ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຈະ​ເສີມ​ສ້າງ​ຄວາມ​ກົມ​ກຽວ​ກັນ​ຂອງ​ຄລິດສະຕຽນ​ໄດ້​ແນວ​ໃດ?

ເຈົ້າ​ຈະ​ເສີມ​ສ້າງ​ຄວາມ​ກົມ​ກຽວ​ກັນ​ຂອງ​ຄລິດສະຕຽນ​ໄດ້​ແນວ​ໃດ?

‘ເນື່ອງ​ຈາກ​ພະອົງ ທຸກ​ສ່ວນ​ຂອງ​ຮ່າງກາຍ​ຈຶ່ງ​ຕິດ​ສະໜິດ​ກັນ​ແລະ​ຜູກ​ມັດ​ພັນ​ກັນ.’—ເອເຟດ 4:16

ເພງ: 53, 107

1. ຕັ້ງ​ແຕ່​ເລີ່ມ​ຕົ້ນ​ຂອງ​ການ​ສ້າງ ມີ​ຫຍັງ​ທີ່​ເປັນ​ລັກສະນະ​ເດັ່ນ​ໃນ​ວຽກ​ຂອງ​ພະ​ເຢໂຫວາ?

ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ການ​ສ້າງ​ທັງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໄດ້​ຮ່ວມ​ມື​ກັນ. ພະ​ເຢໂຫວາ​ສ້າງ​ພະ​ເຍຊູ​ກ່ອນ​ສິ່ງ​ອື່ນໆທັງ​ໝົດ. ຈາກ​ນັ້ນ ພະ​ເຍຊູ​ກໍ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ ແລະ ‘ຢູ່​ຄຽງ​ຂ້າງ​ພະອົງ​ເປັນ​ນາຍ​ຊ່າງ​ຂອງ​ພະອົງ.’ (ສຸພາສິດ 8:30) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຍັງ​ຮ່ວມ​ມື​ກັນ​ເຮັດ​ວຽກ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ມອບ​ໝາຍ. ຕົວຢ່າງ​ເຊັ່ນ: ໂນເອ​ແລະ​ຄອບຄົວ​ໄດ້​ຊ່ວຍ​ກັນ​ສ້າງ​ເຮືອ​ໃຫຍ່. ຕໍ່​ມາ ຊາວ​ອິດສະລາແອນ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ສ້າງ​ທັບ​ອາໄສ ຮື້​ທັບ​ອາໄສ​ແລະ​ເຄື່ອນ​ຍ້າຍ​ຈາກ​ບ່ອນ​ໜຶ່ງ​ໄປ​ອີກ​ບ່ອນ​ໜຶ່ງ. ຢູ່​ທີ່​ວິຫານ ຊາວ​ອິດສະລາແອນ​ໄດ້​ຮ່ວມ​ກັນ​ຮ້ອງ​ເພງ​ແລະ​ຫຼິ້ນ​ດົນຕີ​ນຳ​ກັນ​ເພື່ອ​ສັນລະເສີນ​ພະ​ເຢໂຫວາ​ດ້ວຍ​ສຽງ​ດົນຕີ​ທີ່​ມ່ວນ. ປະຊາຊົນ​ຂອງ​ພະ​ເຢໂຫວາ​ສາມາດ​ເຮັດ​ສິ່ງ​ທັງ​ໝົດ​ນີ້​ໄດ້​ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຮ່ວມ​ມື​ກັນ.—ຕົ້ນເດີມ 6:14-16, 22; ຈົດເຊັນບັນຊີ 4:4-32; 1 ຂ່າວຄາວ 25:1-8

2. (ກ) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ມີ​ລັກສະນະ​ສຳຄັນ​ອັນ​ໃດ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

2 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກໍ​ໄດ້​ຮ່ວມ​ມື​ກັນ. ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ ເຖິງ​ວ່າ​ມີ​ຄວາມ​ສາມາດ​ແລະ​ມີ​ວຽກ​ມອບ​ໝາຍ​ທີ່​ແຕກຕ່າງ​ກັນ ແຕ່​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ກົມ​ກຽວ​ກັນ. ຄລິດສະຕຽນ​ເຫຼົ່າ​ນັ້ນ​ຕິດ​ຕາມ​ພະ​ເຍຊູ​ຄລິດ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ. ໂປໂລ​ສົມ​ທຽບ​ເຂົາ​ເຈົ້າ​ວ່າ​ເປັນ​ຄື​ກັບ​ຮ່າງກາຍ​ທີ່​ປະກອບ​ດ້ວຍ​ອະໄວຍະວະ​ຫຼາຍ​ພາກ​ສ່ວນ​ເຊິ່ງ​ລ້ວນ​ແຕ່​ເຮັດ​ວຽກ​ຮ່ວມ​ກັນ. (ອ່ານ 1 ໂກລິນໂທ 12:4-6, 12) ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ເດ​ເປັນ​ແນວ​ໃດ? ເຮົາ​ຈະ​ຮ່ວມ​ມື​ກັນ​ແນວ​ໃດ​ໃນ​ວຽກ​ປະກາດ ໃນ​ປະຊາຄົມ ແລະ​ໃນ​ຄອບຄົວ?

ຮ່ວມ​ມື​ກັນ​ໃນ​ວຽກ​ປະກາດ

3. ອັກຄະສາວົກ​ໂຢຮັນ​ໄດ້​ຮັບ​ນິມິດ​ຫຍັງ?

3 ໃນ​ສະຕະວັດ​ທຳອິດ ອັກຄະສາວົກ​ໂຢຮັນ​ໄດ້​ເຫັນ​ນິມິດ​ກ່ຽວ​ກັບ​ທູດ​ສະຫວັນ​ເຈັດ​ອົງ​ທີ່​ກຳລັງ​ເປົ່າ​ແກ. ເມື່ອ​ທູດ​ສະຫວັນ​ອົງ​ທີ​ຫ້າ​ເປົ່າ​ແກ ໂຢຮັນ​ໄດ້​ເຫັນ “ດາວ​ດວງ​ໜຶ່ງ​ຕົກ​ແລ້ວ​ຈາກ​ຟ້າ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ.” ດາວ​ດວງ​ນັ້ນ​ໄດ້​ໃຊ້​ລູກ​ກະແຈ​ລູກ​ໜຶ່ງ​ເພື່ອ​ເປີດ​ປະຕູ​ເຫວ​ທີ່​ເລິກ​ແລະ​ມືດ. ທຳອິດ​ມີ​ຄວັນ​ທີ່​ໜາໆໄດ້​ອອກ​ມາ​ຈາກ​ເຫວ​ນັ້ນ ແລະ​ຕໍ່​ມາ​ກໍ​ມີ​ຝູງ​ກແຕນ​ບິນ​ອອກ​ມາ​ຈາກ​ຄວັນ​ນັ້ນ. ແທນ​ທີ່​ມັນ​ຈະ​ທຳລາຍ​ຕົ້ນ​ໄມ້​ແລະ​ພືດ ຕັກແຕນ​ເຫຼົ່າ​ນັ້ນ​ໄດ້​ໂຈມຕີ​ຜູ້​ທີ່ “ບໍ່​ມີ​ຕາ​ປະທັບ​ຂອງ​ພະເຈົ້າ​ໝາຍ​ໄວ້​ທີ່​ໜ້າ​ຜາກ.” (ຄຳປາກົດ 9:1-4) ໂຢຮັນ​ຮູ້​ວ່າ​ຝູງ​ຕັກແຕນ​ສາມາດ​ກໍ່​ຄວາມ​ເສຍຫາຍ​ຢ່າງ​ຫຼວງ​ຫຼາຍ ຄື​ກັບ​ທີ່​ພວກ​ມັນ​ໄດ້​ເຮັດ​ຢູ່​ປະເທດ​ເອຢິບ​ໃນ​ສະໄໝ​ຂອງ​ໂມເຊ. (ອົບພະຍົບ 10:12-15) ຝູງ​ຕັກແຕນ​ທີ່​ໂຢຮັນ​ເຫັນ​ເປັນ​ພາບ​ສະແດງ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ເຊິ່ງ​ໄດ້​ປະກາດ​ຂ່າວ​ສານ​ອັນ​ມີ​ພະລັງ​ເພື່ອ​ຕໍ່​ຕ້ານ​ສາສະໜາ​ທີ່​ສອນ​ບໍ່​ຖືກຕ້ອງ. ມີ​ຫຼາຍ​ລ້ານ​ຄົນ​ເຊິ່ງ​ຄອຍ​ຖ້າ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ໄດ້​ເຮັດ​ວຽກ​ປະກາດ​ຮ່ວມ​ກັບ​ຜູ້​ຖືກ​ເຈີມ. ທັງ​ສອງ​ກຸ່ມ​ນີ້​ກົມ​ກຽວ​ກັນ​ໃນ​ວຽກ​ປະກາດ. ວຽກ​ນີ້​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ອອກ​ຈາກ​ສາສະໜາ​ທີ່​ສອນ​ບໍ່​ຖືກຕ້ອງ​ແລະ​ໃຫ້​ຫຼຸດ​ພົ້ນ​ຈາກ​ການ​ຄວບຄຸມ​ຂອງ​ຊາຕານ.

ພວກ​ເຮົາ​ສາມາດ​ປະກາດ​ໄປ​ທົ່ວ​ໂລກ​ຍ້ອນ​ວ່າ​ພວກ​ເຮົາ​ຮ່ວມ​ມື​ກັນ

4. ປະຊາຊົນ​ຂອງ​ພະ​ເຢໂຫວາ​ມີ​ວຽກ​ຫຍັງ​ທີ່​ຕ້ອງ​ເຮັດ ແລະ​ອັນ​ໃດ​ຄື​ວິທີ​ດຽວ​ເທົ່າ​ນັ້ນ​ທີ່​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້?

4 ກ່ອນ​ທີ່​ອະວະສານ​ຈະ​ມາ​ເຖິງ ເຮົາ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃຫ້​ປະກາດ ‘ຂ່າວ​ດີ’ ກັບ​ຜູ້​ຄົນ​ຢູ່​ທົ່ວ​ໂລກ. ນີ້​ເປັນ​ວຽກ​ທີ່​ໃຫຍ່​ຫຼາຍ! (ມັດທາຍ 24:14; 28:19, 20) ເຮົາ​ຕ້ອງ​ເຊີນ​ທຸກ​ຄົນ​ທີ່ “ຢາກ​ກິນ​ນໍ້າ” ໃຫ້​ມາ​ດື່ມ “ນໍ້າ​ແຫ່ງ​ຊີວິດ” ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ກັບ​ທຸກ​ຄົນ​ທີ່​ຕ້ອງການ​ເຂົ້າ​ໃຈ​ຄວາມ​ຈິງ. (ຄຳປາກົດ 22:17) ເຮົາ​ສາມາດ​ເຮັດ​ວຽກ​ນີ້​ໄດ້​ສະເພາະ​ແຕ່​ເມື່ອ​ເຮົາ “ຕິດ​ສະໜິດ​ກັນ” ແລະ​ຮ່ວມ​ມື​ກັນ​ໃນ​ປະຊາຄົມ​ເທົ່າ​ນັ້ນ.—ເອເຟດ 4:16

5, 6. ພວກ​ເຮົາ​ກົມ​ກຽວ​ກັນ​ແນວ​ໃດ​ໃນ​ຂະນະ​ທີ່​ເຮົາ​ປະກາດ​ຂ່າວ​ດີ?

5 ເພື່ອ​ເຂົ້າ​ເຖິງ​ຜູ້​ຄົນ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ເຮົາ​ຕ້ອງ​ມີ​ການ​ຈັດ​ວຽກ​ປະກາດ​ຢ່າງ​ເປັນ​ລະບົບ. ເຮົາ​ເຮັດ​ເຊັ່ນ​ນີ້​ໄດ້​ກໍ​ໂດຍ​ການ​ເຮັດ​ຕາມ​ການ​ຊີ້​ນຳ​ທີ່​ໃຫ້​ຜ່ານ​ທາງ​ປະຊາຄົມ. ຫຼັງ​ຈາກ​ທີ່​ພົບ​ກັນ​ຢູ່​ການ​ປະຊຸມ​ເພື່ອ​ການ​ປະກາດ ເຮົາ​ກໍ​ອອກ​ໄປ​ເວົ້າ​ກັບ​ຜູ້​ຄົນ​ກ່ຽວ​ກັບ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສະເໜີ​ໜັງສື​ຕ່າງໆກ່ຽວ​ກັບ​ຄຳພີ​ໄບເບິນ​ໃຫ້​ກັບ​ຜູ້​ຄົນ. ທີ່​ຈິງ ເຮົາ​ໄດ້​ແຈກ​ຢາຍ​ໜັງສື​ຕ່າງໆເຫຼົ່າ​ນີ້​ເປັນ​ຈຳນວນ​ຫຼາຍ​ລ້ານ​ເຫຼັ້ມ​ໃນ​ທົ່ວ​ໂລກ. ບາງ​ຄັ້ງ​ມີ​ການ​ຂໍ​ໃຫ້​ເຮົາ​ເຂົ້າ​ຮ່ວມ​ໃນ​ໂຄງການ​ປະກາດ​ແບບ​ພິເສດ. ເມື່ອ​ເຮັດ​ວຽກ​ນີ້ ເຈົ້າ​ກໍ​ມີ​ຄວາມ​ກົມ​ກຽວ​ກັບ​ອີກ​ຫຼາຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ​ທີ່​ກຳລັງ​ປະກາດ​ຂ່າວ​ສານ​ດຽວ​ກັນ​ນີ້! ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ເຈົ້າ​ຍັງ​ເຮັດ​ວຽກ​ຮ່ວມ​ກັບ​ພວກ​ທູດ​ສະຫວັນ​ທີ່​ກຳລັງ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ເພື່ອ​ປະກາດ​ຂ່າວ​ດີ.—ຄຳປາກົດ 14:6

6 ເຮົາ​ຕື່ນ​ເຕັ້ນ​ແທ້ໆເມື່ອ​ອ່ານ​ປຶ້ມ​ປະຈຳ​ປີແລະ​ໄດ້​ຮູ້​ວ່າ​ວຽກ​ປະກາດ​ໃນ​ທົ່ວ​ໂລກ​ເກີດ​ຜົນ​ດີ​ຫຼາຍ​ຢ່າງ! ນອກ​ຈາກ​ນັ້ນ ໃຫ້​ຄິດ​ກ່ຽວ​ກັບ​ວິທີ​ທີ່​ພວກ​ເຮົາ​ມີ​ຄວາມ​ກົມ​ກຽວ​ກັນ​ໃນ​ທົ່ວ​ໂລກ​ໃນ​ຂະນະ​ທີ່​ເຮົາ​ເຊີນ​ຜູ້​ຄົນ​ໃຫ້​ມາ​ຮ່ວມ​ການ​ປະຊຸມ​ໃຫຍ່​ຕ່າງໆຂອງ​ເຮົາ. ຢູ່​ທີ່​ນັ້ນ​ພວກ​ເຮົາ​ທຸກ​ຄົນ​ໄດ້​ຟັງ​ຂໍ້​ມູນ​ແບບ​ດຽວ​ກັນ. ຄຳ​ບັນລະຍາຍ ລະຄອນ ແລະ​ການ​ສາທິດ​ຕ່າງໆໄດ້​ກະຕຸ້ນ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ. ພວກ​ເຮົາ​ຍັງ​ມີ​ຄວາມ​ກົມ​ກຽວ​ກັນ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ທົ່ວ​ໂລກ​ເມື່ອ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ໃນ​ທຸກໆປີ. (1 ໂກລິນໂທ 11:23-26) ພວກ​ເຮົາ​ເຕົ້າ​ໂຮມ​ກັນ​ໃນ​ວັນ​ທີ​ດຽວ​ກັນ​ເຊິ່ງ​ແມ່ນ​ວັນ​ທີ 14 ເດືອນ​ນີຊານ ຫຼັງ​ຈາກ​ຕາເວັນ​ຕົກ​ດິນ​ເພື່ອ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ສຳລັບ​ເຮົາ​ແລະ​ເພື່ອ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ. ໃນ​ຫຼາຍ​ອາທິດ​ກ່ອນ​ການ​ປະຊຸມ​ອະນຸສອນ ພວກ​ເຮົາ​ເຮັດ​ວຽກ​ນຳ​ກັນ​ເພື່ອ​ເຊີນ​ຫຼາຍ​ຄົນ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃຫ້​ມາ​ເຂົ້າ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ເຫດການ​ທີ່​ສຳຄັນ​ນີ້.

7. ເມື່ອ​ເຮັດ​ວຽກ​ນຳ​ກັນ ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?

7 ດ້ວຍ​ກຳລັງ​ຂອງ​ຕັກແຕນ​ພຽງ​ໂຕ​ດຽວ​ບໍ່​ສາມາດ​ກໍ່​ຄວາມ​ເສຍຫາຍ​ຢ່າງ​ຫຼວງ​ຫຼາຍ​ໄດ້ ຄ້າຍ​ຄື​ກັນ ດ້ວຍ​ກຳລັງ​ຂອງ​ຄົນ​ພຽງ​ຄົນ​ດຽວ​ກໍ​ບໍ່​ສາມາດ​ປະກາດ​ກັບ​ທຸກ​ຄົນ​ໄດ້. ແຕ່​ຍ້ອນ​ວ່າ​ພວກ​ເຮົາ​ເຮັດ​ວຽກ​ນຳ​ກັນ ພວກ​ເຮົາ​ຈຶ່ງ​ສາມາດ​ບອກ​ຫຼາຍ​ລ້ານ​ຄົນ​ໃຫ້​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຊ່ວຍ​ໃຫ້​ບາງ​ຄົນ​ເຂົ້າ​ມາ​ສັນລະເສີນ​ແລະ​ຍົກຍ້ອງ​ພະອົງ.

ຮ່ວມ​ມື​ກັນ​ໃນ​ປະຊາຄົມ

8, 9. (ກ) ໂປໂລ​ໃຊ້​ຕົວຢ່າງ​ອັນ​ໃດ​ເພື່ອ​ສອນ​ຄລິດ​ສະຕຽນ​ໃຫ້​ຮັກສາ​ຄວາມ​ກົມ​ກຽວ​ກັນ? (ຂ) ເຮົາ​ຈະ​ຮ່ວມ​ມື​ກັນ​ແນວ​ໃດ​ໃນ​ປະຊາຄົມ?

8 ໂປໂລ​ໄດ້​ອະທິບາຍ​ກັບ​ພີ່​ນ້ອງ​ໃນ​ເມືອງ​ເອເຟດ​ກ່ຽວ​ກັບ​ວິທີ​ທີ່​ປະຊາຄົມ​ໄດ້​ຮັບ​ການ​ຈັດ​ຕັ້ງ ແລະ​ລາວ​ເວົ້າ​ວ່າ​ທຸກ​ຄົນ​ໃນ​ປະຊາຄົມ​ຈຳເປັນ​ຕ້ອງ “ໃຫຍ່​ຂຶ້ນ​ໝົດ​ສິ້ນ [ທຸກ​ດ້ານ].” (ອ່ານ​ເອເຟດ 4:15, 16) ໂປໂລ​ໄດ້​ໃຊ້​ຕົວຢ່າງ​ຂອງ​ຮ່າງກາຍ​ເພື່ອ​ອະທິບາຍ​ວ່າ​ຄລິດສະຕຽນ​ແຕ່​ລະ​ຄົນ​ສາມາດ​ຊ່ວຍ​ປະຊາຄົມ​ໃຫ້​ກົມ​ກຽວ​ກັນ​ຢູ່​ສະເໝີ​ແລະ​ໃຫ້​ຕິດ​ຕາມ​ພະ​ເຍຊູ​ຜູ້​ນຳ​ຂອງ​ປະຊາຄົມ. ລາວ​ເວົ້າ​ວ່າ​ທຸກ​ພາກ​ສ່ວນ​ຂອງ​ຮ່າງກາຍ​ປະສານ​ງານ​ກັນ​ໂດຍ​ທີ່ ‘ທຸກ​ຂໍ້​ຕໍ່​ໃຫ້​ສິ່ງ​ຈຳເປັນ​ຕາມ​ຂະໜາດ​ທີ່​ເໝາະ​ສົມ.’ ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ເປັນ​ຄົນ​ໜຸ່ມ​ຫຼື​ຄົນ​ສູງ​ອາຍຸ ມີ​ສຸຂະພາບ​ທີ່​ດີ​ຫຼື​ມີ​ສຸຂະພາບ​ທີ່​ບໍ່​ດີ​ກໍ​ຕາມ ເຮົາ​ແຕ່​ລະ​ຄົນ​ຄວນ​ເຮັດ​ຫຍັງ?

ເຈົ້າ​ສາມາດ​ຊ່ວຍ​ປະຊາຄົມ​ໃຫ້​ມີ​ຄວາມ​ກົມ​ກຽວ​ກັນ​ຢູ່​ສະເໝີ​ໄດ້​ແນວ​ໃດ?

9 ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່​ໃຫ້​ນຳ​ໜ້າ​ໃນ​ປະຊາຄົມ ແລະ​ພະອົງ​ຕ້ອງການ​ໃຫ້​ເຮົາ​ສະແດງ​ຄວາມ​ນັບຖື​ແລະ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ເຂົາ​ເຈົ້າ. (ເຫບເລີ 13:7, 17) ການ​ເຮັດ​ແນວ​ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ​ສະເໝີ​ໄປ ແຕ່​ເຮົາ​ສາມາດ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ. ພະລັງ​ບໍລິສຸດ​ຂອງ​ພະອົງ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ຟັງ​ການ​ຊີ້​ນຳ​ຕ່າງໆທີ່​ໃຫ້​ຜ່ານ​ທາງ​ຜູ້​ເຖົ້າ​ແກ່. ລອງ​ຄິດ​ເບິ່ງ​ວ່າ​ເຮົາ​ຈະ​ຊ່ວຍ​ປະຊາຄົມ​ໄດ້​ຫຼາຍ​ແທ້ໆຖ້າ​ເຮົາ​ຖ່ອມ​ຕົວ​ແລະ​ຮ່ວມ​ມື​ກັບ​ຜູ້​ເຖົ້າ​ແກ່. ນອກ​ຈາກ​ນັ້ນ ເຮົາ​ຈະ​ມີ​ຄວາມ​ກົມ​ກຽວ​ກັນ​ໃນ​ປະຊາຄົມ ແລະ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ກໍ​ຈະ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ.

10. ຜູ້​ຊ່ວຍ​ງານ​ຮັບໃຊ້​ຊ່ວຍ​ແນວ​ໃດ​ເພື່ອ​ປະຊາຄົມ​ມີ​ຄວາມ​ກົມ​ກຽວ​ກັນ?

10 ນອກ​ຈາກ​ນັ້ນ ຜູ້​ຊ່ວຍ​ງານ​ຮັບໃຊ້​ກໍ​ສາມາດ​ຊ່ວຍ​ໃຫ້​ປະຊາຄົມ​ມີ​ຄວາມ​ກົມ​ກຽວ​ກັນ. ເຂົາ​ເຈົ້າ​ເຮັດ​ວຽກ​ໜັກ​ເພື່ອ​ຊ່ວຍ​ຜູ້​ເຖົ້າ​ແກ່ ແລະ​ພວກ​ເຮົາ​ຮູ້​ຄຸນຄ່າ​ສຳລັບ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ. ຕົວຢ່າງ​ເຊັ່ນ: ຜູ້​ຊ່ວຍ​ງານ​ຮັບໃຊ້​ຕ້ອງ​ໄດ້​ຈັດ​ໃຫ້​ມີ​ໜັງສື​ຕ່າງໆຢ່າງ​ພຽງ​ພໍ​ເພື່ອ​ໃຊ້​ໃນ​ວຽກ​ປະກາດ ແລະ​ເຂົາ​ເຈົ້າ​ຕ້ອນຮັບ​ຄົນ​ໃໝ່ໆທີ່​ເຂົ້າ​ມາ​ຮ່ວມ​ການ​ປະຊຸມ​ຕ່າງໆຂອງ​ເຮົາ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ຍັງ​ເຮັດ​ວຽກ​ໜັກ​ເພື່ອ​ສ້ອມ​ແປງ​ແລະ​ຮັກສາ​ຫໍ​ປະຊຸມ​ໃຫ້​ສະອາດ​ຢູ່​ສະເໝີ. ເມື່ອ​ເຮົາ​ຮ່ວມ​ມື​ກັບ​ພີ່​ນ້ອງ​ເຫຼົ່າ​ນີ້ ເຮົາ​ກໍ​ມີ​ຄວາມ​ກົມ​ກຽວ​ກັນ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເປັນ​ລະບຽບ.—ສົມ​ທຽບ​ກັບ​ກິດຈະການ 6:3-6

11. ພີ່​ນ້ອງ​ທີ່​ຍັງ​ໜຸ່ມ​ອາດ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ປະຊາຄົມ​ໃຫ້​ກົມ​ກຽວ​ກັນ?

11 ຜູ້​ເຖົ້າ​ແກ່​ບາງ​ຄົນ​ເຮັດ​ວຽກ​ໜັກ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ໃນ​ປະຊາຄົມ. ແຕ່​ບາງ​ທີ​ເຂົາ​ເຈົ້າ​ບໍ່​ສາມາດ​ເຮັດ​ໄດ້​ຫຼາຍ​ເທົ່າ​ກັບ​ທີ່​ຜ່ານ​ມາ​ເນື່ອງ​ຈາກ​ມີ​ອາຍຸ​ຫຼາຍ​ຂຶ້ນ ດັ່ງ​ນັ້ນ ພີ່​ນ້ອງ​ທີ່​ຍັງ​ໜຸ່ມ​ສາມາດ​ຊ່ວຍ​ໄດ້. ຖ້າ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຝຶກ​ອົບຮົມ ເຂົາ​ເຈົ້າ​ສາມາດ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ໄດ້​ຫຼາຍ​ຂຶ້ນ. ເມື່ອ​ຜູ້​ຊ່ວຍ​ງານ​ຮັບໃຊ້​ເຮັດ​ວຽກ​ໜັກ ເຂົາ​ເຈົ້າ​ອາດ​ຈະ​ສາມາດ​ຮັບໃຊ້​ເປັນ​ຜູ້​ເຖົ້າ​ແກ່​ໄດ້​ໃນ​ອະນາຄົດ. (1 ຕີໂມເຕ 3:1, 10) ຜູ້​ເຖົ້າ​ແກ່​ບາງ​ຄົນ​ທີ່​ຍັງ​ໜຸ່ມ​ຢູ່​ໄດ້​ທຳ​ຄວາມ​ກ້າວ​ໜ້າ​ຕື່ມ​ອີກ. ຕອນ​ນີ້​ເຂົາ​ເຈົ້າ​ຮັບໃຊ້​ເປັນ​ຜູ້​ດູ​ແລ​ໝວດ​ແລະ​ກຳລັງ​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ຫຼາຍໆປະຊາຄົມ. ເຮົາ​ຮູ້ສຶກ​ຂອບໃຈ​ເມື່ອ​ຄົນ​ທີ່​ຍັງ​ໜຸ່ມ​ເຕັມ​ໃຈ​ຮັບໃຊ້​ພີ່​ນ້ອງ​ຊາຍ​ຍິງ.—ອ່ານ​ຄຳເພງ 110:3; ຜູ້​ເທສະໜາ​ປ່າວ​ປະກາດ 12:1

ຮ່ວມ​ມື​ກັນ​ພາຍ​ໃນ​ຄອບຄົວ

12, 13. ສິ່ງ​ໃດ​ສາມາດ​ຊ່ວຍ​ທຸກ​ຄົນ​ໃນ​ຄອບຄົວ​ໃຫ້​ຮ່ວມ​ມື​ກັນ​ແລະ​ກັນ?

12 ເຮົາ​ສາມາດ​ຊ່ວຍ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ແນວ​ໃດ​ໃຫ້​ຮ່ວມ​ມື​ກັນ? ການ​ນະມັດສະການ​ປະຈຳ​ຄອບຄົວ​ໃນ​ແຕ່​ລະ​ອາທິດ​ສາມາດ​ຊ່ວຍ​ເຮົາ​ໄດ້. ເມື່ອ​ພໍ່​ແມ່​ແລະ​ລູກ​ໃຊ້​ເວລາ​ນຳ​ກັນ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ກໍ​ຈະ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ. ໃນ​ໂອກາດ​ນັ້ນ ເຂົາ​ເຈົ້າ​ສາມາດ​ຝຶກ​ຊ້ອມ​ສິ່ງ​ທີ່​ຈະ​ເວົ້າ​ໃນ​ການ​ປະກາດ​ເພື່ອ​ຊ່ວຍ​ກັນ​ແລະ​ກັນ​ໃຫ້​ກຽມ​ຕົວ​ໄດ້​ດີ​ຂຶ້ນ. ເມື່ອ​ໄດ້​ຍິນ​ແຕ່​ລະ​ຄົນ​ເວົ້າ​ກ່ຽວ​ກັບ​ຄວາມ​ຈິງ​ແລະ​ເຫັນ​ວ່າ​ທຸກ​ຄົນ​ຮັກ​ພະ​ເຢໂຫວາ​ແລະ​ຕ້ອງການ​ເຮັດ​ໃຫ້​ພະອົງ​ພໍ​ໃຈ ດັ່ງ​ນັ້ນ ເຂົາ​ເຈົ້າ​ກໍ​ຈະ​ຍິ່ງ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ.

ເມື່ອ​ຜົວ​ແລະ​ເມຍ​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ​ນຳ​ກັນ ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ມີ​ຄວາມ​ກົມ​ກຽວ​ກັນ​ໃນ​ສາຍ​ສົມລົດ

13 ຜົວ​ແລະ​ເມຍ​ຈະ​ຮ່ວມ​ມື​ກັນ​ແນວ​ໃດ? (ມັດທາຍ 19:6) ເມື່ອ​ເຂົາ​ເຈົ້າ​ທັງ​ສອງ​ຄົນ​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ​ນຳ​ກັນ ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ມີ​ຄວາມ​ກົມ​ກຽວ​ກັນ​ໃນ​ສາຍ​ສົມລົດ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຄວນ​ຈະ​ສະແດງ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ກັນ​ຄື​ກັບ​ທີ່​ອັບລາຫາມ​ກັບ​ຊາລາ ອີຊາກ​ກັບ​ເລເບກາ ແລະ​ເອນການາ​ກັບ​ອານາ​ໄດ້​ສະແດງ​ຕໍ່​ກັນ. (ຕົ້ນເດີມ 26:8; 1 ຊາເມືອນ 1:5, 8; 1 ເປໂຕ 3:5, 6) ເມື່ອ​ຜົວ​ແລະ​ເມຍ​ເຮັດ​ແບບ​ນີ້ ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ກົມ​ກຽວ​ກັນ​ແລະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 4:12

ການ​ນະມັດສະການ​ປະຈຳ​ຄອບຄົວ​ສາມາດ​ຊ່ວຍ​ຄົນ​ໜຸ່ມ​ແລະ​ຄົນ​ສູງ​ອາຍຸ​ໃຫ້​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 12, 15)

14. ຖ້າ​ຜົວ​ຫຼື​ເມຍ​ຂອງ​ເຈົ້າ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ເຈົ້າ​ສາມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຮັກສາ​ຊີວິດ​ສົມລົດ​ໃຫ້​ເຂັ້ມແຂງ?

14 ຄຳພີ​ໄບເບິນ​ບອກ​ໄວ້​ຢ່າງ​ຊັດເຈນ​ວ່າ​ເຮົາ​ບໍ່​ຄວນ​ແຕ່ງ​ດອງ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ. (2 ໂກລິນໂທ 6:14) ແຕ່​ກໍ​ມີ​ພີ່​ນ້ອງ​ຊາຍ​ຍິງ​ບາງ​ຄົນ​ແຕ່ງ​ດອງ​ກັບ​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ບາງ​ຄົນ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ຫຼັງ​ຈາກ​ທີ່​ແຕ່ງ​ດອງ​ແລ້ວ ແລະ​ຄູ່​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ເຂົ້າ​ມາ​ເປັນ​ພີ່​ນ້ອງ. ບາງ​ຄົນ​ໄດ້​ແຕ່ງ​ດອງ​ກັບ​ຜູ້​ທີ່​ເປັນ​ພີ່​ນ້ອງ ແຕ່​ຫຼັງ​ຈາກ​ນັ້ນ​ຜົວ​ຫຼື​ເມຍ​ຂອງ​ເຂົາ​ເຈົ້າ​ກໍ​ໄດ້​ອອກ​ຈາກ​ປະຊາຄົມ. ໃນ​ສະຖານະການ​ເຫຼົ່າ​ນີ້ ຄລິດສະຕຽນ​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຮັກສາ​ສາຍ​ສົມລົດ​ໃຫ້​ໝັ້ນ​ຄົງ​ໂດຍ​ການ​ເຊື່ອ​ຟັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ. ແຕ່​ກໍ​ບໍ່​ງ່າຍ​ສະເໝີ​ໄປ​ທີ່​ຈະ​ເຮັດ​ເຊັ່ນ​ນີ້. ຕົວຢ່າງ​ເຊັ່ນ: ພີ່​ນ້ອງ​ມາຣີ​ແລະ​ດາວິດ​ຜົວ​ຂອງ​ລາວ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ນຳ​ກັນ. ຕໍ່​ມາດາ​ວິດ​ກໍ​ເຊົາ​ໄປ​ປະຊຸມ. ແຕ່​ພີ່​ນ້ອງ​ມາຣີ​ຍັງ​ພະຍາຍາມ​ເປັນ​ເມຍ​ທີ່​ດີ​ແລະ​ສະແດງ​ຄຸນ​ລັກສະນະ​ຕ່າງໆຂອງ​ຄລິດສະຕຽນ. ນອກ​ຈາກ​ນັ້ນ ລາວ​ຍັງ​ສອນ​ລູກ​ທັງ​ຫົກ​ຄົນ​ໃຫ້​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ລາວ​ໄດ້​ໄປ​ການ​ປະຊຸມ​ປະຈຳ​ທ້ອງຖິ່ນ​ແລະ​ການ​ປະຊຸມ​ໃຫຍ່​ຕໍ່ໆໄປ. ຫຼາຍ​ປີ​ຕໍ່​ມາ ເມື່ອ​ລູກ​ໃຫຍ່​ແລ້ວ​ແລະ​ທຸກ​ຄົນ​ໄດ້​ຍ້າຍ​ອອກ​ຈາກ​ເຮືອນ ມາຣີ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ເຖິງ​ແມ່ນ​ວ່າ​ສະພາບການ​ຈະ​ຍາກ​ກວ່າ​ເກົ່າ​ສຳລັບ​ລາວ. ຕໍ່​ມາ ດາວິດ​ເລີ່ມ​ອ່ານ​ວາລະສານ​ທີ່​ມາຣີ​ວາງ​ໄວ້​ໃຫ້​ລາວ. ໃນ​ທີ່​ສຸດ ດາວິດ​ກໍ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ​ບາງ​ລາຍການ​ອີກ​ຄັ້ງ​ໜຶ່ງ. ຫຼານ​ຊາຍ​ທີ່​ມີ​ອາຍຸ​ຫົກ​ປີ​ໄດ້​ຈອງ​ບ່ອນ​ນັ່ງ​ໄວ້​ໃຫ້​ດາວິດ​ເປັນ​ປະຈຳ ແລະ​ຖ້າ​ລາວ​ບໍ່​ໄດ້​ໄປ ຫຼານ​ຊາຍ​ກໍ​ຈະ​ເວົ້າ​ວ່າ: “ຢູ່​ທີ່​ການ​ປະຊຸມ​ມື້​ນີ້ ຫຼານ​ຄິດ​ຮອດ​ພໍ່​ຕູ້​ເດີ.” ດາວິດ​ກັບ​ມາ​ຫາ​ພະ​ເຢໂຫວາ​ຫຼັງ​ຈາກ 25 ປີ​ຜ່ານ​ໄປ ແລະ​ລາວ​ກັບ​ເມຍ​ມີ​ຄວາມ​ສຸກ​ທີ່​ຕອນ​ນີ້​ເຂົາ​ເຈົ້າ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ນຳ​ກັນ​ອີກ​ຄັ້ງ​ໜຶ່ງ.

15. ຄູ່​ຜົວ​ເມຍ​ທີ່​ມີ​ອາຍຸ​ສູງ​ແລ້ວ​ສາມາດ​ຊ່ວຍ​ຄູ່​ຜົວ​ເມຍ​ທີ່​ຍັງ​ໜຸ່ມ​ໂດຍ​ວິທີ​ໃດ?

15 ຊາຕານ​ໂຈມຕີ​ຄອບຄົວ​ຕ່າງໆໃນ​ທຸກ​ມື້​ນີ້. ນັ້ນ​ຈຶ່ງ​ເປັນ​ເຫດຜົນ​ທີ່​ຜົວ​ແລະ​ເມຍ​ທີ່​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ຈຳເປັນ​ຕ້ອງ​ຮ່ວມ​ມື​ກັນ. ເຖິງ​ວ່າ​ຈະ​ແຕ່ງ​ດອງ​ກັນ​ມາ​ດົນ​ແລ້ວ​ກໍ​ຕາມ ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ສາມາດ​ເວົ້າ​ຫຼື​ເຮັດ​ເພື່ອ​ເສີມ​ສ້າງ​ສາຍ​ສົມລົດ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ. ຖ້າ​ເຈົ້າ​ເປັນ​ຄູ່​ຜົວ​ເມຍ​ທີ່​ມີ​ອາຍຸ​ສູງ​ແລ້ວ ເຈົ້າ​ສາມາດ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຄູ່​ຜົວ​ເມຍ​ທີ່​ຍັງ​ໜຸ່ມ. ບາງ​ທີ​ເຈົ້າ​ສາມາດ​ເຊີນ​ຄູ່​ຜົວ​ເມຍ​ທີ່​ຍັງ​ໜຸ່ມ​ໃຫ້​ມາ​ຮ່ວມ​ການ​ນະມັດສະການ​ປະຈຳ​ຄອບຄົວ​ຂອງ​ເຈົ້າ. ເມື່ອ​ເຮັດ​ແນວ​ນັ້ນ ເຂົາ​ເຈົ້າ​ກໍ​ຈະ​ເຫັນ​ວ່າ​ເຖິງ​ວ່າ​ຈະ​ແຕ່ງ​ດອງ​ກັນ​ມາ​ດົນ​ແລ້ວ​ກໍ​ຕາມ ເຂົາ​ເຈົ້າ​ຕ້ອງ​ສະແດງ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ກັນ​ແລະ​ມີ​ຄວາມ​ກົມ​ກຽວ​ກັນ.—ຕິໂຕ 2:3-7

“ຈົ່ງ​ພາ​ກັນ​ໄປ​ແລະ​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພະ​ເຢໂຫວາ”

16, 17. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ກົມ​ກຽວ​ກັນ​ຄອຍ​ຖ້າ​ສິ່ງ​ໃດ?

16 ເມື່ອ​ຊາວ​ອິດສະລາແອນ​ໄປ​ສະຫຼອງ​ເທດ​ສະ​ການ​ຕ່າງໆໃນ​ເມືອງ​ເຢຣຶຊາເລມ ເຂົາ​ເຈົ້າ​ໄດ້​ຮ່ວມ​ມື​ກັນ. ເຂົາ​ເຈົ້າ​ໄດ້​ກະ​ກຽມ​ທຸກ​ສິ່ງ​ທີ່​ຈຳເປັນ​ໃນ​ການ​ເດີນ​ທາງ. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເດີນ​ທາງ​ໄປ​ນຳ​ກັນ​ແລະ​ຊ່ວຍ​ເຫຼືອ​ກັນ. ຢູ່​ທີ່​ວິຫານ ເຂົາ​ເຈົ້າ​ທຸກ​ຄົນ​ໄດ້​ສັນລະເສີນ​ແລະ​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັນ. (ລືກາ 2:41-44) ໃນ​ທຸກ​ມື້​ນີ້ ໃນ​ຂະນະ​ທີ່​ພວກ​ເຮົາ​ກຽມ​ຕົວ​ເພື່ອ​ຈະ​ມີ​ຊີວິດ​ໃນ​ໂລກ​ໃໝ່ ເຮົາ​ຈຳເປັນ​ຕ້ອງ​ມີ​ຄວາມ​ກົມ​ກຽວ​ກັນ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ​ເພື່ອ​ຈະ​ຮ່ວມ​ມື​ກັນ. ເຈົ້າ​ສາມາດ​ຄິດ​ເຖິງ​ວິທີ​ຕ່າງໆທີ່​ເຈົ້າ​ສາມາດ​ເຮັດ​ເຊັ່ນ​ນີ້​ໃຫ້​ຫຼາຍ​ຂຶ້ນ​ໄດ້​ບໍ?

17 ຜູ້​ຄົນ​ທີ່​ຢູ່​ໃນ​ໂລກ​ທຸກ​ມື້​ນີ້​ຂັດ​ແຍ່ງ​ກັນ​ແລະ​ເຖິງ​ຂັ້ນ​ຕໍ່​ສູ້​ກັນ​ກ່ຽວ​ກັບ​ຫຼາຍໆເລື່ອງ. ແຕ່​ເຮົາ​ຮູ້ສຶກ​ຂອບໃຈ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃຫ້​ມີ​ສັນຕິສຸກ​ແລະ​ເຂົ້າ​ໃຈ​ຄວາມ​ຈິງ! ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ທົ່ວ​ໂລກ​ກຳລັງ​ນະມັດສະການ​ພະອົງ​ໃນ​ແບບ​ທີ່​ພະອົງ​ຕ້ອງການ. ໂດຍ​ສະເພາະ​ແລ້ວ​ໃນ​ສະໄໝ​ສຸດ​ທ້າຍ​ນີ້ ປະຊາຊົນ​ຂອງ​ພະ​ເຢໂຫວາ​ແຮ່ງ​ຕ້ອງ​ກົມ​ກຽວ​ກັນ​ຫຼາຍ​ກວ່າ​ແຕ່​ກ່ອນ. ຄື​ກັບ​ທີ່​ເອຊາອີ​ແລະ​ມີເກ​ໄດ້​ບອກ​ໄວ້​ລ່ວງ​ໜ້າ ພວກ​ເຮົາ​ກຳລັງ​ຂຶ້ນ​ໄປ​ເທິງ “ພູ​ຂອງ​ພະ​ເຢໂຫວາ” ນຳ​ກັນ. (ເອຊາອີ 2:2-4; ອ່ານ​ມີເກ 4:2-4) ໃນ​ອະນາຄົດ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆເມື່ອ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້ “ຕິດ​ສະໜິດ​ກັນ” ແລະ​ຮ່ວມ​ມື​ກັນ​ເພື່ອ​ນະມັດສະການ​ພະ​ເຢໂຫວາ!