ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໜຸ່ມ​ສາວ​ທັງ​ຫຼາຍ—ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?

ໜຸ່ມ​ສາວ​ທັງ​ຫຼາຍ—ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?

“ໃນ​ພວກ​ທ່ານ ຖ້າ​ຜູ້​ໃດ​ຢາກ​ກໍ່​ສ້າງ​ປ້ອມ​ຜູ້​ນັ້ນ​ຈະ​ບໍ່​ນັ່ງ​ລົງ​ກ່ອນ​ແລະ​ຄຶດ​ລາຄາ​ແລະ​ນັບ​ເບິ່ງ​ວ່າ​ຈະ​ມີ​ເຂົ້າ​ຂອງ​ພໍ​ໄດ້​ກະທຳ​ໃຫ້​ສຸດ​ແລ້ວ​ຫຼື?”—ລືກາ 14:28

ເພງ: 120, 64

ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ​ຂຽນ​ສຳລັບ​ຄົນ​ໜຸ່ມ​ສາວ​ເຊິ່ງ​ຕ້ອງການ​ທີ່​ຈະ​ຮັບ​ບັບເຕມາ

1, 2. (ກ) ໃນ​ທຸກ​ມື້​ນີ້ ສິ່ງ​ໃດ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ຍິນດີ? (ຂ) ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ແລະ​ຜູ້​ເຖົ້າ​ແກ່​ສາມາດ​ຊ່ວຍ​ຄົນ​ທີ່ເປັນ​ໄວ​ໜຸ່ມ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ຮັບ​ບັບເຕມາ?

ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ເວົ້າ​ກັບ​ຄລິດສະໂຕເຟີ​ທີ່​ມີ​ອາຍຸ 12 ປີ ວ່າ: “ລຸງ​ຮູ້ຈັກ​ຫຼານ​ຕັ້ງ​ແຕ່​ມື້​ທີ່​ຫຼານ​ເກີດ ແລະ​ລຸງ​ກໍ​ດີ​ໃຈ​ທີ່​ໄດ້​ຍິນ​ວ່າ​ຫຼານ​ຕ້ອງການ​ຮັບ​ບັບເຕມາ. ລຸງ​ຂໍ​ຖາມ​ຫຼານ​ວ່າ ‘ເປັນ​ຫຍັງ​ຫຼານ​ຈຶ່ງ​ຕ້ອງການ​ຮັບ​ບັບເຕມາ?’” ຜູ້​ເຖົ້າ​ແກ່​ຄົນ​ນີ້​ມີ​ເຫດຜົນ​ທີ່​ດີ​ທີ່​ຖາມ​ແບບ​ນັ້ນ. ໃນ​ທຸກໆປີ ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຫັນ​ໄວ​ໜຸ່ມ​ຫຼາຍ​ພັນ​ຄົນ​ໄດ້​ຮັບ​ບັບເຕມາ. (ຜູ້​ເທສະໜາ​ປ່າວ​ປະກາດ 12:1) ແຕ່​ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ແລະ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຕ້ອງການ​ທີ່​ຈະ​ແນ່​ໃຈ​ວ່າ​ຄົນ​ທີ່​ເປັນ​ໄວ​ໜຸ່ມ​ໄດ້​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ແລະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ຮັບ​ບັບເຕມາ.

2 ໃນ​ຄຳພີ​ໄບເບິນ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ເປັນ​ການ​ເລີ່ມ​ຕົ້ນ​ຊີວິດ​ໃໝ່​ສຳລັບ​ຄລິດສະຕຽນ. ໃນ​ຊີວິດ​ໃໝ່​ນີ້​ພະ​ເຢໂຫວາ​ຈະ​ອວຍ​ພອນ​ໃນ​ຫຼາຍ​ເລື່ອງ ແຕ່​ວ່າ​ກໍ​ຍັງ​ຈະ​ຖືກ​ຊາຕານ​ຕໍ່​ຕ້ານ​ນຳ​ອີກ. (ສຸພາສິດ 10:22; 1 ເປໂຕ 5:8) ດ້ວຍ​ເຫດ​ນັ້ນ ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຈຶ່ງ​ຕ້ອງ​ໄດ້​ໃຊ້​ເວລາ​ເພື່ອ​ສອນ​ລູກ​ໃຫ້​ຮູ້​ວ່າ​ການ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ​ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້ໆ. ສ່ວນ​ໄວ​ໜຸ່ມ​ທີ່​ບໍ່​ມີ​ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ວຍ​ຄວາມ​ຮັກ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ. (ອ່ານ​ລືກາ 14:27-30) ເພື່ອ​ໃຫ້​ໂຄງການ​ກໍ່​ສ້າງ​ແລ້ວ​ສຳເລັດ​ກໍ​ຕ້ອງ​ໄດ້​ມີ​ການ​ກຽມ​ການ ຄ້າຍ​ຄື​ກັນ ຄົນ​ທີ່​ເປັນ​ໄວໜຸ່ມ​ຕ້ອງ​ໄດ້​ກຽມ​ຕົວ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ​ເພື່ອ​ເຂົາ​ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່ ‘ຈົນ​ເຖິງ​ທີ່​ສຸດ.’ (ມັດທາຍ 24:13) ມີ​ຫຍັງ​ທີ່​ຈະ​ຊ່ວຍ​ຄົນ​ທີ່​ເປັນ​ໄວໜຸ່ມ​ໃຫ້​ຕັ້ງ​ໃຈ​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ໄປ? ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

3. (ກ) ຄຳ​ເວົ້າ​ຂອງ​ພະ​ເຍຊູ​ແລະ​ເປໂຕ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັບ​ບັບເຕມາ? (ມັດທາຍ 28:19, 20; 1 ເປໂຕ 3:21) (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ ແລະ​ຍ້ອນ​ຫຍັງ?

3 ເຈົ້າ​ເປັນ​ໄວ​ໜຸ່ມ​ທີ່​ຕ້ອງການ​ຈະ​ຮັບ​ບັບເຕມາ​ບໍ? ຖ້າ​ແມ່ນ ນັ້ນ​ກໍ​ເປັນ​ເປົ້າ​ໝາຍ​ທີ່​ດີ​ເລີດ ເພາະ​ເປັນ​ກຽດ​ອັນ​ສູງ​ສົ່ງ​ທີ່​ໄດ້​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ! ການ​ຮັບ​ບັບເຕມາ​ຍັງ​ເປັນ​ສິ່ງ​ທີ່​ຄລິດສະຕຽນ​ຕ້ອງ​ເຮັດ ແລະ​ເປັນ​ຂັ້ນ​ຕອນ​ສຳຄັນ​ທີ່​ສຸດ​ສຳລັບ​ຄົນ​ທີ່​ຈະ​ລອດ​ຊີວິດ​ໃນ​ລະຫວ່າງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. (ມັດທາຍ 28:19, 20; 1 ເປໂຕ 3:21) ເມື່ອ​ຮັບ​ບັບເຕມາ ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ໄດ້​ສັນຍາ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ໄປ. ເຈົ້າ​ຕ້ອງການ​ແທ້ໆທີ່​ຈະ​ຮັກສາ​ຄຳ​ສັນຍາ​ນັ້ນ ດັ່ງ​ນັ້ນ ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ເຈົ້າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ຫຼື​ບໍ່ ໃຫ້​ຖາມ​ຕົວ​ເອງ​ວ່າ: (1) ຂ້ອຍ​ເປັນ​ຜູ້​ໃຫຍ່​ພໍ​ທີ່​ຈະ​ຕັດສິນ​ໃຈ​ບໍ? (2) ຂ້ອຍ​ເອງ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ເຮັດ​ແບບ​ນັ້ນ​ບໍ? (3) ຂ້ອຍ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ​ບໍ? ໃຫ້​ເຮົາ​ພິຈາລະນາ​ຄຳຖາມ​ເຫຼົ່າ​ນີ້​ນຳ​ກັນ.

ເມື່ອ​ເຈົ້າ​ເປັນ​ຜູ້​ໃຫຍ່​ແລ້ວ

4, 5. (ກ) ເປັນ​ຫຍັງ​ການ​ຮັບ​ບັບເຕມາ​ຈຶ່ງ​ບໍ່​ແມ່ນ​ສຳລັບ​ຄົນ​ທີ່​ມີ​ອາຍຸ​ຫຼາຍ​ເທົ່າ​ນັ້ນ? (ຂ) ການ​ເປັນ​ຜູ້​ໃຫຍ່​ສຳລັບ​ຄລິດສະຕຽນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

4 ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ ຄົນ​ທີ່​ຈະ​ຮັບ​ບັບເຕມາ​ໄດ້​ຕ້ອງ​ແມ່ນ​ຄົນ​ທີ່​ໃຫຍ່​ແລ້ວ ຫຼື​ຄົນ​ທີ່​ມີ​ອາຍຸ​ໃນ​ເກນ​ໃດ​ໜຶ່ງ. ໃນ​ສຸພາສິດ 20:11 (ທ.ປ.) ເຮົາ​ອ່ານ​ວ່າ: “ແມ່ນ​ແຕ່​ຄວາມ​ປະພຶດ​ຂອງ​ເດັກ​ນ້ອຍ​ກໍ​ສໍ່​ໃຫ້​ເຫັນ​ວ່າ​ລາວ​ເປັນ​ຄົນ​ແບບ​ໃດ; ເຮົາ​ຮູ້​ວ່າ​ລາວ​ເປັນ​ຄົນ​ສັດ​ຊື່​ຫຼື​ເປັນ​ຄົນ​ດີ​ໄດ້.” ດັ່ງ​ນັ້ນ ແມ່ນ​ແຕ່​ເດັກ​ນ້ອຍ​ກໍ​ສາມາດ​ເຂົ້າ​ໃຈ​ທັງ​ຄວາມ​ໝາຍ​ຂອງ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຄວາມ​ໝາຍ​ຂອງ​ການ​ອຸທິດ​ຕົວ​ໃຫ້​ແກ່​ຜູ້​ທີ່​ສ້າງ​ລາວ. ດ້ວຍ​ເຫດ​ນັ້ນ ການ​ຮັບ​ບັບເຕມາ​ຈຶ່ງ​ເປັນ​ຂັ້ນ​ຕອນ​ທີ່​ສຳຄັນ​ແລະ​ເໝາະ​ສົມ​ສຳລັບ​ຄົນ​ໜຸ່ມ​ສາວ​ທີ່​ໄດ້​ພິສູດ​ຕົວ​ວ່າ​ເປັນ​ຜູ້​ໃຫຍ່​ແລ້ວ​ແລະ​ໄດ້​ເຮັດ​ການ​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ.—ສຸພາສິດ 20:7

5 ຄວາມ​ເປັນ​ຜູ້​ໃຫຍ່​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄວາມ​ເປັນ​ຜູ້​ໃຫຍ່​ບໍ່​ໄດ້​ໝາຍ​ເຖິງ​ການ​ມີ​ອາຍຸ​ຫຼາຍ​ຫຼື​ມີ​ຮ່າງກາຍ​ທີ່​ໃຫຍ່. ເນື່ອງ​ຈາກ​ຄຳພີ​ໄບເບິນ​ກ່າວ​ວ່າ​ຄົນ​ທີ່​ເປັນ​ຜູ້​ໃຫຍ່ແມ່ນ​ຜູ້​ທີ່​ໄດ້​ຝຶກ “ຄວາມ​ສາມາດ​ໃຊ້​ເຫດຜົນ” ຂອງ​ເຂົາ​ເຈົ້າ​ເພື່ອ​ຈະ​ຮູ້​ໄຈ້​ແຍກ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ. (ເຫບເລີ 5:14, ທ.ປ.) ຄົນ​ທີ່​ເປັນ​ຜູ້​ໃຫຍ່​ຈະ​ຮູ້ຈັກ​ສິ່ງ​ທີ່​ຖືກຕ້ອງ​ແລະ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ໃນ​ສິ່ງ​ນັ້ນ. ດັ່ງ​ນັ້ນ ຄົນ​ນັ້ນ​ຈະ​ບໍ່ໄດ້​ຮັບ​ອິດທິພົນ​ງ່າຍໆໃນ​ເລື່ອງ​ການ​ເຮັດ​ສິ່ງ​ທີ່​ຜິດ. ລາວ​ບໍ່​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ບອກ​ຢູ່​ເລື້ອຍໆເພື່ອ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ສະນັ້ນ ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ຄາດ​ໝາຍ​ວ່າຄົນ​ທີ່ເປັນ​ໄວ​ໜຸ່ມ​ທີ່​ຮັບ​ບັບເຕມາ​ແລ້ວ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເຖິງ​ແມ່ນ​ວ່າ​ພໍ່​ແມ່​ຫຼື​ຜູ້​ໃຫຍ່​ຄົນ​ອື່ນ​ບໍ່​ໄດ້​ຢູ່​ນຳ​ກໍ​ຕາມ.—ສົມ​ທຽບ​ກັບ​ຟີລິບ 2:12

6, 7. (ກ) ຂໍ​ໃຫ້​ເລົ່າ​ເຖິງ​ຂໍ້​ທ້າທາຍ​ຕ່າງໆທີ່​ດານຽນ​ໄດ້​ປະສົບ​ເມື່ອ​ຢູ່​ປະເທດ​ບາບີໂລນ. (ຂ) ດານຽນ​ໄດ້​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ມີ​ຄວາມ​ເປັນ​ຜູ້​ໃຫຍ່?

6 ຄົນ​ທີ່​ເປັນ​ໄວໜຸ່ມ​ສາມາດ​ສະແດງ​ໃຫ້​ເຫັນ​ໄດ້​ແທ້ໆບໍ​ວ່າ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ແລ້ວ? ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ດານຽນ. ລາວ​ອາດ​ເປັນ​ໄວຮຸ່ນ​ຢູ່​ໃນ​ຕອນ​ທີ່​ຖືກ​ພາກ​ໄປ​ຈາກ​ພໍ່​ແມ່​ແລະ​ຖືກ​ສົ່ງ​ໃຫ້​ໄປ​ຢູ່​ປະເທດ​ບາບີໂລນ. ໂດຍ​ທັນທີ​ທັນໃດ​ນັ້ນ ດານຽນ​ກໍ​ໄດ້​ໄປ​ຢູ່​ທ່າມກາງ​ຄົນ​ທີ່​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. ແຕ່​ໃຫ້​ເຮົາ​ມາ​ເບິ່ງ​ສະພາບການ​ຂອງ​ດານຽນ​ຢ່າງ​ລະອຽດ​ຕື່ມ​ອີກ. ລາວ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຖານະ​ເປັນ​ຄົນ​ທີ່​ພິເສດ​ໃນ​ປະເທດ​ບາບີໂລນ. ລາວ​ເປັນ​ຄົນ​ໜຶ່ງ​ໃນ​ຈຳນວນ​ບໍ່​ເທົ່າ​ໃດ​ຄົນ​ທີ່​ຖືກ​ເລືອກ​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ຮັບໃຊ້​ກະສັດ. (ດານຽນ 1:3-5, 13) ເມື່ອ​ຢູ່​ໃນ​ປະເທດ​ບາບີໂລນ​ເບິ່ງ​ຄື​ວ່າ​ດານຽນ​ມີ​ຕຳແໜ່ງ​ທີ່​ດີ​ກວ່າ​ຖ້າ​ສົມ​ທຽບ​ກັບ​ສິ່ງ​ທີ່​ລາວ​ຈະ​ໄດ້​ໃນ​ປະເທດ​ອິດສະລາແອນ.

7 ດັ່ງ​ນັ້ນ ດານຽນ​ຜູ້​ໜຸ່ມ​ນ້ອຍ​ໄດ້​ຕອບ​ສະໜອງ​ແນວ​ໃດ? ລາວ​ຍອມ​ໃຫ້​ຜູ້​ຄົນ​ໃນ​ປະເທດ​ບາບີໂລນ​ປ່ຽນ​ແປງ​ລາວ​ຫຼື​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ລາວ​ອ່ອນ​ລົງ​ບໍ? ບໍ່​ເປັນ​ແບບ​ນັ້ນ! ຄຳພີ​ໄບເບິນ​ກ່າວ​ວ່າ​ໃນ​ຂະນະ​ທີ່​ຢູ່​ປະເທດ​ບາບີໂລນ ດານຽນ​ໄດ້ “ຕັ້ງ​ໃຈ​ຈະ​ບໍ່​ໃຫ້​ຕົວ​ຖືກ​ຖ່ອຍ​ຮ້າຍ” ເຊິ່ງ​ລາວ​ຈະ​ຢູ່​ໃຫ້​ໄກ​ຈາກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ທີ່​ບໍ່​ຖືກຕ້ອງ. (ດານຽນ 1:8) ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ແທ້ໆ!

ຄົນ​ທີ່​ເປັນ​ໄວ​ໜຸ່ມ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຈະ​ບໍ່​ເຮັດ​ຄື​ກັບ​ວ່າ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ເມື່ອ​ຢູ່​ຫໍ​ປະຊຸມ ແຕ່​ກໍ​ເປັນ​ເພື່ອນ​ຂອງ​ໂລກ​ນີ້​ເມື່ອ​ຢູ່​ໂຮງ​ຮຽນ (ເບິ່ງ​ຂໍ້ 8)

8. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ດານຽນ?

8 ເຈົ້າ​ສາມາດ​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ດານຽນ? ຄົນ​ໜຸ່ມ​ສາວ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຈະ​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ ເຖິງ​ວ່າ​ຈະ​ຕົກ​ຢູ່​ໃນ​ສະຖານະການ​ທີ່​ຫຍຸ້ງຍາກ​ກໍ​ຕາມ. ລາວ​ຈະ​ບໍ່​ເປັນ​ຄື​ກັບ​ໂຕ​ກະປອມ​ທີ່​ປ່ຽນ​ສີ​ໄປ​ຕາມ​ສະພາບ​ແວດ​ລ້ອມ. ລາວ​ຈະ​ບໍ່​ເຮັດ​ຄື​ກັບ​ວ່າ​ເປັນ​ເພື່ອນ​ກັບ​ພະເຈົ້າ​ເມື່ອ​ຢູ່​ຫໍ​ປະຊຸມ ແຕ່​ກໍ​ເປັນ​ເພື່ອນ​ກັບ​ໂລກ​ນີ້​ເມື່ອ​ຢູ່​ໂຮງ​ຮຽນ. ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ລາວ​ຈະ​ຮັກສາ​ຄວາມ​ສັດ​ຊື່​ແມ່ນ​ແຕ່​ເມື່ອ​ຖືກ​ທົດລອງ.—ອ່ານ​ເອເຟດ 4:14, 15

ຄົນ​ໜຸ່ມ​ສາວ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຈະ​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ​ເຖິງ​ວ່າ​ຈະ​ຢູ່​ໃນ​ສະຖານະການ​ທີ່​ຫຍຸ້ງຍາກ

9, 10. (ກ) ຄົນ​ທີ່​ເປັນ​ໄວໜຸ່ມ​ອາດ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຄິດ​ເຖິງ​ວິທີ​ທີ່​ຕົນ​ເອງ​ຕອບ​ສະໜອງ​ຕໍ່​ການ​ທົດລອງ​ຄວາມ​ເຊື່ອ​ເມື່ອ​ບໍ່​ດົນ​ມາ​ນີ້? (ຂ) ການ​ຮັບ​ບັບເຕມາ​ໝາຍ​ເຖິງ​ຫຍັງ?

9 ແນ່ນອນ​ວ່າ​ບໍ່​ມີ​ໃຜ​ທີ່​ເປັນ​ຄົນ​ສົມບູນ​ແບບ. ທັງ​ຄົນ​ທີ່​ເປັນ​ໄວໜຸ່ມ​ແລະ​ຄົນ​ທີ່​ເປັນ​ຜູ້​ໃຫຍ່​ຢ່າງ​ເຕັມທີ​ແລ້ວ ບາງ​ຄັ້ງ​ກໍ​ເຮັດ​ຜິດ​ພາດ. (ຜູ້​ເທສະໜາ​ປ່າວ​ປະກາດ 7:20) ແຕ່​ຖ້າ​ເຈົ້າ​ຕ້ອງການ​ທີ່​ຈະ​ຮັບ​ບັບເຕມາ ເປັນ​ເລື່ອງ​ສຸຂຸມ​ທີ່​ຈະ​ກວດ​ເບິ່ງ​ວ່າ​ເຈົ້າ​ຕັ້ງ​ໃຈ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ຫຼາຍ​ສໍ່າ​ໃດ. ໃຫ້​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ເຊື່ອ​ຟັງ​ພະ​ເຢໂຫວາ​ມາ​ໄດ້​ໄລຍະ​ໜຶ່ງ​ແລ້ວ​ບໍ?’ ໃຫ້​ຄິດ​ເຖິງ​ການ​ຕອບ​ສະໜອງ​ຂອງ​ເຈົ້າ​ເມື່ອ​ມີ​ການ​ທົດລອງ​ຄວາມ​ເຊື່ອ​ເມື່ອ​ບໍ່​ດົນ​ມາ​ນີ້. ເຈົ້າ​ສາມາດ​ຕັດສິນ​ໃຈ​ໄດ້​ບໍ​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ທີ່​ຄວນ​ຈະ​ເຮັດ? ຄື​ກັບ​ດານຽນ ມີ​ບາງ​ຄົນ​ສົ່ງເສີມ​ເຈົ້າ​ໃຫ້​ໃຊ້​ພອນ​ສະຫວັນ​ຂອງ​ເຈົ້າ​ໃນ​ໂລກ​ຂອງ​ຊາຕານ​ບໍ? ເມື່ອ​ສິ່ງ​ທີ່​ຄ້າຍໆກັນ​ນີ້​ກຳລັງ​ລໍ້​ໃຈ​ເຈົ້າ ເຈົ້າ​ສາມາດ​ເຂົ້າ​ໃຈ​ບໍ​ວ່າ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ເປັນ​ແນວ​ໃດ?—ເອເຟດ 5:17

10 ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຮູ້​ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້? ກໍ​ຍ້ອນ​ວ່າ​ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ການ​ຮັບ​ບັບເຕມາ​ເປັນ​ເລື່ອງ​ທີ່​ຈິງ​ຈັງ​ແທ້ໆ. ການ​ຮັບ​ບັບເຕມາ​ໝາຍ​ເຖິງ​ການ​ສະແດງ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຈົ້າ​ໄດ້​ເຮັດ​ຄຳ​ສັນຍາ​ທີ່​ສຳຄັນ​ກັບ​ພະ​ເຢໂຫວາ. ເຈົ້າ​ສັນຍາ​ວ່າ​ຈະ​ຮັກ​ແລະ​ຮັບໃຊ້​ພະອົງ​ຕະຫຼອດ​ໄປ​ດ້ວຍ​ສຸດ​ຫົວໃຈ​ຂອງ​ເຈົ້າ. (ມາລະໂກ 12:30) ທຸກໆຄົນ​ທີ່​ຮັບ​ບັບເຕມາ​ແລ້ວ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ຮັກສາ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ພະ​ເຢໂຫວາ.—ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 5:4, 5

ເຈົ້າ​ມີ​ຄວາມ​ປາຖະໜາ​ເອງ​ບໍ?

11, 12. (ກ) ຄົນ​ທີ່​ກຳລັງ​ຄິດ​ຈະ​ຮັບ​ບັບເຕມາ​ຕ້ອງ​ແນ່​ໃຈ​ໃນ​ເລື່ອງ​ໃດ? (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ທັດສະນະ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ການ​ຈັດ​ຕຽມ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ຮັບ​ບັບເຕມາ?

11 ຄຳພີ​ໄບເບິນ​ກ່າວ​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ທຸກ​ຄົນ ແມ່ນ​ແຕ່​ຄົນ​ໜຸ່ມ​ສາວ​ກໍ​ຈະ​ຮັບໃຊ້​ພະອົງ​ດ້ວຍ ‘ຄວາມ​ເຕັມ​ໃຈ.’ (ຄຳເພງ 110:3) ດັ່ງ​ນັ້ນ ຄົນ​ທີ່​ຕ້ອງການ​ຈະ​ຮັບ​ບັບເຕມາ​ຕ້ອງ​ແນ່​ໃຈ​ວ່າ​ນີ້​ເປັນ​ຄວາມ​ປາຖະໜາ​ຂອງ​ລາວ​ເອງ. ເລື່ອງ​ນີ້​ອາດ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ກວດ​ເບິ່ງ​ຄວາມ​ປາຖະໜາ​ຂອງ​ຕົວ​ເອງ​ຢ່າງ​ຄັກ​ແນ່ ໂດຍ​ສະເພາະ​ແລ້ວ​ຖ້າ​ເຈົ້າ​ໃຫຍ່​ໃນ​ຄອບຄົວ​ທີ່​ຢູ່​ໃນ​ຄວາມ​ຈິງ.

12 ໃນ​ຂະນະ​ທີ່​ກຳລັງ​ໃຫຍ່​ຂຶ້ນ ເຈົ້າ​ອາດ​ໄດ້​ເຫັນ​ຫຼາຍ​ຄົນ​ຮັບ​ບັບເຕມາ ບາງ​ທີ​ໃນ​ນັ້ນ​ມີ​ໝູ່​ເພື່ອນ​ຫຼື​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ນຳ. ແຕ່​ໃຫ້​ລະວັງ​ທີ່​ຈະ​ບໍ່​ເລີ່ມ​ຮູ້ສຶກ​ວ່າ​ເຈົ້າ​ຕ້ອງ​ຮັບ​ບັບເຕມາ​ຍ້ອນ​ວ່າ​ເຈົ້າ​ມີ​ອາຍຸ​ຢູ່​ໃນ​ເກນ​ໃດ​ໜຶ່ງ​ຫຼື​ຍ້ອນ​ວ່າ​ຄົນ​ອື່ນ​ກຳລັງ​ຈະ​ຮັບ​ບັບເຕມາ. ເຈົ້າ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ເຈົ້າ​ມີ​ທັດສະນະ​ຄື​ກັບ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ຮັບ​ບັບເຕມາ? ໃຫ້​ໃຊ້​ເວລາ​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ການ​ຮັບ​ບັບເຕມາ​ຈຶ່ງ​ສຳຄັນ​ຫຼາຍ. ເຈົ້າ​ຈະ​ເຫັນ​ວ່າ​ມີ​ຫຼາຍ​ເຫດຜົນ​ທີ່​ດີ​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ.

13. ເຈົ້າ​ຈະ​ບອກ​ໄດ້​ແນວ​ໃດ​ວ່າ​ການ​ຕັດສິນ​ໃຈ​ທີ່​ຈະ​ຮັບ​ບັບເຕມາ​ແມ່ນ​ມາ​ຈາກ​ໃຈ​ຂອງ​ເຈົ້າ​ຫຼື​ບໍ່?

13 ວິທີ​ໜຶ່ງ​ທີ່​ເຈົ້າ​ຈະ​ບອກ​ໄດ້​ວ່າ​ການ​ຕັດສິນ​ໃຈ​ທີ່​ຈະ​ຮັບ​ບັບເຕມາ​ເກີດ​ມາ​ຈາກ​ໃຈ​ຂອງ​ເຈົ້າ​ຫຼື​ບໍ່ ແມ່ນ​ໃຫ້​ກວດ​ເບິ່ງ​ຄຳ​ອະທິດຖານ​ຂອງ​ເຈົ້າ. ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍ​ປານ​ໃດ? ຄຳ​ອະທິດຖານ​ຂອງ​ເຈົ້າ​ສະເພາະ​ເຈາະ​ຈົງ​ແນວ​ໃດ? ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ອາດ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ເພື່ອນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ສໍ່າ​ໃດ. (ຄຳເພງ 25:4) ຫຼາຍ​ຄັ້ງ​ພະ​ເຢໂຫວາ​ຕອບ​ຄຳຖາມ​ຂອງ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ. ການ​ກວດ​ເບິ່ງ​ຕາ​ຕະລາງ​ການ​ສຶກສາ​ສ່ວນ​ຕົວ​ຂອງ​ເຈົ້າ​ກໍ​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ເຈົ້າ​ສາມາດ​ບອກ​ໄດ້​ວ່າ​ເຈົ້າ​ຕ້ອງການ​ແທ້ໆຫຼື​ບໍ່​ທີ່​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ຮັບໃຊ້​ພະອົງ​ຈາກ​ຫົວໃຈ. (ໂຢຊວຍ 1:8) ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ​ເລື້ອຍ​ປານ​ໃດ? ຂ້ອຍ​ເຕັມ​ໃຈ​ເຂົ້າ​ຮ່ວມ​ການ​ນະມັດສະການ​ປະຈຳ​ຄອບຄົວ​ບໍ?’ ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ການ​ຕັດສິນ​ໃຈ​ທີ່​ຈະ​ຮັບ​ບັບເຕມາ​ແມ່ນ​ມາ​ຈາກ​ຄວາມ​ປາຖະໜາ​ຂອງ​ເຈົ້າ​ເອງ​ຫຼື​ບໍ່.

ຄວາມ​ໝາຍ​ຂອງ​ການ​ອຸທິດ​ຕົວ

14. ຂໍ​ໃຫ້​ອະທິບາຍ​ວ່າ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ແຕກຕ່າງ​ກັນ​ແນວ​ໃດ.

14 ໄວໜຸ່ມ​ບາງ​ຄົນ​ອາດ​ຈະ​ບໍ່​ຮູ້​ແທ້ໆວ່າ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ແຕກຕ່າງ​ກັນ​ແນວ​ໃດ. ບາງ​ຄົນ​ອາດ​ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ແລ້ວ ແຕ່​ຍັງ​ບໍ່​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ. ຈະ​ເປັນ​ແບບ​ນັ້ນ​ໄດ້​ແທ້ໆບໍ? ການ​ອຸທິດ​ຕົວ​ແມ່ນ​ການ​ອະທິດຖານ​ບອກ​ໃຫ້​ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ສັນຍາ​ວ່າ​ຈະ​ຮັບໃຊ້​ພະອົງ​ຕະຫຼອດ​ໄປ. ເມື່ອ​ຮັບ​ບັບເຕມາ ເຈົ້າ​ສະແດງ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຈົ້າ​ໄດ້​ອຸທິດ​ຕົວ​ແລ້ວ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ. ດັ່ງ​ນັ້ນ ກ່ອນ​ທີ່​ຈະ​ຮັບ​ບັບເຕມາ ເຈົ້າ​ຕ້ອງ​ເຂົ້າ​ໃຈ​ວ່າ​ການ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ໝາຍ​ເຖິງ​ຫຍັງ.

15. ການ​ອຸທິດ​ຕົວ​ໝາຍ​ຄວາມ​ວ່າ​ແນວ​ໃດ?

15 ເມື່ອ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ ນັ້ນ​ໝາຍ​ຄວາມ​ວ່າ​ເຈົ້າ​ໄດ້​ບອກ​ວ່າ​ຕອນ​ນີ້​ຊີວິດ​ຂອງ​ເຈົ້າ​ເປັນ​ຂອງ​ພະອົງ. ເຈົ້າ​ໄດ້​ສັນຍາ​ວ່າ​ການ​ຮັບໃຊ້​ພະອົງ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. (ອ່ານ​ມັດທາຍ 16:24) ຄຳ​ສັນຍາ​ທີ່​ໃຫ້​ກັບ​ພະເຈົ້າ​ເປັນ​ເລື່ອງ​ທີ່​ຈິງ​ຈັງ​ແທ້ໆ! (ມັດທາຍ 5:33) ດັ່ງ​ນັ້ນ ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ຮູ້​ວ່າ​ເຈົ້າ​ບໍ່​ໄດ້​ເປັນ​ເຈົ້າ​ຂອງ​ຊີວິດ​ຂອງ​ຕົວ​ເອງ​ອີກ​ຕໍ່​ໄປ ແຕ່​ຕອນ​ນີ້​ຊີວິດ​ເຈົ້າ​ເປັນ​ຂອງ​ພະ​ເຢໂຫວາ?—ໂລມ 14:8

16, 17. (ກ) ຂໍ​ໃຫ້​ຍົກ​ຕົວຢ່າງ​ຄວາມ​ໝາຍ​ຂອງ​ການ​ບໍ່​ເປັນ​ເຈົ້າ​ຂອງ​ຊີວິດ​ຕົວ​ເອງ. (ຂ) ເມື່ອ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ ຄົນ​ນັ້ນ​ເວົ້າ​ຫຍັງ​ແທ້ໆ?

16 ຂໍ​ໃຫ້​ເຮົາ​ພິຈາລະນາ​ຕົວຢ່າງ​ໜຶ່ງ. ໃຫ້​ນຶກ​ພາບ​ວ່າ​ໝູ່​ຂອງ​ເຈົ້າ​ຄົນ​ໜຶ່ງ​ເອົາ​ລົດ​ໃຫຍ່​ໃຫ້​ເຈົ້າ​ເພື່ອ​ເປັນ​ຂອງ​ຂວັນ. ລາວ​ຍື່ນ​ໜັງສື​ຢັ້ງຢືນ​ກຳມະສິດ​ໃຫ້​ເຈົ້າ​ແລະ​ເວົ້າ​ວ່າ: “ນີ້​ແມ່ນ​ລົດ​ຂອງ​ເຈົ້າ.” ແຕ່​ຈາກ​ນັ້ນ​ໝູ່​ຂອງ​ເຈົ້າ​ກໍ​ບອກ​ວ່າ: “ຂ້ອຍ​ຈະ​ເອົາ​ກະແຈ​ລົດ​ໄວ້ ແລະ​ຂ້ອຍ​ຈະ​ເປັນ​ຄົນ​ທີ່​ຂັບ​ລົດ ບໍ່​ແມ່ນ​ເຈົ້າ.” ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຂອງ​ຂວັນ​ນີ້? ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ໝູ່​ທີ່​ໃຫ້​ລົດ​ໃຫຍ່​ແກ່​ເຈົ້າ?

17 ເມື່ອ​ບາງ​ຄົນ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ເວົ້າ​ກັບ​ພະອົງ​ວ່າ: “ຂ້າ​ນ້ອຍ​ກຳລັງ​ມອບ​ຊີວິດ​ຂອງ​ຂ້າ​ນ້ອຍ​ໃຫ້​ແກ່​ພະອົງ. ຂ້າ​ນ້ອຍ​ເປັນ​ຂອງ​ພະອົງ.” ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ຄາດ​ໝາຍ​ໃຫ້​ຄົນ​ນັ້ນ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ພະອົງ. ແຕ່​ຖ້າ​ຄົນ​ນັ້ນ​ເລີ່ມ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ໂດຍ​ການ​ລັກ​ເປັນ​ແຟນ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະອົງ​ເດ? ຫຼື​ຖ້າ​ຄົນ​ນັ້ນ​ຍອມ​ຮັບ​ເອົາ​ວຽກ​ທີ່​ຈະ​ຍາດ​ເອົາ​ເວລາ​ທີ່​ລາວ​ຈະ​ໃຊ້​ໃນ​ການ​ປະກາດ ຫຼື​ວຽກ​ທີ່​ຈະ​ເຮັດ​ໃຫ້​ລາວ​ຂາດ​ການ​ປະຊຸມ​ເລື້ອຍໆເດ? ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ລາວ​ບໍ່​ໄດ້​ຮັກສາ​ຄຳ​ສັນຍາ​ທີ່​ໃຫ້​ກັບ​ພະ​ເຢໂຫວາ. ການ​ເຮັດ​ແນວ​ນັ້ນ​ຈະ​ເປັນ​ຄື​ກັບ​ການ​ເອົາ​ກະແຈ​ລົດ​ໄວ້​ກັບ​ຕົວ​ເອງ. ເມື່ອ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ເຮົາ​ໄດ້​ເວົ້າ​ກັບ​ພະອົງ​ວ່າ: “ຊີວິດ​ຂອງ​ຂ້າ​ນ້ອຍ​ເປັນ​ຂອງ​ພະອົງ ບໍ່​ແມ່ນ​ເປັນ​ຂອງ​ຂ້າ​ນ້ອຍ.” ດັ່ງ​ນັ້ນ ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ສະເໝີ ເຖິງ​ວ່າ​ໂດຍ​ສ່ວນ​ຕົວ​ແລ້ວ​ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ຕ້ອງການ​ທີ່​ຈະ​ເຮັດ. ຂໍ​ໃຫ້​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຍຊູ​ຜູ້​ທີ່​ກ່າວ​ວ່າ: “ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ​ເພື່ອ​ຈະ​ໄດ້​ກະທຳ​ບໍ່​ໃຊ່​ຕາມ​ນໍ້າໃຈ​ຂອງ​ເຮົາ​ເອງ ແຕ່​ວ່າ​ຕາມ​ນໍ້າໃຈ​ຂອງ​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ.”—ໂຢຮັນ 6:38

ການ​ຮັບ​ບັບເຕມາ​ເປັນ​ການ​ຕັດສິນ​ໃຈ​ທີ່​ຈິງ​ຈັງ

18, 19. (ກ) ຄຳ​ເວົ້າ​ຂອງ​ໂຣດສ​ແລະ​ຄລິດສະໂຕເຟີ​ເປັນ​ຕົວຢ່າງ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ການ​ຮັບ​ບັບເຕມາ​ເປັນ​ສິດທິ​ພິເສດ​ທີ່​ນຳ​ໄປ​ສູ່​ພະ​ພອນ​ຕ່າງໆ? (ຂ) ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ສິດທິ​ພິເສດ​ໃນ​ເລື່ອງ​ການ​ຮັບ​ບັບເຕມາ?

18 ເຫັນ​ໄດ້​ແຈ້ງ​ວ່າ​ການ​ຮັບ​ບັບເຕມາ​ເປັນ​ການ​ຕັດສິນ​ໃຈ​ທີ່​ຈິງ​ຈັງ. ເປັນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່​ທີ່​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. ຄົນ​ທີ່​ເປັນ​ໄວໜຸ່ມ​ຜູ້​ທີ່​ຮັກ​ພະ​ເຢໂຫວາ​ແລະ​ຜູ້​ທີ່​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ອຸທິດ​ຕົວ​ຈະ​ບໍ່​ລັງເລ​ໃຈ​ທີ່​ຈະ​ອຸທິດ​ຊີວິດ​ຂອງ​ເຂົາ​ເຈົ້າ​ໃຫ້​ແກ່​ພະອົງ​ແລະ​ຮັບ​ບັບເຕມາ. ເຂົາ​ເຈົ້າ​ຈະ​ບໍ່​ເສຍໃຈ​ທີ່​ໄດ້​ຕັດສິນ​ໃຈ​ແບບ​ນັ້ນ. ໂຣດສ​ເປັນ​ໄວຮຸ່ນ​ຄົນ​ໜຶ່ງ​ທີ່​ຮັບ​ບັບເຕມາ​ແລ້ວ ລາວ​ເວົ້າ​ວ່າ: “ຂ້ອຍ​ຮັກ​ພະ​ເຢໂຫວາ ແລະ​ການ​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ເຮັດ​ສິ່ງ​ອື່ນ. ຂ້ອຍ​ບໍ່​ເຄີຍ​ແນ່​ໃຈ​ກ່ຽວ​ກັບ​ສິ່ງ​ໃດ​ໃນ​ຊີວິດ​ເມື່ອ​ສົມ​ທຽບ​ກັບ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ການ​ຮັບ​ບັບເຕມາ.”

19 ແລ້ວ​ໃນ​ກໍລະນີ​ຂອງ​ຄລິດສະໂຕເຟີ​ທີ່​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ຄວາມ​ນີ້​ເດ? ລາວ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຮັບ​ບັບເຕມາ​ໃນ​ຕອນ​ທີ່​ລາວ​ອາຍຸ​ໄດ້ 12 ປີ? ລາວ​ບອກ​ວ່າ: ລາວ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຕັດສິນ​ໃຈ​ແບບ​ນັ້ນ. ລາວ​ເລີ່ມ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ​ຕອນ​ອາຍຸ​ໄດ້ 17 ປີ ແລະ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ຕອນ​ອາຍຸ 18 ປີ. ໃນ​ປັດຈຸບັນ​ນີ້​ລາວ​ຮັບໃຊ້​ຢູ່​ເບເທນ. ລາວ​ເວົ້າ​ວ່າ: “ການ​ຮັບ​ບັບເຕມາ​ເປັນ​ການ​ຕັດສິນ​ໃຈ​ທີ່​ຖືກຕ້ອງ. ໃນ​ຊີວິດ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ວຽກ​ທີ່​ອີ່ມ​ໃຈ​ພໍ​ໃຈ​ເຊິ່ງ​ເຮັດ​ສຳລັບ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ.” ຖ້າ​ເຈົ້າ​ຕ້ອງການ​ທີ່​ຈະ​ຮັບ​ບັບເຕມາ ເຈົ້າ​ຈະ​ກຽມ​ຕົວ​ແນວ​ໃດ​ສຳລັບ​ເລື່ອງ​ນັ້ນ? ໃນ​ບົດ​ຄວາມ​ຕໍ່​ໄປ​ຈະ​ຕອບ​ຄຳຖາມ​ນັ້ນ.