ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 1

“ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.”

“ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.”

ຂໍ້​ພະ​ຄຳພີ​ປະຈຳ​ປີ 2020: “ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ໃຫ້​ພວກ​ເຂົາ​ຮັບ​ບັບເຕມາ.”—ມທ. 28:19

ເພງ 79 ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

ໃຈ​ຄວາມ​ສຳຄັນ *

1-2. ທູດ​ສະຫວັນ​ໄດ້​ບອກ​ຫຍັງ​ກັບ​ພວກ​ຜູ້​ຍິງ​ທີ່​ໄປ​ອຸໂມງ​ຝັງ​ສົບ​ຂອງ​ພະ​ເຢຊູ ແລະ​ພະ​ເຢຊູ​ເອງ​ໄດ້​ສັ່ງ​ພວກ​ເຂົາ​ໃຫ້​ເຮັດ​ຫຍັງ?

ໃນ​ຕອນ​ເຊົ້າໆຂອງ​ວັນ​ທີ 16 ເດືອນ​ນີຊານ ປີ ຄ.ສ 33 ຜູ້​ຍິງ​ທີ່​ຢ້ານຢຳ​ພະເຈົ້າ​ກຸ່ມ​ໜຶ່ງ​ໄດ້​ໄປ​ອຸໂມງ​ຝັງ​ສົບ​ຂອງ​ພະ​ເຢຊູ ເຊິ່ງ​ເພິ່ນ​ຕາຍ​ໄດ້​ຫຼາຍ​ກວ່າ 36 ຊົ່ວ​ໂມງ​ແລ້ວ. ເມື່ອ​ພວກ​ເຂົາ​ໄປ​ຮອດ​ອຸໂມງ​ຝັງ​ສົບ​ແລະ​ຕັ້ງ​ໃຈ​ທີ່​ຈະ​ເອົາ​ເຄື່ອງ​ຫອມ​ກັບ​ນ້ຳມັນ​ຫອມ​ມາທາ​ໃຫ້​ພະ​ເຢຊູ ພວກ​ເຂົາ​ກໍ​ຕົກໃຈ​ທີ່​ບໍ່​ເຫັນ​ສົບ​ຂອງ​ເພິ່ນ​ຢູ່​ຫັ້ນ! ຈາກ​ນັ້ນ​ກໍ​ມີ​ທູດ​ສະຫວັນ​ອົງ​ໜຶ່ງ​ມາ​ບອກ​ພວກ​ເຂົາ​ວ່າ ພະ​ເຢຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ​ແລະ​ໄດ້​ເວົ້າ​ຕື່ມ​ວ່າ: “ເພິ່ນ​ຈະ​ໄປ​ຖ້າ​ພົບ​ພວກ​ເຈົ້າ​ຢູ່​ແຂວງ​ຄາລີເລ ພວກ​ເຈົ້າ​ຈະ​ພົບ​ເພິ່ນ​ຢູ່​ຫັ້ນ.”—ມທ. 28:1-7; ລກ. 23:56; 24:10

2 ຫຼັງ​ຈາກ​ພວກ​ຜູ້​ຍິງ​ອອກ​ຈາກ​ອຸໂມງ​ຝັງ​ສົບ ພະ​ເຢຊູ​ກໍ​ໄດ້​ມາ​ປາກົດ​ຕົວ​ແກ່​ພວກ​ເຂົາ​ແລະ​ບອກ​ວ່າ: “ໄປ​ເລົ່າ​ເລື່ອງ​ນີ້​ໃຫ້​ພີ່ນ້ອງ​ຂອງ​ຂ້ອຍ​ຟັງ ແລະ​ບອກ​ພວກ​ເຂົາ​ໃຫ້​ໄປ​ແຂວງ​ຄາລີເລ ແລ້ວ​ຈະ​ພົບ​ຂ້ອຍ​ຢູ່​ຫັ້ນ.” (ມທ. 28:10) ເພິ່ນ​ຕ້ອງ​ມີ​ສິ່ງ​ທີ່​ສຳຄັນ​ຫຼາຍ​ແທ້ໆທີ່​ຈະ​ບອກ​ພວກ​ເຂົາ​ເພາະ​ເປັນ​ສິ່ງ​ທຳອິດ​ທີ່​ພະ​ເຢຊູ​ເຮັດ​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ!

ພະ​ເຢຊູ​ໄດ້​ສັ່ງ​ໃຜ​ໃຫ້​ໄປ​ສອນ​ຄົນ​ເປັນ​ລູກສິດ?

ຕອນ​ທີ່​ພະ​ເຢຊູ​ມາ​ພົບ​ກັບ​ພວກ​ລູກສິດ​ແລະ​ຄົນ​ອື່ນໆໃນ​ຄາລີເລ​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ໄດ້​ສັ່ງ​ວ່າ “ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ” (ເບິ່ງ​ຂໍ້ 3-4)

3-4. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄຳ​ສັ່ງ​ໃນ​ມັດທາຍ 28:16-20 ບໍ່​ໄດ້​ບອກ​ພຽງ​ແຕ່​ພວກ​ອັກຄະສາວົກ​ເທົ່າ​ນັ້ນ? (ເບິ່ງ​ຮູບ​ໜ້າ​ປົກ)

3 ອ່ານ​ມັດທາຍ 28:16-20. ເມື່ອ​ພະ​ເຢຊູ​ພົບ​ກັບ​ພວກ​ລູກສິດ ເພິ່ນ​ໄດ້​ເວົ້າ​ເຖິງ​ວຽກ​ສຳຄັນ​ທີ່​ພວກ​ເຂົາ​ຕ້ອງ​ເຮັດ​ໃນ​ຕອນ​ນັ້ນ ເຊິ່ງ​ເປັນ​ວຽກ​ດຽວ​ກັນ​ກັບ​ທີ່​ເຮົາ​ກຳລັງ​ເຮັດ​ໃນ​ທຸກ​ມື້​ນີ້. ພະ​ເຢຊູ​ບອກ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ . . . ສອນ​ພວກ​ເຂົາ​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ​ໄວ້.”

4 ພະ​ເຢຊູ​ຢາກ​ໃຫ້​ພວກ​ລູກສິດ​ຂອງ​ເພິ່ນ​ທຸກ​ຄົນ​ໄປ​ປະກາດ. ເພິ່ນ​ບໍ່​ໄດ້​ສັ່ງ​ແຕ່​ອັກຄະສາວົກ​ທີ່​ສັດ​ຊື່ 11 ຄົນ​ເທົ່າ​ນັ້ນ. ເຮົາ​ຮູ້​ໄດ້​ແນວ​ໃດ? ເພາະ​ຕອນ​ທີ່​ພະ​ເຢຊູ​ໃຫ້​ຄຳ​ສັ່ງ​ໄປ​ສອນ​ຄົນ​ໃຫ້​ເປັນ​ລູກສິດ ບໍ່​ໄດ້​ມີ​ພຽງ​ແຕ່​ພວກ​ອັກຄະສາວົກ​ທີ່​ຢູ່​ເທິງ​ພູເຂົາ​ໃນ​ຄາລີເລ. ຂໍ​ໃຫ້​ນຶກ​ເຖິງ​ສິ່ງ​ທີ່​ທູດ​ສະຫວັນ​ເວົ້າ​ກັບ​ພວກ​ຜູ້​ຍິງ​ທີ່​ວ່າ: “ພວກ​ເຈົ້າ ຈະ​ພົບ​ເພິ່ນ​ຢູ່ [ຄາລີເລ].” ດັ່ງ​ນັ້ນ ເບິ່ງ​ຄື​ວ່າ​ພວກ​ຜູ້​ຍິງ​ທີ່​ສັດ​ຊື່​ກໍ​ຈະ​ຢູ່​ຫັ້ນ​ຄື​ກັນ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ອັກຄະສາວົກ​ໂປໂລ​ຍັງ​ບອກ​ວ່າ​ພະ​ເຢຊູ​ໄດ້​ມາ “ປາກົດ​ຕົວ​ຕໍ່​ພີ່ນ້ອງ​ຫຼາຍ​ກວ່າ 500 ຄົນ​ໃນ​ເວລາ​ດຽວ​ກັນ.” (1 ກຣ. 15:6) ແຕ່​ໄປ​ພົບ​ກັນ​ຢູ່​ໃສ?

5. ເປັນ​ຫຍັງ​ເຮົາ​ມີ​ເຫດຜົນ​ທີ່​ຈະ​ເຊື່ອ​ວ່າ​ການ​ພົບ​ກັນ​ຢູ່​ຄາລິເລ​ທີ່​ໂປໂລ​ເວົ້າ​ໃນ 1 ໂກຣິນໂທ 15:6 ເປັນ​ເຫດການ​ດຽວ​ກັນ​ກັບ​ໃນ​ມັດທາຍ​ບົດ 28?

5 ເຮົາ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ເຊື່ອ​ວ່າ​ການ​ພົບ​ກັນ​ຢູ່​ຄາລິເລ​ທີ່​ໂປໂລ​ເວົ້າ​ໃນ 1 ໂກຣິນໂທ 15:6 ເປັນ​ເຫດການ​ດຽວ​ກັນ​ກັບ​ໃນ​ມັດທາຍ​ບົດ 28. ເຫດຜົນ​ທຳອິດ​ຄື ລູກສິດ​ຂອງ​ພະ​ເຢຊູ​ສ່ວນ​ຫຼາຍ​ຢູ່​ຄາລີເລ. ດັ່ງ​ນັ້ນ ຈຶ່ງ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ປະຊຸມ​ກັນ​ຢູ່​ເທິງ​ພູເຂົາ​ໃນ​ຄາລິເລ​ເພາະ​ສາມາດ​ເຕົ້າ​ໂຮມ​ກັນ​ໄດ້​ຫຼາຍ​ຄົນ ແທນ​ທີ່​ຈະ​ຈັດ​ຢູ່​ເຮືອນ​ຂອງ​ບາງ​ຄົນ​ໃນ​ເຢຣູຊາເລັມ. ເຫດຜົນ​ທີ​ສອງ​ກໍ​ຄື ຫຼັງ​ຈາກ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ໄດ້​ມາ​ພົບ​ພວກ​ອັກຄະສາວົກ 11 ຄົນ​ຢູ່​ເຮືອນ​ຜູ້​ໜຶ່ງ​ໃນ​ເມືອງ​ເຢຣູຊາເລັມ. ຖ້າ​ພະ​ເຢຊູ​ຢາກ​ໃຫ້​ພຽງ​ແຕ່​ພວກ​ອັກຄະສາວົກ​ໄປ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ ເພິ່ນ​ຄົງ​ຈະ​ບອກ​ພວກ​ເຂົາ​ຕັ້ງ​ແຕ່​ຢູ່​ຫັ້ນ​ແລ້ວ ແທນ​ທີ່​ຈະ​ບອກ​ພວກ​ອັກຄະສາວົກ ພວກ​ຜູ້​ຍິງ ແລະ​ພວກ​ລູກສິດ​ຄົນ​ອື່ນໆໃຫ້​ໄປ​ພົບ​ເພິ່ນ​ຢູ່​ຄາລີເລ.—ລກ. 24:33, 36

6. ມັດທາຍ 28:20 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຄຳ​ສັ່ງ​ທີ່​ໃຫ້​ສອນ​ຄົນ​ເປັນ​ລູກສິດ​ໄດ້​ສັ່ງ​ເຮົາ​ໃນ​ປັດຈຸບັນ​ນຳ ແລະ​ໃນ​ທຸກ​ມື້​ນີ້​ມີ​ການ​ເຮັດ​ຕາມ​ຄຳ​ສັ່ງ​ນີ້​ແນວ​ໃດ?

6 ຂໍ​ໃຫ້​ສັງເກດ​ເຫດຜົນ​ສຳຄັນ​ຢ່າງ​ທີ​ສາມ. ຄຳ​ສັ່ງ​ຂອງ​ພະ​ເຢຊູ​ທີ່​ໃຫ້​ສອນ​ຄົນ​ເປັນ​ລູກສິດ​ບໍ່​ໄດ້​ພຽງ​ແຕ່​ສັ່ງ​ໃຫ້​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຮັດ​ເທົ່າ​ນັ້ນ. ເຮົາ​ຮູ້​ໄດ້​ແນວ​ໃດ? ພະ​ເຢຊູ​ເວົ້າ​ປິດ​ທ້າຍ​ຄຳ​ສັ່ງ​ຂອງ​ເພິ່ນ​ໂດຍ​ບອກ​ພວກ​ລູກສິດ​ວ່າ: “ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສະເໝີ​ຈົນ​ຮອດ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້.” (ມທ. 28:20) ຄື​ກັບ​ທີ່​ພະ​ເຢຊູ​ເວົ້າ ໃນ​ທຸກ​ມື້​ນີ້​ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກສິດ​ກຳລັງ​ກ້າວ​ໜ້າ​ຫຼາຍ​ແທ້ໆ. ລອງ​ຄິດ​ເບິ່ງ​ດຸ ໃນ​ແຕ່​ລະ​ປີ​ມີ​ປະມານ 300.000 ຄົນ​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ!

7. ຕອນ​ນີ້​ເຮົາ​ຈະ​ພິຈາລະນາ​ຫຍັງ ແລະ​ຍ້ອນ​ຫຍັງ?

7 ຫຼາຍ​ຄົນ​ທີ່​ສຶກສາ​ຄຳພີ​ໄບເບິນ​ໄດ້​ກ້າວ​ໜ້າ​ເຖິງ​ຂັ້ນ​ຮັບ​ບັບເຕມາ. ແນວ​ໃດ​ກໍ​ຕາມ ເບິ່ງ​ຄື​ວ່າ​ບາງ​ຄົນ​ກໍ​ຢ້ານ​ທີ່​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ. ພວກ​ເຂົາ​ມັກ​ສຶກສາ​ຄຳພີ​ໄບເບິນ ແຕ່​ບໍ່​ຢາກ​ຮັບ​ບັບເຕມາ. ຖ້າ​ເຈົ້າ​ມີ​ນັກ​ສຶກສາ ເຮົາ​ໝັ້ນ​ໃຈ​ວ່າ​ເຈົ້າ​ຢາກ​ຊ່ວຍ​ນັກ​ສຶກສາ​ໃຫ້​ນຳ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ ແລະ​ຊ່ວຍ​ລາວ​ໃຫ້​ເປັນ​ລູກສິດ​ຂອງ​ພະຄລິດ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຊ່ວຍ​ລາວ​ໃຫ້​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ. ເປັນ​ຫຍັງ​ເຮົາ​ຕ້ອງ​ພິຈາລະນາ​ເລື່ອງ​ນີ້? ເພາະ​ເຮົາ​ອາດ​ຕ້ອງ​ຕັດສິນ​ໃຈ​ວ່າ​ເຮົາ​ຈະ​ເຊົາ​ສຶກສາ​ກັບ​ນັກ​ສຶກສາ​ຫຼື​ບໍ່.

ພະຍາຍາມ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ

8. ເປັນ​ຫຍັງ​ບາງ​ເທື່ອ​ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ?

8 ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ຄົນ​ຮັບໃຊ້​ພະອົງ​ຍ້ອນ​ວ່າ​ຮັກ​ພະອົງ. ດັ່ງ​ນັ້ນ ເປົ້າ​ໝາຍ​ຂອງ​ເຮົາ​ຄື ຊ່ວຍ​ນັກ​ສຶກສາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ພວກ​ເຂົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ​ແທ້ໆແລະ​ຮັກ​ພວກ​ເຂົາ​ຫຼາຍ​ອີ່ຫຼີ. ເຮົາ​ຢາກ​ຊ່ວຍ​ພວກ​ເຂົາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ “ພໍ່​ຂອງ​ລູກ​ກຳພ້າ​ພໍ່​ແລະ​ເປັນ​ຜູ້​ປົກ​ປ້ອງ​ແມ່​ໝ້າຍ.” (ເພງ. 68:5, ລ.ມ.) ເມື່ອ​ນັກ​ສຶກສາ​ຂອງ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ພວກ​ເຂົາ​ຫຼາຍ​ສ່ຳ​ໃດ ພວກ​ເຂົາ​ກໍ​ຈະ​ເລີ່ມ​ຮັກ​ພະອົງ​ຄື​ກັນ. ນັກ​ສຶກສາ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເບິ່ງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່ ຍ້ອນ​ວ່າ​ພໍ່​ແທ້ໆຂອງ​ພວກ​ເຂົາ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ພວກ​ເຂົາ​ເລີຍ. (2 ຕມ. 3:1, 3) ດັ່ງ​ນັ້ນ ເມື່ອ​ເຈົ້າ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ ໃຫ້​ເນັ້ນ​ເຖິງ​ຄຸນ​ລັກສະນະ​ຕ່າງໆຂອງ​ພະ​ເຢໂຫວາ. ຊ່ວຍ​ນັກ​ສຶກສາ​ຂອງ​ເຈົ້າ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ຢາກ ໃຫ້​ພວກ​ເຂົາ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ ແລະ​ພະອົງ​ກໍ​ພ້ອມ​ທີ່​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ໄປ​ເຖິງ​ເປົ້າ​ໝາຍ​ນັ້ນ. ຍັງ​ມີ​ສິ່ງ​ໃດ​ອີກ​ທີ່​ເຮົາ​ສາມາດ​ເຮັດ​ໄດ້?

9-10. ມີ​ປຶ້ມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ໃຊ້​ເມື່ອ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ ແລະ​ເປັນ​ຫຍັງ​ຈຶ່ງ​ໃຊ້​ປຶ້ມ​ນັ້ນ?

9 ໃຊ້​ປຶ້ມ “ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ?” ແລະ “ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.” * ປຶ້ມ​ເຫຼົ່າ​ນີ້​ຖືກ​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ. ຕົວຢ່າງ: ບົດ​ທີ 1 ຂອງ​ປຶ້ມ​ໄບເບິນ​ສອນ ຈະ​ຕອບ​ຄຳຖາມ​ທີ່​ວ່າ: ພະເຈົ້າ​ບໍ່​ມີ​ຄວາມ​ຫ່ວງໃຍ​ແລະ​ຂາດ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ບໍ? ພະເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ບໍ່​ຍຸຕິທຳ​ທີ່​ເຮົາ​ປະສົບ? ແລະ​ເຮົາ​ສາມາດ​ເຂົ້າ​ໃກ້​ພະ​ເຢໂຫວາ​ໄດ້​ບໍ? ສ່ວນ​ປຶ້ມ​ຮັກ​ຂອງ​ພະເຈົ້າ ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮູ້​ວິທີ​ເອົາ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ມາ​ປັບ​ປຸງ​ຊີວິດ​ຂອງ​ລາວ​ແລະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຖິງ​ວ່າ​ເຈົ້າ​ຈະ​ສຶກສາ​ປຶ້ມ​ເຫຼົ່າ​ນີ້​ກັບ​ນັກ​ສຶກສາ​ຫຼາຍ​ຄົນ​ແລ້ວ ແຕ່​ເຈົ້າ​ກໍ​ຕ້ອງ​ກຽມ​ຕົວຢ່າງ​ດີ​ເພື່ອ​ທີ່​ເຈົ້າ​ຈະ​ສາມາດ​ຊ່ວຍ​ນັກ​ສຶກສາ​ແຕ່​ລະ​ຄົນ​ຕາມ​ຄວາມ​ຈຳເປັນ​ຂອງ​ພວກ​ເຂົາ.

10 ເຈົ້າ​ຄວນ​ເຮັດ​ແນວ​ໃດ​ຖ້າ​ນັກ​ສຶກສາ​ສົນ​ໃຈ​ເລື່ອງ​ອື່ນ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ປຶ້ມ​ທີ່​ຢູ່​ໃນ​ກ່ອງ​ເຄື່ອງ​ມື​ການ​ສອນ​ຂອງ​ເຮົາ? ເຈົ້າ​ອາດ​ສະໜັບສະໜູນ​ໃຫ້​ລາວ​ອ່ານ​ປຶ້ມ​ນັ້ນ​ດ້ວຍ​ຕົວ​ເອງ​ເພື່ອ​ເຈົ້າ​ຈະ​ສາມາດ​ນຳ​ການ​ສຶກສາ​ຕໍ່​ໃນ​ປຶ້ມ​ໄບເບິນ​ສອນ ຫຼື​ປຶ້ມ​ຮັກ​ຂອງ​ພະເຈົ້າ​ໄດ້.

ເລີ່ມ​ການ​ສຶກສາ​ດ້ວຍ​ການ​ອະທິດຖານ (ເບິ່ງ​ຂໍ້ 11)

11. ເຮົາ​ຄວນ​ເລີ່ມ​ອະທິດຖານ​ຕອນ​ນຳ​ການ​ສຶກສາ​ເມື່ອ​ໃດ ແລະ​ເຮົາ​ອາດ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ທີ່​ສຳຄັນ​ນີ້​ແນວ​ໃດ?

11 ເລີ່ມ​ການ​ສຶກສາ​ດ້ວຍ​ການ​ອະທິດຖານ. ຕາມ​ປົກກະຕິ​ແລ້ວ​ຄວນ​ຈະ​ເລີ່ມ​ອະທິດຖານ​ກັບ​ນັກ​ສຶກສາ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ທັງ​ຕອນ​ເລີ່ມ​ແລະ​ຕອນ​ຈົບ​ການ​ສຶກສາ ເຊິ່ງ​ອາດ​ເປັນ​ພາຍ​ໃນ 2-3 ອາທິດ​ຫຼັງ​ຈາກ​ທີ່​ສຶກສາ​ກັບ​ລາວ​ເປັນ​ປະຈຳ. ເຮົາ​ຕ້ອງ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮູ້​ວ່າ​ການ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເທົ່າ​ນັ້ນ. ຜູ້​ສອນ​ຄຳພີ​ໄບເບິນ​ບາງ​ຄົນ​ອະທິບາຍ​ເຫດຜົນ​ທີ່​ເຮົາ​ອະທິດຖານ​ຈາກ​ປຶ້ມ​ຢາໂກໂບ 1:5 ທີ່​ວ່າ: “ຖ້າ​ຜູ້​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະຕິປັນຍາ ໃຫ້​ລາວ​ພະຍາຍາມ​ຂໍ​ຈາກ​ພະເຈົ້າ​ຕໍ່ໆໄປ.” ຜູ້​ນຳ​ການ​ສຶກສາ​ອາດ​ຖາມ​ນັກ​ສຶກສາ​ວ່າ “ເຮົາ​ຈະ​ຂໍ​ສະຕິປັນຍາ​ຈາກ​ພະເຈົ້າ​ໄດ້​ແນວ​ໃດ?” ຈາກ​ນັ້ນ ນັກ​ສຶກສາ​ອາດ​ຈະ​ຍອມ​ຮັບ​ວ່າ​ເຮົາ​ຄວນ​ອະທິດຖານ​ເຖິງ​ພະເຈົ້າ.

12. ເຈົ້າ​ຈະ​ໃຊ້​ຄຳເພງ 139:2-4 ເພື່ອ​ຊ່ວຍ​ນັກ​ສຶກສາ​ຂອງ​ເຈົ້າ​ໃຫ້​ເວົ້າ​ກັບ​ພະ​ເຢໂຫວາ​ແບບ​ເປີດ​ໃຈ​ແນວ​ໃດ?

12 ສອນ​ນັກ​ສຶກສາ​ໃຫ້​ຮູ້​ວິທີ​ອະທິດຖານ. ອະທິບາຍ​ໃຫ້​ລາວ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຢາກ​ໄດ້​ຍິນ​ຄຳ​ອະທິດຖານ​ຈາກ​ໃຈ​ຂອງ​ລາວ. ໃນ​ຄຳ​ອະທິດຖານ​ສ່ວນ​ຕົວ​ຂອງ​ເຮົາ ເຮົາ​ສາມາດ​ບອກ​ພະ​ເຢໂຫວາ​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ​ແລະ​ລະບາຍ​ກັບ​ພະອົງ​ໃນ​ເລື່ອງ​ທີ່​ເຮົາ​ບໍ່​ກ້າ​ບອກ​ໃຫ້​ຄົນ​ອື່ນ​ຮູ້. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮູ້ຈັກ​ເຮົາ​ດີ​ທີ່​ສຸດ. (ອ່ານ​ຄຳເພງ 139:2-4) ເຮົາ​ຍັງ​ສາມາດ​ກະຕຸ້ນ​ນັກ​ສຶກສາ​ຂອງ​ເຮົາ​ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ໃຫ້​ປ່ຽນ​ຄວາມ​ຄິດ​ທີ່​ຜິດໆແລະ​ນິດໄສ​ທີ່​ບໍ່​ດີ. ຕົວຢ່າງ: ສົມມຸດ​ວ່າ​ນັກ​ສຶກສາ​ຄົນ​ໜຶ່ງ​ອາດ​ມັກ​ການ​ສະເຫຼີມສະຫຼອງ​ທີ່​ຄລິດສະຕຽນ​ບໍ່​ຄວນ​ເຂົ້າ​ຮ່ວມ ລາວ​ຮູ້​ແລ້ວ​ວ່າ​ມັນ​ຜິດ ແຕ່​ກໍ​ຍັງ​ມັກ​ບາງ​ແງ່​ມຸມ​ຂອງ​ມັນ. ຂໍ​ໃຫ້​ເຈົ້າ​ສະໜັບສະໜູນ​ນັກ​ສຶກສາ​ອະທິດຖານ​ບອກ​ພະ​ເຢໂຫວາ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ​ແລະ​ໃຫ້​ລາວ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ​ເພື່ອ​ຈະ​ຮັກ​ສິ່ງ​ທີ່​ພະອົງ​ຮັກ.—ເພງ. 97:10

ຊວນ​ນັກ​ສຶກສາ​ເຂົ້າ​ຮ່ວມ​ການ​ປະຊຸມ (ເບິ່ງ​ຂໍ້ 13)

13. (ກ) ເປັນ​ຫຍັງ​ເຮົາ​ຄວນ​ຊວນ​ນັກ​ສຶກສາ​ໄປ​ປະຊຸມ​ໃຫ້​ໄວ​ເທົ່າ​ທີ່​ເປັນ​ໄປ​ໄດ້? (ຂ) ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮູ້ສຶກ​ສະດວກ​ໃຈ​ເມື່ອ​ມາ​ຫໍ​ປະຊຸມ​ໄດ້​ແນວ​ໃດ?

13 ຊວນ​ນັກ​ສຶກສາ​ໄປ​ປະຊຸມ​ໃຫ້​ໄວ​ເທົ່າ​ທີ່​ເປັນ​ໄປ​ໄດ້. ສິ່ງ​ທີ່​ນັກ​ສຶກສາ​ຂອງ​ເຈົ້າ​ໄດ້​ຍິນ​ແລະ​ສັງເກດ​ເຫັນ​ຢູ່​ການ​ປະຊຸມ​ຄລິດສະຕຽນ​ຈະ​ເຮັດ​ໃຫ້​ລາວ​ຢາກ​ຮັບໃຊ້​ພະ​ເຢໂຫວາ. ເປີດ​ວິດີໂອ​ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ທີ່​ຫໍ​ປະຊຸມ​ລາຊະອານາຈັກ? ແລ້ວ​ຊວນ​ລາວ​ໄປ​ປະຊຸມ​ກັບ​ເຈົ້າ. ສະເໜີ​ທີ່​ຈະ​ໄປ​ຮັບ​ໄປ​ສົ່ງ​ລາວ​ຖ້າ​ເປັນ​ໄປ​ໄດ້. ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຊວນ​ພີ່ນ້ອງ​ຄົນ​ອື່ນໆໄປ​ຮ່ວມ​ສຶກສາ​ກັບ​ເຈົ້າ. ໂດຍ​ວິທີ​ນີ້​ນັກ​ສຶກສາ​ຂອງ​ເຈົ້າ​ກໍ​ຈະ​ລຶ້ງ​ເຄີຍ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ ແລະ​ລາວ​ກໍ​ຈະ​ຮູ້ສຶກ​ສະດວກ​ໃຈ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ.

ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ

14. ສິ່ງ​ໃດ​ທີ່​ຊ່ວຍ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ?

14 ເປົ້າ​ໝາຍ​ຂອງ​ເຮົາ​ຄື ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ. (ອຟຊ. 4:13) ເມື່ອ​ຄົນ​ໜຶ່ງ​ຍອມ​ສຶກສາ​ຄຳພີ​ໄບເບິນ​ກັບ​ເຮົາ ລາວ​ອາດ​ສົນ​ໃຈ​ແຕ່​ວ່າ​ລາວ​ຈະ​ໄດ້​ປະໂຫຍດ​ຫຍັງ. ແຕ່​ເມື່ອ​ລາວ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ລາວ​ອາດ​ຈະ​ເລີ່ມ​ຄິດ​ກ່ຽວ​ກັບ​ວິທີ​ທີ່​ຈະ​ຊ່ວຍ​ຄົນ​ອື່ນໆເຊິ່ງ​ລວມ​ເຖິງ​ພີ່ນ້ອງ​ໃນ​ປະຊາຄົມ​ນຳ. (ມທ. 22:37-39) ເມື່ອ​ເຫັນ​ວ່າ​ເໝາະ​ສົມ ຢ່າ​ລັງເລ​ທີ່​ຈະ​ບອກ​ນັກ​ສຶກສາ​ຂອງ​ເຈົ້າ​ວ່າ​ເຮົາ​ມີ​ໂອກາດ​ທີ່​ຈະ​ບໍລິຈາກ​ເພື່ອ​ສະໜັບສະໜູນ​ວຽກ​ຂອງ​ອົງການ​ພະເຈົ້າ.

ສອນ​ນັກ​ສຶກສາ​ໃຫ້​ຮູ້​ວ່າ​ຄວນ​ເຮັດ​ຫຍັງ​ເມື່ອ​ປະສົບ​ບັນຫາ (ເບິ່ງ​ຂໍ້ 15)

15. ເຮົາ​ຈະ​ຊ່ວຍ​ນັກ​ສຶກສາ​ຄຳພີ​ໄບເບິນ​ແນວ​ໃດ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເມື່ອ​ປະສົບ​ບັນຫາ?

15 ສອນ​ນັກ​ສຶກສາ​ໃຫ້​ຮູ້​ວ່າ​ຄວນ​ເຮັດ​ຫຍັງ​ເມື່ອ​ປະສົບ​ບັນຫາ. ສົມມຸດ​ວ່າ​ນັກ​ສຶກສາ​ຂອງ​ເຈົ້າ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບເຕມາ​ບອກ​ເຈົ້າ​ວ່າ ມີ​ພີ່ນ້ອງ​ໃນ​ປະຊາຄົມ​ເຮັດ​ໃຫ້​ລາວ​ຮູ້ສຶກ​ບໍ່​ດີ. ແທນ​ທີ່​ຈະ​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ ແຕ່​ໃຫ້​ອະທິບາຍ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ລາວ​ຄວນ​ເຮັດ​ຫຍັງ. ລາວ​ສາມາດ​ໃຫ້​ອະໄພ​ພີ່ນ້ອງ ຫຼື​ຖ້າ​ລາວ​ບໍ່​ສາມາດ​ປ່ອຍ​ເລື່ອງ​ນັ້ນ​ໄປ​ໄດ້ ກໍ​ໃຫ້​ລາວ​ໄປ​ລົມ​ກັບ​ພີ່ນ້ອງ​ຄົນ​ນັ້ນ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ໂດຍ​ມີ​ເປົ້າ​ໝາຍ “ຊ່ວຍ​ລາວ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ.” (ສົມ​ທຽບ​ກັບ​ມັດທາຍ 18:15) ຊ່ວຍ​ນັກ​ສຶກສາ​ໃຫ້​ກຽມ​ສິ່ງ​ທີ່​ຈະ​ເວົ້າ. ຊ່ວຍ​ລາວ​ໃຫ້​ຮູ້​ວິທີ​ໃຊ້​ແອັບ JW Library® ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ ແລະ​ເວັບໄຊ jw.org® ເພື່ອ​ແກ້ໄຂ​ບັນຫາ​ທີ່​ລາວ​ປະສົບ. ຖ້າ​ລາວ​ຮຽນ​ຮູ້​ວິທີ​ແກ້ໄຂ​ບັນຫາ​ກ່ອນ​ຮັບ​ບັບເຕມາ ລາວ​ກໍ​ຈະ​ເຂົ້າ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ໄດ້​ດີ​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ແລ້ວ.

16. ເປັນ​ຫຍັງ​ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຊວນ​ພີ່ນ້ອງ​ຄົນ​ອື່ນໆມາ​ຮ່ວມ​ສຶກສາ​ກັບ​ເຈົ້າ?

16 ຊວນ​ຄົນ​ອື່ນໆໃນ​ປະຊາຄົມ​ຫຼື​ຜູ້​ດູ​ແລ​ໝວດ​ໄປ​ຮ່ວມ​ສຶກສາ​ນຳ. ຍ້ອນ​ຫຍັງ? ນອກ​ຈາກ​ເຫດຜົນ​ທີ່​ເວົ້າ​ຜ່ານ​ມາ ພີ່ນ້ອງ​ໃນ​ປະຊາຄົມ​ອາດ​ຈະ​ຊ່ວຍ​ນັກ​ສຶກສາ​ຂອງ​ເຮົາ​ໃນ​ບັນຫາ​ທີ່​ເຮົາ​ຊ່ວຍ​ບໍ່​ໄດ້​ເຊັ່ນ: ສົມມຸດ​ນັກ​ສຶກສາ​ຂອງ​ເຮົາ​ພະຍາຍາມ​ເຊົາ​ສູບ​ຢາ​ແຕ່​ລາວ​ກໍ​ເຊົາ​ບໍ່​ໄດ້​ຈັກ​ເທື່ອ ຂໍ​ໃຫ້​ເຈົ້າ​ຊວນ​ພີ່ນ້ອງ​ທີ່​ໄດ້​ພະຍາຍາມ​ຫຼາຍ​ເທື່ອ​ໃນ​ການ​ເອົາ​ຊະນະ​ນິດໄສ​ທີ່​ບໍ່​ດີ​ນີ້​ຮ່ວມ​ສຶກສາ​ນຳ. ຖ້າ​ເຈົ້າ​ບໍ່​ສະດວກ​ໃຈ​ນຳ​ການ​ສຶກສາ​ເມື່ອ​ພີ່ນ້ອງ​ຊາຍ​ທີ່​ມີ​ປະສົບການ​ຢູ່​ນຳ ກໍ​ຂໍ​ໃຫ້​ລາວ​ນຳ​ການ​ສຶກສາ​ໄດ້. ເມື່ອ​ເຮົາ​ຊວນ​ຄົນ​ອື່ນ​ໄປ​ສຶກສາ​ນຳ ນັກ​ສຶກສາ​ຂອງ​ເຮົາ​ຈະ​ໄດ້​ປະໂຫຍດ​ຈາກ​ປະສົບການ​ຂອງ​ພວກ​ເຂົາ. ຂໍ​ໃຫ້​ຈື່​ໄວ້​ວ່າ ເປົ້າ​ໝາຍ​ຂອງ​ເຮົາ​ຄື​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ.

ຂ້ອຍ​ຄວນ​ເຊົາ​ສຶກສາ​ກັບ​ບາງ​ຄົນ​ບໍ?

17-18. ເຈົ້າ​ຄວນ​ພິຈາລະນາ​ຫຍັງ​ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ເຊົາ​ສຶກສາ​ກັບ​ນັກ​ສຶກສາ​ຂອງ​ເຈົ້າ?

17 ຖ້າ​ນັກ​ສຶກສາ​ຂອງ​ເຈົ້າ​ບໍ່​ໄດ້​ປ່ຽນ​ແປງ​ຊີວິດ​ຕົວ​ເອງ ພໍ​ຮອດ​ຈຸດ​ໜຶ່ງ​ເຈົ້າ​ຕ້ອງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຄວນ​ຈະ​ເຊົາ​ສຶກສາ​ກັບ​ລາວ​ບໍ?’ ແຕ່​ກ່ອນ​ທີ່​ຈະ​ຕັດສິນ​ໃຈ ເຈົ້າ​ຄວນ​ຄິດ​ເຖິງ​ຄວາມ​ສາມາດ​ຂອງ​ນັກ​ສຶກສາ. ບາງ​ຄົນ​ປ່ຽນ​ແປງ​ຊີວິດ​ໄວ​ກວ່າ​ຄົນ​ອື່ນ. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ນັກ​ສຶກສາ​ຂອງ​ຂ້ອຍ​ເຮັດ​ການ​ປ່ຽນ​ແປງ​ໄດ້​ດີ​ຕາມ​ສະພາບການ​ຂອງ​ລາວ​ບໍ?’ ‘ລາວ​ເລີ່ມ “ເຮັດ​ຕາມ” ຫຼື​ນຳ​ໃຊ້​ສິ່ງ​ທີ່​ລາວ​ໄດ້​ຮຽນ​ບໍ?’ (ມທ. 28:20) ນັກ​ສຶກສາ​ບາງ​ຄົນ​ອາດ​ໃຊ້​ເວລາ​ດົນ​ເພື່ອ​ປ່ຽນ​ແປງ​ຊີວິດ ແຕ່​ລາວ​ກໍ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ຢູ່​ດີ​ແລະ​ຕ້ອງ​ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ.

18 ສົມມຸດ​ວ່າ​ນັກ​ສຶກສາ​ຄົນ​ໜຶ່ງ​ສຶກສາ​ໄດ້​ດົນ​ແລ້ວ​ແຕ່​ບໍ່​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ການ​ສຶກສາ​ສຳຄັນ ເຮົາ​ຈະ​ເຮັດ​ແນວ​ໃດ? ຂໍ​ໃຫ້​ພິຈາລະນາ​ເຫດການ​ນີ້: ນັກ​ສຶກສາ​ຂອງ​ເຈົ້າ​ສຶກສາ​ປຶ້ມ​ໄບເບິນ​ສອນ ຈົບ​ແລ້ວ​ຫຼື​ເຖິງ​ກັບ​ໄດ້​ເລີ່ມ​ປຶ້ມ​ຮັກ​ຂອງ​ພະເຈົ້າ ແຕ່​ລາວ​ກໍ​ຍັງ​ບໍ່​ເຂົ້າ​ຮ່ວມ​ການ​ປະຊຸມ​ຈັກ​ເທື່ອ​ແລະ​ແມ່ນ​ແຕ່​ການ​ປະຊຸມ​ອະນຸສອນ! ແລະ​ຫຼາຍ​ເທື່ອ​ລາວ​ກໍ​ມັກ​ບອກ​ວ່າ​ບໍ່​ວ່າງ​ທີ່​ຈະ​ສຶກສາ​ດ້ວຍ​ເຫດຜົນ​ເລັກໆນ້ອຍໆ. ຖ້າ​ນັກ​ສຶກສາ​ຂອງ​ເຈົ້າ​ເປັນ​ແບບ​ນີ້ ເຈົ້າ​ຄວນ​ລົມ​ກັບ​ລາວ​ແບບ​ກົງ​ໄປ​ກົງ​ມາ. *

19. ເຈົ້າ​ອາດ​ເວົ້າ​ກັບ​ນັກ​ສຶກສາ​ແນວ​ໃດ​ເມື່ອ​ເບິ່ງ​ຄື​ວ່າ​ລາວ​ບໍ່​ເຫັນ​ຄ່າ​ການ​ສຶກສາ​ຄຳພີ​ໄບເບິນ ແລະ​ເຈົ້າ​ຕ້ອງ​ຄິດ​ເຖິງ​ຫຍັງ?

19 ເຈົ້າ​ອາດ​ເລີ່ມ​ຖາມ​ລາວ​ວ່າ: ‘ສິ່ງ​ທີ່​ຍາກ​ທີ່​ສຸດ​ສຳລັບ​ເຈົ້າ​ທີ່​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແມ່ນ​ຫຍັງ?’ ນັກ​ສຶກສາ​ອາດ​ຕອບ​ວ່າ: ‘ຂ້ອຍ​ມັກ​ສຶກສາ​ຄຳພີ​ໄບເບິນ ແຕ່​ຂ້ອຍ​ບໍ່​ຢາກ​ເປັນ​ພະຍານ​ພະ​ເຢໂຫວາ!’ ຖ້າ​ລາວ​ຄິດ​ແບບ​ນັ້ນ​ຫຼັງ​ຈາກ​ທີ່​ສຶກສາ​ມາໄລ​ຍະ​ໜຶ່ງ​ແລ້ວ ເຈົ້າ​ຄວນ​ສຶກສາ​ກັບ​ລາວ​ຕໍ່​ໄປ​ບໍ? ແນວ​ໃດ​ກໍ​ຕາມ ນັກ​ສຶກສາ​ຂອງ​ເຈົ້າ​ອາດ​ບອກ​ຄວາມ​ຈິງ​ກັບ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ດຶງ​ລາວ​ໄວ້​ບໍ່​ໃຫ້​ກ້າວ​ໜ້າ. ຕົວຢ່າງ: ລາວ​ອາດ​ຮູ້ສຶກ​ວ່າ​ລາວ​ບໍ່​ສາມາດ​ໄປ​ປະກາດ​ຕາມ​ເຮືອນ​ໄດ້. ຕອນ​ນີ້​ເຈົ້າ​ຮູ້​ແລ້ວ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ ເຈົ້າ​ກໍ​ຈະ​ຮູ້​ວິທີ​ຊ່ວຍ​ລາວ​ໄດ້​ດີ​ຂຶ້ນ.

ຢ່າ​ສຶກສາ​ກັບ​ນັກ​ສຶກສາ​ທີ່​ບໍ່​ກ້າວ​ໜ້າ (ເບິ່ງ​ຂໍ້ 20)

20. ກິດຈະການ 13:48 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ເຊົາ​ສຶກສາ​ກັບ​ນັກ​ສຶກສາ?

20 ໜ້າ​ເສຍດາຍ ນັກ​ສຶກສາ​ບາງ​ຄົນ​ເປັນ​ຄື​ກັບ​ຊາວ​ອິດສະຣາເອນ​ໃນ​ສະໄໝ​ຂອງ​ເອເຊກຽນ. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ເອເຊກຽນ​ກ່ຽວ​ກັບ​ພວກ​ເຂົາ ທີ່​ວ່າ: “ສຳລັບ​ພວກ​ເຂົາ ເຈົ້າ​ເປັນ​ຄື​ຄົນ​ທີ່​ຮ້ອງ​ເພງ​ຮັກ​ເຊິ່ງ​ມີ​ສຽງ​ມ່ວນ​ແລະ​ຫຼິ້ນ​ເຄື່ອງ​ສາຍ​ຢ່າງ​ຊຳນານ ພວກ​ເຂົາ​ຈະ​ຟັງ​ເຈົ້າ​ເວົ້າ ແຕ່​ຈະ​ບໍ່​ມີ​ໃຜ​ເຮັດ​ຕາມ.” (ເອເຊກ. 33:32, ລ.ມ.) ເຮົາ​ອາດ​ຮູ້ສຶກ​ຍາກ​ທີ່​ຈະ​ບອກ​ນັກ​ສຶກສາ​ວ່າ​ຈະ​ເຊົາ​ສຶກສາ​ກັບ​ລາວ ແຕ່ “ເວລາ​ເຫຼືອ​ໜ້ອຍ​ແລ້ວ.” (1 ກຣ. 7:29) ແທນ​ທີ່​ຈະ​ໃຊ້​ເວລາ​ຫຼາຍ​ກັບ​ນັກ​ສຶກສາ​ທີ່​ບໍ່​ຄ່ອຍ​ກ້າວ​ໜ້າ ດີ​ກວ່າ​ບໍ​ທີ່​ເຮົາ​ຈະ​ໃຊ້​ເວລາ​ນັ້ນ​ໄປ​ຊອກ​ຫາ​ຄົນ​ອື່ນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.”—ອ່ານ​ກິດຈະການ 13:48

ອາດ​ມີ​ບາງ​ຄົນ​ໃນ​ເຂດ​ຂອງ​ເຈົ້າ​ກຳລັງ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ (ເບິ່ງ​ຂໍ້ 20)

21. ຂໍ້​ພະ​ຄຳພີ​ປະຈຳ​ປີ 2020 ແມ່ນ​ຫຍັງ ແລະ​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

21 ຕະຫຼອດ​ປີ 2020 ຂໍ້​ພະ​ຄຳພີ​ປະຈຳ​ປີ​ຂອງ​ເຮົາ​ຈະ​ຊ່ວຍ​ເຮົາ​ໃຫ້​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ສອນ​ຄົນ​ໃຫ້​ເປັນ​ລູກສິດ. ຂໍ້​ພະ​ຄຳພີ​ປະຈຳ​ປີ​ເປັນ​ສ່ວນ​ໜຶ່ງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ເພິ່ນ​ເວົ້າ​ໃນ​ການ​ພົບ​ກັນ​ຄັ້ງ​ສຳຄັນ​ເທິງ​ພູເຂົາ​ໃນ​ຄາລີເລ​ທີ່​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ໃຫ້​ພວກ​ເຂົາ​ຮັບ​ບັບເຕມາ.”ມທ. 28:19

ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ແນວ​ແນ່​ທີ່​ຈະ​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ແລະ​ຊ່ວຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ (ເບິ່ງ​ຂໍ້ 21)

ເພງ 70 ຊອກ​ຫາ​ຄົນ​ທີ່​ຄູ່​ຄວນ

^ ຂໍ້ 5 ຂໍ້​ພະ​ຄຳພີ​ປະຈຳ​ປີ 2020 ສະໜັບສະໜູນ​ເຮົາ​ໃຫ້​ໄປ ‘ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.’ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ນີ້. ເຮົາ​ຈະ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້​ແນວ​ໃດ? ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ເຮົາ​ຊ່ວຍ​ນັກ​ສຶກສາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ເຮົາ​ຍັງ​ຈະ​ພິຈາລະນາ​ສິ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ວ່າ​ເຮົາ​ຄວນ​ຈະ​ສຶກສາ​ກັບ​ນັກ​ສຶກສາ​ຕໍ່​ຫຼື​ບໍ່.

^ ຂໍ້ 9 ຖ້າ​ປຶ້ມ​ຮຽນ​ຄຳພີ​ໄບເບິນ​ແລ້ວ​ໄດ້​ຫຍັງ? ແລະ​ປຶ້ມ​ເຮັດ​ແນວ​ໃດ​ໃຫ້​ພະເຈົ້າ​ຮັກ​ເຮົາ​ສະເໝີ? ມີ​ໃນ​ພາສາ​ຂອງ​ເຈົ້າ ເຈົ້າ​ຄວນ​ໃຊ້​ປຶ້ມ​ເຫຼົ່າ​ນີ້.