ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະຍາຍາມ​ເຂົ້າ​ໃຈ​ວ່າ​ຄວາມ​ຊ່ວຍ​ເຫຼືອ​ໃນ​ພາກ​ຕົວ​ຈິງ​ແບບ​ໃດ ການ​ໃຫ້​ກຳລັງ​ໃຈ​ແບບ​ໃດ ຫຼື​ການ​ໜູນ​ໃຈ​ຈາກ​ຄຳພີ​ໄບເບິນ​ແບບ​ໃດ​ທີ່​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຈົ້າ​ຕ້ອງການ

ເຈົ້າ​ສາມາດ​ຊ່ວຍ​ໃນ​ປະຊາຄົມ​ຂອງ​ເຈົ້າໄດ້​ບໍ?

ເຈົ້າ​ສາມາດ​ຊ່ວຍ​ໃນ​ປະຊາຄົມ​ຂອງ​ເຈົ້າໄດ້​ບໍ?

ກ່ອນ​ທີ່​ຈະ​ກັບ​ຂຶ້ນ​ໄປ​ສະຫວັນ ພະ​ເຍຊູ​ໄດ້​ບອກ​ພວກ​ລູກ​ສິດ​ວ່າ: ‘ພວກ​ທ່ານ​ຈະ​ເປັນ​ພິຍານ​ຝ່າຍ​ເຮົາ​ໄປ​ເຖິງ​ສຸດ​ແຜ່ນດິນ​ໂລກ.’ (ກິດຈະການ 1:8) ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ເຂົາ​ເຈົ້າ​ຈະ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ?

ມາຕິນ ກູດແມນ​ເປັນ​ສາດສະດາຈານ​ຢູ່​ມະຫາ​ວິທະຍາໄລ​ອ໋ອກສະຝອດ ລາວ​ເວົ້າ​ວ່າ: “ຄວາມ​ຮູ້ສຶກ​ທີ່​ຢາກ​ເຮັດ​ຕາມ​ໜ້າ​ທີ່​ເຮັດ​ໃຫ້​ຄລິດສະຕຽນ​ແຕກຕ່າງ​ຈາກ​ກຸ່ມ​ສາສະໜາ​ອື່ນໆ ເຊິ່ງ​ກໍ​ລວມ​ເຖິງ​ຊາວ​ຢິວ​ທີ່​ຢູ່​ໃນ​ໄລຍະ​ຕົ້ນໆຂອງ​ສະໄໝ​ທີ່​ຈັກກະພັດ​ໂລມ​ປົກຄອງ.” ພະ​ເຍຊູ​ໄດ້​ປະກາດ​ຈາກ​ບ່ອນ​ນີ້​ແລ້ວ​ກໍ​ໄປ​ບ່ອນ​ອື່ນ. ຄລິດສະຕຽນ​ແທ້​ຕ້ອງ​ຮຽນ​ແບບ​ພະອົງ​ແລະ​ປະກາດ “ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ” ໃນ​ທຸກໆບ່ອນ. ເຂົາ​ເຈົ້າ​ຕ້ອງ​ຊອກ​ຫາ​ຄົນ​ທີ່​ຕ້ອງການ​ຮູ້ຈັກ​ຄວາມ​ຈິງ. (ລືກາ 4:43, ລ.ມ.) ນັ້ນ​ຄື​ເຫດຜົນ​ທີ່​ໃນ​ສະຕະວັດ​ທຳອິດ​ຈຶ່ງ​ມີ ‘ພວກ​ອັກຄະສາວົກ’ ເຊິ່ງ​ຄຳ​ນີ້​ໝາຍ​ເຖິງ​ຄົນ​ທີ່​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ເຮັດ​ບາງ​ສິ່ງ. (ມາລະໂກ 3:14, ລ.ມ.) ພະ​ເຍຊູ​ສັ່ງ​ພວກ​ລູກ​ສິດ​ວ່າ: ‘ຈົ່ງ​ໄປ​ແລະ​ເຮັດ​ໃຫ້​ຄົນ​ຈາກ​ທຸກ​ຊາດ​ເຂົ້າ​ເປັນ​ລູກ​ສິດ.’—ມັດທາຍ 28:18-20

ອັກຄະສາວົກ​ທັງ 12 ຄົນ​ຂອງ​ພະ​ເຍຊູ​ບໍ່​ໄດ້​ຢູ່​ໃນ​ໂລກ​ນີ້​ແລ້ວ ແຕ່​ຜູ້​ຮັບໃຊ້​ຫຼາຍ​ຄົນ​ຂອງ​ພະ​ເຢໂຫວາ​ໄດ້​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເຂົາ​ເຈົ້າ​ໃນ​ເລື່ອງ​ການ​ປະກາດ. ເມື່ອ​ຖືກ​ເຊີນ​ໃຫ້​ໄປ​ປະກາດ​ໃນ​ບ່ອນ​ທີ່​ມີ​ຄວາມ​ຕ້ອງການ​ຫຼາຍ​ກວ່າ ເຂົາ​ເຈົ້າ​ເວົ້າ​ວ່າ: “ຂ້າ​ນ້ອຍ​ຢູ່​ທີ່​ນີ້ ເຊີນ​ພະອົງ​ໃຊ້​ຂ້າ​ນ້ອຍ​ໄປ.” (ເອຊາອີ 6:8) ບາງ​ຄົນ ເຊັ່ນ ຫຼາຍ​ພັນ​ຄົນ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ​ໄດ້​ຍ້າຍ​ໄປ​ປະເທດ​ຕ່າງໆທີ່​ຢູ່​ໄກໆ. ສ່ວນ​ບາງ​ຄົນ​ກໍ​ໄດ້​ຍ້າຍ​ໄປ​ເຂດ​ອື່ນ​ໃນ​ປະເທດ​ຂອງ​ເຂົາ​ເຈົ້າ​ເອງ. ຫຼາຍ​ຄົນ​ໄດ້​ຮຽນ​ພາສາ​ໃໝ່​ເພື່ອ​ຈະ​ຊ່ວຍ​ປະຊາຄົມ​ໃດ​ໜຶ່ງ​ຫຼື​ກຸ່ມ​ໃດ​ໜຶ່ງ. ການ​ເຮັດ​ເຊັ່ນ​ນັ້ນ​ກໍ​ບໍ່​ງ່າຍ​ສະເໝີ​ໄປ ແຕ່​ພີ່​ນ້ອງ​ຊາຍ​ຍິງ​ເຫຼົ່າ​ນີ້​ໄດ້​ເຕັມ​ໃຈ​ທີ່​ຈະ​ເສຍ​ສະລະ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຜູ້​ຄົນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ວາງ​ແຜນ​ຢ່າງ​ດີ​ແລະ​ໃຊ້​ເວລາ ເຫື່ອ​ແຮງ ແລະ​ເງິນ​ຂອງ​ເຂົາ​ເຈົ້າ​ເພື່ອ​ຊ່ວຍ​ໃນ​ວຽກ​ປະກາດ​ໃນ​ບ່ອນ​ທີ່​ມີ​ຄວາມ​ຕ້ອງການ​ຫຼາຍ​ກວ່າ. (ລືກາ 14:28-30) ສິ່ງ​ທີ່​ພີ່​ນ້ອງ​ຊາຍ​ຍິງ​ເຫຼົ່າ​ນີ້​ກຳລັງ​ເຮັດ​ແມ່ນ​ມີ​ຄ່າ​ຫຼາຍ.

ບໍ່​ແມ່ນ​ເຮົາ​ທຸກ​ຄົນ​ຈະ​ສາມາດ​ຍ້າຍ​ໄປ​ໃນ​ບ່ອນ​ທີ່​ມີ​ຄວາມ​ຕ້ອງການ​ຫຼາຍ​ກວ່າ ຫຼື​ສາມາດ​ຮຽນ​ພາສາ​ໃໝ່. ແຕ່​ເຮົາ​ທຸກ​ຄົນ​ສາມາດ​ເປັນ​ຄື​ກັບ​ມິດຊັນນາລີ​ໃນ​ປະຊາຄົມ​ຂອງ​ເຮົາ​ເອງ.

ເປັນ​ມິດຊັນນາລີ​ໃນ​ປະຊາຄົມ​ຂອງ​ເຈົ້າ​ເອງ

ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ມີ​ຄ່າ

ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຮັດ​ວຽກ​ປະກາດ​ດ້ວຍ​ຄວາມ​ກະຕືລືລົ້ນ ເຖິງ​ວ່າ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ອາໄສ​ຢູ່​ບ້ານ​ເກີດ​ຂອງ​ຕົນ​ເອງ​ແລະ​ບໍ່​ໄດ້​ເປັນ​ມິດຊັນນາລີ. ໂປໂລ​ບອກ​ຕີໂມເຕ​ວ່າ: ‘ຈົ່ງ​ເຮັດ​ວຽກ​ຂອງ​ຜູ້​ເຜີຍ​ແພ່​ຂ່າວ​ດີ ແລະ​ຈົ່ງ​ທຳ​ໜ້າ​ທີ່​ທຸກ​ຢ່າງ​ຂອງ​ເຈົ້າ​ໃນຖານະ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ.’ (2 ຕີໂມເຕ 4:5) ຄຳ​ເວົ້າ​ເຫຼົ່າ​ນີ້​ໃຊ້​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ແລະ​ກໍ​ຍັງ​ໃຊ້​ໄດ້​ກັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້. ຄລິດສະຕຽນ​ທຸກ​ຄົນ​ຕ້ອງ​ເຊື່ອ​ຟັງ​ຄຳ​ສັ່ງ​ທີ່​ໃຫ້​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ລູກ​ສິດ. ແມ່ນ​ແຕ່​ໃນ​ປະຊາຄົມ​ຂອງ​ເຮົາ​ເອງ​ກໍ​ມີ​ຫຼາຍ​ວິທີ​ທີ່​ເຮົາ​ສາມາດ​ເປັນ​ຄື​ກັບ​ມິດຊັນນາລີ.

ຕົວຢ່າງ​ເຊັ່ນ: ເມື່ອ​ມິດຊັນນາລີ​ຍ້າຍ​ໄປ​ປະເທດ​ອື່ນ ມີ​ຫຼາຍ​ສິ່ງ​ແຕກຕ່າງ​ກັນ​ຫຼາຍ​ຈາກ​ບ່ອນ​ທີ່​ເຂົາ​ເຈົ້າ​ເຄີຍ​ອາໄສ​ຢູ່ ແລະ​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ຮູບ​ແບບ​ຊີວິດ​ໃໝ່. ເຖິງ​ວ່າ​ເຮົາ​ບໍ່​ສາມາດ​ຍ້າຍ​ໄປ​ບ່ອນ​ທີ່​ມີ​ຄວາມ​ຕ້ອງການ​ຫຼາຍ​ກວ່າ ແຕ່​ເຮົາ​ສາມາດ​ຊອກ​ຫາ​ວິທີ​ການ​ໃໝ່ໆໄດ້​ບໍ​ເພື່ອ​ປະກາດ​ກັບ​ຜູ້​ຄົນ? ຕົວຢ່າງ​ເຊັ່ນ: ໃນ​ປີ 1940 ເປັນ​ເທື່ອ​ທຳອິດ​ທີ່​ພີ່​ນ້ອງ​ຂອງ​ເຮົາ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ປະກາດ​ຕາມ​ຖະໜົນ​ອາທິດ​ລະ​ໜຶ່ງ​ມື້. ເຈົ້າ​ໄດ້​ພະຍາຍາມ​ປະກາດ​ຕາມ​ຖະໜົນ​ບໍ? ເຈົ້າ​ເຄີຍ​ໃຊ້​ລໍ້​ວາງ​ສະແດງ​ປຶ້ມ​ຕ່າງໆບໍ? ຈຸດ​ສຳຄັນ​ກໍ​ຄື ເຈົ້າ​ເຕັມ​ໃຈ​ທີ່​ຈະ​ພະຍາຍາມ​ໃຊ້​ວິທີ​ການ​ໃໝ່ໆໃນ​ການ​ປະກາດ​ຂ່າວ​ດີ​ບໍ?

ໂດຍ​ການ​ໜູນ​ກຳລັງ​ໃຈ​ຄົນ​ອື່ນ​ໃຫ້ ‘ເຮັດ​ວຽກ​ຂອງ​ຜູ້​ເຜີຍ​ແພ່​ຂ່າວ​ດີ’

ຖ້າ​ເຈົ້າ​ມີ​ທັດສະນະ​ໃນ​ແງ່​ບວກ ເຈົ້າ​ຈະ​ກະຕືລືລົ້ນ​ແລະ​ສົນ​ໃຈ​ໃນ​ວຽກ​ປະກາດ. ຄົນ​ທີ່​ຍ້າຍ​ໄປ​ບ່ອນ​ທີ່​ມີ​ຄວາມ​ຕ້ອງການ​ຫຼາຍ​ກວ່າ ຫຼື​ຄົນ​ທີ່​ຮຽນ​ພາສາ​ໃໝ່​ສ່ວນ​ຫຼາຍ​ແລ້ວ​ແມ່ນ​ຜູ້​ປະກາດ​ທີ່​ມີ​ປະສິດທິພາບ​ແລະ​ສາມາດ​ຊ່ວຍ​ປະຊາຄົມ​ໄດ້​ຫຼາຍ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ນຳ​ໜ້າ​ໃນ​ວຽກ​ປະກາດ. ສ່ວນ​ຫຼາຍ​ແລ້ວ​ມິດຊັນນາລີ​ຍັງ​ເປັນ​ຜູ້​ທີ່​ນຳ​ໜ້າ​ໃນ​ປະຊາຄົມ​ຈົນ​ກວ່າ​ພີ່​ນ້ອງ​ທ້ອງຖິ່ນ​ຈະ​ມີ​ຄວາມ​ສາມາດ​ເຮັດ​ວຽກ​ນັ້ນ​ໄດ້. ຖ້າ​ເຈົ້າ​ເປັນ​ພີ່​ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ ເຈົ້າ​ກຳລັງ “ພະຍາຍາມ​ຈະ​ໄດ້​ເຮັດ​ໜ້າ​ທີ່” ນັ້ນ​ຄື​ເຈົ້າ​ກຳລັງ​ເຕັມ​ໃຈ​ທີ່​ຈະ​ຮັບໃຊ້​ພີ່​ນ້ອງ​ຊາຍ​ຍິງ​ໃນ​ປະຊາຄົມ​ຂອງ​ເຈົ້າ​ໃນ​ຖານະ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້ ຫຼື​ເປັນ​ຜູ້​ເຖົ້າ​ແກ່​ບໍ?—1 ຕີໂມເຕ 3:1, ລ.ມ.

“ເສີມ​ກຳລັງ”

ໂດຍ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໃນ​ພາກ​ຕົວ​ຈິງ

ເຮົາ​ຍັງ​ສາມາດ​ຊ່ວຍ​ປະຊາຄົມ​ຂອງ​ເຮົາ​ໃນ​ທາງ​ອື່ນໆ. ເຮົາ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນ​ຄົນ​ໜຸ່ມ​ແລະ​ຄົນ​ສູງ​ອາຍຸ ທັງ​ຊາຍ​ແລະ​ຍິງ​ກໍ​ສາມາດ “ເສີມ​ກຳລັງ” ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ຍາມ​ທີ່​ເຂົາ​ເຈົ້າ​ຈຳເປັນ.—ໂກໂລດ 4:11, ລ.ມ.

ຖ້າ​ເຮົາ​ຕ້ອງການ​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ ເຮົາ​ຕ້ອງ​ຮູ້ຈັກ​ເຂົາ​ເຈົ້າ​ເປັນ​ຢ່າງ​ດີ. ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ໃຫ້ “ຄຶດ​ເຖິງ​ກັນ​ແລະ​ກັນ” ຫຼື​ຄຶດ​ກ່ຽວ​ກັບ​ຄວາມ​ຈຳເປັນ​ຂອງ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ເມື່ອ​ເຮົາ​ພົບ​ກັນ. (ເຫບເລີ 10:24) ເລື່ອງ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ພະຍາຍາມ​ທີ່​ຈະ​ຮູ້​ລາຍ​ລະອຽດ​ຕ່າງໆກ່ຽວ​ກັບ​ຊີວິດ​ສ່ວນ​ຕົວ​ຂອງ​ພີ່​ນ້ອງ. ແຕ່​ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ຈະ​ພະຍາຍາມ​ເຂົ້າ​ໃຈ​ພີ່​ນ້ອງ​ຊາຍ​ຍິງ​ແລະ​ສິ່ງ​ທີ່​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ. ເຂົາ​ເຈົ້າ​ອາດ​ຈຳເປັນ​ຕ້ອງ​ໄດ້​ຄວາມ​ຊ່ວຍ​ເຫຼືອ​ໃນ​ພາກ​ຕົວ​ຈິງ ການ​ໃຫ້​ກຳລັງ​ໃຈ ຫຼື​ການ​ໜູນ​ໃຈ​ຈາກ​ຄຳພີ​ໄບເບິນ. ເປັນ​ຄວາມ​ຈິງ​ທີ່​ໃນ​ບາງ​ກໍລະນີ​ມີ​ພຽງ​ຜູ້​ເຖົ້າ​ແກ່​ຫຼື​ຜູ້​ຊ່ວຍ​ງານ​ຮັບໃຊ້​ເທົ່າ​ນັ້ນ​ທີ່​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້. (ຄາລາຊີ 6:1) ແຕ່​ເຮົາ​ທຸກ​ຄົນ​ອາດ​ຈະ​ສາມາດ​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ສູງ​ອາຍຸ ຫຼື​ຊ່ວຍ​ຄອບຄົວ​ຕ່າງໆເຊິ່ງ​ກຳລັງ​ປະເຊີນ​ກັບ​ບັນຫາ.

ໂດຍ​ການ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ຕໍ່​ສູ້​ກັບ​ບັນຫາ​ຕ່າງໆ ໃນ​ຊີວິດ

ພີ່​ນ້ອງ​ຊາວ​ວາໂຕເຣ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແບບ​ນັ້ນ. ເນື່ອງ​ຈາກ​ມີ​ບັນຫາ​ທາງ​ດ້ານ​ການ​ເງິນ​ຢ່າງ​ໜັກ​ໜ່ວງ ລາວ​ຈຳເປັນ​ຕ້ອງ​ໄດ້​ຂາຍ​ທຸລະກິດ ຂາຍ​ເຮືອນ ແລະ​ສິ່ງ​ຂອງ​ຫຼາຍ​ຢ່າງ​ທີ່​ເປັນ​ຂອງ​ຄອບຄົວ. ລາວ​ກັງວົນ​ຫຼາຍ​ກ່ຽວ​ກັບ​ຄອບຄົວ​ຂອງ​ລາວ. ມີ​ຄອບຄົວ​ໜຶ່ງ​ໃນ​ປະຊາຄົມ​ສັງເກດ​ເຫັນ​ວ່າ​ຄອບຄົວ​ຂອງ​ພີ່​ນ້ອງ​ຊາວ​ວາໂຕເຣ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເອົາ​ເງິນ​ຈຳນວນ​ໜຶ່ງ​ໃຫ້​ຄອບຄົວ​ນີ້​ແລະ​ໄດ້​ຊ່ວຍ​ຊອກ​ວຽກ​ໃຫ້​ພີ່​ນ້ອງ​ຊາວ​ວາໂຕເຣ​ແລະ​ເມຍ. ນອກ​ຈາກ​ນັ້ນ ເປັນ​ເວລາ​ຫຼາຍ​ຄັ້ງ​ທີ່​ເຂົາ​ເຈົ້າ​ໄດ້​ໃຊ້​ເວລາ​ໃນ​ຕອນ​ແລງ​ກັບ​ຄອບຄົວ​ນີ້​ເພື່ອ​ຈະ​ຟັງ​ແລະ​ໜູນ​ກຳລັງ​ໃຈ​ເຂົາ​ເຈົ້າ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເປັນ​ໝູ່​ທີ່​ດີ​ຕໍ່​ກັນ​ຫຼາຍ. ໃນ​ຕອນ​ນີ້​ທັງ​ສອງ​ຄອບຄົວ​ມີ​ຄວາມ​ຊົງ​ຈຳ​ທີ່​ມີ​ຄວາມ​ສຸກ​ກ່ຽວ​ກັບ​ເວລາ​ທີ່​ເຂົາ​ເຈົ້າ​ໄດ້​ໃຊ້​ນຳ​ກັນ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ນັ້ນ.

ຄລິດສະຕຽນ​ແທ້​ບໍ່​ໄດ້​ລັງເລ​ທີ່​ຈະ​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ກັບ​ຄົນ​ອື່ນ. ເຮົາ​ຕ້ອງ​ຮຽນ​ແບບ​ພະ​ເຍຊູ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ກ່ຽວ​ກັບ​ຄຳ​ສັນຍາ​ຕ່າງໆທີ່​ດີ​ເລີດ​ເຊິ່ງ​ພະເຈົ້າ​ໄດ້​ສັນຍາ​ໄວ້. ບໍ່​ວ່າ​ເຮົາ​ຈະ​ສາມາດ​ຍ້າຍ​ໄປ​ບ່ອນ​ໃໝ່​ໄດ້​ຫຼື​ບໍ່​ກໍ​ຕາມ ແຕ່​ເຮົາ​ທຸກ​ຄົນ​ສາມາດ​ເຮັດ​ໃຫ້​ດີ​ທີ່​ສຸດ​ເພື່ອ​ຊ່ວຍ​ຄົນ​ອື່ນໆໃນ​ປະຊາຄົມ​ຂອງ​ເຮົາ​ເອງ. (ຄາລາຊີ 6:10) ເມື່ອ​ເຮົາ​ເປັນ​ຝ່າຍ​ໃຫ້​ຄົນ​ອື່ນ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ເຮົາ​ຈະ “ເກີດ​ໝາກ​ໃນ​ການ​ດີ​ທຸກ​ຢ່າງ.”—ໂກໂລດ 1:10; ກິດຈະການ 20:35