ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະເຈົ້າ​ຝຶກ​ສະຕິ​ຮູ້​ຜິດ​ຊອບ​ຂອງ​ເຮົາ

ໃຫ້​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະເຈົ້າ​ຝຶກ​ສະຕິ​ຮູ້​ຜິດ​ຊອບ​ຂອງ​ເຮົາ

“ຍ້ອນ​ຂ້າ​ນ້ອຍ​ຄຶດ​ຕຶກຕອງ​ຂໍ້​ບັນຍັດ​ທັງ​ຫຼາຍ​ແຫ່ງ​ພະອົງ.”—ຄຳເພງ 119:99.

ເພງ: 127, 88

1. ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ເໜືອ​ກວ່າ​ສັດ​ແມ່ນ​ຫຍັງ?

ພະ​ເຢໂຫວາ​ໃຫ້​ບາງ​ສິ່ງ​ທີ່​ພິເສດ​ກັບ​ມະນຸດ ນັ້ນ​ກໍ​ຄື​ສະຕິ​ຮູ້ສຶກ​ຜິດ​ຊອບ. ນີ້​ເປັນ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ເໜືອ​ກວ່າ​ສັດ. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ອາດາມ​ແລະ​ເອວາ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ? ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເຂົາ​ເຈົ້າ​ກໍ​ໄປ​ລີ້​ພະອົງ. ເຫັນ​ໄດ້​ແຈ້ງ​ວ່າ​ສະຕິ​ຮູ້ສຶກ​ຜິດ​ຊອບ​ລົບກວນ​ໃຈ​ເຂົາ​ເຈົ້າ.

2. ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເປັນ​ຄື​ກັບ​ເຂັມ​ທິດ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

2 ສະຕິ​ຮູ້ສຶກ​ຜິດ​ຊອບ​ແມ່ນ​ຄວາມ​ຮູ້ສຶກ​ພາຍ​ໃນ​ທີ່​ບອກ​ໃຫ້​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ເຊິ່ງ​ຊີ້​ນຳ​ຊີວິດ​ຂອງ​ເຮົາ. ຄົນ​ທີ່​ບໍ່​ໄດ້​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ດີ​ເປັນ​ຄື​ກັບ​ເຮືອ​ທີ່​ມີ​ເຂັມ​ທິດ​ເພ. ລົມ​ແລະ​ກະແສ​ນໍ້າ​ໃນ​ມະຫາ​ສະ​ໝຸດ​ຈະ​ພັດ​ເຮືອ​ໄປ​ຜິດ​ທາງ​ໄດ້. ແຕ່​ເຂັມ​ທິດ​ທີ່​ໃຊ້​ໄດ້​ດີ​ຈະ​ຊ່ວຍ​ໃຫ້​ກັບ​ຕັນ​ຄວບຄຸມ​ເຮືອ​ໄປ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຢ່າງ​ຖືກຕ້ອງ ມັນ​ກໍ​ຈະ​ຊີ້​ນຳ​ເຮົາ​ໄປ​ໃນ​ທາງ​ທີ່​ດີ.

3. ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ບໍ່​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຢ່າງ​ຖືກຕ້ອງ?

3 ຖ້າ​ເຮົາ​ບໍ່​ໄດ້​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຢ່າງ​ຖືກຕ້ອງ ມັນ​ກໍ​ຈະ​ບໍ່​ເຕືອນ​ເຮົາ​ເມື່ອ​ເຮົາ​ເຮັດ​ຜິດ. (1 ຕີໂມເຕ 4:1, 2) ມັນ​ອາດ​ເຖິງ​ກັບ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ ‘ການ​ຮ້າຍ​ເປັນ​ການ​ດີ.’ (ເອຊາອີ 5:20) ພະ​ເຍຊູ​ບອກ​ລູກ​ສິດ​ວ່າ: “ຄົນ​ທຸກ​ຄົນ​ທີ່​ຈະ​ຂ້າ​ທ່ານ​ທັງ​ຫຼາຍ​ກໍ​ຈະ​ຄຶດ​ວ່າ​ເພິ່ນ​ກະທຳ​ການ​ຖວາຍ​ແກ່​ພະເຈົ້າ.” (ໂຢຮັນ 16:2) ນັ້ນ​ເປັນ​ສິ່ງ​ທີ່​ຄົນ​ຂ້າ​ເອຕຽນ​ໄດ້​ຄິດ. (ກິດຈະການ 6:8, 12; 7:54-60) ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ຫຼາຍ​ຄົນ​ທີ່​ເຄັ່ງ​ສາສະໜາ​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ຫຼາຍ​ເຊັ່ນ ຂ້າ​ຄົນ​ແລະ​ອ້າງ​ວ່າ​ເຮັດ​ເພື່ອ​ພະເຈົ້າ. ແຕ່​ຄວາມ​ຈິງ​ແລ້ວ ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ນັ້ນ​ຂັດ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ. (ອົບພະຍົບ 20:13) ເຫັນ​ໄດ້​ວ່າ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ຊີ້​ນຳ​ໄປ​ໃນ​ທາງ​ທີ່​ຖືກຕ້ອງ!

4. ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເຮັດ​ວຽກ​ຢ່າງ​ຖືກຕ້ອງ?

4 ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເຮັດ​ວຽກ​ຢ່າງ​ຖືກຕ້ອງ? ກົດ​ໝາຍ​ແລະ​ຫຼັກ​ການ​ຈາກ​ຄຳພີ​ໄບເບິນ “ເປັນ​ປະໂຫຍດ​ສຳລັບ​ສັ່ງ​ສອນ​ກໍ​ດີ ສຳລັບ​ໃຫ້​ຮູ້​ແຈ້ງ​ກໍ​ດີ ສຳລັບ​ຕີ​ສອນ​ກໍ​ດີ ສຳລັບ​ແອບ​ສອນ​ໃນ​ຄວາມ​ຊອບທຳ​ກໍ​ດີ.” (2 ຕີໂມເຕ 3:16) ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ ຄິດ​ຢ່າງ​ເລິກ​ເຊິ່ງ ແລະ​ນຳ​ໄປ​ໃຊ້​ໃນ​ຊີວິດ. ໂດຍ​ວິທີ​ນີ້​ເຮົາ​ກໍ​ຮຽນ​ຮູ້​ທີ່​ຈະ​ຄິດ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ແລ້ວ​ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຈະ​ຊີ້​ນຳ​ເຮົາ​ໄປ​ໃນ​ທາງ​ທີ່​ຖືກຕ້ອງ. ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ໃຊ້​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ.

ໃຫ້​ກົດ​ໝາຍ​ຂອງ​ພະເຈົ້າ​ຝຶກ​ເຈົ້າ

5, 6. ກົດ​ໝາຍ​ຂອງ​ພະເຈົ້າ​ຊ່ວຍ​ເຮົາ​ແນວ​ໃດ?

5 ຖ້າ​ເຮົາ​ຢາກ​ໃຫ້​ກົດ​ໝາຍ​ຂອງ​ພະເຈົ້າ​ຊ່ວຍ​ເຮົາ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ອ່ານ​ຫຼື​ຮູ້ຈັກ​ກົດ​ໝາຍ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ຮັກ​ແລະ​ນັບຖື​ກົດ​ໝາຍ​ຂອງ​ພະເຈົ້າ. ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ: “ຈົ່ງ​ກຽດ​ຊັງ​ການ​ຊົ່ວ​ແລະ​ຈົ່ງ​ມັກ​ການ​ດີ.” (ອາໂມດ 5:15) ແລ້ວ​ເຮົາ​ຈະ​ເຮັດ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເບິ່ງ​ສິ່ງ​ຕ່າງໆຄື​ກັບ​ພະ​ເຢໂຫວາ​ເບິ່ງ. ລອງ​ເຮັດ​ແບບ​ນີ້ ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ນອນ​ບໍ່​ຄ່ອຍ​ຫຼັບ ແລະ​ທ່ານ​ໝໍ​ກໍ​ແນະນຳ​ໃຫ້​ເຈົ້າ​ກິນ​ອາຫານ​ທີ່​ມີ​ປະໂຫຍດ ອອກ​ກຳລັງ​ກາຍ​ຫຼາຍ​ຂຶ້ນ ແລະ​ປັບ​ປ່ຽນ​ວິທີ​ການ​ໃຊ້​ຊີວິດ. ເມື່ອ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ ມັນ​ກໍ​ໄດ້​ຜົນ! ເຈົ້າ​ຄົງ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ຂອງ​ທ່ານ​ໝໍ​ດີ​ແທ້ໆແມ່ນ​ບໍ?

6 ຄ້າຍ​ຄື​ກັນ ຜູ້​ສ້າງ​ໃຫ້​ກົດ​ໝາຍ​ເພື່ອ​ປົກ​ປ້ອງ​ເຮົາ​ຈາກ​ຜົນ​ທີ່​ບໍ່​ດີ​ຂອງ​ບາບ ແລະ​ເພື່ອ​ປັບ​ປຸງ​ຊີວິດ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ. ຕົວຢ່າງ: ຄຳພີ​ໄບເບິນ​ສອນ​ເຮົາ​ວ່າ​ເຮົາ​ບໍ່​ຄວນ​ເວົ້າ​ຕົວະ ສໍ້​ໂກງ ລັກ ເຮັດ​ຜິດ​ສິນລະທຳ​ທາງ​ເພດ ໃຊ້​ຄວາມ​ຮຸນແຮງ ຫຼື​ຫຍຸ້ງ​ກ່ຽວ​ກັບ​ລັດທິ​ຜີ​ປີສາດ. (ອ່ານ​ສຸພາສິດ 6:16-19; ຄຳປາກົດ 21:8) ເມື່ອ​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຮັກ​ພະອົງ​ແລະ​ກົດ​ໝາຍ​ຂອງ​ພະອົງ​ຫຼາຍ​ຂຶ້ນ.

7. ບັນທຶກ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ?

7 ເຮົາ​ບໍ່​ຈຳເປັນ​ຕ້ອງ​ປະສົບ​ກັບ​ຄວາມ​ທຸກ​ຈາກ​ຜົນ​ຂອງ​ການ​ລະເມີດ​ກົດ​ໝາຍ​ຂອງ​ພະເຈົ້າ​ເພື່ອ​ຈະ​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ເຮົາ​ສາມາດ​ຮຽນ​ຮູ້​ໄດ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ຄົນ​ໃນ​ອະດີດ ເຊິ່ງ​ມີ​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ. ສຸພາສິດ 1:5 (ລ.ມ.) ບອກ​ວ່າ: “ຄົນ​ສະຫຼາດ​ຈະ​ຟັງ​ແລະ​ຮັບ​ເອົາ​ຄຳ​ສອນ​ຫຼາຍ​ຂຶ້ນ.” ຄຳ​ສອນ​ນີ້​ມາ​ຈາກ​ພະເຈົ້າ​ແລະ​ເປັນ​ຄຳ​ສອນ​ທີ່​ດີ​ທີ່​ສຸດ! ຕົວຢ່າງ: ຄິດ​ເບິ່ງ​ວ່າ​ດາວິດ​ປະສົບ​ກັບ​ຄວາມ​ທຸກ​ຫຼາຍ​ສໍ່າ​ໃດ​ຫຼັງ​ຈາກ​ທີ່​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ແລະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ນາງ​ບາດເຊບາ. (2 ຊາເມືອນ 12:7-14) ເມື່ອ​ເຈົ້າ​ອ່ານ​ບັນທຶກ​ນັ້ນ​ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ດາວິດ​ອາດ​ຈະ​ຫຼີກ​ລ່ຽງ​ບັນຫາ​ເຫຼົ່າ​ນີ້​ໄດ້​ແນວ​ໃດ? ຖ້າ​ຂ້ອຍ​ເຈິ​ເລື່ອງ​ແບບ​ນີ້​ຂ້ອຍ​ຈະ​ເຮັດ​ແນວ​ໃດ? ຖ້າ​ຂ້ອຍ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຂ້ອຍ​ຈະ​ເຮັດ​ຄື​ດາວິດ​ຫຼື​ໂຢເຊບ?’ (ຕົ້ນເດີມ 39:11-15) ຖ້າ​ເຮົາ​ຄິດ​ຄັກໆເຖິງ​ຜົນ​ເສຍຫາຍ ເຮົາ​ກໍ​ຈະ “ກຽດ​ຊັງ​ການ​ຊົ່ວ” ຫຼາຍ​ຂຶ້ນ.

8, 9. (ກ) ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຊ່ວຍ​ເຮົາ​ແນວ​ໃດ? (ຂ) ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ແລະ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ເຮັດ​ວຽກ​ນຳ​ກັນ​ແນວ​ໃດ?

8 ເຮົາ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ແນ່ນອນ. ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ກໍລະນີ​ທີ່​ບໍ່​ໄດ້​ມີ​ກົດ​ໝາຍ​ບອກ​ໄວ້​ກົງໆໃນ​ຄຳພີ​ໄບເບິນ? ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ? ຖ້າ​ເຮົາ​ຍອມ​ໃຫ້​ຄຳພີ​ໄບເບິນ​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ ເຮົາ​ກໍ​ຈະ​ຕັດສິນ​ໃຈ​ຢ່າງ​ສະຫຼາດ.

9 ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ ພະອົງ​ຈຶ່ງ​ໃຫ້​ຫຼັກ​ການ​ເພື່ອ​ຊີ້​ນຳ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ. ພະອົງ​ບອກ​ວ່າ: “ຝ່າຍ​ເຮົາ​ເຮົາ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ຜູ້​ສັ່ງ​ສອນ​ເຈົ້າ​ສຳລັບ​ປະໂຫຍດ​ແກ່​ເຈົ້າ ຜູ້​ພາ​ເຈົ້າ​ໄປ​ໃນ​ຫົນ​ທາງ​ທີ່​ເຈົ້າ​ຕ້ອງ​ໄປ.” (ເອຊາອີ 48:17, 18) ເມື່ອ​ເຮົາ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ແລະ​ໃຫ້​ຫຼັກ​ການ​ເຫຼົ່າ​ນັ້ນ​ຢູ່​ໃນ​ໃຈ​ຂອງ​ເຮົາ ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ກໍ​ຈະ​ຖືກ​ແກ້ໄຂ​ແລະ​ປັບ​ປ່ຽນ ແລ້ວ​ມັນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ.

ໃຫ້​ຫຼັກ​ການ​ຂອງ​ພະເຈົ້າ​ຊີ້​ນຳ​ເຈົ້າ

10. ຫຼັກ​ການ​ແມ່ນ​ຫຍັງ? ແລະ​ພະ​ເຍຊູ​ໃຊ້​ຫຼັກ​ການ​ໃນ​ການ​ສອນ​ຂອງ​ເພິ່ນ​ແນວ​ໃດ?

10 ຫຼັກ​ການ​ແມ່ນ​ຄວາມ​ຈິງ​ພື້ນຖານ​ທີ່​ຊີ້​ນຳ​ຄວາມ​ຄິດ​ຂອງ​ເຮົາ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ. ການ​ຮູ້ຈັກ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ພະອົງ​ຄິດ​ແນວ​ໃດ ແລະ​ເປັນ​ຫຍັງ​ພະອົງ​ຈຶ່ງ​ໃຫ້​ກົດ​ໝາຍ​ບາງ​ຂໍ້​ກັບ​ເຮົາ. ພະ​ເຍຊູ​ໃຊ້​ຫຼັກ​ການ​ສອນ​ພວກ​ລູກ​ສິດ​ວ່າ​ຄວາມ​ຄິດ​ແລະ​ການ​ກະທຳ​ຈະ​ມີ​ຜົນ​ທີ່​ຕາມ​ມາ. ຕົວຢ່າງ: ເພິ່ນ​ສອນ​ວ່າ​ຄວາມ​ໃຈ​ຮ້າຍ​ຈະ​ນຳ​ໄປ​ສູ່​ຄວາມ​ຮຸນແຮງ ແລະ​ຄວາມ​ຄິດ​ທີ່​ຜິດ​ສິນລະທຳ​ຈະ​ນຳ​ໄປ​ສູ່​ການ​ເຮັດ​ຜິດ​ປະເວນີ. (ມັດທາຍ 5:21, 22, 27, 28) ເມື່ອ​ເຮົາ​ຍອມ​ໃຫ້​ຫຼັກ​ການ​ຂອງ​ພະ​ເຈົ້າ​ຊີ້​ນຳ​ເຮົາ ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຈະ​ຖືກ​ຝຶກ​ເປັນ​ຢ່າງ​ດີ ແລະ​ເຮົາ​ກໍ​ຈະ​ເລືອກ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ.—1 ໂກລິນໂທ 10:31

ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຈະ​ນັບຖື​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ (ເບິ່ງ​ຂໍ້ 11, 12)

11. ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ແຕ່​ລະ​ຄົນ​ອາດ​ແຕກຕ່າງ​ກັນ​ແນວ​ໃດ?

11 ເຖິງ​ແມ່ນ​ວ່າ​ຄລິດສະຕຽນ​ສອງ​ຄົນ​ຈະ​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ໂດຍ​ໃຊ້​ຄຳພີ​ໄບເບິນ​ຄື​ກັນ ແຕ່​ທັງ​ສອງ​ຄົນ​ອາດ​ຕັດສິນ​ໃຈ​ບາງ​ເລື່ອງ​ບໍ່​ຄື​ກັນ. ເຊັ່ນ: ເລື່ອງ​ການ​ດື່ມ​ເຫຼົ້າ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ການ​ດື່ມ​ເຫຼົ້າ​ເປັນ​ເລື່ອງ​ທີ່​ຜິດ ແຕ່​ເຕືອນ​ເຮົາ​ວ່າ​ບໍ່​ຄວນ​ດື່ມ​ຫຼາຍ​ເກີນ​ໄປ ຫຼື​ດື່ມ​ຈົນ​ເມົາ. (ສຸພາສິດ 20:1; 1 ຕີໂມເຕ 3:8) ໝາຍ​ຄວາມ​ວ່າ​ຖ້າ​ຄົນ​ທີ່​ບໍ່​ໄດ້​ມີ​ບັນຫາ​ເລື່ອງ​ການ​ດື່ມ​ຫຼາຍ​ເກີນ​ໄປ ລາວ​ກໍ​ບໍ່​ຈຳເປັນ​ຕ້ອງ​ຄິດ​ເຖິງ​ເລື່ອງ​ອື່ນ​ເລີຍ​ບໍ​ເມື່ອ​ຕັດສິນ​ໃຈ​ທີ່​ຈະ​ດື່ມ? ບໍ່​ແມ່ນ. ເຖິງ​ວ່າ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ລາວ​ບອກ​ວ່າ​ດື່ມ​ໄດ້ ແຕ່​ລາວ​ກໍ​ຍັງ​ຕ້ອງ​ຄຳນຶງ​ເຖິງ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ​ນຳ.

12. ໂລມ 14:21 ຊ່ວຍ​ເຮົາ​ໃຫ້​ນັບຖື​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ​ແນວ​ໃດ?

12 ໂປໂລ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ນັບຖື​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ ເມື່ອ​ລາວ​ຂຽນ​ວ່າ: “ອັນ​ທີ່​ຈະ​ບໍ່​ກິນ​ເນື້ອ​ສັດ​ກໍ​ດີ​ນໍ້າ​ອະງຸ່ນ​ກໍ​ດີ ແລະ​ບໍ່​ກະທຳ​ສິ່ງ​ໃດ​ອື່ນ​ທີ່​ເປັນ​ເຫດ​ໃຫ້​ພີ່​ນ້ອງ​ຊູນ​ສະດຸດ ຫຼື​ເຄືອງ​ໃຈ ຫຼື​ອ່ອນ​ແຮງ​ໄປ​ກໍ​ເປັນ​ການ​ດີ​ຢູ່.” (ໂລມ 14:21) ດັ່ງ​ນັ້ນ ເຖິງ​ວ່າ​ເຮົາ​ມີ​ສິດ​ທີ່​ຈະ​ດື່ມ​ເຫຼົ້າ ແຕ່​ເຮົາ​ກໍ​ເຕັມ​ໃຈ​ເສຍ​ສະລະ​ເພາະ​ຮູ້​ວ່າ​ມັນ​ຈະ​ລົບກວນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ. ສົມມຸດ​ວ່າ​ພີ່​ນ້ອງ​ຄົນ​ໜຶ່ງ​ເຄີຍ​ຕິດ​ເຫຼົ້າ​ກ່ອນ​ທີ່​ຈະ​ມາ​ຮຽນ​ຄວາມ​ຈິງ ແລະ​ລາວ​ກໍ​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ບໍ່​ດື່ມ​ອີກ. ເຮົາ​ກໍ​ຄົງ​ບໍ່​ຢາກ​ເຮັດ​ໃຫ້​ລາວ​ກັບ​ໄປ​ຕິດ​ເຫຼົ້າ​ອີກ. (1 ໂກລິນໂທ 6:9, 10) ຖ້າ​ຫາກ​ພີ່​ນ້ອງ​ຄົນ​ນັ້ນ​ເປັນ​ແຂກ​ຂອງ​ເຮົາ ເຮົາ​ຈະ​ຊູຊີ​ລາວ​ໃຫ້​ດື່ມ​ບໍ​ທັງໆທີ່​ລາວ​ປະຕິເສດ? ເຮົາ​ຈະ​ບໍ່​ເຮັດ​ແນ່ນອນ!

ເຈົ້າ​ຍິນດີ​ທີ່​ຈະ​ສະລະ​ຕົວ​ເອງ​ເພື່ອ​ຊ່ວຍ​ຄົນ​ອື່ນ​ບໍ?

13. ຕີໂມເຕ​ໄດ້​ນັບຖື​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ​ແນວ​ໃດ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບ​ເອົາ​ຂ່າວ​ດີ?

13 ຕອນ​ທີ່​ຕີໂມເຕ​ເປັນ​ບ່າວ ລາວ​ຍິນດີ​ທີ່​ຈະ​ຮັບ​ສິນຕັດ​ເຖິງ​ຈະ​ເຈັບ​ປວດ. ລາວ​ຮູ້​ວ່າ​ເລື່ອງ​ນີ້​ສຳຄັນ​ຫຼາຍ​ສຳລັບ​ຄົນ​ຢິວ​ທີ່​ລາວ​ຈະ​ໄປ​ປະກາດ​ນຳ. ຕີໂມເຕ​ກໍ​ຄື​ກັບ​ໂປໂລ ລາວ​ບໍ່​ຢາກ​ເຮັດ​ໃຫ້​ໃຜ​ຂຸ່ນ​ເຄືອງ​ໃຈ. (ກິດຈະການ 16:3; 1 ໂກລິນໂທ 9:19-23) ແລ້ວ​ເຈົ້າ​ເດ ເຈົ້າ​ຍິນດີ​ສະລະ​ຕົວ​ເອງ​ເພື່ອ​ຊ່ວຍ​ຄົນ​ອື່ນ​ບໍ?

“ກ້າວ​ໜ້າ​ໄປ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ໃຫຍ່”

14, 15. (ກ) ເຮົາ​ຈະ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ໄດ້​ແນວ​ໃດ? (ຂ) ຄົນ​ທີ່​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຈະ​ປະຕິບັດ​ຕໍ່​ຄົນ​ອື່ນ​ແນວ​ໃດ?

14 ເຮົາ​ທຸກ​ຄົນ​ຄວນ​ຢາກ “ຜ່ານ​ຫຼັກ​ຄຳ​ສອນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ພະ​ຄລິດ” ແລະ “ກ້າວ​ໜ້າ​ໄປ​ເພື່ອ​ຈະ​ໄດ້​ເປັນ​ຜູ້​ໃຫຍ່.” (ເຫບເລີ 6:1, ລ.ມ.) ການ​ຢູ່​ໃນ​ຄວາມ​ຈິງ​ມາ​ຫຼາຍ​ປີ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ສະເໝີ​ໄປ. ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ໄດ້​ຈະ​ຕ້ອງ​ອອກ​ຄວາມ​ພະຍາຍາມ. ເຮົາ​ຕ້ອງ​ພັດທະນາ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ຕໍ່ໆໄປ. ດັ່ງ​ນັ້ນ ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້. (ຄຳເພງ 1:1-3) ເມື່ອ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

15 ກົດ​ໝາຍ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ຄລິດສະຕຽນ​ແມ່ນ​ຫຍັງ? ນັ້ນ​ກໍ​ຄື ກົດ​ໝາຍ​ແຫ່ງ​ຄວາມ​ຮັກ. ພະ​ເຍຊູ​ບອກ​ລູກ​ສິດ​ຂອງ​ເພິ່ນ​ວ່າ: “ຄົນ​ທັງ​ປວງ​ຈະ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ລູກ​ສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ ຄື​ວ່າ​ຖ້າ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຮັກ​ໃນ​ທ່າມກາງ​ພວກ​ທ່ານ.” (ໂຢຮັນ 13:35) ຄວາມ​ຮັກ​ຖືກ​ເອີ້ນ​ວ່າ: “ພະບັນຍັດ​ຫຼວງ” ແລະ​ຄວາມ​ຮັກ​ເຮັດ​ໃຫ້ “ພະບັນຍັດ​ສຳເລັດ.” (ຢາໂກໂບ 2:8; ໂລມ 13:10) ພວກ​ເຮົາ​ບໍ່​ແປກ​ໃຈ​ທີ່​ຄວາມ​ຮັກ​ສຳຄັນ​ຫຼາຍ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ສຳລັບ​ພະເຈົ້າ ຄວາມ​ຮັກ​ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ຮູ້ສຶກ. ພະອົງ​ສະແດງ​ຄວາມ​ຮັກ​ໂດຍ​ການ​ກະທຳ. ໂຢຮັນ​ບອກ​ວ່າ: “ໃນ​ຂໍ້​ນີ້​ຄວາມ​ຮັກ​ແຫ່ງ​ພະເຈົ້າ​ຝ່າຍ​ພວກ​ເຮົາ​ໄດ້​ປາກົດ​ແຈ້ງ ຄື​ວ່າ​ພະເຈົ້າ​ໄດ້​ໃຊ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ​ເຂົ້າ​ມາ​ໃນ​ໂລກ ເພື່ອ​ເຮົາ​ທັງ​ຫຼາຍ​ຈະ​ໄດ້​ມີ​ຊີວິດ​ດ້ວຍ​ພະ​ບຸດ​ນັ້ນ.” (1 ໂຢຮັນ 4:9) ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ ພະ​ເຍຊູ ພີ່​ນ້ອງ ແລະ​ຄົນ​ອື່ນໆ ເຮົາ​ກໍ​ພິສູດ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່.—ມັດທາຍ 22:37-39

ແຮ່ງ​ເຮົາ​ຄິດ​ເຖິງ​ແລະ​ເຂົ້າ​ໃຈ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ກໍ​ແຮ່ງ​ເຮັດ​ວຽກ​ໄດ້​ດີ​ຂຶ້ນ (ເບິ່ງ​ຂໍ້ 16)

16. ເມື່ອ​ເຮົາ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່ ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນ​ຄຸນຄ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ?

16 ເມື່ອ​ເຮົາ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່ ເຮົາ​ຈະ​ເຫັນ​ຄຸນຄ່າ​ຫຼັກ​ການ​ຫຼາຍ​ຂຶ້ນ. ປົກກະຕິ​ແລ້ວ​ກົດ​ໝາຍ​ຈະ​ໃຊ້​ໄດ້​ກັບ​ສະຖານະການ​ດຽວ ແຕ່​ຫຼັກ​ການ​ຈະ​ໃຊ້​ໄດ້​ກັບ​ຫຼາຍ​ສະຖານະການ. ຕົວຢ່າງ: ເດັກ​ນ້ອຍ​ບໍ່​ເຂົ້າ​ໃຈ​ວ່າ​ການ​ຄົບ​ໝູ່​ທີ່​ບໍ່​ດີ​ຈະ​ເປັນ​ອັນຕະລາຍ. ດັ່ງ​ນັ້ນ ພໍ່​ແມ່​ຈະ​ຕ້ອງ​ຕັ້ງ​ກົດ​ເພື່ອ​ປົກ​ປ້ອງ​ລູກ. (1 ໂກລິນໂທ 15:33) ແຕ່​ເມື່ອ​ລາວ​ໃຫຍ່​ຂຶ້ນ ລາວ​ຈະ​ຮຽນ​ຮູ້​ທີ່​ຈະ​ຄິດ​ເຖິງ​ແລະ​ເຂົ້າ​ໃຈ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ຫຼັກ​ການ​ເຫຼົ່າ​ນັ້ນ​ກໍ​ຈະ​ຊ່ວຍ​ລາວ​ໃຫ້​ຕັດສິນ​ໃຈ​ເລືອກ​ໝູ່​ທີ່​ດີ. (ອ່ານ 1 ໂກລິນໂທ 13:11; 14:20) ແຮ່ງ​ເຮົາ​ເຂົ້າ​ໃຈ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຫຼາຍ​ເທົ່າ​ໃດ ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ກໍ​ແຮ່ງ​ເຮັດ​ວຽກ​ໄດ້​ດີ​ຂຶ້ນ​ເທົ່າ​ນັ້ນ ແລະ​ເຮົາ​ກໍ​ຈະ​ເຂົ້າ​ໃຈ​ຈະ​ແຈ້ງ​ຫຼາຍ​ຂຶ້ນ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ ບໍ່​ວ່າ​ເຮົາ​ຈະ​ເຈິ​ເລື່ອງ​ແບບ​ໃດ​ກໍ​ຕາມ.

17. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ເຮົາ​ມີ​ຫຼາຍ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ?

17 ເຮົາ​ມີ​ຫຼາຍ​ສິ່ງ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ຕັດສິນ​ໃຈ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ໃນ​ຄຳພີ​ໄບເບິນ​ເຮົາ​ໄດ້​ອ່ານ​ພົບ​ກົດ​ໝາຍ​ແລະ​ຫຼັກ​ການ​ທີ່​ຊ່ວຍ​ເຮົາ​ໃຫ້ “ເຖິງ​ທີ່​ສຳເລັດ​ແລະ​ຊຳນານ​ຈະ​ກະທຳ​ການ​ດີ​ທຸກ​ຢ່າງ.” (2 ຕີໂມເຕ 3:16, 17) ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ. ແຕ່​ເຮົາ​ຕ້ອງ​ພະຍາຍາມ​ຄົ້ນ​ຄວ້າ​ເບິ່ງ. (ເອເຟດ 5:17) ເຮົາ​ມີ​ເຄື່ອງ​ມື​ຕ່າງໆທີ່​ຈະ​ຊ່ວຍ​ເຮົາ​ໄດ້​ເຊັ່ນ: ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດທາວເວີ (ພາສາ​ອັງກິດ) ຄູ່​ມື​ຄົ້ນ​ຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ ຫ້ອງ​ສະ​ໝຸດ​ຂອງ​ວັອດທາວເວີ (ພາສາ​ອັງກິດ) ຫ້ອງ​ສະ​ໝຸດອອນ​ລາຍ​ຂອງ​ວັອດທາວເວີ ແລະ​ແອັບ​JW Library. ເມື່ອ​ເຮົາ​ໃຊ້​ເຄື່ອງ​ມື​ເຫຼົ່າ​ນີ້ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສຶກສາ​ສ່ວນ​ຕົວ​ແລະ​ການ​ນະມັດສະການ​ປະຈຳ​ຄອບຄົວ​ຫຼາຍ​ຂຶ້ນ.

ການ​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ​ເຮັດ​ໃຫ້​ໄດ້​ຮັບ​ປະໂຫຍດ

18. ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ໃຊ້​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ໃນ​ຊີວິດ​ຂອງ​ເຮົາ?

18 ຊີວິດ​ຂອງ​ເຮົາ​ຈະ​ດີ​ຫຼາຍ​ສໍ່າ​ໃດ​ຖ້າ​ເຮົາ​ໃຊ້​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະ​ເຢໂຫວາ! ຄຳເພງ 119:97-100 ບອກ​ວ່າ: “ຂ້າ​ນ້ອຍ​ຮັກ​ແພງ​ພະບັນຍັດ​ແຫ່ງ​ພະອົງ​ຫຼາຍ​ແທ້. ຂ້າ​ນ້ອຍ​ຄຶດ​ຕຶກຕອງ​ພະບັນຍັດ​ນັ້ນ​ໝົດ​ວັນ. ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ​ໄດ້​ໃຫ້​ຂ້າ​ນ້ອຍ​ມີ​ປັນຍາ​ກວ່າ​ພວກ​ສັດຕູ​ຕໍ່​ໜ້າ​ຂ້າ​ນ້ອຍ ເຫດ​ວ່າ​ຄຳ​ສັ່ງ​ນັ້ນ​ຢູ່​ນຳ​ຂ້າ​ນ້ອຍ​ເລື້ອຍ​ບໍ່​ຂາດ. ຂ້າ​ນ້ອຍ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ຄົນ​ທັງ​ປວງ​ທີ່​ສັ່ງ​ສອນ​ຂ້າ​ນ້ອຍ ຍ້ອນ​ຂ້າ​ນ້ອຍ​ຄຶດ​ຕຶກຕອງ​ຂໍ້​ບັນຍັດ​ທັງ​ຫຼາຍ​ແຫ່ງ​ພະອົງ. ຂ້າ​ນ້ອຍ​ມີ​ສະຕິ​ກວ່າ​ພວກ​ຜູ້​ເຖົ້າ​ແກ່​ຍ້ອນ​ຂ້າ​ນ້ອຍ​ຂັບ​ຕາມ​ຂໍ້​ບັນຍັດ​ທັງ​ຫຼາຍ​ແຫ່ງ​ພະອົງ.” ເມື່ອ​ເຮົາ​ໃຊ້​ເວລາ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວກັບ​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະເຈົ້າ ເຮົາ​ກໍ​ຈະ​ມີ​ຄວາມ​​ສະຫຼາດ​ແລະ​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ. ແລະ​ເມື່ອ​ເຮົາ​ໃຊ້​ກົດ​ໝາຍ​ແລະ​ຫຼັກ​ການ​ຂອງ​ພະເຈົ້າ​ຝຶກ​ສະຕິ​ຮູ້ສຶກ​ຜິດ​ຊອບ ນັ້ນ​ກໍ​ຈະ​ເຮັດ​ໃຫ້​ເຮົາ “ເຕີບໂຕ​ຢ່າງ​ເຕັມທີ​ຈົນ​ເປັນ​ຜູ້​ໃຫຍ່​ຄື​ພະ​ຄລິດ.”—ເອເຟດ 4:13, ລ.ມ.