ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການ​ສັ່ງ​ສອນ​ເປັນ​ຫຼັກ​ຖານ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ

ການ​ສັ່ງ​ສອນ​ເປັນ​ຫຼັກ​ຖານ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ

‘ພະ​ເຢໂຫວາ​ຮັກ​ຜູ້​ໃດ​ພະອົງ​ຈຶ່ງ​ຕີ​ສອນ​ຜູ້​ນັ້ນ.’—ເຫບເລີ 12:6

ເພງ: 123, 86

1. ຄຳພີ​ໄບເບິນ​ມັກ​ເວົ້າ​ເຖິງ​ການ​ສັ່ງ​ສອນ​ແນວ​ໃດ?

ເຈົ້າ​ຄິດ​ແນວ​ໃດ​ເມື່ອ​ໄດ້​ຍິນ​ຄຳ​ວ່າ: “ການ​ສັ່ງ​ສອນ”? ຫຼາຍ​ຄົນ​ຄິດ​ເຖິງ​ການ​ລົງໂທດ ແຕ່​ທີ່​ຈິງ​ແລ້ວ​ມັນ​ມີ​ຄວາມ​ໝາຍ​ຫຼາຍ​ກວ່າ​ນັ້ນ​ອີກ. ຄຳພີ​ໄບເບິນ​ບອກ​ວ່າ​ການ​ສັ່ງ​ສອນ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຮົາ ແລະ​ບາງ​ຄັ້ງ​ກໍ​ໃຊ້​ຄວບ​ຄູ່​ກັບ​ຄວາມ​ຮູ້ ສະຕິ​ປັນຍາ ຄວາມ​ຮັກ ແລະ​ຊີວິດ. (ສຸພາສິດ 1:2-7; 4:11-13) ການ​ສັ່ງ​ສອນ​ຂອງ​ພະເຈົ້າ​ພິສູດ​ໃຫ້​ເຫັນ​ວ່າ​ພະອົງ​ຮັກ​ເຮົາ​ແລະ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ. (ເຫບເລີ 12:6) ເຖິງ​ວ່າ​ບາງ​ຄັ້ງ​ການ​ສັ່ງ​ສອນ​ຂອງ​ພະເຈົ້າ​ອາດ​ລວມ​ເຖິງ​ການ​ລົງໂທດ ແຕ່​ພະອົງ​ກໍ​ບໍ່​ເຄີຍ​ສັ່ງ​ສອນ​ແບບ​ທີ່​ໂຫດ​ຮ້າຍ​ຫຼື​ປ່າ​ເຖື່ອນ. ທີ່​ຈິງ ຄວາມ​ໝາຍ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຄຳ​ວ່າ: “ສັ່ງ​ສອນ” ກ່ຽວ​ຂ້ອງ​ກັບ​ການ​ສອນ ຄື​ກັບ​ທີ່​ພໍ່​ແມ່​ສອນ​ລູກ​ທີ່​ຮັກ.

2, 3. ການ​ສັ່ງ​ສອນ​ອາດ​ໝາຍ​ເຖິງ​ການ​ສອນ​ແລະ​ການ​ລົງໂທດ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

2 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້. ເດັກ​ນ້ອຍ​ຄົນ​ໜຶ່ງ​ຊື່​ຈອນ​ນີ້​ຫຼິ້ນ​ໝາກ​ບານ​ຢູ່​ໃນ​ເຮືອນ. ແມ່​ຂອງ​ລາວ​ບອກ​ວ່າ: “ຈອນ​ນີ້ ຢ່າ​ຫຼິ້ນ​ໝາກ​ບານ​ຢູ່​ໃນ​ເຮືອນ! ດຽວ​ຈະ​ເຮັດ​ໃຫ້​ເຄື່ອງ​ຕົກ​ແຕກ.” ແຕ່​ລາວ​ກໍ​ບໍ່​ສົນ​ໃຈ​ແລະ​ຫຼິ້ນ​ໝາກ​ບານ​ຕໍ່​ໄປ. ແລ້ວ​ໝາກ​ບານ​ກໍ​ຟົ້ງ​ໄປ​ຕຳ​ໂຖ​ດອກ​ໄມ້​ຕົກ​ແຕກ! ແມ່​ຂອງ​ຈອນ​ນີ້​ໄດ້​ເຮັດ​ຫຍັງ​ເພື່ອ​ສັ່ງ​ສອນ​ລາວ? ແມ່​ອະທິບາຍ​ກັບ​ລາວ​ວ່າ​ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ມັນ​ຜິດ. ແມ່​ຢາກ​ໃຫ້​ລູກ​ຮູ້​ວ່າ​ການ​ເຊື່ອ​ຟັງ​ພໍ່​ແມ່​ເປັນ​ປະໂຫຍດ​ສຳລັບ​ລູກ ແລະ​ກົດ​ຕ່າງໆທີ່​ພໍ່​ແມ່​ຕັ້ງ​ກໍ​ເປັນ​ສິ່ງ​ຈຳເປັນ​ແລະ​ມີ​ເຫດຜົນ. ເພື່ອ​ຈະ​ໃຫ້​ຈອນ​ນີ້​ໄດ້​ຮັບ​ບົດຮຽນ ແມ່​ຈຶ່ງ​ລົງໂທດ​ລາວ​ໂດຍ​ຍຶດ​ໝາກ​ບານ​ຂອງ​ລາວ​ໄວ້​ຊົ່ວຄາວ. ນັ້ນ​ຄົງ​ເຮັດ​ໃຫ້​ຈອນ​ນີ້​ບໍ່​ພໍ​ໃຈ ແຕ່​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ລາວ​ຈື່​ວ່າ​ການ​ບໍ່​ເຊື່ອ​ຟັງ​ພໍ່​ແມ່​ຈະ​ໄດ້​ຮັບ​ຜົນ​ແນວ​ໃດ.

3 ໃນ​ຖານະ​ຄລິດສະຕຽນ ເຮົາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ພະເຈົ້າ. (1 ຕີໂມເຕ 3:15) ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ມີ​ສິດ​ທີ່​ຈະ​ຕັດສິນ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ແລະ​ຕອນ​ທີ່​ເຮົາ​ບໍ່​ເຊື່ອ​ຟັງ ພະອົງ​ກໍ​ມີ​ສິດ​ສັ່ງ​ສອນ​ເຮົາ. ນອກ​ຈາກ​ນັ້ນ ຖ້າ​ເຮົາ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ເຮົາ ການ​ສັ່ງ​ສອນ​ດ້ວຍ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຈື່​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຕ້ອງ​ເຊື່ອ​ຟັງ​ພະອົງ. (ຄາລາຊີ 6:7) ພະເຈົ້າ​ຮັກ​ເຮົາ​ຫຼາຍ​ແລະ​ບໍ່​ຢາກ​ໃຫ້​ເຮົາ​ຕ້ອງ​ເຈັບ​ປວດ​ໃຈ.—1 ເປໂຕ 5:6, 7

4. (ກ) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຝຶກ​ສອນ​ຄົນ​ອື່ນ​ແນວ​ໃດ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ເມື່ອ​ເຮົາ​ສັ່ງ​ສອນ​ໂດຍ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ຊ່ວຍ​ລູກ​ແລະ​ນັກ​ສຶກສາ​ໃຫ້​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ​ໄດ້. ເຮົາ​ໃຊ້​ຄຳພີ​ໄບເບິນ​ສອນ​ນັກ​ສຶກສາ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ແລະ ‘ຖື​ຮັກສາ [“ເຮັດ​ຕາມ,” ລ.ມ.] ສິ່ງ​ທັງ​ປວງ​ທີ່​ພະ​ເຍຊູ​ໄດ້​ສັ່ງ​ໄວ້​ແກ່​ເຮົາ.’ (ມັດທາຍ 28:19, 20; 2 ຕີໂມເຕ 3:16) ນີ້​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ລູກ​ໄດ້​ຮັບ​ການ​ຝຶກ​ສອນ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ຊ່ວຍ​ຄົນ​ອື່ນ​ໄດ້​ຄື​ກັນ. (ອ່ານ​ຕິໂຕ 2:11-14) ຕອນ​ນີ້​ໃຫ້​ເຮົາ​ມາ​ພິຈາລະນາ 3 ຄຳຖາມ​ທີ່​ສຳຄັນ​ຄື: (1) ການ​ສັ່ງ​ສອນ​ຂອງ​ພະເຈົ້າ​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຮັກ​ເຮົາ? (2) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຄົນ​ທີ່​ພະເຈົ້າ​ສັ່ງ​ສອນ? (3) ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ແນວ​ໃດ​ເມື່ອ​ສັ່ງ​ສອນ​ຄົນ​ອື່ນ?

ພະເຈົ້າ​ສັ່ງ​ສອນ​ດ້ວຍ​ຄວາມ​ຮັກ

5. ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຮັກ​ເຮົາ?

5 ພະ​ເຢໂຫວາ​ແກ້ໄຂ​ເຮົາ ສອນ​ເຮົາ ແລະ​ຝຶກ​ເຮົາ​ກໍ​ຍ້ອນ​ວ່າ​ພະອົງ​ຮັກ​ເຮົາ. ພະອົງ​ຢາກ​ໃຫ້​ເຮົາ​ຢູ່​ໃກ້​ຊິດ​ພະອົງ​ແລະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. (1 ໂຢຮັນ 4:16) ພະອົງ​ບໍ່​ເຄີຍ​ດູຖູກ​ເຮົາ​ຫຼື​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ບໍ່​ມີ​ຄ່າ. (ສຸພາສິດ 12:18) ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພະອົງ​ເບິ່ງ​ແຕ່​ຈຸດ​ດີ​ຂອງ​ເຮົາ​ແລະ​ຍອມ​ໃຫ້​ເຮົາ​ມີ​ອິດ​ສະຫຼະ​ໃນ​ການ​ຕັດສິນ​ໃຈ. ເຈົ້າ​ເຫັນ​ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ​ບໍ​ໂດຍ​ຜ່ານ​ທາງ​ຄຳພີ​ໄບເບິນ ໜັງສື​ຕ່າງໆ ພໍ່​ແມ່ ແລະ​ຜູ້​ເຖົ້າ​ແກ່​ເຊິ່ງ​ພິສູດ​ວ່າ​ພະອົງ​ຮັກ​ເຮົາ? ທີ່​ຈິງ ເມື່ອ​ຜູ້​ເຖົ້າ​ແກ່​ໃຊ້​ຄວາມ​ອ່ອນ​ໂຍນ​ແລະ​ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ແກ້ໄຂ​ຕົວ​ເອງ​ແມ່ນ​ແຕ່​ກ່ອນ​ທີ່​ເຮົາ​ຈະ​ຮູ້​ຕົວ​ວ່າ​ໄດ້​ເຮັດ​ຜິດ​ດ້ວຍ​ຊໍ້າ ເຂົາ​ເຈົ້າ​ກໍ​ກຳລັງ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ເຮົາ.—ຄາລາຊີ 6:1

6. ການ​ສັ່ງ​ສອນ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ຂອງ​ພະເຈົ້າ​ແນວ​ໃດ​ເຖິງ​ວ່າ​ຄົນ​ທີ່​ຖືກ​ສັ່ງ​ສອນ​ຕ້ອງ​ເສຍ​ສິດທິ​ພິເສດ?

6 ບາງ​ຄັ້ງ​ການ​ສັ່ງ​ສອນ​ຍັງ​ກ່ຽວ​ຂ້ອງ​ຫຼາຍ​ກວ່າ​ການ​ໃຫ້​ຄຳ​ແນະນຳ. ຖ້າ​ບາງ​ຄົນ​ເຮັດ​ຜິດ​ຮ້າຍແຮງ ລາວ​ຈະ​ຖືກ​ຕັດ​ສິດທິ​ພິເສດ​ໃນ​ປະຊາຄົມ. ເຖິງ​ຈະ​ເກີດ​ເຫດການ​ແບບ​ນີ້ ການ​ສັ່ງ​ສອນ​ນີ້​ກໍ​ຍັງ​ເຮັດ​ໃຫ້​ເຫັນ​ວ່າ​ພະເຈົ້າ​ຮັກ​ລາວ. ຕົວຢ່າງ: ການ​ສັ່ງ​ສອນ​ອາດ​ຈະ​ຊ່ວຍ​ລາວ​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ສໍ່າ​ໃດ​ທີ່​ຈະ​ໃຊ້​ເວລາ​ສຶກສາ​ສ່ວນ​ຕົວ ຄິດ​ຕຶກຕອງ ແລະ​ອະທິດຖານ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ. (ຄຳເພງ 19:7) ເມື່ອ​ເວລາ​ຜ່ານ​ໄປ ລາວ​ອາດ​ໄດ້​ຮັບ​ສິດທິ​ພິເສດ​ແລະ​ວຽກ​ມອບ​ໝາຍ​ທີ່​ເຄີຍ​ສູນ​ເສຍ​ໄປ​ກັບ​ຄືນ​ມາ. ແມ່ນ​ແຕ່​ການ​ຕັດ​ສຳພັນ​ກໍ​ພິສູດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ເພາະ​ສິ່ງ​ນີ້​ຈະ​ປົກ​ປ້ອງ​ປະຊາຄົມ​ໄວ້​ຈາກ​ອິດທິພົນ​ທີ່​ບໍ່​ດີ. (1 ໂກລິນໂທ 5:6, 7, 11) ເນື່ອງ​ຈາກ​ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ​ຍຸຕິທຳ​ສະເໝີ​ຈຶ່ງ​ຊ່ວຍ​ໃຫ້​ຄົນ​ທີ່​ຖືກ​ຕັດ​ສຳພັນ​ເຂົ້າ​ໃຈ​ວ່າ​ຄວາມ​ຜິດ​ທີ່​ລາວ​ເຮັດ​ນັ້ນ​ຮ້າຍແຮງ​ສໍ່າ​ໃດ. ນີ້​ຈະ​ຊ່ວຍ​ໃຫ້​ລາວ​ກັບ​ໃຈ.—ກິດຈະການ 3:19

ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ສຳລັບ​ເຮົາ

7. ເຊບນາ​ແມ່ນ​ໃຜ​ແລະ​ລາວ​ມີ​ນິດໄສ​ທີ່​ບໍ່​ດີ​ຫຍັງ?

7 ເພື່ອ​ຈະ​ເຂົ້າ​ໃຈ​ວ່າ​ການ​ສັ່ງ​ສອນ​ເປັນ​ເລື່ອງ​ສຳຄັນ​ສໍ່າ​ໃດ ເຮົາ​ຈະ​ພິຈາລະນາ​ເລື່ອງ​ຂອງ 2 ຄົນ​ທີ່​ພະ​ເຢໂຫວາ​ສັ່ງ​ສອນ. ຄົນ​ທຳອິດ​ຄື​ເຊບນາ ລາວ​ເປັນ​ຊາວ​ອິດສະລາແອນ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ກະສັດ​ເອເຊເກຍເຊ ແລະ​ອີກ​ຄົນ​ໜຶ່ງ​ແມ່ນ​ພີ່​ນ້ອງ​ເກ​ຣ​ແຮມ​ທີ່​ຢູ່​ໃນ​ສະໄໝ​ຂອງ​ເຮົາ. ເຊບນາ​ເປັນ “ຜູ້​ດູ​ແລ​ວັງ​ຂອງ​ກະສັດ” ເຊິ່ງ​ອາດ​ຈະ​ເປັນ​ວັງ​ຂອງ​ກະສັດ​ເອເຊເກຍເຊ ແລະ​ລາວ​ກໍ​ເປັນ​ຄົນ​ທີ່​ມີ​ອຳນາດ​ຫຼາຍ. (ເອຊາອີ 22:15) ແຕ່​ເຊບນາ​ກາຍ​ມາ​ເປັນ​ຄົນ​ຍິ່ງ​ແລະ​ຢາກ​ໃຫ້​ຄົນ​ອື່ນ​ຄິດ​ວ່າ​ຕົວ​ເອງ​ເປັນ​ຄົນ​ສຳຄັນ. ລາວ​ຍັງ​ສ້າງ​ບ່ອນ​ຝັງ​ສົບ​ລາຄາ​ແພງ​ໃຫ້​ກັບ​ຕົວ​ເອງ ແລະ​ນັ່ງ “ລົດ​ເສິກ​ຄັນ​ງາມ.”—ເອຊາອີ 22:16-18, ລ.ມ.

ຖ້າ​ເຮົາ​ຖ່ອມ​ຕົວ​ແລະ​ເຕັມ​ໃຈ​ປັບ​ປ່ຽນ​ຄວາມ​ຄິດ​ຂອງ​ເຮົາ​ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ເຮົາ (ເບິ່ງ​ຂໍ້ 8-10)

8. ພະ​ເຢໂຫວາ​ສັ່ງ​ສອນ​ເຊບນາ​ແນວ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

8 ຍ້ອນ​ເຊບນາ​ພະຍາຍາມ​ເຮັດ​ໃຫ້​ຕົວ​ເອງ​ໄດ້​ຮັບ​ກຽດຕິຍົດ ພະເຈົ້າ​ຈຶ່ງ​ເອົາ​ວຽກ​ມອບ​ໝາຍ​ຂອງ​ລາວ​ໃຫ້​ກັບ​ເອເລຍກີມ. (ເອຊາອີ 22:19-21) ເລື່ອງ​ນີ້​ເກີດ​ຂຶ້ນ​ຕອນ​ທີ່​ກະສັດ​ຊານເກຣີບ​ຂອງ​ອາຊີລີ​ວາງ​ແຜນ​ໂຈມຕີ​ເມືອງ​ເຢຣຶຊາເລມ. ຕໍ່​ມາ​ຊານເກຣີບ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ແລະ​ກອງທັບ​ໃຫຍ່​ໄປ​ຂົ່ມ​ຂູ່​ຊາວ​ຢິວ​ແລະ​ກະສັດ​ເອເຊເກຍເຊ​ໃຫ້​ຍອມ​ແພ້. (2 ກະສັດ 18:17-25) ເອເຊເກຍເຊ​ສົ່ງ​ເອເລຍກີມ​ແລະ​ຜູ້​ຊາຍ​ສອງ​ຄົນ​ໄປ​ພົບ​ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນັ້ນ. ໜຶ່ງ​ໃນ​ນັ້ນ​ມີ​ເຊບນາ​ເຊິ່ງ​ຕອນ​ນັ້ນ​ເປັນ​ພຽງ​ແຕ່​ເລຂານຸການ. ຈາກ​ເລື່ອງ​ນີ້​ເຮົາ​ໄດ້​ເຫັນ​ວ່າ ເຊບນາ​ອາດ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ ລາວ​ບໍ່​ໄດ້​ຮູ້ສຶກ​ຄຽດ​ຫຼື​ອີ່​ຕົນ​ຕົວ​ເອງ. ລາວ​ເຕັມ​ໃຈ​ຍອມ​ຮັບ​ເອົາ​ຕຳແໜ່ງ​ທີ່​ສຳຄັນ​ໜ້ອຍ​ກວ່າ. ຕອນ​ນີ້​ເຮົາ​ຈະ​ໄດ້​ຮຽນ​ບົດຮຽນ 3 ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ເຊບນາ.

9-11. (ກ) ເຮົາ​ໄດ້​ບົດຮຽນ​ທີ່​ມີ​ຄ່າ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຊບນາ? (ຂ) ເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ຕໍ່​ເຊບນາ?

9 ທຳອິດ ການ​ທີ່​ເຊບນາ​ສູນ​ເສຍ​ຕຳແໜ່ງ​ເຕືອນ​ເຮົາ​ວ່າ: “ຄວາມ​ຍິ່ງ​ເຮັດ​ໃຫ້​ພິນາດ.” (ສຸພາສິດ 16:18, ລ.ມ.) ເຮົາ​ອາດ​ໄດ້​ຮັບ​ສິດທິ​ພິເສດ​ໃນ​ປະຊາຄົມ ແລະ​ຄົນ​ອື່ນໆກໍ​ອາດ​ຄິດ​ວ່າ​ເຮົາ​ເປັນ​ຄົນ​ສຳຄັນ. ຖ້າ​ເປັນ​ແນວ​ນັ້ນ ເຮົາ​ຈະ​ຍັງ​ເປັນ​ຄົນ​ຖ່ອມ​ຢູ່​ບໍ? ເຮົາ​ຈະ​ຍັງ​ຈື່​ຢູ່​ບໍ​ວ່າ​ຄວາມ​ສາມາດ​ທີ່​ເຮົາ​ມີ​ແລະ​ສິ່ງ​ຕ່າງໆທີ່​ເຮົາ​ເຮັດ​ໄດ້​ສຳເລັດ​ກໍ​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ? (1 ໂກລິນໂທ 4:7) ອັກຄະສາວົກ​ໂປໂລ​ເຕືອນ​ເຮົາ​ວ່າ: “ເຮົາ​ກ່າວ​ແກ່​ທຸກ​ຄົນ​ໃນ​ພວກ​ທ່ານ​ວ່າ ຢ່າ​ຄຶດ​ຕົວ​ເປັນ​ໃຫຍ່​ເກີນ​ທີ່​ສົມຄວນ​ຈະ​ຄຶດ ແຕ່​ວ່າ​ຈົ່ງ​ຄຶດ​ໃຫ້​ສົມຄວນ​ກັບ​ສະຕິ​ປັນຍາ​ຕາມ​ຄວາມ​ເຊື່ອ​ກຳນົດ​ໄວ້.”—ໂລມ 12:3

10 ສອງ ການ​ທີ່​ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ທີ່​ກົງ​ໄປ​ກົງ​ມາ​ກັບ​ເຊບນາ ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ເຊື່ອ​ວ່າ​ເຊບນາ​ຈະ​ສາມາດ​ປ່ຽນ​ແປງ​ຕົວ​ເອງ​ໄດ້. (ສຸພາສິດ 3:11, 12) ນີ້​ເປັນ​ບົດຮຽນ​ສຳລັບ​ຄົນ​ທີ່​ສູນ​ເສຍ​ສິດທິ​ພິເສດ. ແທນ​ທີ່​ຈະ​ຮູ້ສຶກ​ໃຈ​ຮ້າຍ​ຫຼື​ບໍ່​ພໍ​ໃຈ ເຂົາ​ເຈົ້າ​ກໍ​ຍັງ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ. ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ເບິ່ງ​ວ່າ​ການ​ສັ່ງ​ສອນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ນັ້ນ​ເປັນ​ການ​ສະແດງ​ຄວາມ​ຮັກ​ຈາກ​ພະອົງ. ຂໍ​ໃຫ້​ຈື່​ໄວ້​ວ່າ ໃນ​ທີ່​ສຸດ​ພໍ່​ຂອງ​ເຮົາ​ຈະ​ໃຫ້​ລາງວັນ​ກັບ​ຄົນ​ທີ່​ຖ່ອມ​ຕົວ​ສະເໝີ. (ອ່ານ 1 ເປໂຕ 5:6, 7) ການ​ສັ່ງ​ສອນ​ດ້ວຍ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ​ຈະ​ນວດ​ປັ້ນ​ເຮົາ ຖ້າ​ເຮົາ​ຖ່ອມ​ຕົວ​ແລະ​ເປັນ​ຄື​ກັບ​ດິນ​ໜຽວ​ທີ່​ອ່ອນ​ນຸ້ມ.

11 ສາມ ເຮົາ​ໄດ້​ບົດຮຽນ​ທີ່​ມີ​ຄ່າ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ຕໍ່​ເຊບນາ. ເຖິງ​ວ່າ​ວິທີ​ທີ່​ພະ​ເຢໂຫວາ​ສັ່ງ​ສອນ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ກຽດ​ຊັງ​ການ​ບາບ ແຕ່​ສິ່ງ​ນີ້​ກໍ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຮັກ​ມະນຸດ​ທີ່​ຜິດ​ບາບ. ທີ່​ຈິງ ພະ​ເຢໂຫວາ​ຊອກ​ຫາ​ຈຸດ​ທີ່​ດີ​ໃນ​ຕົວ​ມະນຸດ. ຖ້າ​ເຈົ້າ​ເປັນ​ພໍ່​ແມ່​ຫຼື​ຜູ້​ເຖົ້າ​ແກ່ ເຈົ້າ​ຈະ​ຮຽນ​ແບບ​ວິທີ​ທີ່​ພະ​ເຢໂຫວາ​ສັ່ງ​ສອນ​ໄດ້​ບໍ?—ຢູເດ 22, 23

12-14. (ກ) ບາງ​ຄົນ​ມີ​ທ່າທີ​ແນວ​ໃດ​ຕໍ່​ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ? (ຂ) ຄຳພີ​ໄບເບິນ​ຊ່ວຍ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ປ່ຽນ​ຄວາມ​ຄິດ​ແນວ​ໃດ​ແລະ​ຜົນ​ເປັນ​ແນວ​ໃດ?

12 ບາງ​ຄົນ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ຕອນ​ທີ່​ໄດ້​ຮັບ​ການ​ສັ່ງ​ສອນ ເຂົາ​ເຈົ້າ​ຈຶ່ງ​ຖິ້ມ​ພະ​ເຢໂຫວາ​ແລະ​ປະຊາຄົມ​ໄປ. (ເຫບເລີ 3:12, 13) ນັ້ນ​ໝາຍ​ຄວາມ​ວ່າ​ບໍ່​ມີ​ໃຜ​ສາມາດ​ຊ່ວຍ​ລາວ​ໄດ້​ບໍ? ບໍ່​ແມ່ນ! ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ເກ​ຣ​ແຮມ ລາວ​ເຄີຍ​ຖືກ​ຕັດ​ສຳພັນ​ແລະ​ຕໍ່​ມາ​ກໍ​ຖືກ​ຮັບ​ກັບ​ເຂົ້າ​ມາ. ແຕ່​ຫຼັງ​ຈາກ​ນັ້ນ ລາວ​ກໍ​ເຊົາ​ໄປ​ປະກາດ​ແລະ​ເຊົາ​ໄປ​ປະຊຸມ. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ໄດ້​ພະຍາຍາມ​ເປັນ​ໝູ່​ກັບ​ລາວ ແລະ​ໃນ​ທີ່​ສຸດ​ເກ​ຣ​ແຮມ​ກໍ​ຂໍ​ຜູ້​ເຖົ້າ​ແກ່​ຄົນ​ນີ້​ສຶກສາ​ຄຳພີ​ໄບເບິນ​ໃຫ້​ກັບ​ລາວ.

13 ຜູ້​ເຖົ້າ​ແກ່​ຄົນ​ນີ້​ບອກ​ວ່າ: “ເກ​ຣ​ແຮມ​ມີ​ບັນຫາ​ເລື່ອງ​ຄວາມ​ຍິ່ງ​ແລະ​ມັກ​ວິພາກ​ວິຈານ​ຜູ້​ເຖົ້າ​ແກ່​ທີ່​ຕັດ​ສຳພັນ​ລາວ. ໃນ​ການ​ສຶກສາ​ພຽງ​ບໍ່​ເທົ່າ​ໃດ​ເທື່ອ​ຕໍ່​ມາ ພວກ​ເຮົາ​ກໍ​ໄດ້​ພິຈາລະນາ​ຂໍ້​ພະ​ຄຳພີ​ເລື່ອງ​ຄວາມ​ຍິ່ງ​ແລະ​ຜົນ​ຂອງ​ມັນ. ເກ​ຣ​ແຮມ​ເລີ່ມ​ເຫັນ​ຕົວ​ເອງ​ຢ່າງ​ຈະ​ແຈ້ງ​ຂຶ້ນ​ຈາກ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ຄື​ກັບ​ແວ່ນ ແລະ​ລາວ​ກໍ​ບໍ່​ມັກ​ທີ່​ເຫັນ​ຕົວ​ເອງ​ເປັນ​ແບບ​ນັ້ນ! ຜົນ​ທີ່​ເກີດ​ຂຶ້ນ​ໜ້າ​ງຶດງໍ້​ແທ້ໆ! ລາວ​ຍອມ​ຮັບ​ວ່າ​ຄວາມ​ຍິ່ງ​ເປັນ​ຄື​ກັບ ‘ທ່ອນ​ໄມ້’ ທີ່​ບັງ​ຕາ​ລາວ​ໄວ້​ແລະ​ການ​ທີ່​ລາວ​ມັກ​ວິພາກ​ວິຈານ​ກໍ​ເປັນ​ບັນຫາ​ຂອງ​ລາວ ລາວ​ຈຶ່ງ​ເລີ່ມ​ປ່ຽນ​ແປງ​ຕົວ​ເອງ​ທັນທີ. ລາວ​ເລີ່ມ​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ ສຶກສາ​ຄຳພີ​ໄບເບິນ​ຢ່າງ​ຈິງ​ຈັງ ແລະ​ອະທິດຖານ​ທຸກ​ມື້​ຈົນ​ເປັນ​ນິດໄສ. ລາວ​ຍັງ​ເຮັດ​ໜ້າ​ທີ່​ຫົວ​ໜ້າ​ຄອບຄົວ​ໂດຍ​ເບິ່ງ​ແຍງ​ຄອບຄົວ​ຂອງ​ລາວ​ໃຫ້​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ ເຊິ່ງ​ເຮັດ​ໃຫ້​ເມຍ​ແລະ​ລູກ​ຂອງ​ລາວ​ມີ​ຄວາມ​ສຸກ​ຫຼາຍ.”—ລືກາ 6:41, 42; ຢາໂກໂບ 1:23-25

14 ຜູ້​ເຖົ້າ​ແກ່​ຄົນ​ນີ້​ຍັງ​ເວົ້າ​ຕື່ມ​ອີກ​ວ່າ: “ມີ​ຢູ່​ມື້​ໜຶ່ງ ເກ​ຣ​ແຮມ​ໄດ້​ເວົ້າ​ບາງ​ສິ່ງ​ທີ່​ປະທັບ​ໃຈ​ຂ້ອຍ​ຫຼາຍ. ລາວ​ບອກ​ວ່າ: ‘ຂ້ອຍ​ຮູ້​ຄວາມ​ຈິງ​ມາ​ຫຼາຍ​ປີ ແລະ​ເຖິງ​ວ່າ​ຈະ​ເຄີຍ​ຮັບໃຊ້​ເປັນ​ໄພໂອເນຍ ແຕ່​ຂ້ອຍ​ຫາ​ກໍ​ເວົ້າ​ໄດ້​ຢ່າງ​ເຕັມ​ປາກ​ວ່າ​ຂ້ອຍ​ຮັກ​ພະ​ເຢໂຫວາ​ກໍ​ຕອນ​ນີ້​ນີ້​ແຫຼະ.’” ຕໍ່​ມາ​ບໍ່​ດົນ​ເກ​ຣ​ແຮມ​ກໍ​ໄດ້​ຮັບ​ສິດ​ພິເສດ​ໃຫ້​ຊ່ວຍ​ຖື​ໄມ​ຢູ່​ຫໍ​ປະຊຸມ​ແລະ​ລາວ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ນີ້. ຜູ້​ເຖົ້າ​ແກ່​ບອກ​ວ່າ: “ຕົວຢ່າງ​ຂອງ​ເກ​ຣ​ແຮມ​ສອນ​ຂ້ອຍ​ວ່າ ຖ້າ​ເຮົາ​ຖ່ອມ​ຕົວ​ລົງ​ໂດຍ​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ ເຮົາ​ກໍ​ຈະ​ໄດ້​ຮັບ​ພອນ​ຢ່າງ​ຫຼວງ​ຫຼາຍ!”

ຮຽນ​ແບບ​ພະເຈົ້າ​ແລະ​ພະ​ຄລິດ​ເມື່ອ​ເຈົ້າ​ສັ່ງ​ສອນ​ຄົນ​ອື່ນ

15. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ໃຫ້​ການ​ສັ່ງ​ສອນ​ຂອງ​ເຮົາ​ເກີດ​ຜົນ​ດີ?

15 ຖ້າ​ເຮົາ​ຢາກ​ເປັນ​ຄູ​ທີ່​ດີ ເຮົາ​ຕ້ອງ​ເປັນ​ນັກ​ຮຽນ​ທີ່​ດີ​ກ່ອນ. (1 ຕີໂມເຕ 4:15, 16) ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ໃຊ້​ໃຫ້​ສັ່ງ​ສອນ​ຄົນ​ອື່ນ ເຈົ້າ​ກໍ​ຕ້ອງ​ຖ່ອມ​ຕົວ​ແລະ​ໃຫ້​ພະ​ເຢໂຫວາ​ຊີ້​ນຳ​ຊີວິດ​ເຈົ້າ. ເມື່ອ​ຄົນ​ອື່ນ​ເຫັນ​ວ່າ​ເຈົ້າ​ຖ່ອມ​ຕົວ ຄົນ​ອື່ນ​ກໍ​ຈະ​ນັບຖື​ເຈົ້າ​ແລະ​ຍອມ​ຮັບ​ຄຳ​ແນະນຳ​ຂອງ​ເຈົ້າ​ໄດ້​ງ່າຍ​ຂຶ້ນ. ເຮົາ​ສາມາດ​ຮຽນ​ເລື່ອງ​ນີ້​ໄດ້​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ.

ເມື່ອ​ຄົນ​ອື່ນ​ເຫັນ​ວ່າ​ເຈົ້າ​ຖ່ອມ​ຕົວ​ກໍ​ເປັນ​ເລື່ອງ​ງ່າຍ​ທີ່​ເຂົາ​ເຈົ້າ​ຈະ​ຍອມ​ຮັບ​ຄຳ​ແນະນຳ​ຈາກ​ເຈົ້າ

16. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ການ​ສັ່ງ​ສອນ​ທີ່​ມີ​ປະສິດທິພາບ​ຂອງ​ພະ​ເຍຊູ?

16 ພະ​ເຍຊູ​ເຊື່ອ​ຟັງ​ພໍ່​ຂອງ​ເພິ່ນ​ສະເໝີ ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ. (ມັດທາຍ 26:39) ເພິ່ນ​ບອກ​ຜູ້​ຟັງ​ຂອງ​ເພິ່ນ​ສະເໝີ​ວ່າ​ສິ່ງ​ທີ່​ເພິ່ນ​ສອນ​ແລະ​ສະຕິ​ປັນຍາ​ທີ່​ເພິ່ນ​ມີ​ແມ່ນ​ມາ​ຈາກ​ພໍ່​ຂອງ​ເພິ່ນ. (ໂຢຮັນ 5:19, 30) ພະ​ເຍຊູ​ເປັນ​ຄົນ​ຖ່ອມ​ແລະ​ເຊື່ອ​ຟັງ ສິ່ງ​ນີ້​ຊ່ວຍ​ເພິ່ນ​ເປັນ​ຄູ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ. ຄົນ​ທີ່​ມີ​ຫົວໃຈ​ສັດ​ຊື່​ມີ​ຄວາມ​ສຸກ​ທີ່​ໄດ້​ມາ​ຫາ​ເພິ່ນ. (ອ່ານ ລືກາ 4:22) ຄຳ​ເວົ້າ​ທີ່​ກະລຸນາ​ຂອງ​ພະ​ເຍຊູ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ທໍ້​ໃຈ​ແລະ​ຄົນ​ທີ່​ອ່ອນ​ແຮງ. (ມັດທາຍ 12:20) ເພິ່ນ​ແກ້ໄຂ​ອັກຄະສາວົກ​ດ້ວຍ​ຄວາມ​ກະລຸນາ​ແລະ​ຄວາມ​ຮັກ​ແມ່ນ​ແຕ່​ຕອນ​ທີ່​ເພິ່ນ​ບໍ່​ພໍ​ໃຈ​ທີ່​ພວກ​ລູກ​ສິດ​ຖຽງ​ກັນ​ວ່າ​ໃຜ​ຈະ​ເປັນ​ໃຫຍ່​ທີ່​ສຸດ.—ມາລະໂກ 9:33-37; ລືກາ 22:24-27

17. ຜູ້​ເຖົ້າ​ແກ່​ຕ້ອງ​ມີ​ນິດໄສ​ແນວ​ໃດ​ເພື່ອ​ຈະ​ສາມາດ​ເບິ່ງ​ແຍງ​ປະຊາຄົມ​ໄດ້​ດີ?

17 ທຸກ​ຄັ້ງ​ທີ່​ຜູ້​ເຖົ້າ​ແກ່​ໃຊ້​ຄຳພີ​ໄບເບິນ​ສັ່ງ​ສອນ​ພີ່​ນ້ອງ ເຂົາ​ເຈົ້າ​ຕ້ອງ​ຮຽນ​ແບບ​ພະ​ຄລິດ. ໂດຍ​ວິທີ​ນີ້​ເຂົາ​ເຈົ້າ​ກຳລັງ​ພິສູດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຢາກ​ໃຫ້​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຊີ້​ນຳ. ອັກຄະສາວົກ​ເປໂຕ​ຂຽນ​ວ່າ: “ຈົ່ງ​ລ້ຽງ​ຝູງ​ລູກ​ສິດ​ແຫ່ງ​ພະເຈົ້າ​ທີ່​ຢູ່​ນຳ​ທ່ານ​ທັງ​ຫຼາຍ ເບິ່ງ​ຮັກສາ​ເຂົາ​ບໍ່​ໃຊ່​ດ້ວຍ​ຂືນ​ໃຈ​ເຂົາ ແຕ່​ວ່າ​ດ້ວຍ​ນໍ້າໃຈ​ພ້ອມ​ຕາມ​ພະເຈົ້າ ບໍ່​ໃຊ່​ດ້ວຍ​ເຫັນ​ແກ່​ກຳໄລ​ອັນ​ເປັນ​ໂລບ ແຕ່​ວ່າ​ດ້ວຍ​ໃຈ​ເຫຼື້ອມ​ໃສ ແລະ​ບໍ່​ໃຊ່​ເໝືອນ​ເປັນ​ເຈົ້ານາຍ​ເທິງ​ມູນລະດົກ​ທີ່​ຝາກ​ແກ່​ທ່ານ​ທັງ​ຫຼາຍ​ໄວ້ ແຕ່​ວ່າ​ເໝືອນ​ເປັນ​ແບບ​ຢ່າງ​ແກ່​ຝູງ​ນັ້ນ.” (1 ເປໂຕ 5:2-4) ເມື່ອ​ຜູ້​ເຖົ້າ​ແກ່​ຍິນດີ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພະ​ເຢໂຫວາ​ແລະ​ພະ​ຄລິດ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ແລະ​ພີ່​ນ້ອງ​ທີ່​ເຂົາ​ເຈົ້າ​ເບິ່ງ​ແຍງ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ.—ເອຊາອີ 32:1, 2, 17, 18

18. (ກ) ພະ​ເຢໂຫວາ​ໄດ້​ຄາດ​ໝາຍ​ໃຫ້​ພໍ່​ແມ່​ເຮັດ​ຫຍັງ? (ຂ) ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ເປັນ​ພໍ່​ແມ່​ແນວ​ໃດ?

18 ແລ້ວ​ຈະ​ວ່າ​ແນວ​ໃດ​ກັບ​ການ​ສັ່ງ​ສອນ​ແລະ​ການ​ຝຶກ​ສອນ​ໃນ​ຄອບຄົວ? ພະ​ເຢໂຫວາ​ບອກ​ຫົວ​ໜ້າ​ຄອບຄົວ​ວ່າ: ‘ຢ່າ​ລົບກວນ​ລູກ​ແຫ່ງ​ຕົນ​ໃຫ້​ຂັດ​ເຄືອງ​ໃຈ ແຕ່​ວ່າ​ຈົ່ງ​ແອບ​ເຂົາ​ດ້ວຍ​ການ​ສັ່ງ​ສອນ​ແລະ​ຄຳ​ເຕືອນ​ສະຕິ​ຂອງ​ພະ​ເຢໂຫວາ.’ (ເອເຟດ 6:4) ການ​ຝຶກ​ສອນ​ແລະ​ການ​ສັ່ງ​ສອນ​ເປັນ​ສິ່ງ​ຈຳເປັນ​ແທ້ໆບໍ? ເຮົາ​ອ່ານ​ສຸພາສິດ 19:18 (ລ.ມ.) ວ່າ: “ໃຫ້​ອົບຮົມ​ສັ່ງ​ສອນ​ລູກ​ຂອງ​ເຈົ້າ​ເມື່ອ​ຍັງ​ພໍ​ມີ​ຫວັງ ຢ່າ​ເປັນ​ຕົ້ນ​ເຫດ​ໃຫ້​ເຂົາ​ຕ້ອງ​ຕາຍ​ເລີຍ.” ພະ​ເຢໂຫວາ​ມອບ​ໜ້າ​ທີ່​ໃຫ້​ພໍ່​ແມ່​ສັ່ງ​ສອນ​ລູກ. ຖ້າ​ເຂົາ​ເຈົ້າ​ບໍ່​ເຮັດ ເຂົາ​ເຈົ້າ​ຕ້ອງ​ໃຫ້​ການ​ຕໍ່​ພະ​ເຢໂຫວາ! (1 ຊາເມືອນ 3:12-14) ພະ​ເຢໂຫວາ​ຈະ​ໃຫ້​ສະຕິ​ປັນຍາ​ແລະ​ກຳລັງ​ທີ່​ຈຳເປັນ​ກັບ​ເຂົາ​ເຈົ້າ ຖ້າ​ເຂົາ​ເຈົ້າ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ພະອົງ​ໃນ​ການ​ອະທິດຖານ​ແລະ​ໝາຍ​ເພິ່ງ​ພະ​ຄຳ​ຂອງ​ພະອົງ​ແລະ​ໃຫ້​ພະລັງ​ບໍລິສຸດ​ຊີ້​ນຳ​ເຂົາ​ເຈົ້າ.—ອ່ານ​ຢາໂກໂບ 1:5

ຮຽນ​ຮູ້​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ຢ່າງ​ສະຫງົບ​ສຸກ

19, 20. (ກ) ພອນ​ອັນ​ໃດ​ທີ່​ເຮົາ​ຈະ​ໄດ້​ຮັບ​ເມື່ອ​ເຮົາ​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

19 ຖ້າ​ເຮົາ​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ​ແລະ​ຮຽນ​ແບບ​ວິທີ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສັ່ງ​ສອນ ເຮົາ​ກໍ​ຈະ​ໄດ້​ຮັບ​ພອນ​ຢ່າງ​ຫຼວງ​ຫຼາຍ​ແທ້ໆ! ຄອບຄົວ​ແລະ​ປະຊາຄົມ​ຂອງ​ເຮົາ​ຈະ​ມີ​ຄວາມ​ສະຫງົບ​ສຸກ ແລະ​ທຸກ​ຄົນ​ຈະ​ຮູ້ສຶກ​ເປັນ​ທີ່​ຮັກ ຮູ້ສຶກ​ມີ​ຄ່າ ແລະ​ຮູ້ສຶກ​ປອດໄພ. ນີ້​ເປັນ​ພຽງ​ຕົວຢ່າງ​ນ້ອຍໆເທົ່າ​ນັ້ນ​ຂອງ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ສຸກ​ທີ່​ຈະ​ໄດ້​ຮັບ​ໃນ​ອະນາຄົດ. (ຄຳເພງ 72:7) ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ​ກຽມ​ເຮົາ​ໄວ້​ທີ່​ຈະ​ມີ​ຊີວິດ​ຢູ່​ຮ່ວມ​ກັນ​ຕະຫຼອດ​ໄປ​ຢ່າງ​ສະຫງົບ​ສຸກ​ແລະ​ເປັນ​ຄອບຄົວ​ທີ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ເຊິ່ງ​ມີ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ເບິ່ງ​ແຍງ. (ອ່ານ​ເອຊາອີ 11:9) ຖ້າ​ເຮົາ​ຈື່​ເລື່ອງ​ນີ້​ໄວ້​ສະເໝີ ເຮົາ​ຈະ​ເຂົ້າ​ໃຈ​ວ່າ​ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ​ເປັນ​ວິທີ​ທີ່​ດີ​ແທ້ໆທີ່​ສະແດງ​ວ່າ​ພະອົງ​ຮັກ​ເຮົາ.

20 ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ຮຽນ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ການ​ສັ່ງ​ສອນ​ໃນ​ຄອບຄົວ​ແລະ​ໃນ​ປະຊາຄົມ. ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ເຮົາ​ຈະ​ສອນ​ຕົວ​ເອງ. ນອກ​ຈາກ​ນັ້ນ ເຖິງ​ວ່າ​ການ​ຖືກ​ສັ່ງ​ສອນ​ຈະ​ເຮັດ​ໃຫ້​ເຮົາ​ເຈັບ ແຕ່​ເຮົາ​ຈະ​ຮຽນ​ວ່າ​ເຮົາ​ຈະ​ຫຼີກ​ລ່ຽງ​ສິ່ງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ຫຼາຍ​ກວ່າ​ນັ້ນ​ໄດ້​ແນວ​ໃດ.