ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 3

ພະ​ເຢໂຫວາ​ຮັກ​ເຈົ້າ​ແລະ​ເຫັນ​ຄ່າ​ເຈົ້າ​ແທ້ໆ!

ພະ​ເຢໂຫວາ​ຮັກ​ເຈົ້າ​ແລະ​ເຫັນ​ຄ່າ​ເຈົ້າ​ແທ້ໆ!

“ເມື່ອ​ພວກ​ເຮົາ​ຕົກ​ຕ່ຳ ພະອົງ​ກໍ​ນຶກ​ເຖິງ​ພວກ​ເຮົາ.”—ເພງ. 136:23, ລ.ມ.

ເພງ 33 ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ

ໃຈ​ຄວາມ​ສຳຄັນ *

1-2. ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ປະສົບ​ບັນຫາ​ຫຍັງ​ແດ່ ແລະ​ມັນ​ສົ່ງ​ຜົນ​ຕໍ່​ພວກ​ເຂົາ​ແນວ​ໃດ?

ຂໍ​ໃຫ້​ຄິດ​ເຖິງ 3 ຕົວຢ່າງ​ຕໍ່​ໄປ​ນີ້: ພີ່ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ເປັນ​ພະຍາດ​ຮ້າຍແຮງ​ທີ່​ເຮັດ​ໃຫ້​ຊຸດໂຊມ​ລົງ​ເລື້ອຍໆ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ອາຍຸ 50 ປາຍ​ປີ​ຕົກ​ວຽກ ລາວ​ພະຍາຍາມ​ຊອກ​ຫາ​ວຽກ​ແລ້ວ​ແຕ່​ກໍ​ຍັງ​ບໍ່​ມີ​ວຽກ​ເຮັດ. ພີ່ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ທີ່​ສັດ​ຊື່​ບໍ່​ສາມາດ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຄື​ແຕ່​ກ່ອນ.

2 ຖ້າ​ເຈົ້າ​ປະສົບ​ບັນຫາ​ໃດ​ໜຶ່ງ​ຄື​ກັບ​ຕົວຢ່າງ​ຂ້າງ​ເທິງ​ນີ້ ເຈົ້າ​ອາດ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ຫຍັງ​ເລີຍ. ບັນຫາ​ເຫຼົ່າ​ນັ້ນ​ອາດ​ເຮັດ​ໃຫ້​ເຈົ້າ​ບໍ່​ມີ​ຄວາມ​ສຸກ ຮູ້ສຶກ​ບໍ່​ດີ​ຕໍ່​ຕົວ​ເອງ ແລະ​ອາດ​ເຮັດ​ໃຫ້​ເຈົ້າ​ມີ​ບັນຫາ​ກັບ​ຄົນ​ອື່ນ​ໄດ້​ງ່າຍ.

3. ຊາຕານ​ແລະ​ຜູ້​ທີ່​ໄດ້​ຮັບ​ອິດທິພົນ​ຈາກ​ມັນ​ຖື​ວ່າ​ຊີວິດ​ມະນຸດ​ເປັນ​ແນວ​ໃດ?

3 ໂລກ​ນີ້​ສະທ້ອນ​ໃຫ້​ເຫັນ​ຄວາມ​ຄິດ​ຂອງ​ຊາຕານ​ກ່ຽວ​ກັບ​ຊີວິດ​ມະນຸດ. ຊາຕານ​ເຮັດ​ຄື​ກັບ​ວ່າ​ມະນຸດ​ບໍ່​ມີ​ຄ່າ. ມັນ​ບອກ​ເອວາ​ບໍ່​ໃຫ້​ເຊື່ອ​ຟັງ​ພະເຈົ້າ​ເພື່ອ​ຈະ​ມີ​ອິດ​ສະຫຼະ​ແທ້ ທັງໆທີ່​ມັນ​ກໍ​ຮູ້​ວ່າ​ການ​ເຮັດ​ແບບ​ນັ້ນ​ຈະ​ນຳ​ໄປ​ສູ່​ຄວາມ​ຕາຍ. ນອກ​ຈາກ​ນັ້ນ ຊາຕານ​ຍັງ​ຄວບຄຸມ​ລະບົບ​ຕ່າງໆຂອງ​ໂລກ​ນີ້​ເຊັ່ນ: ການ​ຄ້າ ການ​ເມືອງ ແລະ​ສາສະໜາ. ດັ່ງ​ນັ້ນ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ນັກ​ທຸລະກິດ ນັກ​ການ​ເມືອງ ແລະ​ຜູ້​ນຳ​ສາສະໜາ​ຫຼາຍ​ຄົນ​ບໍ່​ໄດ້​ເຫັນ​ວ່າ​ຊີວິດ​ຄົນ​ມີ​ຄ່າ​ແລະ​ບໍ່​ສົນ​ໃຈ​ວ່າ​ໃຜ​ຈະ​ຮູ້ສຶກ​ແນວ​ໃດ.

4. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ບໍ່​ຄື​ກັບ​ຊາຕານ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ດີ​ຕໍ່​ຕົວ​ເອງ ແລະ​ພະອົງ​ຈະ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ເຈິ​ສະພາບການ​ທີ່​ເຮັດ​ໃຫ້​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. (ເພງ. 136:23; ຣມ. 12:3) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃນ​ສະພາບການ​ຕໍ່​ໄປ​ນີ້: (1) ເມື່ອ​ເຮົາ​ເຈັບ​ປ່ວຍ (2) ມີ​ບັນຫາ​ທາງ​ການ​ເງິນ (3) ເມື່ອ​ອາຍຸ​ຫຼາຍ​ຂຶ້ນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ບໍ່​ເປັນ​ປະໂຫຍດ​ຕໍ່​ວຽກ​ຮັບໃຊ້​ພະ​ເຢໂຫວາ. ທຳອິດ​ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ​ທີ່​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ.

ພະ​ເຢໂຫວາ​ເຫັນ​ຄ່າ​ເຮົາ

5. ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ຄິດ​ວ່າ​ມະນຸດ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ?

5 ເຖິງ​ວ່າ​ເຮົາ​ຈະ​ຖືກ​ສ້າງ​ມາ​ຈາກ​ຂີ້​ດິນ ແຕ່​ສຳລັບ​ພະ​ເຢໂຫວາ​ແລ້ວ​ເຮົາ​ມີ​ຄ່າ​ຫຼາຍ​ກວ່າ​ຂີ້​ດິນ​ຕັ້ງ​ຫຼາຍ​ເທົ່າ. (ຕົ້ນ. 2:7) ໃຫ້​ເຮົາ​ມາ​ພິຈາລະນາ​ບາງ​ເຫດຜົນ​ວ່າ​ເປັນ​ຫຍັງ​ເຮົາ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ. ທຳອິດ ພະອົງ​ສ້າງ​ມະນຸດ​ໃຫ້​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະອົງ​ໄດ້. (ຕົ້ນ. 1:27) ການ​ສ້າງ​ມະນຸດ​ແບບ​ນີ້​ສະແດງ​ວ່າ ພະອົງ​ຍົກ​ເຮົາ​ໃຫ້​ເໜືອ​ກວ່າ​ສິ່ງ​ຕ່າງໆທີ່​ພະອົງ​ສ້າງ​ເທິງ​ໂລກ ແລະ​ຍັງ​ໃຫ້​ເຮົາ​ເບິ່ງ​ແຍງ​ແຜ່ນດິນ​ໂລກ​ແລະ​ສັດ​ຕ່າງໆ.—ເພງ. 8:4-8

6. ມີ​ເຫດຜົນ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ມະນຸດ​ທີ່​ບໍ່​ສົມບູນ​ແບບ?

6 ແມ່ນ​ແຕ່​ຫຼັງ​ຈາກ​ອາດາມ​ເຮັດ​ບາບ ພະ​ເຢໂຫວາ​ກໍ​ຍັງ​ເຫັນ​ຄ່າ​ມະນຸດ​ຢູ່. ພະອົງ​ເຫັນ​ຄ່າ​ເຮົາ​ຫຼາຍ​ແທ້ໆຈົນ​ໄດ້​ໃຫ້​ພະ​ເຢຊູ​ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ພະອົງ​ລົງ​ມາ​ຕາຍ​ເປັນ​ຄ່າໄຖ່​ເພື່ອ​ເຮົາ. (1 ຢຮ. 4:9, 10) ໂດຍ​ທາງ​ຄ່າໄຖ່ ພະ​ເຢໂຫວາ​ຈະ​ປຸກ​ທັງ “ຄົນ​ດີ​ແລະ​ຄົນ​ຊົ່ວ” ທີ່​ຕາຍ​ຍ້ອນ​ບາບ​ຂອງ​ອາດາມ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ກຈກ. 24:15) ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ເຫັນ​ຄ່າ​ເຮົາ​ບໍ່​ວ່າ​ເຮົາ​ຈະ​ເຈັບ​ປ່ວຍ ມີ​ບັນຫາ​ທາງ​ການ​ເງິນ ຫຼື​ມີ​ອາຍຸ​ຫຼາຍ​ຂຶ້ນ.—ກຈກ. 10:34, 35

7. ຍັງ​ມີ​ເຫດຜົນ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ຜູ້​ຮັບໃຊ້​ພະ​ເຢໂຫວາ​ເຊື່ອ​ວ່າ​ພະອົງ​ເຫັນ​ຄ່າ​ພວກ​ເຂົາ?

7 ເຮົາ​ຍັງ​ມີ​ເຫດຜົນ​ອື່ນ​ອີກ​ທີ່​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ເຮົາ. ພະອົງ​ຊັກ​ນຳ​ເຮົາ​ໃຫ້​ມາ​ຫາ​ພະອົງ ແລະ​ສັງເກດ​ເບິ່ງ​ວ່າ​ເຮົາ​ຕອບ​ຮັບ​ຂ່າວ​ດີ​ແນວ​ໃດ. (ຢຮ. 6:44) ເມື່ອ​ເຮົາ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ ພະອົງ​ກໍ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ເຮົາ. (ຢກບ. 4:8) ພະ​ເຢໂຫວາ​ຍັງ​ໃຊ້​ເວລາ​ແລະ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ສອນ​ເຮົາ ນີ້​ສະແດງ​ວ່າ​ເຮົາ​ມີ​ຄ່າ​ຫຼາຍ​ຕໍ່​ພະອົງ. ພະອົງ​ຮູ້​ວ່າ​ຕອນ​ນີ້​ເຮົາ​ແຕ່​ລະ​ຄົນ​ເປັນ​ແບບ​ໃດ ແລະ​ເຮົາ​ສາມາດ​ປັບ​ປຸງ​ຕົວ​ເອງ​ແນວ​ໃດ. ນອກ​ຈາກ​ນັ້ນ ພະອົງ​ຍັງ​ສັ່ງ​ສອນ​ເຮົາ​ດ້ວຍ​ຄວາມ​ຮັກ. (ສຸພາ. 3:11, 12) ຈັ່ງ​ແມ່ນ​ເປັນ​ຫຼັກ​ຖານ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ເຮົາ​ຫຼາຍ​ແທ້ໆ!

8. ຄຳເພງ 18:27-29 ຊ່ວຍ​ເຮົາ​ໃຫ້​ເບິ່ງ​ບັນຫາ​ທີ່​ເຮົາ​ປະສົບ​ແນວ​ໃດ?

8 ບາງ​ຄົນ​ຖື​ວ່າ​ກະສັດ​ດາວິດ​ເປັນ​ຄົນ​ບໍ່​ມີ​ຄ່າ ແຕ່​ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ແລະ​ຊ່ວຍ​ເຫຼືອ​ລາວ. ການ​ຮູ້​ແບບ​ນີ້​ຊ່ວຍ​ໃຫ້​ດາວິດ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ຕໍ່​ກັບ​ສະພາບການ​ຂອງ​ລາວ. (2 ຊາມ. 16:5-7) ເມື່ອ​ເຮົາ​ຮູ້ສຶກ​ທໍ້​ໃຈ​ຫຼື​ປະສົບ​ກັບ​ບັນຫາ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ສິ່ງ​ຕ່າງໆໃນ​ອີກ​ແງ່​ມຸມ​ໜຶ່ງ​ແລະ​ເອົາ​ຊະນະ​ອຸປະສັກ​ຕ່າງໆໄດ້. (ອ່ານ​ຄຳເພງ 18:27-29) ເມື່ອ​ພະ​ເຢໂຫວາ​ຊ່ວຍ​ເຮົາ ກໍ​ບໍ່​ມີ​ສິ່ງ​ໃດ​ສາມາດ​ຢຸດ​ເຮົາ​ບໍ່​ໃຫ້​ຮັບໃຊ້​ພະອົງ​ຢ່າງ​ມີ​ຄວາມ​ສຸກ​ໄດ້. (ຣມ. 8:31) ຕອນ​ນີ້​ໃຫ້​ເຮົາ​ມາ​ພິຈາລະນາ 3 ສະພາບການ​ເຫຼົ່າ​ນັ້ນ​ເຊິ່ງ​ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເຫັນ​ຄຸນຄ່າ​ເຮົາ​ສະເໝີ.

ເມື່ອ​ເຮົາ​ເຈັບ​ປ່ວຍ

ການ​ອ່ານ​ຖ້ອຍຄຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ຕໍ່​ຕົວ​ເອງ​ທີ່​ເປັນ​ຜົນ​ມາ​ຈາກ​ຄວາມ​ເຈັບ​ປ່ວຍ (ເບິ່ງ​ຂໍ້ 9-12)

9. ຄວາມ​ເຈັບ​ປ່ວຍ​ອາດ​ເຮັດ​ໃຫ້​ເຮົາ​ເບິ່ງ​ຕົວ​ເອງ​ແນວ​ໃດ?

9 ຄວາມ​ເຈັບ​ປ່ວຍ​ສົ່ງ​ຜົນ​ຕໍ່​ອາລົມ​ຄວາມ​ຮູ້ສຶກ ມັນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ເປັນ​ປະໂຫຍດ​ກັບ​ໃຜ​ເລີຍ. ເຮົາ​ອາດ​ຮູ້ສຶກ​ອາຍ​ເມື່ອ​ຜູ້​ຄົນ​ເບິ່ງ​ວ່າ​ເຮົາ​ມີ​ຂີດ​ຈຳກັດ ຫຼື​ເມື່ອ​ເຮົາ​ຕ້ອງ​ເພິ່ງ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. ເຖິງ​ວ່າ​ຄົນ​ອື່ນ​ຈະ​ບໍ່​ຮູ້​ວ່າ​ເຮົາ​ເຈັບ​ປ່ວຍ ແຕ່​ເຮົາ​ອາດ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ອັບອາຍ​ເພາະ​ເຮົາ​ບໍ່​ສາມາດ​ເຮັດ​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ​ໄດ້. ໃນ​ເວລາ​ທີ່​ຍາກ​ລຳບາກ​ແບບ​ນີ້ ພະ​ເຢໂຫວາ​ສາມາດ​ໃຫ້​ກຳລັງ​ໃຈ​ເຮົາ. ພະອົງ​ເຮັດ​ແນວ​ໃດ?

10. ຕາມ​ສຸພາສິດ 12:25 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້​ເມື່ອ​ເຮົາ​ເຈັບ​ປ່ວຍ?

10 ເມື່ອ​ເຮົາ​ເຈັບ​ປ່ວຍ “ຖ້ອຍຄຳ​ດີ” ສາມາດ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ໃຈ. (ອ່ານ​ສຸພາສິດ 12:25) ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໄດ້​ບອກ​ເຮົາ​ກ່ຽວ​ກັບ​ສິ່ງ​ດີໆຫຼາຍ​ຢ່າງ​ທີ່​ເຕືອນ​ເຮົາ​ວ່າ ເຮົາ​ມີ​ຄ່າ​ຫຼາຍ​ຕໍ່​ພະອົງ​ເຖິງ​ວ່າ​ເຮົາ​ຈະ​ເຈັບ​ປ່ວຍ. (ເພງ. 31:19; 41:3) ຖ້າ​ເຮົາ​ອ່ານ​ຄຳພີ​ໄບເບິນ​ເຊິ່ງ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ​ຫຼື​ເຖິງ​ກັບ​ອ່ານ​ຊ້ຳ​ໄປ​ຊ້ຳ​ມາ​ຫຼາຍ​ເທື່ອ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ຕໍ່​ຕົວ​ເອງ​ເຊິ່ງ​ເກີດ​ຈາກ​ຄວາມ​ເຈັບ​ປ່ວຍ.

11. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແນວ​ໃດ?

11 ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຊາຍ​ໜຸ່ມ​ທີ່​ຊື່​ຮໍເຮ. ຕອນ​ທີ່​ລາວ​ຍັງ​ໜຸ່ມ​ລາວ​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ຮ່າງກາຍ​ຊຸດໂຊມ​ລົງ​ຢ່າງ​ໄວ​ວາ ລາວ​ຈຶ່ງ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ໄດ້​ກຽມ​ທີ່​ຈະ​ຮັບ​ມື​ກັບ​ຄວາມ​ເຈັບ​ປ່ວຍ ຂ້ອຍ​ຮູ້ສຶກ​ອາຍ​ເພາະ​ແມ່ນ​ໃຜ​ກໍ​ເບິ່ງ​ແຕ່​ຂ້ອຍ. ເມື່ອ​ຂ້ອຍ​ຊຸດໂຊມ​ລົງ ຂ້ອຍ​ບໍ່​ຮູ້​ວ່າ​ຊີວິດ​ຂ້ອຍ​ຈະ​ປ່ຽນ​ໄປ​ແນວ​ໃດ. ຂ້ອຍ​ເສຍໃຈ​ຫຼາຍ​ແລະ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ.” ພະ​ເຢໂຫວາ​ຊ່ວຍ​ລາວ​ແນວ​ໃດ? ລາວ​ບອກ​ວ່າ: “ຍ້ອນ​ຂ້ອຍ​ບໍ່​ມີ​ສະມາທິ ພີ່ນ້ອງ​ຈຶ່ງ​ບອກ​ໃຫ້​ອ່ານ​ຂໍ້​ຄຳພີ​ສອງ​ສາມ​ຂໍ້​ຈາກ​ປຶ້ມ​ຄຳເພງ​ທີ່​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ຜູ້​ຮັບໃຊ້​ຂອງ​ພະອົງ. ຂ້ອຍ​ອ່ານ​ຂໍ້​ຄຳພີ​ເຫຼົ່າ​ນັ້ນ​ທຸກ​ມື້​ຊ້ຳ​ໄປ​ຊ້ຳ​ມາ​ຫຼາຍ​ເທື່ອ ແລ້ວ​ຂ້ອຍ​ກໍ​ໄດ້​ກຳລັງ​ໃຈ​ແທ້ໆ. ຫຼັງ​ຈາກ​ນັ້ນ ຄົນ​ອື່ນ​ກໍ​ເລີ່ມ​ເຫັນ​ວ່າ​ຂ້ອຍ​ຍິ້ມ​ຫຼາຍ​ຂຶ້ນ. ພວກ​ເຂົາ​ເຖິງ​ກັບ​ບອກ​ວ່າ ການ​ທີ່​ຂ້ອຍ​ຄິດ​ໃນ​ແງ່​ບວກ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ກຳລັງ​ໃຈ. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ແລ້ວ! ພະອົງ​ຊ່ວຍ​ຂ້ອຍ​ໃຫ້​ປ່ຽນ​ວິທີ​ທີ່​ຂ້ອຍ​ເບິ່ງ​ຕົວ​ເອງ. ຂ້ອຍ​ເລີ່ມ​ສົນ​ໃຈ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ເບິ່ງ​ຂ້ອຍ​ແນວ​ໃດ​ເຖິງ​ວ່າ​ຈະ​ເຈັບ​ປ່ວຍ.”

12. ເມື່ອ​ເຈັບ​ປ່ວຍ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ?

12 ຖ້າ​ເຈົ້າ​ກຳລັງ​ເຈັບ​ປ່ວຍ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ກຳລັງ​ປະສົບ​ກັບ​ບັນຫາ​ຫຍັງ. ໃຫ້​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ເພື່ອ​ທີ່​ເຈົ້າ​ຈະ​ສາມາດ​ເບິ່ງ​ສະພາບການ​ຂອງ​ເຈົ້າ​ໄດ້​ຢ່າງ​ຖືກຕ້ອງ. ຈາກ​ນັ້ນ ໃຫ້​ອ່ານ​ຄຳເວົ້າ​ດີໆໃນ​ຄຳພີ​ໄບເບິນ​ທີ່​ພະ​ເຢໂຫວາ​ໄດ້​ເກັບ​ຮັກສາ​ໄວ້​ໃຫ້​ເຈົ້າ. ໃຫ້​ເບິ່ງ​ຂໍ້​ຄຳພີ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ຜູ້​ຮັບໃຊ້​ຂອງ​ພະອົງ​ຫຼາຍ​ສ່ຳ​ໃດ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ດີ​ຕໍ່​ທຸກ​ຄົນ​ທີ່​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່.—ເພງ. 84:11

ເມື່ອ​ເຮົາ​ມີ​ບັນຫາ​ທາງ​ການ​ເງິນ

ການ​ຈື່​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ​ພະອົງ​ຈະ​ເບິ່ງ​ແຍງ​ເຮົາ​ຈະ​ຊ່ວຍ​ເຮົາ​ຕອນ​ທີ່​ຊອກ​ວຽກ​ເຮັດ​ບໍ່​ໄດ້ (ເບິ່ງ​ຂໍ້ 13-15)

13. ຫົວ​ໜ້າ​ຄອບຄົວ​ຄົນ​ໜຶ່ງ​ຮູ້ສຶກ​ແນວ​ໃດ​ເມື່ອ​ລາວ​ຕົກ​ວຽກ?

13 ຫົວ​ໜ້າ​ຄອບຄົວ​ທຸກ​ຄົນ​ຢາກ​ເບິ່ງ​ແຍງ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ​ພຽງ​ພໍ. ແຕ່​ສົມມຸດ​ວ່າ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ​ຕົກ​ວຽກ​ທັງໆລາວ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ລາວ​ພະຍາຍາມ​ຊອກ​ຫາ​ວຽກ​ແລ້ວ ແຕ່​ກໍ​ບໍ່​ມີ​ວຽກ​ເຮັດ​ເລີຍ. ສະພາບການ​ແບບ​ນີ້​ອາດ​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ບໍ່​ມີ​ຄ່າ. ແຕ່​ການ​ຄິດ​ເຖິງ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ແນວ​ໃດ?

14. ມີ​ເຫດຜົນ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ພະອົງ?

14 ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ສະເໝີ. (ຢຊວຍ. 21:45; 23:14) ພະອົງ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ຈະ​ເຮັດ​ແບບ​ນີ້. ເຫດຜົນ​ໜຶ່ງ​ກໍ​ຍ້ອນ​ມັນ​ສົ່ງ​ຜົນ​ຕໍ່​ຊື່ສຽງ​ຂອງ​ພະອົງ. ພະ​ເຢໂຫວາ​ໄດ້​ສັນຍາ​ໄວ້​ໃນ​ຄຳພີ​ໄບເບິນ​ວ່າ​ພະອົງ​ຈະ​ເບິ່ງ​ແຍງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ ແລະ​ພະອົງ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ເຮັດ​ໃຫ້​ຄຳ​ສັນຍາ​ນັ້ນ​ສຳເລັດ​ເປັນ​ຈິງ. (ເພງ. 31:1-3) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ຮູ້​ວ່າ​ເຮົາ​ຈະ​ໂສກ​ເສົ້າ​ແລະ​ຜິດ​ຫວັງ​ຖ້າ​ພະອົງ​ບໍ່​ໄດ້​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ​ຂອງ​ພະອົງ. ພະອົງ​ສັນຍາ​ວ່າ​ຈະ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ເພື່ອ​ລ້ຽງ​ຊີວິດ​ແລະ​ສິ່ງ​ຈຳເປັນ​ເພື່ອ​ຈະ​ສາມາດ​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ຕໍ່ໆໄປ ແລະ​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຂັດ​ຂວາງ​ພະອົງ​ບໍ່​ໃຫ້​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ໃຫ້​ສຳເລັດ!—ມທ. 6:30-33; 24:45

15. (ກ) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ປະສົບ​ກັບ​ບັນຫາ​ຫຍັງ? (ຂ) ຄຳເພງ 37:18, 19 ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຍັງ?

15 ເມື່ອ​ເຮົາ​ຈື່​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ຕາມ​ຄຳ​ສັນຍາ ເຮົາ​ກໍ​ຈະ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ປະສົບ​ກັບ​ບັນຫາ​ທາງ​ການ​ເງິນ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ເມື່ອ​ປະຊາຄົມ​ໃນ​ເມືອງ​ເຢຣູຊາເລັມ​ຖືກ​ຂົ່ມເຫງ​ຢ່າງ​ຮຸນແຮງ “ລູກສິດ​ທຸກ​ຄົນ​ຍົກ​ເວັ້ນ​ພວກ​ອັກຄະສາວົກ​ກໍ​ກະຈັດກະຈາຍ​ໄປ.” (ກຈກ. 8:1) ລອງ​ນຶກ​ພາບ​ເບິ່ງ​ວ່າ​ຕອນ​ນັ້ນ​ຈະ​ເປັນ​ແນວ​ໃດ ພວກ​ເຂົາ​ຕ້ອງ​ມີ​ບັນຫາ​ທາງ​ການ​ເງິນ​ແນ່ນອນ! ພວກ​ເຂົາ​ຄົງ​ຕ້ອງ​ສູນ​ເສຍ​ເຮືອນ​ແລະ​ທຸລະກິດ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ປະ​ຖິ້ມ​ພວກ​ເຂົາ​ແລະ​ພວກ​ເຂົາ​ກໍ​ຍັງ​ມີ​ຄວາມ​ສຸກ​ສະເໝີ. (ກຈກ. 8:4; ຮຣ. 13:5, 6; ຢກບ. 1:2, 3) ຖ້າ​ພະ​ເຢໂຫວາ​ຊ່ວຍ​ຄລິດສະຕຽນ​ທີ່​ສັດ​ຊື່​ເຫຼົ່າ​ນັ້ນ ພະອົງ​ກໍ​ຈະ​ຊ່ວຍ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ຄື​ກັນ.—ອ່ານ​ຄຳເພງ 37:18, 19

ເມື່ອ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ

ເຖິງ​ວ່າ​ຈະ​ອາຍຸ​ຫຼາຍ​ແລ້ວ ການ​ສົນ​ໃຈ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ເຮົາ​ແລະ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຮັບໃຊ້​ພະອົງ (ເບິ່ງ​ຂໍ້ 16-18)

16. ໃນ​ສະພາບການ​ໃດ​ອາດ​ເຮັດ​ໃຫ້​ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ເຫັນ​ຄ່າ​ການ​ນະມັດສະການ​ຂອງ​ເຈົ້າ?

16 ເມື່ອ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ ເຮົາ​ອາດ​ເລີ່ມ​ຮູ້ສຶກ​ວ່າ​ເຮົາ​ໃຫ້​ພະ​ເຢໂຫວາ​ໄດ້​ໜ້ອຍ​ລົງ. ກະສັດ​ດາວິດ​ອາດ​ຮູ້ສຶກ​ອຸກ​ໃຈ​ແບບ​ນີ້​ຄື​ກັນ​ເມື່ອ​ລາວ​ເຖົ້າ​ລົງ. (ເພງ. 71:9) ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ແນວ​ໃດ?

17. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ເຈຣີ?

17 ຂໍ​ໃຫ້​ພິຈາລະນາ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ເຈຣີ. ລາວ​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ບຳລຸງ​ຮັກສາ​ຫໍ​ປະຊຸມ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ ແຕ່​ລາວ​ບໍ່​ຢາກ​ໄປ. ລາວ​ເວົ້າ​ວ່າ: “ຂ້ອຍ​ອາຍຸ​ເກີນ​ແລ້ວ ເປັນ​ແມ່​ໝ້າຍ ແລະ​ກໍ​ບໍ່​ມີ​ຄວາມ​ສາມາດ​ຫຍັງ​ເລີຍ​ທີ່​ພະ​ເຢໂຫວາ​ຈະ​ໃຊ້​ໄດ້. ຂ້ອຍ​ບໍ່​ມີ​ປະໂຫຍດ​ແລ້ວ.” ໃນ​ຄືນ​ກ່ອນ​ມື້​ທີ່​ຈະ​ຝຶກ​ອົບຮົມ ລາວ​ໄດ້​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ. ຕອນ​ທີ່​ລາວ​ມາ​ຮອດ​ຫໍ​ປະຊຸມ​ໃນ​ມື້​ຕໍ່​ມາ ລາວ​ກໍ​ຍັງ​ສົງໄສ​ວ່າ​ລາວ​ຄວນ​ມາ​ບ່ອນ​ນີ້​ແທ້ໆບໍ. ໃນ​ລະຫວ່າງ​ການ​ຝຶກ​ອົບຮົມ​ນັ້ນ ຜູ້​ບັນລະຍາຍ​ຄົນ​ໜຶ່ງ​ເນັ້ນ​ວ່າ​ທັກສະ​ທີ່​ສຳຄັນ​ທີ່​ສຸດ​ຄື​ການ​ເຕັມ​ໃຈ​ຮັບ​ເອົາ​ການ​ຝຶກ​ຝົນ​ຈາກ​ພະ​ເຢໂຫວາ. ເຈຣີ​ບອກ​ວ່າ: “ຂ້ອຍ​ຄິດ​ວ່າ ‘ຂ້ອຍ​ມີ​ທັກສະ​ນີ້!’ ຂ້ອຍ​ເລີ່ມ​ຮ້ອງໄຫ້​ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ. ພະອົງ​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ວ່າ​ຂ້ອຍ​ຍັງ​ມີ​ປະໂຫຍດ​ຕໍ່​ວຽກ​ຂອງ​ພະອົງ ແລະ​ພະອົງ​ກໍ​ຈະ​ສອນ​ຂ້ອຍ​ໃຫ້​ເຮັດ​ວຽກ​ນັ້ນ​ໄດ້!” ເມື່ອ​ຄິດ​ຄືນ​ຫຼັງ ເຈຣີ​ບອກ​ວ່າ: “ຕອນ​ນັ້ນ​ຂ້ອຍ​ຮູ້ສຶກ​ອຸກ​ໃຈ ທໍ້​ໃຈ ແລະ​ບໍ່​ມີ​ຄ່າ ແຕ່​ຕອນ​ນີ້​ຂ້ອຍ​ຮູ້ສຶກ​ໝັ້ນ​ໃຈ ມີ​ກຳລັງ​ໃຈ ແລະ​ມີ​ຄ່າ​ຫຼາຍ​ຂຶ້ນ!”

18. ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ການ​ນະມັດສະການ​ຂອງ​ເຮົາ​ເຖິງ​ວ່າ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ?

18 ເຖິງ​ວ່າ​ເຮົາ​ຈະ​ອາຍຸ​ຫຼາຍ​ຂຶ້ນ ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຍັງ​ຈະ​ໃຊ້​ເຮົາ​ຢູ່. (ເພງ. 92:12-15) ພະ​ເຢຊູ​ສອນ​ວ່າ ເຖິງ​ແມ່ນ​ສິ່ງ​ທີ່​ເຮົາ​ເຮັດ​ອາດ​ເບິ່ງ​ຄື​ວ່າ​ບໍ່​ສຳຄັນ​ສຳລັບ​ເຮົາ ແຕ່​ພະ​ເຢໂຫວາ​ກໍ​ເຫັນ​ຄ່າ​ທຸກ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ໃນ​ວຽກ​ຮັບໃຊ້​ພະອົງ. (ລກ. 21:2-4) ດັ່ງ​ນັ້ນ ໃຫ້​ເບິ່ງ​ໄປ​ທີ່​ສິ່ງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້. ຕົວຢ່າງ: ເຈົ້າ​ສາມາດ​ລົມ​ເລື່ອງ​ພະ​ເຢໂຫວາ​ໃຫ້​ຄົນ​ອື່ນ​ຟັງ ອະທິດຖານ​ເພື່ອ​ພີ່ນ້ອງ ແລະ​ຊ່ວຍ​ພວກ​ເຂົາ​ໃຫ້​ຮັກສາ​ຄວາມ​ສັດ​ຊື່. ພະ​ເຢໂຫວາ​ຖື​ວ່າ​ເຈົ້າ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະອົງ​ບໍ່​ແມ່ນ​ຍ້ອນ​ເຈົ້າ​ເຮັດ​ວຽກ​ໄດ້​ສຳເລັດ ແຕ່​ຍ້ອນ​ເຈົ້າ​ເຕັມ​ໃຈ​ເຊື່ອ​ຟັງ​ພະອົງ.—1 ກຣ. 3:5-9

19. ໂຣມ 8:38, 39 ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຍັງ?

19 ຈັ່ງ​ແມ່ນ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆທີ່​ເຮົາ​ໄດ້​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ທີ່​ເຫັນ​ຄ່າ​ຜູ້​ຮັບໃຊ້​ຂອງ​ພະອົງ! ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ສາມາດ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ ດັ່ງ​ນັ້ນ​ຈຶ່ງ​ບໍ່​ແປກ​ທີ່​ເຮົາ​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ໄດ້​ນະມັດສະການ​ພະອົງ. (ພນມ. 4:11) ເຖິງ​ໂລກ​ນີ້​ຈະ​ເບິ່ງ​ວ່າ​ເຮົາ​ບໍ່​ມີ​ຄ່າ ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ເຮົາ​ແບບ​ນັ້ນ. (ຮຣ. 11:16, 38) ເມື່ອ​ເຮົາ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ຄວາມ​ເຈັບ​ປ່ວຍ ບັນຫາ​ທາງ​ການ​ເງິນ ຫຼື​ອາຍຸ​ຫຼາຍ​ຂຶ້ນ ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຂັດ​ຂວາງ​ເຮົາ​ຈາກ​ຄວາມ​ຮັກ​ຂອງ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ໄດ້.—ອ່ານ​ໂຣມ 8:38, 39

^ ຂໍ້ 5 ເຈົ້າ​ເຄີຍ​ເຈິ​ສະພາບການ​ທີ່​ເຮັດ​ໃຫ້​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ບໍ? ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ເຈົ້າ​ຫຼາຍ​ແທ້ໆ ແລະ​ຍັງ​ຈະ​ພິຈາລະນາ​ວ່າ​ເຈົ້າ​ຈະ​ສາມາດ​ຮູ້ສຶກ​ດີ​ກັບ​ຕົວ​ເອງ​ຕໍ່ໆໄປ​ໄດ້​ແນວ​ໃດ​ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ຊີວິດ​ກໍ​ຕາມ.

ເພງ 30 ພະອົງ​ເປັນ​ພະເຈົ້າ ເປັນ​ພໍ່ ແລະ​ເພື່ອນ​ຂອງ​ຂ້ອຍ