ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສັນຕິສຸກ—ເຮົາ​ຈະ​ມີ​ໄດ້​ແນວ​ໃດ?

ສັນຕິສຸກ—ເຮົາ​ຈະ​ມີ​ໄດ້​ແນວ​ໃດ?

ເຮົາ​ຢູ່​ໃນ​ໂລກ​ທີ່​ເຄັ່ງ​ຕຶງ ດັ່ງ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ມີ​ສັນຕິສຸກ. ເຖິງ​ວ່າ​ເຮົາ​ຈະ​ມີ​ສັນຕິສຸກ​ຢູ່​ແດ່ ແຕ່​ເຮົາ​ກໍ​ອາດ​ສູນ​ເສຍ​ມັນ​ໄດ້​ງ່າຍໆ. ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ສັນຕິສຸກ​ແທ້​ແລະ​ໝັ້ນ​ຄົງ? ແລະ​ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ມີ​ສັນຕິສຸກ​ໄດ້​ແນວ​ໃດ?

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ສັນຕິສຸກ​ແທ້?

ເພື່ອ​ຈະ​ມີ​ສັນຕິສຸກ​ແທ້ ເຮົາ​ຕ້ອງ​ຮູ້ສຶກ​ປອດໄພ​ແລະ​ໄດ້​ຮັບ​ການ​ປົກ​ປ້ອງ. ຕ້ອງ​ມີ​ໝູ່​ທີ່​ດີ​ແລະ​ສຳຄັນ​ທີ່​ສຸດ​ຄື ຕ້ອງ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ. ເຮົາ​ຈະ​ເຮັດ​ໄດ້​ແນວ​ໃດ?

ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ​ຕໍ່​ເຮົາ​ສະເໝີ. ຖ້າ​ເຮົາ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ກໍ​ສະແດງ​ວ່າ​ເຮົາ​ວາງໃຈ​ພະ​ເຢໂຫວາ​ແລະ​ຢາກ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ. (ເຢເຣມີ 17:7, 8; ຢາໂກໂບ 2:22, 23) ແລ້ວ​ພະ​ເຢໂຫວາ​ກໍ​ຈະ​ໃກ້​ຊິດ​ກັບ​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບ​ໃຈ. ເອຊາອີ 32:17 (ລ.ມ.) ບອກ​ວ່າ: “ຄວາມ​ຖືກຕ້ອງ​ຊອບທຳ​ທີ່​ແທ້​ຈິງ​ຈະ​ເຮັດ​ໃຫ້​ເກີດ​ສັນຕິສຸກ ແລະ​ຄວາມ​ຖືກຕ້ອງ​ຊອບທຳ​ນັ້ນ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ປອດໄພ​ຕະຫຼອດ​ໄປ.” ເຮົາ​ມີ​ສັນຕິສຸກ​ແທ້​ໄດ້​ເມື່ອ​ເຮົາ​ເຕັມ​ໃຈ​ເຊື່ອ​ຟັງ​ພະອົງ.—ເອຊາອີ 48:18, 19

ຄວາມ​ອຸກ​ໃຈ​ເຮັດ​ໃຫ້​ບໍ່​ມີ​ສັນຕິສຸກ

ພະ​ເຢໂຫວາ​ຍັງ​ໃຫ້​ຂອງ​ຂວັນ​ທີ່​ມີ​ຄ່າ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ສັນຕິສຸກ​ຫຼາຍ​ຂຶ້ນ ນັ້ນ​ກໍ​ຄື​ພະລັງ​ບໍລິສຸດ​ຂອງ​ພະອົງ.—ກິດຈະການ 9:31

ພະລັງ​ຂອງ​ພະເຈົ້າ​ຊ່ວຍ​ເຮົາ​ໃຫ້​ມີ​ສັນຕິສຸກ

ອັກຄະສາວົກ​ໂປໂລ​ບອກ​ວ່າ​ສັນຕິສຸກ​ເປັນ​ສ່ວນ​ໜຶ່ງ​ຂອງ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.” (ຄາລາຊີ 5:22, 23, ລ.ມ.) ພະລັງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເກີດ​ສັນຕິສຸກ ຖ້າ​ເຮົາ​ຢາກ​ມີ​ສັນຕິສຸກ ເຮົາ​ຕ້ອງ​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊີ້​ນຳ. ເຮົາ​ຈະ​ເຮັດ​ໄດ້​ແນວ​ໃດ?

ທຳອິດ ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ. (ຄຳເພງ 1:2, 3) ເມື່ອ​ເຮົາ​ຄິດ​ຢ່າງ​ເລິກ​ເຊິ່ງ​ໃນ​ສິ່ງ​ທີ່​ອ່ານ ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ໃນ​ເລື່ອງ​ຕ່າງໆ. ຕົວຢ່າງ: ເຮົາ​ໄດ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຮັກສາ​ສັນຕິສຸກ​ແນວ​ໃດ ແລະ​ເປັນ​ຫຍັງ​ສັນຕິສຸກ​ຈຶ່ງ​ສຳຄັນ​ຫຼາຍ​ກັບ​ພະອົງ. ເມື່ອ​ເຮົາ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ ເຮົາ​ຈະ​ມີ​ສັນຕິສຸກ​ຫຼາຍ​ຂຶ້ນ​ໃນ​ຊີວິດ.—ສຸພາສິດ 3:1, 2

ສອງ ເຮົາ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ. (ລືກາ 11:13) ພະ​ເຢໂຫວາ​ສັນຍາ​ວ່າ​ຖ້າ​ເຮົາ​ຂໍ​ໃຫ້​ພະອົງ​ຊ່ວຍ ‘ຄວາມ​ສຸກ​ສຳລານ [“ສັນຕິສຸກ,” ລ.ມ.] ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ເຮົາ​ໄວ້​ໃນ​ພະ​ຄລິດ​ເຍຊູ.’ (ຟີລິບ 4:6, 7) ເມື່ອ​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ເພິ່ງ​ພະລັງ​ຂອງ​ພະອົງ​ສະເໝີ ພະອົງ​ຈະ​ໃຫ້​ເຮົາ​ສະຫງົບ​ໃຈ​ແທ້ໆ.—ໂລມ 15:13

ຄຳພີ​ໄບເບິນ​ໄດ້​ຊ່ວຍ​ໃຫ້​ຫຼາຍ​ຄົນ​ສາມາດ​​ປ່ຽນ​ແປງ​ຊີວິດ​ຂອງ​ຕົວເອງໄດ້​ແລະ​ຕອນ​ນີ້​ເຂົາ​ເຈົ້າ​ກໍ​ມີ​ສັນຕິສຸກ​ກັບ​ພະ​ເຢໂຫວາ ກັບ​ຄົນ​ອື່ນ ແລະ​ມີ​ຄວາມ​ສະຫງົບ​ໃຈ. ເຂົາ​ເຈົ້າ​ເຮັດ​ໄດ້​ແນວ​ໃດ?

ບາງ​ຄົນ​ມີ​ສັນຕິສຸກ​ແທ້​ໄດ້​ແນວ​ໃດ?

ກ່ອນ​ຈະ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ບາງ​ຄົນ​ເປັນ​ຄົນ​ໃຈ​ຮ້າຍ​ແລະ​ໃຊ້​ຄວາມ​ຮຸນແຮງ. ແຕ່​ເຂົາ​ເຈົ້າ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ປ່ຽນ​ແປງ​ຕົວ​ເອງ ຕອນ​ນີ້​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ກະລຸນາ ອົດ​ທົນ ແລະ​ມີ​ສັນຕິສຸກ​ກັບ​ຄົນ​ອື່ນ. * (ເບິ່ງ​ໄຂ​ເງື່ອນ) (ສຸພາສິດ 29:22) ຂໍ​ເບິ່ງ​ຕົວຢ່າງ​ຂອງ​ດາວິດ​ແລະ​ຣາເຊວ​ທີ່​ໄດ້​ປ່ຽນ​ແປງ​ນິດໄສ​ຕົວ​ເອງ.

ເຮົາ​ສາມາດ​ມີ​ສັນຕິສຸກ​ໄດ້​ເມື່ອ​ເຮົາ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແລະ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ

ກ່ອນ​ດາວິດ​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ລາວ​ມັກ​ວິຈານ​ຄົນ​ອື່ນ​ແລະ​ໃຊ້​ຄຳ​ເວົ້າ​ທີ່​ຮຸນແຮງ​ກັບ​ຄອບຄົວ. ແຕ່​ຕໍ່​ມາ​ລາວ​ຮູ້​ວ່າ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ. ລາວ​ມີ​ສັນຕິສຸກ​ໄດ້​ແນວ​ໃດ? ດາວິດ​ເວົ້າ​ວ່າ: “ຂ້ອຍ​ເລີ່ມ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ຜົນ​ກໍ​ຄື ທັງ​ຂ້ອຍ​ແລະ​ຄອບຄົວ​ນັບຖື​ກັນ​ຫຼາຍ​ຂຶ້ນ.”

ສະພາບ​ແວດ​ລ້ອມ​ທີ່​ຣາເຊວ​ອາໄສ​ຢູ່​ມີ​ຜົນ​ຕໍ່​ລາວ. ລາວ​ບອກ​ວ່າ: “ຕອນ​ນີ້​ຂ້ອຍ​ກໍ​ຍັງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ໃຈ​ຮ້າຍ ເພາະ​ຂ້ອຍ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ມັກ​ຜິດ​ຖຽງ​ກັນ.” ອັນ​ໃດ​ຊ່ວຍ​ໃຫ້​ຣາເຊວ​ມີ​ສັນຕິສຸກ? ລາວ​ບອກ​ວ່າ: “ຂ້ອຍ​ເພິ່ງ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ.”

ດາວິດ​ແລະ​ຣາເຊວ​ເປັນ​ພຽງ​ສອງ​ຕົວຢ່າງ​ຂອງ​ຄົນ​ທີ່​ມີ​ສັນຕິສຸກ​ຍ້ອນ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແລະ​ເພິ່ງ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. ເຖິງ​ວ່າ​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ເຄັ່ງ​ຕຶງ ແຕ່​ເຮົາ​ກໍ​ມີ​ຄວາມ​ສະຫງົບ​ໃຈ​ໄດ້. ສັນຕິສຸກ​ຈະ​ຊ່ວຍ​ເຮົາ​ໃຫ້​ຢູ່​ຮ່ວມ​ກັບ​ຄົນ​ໃນ​ຄອບຄົວ​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ​ໄດ້​ງ່າຍ​ຂຶ້ນ ແລະ​ພະ​ເຢໂຫວາ​ຍັງ​ບອກ​ໃຫ້​ເຮົາ “ຢູ່​ຢ່າງ​ສະຫງົບ​ສຸກ​ກັບ​ທຸກໆຄົນ.” (ໂລມ 12:18, ທ.ປ.) ເປັນ​ໄປ​ໄດ້​ແທ້ໆບໍ? ແລະ​ເປັນ​ຫຍັງ​ເຮົາ​ຄວນ​ພະຍາຍາມ​ມີ​ສັນຕິສຸກ​ກັບ​ຄົນ​ອື່ນ?

ພະຍາຍາມ​ມີ​ສັນຕິສຸກ​ກັບ​ຄົນ​ອື່ນ

ໃນ​ເຂດ​ປະກາດ ເຮົາ​ປະກາດ​ຂ່າວ​ສານ​ເລື່ອງ​ສັນຕິສຸກ​ທີ່​ມາ​ຈາກ​ລັດຖະບານ​ຂອງ​ພະເຢໂຫວາ. (ເອຊາອີ 9:6, 7; ມັດທາຍ 24:14) ຫຼາຍ​ຄົນ​ມັກ​ແລະ​ຕອບ​ຮັບ​ຂ່າວ​ສານ​ນີ້. ຜົນ​ກໍ​ຄື ເຂົາ​ເຈົ້າ​ຮູ້ສຶກ​ບໍ່​ທໍ້​ໃຈ​ຫຼື​ບໍ່​ໃຈ​ຮ້າຍ​ໃຫ້​ກັບ​ສິ່ງ​ທີ່​ບໍ່​ດີ​ທີ່​ເກີດ​ຂຶ້ນ​ໃນ​ໂລກ. ຕອນ​ນີ້​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ແທ້​ໃນ​ອະນາຄົດ ເຂົາ​ເຈົ້າ​ຈຶ່ງ​ຢາກ “ສ້າງ​ສັນຕິ.”—ຄຳເພງ 34:14, ລ.ມ.

ແຕ່​ບໍ່​ແມ່ນ​ທຸກ​ຄົນ​ມັກ​ຂ່າວ​ສານ​ຂອງ​ເຮົາ ຢ່າງ​ໜ້ອຍ​ກໍ​ບໍ່​ມັກ​ຕອນ​ທຳອິດ. (ໂຢຮັນ 3:19) ບໍ່​ສຳຄັນ​ວ່າ​ຜູ້​ຄົນ​ຈະ​ຕອບ​ຮັບ​ຫຼື​ບໍ່​ກໍ​ຕາມ ພະເຈົ້າ​ກໍ​ຍັງ​ໃຫ້​ພະລັງ​ກັບ​ເຮົາ. ພະລັງ​ນີ້​ຊ່ວຍ​ເຮົາ​ໃຫ້​ສະຫງົບ​ໃຈ​ແລະ​ສະແດງ​ຄວາມ​ນັບຖື​ຄົນ​ອື່ນ​ເມື່ອ​ເຮົາ​ປະກາດ. ການ​ເຮັດ​ແບບ​ນີ້​ເປັນ​ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ທີ່​ວ່າ: “ເມື່ອ​ເຈົ້າ​ເຂົ້າ​ໄປ​ບ້ານ​ໃດ ໃຫ້​ທັກທາຍ​ຄົນ​ໃນ​ບ້ານ​ນັ້ນ​ແລະ​ອວຍ​ພອນ​ເຂົາ​ໃຫ້​ຢູ່​ເຢັນ​ເປັນ​ສຸກ ຖ້າ​ບ້ານ​ນັ້ນ​ສົນ​ໃຈ​ຟັງ ເຂົາ​ກໍ​ຈະ​ໄດ້​ຮັບ​ຄວາມ​ສະຫງົບ​ສຸກ ແຕ່​ຖ້າ​ບ້ານ​ນັ້ນ​ບໍ​ສົນ​ໃຈ ຄວາມ​ສະຫງົບ​ສຸກ​ກໍ​ຍັງ​ຢູ່​ກັບ​ເຈົ້າ.” (ມັດທາຍ 10:11-13, ລ.ມ.) ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ສະຫງົບ​ໃຈ​ໄດ້​ບໍ່​ວ່າ​ຄົນ​ອື່ນ​ຈະ​ເວົ້າ​ຫຼື​ເຮັດ​ຫຍັງ​ກໍ​ຕາມ ແລະ​ຈື່​ໄວ້​ວ່າ​ເຮົາ​ຍັງ​ມີ​ໂອກາດ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃນ​ອະນາຄົດ​ໄດ້.

ເຮົາ​ຍັງ​ເຮັດ​ໃຫ້​ເກີດ​ສັນຕິສຸກ​ໄດ້​ໂດຍ​ສະແດງ​ຄວາມ​ນັບຖື​ເມື່ອ​ເຮົາ​ລົມ​ກັບ​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຕໍ່​ຕ້ານ​ວຽກ​ຂອງ​ເຮົາ. ຕົວຢ່າງ: ປະເທດ​ໜຶ່ງ​ໃນ​ອາ​ຝຼິກ​ກາ ລັດຖະບານ​ບໍ່​ອະນຸຍາດ​ໃຫ້​ເຮົາ​ສ້າງ​ຫໍ​ປະຊຸມ. ພີ່​ນ້ອງ​ຂອງ​ເຮົາ​ຮູ້​ວ່າ​ຕ້ອງ​ພະຍາຍາມ​ແກ້​ບັນຫາ​ແບບ​ສັນຕິ. ເຂົາ​ເຈົ້າ​ຈຶ່ງ​ສົ່ງ​ພີ່​ນ້ອງ​ຄົນ​ໜຶ່ງ​ທີ່​ເຄີຍ​ເປັນ​ມິດຊັນນາລີ​ໃນ​ປະເທດ​ນັ້ນ​ໃຫ້​ໄປ​ພົບ​ກັບ​ເອກ​ອັກຄະ​ລາຊະທູດ​ໃນ​ລອນດອນ ປະເທດ​ອັງກິດ ເພື່ອ​ລົມ​ວ່າ​ພະຍານ​ພະ​ເຢໂຫວາ​ເຮັດ​ວຽກ​ຢ່າງ​ສະຫງົບ​ແນວ​ໃດ.

ພີ່​ນ້ອງ​ເລົ່າ​ວ່າ: “ເມື່ອ​ຂ້ອຍ​ໄປ​ຮອດ​ພະແນກ​ຕ້ອນຮັບ​ຂອງ​ສະຖານ​ທູດ ຂ້ອຍ​ກໍ​ສັງເກດ​ວ່າ​ມີ​ພະນັກງານ​ຄົນ​ໜຶ່ງ​ໃສ່​ຊຸດ​ຂອງ​ຊົນ​ເຜົ່າ​ໜຶ່ງ​ເຊິ່ງ​ເປັນ​ຊົນ​ເຜົ່າ​ທີ່​ຂ້ອຍ​ເຄີຍ​ຮຽນ​ພາສາ​ຊົນ​ເຜົ່າ​ຂອງ​ເຂົາ​ເຈົ້າ​ມາ​ກ່ອນ. ຂ້ອຍ​ເລີຍ​ທັກທາຍ​ລາວ​ໃນ​ພາສາ​ນັ້ນ. ລາວ​ແປກ​ໃຈ​ຫຼາຍ​ແລະ​ຖາມ​ຂ້ອຍ​ວ່າ: ‘ມາ​ພົວ​ພັນ​ວຽກ​ຫຍັງ?’ ຂ້ອຍ​ຕອບ​ແບບ​ສຸພາບ​ວ່າ​ຢາກ​ຂໍ​ພົບ​ທ່ານ​ທູດ. ລາວ​ກໍ​ໂທ​ໄປ​ແຈ້ງ​ທ່ານ​ທູດ ແລ້ວ​ເພິ່ນ​ກໍ​ອອກ​ມາ​ແລະ​ທັກທາຍ​ຂ້ອຍ​ດ້ວຍ​ພາສາ​ທ້ອງຖິ່ນ. ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ອະທິບາຍ​ວ່າ​ພະຍານ​ພະ​ເຢໂຫວາ​ເຮັດ​ວຽກ​ຢ່າງ​ສະຫງົບ​ແນວ​ໃດ​ໃນ​ປະເທດ​ນັ້ນ ເພິ່ນ​ກໍ​ຕັ້ງ​ໃຈ​ຟັງ​ແທ້ໆ.”

ຫຼັງ​ຈາກ​ທ່ານ​ທູດ​ໄດ້​ຟັງ​ຄຳ​ອະທິບາຍ ເພິ່ນ​ກໍ​ເຂົ້າ​ໃຈ​ວຽກ​ຂອງ​ເຮົາ​ຫຼາຍ​ຂຶ້ນ​ແລະ​ບໍ່​ມີ​ອະຄະຕິ​ກັບ​ເຮົາ​ອີກ. ຕໍ່​ມາ ລັດຖະບານ​ປ່ຽນ​ການ​ຕັດສິນ​ໃຈ​ໃໝ່​ແລະ​ອະນຸຍາດ​ໃຫ້​ສ້າງ​ຫໍ​ປະຊຸມ​ໄດ້. ພີ່​ນ້ອງ​ກໍ​ພາ​ກັນ​ດີ​ໃຈ​ຫຼາຍ​ແທ້ໆ! ເຫັນ​ໄດ້​ແຈ້ງ​ວ່າ ເມື່ອ​ເຮົາ​ນັບຖື​ຄົນ​ອື່ນ ເຮົາ​ກໍ​ເຮັດ​ໃຫ້​ເກີດ​ສັນຕິສຸກ.

ມີ​ສັນຕິສຸກ​ຕະຫຼອດ​ໄປ

ໃນ​ທຸກ​ມື້​ນີ້ ພະຍານ​ພະ​ເຢໂຫວາ​ໄດ້​ຢູ່​ໃນ​ອຸທິຍານ​ໂດຍ​ໄນ​ແລະ​ໄດ້​ນະມັດສະການ​ພະ​ເຢໂຫວາ​ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ສັນຕິສຸກ. ເຮົາ​ທຸກ​ຄົນ​ຊ່ວຍ​ໃຫ້​ມີ​ສັນຕິສຸກ​ຫຼາຍ​ຂຶ້ນ​ໄດ້​ໂດຍ​ພະຍາຍາມ​ສ້າງ​ສັນຕິສຸກ​ໃນ​ຊີວິດ. ຖ້າ​ເຮັດ​ແບບ​ນີ້​ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ພໍ​ໃຈ​ເຮົາ. ໃນ​ໂລກ​ໃໝ່​ພະອົງ​ຈະ​ໃຫ້​ເຮົາ​ມີ​ສັນຕິສຸກ​ແທ້​ຕະຫຼອດ​ໄປ.—2 ເປໂຕ 3:13, 14

^ ຂໍ້ 13 ໃນ​ອະນາຄົດ​ເຮົາ​ຈະ​ເວົ້າ​ເຖິງ​ຄວາມ​ກະລຸນາ​ໃນ​ບົດ​ຄວາມ​ຊຸດ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.