ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ລັດຖະບານ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້”

“ລັດຖະບານ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້”

“ເຮົາ​ໄດ້​ມາ​ໃນ​ໂລກ​ສຳລັບ​ການ​ນີ້​ເພື່ອ​ຈະ​ເປັນ​ພິຍານ​ຝ່າຍ​ຄວາມ​ຈິງ.”—ໂຢຮັນ 18:37

ເພງ: 15, 74

1, 2. (ກ) ໂລກ​ກຳລັງ​ແຕກ​ແຍກ​ຫຼາຍ​ຂຶ້ນ​ແນວ​ໃດ? (ຂ) ຄຳຖາມ​ຫຍັງ​ທີ່​ເຮົາ​ຈະ​ໄດ້​ຄຳຕອບ​ໃນ​ບົດ​ຄວາມ​ນີ້?

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ເ​ອີ​ຣົບ​ໃຕ້​ເວົ້າ​ເຖິງ​ອະດີດ​ຂອງ​ລາວ​ວ່າ: “ຕັ້ງ​ແຕ່​ຍັງ​ນ້ອຍ​ຂ້ອຍ​ເຫັນ​ແຕ່​ຄວາມ​ຮຸນແຮງ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຕໍ່​ຕ້ານ​ລະບົບ​ການ​ເມືອງ​ໃນ​ປະເທດ​ຂອງ​ຂ້ອຍ ແລະ​ສະໜັບສະໜູນ​ຄວາມ​ຄິດ​ຂອງ​ພວກ​ຫົວ​ຮຸນແຮງ. ທີ່​ຈິງ ຂ້ອຍ​ເປັນ​ແຟນ​ກັບ​ຜູ້​ກໍ່​ການ​ຮ້າຍ​ມາ​ຫຼາຍ​ປີ.” ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ປະເທດ​ອາ​ຝຼິກ​ກາ​ໃຕ້​ອະທິບາຍ​ເຫດຜົນ​ທີ່​ລາວ​ໃຊ້​ຄວາມ​ຮຸນແຮງ​ວ່າ: “ຂ້ອຍ​ເຊື່ອ​ວ່າ​ເຜົ່າ​ຂອງ​ຂ້ອຍ​ເໜືອ​ກວ່າ​ເຜົ່າ​ອື່ນໆ ແລະ​ຂ້ອຍ​ກໍ​ເຂົ້າ​ຮ່ວມ​ກັບ​ພັກ​ການ​ເມືອງ​ໜຶ່ງ. ພວກ​ເຮົາ​ຖືກ​ສອນ​ໃຫ້​ຂ້າ​ຄົນ​ທີ່​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ດ້ວຍ​ຫອກ ແລະ​ຂ້າ​ແມ່ນ​ແຕ່​ຄົນ​ທີ່​ເປັນ​ເຜົ່າ​ດຽວ​ກັນ​ເຊິ່ງ​ໄປ​ສະໜັບສະໜູນ​ພັກ​ການ​ເມືອງ​ອື່ນ.” ພີ່​ນ້ອງ​ຍິງ​ທີ່​ຢູ່​ເ​ອີ​ຣົບ​ກາງ​ກໍ​ບອກ​ວ່າ: “ຂ້ອຍ​ເປັນ​ຄົນ​ທີ່​ມີ​ອະຄະຕິ ແລະ​ຂ້ອຍ​ກໍ​ກຽດ​ຊັງ​ຄົນ​ທີ່​ມີ​ເຊື້ອ​ຊາດ​ແລະ​ສາສະໜາ​ທີ່​ແຕກຕ່າງ​ຈາກ​ຂ້ອຍ.”

2 ທຸກ​ມື້​ນີ້​ມີ​ຜູ້​ຄົນ​ຫຼາຍ​ຂຶ້ນ​ເລື້ອຍໆທີ່​ມີ​ຄວາມ​ຄິດ​ຄື​ກັບ​ສາມ​ຄົນ​ນັ້ນ. ກຸ່ມ​ການ​ເມືອງ​ຫຼາຍ​ກຸ່ມ​ພະຍາຍາມ​ໃຊ້​ຄວາມ​ຮຸນແຮງ​ເພື່ອ​ຈະ​ມີ​ອິດ​ສະຫຼະ​ພາບ. ເປັນ​ເລື່ອງ​ປົກກະຕິ​ທີ່​ຜູ້​ຄົນ​ຈະ​ຕໍ່​ສູ້​ໃນ​ເລື່ອງ​ການ​ເມືອງ. ໃນ​ຫຼາຍໆປະເທດ ຄົນ​ທ້ອງຖິ່ນ​ປະຕິບັດ​ບໍ່​ດີ​ກັບ​ຄົນ​ຕ່າງ​ຊາດ​ຫຼາຍ​ຂຶ້ນ​ເລື້ອຍໆ. ຄື​ກັບ​ທີ່​ຄຳພີ​ໄບເບິນ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ​ຜູ້​ຄົນ​ຈະ “ບໍ່​ຍອມ​ໃຜ.” (2 ຕີໂມເຕ 3:1, 3, ລ.ມ.) ຄລິດສະຕຽນ​ຈະ​ຮັກສາ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໄດ້​ແນວ​ໃດ​ໃນ​ໂລກ​ທີ່​ແຕກ​ແຍກ​ນີ້? ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ. ຜູ້​ຄົນ​ໃນ​ສະໄໝ​ຂອງ​ເພິ່ນ​ມີ​ຄວາມ​ແຕກ​ແຍກ​ເພາະ​ມີ​ຄວາມ​ຄິດ​ເຫັນ​ທີ່​ຂັດ​ແຍ່ງ​ກັນ​ຢ່າງ​ຮຸນແຮງ​ທາງ​ການ​ເມືອງ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ໄດ້​ຄຳຕອບ​ຂອງ 3 ຄຳຖາມ​ຕໍ່​ໄປ​ນີ້: ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ກຸ່ມ​ການ​ເມືອງ​ໃດໆ? ພະ​ເຍຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ທາງ​ການ​ເມືອງ? ແລະ​ພະ​ເຍຊູ​ສອນ​ເຮົາ​ແນວ​ໃດ​ວ່າ​ເຮົາ​ບໍ່​ຄວນ​ໃຊ້​ຄວາມ​ຮຸນແຮງ?

ພະ​ເຍຊູ​ໄດ້​ສະໜັບ​ສະ​ໜູນ​ຄົນ​ທີ່​ຢາກ​ເປັນ​ອິດ​ສະຫຼະ​ບໍ?

3, 4. (ກ) ຄົນ​ຢິວ​ຫຼາຍ​ຄົນ​ໃນ​ສະໄໝ​ຂອງ​ພະ​ເຍຊູ​ຕ້ອງການ​ຫຍັງ? (ຂ) ເລື່ອງ​ນີ້​ມີ​ຜົນ​ແນວ​ໃດ​ຕໍ່​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ?

3 ຄົນ​ຢິວ​ຫຼາຍ​ຄົນ​ທີ່​ພະ​ເຍຊູ​ປະກາດ​ນຳ​ຢາກ​ເປັນ​ອິດ​ສະຫຼະ​ຈາກ​ໂລມ. ພວກ​ເຊ​ລັອດ​ເຊິ່ງ​ເປັນ​ພວກ​ຫົວ​ຮຸນແຮງ​ທາງ​ການ​ເມືອງ​ຄົນ​ຢິວ ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ຈະ​ໃຫ້​ຄວາມ​ຮູ້ສຶກ​ນີ້​ຮຸນແຮງ​ຂຶ້ນ. ພວກ​ເຊ​ລັອດ​ຫຼາຍ​ຄົນ​ຕິດ​ຕາມ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ຢູດາ​ຄົນ​ຄາລິເລ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ຂອງ​ພະ​ເຍຊູ. ຢູດາ​ເປັນ​ເມຊີ​ປອມ​ທີ່​ຊັກ​ຈູງ​ຫຼາຍ​ຄົນ​ໄປ​ໃນ​ທາງ​ທີ່​ຜິດ. ໂຢເຊຟຸດ​ນັກ​ປະຫວັດສາດ​ຄົນ​ຢິວ​ບອກ​ວ່າ ຢູດາ​ຊັກຊວນ​ໃຫ້​ຄົນ​ຊາດ​ດຽວ​ກັນ​ຕໍ່​ຕ້ານ​ພວກ​ໂລມ ແລະ​ເອີ້ນ​ຄົນ​ທີ່​ຍອມ​ເສຍ​ພາສີ​ໃຫ້​ໂລມ​ວ່າ​ເປັນ “ພວກ​ຄົນ​ຂີ້​ຢ້ານ.” ໃນ​ທີ່​ສຸດ ຢູດາ​ກໍ​ຖືກ​ພວກ​ໂລມ​ຂ້າ​ຕາຍ. (ກິດຈະການ 5:37) ພວກ​ເຊ​ລັອດ​ບາງ​ຄົນ​ເຖິງ​ກັບ​ໃຊ້​ຄວາມ​ຮຸນແຮງ​ເພື່ອ​ຈະ​ໄດ້​ສິ່ງ​ທີ່​ຕ້ອງການ.

4 ຄົນ​ຢິວ​ສ່ວນ​ຫຼາຍ​ຍັງ​ລໍ​ຖ້າ​ເມຊີ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່. ເຂົາ​ເຈົ້າ​ຄິດ​ວ່າ​ເມຊີ​ຈະ​ມາ​ປົດ​ປ່ອຍ​ເຂົາ​ເຈົ້າ​ຈາກ​ການ​ປົກຄອງ​ຂອງ​ໂລມ​ແລະ​ເຮັດ​ໃຫ້​ຊາດ​ອິດສະລາແອນ​ກັບ​ມາ​ຍິ່ງໃຫຍ່​ອີກ​ຄັ້ງ. (ລືກາ 2:38; 3:15) ຫຼາຍ​ຄົນ​ເຊື່ອ​ວ່າ​ເມຊີ​ຈະ​ສ້າງ​ຕັ້ງ​ລັດຖະບານ​ຢູ່​ເທິງ​ໂລກ​ນີ້​ໃນ​ອິດສະລາແອນ. ຖ້າ​ເລື່ອງ​ນີ້​ເກີດ​ຂຶ້ນ ຄົນ​ຢິວ​ທີ່​ອາໄສ​ຢູ່​ທົ່ວ​ໂລກ​ກໍ​ຈະ​ກັບ​ມາ​ຢູ່​ທີ່​ນີ້​ອີກ. ແມ່ນ​ແຕ່​ໂຢຮັນ​ບັບຕິດໂຕ​ກໍ​ຍັງ​ເຄີຍ​ຖາມ​ພະ​ເຍຊູ​ວ່າ: ‘ພະອົງ​ເປັນ​ຜູ້​ທີ່​ຈະ​ມາ​ຫຼື ຫຼື​ໝູ່​ຂ້າພະເຈົ້າ​ຈະ​ຕ້ອງ​ຄອງ​ຫາ​ຜູ້​ໜຶ່ງ​ອີກ?’ (ມັດທາຍ 11:2, 3) ໂຢຮັນ​ອາດ​ສົງໄສ​ວ່າ​ຈະ​ມີ​ອີກ​ຄົນ​ໜຶ່ງ​ບໍ​ທີ່​ຈະ​ມາ​ປົດ​ປ່ອຍ​ຄົນ​ຢິວ​ໃຫ້​ເປັນ​ອິດ​ສະຫຼະ. ຕໍ່​ມາ ຕອນ​ທີ່​ລູກ​ສິດ​ສອງ​ຄົນ​ກຳລັງ​ເດີນ​ທາງ​ໄປ​ເມືອງ​ເອມາອຶດ ເຂົາ​ເຈົ້າ​ໄດ້​ພົບ​ພະ​ເຍຊູ​ຫຼັງ​ຈາກ​ທີ່​ເພິ່ນ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເຂົາ​ເຈົ້າ​ບອກ​ວ່າ​ເຂົາ​ເຈົ້າ​ກໍ​ເຄີຍ​ຫວັງ​ວ່າ​ພະ​ເຍຊູ​ຈະ​ເປັນ​ຜູ້​ປົດ​ປ່ອຍ​ຊາດ​ອິດສະລາແອນ​ໃຫ້​ເປັນ​ອິດ​ສະຫຼະ. (ອ່ານ​ລືກາ 24:21) ບໍ່​ດົນ​ຫຼັງ​ຈາກ​ນັ້ນ ພວກ​ອັກຄະສາວົກ​ກໍ​ຖາມ​ພະ​ເຍຊູ​ວ່າ: “ນາຍ​ທ່ານ ທ່ານ​ຈະ​ກູ້​ເອກະລາດ​ໃຫ້​ອານາຈັກ​ອິດສະລາແອນ​ຕອນ​ນີ້​ເລີຍ​ບໍ?”—ກິດຈະການ 1:6, ລ.ມ.

5. (ກ) ເປັນ​ຫຍັງ​ຜູ້​ຄົນ​ໃນ​ຄາລິເລ​ຢາກ​ໃຫ້​ພະ​ເຍຊູ​ເປັນ​ກະສັດ​ຂອງ​ເຂົາ​ເຈົ້າ? (ຂ) ພະ​ເຍຊູ​ແກ້ໄຂ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ?

5 ຄົນ​ຢິວ​ຄາດ​ໝາຍ​ວ່າ​ເມຊີ​ຈະ​ແກ້ໄຂ​ບັນຫາ​ຂອງ​ເຂົາ​ເຈົ້າ. ນີ້​ອາດ​ເປັນ​ເຫດຜົນ​ທີ່​ຜູ້​ຄົນ​ໃນ​ຄາລິເລ​ຢາກ​ໃຫ້​ພະ​ເຍຊູ​ເປັນ​ກະສັດ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຄິດ​ວ່າ​ພະ​ເຍຊູ​ເປັນ​ຜູ້​ນຳ​ທີ່​ດີ​ທີ່​ສຸດ. ເພິ່ນ​ເປັນ​ຜູ້​ບັນລະຍາຍ​ທີ່​ເກັ່ງ​ຫຼາຍ ປິ່ນປົວ​ຄົນ​ເຈັບ​ໄດ້ ແລະ​ເຖິງ​ຂັ້ນ​ຈັດ​ໃຫ້​ມີ​ອາຫານ​ເພື່ອ​ຄົນ​ທີ່​ຫິວ. ຫຼັງ​ຈາກ​ພະ​ເຍຊູ​ລ້ຽງ​ອາຫານ 5.000 ຄົນ​ກໍ​ເຮັດ​ໃຫ້​ຜູ້​ຄົນ​ຮູ້ສຶກ​ງຶດງໍ້​ຫຼາຍ. ພະ​ເຍຊູ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ຫຍັງ. ຄຳພີ​ໄບເບິນ​ບອກ​ວ່າ: “ເມື່ອ​ພະ​ເຍຊູ​ຮູ້​ວ່າ​ເຂົາ​ຈະ​ມາ​ເອົາ​ພະອົງ​ເພື່ອ​ຈະ​ຕັ້ງ​ຢູ່​ເປັນ​ກະສັດ ພະອົງ​ໄດ້​ລາ​ອີກ​ໄປ​ເທິງ​ພູເຂົາ​ແຕ່​ຜູ້​ດຽວ.” (ໂຢຮັນ 6:10-15) ມື້​ຕໍ່​ມາ​ເບິ່ງ​ຄື​ວ່າ​ປະຊາຊົນ​ຈະ​ມີ​ທ່າທີ​ສະຫງົບ​ລົງ​ແລ້ວ ພະ​ເຍຊູ​ກໍ​ອະທິບາຍ​ກັບ​ເຂົາ​ເຈົ້າ​ວ່າ​ເພິ່ນ​ບໍ່​ໄດ້​ມາ​ເພື່ອ​ຈັດ​ຫາ​ອາຫານ​ຫຼື​ວັດຖຸ​ໃຫ້​ເຂົາ​ເຈົ້າ ແຕ່​ມາ​ເພື່ອ​ສອນ​ເລື່ອງ​ລັດຖະບານ​ຂອງ​ພະເຈົ້າ. ເພິ່ນ​ບອກ​ເຂົາ​ເຈົ້າ​ວ່າ: “ຈົ່ງ​ກະທຳ​ການ​ບໍ່​ໃຊ່​ໄດ້​ອາຫານ​ທີ່​ຈິບຫາຍ​ໄປ ແຕ່​ວ່າ​ໄດ້​ອາຫານ​ທີ່​ຕັ້ງ​ຢູ່​ຈົນ​ເຖິງ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.”—ໂຢຮັນ 6:25-27

6. ພະ​ເຍຊູ​ເຮັດ​ໃຫ້​ເຫັນ​ຊັດເຈນ​ແນວ​ໃດ​ວ່າ​ເພິ່ນ​ບໍ່​ຕ້ອງການ​ອຳນາດ​ທາງ​ການ​ເມືອງ​ຂອງ​ໂລກ? (ເບິ່ງ​ຮູບ​ທຳອິດ)

6 ບໍ່​ດົນ​ກ່ອນ​ພະ​ເຍຊູ​ຕາຍ ເພິ່ນ​ຮູ້​ວ່າ​ຜູ້​ຕິດ​ຕາມ​ບາງ​ຄົນ​ເຊື່ອ​ວ່າ​ເພິ່ນ​ຈະ​ເລີ່ມ​ປົກຄອງ​ເປັນ​ກະສັດ​ຢູ່​ເມືອງ​ເຢຣຶຊາເລມ. ພະ​ເຍຊູ​ຈຶ່ງ​ເລົ່າ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເງິນ​ຫຼຽນ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ຄິດ​ຈະ​ບໍ່​ເກີດ​ຂຶ້ນ​ແນ່ນອນ. ຕົວຢ່າງ​ປຽບ​ທຽບ​ນີ້​ເວົ້າ​ເຖິງ “ທ່ານ​ຜູ້​ໃຫຍ່​ຜູ້​ໜຶ່ງ” ເຊິ່ງ​ກໍ​ຄື​ພະ​ເຍຊູ​ທີ່​ຕ້ອງ​ໄປ​ບ່ອນ​ອື່ນ​ເປັນ​ເວລາ​ດົນ. (ລືກາ 19:11-13, 15) ພະ​ເຍຊູ​ຍັງ​ບອກ​ປົນເຊ ພີລາດ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ໂລມ​ຢ່າງ​ຈະ​ແຈ້ງ​ວ່າ ເພິ່ນ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ການ​ເມືອງ​ຂອງ​ໂລກ. ພີລາດ​ອາດ​ຢ້ານ​ວ່າ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ປະຊາຊົນ​ກະບົດ​ຕໍ່​ໂລມ ພີລາດ​ຈຶ່ງ​ຖາມ​ພະ​ເຍຊູ​ວ່າ: “ທ່ານ​ເປັນ​ກະສັດ​ແຫ່ງ​ພວກ​ຢູເດ​ຫຼື?” (ໂຢຮັນ 18:33) ແຕ່​ພະ​ເຍຊູ​ຕອບ​ວ່າ: “ລັດຖະບານ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້.” (ໂຢຮັນ 18:36, ລ.ມ.) ພະ​ເຍຊູ​ບໍ່​ຍອມ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ການ​ເມືອງ​ເພາະ​ລັດຖະບານ​ຂອງ​ເພິ່ນ​ຢູ່​ເທິງ​ສະຫວັນ. ເພິ່ນ​ບອກ​ວ່າ​ວຽກ​ທີ່​ເພິ່ນ​ເຮັດ​ຢູ່​ແຜ່ນດິນ​ໂລກ​ຄື​ການ “ເປັນ​ພິຍານ​ຝ່າຍ​ຄວາມ​ຈິງ.”—ອ່ານ​ໂຢຮັນ 18:37

ເຈົ້າ​ສົນ​ໃຈ​ທີ່​ບັນຫາ​ຂອງ​ໂລກ​ຫຼື​ສົນ​ໃຈ​ລັດຖະບານ​ຂອງ​ພະເຈົ້າ? (ເບິ່ງ​ຂໍ້ 7)

7. ເປັນ​ຫຍັງ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ບໍ່​ສະໜັບສະໜູນ​ກຸ່ມ​ການ​ເມືອງ​ແມ່ນ​ແຕ່​ໃນ​ໃຈ​ຂອງ​ເຮົາ?

7 ພະ​ເຍຊູ​ເຂົ້າ​ໃຈ​ດີ​ວ່າ​ວຽກ​ມອບ​ໝາຍ​ຂອງ​ເພິ່ນ​ແມ່ນ​ຫຍັງ. ຖ້າ​ເຮົາ​ເຂົ້າ​ໃຈ​ວ່າ​ວຽກ​ມອບ​ໝາຍ​ຂອງ​ເຮົາ​ແມ່ນ​ຫຍັງ ເຮົາ​ກໍ​ຈະ​ບໍ່​ໄປ​ຫຍຸ້ງ​ກ່ຽວ​ກຸ່ມ​ການ​ເມືອງ​ໃດໆແມ່ນ​ແຕ່​ໃນ​ໃຈ​ຂອງ​ເຮົາ. ນີ້​ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ. ຜູ້​ດູ​ແລ​ໝວດ​ຄົນ​ໜຶ່ງ​ເວົ້າ​ວ່າ​ຄົນ​ໃນ​ເຂດ​ຮັບໃຊ້​ຂອງ​ລາວ​ກຳລັງ​ມີ​ແນວ​ຄິດ​ທີ່​ຮຸນແຮງ​ທາງ​ການ​ເມືອງ​ຫຼາຍ​ຂຶ້ນ​ເລື້ອຍໆ. ເຂົາ​ເຈົ້າ​ພູມ​ໃຈ​ໃນ​ເຊື້ອ​ຊາດ​ຂອງ​ຕົວ​ເອງ​ແລະ​ເຊື່ອ​ວ່າ​ຖ້າ​ຄົນ​ໃນ​ຊາດ​ຂອງ​ຕົນ​ປົກຄອງ ເຂົາ​ເຈົ້າ​ກໍ​ຄົງ​ຈະ​ມີ​ຊີວິດ​ທີ່​ດີ​ຂຶ້ນ. ລາວ​ເວົ້າ​ອີກ​ວ່າ: “ໜ້າ​ດີ​ໃຈ​ທີ່​ພີ່​ນ້ອງ​ຮັກສາ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໂດຍ​ເລັງ​ໃສ່​ວຽກ​ປະກາດ​ຂ່າວ​ດີ​ເລື່ອງ​ລັດຖະບານ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ລໍ​ຖ້າ​ໃຫ້​ພະເຈົ້າ​ແກ້ໄຂ​ຄວາມ​ບໍ່​ຍຸຕິທຳ​ແລະ​ບັນຫາ​ອື່ນໆທີ່​ເຮົາ​ປະສົບ.”

ພະ​ເຍຊູ​ຮັກສາ​ຄວາມ​ເປັນ​ກາງ​ທາງ​ການ​ເມືອງ​ແນວ​ໃດ?

8. ຄວາມ​ບໍ່​ຍຸຕິທຳ​ຫຍັງ​ທີ່​ຄົນ​ຢິວ​ຫຼາຍ​ຄົນ​ປະສົບ​ໃນ​ສະໄໝ​ພະ​ເຍຊູ?

8 ເມື່ອ​ຜູ້​ຄົນ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ເກີດ​ຂຶ້ນ​ອ້ອມ​ຮອບ​ຕົວ ເຂົາ​ເຈົ້າ​ມັກ​ຈະ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ເມືອງ​ຫຼາຍ​ຂຶ້ນ. ໃນ​ສະໄໝ​ຂອງ​ພະ​ເຍຊູ ການ​ເສຍ​ພາສີ​ເປັນ​ສາເຫດ​ໜຶ່ງ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ເລືອກ​ວ່າ​ຈະ​ຢູ່​ຝ່າຍ​ໃດ​ທາງ​ການ​ເມືອງ. ທີ່​ຈິງ ຢູດາ​ຄົນ​ຄາລິເລ​ຕໍ່​ຕ້ານ​ພວກ​ໂລມ​ກໍ​ຍ້ອນ​ເຂົາ​ເຈົ້າ​ໃຫ້​ປະຊາຊົນ​ໄປ​ລົງ​ທະບຽນ​ເພື່ອ​ເສຍ​ພາສີ​ໃຫ້​ເຂົາ​ເຈົ້າ. ມີ​ພາສີ​ຕ່າງໆທີ່​ຈະ​ຕ້ອງ​ຈ່າຍ ເຊັ່ນ: ພາສີ​ຊັບ​ສິນ ທີ່​ດິນ ແລະ​ເຮືອນ. ນອກ​ຈາກ​ນັ້ນ ຄົນ​ເກັບ​ພາສີ​ກໍ​ຍັງ​ເປັນ​ຄົນ​ທີ່​ຂີ້​ໂກງ​ຫຼາຍ ເຊິ່ງ​ເຮັດ​ໃຫ້​ເກີດ​ບັນຫາ​ໜັກ​ກວ່າ​ເກົ່າ. ບາງ​ຄັ້ງ​ເຂົາ​ເຈົ້າ​ເອົາ​ເງິນ​ໃຫ້​ເຈົ້າ​ໜ້າ​ທີ່​ລັດ​ເພື່ອ​ຊື້​ຈ້າງ​ຕຳແໜ່ງ ແລະ​ໃຊ້​ອຳນາດ​ເພື່ອ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ. ຊັກຄາຍ​ເຊິ່ງ​ເປັນ​ຫົວ​ໜ້າ​ຄົນ​ເກັບ​ພາສີ​ຢູ່​ເມືອງ​ເຢລິໂກ​ກໍ​ລວຍ​ຍ້ອນ​ຂູດ​ຮີດ​ເອົາ​ເງິນ​ປະຊາຊົນ.—ລືກາ 19:2, 8

9, 10. (ກ) ສັດຕູ​ຂອງ​ພະ​ເຍຊູ​ພະຍາຍາມ​ເຮັດ​ໃຫ້​ເພິ່ນ​ກ່ຽວ​ຂ້ອງ​ກັບ​ການ​ເມືອງ​ແນວ​ໃດ? (ຂ) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄຳຕອບ​ຂອງ​ພະ​ເຍຊູ? (ເບິ່ງ​ຮູບ​ທຳອິດ)

9 ສັດຕູ​ຂອງ​ພະ​ເຍຊູ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ເພິ່ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ເລື່ອງ​ການ​ເສຍ​ພາສີ. ເຂົາ​ເຈົ້າ​ຖາມ​ພະ​ເຍຊູ​ເລື່ອງ “ການ​ເສຍ​ເງິນ​ສ່ວຍ” ຫຼື​ເສຍ​ພາສີ​ທີ່​ຄົນ​ຢິວ​ທຸກ​ຄົນ​ຕ້ອງ​ຈ່າຍ 3 ບີ້. (ອ່ານ​ມັດທາຍ 22:16-18) ຄົນ​ຢິວ​ກຽດ​ຊັງ​ການ​ເສຍ​ພາສີ​ນີ້​ແທ້​ໆ ເພາະ​ມັນ​ຊໍ້າ​ເຕີມ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ຢູ່​ພາຍ​ໃຕ້​ລັດຖະບານ​ຂອງ​ໂລມ. “ພວກ​ເຫໂລດ” ຄື​ພວກ​ທີ່​ສະໜັບສະໜູນ​ແນວ​ຄິດ​ແບບ​ການ​ເມືອງ​ຂອງ​ເຫໂລດ ເຂົາ​ເຈົ້າ​ຫວັງ​ວ່າ​ຖ້າ​ພະ​ເຍຊູ​ຕອບ​ວ່າ​ບໍ່​ຄວນ​ເສຍ​ພາສີ ເຂົາ​ເຈົ້າ​ກໍ​ສາມາດ​ກ່າວ​ຫາ​ວ່າ​ເພິ່ນ​ເປັນ​ສັດຕູ​ຂອງ​ຈັກກະພັດ​ໂລມ​ໄດ້. ແຕ່​ຖ້າ​ພະ​ເຍຊູ​ຕອບ​ວ່າ​ຕ້ອງ​ເສຍ​ພາສີ ຜູ້​ຄົນ​ອາດ​ຈະ​ເຊົາ​ຕິດ​ຕາມ​ເພິ່ນ. ແລ້ວ​ພະ​ເຍຊູ​ເຮັດ​ແນວ​ໃດ?

10 ພະ​ເຍຊູ​ລະ​ມັດ​ລະວັງ​ເພື່ອ​ຮັກສາ​ຄວາມ​ເປັນ​ກາງ​ໃນ​ເລື່ອງ​ນີ້. ເພິ່ນ​ບອກ​ວ່າ: “ສິ່ງ​ຂອງ​ກະສັດ​ເຊຊາ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ກະສັດ​ເຊຊາ ແລະ​ສິ່ງ​ຂອງ​ພະເຈົ້າ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ພະເຈົ້າ.” (ມັດທາຍ 22:21) ພະ​ເຍຊູ​ຮູ້​ວ່າ​ຄົນ​ເກັບ​ພາສີ​ຫຼາຍ​ຄົນ​ເປັນ​ຄົນ​ຂີ້​ໂກງ ແຕ່​ເພິ່ນ​ບໍ່​ໄດ້​ສົນ​ໃຈ​ໄປ​ທີ່​ຈຸດ​ນັ້ນ ເພິ່ນ​ໃຫ້​ຄວາມ​ສົນ​ໃຈ​ໄປ​ທີ່​ລັດຖະບານ​ຂອງ​ພະເຈົ້າ​ເຊິ່ງ​ຈະ​ແກ້ໄຂ​ບັນຫາ​ຂອງ​ມະນຸດ​ໄດ້​ແທ້ໆ. ພະ​ເຍຊູ​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ ເຮົາ​ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ທາງ​ການ​ເມືອງ ເຖິງ​ວ່າ​ຝ່າຍ​ໜຶ່ງ​ຈະ​ເບິ່ງ​ຄື​ວ່າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ ແລະ​ອີກ​ຝ່າຍ​ໜຶ່ງ​ເບິ່ງ​ຄື​ວ່າ​ເຮັດ​ສິ່ງ​ທີ່​ຜິດ​ແລະ​ບໍ່​ຍຸຕິທຳ. ຄລິດສະຕຽນ​ສົນ​ໃຈ​ໄປ​ທີ່​ລັດຖະບານ​ຂອງ​ພະເຈົ້າ​ແລະ​ສິ່ງ​ທີ່​ພະເຈົ້າ​ບອກ​ວ່າ​ຖືກຕ້ອງ​ເທົ່າ​ນັ້ນ. ຍ້ອນ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ບໍ່​ສະແດງ​ຄວາມ​ຄິດ​ເຫັນ​ທີ່​ຮຸນແຮງ​ຕໍ່​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຼື​ເວົ້າ​ຕໍ່​ຕ້ານ​ລັດຖະບານ.—ມັດທາຍ 6:33

11. ຖ້າ​ເຮົາ​ຢາກ​ໄດ້​ຮັບ​ຄວາມ​ຍຸຕິທຳ ວິທີ​ທີ່​ຖືກຕ້ອງ​ທີ່​ເຮົາ​ຄວນ​ເຮັດ​ແມ່ນ​ຫຍັງ?

11 ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ສາມາດ​ກຳຈັດ​ແນວ​ຄິດ​ທີ່​ຮຸນແຮງ​ທາງ​ດ້ານ​ການ​ເມືອງ​ໄດ້. ຕົວຢ່າງ: ກ່ອນ​ທີ່​ພີ່​ນ້ອງ​ຍິງ​ຜິວ​ດຳ​ຄົນ​ໜຶ່ງ​ໃນ​ອັງກິດ​ຈະ​ຮຽນ​ຄວາມ​ຈິງ ລາວ​ໄດ້​ຮຽນ​ສັງຄົມ​ວິທະຍາ​ຢູ່​ມະຫາ​ວິທະຍາໄລ​ເຊິ່ງ​ເຮັດ​ໃຫ້​ລາວ​ມີ​ແນວ​ຄິດ​ທີ່​ຮຸນແຮງ​ໃນ​ເລື່ອງ​ການ​ເມືອງ. ລາວ​ບອກ​ວ່າ: “ຂ້ອຍ​ຢາກ​ຊະນະ​ການ​ຕໍ່​ສູ້​ເພື່ອ​ສິດ​ຂອງ​ຄົນ​ຜິວ​ດຳ ເພາະ​ເຮົາ​ປະສົບ​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ແທ້ໆ. ເຖິງ​ວ່າ​ຂ້ອຍ​ຈະ​ຖຽງ​ໄດ້​ຊະນະ​ຕະຫຼອດ ແຕ່​ສຸດ​ທ້າຍ​ຂ້ອຍ​ກໍ​ຍັງ​ຮູ້ສຶກ​ບໍ່​ດີ. ຕອນ​ນັ້ນ​ຂ້ອຍ​ບໍ່​ຮູ້​ເລີຍ​ວ່າ​ສາເຫດ​ຂອງ​ຄວາມ​ບໍ່​ຍຸຕິທຳ​ເລື່ອງ​ການ​ແບ່ງ​ແຍກ​ດ້ານ​ເຊື້ອ​ຊາດ​ຈະ​ຕ້ອງ​ເລີ່ມ​ແກ້ໄຂ​ທີ່​ຫົວໃຈ​ຂອງ​ຄົນ. ເມື່ອ​ຂ້ອຍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ ຂ້ອຍ​ຈຶ່ງ​ຮູ້​ວ່າ​ຂ້ອຍ​ຕ້ອງ​ເລີ່ມ​ແກ້ໄຂ​ທີ່​ຫົວໃຈ​ຂອງ​ຂ້ອຍ​ກ່ອນ.” ພີ່​ນ້ອງ​ຍິງ​ຜິວ​ຂາວ​ຊ່ວຍ​ລາວ​ໃຫ້​ປ່ຽນ​ວິທີ​ຄິດ​ແລະ​ຄວາມ​ຮູ້ສຶກ​ໃນ​ໃຈ. ພີ່​ນ້ອງ​ຍິງ​ຜິວ​ດຳ​ບອກ​ອີກ​ວ່າ: “ຕອນ​ນີ້ ຂ້ອຍ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ​ໃນ​ປະຊາຄົມ​ພາສາ​ມື ແລະ​ຂ້ອຍ​ກຳລັງ​ຮຽນ​ທີ່​ຈະ​ຊ່ວຍ​ຄົນ​ທຸກ​ຊະນິດ.”

“ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ໃສ່​ໄວ້​ໃນ​ຝັກ​ມັນ”

12. “ເຊື້ອ” ຫຍັງ​ທີ່​ພະ​ເຍຊູ​ເຕືອນ​ພວກ​ລູກ​ສິດ​ໃຫ້​ລະວັງ?

12 ໃນ​ສະໄໝ​ຂອງ​ພະ​ເຍຊູ ພວກ​ຜູ້​ນຳ​ສາສະໜາ​ມັກ​ສະໜັບສະໜູນ​ການ​ເມືອງ. ຕົວຢ່າງ: ປຶ້ມ​ຊີວິດ​ທີ່​ປາເລດສະຕິນ​ໃນ​ສະໄໝ​ພະ​ເຍຊູ (ພາສາ​ອັງກິດ) ບອກ​ວ່າ: ຄົນ​ຢິວ​ຖືກ​ແບ່ງ​ແຍກ​ໂດຍ​ສາສະໜາ​ເຊິ່ງ​ເປັນ​ກຸ່ມ​ດຽວ​ກັບ​ພັກ​ການ​ເມືອງ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ເຕືອນ​ພວກ​ລູກ​ສິດ​ວ່າ: “ຈົ່ງ​ເບິ່ງ ລະວັງ​ໃຫ້​ດີ​ດ້ວຍ​ເຊື້ອ​ແຫ່ງ​ພວກ​ຟາລິຊຽນ​ແລະ​ເຊື້ອ​ແຫ່ງ​ກະສັດ​ເຫໂລດ.” (ມາລະໂກ 8:15) ເມື່ອ​ພະ​ເຍຊູ​ເວົ້າ​ເຖິງ​ເຫໂລດ ເພິ່ນ​ອາດ​ໝາຍ​ເຖິງ​ພວກ​ຂອງ​ເຫໂລດ. ສ່ວນ​ອີກ​ກຸ່ມ​ໜຶ່ງ​ຄື​ພວກ​ຟາລິຊຽນ​ທີ່​ຢາກ​ໃຫ້​ຄົນ​ຢິວ​ເປັນ​ອິດ​ສະຫຼະ​ຈາກ​ຈັກກະພັດ​ໂລມ. ໃນ​ບັນທຶກ​ຂອງ​ມັດທາຍ ພະ​ເຍຊູ​ຍັງ​ເຕືອນ​ລູກ​ສິດ​ໃຫ້​ລະວັງ​ພວກ​ຊາດຶເຊເອນ​ຄື​ກັນ. ພວກ​ນີ້​ຢາກ​ໃຫ້​ໂລມ​ປົກຄອງ​ຕໍ່​ໄປ​ເພາະ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ອຳນາດ. ພະ​ເຍຊູ​ຈຶ່ງ​ເຕືອນ​ພວກ​ລູກ​ສິດ​ໃຫ້​ຫຼີກ​ລ່ຽງ “ເຊື້ອ” ເຊິ່ງ​ກໍ​ຄື​ຄຳ​ສອນ​ຂອງ 3 ກຸ່ມ​ນີ້. (ມັດທາຍ 16:6, 12) ໜ້າ​ສົນ​ໃຈ​ທີ່​ພະ​ເຍຊູ​ເຕືອນ​ເລື່ອງ​ນີ້​ບໍ່​ດົນ​ຫຼັງ​ຈາກ​ທີ່​ປະຊາຊົນ​ຢາກ​ໃຫ້​ເພິ່ນ​ເປັນ​ກະສັດ.

ພະ​ເຍຊູ​ສອນ​ລູກ​ສິດ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຮັກສາ​ຄວາມ​ເປັນ​ກາງ​ແທ້ໆ

13, 14. (ກ) ການ​ເມືອງ​ແລະ​ສາສະໜາ​ເຮັດ​ໃຫ້​ເກີດ​ຄວາມ​ຮຸນແຮງ​ແລະ​ຄວາມ​ບໍ່​ຍຸຕິທຳ​ແນວ​ໃດ? (ຂ) ເປັນ​ຫຍັງ​ຈຶ່ງ​ບໍ່​ຖືກຕ້ອງ​ທີ່​ຈະ​ໃຊ້​ຄວາມ​ຮຸນແຮງ ເຖິງ​ວ່າ​ເຮົາ​ຈະ​ຖືກ​ປະຕິບັດ​ຢ່າງ​ບໍ່​ຍຸຕິທຳ? (ເບິ່ງ​ຮູບ​ທຳອິດ)

13 ເມື່ອ​ສາສະໜາ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ການ​ເມືອງ​ກໍ​ມັກ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຮຸນແຮງ​ຢູ່​ສະເໝີ. ພະ​ເຍຊູ​ສອນ​ລູກ​ສິດ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຮັກສາ​ຄວາມ​ເປັນ​ກາງ​ແທ້ໆ. ນີ້​ເປັນ​ເຫດຜົນ​ທີ່​ພວກ​ປະໂລຫິດ​ໃຫຍ່​ແລະ​ພວກ​ຟາລິຊຽນ​ຢາກ​ຂ້າ​ພະ​ເຍຊູ. ເຂົາ​ເຈົ້າ​ຢ້ານ​ວ່າ​ປະຊາຊົນ​ຈະ​ຟັງ​ພະ​ເຍຊູ​ແລະ​ເຊົາ​ຕິດ​ຕາມ​ເຂົາ​ເຈົ້າ. ຖ້າ​ເປັນ​ແບບ​ນັ້ນ​ແທ້ ເຂົາ​ເຈົ້າ​ຈະ​ສູນ​ເສຍ​ອຳນາດ​ທາງ​ສາສະໜາ​ແລະ​ທາງ​ການ​ເມືອງ. ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ກັນ​ວ່າ: “ຖ້າ​ເຮົາ​ທັງ​ຫຼາຍ​ໃຫ້​ເພິ່ນ​ກະທຳ​ຢູ່​ຢ່າງ​ນັ້ນ​ຄົນ​ທັງ​ປວງ​ຈະ​ເຊື່ອ​ໃນ​ທ່ານ ແລະ​ພວກ​ໂລມ​ຈະ​ມາ​ແລະ​ຈະ​ເອົາ​ທັງ​ບ່ອນ​ແລະ​ປະເທດ​ຂອງ​ພວກ​ເຮົາ​ອອກ​ເສຍ.” (ໂຢຮັນ 11:48) ດັ່ງ​ນັ້ນ ປະໂລຫິດ​ໃຫຍ່​ກາອີເຟ​ຈຶ່ງ​ໄດ້​ວາງ​ແຜນ​ຈະ​ຂ້າ​ພະ​ເຍຊູ.—ໂຢຮັນ 11:49-53; 18:14

14 ກາອີເຟ​ລໍ​ຖ້າ​ຈົນ​ຄໍ່າ​ຈຶ່ງ​ສົ່ງ​ທະຫານ​ໄປ​ຈັບ​ພະ​ເຍຊູ. ແຕ່​ພະ​ເຍຊູ​ກໍ​ຮູ້ຈັກ​ແຜນການ​ທີ່​ຈະ​ຂ້າ​ເພິ່ນ. ດັ່ງ​ນັ້ນ ໃນ​ລະຫວ່າງ​ທີ່​ເພິ່ນ​ກິນ​ອາຫານ​ຄາບ​ສຸດ​ທ້າຍ​ກັບ​ອັກຄະສາວົກ ເພິ່ນ​ຈຶ່ງ​ບອກ​ໃຫ້​ເຂົາ​ເຈົ້າ​ເອົາ​ດາບ​ໄປ​ນຳ ແລະ​ດາບ 2 ດວງ​ກໍ​ພຽງ​ພໍ​ແລ້ວ​ທີ່​ຈະ​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ເຂົາ​ເຈົ້າ. (ລືກາ 22:36-38) ຕໍ່​ມາ​ໃນ​ຄືນ​ນັ້ນ ຝູງ​ຊົນ​ກໍ​ເຂົ້າ​ມາ​ຈັບ​ພະ​ເຍຊູ ແລ້ວ​ເປໂຕ​ກໍ​ຮູ້ສຶກ​ໃຈ​ຮ້າຍ​ຫຼາຍ​ກັບ​ຄວາມ​ບໍ່​ຍຸຕິທຳ​ທີ່​ເກີດ​ຂຶ້ນ ລາວ​ຈຶ່ງ​ຖອດ​ດາບ​ອອກ​ມາ​ຟັນ​ຜູ້​ຊາຍ​ຄົນ​ໜຶ່ງ. (ໂຢຮັນ 18:10) ແຕ່​ພະ​ເຍຊູ​ບອກ​ເປໂຕ​ວ່າ: “ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ໃສ່​ໄວ້​ໃນ​ຝັກ​ມັນ ເພາະ​ວ່າ​ຄົນ​ທັງ​ປວງ​ທີ່​ຖື​ເອົາ​ດາບ​ຈະ​ຈິບຫາຍ​ດ້ວຍ​ດາບ.” (ມັດທາຍ 26:52, 53) ບົດຮຽນ​ສຳຄັນ​ຫຍັງ​ທີ່​ພະ​ເຍຊູ​ສອນ​ພວກ​ລູກ​ສິດ? ເຂົາ​ເຈົ້າ​ຕ້ອງ​ບໍ່​ເປັນ​ສ່ວນ​ຂອງ​ໂລກ. ນີ້​ເປັນ​ສິ່ງ​ທີ່​ພະ​ເຍຊູ​ໄດ້​ອະທິດຖານ​ໃນ​ຄືນ​ນັ້ນ​ກ່ອນ​ໜ້າ​ນີ້. (ອ່ານ​ໂຢຮັນ 17:16) ມີ​ພຽງ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ສິດ​ຈັດການ​ກັບ​ຄວາມ​ບໍ່​ຍຸຕິທຳ.

15, 16. (ກ) ພະ​ຄຳ​ຂອງ​ພະເຈົ້າ​ຊ່ວຍ​ຄລິດສະຕຽນ​ບໍ່​ໃຫ້​ມີ​ຄວາມ​ຂັດ​ແຍ່ງ​ກັນ​ແນວ​ໃດ? (ຂ) ເມື່ອ​ພະ​ເຢໂຫວາ​ເບິ່ງ​ໂລກ​ໃນ​ທຸກ​ມື້​ນີ້ ພະອົງ​ເຫັນ​ຄວາມ​ແຕກຕ່າງ​ຫຍັງ?

15 ພີ່​ນ້ອງ​ຍິງ​ໃນ​ເ​ອີ​ຣົບ​ໃຕ້​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ບົດຮຽນ​ແບບ​ດຽວ​ກັນ. ລາວ​ບອກ​ວ່າ: “ຂ້ອຍ​ເຫັນ​ວ່າ​ຄວາມ​ຮຸນແຮງ​ບໍ່​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ຍຸຕິທຳ. ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ​ມັກ​ພົບ​ຈຸດ​ຈົບ​ດ້ວຍ​ຄວາມ​ຕາຍ. ສ່ວນ​ຄົນ​ອື່ນໆກໍ​ມີ​ແຕ່​ຄວາມ​ຄຽດ​ແຄ້ນ​ແລະ​ບໍ່​ມີ​ຄວາມ​ສຸກ. ແຕ່​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ໄດ້​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ວ່າ ມີ​ພຽງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ໂລກ​ເຮົາ​ມີ​ຄວາມ​ຍຸຕິທຳ​ໄດ້​ແທ້ໆ ແລະ​ຂ້ອຍ​ກໍ​ປະກາດ​ຂ່າວ​ສານ​ນີ້​ມາ​ເປັນ​ເວລາ 25 ປີ​ແລ້ວ.” ພີ່ນ້ອງ​ຊາຍ​ໃນ​ອາ​ຝຼິກ​ກາ​ໃຕ້​ໄດ້​​ເອົາ​ຫອກ​ປ່ຽນ​ເປັນ “ດາບ​ຂອງ​ພະ​ວິນຍານ” ເຊິ່ງ​ກໍ​ຄື​ພະ​ຄຳ​ຂອງ​ພະເຈົ້າ. (ເອເຟດ 6:17) ຕອນ​ນີ້ ລາວ​ປະກາດ​ຂ່າວ​ສານ​ແຫ່ງ​ສັນຕິສຸກ​ກັບ​ຄົນ​ທຸກ​ຊະນິດ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມາ​ຈາກ​ເຜົ່າ​ໃດ​ກໍ​ຕາມ. ສ່ວນ​ພີ່​ນ້ອງ​ຍິງ​ໃນ​ເ​ອີ​ຣົບ​ກາງ ຫຼັງ​ຈາກ​ທີ່​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ລາວ​ກໍ​ໄດ້​ແຕ່ງ​ດອງ​ກັບ​ພີ່​ນ້ອງ​ຊາຍ​ໃນ​ກຸ່ມ​ເຊື້ອ​ຊາດ​ທີ່​ລາວ​ເຄີຍ​ກຽດ​ຊັງ. ພີ່​ນ້ອງ​ທັງ 3 ຄົນ​ນີ້​ໄດ້​ປ່ຽນ​ແປງ​ຕົວ​ເອງ​ເພາະ​ເຂົາ​ເຈົ້າ​ຢາກ​ເປັນ​ຄື​ກັບ​ພະ​ເຍຊູ.

16 ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ. ຄຳພີ​ໄບເບິນ​ບອກ​ວ່າ​ມະນຸດ​ເປັນ​ຄື​ກັບ​ນໍ້າ​ທະເລ​ທີ່​ປັ່ນປ່ວນ​ແລະ​ບໍ່​ເຄີຍ​ສະຫງົບ. (ເອຊາອີ 17:12; 57:20, 21; ຄຳປາກົດ 13:1) ການ​ເມືອງ​ເຮັດ​ໃຫ້​ຜູ້​ຄົນ​ແຕກ​ແຍກ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຮຸນແຮງ. ແຕ່​ພວກ​ເຮົາ​ຢູ່​ຢ່າງ​ສະຫງົບ​ສຸກ​ແລະ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. ເມື່ອ​ພະ​ເຢໂຫວາ​ເຫັນ​ຜູ້​ຄົນ​ໃນ​ໂລກ​ນີ້​ມີ​ແຕ່​ຄວາມ​ແຕກ​ແຍກ ພະອົງ​ຕ້ອງ​ມີ​ຄວາມ​ຍິນດີ​ຫຼາຍ​ແທ້ໆທີ່​ເຫັນ​ປະຊາຊົນ​ຂອງ​ພະອົງ​ຍັງ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ.—ອ່ານ​ໂຊໂຟນີ 3:17

17. (ກ) ມີ 3 ວິທີ​ອັນ​ໃດ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ເຮົາ​ສາມາດ​ສົ່ງເສີມ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໄດ້​ໃນ 3 ວິທີ​ຄື: (1) ເຮົາ​ເຊື່ອ​ວ່າ​ລັດຖະບານ​ພະເຈົ້າ​ຈະ​ແກ້ໄຂ​ບັນຫາ​ຄວາມ​ບໍ່​ຍຸຕິທຳ​ທັງ​ໝົດ (2) ເຮົາ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ການ​ເມືອງ ແລະ (3) ເຮົາ​ບໍ່​ໃຊ້​ຄວາມ​ຮຸນແຮງ. ແຕ່​ມີ​ສິ່ງ​ອື່ນ​ອີກ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຄື ການ​ມີ​ອະຄະຕິ. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ຄລິດສະຕຽນ​ຍຸກ​ທຳອິດ​ທີ່​ເອົາ​ຊະນະ​ການ​ມີ​ອະຄະຕິ​ໄດ້​ແນວ​ໃດ.