ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໜຸ່ມ​ສາວ​ທັງ​ຫຼາຍ—ເຈົ້າ​ຈະ​ກຽມ​ຕົວ​ແນວ​ໃດ​ສຳລັບ​ການ​ຮັບ​ບັບເຕມາ?

ໜຸ່ມ​ສາວ​ທັງ​ຫຼາຍ—ເຈົ້າ​ຈະ​ກຽມ​ຕົວ​ແນວ​ໃດ​ສຳລັບ​ການ​ຮັບ​ບັບເຕມາ?

‘ໂອ້​ພະເຈົ້າ​ເຈົ້າ​ຂ້າ ຂ້າ​ນ້ອຍ​ມີ​ຄວາມ​ຍິນດີ​ຈະ​ກະທຳ​ການ​ຕາມ​ທີ່​ຊອບ​ໃຈ​ພະອົງ.’—ຄຳເພງ 40:8

ເພງ: 51, 58

1, 2. (ກ) ຂໍ​ໃຫ້​ອະທິບາຍ​ວ່າ​ເປັນ​ຫຍັງ​ການ​ຮັບ​ບັບເຕມາ​ຈຶ່ງ​ເປັນ​ເລື່ອງ​ທີ່​ຈິງ​ຈັງ. (ຂ) ກ່ອນ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ຮັບ​ບັບເຕມາ ລາວ​ຕ້ອງ​ແນ່​ໃຈ​ໃນ​ເລື່ອງ​ໃດ ແລະ​ຍ້ອນ​ຫຍັງ?

ເຈົ້າ​ເປັນ​ໄວ​ໜຸ່ມ​ທີ່​ຕ້ອງການ​ຈະ​ຮັບ​ບັບເຕມາ​ບໍ? ຖ້າ​ແມ່ນ ເລື່ອງ​ນີ້​ກໍ​ເປັນ​ກຽດ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ທີ່​ເຈົ້າ​ຈະ​ມີ​ໄດ້. ດັ່ງ​ທີ່​ໄດ້​ກ່າວ​ໄປ​ແລ້ວ​ໃນ​ບົດ​ຄວາມ​ກ່ອນ ການ​ຮັບ​ບັບເຕມາ​ເປັນ​ການ​ຕັດສິນ​ໃຈ​ທີ່​ຈິງ​ຈັງ. ການ​ເຮັດ​ເຊັ່ນ​ນີ້​ຈະ​ສະແດງ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ໄດ້​ອຸທິດ​ຕົວ​ເອງ​ໃຫ້​ແກ່​ພະ​ເຢໂຫວາ​ແລ້ວ ນັ້ນ​ໝາຍ​ຄວາມ​ວ່າ​ເຈົ້າ​ໄດ້​ສັນຍາ​ຕໍ່​ພະອົງ​ວ່າ​ຈະ​ຮັບໃຊ້​ພະອົງ​ຕະຫຼອດ​ໄປ ແລະ​ການ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. ເນື່ອງ​ຈາກ​ການ​ເຮັດ​ເຊັ່ນ​ນີ້​ເປັນ​ຄຳ​ສັນຍາ​ທີ່​ຈິງ​ຈັງ​ຕໍ່​ພະ​ເຢໂຫວາ ດັ່ງ​ນັ້ນ ເຈົ້າ​ຄວນ​ຮັບ​ບັບເຕມາ​ເມື່ອ​ເຈົ້າ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຢ່າງ​ເຕັມທີ ເມື່ອ​ເຈົ້າ​ມີ​ຄວາມ​ປາຖະໜາ​ເອງ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ ແລະ​ເມື່ອ​ເຈົ້າ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ອຸທິດ​ຕົວ​ໃຫ້​ແກ່​ພະເຈົ້າ.

2 ຢ່າງ​ໃດ​ກໍ​ຕາມ ເຈົ້າ​ອາດ​ຮູ້ສຶກ​ວ່າ​ເຈົ້າ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ ຫຼື​ເຈົ້າ​ອາດ​ຮູ້ສຶກ​ວ່າ​ເຈົ້າ​ພ້ອມ​ແລ້ວ ແຕ່​ພໍ່​ແມ່​ພັດ​ຄິດ​ວ່າ​ເຈົ້າ​ຄວນ​ຈະ​ລໍຖ້າ​ຈົນ​ກວ່າ​ເຈົ້າ​ໃຫຍ່​ກວ່າ​ນີ້​ແລະ​ມີ​ປະສົບການ​ໃນ​ຊີວິດ​ຫຼາຍ​ຕື່ມ​ອີກ. ເຈົ້າ​ຄວນ​ເຮັດ​ແນວ​ໃດ? ຢ່າ​ໝົດ​ກຳລັງໃຈ. ແທນ​ທີ່​ຈະ​ຮູ້ສຶກ​ເຊັ່ນ​ນັ້ນ ໃຫ້​ໃຊ້​ເວລາ​ນີ້​ທຳ​ຄວາມ​ກ້າວ​ໜ້າ ເພື່ອ​ວ່າ​ອີກ​ບໍ່​ດົນ​ເຈົ້າ​ກໍ​ຈະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ໄດ້. ໃນ​ຂະນະ​ທີ່​ຕັ້ງ​ໃຈ​ເຮັດ​ເຊັ່ນ​ນັ້ນ ເຈົ້າ​ສາມາດ​ຕັ້ງ​ເປົ້າ​ໝາຍ​ໃນ​ສາມ​ຂອບ​ເຂດ​ຄື: (1) ຄວາມ​ເຊື່ອ​ໝັ້ນ ຫຼື​ຄວາມ​ເຊື່ອ​ຂອງ​ເຈົ້າ (2) ການ​ກະທຳ​ຂອງ​ເຈົ້າ ແລະ (3) ຄວາມ​ຮູ້​ບຸນ​ຄຸນ​ຂອງ​ເຈົ້າ.

ຄວາມ​ເຊື່ອ​ໝັ້ນ​ຂອງ​ເຈົ້າ

3, 4. ຄົນ​ທີ່​ເປັນ​ໄວ​ໜຸ່ມ​ສາມາດ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຕີໂມເຕ?

3 ໃຫ້​ຄິດ​ກ່ຽວ​ກັບ​ວິທີ​ທີ່​ເຈົ້າ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ຄື: ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເຊື່ອ​ວ່າ​ພະເຈົ້າ​ມີ​ຢູ່​ຈິງ? ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ? ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ​ແທນ​ທີ່​ຈະ​ຮຽນ​ແບບ​ມາດຕະຖານ​ທາງ​ດ້ານ​ສິນລະທຳ​ຂອງ​ໂລກ​ນີ້? ຄຳຖາມ​ເຫຼົ່າ​ນີ້​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໃຫ້​ຜ່ານ​ທາງ​ໂປໂລ​ທີ່​ວ່າ: ‘ຈົ່ງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ນໍ້າໃຈ​ຂອງ​ພະເຈົ້າ​ເປັນ​ອັນ​ດີ​ແລະ​ເປັນ​ທີ່​ຊອບ​ໃຈ​ແລະ​ສົມບູນ​ພ້ອມ.’ (ໂລມ 12:2) ເປັນ​ຫຍັງ​ເຈົ້າ​ຄວນ​ເຮັດ​ແບບ​ນັ້ນ?

ຕີໂມເຕ​ຍອມ​ຮັບ​ເອົາ​ຄວາມ​ຈິງ​ຍ້ອນ​ວ່າ​ລາວ​ຫາ​ເຫດຜົນ​ໃນ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້​ແລະ​ທີ່​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ເຊື່ອ​ໝັ້ນ

4 ຕົວຢ່າງ​ຂອງ​ຕີໂມເຕ​ສາມາດ​ຊ່ວຍ​ເຈົ້າ​ໄດ້. ຕີໂມເຕ​ມີ​ຄວາມ​ຮູ້​ໃນ​ພະ​ຄຳພີ​ເປັນ​ຢ່າງ​ດີ​ເພາະ​ວ່າ​ແມ່​ແລະ​ແມ່​ຕູ້​ໄດ້​ສອນ​ພະ​ຄຳພີ​ໃຫ້​ລາວ. ຢ່າງ​ໃດ​ກໍ​ຕາມ ໂປໂລ​ໄດ້​ບອກ​ຕີໂມເຕ​ວ່າ: ‘ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ແລະ​ທີ່​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ເຊື່ອ​ໝັ້ນ.’ (2 ຕີໂມເຕ 3:14, 15) ໃນ​ນີ້​ຄຳ​ວ່າ “ເຊື່ອ​ໝັ້ນ” ໝາຍ​ຄວາມ​ວ່າ “ໝັ້ນ​ໃຈ​ແລະ​ແນ່​ໃຈ​ວ່າ​ບາງ​ສິ່ງ​ເປັນ​ຄວາມ​ຈິງ.” ດັ່ງ​ນັ້ນ ຕີໂມເຕ​ຕ້ອງ​ໝັ້ນ​ໃຈ​ວ່າ​ລາວ​ສາມາດ​ພົບ​ຄວາມ​ຈິງ​ໃນ​ພະ​ຄຳພີ​ໄດ້. ລາວ​ຍອມ​ຮັບ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ນັ້ນ​ເປັນ​ຄວາມ​ຈິງ ບໍ່​ແມ່ນ​ຍ້ອນ​ວ່າ​ແມ່​ຫຼື​ແມ່​ຕູ້​ບອກ​ໃຫ້​ລາວ​ຍອມ​ຮັບ​ເອົາ ແຕ່​ຍ້ອນ​ວ່າ​ລາວ​ຫາ​ເຫດຜົນ​ໃນ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້​ແລະ​ທີ່​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ເຊື່ອ​ໝັ້ນ.—ອ່ານ​ໂລມ 12:1

5, 6. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຈົ້າ​ຄວນ​ຮຽນ​ຮູ້​ທີ່​ຈະ​ໃຊ້ “ຄວາມ​ສາມາດ​ໃນ​ການ​ໃຊ້​ເຫດຜົນ” ຕັ້ງ​ແຕ່​ເຈົ້າ​ຍັງ​ນ້ອຍ?

5 ແລ້ວ​ເຈົ້າ​ເດ? ເຈົ້າ​ອາດ​ຮູ້ຈັກ​ຄວາມ​ຈິງ​ເປັນ​ເວລາ​ດົນ​ແລ້ວ. ຖ້າ​ເປັນ​ແນວ​ນັ້ນ ໃຫ້​ເຈົ້າ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ຄິດ​ເຖິງ​ເຫດຜົນ​ຕ່າງໆທີ່​ເຮັດ​ໃຫ້​ເຈົ້າ​ເຊື່ອ​ແບບ​ນັ້ນ. ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ຂຶ້ນ​ແລະ​ໃຫ້​ຫຼີກ​ລ່ຽງ​ການ​ຕັດສິນ​ໃຈ​ຕ່າງໆທີ່​ຜິດ​ພາດ​ຍ້ອນ​ຄວາມ​ກົດ​ດັນ​ຂອງ​ຄົນ​ໃນ​ໄວ​ດຽວ​ກັນ ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ນີ້ ຫຼື​ແມ່ນ​ແຕ່​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ເອງ.

6 ຖ້າ​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ໃຊ້ “ຄວາມ​ສາມາດ​ໃນ​ການ​ໃຊ້​ເຫດຜົນ, ລ.ມ.” ໃນ​ຂະນະ​ທີ່​ເຈົ້າ​ຍັງ​ໜຸ່ມ​ຍັງ​ນ້ອຍ ເຈົ້າ​ຈະ​ສາມາດ​ຕອບ​ຄຳຖາມ​ຕ່າງໆທີ່​ຄົນ​ໃນ​ໄວ​ດຽວ​ກັນ​ຖາມ ເຊັ່ນ: ‘ເຈົ້າ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ມີ​ພະເຈົ້າ? ຖ້າ​ພະເຈົ້າ​ຮັກ​ເຮົາ ເປັນ​ຫຍັງ​ພະອົງ​ຈຶ່ງ​ຍອມ​ໃຫ້​ມີ​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ? ເປັນ​ໄປ​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ມີ​ຊີວິດ​ຢູ່​ຕະຫຼອດ​ເວລາ?’ ເມື່ອ​ເຈົ້າ​ກຽມ​ຕົວ​ໃຫ້​ພ້ອມ ຄຳຖາມ​ເຫຼົ່າ​ນີ້​ຈະ​ບໍ່​ເຮັດ​ໃຫ້​ເຈົ້າ​ຄິດ​ສົງໄສ​ໃນ​ໃຈ ແຕ່​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.

7-9. ຂໍ​ໃຫ້​ອະທິບາຍ​ວ່າ​ບົດ​ຄວາມ​ຊຸດ​ສຳລັບ​ຄູ່​ມື​ການ​ສຶກສາ​ທີ່​ມີ​ໃນ​ອິນເຕີເນັດ​ເຊິ່ງ​ຊື່​ວ່າ “ຄຳພີ​ໄບເບິນ​ສອນ​ຫຍັງ?” ສາມາດ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ​ໄດ້.

7 ການ​ສຶກສາ​ສ່ວນ​ຕົວຢ່າງ​ລະອຽດ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຕອບ​ຄຳຖາມ​ຕ່າງໆ ກຳຈັດ​ຂໍ້​ສົງໄສ​ໃດໆກໍ​ຕາມ ແລະ​ເສີມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຈົ້າ. (ກິດຈະການ 17:11) ພວກ​ເຮົາ​ມີ​ສັບພະ​ໜັງສື​ມາກ​ມາຍ​ທີ່​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຮັດ​ເຊັ່ນ​ນັ້ນ​ໄດ້. ຫຼາຍ​ຄົນ​ເຫັນ​ວ່າ​ເປັນ​ປະໂຫຍດ​ທີ່​ຈະ​ສຶກສາ​ຈຸນລະສານ​ຕົ້ນ​ກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ (ພາສາ​ໄທ) ແລະ​ປຶ້ມ​ພະ​ຜູ້​ສ້າງ​ໃຝ່​ພະໄທ​ໃນ​ຕົວ​ຄຸນ​ມີ​ໄໝ? (ພາສາ​ໄທ) ນອກ​ຈາກ​ນັ້ນ ໜຸ່ມ​ສາວ​ຫຼາຍ​ຄົນ​ຍັງ​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ບົດ​ຄວາມ​ຊຸດ​ທີ່​ມີ​ຊື່​ວ່າ “ຄຳພີ​ໄບເບິນ​ສອນ​ຫຍັງ?” ໃນ​ເວັບໄຊ jw.org/th ເຊິ່ງ​ຢູ່​ໃນ​ຫົວ​ຂໍ້ “ຄຳ​ສອນ​ຂອງ​ຄຳພີ​ໄບເບິນ.” ຄູ່​ມື​ການ​ສຶກສາ​ແຕ່​ລະ​ຢ່າງ​ທີ່​ຢູ່​ໃນ​ບົດ​ຄວາມ​ຊຸດ​ນີ້​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ໃນ​ຄຳພີ​ໄບເບິນ.

8 ເນື່ອງ​ຈາກ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ ດັ່ງ​ນັ້ນ ເຈົ້າ​ອາດ​ຮູ້​ຄຳຕອບ​ຢູ່​ແລ້ວ​ສຳລັບ​ຄຳຖາມ​ບາງ​ຂໍ້​ທີ່​ມີ​ຢູ່​ໃນ​ຄູ່​ມື​ການ​ສຶກສາ​ນີ້. ແຕ່​ເຈົ້າ​ໝັ້ນ​ໃຈ​ໃນ​ຄຳຕອບ​ຂອງ​ເຈົ້າ​ບໍ? ຄູ່​ມື​ການ​ສຶກສາ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ຢ່າງ​ລະອຽດ​ກ່ຽວ​ກັບ​ຂໍ້​ພະ​ຄຳພີ​ຕ່າງໆ ແລ້ວ​ຈາກ​ນັ້ນ​ກໍ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ຂຽນ​ເຫດຜົນ​ຕ່າງໆກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ. ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວິທີ​ອະທິບາຍ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ. ຖ້າ​ເຈົ້າ​ເຂົ້າ​ໄປ​ເບິ່ງ​ບົດ​ຄວາມ​ຊຸດ​ທີ່​ມີ​ໃນ​ອິນເຕີເນັດ​ເຊິ່ງ​ຊື່​ວ່າ “ຄຳພີ​ໄບເບິນ​ສອນ​ຫຍັງ?” ເຈົ້າ​ກໍ​ຈະ​ສາມາດ​ໃຊ້​ໃນ​ການ​ສຶກສາ​ສ່ວນ​ຕົວ​ເພື່ອ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ.

9 ເຈົ້າ​ຕ້ອງ​ພິສູດ​ດ້ວຍ​ຕົວ​ເອງ​ວ່າ​ນີ້​ແມ່ນ​ຄວາມ​ຈິງ ເພາະ​ສິ່ງ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ກຽມ​ຕົວ​ສຳລັບ​ການ​ຮັບເຕມາ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໄວຮຸ່ນ​ເວົ້າ​ວ່າ: “ກ່ອນ​ຕັດສິນ​ໃຈ​ທີ່​ຈະ​ຮັບ​ບັບເຕມາ ຂ້ອຍ​ໄດ້​ສຶກສາ​ຄຳພີ​ໄບເບິນ​ແລະ​ໄດ້​ເຫັນ​ວ່າ​ນີ້​ແມ່ນ​ສາສະໜາ​ແທ້ ແລະ​ການ​ດຳລົງ​ຊີວິດ​ໃນ​ແຕ່​ລະ​ມື້​ເຮັດ​ໃຫ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ຂ້ອຍ​ເຂັ້ມແຂງ​ຂຶ້ນ.”

ການ​ກະທຳ​ຂອງ​ເຈົ້າ

10. ເປັນ​ຫຍັງ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ຄາດ​ໝາຍ​ວ່າ​ຄລິດສະຕຽນ​ທີ່​ຮັບ​ບັບເຕມາ​ແລ້ວ​ຈະ​ເຮັດ​ຕາມ​ຄວາມ​ເຊື່ອ?

10 ຄຳພີ​ໄບເບິນ​ກ່າວ​ວ່າ: “ຄວາມ​ເຊື່ອ . . . ຖ້າ​ບໍ່​ມີ​ກິດຈະການ ຄວາມ​ເຊື່ອ​ນັ້ນ​ກໍ​ຕາຍ​ແລ້ວ.” (ຢາໂກໂບ 2:17) ຖ້າ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ທີ່​ໝັ້ນ​ຄົງ ເຈົ້າ​ຈະ​ສະແດງ​ອອກ​ໂດຍ​ທາງ​ການ​ກະທຳ​ຂອງ​ເຈົ້າ. ເຈົ້າ​ຈະ​ມີ​ສິ່ງ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ ການ “ກະທຳ​ການ​ບໍລິສຸດ​ແລະ [ກະທຳ] ການ​ຕາມ​ຄວາມ​ນັບຖື​ພະເຈົ້າ.”—ອ່ານ 2 ເປໂຕ 3:11

11. ຂໍ​ໃຫ້​ອະທິບາຍ​ຄຳ​ວ່າ ການ “ກະທຳ​ການ​ບໍລິສຸດ.”

11 ການ “ກະທຳ​ການ​ບໍລິສຸດ” ໝາຍ​ເຖິງ​ຫຍັງ? ຖ້າ​ເຈົ້າ​ມີ​ການ​ກະທຳ​ທີ່​ບໍລິສຸດ ເຈົ້າ​ກໍ​ສະອາດ​ທາງ​ດ້ານ​ສິນລະທຳ. ຕົວຢ່າງ​ເຊັ່ນ: ໃຫ້​ຄິດ​ກ່ຽວ​ກັບ​ຫົກ​ເດືອນ​ທີ່​ຜ່ານ​ມາ. ຕອນ​ທີ່​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ຜິດ ເຈົ້າ​ໄດ້​ຄິດ​ຢ່າງ​ຖີ່​ຖ້ວນ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ​ບໍ? (ເຫບເລີ 5:14) ເຈົ້າ​ຈື່​ຕອນ​ໃດ​ຕອນ​ໜຶ່ງ​ສະເພາະ​ບໍ​ທີ່​ເຈົ້າ​ບໍ່​ຍອມ​ແພ້​ຕໍ່​ການ​ລໍ້​ໃຈ​ຫຼື​ຄວາມ​ກົດ​ດັນ​ຈາກ​ຄົນ​ໃນ​ໄວ​ດຽວ​ກັນ? ຢູ່​ທີ່​ໂຮງ​ຮຽນ ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄົນ​ອື່ນ​ບໍ? ເຈົ້າ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ບໍ ຫຼື​ເຈົ້າ​ພະຍາຍາມ​ທີ່​ຈະ​ເປັນ​ຄື​ກັບ​ໝູ່​ໃນ​ຫ້ອງ​ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ເວົ້າ​ກວນ​ເຈົ້າ? (1 ເປໂຕ 4:3, 4) ແນ່ນອນ​ວ່າ​ທຸກ​ຄົນ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ. ຫຼາຍ​ຄັ້ງ ແມ່ນ​ແຕ່​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ເວລາ​ຫຼາຍ​ປີ​ກໍ​ອາດ​ຮູ້ສຶກ​ອາຍ​ແລະ​ເຫັນ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເວົ້າ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ. ແຕ່​ຜູ້​ທີ່​ໄດ້​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ​ແລ້ວ​ຈະ​ພູມ​ໃຈ​ທີ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ ແລະ​ລາວ​ສະແດງ​ໃຫ້​ເຫັນ​ສິ່ງ​ນີ້​ໂດຍ​ການ​ປະພຶດ​ທີ່​ສະອາດ.

12. ການ “[ກະທຳ] ການ​ຕາມ​ຄວາມ​ນັບຖື​ພະເຈົ້າ” ລວມ​ມີ​ຫຍັງ​ແດ່ ແລະ​ເຈົ້າ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ສິ່ງ​ເຫຼົ່າ​ນັ້ນ?

12 ການ “[ກະທຳ] ການ​ຕາມ​ຄວາມ​ນັບຖື​ພະເຈົ້າ” ໝາຍ​ເຖິງ​ຫຍັງ? ສິ່ງ​ນີ້​ໝາຍ​ລວມ​ເຖິງ​ກິດຈະກຳ​ຕ່າງໆໃນ​ປະຊາຄົມ ເຊັ່ນ: ການ​ໄປ​ປະຊຸມ​ແລະ​ການ​ປະກາດ. ແຕ່​ໃນ​ນີ້​ກໍ​ຍັງ​ລວມ​ເຖິງ​ກິດຈະກຳ​ຕ່າງໆທີ່​ຄົນ​ອື່ນ​ບໍ່​ສາມາດ​ເຫັນ ເຊັ່ນ: ການ​ອະທິດຖານ​ສ່ວນ​ຕົວ​ເຖິງ​ພະ​ເຢໂຫວາ ແລະ​ການ​ສຶກສາ​ສ່ວນ​ຕົວ. ຄົນ​ທີ່​ອຸທິດ​ຊີວິດ​ໃຫ້​ແກ່​ພະ​ເຢໂຫວາ​ຈະ​ບໍ່​ຄິດ​ວ່າ​ກິດຈະກຳ​ເຫຼົ່າ​ນີ້​ເປັນ​ພາລະ. ລາວ​ຈະ​ຮູ້ສຶກ​ຄ້າຍ​ຄື​ກະສັດ​ດາວິດ​ທີ່​ເວົ້າ​ວ່າ: ‘ໂອ້​ພະເຈົ້າ​ເຈົ້າ​ຂ້າ ຂ້າ​ນ້ອຍ​ມີ​ຄວາມ​ຍິນດີ​ຈະ​ກະທຳ​ການ​ຕາມ​ທີ່​ຊອບ​ໃຈ​ພະອົງ ແລະ​ພະບັນຍັດ​ຂອງ​ພະອົງ​ສະຖິດ​ຢູ່​ພາຍ​ໃນ​ໃຈ​ຂ້າ​ນ້ອຍ.’—ຄຳເພງ 40:8

ເຈົ້າ​ອະທິດຖານ​ຢ່າງ​ເຈາະ​ຈົງ​ບໍ ແລະ​ຄຳ​ອະທິດຖານ​ເຫຼົ່າ​ນັ້ນ​ສະແດງ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍ​ສໍ່າ​ໃດ?

13, 14. ມີ​ສິ່ງ​ໃດ​ທີ່​ສາມາດ​ຊ່ວຍ​ເຈົ້າ​ໃຫ້ “[ກະທຳ] ການ​ຕາມ​ຄວາມ​ນັບຖື​ພະເຈົ້າ” ແລະ​ໄວ​ໜຸ່ມ​ບາງ​ຄົນ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຈັດ​ຕຽມ​ນີ້?

13 ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັ້ງ​ເປົ້າ​ໝາຍ ພວກ​ເຮົາ​ມີ​ແບບ​ສອບ​ຖາມ​ໃນ​ໜ້າ 308 ແລະ 309 ໃນ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ​ຄຳຕອບ​ທີ່​ໄດ້​ຜົນ ເຫຼັ້ມ 2 (ພາສາ​ໄທ). ໃນ​ແບບ​ສອບ​ຖາມ​ນັ້ນ ເຈົ້າ​ສາມາດ​ຂຽນ​ຄຳຕອບ​ຂອງ​ເຈົ້າ​ສຳລັບ​ຄຳຖາມ​ຕ່າງໆເຊັ່ນ: “ເຈົ້າ​ອະທິດຖານ​ຢ່າງ​ເຈາະ​ຈົງ​ບໍ ແລະ​ຄຳ​ອະທິດຖານ​ເຫຼົ່າ​ນັ້ນ​ສະແດງ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍ​ສໍ່າ​ໃດ?” “ເຈົ້າ​ເຮັດ​ຫຍັງ​ແດ່​ໃນ​ການ​ສຶກສາ​ສ່ວນ​ຕົວ?” “ຖ້າ​ພໍ່​ແມ່​ບໍ່​ໄດ້​ອອກ​ໄປ​ປະກາດ ເຈົ້າ​ໄປ​ບໍ?” ນອກ​ຈາກ​ນັ້ນ ແບບ​ສອບ​ຖາມ​ຍັງ​ມີ​ບ່ອນ​ວ່າງ​ໃຫ້​ເຈົ້າ​ຂຽນ​ເປົ້າ​ໝາຍ​ຕ່າງໆທີ່​ເຈົ້າ​ຕັ້ງ​ໄວ້​ສຳລັບ​ຕົວ​ເອງ​ໃນ​ເລື່ອງ​ການ​ອະທິດຖານ ການ​ສຶກສາ​ສ່ວນ​ຕົວ ແລະ​ການ​ປະກາດ.

14 ໄວ​ໜຸ່ມ​ຫຼາຍ​ຄົນ​ທີ່​ຄິດ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ ເຂົາ​ເຈົ້າ​ເຫັນ​ວ່າ​ແບບ​ສອບ​ຖາມ​ນີ້​ເປັນ​ເຄື່ອງ​ມື​ທີ່​ມີ​ຄ່າ. ພີ່​ນ້ອງ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ຊື່​ທິວ​ດາ​ໄດ້​ເວົ້າ​ວ່າ: “ຂ້ອຍ​ໃຊ້​ແບບ​ສອບ​ຖາມ​ນີ້​ເພື່ອ​ຕັ້ງ​ເປົ້າ​ໝາຍ​ໃຫ້​ຕົວ​ເອງ. ຂ້ອຍ​ສາມາດ​ບັນລຸ​ເປົ້າ​ໝາຍ​ເຫຼົ່າ​ນັ້ນ​ເທື່ອ​ລະ​ຢ່າງ ແລະ​ປະມານ​ໜຶ່ງ​ປີ​ຕໍ່​ມາ​ຂ້ອຍ​ກໍ​ພ້ອມ​ຈະ​ຮັບ​ບັບເຕມາ.” ພີ່​ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ແພັດທຣິກ​ກໍ​ປະສົບ​ຜົນ​ສຳເລັດ​ຄ້າຍໆກັນ ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້​ເປົ້າ​ໝາຍ​ຂອງ​ຂ້ອຍ​ແລ້ວ ແຕ່​ການ​ຂຽນ​ເປົ້າ​ໝາຍ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ຂຶ້ນ​ອີກ​ເພື່ອ​ຈະ​ບັນລຸ​ເປົ້າ​ໝາຍ​ເຫຼົ່າ​ນັ້ນ.”

ເຈົ້າ​ຈະ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ບໍ ຖ້າ​ພໍ່​ແມ່​ຂອງ​ເຈົ້າ​ບໍ່​ໄດ້​ຮັບໃຊ້? (ເບິ່ງ​ຂໍ້ 15)

15. ຂໍ​ໃຫ້​ອະທິບາຍ​ເຫດຜົນ​ທີ່​ວ່າ​ການ​ອຸທິດ​ຕົວ​ຄວນ​ເປັນ​ການ​ຕັດສິນ​ໃຈ​ສ່ວນ​ຕົວ.

15 ຄຳຖາມ​ໜຶ່ງ​ທີ່​ຢູ່​ໃນ​ແບບ​ສອບ​ຖາມ​ນັ້ນ​ແມ່ນ: “ເຈົ້າ​ຈະ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ບໍ ຖ້າ​ພໍ່​ແມ່​ແລະ​ໝູ່​ຂອງ​ເຈົ້າ​ເຊົາ​ຮັບໃຊ້​ພະອົງ?” ເມື່ອ​ເຈົ້າ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ແລ້ວ ເຈົ້າ​ຈະ​ມີ​ສາຍ​ສຳພັນ​ເປັນ​ສ່ວນ​ຕົວ​ກັບ​ພະອົງ. ດັ່ງ​ນັ້ນ ສິ່ງ​ທີ່​ເຈົ້າ​ເຮັດ​ສຳລັບ​ພະ​ເຢໂຫວາ​ບໍ່​ຄວນ​ຂຶ້ນ​ກັບ​ພໍ່​ແມ່​ຫຼື​ຄົນ​ອື່ນໆ. ການ​ກະທຳ​ທີ່​ບໍລິສຸດ​ຂອງ​ເຈົ້າ​ແລະ​ການ​ກະທຳ​ຕາມ​ຄວາມ​ນັບຖື​ພະເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ເຈົ້າ​ມີ​ຄວາມ​ຈິງ​ແລະ​ຕ້ອງການ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ຖ້າ​ເຮັດ​ໄດ້​ເຊັ່ນ​ນັ້ນ ອີກ​ບໍ່​ດົນ​ເຈົ້າ​ກໍ​ຈະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ໄດ້.

ຄວາມ​ຮູ້​ບຸນ​ຄຸນ​ຂອງ​ເຈົ້າ

16, 17. (ກ) ສິ່ງ​ໃດ​ຄວນ​ກະຕຸ້ນ​ບາງ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ? (ຂ) ຈະ​ຍົກ​ຕົວຢ່າງ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຮູ້​ຄຸນຄ່າ​ສຳລັບ​ຄ່າໄຖ່?

16 ມື້​ໜຶ່ງ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຮູ້ຈັກ​ກົດ​ໝາຍ​ຂອງ​ໂມເຊ​ເປັນ​ຢ່າງ​ດີ​ໄດ້​ຖາມ​ພະ​ເຍຊູ​ວ່າ: “ພະບັນຍັດ​ຂໍ້​ອັນ​ໃດ​ເປັນ​ຂໍ້​ໃຫຍ່?” ພະ​ເຍຊູ​ໄດ້​ຕອບ​ວ່າ: “ເຈົ້າ​ຈົ່ງ​ຮັກ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຮັກ​ດ້ວຍ​ສຸດ​ໃຈ ແລະ​ດ້ວຍ​ສຸດ​ຈິດ ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ.” (ມັດທາຍ 22:35-37) ພະ​ເຍຊູ​ອະທິບາຍ​ວ່າ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ຄວນ​ເປັນ​ເຫດຜົນ​ທີ່​ເຮັດ​ໃຫ້​ບາງ​ຄົນ​ຮັບ​ບັບເຕມາ​ແລະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ວິທີ​ໜຶ່ງ​ເຊິ່ງ​ດີ​ທີ່​ສຸດ​ທີ່​ຈະ​ເສີມ​ສ້າງ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ກໍ​ແມ່ນ​ການ​ຄິດ​ຢ່າງ​ຖີ່​ຖ້ວນ​ກ່ຽວ​ກັບ​ຄ່າໄຖ່​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ສຳລັບ​ມະນຸດ. (ອ່ານ 2 ໂກລິນໂທ 5:14, 15; 1 ໂຢຮັນ 4:9, 19) ເມື່ອ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ຕ້ອງການ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ສຳລັບ​ຂອງ​ຂວັນ​ທີ່​ພິເສດ​ນີ້.

17 ຄວາມ​ຮູ້​ຄຸນຄ່າ​ທີ່​ເຈົ້າ​ມີ​ຕໍ່​ຄ່າໄຖ່​ສາມາດ​ອະທິບາຍ​ໄດ້​ດັ່ງ​ນີ້: ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ເຈົ້າ​ກຳລັງ​ຈະ​ຈົມ​ນໍ້າ​ແລະ​ມີ​ບາງ​ຄົນ​ໄດ້​ມາ​ຊ່ວຍ​ຊີວິດ​ເຈົ້າ. ເຈົ້າ​ຈະ​ພຽງ​ແຕ່​ກັບ​ເມືອ​ເຮືອນ ເຊັດ​ໂຕ​ໃຫ້​ແຫ້ງ ແລະ​ກໍ​ລືມ​ສິ່ງ​ທີ່​ຄົນ​ນັ້ນ​ໄດ້​ເຮັດ​ສຳລັບ​ເຈົ້າ​ບໍ? ບໍ່! ເຈົ້າ​ຈະ​ສຳນຶກ​ສະເໝີ​ວ່າ​ເປັນ​ໜີ້​ບຸນ​ຄຸນ​ຄົນ​ນັ້ນ​ທີ່​ໄດ້​ຊ່ວຍ​ຊີວິດ​ເຈົ້າ! ຄ້າຍ​ຄື​ກັນ ເຮົາ​ຄວນ​ສຳນຶກ​ເຖິງ​ບຸນ​ຄຸນ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສຳລັບ​ຄ່າໄຖ່. ເຮົາ​ເປັນ​ໜີ້​ຊີວິດ​ພວກ​ເພິ່ນ! ພວກ​ເພິ່ນ​ໄດ້​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ເນື່ອງ​ຈາກ​ພວກ​ເພິ່ນ​ຮັກ​ເຮົາ ຕອນ​ນີ້​ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ!

18, 19. (ກ) ເປັນ​ຫຍັງ​ເຈົ້າ​ບໍ່​ຄວນ​ຢ້ານ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ? (ຂ) ການ​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ຊີວິດ​ຂອງ​ເຈົ້າ​ດີ​ຂຶ້ນ​ຄື​ແນວ​ໃດ?

18 ເຈົ້າ​ຮູ້ສຶກ​ເປັນ​ໜີ້​ບຸນ​ຄຸນ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ສຳລັບ​ເຈົ້າ​ບໍ? ຖ້າ​ເປັນ​ແນວ​ນັ້ນ ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ກໍ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ທີ່​ຄວນ​ຈະ​ເຮັດ. ການ​ອຸທິດ​ຕົວ​ຂອງ​ເຈົ້າ​ແມ່ນ​ການ​ສັນຍາ​ກັບ​ພະເຈົ້າ​ວ່າ​ເຈົ້າ​ຈະ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ​ຕະຫຼອດ​ໄປ. ເຈົ້າ​ຄວນ​ຢ້ານ​ບໍ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ແບບ​ນັ້ນ? ບໍ່​ຄວນ​ຢ້ານ! ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຈົ້າ​ໄດ້​ສິ່ງ​ທີ່​ດີ​ທີ່​ສຸດ ແລະ​ພະອົງ​ຈະ​ໃຫ້​ລາງວັນ​ສຳລັບ​ຄົນ​ທີ່​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ. (ເຫບເລີ 11:6) ເມື່ອ​ເຈົ້າ​ອຸທິດ​ຊີວິດ​ໃຫ້​ແກ່​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ຊີວິດ​ຂອງ​ເຈົ້າ​ຈະ​ບໍ່​ຊົ່ວ​ຮ້າຍ​ລົງ ແຕ່​ວ່າ​ຈະ​ດີ​ຂຶ້ນ! ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ອາຍຸ 24 ປີ ເຊິ່ງ​ໄດ້​ຮັບ​ບັບເຕມາ​ກ່ອນ​ທີ່​ຈະ​ເປັນ​ໄວຮຸ່ນ ລາວ​ເວົ້າ​ວ່າ: “ຂ້ອຍ​ອາດ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ກວ່າ​ຖ້າ​ຂ້ອຍ​ເປັນ​ຜູ້​ໃຫຍ່​ກວ່າ​ນັ້ນ ແຕ່​ການ​ຕັດສິນ​ໃຈ​ທີ່​ຈະ​ອຸທິດ​ຕົວ​ເອງ​ໃຫ້​ແກ່​ພະ​ເຢໂຫວາ​ໄດ້​ປົກ​ປ້ອງ​ຂ້ອຍ​ຈາກ​ການ​ແລ່ນ​ຕິດ​ຕາມ​ໂລກ​ນີ້.”

ຊາຕານ​ເຫັນ​ແກ່​ຕົວ​ແລະ​ມັນ​ບໍ່​ໄດ້​ເປັນ​ຫ່ວງ​ເຈົ້າ

19 ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຈົ້າ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ. ແຕ່​ຊາຕານ​ເຫັນ​ແກ່​ຕົວ​ແລະ​ມັນ​ບໍ່​ໄດ້​ເປັນ​ຫ່ວງ​ເຈົ້າ. ມັນ​ບໍ່​ສາມາດ​ໃຫ້​ສິ່ງ​ທີ່​ດີ​ແກ່​ເຈົ້າ​ຖ້າ​ເຈົ້າ​ຕິດ​ຕາມ​ມັນ. ຊາຕານ​ຈະ​ເອົາ​ສິ່ງ​ທີ່​ມັນ​ບໍ່​ມີ​ມາ​ໃຫ້​ເຈົ້າ​ໄດ້​ແນວ​ໃດ? ມັນ​ບໍ່​ມີ​ຂ່າວ​ດີ ແລະ​ມັນ​ບໍ່​ມີ​ຄວາມ​ຫວັງ​ໃດໆເລີຍ. ສິ່ງ​ທີ່​ຊາຕານ​ຈະ​ໃຫ້​ເຈົ້າ​ໄດ້​ແມ່ນ​ມີ​ພຽງ​ອະນາຄົດ​ທີ່​ມືດ​ມົນ​ເທົ່າ​ນັ້ນ ເພາະ​ມັນ​ເອງ​ຈະ​ມີ​ອະນາຄົດ​ແບບ​ນັ້ນ!—ຄຳປາກົດ 20:10

20. ຄົນ​ທີ່​ເປັນ​ໄວ​ໜຸ່ມ​ສາມາດ​ເຮັດ​ຫຍັງ​ເພື່ອ​ຈະ​ທຳ​ຄວາມ​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ? (ຂໍ​ໃຫ້​ເບິ່ງ​ຂອບ “ສິ່ງ​ທີ່​ຊ່ວຍ​ເຈົ້າ​ໃຫ້​ທຳ​ຄວາມ​ກ້າວ​ໜ້າ”)

20 ການ​ອຸທິດ​ຊີວິດ​ໃຫ້​ແກ່​ພະ​ເຢໂຫວາ​ເປັນ​ການ​ຕັດສິນ​ໃຈ​ທີ່​ດີ​ທີ່​ສຸດ​ທີ່​ເຈົ້າ​ເຄີຍ​ເຮັດ. ເຈົ້າ​ພ້ອມ​ບໍ​ທີ່​ຈະ​ເຮັດ​ແບບ​ນັ້ນ? ຖ້າ​ພ້ອມ ເຈົ້າ​ກໍ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ນັ້ນ. ແຕ່​ຖ້າ​ຮູ້ສຶກ​ວ່າ​ຍັງ​ບໍ່​ພ້ອມ ໃຫ້​ເຈົ້າ​ໃຊ້​ຄຳ​ແນະນຳ​ໃນ​ບົດ​ຄວາມ​ນີ້​ເພື່ອ​ຈະ​ທຳ​ຄວາມ​ກ້າວ​ໜ້າ​ຕໍ່ໆໄປ. ໂປໂລ​ບອກ​ພີ່​ນ້ອງ​ໃນ​ເມືອງ​ຟີລິບ​ວ່າ​ໃຫ້​ທຳ​ຄວາມ​ກ້າວ​ໜ້າ​ຕໍ່ໆໄປ. (ຟີລິບ 3:16) ຖ້າ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ ອີກ​ບໍ່​ດົນ​ເຈົ້າ​ກໍ​ຈະ​ຕ້ອງການ​ທີ່​ຈະ​ອຸທິດ​ຊີວິດ​ໃຫ້​ແກ່​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.