ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 2

ເຈົ້າ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້

ເຈົ້າ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້

“ພວກ​ເຂົາ​ເທົ່າ​ນັ້ນ​ທີ່​ເປັນ​ເພື່ອນ​ຮ່ວມ​ງານ​ກັບ​ຂ້ອຍ​ເພື່ອ​ການ​ປົກຄອງ​ຂອງ​ພະເຈົ້າ ພວກ​ເຂົາ​ນີ້​ແຫຼະ​ທີ່​ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ.”—ກລຊ. 4:11

ເພງ 90 ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

ໃຈ​ຄວາມ​ສຳຄັນ *

1. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ກຳລັງ​ປະສົບ​ກັບ​ສະພາບການ​ແບບ​ໃດ​ແດ່​ທີ່​ເຮັດ​ໃຫ້​ທໍ້​ໃຈ?

ທົ່ວ​ໂລກ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຄົນ​ກຳລັງ​ປະສົບ​ກັບ​ສະພາບການ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ອຸກ​ໃຈ​ແລະ​ທໍ້​ໃຈ. ເຈົ້າ​ເຫັນ​ພີ່ນ້ອງ​ໃນ​ປະຊາຄົມ​ຂອງ​ເຈົ້າ​ເປັນ​ແບບ​ນີ້​ບໍ? ພີ່ນ້ອງ​ບາງ​ຄົນ​ເປັນ​ພະຍາດ​ຮ້າຍແຮງ ຫຼື​ໂສກ​ເສົ້າ​ເສຍໃຈ​ຍ້ອນ​ຄົນ​ທີ່​ຮັກ​ຕາຍ​ຈາກ​ໄປ. ສ່ວນ​ບາງ​ຄົນ​ກໍ​ກຳລັງ​ເສຍໃຈ​ຍ້ອນ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ສະໜິດ​ອອກ​ຈາກ​ຄວາມ​ຈິງ. ນອກ​ຈາກ​ນັ້ນ ບາງ​ຄົນ​ກໍ​ໄດ້​ຮັບ​ຄວາມ​ເສຍຫາຍ​ໜັກ​ຈາກ​ໄພ​ທຳມະຊາດ. ພີ່ນ້ອງ​ທັງ​ໝົດ​ເຫຼົ່າ​ນີ້​ຈຳເປັນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ. ແລ້ວ​ເຮົາ​ຈະ​ຊ່ວຍ​ພວກ​ເຂົາ​ໄດ້​ແນວ​ໃດ?

2. ເປັນ​ຫຍັງ​ບາງ​ເທື່ອ​ອັກຄະສາວົກ​ໂປໂລ​ຕ້ອງການ​ກຳລັງ​ໃຈ?

2 ອັກຄະສາວົກ​ໂປໂລ​ປະສົບ​ກັບ​ເຫດການ​ທີ່​ເກືອບ​ຕາຍ​ຫຼາຍ​ເທື່ອ. (2 ກຣ. 11:23-28) ລາວ​ຍັງ​ຕ້ອງ​ອົດ​ທົນ​ກັບ “ໜາມ​ຢູ່​ໃນ​ຮ່າງກາຍ” ເຊິ່ງ​ອາດ​ຈະ​ເປັນ​ບັນຫາ​ສຸຂະພາບ. (2 ກຣ. 12:7) ແລະ​ລາວ​ຍັງ​ຮູ້ສຶກ​ຜິດ​ຫວັງ​ທີ່​ເດມາ​ເຊິ່ງ​ເຄີຍ​ເຮັດ​ວຽກ​ຮັບໃຊ້​ນຳ​ລາວ​ໄດ້​ຖິ້ມ​ລາວ “ເພາະ​ຮັກ​ໂລກ​ນີ້.” (2 ຕມ. 4:10) ເຖິງ​ວ່າ​ໂປໂລ​ຈະ​ເປັນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຢ່າງ​ໃຈ​ກວ້າງ ແຕ່​ບາງ​ເທື່ອ​ລາວ​ເອງ​ກໍ​ຍັງ​ຮູ້ສຶກ​ທໍ້​ໃຈ.—ຣມ. 9:1, 2

3. ໂປໂລ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໃຜ​ແດ່?

3 ໂປໂລ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ແນວ​ໃດ? ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ໃຫ້​ກຳລັງ​ໃຈ​ລາວ. (2 ກຣ. 4:7; ຟລປ. 4:13) ພະ​ເຢໂຫວາ​ຍັງ​ໃຫ້​ກຳລັງ​ໃຈ​ລາວ​ຜ່ານ​ທາງ​ເພື່ອນ​ຄລິດສະຕຽນ. ໂປໂລ​ບອກ​ວ່າ: ເພື່ອນ​ຮ່ວມ​ງານ​ບາງ​ຄົນ​ໄດ້ “ໃຫ້​ກຳລັງ​ໃຈ” ລາວ​ຫຼາຍ. (ກລຊ. 4:11) ບັນດາ​ພີ່ນ້ອງ​ເຫຼົ່າ​ນັ້ນ​ທີ່​ໂປໂລ​ເວົ້າ​ເຖິງ​ຄື ອາຣິດຕາໂຂ ຕີຂີໂກ ແລະ​ມາຣະໂກ. ພວກ​ເຂົາ​ໃຫ້​ກຳລັງ​ໃຈ​ໂປໂລ​ຫຼາຍ ແລະ​ຊ່ວຍ​ລາວ​ໃຫ້​ອົດ​ທົນ. ມີ​ຄຸນ​ລັກສະນະ​ຫຍັງ​ແດ່​ທີ່​ຊ່ວຍ​ໃຫ້​ພີ່ນ້ອງ​ຄລິດສະຕຽນ 3 ຄົນ​ນີ້​ເປັນ​ຄົນ​ທີ່​ໃຫ້​ກຳລັງ​ໃຈ​ໄດ້​ດີ? ແລະ​ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພວກ​ເຂົາ​ໂດຍ​ພະຍາຍາມ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ໄດ້​ແນວ​ໃດ?

ພັກດີ​ຄື​ກັບ​ອາຣິດຕາໂຂ

ເຮົາ​ສາມາດ​ເປັນ​ໝູ່​ທີ່​ພັກດີ​ຄື​ອາຣິດຕາໂຂ​ໄດ້​ໂດຍ​ຢູ່​ກັບ​ພີ່ນ້ອງ​ຂອງ​ເຮົາ​ທັງ​ໃນ​ເວລາ​ທີ່​ມີ​ຄວາມ​ສຸກ​ແລະ​ໃນ “ເວລາ​ທີ່​ຂັດສົນ​ຫຼາຍ” (ເບິ່ງ​ຂໍ້ 4-5) *

4. ອາຣິດຕາໂຂ​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເປັນ​ໝູ່​ທີ່​ພັກດີ​ຂອງ​ໂປໂລ?

4 ອາຣິດຕາໂຂ​ເປັນ​ຄລິດສະຕຽນ​ຊາວ​ມາເກໂດເນຍ​ເຊິ່ງ​ມາ​ຈາກ​ເມືອງ​ເທຊະໂລນິກ​ພິສູດ​ວ່າ​ລາວ​ເປັນ​ໝູ່​ທີ່​ພັກດີ​ຂອງ​ໂປໂລ. ຄັ້ງ​ທຳອິດ​ທີ່​ຄຳພີ​ໄບເບິນ​ເວົ້າ​ເຖິງ​ອາຣິດຕາໂຂ​ແມ່ນ​ຕອນ​ທີ່​ໂປໂລ​ມາ​ຢາມ​ເມືອງ​ເອເຟໂຊ​ໃນ​ການ​ເດີນ​ທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ 3. ໃນ​ຂະນະ​ທີ່​ອາຣິດຕາໂຂ​ເດີນ​ທາງ​ໄປ​ກັບ​ໂປໂລ ພວກ​ເຂົາ​ກໍ​ຖືກ​ຜູ້​ຕໍ່​ຕ້ານ​ຈັບ. (ກຈກ. 19:29) ເມື່ອ​ອາຣິດຕາໂຂ​ຖືກ​ປ່ອຍ​ໂຕ ລາວ​ບໍ່​ໄດ້​ໜີ​ເອົາ​ຕົວ​ລອດ ແຕ່​ລາວ​ຍັງ​ພັກດີ​ຕໍ່​ໂປໂລ. ຫຼາຍ​ເດືອນ​ຕໍ່​ມາ​ຕອນ​ທີ່​ຢູ່​ປະເທດ​ກຣີກ ອາຣິດຕາໂຂ​ກໍ​ຍັງ​ຢູ່​ຄຽງ​ຂ້າງ​ໂປໂລ​ເຖິງ​ແມ່ນ​ວ່າ​ຜູ້​ຕໍ່​ຕ້ານ​ຍັງ​ຈະ​ພະຍາຍາມ​ຂ້າ​ໂປໂລ​ຢູ່. (ກຈກ. 20:2-4) ໃນ​ປະມານ​ປີ ຄ.ສ 58 ຕອນ​ທີ່​ໂປໂລ​ເປັນ​ນັກ​ໂທດ​ແລະ​ຖືກ​ສົ່ງ​ໄປ​ເມືອງ​ໂຣມ ອາຣິດຕາໂຂ​ກໍ​ຮ່ວມ​ເດີນ​ທາງ​ໄລຍະ​ໄກ​ນີ້​ນຳ ແລະ​ພວກ​ເຂົາ​ກໍ​ປະສົບ​ກັບ​ເຮືອ​ແຕກ​ນຳ​ກັນ. (ກຈກ. 27:1, 2, 41) ເບິ່ງ​ຄື​ວ່າ​ຫຼັງ​ຈາກ​ພວກ​ເຂົາ​ມາ​ຮອດ​ເມືອງ​ໂຣມ ອາຣິດຕາໂຂ​ກໍ​ຢູ່​ຄຸກ​ກັບ​ໂປໂລ​ໄລຍະ​ໜຶ່ງ. (ກລຊ. 4:10) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ໂປໂລ​ຄົງ​ຕ້ອງ​ຮູ້ສຶກ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ໝູ່​ທີ່​ພັກດີ​ຄົນ​ນີ້​ຫຼາຍ​ແທ້ໆ!

5. ຕາມ​ສຸພາສິດ 17:17 ເຮົາ​ຈະ​ເປັນ​ໝູ່​ທີ່​ພັກດີ​ໄດ້​ແນວ​ໃດ?

5 ຄື​ກັບ​ອາຣິດຕາໂຂ ເຮົາ​ສາມາດ​ເປັນ​ໝູ່​ທີ່​ພັກດີ​ໄດ້​ໂດຍ​ຢູ່​ກັບ​ພີ່ນ້ອງ​ຂອງ​ເຮົາ​ທັງ​ໃນ​ເວລາ​ທີ່​ມີ​ຄວາມ​ສຸກ​ແລະ​ໃນ “ເວລາ​ທີ່​ຂັດສົນ​ຫຼາຍ.” (ອ່ານ​ສຸພາສິດ 17:17) ເຖິງ​ວ່າ​ບັນຫາ​ຈະ​ຜ່ານ​ພົ້ນ​ໄປ​ແລ້ວ ແຕ່​ພີ່ນ້ອງ​ກໍ​ອາດ​ຍັງ​ຕ້ອງການ​ກຳລັງ​ໃຈ​ອີກ. ພີ່ນ້ອງ​ຍິງ​ທີ່​ຊື່​ຟຣານຊິດ *ເຊິ່ງ​ພໍ່​ແມ່​ຂອງ​ລາວ​ຕາຍ​ຈາກ​ໄປ​ຍ້ອນ​ເປັນ​ໂລກ​ມະເຮັງ ພໍ່​ຕາຍ​ກ່ອນ​ແມ່​ສາມ​ເດືອນ. ລາວ​ບອກ​ວ່າ: “ຂ້ອຍ​ຄິດ​ວ່າ​ສະພາບການ​ທີ່​ເຮັດ​ໃຫ້​ທໍ້​ໃຈ​ນີ້​ບໍ່​ໄດ້​ຜ່ານ​ພົ້ນ​ໄປ​ງ່າຍໆ ແລະ​ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໝູ່​ຈື່​ວ່າ​ຂ້ອຍ​ຍັງ​ຮູ້ສຶກ​ເສຍໃຈ​ຢູ່​ເຖິງ​ວ່າ​ພໍ່​ແມ່​ໄດ້​ຕາຍ​ຈາກ​ຂ້ອຍ​ໄປ​ຫຼາຍ​ປີ​ແລ້ວ.”

6. ຖ້າ​ເຮົາ​ເປັນ​ໝູ່​ທີ່​ພັກດີ ເຮົາ​ຈະ​ເຮັດ​ຫຍັງ?

6 ໝູ່​ທີ່​ພັກດີ​ມັກ​ເສຍ​ສະລະ​ຕົວ​ເອງ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຄລິດສະຕຽນ. ຕົວຢ່າງ: ມີ​ການ​ບົ່ງ​ມະຕິ​ວ່າ ພີ່ນ້ອງ​ປີເຕີ​ເປັນ​ພະຍາດ​ທີ່​ຮ້າຍແຮງ​ແລະ​ຈະ​ຢູ່​ໄດ້​ອີກ​ບໍ່​ດົນ. ເມຍ​ຂອງ​ລາວ​ຊື່​ແຄັດເທີຣີນ​ບອກ​ວ່າ: “ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ໃນ​ປະຊາຄົມ​ພາ​ພວກ​ເຮົາ​ໄປ​ໂຮງ​ໝໍ ເຊິ່ງ​ພວກ​ເຮົາ​ກໍ​ໄດ້​ຮູ້​ວ່າ​ປີເຕີ​ເປັນ​ພະຍາດ​ທີ່​ຮ້າຍແຮງ. ຕັ້ງ​ແຕ່​ຕອນ​ນັ້ນ ພວກ​ເຂົາ​ກໍ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ປະ​ໃຫ້​ພວກ​ເຮົາ​ໄປ​ຫາ​ໝໍ​ດ້ວຍ​ຄວາມ​ໂສກ​ເສົ້າ​ຕາມ​ລຳພັງ ແລະ​ພວກ​ເຂົາ​ກໍ​ຢູ່​ຄຽງ​ຂ້າງ​ພວກ​ເຮົາ​ໃນ​ຍາມ​ທີ່​ພວກ​ເຮົາ​ຕ້ອງການ​ສະເໝີ.” ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆທີ່​ເຫັນ​ວ່າ​ໝູ່​ແທ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ສະພາບການ​ທີ່​ຍາກ​ລຳບາກ​ແບບ​ນີ້!

ເປັນ​ຄົນ​ທີ່​ໄວ້​ໃຈ​ໄດ້​ຄື​ກັບ​ຕີຂີໂກ

ເມື່ອ​ຄົນ​ອື່ນ​ປະສົບ​ບັນຫາ ເຮົາ​ສາມາດ​ເປັນ​ໝູ່​ທີ່​ໄວ້​ໃຈ​ໄດ້​ຄື​ກັບ​ຕີຂີໂກ (ເບິ່ງ​ຂໍ້ 7-9) *

7-8. ຕາມ​ໂກໂລຊາຍ 4:7-9 ຕີຂີໂກ​ພິສູດ​ແນວ​ໃດ​ວ່າ​ເປັນ​ໝູ່​ທີ່​ໄວ້​ໃຈ​ໄດ້?

7 ຕີຂີໂກ​ເປັນ​ຄລິດສະຕຽນ​ທີ່​ມາ​ຈາກ​ແຂວງ​ອາຊີ​ໃນ​ເຂດ​ປົກຄອງ​ຂອງ​ຈັກກະພັດ​ໂຣມ ລາວ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ການ​ເປັນ​ຄົນ​ທີ່​ໄວ້​ໃຈ​ໄດ້. (ກຈກ. 20:4) ປະມານ​ປີ ຄ.ສ 55 ຕອນ​ທີ່​ໂປໂລ​ລວບລວມ​ເງິນ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຄລິດສະຕຽນ​ໃນ​ຢູດາ ລາວ​ອາດ​ໃຫ້​ຕີຂີໂກ​ຊ່ວຍ​ເຮັດ​ວຽກ​ທີ່​ສຳຄັນ​ນີ້. (2 ກຣ. 8:18-20) ຕໍ່​ມາ​ເມື່ອ​ໂປໂລ​ຖືກ​ກັກ​ບໍລິເວນ​ຢູ່​ໃນ​ເມືອງ​ໂຣມ​ເທື່ອ​ທຳອິດ ຕີຂີໂກ​ກໍ​ໄດ້​ຮັບໃຊ້​ເປັນ​ຜູ້​ສົ່ງ​ຂ່າວ​ສ່ວນ​ຕົວ​ຂອງ​ໂປໂລ. ລາວ​ໄດ້​ສົ່ງ​ຈົດ​ໝາຍ​ແລະ​ຂ່າວ​ສານ​ທີ່​ໃຫ້​ກຳລັງ​ໃຈ​ຂອງ​ໂປໂລ​ໄປ​ໃຫ້​ພີ່ນ້ອງ​ທີ່​ຢູ່​ປະຊາຄົມ​ແຂວງ​ອາຊີ.—ກລຊ. 4:7-9

8 ຕີຂີໂກ​ຍັງ​ເປັນ​ໝູ່​ທີ່​ໂປໂລ​ໄວ້​ໃຈ​ໄດ້. (ຕຕ. 3:12) ບໍ່​ແມ່ນ​ຄລິດສະຕຽນ​ທຸກ​ຄົນ​ໃນ​ສະໄໝ​ນັ້ນ​ຈະ​ເປັນ​ຄົນ​ທີ່​ໄວ້​ໃຈ​ໄດ້​ຄື​ກັບ​ຕີຂີໂກ. ປະມານ​ປີ ຄ.ສ 65 ໃນ​ໄລຍະ​ທີ່​ໂປໂລ​ຖືກ​ກັກ​ບໍລິເວນ​ເທື່ອ​ທີ​ສອງ ໂປໂລ​ຂຽນ​ວ່າ​ຄລິດສະຕຽນ​ຫຼາຍ​ຄົນ​ໃນ​ແຂວງ​ອາຊີ​ບໍ່​ຢາກ​ຄົບຫາ​ກັບ​ລາວ​ອາດ​ເປັນ​ໄປ​ໄດ້​ວ່າ​ພວກ​ເຂົາ​ຢ້ານ​ພວກ​ຜູ້​ຕໍ່​ຕ້ານ. (2 ຕມ. 1:15) ແຕ່​ໂປໂລ​ໄວ້​ໃຈ​ຕີຂີໂກ​ແລະ​ຍັງ​ໃຫ້​ລາວ​ເຮັດ​ວຽກ​ມອບ​ໝາຍ​ອື່ນ​ອີກ. (2 ຕມ. 4:12) ແນ່ນອນ​ວ່າ ໂປໂລ​ຄົງ​ເຫັນ​ຄຸນຄ່າ​ໝູ່​ທີ່​ດີ​ແບບ​ຕີຂີໂກ​ແທ້ໆ.

9. ເຮົາ​ຈະ​ຮຽນ​ແບບ​ຕີຂີໂກ​ແນວ​ໃດ?

9 ເຮົາ​ສາມາດ​ຮຽນ​ແບບ​ຕີຂີໂກ​ໂດຍ​ເປັນ​ໝູ່​ທີ່​ໄວ້​ໃຈ​ໄດ້. ຕົວຢ່າງ: ເຮົາ​ບໍ່​ພຽງ​ແຕ່​ຮັບ​ປາກ​ວ່າ​ຈະ​ຊ່ວຍ​ພີ່ນ້ອງ ແຕ່​ເຮົາ​ຕ້ອງ​ລົງ​ມື​ເຮັດ​ພ້ອມ. (ມທ. 5:37; ລກ. 16:10) ເມື່ອ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຮູ້​ວ່າ​ເຮົາ​ຈະ​ຊ່ວຍ​ພວກ​ເຂົາ​ໄດ້ ພວກ​ເຂົາ​ກໍ​ຮູ້ສຶກ​ອຸ່ນ​ໃຈ​ຫຼາຍ​ແທ້ໆ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ: “ເຈົ້າ​ຈະ​ບໍ່​ຮູ້ສຶກ​ກັງວົນ​ເລີຍ ເພາະ​ເຈົ້າ​ຮູ້​ວ່າ​ຄົນ​ນັ້ນ​ຈະ​ມາ​ຊ່ວຍ​ເຈົ້າ​ຕາມ​ທີ່​ໄດ້​ຮັບ​ປາກ​ໄວ້.”

10. ຕາມ​ສຸພາສິດ 18:24 ຄົນ​ທີ່​ປະສົບ​ກັບ​ບັນຫາ​ຫຼື​ຮູ້ສຶກ​ຜິດ​ຫວັງ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ໃຜ?

10 ສ່ວນ​ຫຼາຍ​ຜູ້​ທີ່​ປະສົບ​ບັນຫາ​ຫຼື​ຮູ້ສຶກ​ຜິດ​ຫວັງ​ມັກ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ການ​ລະບາຍ​ກັບ​ໝູ່​ທີ່​ໄວ້​ໃຈ​ໄດ້. (ອ່ານ​ສຸພາສິດ 18:24) ພີ່ນ້ອງ​ບີ​ຈາ​ຮູ້ສຶກ​ຜິດ​ຫວັງ​ຍ້ອນ​ລູກ​ຊາຍ​ຖືກ​ຕັດ​ສຳພັນ ລາວ​ບອກ​ວ່າ: “ຂ້ອຍ​ຢາກ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ຄົນ​ທີ່​ຂ້ອຍ​ໄວ້​ໃຈ​ໄດ້.” ພີ່ນ້ອງ​ຄາລອດສ໌​ໄດ້​ສູນ​ເສຍ​ສິດທິ​ພິເສດ​ໃນ​ປະຊາຄົມ​ຍ້ອນ​ເຮັດ​ຜິດ ລາວ​ບອກ​ວ່າ: “ຂ້ອຍ​ຢາກ​ລົມ​ກັບ​ຄົນ​ທີ່​ຂ້ອຍ​ສາມາດ​ບອກ​ຄວາມ​ຮູ້ສຶກ​ໄດ້​ທັງ​ໝົດ​ໂດຍ​ທີ່​ບໍ່​ຕ້ອງ​ຢ້ານ​ວ່າ​ລາວ​ຈະ​ຕຳໜິ​ຂ້ອຍ.” ຄາລອດສ໌​ໄດ້​ໝູ່​ແບບ​ນັ້ນ​ເຊິ່ງ​ກໍ​ຄື​ພວກ​ຜູ້​ດູ​ແລ ພວກ​ເຂົາ​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ບັນຫາ​ໄດ້. ລາວ​ຮູ້ສຶກ​ສະບາຍ​ໃຈ​ແທ້ໆທີ່​ຜູ້​ດູ​ແລ​ບໍ່​ໄດ້​ເລົ່າ​ເລື່ອງ​ຂອງ​ລາວ​ໃຫ້​ໃຜ​ຟັງ.

11. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ໝູ່​ທີ່​ໄວ້​ໃຈ​ໄດ້?

11 ເພື່ອ​ຈະ​ເປັນ​ໝູ່​ທີ່​ໄວ້​ໃຈ​ໄດ້ ເຮົາ​ຕ້ອງ​ມີ​ຄວາມ​ອົດ​ທົນ. ຫຼັງ​ຈາກ​ພີ່ນ້ອງ​ຈານ​ນາ​ຖືກ​ຜົວ​ປະ​ຖິ້ມ ລາວ​ໄດ້​ລະບາຍ​ຄວາມ​ຮູ້ສຶກ​ກັບ​ໝູ່​ສະໜິດ ແລ້ວ​ລາວ​ກໍ​ຮູ້ສຶກ​ດີ​ຂຶ້ນ​ຫຼາຍ. ລາວ​ບອກ​ວ່າ: “ພວກ​ເຂົາ​ໄດ້​ຟັງ​ຂ້ອຍ​ລະບາຍ​ຢ່າງ​ອົດ​ທົນ ເຖິງ​ວ່າ​ຂ້ອຍ​ອາດ​ຈະ​ເວົ້າ​ແນວ​ເກົ່າ​ຫຼາຍ​ເທື່ອ.” ເຈົ້າ​ຈະ​ເປັນ​ໝູ່​ທີ່​ດີ​ໄດ້​ຄື​ກັນ​ຖ້າ​ຫາກ​ວ່າ​ເຈົ້າ​ເປັນ​ຜູ້​ຟັງ​ທີ່​ດີ.

ເຕັມ​ໃຈ​ຮັບໃຊ້​ຄົນ​ອື່ນ​ຄື​ກັບ​ມາຣະໂກ

ການ​ເຕັມ​ໃຈ​ຊ່ວຍ​ເຫຼືອ​ຂອງ​ມາຣະໂກ​ຊ່ວຍ​ໂປໂລ​ໃຫ້​ອົດ​ທົນ​ໄດ້. ເຮົາ​ກໍ​ສາມາດ​ຊ່ວຍ​ພີ່ນ້ອງ​ໃຫ້​ຜ່ານ​ໄລຍະ​ທີ່​ຍາກ​ລຳບາກ​ໄດ້​ຄື​ກັນ. (ເບິ່ງ​ຂໍ້ 12-14) *

12. ມາຣະໂກ​ແມ່ນ​ໃຜ ແລະ​ລາວ​ເຕັມ​ໃຈ​ຮັບໃຊ້​ຄົນ​ອື່ນ​ແນວ​ໃດ?

12 ມາຣະໂກ​ເປັນ​ຄລິດສະຕຽນ​ຄົນ​ຢິວ​ທີ່​ມາ​ຈາກ​ເມືອງ​ເຢຣູຊາເລັມ. ລາວ​ເປັນ​ລູກ​ອ້າຍ​ລູກ​ນ້ອງ​ກັບ​ບາຣະນາບາ​ເຊິ່ງ​ເປັນ​ມິດຊັນນາຣີ​ທີ່​ຫຼາຍ​ຄົນ​ຮູ້ຈັກ​ດີ. (ກລຊ. 4:10) ເບິ່ງ​ຄື​ວ່າ​ຄອບຄົວ​ຂອງ​ມາຣະໂກ​ຮັ່ງມີ ແຕ່​ລາວ​ກໍ​ບໍ່​ໄດ້​ໃຫ້​ເງິນ​ແລະ​ຊັບ​ສົມບັດ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຕະຫຼອດ​ຊີວິດ ມາຣະໂກ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ມີ​ນ້ຳໃຈ​ຮັບໃຊ້​ຄົນ​ອື່ນ ເຊິ່ງ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ຫຼາຍ. ຕົວຢ່າງ: ມີ​ຫຼາຍ​ເທື່ອ​ທີ່​ລາວ​ໄດ້​ຮັບໃຊ້​ອັກຄະສາວົກ​ໂປໂລ​ແລະ​ເປໂຕ​ຕອນ​ທີ່​ພວກ​ເຂົາ​ເຮັດ​ວຽກ​ມອບ​ໝາຍ. ລາວ​ອາດ​ຈະ​ຊ່ວຍ​ຊື້​ອາຫານ ຈັດ​ຫາ​ບ່ອນ​ພັກ​ແລະ​ຊ່ວຍ​ໃນ​ເລື່ອງ​ອື່ນໆ. (ກຈກ. 13:2-5; 1 ປຕ. 5:13) ໂປໂລ​ບອກ​ວ່າ ມາຣະໂກ​ເປັນ “ເພື່ອນ​ຮ່ວມ​ງານ​ກັບ​ຂ້ອຍ​ເພື່ອ​ການ​ປົກຄອງ​ຂອງ​ພະເຈົ້າ” ແລະ​ເປັນ​ຜູ້​ທີ່ “ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ.”—ກລຊ. 4:10, 11

13. ໃນ 2 ຕີໂມທຽວ 4:11 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ໂປໂລ​ເຫັນ​ຄ່າ​ການ​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ມາຣະໂກ?

13 ມາຣະໂກ​ກາຍ​ມາ​ເປັນ​ໝູ່​ສະໜິດ​ຂອງ​ໂປໂລ. ຕົວຢ່າງ: ຕອນ​ທີ່​ໂປໂລ​ຖືກ​ກັກ​ຂັງ​ຄັ້ງ​ສຸດ​ທ້າຍ​ຢູ່​ໃນ​ເມືອງ​ໂຣມ​ປະມານ​ປີ ຄ.ສ 65 ລາວ​ໄດ້​ຂຽນ​ຈົດ​ໝາຍ​ສະບັບ​ທີ 2 ເຖິງ​ຕີໂມທຽວ. ໃນ​ຈົດ​ໝາຍ​ນັ້ນ ໂປໂລ​ໄດ້​ຂໍ​ໃຫ້​ຕີໂມທຽວ​ມາ​ເມືອງ​ໂຣມ​ແລະ​ພາ​ມາຣະໂກ​ມາ​ນຳ. (2 ຕມ. 4:11) ໂປໂລ​ຄົງ​ຕ້ອງ​ເຫັນ​ຄຸນຄ່າ​ມາຣະໂກ​ແທ້ໆທີ່​ເຮັດ​ວຽກ​ຮັບໃຊ້​ຢ່າງ​ສັດ​ຊື່ ດັ່ງ​ນັ້ນ ໂປໂລ​ຈຶ່ງ​ຂໍ​ໃຫ້​ມາຣະໂກ​ຢູ່​ນຳ​ລາວ​ໃນ​ເວລາ​ທີ່​ສຳຄັນ​ນີ້. ມາຣະໂກ​ລົງ​ມື​ເຮັດ​ສິ່ງ​ທີ່​ຊ່ວຍ​ໂປໂລ​ໄດ້​ແທ້ໆ ເຊັ່ນ: ລາວ​ອາດ​ຈັດ​ຫາ​ອາຫານ ຫຼື​ມ້ວນ​ໜັງສື​ແລະ​ນ້ຳ​ມຶກ​ໃຫ້​ໂປໂລ. ການ​ຊ່ວຍ​ເຫຼືອ​ແລະ​ກຳລັງ​ໃຈ​ທີ່​ໂປໂລ​ໄດ້​ຮັບ​ຄົງ​ຈະ​ຊ່ວຍ​ລາວ​ໃຫ້​ອົດ​ທົນ​ຈົນ​ຮອດ​ມື້​ສຸດ​ທ້າຍ​ທີ່​ຖືກ​ປະຫານ​ຊີວິດ.

14-15. ມັດທາຍ 7:12 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮູ້​ວິທີ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ?

14 ອ່ານ​ມັດທາຍ 7:12. ໃນ​ໄລຍະ​ທີ່​ເຮົາ​ປະສົບ​ກັບ​ຄວາມ​ທຸກ​ແລະ​ບັນຫາ ເຮົາ​ຮູ້ສຶກ​ເຫັນ​ຄຸນຄ່າ​ຄົນ​ທີ່​ມາ​ຊ່ວຍ​ເຫຼືອ​ເຮົາ​ແທ້ໆ! ໄຣອັນ​ເຊິ່ງ​ພໍ່​ຂອງ​ລາວ​ໄດ້​ຕາຍ​ຍ້ອນ​ອຸບັດ​ຕິ​ເຫດ​ບອກ​ວ່າ: “ຕອນ​ທີ່​ທຸກ​ໃຈ ແມ່ນ​ແຕ່​ເລື່ອງ​ທຳມະດາ​ທີ່​ເຮັດ​ຢູ່​ທຸກ​ມື້​ກໍ​ບໍ່​ມີ​ແຮງ​ທີ່​ຈະ​ເຮັດ. ດັ່ງ​ນັ້ນ ເມື່ອ​ມີ​ຄົນ​ມາ​ຊ່ວຍ​ເຫຼືອ​ເຮົາ​ເຖິງ​ວ່າ​ຈະ​ເປັນ​ສິ່ງ​ເລັກໆນ້ອຍໆກໍ​ເຮັດ​ໃຫ້​ມີ​ກຳລັງ​ໃຈ​ຫຼາຍ​ແທ້ໆ.”

15 ຖ້າ​ເຮົາ​ສັງເກດ​ແລະ​ໃສ່​ໃຈ​ຄົນ​ອື່ນ ເຮົາ​ອາດ​ຮູ້​ວິທີ​ທີ່​ຈະ​ຊ່ວຍ​ເຫຼືອ​ພວກ​ເຂົາ​ໄດ້. ຕົວຢ່າງ: ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຕັດສິນ​ໃຈ​ຊ່ວຍ​ປີເຕີ​ແລະ​ແຄັດເທີຣີນ​ເຊິ່ງ​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ຜູ້​ເປັນ​ເມຍ​ໄດ້​ຄິດ​ຫາ​ວິທີ​ໃຫ້​ມີ​ຄົນ​ພາ​ປີເຕີ​ແລະ​ແຄັດເທີຣີນ​ໄປ​ໂຮງ​ໝໍ​ຕາມ​ນັດ​ທຸກ​ຄັ້ງ. ເນື່ອງ​ຈາກ​ປີເຕີ​ກັບ​ແຄັດເທີຣີນ​ກໍ​ຂັບ​ລົດ​ບໍ່​ໄດ້​ແລ້ວ ລາວ​ຈຶ່ງ​ເຮັດ​ຕາ​ຕະລາງ​ເພື່ອ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ອາສາ​ສະໝັກ​ຮັບ​ສົ່ງ​ພວກ​ເຂົາ. ການ​ເຮັດ​ແບບ​ນີ້​ເກີດ​ຜົນ​ແນວ​ໃດ? ພີ່ນ້ອງ​ແຄັດເທີຣີນ​ບອກ​ວ່າ: “ພວກ​ເຮົາ​ຮູ້ສຶກ​ຄື​ກັບ​ວ່າ​ຂອງ​ໜັກ​ຖືກ​ຍົກ​ອອກ​ຈາກ​ບ່າ​ແລ້ວ.” ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ແມ່ນ​ແຕ່​ການ​ເຮັດ​ສິ່ງ​ທີ່​ເລັກໆນ້ອຍໆ ເຈົ້າ​ກໍ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້​ຫຼາຍ.

16. ເຮົາ​ໄດ້​ບົດຮຽນ​ທີ່​ສຳຄັນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ມາຣະໂກ​ກ່ຽວ​ກັບ​ການ​ໃຫ້​ກຳລັງ​ໃຈ?

16 ມາຣະໂກ​ເປັນ​ລູກສິດ​ໃນ​ສະຕະວັດ​ທຳອິດ​ທີ່​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ແທ້ໆ. ລາວ​ໄດ້​ເຮັດ​ສິ່ງ​ສຳຄັນ​ຫຼາຍ​ຢ່າງ​ເພື່ອ​ພະ​ເຢໂຫວາ ລວມ​ເຖິງ​ການ​ຂຽນ​ປຶ້ມ​ຂ່າວ​ດີ​ຫົວ​ໜຶ່ງ​ທີ່​ໃຊ້​ຊື່​ຂອງ​ລາວ​ເອງ. ເຖິງ​ຢ່າງ​ນັ້ນ​ມາຣະໂກ​ກໍ​ຍັງ​ຈັດ​ເວລາ​ໄປ​ໃຫ້​ກຳລັງ​ໃຈ​ໂປໂລ ແລະ​ໂປໂລ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ລາວ. ພີ່ນ້ອງ​ແອງເຈລາ​ທີ່​ກຳລັງ​ໂສກ​ເສົ້າ​ຍ້ອນ​ແມ່​ຕູ້​ຂອງ​ລາວ​ຖືກ​ຄາດຕະກຳ​ໄດ້​ເຫັນ​ຄຸນຄ່າ​ຄົນ​ທີ່​ມາ​ໃຫ້​ກຳລັງ​ໃຈ​ລາວ ລາວ​ບອກ​ວ່າ: “ໝູ່​ທີ່​ເຕັມ​ໃຈ​ຊ່ວຍ​ແທ້ໆຈະ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ ແລະ​ພວກ​ເຂົາ​ບໍ່​ໄດ້​ຢ້ານ​ຫຼື​ລັງເລ​ທີ່​ຈະ​ຊ່ວຍ.” ແລ້ວ​ເຮົາ​ເດ ເຮົາ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ທີ່​ມັກ​ລົງ​ມື​ຊ່ວຍ​ເຫຼືອ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ບໍ?

ພະຍາຍາມ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ

17. ການ​ຄິດ​ຕຶກຕອງ​ໃນ 2 ໂກຣິນໂທ 1:3, 4 ກະຕຸ້ນ​ເຮົາ​ໃຫ້​ຢາກ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ແນວ​ໃດ?

17 ເຫັນ​ໄດ້​ແຈ້ງ​ວ່າ​ພີ່ນ້ອງ​ຫຼາຍ​ຄົນ​ຕ້ອງການ​ກຳລັງ​ໃຈ. ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໂດຍ​ໃຊ້​ສິ່ງ​ທີ່​ຄົນ​ອື່ນ​ເຄີຍ​ໃຫ້​ກຳລັງ​ໃຈ​ເຮົາ​ໄດ້. ພີ່ນ້ອງ​ນີໂນ​ເຊິ່ງ​ແມ່​ຕູ້​ຂອງ​ລາວ​ໄດ້​ຕາຍ​ຈາກ​ໄປ​ບອກ​ວ່າ: “ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ຜ່ານ​ທາງ​ເຮົາ​ໄດ້ ຖ້າ​ເຮົາ​ຍອມ​ໃຫ້​ພະອົງ​ໃຊ້​ເຮົາ.” (ອ່ານ 2 ໂກຣິນໂທ 1:3, 4) ພີ່ນ້ອງ​ຟຣານຊິດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “2 ໂກຣິນໂທ 1:4 ເປັນ​ຄວາມ​ຈິງ​ທີ່​ວ່າ ເຮົາ​ສາມາດ​ເອົາ​ສິ່ງ​ທີ່​ຄົນ​ອື່ນ​ເຄີຍ​ໃຫ້​ກຳລັງ​ໃຈ​ເຮົາ​ໄປ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ຕໍ່​ໄດ້.”

18. (ກ) ເປັນ​ຫຍັງ​ບາງ​ຄົນ​ອາດ​ຮູ້ສຶກ​ຢ້ານ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ? (ຂ) ແລ້ວ​ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

18 ເຖິງ​ວ່າ​ເຮົາ​ຈະ​ຮູ້ສຶກ​ຢ້ານ ແຕ່​ເຮົາ​ກໍ​ຕ້ອງ​ພະຍາຍາມ​ຊອກ​ຫາ​ໂອກາດ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. ຕົວຢ່າງ: ເຮົາ​ອາດ​ຢ້ານ​ວ່າ​ບໍ່​ຮູ້​ຈະ​ເວົ້າ​ຫຍັງ​ຫຼື​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ທໍ້​ໃຈ. ຜູ້​ດູ​ແລ​ຄົນ​ໜຶ່ງ​ຊື່ ພໍລ໌ຈື່​ຄວາມ​ພະຍາຍາມ​ຂອງ​ພີ່ນ້ອງ​ທີ່​ໃຫ້​ກຳລັງ​ໃຈ​ລາວ​ຫຼັງ​ຈາກ​ທີ່​ພໍ່​ຂອງ​ລາວ​ຕາຍ ລາວ​ບອກ​ວ່າ: “ຂ້ອຍ​ຮູ້​ວ່າ​ມັນ​ບໍ່​ງ່າຍ​ທີ່​ພວກ​ເຂົາ​ຈະ​ມາ​ລົມ​ນຳ​ຂ້ອຍ ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຫຍັງ. ແຕ່​ຂ້ອຍ​ກໍ​ຮູ້​ຄຸນຄ່າ​ຄວາມ​ພະຍາຍາມ​ຂອງ​ພວກ​ເຂົາ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ຂ້ອຍ.” ຄ້າຍ​ຄື​ກັນ ພີ່ນ້ອງ​ແທຈອນ​ທີ່​ປະສົບ​ກັບ​ແຜ່ນດິນ​ໄຫວ​ໃຫຍ່​ບອກ​ວ່າ: “ຫຼັງ​ຈາກ​ແຜ່ນດິນ​ໄຫວ​ຂ້ອຍ​ຈື່​ບໍ່​ໄດ້​ເລີຍ​ວ່າ​ພີ່ນ້ອງ​ສົ່ງ​ຂໍ້​ຄວາມ​ຫຍັງ​ມາ​ແດ່ ຂ້ອຍ​ຈື່​ໄດ້​ແຕ່​ວ່າ​ພວກ​ເຂົາ​ເປັນ​ຫ່ວງ​ຂ້ອຍ​ຫຼາຍ​ແລະ​ຢາກ​ແນ່​ໃຈ​ວ່າ​ຂ້ອຍ​ປອດໄພ.” ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້​ດີ​ຖ້າ​ເຮົາ​ສະແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຢ່າງ​ແທ້​ຈິງ.

19. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ພະຍາຍາມ​ເປັນ​ຄົນ​ທີ່ “ໃຫ້​ກຳລັງ​ໃຈ” ຄົນ​ອື່ນ?

19 ເນື່ອງ​ຈາກ​ໃກ້​ຈະ​ເຖິງ​ຈຸດ​ຈົບ​ຂອງ​ລະບົບ​ນີ້ ສະພາບການ​ຂອງ​ໂລກ​ກໍ​ຊົ່ວ​ຂຶ້ນ​ແລະ​ຊີວິດ​ກໍ​ຫຍຸ້ງຍາກ​ຫຼາຍ​ຂຶ້ນ. (2 ຕມ. 3:13) ແລະ​ຍ້ອນ​ບາບ​ທີ່​ເຮົາ​ໄດ້​ຮັບ​ເປັນ​ມໍລະດົກ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ​ເລື້ອຍໆ ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ​ຕໍ່ໆໄປ. ເຫດຜົນ​ໜຶ່ງ​ທີ່​ອັກຄະສາວົກ​ໂປໂລ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ຕາຍ​ໄດ້​ກໍ​ຍ້ອນ​ລາວ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ເພື່ອນ​ຄລິດສະຕຽນ. ຂໍ​ໃຫ້​ເຮົາ​ເປັນ​ຄົນ​ພັກດີ​ຄື​ກັບ​ອາຣິດຕາໂຂ ເປັນ​ຄົນ​ທີ່​ໄວ້​ໃຈ​ໄດ້​ຄື​ກັບ​ຕີຂີໂກ ແລະ​ເຕັມ​ໃຈ​ຮັບໃຊ້​ຄົນ​ອື່ນ​ຄື​ກັບ​ມາຣະໂກ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ຊ່ວຍ​ພີ່ນ້ອງ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ໄດ້​ຕໍ່ໆໄປ.—1 ທຊ. 3:2, 3

^ ຂໍ້ 5 ອັກຄະສາວົກ​ໂປໂລ​ປະສົບ​ຫຼາຍ​ບັນຫາ​ໃນ​ຊີວິດ. ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ນັ້ນ ລາວ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ຈາກ​ເພື່ອນ​ຮ່ວມ​ຮັບໃຊ້​ຂອງ​ລາວ. ເຮົາ​ຈະ​ພິຈາລະນາ​ຄຸນ​ລັກສະນະ 3 ຢ່າງ​ທີ່​ເຮັດ​ໃຫ້​ເພື່ອນ​ຮ່ວມ​ຮັບໃຊ້​ຂອງ​ໂປໂລ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້​ດີ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ.

^ ຂໍ້ 5 ບາງ​ຊື່​ໃນ​ບົດ​ຄວາມ​ນີ້​ເປັນ​ຊື່​ສົມມຸດ.

ເພງ 111 ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຍິນດີ

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ອາຣິດຕາໂຂ​ແລະ​ໂປໂລ​ປະສົບ​ກັບ​ເຮືອ​ແຕກ​ນຳ​ກັນ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບ​ພາບ: ຕີຂີໂກ​ໄດ້​ຮັບ​ຄວາມ​ໄວ້​ວາງໃຈ​ໃຫ້​ສົ່ງ​ຈົດ​ໝາຍ​ຂອງ​ໂປໂລ​ເຖິງ​ປະຊາຄົມ​ຕ່າງໆ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ມາຣະໂກ​ຊ່ວຍ​ໂປໂລ​ໃນ​ສິ່ງ​ທີ່​ໂປໂລ​ຕ້ອງການ​ແທ້ໆ.