຢູ່ຝ່າຍພວກທ່ານ.’” (ຊກາ. 8:23) “ຄົນຢິວ” ໃນຂໍ້ຄຳພີນີ້ໝາຍເຖິງຄົນທີ່ພະເຈົ້າເຈີມດ້ວຍພະລັງບໍລິສຸດ. ພວກເຂົາຍັງຖືກເອີ້ນວ່າ “ອິດສະຣາເອນຂອງພະເຈົ້າ.” (ຄລຕ. 6:16) ສ່ວນ “ຊາວປະເທດທັງປວງ 10 ຄົນ” ໝາຍເຖິງຄົນທີ່ມີຄວາມຫວັງຈະມີຊີວິດຕະຫຼອດໄປເທິງໂລກ. ພວກເຂົາຮູ້ວ່າພະເຢໂຫວາຈະອວຍພອນກຸ່ມຜູ້ຖືກເຈີມນີ້ ແລະພວກເຂົາຮູ້ສຶກວ່າເປັນກຽດທີ່ໄດ້ນະມັດສະການຮ່ວມກັບກຸ່ມຜູ້ຖືກເຈີມ.
2. ການທີ່ “ຊາວປະເທດທັງປວງ 10 ຄົນ” ຈະ “ໄປນຳ” ຜູ້ຖືກເຈີມມີຄວາມໝາຍແນວໃດ?
2 ເຖິງວ່າໃນປັດຈຸບັນເຮົາຈະບໍ່ຮູ້ຈັກຊື່ຂອງຜູ້ຖືກເຈີມທຸກຄົນທີ່ຢູ່ໃນໂລກ * ແຕ່ຜູ້ທີ່ມີຄວາມຫວັງຈະມີຊີວິດຢູ່ເທິງໂລກກໍສາມາດ “ໄປນຳ” ຜູ້ຖືກເຈີມໄດ້. ໃນຄວາມໝາຍແບບໃດ? ຄຳພີໄບເບິນບອກວ່າ “ຊາວປະເທດທັງປວງ 10 ຄົນ” ນັ້ນຈະ “ກຳເອົາຊາຍເສື້ອຂອງຊາວຢູເດ [ຄົນຢິວ] ຜູ້ໜຶ່ງຈຶ່ງກ່າວວ່າ ‘ພວກເຮົາຈະໄປນຳ . . . ທ່ານ ເຫດວ່າພວກເຮົາໄດ້ຍິນຂ່າວວ່າພະເຈົ້າສະຖິດຢູ່ຝ່າຍພວກທ່ານ.’” ພະຄຳພີຂໍ້ນີ້ເວົ້າເຖິງຄົນຢິວຄົນດຽວ ແຕ່ຄຳວ່າ “ທ່ານ” ແລະ “ພວກທ່ານ” ໝາຍເຖິງຫຼາຍກວ່າໜຶ່ງຄົນ. ສະນັ້ນ ຄຳວ່າຄົນຢິວບໍ່ໄດ້ໝາຍເຖິງຜູ້ຖືກເຈີມຄົນດຽວ ແຕ່ໝາຍເຖິງຜູ້ຖືກເຈີມທຸກຄົນ. ສ່ວນຄົນທີ່ບໍ່ ໄດ້ຖືກເຈີມກໍຮັບໃຊ້ພະເຢໂຫວາຮ່ວມກັບຜູ້ຖືກເຈີມ. ແຕ່ພວກເຂົາກໍບໍ່ໄດ້ເບິ່ງວ່າຜູ້ຖືກເຈີມເປັນຜູ້ນຳ ເພາະພວກເຂົາຮູ້ວ່າຜູ້ນຳຂອງພວກເຂົາແມ່ນພະເຢຊູ.—ມທ. 23:10
3. ເຮົາຈະຕອບຄຳຖາມຫຍັງແດ່ໃນບົດຄວາມນີ້?
3 ເນື່ອງຈາກຄລິດສະຕຽນຜູ້ຖືກເຈີມຍັງຢູ່ທ່າມກາງປະຊາຊົນຂອງພະເຈົ້າທຸກມື້ນີ້ ບາງຄົນອາດສົງໄສວ່າ: (1) ຜູ້ຖືກເຈີມຄວນເບິ່ງຕົວເອງແນວໃດ? (2) ເຮົາຄວນປະຕິບັດກັບຄົນທີ່ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນແນວໃດ? (3) ເຮົາຄວນກັງວົນບໍຖ້າຈຳນວນຜູ້ທີ່ກິນເຂົ້າຈີ່ແລະເຫຼົ້າແວງເພີ່ມຂຶ້ນເລື້ອຍໆ? ເຮົາຈະຕອບຄຳຖາມເຫຼົ່ານີ້ໃນບົດຄວາມນີ້.
ຜູ້ຖືກເຈີມຄວນເບິ່ງຕົວເອງແນວໃດ?
4. ໃນ 1 ໂກຣິນໂທ 11:27-29 ມີຄຳເຕືອນຫຍັງທີ່ຜູ້ຖືກເຈີມຄວນຄິດຢ່າງຈິງຈັງ ແລະຍ້ອນຫຍັງ?
4 ຜູ້ຖືກເຈີມຄວນຄິດຢ່າງຈິງຈັງກ່ຽວກັບຄຳເຕືອນໃນ 1 ໂກຣິນໂທ 11:27-29 (ອ່ານ) ໃນວັນອະນຸສອນ ຜູ້ຖືກເຈີມອາດກິນເຂົ້າຈີ່ແລະເຫຼົ້າແວງໃນທາງທີ່ “ບໍ່ເໝາະສົມ” ໄດ້ແນວໃດ? ລາວອາດເຮັດແບບນັ້ນ ຖ້າລາວກິນເຂົ້າຈີ່ແລະເຫຼົ້າແວງແຕ່ບໍ່ໄດ້ໃຊ້ຊີວິດຕາມມາດຕະຖານອັນຊອບທຳຂອງພະເຢໂຫວາ. (ຮຣ. 6:4-6; 10:26-29) ຜູ້ຖືກເຈີມຕ້ອງຈື່ໄວ້ວ່າພວກເຂົາຕ້ອງຮັກສາຄວາມສັດຊື່ຖ້າພວກເຂົາຢາກໄດ້ຮັບ ‘ລາງວັນ ນັ້ນແມ່ນຊີວິດໃນສະຫວັນຕາມທີ່ພະເຈົ້າເອີ້ນພວກເຂົາໂດຍທາງພະຄລິດເຢຊູ.’—ຟລປ. 3:13-16
5. ຜູ້ຖືກເຈີມຄວນເບິ່ງຕົວເອງແນວໃດ?
5 ພະລັງບໍລິສຸດຂອງພະເຢໂຫວາຊ່ວຍຜູ້ຮັບໃຊ້ຂອງພະອົງໃຫ້ເປັນຄົນຖ່ອມຕົວ ບໍ່ແມ່ນຄົນຍິ່ງ. (ອຟຊ. 4:1-3; ກລຊ. 3:10, 12) ດັ່ງນັ້ນ ຜູ້ຖືກເຈີມບໍ່ຄວນຄິດວ່າພວກເຂົາດີກວ່າຄົນອື່ນ. ພວກເຂົາຍັງຮູ້ອີກວ່າພະເຢໂຫວາບໍ່ຈຳເປັນຕ້ອງໃຫ້ພະລັງບໍລິສຸດກັບພວກເຂົາຫຼາຍກວ່າຜູ້ຮັບໃຊ້ຄົນອື່ນໆ. ພວກເຂົາບໍ່ໄດ້ຄິດວ່າພວກເຂົາເຂົ້າໃຈຄຳພີໄບເບິນເລິກເຊິ່ງຫຼາຍກວ່າຄົນອື່ນ. ພວກເຂົາຈະບໍ່ບອກຄົນອື່ນວ່າ: “ເຈົ້າກໍເປັນຜູ້ຖືກເຈີມຄືກັນແລະຄວນກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນໄດ້ແລ້ວ.” ແທນທີ່ຈະເຮັດແບບນັ້ນ ພວກເຂົາຍອມຮັບຢ່າງຖ່ອມຕົວວ່າມີພຽງແຕ່ພະເຢໂຫວາເທົ່ານັ້ນທີ່ເລືອກຄົນໃຫ້ໄປສະຫວັນ.
6. ຕາມ 1 ໂກຣິນໂທ 4:7, 8 ຜູ້ຖືກເຈີມຄວນປະພຶດຕົວແນວໃດ?
6 ເຖິງຜູ້ຖືກເຈີມຈະຮູ້ສຶກວ່າເປັນກຽດທີ່ຖືກເລືອກໃຫ້ໄປສະຫວັນ ແຕ່ລາວກໍບໍ່ໄດ້ຄາດໝາຍໃຫ້ຄົນອື່ນປະຕິບັດກັບລາວແບບພິເສດ. (ຟລປ. 2:2, 3) ຜູ້ຖືກເຈີມຍັງຮູ້ວ່າຕອນທີ່ພະເຢໂຫວາເຈີມ ພະອົງບໍ່ໄດ້ບອກໃຫ້ໃຜຮູ້ກ່ຽວກັບເລື່ອງນີ້ ດັ່ງນັ້ນ ລາວຈຶ່ງບໍ່ແປກໃຈເມື່ອມີບາງຄົນບໍ່ເຊື່ອວ່າລາວຖືກເຈີມ. ລາວສຳນຶກເຖິງສິ່ງທີ່ຄຳພີໄບເບິນບອກເຮົາບໍ່ໃຫ້ເຊື່ອຄຳເວົ້າຂອງບາງຄົນທັນທີທີ່ບອກວ່າພະເຈົ້າໄດ້ມອບໜ້າທີ່ຮັບຜິດຊອບທີ່ພິເສດໃຫ້ລາວ. (ພນມ. 2:2) ເນື່ອງຈາກຜູ້ຖືກເຈີມບໍ່ຢາກໃຫ້ຄົນອື່ນສົນໃຈລາວຫຼາຍເກີນໄປ ດັ່ງນັ້ນ ລາວຈະບໍ່ບອກຄົນທີ່ລາວພົບທັນທີວ່າລາວເປັນຜູ້ຖືກເຈີມ ແລະລາວຈະບໍ່ໂອ້ອວດເລື່ອງນີ້ກັບຄົນອື່ນ.—ອ່ານ 1 ໂກຣິນໂທ 4:7, 8
7. ຜູ້ຖືກເຈີມບໍ່ຄວນເຮັດຫຍັງ ແລະຍ້ອນຫຍັງ?
7 ຜູ້ຖືກເຈີມບໍ່ໄດ້ຮູ້ສຶກວ່າພວກເຂົາຄວນໃຊ້ເວລາແຕ່ກັບຜູ້ຖືກເຈີມຄືກັນເທົ່ານັ້ນ ເຊິ່ງເຮັດຄືກັບວ່າພວກເຂົາເປັນສະມາຊິກຂອງກຸ່ມທີ່ພິເສດໃດໜຶ່ງ. ພວກເຂົາຈະບໍ່ຊອກຫາຜູ້ຖືກເຈີມຄົນອື່ນໆເພື່ອທີ່ຈະລົມກັນກ່ຽວການເຈີມ ຫຼືຕັ້ງກຸ່ມເພື່ອສຶກສາຄຳພີໄບເບິນນຳກັນ. (ຄລຕ. 1:15-17) ຖ້າຜູ້ຖືກເຈີມເຮັດແບບນັ້ນ ປະຊາຄົມກໍຈະແຕກແຍກກັນ ແລະພວກເຂົາກໍຍັງຕໍ່ຕ້ານພະລັງບໍລິສຸດເຊິ່ງເປັນສິ່ງທີ່ຊ່ວຍປະຊາຊົນຂອງພະເຈົ້າໃຫ້ມີສັນຕິສຸກແລະເປັນນ້ຳໜຶ່ງໃຈດຽວກັນ.—ຣມ. 16:17, 18
ເຮົາຄວນປະຕິບັດກັບຜູ້ຖືກເຈີມແນວໃດ?
8. ເປັນຫຍັງເຈົ້າຕ້ອງລະວັງວິທີທີ່ເຈົ້າປະຕິບັດກັບຜູ້ຖືກເຈີມ? (ເບິ່ງໄຂເງື່ອນ)
8 ເຮົາຄວນປະຕິບັດກັບພີ່ນ້ອງທີ່ຖືກເຈີມແນວໃດ? ເປັນສິ່ງທີ່ບໍ່ຖືກຕ້ອງທີ່ຈະຍົກຍ້ອງບຸກຄົນໃດໜຶ່ງຫຼາຍເກີນໄປ ເຖິງວ່າລາວຈະເປັນຜູ້ຖືກເຈີມຂອງພະຄລິດກໍມທ. 23:8-12) ເມື່ອຄຳພີໄບເບິນເວົ້າເຖິງພວກຜູ້ດູແລ ຄຳພີໄບເບິນກໍຍັງກະຕຸ້ນເຮົາໃຫ້ “ຮຽນແບບຄວາມເຊື່ອ ຂອງພວກເຂົາ” ແຕ່ບໍ່ເຄີຍບອກໃຫ້ເຮົາຍົກຍ້ອງມະນຸດ ຄົນໃດຄົນໜຶ່ງມາເປັນຜູ້ນຳຂອງເຮົາ. (ຮຣ. 13:7) ກໍແມ່ນຢູ່ທີ່ຄຳພີໄບເບິນບອກວ່າ ບາງຄົນ “ຄວນໄດ້ຮັບຄວາມນັບຖືຫຼາຍເປັນພິເສດ” ທີ່ເປັນແບບນີ້ກໍຍ້ອນພວກເຂົາ “ນຳໜ້າຢ່າງດີ” ແລະ “ເຮັດວຽກໜັກໃນການເວົ້າແລະການສອນ” ແຕ່ບໍ່ແມ່ນຍ້ອນວ່າພວກເຂົາເປັນຜູ້ຖືກເຈີມ. (1 ຕມ. 5:17) ຖ້າເຮົາຍົກຍ້ອງແລະໃຫ້ຄວາມສົນໃຈຜູ້ຖືກເຈີມຫຼາຍເກີນໄປ ເຮົາອາດເຮັດໃຫ້ພວກເຂົາຮູ້ສຶກບໍ່ສະບາຍໃຈ * ຫຼືຮ້າຍແຮງກວ່ານັ້ນ ເຮົາອາດເຮັດໃຫ້ພວກເຂົາກາຍເປັນຄົນຍິ່ງ. (ຣມ. 12:3) ບໍ່ມີໃຜໃນພວກເຮົາຢາກເຮັດສິ່ງທີ່ອາດເປັນເຫດໃຫ້ພີ່ນ້ອງຄົນໃດຄົນໜຶ່ງຂອງພະຄລິດເຮັດຜິດຮ້າຍແຮງແບບນັ້ນແມ່ນບໍ.—ລກ. 17:2
ຕາມ. (9. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົານັບຖືຜູ້ຖືກເຈີມ?
9 ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົານັບຖືຜູ້ທີ່ພະເຢໂຫວາເຈີມ? ເຮົາຈະບໍ່ຖາມວ່າພວກເຂົາເປັນຜູ້ຖືກເຈີມໄດ້ແນວໃດ ເພາະນີ້ເປັນເລື່ອງສ່ວນຕົວ ແລະເຮົາກໍບໍ່ມີສິດທີ່ຈະຮູ້. (1 ທຊ. 4:11; 2 ທຊ. 3:11) ເຮົາບໍ່ຄວນຄິດເອງວ່າ ຜົວຫຼືເມຍ ພໍ່ແມ່ຂອງພວກເຂົາ ຫຼືສະມາຊິກໃນຄອບຄົວກໍເປັນຜູ້ຖືກເຈີມຄືກັນ ເພາະຄວາມຫວັງເລື່ອງການໄປສະຫວັນບໍ່ໄດ້ເປັນມໍລະດົກຕົກທອດມາຈາກຄອບຄົວ ແຕ່ຈະໄດ້ກໍຕໍ່ເມື່ອພະເຈົ້າເອົາໃຫ້ເທົ່ານັ້ນ. (1 ທຊ. 2:12) ນອກຈາກນັ້ນ ເຮົາບໍ່ຄວນຖາມຄຳຖາມທີ່ເຮັດໃຫ້ຄົນອື່ນຮູ້ສຶກເສຍໃຈ ເຊັ່ນ: ເຮົາຈະບໍ່ຖາມເມຍຂອງຜູ້ຖືກເຈີມວ່າລາວຮູ້ສຶກແນວໃດທີ່ຕ້ອງມີຊີວິດຕະຫຼອດໄປເທິງໂລກໂດຍທີ່ຜົວບໍ່ໄດ້ຢູ່ນຳ. ບໍ່ວ່າຈະເປັນແນວໃດກໍຕາມ ເຮົາສາມາດໝັ້ນໃຈໄດ້ວ່າໃນໂລກໃໝ່ ພະເຢໂຫວາຈະ “ໃຫ້ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ.”—ເພງ. 145:16
10. ການເປັນຄົນບໍ່ມັກ “ຍ້ອງຍໍ” ຄົນອື່ນຫຼາຍເກີນໄປຈະປົກປ້ອງຕົວເຮົາເອງແນວໃດ?
10 ຖ້າເຮົາບໍ່ໄດ້ປະຕິບັດກັບຜູ້ຖືກເຈີມແບບວ່າສຳຄັນກວ່າຄົນອື່ນໆ ເຮົາກໍປົກປ້ອງຕົວເອງນຳ. ປົກປ້ອງແນວໃດ? ຄຳພີໄບເບິນບອກວ່າ ຜູ້ຖືກເຈີມບາງຄົນອາດບໍ່ຮັກສາຄວາມສັດຊື່. (ມທ. 25:10-12; 2 ປຕ. 2:20, 21) ແຕ່ຖ້າເຮົາເປັນຄົນທີ່ບໍ່ມັກ “ຍ້ອງຍໍ” ຄົນອື່ນຫຼາຍເກີນໄປ ເຮົາກໍຈະບໍ່ຕິດຕາມຄົນນັ້ນເຖິງວ່າລາວຈະເປັນຜູ້ຖືກເຈີມ ຫຼືເປັນພີ່ນ້ອງທີ່ຮູ້ຈັກດີ ຫຼືເປັນພີ່ນ້ອງທີ່ຮັບໃຊ້ພະເຢໂຫວາມາດົນແລ້ວກໍຕາມ. (ຢດ. 16) ນອກຈາກນັ້ນ ຖ້າພວກເຂົາກາຍເປັນຄົນບໍ່ສັດຊື່ຫຼືອອກໄປຈາກປະຊາຄົມ ເຮົາກໍຈະບໍ່ຖິ້ມຄວາມເຊື່ອຫຼືເຊົາຮັບໃຊ້ພະເຢໂຫວາ.
ເຮົາຄວນກັງວົນກ່ຽວກັບຈຳນວນຜູ້ທີ່ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນບໍ?
11. ເກີດຫຍັງຂຶ້ນກັບຈຳນວນຄົນທີ່ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນ?
11 ເປັນເວລາຫຼາຍປີແລ້ວທີ່ຄົນກິນເຂົ້າຈີ່ແລະເຫຼົ້າແວງຢູ່ການປະຊຸມອະນຸສອນມີຈຳນວນຫຼຸດລົງເລື້ອຍໆ. ແຕ່ເມື່ອບໍ່ດົນມານີ້ພັດມີຈຳນວນເພີ່ມຂຶ້ນທຸກປີ. ເຮົາຕ້ອງກັງວົນກ່ຽວກັບເລື່ອງນີ້ບໍ? ບໍ່. ຂໍໃຫ້ມາເບິ່ງວ່າເປັນຫຍັງເຮົາຈຶ່ງບໍ່ຕ້ອງກັງວົນ.
12. ເປັນຫຍັງເຮົາບໍ່ຄວນກັງວົນກ່ຽວກັບຈຳນວນຄົນທີ່ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນ?
12 “ພະເຢໂຫວາຮູ້ວ່າຜູ້ໃດເປັນຄົນຂອງພະອົງ.” (2 ຕມ. 2:19) ມີພຽງພະເຢໂຫວາເທົ່ານັ້ນທີ່ຮູ້ວ່າໃຜແທ້ໆທີ່ຖືກເຈີມ ແຕ່ພີ່ນ້ອງທີ່ນັບຈຳນວນຄົນທີ່ກິນເຂົ້າຈີ່ແລະເຫຼົ້າແວງຢູ່ການປະຊຸມອະນຸສອນບໍ່ຮູ້ແທ້ໆວ່າໃຜທີ່ຖືກເຈີມ. ດັ່ງນັ້ນ ຈຳນວນທີ່ນັບນັ້ນຈຶ່ງລວມເຖິງຄົນທີ່ຄິດວ່າພວກເຂົາຖືກເຈີມ ແຕ່ຄວາມຈິງແລ້ວພວກເຂົາບໍ່ໄດ້ຖືກເຈີມ. ຕົວຢ່າງເຊັ່ນ: ມີບາງຄົນທີ່ເຄີຍກິນເຂົ້າຈີ່ແລະເຫຼົ້າແວງ ແຕ່ຕໍ່ມາກໍເຊົາກິນ. ແລະກໍຍັງມີບາງຄົນທີ່ອາດມີບັນຫາທາງຈິດຈົນຄິດວ່າຕົວເອງຈະ ໄດ້ຮ່ວມປົກຄອງກັບພະຄລິດໃນສະຫວັນ. ເຫັນໄດ້ແຈ້ງວ່າ ເຮົາບໍ່ຮູ້ແທ້ໆວ່າຜູ້ຖືກເຈີມທີ່ຍັງເຫຼືອຢູ່ໃນໂລກນີ້ມີຈັກຄົນ.
13. ຄຳພີໄບເບິນບອກແນວໃດກ່ຽວກັບຈຳນວນຜູ້ຖືກເຈີມທີ່ເຫຼືອຢູ່ເທິງໂລກຕອນທີ່ຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນຂຶ້ນ?
13 ຈະມີຜູ້ຖືກເຈີມຢູ່ໃນບ່ອນຕ່າງໆຂອງໂລກຕອນທີ່ພະເຢຊູມາຮັບພວກເຂົາໄປສະຫວັນ. (ມທ. 24:31) ຄຳພີໄບເບິນບອກວ່າໃນໄລຍະສະໄໝສຸດທ້າຍຈະມີຜູ້ຖືກເຈີມເຫຼືອຢູ່ເທິງໂລກໜ້ອຍດຽວ. (ພນມ. 12:17) ແຕ່ຄຳພີໄບເບິນບໍ່ໄດ້ບອກວ່າຈະມີຜູ້ຖືກເຈີມເຫຼືອຢູ່ໃນໂລກນີ້ຈັກຄົນເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນຂຶ້ນ.
14. ຕາມໂຣມ 9:11, 16 ເຮົາຕ້ອງເຂົ້າໃຈຫຍັງກ່ຽວກັບການເລືອກຜູ້ຖືກເຈີມ?
14 ພະເຢໂຫວາເປັນຜູ້ຕັດສິນໃຈວ່າຈະເລືອກຜູ້ຖືກເຈີມຕອນໃດ. (ຣມ. 8:28-30) ພະເຢໂຫວາເລີ່ມຕົ້ນເລືອກຜູ້ຖືກເຈີມຫຼັງຈາກທີ່ພະເຢຊູຄືນມາຈາກຕາຍ. ເບິ່ງຄືວ່າໃນສະຕະວັດທຳອິດ ຄລິດສະຕຽນແທ້ທຸກຄົນໄດ້ຖືກເຈີມ. ຫຼາຍຮ້ອຍປີຫຼັງຈາກນັ້ນ ຄົນສ່ວນຫຼາຍທີ່ອ້າງວ່າເປັນຄລິດສະຕຽນບໍ່ໄດ້ຕິດຕາມພະເຢຊູຄລິດແທ້ໆ. ແນວໃດກໍຕາມ ໃນໄລຍະນັ້ນພະເຢໂຫວາກໍຍັງເລືອກຄລິດສະຕຽນແທ້ບໍ່ເທົ່າໃດຄົນໃຫ້ເປັນຜູ້ຖືກເຈີມ. ພວກເຂົາເປັນຄືກັບຕົ້ນເຂົ້າທີ່ພະເຢຊູບອກວ່າຈະເຕີບໃຫຍ່ມາພ້ອມກັບຫຍ້າ. (ມທ. 13:24-30) ໃນໄລຍະສະໄໝສຸດທ້າຍ ພະເຢໂຫວາກໍຍັງສືບຕໍ່ເລືອກເອົາຄົນທີ່ຈະມາຢູ່ໃນກຸ່ມ 144.000 ຄົນ. * ດັ່ງນັ້ນ ຖ້າພະເຢໂຫວາຕັດສິນໃຈທີ່ຈະເລືອກບາງຄົນຕອນທີ່ໃກ້ຈະຮອດຈຸດຈົບຂອງໂລກນີ້ ເຮົາກໍສາມາດໝັ້ນໃຈໄດ້ວ່າພະອົງກຳລັງ ເຮັດສິ່ງທີ່ຖືກຕ້ອງ. (ອ່ານໂຣມ 9:11, 16) * ເຮົາຕ້ອງລະວັງທີ່ຈະບໍ່ເປັນຄືກັບຄົນງານໃນຕົວຢ່າງປຽບທຽບຂອງພະເຢຊູ ເຊິ່ງພວກເຂົາໄດ້ຈົ່ມກ່ຽວກັບວິທີທີ່ເຈົ້ານາຍປະຕິບັດຕໍ່ກັບຄົນທີ່ມາເລີ່ມເຮັດວຽກໃນຊົ່ວໂມງສຸດທ້າຍ.—ມທ. 20:8-15
15. ຜູ້ຖືກເຈີມເປັນ “ທາດທີ່ສັດຊື່ແລະສຸຂຸມ” ທຸກຄົນບໍຕາມທີ່ບອກໄວ້ໃນມັດທາຍ 24:45-47? ຂໍໃຫ້ອະທິບາຍ.
15 ບໍ່ແມ່ນທຸກຄົນທີ່ມີຄວາມຫວັງໄປສະຫວັນຈະເປັນ “ທາດທີ່ສັດຊື່ແລະສຸຂຸມ.” (ອ່ານມັດທາຍ 24:45-47) ຄືກັບສະຕະວັດທຳອິດ ໃນທຸກມື້ນີ້ພະເຢໂຫວາແລະພະເຢຊູກຳລັງໃຊ້ພີ່ນ້ອງຊາຍບໍ່ເທົ່າໃດຄົນໃຫ້ລ້ຽງດູຫຼືສອນຄົນຈຳນວນຫຼາຍ. ໃນສະຕະວັດທຳອິດ ມີຜູ້ຖືກເຈີມພຽງບໍ່ເທົ່າໃດຄົນທີ່ຖືກໃຊ້ໃຫ້ຂຽນພະຄຳພີຄລິດສະຕຽນພາກພາສາກຣີກ. ໃນທຸກມື້ນີ້ກໍຄືກັນ ມີຜູ້ຖືກເຈີມພຽງບໍ່ເທົ່າໃດຄົນທີ່ມີໜ້າທີ່ຮັບຜິດຊອບໃນການແຈກຢາຍ ‘ອາຫານຕາມເວລາທີ່ເໝາະສົມ’ ໃຫ້ແກ່ປະຊາຊົນຂອງພະເຈົ້າ.
16. ເຈົ້າໄດ້ຮຽນຮູ້ຫຍັງຈາກບົດຄວາມນີ້?
16 ເຮົາໄດ້ຮຽນຮູ້ຫຍັງຈາກບົດຄວາມນີ້? ພະເຢໂຫວາໄດ້ຕັດສິນໃຈວ່າຄົນຂອງພະອົງສ່ວນຫຼາຍຈະມີຊີວິດຕະຫຼອດໄປເທິງໂລກ ແລະສ່ວນໜ້ອຍຈະຮ່ວມປົກຄອງກັບພະເຢຊູເທິງສະຫວັນ. ພະເຢໂຫວາໃຫ້ລາງວັນກັບຜູ້ຮັບໃຊ້ຂອງພະອົງທຸກຄົນບໍ່ວ່າຈະເປັນ “ຄົນຢິວ” ຫຼື “ຊາວປະເທດທັງປວງ 10 ຄົນ” ແລະພະອົງຕ້ອງການໃຫ້ຄົນທັງສອງກຸ່ມນີ້ເຊື່ອຟັງກົດໝາຍອັນດຽວກັນແລະໃຫ້ຮັກສາຄວາມສັດຊື່ໄວ້ສະເໝີ. ທຸກຄົນຕ້ອງຖ່ອມຕົວ ແລະຕ້ອງຮັບໃຊ້ພະເຢໂຫວາຮ່ວມກັນແລະມີຄວາມເປັນນ້ຳໜຶ່ງໃຈດຽວກັນ. ນອກຈາກນັ້ນ ຜູ້ຮັບໃຊ້ທຸກຄົນຕ້ອງພະຍາຍາມຮັກສາສັນຕິສຸກໃນປະຊາຄົມ. ໃນຂະນະທີ່ຈຸດຈົບຫຍັບເຂົ້າມາໃກ້ເລື້ອຍໆ ຂໍໃຫ້ພວກເຮົາທຸກຄົນຮັບໃຊ້ພະເຢໂຫວາແລະຕິດຕາມພະຄລິດເປັນ “ຝູງດຽວ” ກັນຕໍ່ໆໄປ.—ຢຮ. 10:16
^ ຂໍ້ 5 ການປະຊຸມອະນຸສອນເພື່ອລະນຶກເຖິງການຕາຍຂອງພະເຢຊູປີນີ້ກົງກັບວັນອັງຄານ ທີ 7 ເມສາ. ເຮົາຄວນປະຕິບັດກັບຜູ້ທີ່ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນແນວໃດ? ເຮົາຄວນກັງວົນບໍຖ້າຈຳນວນຜູ້ທີ່ກິນເຂົ້າຈີ່ແລະເຫຼົ້າແວງເພີ່ມຂຶ້ນເລື້ອຍໆ? ບົດຄວາມນີ້ຈະຕອບຄຳຖາມເຫຼົ່ານີ້ເຊິ່ງມີຂໍ້ມູນມາຈາກຫໍສັງເກດການ ເດືອນມັງກອນ 2016.
^ ຂໍ້ 2 ຕາມຄຳເພງ 87:5, 6 ໃນອະນາຄົດພະເຈົ້າອາດເປີດເຜີຍຊື່ຂອງຜູ້ຖືກເຈີມທຸກຄົນທີ່ຮ່ວມປົກຄອງກັບພະເຢຊູໃນສະຫວັນ.—ຣມ. 8:19.
^ ຂໍ້ 8 ເບິ່ງຂອບ “ຄວາມຮັກ ‘ບໍ່ກະທຳເປັນທີ່ໜ້າລັກອາຍ’” ໃນຫໍສັງເກດການ ເດືອນມັງກອນ 2016.
^ ຂໍ້ 14 ເຖິງວ່າກິດຈະການ 2:33 ບອກວ່າພະເຢຊູເປັນຜູ້ໃຫ້ພະລັງບໍລິສຸດ ແຕ່ຄວາມຈິງແລ້ວແມ່ນພະເຢໂຫວາທີ່ເປັນຜູ້ເລືອກພວກເຂົາແຕ່ລະຄົນ.
^ ຂໍ້ 14 ສຳລັບຂໍ້ມູນເພີ່ມເຕີມ ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ (ພາສາໄທ) ພຶດສະພາ 2007.
ເພງ 34 ສັດຊື່ຕໍ່ພະເຈົ້າສະເໝີ
^ ຂໍ້ 56 ຄຳອະທິບາຍຮູບພາບ: ລອງນຶກພາບວ່າຖ້າຕົວແທນຈາກສຳນັກງານໃຫຍ່ແລະເມຍຂອງລາວຖືກຫຸ້ມຖ່າຍຮູບແບບນີ້ໃນການປະຊຸມພາກ ຈະເປັນການບໍ່ນັບຖືພວກເຂົາຫຼາຍສ່ຳໃດ!