ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລາວ​ເກືອບ​ຈະ​ໄດ້​ເປັນ​ທີ່​ຮັກ​ຂອງ​ພະເຈົ້າ

ລາວ​ເກືອບ​ຈະ​ໄດ້​ເປັນ​ທີ່​ຮັກ​ຂອງ​ພະເຈົ້າ

ເຮົາ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຢາກ​ໃຫ້​ເພິ່ນ​ຮັກ​ແລະ​ອວຍ​ພອນ​ເຮົາ ແຕ່​ເຮົາ​ຈະ​ເປັນ​ທີ່​ຮັກ​ຂອງ​ເພິ່ນ​ໄດ້​ແນວ​ໃດ? ໃນ​ສະໄໝ​ຄຳພີ​ໄບເບິນ​ບາງ​ຄົນ​ເຮັດ​ຜິດ​ຮ້າຍແຮງ ແຕ່​ກໍ​ກັບ​ມາ​ເປັນ​ທີ່​ຮັກ​ຂອງ​ພະເຈົ້າ​ອີກ​ຄັ້ງ. ສ່ວນ​ບາງ​ຄົນ​ທຳອິດ​ກໍ​ເປັນ​ຄົນ​ດີ ແຕ່​ສຸດ​ທ້າຍ​ກໍ​ບໍ່​ໄດ້​ເປັນ​ທີ່​ຮັກ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ເຮົາ​ອາດ​ຢາກ​ຮູ້​ວ່າ: “ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ແບບ​ໃດ?” ຕົວຢ່າງ​ຂອງ​ໂຣໂບອາມ ກະສັດ​ຢູດາ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ຄຳຕອບ.

ການ​ເລີ່ມ​ຕົ້ນ​ທີ່​ບໍ່​ດີ

ຊາໂລໂມນ​ເປັນ​ພໍ່​ຂອງ​ໂຣໂບອາມ ເຊິ່ງ​ເປັນ​ກະສັດ​ປົກຄອງ​ອິດ​ສະ​ແອນ 40 ປີ. (1 ກະສັດ 11:42) ຫຼັງ​ຈາກ​ພໍ່​ຕາຍ ໂຣໂບອາມ​ເດີນ​ທາງ​ຈາກ​ເມືອງ​ເຢຣຶຊາເລມ​ໄປ​ເມືອງ​ຊີເຄມ​ເພື່ອ​ເປັນ​ກະສັດ. (2 ຂ່າວຄາວ 10:1) ລາວ​ຮູ້ສຶກ​ຢ້ານ​ບໍ​ທີ່​ຈະ​ເປັນ​ກະສັດ​ອົງ​ໃໝ່? ເພາະ​ຊາໂລໂມນ​ມີ​ຊື່ສຽງ​ວ່າ​ເປັນ​ຜູ້​ມີ​ສະຕິ​ປັນຍາ​ຫຼາຍ ແລະ​ໂຣໂບອາມ​ຈະ​ຕ້ອງ​ພິສູດ​ໃຫ້​ເຫັນ​ວ່າ​ລາວ​ມີ​ສະຕິ​ປັນຍາ​ຫຼາຍ​ພໍ​ທີ່​ຈະ​ແກ້ໄຂ​ບັນຫາ​ທີ່​ຫຍຸ້ງຍາກ​ໄດ້.

ປະຊາຊົນ​ອິດສະລາແອນ​ຮູ້ສຶກ​ວ່າ​ໂຣໂບອາມ​ກົດ​ຂີ່​ເຂົາເຈົ້າ​ຫຼາຍ ເຂົາເຈົ້າ​ຈຶ່ງ​ສົ່ງ​ຕົວ​ແທນ​ມາ​ຮ້ອງ​ຂໍ​ໂຣໂບອາມ​ວ່າ: “ພໍ່​ຂອງ​ທ່ານ​ໄດ້​ເອົາ​ແອກ​ໜັກ​ວາງ​ໄວ້​ເທິງ​ພວກ​ເຮົາ ແລະ​ດຽວ​ນີ້​ການ​ຫຼວງ​ຍາກ​ສຳລັບ​ພໍ່​ທ່ານ​ກັບ​ແອກ​ໜັກ​ທີ່​ພໍ່​ທ່ານ​ໄດ້​ວາງ​ໄວ້​ເທິງ​ພວກ​ເຮົາ ເຊີນ​ທ່ານ​ໃຫ້​ເບົາ​ງ່າຍ​ແດ່​ເຖີ້ນ ແລະ​ພວກ​ເຮົາ​ຈະ​ເປັນ​ບ່າວ​ທ່ານ.”—2 ຂ່າວຄາວ 10:3, 4

ໂຣໂບອາມ​ມີ​ເລື່ອງ​ຍາກ​ຕ້ອງ​ຕັດສິນ​ໃຈ. ຖ້າ​ເຮັດ​ຕາມ​ປະຊາຊົນ​ຂໍ ລາວ​ກັບ​ຄອບຄົວ​ແລະ​ຄົນ​ໃນ​ວັງ​ຂອງ​ລາວ​ກໍ​ອາດ​ຈະ​ບໍ່​ໄດ້​ໃຊ້​ຊີວິດ​ຫຼູຫຼາ​ຟູມເຟືອຍ​ອີກ. ແຕ່​ຖ້າ​ປະຕິເສດ​ຄຳ​ຂໍ ປະຊາຊົນ​ກໍ​ອາດ​ຈະ​ກະບົດ​ຕໍ່​ລາວ. ລາວ​ຈະ​ເຮັດ​ແນວ​ໃດ? ທຳອິດ​ລາວ​ໄປ​ປຶກສາ​ກັບ​ພວກ​ຜູ້​ເຖົ້າ​ແກ່​ທີ່​ເຄີຍ​ຊ່ວຍ​ພໍ່​ຂອງ​ລາວ. ພວກ​ຜູ້​ເຖົ້າ​ແກ່​ບອກ​ໃຫ້​ລາວ​ຟັງ​ປະຊາຊົນ. ແຕ່​ຕໍ່​ມາ​ໂຣໂບອາມ​ກໍ​ໄປ​ປຶກສາ​ກັບ​ຄົນ​ຮຸ່ນ​ດຽວ​ກັນ ແລະ​ລາວ​ກໍ​ເລືອກ​ປະຕິບັດ​ກັບ​ປະຊາຊົນ​ຢ່າງ​ໂຫດ​ຮ້າຍ. ລາວ​ບອກ​ເຂົາ​ເຈົ້າ​ວ່າ: “ພໍ່​ຂ້ອຍ​ໄດ້​ເອົາ​ແອກ​ໜັກ​ວາງ​ໄວ້​ເທິງ​ພວກ​ທ່ານ ແລະ​ຝ່າຍ​ຂ້ອຍ ຂ້ອຍ​ຈະ​ຕື່ມ​ອີກ. ພໍ່​ຂ້ອຍ​ໄດ້​ເອົາ​ສາຍ​ແສ້​ຕີ​ສອນ​ພວກ​ທ່ານ ແລະ​ຝ່າຍ​ຂ້ອຍ ຂ້ອຍ​ຈະ​ເອົາ​ສາຍ​ແສ້​ມີ​ໄລ​ເຫຼັກ.”—2 ຂ່າວຄາວ 10:6-14

ເຮົາ​ໄດ້​ບົດຮຽນ​ຫຍັງ? ໃນ​ທຸກ​ມື້​ນີ້ ເຮົາ​ມີ​ຜູ້​ສູງ​ອາຍຸ​ຫຼາຍ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ ແລະ​ເຂົາ​ເຈົ້າ​ກໍ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ​ໄດ້. ຂໍ​ໃຫ້​ເຮົາ​ເປັນ​ຄົນ​ສະຫຼາດ​ແລະ​ຟັງ​ເຂົາ​ເຈົ້າ.—ໂຢບ 12:12

“ເຂົາ​ໄດ້​ຟັງ​ຄວາມ​ຂອງ​ພະ​ເຢໂຫວາ”

ໂຣໂບອາມ​ໄດ້​ຮວບຮວມ​ກອງທັບ​ໄປ​ຕໍ່​ສູ້​ພວກ​ກະບົດ. ແຕ່​ພະ​ເຢໂຫວາ​ສົ່ງ​ຜູ້​ພະຍາກອນ​ເຊມາເຫຍ​ໄປ​ບອກ​ວ່າ: “ຢ່າຊູ່​ຂຶ້ນ​ໄປ​ທຳ​ເສິກ​ຕໍ່​ສູ້​ພວກ​ພີ່​ນ້ອງ​ຂອງ​ທ່ານ​ທັງ​ຫຼາຍ​ຄື​ລູກ​ຫຼານ​ຍິດສະລາເອນ. ຈົ່ງ​ເມືອ​ເຮືອນ​ແຫ່ງ​ຕົນ​ທຸກ​ຄົນ ເຫດ​ວ່າ​ການ​ນັ້ນ​ໄດ້​ບັງເກີດ​ມາ​ແຕ່​ເຮົາ.”—1 ກະສັດ 12:21-24 *—ເບິ່ງ​ໄຂ​ເງື່ອນ

ມັນ​ງ່າຍ​ບໍ​ທີ່​ໂຣໂບອາມ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ? ຖ້າ​ລາວ​ເຊື່ອ​ຟັງ ຜູ້​ຄົນ​ຈະ​ຄິດ​ແນວ​ໃດ​ກັບ​ລາວ? ເພາະ​ກ່ອນ​ໜ້າ​ນີ້​ລາວ​ເຄີຍ​ບອກ​ວ່າ​ຈະ​ເອົາ “ສາຍ​ແສ້​ມີ​ໄລ​ເຫຼັກ” ຂ້ຽນ​ເຂົາ​ເຈົ້າ. ແຕ່​ຕອນ​ນີ້​ລາວ​ພັດ​ບໍ່​ເຮັດ​ຫຍັງ​ກັບ​ພວກ​ກະບົດ! (ສົມ​ທຽບ​ກັບ 2 ຂ່າວຄາວ 13:7) ບໍ່​ວ່າ​ໃຜ​ຈະ​ຄິດ​ແນວ​ໃດ ລາວ​ກັບ​ທະຫານ “ໄດ້​ຟັງ​ຄວາມ​ຂອງ​ພະ​ເຢໂຫວາ​ແລະ​ໄດ້​ຫຼົບ​ເມືອ​ໄປ​ຕາມ​ພະ​ຄຳ​ຂອງ​ພະ​ເຢໂຫວາ.”

ເຮົາ​ໄດ້​ບົດຮຽນ​ຫຍັງ? ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ເປັນ​ເລື່ອງ​ສະຫຼາດ​ແທ້ໆເຖິງ​ວ່າ​ຜູ້​ຄົນ​ຈະ​ເຍາະ​ເຍີ້ຍ​ທີ່​ເຮົາ​ເຮັດ​ແບບ​ນັ້ນ. ຖ້າ​ເຮົາ​ເຊື່ອ​ຟັງ ພະອົງ​ຈະ​ອວຍ​ພອນ​ເຮົາ​ແນ່ນອນ.—ພະບັນຍັດ 28:2

ພະເຈົ້າ​ອວຍ​ພອນ​ໂຣໂບອາມ​ບໍ​ທີ່​ລາວ​ເຊື່ອ​ຟັງ? ລາວ​ຍັງ​ປົກຄອງ​ຢູດາ​ແລະ​ເບນຢາມີນ​ຕໍ່​ໄປ ແລະ​ລາວ​ກໍ​ໄດ້​ສ້າງ​ເມືອງ​ໃໝ່​ຫຼາຍໆເມືອງ​ແລະ​ເຮັດ​ໃຫ້​ຫຼາຍ​ເມືອງ “ແຂງແຮງ​ຫຼາຍ.” (2 ຂ່າວຄາວ 11:5-12) ແຕ່​ທີ່​ສຳຄັນ ການ​ທີ່​ໂຣໂບອາມ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ໄລຍະ​ໜຶ່ງ ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ຄົນ​ໃນ​ອານາຈັກ 10 ຕະກູນ​ມາ​ເຢຣຶຊາເລມ​ເພື່ອ​ສະໜັບສະໜູນ​ລາວ​ແລະ​ການ​ນະມັດສະການ​ແທ້ ເພາະ​ຕອນ​ນັ້ນ​ອານາຈັກ 10 ຕະກູນ​ເລີ່ມ​ນະມັດສະການ​ຮູບ​ປັ້ນ. (2 ຂ່າວຄາວ 11:16, 17) ຍ້ອນ​ໂຣໂບອາມ​ເຊື່ອ​ຟັງ​ພະ​ເຢໂຫວາ ອານາຈັກ​ຂອງ​ລາວ​ຈຶ່ງ​ເຂັ້ມແຂງ​ຂຶ້ນ.

ການ​ເຮັດ​ຜິດ​ແລະ​ການ​ກັບ​ໃຈ​ຂອງ​ໂຣໂບອາມ

ເມື່ອ​ອານາຈັກ​ຂອງ​ໂຣໂບອາມ​ເຂັ້ມແຂງ ລາວ​ໄດ້​ເຮັດ​ສິ່ງ​ທີ່​ບໍ່​ຄວນ​ເຮັດ. ລາວ​ເຊົາ​ເຊື່ອ​ພະ​ເຢໂຫວາ​ແລະ​ໄປ​ນະມັດສະການ​ພະ​ປອມ! ຍ້ອນ​ຫຍັງ? ການ​ທີ່​ແມ່​ຂອງ​ລາວ​ເປັນ​ຄົນ​ອາມໂມນ​ມີ​ຜົນ​ຕໍ່​ການ​ຕັດສິນ​ໃຈ​ຂອງ​ລາວ​ບໍ? (1 ກະສັດ 14:21) ເຮົາ​ບໍ່​ຮູ້ ແຕ່​ປະຊາຊົນ​ໄດ້​ເຮັດ​ຕາມ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ລາວ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຫ້​ຊີຊາກ​ກະສັດ​ເອຢິບ​ຍຶດ​ເອົາ​ເມືອງ​ຕ່າງໆໃນ​ອານາຈັກ​ຢູດາ ເຖິງ​ວ່າ​ໂຣໂບອາມ​ຈະ​ມີ​ເມືອງ​ທີ່​ແຂງແຮງ​ຫຼາຍ​ກໍ​ຕາມ!—1 ກະສັດ 14:22-24; 2 ຂ່າວຄາວ 12:1-4

ສະຖານະການ​ຮ້າຍແຮງ​ກວ່າ​ເກົ່າ​ເມື່ອ​ຊີຊາກ​ແລະ​ກອງທັບ​ມາ​ໂຈມຕີ​ເມືອງ​ເຢຣຶຊາເລມ​ທີ່​ໂຣໂບອາມ​ປົກຄອງ. ເມື່ອ​ເຖິງ​ຕອນ​ນີ້ ພະ​ເຢໂຫວາ​ໄດ້​ສົ່ງ​ຜູ້​ພະຍາກອນ​ເຊມາເຫຍ​ມາ​ບອກ​ຂ່າວ​ສານ​ກັບ​ໂຣໂບອາມ​ແລະ​ຂ້າລາຊະການ​ວ່າ: “ທ່ານ​ທັງ​ຫຼາຍ​ໄດ້​ປະ​ເຮົາ​ແລະ​ເຮົາ​ປະ​ທ່ານ​ທັງ​ຫຼາຍ​ໄວ້​ໃນ​ມື​ທ່ານ​ຊີຊາກ​ດ້ວຍ.” ລາວ​ເຮັດ​ແນວ​ໃດ? ລາວ​ໄດ້​ກັບ​ໃຈ! ຄຳພີ​ໄບເບິນ​ບອກ​ວ່າ: “ພວກ​ເຈົ້ານາຍ​ຍິດສະລາເອນ​ກັບ​ກະສັດ​ໄດ້​ຖ່ອມ​ຕົວ​ລົງ​ແລະ​ໄດ້​ກ່າວ​ວ່າ ‘ພະ​ເຢໂຫວາ​ກໍ​ຊອບທຳ.’” ດັ່ງ​ນັ້ນ ພະ​ເຢໂຫວາ​ຊ່ວຍ​ໂຣໂບອາມ​ແລະ​ເມືອງ​ເຢຣຶຊາເລມ​ບໍ່​ໃຫ້​ຖືກ​ທຳລາຍ.—2 ຂ່າວຄາວ 12:5-7, 12

ໂຣໂບອາມ​ໄດ້​ປົກຄອງ​ຢູດາ​ຕໍ່​ໄປ. ກ່ອນ​ລາວ​ຈະ​ຕາຍ ລາວ​ໄດ້​ໃຫ້​ຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ​ກັບ​ພວກ​ລູກ​ຊາຍ ລາວ​ຢາກ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ກະບົດ​ຕໍ່​ອາເບຍ​ລູກ​ຊາຍ​ທີ່​ລາວ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ຄົນ​ຕໍ່​ໄປ. (2 ຂ່າວຄາວ 11:21-23) ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ລາວ​ສະຫຼາດ​ກວ່າ​ຕອນ​ທີ່​ຍັງ​ໜຸ່ມ.

ໂຣໂບອາມ​ເປັນ​ຄົນ​ດີ​ຫຼື​ບໍ່​ດີ?

ເຖິງ​ວ່າ​ໂຣໂບອາມ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ດີ ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ໃນ​ການ​ປົກຄອງ​ຂອງ​ລາວ ລາວ “ໄດ້​ເຮັດ​ການ​ຊົ່ວ.” ຍ້ອນ​ຫຍັງ? ຍ້ອນ​ລາວ “ບໍ່​ໄດ້​ເອົາໃຈໃສ່​ຊອກ​ຫາ​ພະ​ເຢໂຫວາ.” ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ບໍ່​ພໍ​ໃຈ​ລາວ.—2 ຂ່າວຄາວ 12:14

ໂຣໂບອາມ​ບໍ່​ໄດ້​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຄື​ກັບ​ດາວິດ

ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຊີວິດ​ໂຣໂບອາມ? ລາວ​ເຊື່ອ​ຟັງ​ພະເຈົ້າ​ບາງ​ຄັ້ງ. ລາວ​ເຮັດ​ດີ​ກັບ​ປະຊາຊົນ​ບາງ​ເທື່ອ. ແຕ່​ລາວ​ບໍ່​ໄດ້​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ບໍ່​ໄດ້​ຢາກ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ແທ້ໆ. ດັ່ງ​ນັ້ນ ລາວ​ຈຶ່ງ​ເຊົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເລີ່ມ​ນະມັດສະການ​ພະ​ປອມ. ເຈົ້າ​ອາດ​ສົງໄສ​ວ່າ: ‘ການ​ທີ່​ໂຣໂບອາມ​ຍອມ​ຮັບ​ການ​ແກ້ໄຂ​ເປັນ​ຍ້ອນ​ລາວ​ຮູ້ສຶກ​ເສຍໃຈ​ໃນ​ຄວາມ​ຜິດ​ທີ່​ໄດ້​ເຮັດ​ແລະ​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ແທ້ໆບໍ? ຫຼື​ເປັນ​ຍ້ອນ​ຄົນ​ອື່ນ​ບອກ​ໃຫ້​ເຮັດ?’ (2 ຂ່າວຄາວ 11:3, 4; 12:6) ຕໍ່​ມາ ລາວ​ກໍ​ກັບ​ມາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ອີກ. ລາວ​ແຕກຕ່າງ​ຈາກ​ດາວິດ​ພໍ່​ຕູ້​ຂອງ​ລາວ​ແທ້ໆ! ແມ່ນ​ຢູ່​ວ່າ​ດາວິດ​ໄດ້​ເຮັດ​ຜິດ​ພາດ ແຕ່​ດາວິດ​ກໍ​ກັບ​ໃຈ​ຈາກ​ບາບ​ແທ້ໆ. ດາວິດ​ຮັກ​ພະ​ເຢໂຫວາ​ແລະ​ການ​ນະມັດສະການ​ແທ້​ຕະຫຼອດ​ຊີວິດ.—1 ກະສັດ 14:8; ຄຳເພງ 51:1, 17; 63:1

ເຮົາ​ຍັງ​ໄດ້​ຮຽນ​ຮູ້​ອີກ​ຫຼາຍ​ຢ່າງ​ຈາກ​ເລື່ອງ​ນີ້. ເປັນ​ເລື່ອງ​ທີ່​ໜ້າ​ຊົມ​ເຊີຍ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​​ຫາ​ລ້ຽງ​ຄອບຄົວ​ແລະ​ເຮັດ​ສິ່ງ​ດີໆເພື່ອ​ຄົນ​ອື່ນ. ແຕ່​ເພື່ອ​ຈະ​ເຮັດ​ໃຫ້​ພະອົງ​ຮັກ ເຮົາ​ຕ້ອງ​ນະມັດສະການ​ໃນ​ວິທີ​ທີ່​ພະອົງ​ຍອມ​ຮັບ​ແລະ​ຕ້ອງ​ມີ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພະອົງ.

ເພື່ອ​ຈະ​ເຮັດ​ຢ່າງ​ນັ້ນ​ໄດ້ ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ຈາກ​ໃຈ​ຂອງ​ເຮົາ​ແທ້ໆ. ເພື່ອ​ທີ່​ໄຟ​ຈະ​ລຸກ​ຢູ່​ຕະຫຼອດ ຕ້ອງ​ໝັ່ນ​ຕື່ມ​ຟືນ​ໃສ່​ເລື້ອຍໆ. ຄ້າຍ​ຄື​ກັນ ເພື່ອ​ເຮົາ​ຈະ​ຮັກ​ພະເຈົ້າ​ສະເໝີ ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ ຄິດ​ຕຶກຕອງ ແລະ​ໝັ່ນ​ອະທິດຖານ. (ຄຳເພງ 1:2; ໂລມ 12:12) ຄວາມ​ຮັກ​ນີ້​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ທຸກ​ສິ່ງ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ ກະຕຸ້ນ​ເຮົາ​ໃຫ້​ເສຍໃຈ​ແທ້ໆເມື່ອ​ເຮັດ​ຜິດ​ແລະ​ຂໍ​ພະອົງ​ຍົກ​ໂທດ​ໃຫ້​ເຮົາ. ແລ້ວ​ເຮົາ​ຈະ​ບໍ່​ເປັນ​ຄື​ກັບ​ໂຣໂບອາມ ແຕ່​ເຮົາ​ຈະ​ນະມັດສະການ​ພະເຈົ້າ​ຢ່າງ​ສັດ​ຊື່​ຕໍ່ໆໄປ.—ຢູເດ 20, 21

^ ຂໍ້ 9 ຍ້ອນ​ຊາໂລໂມນ​ບໍ່​ສັດ​ຊື່ ພະເຈົ້າ​ຈຶ່ງ​ໄດ້​ບອກ​ໄວ້​ວ່າ​ອານາຈັກ​ຈະ​ຖືກ​ແບ່ງ​ອອກ​ເປັນ​ສອງ​ສ່ວນ.—1 ກະສັດ 11:31