ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົ່ງ​ຟັງ​ຄຳ​ສັ່ງ​ສອນ​ເພື່ອ​ຈະ​ໄດ້​ເປັນ​ຄົນ​ປັນຍາ

ຈົ່ງ​ຟັງ​ຄຳ​ສັ່ງ​ສອນ​ເພື່ອ​ຈະ​ໄດ້​ເປັນ​ຄົນ​ປັນຍາ

“ລູກ​ຊາຍ​ທັງ​ຫຼາຍ​ເອີຍ . . . ຈົ່ງ​ຟັງ​ຄຳ​ສັ່ງ​ສອນ​ແລະ​ຈົ່ງ​ເປັນ​ຄົນ​ປັນຍາ.”—ສຸພາສິດ 8:32, 33

ເພງ: 56, 89

1. ເຮົາ​ຈະ​ໄດ້​ຮັບ​ສະຕິ​ປັນຍາ​ໄດ້​ແນວ​ໃດ ແລະ​ມັນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

ສະຕິ​ປັນຍາ​ມາ​ຈາກ​ພະ​ເຢໂຫວາ​ແລະ​ພະອົງ​ກໍ​ໃຫ້​ສະຕິ​ປັນຍາ​ກັບ​ຄົນ​ອື່ນ​ຢ່າງ​ໃຈ​ກວ້າງ. ໃນ​ຢາໂກໂບ 1:5 (ລ.ມ.) ບອກ​ວ່າ: “ຖ້າ​ຜູ້​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະຕິ​ປັນຍາ ໃຫ້​ເຂົາ​ພະຍາຍາມ​ຂໍ​ຈາກ​ພະເຈົ້າ​ຕໍ່ໆໄປ ແລ້ວ​ເຂົາ​ຈະ​ໄດ້​ຮັບ​ຈາກ​ພະອົງ ເພາະ​ພະເຈົ້າ​ເຕັມ​ໃຈ​ໃຫ້​ທຸກ​ຄົນ​ຢ່າງ​ໃຈ​ກວ້າງ​ແລະ​ບໍ່​ເຄີຍ​ຕໍ່​ວ່າ.” ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໄດ້​ຮັບ​ສະຕິ​ປັນຍາ​ຄື ຍອມ​ຮັບ​ເອົາ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ປົກ​ປ້ອງ​ເຮົາ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ຜິດ​ແລະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ​ຕໍ່ໆໄປ. (ສຸພາສິດ 2:10-12) ສິ່ງ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ຊີວິດ​ຕະຫຼອດ​ໄປ​ເຊິ່ງ​ເປັນ​ຄວາມ​ຫວັງ​ທີ່​ດີ​ເລີດ​ແທ້ໆ.—ຢູເດ 21

2. ເຮົາ​ຈະ​ເຫັນ​ຄຸນຄ່າ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

2 ເນື່ອງ​ຈາກ​ເຮົາ​ບໍ່​ສົມບູນ​ແບບ​ຫຼື​ຍ້ອນ​ວິທີ​ທີ່​ເຮົາ​ຖືກ​ລ້ຽງ​ມາ ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຍອມ​ຮັບ​ເອົາ​ການ​ສັ່ງ​ສອນ ຫຼື​ເບິ່ງ​ວ່າ​ການ​ຖືກ​ສັ່ງ​ສອນ​ເປັນ​ສິ່ງ​ທີ່​ດີ. ແຕ່​ເມື່ອ​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສັ່ງ​ສອນ​ຂອງ​ພະເຈົ້າ ເຮົາ​ກໍ​ຮູ້​ວ່າ​ພະອົງ​ຮັກ​ເຮົາ​ຫຼາຍ​ສໍ່າ​ໃດ. ໃນ​ສຸພາສິດ 3:11, 12 ບອກ​ວ່າ: “ລູກ​ຊາຍ​ເອີຍ ຢ່າ​ປະໝາດ​ຄຳ​ສອນ​ແຕ່​ພະ​ເຢໂຫວາ . . . ເຫດ​ວ່າ​ພະ​ເຢໂຫວາ​ຮັກ​ຜູ້​ໃດ​ພະອົງ​ຕີ​ສອນ​ຜູ້​ນັ້ນ.” ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ເຮົາ. (ອ່ານ​ເຫບເລີ 12:5-11) ເນື່ອງ​ຈາກ​ພະເຈົ້າ​ຮູ້ຈັກ​ເຮົາ​ດີ ການ​ສັ່ງ​ສອນ​ຂອງ​ພະອົງ​ຈຶ່ງ​ເໝາະ​ສົມ​ແລະ​ຈຳເປັນ​ສຳລັບ​ເຮົາ​ສະເໝີ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ພິຈາລະນາ​ກ່ຽວ​ກັບ​ການ​ສັ່ງ​ສອນ 4 ແງ່​ມຸມ​ຄື: (1) ການ​ສອນ​ຕົວ​ເອງ (2) ພໍ່​ແມ່​ສັ່ງ​ສອນ​ລູກ (3) ການ​ສັ່ງ​ສອນ​ໃນ​ປະຊາຄົມ ແລະ (4) ສິ່ງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ​ກວ່າ​ການ​ຖືກ​ສັ່ງ​ສອນ.

ເປັນ​ຫຍັງ​ການ​ສອນ​ຕົວ​ເອງ​ຈຶ່ງ​ເປັນ​ເລື່ອງ​ທີ່​ສະຫຼາດ?

3. ລູກ​ຈະ​ຝຶກ​ສອນ​ຕົວ​ເອງ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

3 ການ​ສອນ​ຕົວ​ເອງ​ໝາຍ​ເຖິງ ການ​ຄວບຄຸມ​ສິ່ງ​ທີ່​ເຮົາ​ຄິດ​ແລະ​ເຮັດ​ເພື່ອ​ຈະ​ປັບ​ປຸງ​ຕົວ​ເອງ​ໃຫ້​ດີ​ຂຶ້ນ. ເຮົາ​ບໍ່​ໄດ້​ເກີດ​ມາ​ພ້ອມ​ກັບ​ການ​ຄວບຄຸມ​ຕົວ​ເອງ​ແລະ​ການ​ສອນ​ຕົວ​ເອງ ແຕ່​ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເຮັດ​ແບບ​ນັ້ນ. ຕົວຢ່າງ: ເມື່ອ​ລູກ​ໄດ້​ຮຽນ​ຂີ່​ລົດ​ຖີບ ພໍ່​ແມ່​ກໍ​ຈະ​ຊ່ວຍ​ຈັບ​ລົດ​ຖີບ​ໄປ​ນຳ​ເພື່ອ​ຈະ​ບໍ່​ໃຫ້​ລູກ​ລົ້ມ ເມື່ອ​ລູກ​ເລີ່ມ​ຄຶງ​ລົດ​ໄດ້ ພໍ່​ແມ່​ກໍ​ຈະ​ເລີ່ມ​ປ່ອຍ​ເທື່ອ​ລະ​ໜ້ອຍ ແລະ​ເມື່ອ​ພໍ່​ແມ່​ໝັ້ນ​ໃຈ​ວ່າ​ລູກ​ສາມາດ​ຖີບ​ລົດ​ໄດ້​ແລ້ວ ພໍ່​ແມ່​ຈຶ່ງ​ບໍ່​ຊ່ວຍ​ລູກ​ອີກ​ຕໍ່​ໄປ. ຄ້າຍ​ຄື​ກັນ ຕອນ​ທີ່​ພໍ່​ແມ່​ຊ່ວຍ​ລູກ​ແລະ​ອົດ​ທົນ​ຝຶກ​ສອນ​ລູກ ‘ດ້ວຍ​ການ​ຕີ​ສອນ​ແລະ​ຄຳ​ເຕືອນ​ສະຕິ​ຂອງ​ພະ​ເຢໂຫວາ’ ເຂົາ​ເຈົ້າ​ກໍ​ກຳລັງ​ຊ່ວຍ​ລູກ​ໃຫ້​ສອນ​ຕົວ​ເອງ ຄວບຄຸມ​ຕົວ​ເອງ​ໄດ້ ແລະ​ມີ​ສະຕິ​ປັນຍາ.—ເອເຟດ 6:4

4, 5. (ກ) ເປັນ​ຫຍັງ​ການ​ສອນ​ຕົວ​ເອງ​ຈຶ່ງ​ເປັນ​ສ່ວນ​ສຳຄັນ​ຂອງ “ລັກສະນະ​ນິດໄສ​ໃໝ່”? (ຂ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ໝົດ​ກຳລັງ​ໃຈ​ເຖິງ​ວ່າ​ເຮົາ​ເຮັດ​ຜິດ?

4 ຄື​ກັນ​ກັບ​ຄົນ​ທີ່​ໄດ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ຕອນ​ໃຫຍ່​ແລ້ວ ເຖິງ​ວ່າ​ເຂົາ​ເຈົ້າ​ອາດ​ສອນ​ຕົວ​ເອງ​ແລະ​ຄວບຄຸມ​ຕົວ​ເອງ​ໄດ້ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ໄດ້​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່. ເມື່ອ​ເຂົາ​ເຈົ້າ​ເລີ່ມ​ສວມ “ລັກສະນະ​ນິດໄສ​ໃໝ່” ແລະ​ພະຍາຍາມ​ເປັນ​ຄື​ກັບ​ພະ​ຄລິດ​ກໍ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຫຼາຍ​ຂຶ້ນ. (ເອເຟດ 4:23, 24) ການ​ສອນ​ຕົວ​ເອງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ “ປະຕິເສດ​ຄວາມ​ປະໝາດ​ເສຍ​ແລະ​ຄວາມ​ຄຶດ​ຢາກ​ໄດ້​ສິ່ງ​ຂອງ​ໂລກ ໃຫ້​ລ້ຽງ​ຊີວິດ​ດ້ວຍ​ສະຕິ​ອັນ​ດີ ແລະ​ຄວາມ​ຊອບທຳ ແລະ​ຄວາມ​ນັບຖື​ພະເຈົ້າ.”—ຕິໂຕ 2:12

5 ແນວ​ໃດ​ກໍ​ຕາມ ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ. (ຜູ້​ເທສະໜາ​ປ່າວ​ປະກາດ 7:20) ເມື່ອ​ເຮົາ​ເຮັດ​ຜິດ​ພາດ ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ໄດ້​ຄວບຄຸມ​ຕົວ​ເອງ​ແລະ​ບໍ່​ໄດ້​ສອນ​ຕົວ​ເອງ ຫຼື​ບໍ່​ໄດ້​ເຮັດ​ຫຍັງ​ເລີຍ​ບໍ? ບໍ່​ສະເໝີ​ໄປ. ໃນ​ສຸພາສິດ 24:16 ບອກ​ວ່າ: ‘ເຫດ​ວ່າ​ຄົນ​ຊອບທຳ​ລົ້ມ​ລົງ 7 ເທື່ອ​ແລະ​ຈະ​ລຸກ​ຂຶ້ນ​ໄດ້​ອີກ’. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້ ‘ລຸກ​ຂຶ້ນ​ໄດ້​ອີກ’? ບໍ່​ແມ່ນ​ກຳລັງ​ຂອງ​ເຮົາ​ເອງ ແຕ່​ເປັນ​ພະລັງ​ຂອງ​ພະເຈົ້າ. (ອ່ານ​ຟີລິບ 4:13) ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ກໍ​ຄື​ການ​ຄວບຄຸມ​ຕົວ​ເອງ.

6. ເຮົາ​ຈະ​ມີ​ນິດໄສ​ການ​ສຶກສາ​ສ່ວນ​ຕົວ​ທີ່​ດີ​ຂຶ້ນ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

6 ການ​ອະທິດຖານ ການ​ສຶກສາ​ຄຳພີ​ໄບເບິນ ແລະ​ການ​ຄິດ​ຕຶກຕອງ​ຈະ​ຊ່ວຍ​ເຮົາ​ໃຫ້​ສອນ​ຕົວ​ເອງ​ແລະ​ຄວບຄຸມ​ຕົວ​ເອງ​ໄດ້​ດີ​ຂຶ້ນ. ແຕ່​ຖ້າ​ການ​ສຶກສາ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ທີ່​ຍາກ​ສຳລັບ​ເຈົ້າ​ຫຼື​ເຈົ້າ​ບໍ່​ມັກ​ການ​ສຶກສາ​ສ່ວນ​ຕົວ​ເດ? ຢ່າ​ຟ້າວ​ໝົດ​ກຳລັງ​ໃຈ. ຖ້າ​ເຈົ້າ​ໃຫ້​ພະ​ເຢໂຫວາ​ຊ່ວຍ ພະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້ສຶກ “ປາຖະໜາ” ພະ​ຄຳ​ຂອງ​ພະອົງ. (1 ເປໂຕ 2:2) ທຳອິດ​ເຈົ້າ​ຕ້ອງ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ບັງຄັບ​ຕົວ​ເອງ​ໃຫ້​ສຶກສາ​ຄຳພີ​ໄບເບິນ. ບາງ​ທີ​ເຈົ້າ​ອາດ​ເລີ່ມ​ຈາກ​ສຶກສາ​ໂດຍ​ໃຊ້​ເວລາ​ສັ້ນໆໃນ​ແຕ່​ລະ​ເທື່ອ. ເມື່ອ​ເວລາ​ຜ່ານ​ໄປ ເຈົ້າ​ຈະ​ຄ່ອຍໆຮູ້ສຶກ​ວ່າ​ການ​ສຶກສາ​ສ່ວນ​ຕົວ​ເປັນ​ເລື່ອງ​ທີ່​ເຮັດ​ໄດ້​ງ່າຍ​ຂຶ້ນ​ແລະ​ເຈົ້າ​ກໍ​ຈະ​ມ່ວນ​ກັບ​ການ​ສຶກສາ​ຫຼາຍ​ຂຶ້ນ. ເຈົ້າ​ຈະ​ຮູ້ສຶກ​ມັກ​ຊ່ວງ​ເວລາ​ທີ່​ສະຫງົບ​ທີ່​ເຈົ້າ​ໃຊ້​ເພື່ອ​ຄິດ​ຕຶກຕອງ​ຄວາມ​ຄິດ​ທີ່​ມີ​ຄ່າ​ຂອງ​ພະ​ເຢໂຫວາ.—1 ຕີໂມເຕ 4:15

7. ການ​ສອນ​ຕົວ​ເອງ​ຊ່ວຍ​ເຮົາ​ໃຫ້​ໄປ​ເຖິງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ?

7 ການ​ສອນ​ຕົວ​ເອງ​ຊ່ວຍ​ເຮົາ​ໃຫ້​ໄປ​ເຖິງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຕົວຢ່າງ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ຄອບຄົວ​ແລ້ວ ຮູ້ສຶກ​ວ່າ​ລາວ​ບໍ່​ຄ່ອຍ​ມີ​ຄວາມ​ກະຕືລືລົ້ນ​ຄື​ເກົ່າ ລາວ​ຈຶ່ງ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເປັນ​ໄພໂອເນຍ​ປະຈຳ. ການ​ສອນ​ຕົວ​ເອງ​ແລະ​ການ​ຄວບຄຸມ​ຕົວ​ເອງ​ຊ່ວຍ​ລາວ​ແນວ​ໃດ? ລາວ​ອ່ານ​ບົດ​ຄວາມ​ກ່ຽວ​ກັບ​ໄພໂອເນຍ​ໃນ​ວາລະສານ​ຕ່າງໆແລະ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ລາວ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເມື່ອ​ມີ​ໂອກາດ​ລາວ​ຍັງ​ສະໝັກ​ເປັນ​ໄພໂອເນຍ​ສົມທົບ​ນຳ​ອີກ. ລາວ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ມາ​ຂັດ​ຂວາງ​ລາວ ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ​ລາວ​ມຸ່ງ​ເຮັດ​ຕາມ​ເປົ້າ​ໝາຍ​ຂອງ​ຕົວ​ເອງ​ຕໍ່​ໄປ. ໃນ​ທີ່​ສຸດ ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ​ໄດ້​ສຳເລັດ.

ລ້ຽງ​ລູກ​ດ້ວຍ​ຄຳ​ສອນ​ຂອງ​ພະ​ເຢໂຫວາ

ຕອນ​ທີ່​ລູກ​ເກີດ​ມາ ລູກ​ກໍ​ບໍ່​ໄດ້​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ໃນ​ທັນທີ ດັ່ງ​ນັ້ນ ລູກ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ສອນ (ເບິ່ງ​ຂໍ້ 8)

8-10. ອັນ​ໃດ​ຈະ​ຊ່ວຍ​ພໍ່​ແມ່​ໃຫ້​ປະສົບ​ຜົນ​ສຳເລັດ​ໃນ​ການ​ລ້ຽງ​ລູກ​ໃຫ້​ຮັບໃຊ້​ພະ​ເຢໂຫວາ? ຂໍ​ໃຫ້​ຍົກ​ຕົວຢ່າງ

8 ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ພໍ່​ແມ່​ມີ​ໜ້າ​ທີ່​ລ້ຽງ​ລູກ ‘ດ້ວຍ​ການ​ຕີ​ສອນ​ແລະ​ຄຳ​ເຕືອນ​ສະຕິ​ຂອງ​ພະ​ເຢໂຫວາ.’ (ເອເຟດ 6:4) ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ​ທີ່​ຈະ​ເຮັດ​ແບບ​ນັ້ນ​ໃນ​ໂລກ​ທຸກ​ມື້​ນີ້. (2 ຕີໂມເຕ 3:1-5) ຕອນ​ທີ່​ລູກ​ເກີດ​ມາ ລູກ​ກໍ​ບໍ່​ໄດ້​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ໃນ​ທັນທີ ແລະ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ລູກ​ກໍ​ຍັງ​ບໍ່​ໄດ້​ຖືກ​ຝຶກ. ດັ່ງ​ນັ້ນ ລູກ​ຈຳເປັນ​ຕ້ອງ​ຖືກ​ສັ່ງ​ສອນ​ເພື່ອ​ຈະ​ຝຶກ​ໃຊ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ໃນ​ແບບ​ທີ່​ຖືກຕ້ອງ. (ໂລມ 2:14, 15) ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ອະທິບາຍ​ວ່າ: ຄຳ​ພາສາ​ເກັຣກ​ທີ່​ແປ​ວ່າ “ການ​ສັ່ງ​ສອນ” ອາດ​ໝາຍ​ເຖິງ “ການ​ພັດທະນາ​ເດັກ​ນ້ອຍ” ຫຼື​ການ​ລ້ຽງ​ເດັກ​ນ້ອຍ​ຄົນ​ໜຶ່ງ​ໃຫ້​ເປັນ​ຜູ້​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ.

9 ເມື່ອ​ພໍ່​ແມ່​ສັ່ງ​ສອນ​ລູກ​ດ້ວຍ​ຄວາມ​ຮັກ ລູກ​ກໍ​ຈະ​ຮູ້ສຶກ​ປອດໄພ. ລູກ​ຈະ​ຮູ້​ວ່າ ເຖິງ​ຈະ​ມີ​ອິດ​ສະຫຼະ​ແຕ່​ກໍ​ຕ້ອງ​ມີ​ຂອບ​ເຂດ​ແລະ​ທຸກ​ຢ່າງ​ທີ່​ລູກ​ເຮັດ​ກໍ​ຈະ​ມີ​ຜົນ​ຕາມ​ມາ. ດັ່ງ​ນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ພໍ່​ແມ່​ຄລິດສະຕຽນ​ຈະ​ຕ້ອງ​ເພິ່ງ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໃນ​ການ​ລ້ຽງ​ລູກ​ຂອງ​ເຂົາ​ເຈົ້າ. ແຕ່​ລະ​ປະເທດ​ແລະ​ແຕ່​ລະ​ຍຸກ​ສະໄໝ​ມີ​ແນວ​ຄິດ​ເລື່ອງ​ການ​ລ້ຽງ​ລູກ​ບໍ່​ຄື​ກັນ. ແນວ​ໃດ​ກໍ​ຕາມ ພໍ່​ແມ່​ທີ່​ເຊື່ອ​ຟັງ​ພະເຈົ້າ​ຈະ​ບໍ່​ຄິດ​ເອົາ​ເອງ​ວ່າ​ລູກ​ຄວນ​ເຮັດ​ແນວ​ໃດ ຫຼື​ເພິ່ງ​ປະສົບການ ຫຼື​ຄວາມ​ຄິດ​ຂອງ​ມະນຸດ.

10 ເຮົາ​ໄດ້​ບົດຮຽນ​ຈາກ​ຕົວຢ່າງ​ຂອງ​ໂນເອ​ຕອນ​ທີ່​ພະ​ເຢໂຫວາ​ບອກ​ລາວ​ໃຫ້​ສ້າງ​ເຮືອ ລາວ​ເພິ່ງ​ພະ​ເຢໂຫວາ​ແລະ ‘ກະທຳ​ຕາມ​ທຸກ​ສິ່ງ’ ທີ່​ພະ​ເຢໂຫວາ​ບອກ. (ຕົ້ນເດີມ 6:22) ຜົນ​ເປັນ​ແນວ​ໃດ? ເຮືອ​ທີ່​ໂນເອ​ສ້າງ​ຊ່ວຍ​ຊີວິດ​ລາວ​ແລະ​ຄອບຄົວ​ໃຫ້​ລອດ! ໂນເອ​ຍັງ​ເປັນ​ພໍ່​ທີ່​ປະສົບ​ຜົນ​ສຳເລັດ ຍ້ອນ​ຫຍັງ? ຍ້ອນ​ວ່າ​ລາວ​ເພິ່ງ​ສະຕິ​ປັນຍາ​ຂອງ​ພະເຈົ້າ ລາວ​ຈຶ່ງ​ສາມາດ​ສອນ​ລູກ​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ​ໄດ້. ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ​ທີ່​ຈະ​ເຮັດ​ແບບ​ນັ້ນ​ໃນ​ສະໄໝ​ກ່ອນ​ນໍ້າ​ຖ້ວມ​ໂລກ​ເຊິ່ງ​ຕອນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ.—ຕົ້ນເດີມ 6:5

11. ເປັນ​ຫຍັງ​ພໍ່​ແມ່​ຕ້ອງ​ພະຍາຍາມ​ຢ່າງ​ເຕັມທີ​ເພື່ອ​ຈະ​ສອນ​ລູກ?

11 ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ຈະ ‘ກະທຳ​ຕາມ​ທຸກ​ສິ່ງ’ ທີ່​ພະ​ເຢໂຫວາ​ບອກ​ໄດ້​ແນວ​ໃດ? ເຈົ້າ​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ. ພະອົງ​ໄດ້​ໃຫ້​ຄຳ​ແນະນຳ​ຜ່ານ​ທາງ​ຄຳພີ​ໄບເບິນ​ແລະ​ອົງການ​ຂອງ​ພະອົງ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ລ້ຽງ​ລູກ​ຢ່າງ​ປະສົບ​ຜົນ​ສຳເລັດ ແລະ​ເຈົ້າ​ກໍ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. ເມື່ອ​ເວລາ​ຜ່ານ​ໄປ ລູກ​ຈະ​ຮູ້ສຶກ​ເຫັນ​ຄຸນຄ່າ​ທີ່​ເຈົ້າ​ໄດ້​ເຮັດ​ແບບ​ນັ້ນ! ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຂຽນ​ວ່າ: “ຂ້ອຍ​ຮູ້ສຶກ​ຂອບໃຈ​ທີ່​ພໍ່​ແມ່​ລ້ຽງ​ຂ້ອຍ​ມາ​ແບບ​ນີ້. ພໍ່​ແມ່​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ສອນ​ແບບ​ທີ່​ເຂົ້າ​ເຖິງ​ຫົວໃຈ​ຂ້ອຍ.” ລາວ​ບອກ​ວ່າ​ພໍ່​ແມ່​ເປັນ​ຄົນ​ຊ່ວຍ​ລາວ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ. ແນ່ນອນ ເຖິງ​ວ່າ​ພໍ່​ແມ່​ຈະ​ພະ​ຍາມ​ຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ສອນ​ລູກ ແຕ່​ລູກ​ກໍ​ອາດ​ຖິ້ມ​ພະ​ເຢໂຫວາ​ໄດ້. ແຕ່​ພໍ່​ແມ່​ທີ່​ເຮັດ​ສຸດ​ຄວາມ​ສາມາດ​ຈະ​ບໍ່​ຮູ້ສຶກ​ຜິດ​ຕໍ່​ພະ​ເຢໂຫວາ ແລະ​ເຂົາ​ເຈົ້າ​ຍັງ​ມີ​ຄວາມ​ຫວັງ​ວ່າ​ມື້​ໜຶ່ງ​ລູກ​ຈະ​ກັບ​ມາ​ຫາ​ພະອົງ.

12, 13. (ກ) ຖ້າ​ລູກ​ຖືກ​ຕັດ​ສຳພັນ ພໍ່​ແມ່​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຊື່ອ​ຟັງ​ພະເຈົ້າ​ໄດ້​ແນວ​ໃດ? (ຂ) ຄອບຄົວ​ໜຶ່ງ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ທີ່​ພໍ່​ແມ່​ເຊື່ອ​ຟັງ​ພະ​ເຢໂຫວາ?

12 ສຳລັບ​ພໍ່​ແມ່​ບາງ​ຄົນ ການ​ທົດ​ສອບ​ໜຶ່ງ​ທີ່​ຍາກ​ທີ່​ສຸດ​ໃນ​ເລື່ອງ​ການ​ເຊື່ອ​ຟັງ​ກໍ​ຄື​ຕອນ​ທີ່​ລູກ​ຖືກ​ຕັດ​ສຳພັນ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ມີ​ລູກ​ສາວ​ທີ່​ຖືກ​ຕັດ​ສຳພັນ​ແລະ​ອອກ​ຈາກ​ເຮືອນ​ໄປ ລາວ​ຍອມ​ຮັບ​ວ່າ: “ຕອນ​ທີ່​ຂ້ອຍ​ອ່ານ​ປຶ້ມ​ຂອງ​ອົງການ ຂ້ອຍ​ພະຍາຍາມ​ຫາ​ຊ່ອງ​ຫວ່າງ​ເພື່ອ​ທີ່​ຈະ​ໄປ​ຫາ​ລູກ​ສາວ​ກັບ​ຫຼານ​ສາວ​ຂອງ​ຂ້ອຍ​ໃຫ້​ໄດ້.” ຜົວ​ຂອງ​ລາວ​ພະຍາຍາມ​ຊ່ວຍ​ລາວ​ໃຫ້​ເຫັນ​ວ່າ​ບໍ່​ແມ່ນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຕ້ອງ​ຊ່ວຍ​ລູກ ແຕ່​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ເຮັດ​ກໍ​ຄື​ພັກດີ​ຕໍ່​ພະ​ເຢໂຫວາ.

13 ຫຼາຍ​ປີ​ຕໍ່​ມາ ລູກ​ສາວ​ກໍ​ໄດ້​ຖືກ​ຮັບ​ກັບ​ຄືນ​ມາ. ແມ່​ເວົ້າ​ວ່າ: “ຕອນ​ນີ້​ລູກ​ໂທ​ຫາ​ຂ້ອຍ​ເກືອບ​ທຸກ​ມື້! ລູກ​ນັບຖື​ເຮົາ​ສອງ​ຄົນ​ຫຼາຍ​ເພາະ​ຮູ້​ວ່າ​ເຮົາ​ເຊື່ອ​ຟັງ​ພະເຈົ້າ. ພວກ​ເຮົາ​ມີ​ຄວາມ​ສຸກ​ແລະ​ສະໜິດ​ກັນ​ຫຼາຍ​ຂຶ້ນ​ແທ້ໆ.” ຖ້າ​ລູກ​ຂອງ​ເຈົ້າ​ຖືກ​ຕັດ​ສຳພັນ ເຈົ້າ​ຈະ ‘ປົງ​ໃຈ​ໃນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ’ ບໍ? ເຈົ້າ​ຈະ​ສະແດງ​ໃຫ້​ພະອົງ​ເຫັນ​ບໍ​ວ່າ​ເຈົ້າ ‘ບໍ່​ວາງໃຈ​ໃນ​ສະຕິ​ປັນຍາ​ຂອງ​ເຈົ້າ’? (ສຸພາສິດ 3:5, 6) ຂໍ​ໃຫ້​ຈື່​ໄວ້​ວ່າ ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ພະອົງ​ຮັກ​ເຮົາ​ແລະ​ພະອົງ​ມີ​ສະຕິ​ປັນຍາ​ຫຼາຍ​ສໍ່າ​ໃດ. ຢ່າ​ລືມ​ວ່າ​ພະອົງ​ໃຫ້​ລູກ​ຊາຍ​ຂອງ​ພະອົງ​ເພື່ອ​ເຮົາ​ທຸກ​ຄົນ ເຊິ່ງ​ລວມ​ເຖິງ​ລູກ​ຊາຍ​ແລະ​ລູກ​ສາວ​ຂອງ​ເຈົ້າ​ນຳ. ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ໄດ້​ຊີວິດ​ຕະຫຼອດ​ໄປ. (ອ່ານ 2 ເປໂຕ 3:9) ດັ່ງ​ນັ້ນ ພໍ່​ແມ່​ທັງ​ຫຼາຍ ເຖິງ​ວ່າ​ຕອນ​ທີ່​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຮູ້ສຶກ​ເຈັບ​ປວດ ແຕ່​ຂໍ​ໃຫ້​ເຈົ້າ​ໄວ້​ໃຈ​ຕໍ່ໆໄປ​ວ່າ​ການ​ສັ່ງ​ສອນ​ແລະ​ຄຳ​ແນະນຳ​ຂອງ​ພະອົງ​ຖືກຕ້ອງ​ສະເໝີ. ຂໍ​ໃຫ້​ເຈົ້າ​ເຊື່ອ​ຟັງ​ການ​ສັ່ງ​ສອນ​ຂອງ​ພະອົງ​ແລະ​ຢ່າ​ຕໍ່​ຕ້ານ.

ໃນ​ປະຊາຄົມ

14. ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ຜ່ານ​ທາງ “ຄົນ​ຮັບໃຊ້​ທີ່​ສັດ​ຊື່” ໄດ້​ແນວ​ໃດ?

14 ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ເບິ່ງ​ແຍງ ປົກ​ປ້ອງ ແລະ​ສອນ​ພີ່​ນ້ອງ​ໃນ​ປະຊາຄົມ​ຄລິດສະຕຽນ. ພະອົງ​ເຮັດ​ແບບ​ນັ້ນ​ຫຼາຍ​ວິທີ ເຊັ່ນ: ພະອົງ​ມອບ​ໝາຍ​ໃຫ້ “ຄົນ​ຮັບໃຊ້​ທີ່​ສັດ​ຊື່” ແຈກ​ຢາຍ​ອາຫານ​ທີ່​ເສີມ​ຄວາມ​ເຊື່ອ​ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮັກສາ​ຄວາມ​ສັດ​ຊື່. (ລືກາ 12:42, ລ.ມ.) “ຄົນ​ຮັບໃຊ້” ນັ້ນ​ໄດ້​ຈັດ​ໃຫ້​ມີ​ຄຳ​ແນະນຳ​ແລະ​ການ​ສັ່ງ​ສອນ​ທີ່​ເປັນ​ປະໂຫຍດ​ຫຼາຍ​ສຳລັບ​ເຮົາ. ບາງ​ເທື່ອ​ເຈົ້າ​ອາດ​ຄິດ​ເຖິງ​ຄຳ​ບັນລະຍາຍ​ທີ່​ເຄີຍ​ໄດ້​ຟັງ​ຫຼື​ບົດ​ຄວາມ​ທີ່​ເຄີຍ​ໄດ້​ອ່ານ​ເຊິ່ງ​ຊ່ວຍ​ເຈົ້າ​ໃຫ້​ປ່ຽນ​ຄວາມ​ຄິດ​ແລະ​ການ​ກະທຳ. ຖ້າ​ເຈົ້າ​ປັບ​ປຸງ​ຕົວ​ເອງ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ ເພາະ​ນັ້ນ​ສະແດງ​ວ່າ​ເຈົ້າ​ກຳລັງ​ຍອມ​ໃຫ້​ພະ​ເຢໂຫວາ​ສັ່ງ​ສອນ​ເຈົ້າ.—ສຸພາສິດ 2:1-5

15, 16. (ກ) ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ທີ່​ຜູ້​ເຖົ້າ​ແກ່​ເຮັດ​ໄດ້​ແນວ​ໃດ? (ຂ) ເຮົາ​ຈະ​ເຮັດ​ໃຫ້​ຜູ້​ເຖົ້າ​ແກ່​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ການ​ເຮັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

15 ພະ​ເຍຊູ​ຄລິດ​ຍັງ​ຈັດ​ໃຫ້​ມີ​ຜູ້​ເຖົ້າ​ແກ່​ເພື່ອ​ເອົາໃຈໃສ່​ປະຊາຄົມ​ດ້ວຍ​ຄວາມ​ຮັກ. ຄຳພີ​ໄບເບິນ​ເອີ້ນ​ພີ່​ນ້ອງ​ເຫຼົ່າ​ນີ້​ວ່າ: “ຂອງ​ຂວັນ​ທີ່​ເປັນ​ມະນຸດ.” (ເອເຟດ 4:8, 11-13, ລ.ມ.) ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ທີ່​ຜູ້​ເຖົ້າ​ແກ່​ເຮັດ​ໄດ້​ແນວ​ໃດ? ເຮົາ​ສາມາດ​ຮຽນ​ແບບ​ຄວາມ​ເຊື່ອ​ແລະ​ຕົວຢ່າງ​ທີ່​ດີ​ຂອງ​ເຂົາ​ເຈົ້າ ແລະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເຂົາ​ເຈົ້າ​ທີ່​ມາ​ຈາກ​ຄຳພີ​ໄບເບິນ. (ອ່ານ​ເຫບເລີ 13:7, 17) ຜູ້​ເຖົ້າ​ແກ່​ຮັກ​ເຮົາ​ແລະ​ຢາກ​ໃຫ້​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຖ້າ​ເຂົາ​ເຈົ້າ​ສັງເກດ​ວ່າ​ເຮົາ​ບໍ່​ໄປ​ປະຊຸມ​ຫຼື​ບໍ່​ມີ​ຄວາມ​ກະຕືລືລົ້ນ ເຂົາ​ເຈົ້າ​ກໍ​ຈະ​ຊ່ວຍ​ເຮົາ​ທັນທີ. ເຂົາ​ເຈົ້າ​ເຕັມ​ໃຈ​ຟັງ​ເຮົາ​ແລະ​ກໍ​ໃຫ້​ກຳລັງ​ໃຈ​ເຮົາ​ດ້ວຍ​ຄວາມ​ຮັກ ແລະ​ຍັງ​ໃຫ້​ຄຳ​ແນະນຳ​ທີ່​ເໝາະ​ສົມ​ຈາກ​ຄຳພີ​ໄບເບິນ. ເຈົ້າ​ເບິ່ງ​ການ​ຊ່ວຍ​ເຫຼືອ​ຂອງ​ເຂົາ​ເຈົ້າ​ເປັນ​ການ​ສະແດງ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ​ບໍ?

16 ຂໍ​ໃຫ້​ຈື່​ໄວ້​ວ່າ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຜູ້​ເຖົ້າ​ແກ່​ຈະ​ໃຫ້​ຄຳ​ແນະນຳ​ເຮົາ. ເຈົ້າ​ຄິດ​ວ່າ​ຜູ້​ພະຍາກອນ​ນາທານ​ຈະ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ລາວ​ຕ້ອງ​ໄປ​ເວົ້າ​ກັບ​ກະສັດ​ດາວິດ​ຫຼັງ​ຈາກ​ທີ່​ດາວິດ​ເຮັດ​ຜິດ​ຮ້າຍແຮງ​ແລ້ວ​ພະຍາຍາມ​ປົກ​ປິດ​ໄວ້. (2 ຊາເມືອນ 12:1-14) ອັກຄະສາວົກ​ໂປໂລ​ຈະ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ຕ້ອງ​ໃຫ້​ຄຳ​ແນະນຳ​ເປໂຕ​ເລື່ອງ​ທີ່​ເປໂຕ​ປະຕິບັດ​ກັບ​ຄລິດສະຕຽນ​ຊາວ​ຢິວ​ດີ​ກວ່າ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ? ໂປໂລ​ຕ້ອງ​ກ້າຫານ​ແທ້ໆທີ່​ຈະ​ເຮັດ​ແບບ​ນັ້ນ. (ຄາລາຊີ 2:11-14) ດັ່ງ​ນັ້ນ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຜູ້​ເຖົ້າ​ແກ່​ຈະ​ໃຫ້​ຄຳ​ແນະນຳ​ເຈົ້າ​ງ່າຍ​ຂຶ້ນ? ເຈົ້າ​ຕ້ອງ​ຖ່ອມ​ຕົວ ຮູ້ຈັກ​ຂອບໃຈ ເປັນ​ຄົນ​ທີ່​ລົມ​ງ່າຍ. ຖ້າ​ເຈົ້າ​ເບິ່ງ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ຜູ້​ເຖົ້າ​ແກ່​ເປັນ​ການ​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພະເຈົ້າ ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ ແລະ​ຜູ້​ເຖົ້າ​ແກ່​ກໍ​ຈະ​ເຮັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ຢ່າງ​ມີ​ຄວາມ​ສຸກ.

17. ຜູ້​ເຖົ້າ​ແກ່​ຊ່ວຍ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ແນວ​ໃດ?

17 ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ລາວ​ໃນ​ອະດີດ​ເຮັດ​ໃຫ້​ລາວ​ຮູ້ສຶກ​ໝົດ​ຫວັງ ແລະ​ລາວ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຮັກ​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ລົມ​ກັບ​ຜູ້​ເຖົ້າ​ແກ່. ເຂົາ​ເຈົ້າ​ບໍ່​ໄດ້​ຕຳໜິ​ຂ້ອຍ ແຕ່​ໃຫ້​ກຳລັງ​ໃຈ​ແລະ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ເຂັ້ມແຂງ​ຂຶ້ນ. ຫຼັງ​ຈາກ​ຈົບ​ການ​ປະຊຸມ​ທຸກ​ຄັ້ງ ເຖິງ​ວ່າ​ຜູ້​ເຖົ້າ​ແກ່​ຈະ​ຄາ​ວຽກ​ຫຼາຍ​ສໍ່າ​ໃດ ຢ່າງ​ໜ້ອຍ​ກໍ​ມີ​ໜຶ່ງ​ຄົນ​ມາ​ຖາມ​ວ່າ​ຂ້ອຍ​ເປັນ​ແນວ​ໃດ. ຍ້ອນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຂ້ອຍ​ໃນ​ອະດີດ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ບໍ່​ຄູ່​ຄວນ​ກັບ​ຄວາມ​ຮັກ​ຂອງ​ພະເຈົ້າ. ແຕ່​ຫຼາຍ​ຄັ້ງ​ພະ​ເຢໂຫວາ​ໃຊ້​ພີ່​ນ້ອງ​ໃນ​ປະຊາຄົມ​ແລະ​ຜູ້​ເຖົ້າ​ແກ່​ມາ​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ວ່າ​ພະອົງ​ຮັກ​ຂ້ອຍ. ຂ້ອຍ​ອະທິດຖານ​ບອກ​ພະອົງ​ວ່າ​ຂ້ອຍ​ຈະ​ບໍ່​ມີ​ວັນ​ໄປ​ຈາກ​ພະອົງ.”

ອັນ​ໃດ​ເຮັດ​ໃຫ້​ເຈັບ​ຫຼາຍ​ກວ່າ​ການ​ຖືກ​ສັ່ງ​ສອນ?

18, 19. ອັນ​ໃດ​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ​ກວ່າ​ການ​ຖືກ​ສັ່ງ​ສອນ? ຂໍ​ໃຫ້​ຍົກ​ຕົວຢ່າງ

18 ການ​ຖືກ​ສັ່ງ​ສອນ​ອາດ​ເຮັດ​ໃຫ້​ເຈັບ​ປວດ ແຕ່​ການ​ບໍ່​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ​ຈະ​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ​ກວ່າ. (ເຫບເລີ 12:11) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ກາອີນ​ແລະ​ກະສັດ​ເຊເດເຊຍເຊ. ຕອນ​ທີ່​ພະ​ເຢໂຫວາ​ເຫັນ​ກາອີນ​ກຽດ​ຊັງ​ນ້ອງ​ຊາຍ​ແລະ​ຢາກ​ຂ້າ​ນ້ອງ ພະອົງ​ກໍ​ເຕືອນ​ກາອີນ​ວ່າ: “ເປັນ​ຫຍັງ​ເຈົ້າ​ໃຈ​ຮ້າຍ​ແລະ​ໜ້າ​ບຶ້ງ​ຕຶງ​ແບບ​ນີ້? ຖ້າ​ເຈົ້າ​ປ່ຽນ​ໃຈ​ມາ​ເຮັດ​ດີ ເຮົາ​ຈະ​ພໍ​ໃຈ​ເຈົ້າ ແຕ່​ຖ້າ​ເຈົ້າ​ບໍ່​ປ່ຽນ ບາບ​ກໍ​ຈະ​ຊຸ້ມ​ຖ້າ​ຄຸບ​ເຈົ້າ​ຢູ່​ທີ່​ປະຕູ ເຈົ້າ​ໜ້າ​ຈະ​ເອົາ​ຊະນະ​ມັນ​ບໍ່​ແມ່ນ​ບໍ?” (ຕົ້ນເດີມ 4:6, 7, ລ.ມ.) ແຕ່​ກາອີນ​ບໍ່​ຟັງ​ພະ​ເຢໂຫວາ ລາວ​ຂ້າ​ນ້ອງ​ຊາຍ​ຂອງ​ລາວ ແລະ​ລາວ​ຕ້ອງ​ໄດ້​ຮັບ​ຜົນ​ຈາກ​ສິ່ງ​ທີ່​ລາວ​ເຮັດ​ຕະຫຼອດ​ຊີວິດ. (ຕົ້ນເດີມ 4:11, 12) ຖ້າ​ກາອີນ​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ ລາວ​ກໍ​ບໍ່​ຕ້ອງ​ເຈັບ​ປວດ​ຫຼາຍ​ຂະໜາດ​ນີ້.

19 ເຊເດເຊຍເຊ​ເປັນ​ກະສັດ​ທີ່​ອ່ອນແອ​ແລະ​ຊົ່ວຊ້າ. ຕອນ​ນັ້ນ​ເມືອງ​ເຢຣຶຊາເລມ​ຕົກ​ຢູ່​ໃນ​ສະຖານະການ​ທີ່​ຫຍຸ້ງຍາກ​ຫຼາຍ. ຜູ້​ພະຍາກອນ​ເຢເຣມີ​ເຕືອນ​ເຊເດເຊຍເຊ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ​ລາວ​ຕ້ອງ​ປ່ຽນ​ແປງ ແຕ່​ລາວ​ກໍ​ບໍ່​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ ລາວ​ຈຶ່ງ​ຕ້ອງ​ໄດ້​ຮັບ​ຜົນ​ທີ່​ໜ້າ​ເສົ້າ. (ເຢເຣມີ 52:8-11) ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ຕ້ອງ​ເຈັບ​ປວດ​ໂດຍ​ບໍ່​ຈຳເປັນ!—ອ່ານ​ເອຊາອີ 48:17, 18

20. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ບໍ່​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ?

20 ຫຼາຍ​ຄົນ​ໃນ​ໂລກ​ທຸກ​ມື້​ນີ້​ບໍ່​ສົນ​ໃຈ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ​ແລະ​ເຖິງ​ກັບ​ເຍາະ​ເຍີ້ຍ. ແຕ່​ອີກ​ບໍ່​ດົນ​ຄົນ​ທີ່​ບໍ່​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະອົງ​ຈະ​ຕ້ອງ​ໄດ້​ຮັບ​ຜົນ​ທີ່​ເຈັບ​ປວດ. (ສຸພາສິດ 1:24-31) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ ‘ຟັງ​ຄຳ​ສັ່ງ​ສອນ​ແລະ​ເປັນ​ຄົນ​ປັນຍາ’ ຄື​ກັບ​ໃນ​ສຸພາສິດ 4:13 ບອກ​ວ່າ: “ຄຳ​ສັ່ງ​ສອນ​ນັ້ນ​ຈົ່ງ​ຖື​ໄວ້​ໃຫ້​ໝັ້ນ​ຄົງ​ຢູ່ ຢ່າ​ປ່ອຍ​ປະ​ເສຍ. ຈົ່ງ​ຖື​ຮັກສາ​ໄວ້​ເຫດ​ວ່າ​ຄຳ​ສັ່ງ​ສອນ​ນັ້ນ​ເປັນ​ຊີວິດ​ຂອງ​ເຈົ້າ.”