ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ໃຫ້​ແຈ້ງ​ຂອງ​ທ່ານ​ທັງ​ຫຼາຍ​ສ່ອງ​ໄປ” ເພື່ອ​ສັນລະເສີນ​ພະ​ເຢໂຫວາ

“ໃຫ້​ແຈ້ງ​ຂອງ​ທ່ານ​ທັງ​ຫຼາຍ​ສ່ອງ​ໄປ” ເພື່ອ​ສັນລະເສີນ​ພະ​ເຢໂຫວາ

“ໃຫ້​ແຈ້ງ​ຂອງ​ທ່ານ​ທັງ​ຫຼາຍ​ສ່ອງ​ໄປ​ຕໍ່​ໜ້າ​ຄົນ​ທັງ​ຫຼາຍ ເພື່ອ​ເຂົາ​ຈະ​ໄດ້ . . . ສັນລະເສີນ​ພະ​ບິດາ​ຂອງ​ພວກ​ທ່ານ​ຜູ້​ຢູ່​ໃນ​ສະຫວັນ.”—ມັດທາຍ 5:16

ເພງ: 77, 59

1. ມີ​ເຫດຜົນ​ທີ່​ພິເສດ​ອັນ​ໃດ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ?

ພວກ​ເຮົາ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ເຫັນ​ວ່າ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໄດ້​ໃຫ້​ແສງ​ສະຫວ່າງ​ສ່ອງ​ອອກ​ໄປ! ປີ​ທີ່​ຜ່ານ​ມາ ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ນຳ​ການ​ສຶກສາ​ກັບ​ຜູ້​ຄົນ​ຫຼາຍ​ກວ່າ 10 ລ້ານ​ຄົນ. ມີ​ຜູ້​ສົນ​ໃຈ​ໃໝ່​ຫຼາຍ​ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ແລະ​ຮຽນ​ຮູ້​ກ່ຽວ​ກັບ​ຄ່າໄຖ່ ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ.—1 ໂຢຮັນ 4:9

2, 3. (ກ) ອັນ​ໃດ​ທີ່​ບໍ່​ສາມາດ​ຂັດ​ຂວາງ​ເຮົາ​ໄວ້​ບໍ່​ໃຫ້​ສ່ອງ​ແສງ​ຄື​ກັບ “ດວງ​ສະຫວ່າງ”? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ​ເວົ້າ​ຫຼາຍ​ພາສາ​ທີ່​ແຕກຕ່າງ​ກັນ ແຕ່​ນັ້ນ​ກໍ​ບໍ່​ໄດ້​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ສັນລະເສີນ​ພະ​ເຢໂຫວາ​ແບບ​ເປັນ​ຄອບຄົວ​ດຽວ​ກັນ. (ຄຳປາກົດ 7:9) ບໍ່​ສຳຄັນ​ວ່າ​ເຮົາ​ຈະ​ເວົ້າ​ພາສາ​ໃດ ຫຼື​ຢູ່​ໃສ ເຮົາ​ກໍ​ສາມາດ “ເປັນ​ດວງ​ສະຫວ່າງ​ທີ່​ສ່ອງ​ແສງ​ຢູ່​ທ່າມກາງ​ຜູ້​ຄົນ​ໃນ​ໂລກ.”—ຟີລິບ 2:15, ລ.ມ.

3 ການ​ປະກາດ ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ ແລະ​ການ​ສຳນຶກ​ເຖິງ​ຄວາມ​ຮີບ​ດ່ວນ ທັງ 3 ຢ່າງ​ນີ້​ເຮັດ​ໃຫ້​ຄົນ​ອື່ນ​ສັນລະເສີນ​ພະ​ເຢໂຫວາ. ເຮົາ​ຈະ​ໃຫ້​ແສງ​ສະຫວ່າງ​ສ່ອງ​ອອກ​ໄປ​ໃນ 3 ຂອບ​ເຂດ​ນີ້​ໄດ້​ແນວ​ໃດ?—ອ່ານ​ມັດທາຍ 5:14-16

ຊ່ວຍ​ຄົນ​ອື່ນ​ໃຫ້​ນະມັດສະການ​ພະ​ເຢໂຫວາ

4, 5. (ກ) ນອກ​ຈາກ​ການ​ປະກາດ​ແລ້ວ ເຮົາ​ຈະ​ໃຫ້​ແສງ​ສະຫວ່າງ​ສ່ອງ​ໄປ​ໂດຍ​ວິທີ​ໃດ​ອີກ? (ຂ) ມີ​ຜົນ​ດີ​ຫຍັງ​ແດ່ ຖ້າ​ເຮົາ​ສະແດງ​ຄວາມ​ເປັນ​ມິດ​ແລະ​ກະລຸນາ? (ເບິ່ງ​ຮູບ​ທຳອິດ)

4 ການ​ປະກາດ​ແລະ​ການ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ​ເປັນ​ວິທີ​ທີ່​ສຳຄັນ​ທີ່​ເຮົາ​ຈະ​ໄດ້​ເຮັດ​ໃຫ້​ແສງ​ສະຫວ່າງ​ສ່ອງ​ອອກ​ໄປ. (ມັດທາຍ 28:19, 20) ໃນ​ຫໍສັງເກດການ (ພາສາ​ອັງກິດ) ສະບັບ 1 ມິຖຸນາ 1925 ບົດ​ຄວາມ​ຊື່ “ແສງ​ສະຫວ່າງ​ໃນ​ຄວາມ​ມືດ” ບອກ​ວ່າ: ໃນ​ສະໄໝ​ສຸດ​ທ້າຍ ບໍ່​ມີ​ໃຜ​ສາມາດ​ສັດ​ຊື່​ຕໍ່​ພະເຈົ້າ​ໄດ້ ຖ້າ​ຫາກ​ວ່າ​ຄົນ​ນັ້ນ​ບໍ່​ໄດ້​ໃຊ້ “ໂອກາດ​ທີ່​ຈະ​ເຮັດ​ໃຫ້​ແສງ​ສະຫວ່າງ​ສ່ອງ​ອອກ​ໄປ.” ແລະ​ຍັງ​ບອກ​ອີກ​ວ່າ “ລາວ​ຕ້ອງ​ເຮັດ​ໂດຍ​ບອກ​ຂ່າວ​ດີ​ກັບ​ຜູ້​ຄົນ​ໃນ​ໂລກ ແລະ​ໃຊ້​ຊີວິດ​ໃຫ້​ສອດຄ່ອງ​ກັບ​ທາງ​ຂອງ​ແສງ​ສະຫວ່າງ.” ນອກ​ຈາກ​ການ​ປະກາດ​ແລ້ວ ການ​ປະພຶດ​ຂອງ​ເຮົາ​ກໍ​ນຳ​ຄຳ​ສັນລະເສີນ​ມາ​ສູ່​ພະ​ເຢໂຫວາ. ຫຼາຍ​ຄົນ​ກໍ​ສັງເກດ​ເບິ່ງ​ເຮົາ​ເມື່ອ​ເຮົາ​ປະກາດ. ເມື່ອ​ເຮົາ​ຍິ້ມ​ໃຫ້​ເຂົາ​ເຈົ້າ​ແລະ​ທັກທາຍ​ດ້ວຍ​ຄວາມ​ອົບອຸ່ນ ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຄິດ​ໃນ​ແງ່​ດີ​ກັບ​ເຮົາ​ແລະ​ພະເຈົ້າ​ທີ່​ເຮົາ​ນະມັດສະການ.

ການ​ປະກາດ​ແລະ​ການ​ປະພຶດ​ຂອງ​ເຮົາ​ນຳ​ຄຳ​ສັນລະເສີນ​ມາ​ສູ່​ພະ​ເຢໂຫວາ

5 ພະ​ເຍຊູ​ບອກ​ສາວົກ​ຂອງ​ພະອົງ​ວ່າ: “ເມື່ອ​ທ່ານ​ທັງ​ຫຼາຍ​ເຂົ້າ​ໄປ​ໃນ​ເຮືອນ​ຫຼັງ​ໜຶ່ງ ຈົ່ງ​ຄຳນັບ​ໄທ​ເຮືອນ​ນັ້ນ.” (ມັດທາຍ 10:12) ໃນ​ເຂດ​ທີ່​ພະ​ເຍຊູ​ປະກາດ​ເປັນ​ທຳນຽມ​ທີ່​ຜູ້​ຄົນ​ຈະ​ເຊີນ​ຄົນ​ແປກ​ໜ້າ​ເຂົ້າ​ໃນ​ເຮືອນ. ແຕ່​ໃນ​ປັດຈຸບັນ ຫຼາຍໆເຂດ​ກໍ​ບໍ່​ໄດ້​ເຮັດ​ແບບ​ນີ້​ແລ້ວ. ຜູ້​ຄົນ​ມັກ​ຈະ​ຮູ້ສຶກ​ຢ້ານ​ຫຼື​ບໍ່​ມັກ​ເມື່ອ​ເຫັນ​ຄົນ​ແປກ​ໜ້າ​ມາ​ຢູ່​ໜ້າ​ບ້ານ. ຖ້າ​ເຮົາ​ສະແດງ​ຄວາມ​ເປັນ​ມິດ​ແລະ​ກະລຸນາ ເຂົາ​ເຈົ້າ​ອາດ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ຂຶ້ນ. ເມື່ອ​ເຈົ້າ​ໄປ​ປະກາດ​ຢູ່​ທີ່​ສາທາລະນະ​ໂດຍ​ໃຊ້​ລໍ້​ວາງ​ສະແດງ​ໜັງສື ເຈົ້າ​ເຄີຍ​ສັງເກດ​ບໍ​ວ່າ​ຖ້າ​ເຈົ້າ​ຍິ້ມ​ແລະ​ທັກທາຍ​ຜູ້​ຄົນ​ຢ່າງ​ເປັນ​ມິດ ເຂົາ​ເຈົ້າ​ຈະ​ຮູ້ສຶກ​ສະດວກ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ເຂົ້າ​ມາ​ແລະ​ຈັບ​ເອົາ​ປຶ້ມ​ຂອງ​ເຮົາ? ເຂົາ​ເຈົ້າ​ອາດ​ຢາກ​ເລີ່ມ​ສົນທະນາ​ກັບ​ເຮົາ​ກໍ​ໄດ້!

6. ຄູ່​ຜົວ​ເມຍ​ສູງ​ອາຍຸ​ປະກາດ​ຕໍ່ໆໄປ​ແນວ​ໃດ?

6 ຄູ່​ຜົວ​ເມຍ​ສູງ​ອາຍຸ​ຄູ່​ໜຶ່ງ​ໃນ​ອັງກິດ​ອອກ​ໄປ​ປະກາດ​ຕາມ​ບ້ານ​ບໍ່​ໄດ້​ຫຼາຍ​ຄື​ແຕ່​ກ່ອນ​ຍ້ອນ​ສຸຂະພາບ​ບໍ່​ດີ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຕັ້ງ​ໂຕະ​ວາງ​ປຶ້ມ​ຕ່າງໆຢູ່​ໜ້າ​ບ້ານ​ເຊິ່ງ​ຢູ່​ໃກ້ໆກັບ​ໂຮງ​ຮຽນ ເຂົາ​ເຈົ້າ​ໄດ້​ຈັດ​ປຶ້ມ​ໃນ​ແບບ​ທີ່​ຈັບ​ຄວາມ​ສົນ​ໃຈ​ຂອງ​ພໍ່​ແມ່​ນັກ​ຮຽນ​ຕອນ​ທີ່​ມາ​ຮັບ​ລູກ. ພໍ່​ແມ່​ບາງ​ຄົນ​ກໍ​ໄດ້​ເອົາ​ປຶ້ມ​ເຫຼົ່າ​ນັ້ນ ໃນ​ນັ້ນ​ລວມ​ມີ​ປຶ້ມ​ຄຳຖາມ​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ 1 ແລະ 2. ພີ່​ນ້ອງ​ໄພໂອເນຍ​ຍິງ​ຄົນ​ໜຶ່ງ​ກໍ​ມັກ​ໄປ​ຊ່ວຍ​ພີ່​ນ້ອງ​ສູງ​ອາຍຸ​ຄູ່​ນີ້. ພໍ່​ແມ່​ນັກ​ຮຽນ​ຫຼາຍ​ຄົນ​ສັງເກດ​ວ່າ​ພີ່​ນ້ອງ​ຍິງ​ຄົນ​ນີ້​ເປັນ​ມິດ​ຫຼາຍ​ແລະ​ພີ່​ນ້ອງ​ສູງ​ອາຍຸ​ກໍ​ຢາກ​ຊ່ວຍ​ຄົນ​ອື່ນ​ແທ້ໆ. ມີ​ຜູ້​ປົກຄອງ​ນັກ​ຮຽນ​ຄົນ​ໜຶ່ງ​ເຖິງ​ຂັ້ນ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ.

7. ເຈົ້າ​ຈະ​ຊ່ວຍ​ຜູ້​ລີ້​ໄພ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໃນ​ເຂດ​ຂອງ​ເຈົ້າ​ແນວ​ໃດ?

7 ເມື່ອ​ບໍ່​ດົນ​ມາ​ນີ້ ຫຼາຍ​ຄົນ​ໄດ້​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ໄປ​ຢູ່​ໃນ​ປະເທດ​ອື່ນ​ໃນ​ຖານະ​ເປັນ​ຜູ້​ລີ້​ໄພ. ເຈົ້າ​ຈະ​ຊ່ວຍ​ຜູ້​ລີ້​ໄພ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໃນ​ເຂດ​ຂອງ​ເຈົ້າ​ແນວ​ໃດ? ທຳອິດ ເຈົ້າ​ອາດ​ເລີ່ມ​ຮຽນ​ເວົ້າ​ທັກທາຍ​ໃນ​ພາສາ​ຂອງ​ເຂົາ​ເຈົ້າ. ນອກ​ຈາກ​ນັ້ນ ການ​ໃຊ້​ແ​ອັບ​ຂອງ​ອົງການ​ທີ່​ສອນ​ພາສາ (JW Language) ກໍ​ຈະ​ຊ່ວຍ​ໃຫ້​ເຈົ້າ​ສາມາດ​ຮຽນ​ຮູ້​ບາງ​ຄຳ​ສັບ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສົນ​ໃຈ​ແລະ​ຢາກ​ມາ​ລົມ​ກັບ​ເຈົ້າ. ຈາກ​ນັ້ນ ເຈົ້າ​ອາດ​ເປີດ​ວິດີໂອ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ແລະ​ໜັງສື​ຕ່າງໆ​ທີ່​ມີ​ໃນ​ພາສາ​ຂອງ​ເຂົາ​ເຈົ້າ​ໃນ​ເວັບໄຊ jw.org.—ພະບັນຍັດ 10:19

8, 9. (ກ) ການ​ປະຊຸມ​ກາງ​ອາທິດ​ຊ່ວຍ​ເຮົາ​ແນວ​ໃດ? (ຂ) ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ປັບ​ປຸງ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ​ແນວ​ໃດ?

8 ພະ​ເຢໂຫວາ​ໃຫ້​ສິ່ງ​ທີ່​ເຮົາ​ຕ້ອງ​ມີ​ແທ້ໆເພື່ອ​ເຮົາ​ຈະ​ສາມາດ​ເຮັດ​ວຽກ​ປະກາດ​ຢ່າງ​ເກີດ​ຜົນ. ຕົວຢ່າງ: ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ສ່ວນ​ການ​ປະຊຸມ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ກັບ​ໄປ​ຢາມ​ຜູ້​ສົນ​ໃຈ​ແລະ​ເລີ່ມ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ.

9 ເມື່ອ​ຜູ້​ສົນ​ໃຈ​ມາ​ການ​ປະຊຸມ ເຂົາ​ເຈົ້າ​ມັກ​ປະທັບ​ໃຈ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ເດັກ​ນ້ອຍ. ເຈົ້າ​ສາມາດ​ຝຶກ​ລູກ​ໃຫ້​ຕອບ​ແບບ​ເປັນ​ຄຳ​ເວົ້າ​ຂອງ​ລາວ​ເອງ. ບາງ​ຄົນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ກໍ​ຍ້ອນ​ເຫັນ​ເດັກ​ນ້ອຍ​ສະແດງ​ຄວາມ​ເຊື່ອ​ໃນ​ວິທີ​ທີ່​ງ່າຍໆແລະ​ຈິງ​ໃຈ​ນີ້.—1 ໂກລິນໂທ 14:25

ເສີມ​ສ້າງ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ

10. ການ​ນະມັດສະການ​ປະຈຳ​ຄອບຄົວ​ຊ່ວຍ​ຄອບຄົວ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

10 ເມື່ອ​ເຮົາ​ພະຍາຍາມ​ຝຶກ​ຄອບຄົວ​ໃຫ້​ເຮັດ​ວຽກ​ນຳ​ກັນ​ຢ່າງ​ມີ​ສັນຕິສຸກ​ແລະ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ ເຮົາ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ. ຕົວຢ່າງ: ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ຂໍ​ໃຫ້​ເຈົ້າ​ເຮັດ​ການ​ນະມັດສະການ​ປະຈຳ​ຄອບຄົວ​ຕອນ​ແລງ​ເປັນ​ປະຈຳ. ຫຼາຍ​ຄອບຄົວ​ເບິ່ງ​ລາຍການ​ໂທລະທັດ JW ນຳ​ກັນ ຫຼັງ​ຈາກ​ນັ້ນ​ກໍ​ລົມ​ກັນ​ວ່າ​ຈະ​ນຳ​ເອົາ​ສິ່ງ​ທີ່​ຮຽນ​ຮູ້​ໄປ​ໃຊ້​ແນວ​ໃດ. ຂໍ​ໃຫ້​ຈື່​ວ່າ​ຄຳ​ແນະນຳ​ທີ່​ໃຫ້​ກັບ​ເດັກ​ນ້ອຍ​ແລະ​ຄຳ​ແນະນຳ​ທີ່​ໃຫ້​ກັບ​ໄວ​ໜຸ່ມ​ບໍ່​ຄື​ກັນ. ຂໍ​ໃຫ້​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍ​ຄົນ​ໃນ​ຄອບຄົວ​ໃຫ້​ໄດ້​ຮັບ​ປະໂຫຍດ​ແທ້ໆຈາກ​ການ​ນະມັດສະການ​ປະຈຳ​ຄອບຄົວ.—ຄຳເພງ 148:12, 13

ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ໃຊ້​ເວລາ​ກັບ​ພີ່​ນ້ອງ​ສູງ​ອາຍຸ (ເບິ່ງ​ຂໍ້ 11)

11-13. ເຮົາ​ຈະ​ຊ່ວຍ​ປະຊາຄົມ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

11 ເຖິງ​ວ່າ​ເຈົ້າ​ຈະ​ຍັງ​ນ້ອຍ ເຈົ້າ​ກໍ​ສາມາດ​ຊ່ວຍ​ທຸກ​ຄົນ​ໃນ​ປະຊາຄົມ​ໃຫ້​ຮູ້ສຶກ​ວ່າ​ຕົວ​ຂອງ​ເຂົາ​ເຈົ້າ​ເອງ​ມີ​ຄ່າ. ວິທີ​ໜຶ່ງ​ຄື​ໂດຍ​ເປັນ​ໝູ່​ກັບ​ພີ່​ນ້ອງ​ສູງ​ອາຍຸ. ຖາມ​ເຂົາ​ເຈົ້າ​ວ່າ ອັນ​ໃດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ? ເຂົາ​ເຈົ້າ​ຈະ​ສອນ​ບົດຮຽນ​ທີ່​ມີ​ຄ່າ​ຫຼາຍ​ໃຫ້​ກັບ​ເຈົ້າ. ນີ້​ຈະ​ເສີມ​ກຳລັງ​ໃຈ​ໃຫ້​ທັງ​ເຈົ້າ​ແລະ​ເຂົາ​ເຈົ້າ! ເຮົາ​ທຸກ​ຄົນ​ບໍ່​ວ່າ​ຈະ​ຍັງ​ນ້ອຍ​ແລະ​ສູງ​ອາຍຸ​ກໍ​ສາມາດ​ຊ່ວຍ​ຜູ້​ສົນ​ໃຈ​ທີ່​ມາ​ຫໍ​ປະຊຸມ​ໃຫ້​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ. ເຈົ້າ​ອາດ​ທັກທາຍ​ສະບາຍ​ດີ ຍິ້ມ​ແບບ​ຈິງ​ໃຈ ຊ່ວຍ​ເຂົາ​ເຈົ້າ​ຫາ​ບ່ອນ​ນັ່ງ ແລະ​ແນະນຳ​ເຂົາ​ເຈົ້າ​ໃຫ້​ຮູ້ຈັກ​ກັບ​ພີ່​ນ້ອງ. ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ຄື​ກັບ​ວ່າ​ຢູ່​ເຮືອນ​ຂອງ​ຕົວ​ເອງ.

12 ຖ້າ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ນຳ​ການ​ປະຊຸມ​ເພື່ອ​ການ​ປະກາດ ເຈົ້າ​ສາມາດ​ຊ່ວຍ​ຜູ້​ສູງ​ອາຍຸ​ໃຫ້​ສ່ອງ​ແສງ​ຕໍ່ໆໄປ​ໄດ້ ໂດຍ​ການ​ຈັດ​ໃຫ້​ເຂົາ​ເຈົ້າ​ໄປ​ໃນ​ເຂດ​ທີ່​ເໝາະ​ສົມ ແລະ​ຈັດ​ໃຫ້​ພີ່​ນ້ອງ​ໜຸ່ມ​ໄປ​ຮັບໃຊ້​ກັບ​ເຂົາ​ເຈົ້າ. ພີ່​ນ້ອງ​ສູງ​ອາຍຸ​ແລະ​ຄົນ​ທີ່​ມີ​ບັນຫາ​ສຸຂະພາບ​ມັກ​ຈະ​ຮູ້ສຶກ​ທໍ້​ໃຈ​ທີ່​ບໍ່​ສາມາດ​ອອກ​ປະກາດ​ໄດ້​ຫຼາຍ​ກວ່າ​ແຕ່​ກ່ອນ. ແຕ່​ເຂົາ​ເຈົ້າ​ຈະ​ຮູ້ສຶກ​ດີ​ຫຼາຍ​ເມື່ອ​ຮູ້​ວ່າ​ເຈົ້າ​ສົນ​ໃຈ​ແລະ​ເຂົ້າ​ໃຈ​ສະພາບການ​ຂອງ​ເຂົາ​ເຈົ້າ. ບໍ່​ສຳຄັນ​ວ່າ​ເຂົາ​ເຈົ້າ​ຈະ​ອາຍຸ​ຫຼາຍ​ສໍ່າ​ໃດ ຫຼື​ຢູ່​ໃນ​ຄວາມ​ຈິງ​ມາ​ດົນ​ປານ​ໃດ ການ​ທີ່​ເຈົ້າ​ຊ່ວຍ​ເຫຼືອ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ໃຈ​ທີ່ຈະ​ປະກາດ​ຢ່າງ​ກະຕືລືລົ້ນ​ຕໍ່ໆໄປ.—ພວກເລວີ 19:32

ເຈົ້າ​ຈະ​ພະຍາຍາມ​ຮູ້ຈັກ​ພີ່​ນ້ອງ​ໃນ​ປະຊາຄົມ​ຂອງ​ເຈົ້າ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ນີ້​ໄດ້​ບໍ?

13 ປະຊາຊົນ​ອິດສະລາແອນ​ມີ​ຄວາມ​ສຸກ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັນ. ຜູ້​ຂຽນ​ຄຳເພງ​ຂຽນ​ວ່າ: “ດັ່ງ​ນີ້​ເມື່ອ​ພີ່​ນ້ອງ​ທັງ​ຫຼາຍ​ຕັ້ງ​ຢູ່​ນຳ​ກັນ ຕິດ​ພັນ​ຢູ່​ນຳ​ກັນ [“ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ,” ລ.ມ.] ເປັນ​ການ​ດີ​ການ​ຊອບ​ໃຈ​ຫຼາຍ​ແທ້ໆ.” (ອ່ານ​ຄຳເພງ 133:1, 2) ລາວ​ສົມ​ທຽບ​ຄວາມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ນີ້​ຄື​ກັບ​ນໍ້າມັນ​ຫອມ​ທີ່​ໃຫ້​ຄວາມ​ສົດ​ຊື່ນ​ຕໍ່​ຜິວ​ແລະ​ມີ​ກິ່ນ​ຫອມ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ສະແດງ​ຄວາມ​ເປັນ​ມິດ​ແລະ​ກະລຸນາ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພີ່​ນ້ອງ​ສົດ​ຊື່ນ. ສິ່ງ​ນີ້​ເຮັດ​ໃຫ້​ປະຊາຄົມ​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ. ເຈົ້າ​ຈະ​ພະຍາຍາມ​ຮູ້ຈັກ​ພີ່​ນ້ອງ​ໃນ​ປະຊາຄົມ​ຂອງ​ເຈົ້າ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ນີ້​ໄດ້​ບໍ?—2 ໂກລິນໂທ 6:11-13

14. ເຈົ້າ​ຈະ​ເຮັດ​ໃຫ້​ແສງ​ສະຫວ່າງ​ສ່ອງ​ອອກ​ໄປ​ໃນ​ບ່ອນ​ທີ່​ເຈົ້າ​ຢູ່​ແນວ​ໃດ?

14 ເຈົ້າ​ສາມາດ​ເຮັດ​ໃຫ້​ແສງ​ສະຫວ່າງ​ສ່ອງ​ອອກ​ໄປ​ໄດ້​ບໍ່​ວ່າ​ເຈົ້າ​ຈະ​ຢູ່​ໃສ​ກໍ​ຕາມ. ການ​ທີ່​ເຈົ້າ​ພະຍາຍາມ​ເຮັດ​ດີ​ຈະ​ເຮັດ​ໃຫ້​ເພື່ອນ​ບ້ານ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະ​ເຢໂຫວາ. ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ເພື່ອນ​ບ້ານ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຂ້ອຍ? ເຮືອນ​ຂອງ​ຂ້ອຍ​ສະອາດ​ຮຽບຮ້ອຍ​ບໍ? ເຮືອນ​ຂອງ​ຂ້ອຍ​ເຮັດ​ໃຫ້​ແຖວ​ນັ້ນ​ສະອາດ​ງາມ​ຕາ​ບໍ? ຂ້ອຍ​ໄດ້​ຊ່ວຍ​ເຫຼືອ​ເພື່ອນ​ບ້ານ​ບໍ? ຂໍ​ໃຫ້​ຖາມ​ພີ່​ນ້ອງ​ຄົນ​ອື່ນ​ວ່າ​ຄວາມ​ກະລຸນາ​ແລະ​ຕົວຢ່າງ​ທີ່​ດີ​ຂອງ​ເຂົາ​ເຈົ້າ​ມີ​ຜົນ​ແນວ​ໃດ​ຕໍ່​ຍາດ​ພີ່​ນ້ອງ ເພື່ອນ​ບ້ານ ເພື່ອນ​ຮ່ວມ​ງານ ຫຼື​ໝູ່​ຢູ່​ໂຮງ​ຮຽນ.’—ເອເຟດ 5:9

ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ

15. ເປັນ​ຫຍັງ​ເຮົາ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ?

15 ຖ້າ​ເຮົາ​ຢາກ​ໃຫ້​ແສງ​ສະຫວ່າງ​ສ່ອງ​ແຈ້ງ​ຢູ່​ສະເໝີ ເຮົາ​ຕ້ອງ​ຮູ້​ວ່າ​ເຮົາ​ຢູ່​ໃນ​ສະໄໝ​ໃດ. ຫຼາຍ​ຄັ້ງ ພະ​ເຍຊູ​ໄດ້​ບອກ​ລູກ​ສິດ​ວ່າ: “ຈົ່ງ​ເຝົ້າ​ລະວັງ​ຢູ່ [ສະເໝີ].” (ມັດທາຍ 24:42; 25:13; 26:41) ຖ້າ​ເຮົາ​ຮູ້ສຶກ​ວ່າ: “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ຍັງ​ອີກ​ໄກ ເຮົາ​ກໍ​ຈະ​ບໍ່​ຕື່ນ​ຕົວ​ໃຊ້​ທຸກ​ໂອກາດ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ. (ມັດທາຍ 24:21, ລ.ມ.) ແທນ​ທີ່​ຈະ​ສ່ອງ​ແສງ​ອອກ​ໄປ ແສງ​ຂອງ​ເຮົາ​ຈະ​ຄ່ອຍໆອ່ອນ​ລົງ​ແລະ​ສຸດ​ທ້າຍ​ກໍ​ດັບ​ໄປ.

16, 17. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ສຳນຶກ​ວ່າ​ອະວະສານ​ມາ​ໃກ້​ແລ້ວ?

16 ຕອນ​ນີ້​ເຮົາ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ​ຫຼາຍ​ກວ່າ​ແຕ່​ກ່ອນ. ສະພາບການ​ໃນ​ໂລກ​ນັບ​ມື້​ນັບ​ເສື່ອມຊາມ​ລົງ​ເລື້ອຍໆ. ແຕ່​ເຮົາ​ຮູ້​ວ່າ​ອະວະສານ​ຈະ​ມາ​ແນ່ນອນ​ຕາມ​ເວລາ​ທີ່​ພະ​ເຢໂຫວາ​ກຳນົດ​ໄວ້. (ມັດທາຍ 24:42-44) ໃນ​ຂະນະ​ດຽວ​ກັນ ເຮົາ​ຕ້ອງ​ອົດ​ທົນ​ແລະ​ຈົດຈໍ່​ຢູ່​ທີ່​ອະນາຄົດ ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ແລະ​ອະທິດຖານ​ຢູ່​ເລື້ອຍໆ. (1 ເປໂຕ 4:7) ໃຫ້​ຮຽນ​ຮູ້​ຈາກ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ແລ້ວ. ຕົວຢ່າງ: ເຈົ້າ​ສາມາດ​ອ່ານ​ປະສົບການ​ຂອງ​ເຂົາ​ເຈົ້າ​ໄດ້ ເຊັ່ນ ບົດ​ຄວາມ​ຊື່ “ເຈັດ​ສິບ​ປີ​ທີ່​ຍຶດ​ຊາຍ​ເສື້ອ​ຄົນ​ຊາດ​ຢູດາ” ໃນ​ຫໍສັງເກດການ 15 ເມສາ 2012 ໜ້າ 18-21.

17 ໃຫ້​ດຸ​ໝັ່ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ສະເໝີ. ເຮັດ​ສິ່ງ​ດີໆໃຫ້​ຄົນ​ອື່ນ​ແລະ​ໃຊ້​ເວລາ​ຢູ່​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ. ແລ້ວ​ເຮົາ​ຈະ​ມີ​ຄວາມ​ສຸກ​ແລະ​ຈະ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ເວລາ​ຜ່ານ​ໄປ​ໄວ​ແທ້ໆ. (ເອເຟດ 5:16) ໃນ​ໄລຍະ​ໜຶ່ງ​ຮ້ອຍ​ປີ​ທີ່​ຜ່ານ​ມາ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີ​ວຽກ​ຫຼາຍໆຢ່າງ​ທີ່​ໄດ້​ເຮັດ​ສຳເລັດ​ໄປ​ແລ້ວ ແລະ​ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ແຮ່ງ​ມີ​ວຽກ​ຫຼາຍ​ກວ່າ​ເກົ່າ. ວຽກ​ຂອງ​ພະ​ເຢໂຫວາ​ເຕີບ​ໃຫຍ່​ຂະຫຍາຍ​ຕົວ​ຈົນ​ເຮົາ​ຄາດ​ບໍ່​ເຖິງ. ແສງ​ສະຫວ່າງ​ຂອງ​ເຮົາ​ສ່ອງ​ແຈ້ງ​ຂຶ້ນ​ແທ້ໆ!

ໃນ​ໄລຍະ​ທີ່​ຜູ້​ເຖົ້າ​ແກ່​ມາ​ຢາມ ເຮົາ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ສະຕິ​ປັນຍາ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 18, 19)

18, 19. ຜູ້​ເຖົ້າ​ແກ່​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

18 ເຖິງ​ວ່າ​ເຮົາ​ຈະ​ເຮັດ​ຜິດ​ພາດ​ຫຼາຍ​ຄັ້ງ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ໃຫ້​ເຮົາ​ຮັບໃຊ້​ພະອົງ. ເພື່ອ​ຈະ​ຊ່ວຍ​ເຮົາ ພະອົງ​ໄດ້​ຈັດ​ໃຫ້​ມີ “ເຄື່ອງ​ປະທານ” ໃນ​ລັກສະນະ​ມະນຸດ ນັ້ນ​ກໍ​ຄື ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ. (ອ່ານ​ເອເຟດ 4:8, 11, 12) ດັ່ງ​ນັ້ນ ເມື່ອ​ຜູ້​ເຖົ້າ​ແກ່​ມາ​ຢາມ​ເຈົ້າ ຂໍ​ໃຫ້​ເຈົ້າ​ໃຊ້​ໂອກາດ​ນັ້ນ​ເພື່ອ​ຮຽນ​ຮູ້​ສະຕິ​ປັນຍາ​ແລະ​ຄຳ​ແນະນຳ​ຈາກ​ເຂົາ​ເຈົ້າ.

19 ຕົວຢ່າງ ຜົວ​ເມຍ​ຄູ່​ໜຶ່ງ​ໃນ​ປະເທດ​ອັງກິດ​ມີ​ບັນຫາ​ຄອບຄົວ​ແລະ​ເຂົາ​ເຈົ້າ​ໄດ້​ຂໍ​ໃຫ້​ຜູ້​ເຖົ້າ​ແກ່​ສອງ​ຄົນ​ຊ່ວຍ. ຜູ້​ເປັນ​ເມຍ​ຮູ້ສຶກ​ວ່າ​ຜົວ​ບໍ່​ໄດ້​ເປັນ​ຜູ້​ນຳ​ໜ້າ​ທີ່​ດີ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຜູ້​ເປັນ​ຜົວ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ໄດ້​ເປັນ​ຜູ້​ສອນ​ທີ່​ດີ​ແລະ​ຍອມ​ຮັບ​ວ່າ​ບໍ່​ໄດ້​ເຮັດ​ນະມັດສະການ​ຄອບຄົວ​ເປັນ​ປະຈຳ. ຜູ້​ເຖົ້າ​ແກ່​ຈຶ່ງ​ຊ່ວຍ​ທັງ​ຜົວ​ແລະ​ເມຍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຍຊູ. ເຂົາ​ເຈົ້າ​ກະຕຸ້ນ​ຜົວ​ໃຫ້​ຮຽນ​ແບບ​ວິທີ​ທີ່​ພະ​ເຍຊູ​ເບິ່ງ​ແຍງ​ພວກ​ລູກ​ສິດ ແລະ​ຍັງ​ກະຕຸ້ນ​ເມຍ​ໃຫ້​ອົດ​ທົນ​ຕໍ່​ຜົວ​ຂອງ​ລາວ​ຄື​ກັນ. ຜູ້​ເຖົ້າ​ແກ່​ຍັງ​ໃຫ້​ຄຳ​ແນະນຳ​ວ່າ​ຜົວ​ເມຍ​ຈະ​ເຮັດ​ນະມັດສະການ​ຄອບຄົວ​ກັບ​ລູກ​ສອງ​ຄົນ​ແນວ​ໃດ. (ເອເຟດ 5:21-29) ຜົວ​ພະຍາຍາມ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ເປັນ​ຜູ້​ນຳ​ທີ່​ດີ. ຜູ້​ເຖົ້າ​ແກ່​ໃຫ້​ກຳລັງ​ໃຈ​ລາວ​ທີ່​ຈະ​ບໍ່​ຍອມ​ແພ້​ແລະ​ໝາຍ​ເພິ່ງ​ພະລັງ​ຂອງ​ພະ​ເຢໂຫວາ​ສະເໝີ. ຄວາມ​ຮັກ​ແລະ​ຄວາມ​ເອົາໃຈໃສ່​ຂອງ​ຜູ້​ເຖົ້າ​ແກ່​ຊ່ວຍ​ຄອບຄົວ​ນີ້​ໄດ້​ແທ້ໆ!

20. ຜົນ​ຈະ​ເປັນ​ແນວ​ໃດ​ຖ້າ​ເຈົ້າ​ໃຫ້​ແສງ​ສະຫວ່າງ​ສ່ອງ​ອອກ​ໄປ?

20 ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທຸກ​ຄົນ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ທີ່​ທຽວ​ໄປ​ໃນ​ທາງ​ທັງ​ຫຼາຍ​ແຫ່ງ​ພະອົງ​ກໍ​ເປັນ​ສຸກ​ຫຼາຍ.” (ຄຳເພງ 128:1) ເຈົ້າ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຈົ້າ​ໃຫ້​ແສງ​ສະຫວ່າງ​ສ່ອງ​ອອກ​ໄປ. ດັ່ງ​ນັ້ນ ຂໍ​ໃຫ້​ສອນ​ຄົນ​ອື່ນ​ເລື່ອງ​ພະເຈົ້າ ເຮັດ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ເພື່ອ​ຊ່ວຍ​ຄອບຄົວ​ແລະ​ປະຊາຄົມ​ໃຫ້​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ ແລະ​ເຝົ້າ​ລະວັງ​ຢູ່​ສະເໝີ. ຄົນ​ອື່ນ​ຈະ​ເຫັນ​ຕົວຢ່າງ​ທີ່​ດີ​ຂອງ​ເຈົ້າ​ແລະ​ຍັງ​ຢາກ​ສັນລະເສີນ​ພະ​ເຢໂຫວາ ພໍ່​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ.—ມັດທາຍ 5:16