ຫໍສັງເກດການສະບັບສຶກສາ ມີນາ 2018

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 30 ເມສາ ຫາ 3 ມິຖຸນາ 2018.

ການ​ຮັບ​ບັບເຕມາ​ເປັນ​ຂໍ້​ຮຽກ​ຮ້ອງ​ສຳລັບ​ຄລິດສະຕຽນ

ຄຳພີ​ໄບເບິນ​ສອນ​ແນວ​ໃດ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ? ຄົນ​ທີ່​ຢາກ​ຮັບ​ບັບເຕມາ​ຕ້ອງ​ເຮັດ​ຫຍັງ​ກ່ອນ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້? ເມື່ອ​ສອນ​ລູກ​ແລະ​ນັກ​ສຶກສາ ເປັນ​ຫຍັງ​ຜູ້​ສອນ​ຄວນ​ມີ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບ​ບັບເຕມາ?

ພໍ່​ແມ່​ທັງ​ຫຼາຍ ເຈົ້າ​ໄດ້​ຊ່ວຍ​ລູກ​ໃຫ້​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ຮັບ​ບັບເຕມາ​ບໍ?

ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຢາກ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ​ກ່ອນ​ທີ່​ລູກ​ຈະ​ຮັບ​ບັບເຕມາ?

ນໍ້າໃຈ​ຕ້ອນ​ຮັບ​ແຂກ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແລະ​ສຳຄັນ​ຫຼາຍ!

ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ກະຕຸ້ນ​ຄລິດສະຕຽນ​ໃຫ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ຄົນ​ອື່ນໆ? ມີ​ໂອກາດ​ໃດ​ແດ່​ທີ່​ເຮົາ​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ? ເຮົາ​ຈະ​ເອົາ​ຊະນະ​ສິ່ງ​ທີ່​ຂັດ​ຂວາງ​ເຮົາ​ໄວ້​ບໍ່​ໃຫ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ໄດ້​ແນວ​ໃດ?

ການ​ສັ່ງ​ສອນ​ເປັນ​ຫຼັກ​ຖານ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ

ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ການ​ທີ່​ພະ​ເຢໂຫວາ​ສັ່ງ​ສອນ​ຄົນ​ໃນ​ສະໄໝ​ອະດີດ? ເມື່ອ​ເຮົາ​ຕ້ອງ​ໃຫ້​ການ​ສັ່ງ​ສອນ ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

ຈົ່ງ​ຟັງ​ຄຳ​ສັ່ງ​ສອນ​ເພື່ອ​ຈະ​ໄດ້​ເປັນ​ຄົນ​ປັນຍາ

ໃນ​ວິທີ​ໃດ​ແດ່​ທີ່​ພະເຈົ້າ​ສອນ​ເຮົາ​ໃຫ້​ສອນ​ຕົວ​ເອງ? ແລະ​ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ສອນ​ຕ່າງໆທີ່​ເຮົາ​ໄດ້​ຮັບ​ຜ່ານ​ທາງ​ປະຊາຄົມ​ຄລິດສະຕຽນ?