ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການ​ຮັບ​ບັບເຕມາ​ເປັນ​ຂໍ້​ຮຽກ​ຮ້ອງ​ສຳລັບ​ຄລິດສະຕຽນ

ການ​ຮັບ​ບັບເຕມາ​ເປັນ​ຂໍ້​ຮຽກ​ຮ້ອງ​ສຳລັບ​ຄລິດສະຕຽນ

“ຕອນ​ນີ້ ການ​ຮັບ​ບັບເຕມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.”—1 ເປໂຕ 3:21, ລ.ມ.

ເພງ: 52, 41

1, 2. (ກ) ພໍ່​ແມ່​ບາງ​ຄົນ​ອາດ​ຮູ້ສຶກ​ແນວ​ໃດ​ເມື່ອ​ລູກ​ຢາກ​ຮັບ​ບັບເຕມາ? (ຂ) ເປັນ​ຫຍັງ​ຈຶ່ງ​ມີ​ການ​ຖາມ​ຄົນ​ທີ່​ຈະ​ຮັບ​ບັບເຕມາ​ວ່າ​ເຂົາ​ເຈົ້າ​ໄດ້​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ແລ້ວ​ບໍ? (ເບິ່ງ​ຮູບ​ທຳອິດ)

ພໍ່​ແມ່​ຂອງ​ມາ​ເຣຍ​ເບິ່ງ​ລູກ​ສາວ​ທີ່​ຍັງ​ນ້ອຍ​ຢືນ​ຂຶ້ນ​ພ້ອມ​ກັບ​ຄົນ​ທີ່​ຕ້ອງການ​ຮັບ​ບັບເຕມາ. ຜູ້​ບັນລະຍາຍ​ຖາມ​ຄຳຖາມ​ສອງ​ຂໍ້. ມາ​ເຣຍ​ຕອບ​ດ້ວຍ​ສຽງ​ດັງ​ແລະ​ຈະ​ແຈ້ງ ຈາກ​ນັ້ນ​ບໍ່​ດົນ​ລາວ​ກໍ​ຮັບ​ບັບເຕມາ.

2 ພໍ່​ແມ່​ຂອງ​ມາ​ເຣຍ​ພູມ​ໃຈ​ທີ່​ລູກ​ສາວ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. ແຕ່​ກ່ອນ​ໜ້າ​ນັ້ນ​ແມ່​ຂອງ​ມາ​ເຣຍ​ກໍ​ຮູ້ສຶກ​ກັງວົນ​ໜ້ອຍ​ໜຶ່ງ. ລາວ​ສົງໄສ​ວ່າ: ‘ມາ​ເຣຍ​ຍັງ​ນ້ອຍ​ເກີນ​ໄປ​ບໍ​ທີ່​ຈະ​ຮັບ​ບັບເຕມາ? ມາ​ເຣຍ​ເຂົ້າ​ໃຈ​ແທ້ໆບໍ​ວ່າ​ການ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ເປັນ​ເລື່ອງ​ຈິງ​ຈັງ? ມາ​ເຣຍ​ຄວນ​ຖ້າ​ອີກ​ຈັກ​ໜ້ອຍ​ດີ​ບໍ​ແລ້ວ​ຈຶ່ງ​ຄ່ອຍ​ຮັບ​ບັບເຕມາ?’ ພໍ່​ແມ່​ຫຼາຍ​ຄົນ​ທີ່​ຮັກ​ລູກ​ອາດ​ຖາມ​ຕົວ​ເອງ​ຄ້າຍໆກັນ​ນີ້​ເມື່ອ​ລູກ​ບອກ​ວ່າ​ຢາກ​ຮັບ​ບັບເຕມາ. (ຜູ້​ເທສະໜາ​ປ່າວ​ປະກາດ 5:5) ແນວ​ໃດ​ກໍ​ຕາມ ການ​ຕັດສິນ​ໃຈ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຄົນ​ເຮົາ​ແມ່ນ​ການ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.—ເບິ່ງ​ຂອບ “ ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ​ແລ້ວ​ບໍ?

3, 4. (ກ) ເປໂຕ​ປຽບ​ທຽບ​ການ​ຮັບ​ບັບເຕມາ​ຄື​ກັບ​ຫຍັງ? (ຂ) ເປັນ​ຫຍັງ​ເປໂຕ​ຈຶ່ງ​ປຽບ​ທຽບ​ການ​ຮັບ​ບັບເຕມາ​ກັບ​ການ​ສ້າງ​ເຮືອ​ນາວາ​ຂອງ​ໂນເອ?

3 ອັກຄະສາວົກ​ເປໂຕ​ປຽບ​ທຽບ​ການ​ຮັບ​ບັບເຕມາ​ກັບ​ການ​ສ້າງ​ເຮືອ​ນາວາ​ຂອງ​ໂນເອ. ລາວ​ບອກ​ວ່າ: “ເລື່ອງ​ນີ້​ທຽບ​ໄດ້​ກັບ​ການ​ຮັບ​ບັບເຕມາ ຕອນ​ນີ້ ການ​ຮັບ​ບັບເຕມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.” (ອ່ານ 1 ເປໂຕ 3:20, 21 *) ເຮືອ​ທີ່​ໂນເອ​ສ້າງ​ເປັນ​ຫຼັກ​ຖານ​ໃຫ້​ຄົນ​ອື່ນໆເຫັນ​ວ່າ​ລາວ​ຢາກ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ. ໂນເອ​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ຢ່າງ​ສັດ​ຊື່. ຍ້ອນ​ຄວາມ​ເຊື່ອ​ຂອງ​ລາວ ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ລາວ​ແລະ​ຄອບຄົວ​ໃຫ້​ລອດ​ຈາກ​ນໍ້າ​ຖ້ວມ​ໂລກ. ເປໂຕ​ກຳລັງ​ສອນ​ຫຍັງ​ເຮົາ?

4 ເມື່ອ​ຜູ້​ຄົນ​ເຫັນ​ເຮືອ​ນາວາ ເຂົາ​ເຈົ້າ​ກໍ​ຮູ້​ເລີຍ​ວ່າ​ໂນເອ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ. ເມື່ອ​ຜູ້​ຄົນ​ເຫັນ​ບາງ​ຄົນ​ຮັບ​ບັບເຕມາ ເຂົາ​ເຈົ້າ​ກໍ​ຮູ້​ເລີຍ​ວ່າ​ຄົນ​ເຫຼົ່າ​ນັ້ນ​ໄດ້​ອຸທິດ​ຊີວິດ​ໃຫ້​ກັບ​ພະເຈົ້າ​ຍ້ອນ​ມີ​ຄວາມ​ເຊື່ອ​ໃນ​ພະ​ຄລິດ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ. ຄົນ​ທີ່​ຮັບ​ບັບເຕມາ​ກໍ​ຄື​ກັບ​ໂນເອ ເຂົາ​ເຈົ້າ​ເຊື່ອ​ຟັງ​ພະເຈົ້າ​ແລະ​ເຮັດ​ວຽກ​ທີ່​ພະອົງ​ມອບ​ໝາຍ​ໃຫ້​ເຮັດ ແລະ​ຄື​ກັບ​ທີ່​ພະ​ເຢໂຫວາ​ຊ່ວຍ​ໂນເອ​ໃຫ້​ລອດ​ຈາກ​ນໍ້າ​ຖ້ວມ​ໂລກ ພະອົງ​ກໍ​ຈະ​ຊ່ວຍ​ຜູ້​ທີ່​ຮັບ​ບັບເຕມາ​ທີ່​ພັກດີ​ຂອງ​ພະອົງ​ໃຫ້​ລອດ​ຈາກ​ການ​ທຳລາຍ​ໂລກ​ທີ່​ຊົ່ວຊ້າ​ນີ້. (ມາລະໂກ 13:10; ຄຳປາກົດ 7:9, 10) ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ການ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ແທ້ໆ. ທີ່​ຈິງ ຖ້າ​ຫາກ​ບາງ​ຄົນ​ມັກ​ເລື່ອນ​ການ​ຮັບ​ບັບເຕມາ​ອອກ​ໄປ​ເລື້ອຍໆ ລາວ​ກໍ​ອາດ​ສູນ​ເສຍ​ໂອກາດ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.

5. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

5 ເຮົາ​ຮູ້​ແລ້ວ​ວ່າ​ການ​ຮັບ​ບັບເຕມາ​ເປັນ​ເລື່ອງ​ຈິງ​ຈັງ​ສໍ່າ​ໃດ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ຮູ້​ຄຳຕອບ​ຂອງ 3 ຄຳຖາມ​ນີ້​ທີ່​ວ່າ: ຄຳພີ​ໄບເບິນ​ສອນ​ແນວ​ໃດ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ? ເຮົາ​ຕ້ອງ​ເຮັດ​ຫຍັງ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ? ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ຢູ່​ສະເໝີ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັບ​ບັບເຕມາ​ເມື່ອ​ສອນ​ລູກ​ຫຼື​ນັກ​ສຶກສາ?

ຄຳພີ​ໄບເບິນ​ສອນ​ແນວ​ໃດ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ

6, 7. (ກ) ການ​ໃຫ້​ບັບເຕມາ​ຂອງ​ໂຢຮັນ​ມີ​ຄວາມ​ໝາຍ​ແນວ​ໃດ? (ຂ) ການ​ຮັບ​ບັບເຕມາ​ຂອງ​ໃຜ​ທີ່​ຕ່າງ​ຈາກ​ຄົນ​ອື່ນ​ແລະ​ຍ້ອນ​ຫຍັງ?

6 ຜູ້​ທຳອິດ​ທີ່​ເຮົາ​ອ່ານ​ພົບ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ບັບເຕມາ​ກັບ​ຄົນ​ອື່ນ​ກໍ​ຄື​ໂຢຮັນ​ບັບຕິດໂຕ. (ມັດທາຍ 3:1-6) ເປັນ​ຫຍັງ​ປະຊາຊົນ​ຈຶ່ງ​ມາ​ຫາ​ລາວ​ເພື່ອ​ຮັບ​ບັບເຕມາ? ຍ້ອນ​ເຂົາ​ເຈົ້າ​ຢາກ​ສະແດງ​ໃຫ້​ເຫັນ​ວ່າ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ຕົວ​ເອງ​ເພາະ​ບໍ່​ໄດ້​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ໂມເຊ​ແລະ​ຮູ້ສຶກ​ເສຍໃຈ​ແທ້ໆ. ແຕ່​ການ​ໃຫ້​ບັບເຕມາ​ທີ່​ສຳຄັນ​ທີ່​ສຸດ​ທີ່​ໂຢຮັນ​ໄດ້​ເຮັດ​ມີ​ຄວາມ​ໝາຍ​ທີ່​ຕ່າງ​ອອກ​ໄປ. ໂຢຮັນ​ໄດ້​ຮັບ​ກຽດ​ທີ່​ຍິ່ງໃຫຍ່​ໂດຍ​ເປັນ​ຜູ້​ໃຫ້​ບັບເຕມາ​ແກ່​ພະ​ເຍຊູ​ລູກ​ຊາຍ​ທີ່​ສົມບູນ​ແບບ​ຂອງ​ພະເຈົ້າ. (ມັດທາຍ 3:13-17) ເນື່ອງ​ຈາກ​ພະ​ເຍຊູ​ບໍ່​ເຄີຍ​ເຮັດ​ບາບ ເພິ່ນ​ກໍ​ບໍ່​ຈຳເປັນ​ຕ້ອງ​ກັບ​ໃຈ. (1 ເປໂຕ 2:22) ແລ້ວ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຮັບ​ບັບເຕມາ? ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພ້ອມ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ.—ເຫບເລີ 10:7

7 ຫຼັງ​ຈາກ​ທີ່​ພະ​ເຍຊູ​ເລີ່ມ​ວຽກ​ປະກາດ ລູກ​ສິດ​ຂອງ​ເພິ່ນ​ກໍ​ເລີ່ມ​ໃຫ້​ບັບເຕມາ​ກັບ​ຄົນ​ອື່ນໆ. (ໂຢຮັນ 3:22; 4:1, 2) ເຫດຜົນ​ທີ່​ຄົນ​ເຫຼົ່າ​ນັ້ນ​ຮັບ​ບັບເຕມາ​ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ກັບ​ໃຈ​ຈາກ​ບາບ​ທີ່​ເຮັດ​ຜິດ​ຕໍ່​ກົດ​ໝາຍ​ຂອງ​ໂມເຊ. ແຕ່​ຫຼັງ​ຈາກ​ທີ່​ພະ​ເຍຊູ​ຕາຍ​ແລະ​ຟື້ນ​ຄືນ​ມາ ຄົນ​ທີ່​ຢາກ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ​ຈະ​ຕ້ອງ​ຮັບ​ບັບເຕມາ​ໃນ​ເຫດຜົນ​ທີ່​ຕ່າງ​ອອກ​ໄປ.

8. (ກ) ຫຼັງ​ຈາກ​ພະ​ເຍຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ສັ່ງ​ໃຫ້​ຜູ້​ຕິດ​ຕາມ​ເຮັດ​ຫຍັງ? (ຂ) ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ຕ້ອງ​ຮັບ​ບັບເຕມາ?

8 ໃນ​ປີ 33 ຫຼັງ​ຈາກ​ທີ່​ພະ​ເຍຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໄດ້​ບໍ່​ດົນ ເພິ່ນ​ເວົ້າ​ກັບ​ຜູ້​ຄົນ​ຫຼາຍ​ກວ່າ 500 ຄົນ​ເຊິ່ງ​ມີ​ທັງ​ຜູ້​ຊາຍ ຜູ້​ຍິງ ແລະ​ອາດ​ມີ​ເດັກ​ນ້ອຍ​ນຳ. ນີ້​ອາດ​ເປັນ​ຕອນ​ທີ່​ເພິ່ນ​ບອກ​ວ່າ: “ເຫດ​ສັນນີ້​ທ່ານ​ທັງ​ຫຼາຍ​ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ ໃຫ້​ເຂົາ​ຮັບ​ສິນ​ບັບເຕມາ​ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ​ແລະ​ພະ​ບຸດ​ແລະ​ພະ​ວິນຍານ​ບໍລິສຸດ. ຈົ່ງ​ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກສາ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້​ແກ່​ທ່ານ​ທັງ​ຫຼາຍ​ແລ້ວ.” (ມັດທາຍ 28:19, 20; 1 ໂກລິນໂທ 15:6) ພະ​ເຍຊູ​ສັ່ງ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ໄປ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ. ຄົນ​ທີ່​ຢາກ​ມາ​ເປັນ​ລູກ​ສິດ​ຫຼື​ຢາກ​ມາ​ຮັບ​ເອົາ “ແອກ” ຂອງ​ເພິ່ນ​ຈະ​ຕ້ອງ​ຮັບ​ບັບເຕມາ. (ມັດທາຍ 11:29, 30) ຄົນ​ທີ່​ຢາກ​ຮັບໃຊ້​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ​ຕ້ອງ​ຍອມ​ຮັບ​ວ່າ​ພະ​ເຍຊູ​ເປັນ​ຜູ້​ທີ່​ພະເຈົ້າ​ໃຊ້​ມາ​ເພື່ອ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ສຳເລັດ. ຈາກ​ນັ້ນ ຄົນ​ນັ້ນ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໃນ​ແບບ​ທີ່​ພະເຈົ້າ​ຍອມ​ຮັບ​ໄດ້. ຄຳພີ​ໄບເບິນ​ໃຫ້​ຫຼັກ​ຖານ​ຫຼາຍ​ຢ່າງ​ວ່າ​ລູກ​ສິດ​ຂອງ​ພະ​ເຍຊູ​ໃນ​ສະຕະວັດ​ທຳອິດ​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ຮັບ​ບັບເຕມາ. ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ວ່າ​ຄວນ​ຖ້າ​ກ່ອນ​ແລ້ວ​ຈຶ່ງ​ຄ່ອຍ​ຮັບ​ບັບເຕມາ​ກໍ​ໄດ້.—ກິດຈະການ 2:41; 9:18; 16:14, 15, 32, 33

ຢ່າ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ

9, 10. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ການ​ຮັບ​ບັບເຕມາ​ຂອງ​ຊາຍ​ຊາວ​ເອທຽວປຽນ​ແລະ​ໂຊໂລ?

9 ອ່ານ​ກິດຈະການ 8:35, 36. ຕອນ​ທີ່​ຜູ້​ຊາຍ​ຊາວ​ເອທຽວປຽນ​ຄົນ​ໜຶ່ງ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ກຳລັງ​ເດີນ​ທາງ​ກັບ​ບ້ານ​ຫຼັງ​ຈາກ​ໄປ​ນະມັດສະການ​ທີ່​ວິຫານ​ໃນ​ເມືອງ​ເຢຣຶຊາເລມ ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ໄດ້​ສົ່ງ​ຟີລິບ​ໃຫ້​ມາ​ປະກາດ​ກັບ​ລາວ. ຟີລິບ​ໄດ້​ສອນ​ລາວ​ກ່ຽວ​ກັບ “[ຂ່າວ​ດີ​ເລື່ອງ] ພະ​ເຍຊູ.” ຜູ້​ຊາຍ​ຊາວ​ເອທຽວປຽນ​ຕອບ​ຮັບ​ແນວ​ໃດ? ເນື່ອງ​ຈາກ​ລາວ​ເຂົ້າ​ໃຈ​ວ່າ​ການ​ຍອມ​ຮັບ​ພະ​ເຍຊູ​ໃນ​ຖານະ​ພະອົງ​ເຈົ້າ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ແລະ​ລາວ​ກໍ​ຢາກ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຢາກ​ໃຫ້​ຄລິດສະຕຽນ​ເຮັດ ລາວ​ຈຶ່ງ​ຮັບ​ບັບເຕມາ​ໂດຍ​ບໍ່​ລັງເລ.

10 ອີກ​ຕົວຢ່າງ​ໜຶ່ງ​ກໍ​ຄື​ຜູ້​ຊາຍ​ຊາວ​ຢິວ​ທີ່​ຊື່​ໂຊໂລ. ຄົນ​ຢິວ​ທັງ​ຊາດ​ໄດ້​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ ແຕ່​ພະອົງ​ປະຕິເສດ​ເຂົາ​ເຈົ້າ​ເພາະ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ພະອົງ. ໂຊໂລ​ເຊື່ອ​ວ່າ​ຊາວ​ຢິວ​ຍັງ​ຮັບໃຊ້​ພະເຈົ້າ​ຢ່າງ​ຖືກຕ້ອງ​ຢູ່ ລາວ​ຈຶ່ງ​ຂົ່ມເຫງ​ຄລິດສະຕຽນ. ແຕ່​ມື້​ໜຶ່ງ ພະ​ເຍຊູ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໄດ້​ເວົ້າ​ກັບ​ໂຊໂລ​ຈາກ​ສະຫວັນ​ເຊິ່ງ​ຕອນ​ນັ້ນ​ໂຊໂລ​ຄິດ​ວ່າ​ພະ​ເຍຊູ​ໄດ້​ຕາຍ​ໄປ​ແລ້ວ. ເມື່ອ​ໄດ້​ຍິນ​ທີ່​ພະ​ເຍຊູ​ເວົ້າ ໂຊໂລ​ຕອບ​ຮັບ​ແນວ​ໃດ? ລາວ​ຍິນດີ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ລູກ​ສິດ​ຄົນ​ໜຶ່ງ​ຂອງ​ພະ​ເຍຊູ​ທີ່​ຊື່​ອານາເນຍ. ຄຳພີ​ໄບເບິນ​ບອກ​ວ່າ​ລາວ ‘ຢືນ​ຂຶ້ນ​ແລະ​ໄດ້​ຮັບ​ສິນ​ບັບເຕມາ.’ (ກິດຈະການ 9:17, 18; ຄາລາຊີ 1:14) ຕໍ່​ມາ​ລາວ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ​ອັກຄະສາວົກ​ໂປໂລ. ຂໍ​ສັງເກດ​ວ່າ​ທັນທີ​ທີ່​ລາວ​ຮູ້​ວ່າ​ພະ​ເຍຊູ​ເປັນ​ຜູ້​ທີ່​ພະເຈົ້າ​ໃຊ້​ມາ​ເພື່ອ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ສຳເລັດ ລາວ​ກໍ​ຮັບ​ບັບເຕມາ​ໂດຍ​ບໍ່​ລັງເລ.—ອ່ານ​ກິດຈະການ 22:12-16

11. (ກ) ອັນ​ໃດ​ເຮັດ​ໃຫ້​ນັກ​ສຶກສາ​ໃນ​ທຸກ​ມື້​ນີ້​ຕັດສິນ​ໃຈ​ຮັບ​ບັບເຕມາ? (ຂ) ເຮົາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ຄົນ​ຮັບ​ບັບເຕມາ?

11 ໃນ​ທຸກ​ມື້​ນີ້ ນັກ​ສຶກສາ​ຄຳພີ​ໄບເບິນ​ບໍ່​ວ່າ​ຈະ​ເປັນ​ເດັກ​ນ້ອຍ​ຫຼື​ຜູ້​ໃຫຍ່​ກໍ​ຄື​ກັນ. ເນື່ອງ​ຈາກ​ເຂົາ​ເຈົ້າ​ຮັກ​ແລະ​ເຊື່ອ​ໝັ້ນ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ ເຂົາ​ເຈົ້າ​ຈຶ່ງ​ຢາກ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. ທີ່​ຈິງ ຄຳ​ບັນລະຍາຍ​ຮັບ​ບັບເຕມາ​ທຸກ​ຄັ້ງ​ມັກ​ເປັນ​ເວລາ​ທີ່​ພິເສດ​ຂອງ​ການ​ປະຊຸມ​ໃຫຍ່. ພະຍານ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ເມື່ອ​ເຫັນ​ນັກ​ສຶກສາ​ຕອບ​ຮັບ​ຄວາມ​ຈິງ​ແລະ​ຕັດສິນ​ໃຈ​ຮັບ​ບັບເຕມາ. ພໍ່​ແມ່​ກໍ​ມີ​ຄວາມ​ສຸກ​ເມື່ອ​ລູກ​ຮັບ​ບັບເຕມາ. ໃນ​ປີ​ການ​ຮັບໃຊ້ 2017 ມີ​ຫຼາຍ​ກວ່າ 284.000 ຄົນ​ຮັບ​ບັບເຕມາ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ແລ້ວ. (ກິດຈະການ 13:48) ເຫັນ​ໄດ້​ແຈ້ງ​ວ່າ ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ການ​ຮັບ​ບັບເຕມາ​ເປັນ​ສິ່ງ​ທີ່​ຄລິດສະຕຽນ​ຕ້ອງ​ເຮັດ. ແຕ່​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຫຍັງ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ?

12. ນັກ​ສຶກສາ​ຕ້ອງ​ເຮັດ​ຫຍັງ​ກ່ອນ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້?

12 ກ່ອນ​ນັກ​ສຶກສາ​ຈະ​ຮັບ​ບັບເຕມາ​ໄດ້ ເຂົາ​ເຈົ້າ​ຕ້ອງ​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ ໃຈ​ປະສົງ​ຂອງ​ພະອົງ​ທີ່​ມີ​ຕໍ່​ມະນຸດ​ແລະ​ໂລກ ແລະ​ສິ່ງ​ທີ່​ພະອົງ​ໄດ້​ເຮັດ​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ລອດ. (1 ຕີໂມເຕ 2:3-6) ຈາກ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ພັດທະນາ​ຄວາມ​ເຊື່ອ​ເພື່ອ​ຈະ​ຊ່ວຍ​ໃຫ້​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ພະອົງ​ກຽດ​ຊັງ. (ກິດຈະການ 3:19) ນີ້​ເປັນ​ເລື່ອງ​ທີ່​ສຳຄັນ ເພາະ​ພະ​ເຢໂຫວາ​ຈະ​ບໍ່​ຍອມ​ຮັບ​ການ​ອຸທິດ​ຕົວ​ຂອງ​ຄົນ​ທີ່​ຍັງ​ເຮັດ​ສິ່ງ​ທີ່​ພະອົງ​ກຽດ​ຊັງ​ຢູ່. (1 ໂກລິນໂທ 6:9, 10) ແຕ່​ຍັງ​ມີ​ຫຼາຍ​ກວ່າ​ນັ້ນ​ອີກ ຄົນ​ທີ່​ຢາກ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ຕ້ອງ​ເຂົ້າ​ຮ່ວມ​ການ​ປະຊຸມ ການ​ປະກາດ​ຂ່າວ​ດີ ແລະ​ສອນ​ຄົນ​ອື່ນ​ຢູ່​ສະເໝີ. ຄົນ​ທີ່​ຢາກ​ຕິດ​ຕາມ​ພະ​ຄລິດ​ຕ້ອງ​ເຮັດ​ສິ່ງ​ເຫຼົ່າ​ນີ້. (ກິດຈະການ 1:8) ນັກ​ສຶກສາ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ເຫຼົ່າ​ນີ້​ທັງ​ໝົດ​ກ່ອນ. ຈາກ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຈະ​ສາມາດ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ​ສ່ວນ​ຕົວ​ແລະ​ຮັບ​ບັບເຕມາ​ໄດ້.

ຊ່ວຍ​ນັກ​ສຶກສາ​ໃຫ້​ມີ​ເປົ້າ​ໝາຍ​ທີ່​ຈະ​ຮັບ​ບັບເຕມາ

ເມື່ອ​ເຈົ້າ​ສອນ​ນັກ​ສຶກສາ ເຈົ້າ​ໄດ້​ຊອກ​ຫາ​ໂອກາດ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ບໍ​ວ່າ​ການ​ຮັບ​ບັບເຕມາ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ? (ເບິ່ງ​ຂໍ້ 13)

13. ເມື່ອ​ສອນ​ຄົນ​ອື່ນ ເປັນ​ຫຍັງ​ເຮົາ​ຕ້ອງ​ຄິດ​ສະເໝີ​ວ່າ​ການ​ຮັບ​ບັບເຕມາ​ເປັນ​ສິ່ງ​ທີ່​ຕ້ອງ​ເຮັດ?

13 ເມື່ອ​ເຮົາ​ຊ່ວຍ​ລູກ​ແລະ​ນັກ​ສຶກສາ​ໃຫ້​ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ຈຳເປັນ​ເຫຼົ່າ​ນັ້ນ ເຮົາ​ຕ້ອງ​ຄິດ​ສະເໝີ​ວ່າ​ຄົນ​ທີ່​ຢາກ​ເປັນ​ລູກ​ສິດ​ແທ້​ຂອງ​ພະ​ເຍຊູ​ຕ້ອງ​ຮັບ​ບັບເຕມາ. ຖ້າ​ເຮົາ​ຄິດ​ແບບ​ນີ້ ເຮົາ​ກໍ​ບໍ່​ຢ້ານ​ທີ່​ຈະ​ລົມ​ກັບ​ເຂົາ​ເຈົ້າ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງ​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ເຮົາ​ຢາກ​ໃຫ້​ລູກ​ແລະ​ນັກ​ສຶກສາ​ກ້າວ​ໜ້າ​ຕໍ່ໆໄປ​ຈົນ​ເຖິງ​ຂັ້ນ​ຮັບ​ບັບເຕມາ!

14. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ກົດ​ດັນ​ຄົນ​ອື່ນ​ໃຫ້​ຮັບ​ບັບເຕມາ?

14 ບໍ່​ຄວນ​ມີ​ໃຜ​ກົດ​ດັນ​ຫຼື​ບັງຄັບ​ລູກ​ແລະ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ. ພະ​ເຢໂຫວາ​ເອງ​ກໍ​ບໍ່​ໄດ້​ບັງຄັບ​ຜູ້​ໃດ​ໃຫ້​ມາ​ຮັບໃຊ້​ພະອົງ. (1 ໂຢຮັນ 4:8) ເມື່ອ​ເຮົາ​ສອນ​ຄົນ​ອື່ນ ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ພັດທະນາ​ສາຍ​ສຳພັນ​ເປັນ​ສ່ວນ​ຕົວ​ກັບ​ພະ​ເຢໂຫວາ​ສຳຄັນ​ຫຼາຍ​ສໍ່າ​ໃດ. ຖ້າ​ນັກ​ສຶກສາ​ເຫັນ​ຄຸນຄ່າ​ຄວາມ​ຈິງ​ທີ່​ໄດ້​ຮຽນ​ກ່ຽວ​ກັບ​ພະເຈົ້າ​ແລະ​ຕ້ອງການ​ແທ້ໆທີ່​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຄລິດສະຕຽນ​ແທ້​ຄວນ​ເຮັດ ນັ້ນ​ກໍ​ຈະ​ກະຕຸ້ນ​ລາວ​ໃຫ້​ຢາກ​ຮັບ​ບັບເຕມາ.—2 ໂກລິນໂທ 5:14, 15

15, 16. (ກ) ມີ​ການ​ກຳນົດ​ອາຍຸ​ຂອງ​ຄົນ​ທີ່​ຈະ​ຮັບ​ບັບເຕມາ​ບໍ? ຂໍ​ໃຫ້​ອະທິບາຍ (ຂ) ເປັນ​ຫຍັງ​ນັກ​ສຶກສາ​ຄຳພີ​ໄບເບິນ​ຕ້ອງ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ເຄີຍ​ຮັບ​ບັບເຕມາ​ໃນ​ສາສະໜາ​ອື່ນ​ມາ​ແລ້ວ?

15 ບໍ່​ມີ​ການ​ກຳນົດ​ອາຍຸ​ຄົນ​ທີ່​ຈະ​ຮັບ​ບັບເຕມາ. ແຕ່​ລະ​ຄົນ​ແຕກຕ່າງ​ກັນ ນັກ​ສຶກສາ​ບາງ​ຄົນ​ກໍ​ກ້າວ​ໜ້າ​ໄວ​ກວ່າ​ຄົນ​ອື່ນ. ມີ​ຫຼາຍ​ຄົນ​ຮັບ​ບັບເຕມາ​ຕັ້ງ​ແຕ່​ຍັງ​ນ້ອຍ​ແລະ​ເຂົາ​ເຈົ້າ​ກໍ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄວ້​ໄດ້​ເມື່ອ​ໃຫຍ່​ຂຶ້ນ. ແຕ່​ບາງ​ຄົນ​ກໍ​ຮຽນ​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລະ​ຮັບ​ບັບເຕມາ​ຕອນ​ທີ່​ອາຍຸ​ຫຼາຍ​ແລ້ວ ເຊິ່ງ​ບາງ​ຄົນ​ກໍ​ມີ​ອາຍຸ​ຫຼາຍ​ກວ່າ 100 ປີ!

16 ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ສຶກສາ​ຄຳພີ​ໄບເບິນ​ຖາມ​ຜູ້​ນຳ​ການ​ສຶກສາ​ວ່າ ຈຳເປັນ​ແທ້ໆບໍ​ທີ່​ລາວ​ຕ້ອງ​ຮັບ​ບັບເຕມາ​ອີກ ເພາະ​ລາວ​ເຄີຍ​ຮັບ​ບັບເຕມາ​ໃນ​ສາສະໜາ​ອື່ນ​ມາ​ແລ້ວ. ຜູ້​ນຳ​ການ​ສຶກສາ​ໃຫ້​ລາວ​ເບິ່ງ​ຄຳຕອບ​ຈາກ​ຄຳພີ​ໄບເບິນ. ເມື່ອ​ລາວ​ເຂົ້າ​ໃຈ​ວ່າ​ນີ້​ເປັນ​ຂໍ້​ຮຽກ​ຮ້ອງ​ຂອງ​ຄຳພີ​ໄບເບິນ ລາວ​ກໍ​ຮັບ​ບັບເຕມາ​ເຖິງ​ວ່າ​ຕອນ​ນັ້ນ​ລາວ​ຈະ​ອາຍຸ​ເກືອບ 80 ປີ​ແລ້ວ. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຕົວຢ່າງ​ນີ້? ພະ​ເຢໂຫວາ​ຈະ​ຍອມ​ຮັບ​ການ​ຮັບ​ບັບເຕມາ​ຂອງ​ເຮົາ​ກໍ​ຕໍ່​ເມື່ອ​ເຮົາ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະອົງ​ເທົ່າ​ນັ້ນ. ດັ່ງ​ນັ້ນ ເຖິງ​ວ່າ​ເຮົາ​ຈະ​ຮັບ​ບັບເຕມາ​ໃນ​ສາສະໜາ​ອື່ນ​ມາ​ແລ້ວ ເຮົາ​ກໍ​ຍັງ​ຕ້ອງ​ຮັບ​ບັບເຕມາ​ອີກ​ເພື່ອ​ຈະ​ເປັນ​ພະຍານ​ພະ​ເຢໂຫວາ.—ອ່ານ​ກິດຈະການ 19:3-5

17. ຄົນ​ທີ່​ຮັບ​ບັບເຕມາ​ຄວນ​ຄິດ​ຕຶກຕອງ​ເລື່ອງ​ຫຍັງ​ໃນ​ມື້​ທີ່​ລາວ​ຮັບ​ບັບເຕມາ?

17 ມື້​ທີ່​ຮັບ​ບັບເຕມາ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ ແລະ​ເປັນ​ເວລາ​ທີ່​ຄວນ​ຈະ​ຄິດ​ຕຶກຕອງ​ວ່າ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ໝາຍ​ເຖິງ​ຫຍັງ​ແດ່. ເພື່ອ​ທີ່​ເຮົາ​ຈະ​ສາມາດ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ທຸກ​ຢ່າງ​ຂອງ​ຄລິດສະຕຽນ​ແທ້​ໄດ້ ເຮົາ​ຈະ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ. ລູກ​ສິດ​ຂອງ​ພະ​ເຍຊູ​ຕ້ອງ “ມີ​ຊີວິດ​ຕໍ່​ໄປ​ບໍ່​ໃຊ່​ສຳລັບ​ຕົວ​ເອງ ແຕ່​ວ່າ​ສຳລັບ​ພະອົງ​ຜູ້​ໄດ້​ຕາຍ​ແລະ​ໄດ້​ເປັນ​ຄືນ​ມາ.”—2 ໂກລິນໂທ 5:15; ມັດທາຍ 16:24

18. ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

18 ຈາກ​ທີ່​ເຮົາ​ໄດ້​ຮຽນ​ໄປ​ແລ້ວ​ໃນ​ບົດ​ຄວາມ​ນີ້ ການ​ຕັດສິນ​ໃຈ​ທີ່​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ແທ້​ເປັນ​ເລື່ອງ​ທີ່​ຈິງ​ຈັງ​ຫຼາຍ. ນີ້​ເປັນ​ເຫດຜົນ​ທີ່​ແມ່​ຂອງ​ມາ​ເຣຍ​ໄດ້​ຖາມ​ຕົວ​ເອງ​ດັ່ງ​ທີ່​ໄດ້​ເວົ້າ​ໄປ​ແລ້ວ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ຄວາມ​ນີ້. ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ລູກ​ພ້ອມ​ແທ້ໆບໍ​ທີ່​ຈະ​ຮັບ​ບັບເຕມາ? ລູກ​ມີ​ຄວາມ​ຮູ້​ເລື່ອງ​ພະ​ເຢໂຫວາ​ຫຼາຍ​ພໍ​ແລ້ວ​ບໍ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ກັບ​ພະອົງ? ລູກ​ຄວນ​ໄດ້​ຮັບ​ການ​ສຶກສາ​ທີ່​ດີ​ແລະ​ມີ​ວຽກ​ດີໆເຮັດ​ກ່ອນ​ບໍ​ຈຶ່ງ​ຈະ​ຮັບ​ບັບເຕມາ? ຖ້າ​ລູກ​ເຮັດ​ຜິດ​ຮ້າຍແຮງ​ຫຼັງ​ຈາກ​ທີ່​ຮັບ​ບັບເຕມາ​ເດ​ຈະ​ເຮັດ​ແນວ​ໃດ?’ ເຮົາ​ຈະ​ພິຈາລະນາ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ ແລະ​ເຮົາ​ຈະ​ຮຽນ​ຮູ້​ວ່າ​ພໍ່​ແມ່​ຄລິດສະຕຽນ​ຈະ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ຕໍ່​ການ​ຮັບ​ບັບເຕມາ​ໄດ້​ແນວ​ໃດ.

^ ຂໍ້ 3 1 ເປໂຕ 3:21 (ລ.ມ.): “ເລື່ອງ​ນີ້​ທຽບ​ໄດ້​ກັບ​ການ​ຮັບ​ບັບເຕມາ ຕອນ​ນີ້ ການ​ຮັບ​ບັບເຕມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ເພາະ​ພວກ​ເຈົ້າ​ເຊື່ອ​ໃນ​ການ​ຟື້ນ​ຂຶ້ນ​ຈາກ​ຕາຍ​ຂອງ​ພະ​ເຍຊູ​ຄລິດ ການ​ຮັບ​ບັບເຕມາ​ບໍ່​ແມ່ນ​ການ​ຊຳຮະ​ຮ່າງກາຍ​ໃຫ້​ສະອາດ ແຕ່​ເປັນ​ການ​ຂໍ​ພະເຈົ້າ​ເພື່ອ​ຊ່ວຍ​ບໍ່​ໃຫ້​ມີ​ຫຍັງ​ມາ​ລົບກວນ​ຄວາມ​ຮູ້ສຶກ​ຜິດ​ຊອບ​ຊົ່ວ​ດີ”

ເມື່ອ​ນັກ​ສຶກສາ​ຄຳພີ​ໄບເບິນ​ເຫັນ​ຄຸນຄ່າ​ຄວາມ​ຈິງ​ທີ່​ໄດ້​ຮຽນ ເຂົາ​ເຈົ້າ​ກໍ​ຈະ​ຢາກ​ຮັບ​ບັບເຕມາ