ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ເຮົາ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ຄື​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ

ໃຫ້​ເຮົາ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ຄື​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ

‘ຂ້າພະເຈົ້າ​ຂໍ . . . ໃຫ້​ເຂົາ​ທັງ​ປວງ​ເປັນ​ໜຶ່ງ​ດຽວ​ເໝືອນ​ດັ່ງ​ພະ​ບິດາ​ຢູ່​ໃນ [“ເປັນ​ໜຶ່ງ​ດຽວ​ກັບ,” ລ.ມ.] ຂ້າພະເຈົ້າ.’—ໂຢຮັນ 17:20, 21

ເພງ: 24, 99

1, 2. (ກ) ຄັ້ງ​ສຸດ​ທ້າຍ​ທີ່​ພະ​ເຍຊູ​ອະທິດຖານ​ກັບ​ອັກຄະສາວົກ ເພິ່ນ​ໄດ້​ຂໍ​ຫຍັງ? (ຂ) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເປັນ​ຫ່ວງ​ເລື່ອງ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ?

ໃນ​ລະຫວ່າງ​ທີ່​ພະ​ເຍຊູ​ກິນ​ອາຫານ​ຄາບ​ສຸດ​ທ້າຍ​ກັບ​ອັກຄະສາວົກ ເລື່ອງ​ທີ່​ເພິ່ນ​ເປັນ​ຫ່ວງ​ຄື​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. ຕອນ​ທີ່​ເພິ່ນ​ອະທິດຖານ​ກັບ​ເຂົາ​ເຈົ້າ ເພິ່ນ​ເວົ້າ​ວ່າ​ຢາກ​ໃຫ້​ພວກ​ລູກ​ສິດ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຄື​ກັບ​ທີ່​ເພິ່ນ​ແລະ​ພໍ່​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. (ອ່ານ​ໂຢຮັນ 17:20, 21) ຖ້າ​ລູກ​ສິດ​ຂອງ​ພະ​ເຍຊູ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ ນີ້​ຈະ​ພິສູດ​ໃຫ້​ຄົນ​ອື່ນໆເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ສົ່ງ​ພະ​ເຍຊູ​ມາ​ເທິງ​ໂລກ. ຜູ້​ຄົນ​ຈະ​ໄດ້​ຮູ້​ວ່າ​ໃຜ​ເປັນ​ລູກ​ສິດ​ແທ້​ຂອງ​ພະ​ເຍຊູ​ກໍ​ໂດຍ​ເບິ່ງ​ຈາກ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ສະແດງ​ຕໍ່​ກັນ ແລະ​ຄວາມ​ຮັກ​ນີ້​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ.—ໂຢຮັນ 13:34, 35

2 ເຮົາ​ເຂົ້າ​ໃຈ​ເຫດຜົນ​ວ່າ​ເປັນ​ຫຍັງ​ໃນ​ຄືນ​ນັ້ນ​ພະ​ເຍຊູ​ລົມ​ກ່ຽວ​ກັບ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ແທ້ໆ ເພາະ​ເພິ່ນ​ສັງເກດ​ເຫັນ​ວ່າ​ພວກ​ອັກຄະສາວົກ​ຍັງ​ບໍ່​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ເທື່ອ. ຕົວຢ່າງ: ພວກ​ອັກຄະສາວົກ​ຖຽງ​ກັນ​ວ່າ: “ຜູ້​ໃດ​ແຕ່​ພວກ​ເຂົາ​ຈະ​ເປັນ​ທີ່​ຖື​ວ່າ​ເປັນ​ຜູ້​ໃຫຍ່​ທີ່​ສຸດ” ເຊິ່ງ​ກ່ອນ​ໜ້າ​ນີ້​ກໍ​ເຄີຍ​ຖຽງ​ກັນ​ມາ​ແລ້ວ. (ລືກາ 22:24-27; ມາລະໂກ 9:33, 34) ນອກ​ຈາກ​ນັ້ນ ຢາໂກໂບ​ແລະ​ໂຢຮັນ​ກໍ​ເຄີຍ​ຂໍ​ໃຫ້​ພະ​ເຍຊູ​ມອບ​ຕຳແໜ່ງ​ທີ່​ສຳຄັນ​ໃນ​ລັດຖະບານ​ສະຫວັນ​ໃຫ້​ເຂົາ​ເຈົ້າ.—ມາລະໂກ 10:35-40

3. ສິ່ງ​ໃດ​ອາດ​ເຮັດ​ໃຫ້​ລູກ​ສິດ​ຂອງ​ພະ​ເຍຊູ​ບໍ່​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ ແລະ​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

3 ການ​ຢາກ​ໄດ້​ອຳນາດ​ແລະ​ຕຳແໜ່ງ​ບໍ່​ແມ່ນ​ສິ່ງ​ດຽວ​ທີ່​ຈະ​ເຮັດ​ໃຫ້​ລູກ​ສິດ​ຂອງ​ພະ​ຄລິດ​ບໍ່​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ. ການ​ມີ​ອະຄະຕິ​ແລະ​ຄວາມ​ກຽດ​ຊັງ​ກໍ​ເປັນ​ອີກ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ປະຊາຊົນ​ໃນ​ສະໄໝ​ຂອງ​ພະ​ເຍຊູ​ແຕກ​ແຍກ​ກັນ. ລູກ​ສິດ​ຂອງ​ພະ​ເຍຊູ​ກໍ​ຕ້ອງ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ແບບ​ນີ້. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ທີ່​ວ່າ: ພະ​ເຍຊູ​ເຮັດ​ແນວ​ໃດ​ກັບ​ອະຄະຕິ? ເພິ່ນ​ຊ່ວຍ​ລູກ​ສິດ​ແນວ​ໃດ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ບໍ່​ລຳອຽງ? ຕົວຢ່າງ​ຂອງ​ພະ​ເຍຊູ​ແລະ​ສິ່ງ​ທີ່​ເພິ່ນ​ສອນ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮັກສາ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ?

ພະ​ເຍຊູ​ແລະ​ລູກ​ສິດ​ເຈິ​ກັບ​ອະຄະຕິ

4. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ພະ​ເຍຊູ​ເຈິ​ອະຄະຕິ.

4 ແມ່ນ​ແຕ່​ພະ​ເຍຊູ​ກໍ​ຍັງ​ເຈິ​ກັບ​ອະຄະຕິ. ເມື່ອ​ຟີລິບ​ບອກ​ນະທານາເອນ​ວ່າ​ລາວ​ໄດ້​ພົບ​ເມຊີ​ແລ້ວ ນະທານາເອນ​ກໍ​ເວົ້າ​ວ່າ: “ສິ່ງ​ໃດ​ສິ່ງ​ໜຶ່ງ​ອັນ​ດີ​ຈະ​ມາ​ແຕ່​ເມືອງ​ນາຊາເລດ​ໄດ້​ຫຼື?” (ໂຢຮັນ 1:46) ນະທານາເອນ​ຄົງ​ຮູ້​ວ່າ​ເມຊີ​ຈະ​ເກີດ​ຢູ່​ເບດເລເຫມ​ຕາມ​ທີ່​ພະຍາກອນ​ໄວ້​ໃນ​ມີເກ 5:2. ລາວ​ອາດ​ຄິດ​ວ່າ​ເມືອງ​ນາຊາເລດ​ຄົງ​ຈະ​ບໍ່​ມີ​ຄວາມ​ສຳຄັນ​ພໍ​ທີ່​ຈະ​ເປັນ​ບ້ານ​ເກີດ​ຂອງ​ເມຊີ​ໄດ້. ນອກ​ຈາກ​ນັ້ນ ພວກ​ຜູ້​ໃຫຍ່​ທີ່​ເປັນ​ຄົນ​ສຳຄັນ​ຂອງ​ຄົນ​ຢູເດ​ກໍ​ຍັງ​ໄດ້​ເວົ້າ​ດູຖູກ​ພະ​ເຍຊູ​ຍ້ອນ​ເພິ່ນ​ມາ​ຈາກ​ແຂວງ​ຄາລິເລ. (ໂຢຮັນ 7:52) ຄົນ​ຢູເດ​ຫຼາຍ​ຄົນ​ຄິດ​ວ່າ​ຄົນ​ຄາລິເລ​ຕໍ່າ​ຕ້ອຍ​ກວ່າ. ສ່ວນ​ຄົນ​ຢິວ​ຄົນ​ອື່ນໆກໍ​ດູຖູກ​ພະ​ເຍຊູ​ໂດຍ​ເອີ້ນ​ເພິ່ນ​ວ່າ​ຄົນ​ສະມາລີ. (ໂຢຮັນ 8:48) ເນື່ອງ​ຈາກ​ຄົນ​ສະມາລີ​ບໍ່​ແມ່ນ​ຄົນ​ໃນ​ຊາດ​ດຽວ​ກັນ​ກັບ​ຄົນ​ຢິວ ແລະ​ສາສະໜາ​ກໍ​ແຕກຕ່າງ​ກັນ. ດັ່ງ​ນັ້ນ ທັງ​ຄົນ​ຢູເດ​ແລະ​ຄົນ​ຄາລິເລ​ຈຶ່ງ​ບໍ່​ມັກ​ໃຫ້​ກຽດ​ຄົນ​ສະມາລີ ແລະ​ບໍ່​ຢາກ​ຫຍຸ້ງ​ກ່ຽວ​ກັບ​ເຂົາ​ເຈົ້າ.—ໂຢຮັນ 4:9

ເພື່ອ​ຈະ​ຮັກສາ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໄດ້ ລູກ​ສິດ​ຂອງ​ພະ​ເຍຊູ​ຕ້ອງ​ປ່ຽນ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ

5. ລູກ​ສິດ​ຂອງ​ພະ​ເຍຊູ​ເຈິ​ກັບ​ອະຄະຕິ​ຫຍັງ​ແດ່?

5 ພວກ​ຫົວ​ໜ້າ​ສາສະໜາ​ຄົນ​ຢິວ​ຍັງ​ໄດ້​ດູຖູກ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ. ພວກ​ຟາລິຊຽນ​ເອີ້ນ​ເຂົາ​ເຈົ້າ​ວ່າ: “ເປັນ​ຄົນ​ທີ່​ຖືກ​ສາບ​ແຊ່ງ.” (ໂຢຮັນ 7:47-49, ລ.ມ.) ພວກ​ຟາລິຊຽນ​ເບິ່ງ​ວ່າ​ຜູ້​ໃດ​ທີ່​ບໍ່​ໄດ້​ຮຽນ​ຢູ່​ໂຮງ​ຮຽນ​ສອນ​ສາສະໜາ​ຢິວ​ແລະ​ບໍ່​ເຮັດ​ຕາມ​ທຳນຽມ​ຂອງ​ເຂົາ​ເຈົ້າ​ກໍ​ເປັນ​ຄົນ​ທີ່​ບໍ່​ມີ​ຄ່າ​ແລະ​ເປັນ​ຄົນ​ທຳມະດາ. (ກິດຈະການ 4:13) ການ​ທີ່​ພະ​ເຍຊູ​ແລະ​ລູກ​ສິດ​ຕ້ອງ​ເຈິ​ກັບ​ອະຄະຕິ​ກໍ​ເປັນ​ຍ້ອນ​ຜູ້​ຄົນ​ໃນ​ສະໄໝ​ນັ້ນ​ພູມ​ໃຈ​ຫຼາຍ​ໃນ​ສາສະໜາ ຖານະ​ທາງ​ສັງຄົມ ແລະ​ເຊື້ອ​ຊາດ​ຂອງ​ເຂົາ​ເຈົ້າ. ອະຄະຕິ​ນີ້​ຍັງ​ສົ່ງ​ຜົນ​ຕໍ່​ລູກ​ສິດ​ແລະ​ວິທີ​ທີ່​ເຂົາ​ເຈົ້າ​ເບິ່ງ​ຄົນ​ອື່ນ. ເພື່ອ​ຈະ​ຮັກສາ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ໄດ້ ເຂົາ​ເຈົ້າ​ຕ້ອງ​ປ່ຽນ​ວິທີ​ຄິດ​ໃໝ່.

6. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ອະຄະຕິ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ?

6 ໃນ​ທຸກ​ມື້​ນີ້​ເຮົາ​ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ອະຄະຕິ. ຄົນ​ອື່ນ​ອາດ​ຈະ​ມີ​ອະຄະຕິ​ກັບ​ເຮົາ ຫຼື​ບາງ​ເທື່ອ​ເຮົາ​ກໍ​ອາດ​ຈະ​ມີ​ອະຄະຕິ​ກັບ​ຄົນ​ອື່ນ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຕອນ​ນີ້​ເປັນ​ໄພໂອເນຍ​ໃນ​ອົດສະຕຣາລີ​ບອກ​ວ່າ: “ເມື່ອ​ຂ້ອຍ​ເຫັນ​ຄົນ​ຜິວ​ຂາວ​ປະຕິບັດ​ກັບ​ຄົນ​ພື້ນເມືອງ​ອະ​ບໍ​ລິ​ຈິນ​ນໍ​ຢ່າງ​ບໍ່​ຍຸຕິທຳ​ທັງ​ໃນ​ອະດີດ​ແລະ​ຕອນ​ນີ້ ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ກຽດ​ຊັງ​ຄົນ​ຜິວ​ຂາວ​ຫຼາຍ​ຂຶ້ນ.” ຄວາມ​ກຽດ​ຊັງ​ຂອງ​ລາວ​ແຮງ​ເພີ່ມ​ຂຶ້ນ​ໄປ​ອີກ​ເພາະ​ມີ​ບາງ​ຄົນ​ປະຕິບັດ​ບໍ່​ດີ​ກັບ​ລາວ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຈາກ​ການາດາ​ບອກ​ວ່າ: “ຂ້ອຍ​ຄິດ​ວ່າ​ຄົນ​ທີ່​ເວົ້າ​ພາສາ​ຝຣັ່ງ​ໄດ້​ເໜືອ​ກວ່າ​ຄົນ​ອື່ນ.” ຜົນ​ກໍ​ຄື​ມັນ​ເຮັດ​ໃຫ້​ລາວ​ບໍ່​ມັກ​ຄົນ​ທີ່​ເວົ້າ​ພາສາ​ອັງກິດ.

7. ພະ​ເຍຊູ​ເຮັດ​ແນວ​ໃດ​ກັບ​ອະຄະຕິ?

7 ໃນ​ທຸກ​ມື້​ນີ້​ກໍ​ຄື​ກັບ​ກັນ​ສະໄໝ​ຂອງ​ພະ​ເຍຊູ ຄວາມ​ຮູ້ສຶກ​ມີ​ອະຄະຕິ​ກໍ​ຮຸນແຮງ​ຫຼາຍ​ແລະ​ປ່ຽນ​ຍາກ. ພະ​ເຍຊູ​ເຮັດ​ແນວ​ໃດ​ກັບ​ອະຄະຕິ​ນີ້? ທຳອິດ ພະ​ເຍຊູ​ບໍ່​ເຄີຍ​ມີ​ອະຄະຕິ​ແລະ​ຄວາມ​ລຳອຽງ​ເລີຍ. ເພິ່ນ​ປະກາດ​ກັບ​ທຸກ​ຄົນ​ບໍ່​ວ່າ​ຈະ​ລວຍ​ຫຼື​ທຸກ ທັງ​ກັບ​ຟາລິຊຽນ​ແລະ​ສະມາລີ ແລະ​ແມ່ນ​ແຕ່​ກັບ​ຄົນ​ເກັບ​ພາສີ​ແລະ​ຄົນ​ບາບ. ທີ​ສອງ ພະ​ເຍຊູ​ທັງ​ສອນ​ລູກ​ສິດ​ແລະ​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ວ່າ​ບໍ່​ຄວນ​ສົງໄສ​ຫຼື​ມີ​ອະຄະຕິ​ກັບ​ຄົນ​ອື່ນ.

ເອົາ​ຊະນະ​ອະຄະຕິ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ຖ່ອມ

8. ອັນ​ໃດ​ຄື​ຫຼັກ​ການ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້​ເຮົາ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ? ຂໍ​ໃຫ້​ອະທິບາຍ

8 ພະ​ເຍຊູ​ສອນ​ຫຼັກ​ການ​ສຳຄັນ​ເພື່ອ​ຊ່ວຍ​ໃຫ້​ລູກ​ສິດ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ. ເພິ່ນ​ບອກ​ລູກ​ສິດ​ວ່າ: “ທ່ານ​ທັງ​ຫຼາຍ​ເປັນ​ພີ່​ນ້ອງ​ກັນ​ທຸກ​ຄົນ.” (ອ່ານ​ມັດທາຍ 23:8, 9) ໃນ​ແງ່​ໜຶ່ງ ພວກ​ເຮົາ​ເປັນ​ພີ່​ນ້ອງ​ກັນ​ເພາະ​ເຮົາ​ເປັນ​ລູກ​ຫຼານ​ຂອງ​ອາດາມ. (ກິດຈະການ 17:26) ນອກ​ຈາກ​ນັ້ນ ພະ​ເຍຊູ​ຍັງ​ອະທິບາຍ​ວ່າ​ລູກ​ສິດ​ຂອງ​ເພິ່ນ​ເປັນ​ພີ່​ນ້ອງ​ກັນ​ເພາະ​ເຂົາ​ເຈົ້າ​ມີ​ພໍ່​ເທິງ​ສະຫວັນ​ອົງ​ດຽວ​ກັນ​ກໍ​ຄື​ພະ​ເຢໂຫວາ. (ມັດທາຍ 12:50) ເຂົາ​ເຈົ້າ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ພະເຈົ້າ ແລະ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ເພາະ​ມີ​ຄວາມ​ຮັກ​ແລະ​ຄວາມ​ເຊື່ອ. ນີ້​ເປັນ​ເຫດຜົນ​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຄລິດສະຕຽນ​ຄົນ​ອື່ນໆວ່າ​ພີ່​ນ້ອງ​ໃນ​ຈົດ​ໝາຍ​ທີ່​ຂຽນ​ເຖິງ​ປະຊາຄົມ​ຕ່າງໆ.—ໂລມ 1:13; 1 ເປໂຕ 2:17; 1 ໂຢຮັນ 3:13

9, 10. (ກ) ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ເຫດຜົນ​ທີ່​ຄົນ​ຢິວ​ຈະ​ພູມ​ໃຈ​ໃນ​ເຊື້ອ​ຊາດ​ຂອງ​ຕົວ​ເອງ? (ຂ) ພະ​ເຍຊູ​ສອນ​ແນວ​ໃດ​ວ່າ​ການ​ດູຖູກ​ຄົນ​ທີ່​ບໍ່​ແມ່ນ​ເຊື້ອ​ຊາດ​ດຽວ​ກັນ​ເປັນ​ເລື່ອງ​ທີ່​ຜິດ? (ເບິ່ງ​ຮູບ​ທຳອິດ)

9 ຫຼັງ​ຈາກ​ທີ່​ພະ​ເຍຊູ​ບອກ​ລູກ​ສິດ​ວ່າ​ເຂົາ​ເຈົ້າ​ຄວນ​ເບິ່ງ​ກັນ​ແລະ​ກັນ​ເປັນ​ຄື​ກັບ​ພີ່​ນ້ອງ ເພິ່ນ​ເນັ້ນ​ວ່າ​ເຂົາ​ເຈົ້າ​ຕ້ອງ​ເປັນ​ຄົນ​ທີ່​ຖ່ອມ​ຕົວ. (ອ່ານ​ມັດທາຍ 23:11, 12) ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໄປ​ແລ້ວ ຫຼາຍ​ຄັ້ງ​ຄວາມ​ຍິ່ງ​ເຮັດ​ໃຫ້​ພວກ​ອັກຄະສາວົກ​ແຕກ​ແຍກ​ກັນ. ໃນ​ສະໄໝ​ຂອງ​ພະ​ເຍຊູ ຜູ້​ຄົນ​ມັກ​ພູມ​ໃຈ​ຫຼາຍ​ໃນ​ເຊື້ອ​ຊາດ​ຂອງ​ຕົວ​ເອງ. ຄົນ​ຢິວ​ຫຼາຍ​ຄົນ​ເຊື່ອ​ວ່າ​ເຂົາ​ເຈົ້າ​ດີ​ກວ່າ​ຄົນ​ອື່ນ​ເພາະ​ເປັນ​ລູກ​ຫຼານ​ຂອງ​ອັບລາຫາມ. ແຕ່​ໂຢຮັນ​ບັບຕິດໂຕ​ບອກ​ເຂົາ​ເຈົ້າ​ວ່າ: “ພະເຈົ້າ​ອາດ​ເອົາ​ກ້ອນ​ຫີນ​ທັງ​ຫຼາຍ​ນີ້​ໃຫ້​ເກີດ​ເປັນ​ລູກ​ແຫ່ງ​ທ່ານ​ອັບລາຫາມ​ກໍ​ໄດ້.”—ລືກາ 3:8

10 ພະ​ເຍຊູ​ສອນ​ວ່າ​ເປັນ​ເລື່ອງ​ທີ່​ຜິດ​ທີ່​ຄົນ​ເຮົາ​ຈະ​ພູມ​ໃຈ​ໃນ​ເຊື້ອ​ຊາດ​ຂອງ​ຕົວ​ເອງ. ເພິ່ນ​ເຮັດ​ໃຫ້​ເລື່ອງ​ນີ້​ຊັດເຈນ​ຕອນ​ທີ່​ຄູ​ສອນ​ສາສະໜາ​ມາ​ຖາມ​ວ່າ: “ຜູ້​ໃດ​ເປັນ​ເພື່ອນ​ບ້ານ​ຂອງ​ຂ້າພະເຈົ້າ?” ເພື່ອ​ຈະ​ຕອບ​ຄຳຖາມ​ນີ້ ພະ​ເຍຊູ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ຄື ຊາຍ​ຢິວ​ຄົນ​ໜຶ່ງ​ໄດ້​ຖືກ​ໂຈນ​ປຸ້ນ​ຈີ້ ທຸບ​ຕີ ແລະ​ຖິ້ມ​ລາວ​ໄວ້​ຂ້າງ​ທາງ ທັງໆທີ່​ມີ​ຄົນ​ຢິວ​ບາງ​ຄົນ​ຍ່າງ​ຜ່ານ​ກາຍ​ລາວ​ໄປ​ແຕ່​ກໍ​ບໍ່​ໄດ້​ຊ່ວຍ​ເຫຼືອ. ແຕ່​ມີ​ຊາຍ​ສະມາລີ​ຄົນ​ໜຶ່ງ​ຜ່ານ​ມາ​ພໍ້​ຊາຍ​ຄົນ​ນີ້ ລາວ​ຮູ້ສຶກ​ອີ່​ຕົນ​ກໍ​ເລີຍ​ຊ່ວຍ​ເຫຼືອ. ພະ​ເຍຊູ​ສະ​ຫຼຸບ​ເລື່ອງ​ນີ້​ໂດຍ​ບອກ​ກັບ​ຄູ​ສອນ​ສາສະໜາ​ວ່າ​ລາວ​ຕ້ອງ​ເປັນ​ຄື​ກັບ​ຄົນ​ສະມາລີ. (ລືກາ 10:25-37) ພະ​ເຍຊູ​ເຮັດ​ໃຫ້​ເຫັນ​ວ່າ​ຕົວຢ່າງ​ຂອງ​ຄົນ​ສະມາລີ​ສາມາດ​ສອນ​ຄົນ​ຢິວ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​ຂອງ​ການ​ຮັກ​ເພື່ອນ​ບ້ານ.

11. ເປັນ​ຫຍັງ​ລູກ​ສິດ​ຂອງ​ພະ​ເຍຊູ​ຕ້ອງ​ບໍ່​ລຳອຽງ ແລະ​ພະ​ເຍຊູ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ແນວ​ໃດ​ໃນ​ເລື່ອງ​ນີ້?

11 ກ່ອນ​ທີ່​ພະ​ເຍຊູ​ໄປ​ສະຫວັນ ເພິ່ນ​ບອກ​ລູກ​ສິດ​ໃຫ້​ປະກາດ ‘ໄປ​ທົ່ວ​ໃນ​ແຂວງ​ຢູເດ ແຂວງ​ສະມາລີ ແລະ​ໄປ​ເຖິງ​ທີ່​ສຸດ​ແຜ່ນດິນ​ໂລກ.’ (ກິດຈະການ 1:8) ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ລູກ​ສິດ​ຂອງ​ພະ​ເຍຊູ​ຕ້ອງ​ເອົາ​ຊະນະ​ຄວາມ​ຍິ່ງ​ແລະ​ອະຄະຕິ. ພະ​ເຍຊູ​ໄດ້​ກຽມ​ລູກ​ສິດ​ໄວ້​ໃຫ້​ພ້ອມ​ທີ່​ຈະ​ປະກາດ​ກັບ​ຄົນ​ທຸກ​ຊາດ​ໂດຍ​ການ​ເວົ້າ​ເລື້ອຍໆກ່ຽວ​ກັບ​ສິ່ງ​ດີໆທີ່​ຄົນ​ຕ່າງ​ຊາດ​ເຮັດ. ຕົວຢ່າງ: ເພິ່ນ​ຊົມ​ເຊີຍ​ທະຫານ​ນາຍ​ຮ້ອຍ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ. (ມັດທາຍ 8:5-10) ໃນ​ເມືອງ​ນາຊາເລດ​ບ້ານ​ເກີດ​ຂອງ​ເພິ່ນ ພະ​ເຍຊູ​ໄດ້​ອະທິບາຍ​ວິທີ​ທີ່​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ເຫຼືອ​ຄົນ​ຕ່າງ​ຊາດ​ເຊັ່ນ: ແມ່​ໝ້າຍ​ຄົນ​ການາອານ​ໃນ​ເມືອງ​ຊາເຣບຕາ ແລະ​ນາອາມານ​ຄົນ​ຊີລີ​ທີ່​ເປັນ​ຂີ້ທູດ. (ລືກາ 4:25-27) ນອກ​ຈາກ​ນັ້ນ ພະ​ເຍຊູ​ຍັງ​ໄດ້​ປະກາດ​ກັບ​ຍິງ​ສະມາລີ ແລະ​ເຖິງ​ຂັ້ນ​ຢູ່​ເມືອງ​ສະມາລີ​ເຖິງ 2 ມື້​ຍ້ອນ​ມີ​ຜູ້​ຄົນ​ສົນ​ໃຈ​ຂ່າວ​ດີ.—ໂຢຮັນ 4:21-24, 40

ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ຕ້ອງ​ຕໍ່​ສູ້​ເພື່ອ​ເອົາ​ຊະນະ​ອະຄະຕິ

12, 13. (ກ) ອັກຄະສາວົກ​ເຮັດ​ແນວ​ໃດ​ຕອນ​ທີ່​ພະ​ເຍຊູ​ສອນ​ຜູ້​ຍິງ​ສະມາລີ? (ເບິ່ງ​ຮູບ​ທຳອິດ) (ຂ) ຢາໂກໂບ​ກັບ​ໂຢຮັນ​ເຮັດ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ພະ​ເຍຊູ​ພະຍາຍາມ​ສອນ?

12 ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ​ທີ່​ອັກຄະສາວົກ​ຈະ​ສາມາດ​​ເອົາ​ຊະນະ​ອະຄະຕິ​ຂອງ​ຕົວ​ເອງ. ເຂົາ​ເຈົ້າ​ຮູ້ສຶກ​ແປກ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ພະ​ເຍຊູ​ເຕັມ​ໃຈ​ປະກາດ​ກັບ​ຍິງ​ສະມາລີ. (ໂຢຮັນ 4:9, 27) ຍ້ອນ​ຫຍັງ? ບາງ​ເທື່ອ​ອາດ​ເປັນ​ຍ້ອນ​ວ່າ​ພວກ​ຫົວ​ໜ້າ​ສາສະໜາ​ຢິວ​ບໍ່​ຍອມ​ເວົ້າ​ກັບ​ຜູ້​ຍິງ​ໃນ​ບ່ອນ​ສາທາລະນະ ແລະ​ແຮ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ໄປ​ເວົ້າ​ກັບ​ຜູ້​ຍິງ​ສະມາລີ​ທີ່​ມີ​ຊື່ສຽງ​ບໍ່​ດີ​ແບບ​ນັ້ນ. ພວກ​ອັກຄະສາວົກ​ເອີ້ນ​ພະ​ເຍຊູ​ມາ​ກິນ​ເຂົ້າ ແຕ່​ພະ​ເຍຊູ​ຍັງ​ມ່ວນ​ກັບ​ການ​ປະກາດ​ນຳ​ຜູ້​ຍິງ​ສະມາລີ​ຄົນ​ນີ້​ເຊິ່ງ​ເພິ່ນ​ເຫັນ​ວ່າ​ສຳຄັນ​ກວ່າ​ການ​ກິນ​ອາຫານ. ການ​ປະກາດ​ແລະ​ການ​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ກໍ​ເປັນ​ຄື​ກັບ​ອາຫານ​ສຳລັບ​ເພິ່ນ ເຊິ່ງ​ການ​ປະກາດ​ກັບ​ຜູ້​ຍິງ​ສະມາລີ​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ.—ໂຢຮັນ 4:31-34

13 ຢາໂກໂບ​ແລະ​ໂຢຮັນ​ບໍ່​ເຂົ້າ​ໃຈ​ບົດຮຽນ​ທີ່​ສຳຄັນ​ນີ້. ຕອນ​ທີ່​ພວກ​ລູກ​ສິດ​ຂອງ​ເພິ່ນ​ໄດ້​ເດີນ​ທາງ​ໄປ​ປະກາດ​ກັບ​ພະ​ເຍຊູ​ຢູ່​ທີ່​ເມືອງ​ສະມາລີ ເຂົາ​ເຈົ້າ​ໄດ້​ຊອກ​ຫາ​ບ່ອນ​ພັກ​ເຊົາ​ເພື່ອ​ຄ້າງ​ຄືນ​ໃນ​ໝູ່​ບ້ານ​ໜຶ່ງ. ແຕ່​ຄົນ​ສະມາລີ​ບໍ່​ຍອມ​ໃຫ້​ເຂົາ​ເຈົ້າ​ພັກ​ນຳ. ຢາໂກໂບ​ກັບ​ໂຢຮັນ​ໃຈ​ຮ້າຍ​ຫຼາຍ​ຈຶ່ງ​ຖາມ​ພະ​ເຍຊູ​ວ່າ​ຢາກ​ໃຫ້​ເຂົາ​ເຈົ້າ​ເອີ້ນ​ໄຟ​ຈາກ​ຟ້າ​ລົງ​ມາ​ເຜົາ​ໝູ່​ບ້ານ​ນີ້​ໃຫ້​ໝົດ​ເລີຍ​ບໍ. ພະ​ເຍຊູ​ຕຳໜິ​ເຂົາ​ເຈົ້າ​ຢ່າງ​ແຮງ. (ລືກາ 9:51-56) ຖ້າ​ເລື່ອງ​ນີ້​ເກີດ​ຂຶ້ນ​ໃນ​ຄາລິເລ​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ ຢາໂກໂບ​ແລະ​ໂຢຮັນ​ກໍ​ຄົງ​ຈະ​ບໍ່​ໃຈ​ຮ້າຍ​ຫຼາຍ​ຂະໜາດ​ນີ້. ທີ່​ເປັນ​ແບບ​ນີ້​ກໍ​ອາດ​ເປັນ​ຍ້ອນ​ເຂົາ​ເຈົ້າ​ມີ​ອະຄະຕິ. ຕໍ່​ມາ ເມື່ອ​ໂຢຮັນ​ໄປ​ປະກາດ​ກັບ​ຄົນ​ສະມາລີ​ແລະ​ກໍ​ມີ​ຫຼາຍ​ຄົນ​ທີ່​ສົນ​ໃຈ​ຟັງ​ລາວ ບາງ​ເທື່ອ​ລາວ​ອາດ​​ຮູ້ສຶກ​ອາຍ​ທີ່​ລາວ​ເຄີຍ​ມີ​ອະຄະຕິ​ແບບ​ນັ້ນ.—ກິດຈະການ 8:14, 25

14. ບັນຫາ​ເລື່ອງ​ອະຄະຕິ​ໄດ້​ມີ​ການ​ແກ້ໄຂ​ແນວ​ໃດ?

14 ບໍ່​ດົນ​ຫຼັງ​ຈາກ​ວັນ​ເພນເຕກອດ​ປີ 33 ໄດ້​ມີ​ບັນຫາ​ເລື່ອງ​ການ​ແບ່ງ​ແຍກ​ເຊື້ອ​ຊາດ​ເກີດ​ຂຶ້ນ​ໃນ​ປະຊາຄົມ. ຕອນ​ທີ່​ພີ່​ນ້ອງ​ແຈກ​ຢາຍ​ອາຫານ​ໃຫ້​ພວກ​ແມ່​ໝ້າຍ ເຂົາ​ເຈົ້າ​ພັດ​ເບິ່ງ​ຂ້າມ​ແມ່​ໝ້າຍ​ທີ່​ເວົ້າ​ພາສາ​ເກັຣກ. (ກິດຈະການ 6:1) ນີ້​ອາດ​ເປັນ​ຍ້ອນ​ມີ​ອະຄະຕິ​ທາງ​ດ້ານ​ພາສາ. ພວກ​ອັກຄະສາວົກ​ກໍ​ຮີບ​ຟ້າວ​ແກ້ໄຂ​ບັນຫາ​ທັນທີ. ເຂົາ​ເຈົ້າ​ໄດ້​ເລືອກ​ພີ່​ນ້ອງ​ຊາຍ​ທີ່​ມີ​ຄຸນສົມບັດ 7 ຄົນ​ໄປ​ແຈກ​ຢາຍ​ອາຫານ​ຢ່າງ​ຍຸຕິທຳ. ເນື່ອງ​ຈາກ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ມີ​ຊື່​ເປັນ​ພາສາ​ເກັຣກ​ຈຶ່ງ​ອາດ​ເຮັດ​ໃຫ້​ແມ່​ໝ້າຍ​ທີ່​ເວົ້າ​ພາສາ​ເກັຣກ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ.

15. ເປໂຕ​ໄດ້​ຮຽນ​ຮູ້​ແນວ​ໃດ​ໃນ​ເລື່ອງ​ຄວາມ​ບໍ່​ລຳອຽງ? (ເບິ່ງ​ຮູບ​ທຳອິດ)

15 ໃນ​ປີ 36 ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​​ເລີ່ມ​ປະກາດ​ກັບ​ຄົນ​ຈາກ​ທຸກ​ຊາດ. ກ່ອນ​ໜ້າ​ນີ້ ອັກຄະສາວົກ​ເປໂຕ​ເຄີຍ​ໃຊ້​ເວລາ​ຢູ່​ແຕ່​ກັບ​ຄົນ​ຢິວ. ຈາກ​ນັ້ນ ພະເຈົ້າ​ກໍ​ຊ່ວຍ​ລາວ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ຄລິດສະຕຽນ​ບໍ່​ຄວນ​ລຳອຽງ ແລ້ວ​ເປໂຕ​ກໍ​ໄດ້​​ປະກາດ​ກັບ​ໂຄເນເລຍ​ເຊິ່ງ​ເປັນ​ທະຫານ​ໂລມ. (ອ່ານ​ກິດຈະການ 10:28, 34, 35) ຫຼັງ​ຈາກ​ນັ້ນ ເປໂຕ​ກໍ​ໄດ້​ໃຊ້​ເວລາ​ກັບ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ. ແຕ່​ຫຼາຍ​ປີ​ຕໍ່​ມາ ໃນ​ເມືອງ​ອັນຕີອົກ ເປໂຕ​ພັດ​ເຊົາ​ກິນ​ອາຫານ​ກັບ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ. (ຄາລາຊີ 2:11-14) ໂປໂລ​ໄດ້​ຕຳໜິ​ເປໂຕ ແລະ​ເປໂຕ​ກໍ​ຍອມ​ຮັບ​ຄຳ​ແນະນຳ​ນັ້ນ. ເຮົາ​ຮູ້​ໄດ້​ແນວ​ໃດ? ເພາະ​ຕອນ​ທີ່​ເປໂຕ​ຂຽນ​ຈົດ​ໝາຍ​ສະບັບ​ທຳອິດ​ເຖິງ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດ​ໃນ​ອາຊີ​ນ້ອຍ ລາວ​ບອກ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ພີ່​ນ້ອງ​ທຸກ​ຄົນ​ຈະ​ຕ້ອງ​ຮັກ​ກັນ.—1 ເປໂຕ 1:1; 2:17

16. ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ມີ​ຊື່ສຽງ​ໃນ​ເລື່ອງ​ໃດ?

16 ເຫັນ​ໄດ້​ຈະ​ແຈ້ງ​ວ່າ​ຍ້ອນ​ຕົວຢ່າງ​ຂອງ​ພະ​ເຍຊູ ພວກ​ອັກຄະສາວົກ​ຈຶ່ງ​ໄດ້​ຮຽນ​ຮູ້​ທີ່​ຈະ​ຮັກ “ທຸກ​ຄົນ.” (ໂຢຮັນ 12:32; 1 ຕີໂມເຕ 4:10) ເຖິງ​ວ່າ​ຕ້ອງ​ໃຊ້​ເວລາ​ດົນ ແຕ່​ເຂົາ​ເຈົ້າ​ສາມາດ​ປ່ຽນ​ວິທີ​ເບິ່ງ​ຜູ້​ຄົນ​ໄດ້. ທີ່​ຈິງ ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ມີ​ຊື່ສຽງ​ວ່າ​ເຂົາ​ເຈົ້າ​ຮັກ​ກັນ​ແລະ​ກັນ​ຫຼາຍ. ປະມານ​ປີ ຄ.ສ. 200 ນັກ​ຂຽນ​ຊື່​ເ​ທີ​ທູ​ລຽນ​ໄດ້​ຍົກ​ຄຳ​ເວົ້າ​ຂອງ​ຄົນ​ອື່ນ​ທີ່​ເວົ້າ​ເຖິງ​ຄລິດສະຕຽນ​ວ່າ: “ເຂົາ​ເຈົ້າ​ຮັກ​ກັນ​ແລະ​ກັນ” ແລະ “ເຂົາ​ເຈົ້າ​ພ້ອມ​ທີ່​ຈະ​ຕາຍ​ແທນ​ກັນ​ແລະ​ກັນ​ໄດ້.” ເນື່ອງ​ຈາກ​ຄລິດສະຕຽນ​ໄດ້​ປູກ​ຝັງ “ລັກສະນະ​ນິດໄສ​ໃໝ່” ເຂົາ​ເຈົ້າ​ຈຶ່ງ​ຮຽນ​ຮູ້​ທີ່​ຈະ​ເບິ່ງ​ວ່າ​ທຸກ​ຄົນ​ເທົ່າ​ທຽມ​ກັນ​ຄື​ກັບ​ທີ່​ພະເຈົ້າ​ເບິ່ງ​ເຂົາ​ເຈົ້າ.—ໂກໂລດ 3:10, 11, ລ.ມ.

17. ເຮົາ​ຈະ​ສາມາດ​ກຳຈັດ​ຄວາມ​ຮູ້ສຶກ​ທີ່​ມີ​ອະຄະຕິ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

17 ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ອາດ​ຕ້ອງ​ໃຊ້​ເວລາ​ດົນ​ຄື​ກັນ​ເພື່ອ​ຈະ​ກຳຈັດ​ອະຄະຕິ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ຝຣັ່ງ​ເລົ່າ​ວ່າ​ນີ້​ເປັນ​ເລື່ອງ​ຍາກ​ຫຼາຍ​ສຳລັບ​ລາວ. ລາວ​ບອກ​ວ່າ: “ພະ​ເຢໂຫວາ​ສອນ​ຂ້ອຍ​ໃຫ້​ຮູ້​ວ່າ​ຄວາມ​ຮັກ​ໝາຍ​ເຖິງ​ຫຍັງ ການ​ແບ່ງ​ປັນ​ແລະ​ການ​ຮັກ​ຄົນ​ທຸກ​ຊະນິດ​ໝາຍ​ເຖິງ​ຫຍັງ. ແຕ່​ຂ້ອຍ​ກໍ​ຍັງ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເອົາ​ຊະນະ​ອະຄະຕິ​ທີ່​ມີ​ຕໍ່​ຄົນ​ອື່ນ ເຊິ່ງ​ມັນ​ບໍ່​ງ່າຍ​ເລີຍ. ຂ້ອຍ​ຈຶ່ງ​ຕ້ອງ​ໝັ່ນ​ອະທິດຖານ​ເລື້ອຍໆໃນ​ເລື່ອງ​ນີ້.” ພີ່​ນ້ອງ​ຍິງ​ໃນ​ແອ​ດ​ສະ​ປາຍ​ກໍ​ບອກ​ວ່າ​ບາງ​ເທື່ອ​ລາວ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ກັບ​ຄົນ​ບາງ​ເຊື້ອ​ຊາດ​ຢູ່. ລາວ​ບອກ​ວ່າ: “ຫຼາຍ​ເທື່ອ​ຂ້ອຍ​ກໍ​ເຮັດ​ໄດ້ ແຕ່​ກໍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ຕໍ່​ສູ້​ຕໍ່ໆໄປ. ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ແທ້ໆແລະ​ດີ​ໃຈ​ທີ່​ໄດ້​ຢູ່​ໃນ​ຄອບຄົວ​ທີ່​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ແບບ​ນີ້.” ດັ່ງ​ນັ້ນ ເຮົາ​ທຸກ​ຄົນ​ຈຳເປັນ​ຕ້ອງ​ກຳຈັດ​ຄວາມ​ຮູ້ສຶກ​ທີ່​ມີ​ອະຄະຕິ​ນີ້.

ເມື່ອ​ຄວາມ​ຮັກ​ເພີ່ມ​ຂຶ້ນ ອະຄະຕິ​ກໍ​ໝົດ​ໄປ

18, 19. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ຕ້ອນຮັບ​ທຸກ​ຄົນ? (ຂ) ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

18 ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ຈື່​ໄວ້​ວ່າ​ພວກ​ເຮົາ​ທຸກ​ຄົນ​ເຄີຍ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ. (ເອເຟດ 2:12) ແຕ່​ພະ​ເຢໂຫວາ​ດຶງ​ເຮົາ​ໃຫ້​ເຂົ້າ​ມາ​ຫາ​ພະອົງ​ດ້ວຍ​ຄວາມ​ຮັກ. (ໂອເຊ 11:4; ໂຢຮັນ 6:44) ແລະ​ພະ​ເຍຊູ​ຄລິດ​ກໍ​ຕ້ອນຮັບ​ເຮົາ​ໂດຍ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະເຈົ້າ. (ອ່ານ​ໂລມ 15:7) ເຖິງ​ວ່າ​ເຮົາ​ບໍ່​ສົມບູນ​ແບບ ແຕ່​ພະ​ເຍຊູ​ກໍ​ຍິນດີ​ຮັບ​ເຮົາ. ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ຄິດ​ທີ່​ຈະ​ປະຕິເສດ​ຄົນ​ອື່ນ.

ເຮົາ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ຮັກ​ກັນ​ຍ້ອນ​ເຮົາ​ຊອກ​ຫາ “ຄວາມ​ປັນຍາ​ທີ່​ມາ​ແຕ່​ທາງ​ເທິງ” (ເບິ່ງ​ຂໍ້ 19)

19 ໃນ​ຂະນະ​ທີ່​ລະບົບ​ຊົ່ວ​ນີ້​ໃກ້​ຈະ​ຖືກ​ທຳລາຍ ຜູ້​ຄົນ​ຈະ​ມີ​ຄວາມ​ແຕກ​ແຍກ ມີ​ອະຄະຕິ ແລະ​ຄວາມ​ກຽດ​ຊັງ​ຫຼາຍ​ຂຶ້ນ. (ຄາລາຊີ 5:19-21; 2 ຕີໂມເຕ 3:13) ແຕ່​ພວກ​ເຮົາ​ທີ່​ເປັນ​ຄົນ​ຂອງ​ພະເຈົ້າ ເຮົາ​ຊອກ​ຫາ “ຄວາມ​ປັນຍາ​ທີ່​ມາ​ແຕ່​ທາງ​ເທິງ” ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ບໍ່​ລຳອຽງ​ແລະ​ສ້າງ​ສັນຕິສຸກ. (ຢາໂກໂບ 3:17, 18) ເຮົາ​ດີ​ໃຈ​ແທ້ໆທີ່​ໄດ້​ເປັນ​ໝູ່​ກັບ​ພີ່​ນ້ອງ​ຫຼາຍ​ປະເທດ ຍອມ​ຮັບ​ວັດທະນະ​ທຳ​ທີ່​ແຕກຕ່າງ ແລະ​ເຖິງ​ຂັ້ນ​ຮຽນ​ພາສາ​ຂອງ​ເຂົາ​ເຈົ້າ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ທີ່ “ເປັນ​ຄື​ແມ່ນໍ້າ” ແລະ​ມີ​ຄວາມ​ຍຸຕິທຳ​ທີ່​ເປັນ “ຄື​ນໍ້າ​ທະເລ.”—ເອຊາອີ 48:17, 18

20. ເກີດ​ຫຍັງ​ຂຶ້ນ​ເມື່ອ​ຄວາມ​ຮັກ​ປ່ຽນ​ແປງ​ວິທີ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ?

20 ຕອນ​ທີ່​ພີ່​ນ້ອງ​ຍິງ​ຈາກ​ອົດສະຕຣາລີ​ສຶກສາ​ຄຳພີ​ໄບເບິນ ອະຄະຕິ​ແລະ​ຄວາມ​ກຽດ​ຊັງ​ຂອງ​ລາວ​ກໍ​ຄ່ອຍໆໝົດ​ໄປ. ຄວາມ​ຮັກ​ໄດ້​ປ່ຽນ​ແປງ​ວິທີ​ທີ່​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ລາວ. ພີ່​ນ້ອງ​ຊາຍ​ທີ່​ເວົ້າ​ພາສາ​ຝຣັ່ງ​ຈາກ​ການາດາ​ບອກ​ວ່າ ຕອນ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ການ​ທີ່​ຄົນ​ເຮົາ​ມັກ​ກຽດ​ຊັງ​ກັນ​ກໍ​ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ຮູ້ຈັກ​ກັນ​ແທ້ໆ. ລາວ​ໄດ້​ຮຽນ​ຮູ້​ວ່າ “ການ​ທີ່​ຜູ້​ຄົນ​ມີ​ຄຸນ​ລັກສະນະ​ແບບ​ນັ້ນ​ບໍ່​ໄດ້​ແມ່ນ​ຍ້ອນ​ບ່ອນ​ທີ່​ເຂົາ​ເຈົ້າ​ເກີດ.” ລາວ​ເອງ​ກໍ​ໄດ້​ແຕ່ງ​ດອງ​ກັບ​ພີ່​ນ້ອງ​ຍິງ​ທີ່​ເວົ້າ​ພາສາ​ອັງກິດ! ທັງ​ສອງ​ຕົວຢ່າງ​ນີ້​ພິສູດ​ໃຫ້​ເຫັນ​ວ່າ​ຄວາມ​ຮັກ​ເອົາ​ຊະນະ​ອະຄະຕິ​ໄດ້. ຄວາມ​ຮັກ​ຜູກ​ມັດ​ເຮົາ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ແຕກ​ແຍກ​ຈາກ​ກັນ​ໄດ້.—ໂກໂລດ 3:14